ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 26

ແມ່ນໃຜອາໄສໃນເຮືອນຂອງເຮົາ? ແມ່ນໃຜໄດ້ລຸກຂຶ້ນເພື່ອເຫັນແກ່ເຮົາ? ແມ່ນໃຜໄດ້ທົນທຸກແທນເຮົາ? ແມ່ນໃຜໃຫ້ຄຳໝັ້ນສັນຍາຕໍ່ໜ້າເຮົາ? ແມ່ນໃຜຕິດຕາມເຮົາຈົນມາເຖິງປັດຈຸບັນ ແລະ ຍັງບໍ່ກາຍເປັນຄົນທີ່ເມີນເສີຍຢູ່? ເປັນຫຍັງມະນຸດທຸກຄົນຈຶ່ງເຢັນຊາ ແລະ ໄຮ້ຄວາມຮູ້ສຶກ? ເປັນຫຍັງມະນຸດຊາດຈຶ່ງປະຖິ້ມເຮົາ? ເປັນຫຍັງມະນຸດຈຶ່ງເລີ່ມເບື່ອໜ່າຍເຮົາ? ເປັນຫຍັງຈຶ່ງບໍ່ມີຄວາມອົບອຸ່ນໃນໂລກຂອງມະນຸດ? ໃນຂະນະທີ່ຢູ່ເທິງຊີໂອນ, ເຮົາໄດ້ຊີມລົດຊາດຄວາມອົບອຸ່ນທີ່ຢູ່ໃນສະຫວັນ ແລະ ໃນຂະນະທີ່ຢູ່ເທິງຊີໂອນ ເຮົາໄດ້ຮັບພອນທີ່ຢູ່ໃນສະຫວັນ. ອີກຄັ້ງ, ເຮົາໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດ, ເຮົາໄດ້ຊີມລົດຊາດຄວາມຂົມຂືນຂອງໂລກມະນຸດ ແລະ ເຮົາໄດ້ເຫັນດ້ວຍຕາຂອງເຮົາເອງເຖິງສະພາບຕ່າງໆທີ່ແຕກຕ່າງກັນເຊິ່ງມີຢູ່ທ່າມກາງມະນຸດ. ມະນຸດໄດ້ປ່ຽນແປງດັ່ງທີ່ເຮົາໄດ້ “ປ່ຽນແປງ” ໂດຍບໍ່ຮູ້ຕົວ ແລະ ໃນວິທີນີ້ເທົ່ານັ້ນ ເຂົາຈຶ່ງມາເຖິງປັດຈຸບັນນີ້ໄດ້. ເຮົາບໍ່ຕ້ອງການໃຫ້ມະນຸດເຮັດຫຍັງເພື່ອເຫັນແກ່ເຮົາ ຫຼື ເຮົາບໍ່ຕ້ອງການໃຫ້ເຂົາເຮັດຫຍັງເພີ່ມຂຶ້ນເນື່ອງຈາກເຮົາ. ເຮົາພຽງແຕ່ຕ້ອງການໃຫ້ເຂົາສາມາດປະຕິບັດຕາມແຜນການຂອງເຮົາ ແລະ ບໍ່ແມ່ນບໍ່ເຊື່ອຟັງເຮົາ ຫຼື ກາຍເປັນເຄື່ອງໝາຍແຫ່ງຄວາມອັບອາຍໃຫ້ກັບເຮົາ ແຕ່ເພື່ອໃຫ້ເຂົາເປັນພະຍານຢ່າງກຶກກ້ອງໃຫ້ກັບເຮົາ. ໃນບັນດາມະນຸດ, ມີຄົນທີ່ເປັນພະຍານໃຫ້ກັບເຮົາເປັນຢ່າງດີ ແລະ ສັນລະເສີນນາມຂອງເຮົາ, ແຕ່ການປະຕິບັດຂອງມະນຸດ, ຄວາມປະພຶດຂອງມະນຸດຈະເຮັດໃຫ້ເຮົາພໍໃຈໄດ້ແນວໃດ? ເຂົາຈະສອດຄ່ອງກັບຫົວໃຈຂອງເຮົາ ຫຼື ປະຕິບັດຕາມຄວາມປະສົງຂອງເຮົາໄດ້ແນວໃດ? ນັບຕັ້ງແຕ່ພູເຂົາ ແລະ ນໍ້າເທິງແຜ່ນດິນໂລກ ແລະ ດອກໄມ້, ຫຍ້າ ແລະ ຕົ້ນໄມ້ເທິງແຜ່ນດິນໂລກ, ທຸກສິ່ງສະແດງເຖິງພາລະກິດທີ່ເຮັດດ້ວຍມືຂອງເຮົາ, ທຸກສິ່ງເປັນຢູ່ເພື່ອນາມຂອງເຮົາ. ແຕ່ເປັນຫຍັງມະນຸດຈຶ່ງບໍ່ສາມາດບັນລຸມາດຕະຖານທີ່ເຮົາຮຽກຮ້ອງ? ນີ້ເປັນຍ້ອນຄວາມຕໍ່າຕ້ອຍທີ່ເປັນຕາສັງເວດຂອງເຂົາບໍ? ມັນເປັນຍ້ອນການທີ່ເຮົາຍົກຍ້ອງເຂົາບໍ? ເປັນໄປໄດ້ບໍວ່າ ເຮົາໂຫດຮ້າຍກັບເຂົາຫຼາຍເກີນໄປ? ເປັນຫຍັງມະນຸດຈຶ່ງຢ້ານຄວາມຮຽກຮ້ອງຂອງເຮົາຢູ່ສະເໝີ? ໃນປັດຈຸບັນ, ໃນບັນດາຝູງຊົນທີ່ຢູ່ໃນອານາຈັກ, ເປັນຫຍັງເຈົ້າຈຶ່ງພຽງແຕ່ຟັງສຽງຂອງເຮົາ ແຕ່ບໍ່ປາຖະໜາທີ່ຈະໄດ້ເຫັນໃບໜ້າຂອງເຮົາ? ເປັນຫຍັງເຈົ້າຈຶ່ງເບິ່ງພຽງແຕ່ພຣະທຳຂອງເຮົາໂດຍບໍ່ໄດ້ເຮັດໃຫ້ພຣະທຳເຫຼົ່ານັ້ນສອດຄ່ອງກັບພຣະວິນຍານຂອງເຮົາ? ເປັນຫຍັງເຈົ້າຈຶ່ງແຍກເຮົາອອກຈາກສະຫວັນ ແລະ ແຜ່ນດິນໂລກ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ ເຮົາບໍ່ໄດ້ເປັນຄືກັນກັບຕອນທີ່ເຮົາຢູ່ໃນສະຫວັນ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ສະຫວັນ ເຮົາບໍ່ສາມາດລົງມາເທິງແຜ່ນດິນໂລກ? ເປັນໄປໄດ້ບໍວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ, ເຮົາບໍ່ສົມຄວນເກີດໃນສະຫວັນ? ມັນເປັນຄືກັບວ່າ ເມື່ອເຮົາຢູ່ເທິງແຜ່ນດິນໂລກ ເຮົາເປັນສິ່ງຖືກສ້າງທີ່ຕໍ່າຕ້ອຍ, ຄືກັບວ່າ ເມື່ອເຮົາຢູ່ໃນສະຫວັນ ເຮົາເປັນສິ່ງທີ່ສູງສົ່ງ ແລະ ຄືກັບວ່າມີເຫວເລິກທີ່ບໍ່ສາມາດເຊື່ອມກັນໄດ້ລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ແຕ່ໃນໂລກມະນຸດ ພວກເຂົາເບິ່ງຄືກັບວ່າບໍ່ຮູ້ຫຍັງເລີຍກ່ຽວກັບຕົ້ນກຳເນີດຂອງສິ່ງເຫຼົ່ານີ້, ແຕ່ໄດ້ຕໍ່ຕ້ານເຮົາສະເໝີມາ, ຄືກັບວ່າພຣະທຳຂອງເຮົາມີພຽງແຕ່ສຽງ ແລະ ບໍ່ມີຄວາມໝາຍ. ມະນຸດທຸກຄົນໃຊ້ຄວາມພະຍາຍາມໃນພຣະທຳຂອງເຮົາ, ດຳເນີນການສືບສວນຂອງພວກເຂົາເອງໃນຮູບຮ່າງພາຍນອກຂອງເຮົາ, ແຕ່ພວກເຂົາກໍລ້ວນແລ້ວແຕ່ພົບກັບຄວາມລົ້ມເຫຼວ ໂດຍທີ່ຄວາມພະຍາຍາມຂອງພວກເຂົາບໍ່ມີໝາກຜົນຫຍັງເລີຍ ແລະ ກົງກັນຂ້າມ ພວກເຂົາຖືກຕີໃຫ້ລົ້ມດ້ວຍພຣະທຳຂອງເຮົາ ແລະ ບໍ່ກ້າລຸກຂຶ້ນອີກເລີຍ.

ເມື່ອເຮົາທົດສອບຄວາມເຊື່ອຂອງມະນຸດຊາດ, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເປັນພະຍານຢ່າງແທ້ຈິງ, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ສາມາດຖວາຍທຸກສິ່ງຂອງເຂົາໄດ້; ກົງກັນຂ້າມ ມະນຸດສືບຕໍ່ລີ້ ແລະ ປະຕິເສດທີ່ຈະເປີດເຜີຍຕົນເອງອອກ ຄືກັບວ່າເຮົາກຳລັງຈະຍາດຊິງຫົວໃຈຂອງເຂົາ. ແມ່ນແຕ່ໂຢບກໍບໍ່ເຄີຍຍຶດໝັ້ນໃນລະຫວ່າງການທົດລອງຂອງເພິ່ນຢ່າງແທ້ຈິງ ຫຼື ເພິ່ນບໍ່ເຄີຍປ່ອຍຄວາມຫວານຊື່ນໃນທ່າມກາງການທົນທຸກ. ທຸກຄົນປູກພືດພັນສີຂຽວອ່ອນໆໃນຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ; ພວກມັນບໍ່ເຄີຍຢູ່ເປັນສີຂຽວຕະຫຼອດໃນຄວາມເຍືອກເຢັນໃນລະດູໜາວ. ດ້ວຍຮູບຮ່າງທີ່ມີແຕ່ກະດູກ ແລະ ຈ່ອຍເຫຼືອງຂອງເຂົາ, ມະນຸດບໍ່ສາມາດປະຕິບັດຕາມເຈດຕະນາຂອງເຮົາໄດ້. ໃນບັນດາມະນຸດທັງປວງ, ບໍ່ມີໃຜທີ່ສາມາດຮັບໃຊ້ເຮົາໂດຍເປັນແບບຢ່າງໃຫ້ກັບຄົນອື່ນໄດ້, ເພາະໂດຍພື້ນຖານແລ້ວ ມະນຸດຄືກັນ ແລະ ບໍ່ໄດ້ແຕກຕ່າງຈາກກັນເລີຍ ເຊິ່ງສາມາດແຍກແຍະພວກເຂົາອອກຈາກກັນໄດ້ພຽງແຕ່ເລັກນ້ອຍ. ດ້ວຍເຫດຜົນນີ້, ແມ່ນແຕ່ໃນປັດຈຸບັນ ມະນຸດກໍຍັງບໍ່ສາມາດຮູ້ຈັກພາລະກິດຂອງເຮົາຢ່າງແທ້ຈິງ. ເມື່ອການຕີສອນຂອງເຮົາໄດ້ລົງມາເຖິງມະນຸດທຸກຄົນເທົ່ານັ້ນ, ພວກເຂົາຈຶ່ງຈະຮູ້ຈັກພາລະກິດຂອງເຮົາໂດຍບໍ່ຮູ້ຕົວ ແລະ ປາສະຈາກການເຮົາກະທໍາສິ່ງໃດສິ່ງໜຶ່ງ ຫຼື ບັງຄັບຄົນໃດຄົນໜຶ່ງ, ມະນຸດກໍຈະມາຮູ້ຈັກເຮົາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເປັນພະຍານໃຫ້ກັບພາລະກິດຂອງເຮົາ. ນີ້ແມ່ນແຜນການຂອງເຮົາ, ມັນເປັນລັກສະນະຂອງພາລະກິດຂອງເຮົາທີ່ໄດ້ຖືກເຮັດປະຈັກໃຫ້ເຫັນ ແລະ ມັນເປັນສິ່ງທີ່ມະນຸດຄວນຮູ້. ໃນອານາຈັກ ສິ່ງຕ່າງໆທີ່ລໍ້າເລີດແຫ່ງການສ້າງໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ເຮົາໄດ້ທໍານາຍວ່າ ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມຕົວກັນ ມັນຈະເປັນເວລາທີ່ເຮົາຈີກທຸກເຊື້ອຊາດອອກເປັນຕ່ອນໆ. ໃນເວລານີ້ ເຮົາຈະເລີ່ມການສ້າງ ແລະ ການແບ່ງແຍກຈັກກະວານທັງໝົດໃໝ່ ດ້ວຍການວາງຈັກກະວານຕາມລຳດັບ ແລະ ປະຕິຮູບອັນເກົ່າໃຫ້ເປັນອັນໃໝ່. ນີ້ແມ່ນແຜນການຂອງເຮົາ ແລະ ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ ຕັ້ງຕົນຕໍ່ຕ້ານກັບຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ ແລະ ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ນາໆຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ, ແລະ ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ນັ້ນກໍ່ຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ໃນຫຼາກຫຼາຍຂອບເຂດ ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ບັນດາຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນພວກເຮົາໄດ້ເຮັດໃຫ້ຕົນເອງພົ້ນໂທດແນວໃດ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນ ແລະ ດ້ວຍສຽງຂອງເຮົາ, ເຮົາຈະເປັ່ງສຽງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ເມື່ອສຽງຂອງເຮົາເລິກເຊິ່ງຍິ່ງຂຶ້ນ, ເຮົາໄດ້ສັງເກດສະພາວະຂອງຈັກກະວານອີກດ້ວຍ. ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນລ້ວນແລ້ວແຕ່ຖືກສ້າງຂຶ້ນໃໝ່ຜ່ານພຣະທຳຂອງເຮົາ. ສະຫວັນປ່ຽນໄປ ແລະ ແຜ່ນດິນໂລກກໍປ່ຽນແປງເຊັ່ນກັນ. ມະນຸດຖືກເປີດໂປງໃນຮູບຮ່າງເດີມຂອງພວກເຂົາ ແລະ ຢ່າງຊ້າໆ ແຕ່ລະຄົນຖືກແຍກອອກຕາມປະເພດຂອງພວກເຂົາ ແລະ ຊອກຫາທາງຂອງພວກເຂົາກັບຄືນສູ່ອ້ອມກອດຂອງຄອບຄົວຂອງພວກເຂົາໂດຍທີ່ບໍ່ຮູ້ຕົວ. ສິ່ງນີ້ຈະເຮັດໃຫ້ເຮົາພໍໃຈເປັນຢ່າງຍິ່ງ. ເຮົາປາສະຈາກການລົບກວນ ແລະ ພາລະກິດອັນຍິ່ງໃຫຍ່ຂອງເຮົາກໍຈະສໍາເລັດເທື່ອລະໜ້ອຍ ແລະ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນທີ່ຖືກສ້າງຂຶ້ນໄດ້ຖືກປ່ຽນແປງ. ເມື່ອເຮົາສ້າງແຜ່ນດິນໂລກ, ເຮົາອອກແບບທຸກສິ່ງຕາມປະເພດຂອງພວກມັນ, ວາງທຸກສິ່ງທີ່ມີຮູບຮ່າງຮ່ວມກັນກັບປະເພດຂອງພວກມັນ. ເມື່ອເວລາສຸດທ້າຍຂອງແຜນການຄຸ້ມຄອງຂອງເຮົາຍັບເຂົ້າມາໃກ້, ເຮົາຈະຟື້ນຟູສະພາບດັ່ງເດີມຂອງສັບພະສິ່ງ; ເຮົາຈະຟື້ນຟູທຸກສິ່ງໃຫ້ກັບຄືນສູ່ຮູບແບບທີ່ເປັນຢູ່ດັ່ງເດີມ, ປ່ຽນແປງທຸກສິ່ງຢ່າງເລິກເຊິ່ງ, ເພື່ອວ່າທຸກສິ່ງຈະກັບຄືນສູ່ອ້ອມກອດໃນແຜນການຂອງເຮົາ. ເວລາໄດ້ມາເຖິງແລ້ວ! ຂັ້ນຕອນສຸດທ້າຍຂອງແຜນການຂອງເຮົາໃກ້ຈະສຳເລັດແລ້ວ. ໂອ້, ໂລກເກົ່າທີ່ສົກກະປົກເອີຍ! ເຈົ້າຈະຕົກຢູ່ພາຍໃຕ້ພຣະທຳຂອງເຮົາຢ່າງແນ່ນອນ! ເຈົ້າຈະຖືກແຜນການຂອງເຮົາເຮັດໃຫ້ເຈົ້າຫຼຸດລົງສູ່ຄວາມວ່າງເປົ່າຢ່າງແນ່ນອນ! ໂອ້ ສັບພະສິ່ງທັງປວງທີ່ນັບບໍ່ຖ້ວນທີ່ຖືກສ້າງເອີຍ! ເຈົ້າທັງຫຼາຍຈະໄດ້ຮັບຊີວິດໃໝ່ພາຍໃນພຣະທຳຂອງເຮົາ, ບັດນີ້ ເຈົ້າຈະມີພຣະຜູ້ເປັນເຈົ້າອົງສູງສຸດຂອງເຈົ້າ! ໂອ້ ໂລກໜ່ວຍໃໝ່ທີ່ບໍລິສຸດ ແລະ ບໍ່ມີມົນທິນເອີຍ! ເຈົ້າຈະຟື້ນຄືນໃໝ່ພາຍໃນສະຫງ່າລາສີຂອງເຮົາຢ່າງແນ່ນອນ! ໂອ້ ພູເຂົາຊີໂອນເອີຍ! ຢ່າມິດງຽບອີກຕໍ່ໄປ. ເຮົາໄດ້ກັບຄືນມາຢ່າງມີໄຊຊະນະ! ຈາກບັນດາສັບພະສິ່ງທີ່ຖືກສ້າງທັງປວງ ເຮົາຈະສໍາຫຼວດເບິ່ງແຜ່ນດິນໂລກທັງໝົດ. ເທິງແຜ່ນດິນໂລກ, ມະນຸດຊາດໄດ້ເລີ່ມຕົ້ນຊີວິດໃໝ່ ແລະ ໄດ້ຊະນະຄວາມຫວັງໃໝ່. ໂອ້ ປະຊາກອນຂອງເຮົາເອີຍ! ເຈົ້າຈະບໍ່ກັບຄືນສູ່ຊີວິດພາຍໃນແສງສະຫວ່າງຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີພາຍໃຕ້ການນໍາພາຂອງເຮົາໄດ້ແນວໃດ? ແຜ່ນດິນໂຮຮ້ອງຂຶ້ນດ້ວຍຄວາມປິຕິຍິນດີ, ນໍ້າຟົດຟື້ນໄປດ້ວຍສຽງຫົວຢ່າງເບີກບານ! ໂອ້, ອິດສະຣາເອນທີ່ຟື້ນຄືນເອີຍ! ເຈົ້າຈະບໍ່ຮູ້ສຶກເຖິງຄວາມພາກພູມໃຈຍ້ອນການກຳນົດໄວ້ລ່ວງໜ້າຂອງເຮົາໄດ້ແນວໃດ? ແມ່ນໃຜຮ້ອງໄຫ້? ແມ່ນໃຜຄໍ່າຄວນ? ອິດສະຣາເອນໃນອະດີດບໍ່ໄດ້ມີຢູ່ອີກແລ້ວ ແລະ ອິດສະຣາເອນໃນປັດຈຸບັນໄດ້ລຸກຂຶ້ນ, ຕັ້ງຂຶ້ນ ແລະ ສູງຂຶ້ນຫຼາຍໃນໂລກ ແລະ ໄດ້ຢືນຂຶ້ນໃນໃຈຂອງມະນຸດທຸກຄົນ. ອິດສະຣາເອນໃນປັດຈຸບັນຈະໄດ້ຮັບແຫຼ່ງທີ່ມາຂອງການມີຊີວິດຜ່ານປະຊາຊົນຂອງເຮົາຢ່າງແນ່ນອນ! ໂອ, ເອຢິບທີ່ເປັນຕາກຽດຊັງເອີຍ! ແນ່ນອນ ບໍ່ແມ່ນເຈົ້າຍັງຢືນຕໍ່ຕ້ານເຮົາຢູ່ບໍ? ເຈົ້າຈະເອົາປຽບຄວາມກະລຸນາຂອງເຮົາ ແລະ ພະຍາຍາມຫຼົບໜີຈາກການຂ້ຽນຕີຂອງເຮົາໄດ້ແນວໃດ? ເຈົ້າຈະບໍ່ຢູ່ພາຍໃນການຂ້ຽນຕີຂອງເຮົາໄດ້ແນວໃດ? ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຢືນຕໍ່ສູ້ກັບເຮົາຈະຖືກເຮົາຂ້ຽນຕີຕະຫຼອດກາລະນານຢ່າງແນ່ນອນ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ຈະບໍ່ລະປ່ອຍມະນຸດໄປງ່າຍໆສຳລັບທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມສະຫງ່າຜ່າເຜີຍ, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍທີ່ນັບບໍ່ຖ້ວນ!

ວັນທີ 29 ມີນາ 1992

ກ່ອນນີ້: ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!

ຕໍ່ໄປ: ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ—ບົດທີ 29

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້