ບົດທີ 23
ເມື່ອສຽງຂອງເຮົາດັງຂຶ້ນ, ເມື່ອຕາຂອງເຮົາພົ່ນໄຟອອກມາ, ເຮົາກຳລັງເຝົ້າເບິ່ງຢູ່ເໜືອໂລກທັງປວງ, ເຮົາກຳລັງສັງເກດຈັກກະວານທັງປວງ. ມະນຸດທຸກຄົນກຳລັງອະທິຖານຫາເຮົາ, ຫຼຽວມາຈ້ອງເບິ່ງເຮົາ, ອ້ອນວອນເຮົາໃຫ້ຢຸດຄວາມໃຈຮ້າຍຂອງເຮົາ ແລະ ສາບານທີ່ຈະບໍ່ກະບົດຕໍ່ເຮົາອີກຕໍ່ໄປ. ແຕ່ນີ້ບໍ່ແມ່ນອະດີດອີກຕໍ່ໄປ; ມັນຄືປັດຈຸບັນ. ຜູ້ໃດສາມາດມອບຄືນຄວາມປະສົງຂອງເຮົາ? ແນ່ນອນ ມັນບໍ່ແມ່ນການພາວະນາທີ່ຢູ່ພາຍໃນຫົວໃຈຂອງມະນຸດ ຫຼື ຄຳເວົ້າທີ່ຢູ່ໃນປາກຂອງພວກເຂົາບໍ? ຜູ້ໃດສາມາດຢູ່ລອດຈົນເຖິງປັດຈຸບັນ ຖ້າບໍ່ແມ່ນຍ້ອນເຮົາ? ຜູ້ໃດຢູ່ລອດໄດ້ ໂດຍບໍ່ມີພຣະທຳທີ່ຢູ່ໃນປາກເຮົາ? ຜູ້ໃດບໍ່ ຖືກສາຍຕາຂອງເຮົາເຝົ້າເບິ່ງ? ເຮົາປະຕິບັດພາລະກິດໃໝ່ຂອງເຮົາເທິງແຜ່ນດິນໂລກທັງປວງ, ແລ້ວຜູ້ໃດສາມາດຫຼົບໜີຈາກພາລະກິດນັ້ນໄດ້? ພູເຂົາຕ່າງໆສາມາດຫຼີກເວັ້ນພາລະກິດນັ້ນ ດ້ວຍຄວາມສູງຂອງພວກມັນໄດ້? ດ້ວຍຄວາມກວ້າງໃຫຍ່ໄພສານຂອງມັນ ນໍ້າກໍສາມາດປ້ອງກັນພາລະກິດນັ້ນໄດ້? ໃນແຜນການຂອງເຮົາ, ເຮົາບໍ່ເຄີຍປ່ອຍໃຫ້ສິ່ງໃດກໍຕາມຜ່ານໄປຢ່າງງ່າຍດາຍ ແລະ ສະນັ້ນຈຶ່ງບໍ່ເຄີຍມີໃຜ ຫຼື ສິ່ງໃດທີ່ໜີພົ້ນກຳມືຂອງເຮົາ. ໃນປັດຈຸບັນ, ນາມອັນບໍລິສຸດຂອງເຮົາເປັນທີ່ຍົກຍ້ອງໃນບັນດາມະນຸດ ແລະ ອີກຄັ້ງ ຂ່າວແຫ່ງການປະທ້ວງຕໍ່ເຮົາກໍເກີດຂຶ້ນໃນບັນດາມະນຸດ ແລະ ເລື່ອງເລົ່າລືກ່ຽວກັບການທີ່ເຮົາຢູ່ເທິງແຜ່ນດິນໂລກກໍມີຢູ່ທົ່ວໄປໃນບັນດາມະນຸດ. ເຮົາບໍ່ທົນຕໍ່ການທີ່ມະນຸດຕັດສິນເຮົາ ຫຼື ເຮົາບໍ່ທົນຕໍ່ການທີ່ພວກເຂົາແຍກຮ່າງກາຍຂອງເຮົາອອກ ແລ້ວແຮງໄກທີ່ເຮົາຈະທົນຕໍ່ຄໍາປ້ອຍດ່າທີ່ພວກເຂົາໃຊ້ກັບເຮົາ. ເພາະເຂົາບໍ່ເຄີຍຮູ້ຈັກເຮົາຢ່າງແທ້ຈິງ, ມະນຸດຈຶ່ງຕໍ່ຕ້ານ ແລະ ຫຼອກລວງເຮົາຢູ່ສະເໝີ, ບໍ່ສາມາດຊື່ນຊົມພຣະວິນຍານຂອງເຮົາ ຫຼື ເຊີດຊູພຣະທຳຂອງເຮົາ. ສຳລັບການກະທຳ ແລະ ການປະພຶດທຸກຢ່າງຂອງເຂົາ ແລະ ສຳລັບທັດສະນະຄະຕິທີ່ເຂົາມີຕໍ່ເຮົາ, ເຮົາມອບ “ລາງວັນ” ໃຫ້ກັບມະນຸດ ເຊິ່ງເປັນສິ່ງທີ່ເຂົາຄວນຈະໄດ້ຮັບ. ດ້ວຍເຫດນັ້ນ ມະນຸດທຸກຄົນຈຶ່ງປະຕິບັດໂດຍແນສາຍຕາໄປທີ່ລາງວັນຂອງພວກເຂົາ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ປະຕິບັດພາລະກິດດ້ວຍການເສຍສະຫຼະຕົນເອງ. ມະນຸດບໍ່ເຕັມໃຈທີ່ຈະມອບການອຸທິດຢ່າງບໍ່ເຫັນແກ່ຕົວ, ແຕ່ກົງກັນຂ້າມ ພວກເຂົາຍິນດີກັບລາງວັນທີ່ພວກເຂົາໄດ້ຮັບ ໂດຍບໍ່ຕ້ອງເຮັດຫຍັງເລີຍ. ເຖິງແມ່ນເປໂຕອຸທິດຕົນເອງຕໍ່ໜ້າເຮົາ, ນັ້ນກໍບໍ່ແມ່ນເພື່ອເຫັນແກ່ລາງວັນໃນອະນາຄົດ, ແຕ່ເພື່ອເຫັນແກ່ຄວາມຮູ້ໃນປັດຈຸບັນ. ມະນຸດບໍ່ເຄີຍສື່ສານກັບເຮົາຢ່າງແທ້ຈິງ, ແຕ່ຄັ້ງແລ້ວຄັ້ງເລົ່າ ພວກເຂົາໄດ້ປະຕິບັດກັບເຮົາດ້ວຍວິທີການຕື້ນໆ ໂດຍຄິດວ່າ ບໍ່ຕ້ອງມີຄວາມພະຍາຍາມຫຍັງເລີຍ ເພື່ອຮັບເອົາຄວາມເຫັນດີຂອງເຮົາ. ເຮົາເບິ່ງເລິກລົງໄປໃນຫົວໃຈຂອງມະນຸດ, ແລ້ວເຮົາກໍໄດ້ຂຸດພົບຂຸມເລິກທີ່ສຸດ ເຊິ່ງເປັນ “ບໍ່ແຮ່ແຫ່ງຄວາມອຸດົມຮັ່ງມີຫຼາຍປະການ”, ເປັນສິ່ງທີ່ແມ່ນແຕ່ມະນຸດເອງກໍຍັງບໍ່ຮູ້ ແຕ່ເປັນສິ່ງທີ່ເຮົາຄົ້ນພົບໃໝ່. ດ້ວຍເຫດນັ້ນ ມີແຕ່ເມື່ອພວກເຂົາໄດ້ເຫັນເຖິງ “ຫຼັກຖານທາງວັດຖຸ”, ມະນຸດຈຶ່ງຈະຍອມຮັບຜິດໃນການອະນົງຕົວ ແລະ ແບມືຍອມຮັບກັບສະພາບທີ່ສົກກະປົກຂອງພວກເຂົາເອງ. ໃນບັນດາມະນຸດ, ຍັງມີຫຼາຍສິ່ງອີກທີ່ໃໝ່ເຊິ່ງລໍຖ້າໃຫ້ເຮົາ “ແກະມັນອອກ” ເພື່ອຄວາມສຸກຂອງມະນຸດທັງປວງ. ແທນທີ່ຈະຢຸດພາລະກິດຂອງເຮົາເນື່ອງຈາກຄວາມໄຮ້ສາມາດຂອງມະນຸດ, ເຮົາລິຮານເຂົາຕາມແຜນການເດີມຂອງເຮົາ. ມະນຸດເປັນຄືກັນກັບຕົ້ນໄມ້ເກີດໝາກ: ຫາກປາສະຈາກການຮານ, ຕົ້ນໄມ້ກໍຈະບໍ່ສາມາດເກີດໝາກໄດ້ ແລະ ໃນທີ່ສຸດ ສິ່ງທີ່ເຫັນກໍຄືງ່າໄມ້ແຫ່ວແຫ້ງ, ບໍ່ມີໃບ ແລະ ບໍ່ມີໝາກໃຫ້ຕົກລົງສູ່ພື້ນດິນ.
ເມື່ອເຮົາຕົບແຕ່ງ “ດ້ານໃນ” ຂອງອານາຈັກຂອງເຮົາແຕ່ລະມື້, ບໍ່ມີໃຜໂພ່ເຂົ້າໄປໃນ “ຫ້ອງເຮັດວຽກ” ຂອງເຮົາຢ່າງທັນທີເພື່ອລົບກວນພາລະກິດຂອງເຮົາ. ທຸກຄົນກຳລັງເຮັດສຸດຄວາມພະຍາຍາມຂອງພວກເຂົາເພື່ອຮ່ວມມືກັບເຮົາ ໂດຍຢ້ານຫຼາຍທີ່ຈະຖືກ “ໄລ່ອອກ” ແລະ “ສູນເສຍຕໍາແໜ່ງຂອງພວກເຂົາ” ແລະ ໃນທີ່ສຸດ ກໍໄປເຖິງທາງຕັນໃນຊີວິດຂອງພວກເຂົາ ເຊິ່ງເປັນບ່ອນທີ່ພວກເຂົາຍິ່ງຈະຕົກລົງສູ່ “ທະເລຊາຍ” ທີ່ຊາຕານໄດ້ຄອບຄອງ. ຍ້ອນຄວາມຢ້ານກົວຂອງມະນຸດ, ເຮົາປອບໃຈເຂົາທຸກມື້, ດົນໃຈໃຫ້ຮັກທຸກມື້ ແລະ ຍິ່ງໄປກວ່ານັ້ນກໍຄືມອບຄຳແນະນໍາໃຫ້ກັບເຂົາທ່າມກາງຊີວິດປະຈຳວັນຂອງເຂົາ. ມັນເປັນຄືກັບວ່າ ມະນຸດເປັນທາລົກທັງໝົດທີ່ຫາກໍ່ເກີດ; ຖ້າບໍ່ຈັດຫານົມໃຫ້, ພວກເຂົາຈະຈາກໂລກນີ້ໄປໃນອີກບໍ່ດົນ, ຈະບໍ່ເຫັນອີກຕໍ່ໄປ. ທ່າມກາງການອ້ອນວອນຂອງມະນຸດ, ເຮົາເຂົ້າມາໃນໂລກຂອງມະນຸດ ແລະ ໂດຍບໍ່ຊັກຊ້າ ມະນຸດດຳລົງຊີວິດຢູ່ໃນໂລກແຫ່ງແສງສະຫວ່າງ, ບໍ່ຖືກຂັງໄວ້ໃນ “ຫ້ອງ” ທີ່ພວກເຂົາຮ້ອງໄຫ້ອະທິຖານຫາສະຫວັນອີກຕໍ່ໄປ. ທັນທີທີ່ພວກເຂົາເຫັນເຮົາ, ມະນຸດກໍຮ້ອງໄຫ້ກັບ “ຄວາມທຸກໃຈ” ທີ່ເກັບໄວ້ໃນຫົວໃຈຂອງພວກເຂົາຊໍ້າແລ້ວຊໍ້າອີກ, ເປີດປາກຂອງພວກເຂົາຕໍ່ໜ້າເຮົາເພື່ອຂໍໃຫ້ຖິ້ມອາຫານນັ້ນລົງມາຍັງພວກເຂົາ. ຫຼັງຈາກນັ້ນ “ຄວາມຢ້ານຂອງພວກເຂົາກໍຖືກບັນເທົາ ແລະ ຈິດໃຈກໍກັບຄືນສູ່ສະພາບເດີມ”, ພວກເຂົາບໍ່ຂໍຫຍັງຈາກເຮົາອີກຕໍ່ໄປ, ແຕ່ນອນຫຼັບເປັນປົກກະຕິ ຫຼື ບໍ່ດັ່ງນັ້ນ ກໍປະຕິເສດການເປັນຢູ່ຂອງເຮົາ, ພວກເຂົາມີແຕ່ສົນໃຈກັບວຽກການຂອງພວກເຂົາເອງ. ໃນ “ການປະຖິ້ມ” ຂອງມະນຸດຊາດ, ມັນພິສູດໃຫ້ເຫັນຢ່າງຊັດເຈນແລ້ວວ່າ ມະນຸດທີ່ປາສະຈາກ “ຄວາມຮູ້ສຶກ” ປະຕິບັດ “ຄວາມຍຸຕິທຳທີ່ບໍ່ລໍາອຽງ” ຂອງພວກເຂົາຕໍ່ເຮົາແນວໃດ. ສະນັ້ນ ເມື່ອເຫັນມະນຸດໃນລັກສະນະທີ່ບໍ່ເປັນຕາຮັກຂອງເຂົາ, ເຮົາກໍຈາກໄປຢ່າງງຽບໆ ແລະ ຈະບໍ່ລົງມາອີກຄັ້ງໂດຍທັນທີຕາມການອ້ອນວອນຢ່າງຈິງຈັງຂອງເຂົາ. ໂດຍທີ່ເຂົາບໍ່ຮູ້ຕົວ ບັນຫາຂອງມະນຸດແມ່ນຮ້າຍແຮງຂຶ້ນໃນແຕ່ລະມື້ ແລະ ສະນັ້ນ ໃນທ່າມກາງການເຮັດວຽກໜັກຂອງເຂົາ ເມື່ອເຂົາຄົ້ນພົບການເປັນຢູ່ຂອງເຮົາຢ່າງທັນທີ, ເຂົາປະຕິເສດທີ່ຈະຮັບເອົາຄໍາວ່າ “ບໍ່” ເປັນຄຳຕອບ ແລະ ເຂົາຈັບຄໍເສື້ອເຮົາ ແລະ ພາເຮົາເຂົ້າໄປໃນເຮືອນຂອງເຂົາໃນຖານະແຂກ. ແຕ່ເຖິງແມ່ນເຂົາຈັດກຽມອາຫານຢ່າງຫຼູຫຼາເພື່ອຄວາມສຸກຂອງເຮົາ, ເຂົາກໍບໍ່ເຄີຍພິຈາລະນາໃຫ້ເຮົາເປັນພວກດຽວກັບເຂົາຈັກເທື່ອ, ກົງກັນຂ້າມ ເຂົາປະຕິບັດຕໍ່ເຮົາດັ່ງແຂກເພື່ອຮັບເອົາຄວາມຊ່ວຍເຫຼືອຈຳນວນເລັກນ້ອຍຈາກເຮົາ. ສະນັ້ນ ໃນເວລານີ້, ມະນຸດສະແດງສະພາບໂສກເສົ້າເສຍໃຈຂອງເຂົາຕໍ່ໜ້າເຮົາຢ່າງບໍ່ເປັນທາງການ, ຫວັງທີ່ຈະຮັບເອົາ “ລາຍເຊັນ” ຂອງເຮົາ ຄືດັ່ງຄົນທີ່ຕ້ອງການເງິນກູ້ສຳລັບທຸລະກິດຂອງເຂົາ, ເຂົາຈຶ່ງພະຍາຍາມ “ຄວ້າເອົາ” ເຮົາດ້ວຍກຳລັງທັງໝົດຂອງເຂົາ. ໃນທ່າທາງ ແລະ ການເຄື່ອນໄຫວທຸກຢ່າງຂອງເຂົາ, ພຽງໄລຍະສັ້ນໆເຮົາກໍສາມາດເຫັນເຈດຕະນາຂອງມະນຸດ: ມັນເປັນຄືກັບວ່າ ໃນມຸມມອງຂອງເຂົາ ເຮົາບໍ່ຮູ້ຈັກວິທີອ່ານຄວາມໝາຍທີ່ເຊື່ອງຊ້ອນຢູ່ໃນສີໜ້າຂອງບຸກຄົນໃດໜຶ່ງ ຫຼື ຄວາມໝາຍທີ່ແຝງຢູ່ໃນຄຳເວົ້າຂອງເຂົາ ຫຼື ວິທີເບິ່ງລົງເລິກເຂົ້າໄປໃນຫົວໃຈຂອງບຸກຄົນໃດໜຶ່ງ. ດ້ວຍເຫດນັ້ນ ມະນຸດຈຶ່ງໝັ້ນໃຈໃນໂຕເຮົາໃນທຸກປະສົບການທຸກຢ່າງທີ່ເຂົາພົບພໍ້ໃນທຸກເຫດການ ໂດຍບໍ່ມີຄວາມຜິດພາດ ຫຼື ການລະເວັ້ນ ແລະ ຫຼັງຈາກນັ້ນກໍຕັ້ງຂໍ້ຮຽກຮ້ອງຂອງເຂົາຕໍ່ໜ້າເຮົາ. ເຮົາລັງກຽດ ແລະ ກຽດຊັງການກະທຳ ແລະ ການປະພຶດທຸກຢ່າງຂອງມະນຸດ. ທ່າມກາງມະນຸດ, ບໍ່ເຄີຍມີແມ່ນແຕ່ຄົນດຽວທີ່ໄດ້ປະຕິບັດພາລະກິດທີ່ເຮົາຮັກ ຄືກັບວ່າມະນຸດຕັ້ງໃຈເປັນສັດຕູກັບເຮົາ ແລະ ມີເປົ້າໝາຍທີ່ຈະດຶງດູດຄວາມໂກດຮ້າຍຂອງເຮົາ: ພວກເຂົາລ້ວນແລ້ວແຕ່ແຫ່ຂະບວນໄປມາຢູ່ຕໍ່ໜ້າເຮົາ, ເຮັດຕາມຄວາມປະສົງຂອງພວກເຂົາເອງຢູ່ຕໍ່ໜ້າຕໍ່ຕາເຮົາ. ບໍ່ມີແມ່ນແຕ່ຄົນດຽວທ່າມກາງມະນຸດທີ່ດຳລົງຊີວິດຢູ່ເພື່ອເຫັນແກ່ເຮົາ ແລະ ຜົນຕາມມາກໍຄື ການເປັນຢູ່ຂອງມະນຸດຊາດບໍ່ມີຄຸນຄ່າ ຫຼື ບໍ່ມີຄວາມໝາຍ, ອັນເຮັດໃຫ້ມະນຸດດຳລົງຊີວິດຢູ່ໃນຄວາມວ່າງເປົ່າ. ເຖິງຢ່າງນັ້ນກໍຕາມ ມະນຸດຍັງປະຕິເສດທີ່ຈະຕື່ນຂຶ້ນ, ແຕ່ສືບຕໍ່ເປັນກະບົດກັບເຮົາ, ສືບຕໍ່ໃນຄວາມທະນົງຕົວຂອງເຂົາ.
ໃນບັນດາການທົດລອງທີ່ພວກເຂົາໄດ້ຜ່ານພົ້ນ, ມະນຸດບໍ່ເຄີຍເຮັດຫຍັງທີ່ພໍໃຈເຮົາຈັກເທື່ອ. ຍ້ອນຄວາມຊົ່ວຮ້າຍທີ່ໂຫດຮ້າຍຂອງພວກເຂົາ, ມະນຸດຊາດບໍ່ຕັ້ງໃຈທີ່ຈະເປັນພະຍານໃຫ້ກັບພຣະນາມຂອງເຮົາ; ກົງກັນຂ້າມ ພວກເຂົາ “ແລ່ນໄປທາງອື່ນ” ໃນຂະນະທີ່ເພິ່ງພາເຮົາສຳລັບການບໍາລຸງຊີບ. ຫົວໃຈຂອງມະນຸດບໍ່ຫັນເຂົ້າຫາເຮົາທັງໝົດ ແລະ ສະນັ້ນ ຊາຕານຈຶ່ງສ້າງຄວາມເສຍຫາຍແກ່ເຂົາຈົນເຂົາເຕັມໄປດ້ວຍຮອຍບາດແຜຢ່າງໜັກ, ຮ່າງກາຍຂອງເຂົາຄຸມໄປດ້ວຍຄວາມສົກກະປົກ. ແຕ່ມະນຸດຍັງບໍ່ເຂົ້າໃຈວ່າ ສີໜ້າຂອງເຂົາເປັນຕາເບື່ອໜ່າຍຫຼາຍສໍ່າໃດ. ຕະຫຼອດມາ ເຂົາຍັງກາບໄຫວ້ຊາຕານເມື່ອຢູ່ລັບຫຼັງເຮົາ. ຍ້ອນເຫດຜົນນີ້, ເຮົາຈຶ່ງໂຍນມະນຸດລົງສູ່ຂຸມເລິກທີ່ສຸດດ້ວຍຄວາມໂມໂຫ, ເຮັດແບບນັ້ນກໍເພື່ອວ່າ ເຂົາຈະບໍ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະອີກຕໍ່ໄປ. ເຖິງຢ່າງນັ້ນກໍຕາມ ໃນທ່າມກາງສຽງຮ້ອງໄຫ້ທີ່ເປັນຕາໜ້າສົງສານຂອງເຂົາ, ມະນຸດຍັງປະຕິເສດທີ່ຈະປ່ຽນແປງຄວາມຄິດຂອງເຂົາ, ຕັ້ງໃຈທີ່ຈະຕໍ່ຕ້ານເຮົາຈົນເຖິງຈຸດຈົບຢ່າງຂົມຂື່ນ ແລະ ຫວັງຢ່າງດື້ດ້ານເພື່ອຈະກໍ່ກວນຄວາມໂມໂຫຂອງເຮົາ. ເນື່ອງຈາກສິ່ງທີ່ເຂົາໄດ້ເຮັດ, ເຮົາປະຕິບັດຕໍ່ເຂົາດັ່ງຄົນບາບ ແລະ ປະຕິເສດທີ່ຈະໃຫ້ຄວາມອົບອຸ່ນແຫ່ງອ້ອມກອດຂອງເຮົາໃຫ້ກັບເຂົາ. ຕັ້ງແຕ່ຕອນທຳອິດ, ທູດສະຫວັນໄດ້ຮັບໃຊ້ເຮົາ ແລະ ເຊື່ອຟັງເຮົາ ໂດຍບໍ່ປ່ຽນແປງ ຫຼື ຍົກເລີກ, ແຕ່ມະນຸດເຮັດກົງກັນຂ້າມສະເໝີ ຄືກັນກັບວ່າເຂົາບໍ່ໄດ້ມາຈາກເຮົາ, ແຕ່ເກີດມາຈາກຊາຕານ. ທູດສະຫວັນໃນຕໍາແໜ່ງຂອງໃຜລາວລ້ວນແລ້ວແຕ່ອຸທິດຕົນໃຫ້ກັບເຮົາຢ່າງທີ່ສຸດ; ພວກເຂົາບໍ່ແກວ່ງໄກວໂດຍກຳລັງຂອງຊາຕານ ແລະ ພຽງແຕ່ປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອໄດ້ດູດນໍ້ານົມ ແລະ ຖືກບໍາລຸງລ້ຽງດ້ວຍທູດສະຫວັນ, ລູກຊາຍຂອງເຮົາທັງຫຼາຍ ແລະ ປະຊາຊົນຂອງເຮົາລ້ວນແລ້ວແຕ່ເຂັ້ມແຂງ ແລະ ມີສຸຂະພາບດີ, ບໍ່ມີແມ່ນແຕ່ຄົນດຽວໃນບັນດາພວກເຂົາທີ່ອ່ອນແອ ຫຼື ອ່ອນກຳລັງ. ນີ້ແມ່ນການກະທຳຂອງເຮົາ ແລະ ການອັດສະຈັນຂອງເຮົາ. ການລະດົມຍິງປືນໃຫຍ່ຄັ້ງແລ້ວຄັ້ງເລົ່າ ແມ່ນເລີ່ມສະຫຼອງການສ້າງຕັ້ງອານາຈັກຂອງເຮົາ, ທູດສະຫວັນຍ່າງເປັນຈັງຫວະດົນຕີ ແລ້ວມາຢູ່ຕໍ່ໜ້າແທ່ນຂອງເຮົາເພື່ອຍອມຕໍ່ການກວດສອບຂອງເຮົາ, ເພາະຫົວໃຈຂອງພວກເຂົາແມ່ນປາສະຈາກຄວາມບໍ່ບໍລິສຸດ ແລະ ພະທຽມ ແລະ ພວກເຂົາບໍ່ຫຼີກເວັ້ນການກວດສອບຂອງເຮົາ.
ເມື່ອສຽງລົມພາຍຸພັດມາຢ່າງແຮງ, ສະຫວັນກໍດັນລົງມາທັນທີ, ເຮັດໃຫ້ມະນຸດທຸກຄົນຫາຍໃຈບໍ່ອອກ ເພື່ອວ່າພວກເຂົາຈະບໍ່ສາມາດເອີ້ນຫາເຮົາຕາມທີ່ພວກເຂົາຕ້ອງການໄດ້ອີກຕໍ່ໄປ. ມະນຸດທຸກຄົນລົ້ມສະຫຼາຍໂດຍບໍ່ຮູ້ຈັກຕົວເລີຍ. ຕົ້ນໄມ້ແກວ່ງໄກວໄປມາໃນສາຍລົມ, ໄດ້ຍິນສຽງງ່າໄມ້ຫັກຄັ້ງແລ້ວຄັ້ງເລົ່າ ແລະ ໃບໄມ້ແຫ່ວແຫ້ງຖືກປັດເປົ່າໄປໝົດ. ທັນທີໃດ ໂລກກໍຮູ້ສຶກເປົ່າປ່ຽວ ແລະ ໂດດດ່ຽວດຽວດາຍ ແລະ ຜູ້ຄົນກອດຕົນເອງຢ່າງແໜ້ນ ເພື່ອກຽມພ້ອມສຳລັບໄພພິບັດທີ່ເກີດຂຶ້ນລະດູໃບໄມ້ຫຼົ່ນ ທີ່ຈະຟາດໃສ່ພວກເຂົາໄດ້ທຸກເມື່ອ. ນົກທີ່ຢູ່ເທິງພູເຂົາບິນໄປພຸ້ນໄປພີ້ ຄືກັບວ່າຮ້ອງໄຫ້ດ້ວຍຄວາມໂສກເສົ້າໃຫ້ກັບບາງຄົນ; ໃນຖໍ້າພູເຂົາ, ສິງໂຕແຜດສຽງດັງສະນັ້ນ ເຮັດໃຫ້ຜູ້ຄົນຢ້ານກົວດ້ວຍສຽງຈົນໄຂມັນກະດູກຂອງພວກເຂົາແຂງກະດ້າງ, ຢ້ານກົວຈົນຂົນລຸກ ແລະ ເບິ່ງຄືກັບວ່າມີຄວາມຮູ້ສຶກມີລາງຮ້າຍທີ່ສັນຍານບອກເຖິງຈຸດຈົບຂອງມະນຸດຊາດ. ຍ້ອນບໍ່ເຕັມໃຈທີ່ຈະລໍຖ້າຄວາມພໍໃຈຂອງເຮົາໃນການກຳຈັດພວກເຂົາ, ມະນຸດທຸກຄົນອະທິຖານຢ່າງງຽບໆຫາພຣະຜູ້ເປັນເຈົ້າທີ່ມີອໍານາດສູງສຸດຢູ່ໃນສະຫວັນ. ແຕ່ລົມພາຍຸຈະຖືກຂັດຂວາງໂດຍສຽງຟົດນັນຂອງນໍ້າທີ່ຫລັ່ງໄຫຼໃນຫ້ວຍນ້ອຍໄດ້ແນວໃດ? ຢູ່ດີໆ ມັນຈະຖືກເຮັດໃຫ້ຢຸດໂດຍສຽງແຫ່ງການພາວະນາຂອງມະນຸດໄດ້ແນວໃດ? ຄວາມໂມໂຫໃນຫົວໃຈຂອງສຽງຟ້າຮ້ອງຈະຖືກເຮັດໃຫ້ງຽບສະຫງົບໂດຍເຫັນແກ່ຄວາມຂີ້ອາຍຂອງມະນຸດໄດ້ແນວໃດ? ມະນຸດແກວ່ງໄກວໄປມາໃນສາຍລົມ; ເຂົາແລ່ນໄປພຸ້ນໄປພີ້ເພື່ອເຊື່ອງຕົນເອງຈາກຝົນ; ແລະ ທ່າມກາງຄວາມໂມໂຫຂອງເຮົາ, ມະນຸດສັ່ນ ແລະ ເຊັນ, ຢ້ານຢ່າງໜັກວ່າ ເຮົາຈະວາງມືຂອງເຮົາລົງເທິງຮ່າງກາຍຂອງພວກເຂົາ ຄືກັນກັບວ່າເຮົາເປັນປາກກະບອກປືນທີ່ຊີ້ໄປທີ່ໜ້າເອິກຂອງມະນຸດຢູ່ສະເໝີ ແລະ ອີກຄັ້ງ ຄືກັນກັບວ່າເຂົາເປັນສັດຕູຂອງເຮົາ ແລະ ເຂົາຍັງເປັນເພື່ອນຂອງເຮົາ. ມະນຸດບໍ່ເຄີຍຄົ້ນພົບເຈດຕະນາອັນແທ້ຈິງທີ່ເຮົາທີ່ມີຕໍ່ເຂົາ, ບໍ່ເຄີຍເຂົ້າໃຈຈຸດປະສົງທີ່ແທ້ຈິງຂອງເຮົາ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງລ່ວງເກີນເຮົາໂດຍບໍ່ຮູ້ຕົວ; ເຂົາຈຶ່ງຕໍ່ຕ້ານເຮົາຢ່າງບໍ່ຮູ້ຕົວ ແລະ ເຖິງຢ່າງໃດກໍຕາມ ເຂົາຍັງໄດ້ເຫັນເຖິງຄວາມຮັກຂອງເຮົາໂດຍບໍ່ໄດ້ຕັ້ງໃຈເຫັນ. ມັນຍາກສຳລັບມະນຸດທີ່ຈະໄດ້ເຫັນໃບໜ້າຂອງເຮົາໃນທ່າມກາງຄວາມໂມໂຫຂອງເຮົາ. ເຮົາລີ້ລັບໃນກ້ອນເມກສີດຳແຫ່ງຄວາມໃຈຮ້າຍຂອງເຮົາ ແລະ ເຮົາຢືນຢູ່ທ່າມກາງສຽງຟ້າຮ້ອງ, ເໜືອຈັກກະວານທັງປວງເພື່ອສົ່ງມອບຄວາມເມດຕາຂອງເຮົາລົງມາສູ່ມະນຸດ. ເພາະມະນຸດບໍ່ຮູ້ຈັກເຮົາ, ເຮົາບໍ່ຂ້ຽນຕີເຂົາຍ້ອນເຂົາບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ. ໃນສາຍຕາຂອງມະນຸດ, ເຮົາຈົ່ມວ່າກັບຄວາມໂມໂຫຂອງເຮົາຄັ້ງແລ້ວຄັ້ງເລົ່າ, ເຮົາສະແດງຮອຍຍິ້ມຂອງເຮົາຄັ້ງແລ້ວຄັ້ງເລົ່າ, ແຕ່ເຖິງແມ່ນເຂົາເຫັນເຮົາ, ມະນຸດກໍບໍ່ເຄີຍເຫັນອຸປະນິໄສທັງໝົດຂອງເຮົາຢ່າງແທ້ຈິງຈັກເທື່ອ ແລະ ຍັງບໍ່ສາມາດໄດ້ຍິນສຽງແກທີ່ກຶກກ້ອງຢ່າງມ່ວນຫູ, ເພາະວ່າເຂົາໄດ້ເລີ່ມຕາຍດ້ານ ແລະ ໄຮ້ຄວາມຮູ້ສຶກ. ມັນເປັນຄືກັບວ່າພາບຫຼັກຂອງເຮົາມີຢູ່ໃນຄວາມຊົງຈຳຂອງມະນຸດ ແລະ ຮູບຮ່າງຂອງເຮົາຢູ່ໃນຄວາມຄິດຂອງເຂົາ. ເຖິງຢ່າງໃດກໍຕາມ, ຜ່ານຄວາມກ້າວໜ້າຂອງມະນຸດມາຈົນຮອດປັດຈຸບັນນີ້, ບໍ່ເຄີຍມີແມ່ນແຕ່ຄົນດຽວທີ່ໄດ້ເຫັນເຮົາຢ່າງແທ້ຈິງ ເພາະສະໝອງຂອງມະນຸດຂາດເຂີນຫຼາຍເກີນໄປ. ຍ້ອນທຸກສິ່ງທີ່ມະນຸດ “ວິໄຈ” ເຮົາ, ຍ້ອນວິທະຍາສາດຂອງເຂົາໄດ້ຖືກພັດທະນາຢ່າງບໍ່ເໝາະສົມ ການຄົ້ນຄວ້າທາງວິທະຍາສາດຂອງເຂົາກໍຍັງບໍ່ເກີດຜົນຫຍັງເລີຍ. ດ້ວຍເຫດນັ້ນ ເລື່ອງກ່ຽວກັບ “ພາບຫຼັກຂອງເຮົາ” ຈຶ່ງເປັນເລື່ອງວ່າງເປົ່າສະເໝີ ໂດຍບໍ່ມີໃຜຕື່ມຫຍັງໃສ່, ບໍ່ມີໃຜທຳລາຍບັນທຶກສະຖິຕິໂລກ, ເພາະແມ່ນແຕ່ການທີ່ມະນຸດຊາດຍັງຄົງຢືນຢັດໄດ້ໃນປັດຈຸບັນກໍເປັນສິ່ງປອບໂຍນທີ່ບໍ່ສາມາດປະເມີນຄ່າໄດ້ແລ້ວ ໃນທ່າມກາງຄວາມໂຊກຮ້າຍຢ່າງໃຫຍ່ພວກເຂົາ.
ວັນທີ 23 ມີນາ 1992