ບົດທີ 36

ພຣະເຈົ້າທີ່ແທ້ຈິງຜູ້ຊົງລິດທານຸພາບສູງສຸດ, ກະສັດຜູ້ປະທັບເທິງບັນລັງ, ປົກຄອງທົ່ວທັງຈັກກະວານ, ຫັນໜ້າຫາປະຊາຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ ແລະ ສະຫງ່າລາສີຂອງພຣະເຈົ້າກໍສ່ອງແສງໄປທົ່ວໂລກ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ສິ່ງມີຊີວິດທັງປວງໄດ້ເປີດຜ້າມ່ານຂອງພວກເຂົາອອກໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ພວກເຂົາກໍໄດ້ຮັບການຟື້ນຟູ, ຄືກັບວ່າຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ອ່ອນທີ່ແທງດິນຂຶ້ນມາ!

ໂອ້! ພຣະເຈົ້າທີ່ແທ້ຈິງອົງດຽວປາກົດຕໍ່ໜ້າປະຊາກອນຂອງໂລກ. ຜູ້ໃດຈະກ້າເຂົ້າໃກ້ພຣະອົງດ້ວຍການຕໍ່ຕ້ານ? ທຸກຄົນຕ່າງສັ່ນສະທ້ານດ້ວຍຄວາມຢ້ານກົວ. ທຸກຄົນຕ່າງກໍເຊື່ອ ແລະ ຍອມຮັບຢ່າງສິ້ນເຊີງ. ແລະ ທັງໝົດຕ່າງກໍວອນຂໍການອະໄພໂທດຊໍ້າແລ້ວຊໍ້າອີກ. ຜູ້ຄົນຈຳນວນນັບບໍ່ຖ້ວນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ປາກຈຳນວນນັບບໍ່ຖ້ວນກໍນະມັດສະການພຣະອົງ! ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຕ່າງກໍສັນລະເສີນພຣະອົງຢ່າງບໍ່ມີສິ້ນສຸດ! ສາຍລົມທີ່ອົບອຸ່ນ, ພ້ອມກັບລົມຫາຍໃຈຂອງລະດູບານໃໝ່ ໄດ້ນໍາເອົາຝົນລະດູບານໃໝ່ທີ່ຕົກຄ່ອຍໆ ແລະ ບໍ່ຂາດສາຍມາດ້ວຍ. ສາຍນໍ້າທີ່ໄຫຼລິນ ແລະ ມວນຊົນກໍເປັນເໝືອນກັນ, ທັງສອງຕ່າງກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມຮູ້ສຶກຜິດ ແລະ ການຕຳໜິຕົນເອງ. ແມ່ນໍ້າ, ທະເລສາບ, ຄື້ນ ແລະ ຄື້ນຟອງນ້ຳທັງໝົດຕ່າງກໍຮ້ອງເພງ, ສັນລະເສີນພຣະນາມອັນບໍລິສຸດຂອງພຣະເຈົ້າທີ່ແທ້ຈິງ! ສຽງແຫ່ງການສັນລະເສີນດັງກ້ອງກັງວານຢ່າງແຈ່ມແຈ້ງ! ສິ່ງເກົ່າໆທີ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກມັນແຕ່ລະຢ່າງ ແລະ ທຸກຢ່າງຈະຖືກຟື້ນຟູຂຶ້ນໃໝ່ ແລະ ປ່ຽນແປງ ແລະ ຈະເຂົ້າສູ່ອານາເຂດໃໝ່ທັງໝົດ...

ນີ້ຄືແກສັກສິດ ແລະ ມັນໄດ້ເລີ່ມດັງຂຶ້ນແລ້ວ! ຈົ່ງຟັງສຽງມັນ. ສຽງນັ້ນ, ອັນແສນອ່ອນຫວານ, ຄືພຣະຄໍາຈາກບັນລັງ. ມັນປະກາດແກ່ທຸກຊາດ ແລະ ທຸກຊົນຊາດວ່າ ເວລາໄດ້ມາເຖິງແລ້ວ, ຜົນສຸດທ້າຍຂອງຍຸກສຸດທ້າຍຢູ່ທີ່ນີ້ແລ້ວ, ແຜນການຄຸ້ມຄອງຂອງເຮົາໄດ້ສຳເລັດແລ້ວ, ລາຊະອານາຈັກຂອງເຮົາໄດ້ປາກົດຢ່າງເປີດເຜີຍເທິງແຜ່ນດິນໂລກ ແລະ ລາຊະອານາຈັກທັງຫຼາຍໃນໂລກນີ້ໄດ້ກາຍເປັນລາຊະອານາຈັກຂອງເຮົາຜູ້ຊົງເປັນພຣະເຈົ້າ. ແກທັງເຈັດຂອງເຮົາດັງຂຶ້ນຈາກບັນລັງ ແລະ ສິ່ງໜ້າອັດສະຈັນດັ່ງກ່າວກໍຈະເກີດຂຶ້ນ! ຜູ້ຄົນສຸດຂອບແຜ່ນດິນໂລກຈະຮີບມາພ້ອມກັນຈາກທຸກທິດທາງດ້ວຍກໍາລັງຂອງຫິມະຖະຫຼົ່ມ ແລະ ພະລັງຂອງສາຍຟ້າແມບ, ບາງຄົນກໍຂີ່ເຮືອໃນທະເລ, ບາງຄົນຂີ່ເຮືອບິນ, ບາງຄົນຂີ່ຍານພະຫະນະທຸກຮູບແບບ ແລະ ທຸກຂະໜາດ, ບາງຄົນກໍຂີ່ເທິງຫຼັງມ້າ. ໃຫ້ເບິ່ງໃກ້ໆ. ໃຫ້ຟັງຢ່າງລະມັດລະວັງ. ຜູ້ຂີ່ມ້າທຸກສີເຫຼົ່ານີ້ ທີ່ປຸກຈິດວິນຍານ, ຍິ່ງໃຫຍ່ ແລະ ສະຫງ່າງາມ, ຄືກັບວ່າກຳລັງອອກໄປສູ່ສະໜາມຮົບ ແມ່ນບໍ່ສົນໃຈຄວາມຕາຍເລີຍ. ທ່າມກາງສຽງຮ້ອງຂອງມ້າ ແລະ ສຽງວຸ້ນວາຍຂອງຜູ້ຄົນທີ່ຮ້ອງຂຶ້ນຫາພຣະເຈົ້າທີ່ແທ້ຈິງ, ຜູ້ຊາຍຫຼາຍຄົນ, ແມ່ຍິງ ແລະ ເດັກນ້ອຍຈະຖືກຢຽບຢໍ່າດ້ວຍຕີນຂອງມ້າທັນທີ. ບາງຄົນຈະຕາຍ, ບາງຄົນຈະຫາຍໃຈເປັນຄັ້ງສຸດທ້າຍ, ບາງຄົນຈະຖືກໜີບຮັດ, ບໍ່ມີຜູ້ໃດມາເບິ່ງແຍງ, ຮ້ອງຂຶ້ນໂດຍບໍ່ຢຸດຢັ້ງ, ເຫົ່າຫອນດ້ວຍຄວາມເຈັບປວດ. ລູກຊາຍແຫ່ງຄວາມກະບົດເອີຍ! ນີ້ບໍ່ແມ່ນຜົນຕາມມາສຸດທ້າຍຂອງພວກເຈົ້າບໍ?

ເຮົາຊົມເບິ່ງປະຊາຊົນຂອງເຮົາດ້ວຍຄວາມປິຕິຍິນດີ, ຜູ້ທີ່ສາມາດໄດ້ຍິນສຸລະສຽງຂອງເຮົາ ແລະ ມາເຕົ້າໂຮມກັນຈາກທຸກຊາດ ແລະ ທຸກດິນແດນ. ມວນຊົນຕ່າງກໍເວົ້າເຖິງພຣະເຈົ້າທີ່ແທ້ຈິງຢູ່ສະເໝີ, ກໍສັນລະເສີນ ແລະ ໂດດໂລດເຕັ້ນຢ່າງບໍ່ມີສິ້ນສຸດ! ພວກເຂົາເປັນພະຍານຕໍ່ໂລກ ແລະ ສຽງແຫ່ງການເປັນພະຍານຂອງພວກເຂົາຕໍ່ພຣະເຈົ້າທີ່ແທ້ຈິງກໍດັງກ້ອງກັງວານເໝືອນສຽງຟ້າຮ້ອງຂອງສາຍນໍ້າຫຼວງຫຼາຍ. ມວນຊົນຈະແຫ່ກັນເຂົ້າມາໃນລາຊະອານາຈັກຂອງເຮົາ.

ແກທັງເຈັດຂອງເຮົາສົ່ງສຽງດັງ, ປຸກຄົນທີ່ນອນຫຼັບຢູ່ໃຫ້ຕື່ນຂຶ້ນ! ຈົ່ງຕື່ນໄວໆ, ມັນບໍ່ໄດ້ຊ້າເກີນໄປ. ເບິ່ງຊີວິດຂອງເຈົ້າ! ມືນຕາຂອງເຈົ້າ ແລະ ເບິ່ງວ່າຕອນນີ້ແມ່ນເວລາເທົ່າໃດແລ້ວ. ມີຫຍັງໃຫ້ສະແຫວງຫາບໍ? ມີຫຍັງໃຫ້ຄິດເຖິງບໍ? ແລ້ວມີຫຍັງໃຫ້ຍຶດຕິດບໍ? ເຈົ້າບໍ່ເຄີຍພິຈາລະນາເຖິງຄວາມແຕກຕ່າງໃນຄຸນຄ່າລະຫວ່າງການໄດ້ຮັບຊີວິດຂອງເຮົາ ແລະ ການໄດ້ຮັບທຸກສິ່ງທີ່ເຈົ້າຮັກ ແລະ ຍຶດຕິດບໍ? ຢ່າຫົວແຂງ ຫຼື ລ່າເລີງອີກຕໍ່ໄປ. ຢ່າພາດໂອກາດນີ້. ເວລາແບບນີ້ຈະບໍ່ມາອີກຄັ້ງ! ໃຫ້ຢືນຂຶ້ນທັນທີ, ປະຕິບັດການໃຊ້ວິນຍານຂອງເຈົ້າ, ໃຊ້ຫຼາກຫຼາຍເຄື່ອງມືເພື່ອເບິ່ງທະລຸ ແລະ ຂັດຂວາງກົນອຸບາຍ ແລະ ກົນລວງທັງໝົດຂອງຊາຕານ ແລະ ເອົາໄຊຊະນະເໜືອຊາຕານ, ເພື່ອວ່າປະສົບການໃນຊີວິດຂອງເຈົ້າອາດເລິກເຊິ່ງຂຶ້ນ ແລະ ເຈົ້າອາດດຳລົງຊີວິດຕາມອຸປະນິໄສຂອງເຮົາ, ເພື່ອວ່າຊີວິດຂອງເຈົ້າອາດເປັນຜູ້ໃຫຍ່ ແລະ ມີປະສົບການ ແລະ ເຈົ້າອາດຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດສະເໝີ. ໂດຍບໍ່ສະທ້ານ, ບໍ່ອ່ອນແອ, ກ້າວໄປຂ້າງໜ້າຢູ່ສະເໝີ, ເທື່ອລະກ້າວ, ຊື່ກົງຈົນເຖິງສຸດປາຍທາງ!

ເມື່ອແກທັງເຈັດດັງຂຶ້ນອີກຄັ້ງ, ມັນຈະເປັນການເອີ້ນສູ່ການພິພາກສາ, ການພິພາກສາຂອງລູກຊາຍແຫ່ງຄວາມກະບົດ, ການພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ ແລະ ແຕ່ລະຊົນຊາດຈະຍິນຍອມຢູ່ຕໍ່ໜ້າພຣະເຈົ້າ. ໃບໜ້າທີ່ມີສະຫງ່າລາສີຂອງພຣະເຈົ້າຈະປາກົດຕໍ່ໜ້າບັນດາປະຊາຊາດ ແລະ ຜູ້ຄົນທັງປວງຢ່າງແນ່ນອນ. ທຸກຄົນຈະເຊື່ອຢ່າງສິ້ນເຊີງ ແລະ ຮ້ອງອອກຢ່າງບໍ່ຢຸດຢັ້ງຫາພຣະເຈົ້າທີ່ແທ້ຈິງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະມີສະຫງ່າລາສີຫຼາຍຂຶ້ນ ແລະ ບຸດຊາຍຂອງເຮົາ ແລະ ເຮົາຈະຮ່ວມມີສະຫງ່າລາສີ ແລະ ຮ່ວມໃນຄວາມເປັນກະສັດ, ພິພາກສາບັນດາປະຊາຊາດ ແລະ ຜູ້ຄົນທັງປວງ, ລົງໂທດຄົນຊົ່ວຮ້າຍ, ຊ່ວຍໃຫ້ລອດພົ້ນ ແລະ ມີຄວາມເມດຕາຕໍ່ຄົນທີ່ເປັນຂອງເຮົາ ແລະ ເຮັດໃຫ້ອານາຈັກເຂັ້ມແຂງ ແລະ ໝັ້ນຄົງ. ຜ່ານສຽງແກທັງເຈັດ, ຜູ້ຄົນຈຳນວນຫຼວງຫຼາຍຈະຖືກຊ່ວຍໃຫ້ລອດພົ້ນ, ກັບຄືນມາຢູ່ຕໍ່ໜ້າເຮົາເພື່ອຄຸເຂົ່າ ແລະ ນະມັດສະການດ້ວຍຄຳສັນລະເສີນຢ່າງຕໍ່ເນື່ອງ!

ເມື່ອແກທັງເຈັດສົ່ງສຽງຂຶ້ນອີກຄັ້ງ, ມັນຈະເປັນສຽງຕອນຈົບແຫ່ງຍຸກ, ການເປົ່າແກແຫ່ງໄຊຊະນະເໜືອມານຮ້າຍ ແລະ ຊາຕານ, ການຄຳນັບທີ່ປ່າວປະກາດການເລີ່ມຕົ້ນແຫ່ງການດຳລົງຊີວິດຢ່າງເປີດເຜີຍໃນອານາຈັກເທິງແຜ່ນດິນໂລກ! ສຽງນັ້ນຊ່າງສູງສົ່ງ, ສຽງນີ້ດັງກ້ອງທົ່ວບໍລິເວນບັນລັງ, ການເປົ່າແກນີ້ສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ ເຊິ່ງເປັນສັນຍານແຫ່ງໄຊຊະນະຂອງແຜນການຄຸ້ມຄອງຂອງເຮົາ, ເຊິ່ງເປັນການພິພາກສາຂອງຊາຕານ; ມັນຕັດສິນລົງໂທດແຜ່ນດິນໂລກເກົ່າໃຫ້ຕາຍໄປທັງໝົດ, ກັບຄືນສູ່ຂຸມເລິກທີ່ສຸດ! ການເປົ່າແກນີ້ເປັນສັນຍານວ່າ ປະຕູແຫ່ງຄວາມກະລຸນາກຳລັງຈະອັດແລ້ວ, ຊີວິດແຫ່ງອານາຈັກຈະເລີ່ມຕົ້ນຂຶ້ນເທິງແຜ່ນດິນໂລກ ເຊິ່ງຖືກຕ້ອງ ແລະ ເໝາະສົມ. ພຣະເຈົ້າຊ່ວຍຄົນທີ່ຮັກພຣະອົງໃຫ້ລອດພົ້ນ. ຫຼັງຈາກທີ່ພວກເຂົາກັບຄືນສູ່ອານາຈັກຂອງພຣະອົງ, ຜູ້ຄົນເທິງແຜ່ນດິນໂລກຈະປະສົບກັບຄວາມອຶດຢາກ ແລະ ໂລກລະບາດ ແລະ ຂັນທັງເຈັດໜ່ວຍຂອງພຣະເຈົ້າ ແລະ ໂລກລະບາດທັງເຈັດຈະເກີດຂຶ້ນຕາມມາ. ສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຣະທຳຂອງເຮົາຈະບໍ່ເປັນເຊັ່ນນັ້ນ!

ກ່ອນນີ້: ບົດທີ 35

ຕໍ່ໄປ: ບົດທີ 37

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້