ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນມະນຸດແມ່ນຜ່ານການປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ສິ່ງນີ້ກ່ຽວພັນກັບພາລະກິດທີ່ພຣະອົງຕັ້ງໃຈຈະເຮັດ. ຍຸກແຫ່ງພຣະຄຸນເລີ່ມຕົ້ນດ້ວຍພຣະນາມຂອງພຣະເຢຊູ. ເມື່ອພຣະເຢຊູເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະວິນຍານບໍລິສຸດກໍເລີ່ມຕົ້ນເປັນພະຍານໃຫ້ກັບພຣະນາມຂອງພຣະເຢຊູ ແລະ ພຣະນາມຂອງພຣະເຢໂຮວາແມ່ນບໍ່ໄດ້ກ່າວເຖິງອີກຕໍ່ໄປ; ກົງກັນຂ້າມ, ພຣະວິນຍານບໍລິສຸດໄດ້ຮັບພາລະກິດໃໝ່ພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄຳພະຍານຂອງຄົນທີ່ເຊື່ອໃນພຣະອົງແມ່ນສຳລັບພຣະເຢຊູຄຣິດ ແລະ ພາລະກິດທີ່ພວກເຂົາກະທຳກໍແມ່ນເພື່ອພຣະເຢຊູຄຣິດ. ການສິ້ນສຸດຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດໝາຍຄວາມວ່າ ພາລະກິດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກນັ້ນໄດ້ສິ້ນສຸດລົງແລ້ວ. ຕັ້ງແຕ່ນີ້ເປັນຕົ້ນໄປ ພຣະນາມຂອງພຣະເຈົ້າກໍຈະບໍ່ແມ່ນພຣະເຢໂຮວາອີກຕໍ່ໄປ; ກົງກັນຂ້າມ ພຣະອົງຈະຖືກເອີ້ນວ່າ ພຣະເຢຊູ ແລະ ຈາກນີ້ເປັນຕົ້ນໄປ ພຣະວິນຍານບໍລິສຸດກໍເລີ່ມຕົ້ນພາລະກິດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ສະນັ້ນ ຫຼາຍຄົນທີ່ຍັງກິນ ແລະ ດື່ມພຣະທຳຂອງພຣະເຢໂຮວາ ແລະ ຍັງຄົງປະຕິບັດທຸກສິ່ງຕາມພາລະກິດໃນຍຸກແຫ່ງພຣະບັນຍັດ, ເຈົ້າບໍ່ໄດ້ຫຼັບຫູຫຼັບຕາປະຕິບັດຕາມກົດລະບຽບບໍ? ເຈົ້າບໍ່ໄດ້ຍຶດຕິດຢູ່ໃນອະດີດບໍ? ບັດນີ້ ພວກເຈົ້າຮູ້ວ່າ ຍຸກສຸດທ້າຍໄດ້ມາເຖິງແລ້ວ. ເປັນໄປໄດ້ບໍ່ວ່າ ເມື່ອພຣະເຢຊູກັບມາ, ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູ? ພຣະເຢໂຮວາບອກກັບປະຊາຊົນອິດສະຣາເອນວ່າ ພຣະເມຊີອາຈະກັບມາ ແລະ ເຖິງຢ່າງໃດກໍຕາມ ເມື່ອພຣະອົງກັບມາ ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເມຊີອາ ແຕ່ແມ່ນພຣະເຢຊູ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາອີກຄັ້ງ ແລະ ພຣະອົງຈະມາເໝືອນກັບທີ່ພຣະອົງໄດ້ຈາກໄປ. ສິ່ງເຫຼົ່ານີ້ແມ່ນພຣະທຳຂອງພຣະເຢຊູ, ແຕ່ເຈົ້າໄດ້ເຫັນເຖິງວິທີທີ່ພຣະເຢຊູຈາກໄປບໍ? ພຣະເຢຊູຈາກໄປໂດຍຂີ່ເມກສີຂາວ, ແຕ່ເປັນໄປໄດ້ບໍວ່າ ພຣະອົງຈະກັບຄືນມາທ່າມກາງມະນຸດເທິງເມກສີຂາວ? ຖ້າເປັນແບບນັ້ນ, ພຣະອົງກໍຈະບໍ່ຖືກເອີ້ນວ່າ ພຣະເຢຊູອີກຢູ່ບໍ? ເມື່ອພຣະເຢຊູກັບມາອີກຄັ້ງ, ຍຸກກໍຈະຖືກປ່ຽນແປງແລ້ວ, ສະນັ້ນ ພຣະອົງຍັງຈະຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ເປັນຍ້ອນວ່າ ພຣະເຈົ້າສາມາດຮູ້ຈັກພຽງແຕ່ໃນນາມຂອງພຣະເຢຊູເທົ່ານັ້ນບໍ? ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໃນຍຸກໃໝ່ບໍ? ລັກສະນະຂອງບຸກຄົນໜຶ່ງ ແລະ ຊື່ຂອງບຸກຄົນໃດໜຶ່ງສາມາດເປັນຕົວແທນທັງໝົດໃຫ້ກັບພຣະເຈົ້າໄດ້ບໍ? ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ພຣະອົງຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ. ໃນເວລາສຸດທ້າຍຂອງຍຸກແຫ່ງພຣະຄຸນ, ເຊິ່ງເປັນການເລີ່ມເປີດຍຸກສຸດທ້າຍຂຶ້ນ. ຕອນນັ້ນພຣະເຢຊູແມ່ນໄດ້ຜ່ານໄປແລ້ວ. ແລ້ວພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູໄດ້ແນວໃດ? ພຣະອົງຍັງຈະປາກົດຕົວໃນຮູບຮ່າງຂອງພຣະເຢຊູທ່າມກາງມະນຸດໄດ້ແນວໃດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງປະຊາຊົນຂອງເມືອງນາຊາເຣັດ? ເຈົ້າລືມໄປແລ້ວບໍວ່າ ພຣະເຢຊູເປັນພຽງພຣະຜູ້ໄຖ່ຂອງມະນຸດຊາດເທົ່ານັ້ນ? ພຣະອົງຈະສາມາດຮັບພາລະກິດແຫ່ງການເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນໃນຍຸກສຸດທ້າຍໄດ້ແນວໃດ? ພຣະເຢຊູຈາກໄປເທິງເມກສີຂາວແລ້ວ, ນີ້ແມ່ນຄວາມຈິງ, ດັ່ງນັ້ນ ພຣະອົງຈະກັບຄືນມາເທິງເມກສີຂາວທ່າມກາງມະນຸດ ແລະ ຍັງຖືກເອີ້ນວ່າ ພຣະເຢຊູໄດ້ແນວໃດ? ຖ້າພຣະອົງກັບມາເທິງກ້ອນເມກແທ້ໆ, ເຫດໃດມະນຸດຈຶ່ງບໍ່ຈື່ພຣະອົງເລີຍ? ຜູ້ຄົນທົ່ວໂລກຈະບໍ່ຈື່ພຣະອົງບໍ? ໃນກໍລະນີນັ້ນ, ພຣະເຢຊູຈະບໍ່ແມ່ນພຣະເຈົ້າພຽງອົງດຽວບໍ? ໃນກໍລະນີນັ້ນ, ລັກສະນະຂອງພຣະເຈົ້າກໍຈະເປັນຮູບຮ່າງຂອງຊາວຢິວ ແລະ ຍິ່ງໄປກວ່ານັ້ນ ພຣະອົງກໍຈະເປັນແບບເກົ່າຕະຫຼອດໄປ. ພຣະເຢຊູກ່າວວ່າ ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ, ແຕ່ເຈົ້າຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະອົງບໍ? ເປັນໄປໄດ້ບໍ ທີ່ພຣະອົງໄດ້ ບອກກຸ່ມຂອງພວກເຈົ້າ? ສິ່ງດຽວທີ່ເຈົ້າຮູ້ກໍ່ຄື ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ ໂດຍຂີ່ເທິງເມກສີຂາວ, ແຕ່ເຈົ້າບໍ່ຮູ້ວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢ່າງແທ້ຈິງ. ຖ້າເຈົ້າສາມາດເຂົ້າໃຈທຸກສິ່ງຢ່າງແທ້ຈິງ, ແລ້ວເຈົ້າຈະອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້ນັ້ນແນວໃດ? ພຣະອົງກ່າວວ່າ: ເມື່ອບຸດມະນຸດກັບມາໃນຍຸກສຸດທ້າຍ, ພຣະອົງເອງກໍຈະບໍ່ຮູ້, ທູດສະຫວັນກໍຈະບໍ່ຮູ້, ຜູ້ສົ່ງຂ່າວໃນສະຫວັນກໍຈະບໍ່ຮູ້ ແລະ ມະນຸດທັງປວງກໍຈະບໍ່ຮູ້. ມີພຽງແຕ່ພຣະບິດາເທົ່ານັ້ນທີ່ຈະຮູ້ ນັ້ນກໍຄື ມີພຽງແຕ່ພຣະວິນຍານເທົ່ານັ້ນທີ່ຈະຮູ້. ແມ່ນແຕ່ບຸດມະນຸດເອງກໍຍັງບໍ່ຮູ້, ແຕ່ເຈົ້າສາມາດເຫັນ ແລະ ຮູ້ໄດ້ແນວໃດ? ຖ້າເຈົ້າສາມາດຮູ້ ແລະ ເຫັນດ້ວຍຕາຂອງເຈົ້າເອງ, ພຣະທຳເຫຼົ່ານີ້ທີ່ຖືກກ່າວໄວ້ກໍຈະບໍ່ມີປະໂຫຍດຫຍັງບໍ? ແລ້ວພຣະເຢຊູໄດ້ກ່າວໄວ້ແນວໃດໃນເວລານັ້ນ? “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ. ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ... ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ”. ເມື່ອເວລານັ້ນມາເຖິງ, ບຸດມະນຸດເອງກໍຈະບໍ່ຮູ້ເຊັ່ນກັນ. ບຸດມະນຸດໝາຍເຖິງເນື້ອໜັງຂອງພຣະເຈົ້າທີ່ຊົງບັງເກີດເປັນມະນຸດ, ເປັນບຸກຄົນທີ່ທຳມະດາ ແລະ ສາມັນ. ແມ່ນແຕ່ບຸດມະນຸດຍັງບໍ່ຮູ້, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ພຣະເຢຊູກ່າວວ່າ ພຣະອົງຈະສະເດັດມາເໝືອນກັບທີ່ພຣະອົງຈາກໄປ. ເມື່ອພຣະອົງກັບມາ, ແມ່ນແຕ່ພຣະອົງເອງກໍຍັງບໍ່ຮູ້, ແລ້ວພຣະອົງຈະແຈ້ງໃຫ້ເຈົ້າຮູ້ລ່ວງໜ້າໄດ້ແນວໃດ? ເຈົ້າສາມາດເຫັນການມາເຖິງຂອງພຣະອົງບໍ? ແລ້ວນັ້ນບໍ່ແມ່ນເລື່ອງຕະຫຼົກບໍ? ແຕ່ລະຄັ້ງທີ່ພຣະເຈົ້າສະເດັດມາສູ່ແຜ່ນດິນໂລກ, ພຣະອົງປ່ຽນພຣະນາມຂອງພຣະອົງ, ເພດຂອງພຣະອົງ, ລັກສະນະຂອງພຣະອົງ ແລະ ພາລະກິດຂອງພຣະອົງ; ພຣະອົງບໍ່ເຮັດຊໍ້າພາລະກິດຂອງພຣະອົງ. ພຣະອົງເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງຖືກເອີ້ນວ່າ ພຣະເຢຊູ; ແລ້ວພຣະອົງຈະຍັງສາມາດຖືກເອີ້ນວ່າ ພຣະເຢຊູ ໃນການສະເດັດມາຂອງພຣະອົງໃນຄັ້ງນີ້ໄດ້ບໍ? ເມື່ອພຣະອົງມາກ່ອນໜ້ານີ້, ພຣະອົງເປັນຜູ້ຊາຍ; ແລ້ວພຣະອົງຈະສາມາດເປັນຜູ້ຊາຍໃນເທື່ອນີ້ໄດ້ອີກບໍ? ພາລະກິດຂອງພຣະອົງໃນເວລາທີ່ພຣະອົງສະເດັດມາໃນລະຫວ່າງຍຸກແຫ່ງພຣະຄຸນນັ້ນ ແມ່ນການຖືກຄຶງເທິງໄມ້ກາງແຂນ; ເມື່ອພຣະອົງສະເດັດມາອີກຄັ້ງ, ພຣະອົງຈະຍັງໄຖ່ມະນຸດຊາດອອກຈາກຄວາມຜິດບາບບໍ? ພຣະອົງຈະຖືກຄຶງເທິງໄມ້ກາງແຂນອີກຄັ້ງບໍ? ແລ້ວນັ້ນຈະບໍ່ເປັນການເຮັດຊໍ້າພາລະກິດຂອງພຣະອົງບໍ? ເຈົ້າບໍ່ຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ມີຄົນເວົ້າວ່າ ພຣະເຈົ້າບໍ່ສາມາດປ່ຽນແປງໄດ້. ສິ່ງນັ້ນແມ່ນຖືກຕ້ອງ, ແຕ່ມັນໝາຍເຖິງການບໍ່ປ່ຽນແປງຂອງອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ. ການປ່ຽນແປງຊື່ ແລະ ພາລະກິດຂອງພຣະອົງ ບໍ່ໄດ້ໝາຍຄວາມວ່າ ແກ່ນແທ້ຂອງພຣະອົງໄດ້ປ່ຽນໄປ; ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າກໍຍັງເປັນພຣະເຈົ້າຢູ່ສະເໝີ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະສາມາດສຳເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໄດ້ບໍ? ເຈົ້າຮູ້ແຕ່ວ່າພຣະເຈົ້າບໍ່ປຽນແປງຕະຫຼອດໄປ, ແຕ່ເຈົ້າຮູ້ບໍວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ? ຖ້າພາລະກິດຂອງພຣະເຈົ້າບໍ່ປ່ຽນແປງ, ແລ້ວພຣະອົງຈະນໍາພາມະນຸດຊາດທັງໝົດມາເຖິງປັດຈຸບັນໄດ້ແນວໃດ? ຖ້າພຣະເຈົ້າບໍ່ປ່ຽນແປງ, ແລ້ວເປັນຫຍັງພຣະອົງຈຶ່ງສຳເລັດພາລະກິດຂອງສອງຍຸກໄດ້? ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າ, ເຊິ່ງເວົ້າໄດ້ວ່າ ອຸປະນິໄສຂອງພຣະອົງຖືກເປີດເຜີຍໃຫ້ກັບມະນຸດເທື່ອລະໜ້ອຍ ແລະ ສິ່ງທີ່ຖືກເປີດເຜີຍແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ. ໃນຕອນເລີ່ມຕົ້ນ, ອຸປະນິໄສຂອງພຣະອົງຖືກເຊື່ອງຊ້ອນຈາກມະນຸດ, ພຣະອົງບໍ່ເຄີຍເປີດເຜີຍອຸປະນິໄສຂອງພຣະອົງໃຫ້ມະນຸດເຫັນຈັກເທື່ອ ແລະ ມະນຸດບໍ່ມີຄວາມຮູ້ກ່ຽວກັບພຣະອົງເລີຍ. ດ້ວຍເຫດນີ້, ພຣະອົງຈຶ່ງໃຊ້ພາລະກິດຂອງພຣະອົງເພື່ອເປີດເຜີຍອຸປະນິໄສຂອງພຣະອົງໃຫ້ກັບມະນຸດເທື່ອລະໜ້ອຍ, ແຕ່ການປະຕິບັດພາລະກິດໃນລັກສະນະນີ້ບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າຈະປ່ຽນໄປໃນແຕ່ລະຍຸກ. ມັນບໍ່ແມ່ນກໍລະນີທີ່ວ່າ ອຸປະນິໄສຂອງພຣະເຈົ້າປ່ຽນແປງຢູ່ຕະຫຼອດ ຍ້ອນວ່າ ຄວາມປະສົງຂອງພຣະອົງປ່ຽນແປງຢູ່ສະເໝີ. ກົງກັນຂ້າມ, ມັນເປັນຍ້ອນວ່າ ຍຸກແຫ່ງພາລະກິດຂອງພຣະອົງແຕກຕ່າງກັນ, ພຣະເຈົ້ານໍາອຸປະນິໄສໂດຍທຳມະຊາດຂອງພຣະອົງທັງໝົດ ແລະ ເປີດເຜີຍສິ່ງນັ້ນໃຫ້ມະນຸດເຫັນເທື່ອລະຂັ້ນຕອນ, ເພື່ອມະນຸດຈະໄດ້ຮູ້ຈັກພຣະອົງ. ແຕ່ສິ່ງນີ້ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສໂດຍສະເພາະ ມາແຕ່ດັ່ງເດີມ ຫຼືວ່າ ອຸປະນິໄສຂອງພຣະອົງໄດ້ປ່ຽນໄປຕາມຍຸກສະໄໝ, ການເຂົ້າໃຈແບບນັ້ນແມ່ນເປັນການເຂົ້າໃຈຜິດ. ພຣະເຈົ້າ ເປີດເຜີຍອຸປະນິໄສໂດຍທຳມະຊາດ ແລະ ສະເພາະຂອງພຣະອົງໃຫ້ກັບມະນຸດ ນັ້ນກໍຄື ສິ່ງທີ່ພຣະອົງ ເປັນຕາມຍຸກຕ່າງໆທີ່ຜ່ານໄປ; ພາລະກິດຂອງແຕ່ລະຍຸກ ບໍ່ສາມາດສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ” ກໍໝາຍເຖິງພາລະກິດຂອງພຣະອົງ ແລະ ພຣະທຳທີ່ວ່າ “ພຣະເຈົ້າບໍ່ປ່ຽນແປງ” ໝາຍເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນໂດຍທຳມະຊາດ. ຢ່າງໃດກໍຕາມ ເຈົ້າບໍ່ສາມາດເຮັດໃຫ້ພາລະກິດຫົກພັນປີຂຶ້ນຢູ່ກັບຈຸດໜຶ່ງດຽວ ຫຼື ຈຳກັດມັນດ້ວຍຄຳເວົ້າທີ່ຕາຍແລ້ວ. ສິ່ງດັ່ງກ່າວເປັນຄວາມໂງ່ຈ້າຂອງມະນຸດ. ພຣະເຈົ້າບໍ່ໄດ້ງ່າຍຕາມທີ່ມະນຸດຈິນຕະນາການ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ຄ້າງຢູ່ໃນຍຸກໃດໜຶ່ງ. ຕົວຢ່າງ ພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຈົ້າຕະຫຼອດໄປ; ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງພາຍໃຕ້ພຣະນາມຂອງພຣະເຢຊູເຊັ່ນດຽວກັນ. ສິ່ງນີ້ສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າກ້າວໜ້າໄປຂ້າງໜ້າຢູ່ຫສະເໝີ.

ພຣະເຈົ້າກໍເປັນພຣະເຈົ້າຢູ່ສະເໝີ ແລະ ພຣະອົງຈະບໍ່ກາຍມາເປັນຊາຕານຈັກເທື່ອ; ຊາຕານກໍເປັນຊາຕານຢູ່ສະເໝີ ແລະ ມັນຈະບໍ່ກາຍມາເປັນພຣະເຈົ້າຈັກເທື່ອ. ສະຕິປັນຍາຂອງພຣະເຈົ້າ, ຄວາມອັດສະຈັນຂອງພຣະເຈົ້າ, ຄວາມຊອບທຳຂອງພຣະເຈົ້າ ແລະ ຄວາມສະຫງ່າງາມຂອງພຣະເຈົ້າຈະບໍ່ປ່ຽນແປງຈັກເທື່ອ. ທາດແທ້ຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນຈະບໍ່ປ່ຽນແປງຈັກເທື່ອ. ແຕ່ວ່າ ສຳລັບພາລະກິດຂອງພຣະອົງແລ້ວ ແມ່ນພັດທະນາໄປຂ້າງໜ້າຢູ່ສະເໝີ ແລະ ລົງເລິກເຂົ້າໄປເລື້ອຍໆ ຍ້ອນວ່າ ພຣະອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ໃນແຕ່ລະຍຸກພຣະເຈົ້ານໍາໃຊ້ພຣະນາມໃໝ່, ໃນແຕ່ລະຍຸກພຣະອົງປະຕິບັດພາລະກິດໃໝ່ ແລະ ໃນແຕ່ລະຍຸກພຣະອົງຍອມໃຫ້ສິ່ງເນລະມິດສ້າງຂອງພຣະອົງເຫັນເຖິງຄວາມປະສົງໃໝ່ ແລະ ອຸປະນິໄສໃໝ່ຂອງພຣະອົງ. ໃນຍຸກໃໝ່ນັ້ນ ຖ້າຜູ້ຄົນບໍ່ສາມາດເຫັນເຖິງການສຳແດງອອກແຫ່ງອຸປະນິໄສໃໝ່ຂອງພຣະເຈົ້າ, ພວກເຂົາຈະບໍ່ຄຶງພຣະອົງເທິງໄມ້ກາງແຂນຕະຫຼອດໄປບໍ? ແລ້ວການເຮັດແບບນັ້ນ, ພວກເຂົາຈະບໍ່ຄັດຄ້ານພຣະເຈົ້າບໍ? ຖ້າພຣະເຈົ້າ ສະເດັດມາເປັນມະນຸດໃນເພດຊາຍເທົ່ານັ້ນ, ຜູ້ຄົນກໍຈະຈຳກັດພຣະອົງເປັນຜູ້ຊາຍ, ເປັນພຣະເຈົ້າຂອງຜູ້ຊາຍ ແລະ ຈະບໍ່ເຊື່ອວ່າພຣະອົງເປັນພຣະເຈົ້າຂອງຜູ້ຍິງ. ແລ້ວຜູ້ຊາຍກໍຈະຖືວ່າ ພຣະເຈົ້າມີເພດດຽວກັນກັບຜູ້ຊາຍ, ພຣະເຈົ້າເປັນຫົວໜ້າຂອງຜູ້ຊາຍ, ແລ້ວຜູ້ຍິງເດ? ສິ່ງນີ້ບໍ່ຍຸຕິທຳເລີຍ; ມັນບໍ່ແມ່ນເປັນການປະຕິບັດແບບລຳອຽງບໍ? ຖ້າເປັນແບບນັ້ນ, ແລ້ວທຸກຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນກໍຈະເປັນຜູ້ຊາຍຄືກັນກັບພຣະອົງ ແລະ ບໍ່ມີຜູ້ຍິງແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ເມື່ອພຣະເຈົ້າ ສ້າງມະນຸດຊາດ, ພຣະອົງສ້າງອາດາມ ແລະ ພຣະອົງສ້າງເອວາ. ພຣະອົງບໍ່ພຽງແຕ່ສ້າງອາດາມ, ແຕ່ສ້າງທັງຜູ້ຊາຍ ແລະ ຜູ້ຍິງ ໃນພາບຫຼັກຂອງພຣະອົງ. ພຣະເຈົ້າບໍ່ໄດ້ເປັນພຽງແຕ່ພຣະເຈົ້າຂອງຜູ້ຊາຍ, ພຣະອົງຍັງເປັນພຣະເຈົ້າຂອງຜູ້ຍິງ. ພຣະເຈົ້າໄດ້ເຂົ້າສູ່ຂັ້ນຕອນໃໝ່ຂອງພາລະກິດໃນຍຸກສຸດທ້າຍ. ພຣະອົງຈະເປີດເຜີຍອຸປະນິໄສຂອງພຣະອົງຫຼາຍຍິ່ງຂຶ້ນ ແລະ ມັນຈະບໍ່ແມ່ນຄວາມເມດຕາ ແລະ ຄວາມຮັກແບບໃນຍຸກຂອງພຣະເຢຊູ. ໃນປັດຈຸບັນ ຍ້ອນພຣະອົງມີພາລະກິດໃໝ່ ແລະ ພາລະກິດໃໝ່ນີ້ຈະມາພ້ອມກັບອຸປະນິໄສໃໝ່. ສະນັ້ນ, ຖ້າພາລະກິດນີ້ຖືກກະທຳໂດຍພຣະວິນຍານ ນັ້ນກໍຄື ຖ້າພຣະເຈົ້າບໍ່ໄດ້ມາເປັນມະນຸດ ແລະ ກົງກັນຂ້າມ ພຣະວິນຍານກ່າວໂດຍກົງຜ່ານທາງສຽງຟ້າຮ້ອງ ຈົນມະນຸດບໍ່ມີຫົນທາງທີ່ຈະພົບພໍ້ກັບພຣະອົງ, ມະນຸດຈະສາມາດຮູ້ຈັກເຖິງອຸປະນິໄສຂອງພຣະອົງໄດ້ບໍ? ຖ້າເປັນພຽງພຣະວິນຍານເທົ່ານັ້ນທີ່ປະຕິບັດພາລະກິດ, ແລ້ວມະນຸດກໍຈະບໍ່ມີຫົນທາງທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້. ຜູ້ຄົນພຽງແຕ່ສາມາດເຫັນອຸປະນິໄສຂອງພຣະເຈົ້າດ້ວຍຕາຂອງພວກເຂົາເອງເມື່ອພຣະອົງກາຍມາເປັນມະນຸດ, ເມື່ອພຣະທຳປາກົດໃນເນື້ອໜັງ ແລະ ພຣະອົງ ສຳແດງອຸປະນິໄສທັງໝົດຂອງພຣະອົງຜ່ານທາງເນື້ອໜັງ. ພຣະເຈົ້າດຳລົງຊີວິດທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງສາມາດຈັບຕ້ອງໄດ້; ມະນຸດສາມາດສໍາຜັດກັບອຸປະນິໄສຂອງພຣະອົງໄດ້ຢ່າງແທ້ຈິງ, ສໍາຜັດກັບສິ່ງທີ່ພຣະອົງມີ ແລະ ເປັນ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະຮຽນຮູ້ຈັກພຣະອົງຢ່າງແທ້ຈິງ. ໃນເວລານັ້ນ, ພຣະເຈົ້າໄດ້ ສຳເລັດພາລະກິດ ທີ່ “ພຣະເຈົ້າເປັນພຣະເຈົ້າຂອງຜູ້ຊາຍ ແລະ ເປັນພຣະເຈົ້າຂອງຜູ້ຍິງ” ແລະ ສຳເລັດພາລະກິດທັງໝົດຂອງພຣະອົງທີ່ຢູ່ໃນເນື້ອໜັງ. ພຣະອົງບໍ່ ປະຕິບັດພາລະກິດດັ່ງກ່າວຄືນໃໝ່ໃນຍຸກໃດກໍຕາມ. ຍ້ອນຍຸກສຸດທ້າຍໄດ້ມາເຖິງແລ້ວ, ພຣະອົງຈະປະຕິບັດພາລະກິດທີ່ພຣະອົງຈະກະທຳໃນຍຸກສຸດທ້າຍ ແລະ ເປີດເຜີຍອຸປະນິໄສທັງໝົດຂອງພຣະອົງໃນຍຸກສຸດທ້າຍ. ເວົ້າເຖິງຍຸກສຸດທ້າຍ, ນັ້ນໝາຍເຖິງຍຸກອື່ນ ເຊິ່ງເປັນຍຸກທີ່ພຣະເຢຊູກ່າວວ່າ ພວກເຈົ້າຈະປະສົບກັບໄພພິບັດຢ່າງແນ່ນອນ ແລະ ປະສົບກັບແຜ່ນດິນໄຫວ, ຄວາມອຶດຫີວ ແລະ ໂລກລະບາດຕ່າງໆ ເຊິ່ງຄໍາກ່າວນັ້ນແມ່ນສະແດງເຖິງຍຸກໃໝ່ ແລະ ບໍ່ແມ່ນຍຸກແຫ່ງພຣະຄຸນທີ່ເປັນຍຸກເກົ່າອີກຕໍ່ໄປ. ລອງສົມມຸດວ່າ ຕາມທີ່ຜູ້ຄົນເວົ້າ ພຣະເຈົ້າບໍ່ປ່ຽນແປງຕະຫຼອດໄປ, ອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກຢູ່ສະເໝີ, ພຣະອົງ ຮັກມະນຸດເໝືອນກັບພຣະອົງເອງ ແລະ ພຣະອົງ ມອບຄວາມລອດພົ້ນໃຫ້ກັບມະນຸດທຸກຄົນ ແລະ ບໍ່ເຄີຍກຽດຊັງມະນຸດເລີຍ, ແລ້ວພາລະກິດຂອງພຣະອົງຈະມາເຖິງຈຸດສິ້ນສຸດໄດ້ແນວໃດ? ເມື່ອພຣະເຢຊູ ສະເດັດມາ ແລະ ຖືກຄຶງເທິງໄມ້ກາງແຂນ, ສະຫຼະຕົວພຣະອົງເອງໃຫ້ກັບຄົນບາບທັງປວງ ແລະ ຖວາຍພຣະອົງເອງເທິງແທ່ນບູຊາ, ພຣະອົງແມ່ນໄດ້ສຳເລັດພາລະກິດແຫ່ງການໄຖ່ບາບມະນຸດແລ້ວ ແລະ ໄດ້ນໍາຍຸກແຫ່ງພຣະຄຸນມາເຖິງຈຸດສິ້ນສຸດ. ສະນັ້ນ ແມ່ນຫຍັງຈະເປັນເປົ້າໝາຍຂອງການເຮັດພາລະກິດຂອງຍຸກນັ້ນຊໍ້າໃນຍຸກສຸດທ້າຍ? ການເຮັດສິ່ງດຽວກັນຈະບໍ່ແມ່ນການປະຕິເສດພາລະກິດຂອງພຣະເຢຊູບໍ? ຖ້າພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ກ່ອນທີ່ພຣະອົງສະເດັດມາໃນຂັ້ນຕອນນີ້ ແລ້ວຍັງຄົງເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ, ແລ້ວພຣະອົງຈະສາມາດນໍາຍຸກນັ້ນມາເຖິງຈຸດສິ້ນສຸດໄດ້ແນວໃດ? ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກແບ່ງແຍກອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກແບ່ງແຍກຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍຂອງຍຸກດັ່ງກ່າວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສ່ຳໃດກໍຕາມ, ບໍ່ມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ: ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນັ້ນ, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້? ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດແບ່ງແຍກມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

ພາລະກິດຂອງພຣະເຈົ້າຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງແມ່ນຊັດເຈນຢ່າງສົມບູນ ນັ້ນກໍຄື: ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍກໍແມ່ນຍຸກສຸດທ້າຍ. ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຍຸກ, ຍ້ອນໃນແຕ່ລະຍຸກນັ້ນ ພຣະເຈົ້າປະຕິບັດພາລະກິດເປັນຕົວແທນຂອງຍຸກນັ້ນໆ. ເພື່ອໃຫ້ພາລະກິດແຫ່ງຍຸກສຸດທ້າຍນັ້ນສຳເລັດລົງ, ຈຳເປັນຕ້ອງມີການເຜົາໄໝ້, ການພິພາກພາກ, ການຂ້ຽນຕີ, ຄວາມໂກດຮ້າຍ ແລະ ການທຳລາຍລ້າງເພື່ອນໍາຍຸກໄປສູ່ຈຸດສິ້ນສຸດ, ຍຸກສຸດທ້າຍໝາຍເຖິງຊ່ວງເວລາສຸດທ້າຍ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຈະບໍ່ນໍາຍຸກນັ້ນໄປສູ່ຈຸດສິ້ນສຸດບໍ? ເພື່ອສິ້ນສຸດຍຸກ, ພຣະເຈົ້າຕ້ອງນໍາການຂ້ຽນຕີ ແລະ ການພິພາກສາມາພ້ອມກັບພຣະອົງ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງຈະສາມາດນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດໄດ້. ເປົ້າໝາຍຂອງພຣະເຢຊູແມ່ນເພື່ອໃຫ້ມະນຸດສືບຕໍ່ເອົາຕົວລອດ, ດຳລົງຊີວິດຕໍ່ໄປ ແລະ ເພື່ອເຂົາອາດຈະມີຊີວິດຢູ່ໃນລັກສະນະທີ່ດີກວ່າເກົ່າ. ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ ເພື່ອເຂົາຈະບໍ່ເປັນຄົນຊົ່ວຊ້າ ແລະ ບໍ່ດຳລົງຊີວິດຢູ່ໃນແດນມໍລະນາ ແລະ ນາລົກອີກຕໍ່ໄປ ແລະ ໂດຍການຊ່ວຍມະນຸດໃຫ້ພົ້ນຈາກແດນມໍລະນາ ແລະ ນາລົກ, ພຣະເຢຊູເຮັດໃຫ້ມະນຸດສືບຕໍ່ດຳລົງຊີວິດຕໍ່ໄປ. ບັດນີ້, ຍຸກສຸດທ້າຍໄດ້ມາເຖິງແລ້ວ. ພຣະເຈົ້າຈະທຳລາຍລ້າງມະນຸດ ແລະ ທຳລາຍມະນຸດຊາດຢ່າງບໍລິບູນ ນັ້ນກໍຄື ພຣະອົງຈະປ່ຽນແປງແນວຄິດກະບົດຂອງມະນຸດຊາດ. ດ້ວຍເຫດຜົນນີ້, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ພຣະເຈົ້າສິ້ນສຸດຍຸກນັ້ນ ຫຼື ສໍາເລັດແຜນການຄຸ້ມຄອງຫົກພັນປີຂອງພຣະອົງໂດຍອຸປະນິໄສທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກໃນອະດີດ. ແຕ່ລະຍຸກເປັນຈຸດເດັ່ນພິເສດໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າ ແລະ ແຕ່ລະຍຸກກໍມີພາລະກິດທີ່ພຣະເຈົ້າຄວນກະທຳ. ສະນັ້ນ, ພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງໃນແຕ່ລະຍຸກຈຶ່ງມີການສະແດງອອກເຖິງອຸປະນິໄສທີ່ແທ້ຈິງຂອງພຣະອົງ ແລະ ທັງພຣະນາມ ແລະ ພາລະກິດທີ່ພຣະເຈົ້າ ກະທຳກໍປ່ຽນແປງໄປຕາມຍຸກ, ທຸກສິ່ງເປັນສິ່ງທີ່ໃໝ່ທັງໝົດ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພາລະກິດແຫ່ງການນໍາພາມະນຸດແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາ ແລະ ພ້ອມດຽວກັນນັ້ນ ພາລະກິດຂັ້ນຕອນທຳອິດກໍຖືກລິເລີ່ມຂຶ້ນເທິງແຜ່ນດິນໂລກ. ໃນຂັ້ນຕອນນີ້, ພາລະກິດໄດ້ປະກອບດ້ວຍການສ້າງພຣະວິຫານ ແລະ ແທ່ນບູຊາ ແລະ ການນໍາໃຊ້ກົດໝາຍເພື່ອນໍາພາປະຊາຊົນອິດສະຣາເອນ ແລະ ເພື່ອປະຕິບັດພາລະກິດທ່າມກາງພວກເຂົາ. ການນໍາພາປະຊາຊົນອິດສະຣາເອນ, ພຣະອົງໄດ້ເລີ່ມຕົ້ນສ້າງພື້ນຖານສຳລັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ. ຈາກພື້ນຖານນີ້, ພຣະອົງຂະຫຍາຍພາລະກິດຂອງພຣະອົງນອກເໜືອອິດສະຣາເອນ ເຊິ່ງເວົ້າໄດ້ວ່າ ເລີ່ມຕົ້ນຈາກອິດສະຣາເອນ ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກ ເພື່ອຄົນຮຸ່ນຕໍ່ມາຈຶ່ງໄດ້ຄ່ອຍໆຮຽນຮູ້ວ່າ ພຣະເຢໂຮວາເປັນພຣະເຈົ້າ ແລະ ພຣະເຢໂຮວາຄືຜູ້ທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທັງປວງ ແລະ ພຣະເຢໂຮວາເອງເປັນຜູ້ສ້າງສິ່ງຊົງສ້າງທັງປວງ. ພຣະອົງຂະຫຍາຍພາລະກິດຂອງພຣະອົງອອກໄປທາງນອກຜ່ານທາງປະຊາຊົນອິດສະຣາເອນ. ດິນແດນອິດສະຣາເອນແມ່ນສະຖານທີ່ສັກສິດແຫ່ງທຳອິດຂອງພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ ແລະ ຢູ່ໃນດິນແດນອິດສະຣາເອນນີ້ເອງທີ່ພຣະເຈົ້າສະເດັດໄປປະຕິບັດພາລະກິດເທິງແຜ່ນດິນໂລກ. ນັ້ນແມ່ນພາລະກິດໃນຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກພຣະຄຸນແລ້ວ, ພຣະເຢຊູ ເປັນພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ. ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຄວາມກະລຸນາ, ຄວາມຮັກ, ຄວາມເມດຕາ, ຄວາມອົດກັ້ນ, ຄວາມອົດທົນ, ຄວາມຖ່ອມຕົນ, ຄວາມເປັນຫ່ວງ ແລະ ການໂຍະຍານ ແລະ ພາລະກິດຫຼາຍຢ່າງທີ່ພຣະອົງປະຕິບັດແມ່ນເພື່ອເຫັນແກ່ການໄຖ່ບາບຂອງມະນຸດ. ອຸປະນິໄສຂອງພຣະອົງແມ່ນຄວາມເມດຕາ ແລະ ຄວາມຮັກ ແລະ ຍ້ອນພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ, ພຣະອົງຈຶ່ງຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ ເພື່ອສະແດງວ່າ ພຣະເຈົ້າຮັກມະນຸດເໝືອນກັບພຣະອົງເອງ ຮັກຫຼາຍຈົນພຣະອົງຍອມຖວາຍຕົວພຣະອົງເອງທັງໝົດ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະນາມຂອງພຣະເຈົ້າແມ່ນພຣະເຢຊູ, ເວົ້າໄດ້ວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊ່ວຍມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ. ພຣະເຈົ້າຢູ່ກັບມະນຸດ. ຄວາມຮັກຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງຕິດຕາມມະນຸດທຸກຄົນ. ມີພຽງແຕ່ການຍອມຮັບພຣະນາມຂອງພຣະເຢຊູ ແລະ ການຊົງສະຖິດຂອງພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັບເອົາສັນຕິສຸກ ແລະ ຄວາມປິຕິຍິນດີໄດ້, ຮັບເອົາການອວຍພອນຂອງພຣະອົງ, ຮັບເອົາພຣະຄຸນທີ່ຫຼວງຫຼາຍ ແລະ ນັບບໍ່ຖ້ວນຂອງພຣະອົງ ແລະ ຄວາມລອດພົ້ນຂອງພຣະອົງ. ຜ່ານການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ທຸກຄົນທີ່ຕິດຕາມພຣະອົງໄດ້ຮັບຄວາມລອດພົ້ນ ແລະ ຖືກອະໄພຄວາມຜິດບາບຂອງພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເປັນພຣະນາມຂອງພຣະເຈົ້າ. ເວົ້າໄດ້ອີກວ່າ ພາລະກິດໃນຍຸກແຫ່ງພຣະຄຸນແມ່ນຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າຖືກເອີ້ນວ່າ ພຣະເຢຊູ. ພຣະອົງໄດ້ຮັບຂັ້ນຕອນຂອງພາລະກິດໃໝ່ທີ່ຢູ່ນອກເໜືອພຣະສັນຍາເດີມ ແລະ ພາລະກິດຂອງພຣະອົງກໍສິ້ນສຸດພ້ອມກັບການຖືກຄຶງເທິງໄມ້ກາງແຂນ. ນີ້ແມ່ນພາລະກິດທັງໝົດຂອງພຣະອົງ. ສະນັ້ນ, ໃນລະຫວ່າງຍຸກແຫ່ງພຣະບັນຍັດ ພຣະເຢໂຮວາແມ່ນພຣະນາມຂອງພຣະເຈົ້າ ແລະ ໃນຍຸກແຫ່ງພຣະຄຸນ ພຣະນາມຂອງພຣະເຢຊູເປັນຕົວແທນໃຫ້ກັບພຣະເຈົ້າ. ໃນລະຫວ່າງຍຸກສຸດທ້າຍ, ພຣະນາມຂອງພຣະອົງແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ອົງຊົງລິດທານຸພາບສູງສຸດ, ຜູ້ໃຊ້ລິດອຳນາດຂອງພຣະອົງເພື່ອນໍາພາມະນຸດ, ເອົາຊະນະມະນຸດ ແລະ ຮັບເອົາມະນຸດ ແລະ ໃນທີ່ສຸດກໍຄື ນໍາເອົາຍຸກໄປສູ່ຈຸດສິ້ນສຸດຂອງມັນ. ໃນແຕ່ລະຍຸກ, ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະເຈົ້າແມ່ນເຫັນໄດ້ຊັດເຈນ.

ໃນຕົ້ນເດີມນັ້ນ ການນໍາພາມະນຸດໃນລະຫວ່າງຍຸກພຣະບັນຍັດແຫ່ງພຣະສັນຍາເດີມແມ່ນຄືກັບການນໍາພາຊີວິດເດັກນ້ອຍ. ມະນຸດໃນຕອນແລກເລີ່ມນັ້ນ ເປັນເດັກເກີດໃໝ່ຂອງພຣະເຢໂຮວາ; ພວກເຂົາແມ່ນຊົນຊາດອິດສະຣາເອນ. ພວກເຂົາບໍ່ເຂົ້າໃຈວ່າ ຈະເຄົາລົບບູຊາພຣະເຈົ້າ ແລະ ໃຊ້ຊີວິດເທິງແຜ່ນດິນໂລກນີ້ດ້ວຍວິທີໃດ. ເຊິ່ງໝາຍຄວາມວ່າ ພຣະເຢໂຮວາສ້າງມະນຸດ ນັ້ນກໍຄື ພຣະອົງສ້າງອາດາມ ແລະ ເອວາ ແຕ່ພຣະອົງບໍ່ໄດ້ມອບຄວາມສາມາດໃຫ້ພວກເຂົາເຂົ້າໃຈວິທີທີ່ຈະເຄົາລົບພຣະເຢໂຮວາແນວໃດ ຫຼື ປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາເທິງແຜ່ນດິນໂລກແນວໃດ. ຫາກປາສະຈາກການຊີ້ນໍາໂດຍກົງຈາກພຣະເຢໂຮວາແລ້ວ ບໍ່ມີຜູ້ໃດສາມາດຮູ້ສິ່ງນີ້ໂດຍກົງ, ເພາະວ່າໃນຕົ້ນເດີມນັ້ນ ມະນຸດບໍ່ມີຄວາມສາມາດແບບນັ້ນ. ມະນຸດພຽງຮູ້ແຕ່ວ່າພຣະເຢໂຮວາເປັນພຣະເຈົ້າ ແຕ່ສໍາລັບວິທີເຄົາລົບພຣະອົງ, ການປະພຶດແບບໃດທີ່ເອີ້ນວ່າເປັນການເຄົາລົບພຣະອົງ, ດ້ວຍຄວາມຄິດແບບໃດທີ່ຕົນຈະເຄົາລົບພຣະອົງ ຫຼື ມີສິ່ງໃດແດ່ທີ່ຈະຖວາຍໃນການເຄົາລົບພຣະອົງ ມະນຸດບໍ່ມີຄວາມຄິດໃນດ້ານນີ້ເລີຍ. ມະນຸດພຽງຮູ້ຈັກຊື່ນຊົມໃນສິ່ງທີ່ສາມາດຊື່ນຊົມໄດ້ໃນບັນດາສັບພະທຸກສິ່ງທີ່ສ້າງຂຶ້ນໂດຍພຣະເຢໂຮວາ ແຕ່ສຳລັບວິທີການໃຊ້ຊີວິດແບບໃດໃນແຜ່ນດິນໂລກຈຶ່ງຈະຄູ່ຄວນເປັນບຸກຄົນຂອງພຣະເຈົ້າ, ມະນຸດແມ່ນບໍ່ຮູ້ຫຍັງຈັກຢ່າງເລີຍ. ຫາກປາສະຈາກຄົນແນະນໍາພວກເຂົາ, ຫາກປາສະຈາກຄົນຊີ້ນໍາພວກເຂົາເປັນການສ່ວນຕົວ ມະນຸດຊາດຈະບໍ່ມີຊີວິດທີ່ເໝາະສົມກັບການເປັນມະນຸດຢ່າງຖືກຕ້ອງ ແຕ່ຈະເປັນພຽງຄົນທີ່ຖືກຊາຕານຄວບຄຸມຢ່າງລັບໆ. ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ເຄົາລົບບູຊາພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຄວາມຄິດທີ່ຈະເຄົາລົບນັບຖືພຣະອົງ ຫຼື ຢຳເກງພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທໍາມະດາຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ເຄົາລົບບູຊາພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ. ພຣະອົງຮັບພາລະກິດນີ້ຫຼັງຈາກທີ່ໄດ້ສ້າງມະນຸດຊາດ ແລະ ສືບຕໍ່ຈົນເຖິງສະໄໝຂອງຢາໂຄບ ເຊິ່ງເປັນເວລາທີ່ພຣະອົງໄດ້ເຮັດໃຫ້ບຸດຊາຍສິບສອງຄົນຂອງຢາໂຄບກາຍເປັນສິບສອງຊົນເຜົ່າຂອງອິດສະຣາເອນ. ຈາກເວລານັ້ນເປັນຕົ້ນໄປ, ປະຊາຊົນອິດສະຣາເອນທັງໝົດໄດ້ກາຍເປັນມະນຸດຊາດທີ່ພຣະອົງນໍາພາຢ່າງເປັນທາງການເທິງແຜ່ນດິນໂລກ ແລະ ອິດສະຣາເອນກໍກາຍມາເປັນສະຖານທີ່ພິເສດຢູ່ເທິງແຜ່ນດິນໂລກທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ພຣະເຢໂຮວາໄດ້ສ້າງກຸ່ມຄົນເຫຼົ່ານີ້ໃຫ້ເປັນກຸ່ມຄົນທຳອິດທີ່ພຣະອົງປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ ແລະ ພຣະອົງໄດ້ເຮັດໃຫ້ດິນແດນອິດສະຣາເອນທັງໝົດເປັນຈຸດກຳເນີດພາລະກິດຂອງພຣະອົງ ໂດຍໃຊ້ພວກເຂົາໃຫ້ເປັນຈຸດເລີ່ມຕົ້ນຂອງພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ເພື່ອວ່າ ທຸກຄົນທີ່ເກີດຈາກພຣະອົງເທິງແຜ່ນດິນໂລກຈະຮູ້ຈັກວິທີການເຄົາລົບພຣະອົງ ແລະ ວິທີການດຳລົງຊີວິດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ການກະທຳຂອງຊາວອິດສະຣາເອນກໍໄດ້ກາຍມາເປັນຕົວຢ່າງທີ່ປະຊາຊົນຂອງຕ່າງຊາດປະຕິບັດຕາມ ແລະ ສິ່ງທີ່ກ່າວທ່າມກາງປະຊາຊົນອິດສະຣາເອນກໍກາຍມາເປັນພຣະທຳທີ່ຊາວຕ່າງຊາດຟັງ. ຍ້ອນພວກເຂົາເປັນຄົນທຳອິດທີ່ໄດ້ຮັບກົດເກນ ແລະ ພຣະບັນຍັດຕ່າງໆຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເປັນຄົນທຳອິດທີ່ຮູ້ຈັກວິທີການເຄົາລົບຕໍ່ແນວທາງຂອງພຣະເຢໂຮວາ. ພວກເຂົາເປັນບັນພະບຸລຸດຂອງມະນຸດຊາດຜູ້ເຊິ່ງຮູ້ຈັກແນວທາງຂອງພຣະເຢໂຮວາ ພ້ອມທັງເປັນຕົວແທນຂອງມະນຸດຊາດທີ່ພຣະເຢໂຮວາໄດ້ເລືອກໄວ້. ເມື່ອຍຸກແຫ່ງພຣະຄຸນມາເຖິງ, ພຣະເຢໂຮວາກໍບໍ່ໄດ້ນໍາພາມະນຸດໃນແນວທາງນີ້ອີກຕໍ່ໄປ. ມະນຸດໄດ້ເຮັດບາບ ແລະ ປະຖິ້ມຕົນເອງໃຫ້ກັບຄວາມຜິດບາບ ແລະ ດ້ວຍເຫດນັ້ນ ພຣະອົງກໍເລີ່ມຕົ້ນຊ່ວຍເຫຼືອມະນຸດຈາກຄວາມຜິດບາບ. ດ້ວຍວິທີນີ້, ພຣະອົງ ຕິເຕືອນມະນຸດຈົນມະນຸດຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຢ່າງແທ້ຈິງ. ໃນຍຸກສຸດທ້າຍ, ມະນຸດໄດ້ຈົມລົງໃນຄວາມຊົ່ວຊ້າ ຈົນເຖິງຂັ້ນທີ່ວ່າ ພາລະກິດຂັ້ນຕອນນີ້ສາມາດໄດ້ຮັບການປະຕິບັດຜ່ານການພິພາກສາ ແລະ ການຂ້ຽນຕີເທົ່ານັ້ນ. ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ພາລະກິດຈຶ່ງຈະສຳເລັດໄດ້. ສິ່ງນີ້ໄດ້ກາຍເປັນພາລະກິດຂອງຫຼາຍໆຍຸກ. ເວົ້າອີກຢ່າງກໍຄື ພຣະເຈົ້າໃຊ້ພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ ແລະ ພາບລັກສະນະທີ່ແຕກຕ່າງກັນຂອງພຣະເຈົ້າເພື່ອຈັດແບ່ງແຕ່ລະຍຸກອອກຈາກກັນ ແລະ ເພື່ອສ້າງການປ່ຽນແປງລະຫວ່າງຍຸກເຫຼົ່ານັ້ນ; ພຣະນາມຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງຈຶ່ງໄດ້ເປັນຕົວແທນໃຫ້ກັບຍຸກຂອງພຣະອົງ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງໃນແຕ່ລະຍຸກ. ສົມມຸດວ່າ ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກແມ່ນຄືກັນ ແລະ ພຣະອົງກໍຖືກເອີ້ນໂດຍພຣະນາມເດີມຢູ່ຕະຫຼອດ, ມະນຸດຈະຮູ້ຈັກພຣະອົງໄດ້ແນວໃດ? ພຣະເຈົ້າຕ້ອງຖືກເອີ້ນວ່າ ພຣະເຢໂຮວາ ແລະ ນອກຈາກພຣະເຈົ້າທີ່ຖືກເອີ້ນວ່າ ພຣະເຢໂຮວາແລ້ວ, ຜູ້ໃດກໍຕາມທີ່ຖືກເອີ້ນໂດຍຊື່ອື່ນໆບໍ່ແມ່ນພຣະເຈົ້າ. ຫຼືບໍ່ດັ່ງນັ້ນ ພຣະເຈົ້າກໍເປັນໄດ້ພຽງແຕ່ພຣະເຢຊູ ແລະ ນອກຈາກພຣະນາມຂອງພຣະເຢຊູແລ້ວ ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໆໄດ້; ນອກຈາກພຣະເຢຊູແລ້ວ, ພຣະເຢໂຮວາບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍບໍ່ແມ່ນພຣະເຈົ້າເຊັ່ນກັນ. ມະນຸດເຊື່ອວ່າ ເປັນຄວາມຈິງທີ່ພຣະເຈົ້າຊົງມີລິດທານຸພາບສູງສຸດ, ແຕ່ພຣະເຈົ້າກໍເປັນພຽງພຣະເຈົ້າທີ່ຢູ່ກັບມະນຸດ ແລະ ພຣະອົງຕ້ອງຖືກເອີ້ນວ່າ ພຣະເຢຊູ, ຍ້ອນພຣະເຈົ້າຢູ່ກັບມະນຸດ. ການເຮັດແບບນີ້ກໍຄືກັບການປະຕິບັດຕາມຄຳສັ່ງສອນ ແລະ ການຈຳກັດພຣະເຈົ້າໃຫ້ຢູ່ໃນຂອບເຂດໃດໜຶ່ງ. ສະນັ້ນ ໃນແຕ່ລະຍຸກ, ພາລະກິດທີ່ພຣະເຈົ້າປະຕິບັດ, ພຣະນາມທີ່ພຣະອົງຖືກເອີ້ນ ແລະ ພາບລັກສະນະທີ່ພຣະອົງນໍາໃຊ້ ເຊິ່ງເປັນພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຂັ້ນຕອນຈົນມາເຖິງປັດຈຸບັນ, ສິ່ງເຫຼົ່ານີ້ບໍ່ໄດ້ປະຕິບັດຕາມກົດລະບຽບແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໜຶ່ງເລີຍ. ພຣະອົງເປັນພຣະເຢໂຮວາ ແລະ ພຣະອົງຍັງເປັນພຣະເຢຊູອີກດ້ວຍ ພ້ອມທັງເປັນພຣະເມຊີອາ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພາລະກິດຂອງພຣະອົງສາມາດຜ່ານການປ່ຽນແປງເທື່ອລະໜ້ອຍ ໂດຍສອດຄ່ອງກັບການປ່ຽນແປງໃນພຣະນາມຂອງພຣະອົງ. ບໍ່ມີພຣະນາມໃດໜຶ່ງທີ່ສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ຢ່າງສົມບູນ, ແຕ່ພຣະນາມທຸກຢ່າງທີ່ພຣະອົງຖືກເອີ້ນແມ່ນສາມາດເປັນຕົວແທນໃຫ້ກັບພຣະອົງ ແລະ ພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຍຸກກໍເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ. ລອງສົມມຸດວ່າ ເມື່ອຍຸກສຸດທ້າຍໄດ້ມາເຖິງ, ພຣະເຈົ້າທີ່ເຈົ້າເຫັນຍັງເປັນພຣະເຢຊູ ແລະ ຍິ່ງໄປກວ່ານັ້ນ ພຣະອົງກຳລັງຂີ່ເທິງເມກສີຂາວ ແລະ ພຣະອົງຍັງມີຮູບຮ່າງຂອງພຣະເຢຊູ ແລະ ພຣະທຳທີ່ພຣະອົງກ່າວກໍຍັງເປັນພຣະທຳຂອງພຣະເຢຊູ ນັ້ນຄື “ພວກເຈົ້າຄວນຮັກເພື່ອນບ້ານຂອງພວກເຈົ້າເໝືອນກັບຕົວພວກເຈົ້າເອງ, ພວກເຈົ້າຄວນອົດອາຫານ ແລະ ອະທິຖານ, ຮັກສັດຕູຂອງພວກເຈົ້າເໝືອນດັ່ງທີ່ພວກເຈົ້າຮັກຊີວິດຂອງຕົນເອງ, ອົດກັ້ນກັບຄົນອື່ນ ແລະ ອົດທົນ ແລະ ຖ່ອມຕົນ. ພວກເຈົ້າຕ້ອງເຮັດທຸກສິ່ງເຫຼົ່ານີ້ກ່ອນທີ່ພວກເຈົ້າຈະສາມາດກາຍມາເປັນສາວົກຂອງເຮົາ. ແລ້ວໂດຍການເຮັດສິ່ງເຫຼົ່ານີ້, ພວກເຈົ້າຈະໄດ້ເຂົ້າສູ່ອານາຈັກຂອງເຮົາ”. ສິ່ງນີ້ບໍ່ແມ່ນເປັນຂອງພາລະກິດໃນຍຸກແຫ່ງພຣະຄຸນບໍ? ສິ່ງທີ່ພຣະອົງກ່າວບໍ່ແມ່ນແນວທາງໃນຍຸກແຫ່ງພຣະຄຸນບໍ? ພວກເຈົ້າຈະຮູ້ສຶກແນວໃດ ຖ້າພວກເຈົ້າຕ້ອງໄດ້ຍິນພຣະທຳເຫຼົ່ານີ້? ພວກເຈົ້າຈະບໍ່ຮູ້ສຶກວ່າ ນີ້ຍັງເປັນພາລະກິດຂອງພຣະເຢຊູບໍ? ສິ່ງນີ້ຈະບໍ່ແມ່ນການເຮັດພາລະກິດຄືນໃໝ່ອີກຄັ້ງບໍ? ມະນຸດຈະສາມາດຄົ້ນພົບຄວາມສຸກໃນສິ່ງນີ້ໄດ້ບໍ? ພວກເຈົ້າຈະພຽງຮູ້ສຶກວ່າ ພາລະກິດຂອງພຣະເຈົ້າຍັງຄືເກົ່າບໍ່ແຕກຕ່າງຫຍັງກັບໃນຕອນນີ້ ແລະ ບໍ່ກ້າວໜ້າໄປໃສເລີຍ. ພຣະອົງພຽງແຕ່ມີລິດອຳນາດຢ່າງມາກມາຍ ແລະ ບໍ່ມີພາລະກິດໃໝ່ໃຫ້ປະຕິບັດອີກຕໍ່ໄປ ແລະ ພຣະອົງໄດ້ໃຊ້ລິດອຳນາດຂອງພຣະອົງຈົນເຖິງທີ່ສຸດແລ້ວ. ສອງພັນປີກ່ອນແມ່ນຍຸກແຫ່ງພຣະຄຸນ ແລະ ສອງພັນປີຕໍ່ມາ ພຣະອົງຍັງຄົງເທດສະໜາກ່ຽວກັບແນວທາງໃນຍຸກແຫ່ງພຣະຄຸນ ແລະ ຍັງເຮັດໃຫ້ຜູ້ຄົນກັບໃຈຄືນໃໝ່ຢູ່. ຜູ້ຄົນກໍຈະເວົ້າວ່າ “ພຣະເຈົ້າ, ພຣະອົງພຽງແຕ່ມີລິດອໍານາດອັນຍິ່ງໃຫຍ່. ຂ້ານ້ອຍເຊື່ອວ່າ ພຣະອົງມີສະຕິປັນຍາ ແຕ່ວ່າ ພຣະອົງຮູ້ພຽງແຕ່ການອົດກັ້ນ ແລະ ເປັນຫ່ວງແຕ່ກັບການອົດທົນ, ພຣະອົງຮູ້ພຽງແຕ່ຮັກສັດຕູຂອງພຣະອົງ ແລະ ບໍ່ມີສິ່ງອື່ນອີກເລີຍ”. ໃນຄວາມຄິດຂອງມະນຸດ, ພຣະເຈົ້າກໍຈະເປັນຄືກັບຕອນທີ່ພຣະອົງຢູ່ໃນຍຸກແຫ່ງພຣະຄຸນຕະຫຼອດໄປ ແລະ ມະນຸດຈະເຊື່ອຢູ່ສະເໝີວ່າ ພຣະອົງເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ. ເຈົ້າຄິດວ່າ ພາລະກິດຂອງພຣະເຈົ້າຈະຍ່າງເທິງພື້ນດິນຄືເກົ່າຢູ່ສະເໝີບໍ? ດ້ວຍເຫດນັ້ນ ພຣະອົງຈະບໍ່ຖືກຄຶງເທິງໄມ້ກາງແຂນໃນພາລະກິດຂັ້ນຕອນນີ້ຂອງພຣະອົງ ແລະ ທຸກສິ່ງທຸກຢ່າງທີ່ພວກເຈົ້າເຫັນ ແລະ ສຳຜັດກໍຈະບໍ່ຄືກັບສິ່ງທີ່ພວກເຈົ້າຈິນຕະນາການ ຫຼື ໄດ້ຍິນມາກ່ອນ. ໃນປັດຈຸບັນ, ພຣະເຈົ້າບໍ່ມີສ່ວນຮ່ວມກັບພວກຟາຣີຊາຍ ຫຼື ພຣະອົງບໍ່ຍອມໃຫ້ໂລກຮູ້ ແລະ ຄົນທີ່ຮູ້ຈັກພຣະອົງກໍມີແຕ່ພຽງພວກເຈົ້າ ຜູ້ເຊິ່ງຕິດຕາມພຣະອົງ ຍ້ອນພຣະອົງຈະບໍ່ຖືກຄຶງເທິງໄມ້ກາງແຂນອີກຄັ້ງ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເທດສະໜາຢ່າງເປີດເຜີຍທົ່ວດິນແດນເພື່ອເຫັນແກ່ພາລະກິດແຫ່ງຂ່າວປະເສີດຂອງພຣະອົງ. ພຣະອົງມີສ່ວນຮ່ວມກັບພວກຟາຣີຊາຍ ຍ້ອນເຫັນແກ່ພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ; ຖ້າພຣະອົງບໍ່ໄດ້ມີສ່ວນຮ່ວມກັບພວກຟາຣີຊາຍ ແລະ ຄົນທີ່ມີອຳນາດກໍບໍ່ເຄີຍຮູ້ຈັກກ່ຽວກັບພຣະອົງຈັກເທື່ອ, ພຣະອົງຈະຖືກກ່າວໂທດ, ຖືກຫັກຫຼັງ ແລະ ຖືກຄຶງເທິງໄມ້ກາງແຂນໄດ້ແນວໃດ? ສະນັ້ນ ພຣະອົງມີສ່ວນຮ່ວມກັບພວກຟາຣີຊາຍກໍເພື່ອເຫັນແກ່ການຖືກຄຶງເທິງໄມ້ກາງແຂນ. ໃນປັດຈຸບັນ, ພຣະອົງປະຕິບັດພາລະກິດຂອງພຣະອົງຢ່າງລັບໆເພື່ອຫຼີກເວັ້ນການທົດລອງ. ໃນການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ, ພາລະກິດ ແລະ ຄວາມໝາຍແມ່ນແຕກຕ່າງກັນ ແລະ ສະພາບແວດລ້ອມກໍແຕກຕ່າງກັນ, ແລ້ວພາລະກິດທີ່ພຣະອົງປະຕິບັດຈະເປັນເໝືອນກັນທັງໝົດໄດ້ແນວໃດ?

ພຣະນາມຂອງພຣະເຢຊູທີ່ໝາຍຄວາມວ່າ “ພຣະເຈົ້າຢູ່ກັບພວກເຮົາ” ຈະສາມາດເປັນຕົວແທນໃຫ້ກັບອຸປະນິໄສທັງໝົດຂອງພຣະເຈົ້າໄດ້ບໍ? ມັນສາມາດອະທິບາຍກ່ຽວກັບພຣະເຈົ້າໄດ້ຢ່າງສົມບູນບໍ? ຖ້າມະນຸດເວົ້າວ່າ ພຣະເຈົ້າສາມາດຖືກເອີ້ນໄດ້ແຕ່ຊື່ ພຣະເຢຊູ ແລະ ບໍ່ມີຊື່ອື່ນເລີຍ ເພາະວ່າ ພຣະເຈົ້າບໍ່ສາມາດປ່ຽນແປງອຸປະນິໄສຂອງພຣະອົງໄດ້, ຄຳເວົ້າເຫຼົ່ານີ້ແມ່ນເປັນການໝິ່ນປະໝາດຢ່າງແນ່ນອນ! ເຈົ້າເຊື່ອວ່າ ມີພຽງແຕ່ພຣະນາມພຣະເຢຊູເທົ່ານັ້ນບໍ ເຊິ່ງໝາຍເຖິງພຣະເຈົ້າຢູ່ກັບພວກເຮົາ ທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ທັງໝົດ? ພຣະເຈົ້າອາດຈະຖືກເອີ້ນໂດຍຫຼາຍພຣະນາມ, ແຕ່ທ່າມກາງພຣະນາມເຫຼົ່ານີ້, ບໍ່ມີພຣະນາມໃດເລີຍທີ່ສາມາດສະຫຼຸບຄວາມໃຫ້ກັບພຣະເຈົ້າໄດ້ທັງໝົດ, ບໍ່ມີພຣະນາມໃດເລີຍທີ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້ຢ່າງສົມບູນ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີຫຼາຍພຣະນາມ, ແຕ່ພຣະນາມເຫຼົ່ານີ້ບໍ່ສາມາດອະທິບາຍອຸປະນິໄສຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນອຸປະນິໄສຂອງພຣະເຈົ້າອຸດົມສົມບູນຫຼາຍ ເຊິ່ງມັນຫຼາຍກວ່າຄວາມສາມາດຂອງມະນຸດທີ່ຈະຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີທາງທີ່ມະນຸດຈະໃຊ້ພາສາຂອງມະນຸດເພື່ອສະຫຼຸບຄວາມພຣະເຈົ້າໄດ້ຢ່າງສົມບູນ. ມະນຸດຊາດມີຄຳສັບທີ່ຈຳກັດ ເຊິ່ງໃຊ້ເພື່ອສະຫຼຸບຄວາມໃນສິ່ງທີ່ພວກເຂົາຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊັ່ນ: ຍິ່ງໃຫຍ່, ເປັນຕານັບຖື, ອັດສະຈັນ, ບໍ່ສາມາດຢັ່ງເຖິງໄດ້, ສູງສຸດ, ສັກສິດ, ຊອບທຳ, ມີສະຕິປັນຍາ ແລະ ອື່ນໆອີກ. ມີຫຼາຍຄຳເວົ້າ! ຄຳສັບທີ່ຈຳກັດນີ້ບໍ່ສາມາດບັນລະຍາຍໄດ້ແມ່ນແຕ່ໜ້ອຍດຽວກ່ຽວກັບເລື່ອງມະນຸດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າ. ເມື່ອເວລາຜ່ານໄປ, ມີຄຳເວົ້າຫຼາຍຄໍາເພີ່ມຂຶ້ນທີ່ພວກເຂົາຄິດວ່າສາມາດບັນລະຍາຍເຖິງຄວາມຈິງໃຈໃນຫົວໃຈຂອງພວກເຂົາໄດ້ດີກວ່າ ເຊັ່ນ: ພຣະເຈົ້າຍິ່ງໃຫຍ່ຫຼາຍ! ພຣະເຈົ້າສັກສິດຫຼາຍ! ພຣະເຈົ້າເປັນທີ່ຮັກຫຼາຍ! ໃນປັດຈຸບັນ, ຄຳເວົ້າແບບນີ້ຂອງມະນຸດແມ່ນຮ້າຍແຮງຈົນເຖິງຈຸດສູງສຸດແລ້ວ, ເຖິງຢ່າງໃດກໍຕາມ ມະນຸດກໍຍັງບໍ່ສາມາດສະແດງຕົວເອງອອກມາຢ່າງຊັດເຈນ. ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າມີຫຼາຍພຣະນາມ ແຕ່ພຣະອົງບໍ່ມີຊື່ຜູ້ໃດ ແລະ ນີ້ກໍຍ້ອນວ່າ ການເປັນຢູ່ຂອງພຣະອົງອຸດົມສົມບູນຫຼາຍ ແລະ ພາສາຂອງມະນຸດແມ່ນຕໍ່າຫຼາຍ. ຄຳເວົ້າ ຫຼື ພຣະນາມສະເພາະໃດໜຶ່ງແມ່ນບໍ່ມີຄວາມສາມາດທີ່ຈະເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ແລ້ວເຈົ້າຄິດວ່າ ພຣະອົງຈະມີພຽງແຕ່ພຣະນາມດຽວໄດ້ບໍ? ພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ສັກສິດຫຼາຍ ແຕ່ເຈົ້າຈະບໍ່ຍອມໃຫ້ພຣະອົງປ່ຽນແປງພຣະນາມຂອງພຣະອົງໃນແຕ່ລະຍຸກໃໝ່ບໍ? ສະນັ້ນ, ໃນແຕ່ລະຍຸກທີ່ພຣະເຈົ້າປະຕິບັດພາລະກິດດ້ວຍຕົວພຣະອົງເອງ, ພຣະອົງໃຊ້ພຣະນາມທີ່ເໝາະສົມກັບຍຸກນັ້ນເພື່ອສະຫຼຸບພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ. ພຣະອົງນໍາໃຊ້ພຣະນາມສະເພາະໃດໜຶ່ງ, ພຣະນາມທີ່ມີຄວາມໝາຍຊົ່ວຄາວ ເພື່ອເປັນຕົວແທນອຸປະນິໄສຂອງພຣະອົງໃນຍຸກນັ້ນໆ. ນີ້ແມ່ນພຣະເຈົ້າທີ່ໃຊ້ພາສາຂອງມະນຸດຊາດເພື່ອສະແດງອຸປະນິໄສຂອງພຣະອົງອອກມາ. ເຖິງຢ່າງນັ້ນກໍຕາມ ຫຼາຍຄົນທີ່ມີປະສົບການຝ່າຍວິນຍານ ແລະ ຜູ້ທີ່ໄດ້ເຫັນພຣະເຈົ້າດ້ວຍຕົນເອງຮູ້ສຶກວ່າ ສະເພາະ ພຣະນາມດຽວແມ່ນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດໄດ້, ໜ້າເສົ້າໃຈແທ້ໆ ນີ້ບໍ່ສາມາດຊ່ວຍຫຍັງໄດ້ເລີຍ, ສະນັ້ນ ມະນຸດຈຶ່ງບໍ່ເອີ້ນພຣະເຈົ້າໂດຍພຣະນາມອື່ນອີກຕໍ່ໄປ, ແຕ່ເອີ້ນພຣະອົງວ່າ “ພຣະເຈົ້າ”. ຄືກັບວ່າຫົວໃຈຂອງມະນຸດແມ່ນເຕັມໄປດ້ວຍຄວາມຮັກ ແຕ່ທັງນັ້ນກໍເຊື່ອງຊ້ອນໄປດ້ວຍຂໍ້ຂັດແຍ້ງ, ຍ້ອນມະນຸດບໍ່ຮູ້ຈັກວິທີການອະທິບາຍກ່ຽວກັບພຣະເຈົ້າ. ສິ່ງທີ່ພຣະອົງເປັນແມ່ນອຸດົມສົມບູນຫຼາຍ, ບໍ່ມີວິທີໃດໜຶ່ງສາມາດບັນລະຍາຍກ່ຽວກັບສິ່ງນັ້ນໄດ້ແທ້ໆ. ບໍ່ມີພຣະນາມໃດທີ່ສາມາດສະຫຼຸບອຸປະນິໄສຂອງພຣະເຈົ້າໄດ້ ແລະ ບໍ່ມີພຣະນາມໃດທີ່ສາມາດບັນລະຍາຍທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ຖ້າຄົນຖາມເຮົາວ່າ “ພຣະອົງໃຊ້ພຣະນາມໃດກັນແທ້?” ເຮົາຈະບອກກັບພວກເຂົາວ່າ “ພຣະເຈົ້າເປັນພຣະເຈົ້າ!” ນັ້ນບໍ່ແມ່ນພຣະນາມທີ່ດີທີ່ສຸດສຳລັບພຣະເຈົ້າບໍ? ນັ້ນບໍ່ແມ່ນການສະຫຼຸບຄວາມກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ດີທີ່ສຸດບໍ? ເມື່ອເປັນແບບນີ້, ເປັນຫຍັງພວກເຈົ້າຈຶ່ງໃຊ້ຄວາມພະຍາຍາມຢ່າງມາກມາຍເພື່ອຊອກຫາພຣະນາມຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຕີສະໝອງຕົນເອງດ້ວຍໄມ້ຄ້ອນ ບໍ່ຍອມກິນເຂົ້າກິນນໍ້າ ແລະ ອຶດຫຼັບອຶດນອນ ເພື່ອເຫັນແກ່ຊື່ໃດໜຶ່ງ? ມື້ນັ້ນຈະມາເຖິງ ເມື່ອພຣະເຈົ້າບໍ່ໄດ້ຖືກເອີ້ນວ່າ ພຣະເຢໂຮວາ, ພຣະເຢຊູ ຫຼື ພຣະເມຊີອາ, ແຕ່ພຣະອົງຈະເປັນພຽງພຣະຜູ້ສ້າງ. ໃນເວລານັ້ນ, ຊື່ຕ່າງໆທີ່ພຣະອົງມີເທິງແຜ່ນດິນໂລກກໍຈະຈົບສິ້ນລົງ, ຍ້ອນວ່າ ພາລະກິດຂອງພຣະອົງເທິງແຜ່ນດິນໂລກຈະສິ້ນສຸດລົງ ດ້ວຍເຫດນັ້ນ ພຣະນາມຂອງພຣະອົງກໍຈະບໍ່ມີອີກຕໍ່ໄປ. ເມື່ອທຸກສິ່ງມາຢູ່ພາຍໃຕ້ອໍານາດຂອງພຣະຜູ້ສ້າງ, ພຣະອົງຈະຈຳເປັນຫຍັງກັບພຣະນາມທີ່ເໝາະສົມຢ່າງສູງສົ່ງແຕ່ບໍ່ສົມບູນນັ້ນ? ເຈົ້າຈະຍັງສະແຫວງຫາພຣະນາມຂອງພຣະເຈົ້າອີກຢູ່ບໍ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢໂຮວາ? ເຈົ້າກ້າເວົ້າບໍວ່າ ພຣະເຈົ້າພຽງແຕ່ສາມາດຖືກເອີ້ນວ່າ ພຣະເຢຊູ? ເຈົ້າກ້າແບກຮັບຄວາມຜິດບາບແຫ່ງການໝິ່ນປະໝາດພຣະເຈົ້າບໍ? ເຈົ້າຄວນຮູ້ວ່າ ໃນເບື້ອງຕົ້ນນັ້ນພຣະເຈົ້າບໍ່ໄດ້ມີຊື່. ພຣະອົງໃຊ້ໜຶ່ງ ຫຼື ສອງ ຫຼື ຫຼາຍຊື່ ກໍເພາະວ່າ ພຣະອົງມີພາລະກິດທີ່ຕ້ອງປະຕິບັດ ແລະ ຕ້ອງຄຸ້ມຄອງມະນຸດຊາດ. ບໍ່ວ່າພຣະອົງຈະຖືກເອີ້ນຊື່ໃດກໍຕາມ, ພຣະອົງບໍ່ໄດ້ເລືອກຊື່ດັ່ງກ່າວນັ້ນຢ່າງອິດສະຫຼະດ້ວຍຕົວພຣະອົງເອງບໍ? ພຣະອົງຕ້ອງການໃຫ້ເຈົ້າ ຜູ້ທີ່ເປັນໜຶ່ງໃນການເນລະມິດສ້າງຂອງພຣະອົງ ມາຕັດສິນໃຈແທນພຣະອົງບໍ? ພຣະນາມທີ່ພຣະເຈົ້າຖືກເອີ້ນແມ່ນພຣະນາມທີ່ສອດຄ່ອງກັບສິ່ງທີ່ມະນຸດສາມາດເຂົ້າໃຈໄດ້ໂດຍພາສາຂອງມະນຸດ, ແຕ່ພຣະນາມນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດມີສ່ວນຮ່ວມໄດ້. ເຈົ້າສາມາດເວົ້າໄດ້ແຕ່ວ່າ ມີພຣະເຈົ້າຢູ່ໃນສະຫວັນ, ພຣະອົງຖືກເອີ້ນວ່າ ພຣະເຈົ້າ, ພຣະອົງເປັນພຣະເຈົ້າເອງເຊິ່ງມີລິດອຳນາດຍິ່ງໃຫຍ່ ຜູ້ເຊິ່ງມີສະຕິປັນຍາຫຼາຍ, ສູງສົ່ງຫຼາຍ, ອັດສະຈັນຫຼາຍ, ລຶກລັບຫຼາຍ ແລະ ມີລິດທານຸພາບສູງສຸດຫຼາຍ ແລະ ນອກຈາກສິ່ງນີ້ແລ້ວ ເຈົ້າກໍບໍ່ສາມາດເວົ້າຫຍັງໄດ້ອີກ; ນີ້ແມ່ນສິ່ງເລັກນ້ອຍທີ່ເຈົ້າສາມາດຮູ້ໄດ້. ເມື່ອເປັນແບບນີ້, ພຣະນາມຂອງພຣະເຢຊູສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອຍຸກສຸດທ້າຍໄດ້ມາເຖິງ, ເຖິງແມ່ນວ່າ ຍັງເປັນພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ, ພຣະນາມຂອງພຣະອົງຕ້ອງປ່ຽນແປງ ນັ້ນກໍຍ້ອນວ່າ ມັນເປັນຍຸກທີ່ແຕກຕ່າງກັນ.

ໃນເມື່ອພຣະເຈົ້າເປັນຜູ້ຍິ່ງໃຫຍ່ທົ່ວທັງຈັກກະວານ ແລະ ໃນອານາຈັກເບື້ອງເທິງ, ແລ້ວພຣະອົງຈະອະທິບາຍທັງໝົດກ່ຽວກັບພຣະອົງເອງໂດຍໃຊ້ພາບຫຼັກຂອງເນື້ອໜັງເທົ່ານັ້ນບໍ? ພຣະເຈົ້າເຂົ້າສວມໃສ່ເນື້ອໜັງນີ້ເພື່ອປະຕິບັດພາລະກິດຂັ້ນຕອນໜຶ່ງຂອງພຣະອົງເທົ່ານັ້ນ. ບໍ່ມີຄວາມໝາຍໃດໆທີ່ສະເພາະຕໍ່ພາບລັກຂອງເນື້ອໜັງນີ້, ມັນບໍ່ມີສ່ວນກ່ຽວຂ້ອງກັບຍຸກທີ່ຜ່ານມາ ຫຼື ບໍ່ມີຫຍັງກ່ຽວພັນກັບອຸປະນິໄສຂອງພຣະເຈົ້າ. ເປັນຫຍັງພຣະເຢຊູຈຶ່ງບໍ່ຍອມໃຫ້ພາບຫຼັກຂອງພຣະອົງຍັງຄົງຢູ່? ເປັນຫຍັງພຣະອົງຈຶ່ງບໍ່ໃຫ້ມະນຸດແຕ້ມຮູບພາບຂອງພຣະອົງ ເພື່ອສິ່ງນັ້ນຈະຖ່າຍທອດໄປສູ່ລຸ້ນຕໍ່ໆໄປ? ເປັນຫຍັງພຣະອົງຈຶ່ງບໍ່ຍອມໃຫ້ຜູ້ຄົນຮັບຮູ້ວ່າ ພາບຫຼັກຂອງພຣະອົງເປັນພາບຫຼັກຂອງພຣະເຈົ້າ? ເຖິງແມ່ນລັກສະນະຂອງມະນຸດຖືກສ້າງໃນພາບຫຼັກຂອງພຣະເຈົ້າ, ມັນເປັນໄປໄດ້ບໍທີ່ຈະໃຫ້ຮູບຮ່າງຂອງມະນຸດເປັນຕົວແທນໃຫ້ກັບພາບຫຼັກອັນສູງສົ່ງຂອງພຣະເຈົ້າ? ເມື່ອພຣະເຈົ້າກາຍມາເປັນມະນຸດ, ພຣະອົງສະເດັດລົງຈາກສະຫວັນມາສູ່ເນື້ອໜັງສະເພາະໃດໜຶ່ງເທົ່ານັ້ນ. ເປັນພຣະວິນຍານຂອງພຣະອົງທີ່ລົງມາສູ່ເນື້ອໜັງ ເຊິ່ງວິທີທີ່ພຣະອົງປະຕິບັດພາລະກິດຂອງພຣະວິນຍານ. ເປັນພຣະວິນຍານທີ່ປາກົດຕົວໃນເນື້ອໜັງ ແລະ ເປັນພຣະວິນຍານທີ່ປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ພາລະກິດທີ່ກະທຳໃນເນື້ອໜັງເປັນຕົວແທນຢ່າງສົມບູນໃຫ້ກັບພຣະວິນຍານ ແລະ ເນື້ອໜັງແມ່ນເພື່ອພາລະກິດ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພາບລັກສະນະຂອງເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກອັນແທ້ຈິງຂອງພຣະເຈົ້າໄດ້; ນີ້ບໍ່ແມ່ນເປົ້າໝາຍ ຫຼື ຄວາມສຳຄັນຂອງພຣະເຈົ້າທີ່ກາຍມາເປັນມະນຸດ. ພຣະອົງກາຍມາເປັນມະນຸດເພື່ອວ່າພຣະວິນຍານຈະພົບສະຖານທີ່ເພື່ອອາໄສຢູ່ເຊິ່ງສອດຄ່ອງກັບການປະຕິບັດພາລະກິດຂອງພຣະອົງ, ຍິ່ງໄປກວ່ານັ້ນກໍ່ເພື່ອບັນລຸພາລະກິດຂອງພຣະອົງໃນເນື້ອໜັງ, ເພື່ອວ່າຜູ້ຄົນຈະສາມາດເຫັນການກະທຳຂອງພຣະອົງ, ເຂົ້າໃຈອຸປະນິໄສຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ຮູ້ຄວາມອັດສະຈັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະອົງເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ, ພາລະກິດຂອງພຣະອົງເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງ, ແຕ່ພຣະອົງບໍ່ເຄີຍເວົ້າຈັກເທື່ອວ່າ ຮູບຮ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງເປັນຕົວແທນໃຫ້ກັບພາບຫຼັກຂອງພຣະອົງ; ນັ້ນເປັນພຽງຄວາມຄິດຂອງມະນຸດ. ດ້ວຍເຫດນັ້ນ ລັກສະນະທີ່ສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະນາມຂອງພຣະອົງ, ພາລະກິດຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ເພດຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນນໍາໃຊ້ເພື່ອເປັນຕົວແທນໃຫ້ກັບການຄຸ້ມຄອງຂອງພຣະອົງໃນຍຸກນີ້. ການປາກົດຕົວໃນເນື້ອໜັງຂອງພຣະອົງບໍ່ມີສ່ວນກ່ຽວຂ້ອງຫຍັງກັບການຄຸ້ມຄອງຂອງພຣະອົງ, ເປັນພຽງແຕ່ເພື່ອເຫັນແກ່ພາລະກິດຂອງພຣະອົງໃນເວລານັ້ນ. ເຖິງຢ່າງໃດກໍຕາມ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າຜູ້ຊົງບັງເກີດເປັນມະນຸດທີ່ຈະບໍ່ມີຮູບຮ່າງໂດຍສະເພາະ, ດ້ວຍເຫດນັ້ນ ພຣະອົງຈຶ່ງເລືອກເອົາຄອບຄົວທີ່ເໝາະສົມເພື່ອກຳນົດເປັນຮູບຮ່າງຂອງພຣະອົງ. ຖ້າຮູບຮ່າງຂອງພຣະເຈົ້າມີຄວາມສຳຄັນໃນການເປັນຕົວແທນຂອງພຣະອົງ, ແລ້ວທຸກຄົນທີ່ມີພາບລັກສະນະໃບໜ້າທີ່ຄ້າຍຄືກັບພຣະອົງແມ່ນເປັນຕົວແທນໃຫ້ກັບພຣະເຈົ້າທັງໝົດ. ສິ່ງນັ້ນຈະບໍ່ແມ່ນຂໍ້ຜິດພາດທີ່ຮ້າຍແຮງທີ່ສຸດບໍ? ຮູບພາບຂອງພຣະເຢຊູແມ່ນຖືກແຕ້ມໂດຍມະນຸດເພື່ອວ່າ ມະນຸດຈະໄດ້ນະມັດສະການພຣະອົງ. ໃນເວລານັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ໃຫ້ຄຳສັ່ງທີ່ພິເສດໃດໆ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງສືບຕໍ່ໃຊ້ພາບວາດທີ່ຈິນຕະນາການຂຶ້ນມານັ້ນຈົນເຖິງປັດຈຸບັນ. ໃນຄວາມຈິງແລ້ວ, ອີງຕາມຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າ, ມະນຸດບໍ່ຄວນເຮັດແບບນີ້. ມັນເປັນພຽງຄວາມກະຕືລືລົ້ນຂອງມະນຸດເທົ່ານັ້ນທີ່ເຮັດໃຫ້ພາບວາດຂອງພຣະເຢຊູຍັງຄົງຢູ່ຈົນເຖິງປັດຈຸບັນ. ພຣະເຈົ້າເປັນພຣະວິນຍານ ແລະ ມະນຸດຈະບໍ່ສາມາດເຂົ້າໃຈວ່າ ພາບລັກສະນະຂອງພຣະອົງເປັນແບບໃດ. ອຸປະນິໄສຂອງພຣະອົງເທົ່ານັ້ນທີ່ສາມາດເປັນຕົວແທນພາບລັກສະນະຂອງພຣະອົງໄດ້. ສຳລັບຮູບຮ່າງດັງຂອງພຣະອົງ, ປາກຂອງພຣະອົງ, ຕາຂອງພຣະອົງ ແລະ ຜົມຂອງພຣະອົງແລ້ວ, ສິ່ງເຫຼົ່ານີ້ແມ່ນຢູ່ນອກເໜືອຄວາມສາມາດເຂົ້າໃຈຂອງເຈົ້າ. ເມື່ອການເປີດເຜີຍມາເຖິງໂຢຮັນ, ລາວໄດ້ເຫັນພາບລັກສະນະຂອງບຸດມະນຸດ ນັ້ນກໍຄື: ມີດາບສອງຄົມອອກຈາກປາກຂອງພຣະອົງ, ຕາຂອງພຣະອົງເປັນເໝືອນກັບແປວໄຟ, ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນກັບຂົນແກະ, ຕີນຂອງພຣະອົງເໝືອນກັບທອງແດງທີ່ຖືກຫຼອມ ແລະ ມີຜ້າບ່ຽງຄຳອ້ອມເອິກຂອງພຣະອົງ. ເຖິງແມ່ນຄຳເວົ້າຂອງລາວຈະແຈ່ມແຈ້ງທີ່ສຸດ, ພາບລັກສະນະຂອງພຣະເຈົ້າທີ່ລາວບັນລະຍາຍບໍ່ແມ່ນພາບລັກສະນະຂອງສິ່ງທີ່ຖືກສ້າງ. ສິ່ງທີ່ລາວເຫັນເປັນພຽງນິມິດ ແລະ ບໍ່ແມ່ນພາບລັກສະນະຂອງບຸກຄົນຈາກໂລກນີ້ເລີຍ. ໂຢຮັນໄດ້ເຫັນນິມິດ, ແຕ່ລາວບໍ່ໄດ້ເຫັນຮູບຮ່າງທີ່ແທ້ຈິງຂອງພຣະເຈົ້າ. ພາບລັກສະນະຂອງເນື້ອໜັງໃນການເປັນມະນຸດຂອງພຣະເຈົ້າ ເຊິ່ງເປັນພາບລັກສະນະຂອງສິ່ງທີ່ຖືກສ້າງ ແມ່ນບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ເມື່ອພຣະເຢໂຮວາສ້າງມະນຸດຊາດ, ພຣະອົງກ່າວວ່າ ພຣະອົງສ້າງໃນລັກສະນະຂອງພຣະອົງເອງ ແລະ ສ້າງຜູ້ຊາຍ ແລະ ຜູ້ຍິງ. ໃນເວລານັ້ນ, ພຣະອົງກ່າວວ່າ ພຣະອົງສ້າງຜູ້ຊາຍ ແລະ ຜູ້ຍິງໃນລັກສະນະຂອງພຣະອົງ. ເຖິງແມ່ນພາບລັກຂອງມະນຸດຄ້າຍຄືກັບພາບລັກຂອງພຣະເຈົ້າ, ສິ່ງນີ້ກໍບໍ່ສາມາດຕີຄວາມໝາຍໄດ້ວ່າ ຮູບຮ່າງຂອງມະນຸດແມ່ນພາບລັກຂອງພຣະເຈົ້າ. ເຈົ້າບໍ່ສາມາດໃຊ້ພາສາຂອງມະນຸດຊາດເພື່ອສະຫຼຸບພາບລັກຂອງພຣະເຈົ້າໄດ້ຢ່າງສົມບູນ ຍ້ອນພຣະເຈົ້າສູງສົ່ງຫຼາຍ, ຍິ່ງໃຫຍ່ຫຼາຍ, ອັດສະຈັນຫຼາຍ ແລະ ບໍ່ສາມາດຢັ່ງເຖິງໄດ້!

ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດຂອງພຣະອົງ, ມັນກໍຢູ່ພາຍໃຕ້ການຊົງນໍາຂອງພຣະວິນຍານບໍລິສຸດ; ພຣະອົງກະທຳດັ່ງທີ່ພຣະວິນຍານບໍລິສຸດຕ້ອງການ ແລະ ບໍ່ໄດ້ອີງຕາມພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ ຫຼື ຕາມພາລະກິດຂອງພຣະເຢໂຮວາ. ເຖິງແມ່ນພາລະກິດທີ່ພຣະເຢຊູມາເພື່ອປະຕິບັດນັ້ນບໍ່ໄດ້ປະຕິບັດຕາມກົດລະບຽບຂອງພຣະເຢໂຮວາ ຫຼື ພຣະບັນຍັດຂອງພຣະເຢໂຮວາ, ແຫຼ່ງກຳເນີດຂອງພຣະອົງທັງສອງແມ່ນສິ່ງດຽວກັນ ແລະ ເໝືອນກັນ. ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ. ພາລະກິດທີ່ພຣະເຢຊູປະຕິບັດພຽງແຕ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະເຢໂຮວາປະຕິບັດກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະເຢໂຮວານໍາພາປະຊາຊົນອິດສະຣາເອນ ແລະ ອີຢິບເທົ່ານັ້ນ ແລະ ທຸກຊົນຊາດທີ່ຢູ່ນອກອິດສະຣາເອນ. ພາລະກິດຂອງພຣະເຢຊູໃນພຣະສັນຍາໃໝ່ໃນຍຸກແຫ່ງພຣະຄຸນນັ້ນ ແມ່ນພາລະກິດຂອງພຣະເຈົ້າພາຍໃຕ້ພຣະນາມຂອງພຣະເຢຊູເພື່ອນໍາພາຍຸກນັ້ນ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະເຢຊູແມ່ນອີງຕາມພາລະກິດຂອງພຣະເຢໂຮວາ, ພຣະອົງບໍ່ໄດ້ລິເລີ່ມພາລະກິດໃໝ່ໃດເລີຍ ແລະ ທຸກສິ່ງທີ່ພຣະອົງກະທຳແມ່ນຕາມພຣະທຳຂອງພຣະເຢໂຮວາ, ຕາມພາລະກິດຂອງພຣະເຢໂຮວາ ແລະ ການທຳນາຍຂອງເອຊາຢາ, ຖ້າເປັນແບບນັ້ນແລ້ວ ພຣະເຢໂຮວາກໍຈະບໍ່ແມ່ນພຣະເຈົ້າທີ່ກາຍມາເປັນມະນຸດ. ຖ້າພຣະອົງປະຕິບັດພາລະກິດຂອງພຣະອົງໃນລັກສະນະນີ້, ພຣະອົງກໍຈະໄດ້ເປັນອັກຄະສາວົກ ຫຼື ເປັນພຽງຄົນງານໃນຍຸກແຫ່ງພຣະບັນຍັດ. ຖ້າມັນເປັນຄືກັບເຈົ້າເວົ້າ, ແລ້ວພຣະເຢຊູກໍຈະບໍ່ສາມາດລິເລີ່ມຍຸກໃໝ່ໄດ້ ຫຼື ພຣະອົງຈະບໍ່ສາມາດປະຕິບັດພາລະກິດໃດໆໄດ້ເລີຍ. ເຊັ່ນດຽວກັນ, ພຣະວິນຍານບໍລິສຸດກໍຕ້ອງໄດ້ປະຕິບັດພາລະກິດຂອງພຣະອົງຜ່ານທາງພຣະເຢໂຮວາເປັນຫຼັກ ແລະ ຖ້າຫາກບໍ່ໄດ້ປະຕິບັດຜ່ານທາງພຣະເຢໂຮວາ, ພຣະວິນຍານບໍລິສຸດກໍຈະບໍ່ສາມາດປະຕິບັດພາລະກິດໃໝ່ໄດ້ເລີຍ. ມະນຸດເຂົ້າໃຈພາລະກິດຂອງພຣະເຢຊູໃນລັກສະນະນີ້ແມ່ນເປັນການເຂົ້າໃຈຜິດ. ຖ້າມະນຸດເຊື່ອວ່າ ພາລະກິດທີ່ພຣະເຢຊູແມ່ນຖືກປະຕິບັດໂດຍອີງຕາມພຣະທຳຂອງພຣະເຢໂຮວາ ແລະ ອີງຕາມການທຳນາຍຂອງເອຊາຢາ, ແລ້ວພຣະເຢຊູເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ພຣະອົງເປັນພຽງຜູ້ປະກາດພຣະທຳ? ອີງຕາມມຸມມອງນີ້, ຈະບໍ່ມີຍຸກແຫ່ງພຣະຄຸນ ແລະ ພຣະເຢຊູກໍຈະບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ, ຍ້ອນພາລະກິດທີ່ພຣະອົງປະຕິບັດບໍ່ສາມາດເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນໄດ້ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ກັບພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ສາມາດມີຍຸກໃໝ່ໄດ້ກໍຕໍ່ເມື່ອພຣະເຢຊູສະເດັດມາເພື່ອປະຕິບັດພາລະກິດໃໝ່, ເພື່ອເລີ່ມຕົ້ນຂັ້ນຕອນໃໝ່, ເພື່ອທຳລາຍພາລະກິດທີ່ໄດ້ກະທຳໃນອິດສະຣາເອນກ່ອນໜ້ານີ້ ແລະ ເພື່ອປະຕິບັດພາລະກິດຂອງພຣະອົງໂດຍບໍ່ໃຫ້ສອດຄ່ອງກັບພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອນ ຫຼື ກັບກົດລະບຽບເກົ່າໆຂອງພຣະອົງ ຫຼື ສອດຄ່ອງກັບກົດລະບຽບຕ່າງໆ, ແຕ່ກົງກັນຂ້າມ ແມ່ນເພື່ອປະຕິບັດພາລະກິດໃໝ່ທີ່ພຣະອົງຄວນກະທຳ. ພຣະເຈົ້າເອງສະເດັດມາເພື່ອລິເລີ່ມຍຸກໃໝ່ ແລະ ພຣະເຈົ້າເອງສະເດັດມາເພື່ອນໍາຍຸກດັ່ງກ່າວໄປສູ່ຈຸດສິ້ນສຸດ. ມະນຸດບໍ່ສາມາດປະຕິບັດພາລະກິດຂອງການເລີ່ມຕົ້ນຍຸກໃດໜຶ່ງ ແລະ ສິ້ນສຸດຍຸກດັ່ງກ່າວໄດ້. ຖ້າພຣະເຢຊູບໍ່ໄດ້ນໍາພາລະກິດຂອງພຣະເຢໂຮວາມາສູ່ຈຸດສິ້ນສຸດຫຼັງຈາກທີ່ພຣະອົງສະເດັດມາ, ແລ້ວສິ່ງນັ້ນກໍຈະພິສູດໃຫ້ເຫັນວ່າ ພຣະອົງເປັນພຽງມະນຸດເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ແນ່ນອນ ຍ້ອນວ່າ ພຣະເຢຊູສະເດັດມາ ແລະ ໄດ້ສິ້ນສຸດພາລະກິດຂອງພຣະເຢໂຮວາ, ສືບຕໍ່ພາລະກິດຂອງພຣະເຢໂຮວາ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ປະຕິບັດພາລະກິດຂອງພຣະອົງເອງ ນັ້ນກໍຄື ພາລະກິດໃໝ່ ຈຶ່ງພິສູດໄດ້ວ່ານີ້ແມ່ນຍຸກໃໝ່ ແລະ ພຣະເຢຊູກໍຄືພຣະເຈົ້າເອງ. ພຣະອົງທັງສອງປະຕິບັດສອງຂັ້ນຕອນພາລະກິດທີ່ແຕກຕ່າງກັນ. ຂັ້ນຕອນທຳອິດແມ່ນຖືກປະຕິບັດໃນພຣະວິຫານ ແລະ ອີກຂັ້ນຕອນແມ່ນຖືກປະຕິບັດນອກພຣະວິຫານ. ຂັ້ນຕອນໜຶ່ງແມ່ນການຊີ້ນໍາຊີວິດຂອງມະນຸດຕາມກົດໝາຍ ແລະ ອີກຂັ້ນຕອນແມ່ນການຖວາຍເຄື່ອງບູຊາແທນຄວາມຜິດບາບ. ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນແຕກຕ່າງກັນຢ່າງສິ້ນເຊີງ; ມັນເປັນການແບ່ງຍຸກໃໝ່ອອກຈາກຍຸກເກົ່າ ແລະ ມັນຖືກຕ້ອງທີ່ສຸດທີ່ຈະເວົ້າວ່າ ພວກມັນແມ່ນສອງຍຸກທີ່ແຕກຕ່າງກັນ. ສະຖານທີ່ຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງທັງສອງກໍແຕກຕ່າງກັນ. ເມື່ອເປັນແບບນັ້ນ ຈຶ່ງສາມາດແບ່ງອອກເປັນສອງຍຸກ ນັ້ນກໍຄື: ພຣະສັນຍາເດີມ ແລະ ໃໝ່ ເຊິ່ງໝາຍຄວາມວ່າ ຍຸກໃໝ່ ແລະ ເກົ່າ. ເມື່ອພຣະເຢຊູສະເດັດມາ ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ເຊິ່ງພິສູດໄດ້ວ່າ ຍຸກຂອງພຣະເຢໂຮວາໄດ້ຈົບສິ້ນລົງແລ້ວ. ພຣະອົງບໍ່ໄດ້ເຂົ້າໄປໃນພຣະວິຫານ ກໍຍ້ອນວ່າ ພາລະກິດຂອງພຣະເຢໂຮວາທີ່ຢູ່ໃນພຣະວິຫານແມ່ນສຳເລັດລົງແລ້ວ ແລະ ບໍ່ຈຳເປັນຕ້ອງປະຕິບັດຄືນໃໝ່ອີກ ແລະ ຖ້າປະຕິບັດຄືນໃໝ່ ກໍຖືວ່າເປັນການເຮັດພາລະກິດນັ້ນຊໍ້າຄືນອີກຄັ້ງ. ການອອກຈາກພຣະວິຫານ, ການເລີ່ມຕົ້ນພາລະກິດໃໝ່ ແລະ ການລິເລີ່ມເສັ້ນທາງໃໝ່ທີ່ຢູ່ນອກພຣະວິຫານເທົ່ານັ້ນ ພຣະອົງຈຶ່ງສາມາດນໍາພາລະກິດຂອງພຣະເຈົ້າໄປສູ່ຈຸດສູງສຸດ. ຖ້າພຣະອົງບໍ່ໄດ້ອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຈະຢຸດຢູ່ເທິງພື້ນຂອງພຣະວິຫານ ແລະ ຈະບໍ່ມີການປ່ຽນແປງໃໝ່ໃດໆ. ດ້ວຍເຫດນັ້ນ ເມື່ອພຣະເຢຊູມາ ພຣະອົງຈຶ່ງບໍ່ໄດ້ເຂົ້າສູ່ພຣະວິຫານ ແລະ ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງໃນພຣະວິຫານ. ພຣະອົງປະຕິບັດພາລະກິດຂອງພຣະອົງຢູ່ນອກພຣະວິຫານ, ນໍາພາສາວົກຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງຢ່າງເປີດເຜີຍ. ການທີ່ພຣະເຈົ້າອອກຈາກພຣະວິຫານເພື່ອປະຕິບັດພາລະກິດຂອງພຣະອົງໝາຍຄວາມວ່າ ພຣະເຈົ້າມີແຜນການໃໝ່. ພາລະກິດຂອງພຣະອົງແມ່ນຕ້ອງຖືກປະຕິບັດຢູ່ນອກພຣະວິຫານ ແລະ ມັນກໍເປັນພາລະກິດໃໝ່ທີ່ບໍ່ໄດ້ຖືກຈຳກັດຢູ່ໃນລັກສະນະຂອງການຈັດຕັ້ງປະຕິບັດຂອງພາລະກິດນັ້ນ. ທັນທີທີ່ພຣະເຢຊູສະເດັດມາເຖິງ, ພຣະອົງໄດ້ນໍາພາລະກິດຂອງພຣະເຢໂຮວາ ເຊິ່ງຢູ່ໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງລິເລີ່ມເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງລິເລີ່ມເສັ້ນທາງໃໝ່, ລິເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່. ຕະຫຼອດເວລາ, ພຣະວິນຍານຂອງພຣະເຈົ້າແມ່ນປະຕິບັດພາລະກິດໃໝ່, ບໍ່ເຄີຍຍຶດຕິດກັບວິທີທາງ ແລະ ກົດລະບຽບເດີມໆ. ພາລະກິດຂອງພຣະອົງບໍ່ເຄີຍຢຸດ ແຕ່ປະຕິບັດຢູ່ທຸກຊ່ວງເວລາ. ຖ້າເຈົ້າເວົ້າວ່າ ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດປ່ຽນແປງໄດ້, ແລ້ວເປັນຫຍັງພຣະເຢໂຮວາຈຶ່ງຮຽກຮ້ອງໃຫ້ພວກປະໂລຫິດຮັບໃຊ້ພຣະອົງໃນພຣະວິຫານ ແຕ່ພຣະເຢຊູບໍ່ໄດ້ເຂົ້າໄປໃນພຣະວິຫານເລີຍ, ເຖິງແມ່ນວ່າ ເມື່ອພຣະອົງສະເດັດມາ, ຜູ້ຄົນຍັງໄດ້ເວົ້າວ່າ ພຣະອົງເປັນປະໂລຫິດຊັ້ນສູງ ແລະ ພຣະອົງມາຈາກຄົວເຮືອນຂອງເດວິດ ແລະ ຍັງເປັນປະໂລຫິດຊັ້ນສູງ ແລະ ເປັນກະສັດທີ່ຍິ່ງໃຫຍ່? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ຖວາຍເຄື່ອງບູຊາ? ການເຂົ້າໄປໃນພຣະວິຫານ ຫຼື ການບໍ່ເຂົ້າໄປໃນພຣະວິຫານ, ສິ່ງນີ້ບໍ່ແມ່ນພາລະກິດຂອງພຣະເຈົ້າເອງບໍ? ຕາມທີ່ມະນຸດຈິນຕະນາການ ຖ້າພຣະເຢຊູກັບມາອີກຄັ້ງ ແລະ ໃນຍຸກສຸດທ້າຍ ພຣະອົງຈະຍັງຖືກເອີ້ນວ່າ ພຣະເຢຊູ ແລະ ຍັງມາເທິງເມກສີຂາວ, ລົງມາທ່າມກາງມະນຸດໃນພາບລັກສະນະຂອງພຣະເຢຊູ: ແລ້ວນັ້ນຈະບໍ່ແມ່ນການເຮັດຊໍ້າພາລະກິດຂອງພຣະອົງບໍ? ພຣະວິນຍານບໍລິສຸດສາມາຍຶດຕິດກັບອະດີດບໍ? ທຸກສິ່ງທີ່ມະນຸດເຊື່ອແມ່ນແນວຄິດ ແລະ ທຸກສິ່ງທີ່ມະນຸດເຂົ້າໃຈແມ່ນຕາມຄວາມໝາຍຂອງຄໍາເວົ້າໂດຍກົງ ແລະ ຕາມຈິນຕະນາການຂອງເຂົາເຊັ່ນກັນ; ພວກມັນບໍ່ສອດຄ່ອງກັບຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດພາລະກິດໃນລັກສະນະນັ້ນ; ພຣະເຈົ້າບໍ່ໄດ້ບ້າ ແລະ ໂງ່ຈ້າແບບນັ້ນ ແລະ ພາລະກິດຂອງພຣະອົງກໍບໍ່ໄດ້ງ່າຍດາຍຄືກັບທີ່ເຈົ້າຈິນຕະນາການ. ອີງຕາມທຸກສິ່ງທີ່ມະນຸດຈິນຕະນາການ, ພຣະເຢຊູຈະມາໂດຍຂີ່ກ້ອນເມກ ແລະ ສະເດັດມາທ່າມກາງພວກເຈົ້າ. ພວກເຈົ້າຈະເຫັນພຣະອົງ ຜູ້ທີ່ຈະບອກພວກເຈົ້າວ່າ ພຣະອົງເປັນພຣະເຈົ້າ ໂດຍຂີ່ເທິງກ້ອນເມກ. ພວກເຈົ້າຈະໄດ້ເຫັນຮອຍຕະປູໃນມືຂອງພຣະອົງເຊັ່ນກັນ ແລະ ຈະຮູ້ວ່າພຣະອົງເປັນພຣະເຢຊູ. ແລ້ວພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນອີກຄັ້ງ ແລະ ຈະເປັນພຣະເຈົ້າທີ່ຍິ່ງໃຫຍ່ຂອງພວກເຈົ້າ. ພຣະອົງຈະຊ່ວຍພວກເຈົ້າໃຫ້ລອດພົ້ນ, ປະທານຊື່ໃໝ່ໃຫ້ກັບພວກເຈົ້າ ແລະ ມອບກ້ອນຫີນສີຂາວໃຫ້ກັບພວກເຈົ້າແຕ່ລະຄົນ ຫຼັງຈາກທີ່ພວກເຈົ້າໄດ້ຮັບອະນຸຍາດໃຫ້ເຂົ້າສູ່ອານາຈັກສະຫວັນ ແລະ ຖືກຮັບເຂົ້າສູ່ສະຫວັນວິມານ. ຄວາມເຊື່ອດັ່ງກ່າວບໍ່ແມ່ນແນວຄິດຂອງມະນຸດບໍ? ພຣະເຈົ້າປະຕິບັດພາລະກິດຕາມແນວຄິດຂອງມະນຸດ ຫຼື ພຣະອົງປະຕິບັດພາລະກິດກົງກັນຂ້າມກັບແນວຄິດຂອງມະນຸດກັນແທ້? ແນວຄິດທັງໝົດຂອງມະນຸດບໍ່ໄດ້ມາຈາກຊາຕານບໍ? ມະນຸດທຸກຄົນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມບໍ? ຖ້າພຣະເຈົ້າປະຕິບັດພາລະກິດຂອງພຣະອົງຕາມແນວຄິດຂອງມະນຸດ, ແລ້ວພຣະອົງຈະບໍ່ກາຍມາເປັນຊາຕານບໍ? ພຣະອົງຈະບໍ່ເປັນປະເພດດຽວກັນກັບການເນລະມິດສ້າງຂອງພຣະອົງບໍ? ຍ້ອນວ່າ ປັດຈຸບັນນີ້ ການເນລະມິດສ້າງຂອງພຣະອົງຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍ ມະນຸດຈຶ່ງກາຍມາເປັນຮູບລັກຂອງຊາຕານ, ຖ້າພຣະເຈົ້າຕ້ອງປະຕິບັດພາລະກິດຕາມສິ່ງຕ່າງໆຂອງຊາຕານ, ແລ້ວພຣະອົງຈະບໍ່ຢູ່ຮ່ວມລີກດຽວກັນກັບຊາຕານບໍ? ມະນຸດຈະສາມາດຢັ່ງເຖິງພາລະກິດຂອງພຣະເຈົ້າໄດ້ແນວໃດ? ສະນັ້ນ ພຣະເຈົ້າຈະບໍ່ປະຕິບັດພາລະກິດຕາມແນວຄິດຂອງມະນຸດຈັກເທື່ອ, ພຣະອົງຈະບໍ່ປະຕິບັດພາລະກິດໃນລັກສະນະທີ່ເຈົ້າຈິນຕະນາການ. ມີຄົນທີ່ເວົ້າວ່າ ພຣະເຈົ້າເອງກ່າວວ່າ ພຣະອົງຈະມາເຖິງເທິງກ້ອນເມກ. ເປັນຄວາມຈິງທີ່ພຣະເຈົ້າກ່າວສິ່ງດັ່ງກ່າວດ້ວຍຕົວພຣະອົງເອງ, ແຕ່ເຈົ້າບໍ່ຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດຢັ່ງເຖິງສິ່ງລຶກລັບຂອງພຣະເຈົ້າໄດ້? ເຈົ້າຮູ້ບໍວ່າ ບໍ່ມີມະນຸດຄົນໃດທີ່ສາມາດອະທິບາຍພຣະທຳຂອງພຣະເຈົ້າໄດ້? ເຈົ້າໝັ້ນໃຈໂດຍບໍ່ມີຄວາມສົງໄສແມ່ນແຕ່ໜ້ອຍດຽວບໍວ່າ ເຈົ້າໄດ້ຮັບການສ່ອງແສງສະຫວ່າງ ແລະ ການເຍືອງທາງໂດຍພຣະວິນຍານບໍລິສຸດ? ແນ່ໃຈບໍ່ວ່າ ພຣະວິນຍານບໍລິສຸດບໍ່ໄດ້ສະແດງໃຫ້ເຈົ້າເຫັນໃນສິ່ງນັ້ນໂດຍກົງ? ແມ່ນພຣະວິນຍານບໍລິສຸດບໍທີ່ແນະນໍາເຈົ້າ ຫຼື ແນວຄິດຂອງເຈົ້າເອງທີ່ນໍາພາເຈົ້າໃຫ້ຄິດແບບນັ້ນ? ເຈົ້າເວົ້າວ່າ “ສິ່ງນີ້ແມ່ນຖືກກ່າວໂດຍພຣະເຈົ້າເອງ”. ແຕ່ພວກເຮົາບໍ່ສາມາດໃຊ້ແນວຄິດ ແລະ ຈິດໃຈຂອງພວກເຮົາເອງເພື່ອວັດແທກພຣະທຳຂອງພຣະເຈົ້າ. ສຳລັບຄຳເວົ້າທີ່ເອຊາຢາເວົ້າອອກມານັ້ນ, ເຈົ້າສາມາດອະທິບາຍຄຳເວົ້າຂອງລາວຢ່າງໝັ້ນໃຈທີ່ສຸດບໍ? ເຈົ້າກ້າທີ່ຈະອະທິບາຍຄຳເວົ້າຂອງລາວບໍ? ໃນເມື່ອເຈົ້າບໍ່ກ້າອະທິບາຍຄຳເວົ້າຂອງເອຊາຢາ, ແລ້ວເປັນຫຍັງເຈົ້າຈຶ່ງກ້າອະທິບາຍພຣະທຳຂອງພຣະເຢຊູ? ແມ່ນໃຜສູງສົ່ງກວ່າກັນ ພຣະເຢຊູ ຫຼື ເອຊາຢາ? ເມື່ອຄຳຕອບແມ່ນພຣະເຢຊູ, ເປັນຫຍັງເຈົ້າຈຶ່ງອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້? ພຣະເຈົ້າໄດ້ບອກເຈົ້າກ່ຽວກັບພາລະກິດຂອງພຣະອົງໄວ້ລ່ວງໜ້າບໍ? ບໍ່ມີສິ່ງຊົງສ້າງແມ່ນແຕ່ສິ່ງດຽວທີ່ສາມາດຮູ້ໄດ້, ບໍ່ມີແມ່ນແຕ່ຜູ້ສົ່ງຂ່າວໃນສະຫວັນ ຫຼື ບຸດມະນຸດ, ແລ້ວເຈົ້າຈະຮູ້ໄດ້ແນວໃດ? ມະນຸດຂາດຕົກບົກຜ່ອງຫຼາຍ. ສິ່ງທີ່ສຳຄັນສຳລັບພວກເຈົ້າໃນຕອນນີ້ກໍຄື ການຮູ້ຈັກພາລະກິດສາມຂັ້ນຕອນ. ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ພວກມັນທັງໝົດເປັນພາລະກິດຂອງພຣະວິນຍານອົງດຽວ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລີ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

ກ່ອນນີ້: ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ຕໍ່ໄປ: ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້