3. ຄວາມສຳພັນລະຫວ່າງທັງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ເປັນພາລະກິດຂອງພຣະວິນຍານອົງດຽວທັງໝົດ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລິ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ. ບັດນີ້, ມັນຈໍາປັນສໍາລັບເຈົ້າທີ່ຕ້ອງເຂົ້າໃຈວ່າພາລະກິດທັງໝົດຕັ້ງແຕ່ຂັ້ນຕອນທຳອິດຈົນເຖິງປັດຈຸບັນແມ່ນພາລະກິດຂອງພຣະເຈົ້າອົງດຽວ, ເປັນພາລະກິດຂອງພຣະວິນຍານອົງດຽວ. ເລື່ອງນີ້ບໍ່ຈຳເປັນຕ້ອງສົງໄສ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ. ມີພຽງແຕ່ພຣະເຈົ້າພຣະອົງເອງເທົ່ານັ້ນທີ່ຈະສາມາດປະຕິບັດພາລະກິດສາມຂັ້ນຕອນສຳເລັດໄດ້ ແລະ ບໍ່ມີໃຜທີ່ສາມາດປະຕິບັດພາລະກິດດັ່ງກ່າວແທນພຣະອົງໄດ້-ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າພຣະອົງເອງທີ່ສາມາດປະຕິບັດພາລະກິດຂອງພຣະອົງເອງຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ. ເຖິງແມ່ນວ່າ ພາລະກິດສາມຂັ້ນຕອນຂອງພຣະເຈົ້າຖືກນໍາໄປປະຕິບັດໃນຍຸກ ແລະ ສະຖານທີ່ທີ່ແຕກຕ່າງກັນ ແລະ ເຖິງແມ່ນວ່າ ພາລະກິດຂອງແຕ່ລະຢ່າງແຕກຕ່າງກັນ, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ປະຕິບັດພາລະກິດທັງໝົດ. ຈາກນິມິດທັງໝົດ, ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຄວນຮູ້ ແລະ ຖ້າມະນຸດສາມາດຮັບຮູ້ຢ່າງສົມບູນ ເຂົາກໍຈະສາມາດຢືນໄດ້ຢ່າງໜັກແໜ້ນ.

ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລິ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງ ພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ.

(ຄັດຈາກບົດ “ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາກໍຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ຄວາມປະສົງຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການໄຖ່ມະນຸດຊາດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຄົງມາຈາກຂັ້ນຕອນໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການໄຖ່ບັນດາມວນມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ, ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າພຽງແຕ່ຮູ້ຈັກສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ, ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບກ່ຽວກັບພຣະເຈົ້າ ແລະ ມະນຸດແມ່ນນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ເຂົາຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸ່ນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາແອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຕຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າເຈົ້າພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງເຈົ້າກໍໜ້ອຍ ແລະ ໜ້ອຍຫຼາຍ. ຄວາມຮູ້ຂອງເຈົ້າກໍເປັນພຽງນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຕຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ, ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກໜ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຕ້ອງຈະໄດ້ຮັບ. ມະນຸດເອງບໍ່ສາມາດສະເໜີຂໍ້ຄິດເຫັນກ່ຽວກັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຈິນຕະນາການໄດ້ ຫຼື ມັນບໍ່ແມ່ນຜົນຕາມມາຂອງຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ສາມາດໄດ້ຮັບຕາມຄວາມອຳເພີໃຈ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການໄຖ່ບາບໃຫ້ມະນຸດຊາດຂອງພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ເປັນສິ່ງທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ-ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດ່ຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່, ອຸປະນິໄສ ແລະ ສະຕິປັນຍາຂອງພຣະເຈົ້າຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ, ບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຮະອົງ; ບໍ່ແມ່ນທຸກຂັ້ນຕອນຂອງພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ, ພາລະກິດແຫ່ງຄວາມລອດພົ້ນຈຶ່ງພຽງແຕ່ສາມາດເຮັດໃຫ້ສິ້ນສຸດລົງເມື່ອທັງພາລະກິດສາມຂັ້ນຕອນສຳເລັດລົງແລ້ວ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບຄວາມສົມບູນຂອງພຣະເຈົ້າຈຶ່ງບໍ່ສາມາດແຍກອອກຈາກພາລະກິດສາມຂັ້ນຕອນຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດໄດ້ຮັບຈາກໜຶ່ງຂັ້ນຕອນຂອງພາລະກິດເປັນພຽງອຸປະນິໄສຂອງພຣະເຈົ້າທີ່ຖືກສຳແດງອອກມາຜ່ານສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ມັນບໍ່ສາມາດແທນອຸປະນິໄສ ແລະ ການເປັນຢູ່ ເຊິ່ງສຳແດງອອກໃນຂັ້ນຕອນກ່ອນໜ້າ ຫຼື ຕໍ່ມາໄດ້. ນັ້ນກໍຍ້ອນວ່າ ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ສາມາດເຮັດໃຫ້ສຳເລັດລົງທັນທີໃນລະຫວ່າງຊ່ວງໄລຍະໃດໜຶ່ງ ຫຼື ໃນສະຖານທີ່ແຫ່ງໜຶ່ງ ແຕ່ມັນຈະເລິກເຊິ່ງລົງເທື່ອລະໜ້ອຍໂດຍອີງຕາມລະດັບການພັດທະນາຂອງມະນຸດໃນແຕ່ລະເວລາ ແລະ ສະຖານທີ່. ມັນແມ່ນພາລະກິດທີ່ປະຕິບັດໃນຂັ້ນຕອນທັງໝົດ ແລະ ບໍ່ສຳເລັດໄດ້ໃນພຽງຂັ້ນຕອນດຽວ. ດ້ວຍເຫດນັ້ນ, ສະຕິປັນຍາທັງໝົດຂອງພຣະເຈົ້າຈຶ່ງຖືກຫຼໍ່ເປັນແກ້ວພະລຶກໃນທັງສາມຂັ້ນຕອນ ແທນທີ່ຈະຢູ່ໃນຂັ້ນຕອນໃດໜຶ່ງ. ການເປັນຢູ່ ແລະ ສະຕິປັນຍາທັງໝົດຂອງພຣະອົງຖືກວາງລົງໃນທັງສາມຂັ້ນຕອນນີ້ ແລະ ແຕ່ລະຂັ້ນຕອນກໍປະກອບດ້ວຍການເປັນຢູ່ຂອງພຣະອົງ ແລະ ເປັນການບັນທຶກຂອງສະຕິປັນຍາຂອງພາລະກິດຂອງພຣະອົງ. ມະນຸດຄວນຮູ້ຈັກອຸປະນິໄສທັງໝົດຂອງພຣະເຈົ້າທີ່ສຳແດງອອກຜ່ານທັງສາມຂັ້ນຕອນນີ້. ການເປັນຢູ່ຂອງພຣະເຈົ້າທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດໃຫ້ກັບບັນດາມວນມະນຸດຊາດ ແລະ ຖ້າມະນຸດບໍ່ມີຄວາມຮູ້ນີ້ ເມື່ອພວກເຂົານະມັດສະການພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ແຕກຕ່າງຈາກຄົນເຫຼົ່ານັ້ນທີ່ນະມັດສະການພຣະພຸດທະເຈົ້າ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ປະເພດຂອງພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປົ້າໝາຍ ແລະ ຄວາມສຳຄັນຂອງແຕ່ລະຂັ້ນຕອນໃນທັງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຕໍ່ໄປ: 4. ສາມຂັ້ນຕອນໃນພາລະກິດຂອງພຣະເຈົ້າເລິກເຊິ່ງລົງຕາມຂັ້ນຕອນ ຈົນຜູ້ຄົນອາດຖືກຊ່ວຍເຮັດໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້