ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນຈົງຮັກພັກດີຕໍ່ຜູ້ໃດນອກຈາກຕໍ່ພຣະອົງໃນທຸກສິ່ງ ແລະ ຕ້ອງສາມາດປະຕິບັດຕາມພຣະປະສົງຂອງພຣະອົງໃນທຸກຢ່າງ. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າທຸກຄົນເຂົ້າໃຈຂໍ້ຄວາມນີ້ ເພາະຄວາມຫຍຸ້ງຍາກຫຼາຍຢ່າງ, ເພາະຄວາມບໍ່ຮູ້, ຄວາມບໍ່ມີເຫດຜົນ ແລະ ຄວາມເສື່ອມຊາມຂອງເຂົາ, ຕົວຢ່າງ: ຄວາມຈິງເຫຼົ່ານີ້ເຊິ່ງຊັດເຈນ ແລະ ພື້ນຖານທີ່ສຸດໃນບັນດາຄວາມຈິງທັງໝົດ ບໍ່ໄດ້ຊັດເຈນໃນເຂົາຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ກ່ອນທີ່ຈຸດຈົບຂອງພວກເຂົາຈະຖືກກຳນົດໄວ້ໃນກ້ອນຫີນ, ເຮົາຄວນຈະບອກພວກເຈົ້າບາງຢ່າງກ່ອນເຊິ່ງມັນເປັນສິ່ງທີ່ສໍາຄັນທີ່ສຸດຕໍ່ກັບພວກເຈົ້າ. ກ່ອນທີ່ເຮົາຈະສືບຕໍ່, ພວກເຈົ້າຄວນເຂົ້າໃຈສິ່ງນີ້ກ່ອນ: ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈິ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ. ບັດນີ້ ເຮົາຈະເລີ່ມເວົ້າກ່ຽວກັບຫົວຂໍ້ທີ່ມີຢູ່ໃນປັດຈຸບັນ.

ຢ່າງທໍາອິດ, ພວກເຈົ້າຄວນສະແຫວງຫາການຮອງຮັບຂອງພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ຍ້ອນພວກເຈົ້າຮັບຮູ້ວ່າພວກເຈົ້າເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ເຈົ້າຕ້ອງມີຫຼັກການໃນການກະທໍາຂອງເຈົ້າ ແລະ ສອດຄ່ອງກັບຄວາມຈິງທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວເກີນຄວາມສາມາດຂອງເຈົ້າ, ແລ້ວເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ຖືກດູຖູກໂດຍມະນຸດທຸກຄົນ. ຫຼັງຈາກທີ່ເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ, ແລ້ວເຈົ້າກໍຈະບໍ່ສາມາດຖືກນັບເຂົ້າຢູ່ໃນເຮືອນຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າແທ້ໆ.

ຢ່າງທີສອງ, ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ເຮົາເວົ້າແມ່ນງ່າຍຫຼາຍ ແຕ່ສໍາລັບພວກເຈົ້າ ມັນເປັນສິ່ງທີ່ຍາກລໍາບາກເຖິງສອງເທົ່າ. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນະຮົກແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາຈະມີວິທີການ ຈັດການແບບອື່ນທີ່ກຽມໄວ້ສໍາລັບຄົນທີ່ບໍ່ຊື່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງຄວາມຫຍຸ້ງຍາກລໍາບາກທີ່ພວກເຈົ້າພົບພໍ້ໃນການເປັນຄົນຊື່ສັດ. ເພາະພວກເຈົ້າທຸກຄົນສະຫຼາດ, ຊໍານິຊໍານານຫຼາຍໃນການປະເມີນຜູ້ຄົນດ້ວຍມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ສິ່ງນີ້ເຮັດໃຫ້ພາລະກິດຂອງເຮົາງ່າຍຂຶ້ນຫຼາຍ. ແລ້ວໃນເມື່ອພວກເຈົ້າແຕ່ລະຄົນຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າທີ່ຊື່ສັດ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຈິນຕະນາການວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ແຮງໄກທີ່ພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງ ແລະ ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບ, ພວກເຂົາຮັບເອົາຄວາມເຈັບປວດເພື່ອໃຫ້ເບິ່ງຄື “ມີມາລະຍາດທີ່ດີ” ແຕ່ພວກເຂົາພັດສະແດງແຂ້ວທີ່ມີພິດຂອງພວກເຂົາ ແລະ ແກວ່ງເລັບມືຂອງພວກເຂົາຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ, ເປັນຄົນທີ່ມີທັກສະ “ການພົວພັນລະຫວ່າງບຸກຄົນ”, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຕໍ່ສູ້ກັບພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ. ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ແລ້ວເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ຖ້າເຈົ້າມີຄວາມສຸກໃນການເປັນຜູ້ຮັບໃຊ້ໃນເຮືອນຂອງພຣະເຈົ້າ, ໂດຍເຮັດວຽກຢ່າງດຸໝັ່ນ ແລະ ເອົາໃຈໃສ່ໃນທຸກເລື່ອງ, ເປັນຜູ້ໃຫ້ຕະຫຼອດ ແລະ ບໍ່ເຄີຍເປັນຜູ້ຮັບ, ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ ເພາະເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນຈິງຈັງ, ຖ້າເຈົ້າເຕັມໃຈທີ່ຈະສະຫຼະຊີວິດ, ຖ້າເຈົ້າສາມາດເສຍສະຫຼະຊີວິດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນເປັນພະຍານ, ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ, ແລ້ວເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ ແລະ ເປັນຄົນທີ່ຈະມີຊີວິດຢູ່ໃນອານາຈັກຢ່າງນິລັນດອນ. ເຈົ້າຄວນຮູ້ວ່າ ເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ມີຄວາມຈົງຮັກພັກດີທີ່ແທ້ຈິງພາຍໃນຕົວເຈົ້າ ຫຼື ບໍ່, ເຈົ້າມີປະຫວັດການທົນທຸກທໍລະມານເພື່ອພຣະເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງພຣະເຈົ້າທັງໝົດ ຫຼື ບໍ່. ຖ້າເຈົ້າຂາດສິ່ງເຫຼົ່ານີ້, ແລ້ວຍັງມີຄວາມບໍ່ເຊື່ອຟັງ, ການຫຼອກລວງ, ຄວາມໂລບມາກ ແລະ ຄວາມທຸກໃຈ. ເມື່ອຫົວໃຈຂອງເຈົ້າບໍ່ຊື່ສັດ, ເຈົ້າຈະບໍ່ໄດ້ຮັບການຍອມຮັບທີ່ດີຈາກພຣະເຈົ້າ ແລະ ຈະບໍ່ມີຊີວິດໃນແສງສະຫວ່າງຈັກເທື່ອ. ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ, ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍ່ຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ຂຽນໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງຕົນວ່າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ແລ້ວເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວເຮືອນຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?

ເລື່ອງທີສາມທີ່ເຮົາຢາກບອກພວກເຈົ້າແມ່ນສິ່ງນີ້: ໃນຊ່ວງເວລາທີ່ດໍາລົງຊີວິດດ້ວຍຄວາມເຊື່ອຕໍ່ພຣະເຈົ້າ ທຸກຄົນໄດ້ເຮັດສິ່ງທີ່ຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າ. ການກະທໍາບໍ່ດີບາງຢ່າງກໍບໍ່ຈໍາເປັນຕ້ອງບັນທຶກວ່າເປັນການກະທໍາຜິດ ແຕ່ບາງຄັ້ງກໍໃຫ້ອະໄພບໍ່ໄດ້; ເນື່ອງຈາກວ່າ ການກະທໍາຫຼາຍຢ່າງທີ່ຝ່າຝືນຕໍ່ພຣະດໍາລັດປົກຄອງ ເຊິ່ງລ່ວງເກີນອຸປະນິໄສຂອງພຣະເຈົ້າ. ຫຼາຍຄົນທີ່ເປັນຫ່ວງກັບຊາຕາກໍາຂອງພວກເຂົາເອງອາດຈະຖາມວ່າ ການກະທໍາເຫຼົ່ານີ້ແມ່ນຫຍັງ. ເຈົ້າຄວນຮູ້ວ່າ ພວກເຈົ້າມີນິໄສອວດດີ ແລະ ຈອງຫອງໂດຍທໍາມະຊາດ ແລະ ບໍ່ເຕັມໃຈຍອມຮັບເອົາຄວາມຈິງ. ຍ້ອນເຫດຜົນດັ່ງກ່າວນີ້, ເຮົາຈໍາເປັນຕ້ອງບອກພວກເຈົ້າໃນຕອນນີ້ເທື່ອລະໜ້ອຍ ຫຼັງຈາກທີ່ພວກເຈົ້າໄດ້ໄຕ່ຕອງຕົນເອງ. ເຮົາແນະນໍາໃຫ້ພວກເຈົ້າທໍາຄວາມເຂົ້າໃຈກັບເນື້ອໃນຂອງພຣະດໍາລັດປົກຄອງໃຫ້ດີຂຶ້ນກວ່າເກົ່າ ແລະ ພະຍາຍາມຮຽນຮູ້ອູປະນິໄສຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ສາມາດປິດປາກພວກເຈົ້າໄດ້, ລີ້ນຂອງເຈົ້າຈາກການເວົ້າໂອ້ອວດຢ່າງຕາມໃຈເກີນໄປ ແລະ ເຈົ້າຈະລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍບໍ່ໄດ້ເຈດຕະນາ ແລະ ຕົກໄປຢູ່ໃນຄວາມມືດ, ສູນເສນການສະຖິດຂອງພຣະວິນຍານບໍລິສຸດ ແລະ ຂາດແສງສະຫວ່າງ. ເພາະວ່າພວກເຈົ້າແມ່ນບໍ່ມີຫຼັກການໃນການກະທໍາ, ເພາະເຈົ້າເຮັດ ແລະ ເວົ້າໃນສິ່ງທີ່ເຈົ້າບໍ່ຄວນ, ເຈົ້າຈະໄດ້ຮັບຜົນກໍາຕາມສະໜອງທີ່ເໝາະສົມ. ເຈົ້າຄວນຮູ້ວ່າ ເຖິງແມ່ນວ່າເຈົ້າບໍ່ມີຫຼັກການໃນຄຳເວົ້າ ແລະ ການກະທຳ, ພຣະເຈົ້າມີຫຼັກການໃນສອງຢ່າງນີ້ຫຼາຍ. ເຫດຜົນທີ່ເຈົ້າໄດ້ຮັບຜົນກໍາຕາມສະໜອງແມ່ນຍ້ອນວ່າເຈົ້າໄດ້ລ່ວງເກີນພຣະເຈົ້າ, ບໍ່ແມ່ນລ່ວງເກີນບຸກຄົນ. ໃນຊີວິດຂອງເຈົ້າ ຖ້າເຈົ້າໄດ້ກະທຳຜິດຫຼາຍຄັ້ງຕໍ່ອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າກໍຈະກາຍເປັນລູກຂອງນະຮົກ. ສໍາລັບມະນຸດແລ້ວ ມັນອາດຈະປະກົດວ່າເຈົ້າພຽງແຕ່ເຮັດສອງສາມຢ່າງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ຢ່າງໃດກໍຕາມ ເຈົ້າຮູ້ຕົວຢູ່ບໍວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າແມ່ນຄົນໜຶ່ງທີ່ບໍ່ມີເຄື່ອງບູຊາແທນຄວາມຜິດບາບໃຫ້ຖວາຍອີກແລ້ວ? ຍ້ອນເຈົ້າໄດ້ຝ່າຝືນພຣະດໍາລັດປົກຄອງຂອງພຣະເຈົ້າຫຼາຍກວ່າໜຶ່ງຄັ້ງ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍບໍ່ໄດ້ສະແດງທ່າທີຂອງການສໍານຶກຜິດ, ບໍ່ມີທາງເລືອກອື່ນສຳລັບເຈົ້ານອກຈາກການຕົກນະຮົກ ເຊິ່ງເປັນບ່ອນທີ່ພຣະເຈົ້າລົງໂທດມະນຸດ. ໃນຂະນະທີ່ຕິດຕາມພຣະເຈົ້າ ມີຄົນຈໍານວນໜ້ອຍໄດ້ສ້າງການກະທຳບາງຢ່າງທີ່ລະເມີດຫຼັກການ ແຕ່ພາຍຫຼັງຖືກຈັດການ ແລະ ໄດ້ຮັບການຊີ້ນໍາ ພວກເຂົາກໍຄ່ອຍໆຄົ້ນພົບຄວາມເສື່ອມຊາມຂອງພວກເຂົາເອງ, ແລ້ວຫຼັງຈາກນັ້ນກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມຈິງທີ່ຖືກຕ້ອງ ແລະ ພວກເຂົາກໍສືບຕໍ່ຮັບການສຶກສາອົບຮົມເປັນຢ່າງດີຈົນຮອດປັດຈຸບັນ. ໃນຕອນສຸດທ້າຍ ກຸ່ມຄົນດັ່ງກ່າວແມ່ນຜູ້ທີ່ຈະຄົງເຫຼືອຢູ່. ແຕ່ເຮົາສະແຫວງຫາຄົນທີ່ຊື່ສັດ; ຖ້າເຈົ້າແມ່ນຄົນຊື່ສັດ ແລະ ເປັນຄົນທີ່ເຮັດຕາມຫຼັກການ ແລ້ວເຈົ້າກໍ່ສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ. ຖ້າໃນການກະທໍາຂອງເຈົ້າ, ເຈົ້າບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ຫສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ມີຈິດໃຈເຄົາລົບບູຊາພຣະເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າກໍ່ໄດ້ມາດຕະຖານແລ້ວ. ຜູ້ໃດທີ່ບໍ່ເຄົາລົບບູຊາພຣະເຈົ້າ ແລະ ບໍ່ມີຈິດໃຈທີ່ຢໍາເກງແມ່ນຈະລ່ວງເກີນພຣະດໍາລັດປົກຄອງຂອງພຣະເຈົ້າຢ່າງຊັດເຈນ. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກມັກຂອງພວກເຂົາ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດປົກຄອງຂອງພຣະເຈົ້າ, ແຮງໄກທີ່ຈະມີຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ແລ້ວສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ພວກເຂົາກໍ່ມັກຈະຈົບລົງດ້ວຍການເຮັດສິ່ງຕ່າງໆທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໂຍນອອກ, ບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກໂຍນລົງສູ່ນະຮົກ ເຊິ່ງຈະຢຸດຕິການພົວພັນທັງໝົດກັບເຮືອນຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາຢ່າງບໍ່ຮູ້ ແລະ ສຸດທ້າຍກໍ່ສ້າງຄວາມໂກດເຄືອງໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຈິນຕະນາການເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຫົວໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຄໍາເວົ້າ ແລະ ຫຼັກຄໍາສອນ, ແຕ່ສາມາດນໍາໄປໃຊ້ເປັນຊັບສົມບັດເພື່ອໃຫ້ເຈົ້າເປັນທີ່ໝັ້ນໃຈຢ່າງໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດຄວາມເປັນຈິງກ່ຽວກັບຄວາມຮູ້ ແລະ ບໍ່ປະກອບມີຄວາມຈິງ, ແລ້ວການຮັບໃຊ້ດ້ວຍຄວາມຮັກຂອງເຈົ້າກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າໄດ້. ມາຮອດຕອນນີ້ ເຈົ້າຄວນຄິດອອກແລ້ວວ່າ ຄວາມເຊື່ອໃນພຣະເຈົ້າບໍ່ແມ່ນການຮຽນທິດສະດີເທົ່ານັ້ນ!

ເຖິງວ່າພຣະທໍາທີ່ເຮົາໃຊ້ຕັກເຕືອນພວກເຈົ້າອາດຈະເປັນບົດຄວາມສັ້ນ, ທຸກສິ່ງທີ່ເຮົາໄດ້ອະທິບາຍມານີ້ແມ່ນສິ່ງທີ່ພວກເຈົ້າຍັງຂາດ. ເຈົ້າຄວນຮູ້ໄວ້ວ່າສິ່ງທີ່ເຮົາເວົ້າໃນປັດຈຸບັນ ແມ່ນເພື່ອປະໂຫຍດຂອງພາລະກິດສຸດທ້າຍຂອງເຮົາຕໍ່ມວນມະນຸດ ເຊິ່ງກໍເພື່ອປະໂຫຍດໃນການກໍານົດຈຸດຈົບຂອງມະນຸດ. ເຮົາບໍ່ປາດຖະໜາທີ່ຈະເຮັດພາລະກິດທີ່ບໍ່ມີປະໂຫຍດຫຍັງຫຼາຍໄປກວ່ານີ້ ແລະ ເຮົາບໍ່ປາດຖະໜາສືບຕໍ່ນໍາພາມະນຸດຜູ້ທີ່ສິ້ນຫວັງ ເໝືອນດັ່ງໄມ້ເນົ່າ, ຢ່າວ່າແຕ່ສືບຕໍ່ນໍາພາຜູ້ທີ່ມີ ເຈດຕະນາບໍ່ດີຢ່າງລັບໆເລີຍ. ບາງເທື່ອໃນມື້ໜຶ່ງ, ພວກເຈົ້າຈະເຂົ້າໃຈເຈດຕະນາທີ່ແທ້ຈິງ ທີ່ຢູ່ເບື້ອງຫຼັງຂອງພຣະທໍາຂອງເຮົາ ແລະ ການປະກອບສ່ວນທີ່ເຮົາໄດ້ມີຕໍ່ມວນມະນຸດ. ບາງເທື່ອໃນມື້ໜຶ່ງ ພວກເຈົ້າຈະເຂົ້າໃຈຂໍ້ຄວາມທີ່ເຮັດໃຫ້ພວກເຈົ້າສາມາດກໍານົດຈຸດຈົບຂອງຕົນເອງໄດ້.

ກ່ອນນີ້: ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ຕໍ່ໄປ: ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້