ຄວາມໝາຍຂອງການສະແຫວງຫາຄວາມຈິງ (1)
ການໂອ້ລົມຂອງມື້ນີ້ແມ່ນກ່ຽວກັບຫົວຂໍ້ທີ່ທຸກຄົນລຶ້ງເຄີຍ. ມັນມີການເຊື່ອມໂຍງທີ່ໃກ້ຄຽງກັບຄວາມເຊື່ອຂອງມະນຸດໃນພຣະເຈົ້າ ແລະ ການສະແຫວງຫາຂອງພວກເຂົາ ແລະ ມັນເປັນຫົວຂໍ້ທີ່ຜູ້ຄົນພົບພໍ້ ແລະ ໄດ້ຍິນໃນທຸກໆມື້. ແລ້ວມັນແມ່ນຫຍັງ? ຫົວຂໍ້ກໍຄື ຄວາມໝາຍຂອງການສະແຫວງຫາຄວາມຈິງ. ເຈົ້າຄິດແນວໃດກັບຫົວຂໍ້ນີ້? ມັນເປັນສິ່ງທີ່ໃໝ່ພໍສຳລັບເຈົ້າບໍ? ມັນເປັນສິ່ງທີ່ກະຕຸ້ນຄວາມສົນໃຈບໍ? ບໍ່ວ່າຫົວຂໍ້ນີ້ຈະກະຕຸ້ນຄວາມສົນໃຈແນວໃດກໍຕາມ, ເຮົາຮູ້ວ່າມັນກ່ຽວຂ້ອງກັບພວກເຈົ້າທຸກໆຄົນ; ມັນກ່ຽວຂ້ອງກັບຄວາມລອດພົ້ນຂອງຜູ້ຄົນ, ກ່ຽວຂ້ອງກັບການທີ່ພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ແລະ ການປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ກ່ຽວຂ້ອງກັບຜົນໄດ້ຮັບ ແລະ ປາຍທາງໃນອະນາຄົດຂອງພວກເຂົາ. ຕອນນີ້, ພວກເຈົ້າສ່ວນໃຫຍ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ໄດ້ເລີ່ມຕື່ນຂຶ້ນ, ແຕ່ພວກເຈົ້າຍັງບໍ່ແນ່ໃຈກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ ຫຼື ວິທີການທີ່ຄວນສະແຫວງຫາຄວາມຈິງ. ນັ້ນຄືເຫດຜົນທີ່ມັນຈຳເປັນສຳລັບພວກເຮົາທີ່ຈະໂອ້ລົມກ່ຽວກັບຫົວຂໍ້ນີ້ໃນມື້ນີ້. ການສະແຫວງຫາຄວາມຈິງເປັນຫົວຂໍ້ທີ່ຜູ້ຄົນມັກພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ; ມັນເປັນບັນຫາຕົວຈິງທີ່ຜູ້ຄົນຜະເຊີນເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາໃນລະຫວ່າງຊີວິດປະຈຳວັນຂອງພວກເຂົາ, ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ອື່ນໆອີກ. ເມື່ອບາງສິ່ງເກີດຂຶ້ນກັບຄົນສ່ວນໃຫຍ່, ພວກເຂົາພຽງແຕ່ພະຍາຍາມສ້າງແຮງຜັກດັນໃຫ້ກັບຕົນເອງເພື່ອອ່ານພຣະທຳຂອງພຣະເຈົ້າ ແລະ ພວກເຂົາຮັກສາບໍ່ໃຫ້ຄວາມຄິດຂອງພວກເຂົາເປັນສິ່ງທີ່ບໍ່ດີ, ຫວັງທີ່ຈະຫ້າມຕົນເອງບໍ່ໃຫ້ຈົມລົງສູ່ຄວາມຄິດລົບ ຫຼື ຄວາມເຂົ້າໃຈພຣະເຈົ້າຜິດ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຍອມຕໍ່ພາລະກິດຂອງພຣະອົງ. ຜູ້ຄົນທີ່ມີຄວາມສາມາດດີກໍສາມາດສະແຫວງຫາຄວາມຈິງທຸກດ້ານຢູ່ພາຍໃນພຣະທຳຂອງພຣະເຈົ້າດ້ວຍຄວາມຄິດບວກ ແລະ ຢ່າງຫ້າວຫັນ; ພວກເຂົາຊອກຫາຫຼັກການ, ຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ເສັ້ນທາງແຫ່ງການປະຕິບັດ. ຫຼື ພວກເຂົາສາມາດກວດສອບຕົນເອງ, ຕຶກຕອງ ແລະ ຮັບຄວາມຮູ້ຜ່ານສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຂົາ ແລະ ດ້ວຍເຫດນັ້ນກໍເລີ່ມເຂົ້າໃຈຫຼັກການແຫ່ງຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ເຖິງຢ່າງໃດກໍຕາມ, ສິ່ງນີ້ຍັງເປັນອຸປະສັກທີ່ໃຫຍ່ຫຼວງສຳລັບຄົນສ່ວນໃຫຍ່ ແລະ ບໍ່ວ່າພວກເຂົາຈະສາມາດບັນລຸສິ່ງເຫຼົ່ານີ້ໄດ້ ຫຼື ບໍ່ແມ່ນເປັນສິ່ງທີ່ບໍ່ແນ່ນອນ. ຄົນສ່ວນໃຫຍ່ຍັງບໍ່ທັນໄດ້ເຂົ້າສູ່ຄວາມເປັນຈິງດ້ານນີ້. ສະນັ້ນ, ມັນຈະບໍ່ແມ່ນເລື່ອງງ່າຍສຳລັບພວກເຈົ້າທີ່ຈະໄປຮອດຄວາມເຂົ້າໃຈຕົວຈິງ, ກົງໄປກົງມາ ແລະ ເປັນຈິງໃນຫົວຂໍ້ທີ່ທຳມະດາ, ສາມັນ ແລະ ສະເພາະນີ້, ເຖິງແມ່ນວ່າພວກເຈົ້າຈະມີເວລາຕຶກຕອງມັນກໍຕາມ. ສະນັ້ນ, ເພື່ອກັບຄືນໄປຫາຫົວຂໍ້ຫຼັກຂອງພວກເຮົາ, ໃຫ້ພວກເຮົາໂອ້ລົມກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. ພວກເຈົ້າບໍ່ມີທັກສະໃນການຕຶກຕອງ, ແຕ່ເຮົາຫວັງວ່າພວກເຈົ້າຈະຮັບຟັງໄດ້ດີ, ບໍ່ແມ່ນດ້ວຍຫູຂອງພວກເຈົ້າເທົ່ານັ້ນ ແຕ່ດ້ວຍຫົວໃຈຂອງພວກເຈົ້າ. ເຮົາຫວັງວ່າເຈົ້າຈະໃສ່ໃຈກັບການເຂົ້າໃຈ ແລະ ການຢັ່ງຮູ້ສິ່ງນີ້ ແລະ ເຈົ້າຈະເອົາໃຈໃສ່ທຸກສິ່ງທີ່ເຈົ້າສາມາດຢັ່ງຮູ້ໄດ້ ຄືກັບເປັນສິ່ງທີ່ສຳຄັນ ແລະ ທຸກສິ່ງທີ່ສອດຄ່ອງກັບສະພາວະຂອງເຈົ້າ, ອຸປະນິໄສຂອງເຈົ້າ ແລະ ສະຖານະການແຕ່ລະດ້ານຂອງເຈົ້າ. ຫຼັງຈາກນັ້ນ, ເຮົາຫວັງວ່າເຈົ້າຈະຕັ້ງໃຈແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ພະຍາຍາມເອົາຫຼັກການປະຕິບັດທັງໝົດມາໃສ່ໃຈ, ເພື່ອວ່າເມື່ອບັນຫາທີ່ກ່ຽວຂ້ອງໄດ້ເກີດຂຶ້ນ, ເຈົ້າຈະມີເສັ້ນທາງໃຫ້ຕິດຕາມ ແລະ ເຈົ້າຈະສາມາດປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບເປັນເສັ້ນທາງແຫ່ງການປະຕິບັດ ແລະ ດຳເນີນການ ແລະ ເຊື່ອຟັງພວກມັນຄືກັບເປັນເສັ້ນທາງແຫ່ງການປະຕິບັດ. ນັ້ນຈະເປັນສິ່ງທີ່ດີທີ່ສຸດ.
ການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດ? ສິ່ງນີ້ອາດເປັນຄຳຖາມເຊີງແນວຄິດ, ແຕ່ມັນຍັງເປັນຄຳຖາມທີ່ເປັນຈິງທີ່ສຸດກ່ຽວກັບການເຊື່ອໃນພຣະເຈົ້າ. ບໍ່ວ່າຜູ້ຄົນຈະສາມາດສະແຫວງຫາຄວາມຈິງໄດ້ ຫຼື ບໍ່ແມ່ນບໍ່ກ່ຽວຂ້ອງໂດຍກົງກັບຄວາມມັກຂອງພວກເຂົາ, ຄວາມສາມາດຂອງພວກເຂົາ ແລະ ການສະແຫວງຫາຂອງພວກເຂົາ. ການສະແຫວງຫາຄວາມຈິງປະກອບດ້ວຍຫຼາຍອົງປະກອບທີ່ເປັນຈິງ. ພວກເຮົາຄວນໂອ້ລົມກ່ຽວກັບພວກມັນເທື່ອລະຢ່າງ ເພື່ອວ່າພວກເຈົ້າຈະສາມາດເຂົ້າໃຈຄວາມຈິງໄດ້ໄວເທົ່າທີ່ເປັນໄປໄດ້ ແລະ ຮູ້ຢ່າງຄັກແນ່ວ່າການສະແຫວງຫາມັນມີຄວາມໝາຍວ່າແນວໃດ ແລະ ແມ່ນຫຍັງຄືບັນຫາທີ່ກ່ຽວຂ້ອງກັບການສະແຫວງຫານັ້ນ. ດ້ວຍວິທີນັ້ນ, ເຈົ້າຈະສາມາດເຂົ້າໃຈຄວາມໝາຍຂອງການສະແຫວງຫາຄວາມຈິງໄດ້ໃນທີ່ສຸດ. ກ່ອນອື່ນໃຫ້ພວກເຮົາສົນທະນາກັນກ່ຽວກັບສິ່ງນີ້ກ່ອນ: ພວກເຈົ້າກຳລັງສະແຫວງຫາຄວາມຈິງໂດຍການຮັບຟັງຄຳເທດສະໜານີ້ບໍ? (ບໍ່ແມ່ນແທ້ໆ.) ການຮັບຟັງຄຳເທດສະໜາເປັນພຽງເງື່ອນໄຂກ່ອນໜ້າ ແລະ ການດຳເນີນການກະກຽມເພື່ອສະແຫວງຫາຄວາມຈິງ. ແມ່ນຫຍັງຄືອົງປະກອບທີ່ກ່ຽວພັນໃນການສະແຫວງຫາຄວາມຈິງ? ມີຫຼາຍຫົວຂໍ້ທີ່ຈັບຕ້ອງຮອດການສະແຫວງຫາຄວາມຈິງ ແລະ ໂດຍທຳມະຊາດແລ້ວຍັງມີຫຼາຍບັນຫາທີ່ມີຢູ່ໃນຜູ້ຄົນເຊິ່ງພວກເຮົາຈຳເປັນຕ້ອງສົນທະນາກັນໃນບ່ອນນີ້. ຕົວຢ່າງ: ບາງຄົນເວົ້າວ່າ “ຖ້າຄົນໆໜຶ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງທຸກໆມື້, ຖ້າພວກເຂົາສາມາດເຮັດໜ້າທີ່ຂອງພວກເຂົາໄດ້ຢ່າງເປັນປົກກະຕິ, ຖ້າພວກເຂົາເຮັດແມ່ນຫຍັງກໍຕາມທີ່ຄຣິສຕະຈັກຈັດແຈງໃຫ້ ແລະ ບໍ່ເຄີຍສ້າງການລົບກວນ ຫຼື ການຂັດຂວາງຈັກເທື່ອ ແລະ ເຖິງແມ່ນວ່າອາດຈະມີຫຼາຍຄັ້ງທີ່ພວກເຂົາລະເມີດຫຼັກການແຫ່ງຄວາມຈິງ, ພວກເຂົາກໍບໍ່ໄດ້ລະເມີດຢ່າງມີສະຕິ ຫຼື ໂດຍເຈດຕະນາ, ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນວ່າພວກເຂົາກຳລັງສະແຫວງຫາຄວາມຈິງບໍ?” ນີ້ຄືຄຳຖາມທີ່ດີ. ຫຼາຍຄົນມີແນວຄວາມຄິດນີ້. ກ່ອນອື່ນໝົດ, ເຈົ້າຕ້ອງເຂົ້າໃຈວ່າຄົນໃດໜຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ຮັບເອົາຄວາມຈິງໂດຍການປະຕິບັດໃນລັກສະນະນີ້ຢ່າງສະໝໍ່າສະເໝີ. ແບ່ງປັນຄວາມຄິດຂອງພວກເຈົ້າ. (ເຖິງແມ່ນວ່າການປະຕິບັດໃນລັກສະນະນີ້ເປັນສິ່ງທີ່ຖືກຕ້ອງ, ມັນເບິ່ງຄືວ່າສອດຄ່ອງກັບພິທີກຳທາງສາສະໜາຫຼາຍຂຶ້ນ ນັ້ນກໍຄື ມັນເປັນການຕິດຕາມກົດລະບຽບ. ມັນບໍ່ສາມາດພາໃຫ້ເກີດຄວາມເຂົ້າໃຈກ່ຽວກັບຄວາມຈິງ ຫຼື ການຮັບເອົາຄວາມຈິງ.) ແລ້ວສິ່ງເຫຼົ່ານີ້ແມ່ນພຶດຕິກຳປະເພດໃດແທ້ໆ? (ພວກມັນເປັນພຶດຕິກຳທີ່ດີໃນຜິວເຜີນ.) ເຮົາມັກຄຳຕອບນັ້ນ. ພວກມັນເປັນພຽງພຶດຕິກຳທີ່ດີເຊິ່ງເກີດຂຶ້ນຫຼັງຈາກທີ່ຄົນໃດໜຶ່ງມາເຊື່ອໃນພຣະເຈົ້າ ບົນພື້ນຖານຄວາມສຳນຶກ ແລະ ເຫດຜົນຂອງຄົນໆນັ້ນ, ຫຼັງຈາກທີ່ພວກເຂົາໄດ້ຮັບອິດທິພົນຈາກຫຼາກຫຼາຍຄຳສັ່ງສອນທີ່ດີ ແລະ ເປັນຄວາມຄິດບວກ. ແຕ່ພວກມັນເປັນພຽງພຶດຕິກຳທີ່ດີເທົ່ານັ້ນ ແລະ ພວກມັນຍັງຫ່າງໄກຫຼາຍຈາກການສະແຫວງຫາຄວາມຈິງ. ແລ້ວແມ່ນຫຍັງຄືຮາກເຫງົ້າຂອງພຶດຕິກຳທີ່ດີເຫຼົ່ານີ້? ແມ່ນຫຍັງເຮັດໃຫ້ພວກມັນເກີດຂຶ້ນ? ພວກມັນເກີດຂຶ້ນຈາກຄວາມສຳນຶກ ແລະ ເຫດຜົນຂອງບຸກຄົນໜຶ່ງ, ສິນທໍາຂອງພວກເຂົາ, ຄວາມຮູ້ສຶກໂປດປານທີ່ພວກເຂົາມີຕໍ່ການເຊື່ອໃນພຣະເຈົ້າ ແລະ ການຄວບຄຸມຕົນເອງຂອງພວກເຂົາ. ຍ້ອນພວກມັນເປັນພຶດຕິກຳທີ່ດີ, ພວກມັນຈຶ່ງບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ພວກມັນບໍ່ແມ່ນສິ່ງດຽວກັນຢ່າງແນ່ນອນ. ການມີພຶດຕິກຳທີ່ດີບໍ່ຄືກັບການປະຕິບັດຄວາມຈິງ ແລະ ຖ້າບຸກຄົນໜຶ່ງປະພຶດເປັນຢ່າງດີ ມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາມີການຮອງຮັບຈາກພຣະເຈົ້າ. ພຶດຕິກຳທີ່ດີ ແລະ ການປະຕິບັດຄວາມຈິງເປັນສອງສິ່ງທີ່ແຕກຕ່າງກັນ, ພວກມັນບໍ່ໄດ້ມີຄວາມສຳພັນກັນ. ການປະຕິບັດຄວາມຈິງຄືຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ມັນສອດຄ່ອງກັບຄວາມປະສົງຂອງພຣະອົງຢ່າງສິ້ນເຊີງ; ພຶດຕິກຳທີ່ດີມາຈາກຄວາມປະສົງຂອງມະນຸດ ແລະ ປະກອບມີເຈດຕະນາ ແລະ ແຮງຈູງໃຈຂອງມະນຸດມາກັບສິ່ງນັ້ນ, ມັນເປັນບ່າງສິ່ງທີ່ມະນຸດຖືວ່າດີ. ເຖິງແມ່ນວ່າພຶດຕິກຳທີ່ດີບໍ່ແມ່ນການກະທຳທີ່ຊົ່ວຮ້າຍ, ພວກມັນກໍຂັດກັບຫຼັກການແຫ່ງຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ບໍ່ວ່າພຶດຕິກຳເຫຼົ່ານີ້ຈະດີແນວໃດກໍຕາມ ແລະ ພວກມັນສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດກໍຕາມ, ພວກມັນບໍ່ມີຄວາມກ່ຽວຂ້ອງກັບຄວາມຈິງ. ສະນັ້ນບໍ່ມີພຶດຕິກຳທີ່ດີໃນຈຳນວນໃດທີ່ຈະສາມາດຮັບເອົາການຮອງຮັບຈາກພຣະເຈົ້າໄດ້. ຍ້ອນພຶດຕິກຳທີ່ດີໄດ້ຖືກນິຍາມໃນລັກສະນະນີ້, ພຶດຕິກຳທີ່ດີຢ່າງຊັດເຈນບໍ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ. ຖ້າຜູ້ຄົນຕ້ອງຖືກຈັດອອກເປັນປະເພດຕ່າງໆຕາມພຶດຕິກຳຂອງພວກເຂົາ, ແລ້ວຢ່າງທີ່ສຸດແລ້ວ ພຶດຕິກຳທີ່ດີເຫຼົ່ານີ້ກໍຈະເປັນການກະທຳຂອງຜູ້ໃຫ້ບໍລິການທີ່ຈົງຮັກພັກດີ ແລະ ບໍ່ມີຫຍັງເພີ່ມອີກ. ພວກມັນບໍ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ ຫຼື ການຍອມຕໍ່ພຣະເຈົ້າຢ່າງແທ້ຈິງເລີຍ. ພວກມັນເປັນພຽງພຶດຕິກຳປະເພດໜຶ່ງ ແລະ ບໍ່ກ່ຽວຂ້ອງກັບການປ່ຽນແປງອຸປະນິໄສຂອງຜູ້ຄົນຢ່າງສົມບູນ, ບໍ່ກ່ຽວຂ້ອງກັບການຍອມຕໍ່ ແລະ ການຍອມຮັບຄວາມຄວາມຈິງ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ຫຼື ອົງປະກອບຕົວຈິງອື່ນໆທີ່ກ່ຽວພັນກັບຄວາມຈິງຢ່າງແທ້ຈິງ. ແລ້ວເປັນຫຍັງຈຶ່ງເອີ້ນພວກມັນວ່າເປັນພຶດຕິກຳທີ່ດີ? ນີ້ແມ່ນຄຳອະທິບາຍ ແລະ ໂດຍທຳມະຊາດແລ້ວມັນຍັງເປັນການອະທິບາຍເຖິງແກ່ນແທ້ຂອງຄຳຖາມນີ້. ມັນກໍຄື ພຶດຕິກຳເຫຼົ່ານີ້ແຕກໜໍ່ແໜງຈາກແນວຄິດຂອງຜູ້ຄົນ, ຄວາມມັກຂອງພວກເຂົາ, ຄວາມສະໝັກໃຈຂອງພວກເຂົາ ແລະ ຄວາມພະຍາຍາມສ້າງແຮງຜັກດັນໃຫ້ກັບຕົນເອງຂອງພວກເຂົາ. ພວກມັນບໍ່ແມ່ນການສະແດງອອກເຖິງການກັບໃຈທີ່ມາພ້ອມກັບການຮັບເອົາຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງໂດຍການຍອມຮັບຄວາມຈິງ ແລະ ການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນພຶດຕິກຳ ຫຼື ການກະທຳປະຕິບັດຄວາມຈິງທີ່ເກີດຂຶ້ນເມື່ອຜູ້ຄົນພະຍາຍາມຍອມຕໍ່ພຣະເຈົ້າ. ເຈົ້າເຂົ້າໃຈສິ່ງນີ້ບໍ? ມັນໝາຍຄວາມວ່າພຶດຕິກຳທີ່ດີເຫຼົ່ານີ້ບໍ່ໄດ້ກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງບຸກຄົນໜຶ່ງ ຫຼື ສິ່ງທີ່ເກີດມາຈາກການຜ່ານຜ່າການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ຫຼື ການກັບໃຈຢ່າງແທ້ຈິງທີ່ເກີດຂຶ້ນຈາກການມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງໃນລັກສະນະໃດໜຶ່ງ. ພວກມັນບໍ່ກ່ຽວຂ້ອງກັບການທີ່ມະນຸດຍອມຕໍ່ພຣະເຈົ້າ ແລະ ຄວາມຈິງຢ່າງແທ້ຈິງແນ່ນອນ; ແລ້ວແຮງໄກທີ່ພວກມັນຈະກ່ຽວຂ້ອງກັບການມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຄວາມຮັກສຳລັບພຣະເຈົ້າ. ພຶດຕິກຳທີ່ດີບໍ່ມີຫຍັງກ່ຽວຂ້ອງກັບສິ່ງເຫຼົ່ານີ້ເລີຍ; ພວກມັນເປັນພຽງສິ່ງທີ່ມາຈາກມະນຸດ ແລະ ເປັນສິ່ງທີ່ມະນຸດຖືວ່າດີ. ແຕ່ມີຫຼາຍຄົນທີ່ເຫັນວ່າພຶດຕິກຳທີ່ດີເຫຼົ່ານີ້ເປັນສັນຍານວ່າຄົນໃດໜຶ່ງກຳລັງປະຕິບັດຄວາມຈິງ. ນີ້ຄືຄວາມຜິດພາດຢ່າງໃຫຍ່ຫຼວງ, ເປັນມຸມມອງ ແລະ ຄວາມເຂົ້າໃຈທີ່ໄຮ້ສາລະ ແລະ ຜິດໆ. ພຶດຕິກຳທີ່ດີເຫຼົ່ານີ້ເປັນພຽງແຕ່ການປະຕິບັດພິທີກຳທາງສາສະໜາ ແລະ ການເຮັດໂດຍບໍ່ໄດ້ຕັ້ງໃຈ. ພວກມັນບໍ່ກ່ຽວຂ້ອງກັບການປະຕິບັດຄວາມຈິງເລີຍ. ພຣະເຈົ້າອາດຈະບໍ່ປະນາມພວກເຂົາທັງໝົດ, ແຕ່ພຣະອົງບໍ່ຮອງຮັບເອົາພວກເຂົາຢ່າງເດັດຂາດ; ນັ້ນຄືສິ່ງທີ່ແນ່ນອນ. ພວກເຈົ້າຄວນຮູ້ວ່າການກະທຳພາຍນອກເຫຼົ່ານີ້ທີ່ສອດຄ່ອງກັບແນວຄິດຂອງມະນຸດ ແລະ ພຶດຕິກຳທີ່ດີເຫຼົ່ານີ້ບໍ່ແມ່ນການປະຕິບັດຄວາມຈິງ ແລະ ພວກມັນບໍ່ແມ່ນການສະແດງອອກເຖິງການສະແຫວງຫາຄວາມຈິງ. ເມື່ອໄດ້ຍິນການໂອ້ລົມນີ້, ພວກເຈົ້າພຽງແຕ່ມີຄວາມຮູ້ເຊີງແນວຄິດໜ້ອຍໜຶ່ງກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ, ຄວາມເຂົ້າໃຈໃນເບື້ອງຕົ້ນກ່ຽວກັບແນວຄິດງ່າຍໆໃນການສະແຫວງຫາຄວາມຈິງ. ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈຄວາມໝາຍຂອງການສະແຫວງຫາຄວາມຈິງຢ່າງແທ້ຈິງ, ມີອີກຫຼາຍຢ່າງທີ່ພວກເຮົາຕ້ອງໂອ້ລົມ.
ເພື່ອສະແຫວງຫາຄວາມຈິງ, ຄົນໆໜຶ່ງຕ້ອງເຂົ້າໃຈມັນ; ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດປະຕິບັດມັນໄດ້. ພຶດຕິກຳທີ່ດີຂອງຜູ້ຄົນກ່ຽວຂ້ອງກັບການປະຕິບັດຄວາມຈິງບໍ? ພຶດຕິກຳທີ່ດີເກີດຂຶ້ນຈາກການສະແຫວງຫາຄວາມຈິງບໍ? ແມ່ນຫຍັງຄືການສະແດງອອກ ແລະ ການກະທຳທີ່ເປັນຂອງການປະຕິບັດຄວາມຈິງ? ແມ່ນຫຍັງຄືການສະແດງອອກທີ່ຜູ້ຄົນທີ່ສະແຫວງຫາຄວາມຈິງມີ? ເຈົ້າຈຳເປັນຕ້ອງເຂົ້າໃຈຄຳຖາມເຫຼົ່ານີ້. ເພື່ອທີ່ຈະໂອ້ລົມກ່ຽວກັບການສະແຫວງຫາຄວາມຈິງ, ພວກເຮົາຕ້ອງເວົ້າກ່ຽວກັບຄວາມຫຍຸ້ງຍາກ ແລະ ມຸມມອງຜິດໆທີ່ຜູ້ຄົນມີຕໍ່ຄວາມຈິງກ່ອນ. ມັນເປັນສິ່ງຈຳເປັນທີ່ຈະແກ້ໄຂສິ່ງເຫຼົ່ານີ້ກ່ອນ. ມີບາງຄົນທີ່ມີຄວາມເຂົ້າໃຈທີ່ບໍລິສຸດ, ຄົນທີ່ມີທັດສະນະຂ້ອນຂ້າງຊັດເຈນກ່ຽວກັບສິ່ງທີ່ເປັນຄວາມຈິງ. ພວກມັນມີເສັ້ນທາງໃຫ້ສະແຫວງຫາຄວາມຈິງ. ມີຄົນອື່ນທີ່ບໍ່ເຂົ້າໃຈວ່າຄວາມຈິງແມ່ນຫຍັງ ແລະ ເຖິງແມ່ນວ່າພວກເຂົາຈະສົນໃຈມັນ, ພວກເຂົາກໍບໍ່ຮູ້ວິທີປະຕິບັດມັນ. ພວກເຂົາເຊື່ອວ່າການເຮັດສິ່ງທີ່ດີໆ ແລະ ການປະພຶດດີເປັນສິ່ງດຽວກັນກັບການປະຕິບັດຄວາມຈິງ, ການປະຕິບັດຄວາມຈິງຄືການເຮັດສິ່ງທີ່ດີໆ. ຈົນພວກເຂົາໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ, ພວກເຂົາຈຶ່ງຮັບຮູ້ວ່າການເຮັດສິ່ງທີ່ດີ ແລະ ການປະພຶດດີເປັນສິ່ງທີ່ແຕກຕ່າງຈາກການປະຕິບັດຄວາມຈິງຢ່າງສິ້ນເຊີງ. ເຈົ້າສາມາດເຫັນໄດ້ວ່າແນວຄິດ ແລະ ຈິນຕະນາການຂອງຜູ້ຄົນໄຮ້ສາລະສໍ່າໃດ. ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນບໍ່ສາມາດເຫັນສິ່ງໃດໜຶ່ງໄດ້ຢ່າງຊັດເຈນ! ຫຼາຍຄົນໄດ້ປະຕິບັດໜ້າທີ່ຂອງພວກເຂົາເປັນເວລາຫຼາຍປີ, ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ທຸກມື້ ແລະ ໄດ້ຜ່ານຜ່າຄວາມລຳບາກຫຼາຍກວ່າສອງສາມຄັ້ງ, ສະນັ້ນພວກເຂົາຈຶ່ງຄິດວ່າພວກເຂົາເອງເປັນຄົນທີ່ປະຕິບັດຄວາມຈິງ ແລະ ເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ສາມາດໃຫ້ຄຳພະຍານໃດໜຶ່ງທີ່ມາຈາກປະສົບການ. ແມ່ນຫຍັງຄືບັນຫາທີ່ກ່າວເຖິງໃນບ່ອນນີ້? ຖ້າພວກເຂົາເຂົ້າໃຈຄວາມຈິງ, ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າກ່ຽວກັບປະສົບການຕົວຈິງຂອງພວກເຂົາ? ນີ້ບໍ່ແມ່ນສິ່ງທີ່ຂັດແຍ່ງກັນບໍ? ບາງຄົນເວົ້າວ່າ “ເມື່ອຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍກ່ອນໜ້ານີ້, ຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ ແລະ ຂ້ານ້ອຍບໍ່ໄດ້ອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າຢ່າງຖີ່ຖ້ວນ. ຂ້ານ້ອຍເສຍເວລາຢ່າງຫຼວງຫຼາຍ. ຂ້ານ້ອຍໝົກມຸ້ນຫຼາຍໃນວຽກງານຂອງຂ້ານ້ອຍ, ຄິດວ່າການສືບຕໍ່ຫຍຸ້ງຢູ່ກັບໜ້າທີ່ຂອງຂ້ານ້ອຍເປັນສິ່ງດຽວກັນກັບການປະຕິບັດຄວາມຈິງ ແລະ ການຍອມຕໍ່ພາລະກິດຂອງພຣະເຈົ້າ. ແຕ່ຂ້ານ້ອຍເສຍເວລາຂອງຂ້ານ້ອຍເທົ່ານັ້ນ”. ຕ້ອງການສື່ເຖິງຫຍັງຢູ່ບ່ອນນີ້? ພວກເຂົາປະຖິ້ມການສະແຫວງຫາຄວາມຈິງ ເພາະພວກເຂົາຫຍຸ້ງຫຼາຍກັບການປະຕິບັດໜ້າທີ່ຂອງພວກເຂົາ. ມັນແມ່ນແນວນັ້ນແທ້ບໍ? ບາງຄົນທີ່ໄຮ້ສາລະເຊື່ອວ່າຕາບໃດທີ່ພວກເຂົາສືບຕໍ່ຫຍຸ້ງກັບໜ້າທີ່ຂອງພວກເຂົາ, ຈະບໍ່ມີເວລາທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະເປີດເຜີຍຕົນເອງ, ພວກເຂົາຈະບໍ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມອີກຕໍ່ໄປ ຫຼື ດຳລົງຊີວິດຢູ່ໃນສະພາວະທີ່ເສື່ອມຊາມ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າເພື່ອທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ແນວຄວາມຄິດນີ້ຖືກຕ້ອງບໍ? ຜູ້ຄົນບໍ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແທ້ໆບໍ ເມື່ອພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາ? ມັນເປັນແນວຄວາມຄິດທີ່ໄຮ້ສາລະ. ມັນເປັນຄຳເວົ້າຕົວະໜ້າດ້ານ. ພວກເຂົາເວົ້າວ່າພວກເຂົາບໍ່ມີເວລາທີ່ຈະສະແຫວງຫາຄວາມຈິງ ເພາະພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາ. ນີ້ຄືຄວາມເຊື່ອຜິດໆຢ່າງແທ້ຈິງ; ພວກເຂົາກຳລັງໃຊ້ຄວາມຫຍຸ້ງເປັນຂໍ້ອ້າງ. ພວກເຮົາໄດ້ໂອ້ລົມຫຼາຍຄັ້ງກ່ຽວກັບຄວາມຈິງໃນການເຂົ້າສູ່ຊີວິດ ແລະ ການປະຕິບັດໜ້າທີ່: ໂດຍການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາໃນຂະນະທີ່ປະຕິບັດໜ້າທີ່ເທົ່ານັ້ນ, ຜູ້ຄົນຈຶ່ງຈະສາມາດເຕີບໃຫຍ່ໃນຊີວິດ. ສະນັ້ນ, ຖ້າສິ່ງດຽວທີ່ຄົນໆໜຶ່ງເຮັດໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາຄືການເຮັດໃຫ້ຕົນເອງຫຍຸ້ງກັບໜ້າວຽກຕ່າງໆ, ຖ້າພວກເຂົາລົ້ມແຫຼວທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ, ພວກເຂົາກໍຈະບໍ່ເຂົ້າໃຈຄວາມຈິງຈັກເທື່ອ. ບາງຄົນທີ່ບໍ່ຮັກຄວາມຈິງແມ່ນພໍໃຈກັບການໃຫ້ບໍລິການເທົ່ານັ້ນ ແລະ ຫວັງທີ່ຈະແລກປ່ຽນມັນກັບພອນຈາກອານາຈັກສະຫວັນ. ພວກເຂົາລົງທ້າຍດ້ວຍຂໍ້ອ້າງທີ່ພວກເຂົາຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາຫຼາຍ, ພວກເຂົາຈຶ່ງບໍ່ມີເວລາທີ່ຈະສະແຫວງຫາຄວາມຈິງ; ພວກເຂົາເຖິງກັບເວົ້າວ່າພວກເຂົາຫຍຸ້ງຫຼາຍກັບການປະຕິບັດໜ້າທີ່ຂອງພວກເຂົາຈົນພວກເຂົາບໍ່ໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ໝາຍຄວາມວ່າ ເພາະພວກເຂົາຫຍຸ້ງກັບໜ້າທີ່ຂອງພວກເຂົາ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງໄດ້ຫາຍໄປ, ມັນບໍ່ມີຢູ່ອີກຕໍ່ໄປ. ສິ່ງນີ້ຄືຄຳເວົ້າຕົວະ, ບໍ່ແມ່ນບໍ? ຂໍ້ກ່າວອ້າງຂອງພວກເຂົາສອດຄ່ອງກັບຂໍ້ແທ້ຈິງບໍ? ບໍ່ເລີຍ, ມັນອາດຈະຖືກເອີ້ນວ່າຄຳເວົ້າຕົວະທີ່ໃຫຍ່ທີ່ສຸດເລີຍ. ອຸປະນິໄສທີ່ເສື່ອມຊາມຈະບໍ່ສາມາດເປີດເຜີຍຕົນເອງອີກຕໍ່ໄປໄດ້ແນວໃດ ເພາະບຸກຄົນໜຶ່ງຫຍຸ້ງກັບໜ້າທີ່ຂອງພວກເຂົາ? ຄົນເຊັ່ນນັ້ນມີຢູ່ບໍ? ຄຳພະຍານຈາກປະສົບການເຊັ່ນນັ້ນມີຢູ່ບໍ? ບໍ່ມີຢ່າງແນ່ນອນ. ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ; ພວກເຂົາທຸກຄົນມີທຳມະຊາດທີ່ຊົ່ວຮ້າຍ ແລະ ພວກເຂົາທຸກຄົນດຳລົງຊີວິດຢູ່ໃນອຸປະນິໄສທີ່ຊົ່ວຮ້າຍ. ມີຫຍັງທີ່ເປັນບວກຢູ່ພາຍໃນມະນຸດ, ມີຫຍັງນອກຈາກຄວາມເສື່ອມຊາມບໍ? ມີຜູ້ໃດທີ່ເກີດມາໂດຍບໍ່ມີອຸປະນິໄສທີ່ເສື່ອມຊາມບໍ? ມີຜູ້ໃດທີ່ເກີດມາໂດຍສາມາດປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີບໍ? ມີຜູ້ໃດທີ່ເກີດມາໂດຍສາມາດຍອມຕໍ່ພຣະເຈົ້າ ແລະ ຮັກພຣະອົງບໍ? ບໍ່ມີຢ່າງແນ່ນອນ. ເພາະທຸກຄົນມີທຳມະຊາດທີ່ຊົ່ວຮ້າຍ ແລະ ເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ, ຖ້າພວກເຂົາບໍ່ສາມາດເຂົ້າໃຈ ແລະ ປະຕິບັດຄວາມຈິງ, ພວກເຂົາຈະສາມາດດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທົ່ານັ້ນ. ສະນັ້ນມັນເປັນຄວາມໄຮ້ສາລະ ແລະ ຄວາມເຊື່ອຜິດໆທີ່ຈະເວົ້າວ່າ ບຸກຄົນໜຶ່ງຈະບໍ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຖ້າພວກເຂົາສືບຕໍ່ຫຍຸ້ງກັບໜ້າທີ່ຂອງພວກເຂົາ. ມັນເປັນຄຳເວົ້າຕົວະໜ້າດ້ານທີ່ຕັ້ງໃຈຈະນໍາພາຜູ້ຄົນຢ່າງຜິດໆ. ບໍ່ວ່າພວກເຂົາຈະຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່, ບໍ່ວ່າພວກເຂົາຈະມີເວລາທີ່ຈະອ່ານພຣະທຳຂອງພຣະເຈົ້າ ຫຼື ບໍ່, ຜູ້ຄົນທີ່ບໍ່ຮັກຄວາມຈິງຈະຊອກຫາເຫດຜົນ ແລະ ຂໍ້ອ້າງທີ່ຈະບໍ່ສະແຫວງຫາມັນ. ຄົນເຫຼົ່ານີ້ຄືຜູ້ໃຫ້ບໍລິການແບບນັ້ນແທ້ໆໂດຍບໍ່ແມ່ນຢ່າງອື່ນ. ຖ້າຜູ້ໃຫ້ບໍລິການບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ, ພວກເຂົາຈະສາມາດໃຫ້ການບໍລິການທີ່ດີບໍ? ບໍ່ຢ່າງແນ່ນອນ. ທຸກຄົນທີ່ບໍ່ຍອມຮັບຄວາມຈິງແມ່ນປາສະຈາກຄວາມສຳນຶກ ແລະ ເຫດຜົນ, ພວກເຂົາເປັນຄົນທີ່ຈະດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຮັດຊົ່ວຮ້າຍຢ່າງຫຼວງຫຼາຍ. ພວກເຂົາບໍ່ມີທາງເປັນຜູ້ໃຫ້ບໍລິການທີ່ຈົງຮັກພັກດີ ແລະ ເຖິງແມ່ນວ່າພວກເຂົາຈະໃຫ້ບໍລິການ, ບໍ່ມີຫຍັງທີ່ຈະຍິ່ງໃຫຍ່ກ່ຽວກັບພວກເຂົາ. ໃນເລື່ອງນີ້, ເຈົ້າສາມາດໝັ້ນໃຈໄດ້.
ບາງຄົນຫຍຸ້ງກັບຄອບຄົວຂອງພວກເຂົາເກີນໄປ ແລະ ມັກເກືອກກິ້ງກັບຄວາມວິຕົກກັງວົນ. ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງທີ່ໜຸ່ມກວ່າທີ່ໄດ້ປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາເພື່ອຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາອິດສາຄົນເຫຼົ່ານັ້ນ ແລະ ເວົ້າວ່າ “ພຣະເຈົ້າໃຈດີກັບຄົນໜຸ່ມເຫຼົ່ານີ້. ພວກເຂົາເລີ່ມເຊື່ອໃນພຣະອົງເມື່ອອາຍຸຍັງນ້ອຍ, ກ່ອນທີ່ຈະແຕ່ງດອງ ແລະ ມີລູກ; ພວກເຂົາບໍ່ມີຄວາມສຳພັນໃນຄອບຄົວ ແລະ ພວກເຂົາບໍ່ຕ້ອງກັງວົນກ່ຽວກັບວ່າພວກເຂົາຈະໃຊ້ຊີວິດແນວໃດ. ພວກເຂົາບໍ່ມີຄວາມກັງວົນທີ່ຈະຫ້າມພວກເຂົາຈາກການຕິດຕາມພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາມາທັນເວລາສຳລັບພາລະກິດຂອງພຣະເຈົ້າ ແລະ ການທີ່ພຣະອົງຂະຫຍາຍຂ່າວປະເສີດໃນຍຸກສຸດທ້າຍ. ພຣະເຈົ້າໄດ້ໃຫ້ສະພາບທີ່ອຳນວຍຄວາມສະດວກເຊັ່ນນັ້ນໃຫ້ແກ່ພວກເຂົາ. ພວກເຂົາສາມາດອຸທິດຕົນເອງ, ຮ່າງກາຍ ແລະ ວິນຍານ, ເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາສາມາດສະແຫວງຫາຄວາມຈິງ, ແຕ່ມັນບໍ່ແມ່ນສິ່ງດຽວກັນສຳລັບຂ້ານ້ອຍ. ພຣະເຈົ້າບໍ່ໄດ້ຈັດແຈງສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍມີຄວາມຫຍຸ້ງຍາກຫຼາຍເກີນໄປໃນຄອບຄົວ ແລະ ຂ້ານ້ອຍຕ້ອງຫາເງິນເພື່ອສະໜັບສະໜູນພວກເຂົາ. ນັ້ນຄືບ່ອນທີ່ເປັນບັນຫາແທ້ຈິງຂອງຂ້ານ້ອຍ. ນັ້ນຄືເຫດຜົນທີ່ຂ້ານ້ອຍບໍ່ມີເວລາສະແຫວງຫາຄວາມຈິງ. ການສະແຫວງຫາຄວາມຈິງແມ່ນສຳລັບຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາເຕັມເວລາ ແລະ ບໍ່ມີຄວາມສຳພັນເຫຼົ່ານີ້ເລີຍ. ຂ້ານ້ອຍແບກຮັບຄວາມຫຍຸ້ງຍາກໃນຄອບຄົວ ແລະ ຫົວໃຈຂອງຂ້ານ້ອຍເຕັມໄປດ້ວຍສິ່ງນ້ອຍໆໃນການໃຊ້ຊີວິດ, ສະນັ້ນຂ້ານ້ອຍຈຶ່ງບໍ່ມີເວລາ ຫຼື ກຳລັງທີ່ຈະໃຊ້ເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງຂ້ານ້ອຍ. ບໍ່ວ່າພຣະອົງຈະເບິ່ງສະຖານະການດ້ານໃດຂອງຂ້ານ້ອຍ, ບໍ່ມີທາງທີ່ຂ້ານ້ອຍຈະສະແຫວງຫາຄວາມຈິງ. ພຣະອົງບໍ່ສາມາດກ່າວໂທດຂ້ານ້ອຍຍ້ອນສິ່ງນັ້ນ. ມັນບໍ່ແມ່ນຊາຕາກໍາຂອງຂ້ານ້ອຍແທ້ໆທີ່ຈະສະແຫວງຫາຄວາມຈິງ ແລະ ສະຖານະການຂອງຂ້ານ້ອຍບໍ່ອະນຸຍາດໃຫ້ຂ້ານ້ອຍປະຕິບັດໜ້າທີ່. ສິ່ງດຽວທີ່ຂ້ານ້ອຍເຮັດໄດ້ກໍຄືລໍຖ້າໃຫ້ຄວາມຫຍຸ້ງຍາກໃນຄອບຄົວຂອງຂ້ານ້ອຍຫຼຸດໜ້ອຍລົງ, ໃຫ້ລູກໆຂອງຂ້ານ້ອຍເພິ່ງພາຕົນເອງໄດ້ ແລະ ເພື່ອໃຫ້ຂ້ານ້ອຍໄດ້ກະສຽນ ແລະ ເປັນອິດສະຫຼະຈາກຄວາມກັງວົນທາງວັດຖຸຂອງຂ້ານ້ອຍ, ແລ້ວຂ້ານ້ອຍຈະສະແຫວງຫາຄວາມຈິງ”. ຜູ້ຄົນເຊັ່ນນີ້ປະສົບກັບຄວາມລຳບາກໃນຊີວິດປະຈຳວັນຂອງພວກເຂົາ ແລະ ໃນບາງຄັ້ງບາງຄາວ, ພວກເຂົາສາມາດຮູ້ສຶກເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທີ່ຖອກເທອອກໃນເລື່ອງນ້ອຍໆໃນຊີວິດຂອງພວກເຂົາໃນແຕ່ລະມື້. ພວກເຂົາສາມາດກວດຈັບສິ່ງເຫຼົ່ານີ້, ແຕ່ເພາະພວກເຂົາຕິດກັບດາງແຮຂອງໂລກທີ່ບໍ່ມີສາສະໜາ, ພວກເຂົາເຊື່ອວ່າພວກເຂົາກຳລັງເຮັດໄດ້ດີໂດຍການດຳລົງຊີວິດ, ການເຊື່ອໃນພຣະເຈົ້າ, ການຮັບຟັງຄຳເທດສະໜາ ແລະ ການໃຊ້ຊີວິດຢ່າງສະບາຍໃຈໃນລັກສະນະນີ້. ພວກເຂົາເຊື່ອວ່າການສະແຫວງຫາຄວາມຈິງສາມາດລໍຖ້າໄດ້ ແລະ ມັນຈະບໍ່ຊ້າເກີນໄປທີ່ຈະແກ້ໄຂອຸປະນິໄສເສື່ອມຊາມຫຍັງກໍຕາມທີ່ພວກເຂົາມີໃນເວລາສອງສາມປີຂ້າງໜ້າ. ນັ້ນກໍຄືວິທີການທີ່ພວກເຂົາເລື່ອນເວລາເລື່ອງໃຫຍ່ໆໃນການສະແຫວງຫາຄວາມຈິງອອກໄປ ແລະ ບໍ່ສົນໃຈມັນຄັ້ງແລ້ວຄັ້ງເລົ່າ. ພວກເຂົາເວົ້າຫຍັງຢູ່ສະເໝີ? “ມັນບໍ່ຊ້າເກີນໄປທີ່ຈະສະແຫວງຫາຄວາມຈິງ. ຂ້ານ້ອຍຈະໃຫ້ເວລາມັນສອງສາມປີ. ຕາບໃດທີ່ພາລະກິດຂອງພຣະເຈົ້າຍັງບໍ່ທັນສຳເລັດ, ຂ້ານ້ອຍຍັງມີເວລາ, ຂ້ານ້ອຍຍັງມີໂອກາດ”. ເຈົ້າຄິດແນວໃດກ່ຽວກັບມຸມມອງນີ້? (ມັນບໍ່ຖືກຕ້ອງ.) ພວກເຂົາໄດ້ແບກຮັບພາລະໃນການສະແຫວງຫາຄວາມຈິງບໍ? (ບໍ່.) ແລ້ວພວກເຂົາໄດ້ແບກຮັບພາລະຫຍັງ? ມັນບໍ່ແມ່ນພາລະຂອງການໃຊ້ຊີວິດ, ການສະໜອງໃຫ້ແກ່ຄອບຄົວຂອງພວກເຂົາ, ການລ້ຽງດູລູກໆຂອງພວກເຂົາບໍ? ພວກເຂົາອຸທິດກຳລັງທັງໝົດຂອງພວກເຂົາໃຫ້ແກ່ລູກໆຂອງພວກເຂົາ, ໃຫ້ແກ່ຄອບຄົວຂອງພວກເຂົາ, ໃຫ້ແກ່ມື້ ແລະ ຊີວິດຂອງພວກເຂົາເອງ ແລະ ພຽງແຕ່ຫຼັງຈາກທີ່ໄດ້ຈັດການກັບສິ່ງເຫຼົ່ານີ້ແລ້ວ, ພວກເຂົາຈຶ່ງສ້າງແຜນການເພື່ອເລີ່ມສະແຫວງຫາຄວາມຈິງ. ສະນັ້ນ, ຂໍ້ອ້າງເຫຼົ່ານີ້ຂອງພວກເຂົາແມ່ນໃຊ້ໄດ້ບໍ? ພວກເຂົາບໍ່ໄດ້ເປັນອຸປະສັກຕໍ່ການສະແຫວງຫາຄວາມຈິງຂອງພວກເຂົາບໍ? (ພວກເຂົາເປັນ.) ໃນຂະນະທີ່ຄົນເຫຼົ່ານີ້ເຊື່ອໃນອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ພວກເຂົາຍັງຈົ່ມກ່ຽວກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດແຈງໃຫ້ພວກເຂົາ. ພວກເຂົາບໍ່ໄດ້ຄຳນຶງເຖິງຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ພວກເຂົາບໍ່ຮ່ວມມືກັບຂໍ້ຮຽກຮ້ອງເຫຼົ່ານັ້ນເລີຍ. ໃນທາງກົງກັນຂ້າມ, ພວກເຂົາພຽງແຕ່ສົນໃຈກ່ຽວກັບການເຮັດໃຫ້ເນື້ອໜັງ, ຄອບຄົວ ແລະ ຍາດພີ່ນ້ອງຂອງພວກເຂົາພໍໃຈ. ພວກເຂົາໃຫ້ເຫດຜົນຫຍັງສຳລັບການບໍ່ສະແຫວງຫາຄວາມຈິງ? “ພວກເຮົາຫຍຸ້ງ ແລະ ອິດເມື່ອຍເກີນໄປກັບການພະຍາຍາມມີຊີວິດຢູ່ເທົ່ານັ້ນ. ພວກເຮົາບໍ່ມີເວລາເພື່ອສະແຫວງຫາຄວາມຈິງ; ພວກເຮົາບໍ່ມີສະພາບແວດລ້ອມທີ່ເໝາະສົມໃນການສະແຫວງຫາຄວາມຈິງ”. ພວກເຂົາມີມຸມມອງຫຍັງ? (ມັນບໍ່ຊ້າເກີນໄປທີ່ຈະສະແຫວງຫາຄວາມຈິງ.) “ມັນບໍ່ຊ້າເກີນໄປທີ່ຈະສະແຫວງຫາຄວາມຈິງ. ຂ້ານ້ອຍຈະເຮັດມັນໃນສອງສາມປີ”. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? (ແມ່ນແລ້ວ.) ມັນໂງ່ຈ້າ, ພວກເຂົາກຳລັງຕວົະຕົນເອງດ້ວຍຂໍ້ອ້າງຂອງພວກເຂົາ. ພາລະກິດຂອງພຣະເຈົ້າຈະລໍຖ້າເຈົ້າບໍ? (ບໍ່.) “ຂ້ານ້ອຍຈະເຮັດມັນໃນສອງສາມປີ”, “ສອງສາມປີ” ເຫຼົ່ານັ້ນໝາຍຄວາມເຖິງຫຍັງ? ພວກມັນໝາຍຄວາມວ່າເຈົ້າມີຄວາມຫວັງໜ້ອຍລົງທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຈົ້າຈະມີເວລາໜ້ອຍລົງສອງສາມປີໃຫ້ປະສົບກັບພາລະກິດຂອງພຣະເຈົ້າ. ສອງສາມປີຈະຜ່ານໄປເຊັ່ນນີ້, ແລ້ວອີກສອງສາມປີ ແລະ ກ່ອນທີ່ເຈົ້າຈະຮູ້ຕົວ, ມັນຈະຜ່ານໄປສິບປີແລ້ວ ແລະ ເຈົ້າຈະບໍ່ເຂົ້າໃຈຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງເລີຍ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ຖືກແກ້ໄຂແມ່ນແຕ່ໜ້ອຍດຽວ. ການເວົ້າຄຳເວົ້າທີ່ຊື່ສັດພຽງແຕ່ໜຶ່ງຄຳກໍເປັນຄວາມດິ້ນຮົນຫຼາຍສຳລັບເຈົ້າ. ນີ້ບໍ່ອັນຕະລາຍບໍ? ນີ້ບໍ່ເປັນຕາສົມເພດບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນໃຫ້ຂໍ້ອ້າງ ແລະ ເຫດຜົນທັງໝົດນີ້ເພື່ອໃຫ້ເຫດຜົນທີ່ຈະບໍ່ສະແຫວງຫາຄວາມຈິງ, ໃນທີ່ສຸດພວກເຂົາຈະທຳຮ້າຍຜູ້ໃດ? (ພວກເຂົາເອງ.) ຖືກຕ້ອງ. ໃນທີ່ສຸດແລ້ວ ມັນເປັນພວກເຂົາເອງທີ່ພວກເຂົາທຳຮ້າຍ. ແລ້ວເມື່ອພວກເຂົາຢູ່ເທິງຕຽງນອນຂອງພວກເຂົາໃນຂະນະທີ່ກຳລັງຈະຕາຍ, ພວກເຂົາຈະກຽດຊັງຕົນເອງທີ່ບໍ່ໄດ້ຮັບເອົາຄວາມຈິງໃນຫຼາຍປີທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ພວກເຂົາຈະເສຍດາຍຕະຫຼອດຊີວິດຂອງພວກເຂົາ!
ບາງຄົນຂ້ອນຂ້າງມີການສຶກສາດີ, ແຕ່ຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາບໍ່ເຂົ້າໃຈເລື່ອງຝ່າຍວິນຍານ. ບໍ່ວ່າພວກເຂົາຈະຮັບຟັງຄຳເທດສະໜາຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງໄດ້. ພວກເຂົາມີຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາເອງຢູ່ສະເໝີ ແລະ ພວກເຂົາຍາດຊິງກັນເພື່ອສະຖານະຢູ່ສະເໝີ. ຖ້າພວກເຂົາບໍ່ມີສະຖານະ, ພວກເຂົາຈະບໍ່ສະແຫວງຫາຄວາມຈິງ. ພວກເຂົາເວົ້າວ່າ “ເຮືອນຂອງພຣະເຈົ້າບໍ່ເຄີຍຈັດແຈງໃຫ້ຂ້ານ້ອຍປະຕິບັດໜ້າທີ່ທີ່ສະທ້ອນເຖິງຄຸນຄ່າຂອງຂ້ານ້ອຍ, ເຊັ່ນ: ວຽກງານທີ່ໃຊ້ຂໍ້ຄວາມ, ວຽກງານ AV, ການເປັນຜູ້ນໍາຄຣິສຕະຈັກ ຫຼື ການເປັນຜູ້ດູແລກຸ່ມ. ພວກເຂົາບໍ່ໃຫ້ຂ້ານ້ອຍເຮັດໜ້າວຽກທີ່ສຳຄັນນັ້ນເລີຍ. ເຮືອນຂອງພຣະເຈົ້າບໍ່ສົ່ງເສີມ ຫຼື ປູກຝັງຂ້ານ້ອຍ ແລະ ທຸກຄັ້ງທີ່ຄຣິສຕະຈັກຈັດການເລືອກຕັ້ງ, ບໍ່ມີຜູ້ໃດລົງຄະແນນສຽງໃຫ້ແກ່ຂ້ານ້ອຍ ແລະ ບໍ່ມີຜູ້ໃດມັກຂ້ານ້ອຍ. ຂ້ານ້ອຍບໍ່ມີຄຸນສົມບັດທີ່ເປັນທີ່ໜ້າພໍໃຈແທ້ໆບໍ? ຂ້ານ້ອຍເປັນປັນຍາຊົນ, ຂ້ານ້ອຍມີການສຶກສາດີ, ແຕ່ເຮືອນຂອງພຣະເຈົ້າບໍ່ເຄີຍສົ່ງເສີມຂ້ານ້ອຍ ຫຼື ປູກຝັງຂ້ານ້ອຍ, ສະນັ້ນຂ້ານ້ອຍຈຶ່ງບໍ່ມີແຮງຈູງໃຈໃນການສະແຫວງຫາຄວາມຈິງ. ອ້າຍເອື້ອຍນ້ອງທຸກຄົນທີ່ເລີ່ມເຊື່ອໃນພຣະເຈົ້າໃນຊ່ວງເວລາດຽວກັບຂ້ານ້ອຍກໍປະຕິບັດໜ້າທີ່ທີ່ສຳຄັນ ແລະ ຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ເປັນຫຍັງຂ້ານ້ອຍຈຶ່ງຖືກປ່ອຍໃຫ້ບໍ່ມີຫຍັງເຮັດ? ຂ້ານ້ອຍພຽງແຕ່ເຮັດບົດບາດປະກອບໂດຍການເຜີຍແຜ່ຂ່າວປະເສີດໃນບາງຄັ້ງບາງຄາວ ແລະ ພວກເຂົາບໍ່ປ່ອຍໃຫ້ຂ້ານ້ອຍເປັນພະຍານເຊັ່ນກັນ. ເມື່ອໃດກໍຕາມທີ່ເຮືອນຂອງພຣະເຈົ້າສົ່ງເສີມຜູ້ຄົນໃຫ້ເຮັດໜ້າທີ່ທີ່ສຳຄັນ, ບໍ່ມີຫຍັງຢູ່ບ່ອນນີ້ສຳລັບຂ້ານ້ອຍ; ຂ້ານ້ອຍເຖິງກັບບໍ່ໄດ້ຮັບອະນຸຍາດໃຫ້ນໍາພາການເຕົ້າໂຮມ ແລະ ພວກເຂົາບໍ່ໃຫ້ຄວາມຮັບຜິດຊອບໃດໆແກ່ຂ້ານ້ອຍ. ຂ້ານ້ອຍຮູ້ສຶກທຸກໃຈຫຼາຍ. ນີ້ຄືສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດແຈງໃຫ້ແກ່ຂ້ານ້ອຍ. ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຮູ້ສຶກເຖິງຄຸນຄ່າການມີຢູ່ຂອງຂ້ານ້ອຍ? ເປັນຫຍັງພຣະເຈົ້າຈຶ່ງຮັກຄົນອື່ນຍົກເວັ້ນຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງປູກຝັງຄົນອື່ນຍົກເວັ້ນຂ້ານ້ອຍ? ເຮືອນຂອງພຣະເຈົ້າຄວນມອບພາລະເພີ່ມເຕີມໃຫ້ແກ່ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍເປັນຜູ້ຄຸມງານ ຫຼື ເປັນບາງຢ່າງ. ໃນລັກສະນະນັ້ນ, ຂ້ານ້ອຍຈຶ່ງຈະມີແຮງຜັກດັນໜ້ອຍໜຶ່ງເພື່ອທີ່ຈະສະແຫວງຫາຄວາມຈິງ. ຂ້ານ້ອຍຈະສະແຫວງຫາຄວາມຈິງໂດຍບໍ່ມີແຮງຜັກດັນໄດ້ແນວໃດ? ຜູ້ຄົນຕ້ອງການແຮງຜັກດັນໜ້ອຍໜຶ່ງເພື່ອສະແຫວງຫາຄວາມຈິງຢູ່ສະເໝີ; ພວກເຮົາຈຳເປັນຕ້ອງມີຄວາມສາມາດທີ່ຈະເຫັນຜົນປະໂຫຍດໃນການສະແຫວງຫາມັນ. ຂ້ານ້ອຍຮູ້ວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມເຊິ່ງຈຳເປັນຕ້ອງໄດ້ຮັບການປ່ຽນແປງ ແລະ ຂ້ານ້ອຍຮູ້ວ່າການສະແຫວງຫາຄວາມຈິງເປັນສິ່ງທີ່ດີ, ມັນອະນຸຍາດໃຫ້ພວກເຮົາຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນ, ແຕ່ຂ້ານ້ອຍບໍ່ເຄີຍຖືກໃຊ້ສຳລັບສິ່ງທີ່ສຳຄັນ ແລະ ຂ້ານ້ອຍຮູ້ສຶກວ່າບໍ່ມີແຮງຈູງໃຈທີ່ຈະສະແຫວງຫາຄວາມຈິງ! ຂ້ານ້ອຍຈະເລີ່ມສະແຫວງຫາຄວາມຈິງເມື່ອອ້າຍເອື້ອຍນ້ອງເຄົາລົບນັບຖືຂ້ານ້ອຍ ແລະ ສະໜັບສະໜູນຂ້ານ້ອຍ, ມັນຈະບໍ່ຊ້າເກີນໄປໃນຕອນນັ້ນ”. ບໍ່ມີຄົນປະເພດນີ້ບໍ? (ມີ.) ແມ່ນຫຍັງຄືບັນຫາກັບພວກເຂົາ? ບັນຫາກໍຄືພວກເຂົາຕ້ອງການສະຖານະ ແລະ ຕຳແໜ່ງ. ເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາບໍ່ແມ່ນຜູ້ຮັກຄວາມຈິງ, ແຕ່ພວກເຂົາຈະມັກຕຳແໜ່ງ ແລະ ບ່ອນນັ່ງໃນໂຕະໃນເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ໄຮ້ຢາງອາຍບໍ? ມັນເປັນສິ່ງທີ່ດີພໍສຳລັບເຈົ້າທີ່ຈະເປັນຜູ້ໃຫ້ບໍລິການ; ບໍ່ວ່າເຈົ້າຈະສາມາດຂຶ້ນເປັນຜູ້ໃຫ້ບໍລິການທີ່ຈົງຮັກພັກດີ ຫຼື ບໍ່ແມ່ນຍັງບໍ່ແນ່ນອນເທື່ອ. ເປັນຫຍັງສິ່ງນັ້ນຈຶ່ງບໍ່ຊັດເຈນສຳລັບເຈົ້າ? ເຈົ້າຄິດວ່າຖ້າເຈົ້າມີສະຖານະ ແລະ ຕຳແໜ່ງ, ເຈົ້າຈະຖືກຊ່ວຍໃຫ້ລອດພົ້ນບໍ? ເຈົ້າຈະເປັນຄົນທີ່ສະແຫວງຫາຄວາມຈິງບໍ? ຄວາມຮູ້ສຶກເຫຼົ່ານີ້ຂອງເຈົ້າແມ່ນໃຊ້ໄດ້ບໍ? (ບໍ່ໄດ້.) ຄົນເຫຼົ່ານີ້ຕ້ອງການໂດດເດັ່ນ, ເຮັດໃຫ້ຮູ້ສຶກເຖິງການມີຢູ່ຂອງພວກເຂົາ ແລະ ເມື່ອບໍ່ເປັນໄປຕາມຄວາມປາຖະໜາຂອງພວກເຂົາ, ພວກເຂົາຈະຈົ່ມວ່າພຣະເຈົ້າບໍ່ຍຸຕິທຳ, ພຣະອົງລຳອຽງໃນວິທີການທີ່ພຣະອົງປະຕິບັດຕໍ່ຜູ້ຄົນ, ເຮືອນຂອງພຣະອົງບໍ່ສົ່ງເສີມພວກເຂົາ, ອ້າຍເອື້ອຍນ້ອງບໍ່ເລືອກພວກເຂົາ, ແນ່ນອນວ່າສິ່ງເຫຼົ່ານີ້ບໍ່ແມ່ນພື້ນຖານທີ່ຄົນໆໜຶ່ງຕ້ອງການເພື່ອທີ່ຈະສະແຫວງຫາຄວາມຈິງບໍ? ມັນໄດ້ລະບຸໄວ້ຢູ່ບ່ອນໃດບໍໃນພຣະທຳຂອງພຣະເຈົ້າທີ່ວ່າຜູ້ສະແຫວງຄວາມຈິງຕ້ອງຖືກໂອບອ້ອມໂດຍທຸກຄົນ ແລະ ເປັນທີ່ເຄົາລົບນັບຖືໂດຍອ້າຍເອື້ອຍນ້ອງຂອງພວກເຂົາ? ຫຼື ພວກເຂົາຕ້ອງສາມາດຮັບໜ້າທີ່ທີ່ສຳຄັນ ແລະ ເຮັດວຽກງານທີ່ສຳຄັນ ແລະ ຍັງປະກອບສ່ວນເຂົ້າໃນເຮືອນຂອງພຣະເຈົ້າຢ່າງຫຼວງຫຼາຍບໍ? ພຣະທຳຂອງພຣະເຈົ້າລະບຸໄວ້ບໍ ວ່າມີພຽງແຕ່ຄົນເຊັ່ນນັ້ນຈຶ່ງສາມາດສະແຫວງຫາຄວາມຈິງ, ມີພຽງແຕ່ພວກເຂົາຈຶ່ງເໝາະສົມໃນການສະແຫວງຫາຄວາມຈິງ? ພຣະທຳຂອງພຣະອົງເວົ້າບໍ ວ່າມີພຽງແຕ່ຄົນເຫຼົ່ານີ້ທີ່ເຂົ້າເກນສຳລັບການສະແຫວງຫາຄວາມຈິງ, ມີພຽງແຕ່ພວກເຂົາທີ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ຫຼື ໃນທີ່ສຸດແລ້ວ ມັນມີພຽງແຕ່ພວກເຂົາທີ່ສາມາດຖືກຊ່ວຍໃຫ້ລອດພົ້ນ? ສິ່ງນີ້ໄດ້ຂຽນໄວ້ຢູ່ບ່ອນໃດບ່ອນໜຶ່ງໃນພຣະທຳຂອງພຣະເຈົ້າບໍ? (ບໍ່.) ມັນເຫັນໄດ້ຢ່າງຊັດເຈນວ່າຄຳກ່າວອ້າງໂດຍຄົນປະເພດນີ້ແມ່ນໃຊ້ບໍ່ໄດ້. ສະນັ້ນເປັນຫຍັງພວກເຂົາຈຶ່ງເວົ້າສິ່ງເຫຼົ່ານີ້? ພວກເຂົາບໍ່ໄດ້ຫາຂໍ້ອ້າງເພື່ອທີ່ຈະບໍ່ສະແຫວງຫາຄວາມຈິງບໍ? (ແມ່ນແລ້ວ.) ພວກເຂົາຮັກສະຖານະ ແລະ ກຽດຕິຍົດ. ພວກເຂົາພຽງແຕ່ສົນໃຈກ່ຽວກັບການຕາມຫາຊື່ສຽງ ແລະ ຜົນປະໂຫຍດສ່ວນຕົວ ແລະ ການສະແຫວງຫາສະຖານະໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກເຂົາຮູ້ສຶກວ່າມັນຈະເປັນເລື່ອງອັບອາຍທີ່ຈະເວົ້າສິ່ງນີ້ອອກດັງໆ, ສະນັ້ນພວກເຂົາຈຶ່ງມີຂໍ້ອ້າງຢ່າງຫຼວງຫຼາຍ, ປົກປ້ອງຕົນເອງສຳລັບການບໍ່ສະແຫວງຫາຄວາມຈິງ ແລະ ໂຍນໂທດໃຫ້ຄຣິສຕະຈັກ, ໃຫ້ອ້າຍເອື້ອຍນ້ອງ ແລະ ໃຫ້ພຣະເຈົ້າ. ນີ້ບໍ່ແມ່ນສິ່ງຊົ່ວຮ້າຍບໍ? ພວກເຂົາບໍ່ແມ່ນຄົນຊົ່ວທີ່ຊີ້ນິ້ວໃສ່ພັກພວກທີ່ບໍລິສຸດບໍ? (ແມ່ນແລ້ວ.) ພວກເຂົາກຳລັງສ້າງບັນຫາຢ່າງບໍ່ມີເຫດຜົນ ແລະ ຂົ່ມຂູ້ຄົນອື່ນດ້ວຍຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນ; ພວກເຂົາປາສະຈາກຄວາມສຳນຶກ ຫຼື ເຫດຜົນຢ່າງສິ້ນເຊີງ! ການບໍ່ສະແຫວງຫາຄວາມຈິງເປັນບັນຫາທີ່ຮ້າຍແຮງພໍໃນຕົວມັນເອງ ແລະ ພວກເຂົາຍັງພະຍາຍາມໂຕ້ຖຽງ ແລະ ສ້າງຄວາມຫຍຸ້ງຍາກ. ນັ້ນຄືສິ່ງທີ່ບໍ່ສົມເຫດສົມຜົນຢ່າງແທ້ຈິງ, ບໍ່ແມ່ນບໍ? ການສະແຫວງຫາຄວາມຈິງເປັນການສະໝັກໃຈ. ຖ້າເຈົ້າຮັກຄວາມຈິງ, ພຣະວິນຍານບໍລິສຸດກໍຈະເຮັດພາລະກິດໃນຕົວເຈົ້າ. ເມື່ອເຈົ້າຮັກຄວາມຈິງ; ເມື່ອເຈົ້າອະທິຖານ ແລະ ເພິ່ງພາພຣະເຈົ້າ, ໄຕ່ຕອງກ່ຽວກັບຕົນເອງ ແລະ ພະຍາຍາມຮູ້ຈັກຕົນເອງບໍ່ວ່າການຂົ່ມເຫັງ ຫຼື ຄວາມລຳບາກຍາກແຄ້ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ; ເມື່ອເຈົ້າສະແຫວງຫາຄວາມຈິງຢ່າງຫ້າວຫັນເພື່ອແກ້ໄຂບັນຫາທີ່ເຈົ້າຄົ້ນພົບໃນຕົວເຈົ້າເອງ, ເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ. ດ້ວຍວິທີນີ້, ເຈົ້າຈະສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າ. ເມື່ອຜູ້ຄົນຮັກຄວາມຈິງ, ການສະແດງທັງໝົດນີ້ຈະເກີດຂຶ້ນກັບພວກເຂົາຢ່າງເປັນທຳມະຊາດ. ພວກມັນເກີດຂຶ້ນຢ່າງສະໝັກໃຈ, ຢ່າງປິຕິຍິນດີ ແລະ ໂດຍບໍ່ມີການບີບບັງຄັບ, ໂດຍບໍ່ມີເງື່ອນໄຂເພີ່ມເຕີມໃດໆ. ຖ້າຜູ້ຄົນສາມາດຕິດຕາມພຣະເຈົ້າໃນລັກສະນະນີ້, ໃນທີ່ສຸດແລ້ວພວກເຂົາຈະໄດ້ຮັບຄວາມຈິງ ແລະ ຊີວິດ, ພວກເຂົາຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ພວກເຂົາຈະດຳລົງຊີວິດຕາມພາບລັກຂອງມະນຸດ. ເຈົ້າຕ້ອງການໃຫ້ບັນລຸຕາມເງື່ອນໄຂເພີ່ມເຕີມເພື່ອທີ່ຈະສະແຫວງຫາຄວາມຈິງບໍ? ບໍ່. ຄວາມເຊື່ອໃນພຣະເຈົ້າເປັນການສະໝັກໃຈ, ມັນເປັນສິ່ງທີ່ຄົນໆໜຶ່ງເລືອກສຳລັບພວກເຂົາເອງ ແລະ ການສະແຫວງຫາຄວາມຈິງແມ່ນຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ; ມັນຖືກຮອງຮັບໂດຍພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ເຕັມໃຈທີ່ຈະປະຖິ້ມຄວາມສຸກທາງເນື້ອໜັງ ແລະ ຍັງປາຖະໜາທີ່ຈະຮັບເອົາພອນຂອງພຣະເຈົ້າ, ແຕ່ເມື່ອພວກເຂົາຜະເຊີນໜ້າກັບຄວາມລຳບາກຍາກແຄ້ນ ແລະ ການຂົ່ມເຫັງບາງຢ່າງ ຫຼື ການເຍາະເຍີ້ຍ ແລະ ການໃສ່ຮ້າຍໜ້ອຍໜຶ່ງ, ພວກເຂົາກໍເລີ່ມຄິດລົບ ແລະ ອ່ອນແອ ແລະ ບໍ່ປາຖະໜາທີ່ຈະເຊື່ອໃນພຣະເຈົ້າ ຫຼື ຕິດຕາມພຣະອົງອີກຕໍ່ໄປ. ພວກເຂົາອາດຈະເຖິງກັບກ່າວໂທດ ແລະ ປະຕິເສດພຣະອົງ. ນີ້ບໍ່ແມ່ນສິ່ງທີ່ໄຮ້ເຫດຜົນບໍ? ພວກເຂົາປາຖະໜາທີ່ຈະຮັບພອນ ແລະ ພວກເຂົາຍັງສະແຫວງຫາຄວາມສຸກທາງເນື້ອໜັງ ແລະ ເມື່ອພົບກັບຄວາມລຳບາກຍາກແຄ້ນ ຫຼື ການຂົ່ມເຫັງໃດໜຶ່ງ, ພວກເຂົາກໍກ່າວໂທດພຣະເຈົ້າ. ນັ້ນກໍຄືຜູ້ຄົນເຫຼົ່ານີ້ທີ່ບໍ່ຮັກຄວາມຈິງໄຮ້ເຫດຜົນສໍ່າໃດ. ມັນຈະຫຍຸ້ງຍາກສຳລັບພວກເຂົາທີ່ຈະຕິດຕາມພຣະເຈົ້າຈົນເຖິງທີ່ສຸດ; ທັນທີທີ່ພວກເຂົາພົບກັບຄວາມລຳບາກຍາກແຄ້ນ ຫຼື ການຂົ່ມເຫັງບາງຢ່າງ, ພວກເຂົາຈະຖືກເປີດໂປງ ແລະ ຂັບໄລ່. ມີຫຼາຍຄົນເກີນໄປທີ່ເປັນເຊັ່ນນີ້. ບໍ່ວ່າເຫດຜົນຂອງເຈົ້າສຳລັບການເຊື່ອໃນພຣະເຈົ້າຈະເປັນຫຍັງກໍຕາມ, ໃນທີ່ສຸດແລ້ວພຣະເຈົ້າຈະກຳນົດຜົນໄດ້ຮັບຂອງເຈົ້າໂດຍອີງໃສ່ວ່າເຈົ້າໄດ້ຮັບຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ໄດ້ຮັບຄວາມຈິງ, ແລ້ວບໍ່ມີການອ້າງເຫດຜົນ ຫຼື ຂໍ້ອ້າງໃດໆຂອງເຈົ້າຈະມີນໍ້າໜັກເລີຍ. ພະຍາຍາມໃຊ້ເຫດຜົນຕາມທີ່ເຈົ້າຕ້ອງການ, ຜູກມັດຕົນເອງໃຫ້ເປັນຂອດຕາມທີ່ເຈົ້າຕ້ອງການ, ພຣະເຈົ້າຈະສົນໃຈບໍ? ພຣະເຈົ້າຈະສົນທະນາກັບເຈົ້າບໍ? ພຣະອົງຈະໂຕ້ຖຽງ ແລະ ປຶກສາຫາລືກັບເຈົ້າບໍ? ພຣະອົງຈະປຶກສາກັບເຈົ້າບໍ? ຄຳຕອບແມ່ນຫຍັງ? ບໍ່. ພຣະອົງຈະບໍ່ເຮັດຢ່າງເດັດຂາດ. ບໍ່ວ່າການໃຫ້ເຫດຜົນຂອງເຈົ້າຈະໜັກແໜ້ນສໍ່າໃດກໍຕາມ, ມັນຈະໃຊ້ບໍ່ໄດ້. ເຈົ້າຕ້ອງບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າຜິດ ແລະ ຄິດວ່າຖ້າເຈົ້າໃຫ້ເຫດຜົນ ແລະ ຂໍ້ອ້າງທຸກປະເພດ, ແລ້ວເຈົ້າບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ. ພຣະເຈົ້າຕ້ອງການໃຫ້ເຈົ້າສາມາດສະແຫວງຫາຄວາມຈິງໃນທຸກສະພາບແວດລ້ອມ ແລະ ໃນທຸກເລື່ອງທີ່ເກີດຂຶ້ນກັບເຈົ້າ ແລະ ໃນທີ່ສຸດແລ້ວກໍບັນລຸການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຮັບເອົາຄວາມຈິງ. ບໍ່ວ່າພຣະເຈົ້າຈະຈັດແຈງສະຖານະການຫຍັງກໍຕາມໃຫ້ແກ່ເຈົ້າ, ເຈົ້າຈະພົບພໍ້ຄົນ ແລະ ເຫດການຫຍັງ ແລະ ເຈົ້າຈະພົບວ່າຕົນເອງຢູ່ໃນສະພາບແວດລ້ອມຫຍັງກໍຕາມ, ເຈົ້າຄວນອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອຜະເຊີນໜ້າກັບພວກມັນ. ສິ່ງເຫຼົ່ານີ້ແມ່ນບົດຮຽນທີ່ເຈົ້າຄວນຮຽນຮູ້ໃນການສະແຫວງຫາຄວາມຈິງຢ່າງແທ້ຈິງ. ຖ້າເຈົ້າຊອກຫາຂໍ້ອ້າງເພື່ອອອກ, ຫຼົບຫຼີກ, ປະຕິເສດ ຫຼື ຕໍ່ຕ້ານສະຖານະການເຫຼົ່ານີ້ຢູ່ສະເໝີ, ພຣະເຈົ້າກໍຈະປະຖິ້ມເຈົ້າ. ບໍ່ມີປະໂຫຍດຫຍັງໃນການໃຫ້ເຫດຜົນ ຫຼື ການດື້ດຶງ ຫຼື ຄວາມຫຍຸ້ງຍາກ. ຖ້າພຣະເຈົ້າບໍ່ເຮັດໃຫ້ພຣະອົງເອງມີຄວາມສຳພັນກັບເຈົ້າ, ເຈົ້າຈະສູນເສຍໂອກາດຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນ. ສຳລັບພຣະເຈົ້າແລ້ວ, ບໍ່ມີບັນຫາທີ່ບໍ່ສາມາດແກ້ໄຂໄດ້; ພຣະອົງໄດ້ເຮັດການຈັດແຈງສຳລັບທຸກໆຄົນ ແລະ ມີວິທີການຮັບມືກັບພວກມັນ. ພຣະເຈົ້າຈະບໍ່ສົນທະນາກັບເຈົ້າ ບໍ່ວ່າເຫດຜົນ ແລະ ຂໍ້ອ້າງຂອງເຈົ້າຈະທ່ຽງທຳ ຫຼື ບໍ່. ພຣະເຈົ້າຈະບໍ່ຮັບຟັງວ່າການໂຕ້ຖຽງທີ່ເຈົ້າມີເພື່ອປ້ອງກັນຕົນເອງນັ້ນມີເຫດຜົນ ຫຼື ບໍ່. ພຣະອົງຈະພຽງແຕ່ຖາມເຈົ້າວ່າ “ພຣະທຳຂອງພຣະເຈົ້າເປັນຄວາມຈິງບໍ? ເຈົ້າມີອຸປະນິໄສທີ່ເສື່ອມຊາມບໍ? ເຈົ້າຄວນສະແຫວງຫາຄວາມຈິງບໍ?” ເຈົ້າຈຳເປັນຕ້ອງມີຄວາມຊັດເຈນກ່ຽວກັບຂໍ້ແທ້ຈິງໜຶ່ງຢ່າງ: ພຣະເຈົ້າຄືຄວາມຈິງ, ເຈົ້າເປັນມະນຸດທີ່ເສື່ອມຊາມ, ສະນັ້ນເຈົ້າຄວນເຮັດໃຫ້ຕົນເອງມີຄວາມຮັບຜິດຊອບທີ່ຈະສະແຫວງຫາຄວາມຈິງ. ບໍ່ມີບັນຫາ ຫຼື ຄວາມຫຍຸ້ງຍາກ, ບໍ່ມີເຫດຜົນ ຫຼື ຂໍ້ອ້າງໃດຈະໃຊ້ໄດ້. ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ເຈົ້າຈະຈິບຫາຍ. ລາຄາໃດໜຶ່ງທີ່ບຸກຄົນໜຶ່ງຈ່າຍເພື່ອສະແຫວງຫາຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຂອງມັນແມ່ນກຸ້ມຄ່າ. ຜູ້ຄົນຄວນປະຖິ້ມຂໍ້ອ້າງທັງໝົດຂອງພວກເຂົາ, ການອ້າງເຫດຜົນຂອງພວກເຂົາ ແລະ ບັນຫາຂອງພວກເຂົາເພື່ອທີ່ຈະຍອມຮັບຄວາມຈິງ ແລະ ຮັບເອົາຊີວິດ ເພາະພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຄືຊີວິດທີ່ພວກເຂົາຄວນໄດ້ຮັບ ແລະ ມັນເປັນຊີວິດທີ່ບໍ່ມີຫຍັງສາມາດແລກປ່ຽນໄດ້. ຖ້າເຈົ້າພາດໂອກາດນີ້, ເຈົ້າຈະບໍ່ເສຍດາຍມັນຕະຫຼອດຊີວິດຂອງເຈົ້າເທົ່ານັ້ນ. ມັນບໍ່ແມ່ນເລື່ອງຄວາມເສຍດາຍເທົ່ານັ້ນ, ເຈົ້າຈະທຳລາຍຕົນເອງຢ່າງສິ້ນເຊີງ. ບໍ່ມີຜົນໄດ້ຮັບ ຫຼື ຈຸດໝາຍປາຍທາງສຳລັບເຈົ້າອີກຕໍ່ໄປ ແລະ ເຈົ້າທີ່ເປັນສ່ິງທີ່ຖືກສ້າງຈະມາເຖິງຈຸດສິ້ນສຸດແລ້ວ. ເຈົ້າຈະບໍ່ໄດ້ຮັບໂອກາດເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນອີກຄັ້ງ. ເຈົ້າເຂົ້າໃຈບໍ? (ພວກເຮົາເຂົ້າໃຈ.) ຢ່າຊອກຫາຂໍ້ອ້າງ ຫຼື ເຫດຜົນສຳລັບການບໍ່ສະແຫວງຫາຄວາມຈິງ. ພວກມັນບໍ່ມີປະໂຫຍດ; ເຈົ້າພຽງແຕ່ຫຼອກລວງຕົນເອງ.
ຜູ້ນໍາບາງຄົນບໍ່ເຄີຍເຮັດວຽກຕາມຫຼັກການຈັກເທື່ອ, ພວກເຂົາເປັນກົດໝາຍໃຫ້ກັບພວກເຂົາເອງ, ເຮັດຕາມອຳເພີໃຈ ແລະ ຢ່າງບໍ່ຮອບຄອບ. ອ້າຍເອື້ອຍນ້ອງອາດຈະຊີ້ໃຫ້ເຫັນສິ່ງນີ້ ແລະ ເວົ້າວ່າ “ເຈົ້າບໍ່ຄ່ອຍປຶກສາກັບຄົນໃດກ່ອນທີ່ເຈົ້າຈະດຳເນີນການ. ພວກເຮົາບໍ່ຮູ້ວ່າການຕັດສິນ ແລະ ການຕັດສິນໃຈຂອງເຈົ້າແມ່ນຫຍັງຈົນກວ່າເຈົ້າໄດ້ເຮັດພວກມັນ. ເປັນຫຍັງເຈົ້າຈຶ່ງບໍ່ສົນທະນາກ່ຽວກັບພວກມັນກັບໃຜ? ເປັນຫຍັງເຈົ້າຈຶ່ງບໍ່ບອກໃຫ້ພວກເຮົາຮູ້ລ່ວງໜ້າເມື່ອເຈົ້າຕັດສິນໃຈ? ເຖິງແມ່ນວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນຖືກຕ້ອງ ແລະ ຄວາມສາມາດຂອງເຈົ້າມີຫຼາຍກວ່າຂອງພວກເຮົາ, ເຈົ້າຍັງຄວນແຈ້ງໃຫ້ພວກເຮົາຮັບຊາບກ່ຽວກັບມັນກ່ອນ. ຢ່າງໜ້ອຍທີ່ສຸດ, ພວກເຮົາມີສິດທີ່ຈະຮູ້ວ່າກຳລັງເກີດຫຍັງຂຶ້ນ. ໂດຍການປະຕິບັດຕົວເປັນກົດໝາຍໃຫ້ກັບຕົນເອງຢູ່ສະເໝີ, ເຈົ້າກຳລັງຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ!” ແລ້ວເຈົ້າຈະໄດ້ຍິນຜູ້ນໍາເວົ້າຫຍັງຕໍ່ສິ່ງນັ້ນ? “ໃນເຮືອນຂອງຂ້ານ້ອຍ, ຂ້ານ້ອຍເປັນຫົວໜ້າ. ທຸກບັນຫາ, ທັງໃຫຍ່ ແລະ ນ້ອຍ, ແມ່ນຖືກຕັດສິນໃຈໂດຍຂ້ານ້ອຍ. ນັ້ນຄືສິ່ງທີ່ຂ້ານ້ອຍເຄີຍເຮັດ. ເມື່ອຄົນໃດໜຶ່ງໃນຄອບຄົວໃຫຍ່ຂອງຂ້ານ້ອຍມີບັນຫາ, ພວກເຂົາມາຫາຂ້ານ້ອຍ ແລະ ໃຫ້ຂ້ານ້ອຍຕັດສິນໃຈວ່າຈະເຮັດແນວໃດ. ພວກເຂົາຮູ້ວ່າຂ້ານ້ອຍເກັ່ງໃນການແກ້ໄຂບັນຫາ. ນັ້ນຄືເຫດຜົນທີ່ຂ້ານ້ອຍຮັບຜິດຊອບເລື່ອງຕ່າງໆໃນຄອບຄົວຂອງຂ້ານ້ອຍ. ໃນຕອນທີ່ຂ້ານ້ອຍເຂົ້າຮ່ວມຄຣິສຕະຈັກ, ຂ້ານ້ອຍຄິດວ່າຂ້ານ້ອຍຈະບໍ່ສົນໃຈກັບສິ່ງຕ່າງໆອີກຕໍ່ໄປ, ແຕ່ຫຼັງຈາກນັ້ນຂ້ານ້ອຍກໍຖືກເລືອກໃຫ້ເປັນຜູ້ນໍາ. ຂ້ານ້ອຍເຮັດຫຍັງບໍ່ໄດ້, ຂ້ານ້ອຍເກີດມາໂດຍມີໂຊກຊະຕານີ້. ພຣະເຈົ້າໄດ້ມອບທັກສະນີ້ໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍເກີດມາເພື່ອຕັດສິນໃຈ ແລະ ສັ່ງການຄົນອື່ນ”. ນີ້ໝາຍຄວາມວ່າພວກເຂົາຖືກກຳນົດໂຊກຊະຕາໃຫ້ເປັນເຈົ້າໜ້າທີ່ ແລະ ຄົນອື່ນໄດ້ເກີດມາເປັນທະຫານຮາບ ແລະ ຂ້າທາດ. ພວກເຂົາຄິດວ່າພວກເຂົາຄວນມີອຳນາດຕັດສິນໃຈເປັນຜູ້ສຸດທ້າຍ ແລະ ຄົນອື່ນຄວນຮັບຟັງພວກເຂົາ. ແມ່ນແຕ່ໃນເວລາທີ່ອ້າຍເອື້ອຍນ້ອງເຫັນບັນຫາຂອງຜູ້ນໍາຄົນນີ້ ແລະ ຊີ້ແຈງມັນໃຫ້ພວກເຂົາຮູ້, ພວກເຂົາຈະບໍ່ຍອມຮັບມັນ ແລະ ພວກເຂົາຈະບໍ່ຍອມຮັບການຖືກຈັດການ ແລະ ການຖືກລິຮານ. ພວກເຂົາຈະຕໍ່ສູ້ ແລະ ຕໍ່ຕ້ານຈົນກວ່າອ້າຍເອື້ອຍນ້ອງຈະຮ້ອງອອກມາໃຫ້ຖອດຖອນພວກເຂົາ. ໃນຂະນະດຽວກັນ, ຜູ້ນໍາຈະຄິດວ່າ “ດ້ວຍຄວາມສາມາດເຊັ່ນຂອງຂ້ານ້ອຍ, ຂ້ານ້ອຍຖືກກຳນົດໂຊກຊະຕາໃຫ້ຄວບຄຸມບ່ອນໃດກໍຕາມທີ່ຂ້ານ້ອຍໄປ. ດ້ວຍຄວາມສາມາດເຊັ່ນຂອງພວກເຈົ້າ, ພວກເຈົ້າຈະເປັນຂ້າທາດ ແລະ ຜູ້ຮັບໃຊ້ຢູ່ສະເໝີ. ມັນຄືໂຊກຊະຕາຂອງພວກເຈົ້າທີ່ຈະຖືກສັ່ງໄປມາໂດຍຄົນອື່ນ”. ພວກເຂົາກຳລັງເປີດເຜີຍອຸປະນິໄສປະເພດໃດໂດຍການເວົ້າສິ່ງເຫຼົ່ານັ້ນຢູ່ເລື້ອຍໆ? ເຫັນໄດ້ຢ່າງຊັດເຈນວ່າມັນເປັນອຸປະນິໄສທີ່ເສື່ອມຊາມ, ມັນເປັນຄວາມອວດດີ, ການຫຼອກລວງຕົນເອງ ແລະ ການຖືວ່າຕົນເອງສຳຄັນຢ່າງສຸດໆ, ແຕ່ພວກເຂົາໂອ້ອວດມັນຢ່າງໄຮ້ຢາງອາຍ ແລະ ເວົ້າໂມ້ກ່ຽວກັບມັນຄືກັບວ່າມັນເປັນຈຸດແຂງ ແລະ ຊັບສິນ. ເມື່ອຄົນໆໜຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາຄວນໄຕ່ຕອງກ່ຽວກັບຕົນເອງ, ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ກັບໃຈ ແລະ ປະຖິ້ມມັນ ແລະ ພວກເຂົາຄວນສະແຫວງຫາຄວາມຈິງຈົນກວ່າພວກເຂົາຈະເຮັດຕາມຫຼັກການ. ແຕ່ນັ້ນບໍ່ແມ່ນວິທີການທີ່ຜູ້ນໍາຄົນນີ້ປະຕິບັດ. ໃນທາງກົງກັນຂ້າມ, ພວກເຂົາຍັງບໍ່ສາມາດແກ້ໄຂໄດ້, ຍຶດຕິດກັບມຸມມອງ ແລະ ວິທີການຂອງພວກເຂົາເອງ. ຈາກພຶດຕິກຳເຫຼົ່ານີ້, ເຈົ້າສາມາດເຫັນໄດ້ວ່າພວກເຂົາບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາບໍ່ແມ່ນຜູ້ທີ່ສະແຫວງຫາມັນຢ່າງແນ່ນອນ. ພວກເຂົາບໍ່ຮັບຟັງຄົນທີ່ເປີດໂປງ ແລະ ຈັດການກັບພວກເຂົາ ແລະ ໃນທາງກົງກັນຂ້າມພວກເຂົາຍັງເຕັມໄປດ້ວຍການແກ້ໂຕ. “ຮືມ, ນີ້ແມ່ນລັກສະນະທີ່ຂ້ານ້ອຍເປັນແທ້ໆ! ມັນເອີ້ນວ່າຄວາມເກັ່ງ ແລະ ພອນສະຫວັນ, ພວກເຈົ້າຄົນໃດໜຶ່ງມີສິ່ງເຫຼົ່ານັ້ນບໍ? ຂ້ານ້ອຍຖືກກຳນົດໂຊກຊະຕາໃຫ້ຄວບຄຸມ. ບໍ່ວ່າຂ້ານ້ອຍຈະໄປໃສກໍຕາມ, ຂ້ານ້ອຍເປັນຜູ້ນໍາ. ຂ້ານ້ອຍເຄີຍມີອຳນາດຕັດສິນໃຈເປັນຜູ້ສຸດທ້າຍ ແລະ ດຳເນີນການຕັດສິນໃຈກ່ຽວກັບທຸກສິ່ງໂດຍບໍ່ປຶກສາຫາລືກັບຄົນອື່ນ. ນັ້ນແມ່ນລັກສະນະທີ່ຂ້ານ້ອຍເປັນແທ້ໆ, ມັນເປັນມົນສະເໜ່ສ່ວນຕົວຂອງຂ້ານ້ອຍ”. ນີ້ບໍ່ແມ່ນຄວາມໄຮ້ຢາງອາຍທີ່ດື້ດຶງບໍ? ພວກເຂົາບໍ່ຍອມຮັບວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາບໍ່ຮັບຮູ້ຢ່າງຊັດເຈນເຖິງພຣະທຳຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງມະນຸດ. ໃນທາງກົງກັນຂ້າມ, ພວກເຂົາຖືເອົາຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງພວກເຂົາເອງເປັນຄວາມຈິງ ແລະ ພະຍາຍາມເຮັດໃຫ້ທຸກຄົນຍອມຮັບ ແລະ ຢຳເກງພວກມັນ. ເລິກໆພາຍໃນ, ພວກເຂົາເຊື່ອວ່າພວກເຂົາຄວນປົກຄອງໃນເຮືອນຂອງພຣະເຈົ້າ, ບໍ່ແມ່ນຄວາມຈິງ, ພວກເຂົາສັ່ງການຢູ່ບ່ອນນັ້ນ. ນີ້ບໍ່ແມ່ນຄວາມໄຮ້ຢາງອາຍທີ່ໜ້າດ້ານບໍ? ພວກເຂົາເວົ້າວ່າພວກເຂົາຕ້ອງການສະແຫວງຫາຄວາມຈິງ, ແຕ່ພຶດຕິກຳຂອງພວກເຂົາແມ່ນກົງກັນຂ້າມກັນພໍສົມຄວນ. ພວກເຂົາເວົ້າວ່າພວກເຂົາເຊື່ອຟັງພຣະເຈົ້າ ແລະ ຄວາມຈິງ, ແຕ່ພະຍາຍາມມີອຳນາດຢູ່ສະເໝີ, ຕ້ອງການມີອຳນາດຕັດສິນໃຈເປັນຜູ້ສຸດທ້າຍ ແລະ ຕ້ອງການໃຫ້ອ້າຍເອື້ອຍນ້ອງທຸກຄົນຍອມ ແລະ ເຊື່ອຟັງພວກເຂົາ. ພວກເຂົາຈະບໍ່ອະນຸຍາດໃຫ້ຄົນອື່ນຊີ້ນໍາ ຫຼື ແນະນໍາພວກເຂົາ, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມແມ່ນເໝາະສົມ ຫຼື ສອດຄ່ອງກັບຫຼັກການ. ໃນທາງກົງກັນຂ້າມ, ພວກເຂົາເຊື່ອວ່າທຸກຄົນທີ່ຕ້ອງໃສ່ໃຈ ແລະ ເຊື່ອຟັງຄຳເວົ້າ ແລະ ການຕັດສິນໃຈຂອງພວກເຂົາ. ພວກເຂົາບໍ່ໄດ້ໄຕ່ຕອງກ່ຽວກັບການກະທຳຂອງພວກເຂົາເລີຍ. ບໍ່ວ່າອ້າຍເອື້ອຍນ້ອງຈະໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອພວກເຂົາແນວໃດກໍຕາມ ແລະ ບໍ່ວ່າເຮືອນຂອງພຣະເຈົ້າຈະລິຮານ ແລະ ຈັດການກັບພວກເຂົາແນວໃດກໍຕາມ ຫຼື ເຖິງແມ່ນວ່າພວກເຂົາຖືກປົດອອກຫຼາຍຄັ້ງ, ພວກເຂົາບໍ່ໄດ້ໄຕ່ຕອງກ່ຽວກັບບັນຫາຂອງພວກເຂົາ. ໃນທຸກສະຖານະການ, ພວກເຂົາຍຶດຖືເອົາປະໂຫຍກນັ້ນຂອງພວກເຂົາກໍຄື: “ໃນເຮືອນຂອງຂ້ານ້ອຍ, ຂ້ານ້ອຍເປັນຫົວໜ້າ. ຂ້ານ້ອຍຕັດສິນໃຈທຸກຢ່າງ. ໃນທຸກເລື່ອງ, ຂ້ານ້ອຍຜູ້ດຽວມີອຳນາດຕັດສິນໃຈເປັນຜູ້ສຸດທ້າຍ. ນັ້ນຄືສິ່ງທີ່ຂ້ານ້ອຍເຄີຍເຮັດ ແລະ ບໍ່ມີທາງທີ່ຈະປ່ຽນມັນໄດ້”. ພວກເຂົາໄຮ້ເຫດຜົນ ແລະ ບໍ່ສາມາດໄຖ່ຄືນໄດ້ແທ້ໆ! ພວກເຂົາເຜີຍແຜ່ການປະຕິບັດໃນທາງລົບເຫຼົ່ານີ້ຄືກັບວ່າພວກມັນເປັນສິ່ງທີ່ດີ, ໃນຂະນະດຽວກັນກັບຄິດເປັນຢ່າງສູງຫຼາຍກ່ຽວກັບພວກເຂົາເອງ. ພວກເຂົາຊ່າງໄຮ້ຢາງອາຍຫຼາຍ! ຄົນເຫຼົ່ານີ້ບໍ່ຍອມຮັບຄວາມຈິງເລີຍ ແລະ ພວກເຂົາແມ່ນບໍ່ສາມາດແກ້ໄຂໄດ້, ສະນັ້ນເຈົ້າສາມາດແນ່ໃຈໄດ້ເລີຍວ່າພວກເຂົາບໍ່ຮັກ ຫຼື ສະແຫວງຫາຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພວກເຂົາເບື່ອໜ່າຍ ແລະ ເປັນປໍລະປັກຕໍ່ຄວາມຈິງ. ລາຄາທີ່ພວກເຂົາຈ່າຍ ແລະ ຄວາມລຳບາກທີ່ພວກເຂົາຜ່ານຜ່າເພື່ອເຮັດເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ ແລະ ເພື່ອຮັບເອົາສະຖານະແມ່ນລ້ວນແລ້ວແຕ່ສູນເປົ່າ. ພຣະເຈົ້າບໍ່ຮອງຮັບສິ່ງໃດເລີຍ, ພຣະອົງກຽດຊັງມັນ. ມັນເປັນການສະແດງເຖິງການທີ່ພວກເຂົາຄັດຄ້ານຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ຄົນໆໜຶ່ງສາມາດແນ່ໃຈໃນສິ່ງນີ້ໄດ້ຢ່າງສົມບູນ ແລະ ທຸກຄົນທີ່ເຂົ້າໃຈຄວາມຈິງກໍສາມາດແຍກແຍະມັນໄດ້.
ຍັງມີບາງຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ບໍ່ມີຄວາມເປັນຈິງແຫ່ງຄວາມຈິງເລີຍ; ພວກເຂົາໄດ້ຮັບຟັງຄຳເທດສະໜາເປັນເວລາຫຼາຍປີ, ແຕ່ບໍ່ເຂົ້າໃຈຄວາມຈິງ. ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດທີ່ຕໍ່າ, ພວກເຂົາກໍມີ “ພອນສະຫວັນ” ທີ່ຫາຄູ່ແຂ່ງກັບພວກເຂົາບໍ່ໄດ້: ການເວົ້າຕົວະ ແລະ ການປົກປິດພວກມັນ ແລະ ການຫຼອກລວງ ແລະ ການລໍ້ລວງຄົນອື່ນດ້ວຍຄຳເວົ້າຫຼູຫຼາ. ຖ້າພວກເຂົາເວົ້າສິບສອງປະໂຫຍກ, ຈະມີສິ່ງເຈືອປົນສິບສອງຢ່າງພາຍໃນປະໂຫຍກເຫຼົ່ານັ້ນ, ເຊິ່ງແຕ່ລະປະໂຫຍກກໍມີມົນທິນໃນຂອບເຂດໃດໜຶ່ງ. ຖ້າຈະເວົ້າໃຫ້ຖືກຕ້ອງ, ບໍ່ມີຫຍັງທີ່ພວກເຂົາເວົ້າທີ່ເປັນຄວາມຈິງ. ແຕ່ເພາະພວກເຂົາມີຄວາມສາມາດທີ່ຕໍ່າ ແລະ ປາກົດວ່າຂ້ອນຂ້າງປະພຶດດີ, ພວກເຂົາຄິດວ່າ “ຂ້ານ້ອຍເປັນຄົນຂີ້ຢ້ານ ແລະ ບໍ່ມີເລ່ຫຼ່ຽມໂດຍທຳມະຊາດ ແລະ ຄວາມສາມາດຂອງຂ້ານ້ອຍກໍຕໍ່າ. ຂ້ານ້ອຍຖືກຂົ່ມເຫັງບໍ່ວ່າຂ້ານ້ອຍຈະໄປໃສກໍຕາມ ແລະ ເມື່ອຜູ້ຄົນລັງແກຂ້ານ້ອຍ, ຂ້ານ້ອຍພຽງແຕ່ຕ້ອງອົດກັ້ນກັບມັນ ແລະ ທົນທຸກ. ຂ້ານ້ອຍບໍ່ກ້າຕອບກັບ ຫຼື ຕໍ່ສູ້ກັບພວກເຂົາ. ສິ່ງດຽວທີ່ຂ້ານ້ອຍສາມາດເຮັດໄດ້ກໍຄືລີ້, ຍອມ ແລະ ຮັບເອົາມັນ. ຂ້ານ້ອຍເປັນ ‘ຄົນທີ່ຊື່ສັດແຕ່ບໍ່ມີຄວາມຮູ້’ ທີ່ພຣະທຳຂອງພຣະເຈົ້າເວົ້າເຖິງ, ຂ້ານ້ອຍເປັນໜຶ່ງໃນຄົນຂອງພຣະອົງ”. ຖ້າຄົນໃດໜຶ່ງຖາມພວກເຂົາວ່າ “ແລ້ວເປັນຫຍັງເຈົ້າຈຶ່ງເວົ້າຕົວະ?” ພວກເຂົາຈະເວົ້າວ່າ “ຂ້ອຍເວົ້າຕົວະໃນເມື່ອໃດ? ຂ້ອຍຫຼອກລວງຜູ້ໃດ? ຂ້ອຍບໍ່ໄດ້ເວົ້າຕົວະ! ໃນເມື່ອຂ້ອຍເປັນຄົນທີ່ບໍ່ມີເລ່ຫຼ່ຽມ, ຂ້ອຍຈະສາມາເວົ້າຕົວະໄດ້ແນວໃດ? ຄວາມຄິດຂອງຂ້ອຍຕອບໂຕ້ສິ່ງຕ່າງໆໄດ້ຊ້າ ແລະ ຂ້ອຍບໍ່ໄດ້ມີການສຶກສາທີ່ດີຫຼາຍ, ຂ້ອຍບໍ່ຮູ້ວິທີການເວົ້າຕົວະ! ຄົນທີ່ຫຼອກລວງເຫຼົ່ານັ້ນທີ່ມີຢູ່ທົ່ວ, ພວກເຂົາສາມາດສ້າງແນວຄວາມຄິດຊົ່ວຮ້າຍ ແລະ ແຜນອຸບາຍສອງສາມຢ່າງໃນພິບຕາດຽວ. ຂ້ອຍບໍ່ໄດ້ເຈົ້າເລ່ເຊັ່ນນັ້ນ ແລະ ຂ້ອຍຖືກຂົ່ມເຫັງຢູ່ສະເໝີ. ສະນັ້ນຂ້ອຍເປັນຄົນຊື່ສັດທີ່ພຣະເຈົ້າເວົ້າເຖິງ ແລະ ບໍ່ມີພື້ນຖານໃຫ້ພວກເຈົ້າທຸກຄົນທີ່ຈະເອີ້ນຂ້ອຍວ່າເປັນຄົນເວົ້າຕົວະ ຫຼື ຄົນຫຼອກລວງ. ບໍ່ມີຫຍັງແທ້ໆ, ພວກເຈົ້າພຽງແຕ່ພະຍາຍາມໃສ່ຮ້າຍຂ້ອຍ. ຂ້ອຍຮູ້ວ່າພວກເຈົ້າທຸກຄົນດູຖູກຂ້ອຍ: ເຈົ້າຄິດວ່າຂ້ອຍໂງ່ ແລະ ຄວາມສາມາດຂອງຂ້ອຍມີຕໍ່າ, ສະນັ້ນພວກເຈົ້າທຸກຄົນຈຶ່ງຕ້ອງການຂົ່ມເຫັງຂ້ອຍ. ພຣະເຈົ້າເປັນຜູ້ດຽວທີ່ບໍ່ຂົ່ມເຫັງຂ້ອຍ, ພຣະອົງປະຕິບັດກັບຂ້ອຍດ້ວຍຄວາມກະລຸນາ”. ຄົນປະເພດນີ້ຈະບໍ່ຍອມຮັບວ່າເວົ້າຕົວະເລີຍ ແລະ ພວກເຂົາມີຄວາມໜ້າດ້ານທີ່ຈະເວົ້າວ່າພວກເຂົາເປັນຄົນຊື່ສັດທີ່ພຣະເຈົ້າເວົ້າເຖິງ ແລະ ດ້ວຍປະໂຫຍກນັ້ນ, ພວກເຂົາກໍຍົກຕົນເອງຂຶ້ນເທິງບັນລັງໂດຍກົງ. ພວກເຂົາເຊື່ອວ່າພວກເຂົາເປັນຄົນທີ່ຊື່ສັດແຕ່ບໍ່ມີຄວາມຮູ້ໂດຍທຳມະຊາດ ແລະ ເປັນທີ່ຮັກຂອງພຣະເຈົ້າ. ພວກເຂົາຄິດວ່າພວກເຂົາບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງ. ພວກເຂົາຄິດວ່ານັບຕັ້ງແຕ່ຊ່ວງເວລາທີ່ພວກເຂົາເກີດມາ, ບໍ່ສາມາດພົບເຫັນຄຳເວົ້າຕົວະໃນປາກຂອງພວກເຂົາ. ພວກເຂົາບໍ່ຍອມຮັບການເວົ້າຕົວະ, ບໍ່ວ່າຄົນໃດໜຶ່ງຈະເວົ້າຫຍັງກໍຕາມ ແລະ ໃນທາງກົງກັນຂ້າມ ພວກເຂົາສະແດງຂໍ້ອ້າງເດີມໆເພື່ອໂຕ້ຖຽງ ແລະ ປົກປ້ອງຕົນເອງ. ພວກເຂົາໄດ້ໄຕ່ຕອງກ່ຽວກັບຕົນເອງບໍ? ພວກເຂົາໄດ້ໄຕ່ຕອງໃນແງ່ໜຶ່ງ. ແມ່ນຫຍັງເກີດຂຶ້ນກັບພວກເຂົາໃນ “ການໄຕ່ຕອງກ່ຽວກັບຕົນເອງ”? “ຂ້ອຍເປັນຄົນທີ່ຊື່ສັດແຕ່ບໍ່ມີຄວາມຮູ້ທີ່ພຣະເຈົ້າເວົ້າເຖິງ. ຂ້ອຍອາດຈະບໍ່ມີຄວາມຮູ້ໜ້ອຍໜຶ່ງ, ແຕ່ຂ້ອຍເປັນຄົນທີ່ຊື່ສັດ”. ພວກເຂົາບໍ່ໄດ້ພາກພູມໃຈກັບຕົນເອງບໍ? ພວກເຂົາບໍ່ຊັດເຈນວ່າພວກເຂົາເປັນອັນໃດ, ຄົນບໍ່ມີຄວາມຮູ້ ຫຼື ຄົນຊື່ສັດ, ແຕ່ພວກເຂົາຖືວ່າຕົນເອງເປັນຄົນຊື່ສັດ. ພວກເຂົາມີຄວາມສຳນຶກກ່ຽວກັບຕົນເອງບໍ? ຖ້າຄົນໃດໜຶ່ງເປັນຄົນໂງ່ຈ້າທີ່ຖືກຂົ່ມເຫັງ ແລະ ໃຊ້ຊີວິດຢ່າງຂີ້ຢ້ານ, ນັ້ນໝາຍຄວາມວ່າພວກເຂົາເປັນຄົນດີແທ້ໆບໍ? ແລ້ວຖ້າຄົນອື່ນເຫັນວ່າຄົນໃດໜຶ່ງເປັນຄົນດີ, ນັ້ນໝາຍຄວາມວ່າພວກເຂົາບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງບໍ? ຄົນເຊັ່ນນັ້ນພຽງແຕ່ມີຄວາມຈິງໂດຍທຳມະຊາດໃນລັກສະນະໃດໜຶ່ງບໍ? ບາງຄົນເວົ້າວ່າ “ຂ້ອຍເປັນຄົນທີ່ຂ້ອນຂ້າງບໍ່ມີເລ່ຫຼ່ຽມ, ຂ້ອຍພະຍາຍາມເວົ້າຄວາມຈິງຢູ່ສະເໝີ, ຂ້ອຍພຽງແຕ່ບໍ່ມີຄວາມຮູ້ໜ້ອຍໜຶ່ງ. ຂ້ອຍບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ, ຂ້ອຍເປັນຄົນດີ ແລະ ຊື່ສັດແລ້ວ”. ໃນການເວົ້າເຊັ່ນນີ້, ພວກເຂົາບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມຈິງ ແລະ ບໍ່ມີອຸປະນິໄສທີ່ເສື່ອມຊາມບໍ? ມະນຸດຊາດທຸກຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ເມື່ອຄົນໆໜຶ່ງມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາສາມາດເວົ້າຕົວະ, ສໍ້ໂກງ ແລະ ຫຼອກລວງເມື່ອໃດກໍຕາມທີ່ພວກເຂົາພໍໃຈ. ພວກເຂົາອາດຈະເຖິງກັບໂອ້ອວດຄວາມສຳເລັດນ້ອຍໆຈໍານວນໜຶ່ງ ຫຼື ການປະກອບສ່ວນຂອງພວກເຂົາ, ສະແດງອຸປະນິໄສທີ່ອວດດີອອກມາ. ໃນຂະນະດຽວກັນ, ພວກເຂົາກໍເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ ແລະ ຂໍ້ຮຽກຮ້ອງທີ່ເກີນຕົວກ່ຽວກັບພຣະອົງ ແລະ ພະຍາຍາມໃຊ້ເຫດຜົນກັບພຣະອົງ. ສິ່ງເຫຼົ່ານີ້ບໍ່ແມ່ນບັນຫາບໍ? ນີ້ບໍ່ແມ່ນອຸປະນິໄສທີ່ເສື່ອມຊາມບໍ? ສິ່ງນີ້ບໍ່ຈຳເປັນຕ້ອງມີການກວດສອບບໍ? ແມ່ນແລ້ວ. ແຕ່ຄົນເຫຼົ່ານີ້ໄດ້ກໍານົດຕົນເອງວ່າເປັນຄົນຊື່ສັດທີ່ບໍ່ເຄີຍເວົ້າຕົວະ ຫຼື ຫຼອກລວງຄົນອື່ນຈັກເທື່ອ; ພວກເຂົາປະກາດວ່າພວກເຂົາບໍ່ມີອຸປະນິໄສທີ່ຫຼອກລວງ, ສະນັ້ນພວກເຂົາຈຶ່ງບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ. ສະນັ້ນ, ບໍ່ມີຄົນໃດທີ່ປະພຶດໃນລັກສະນະນີ້ທີ່ກຳລັງສະແຫວງຫາຄວາມຈິງ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ເມື່ອພວກເຂົາອະທິຖານຫາພຣະເຈົ້າ, ພວກເຂົາມັກຮ້ອງໄຫ້ຢ່າງຂົມຂື່ນກ່ຽວກັບຄວາມໂງ່ຈ້າຂອງພວກເຂົາ, ກ່ຽວກັບການທີ່ພວກເຂົາຖືກຂົ່ມເຫັງຢູ່ສະເໝີ, ກ່ຽວກັບຄວາມສາມາດທີ່ຕໍ່າເປັນພິເສດຂອງພວກເຂົາ: “ພຣະເຈົ້າ, ມີພຽງແຕ່ພຣະອົງທີ່ຮັກຂ້ານ້ອຍ; ມີພຽງແຕ່ພຣະອົງທີ່ສົງສານຂ້ານ້ອຍ ແລະ ປະຕິບັດກັບຂ້ານ້ອຍດ້ວຍຄວາມກະລຸນາ. ທຸກຄົນຂົ່ມເຫັງຂ້ານ້ອຍ ແລະ ເວົ້າວ່າຂ້ານ້ອຍເປັນຄົນເວົ້າຕົວະ, ແຕ່ຂ້ານ້ອຍບໍ່ແມ່ນ!” ຫຼັງຈາກນັ້ນພວກເຂົາກໍເຊັດນໍ້າຕາຂອງພວກເຂົາ ແລະ ລຸກຢືນຂຶ້ນ ແລະ ເມື່ອພວກເຂົາເຫັນຄົນອື່ນ, ພວກເຂົາກໍຄິດວ່າ “ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ເປັນທີ່ຮັກຂອງພຣະເຈົ້າ. ມີພຽງແຕ່ຂ້ອຍ”. ຄົນເຫຼົ່ານີ້ຄິດຫາຕົນເອງເປັນຢ່າງສູງ ແລະ ບໍ່ຍອມຮັບວ່າພວກເຂົາສະແດງຫຼາກຫຼາຍພຶດຕິກຳ ແລະ ການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມທີ່ພຣະເຈົ້າເວົ້າເຖິງ. ແມ່ນແຕ່ໃນຕອນທີ່ບັນຫາສະເພາະໄດ້ເກີດຂຶ້ນກັບພວກເຂົາ ແລະ ສ້າງສະພາວະ ຫຼື ການສະແດງອອກທີ່ເສື່ອມຊາມພາຍໃນພວກເຂົາ, ພວກເຂົາພຽງແຕ່ຍອມຮັບມັນດ້ວຍວາຈາຫຼັງຈາກທີ່ຄິດຊົ່ວໄລຍະໜຶ່ງ ແລະ ຫຼັງຈາກນັ້ນພວກເຂົາກໍຈົບກັບເລື່ອງນັ້ນ. ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາບໍ່ຍອມຮັບຂໍ້ແທ້ຈິງທີ່ວ່າພວກເຂົາມີຄວາມເສື່ອມຊາມ ແລະ ເປັນມະນຸດທີ່ເສື່ອມຊາມ. ແຮງໄກທີ່ພວກເຂົາຈະຍອມຮັບວ່າໄດ້ສະແດງອຸປະນິໄສທີ່ເສື່ອມຊາມໃນສະຖານະການທີ່ສະເພາະໃດໜຶ່ງຢ່າງແນ່ນອນ. ບໍ່ວ່າພວກເຂົາຈະກໍ່ບັນຫາຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສະແດງອຸປະນິໄສທີ່ເສື່ອມຊາມອອກຫຼາຍສໍ່າໃດກໍຕາມ, ພວກເຂົາລົງທ້າຍດ້ວຍການເວົ້າສິ່ງແບບດຽວກັນຢູ່ສະເໝີ: “ຂ້ອຍເປັນຄົນຊື່ສັດແຕ່ບໍ່ມີຄວາມຮູ້ທີ່ພຣະເຈົ້າເວົ້າເຖິງ. ຂ້ອຍເປັນເປົ້າໝາຍຂອງຄວາມສົງສານຂອງພຣະອົງ ແລະ ພຣະອົງຈະໃຫ້ພອນຂ້ອຍຢ່າງຫຼວງຫຼາຍ”. ແລ້ວດ້ວຍເຫດນັ້ນ, ດ້ວຍຄຳເວົ້າເຫຼົ່ານີ້ ພວກເຂົາຮູ້ສຶກວ່າພວກເຂົາບໍ່ຕ້ອງສະແຫວງຫາຄວາມຈິງ; ຄຳເວົ້າເຫຼົ່ານີ້ເປັນຂໍ້ອ້າງທີ່ຄົນດັ່ງກ່າວມີໃຫ້ເພື່ອທີ່ຈະບໍ່ສະແຫວງຫາຄວາມຈິງ. ຄົນເຊັ່ນນັ້ນບໍ່ແມ່ນຄົນທີ່ໄຮ້ສາລະບໍ? (ແມ່ນແລ້ວ.) ພວກເຂົາໄຮ້ສາລະ ແລະ ບໍ່ມີຄວາມຮູ້. ພວກເຂົາໄຮ້ສາລະສໍ່າໃດ? ຫຼາຍຈົນພວກເຂົາຍຶດຖືເອົາໜຶ່ງວະລິໃນພຣະທຳຂອງພຣະເຈົ້າທີ່ເປັນປະໂຫຍດໃຫ້ແກ່ພວກເຂົາ ແລະ ໃຊ້ມັນໃຫ້ເປັນເຄື່ອງໝາຍເພື່ອບີບບັງຄັບພຣະເຈົ້າ ແລະ ເຮັດໃຫ້ຕົນເອງພົ້ນຜິດຈາກການບໍ່ສະແຫວງຫາຄວາມຈິງ, ໃນຂະນະທີ່ປະຕິບັດຕໍ່ພຣະທຳຂອງພຣະເຈົ້າທີ່ເປີດໂປງ ແລະ ພິພາກສາມະນຸດວ່າບໍ່ມີຫຍັງກ່ຽວກັບພວກເຂົາ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ຈຳເປັນຕ້ອງຮັບຟັງພວກມັນ ເພາະພວກເຂົາເປັນຄົນຊື່ສັດແລ້ວ. ຖ້າຈະເວົ້າໃຫ້ຖືກຕ້ອງ, ຄົນເຊັ່ນນັ້ນເປັນຄົນໜ້າເວດທະນາທີ່ເປັນຕາສົມເພດ. ພວກເຂົາມີຄວາມສາມາດທີ່ຕໍ່າ, ບໍ່ມີຄວາມສຳນຶກ ແລະ ມີຢາງອາຍໜ້ອຍຫຼາຍ, ແຕ່ພວກເຂົາຍັງປາຖະໜາທີ່ຈະຮັບເອົາພອນ. ແລ້ວເຖິງແມ່ນວ່າພວກເຂົາຈະມີຄວາມສາມາດທີ່ຕໍ່າ ແລະ ບໍ່ມີຄວາມສຳນຶກ ຫຼື ຢາງອາຍ, ພວກເຂົາກໍພູມໃຈຫຼາຍ ແລະ ພວກເຂົາດູຖູກຄົນທຳມະດາ. ພວກເຂົາບໍ່ມີຄວາມເຄົາລົບຕໍ່ຄົນທີ່ມີຄວາມສາມາດດີທີ່ສາມາດສະແຫວງຫາຄວາມຈິງ ແລະ ຄົນທີ່ສາມາດໂອ້ລົມກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງ. ພວກເຂົາຄິດວ່າ “ແລ້ວຈຸດແຂງເຫຼົ່ານີ້ຂອງພວກເຈົ້າມີຫຍັງດີ? ດ້ວຍທຸກຢ່າງທີ່ເຈົ້າສະແຫວງຫາຄວາມຈິງ ແລະ ຮູ້ຈັກຕົນເອງ, ຂ້ອຍບໍ່ຈຳເປັນຕ້ອງເຮັດສິ່ງນັ້ນ. ຂ້ອຍເປັນຄົນຊື່ສັດ; ຂ້ອຍອາດຈະອວດດີໜ້ອຍໜຶ່ງ ແຕ່ນັ້ນບໍ່ແມ່ນບັນຫາແທ້ໆ. ແລ້ວອຸປະນິໄສທີ່ເສື່ອມຊາມທີ່ຂ້ອຍສະແດງອອກມາກໍບໍ່ມີຫຍັງໃຫ້ຕ້ອງກັງວົນເຊັ່ນກັນ. ຕາບໃດທີ່ຂ້ອຍປະກອບຕົນເອງດ້ວຍພຶດຕິກຳທີ່ດີບາງຢ່າງ, ຂ້ອຍຈະບໍ່ເປັນຫຍັງ”. ພວກເຂົາຮຽກຮ້ອງຫຍັງຈາກພວກເຂົາເອງ? “ບໍ່ວ່າຢ່າງໃດກໍຕາມ, ພຣະເຈົ້າຮູ້ວ່າຫົວໃຈຂອງຂ້ອຍ ແລະ ຄວາມເຊື່ອຂອງຂ້ານ້ອຍໃນພຣະອົງແມ່ນເປັນຈິງ. ນັ້ນພຽງພໍແລ້ວ. ການເວົ້າໝົດມື້ໝົດຄືນກ່ຽວກັບຄຳພະຍານຈາກປະສົບການ ແລະ ຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ການເວົ້າທັງໝົດນີ້ຈະມີປະໂຫຍດຫຍັງ? ເມື່ອໄດ້ພິຈາລະນາທຸກຢ່າງແລ້ວ, ການເຊື່ອໃນພຣະເຈົ້າຢ່າງຈິງໃຈກໍພຽງພໍ”. ນັ້ນບໍ່ແມ່ນສິ່ງທີ່ໂງ່ຈ້າເທົ່າທີ່ມັນສາມາດເປັນໄປໄດ້ບໍ? ຢ່າງທຳອິດ, ຄົນເຊັ່ນນັ້ນບໍ່ສົນໃຈໃນຄວາມຈິງເລີຍ; ຢ່າງທີສອງ, ມັນເໝາະສົມທີ່ຈະເວົ້າວ່າພວກເຂົາບໍ່ມີຄວາມສາມາດທີ່ຈະຢັ່ງເຖິງຄວາມຈິງໃນພຣະທຳຂອງພຣະເຈົ້າ. ແລ້ວພວກເຂົາຍັງຄິດຫາຕົນເອງຫຼາຍ ແລະ ດຳເນີນການຢ່າງສູງສົ່ງ ແລະ ຢ່າງມີອຳນາດຫຼາຍ. ພວກເຂົາຊອກຫາຂໍ້ອ້າງສຳລັບເຫດຜົນວ່າເປັນຫຍັງພວກເຂົາຈຶ່ງບໍ່ສະແຫວງຫາຄວາມຈິງ ຫຼື ວິທີການສະແຫວງຫາ ຫຼື ບາງສິ່ງທີ່ພວກເຂົາຮັບຮູ້ວ່າເປັນຈຸດແຂງເພື່ອແທນທີ່ການສະແຫວງຫາຄວາມຈິງ. ນີ້ບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? (ແມ່ນແລ້ວ.)
ບາງຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ມີບັນຫາໃຫຍ່ໆໃນເລື່ອງຄວາມເປັນມະນຸດຂອງພວກເຂົາ. ພວກເຂົາຍຶດຕິດກັບກົດລະບຽບ ແລະ ປະພຶດຕົນເອງ. ແມ່ຍິງເຊັ່ນນັ້ນອ່ອນໂຍນ ແລະ ມີຄຸນນະທຳ, ມີສັກສີ ແລະ ເປັນຕານັບຖື ແລະ ເຮັດຫຼິ້ນໆ. ພວກເຂົາເປັນເດັກຍິງທີ່ດີຕໍ່ໜ້າພໍ່ແມ່ຂອງພວກເຂົາ, ພວກເຂົາເປັນເມຍ ແລະ ແມ່ທີ່ດີໃນຊີວິດຄອບຄົວຂອງພວກເຂົາ ແລະ ພວກເຂົາໃຊ້ເວລາຂອງພວກເຂົາໃນການດູແລເຮືອນຂອງພວກເຂົາຕາມໜ້າທີ່. ຜູ້ຊາຍເຊັ່ນນັ້ນບໍ່ມີເລ່ຫຼ່ຽມ ແລະ ເຮັດຕາມໜ້າທີ່ ແລະ ພວກເຂົາປະພຶດຕົນເອງ; ພວກເຂົາເປັນລູກຊາຍທີ່ກະຕັນຍູ, ພວກເຂົາບໍ່ດື່ມ ຫຼື ສູບຢາ ແລະ ພວກເຂົາບໍ່ລັກ ຫຼື ຂະໂມຍ, ພວກເຂົາບໍ່ຫຼິ້ນພະນັນ ຫຼື ຫຼິ້ນໂສເພນີ, ພວກເຂົາເປັນຜົວຕົ້ນແບບ ແລະ ຢູ່ນອກເຮືອນ ພວກເຂົາບໍ່ຄ່ອຍໂຕ້ຖຽງ ຫຼື ໂຕ້ແຍ່ງກັບຄົນອື່ນກ່ຽວກັບວ່າຜູ້ໃດຖືກ ຫຼື ຜິດ. ບາງຄົນຄິດວ່າມັນພຽງພໍທີ່ຈະບັນລຸສິ່ງເຫຼົ່ານີ້ໃນຖານະຜູ້ເຊື່ອໃນພຣະເຈົ້າ ແລະ ຄົນທີ່ເຮັດເຊັ່ນນັ້ນກໍເປັນມາດຕະຖານ, ເປັນຄົນດີທີ່ສາມາດຍອມຮັບໄດ້. ພວກເຂົາເຊື່ອວ່າຖ້າພວກເຂົາໃຈບຸນ ແລະ ໃຫ້ການຊ່ວຍເຫຼືອ, ຖ່ອມຕົວ ແລະ ໃຈເຢັນ ແລະ ອົດກັ້ນຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ ແລະ ຖ້າພວກເຂົາເຮັດວຽກງານຫຍັງກໍຕາມທີ່ຄຣິສຕະຈັກຈັດແຈງໃຫ້ພວກເຂົາຢ່າງດຸໝັ່ນ ແລະ ເຮັດໃຫ້ດີ, ໂດຍບໍ່ປະໝາດ ຫຼື ເຮັດພໍເປັນພິທີ, ພວກເຂົາກໍບັນລຸຄວາມເປັນຈິງແຫ່ງຄວາມຈິງ ແລະ ເຂົ້າໃກ້ການປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ. ພວກເຂົາຄິດວ່າຖ້າພວກເຂົາທຸ້ມເທ ແລະ ພະຍາຍາມອີກໜ້ອຍໜຶ່ງ, ຖ້າພວກເຂົາອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ຖ້າພວກເຂົາຈື່ວະລີໃນພຣະທຳນັ້ນຫຼາຍຂຶ້ນ ແລະ ເທດສະໜາພວກມັນຕໍ່ຄົນອື່ນອີກ, ພວກເຂົາກໍຈະສະແຫວງຫາຄວາມຈິງ. ແຕ່ພວກເຂົາບໍ່ຮັບຮູ້ການສະແດງອອກເຖິງຄວາມເສື່ອມຊາມຂອງພວກເຂົາ, ພວກເຂົາບໍ່ຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຫຍັງ ແລະ ແຮງໄກທີ່ພວກເຂົາຈະຮູ້ວ່າອຸປະນິໄສທີ່ເສື່ອມຊາມເກີດຂຶ້ນແນວໃດ ຫຼື ມັນຄວນເປັນທີ່ຮັບຮູ້ ແລະ ແກ້ໄຂແນວໃດ. ພວກເຂົາບໍ່ຮູ້ຫຍັງກ່ຽວກັບສິ່ງເຫຼົ່ານີ້. ມີຄົນເຊັ່ນນີ້ບໍ? (ມີ.) ພວກເຂົາຖືວ່າ “ຄວາມດີ” ໂດຍທຳມະຊາດຂອງພວກເຂົາເປັນມາດຕະຖານທີ່ຈະຕ້ອງບັນລຸໂດຍຄົນທີ່ສະແຫວງຫາຄວາມຈິງ. ຖ້າຄົນໃດໜຶ່ງຕ້ອງເອີ້ນພວກເຂົາວ່າເປັນຄົນອວດດີ, ຫຼອກລວງ ແລະ ຊົ່ວຮ້າຍ, ພວກເຂົາຈະບໍ່ໂຕ້ແຍ່ງມັນຢ່າງເປີດເຜີຍ ແລະ ພວກເຂົາຈະສະແດງທ່າທີ່ທີ່ຖ່ອມຕົວ, ໃຈເຢັນ ແລະ ຍອມຮັບ. ແຕ່ເລິກໆພາຍໃນ, ແທນທີ່ຈະຈິງຈັງກັບມັນ, ພວກເຂົາຈະຕໍ່ຕ້ານມັນ: “ຂ້ອຍອວດດີບໍ? ຖ້າຂ້ອຍອວດດີ, ເທິງແຜ່ນດິນໂລກກໍຈະບໍ່ມີຄົນດີແມ່ນແຕ່ຄົນດຽວ! ຖ້າຂ້ອຍຫຼອກລວງ, ໃນໂລກກໍຈະບໍ່ມີຜູ້ໃດທີ່ຊື່ສັດ! ຖ້າຂ້ອຍຊົ່ວຮ້າຍ, ໃນໂລກກໍຈະບໍ່ມີຜູ້ໃດທີ່ດີ! ມັນງ່າຍບໍທີ່ຈະຊອກຫາຄົນດີໆເຊັ່ນຂ້ອຍທຸກມື້ນີ້? ບໍ່, ມັນເປັນໄປບໍ່ໄດ້!” ມັນຈະໃຊ້ບໍ່ໄດ້ທີ່ຈະເອີ້ນພວກເຂົາວ່າຫຼອກລວງ ຫຼື ອວດດີ ຫຼື ເວົ້າວ່າພວກເຂົາບໍ່ຮັກຄວາມຈິງ ແລະ ມັນຈະໃຊ້ບໍ່ໄດ້ຢ່າງແນ່ນອນທີ່ຈະເອີ້ນພວກເຂົາວ່າຜູ້ບໍ່ເຊື່ອ. ພວກເຂົາຈະພຽງແຕ່ເອົາມືຂອງພວກເຂົາທຸບໂຕະ ແລະ ໂຕ້ຖຽງວ່າ: “ສະນັ້ນ, ເຈົ້າເວົ້າວ່າຂ້ອຍເປັນຜູ້ບໍ່ເຊື່ອບໍ? ຖ້າຂ້ອຍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ກໍຈະບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້!” ບາງຄົນອາດຈະເປີດໂປງພວກເຂົາໂດຍເວົ້າວ່າ “ເຈົ້າບໍ່ຍອມຮັບຄວາມຈິງ. ເມື່ອຜູ້ຄົນເຮັດໃຫ້ເຫັນບັນຫາຂອງເຈົ້າ, ເຈົ້າກໍເບິ່ງຄືກັບວ່າຖ່ອມຕົວ ແລະ ໃຈເຢັນ, ແຕ່ເລິກໆທາງໃນ ເຈົ້າກໍຕໍ່ຕ້ານແທ້ໆ. ສິ່ງທີ່ເຈົ້າເທດສະໜາເມື່ອເຈົ້າກຳລັງໂອ້ລົມກ່ຽວກັບຄວາມຈິງເປັນສິ່ງທີ່ຖືກຕ້ອງ, ແຕ່ຂໍ້ແທ້ຈິງທີ່ວ່າເຈົ້າບໍ່ຍອມຮັບພຣະທຳຂອງພຣະເຈົ້າແມ່ນແຕ່ຂໍ້ດຽວທີ່ເປີດໂປງ ແລະ ພິພາກສາແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນຍັງຄົງມີຢູ່. ເຈົ້າຕໍ່ຕ້ານສິ່ງເຫຼົ່ານັ້ນ ແລະ ເຈົ້າບໍ່ມັກພວກມັນ. ເຈົ້າມີອຸປະນິໄສທີ່ຊົ່ວຮ້າຍ”. ຖ້າເຈົ້າເອີ້ນພວກເຂົາວ່າ “ຊົ່ວຮ້າຍ”, ພວກເຂົາກໍບໍ່ສາມາດຍອມຮັບມັນໄດ້ແທ້ໆ. “ຂ້ອຍຊົ່ວຮ້າຍບໍ? ຖ້າຂ້ອຍຊົ່ວຮ້າຍ, ຂ້ອຍກໍຄົງຢຽບຢໍາພວກເຈົ້າທຸກຄົນຢູ່ໃຕ້ຕີນຕັ້ງແຕ່ດົນມາແລ້ວ! ຖ້າຂ້ອຍຊົ່ວຮ້າຍ, ຂ້ອຍກໍຄົງທຳລາຍພວກເຈົ້າທຸກຄົນແລ້ວ!” ພວກເຂົາບໍ່ສາມາດຢັ່ງຮູ້ແມ່ນຫຍັງກໍຕາມທີ່ເຈົ້າເປີດໂປງກ່ຽວກັບພວກເຂົາ ແລະ ໂອ້ລົມກັບພວກເຂົາຢ່າງຖືກຕ້ອງ. ການຢັ່ງຮູ້ສິ່ງຕ່າງໆຢ່າງຖືກຕ້ອງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຄົນໃດໜຶ່ງຈະເປີດເຜີຍບັນຫາຫຍັງກໍຕາມໃນຕົວເຈົ້າ, ເຈົ້າຍົກພວກມັນຂຶ້ນທຽບໃສ່ພຣະທຳຂອງພຣະເຈົ້າ ເພື່ອກວດເບິ່ງວ່າມີຂໍ້ຜິດພາດໃດໜຶ່ງໃນເຈດຕະນາ ແລະ ຄວາມຄິດຂອງເຈົ້າແທ້ໆ ຫຼື ບໍ່ ແລະ ມີບັນຫາຫຼາຍສໍ່າໃດທີ່ເປີດເຜີຍໃນຕົວເຈົ້າ, ເຈົ້າຮັບມືກັບພວກມັນທັງໝົດດ້ວຍທັດສະນທີ່ຍອມຮັບ ແລະ ການຍອມອ່ອນນ້ອມ. ນັ້ນຄືວິທີການທີ່ບຸກຄົນໜຶ່ງສາມາດຮັບຄວາມຮູ້ກ່ຽວກັບບັນຫາຂອງພວກເຂົາຢ່າງແທ້ຈິງ. ຄົນໆໜຶ່ງບໍ່ສາມາດຮັບເອົາຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ສິ່ງນີ້ຕ້ອງດຳເນີນການບົນພື້ນຖານພຣະທຳຂອງພຣະເຈົ້າ. ສະນັ້ນ, ແມ່ນຫຍັງຄືເງື່ອນໄຂລ່ວງໜ້າສຳລັບການຮູ້ຈັກຕົນເອງ? ເຈົ້າຕ້ອງຮັບຮູ້ຂໍ້ແທ້ຈິງທີ່ວ່າຊາຕານໄດ້ຫຼອກລວງ ແລະ ເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ໂດຍການຍອມຮັບຂໍ້ແທ້ຈິງນີ້ເທົ່ານ້ັນ, ເຈົ້າຈຶ່ງສາມາດໄຕ່ຕອງກ່ຽວກັບຕົນເອງຕາມການເປີດເຜີຍໃນພຣະທຳຂອງພຣະເຈົ້າ ແລະ ໃນຂະບວນການໄຕ່ຕອງກ່ຽວກັບຕົນເອງນີ້ກໍເປີດເຜີຍບັນຫາຂອງເຈົ້າເທື່ອລະໜ້ອຍ. ໂດຍທີ່ເຈົ້າບໍ່ຮູ້ຕົວ, ບັນຫາຂອງເຈົ້າຈະປາກົດຂຶ້ນສູ່ພື້ນຜິວເທື່ອລະໜ້ອຍ ແລະ ຫຼັງຈາກນັ້ນເຈົ້າຈະເຂົ້າໃຈຢ່າງຊັດເຈນວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າແມ່ນຫຍັງ. ແລ້ວບົນພື້ນຖານນີ້, ເຈົ້າຈະສາມາດຮັບເອົາຄວາມຮູ້ກ່ຽວກັບວ່າເຈົ້າເປັນຄົນປະເພດໃດ ແລະ ແມ່ນຫຍັງຄືແກ່ນແທ້ຂອງເຈົ້າ. ແລ້ວເຈົ້າຈະບັນລຸການຍອມຮັບທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ສິ່ງທີ່ພຣະອົງເປີດເຜີຍ ແລະ ຫຼັງຈາກນັ້ນກໍໄປຊອກຫາເສັ້ນທາງແຫ່ງການປະຕິບັດໃນພຣະທຳຂອງພຣະເຈົ້າ ເຊິ່ງພຣະອົງໄດ້ວາງໄວ້ສຳລັບມະນຸດ ແລະ ປະຕິບັດ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ. ນັ້ນຄືຄວາມໝາຍຂອງການສະແຫວງຫາຄວາມຈິງ. ແຕ່ນັ້ນແມ່ນວິທີການທີ່ຄົນປະເພດນີ້ຮັບເອົາພຣະທຳຂອງພຣະເຈົ້າບໍ? ບໍ່, ພວກເຂົາອາດຈະຢືນຢັນໂດຍຮັບຮູ້ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພຣະທຳຂອງພຣະອົງທີ່ເປີດໂປງມະນຸດຊາດທີ່ເສື່ອມຊາມແມ່ນລ້ວນແລ້ວແຕ່ເປັນຂໍ້ແທ້ຈິງ, ແຕ່ຖ້າເຈົ້າຂໍໃຫ້ພວກເຂົາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ພວກເຂົາຈະບໍ່ຍອມຮັບ ແລະ ຮັບຮູ້ມັນ. ພວກເຂົາເຊື່ອວ່າມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ນີ້ກໍເພາະພວກເຂົາຄິດວ່າຕົນເອງເປັນຄົນມີສັກສີ ແລະ ໜ້ານັບຖື, ເປັນຄົນທ່ຽງທຳ, ຄົນທີ່ມີກຽດ. ການເປັນຄົນທ່ຽງທຳໝາຍຄວາມວ່າພວກເຂົາມີຄວາມຈິງບໍ? ການເປັນຄົນທ່ຽງທຳເປັນພຽງການສະແດງອອກທີ່ດີຂອງຄວາມເປັນມະນຸດຂອງຄົນໆໜຶ່ງ; ມັນບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງ. ສະນັ້ນ, ພຽງແຕ່ເພາະເຈົ້າມີຄຸນລັກສະນະໜຶ່ງຢ່າງຂອງຄວາມເປັນມະນຸດທີ່ເປັນປົກກະຕິ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ ແລະ ມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງແລ້ວ ແລະ ແຮງໄກທີ່ມັນຈະໝາຍຄວາມວ່າເຈົ້າເປັນຄົນທີ່ພຣະເຈົ້າຮັກ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ທີ່ເອີ້ນວ່າ “ຄົນທີ່ມີກຽດ” ເຊື່ອວ່າພວກເຂົາບໍ່ມີອຸປະນິໄສທີ່ອວດດີ ແລະ ຫຼອກລວງ ຫຼື ອຸປະນິໄສທີ່ເບື່ອໜ່າຍຄວາມຈິງ ແລະ ພວກເຂົາບໍ່ມີອຸປະນິໄສທີ່ຊົ່ວຮ້າຍ ແລະ ຊົ່ວຊ້າຢ່າງແນ່ນອນ. ພວກເຂົາຄິດວ່າບໍ່ມີຫຍັງໃນອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ທີ່ມີຢູ່ພາຍໃນພວກເຂົາ ເພາະພວກເຂົາເປັນຄົນທີ່ມີກຽດ, ພວກເຂົາທ່ຽງທຳ ແລະ ມີເມດຕາໂດຍທຳມະຊາດ, ພວກເຂົາຖືກຂົ່ມເຫັງໂດຍຄົນອື່ນຢູ່ສະເໝີ ແລະ ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດຕໍ່າ ແລະ ບໍ່ມີຄວາມຮູ້, ພວກເຂົາກໍຊື່ສັດ. “ຄວາມຊື່ສັດ” ນີ້ບໍ່ແມ່ນຄວາມຊື່ສັດທີ່ແທ້ຈິງ, ມັນເປັນການບໍ່ມີເລ່ຫຼ່ຽມ, ຄວາມຂີ້ຢ້ານ ແລະ ຄວາມບໍ່ຮູ້. ຄົນເຊັ່ນນັ້ນບໍ່ແມ່ນຄົນໂງ່ຈ້າຫຼາຍບໍ? ທຸກຄົນເຫັນວ່າພວກເຂົາເປັນຄົນດີ. ມຸມມອງນີ້ຖືກຕ້ອງບໍ? ຄົນທີ່ຜູ້ຄົນຮັບຮູ້ວ່າເປັນຄົນດີມີອຸປະນິໄສທີ່ເສື່ອມຊາມບໍ? ຄຳຕອບແມ່ນ “ແມ່ນແລ້ວ”, ນີ້ຄືສິ່ງທີ່ແນ່ນອນ. ຄົນທີ່ບໍ່ມີເລ່ຫຼ່ຽມບໍ່ເວົ້າຕົວະບໍ? ພວກເຂົາບໍ່ສໍ້ໂກງຄົນອື່ນ ຫຼື ປົກປິດຕົນເອງບໍ? ພວກເຂົາບໍ່ເຫັນແກ່ຕົວບໍ? ພວກເຂົາບໍ່ໂລບມາກບໍ? ພວກເຂົາບໍ່ປາຖະໜາຕຳແໜ່ງທີ່ສູງສົ່ງບໍ? ພວກເຂົາປາສະຈາກຄວາມປາຖະໜາທີ່ເກີນຕົວທັງໝົດບໍ? ບໍ່ແມ່ນຢ່າງແນ່ນອນ. ເຫດຜົນດຽວທີ່ພວກເຂົາບໍ່ເຮັດຊົ່ວກໍຄືພວກເຂົາຂາດໂອກາດທີ່ເໝາະສົມ. ແລ້ວພວກເຂົາທະນົງຕົວໃນສິ່ງນີ້, ພວກເຂົາແຕ່ງຕັ້ງຕົນເອງວ່າເປັນຄົນທີ່ມີກຽດ ແລະ ເຊື່ອວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ. ສະນັ້ນຖ້າຄົນໃດໜຶ່ງຕ້ອງຊີ້ໃຫ້ເຫັນເຖິງອຸປະນິໄສ, ການສະແດງອອກ ຫຼື ສະພາວະທີ່ເສື່ອມຊາມບາງປະເພດໃນພວກເຂົາ, ພວກເຂົາຈະໂຕ້ແຍ່ງມັນໂດຍເວົ້າວ່າ “ຂ້ອຍບໍ່ມີ! ນັ້ນບໍ່ແມ່ນຕົວຕົນຂອງຂ້ອຍ ແລະ ນັ້ນບໍ່ແມ່ນວິທີການທີ່ຂ້ອຍກະທຳ ຫຼື ວິທີການທີ່ຂ້ອຍຄິດ. ພວກເຈົ້າໄດ້ເຂົ້າໃຈຂ້ອຍຜິດ. ພວກເຈົ້າທຸກຄົນເຫັນວ່າຂ້ອຍບໍ່ມີເລ່ຫຼ່ຽມ, ຂ້ອຍໂງ່, ຂ້ອຍຂີ້ຢ້ານ, ສະນັ້ນພວກເຈົ້າຈຶ່ງຂົ່ມເຫັງຂ້ອຍ”. ຄົນດັ່ງກ່າວແມ່ນສ້າງມາຈາກຫຍັງ, ຜູ້ໃດຈະຕອບໂຕ້ຄືນເຊັ່ນນີ້? ຖ້າຄົນໃດໜຶ່ງກ້າທີ່ຈະເຮັດໃຫ້ຄົນເຊັ່ນນີ້ຄຸ່ນເຄືອງ, ພວກເຂົາຈະຖືກຄົນເຫຼົ່ານັ້ນໄລ່ຕິດຕາມຕະຫຼອດໄປ. ພວກເຂົາຈະບໍ່ໄດ້ຍິນຈຸດຈົບຂອງມັນຈັກເທື່ອ; ພວກເຂົາຈະບໍ່ສາມາດໜີພົ້ນຈາກຄົນເຊັ່ນນັ້ນໄດ້ ເຖິງຈະພະຍາຍາມເຮັດເທົ່າທີ່ພວກເຂົາອາດເຮັດໄດ້. ຄົນທີ່ກັງວົນຈິດໃຈຢ່າງໄຮ້ເຫດຜົນ ແລະ ແຂງກະດ້າງເຫຼົ່ານີ້ຍັງຄິດວ່າພວກເຂົາຄືຜູ້ສະແຫວງຫາຄວາມຈິງ, ພວກເຂົາເປັນຄົນທີ່ບໍ່ມີເລ່ຫຼ່ຽມ ແລະ ບໍ່ມີຄວາມຮູ້ທີ່ບໍ່ມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາເຖິງກັບມັກເວົ້າຢູ່ເລື້ອຍໆວ່າ “ຂ້ອຍອາດຈະບໍ່ມີຄວາມຮູ້, ແຕ່ຂ້ອຍບໍ່ມີເລ່ຫຼ່ຽມ, ຂ້ອຍເປັນຄົນຊື່ສັດ ແລະ ພຣະເຈົ້າຮັກຂ້ອຍ!” ສຳລັບພວກເຂົາແລ້ວ, ສິ່ງເຫຼົ່ານີ້ຄືສິ່ງທີ່ຕ້ອງໃຊ້ປະໂຫຍດໄດ້ຢ່າງເຕັມທີ່. ນີ້ບໍ່ແມ່ນຄວາມໄຮ້ຢາງອາຍບໍ? ເຈົ້າເວົ້າວ່າພຣະເຈົ້າຮັກເຈົ້າ. ຖືກຕ້ອງບໍ? ເຈົ້າມີພື້ນຖານສຳລັບການເວົ້າເຊັ່ນນັ້ນບໍ? ເຈົ້າມີພາລະກິດຂອງພຣະວິນຍານບໍລິສຸດບໍ? ພຣະເຈົ້າເວົ້າບໍວ່າພຣະອົງຈະເຮັດໃຫ້ເຈົ້າສົມບູນ? ພຣະເຈົ້າວາງແຜນທີ່ຈະໃຊ້ປະໂຫຍດຈາກເຈົ້າບໍ? ຖ້າພຣະເຈົ້າບໍ່ໄດ້ເວົ້າສິ່ງເຫຼົ່ານີ້ກັບເຈົ້າ, ເຈົ້າກໍບໍ່ສາມາດເວົ້າໄດ້ວ່າພຣະອົງຮັກເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າພຣະອົງສົງສານເຈົ້າ, ເຊິ່ງເປັນສິ່ງທີ່ຍິ່ງໃຫຍ່ແລ້ວ. ຖ້າເຈົ້າເວົ້າວ່າພຣະເຈົ້າຮັກເຈົ້າ, ນັ້ນເປັນພຽງຄວາມເຂົ້າໃຈສ່ວນຕົວຂອງເຈົ້າ; ມັນບໍ່ໄດ້ພິສູດວ່າພຣະເຈົ້າຮັກເຈົ້າຢ່າງແທ້ຈິງ. ພຣະເຈົ້າຈະຮັກຄົນທີ່ບໍ່ສະແຫວງຫາຄວາມຈິງບໍ? ພຣະເຈົ້າຈະຮັກຄົນທີ່ບໍ່ມີຄວາມຮູ້ ແລະ ຂີ້ຢ້ານບໍ? ພຣະເຈົ້າສົມເພດຄົນທີ່ບໍ່ມີຄວາມຮູ້ ແລະ ຄົນທີ່ຂີ້ຢ້ານ, ສໍ່ານັ້ນທີ່ແມ່ນຄວາມຈິງ. ພຣະເຈົ້າຮັກຄົນທີ່ຊື່ສັດຢ່າງແທ້ຈິງ, ຄົນທີ່ສະແຫວງຫາຄວາມຈິງ, ຄົນທີ່ສາມາດປະຕິບັດຄວາມຈິງ ແລະ ຍອມຕໍ່ພຣະອົງ, ຄົນທີ່ສາມາດຍົກຍ້ອງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຄົນທີ່ສາມາດຄຳນຶງເຖິງຄວາມປະສົງຂອງພຣະອົງ ແລະ ຮັກພຣະອົງຢ່າງຈິງໃຈ. ມີແຕ່ຄົນທີ່ສາມາດເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີເທົ່ານັ້ນຈຶ່ງມີຄວາມຮັກຂອງພຣະເຈົ້າ; ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງ, ພ້ອມທັງການຖືກລິຮານ ແລະ ການຖືກຈັດການເທົ່ານັ້ນຈຶ່ງມີຄວາມຮັກຂອງພຣະເຈົ້າ. ຄົນທີ່ບໍ່ຍອມຮັບຄວາມຈິງ, ຄົນທີ່ບໍ່ຍອມຮັບການຖືກລິຮານ ແລະ ການຖືກຈັດການແມ່ນຄົນທີ່ພຣະເຈົ້າລັງກຽດ ແລະ ປະຕິເສດ. ຖ້າເຈົ້າເບື່ອໜ່າຍຄວາມຈິງ ແລະ ຕໍ່ຕ້ານພຣະທຳທັງໝົດທີ່ພຣະເຈົ້າໄດ້ກ່າວ, ພຣະເຈົ້າກໍຈະເບື່ອໜ່າຍເຈົ້າ ແລະ ປະຕິເສດເຈົ້າ. ຖ້າເຈົ້າຄິດວ່າຕົນເອງເປັນຄົນດີຢູ່ສະເໝີ, ເປັນຄົນທີ່ໜ້າສົມເພດ, ທຳມະດາ ແລະ ບໍ່ມີເລ່ຫຼ່ຽມ, ແຕ່ບໍ່ສະແຫວງຫາຄວາມຈິງ, ພຣະເຈົ້າຈະຮັກເຈົ້າບໍ? ມັນເປັນໄປບໍ່ໄດ້; ບໍ່ມີພື້ນຖານສຳລັບສິ່ງນັ້ນໃນພຣະທຳຂອງພຣະອົງ. ພຣະເຈົ້າບໍ່ໄດ້ເບິ່ງວ່າເຈົ້າບໍ່ມີເລ່ຫຼ່ຽມ ຫຼື ບໍ່ ແລະ ພຣະອົງບໍ່ສົນໃຈວ່າເຈົ້າເກີດມາພ້ອມກັບຄວາມເປັນມະນຸດ ຫຼື ຄວາມສາມາດປະເພດໃດ, ພຣະອົງເບິ່ງທີ່ວ່າຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະອົງ, ເຈົ້າຍອມຮັບພວກມັນ ຫຼື ບໍ່ສົນໃຈພວກມັນ, ເຈົ້າຍອມຕໍ່ພວກມັນ ຫຼື ຕໍ່ຕ້ານພວກມັນ. ພຣະອົງເບິ່ງວ່າພຣະທຳຂອງພຣະອົງມີຜົນສະທ້ອນໃນຕົວເຈົ້າ ແລະ ເກີດໝາກໃນຕົວເຈົ້າ ຫຼື ບໍ່, ເຈົ້າສາມາດເປັນພະຍານຢ່າງແທ້ຈິງໃຫ້ກັບພຣະທຳຫຼາຍຂໍ້ທີ່ພຣະອົງໄດ້ກ່າວ ຫຼື ບໍ່. ຖ້າສິ່ງທີ່ເຈົ້າປະສົບກັບລົງທ້າຍໃນຕອນຈົບວ່າ “ຂ້ອຍບໍ່ມີເລ່ຫຼ່ຽມ, ຂ້ອຍຂີ້ຢ້ານ, ຂ້ອຍຖືກຂົ່ມເຫັງໂດຍທຸກຄົນທີ່ຂ້ອຍພົບພໍ້. ທຸກຄົນດູຖູກຂ້ອຍ”, ພຣະເຈົ້າກໍຈະເວົ້າວ່ານີ້ບໍ່ແມ່ນຄຳພະຍານ. ຖ້າເຈົ້າເວົ້າເພີ່ມວ່າ “ຂ້ອຍເປັນຄົນທີ່ຊື່ສັດແຕ່ບໍ່ມີຄວາມຮູ້ທີ່ພຣະເຈົ້າເວົ້າເຖິງ”, ພຣະເຈົ້າຈະເວົ້າວ່າເຈົ້າເຕັມໄປດ້ວຍຄຳເວົ້າຕົວະ ແລະ ບໍ່ສາມາດພົບເຫັນຄຳເວົ້າຄວາມຈິງແມ່ນແຕ່ຄຳດຽວໃນປາກຂອງເຈົ້າ. ເມື່ອພຣະເຈົ້າມີຂໍ້ຮຽກຮ້ອງຈາກເຈົ້າ, ຖ້າເຈົ້າບໍ່ພຽງແຕ່ລົ້ມແຫຼວໃນການປະຕິບັດພວກມັນ ແຕ່ຍັງພະຍາຍາມໃຊ້ເຫດຜົນກັບພຣະເຈົ້າ ແລະ ຫາຂໍ້ອ້າງໃຫ້ຕົນເອງ ໂດຍເວົ້າວ່າ “ຂ້ານ້ອຍໄດ້ທົນທຸກ ແລະ ຈ່າຍລາຄາ ແລະ ຂ້ານ້ອຍຮັກພຣະເຈົ້າ”, ສິ່ງນັ້ນຈະໃຊ້ບໍ່ໄດ້. ເຈົ້າສະແຫວງຫາຄວາມຈິງບໍ? ຄຳພະຍານຈາກປະສົບການທີ່ແທ້ຈິງຂອງເຈົ້າຢູ່ໃສ? ຄວາມຮັກທີ່ເຈົ້າມີໃຫ້ພຣະເຈົ້າສະແດງອອກແນວໃດ? ບໍ່ມີຜູ້ໃດຈະເຊື່ອໝັ້ນໄດ້ ຖ້າເຈົ້າບໍ່ສາມາດໃຫ້ຫຼັກຖານໄດ້. ເຈົ້າເວົ້າວ່າ “ຂ້ານ້ອຍເປັນຄົນທີ່ມີກຽດ ແລະ ຂ້ານ້ອຍກະທໍາການດ້ວຍຄວາມເໝາະສົມ. ຂ້ານ້ອຍບໍ່ມີສ່ວນຮ່ວມໃນການເຮັດຜິດປະເວນີ ແລະ ຂ້ານ້ອຍປະຕິບັດຕາມກົດລະບຽບທັງໝົດໃນການກະທຳຂອງຂ້ານ້ອຍ. ຂ້ານ້ອຍເປັນຄົນທີ່ປະພຶດດີ. ຂ້ານ້ອຍບໍ່ໄດ້ໄປດື່ມ, ຄ້າປະເວນີ ແລະ ຫຼິ້ນພະນັນ. ຂ້ານ້ອຍບໍ່ໄດ້ສ້າງຄວາມລົບກວນ ຫຼື ການຂັດຂວາງໃນເຮືອນຂອງພຣະເຈົ້າ ຫຼື ສ້າງຄວາມແຕກແຍກ, ຂ້ານ້ອຍອົດກັ້ນກັບການທົນທຸກ ແລະ ເຮັດວຽກໜັກ. ສິ່ງເຫຼົ່ານີ້ບໍ່ແມ່ນສັນຍານວ່າຂ້ານ້ອຍສະແຫວງຫາຄວາມຈິງບໍ? ຂ້ານ້ອຍສະແຫວງຫາຄວາມຈິງແລ້ວ”. ແລ້ວພຣະເຈົ້າຈະເວົ້າວ່າ: ເຈົ້າໄດ້ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ? ຄຳພະຍານຂອງເຈົ້າກ່ຽວກັບການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ເຈົ້າສາມາດຮັບເອົາການຮອງຮັບ ແລະ ການຊົມເຊີຍຈາກຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າບໍ? ຖ້າເຈົ້າບໍ່ສາມາດໃຫ້ຄຳພະຍານຈາກປະສົບການໃດໆເລີຍ ແຕ່ເຈົ້າເວົ້າວ່າເຈົ້າເປັນຄົນຊື່ສັດທີ່ຮັກພຣະເຈົ້າ, ເຈົ້າກໍເປັນຄົນທີ່ຫຼອກລວງຄົນອື່ນດ້ວຍຄຳເວົ້າປອມໆ, ເຈົ້າເປັນຊາຕານທີ່ຊົ່ວຮ້າຍຢ່າງໄຮ້ເຫດຜົນ ແລະ ເຈົ້າສົມຄວນທີ່ຈະຖືກສາບແຊ່ງ. ສ່ິງດຽວທີ່ຍັງຫຼົງເຫຼືອກໍຄືເຈົ້າຈະຖືກສາບແຂ່ງ ແລະ ຖືກໂຍນຖິ້ມໂດຍພຣະເຈົ້າ.
ໃນລະຫວ່າງທີ່ປະຕິບັດໜ້າທີ່ຂອງພວກເຂົາ, ບາງຄົນມັກເຮັດຕາມອຳເພີໃຈ ແລະ ຢ່າງປະໝາດ. ພວກເຂົາເອົາແຕ່ໃຈທີ່ສຸດ: ເມື່ອພວກເຂົາມີຄວາມສຸກ, ພວກເຂົາກໍເຮັດໜ້າທີ່ຂອງພວກເຂົາໜ້ອຍໜຶ່ງ ແລະ ເມື່ອພວກເຂົາບໍ່ມີຄວາມສຸກ, ພວກເຂົາກໍໂກດເຄືອງ ແລະ ເວົ້າວ່າ “ມື້ນີ້, ຂ້ານ້ອຍອາລົມບໍ່ດີ. ຂ້ານ້ອຍຈະບໍ່ກິນຫຍັງ ແລະ ຂ້ານ້ອຍຈະບໍ່ປະຕິບັດໜ້າທີ່ຂອງຂ້ານ້ອຍ”. ຄົນອື່ນມັກເຈລະຈາກັບພວກເຂົາ ແລະ ເວົ້າວ່າ: “ມັນເປັນເຊັ່ນນັ້ນບໍ່ໄດ້. ທ່ານບໍ່ສາມາດເອົາແຕ່ໃຈເຊັ່ນນັ້ນໄດ້”. ແລ້ວຄົນເຫຼົ່ານັ້ນຈະເວົ້າແນວໃດຕໍ່ກັບເລື່ອງນັ້ນ? “ຂ້ານ້ອຍຮູ້ວ່າມັນເປັນເຊັ່ນນັ້ນບໍ່ໄດ້, ແຕ່ຂ້ານ້ອຍເຕີບໃຫຍ່ໃນຄອບຄົວທີ່ລໍ້າລວຍ ແລະ ມີອະພິສິດ. ພໍ່ແມ່ ແລະ ປ້າຂອງຂ້ານ້ອຍຕ່າງກໍຕາມໃຈຂ້ານ້ອຍ ແລະ ພໍ່ແມ່ຂອງຂ້ານ້ອຍກໍແຮງຕາມໃຈຫຼາຍຂຶ້ນ. ຂ້ານ້ອຍເປັນຫວານໃຈຂອງພວກເຂົາ, ເປັນແກ້ວຕາດວງໃຈຂອງພວກເຂົາ ແລະ ພວກເຂົາຍອມຕາມຂ້ານ້ອຍໃນທຸກສິ່ງ ແລະ ເອົາໃຈຂ້ານ້ອຍ. ການລ້ຽງດູເຊັ່ນນັ້ນເຮັດໃຫ້ຂ້ານ້ອຍມີອາລົມທີ່ເອົາແຕ່ໃຈ, ສະນັ້ນເມື່ອຂ້ານ້ອຍປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ຂ້ານ້ອຍຈະບໍ່ສົນທະນາສິ່ງຕ່າງໆກັບຄົນອື່ນ ຫຼື ສະແຫວງຫາຄວາມຈິງ ຫຼື ຍອມຕໍ່ພຣະເຈົ້າ. ນັ້ນເປັນຄວາມຜິດຂອງຂ້ານ້ອຍບໍ?” ຄວາມເຂົ້າໃຈຂອງພວກເຂົາຖືກຕ້ອງບໍ? ທ່າທີ່ຂອງພວກເຂົາເປັນທ່າທີ່ທີ່ສະແຫວງຫາຄວາມຈິງບໍ? (ບໍ່.) ເມື່ອໃດກໍຕາມທີ່ຄົນໃດໜຶ່ງຄວາມຜິດພາດເລັກໆນ້ອຍໆຂອງພວກເຂົາຂຶ້ນມາ, ເຊັ່ນ: ພວກເຂົາເອົາສ່ວນອາຫານທີ່ດີທີ່ສຸດໃນຄາບອາຫານ, ພວກເຂົາພຽງແຕ່ສົນໃຈຕົນເອງ ແລະ ບໍ່ໄດ້ຄຳນຶງເຖິງຄົນອື່ນ, ພວກເຂົາຈະເວົ້າວ່າ “ຂ້ານ້ອຍເປັນເຊັ່ນນີ້ຕັ້ງແຕ່ທີ່ຂ້ານ້ອຍເປັນເດັກນ້ອຍ. ຂ້ານ້ອຍລຶ້ງເຄີຍກັບມັນແລ້ວ. ຂ້ານ້ອຍບໍ່ເຄີຍຄິດກ່ຽວກັບຄົນອື່ນຈັກເທື່ອ. ຂ້ານ້ອຍໃຊ້ຊີວິດທີ່ມີອະພິສິດຢູ່ສະເໝີ, ໂດຍມີພໍ່ແມ່ທີ່ຮັກຫອມຂ້ານ້ອຍ ແລະ ພໍ່ເຖົ້າແມ່ເຖົ້າທີ່ສະແດງຄວາມຮັກຕໍ່ຂ້ານ້ອຍຫຼາຍ. ຂ້ານ້ອຍເປັນແກ້ວຕາດວງໃຈຂອງໝົດຄອບຄົວຂອງຂ້ານ້ອຍ”. ນີ້ຄືກອງນໍ້າລາຍ ແລະ ຄວາມເຊື່ອຜິດໆ. ນີ້ບໍ່ແມ່ນຄວາມໄຮ້ຢາງອາຍ ແລະ ຄວາມໜ້າດ້ານບໍ? ພໍ່ແມ່ຂອງເຈົ້າສະແດງຄວາມຮັກຕໍ່ເຈົ້າຫຼາຍ, ນັ້ນໝາຍຄວາມວ່າທຸກຄົນຕ້ອງເປັນເຊັ່ນກັນບໍ? ຍາດພີ່ນ້ອງຂອງເຈົ້າຮັກຫອມເຈົ້າ ແລະ ສະແດງຄວາມຮັກຕໍ່ເຈົ້າຫຼາຍ, ນັ້ນເຮັດໃຫ້ເຈົ້າມີເຫດຜົນທີ່ຈະດຳເນີນການຢ່າງປະໝາດ ແລະ ຕາມອຳເພີໃຈໃນເຮືອນຂອງພຣະເຈົ້າບໍ? ນັ້ນຄືເຫດຜົນທີ່ໃຊ້ໄດ້ບໍ? ນີ້ຄືທ່າທີ່ທີ່ຖືກຕ້ອງທີ່ມີຕໍ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ? ມັນເປັນທ່າທີ່ຂອງການສະແຫວງຫາຄວາມຈິງບໍ? (ບໍ່.) ເມື່ອສິ່ງໃດໜຶ່ງເກີດຂຶ້ນກັບຄົນເຫຼົ່ານີ້, ເມື່ອພວກເຂົາມີບັນຫາໃດໜຶ່ງທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ຊີວິດຂອງພວກເຂົາ, ພວກເຂົາກໍຊອກຫາຂໍ້ອ້າງທີ່ຍຸຕິທຳເພື່ອຕອບກັບມັນ, ເພື່ອອະທິບາຍມັນ, ເພື່ອຫາເຫດຜົນໃຫ້ກັບມັນ. ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງ ຫຼື ອະທິຖານຫາພຣະເຈົ້າຈັກເທື່ອ ແລະ ພວກເຂົາບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອໄຕ່ຕອງກ່ຽວກັບຕົນເອງ. ຖ້າບໍ່ມີການໄຕ່ຕອງກ່ຽວກັບຕົນເອງ, ຄົນໆໜຶ່ງຈະສາມາດຮູ້ຈັກເຖິງບັນຫາຂອງພວກເຂົາ ແລະ ຄວາມເສື່ອມຊາມຂອງພວກເຂົາບໍ? (ບໍ່.) ແລ້ວພວກເຂົາຈະສາມາດກັບໃຈໂດຍບໍ່ຮູ້ຈັກຄວາມເສື່ອມຊາມຂອງພວກເຂົາບໍ? (ບໍ່.) ຖ້າຄົນໃດໜຶ່ງບໍ່ສາມາດກັບໃຈ, ແມ່ນຫຍັງຄືສະພາວະທີ່ພວກເຂົາຈະໃຊ້ຊີວິດຕະຫຼອດໄປ? ມັນຈະບໍ່ເປັນສະພາວະຂອງການໃຫ້ອະໄພຕົນເອງບໍ? ເປັນສະພາວະຂອງຄວາມຮູ້ສຶກທີ່ເຖິງແມ່ນວ່າພວກເຂົາໄດ້ສະແດງຄວາມເສື່ອມຊາມອອກມາ, ພວກເຂົາກໍບໍ່ໄດ້ເຮັດຊົ່ວຮ້າຍ ຫຼື ລະເມີດບົດບັນຍັດບໍລິຫານບໍ ນັ້ນກໍຄື ເຖິງແມ່ນວ່າການເຮັດເຊັ່ນນັ້ນບໍ່ສອດຄ່ອງກັບຫຼັກການຂອງຄວາມຈິງ, ສິ່ງນີ້ກໍບໍ່ໄດ້ຕັ້ງໃຈ ແລະ ມັນສາມາດໃຫ້ອະໄພໄດ້? (ແມ່ນ.) ດີ, ນັ້ນແມ່ນສະພາວະປະເພດທີ່ຄົນໃດໜຶ່ງສະແຫວງຫາຄວາມຈິງຄວນມີບໍ? (ບໍ່.) ຖ້າຄົນໃດໜຶ່ງບໍ່ເຄີຍກັບໃຈຢ່າງແທ້ຈິງ ແລະ ໃຊ້ຊີວິດໃນສະພາວະປະເພດນີ້ຢູ່ສະເໝີ, ພວກເຂົາຈະສາມາດປ່ຽນແປງຕົນເອງບໍ? ບໍ່, ພວກເຂົາຈະບໍ່ສາມາດເຮັດໄດ້. ແລ້ວຖ້າບຸກຄົນໜຶ່ງບໍ່ປ່ຽນແປງຕົນເອງ, ພວກເຂົາຈະບໍ່ສາມາດປະຖິ້ມຄວາມຊົ່ວຮ້າຍຂອງພວກເຂົາໄດ້ຢ່າງແທ້ຈິງ. ການທີ່ບໍ່ສາມາດປະຖິ້ມຄວາມຊົ່ວຮ້າຍຂອງຄົນໆໜຶ່ງໄດ້ຢ່າງແທ້ຈິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຄົນໆໜຶ່ງບໍ່ສາມາດປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ຢ່າງແທ້ຈິງ. ນັ້ນຄືຜົນໄດ້ຮັບທີ່ຊັດເຈນ. ຖ້າເຈົ້າບໍ່ສາມາດປະຖິ້ມຄວາມຊົ່ວຮ້າຍຂອງເຈົ້າ ຫຼື ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວຖ້າເຈົ້າປາຖະໜາທີ່ຈະເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າ, ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ, ຮັບແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະເຈົ້າ ແລະ ໃຫ້ພຣະເຈົ້າອະໄພການເຮັດຜິດຂອງເຈົ້າ ແລະ ແກ້ໄຂຄວາມເສື່ອມຊາມຂອງເຈົ້າ, ນັ້ນຈະເປັນໄປໄດ້ບໍ? (ບໍ່.) ຖ້າສິ່ງນັ້ນເປັນໄປບໍ່ໄດ້, ແລ້ວຄວາມເຊື່ອຂອງເຈົ້າໃນພຣະເຈົ້າຈະສາມາດສົ່ງຜົນເກີດຄວາມລອດພົ້ນຂອງເຈົ້າບໍ? (ບໍ່.) ຖ້າຄົນໃດໜຶ່ງໃຊ້ຊີວິດໃນສະພາວະທີ່ໃຫ້ອະໄພ ແລະ ຊົມເຊີຍຕົນເອງ, ພວກເຂົາກໍຫ່າງໄກຈາກການສະແຫວງຫາຄວາມຈິງຫຼາຍໂຍດ. ສິ່ງຕ່າງໆທີ່ພວກເຂົາເຮັດໃຫ້ຕົນເອງຫຍຸ້ງ, ຫຼຽວເບິ່ງ, ຮັບຟັງ ແລະ ແລ່ນໄປແລ່ນມາອາດທີ່ຈະຂ້ອນຂ້າງກ່ຽວພັນກັບການເຊື່ອໃນພຣະເຈົ້າ, ແຕ່ພວກມັນບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງ ຫຼື ການປະຕິບັດມັນ. ຜົນໄດ້ຮັບນີ້ແມ່ນຊັດເຈນ. ແລ້ວຍ້ອນພວກມັນບໍ່ກ່ຽວຂ້ອງກັບການສະແຫວງຫາ ຫຼື ການປະຕິບັດຄວາມຈິງ, ບຸກຄົນນັ້ນກໍຄົງບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ ຫຼື ພວກເຂົາຈະບໍ່ມີຄວາມຮູ້ກ່ຽວກັບຕົນເອງ. ພວກເຂົາຈະບໍ່ຮູ້ຂອບເຂດທີ່ພວກເຂົາຖືກເຮັດໃຫ້ເສື່ອມຊາມ ແລະ ພວກເຂົາຈະບໍ່ຮູ້ຈັກວິທີການປະຕິບັດການກັບໃຈ, ສະນັ້ນມັນແຮງມີແນວໂນ້ມໜ້ອຍລົງທີ່ພວກເຂົາຈະບັນລຸການກັບໃຈຢ່າງແທ້ຈິງ ຫຼື ເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບພວກເຂົາ. ຖ້າເຈົ້າດຳລົງຊີວິດໃນສະພາວະເຊັ່ນນັ້ນ ແລະ ຕ້ອງການໃຫ້ພຣະເຈົ້າປ່ຽນໃຈ, ໃຫ້ອະໄພ ຫຼື ຮອງຮັບເຈົ້າ, ນັ້ນຈະເປັນສິ່ງທີ່ຍາກຢ່າງແນ່ນອນ. “ຮອງຮັບ” ໝາຍຄວາມວ່າແນວໃດຢູ່ບ່ອນນີ້? ມັນໝາຍຄວາມວ່າພຣະເຈົ້າຮັບຮູ້ສິ່ງທີ່ເຈົ້າເຮັດ, ຮອງຮັບມັນ ແລະ ຈົດຈໍາມັນ. ຖ້າເຈົ້າບໍ່ສາມາດຮັບເອົາສິ່ງໃດເຫຼົ່ານີ້ເລີຍ, ມັນກໍພິສູດວ່າເຈົ້າບໍ່ໄດ້ສະແຫວງຫາຄວາມຈິງໃນສິ່ງຕ່າງໆທີ່ເຈົ້າເຮັດ, ໃນຄວາມພະຍາຍາມຂອງເຈົ້າ, ໃນການສະແດງອອກ ແລະ ພຶດຕິກຳຂອງເຈົ້າ. ມັນບໍ່ສຳຄັນວ່າເຈົ້າຈະຄິດແນວໃດກໍຕາມ, ເຖິງແມ່ນວ່າເຈົ້າສາມາດປະຕິບັດພຶດຕິກຳທີ່ດີບາງຢ່າງ, ພຶດຕິກຳເຫຼົ່ານີ້ກໍພຽງແຕ່ສະແດງໃຫ້ເຫັນວ່າມີຄວາມສຳນຶກ ແລະ ເຫດຜົນໜ້ອຍດຽວພາຍໃນຄວາມເປັນມະນຸດຂອງເຈົ້າ. ແຕ່ພຶດຕິກຳທີ່ດີເຫຼົ່ານີ້ບໍ່ແມ່ນການສຳແດງເຖິງການສະແຫວງຫາຄວາມຈິງ, ເພາະຈຸດເລີ່ມຕົ້ນ, ເຈດຕະນາ ແລະ ແຮງຈູງໃຈຂອງເຈົ້າບໍ່ແມ່ນເພື່ອສະແຫວງຫາຄວາມຈິງ. ມີພື້ນຖານຫຍັງສຳລັບການເວົ້າເຊັ່ນນັ້ນ? ພື້ນຖານກໍຄືບໍ່ມີຄວາມຄິດ, ການດຳເນີນງານ ຫຼື ການກະທຳໃດຂອງເຈົ້າທີ່ເປັນການສະແຫວງຫາຄວາມຈິງ ແລະ ພວກມັນບໍ່ກ່ຽວຂ້ອງຫຍັງກັບຄວາມຈິງ. ຖ້າທຸກສິ່ງທີ່ຄົນໆໜຶ່ງເຮັດບໍ່ແມ່ນເພື່ອຮັບເອົາການຮອງຮັບ ແລະ ການຮັບຮູ້ຈາກພຣະເຈົ້າ, ແລ້ວບໍ່ມີຫຍັງທີ່ພວກເຂົາເຮັດຈະສາມາດຮັບເອົາການຮອງຮັບ ຫຼື ການຮັບຮູ້ຈາກພຣະເຈົ້າ ແລະ ມັນຊັດເຈນວ່າພຶດຕິກຳ ແລະ ການປະຕິບັດເຫຼົ່ານີ້ສາມາດເອີ້ນວ່າພຶດຕິກຳທີ່ດີຂອງມະນຸດເທົ່ານັ້ນ. ພວກມັນບໍ່ແມ່ນສັນຍາວ່າພວກເຂົາປະຕິບັດຄວາມຈິງ ແລະ ພວກມັນບໍ່ແມ່ນສັນຍານວ່າພວກເຂົາກຳລັງສະແຫວງຫາຄວາມຈິງຢ່າງແນ່ນອນ. ຜູ້ຄົນທີ່ເອົາແຕ່ໃຈເປັນຢ່າງຍິ່ງ ແລະ ມັກປະພຶດຢ່າງປະໝາດ ແລະ ຕາມອຳເພີໃຈບໍ່ຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ຫຼື ພວກເຂົາບໍ່ຍອມຮັບການຖືກລິຮານ ແລະ ການຖືກຈັດການ. ພວກເຂົາຍັງມັກຫາຂໍ້ອ້າງສຳລັບຄວາມລົ້ມເຫຼວຂອງພວກເຂົາໃນການສະແຫວງຫາຄວາມຈິງ ແລະ ຄວາມບໍ່ສາມາດຂອງພວກເຂົາໃນການຍອມຮັບການຖືກລິຮານ ແລະ ການຖືກຈັດການ. ນັ້ນແມ່ນອຸປະນິໄສແນວໃດ? ເຫັນໄດ້ຢ່າງຊັດເຈນວ່າມັນເປັນອຸປະນິໄສທີ່ເບື່ອໜ່າຍຄວາມຈິງ, ອຸປະນິໄສຂອງຊາຕານ. ມະນຸດມີທຳມະຊາດຂອງຊາຕານ ແລະ ອຸປະນິໄສຂອງມັນ, ສະນັ້ນບໍ່ຕ້ອງສົງໄສເລີຍວ່າຜູ້ຄົນເປັນຂອງຊາຕານ. ພວກເຂົາເປັນມານຮ້າຍ, ເປັນທາຍາດຂອງຊາຕານ ແລະ ເປັນໜໍ່ແໜ່ງຂອງມັງກອນແດງໃຫຍ່. ບາງຄົນສາມາດຍອມຮັບວ່າພວກເຂົາເປັນມານຮ້າຍ, ເປັນຊາຕານ ແລະ ເປັນໜໍ່ແໜ່ງຂອງມັງກອນແດງໃຫຍ່ ແລະ ພວກເຂົາເວົ້າຢ່າງສວຍງາມຫຼາຍເຖິງຄວາມຮູ້ກ່ຽວກັບຕົນເອງຂອງພວກເຂົາ. ແຕ່ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ຄົນໃດໜຶ່ງເປີດໂປງພວກເຂົາ, ຈັດການກັບພວກເຂົາ ແລະ ລິຮານພວກເຂົາ, ພວກເຂົາກໍຈະຳພະຍາຍາມສຸດຄວາມສາມາດຂອງພວກເຂົາເພື່ອໃຫ້ຂໍ້ອ້າງໃຫ້ກັບຕົນເອງ ແລະ ພວກເຂົາຈະບໍ່ຍອມຮັບຄວາມຈິງເລີຍ. ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ໃນເລື່ອງນີ້, ຄົນເຫຼົ່ານີ້ຖືກເປີດໂປງຢ່າງສິ້ນເຊີງ. ພວກເຂົາເວົ້າຢ່າງສວຍງາມຫຼາຍເມື່ອພວກເຂົາເວົ້າກ່ຽວກັບການຮູ້ຈັກຕົນເອງ, ສະນັ້ນເປັນຫຍັງເມື່ອຜະເຊີນໜ້າກັບການຖືກລິຮານ ແລະ ການຖືກຈັດການ, ພວກເຂົາຈຶ່ງບໍ່ສາມາດຍອມຮັບຄວາມຈິງ? ມີບັນຫາຢູ່ບ່ອນນີ້. ເລື່ອງແບບນີ້ບໍ່ໄດ້ເກີດຂຶ້ນຢູ່ເລື້ອຍໆພໍສົມຄວນບໍ? ມັນງ່າຍທີ່ຈະແຍກແຍະບໍ? ໃນຄວາມເປັນຈິງແລ້ວ, ມັນເປັນສິ່ງທີ່ງ່າຍ. ມີສອງສາມຄົນທີ່ຍອມຮັບວ່າພວກເຂົາເປັນມານຮ້າຍ ແລະ ຊາຕານເມື່ອພວກເຂົາເວົ້າເຖິງຄວາມຮູ້ກ່ຽວກັບພວກເຂົາເອງ, ແຕ່ບໍ່ກັບໃຈ ຫຼື ປ່ຽນແປງຫຼັງຈາກນັ້ນ. ສະນັ້ນ, ຄວາມຮູ້ກ່ຽວກັບຕົນເອງທີ່ພວກເຂົາເວົ້າເຖິງເປັນຈິງ ຫຼື ບໍ່ເປັນຈິງ? ພວກເຂົາມີຄວາມຮູ້ທີ່ຈິງໃຈກ່ຽວກັບຕົນເອງ ຫຼື ມັນເປັນພຽງອຸບາຍທີ່ຕັ້ງໃຈເພື່ອລໍ້ລວງຄົນອື່ນ? ຄຳຕອບກໍຊັດເຈນໃນຕົວມັນເອງແລ້ວ. ສະນັ້ນ, ເພື່ອເບິ່ງວ່າບຸກຄົນໜຶ່ງມີຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ ຫຼື ບໍ່, ເຈົ້າບໍ່ຄວນພຽງແຕ່ຮັບຟັງພວກເຂົາເວົ້າກ່ຽວກັບມັນ, ເຈົ້າຄວນຫຼຽວເບິ່ງທີ່ທ່າທີ່ທີ່ພວກເຂົາມີຕໍ່ການຖືກລິຮານ ແລະ ການຖືກຈັດການ ແລະ ພວກເຂົາສາມາດຍອມຮັບຄວາມຈິງໄດ້ ຫຼື ບໍ່. ນັ້ນຄືສິ່ງທີ່ຈຳເປັນຢ່າງຍິ່ງທີ່ສຸດ. ຜູ້ໃດກໍຕາມທີ່ບໍ່ຍອມຮັບການຖືກລິຮານ ແລະ ການຖືກຈັດການກໍມີແກ່ນແທ້ຂອງການບໍ່ຍອມຮັບຄວາມຈິງ, ການປະຕິເສດທີ່ຈະຍອມຮັບມັນ ແລະ ອຸປະນິໄສຂອງພວກເຂົາຄືການເບື່ອໜ່າຍຄວາມຈິງ. ນັ້ນເປັນເລື່ອງທີ່ບໍ່ຕ້ອງສົງໄສເລີຍ. ບາງຄົນບໍ່ອະນຸຍາດໃຫ້ຄົນອື່ນຈັດການກັບພວກເຂົາ, ບໍ່ວ່າພວກເຂົາໄດ້ເປີດເຜີຍຄວາມເສື່ອມຊາມຫຼາຍສໍ່າໃດກໍຕາມ, ບໍ່ມີຜູ້ໃດອາດລິຮານ ຫຼື ຈັດການກັບພວກເຂົາ. ພວກເຂົາອາດເວົ້າກ່ຽວກັບຄວາມຮູ້ກ່ຽວກັບພວກເຂົາເອງ, ໃນລັກສະນະໃດກໍຕາມທີ່ພວກເຂົາຕ້ອງການ, ແຕ່ຖ້າຄົນອື່ນເປີດໂປງພວກເຂົາ, ວິພາກວິຈານພວກເຂົາ ຫຼື ຈັດການກັບພວກເຂົາ, ບໍ່ວ່າມັນຈະກົງໄປກົງມາ ຫຼື ສອດຄ່ອງກັບຂໍ້ແທ້ຈິງແນວໃດກໍຕາມ, ພວກເຂົາຈະບໍ່ຍອມຮັບມັນ. ບໍ່ວ່າຄົນອື່ນຈະເປີດໂປງການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມປະເພດໃດກໍຕາມໃນພວກເຂົາ, ພວກເຂົາຈະຕໍ່ຕ້ານຢ່າງທີ່ສຸດ ແລະ ໃຫ້ຂໍ້ອ້າງທີ່ຕົບຕາສຳລັບພວກເຂົາເອງ, ໂດຍບໍ່ມີການຍອມອ່ອນນ້ອມຢ່າງແທ້ຈິງແມ່ນແຕ່ໜ້ອຍດຽວ. ຖ້າຄົນເຊັ່ນນັ້ນບໍ່ສະແຫວງຫາຄວາມຈິງ, ມັນຈະມີບັນຫາ. ໃນຄຣິສຕະຈັກ, ພວກເຂົາແມ່ນບໍ່ສາມາດແຕະຕ້ອງໄດ້ ແລະ ບໍ່ສາມາດຕຳນິໄດ້. ເມື່ອຜູ້ຄົນເວົ້າບາງສິ່ງທີ່ດີກ່ຽວກັບພວກເຂົາ, ມັນຈະເຮັດໃຫ້ພວກເຂົາມີຄວາມສຸກ; ເມື່ອຜູ້ຄົນຊີ້ແຈງເຖິງບາງຢ່າງທີ່ບໍ່ດີກ່ຽວກັບພວກເຂົາ, ພວກເຂົາຈະເລີ່ມໃຈຮ້າຍ. ຖ້າຄົນໃດໜຶ່ງເປີດໂປງພວກເຂົາ ແລະ ເວົ້າວ່າ: “ທ່ານເປັນຄົນດີ, ແຕ່ທ່ານເອົາແຕ່ໃຈຫຼາຍ. ທ່ານເຮັດຕາມອຳເພີໃຈ ແລະ ຢ່າງປະໝາດຢູ່ສະເໝີ. ທ່ານຈຳເປັນຕ້ອງຍອມຮັບການຖືກລິຮານ ແລະ ການຖືກຈັດການ. ມັນຈະບໍ່ດີກວ່າບໍທີ່ທ່ານຈະປະຖິ້ມຂໍ້ບົກຜ່ອງ ແລະ ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້?” ເພື່ອເປັນການຕອບກັບ, ພວກເຂົາຈະເວົ້າວ່າ “ຂ້ານ້ອຍບໍ່ໄດ້ເຮັດຫຍັງທີ່ຊົ່ວຮ້າຍ. ຂ້ານ້ອຍບໍ່ໄດ້ເຮັດບາບ. ເປັນຫຍັງທ່ານຈຶ່ງຈັດການກັບຂ້ານ້ອຍ? ຂ້ານ້ອຍໄດ້ຮັບການສະແດງຄວາມຮັກຫຼາຍຢູ່ເຮືອນຕັ້ງແຕ່ທີ່ຂ້ານ້ອຍເປັນເດັກນ້ອຍ, ຈາກທັງພໍ່ແມ່ ແລະ ພໍ່ເຖົ້າແມ່ເຖົ້າຂອງຂ້ານ້ອຍ. ຂ້ານ້ອຍເປັນຫວານໃຈຂອງພວກເຂົາ, ເປັນແກ້ວຕາດວງໃຈຂອງພວກເຂົາ. ຕອນນີ້, ຢູ່ບ່ອນນີ້ໃນເຮືອນຂອງພຣະເຈົ້າ, ບໍ່ມີຜູ້ໃດສະແດງຄວາມຮັກໃຫ້ແກ່ຂ້ານ້ອຍຫຼາຍເລີຍ, ມັນບໍ່ມ່ວນທີ່ຈະໃຊ້ຊີວິດຢູ່ບ່ອນນີ້! ພວກທ່ານພະຍາຍາມຈັບຜິດຂ້ານ້ອຍ ຫຼື ຄົນອື່ນຢູ່ສະເໝີ ແລະ ພະຍາຍາມຈັດການກັບຂ້ານ້ອຍ. ຂ້ານ້ອຍຄວນຈະໃຊ້ຊີວິດເຊັ່ນນັ້ນໄດ້ແນວໃດ?” ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ຄົນທີ່ເຫັນໄດ້ຢ່າງຊັດເຈນສາມາດບອກໄດ້ໃນທັນທີວ່າຄົນເຫຼົ່ານີ້ຖືກຕາມໃຈໂດຍພໍ່ແມ່ ແລະ ຄອບຄົວຂອງພວກເຂົາ ແລະ ເຖິງແມ່ນໃນຕອນນີ້, ພວກເຂົາບໍ່ຮູ້ຈັກວິທີການປອບໃຈຕົນເອງ ຫຼື ໃຊ້ຊີວິດຢ່າງເປັນອິດສະຫຼະ. ຄອບຄົວຂອງເຈົ້າໄດ້ສະແດງຄວາມຮັກໃຫ້ກັບເຈົ້າຫຼາຍຄືກັບມິ່ງຂວັນ ແລະ ເຈົ້າບໍ່ຮູ້ຕຳແໜ່ງຂອງເຈົ້າຢູ່ໃນຈັກກະວານ. ເຈົ້າໄດ້ພັດທະນາຂໍ້ເສຍທີ່ອວດດີ, ຖືວ່າຕົນເອງຊອບທຳ ແລະ ເອົາແຕ່ໃຈຢ່າງສຸດຂີດ, ເຊິ່ງເຈົ້າບໍ່ຮັບຮູ້ ແລະ ບໍ່ຮູ້ທີ່ຈະໄຕ່ຕອງ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮັບຟັງພຣະທຳຂອງພຣະອົງ ຫຼື ປະຕິບັດຄວາມຈິງ. ເຈົ້າສາມາດຮັບເອົາຄວາມຈິງດ້ວຍຄວາມເຊື່ອເຊັ່ນນັ້ນໃນພຣະເຈົ້າບໍ? ເຈົ້າສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງບໍ? ເຈົ້າສາມາດດຳລົງຊີວິດຕາມລັກສະນະຂອງມະນຸດຢ່າງແທ້ຈິງບໍ? ບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ເຈົ້າຕ້ອງຍອມຮັບຄວາມຈິງ ແລະ ຮູ້ຈັກຕົນເອງເປັນຢ່າງໜ້ອຍ. ໃນຕອນນັ້ນ, ເຈົ້າຈຶ່ງຈະສາມາດປ່ຽນແປງໄດ້. ຖ້າເຈົ້າເພິ່ງພາແນວຄິດ ແລະ ຈິນຕະນາການຂອງເຈົ້າໃນຄວາມເຊື່ອຂອງເຈົ້າຢູ່ສະເໝີ, ຖ້າເຈົ້າພຽງແຕ່ສະແຫວງຫາຄວາມສະຫງົບສຸກ ແລະ ຄວາມສຸກແທນທີ່ຈະສະແຫວງຫາຄວາມຈິງ, ຖ້າເຈົ້າບໍ່ສາມາດກັບໃຈຢ່າງແທ້ຈິງ ແລະ ບໍ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ມີຄວາມໝາຍ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຂົ້າໃຈຄວາມຈິງ. ເຈົ້າຕ້ອງພະຍາຍາມທີ່ຈະຮູ້ຈັກຕົນເອງ. ເຈ້ົາຕ້ອງສະແຫວງຫາຄວາມຈິງ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ ແລະ ເຈົ້າຕ້ອງແກ້ໄຂອຸປະນິໄສທີ່ເສື່ອມຊາມຫຍັງກໍຕາມທີ່ສະແດງອອກມາຈາກເຈົ້າ ໂດຍການໂອ້ລົມກ່ຽວກັບຄວາມຈິງຕາມພຣະທຳຂອງພຣະເຈົ້າ. ຖ້າຄົນໃດໜຶ່ງຊີ້ໃຫ້ເຫັນເຖິງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ຫຼື ເຈົ້າເລີ່ມກວດສອບມັນດ້ວຍຕົວເຈົ້າເອງ, ຖ້າເຈົ້າສາມາດຍົກມັນຂຶ້ນທຽບໃສ່ພຣະທຳຂອງພຣະເຈົ້າຢ່າງມີສະຕິ ແລະ ໄຄ່ຄວນ, ກວດສອບ ແລະ ຮູ້ຈັກຕົນເອງ ແລະ ຫຼັງຈາກນັ້ນກໍແກ້ໄຂບັນຫາຂອງເຈົ້າ ແລະ ປະຕິບັດການກັບໃຈ, ເຈົ້າຈະສາມາດໃຊ້ຊີວິດໃນຖານະມະນຸດ. ຄົນທີ່ເຊື່ອໃນພຣະເຈົ້າຕ້ອງຍອມຮັບຄວາມຈິງ. ຖ້າເຈົ້າມີຄວາມສຸກກັບຄວາມຮູ້ສຶກທີ່ໄດ້ຮັບການສະແດງຄວາມຮັກຫຼາຍຈາກຄອບຄົວຂອງເຈົ້າຢູ່ສະເໝີ, ພໍໃຈທີ່ຈະເປັນແກ້ວຕາດວງຕາຂອງພວກເຂົາຢູ່ສະເໝີ, ເປັນຫວານໃຈຂອງພວກເຂົາ, ເຈົ້າຈະສາມາດໄດ້ຮັບຫຍັງ? ບໍ່ວ່າເຈົ້າຈະເປັນແກ້ວຕາດວງໃຈໃນຄອບຄົວເຈົ້າ ແລະ ເປັນຫວານໃຈຂອງພວກເຂົາຫຼາຍສໍ່າໃດກໍຕາມ, ຖ້າເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ ເຈົ້າກໍເປັນຂີ້ເຫຍື້ອ. ການເຊື່ອໃນພຣະເຈົ້າພຽງແຕ່ມີຄຸນຄ່າ ຖ້າເຈົ້າສະແຫວງຫາຄວາມຈິງ. ເມື່ອເຈົ້າເຂົ້າໃຈຄວາມຈິງ, ເຈົ້າຈະຮູ້ຈັກວິທີການປອບໃຈຕົນເອງ ແລະ ເຈົ້າຈະຮູ້ຈັກວິທີການໃຊ້ຊີວິດເພື່ອຜະເຊີນໜ້າກັບຄວາມສຸກທີ່ແທ້ຈິງ ແລະ ເປັນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈ. ບໍ່ມີສະພາບແວດລ້ອມໃນຄອບຄົວໃດ ແລະ ບໍ່ມີຈຸດແຂງສ່ວນບຸກຄົນ, ຄຸນງາມຄວາມດີ ຫຼື ພອນສະຫວັນໃດທີ່ສາມາດເຮັດໜ້າທີ່ແທນຄວາມເປັນຈິງແຫ່ງຄວາມຈິງ ຫຼື ສິ່ງດັ່ງກ່າວບໍ່ຄວນໃຊ້ເປັນຂໍ້ອ້າງເພື່ອໃຫ້ເຈົ້າບໍ່ສະແຫວງຫາຄວາມຈິງ. ການຮັບເອົາຄວາມຈິງເປັນວິທີດຽວທີ່ສາມາດນໍາຄວາມສຸກທີ່ແທ້ຈິງມາໃຫ້ຜູ້ຄົນ, ເຮັດໃຫ້ພວກເຂົາສາມາດໃຊ້ຊີວິດຢ່າງມີຄວາມໝາຍສຳຄັນ ແລະ ອະນຸຍາດຈຸດໝາຍປາຍທາງທີ່ສວຍງາມໃຫ້ແກ່ພວກເຂົາ. ສິ່ງເຫຼົ່ານີ້ແມ່ນຂໍ້ແທ້ຈິງ.
ຫຼັງຈາກທີ່ກາຍມາເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ, ບາງຄົນເຊື່ອວ່າພວກເຂົາເປັນຄຳ ແລະ ຄິດວ່າພວກເຂົາມີໂອກາດທີ່ຈະສ່ອງສະຫວ່າງ. ພວກເຂົາຮູ້ສຶກດີກ່ຽວກັບຕົນເອງ ແລະ ເລີ່ມນໍາໃຊ້ຈຸດແຂງຂອງພວກເຂົາ; ພວກເຂົາປ່ອຍໃຫ້ຄວາມທະເຍີທະຍານຂອງພວກເຂົາເປັນອິດສະຫຼະ ແລະ ສະແດງສັກກະຍາພາບເຕັມສ່ວນຂອງພວກເຂົາ. ຄົນເຫຼົ່ານີ້ມີຊົນຊັ້ນ ແລະ ການສຶກສາ, ທັກສະດ້ານອົງກອນ ແລະ ມາລະຍາດ ແລະ ການແບກຮັບຂອງຜູ້ນໍາ. ພວກເຂົາຢູ່ອັນດັບຕົ້ນໆໃນຊົນຊັ້ນຂອງພວກເຂົາ ແລະ ເປັນຫົວໜ້າສະຫະພັນນັກຮຽນໃນໂຮງຮຽນ, ພວກເຂົາເປັນຜູ້ຈັດການ ຫຼື ປະທານຂອງບໍລິສັດທີ່ພວກເຂົາເຮັດວຽກຢູ່ ແລະ ເມື່ອພວກເຂົາເລີ່ມເຊື່ອໃນພຣະເຈົ້າ ແລະ ມາໃນເຮືອນຂອງພຣະອົງ, ພວກເຂົາກໍຖືກເລືອກຕັ້ງໃຫ້ເປັນຜູ້ນໍາ ສະນັ້ນພວກເຂົາຈຶ່ງຄິດກັບຕົນເອງວ່າ “ສະຫວັນບໍ່ເຄີຍເຮັດໃຫ້ຂ້ານ້ອຍຜິດຫວັງຈັກເທື່ອ. ມັນຈະເປັນເລື່ອງຍາກສຳລັບຄົນທີ່ມີຄວາມສາມາດເຊັ່ນຂ້ານ້ອຍຈະຮັກສາພາບລັກທີ່ຕໍ່າ. ທັນທີ່ຂ້ານ້ອຍລົງຈາກຕຳແໜ່ງຂອງປະທານບໍລິສັດ, ຂ້ານ້ອຍກໍມາຢູ່ເຮືອນຂອງພຣະເຈົ້າ ແລະ ຮັບບົດບາດຜູ້ນໍາ. ຂ້ານ້ອຍບໍ່ສາມາດເປັນຄົນທຳມະດາ ເຖິງແມ່ນວ່າຂ້ານ້ອຍຈະພະຍາຍາມ. ນີ້ຄືການທີ່ພຣະເຈົ້າຍົກຍ້ອງຂ້ານ້ອຍ, ມັນເປັນສິ່ງທີ່ພຣະອົງໄດ້ຈັດແຈງໃຫ້ຂ້ານ້ອຍເຮັດ, ສະນັ້ນຂ້ານ້ອຍຈະຍອມປະຕິບັດຕາມ”. ຫຼັງຈາກທີ່ກາຍມາເປັນຜູ້ນໍາ, ພວກເຂົາກໍນໍາໃຊ້ປະສົບການ, ຄວາມຮັກ, ທັກສະດ້ານອົງການ ແລະ ຮູບແບບການເປັນຜູ້ນໍາຂອງພວກເຂົາ. ພວກເຂົາຄິດວ່າພວກເຂົາເປັນຄົນທີ່ມີຄວາມສາມາດ ແລະ ກ້າຫານ ແລະ ຊຳນານ ແລະ ມີພອນສະຫວັນຢ່າງແທ້ຈິງ. ແລ້ວມັນເປັນຕາສົມເພດທີ່ມີບັນຫາຢູ່ບ່ອນນີ້. ຜູ້ນໍາທີ່ຊຳນານ ແລະ ມີພອນສະຫວັນເຫຼົ່ານີ້, ຄົນທີ່ເກີດມາພ້ອມກັບຄວາມສາມາດໃນການນໍາພາ, ພວກເຂົາເຮັດຫຍັງໄດ້ດີທີ່ສຸດໃນຄຣິສຕະຈັກ? ການສ້າງຕັ້ງອານາຈັກເອກະລາດ, ການຖືສິດອຳນາດທັງໝົດໄວ້ກັບຕົນເອງ ແລະ ການຄອບງໍາໃນການສົນທະນາ. ຫຼັງຈາກທີ່ກາຍມາເປັນຜູ້ນໍາ, ພວກເຂົາບໍ່ໄດ້ເຮັດຫຍັງນອກຈາກເຮັດວຽກ, ແລ່ນໄປແລ່ນມາ, ຜ່ານຜ່າຄວາມລຳບາກ ແລະ ຈ່າຍລາຄາເພື່ອເຫັນແກ່ກຽດຕິຍົດ ແລະ ສະຖານະຂອງພວກເຂົາເອງ. ພວກເຂົາບໍ່ໄດ້ສົນໃຈຫຍັງເລີຍ. ພວກເຂົາເຊື່ອວ່າຄວາມຫຍຸ້ງ ແລະ ວຽກງານຂອງພວກເຂົາສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ, ຄຣິສຕະຈັກຕ້ອງການພວກເຂົາຢູ່ສະເໝີ ແລະ ອ້າຍເອື້ອຍນ້ອງຕ້ອງການພວກເຂົາເຊັ່ນກັນ. ພວກເຂົາເຊື່ອວ່າບໍ່ສາມາດສຳເລັດວຽກງານຫຍັງຖ້າບໍ່ມີພວກເຂົາ, ພວກເຂົາສາມາດຮັບມືກັບມັນທັງໝົດດ້ວຍຕົນເອງ ແລະ ຜູກຂາດອຳນາດ. ແລ້ວພວກເຂົາມີວິທີການສ້າງຕັ້ງອານາຈັກເອກະລາດພໍສົມຄວນ. ພວກເຂົາສາມາດເຮັດສິ່ງທີ່ສ້າງສັນ ແລະ ໃໝ່ໆທຸກຮູບແບບ, ພວກເຂົາມີທັກສະສະເພາະໃນການເຮັດໜ້າທີ່ເປັນເຈົ້າໜ້າທີ່ ແລະ ຊີ້ມືສັ່ງ ແລະ ປະຕິບັດການສັ່ງສອນຄົນອື່ນຈາກຕຳແໜ່ງທີ່ສູງ. ມີພຽງສິ່ງສຳຄັນສິ່ງດຽວທີ່ພວກເຂົາບໍ່ສາມາດເຮັດໄດ້: ຫຼັງຈາກທີ່ກາຍມາເປັນຜູ້ນໍາ, ພວກເຂົາບໍ່ສາມາດເວົ້າກັບຄົນອື່ນຈາກຫົວໃຈ, ຮູ້ຈັກຕົນເອງ, ສັງເກດຄວາມເສື່ອມຊາມຂອງພວກເຂົາເອງ ຫຼື ຮັບຟັງຂໍ້ສະເໜີຈາກອ້າຍເອື້ອຍນ້ອງອີກຕໍ່ໄປ. ຖ້າຄົນໃດໜຶ່ງສະເໜີແນວຄວາມຄິດບາງຢ່າງທີ່ແຕກຕ່າງໃນລະຫວ່າງການສົນທະນາວຽກງານ, ຜູ້ນໍາເຫຼົ່ານີ້ຈະບໍ່ພຽງແຕ່ປະຕິເສດພວກມັນ, ພວກເຂົາຈະຫາຂໍ້ອ້າງໃຫ້ກັບການເຮັດເຊັ່ນນັ້ນໂດຍເວົ້າວ່າ “ພວກທ່ານບໍ່ຄິດໄດ້ຄິດຂໍ້ສະເໜີນັ້ນຢ່າງຖີ່ຖ້ວນ. ຂ້ານ້ອຍເປັນຜູ້ນໍາຄຣິສຕະຈັກ, ຖ້າຂ້ານ້ອຍເຮັດຕາມທີ່ພວກທ່ານເວົ້າ ແລະ ບໍ່ມີຫຍັງຜິດ, ນັ້ນກໍຈະບໍ່ເປັນຫຍັງ ແຕ່ຖ້າເກີດສິ່ງບໍ່ດີຂຶ້ນ, ຄວາມຮັບຜິດຊອບຈະຕົກຢູ່ທີ່ຂ້ານ້ອຍພຽງລຳພັງ. ສະນັ້ນ, ໃນເວລາສ່ວນໃຫຍ່ ພວກທ່ານສາມາດອອກຄວາມຄິດເຫັນຂອງພວກທ່ານ, ພວກເຮົາສາມາດສັງເກດເຫັນຄວາມເປັນທາງການນັ້ນ, ແຕ່ໃນທີ່ສຸດແລ້ວ ມັນຕ້ອງເປັນຂ້ານ້ອຍພຽງລຳພັງທີ່ເລືອກ ແລະ ຕັດສິນໃຈວ່າຈະເຮັດສິ່ງຕ່າງໆແນວໃດ”. ເມື່ອເວລາຜ່ານໄປ, ອ້າຍເອື້ອຍນ້ອງສ່ວນໃຫຍ່ເຊົາມີສ່ວນຮ່ວມໃນການສົນທະນາ ຫຼື ການໂອ້ລົມກ່ຽວກັບວຽກງານ ແລະ ຜູ້ນໍາເຫຼົ່ານີ້ຈະບໍ່ສົນໃຈໃນການໂອ້ລົມກັບພວກເຂົາກ່ຽວກັບບັນຫາໃດໜຶ່ງໃນວຽກງານ. ພວກເຂົາຈະສືບຕໍ່ຕັດສິນໃຈ ແລະ ຕັດສິນໂດຍບໍ່ເວົ້າຫຍັງກັບຜູ້ໃດ ແລະ ພວກເຂົາຍັງເຕັມໄປດ້ວຍຂໍ້ອ້າງຂອງພວກເຂົາ. ພວກເຂົາເຊື່ອວ່າ “ຄຣິສຕະຈັກຄືຄຣິສຕະຈັກຂອງຜູ້ນໍາ, ຜູ້ນໍາວາງແຜນການ. ເປັນຜູ້ນໍາທີ່ມີອຳນາດຕັດສິນໃຈເດັດຂາດຕໍ່ທິດທາງທີ່ອ້າຍເອື້ອຍນ້ອງມີ ແລະ ເສັ້ນທາງທີ່ພວກເຂົາຍ່າງ”. ໂດຍທຳມະຊາດແລ້ວ, ຜູ້ນໍາເຫຼົ່ານີ້ຄວບຄຸມການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ, ເສັ້ນທາງທີ່ພວກເຂົາຍ່າງ ແລະ ທິດທາງການສະແຫວງຫາຂອງພວກເຂົາ. ຫຼັງຈາກທີ່ພວກເຂົາຖືກເຮັດໃຫ້ເປັນ “ກັບຕັນ”, ພວກເຂົາກໍຜູກຂາດອຳນາດ ແລະ ສ້າງຕັ້ງອານາຈັກເອກະລາດ. ບໍ່ມີຄວາມໂປ່ງໃສໃນການກະທຳຂອງພວກເຂົາ ແລະ ໂດຍທີ່ບໍ່ຮູ້ຕົວ, ພວກເຂົາປາບປາມສອງສາມຄົນ ແລະ ກີດກັນອ້າຍເອື້ອຍນ້ອງບາງຄົນທີ່ສະແຫວງຫາຄວາມຈິງ ແລະ ສາມາດເຂົ້າໃຈໄດ້. ໃນຂະນະດຽວກັນ, ພວກເຂົາຍັງຄິດວ່າໃນການເຮັດເຊັ່ນນັ້ນ, ພວກເຂົາກຳລັງປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງຜູ້ຄົນຖືກເລືອກຂອງພຣະເຈົ້າ. ພວກເຂົາເຮັດທຸກສິ່ງໂດຍໃຊ້ເຫດຜົນຢ່າງຖືກຕ້ອງ, ໂດຍມີເຫດຜົນ ແລະ ຂໍ້ອ້າງຫຼາຍເກີນໄປ, ແລ້ວໃນທີ່ສຸດແລ້ວມັນແມ່ນເພື່ອຫຍັງ? ທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອປົກປ້ອງສະຖານະຂອງພວກເຂົາ ແລະ ອຳນາດຜູກຂາດຂອງພວກເຂົາ. ພວກເຂົານໍາເອົາຫຼັກການ, ຫົນທາງ ແລະ ວິທີການຂອງພຶດຕິກຳຈາກໂລກທີ່ບໍ່ມີສາສະໜາ ແລະ ຊີວິດຄອບຄົວເຂົ້າມາສູ່ເຮືອນຂອງພຣະເຈົ້າ ແລະ ຄິດວ່າໃນການເຮັດເຊັ່ນນັ້ນ, ພວກເຂົາກຳລັງປົກປ້ອງຜົນປະໂຫຍດຂອງຄຣິສຕະຈັກ. ແຕ່ພວກເຂົາບໍ່ເຄີຍຮູ້ຈັກຕົນເອງ ຫຼື ໄຕ່ຕອງກ່ຽວກັບຕົນເອງຈັກເທື່ອ. ເຖິງແມ່ນວ່າມີຄົນໃດໜຶ່ງຊີ້ໃຫ້ເຫັນວ່າພວກເຂົາກຳລັງລະເມີດຫຼັກການຂອງຄວາມຈິງ, ເຖິງແມ່ນວ່າພວກເຂົາຕ້ອງພົບກັບແສງສະຫວ່າງ, ການລົງວິໄນ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຂົາກໍຈະບໍ່ຮັບຮູ້ມັນເລີຍ. ບັນຫາດັ່ງກ່າວຢູ່ບ່ອນໃດ? ຈາກມື້ທີ່ພວກເຂົາຮັບເອົາຕຳແໜ່ງຂອງຜູ້ນໍາ, ພວກເຂົາກໍປະຕິບັດໜ້າທີ່ຂອງພວກເຂົາຄືກັບເປັນອາຊີບ ແລະ ມັນເປັນສິ່ງທີ່ນີ້ທີ່ກຳນົດໃຫ້ພວກເຂົາຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ຮັບປະກັນວ່າພວກເຂົາບໍ່ສາມາດສະແຫວງຫາຄວາມຈິງ. ແລ້ວໃນລະຫວ່າງ “ອາຊີບ” ນີ້, ພວກເຂົາເຊື່ອວ່າທຸກຄົນທີ່ພວກເຂົາເຮັດຄືການສະແຫວງຫາຄວາມຈິງ. ພວກເຂົາເບິ່ງການສະແຫວງຫາຄວາມຈິງເປັນແນວໃດ? ພວກເຂົາປົກປ້ອງສະຖານະ ແລະ ສິດອຳນາດຂອງພວກເຂົາເອງ ໂດຍທຳທ່າປົກປ້ອງຜົນປະໂຫຍດຂອງອ້າຍເອື້ອຍນ້ອງ ແລະ ເຮືອນຂອງພຣະເຈົ້າ ແລະ ພວກເຂົາເຊື່ອວ່ານີ້ຄືການສຳແດງອອກເຖິງການທີ່ພວກເຂົາສະແຫວງຫາຄວາມຈິງ. ພວກເຂົາບໍ່ຮູ້ຫຍັງນອກຈາກອຸປະນິໄສເສື່ອມຊາມທັງໝົດທີ່ສຳແດງອອກ ແລະ ປາກົດອອກຈາກພວກເຂົາ ໃນຂະນະທີ່ພວກເຂົາຢູ່ໃນຕຳແໜ່ງນີ້. ເຖິງແມ່ນວ່າໃນບາງຄັ້ງພວກເຂົາມີຄວາມຮູ້ສຶກເບົາບາງວ່າມັນເປັນອຸປະນິໄສທີ່ເສື່ອມຊາມ, ມັນເປັນທີ່ລັງກຽດໂດຍພຣະເຈົ້າ, ມັນເປັນອຸປະນິໄສທີ່ຊົ່ວຮ້າຍ ແລະ ປ່ຽນຍາກ, ພວກເຂົາກໍປ່ຽນຄວາມຄິດຂອງພວກເຂົາຢ່າງໄວໂດຍຄິດວ່າ: “ມັນເປັນເຊັ່ນນັ້ນບໍ່ໄດ້. ຂ້ານ້ອຍເປັນຜູ້ນໍາ ແລະ ຂ້ານ້ອຍຕ້ອງມີສັກສີຂອງຜູ້ນໍາ. ຂ້ານ້ອຍບໍ່ສາມາດປ່ອຍໃຫ້ອ້າຍເອື້ອຍນ້ອງເຫັນຂ້ານ້ອຍສະແດງອຸປະນິໄສທີ່ເສື່ອມຊາມໄດ້”. ແລ້ວດ້ວຍເຫດນັ້ນ, ເຖິງແມ່ນພວກເຂົາຮັບຮູ້ວ່າພວກເຂົາໄດ້ສະແດງຄວາມເສື່ອມຊາມອອກຢ່າງຫຼວງຫຼາຍ ແລະ ພວກເຂົາໄດ້ເຮັດຫຼາຍຢ່າງທີ່ຝ່າຝືນຫຼັກການເພື່ອປົກປ້ອງສະຖານະ ແລະ ສິດອຳນາດຂອງພວກເຂົາ, ເມື່ອຄົນໃດໜຶ່ງເປີດໂປງພວກເຂົາ, ພວກເຂົາກໍໄປໃຊ້ການໃຫ້ເຫດຜົນຢ່າງສະຫຼາດ ຫຼື ພະຍາຍາມປິດກັ້ນມັນ, ເພື່ອວ່າຈະບໍ່ມີຄົນໃດຮັບຮູ້ມັນໄດ້. ທັນທີທີ່ພວກເຂົາໄດ້ຮັບສິດອຳນາດ ແລະ ສະຖານະ, ພວກເຂົາກໍວາງຕົນເອງໄວ້ໃນຕຳແໜ່ງທີ່ສັກສິດຫຼາຍ ແລະ ບໍ່ສາມາດລະເມີດໄດ້, ຄິດວ່າຕົນເອງຍິ່ງໃຫຍ່, ຖືກຕ້ອງ, ບໍ່ສາມາດຕຳນິໄດ້ ແລະ ບໍ່ສາມາດສົງໄສໄດ້. ແລ້ວເມື່ອໄດ້ຮັບຕຳແໜ່ງດັ່ງກ່າວ, ພວກເຂົາກໍຕໍ່ຕ້ານ ແລະ ປະຕິເສດສຽງໃດໜຶ່ງທີ່ເຫັນຕ່າງ, ຂໍ້ສະເໜີ ຫຼື ຄຳຄິດເຫັນໃດໜຶ່ງທີ່ສາມາດເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງ ແລະ ວຽກງານຂອງຄຣິສຕະຈັກ. ພວກເຂົາໃຫ້ຂໍ້ອ້າງຫຍັງສຳລັບການບໍ່ສະແຫວງຫາຄວາມຈິງ? ພວກເຂົາເວົ້າວ່າ “ຂ້ານ້ອຍມີສະຖານະ, ຂ້ານ້ອຍເປັນຄົນທີ່ມີຖານະ, ນັ້ນໝາຍຄວາມວ່າຂ້ານ້ອຍມີສັກສີ ແລະ ຂ້ານ້ອຍສັກສິດຫຼາຍ ແລະ ບໍ່ສາມາດລະເມີດໄດ້”. ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ບໍ ເມື່ອມີເຫດຜົນ ແລະ ຂໍ້ອ້າງເຊັ່ນນັ້ນ? (ບໍ່.) ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາເວົ້າ ແລະ ດຳເນີນການຈາກຕຳແໜ່ງທີ່ສູງຂອງພວກເຂົາຢູ່ສະເໝີ ໃນຂະນະທີ່ມີຄວາມສຸກໃນກັບດັກສະຖານະຂອງພວກເຂົາ. ໂດຍການເຮັດເຊັ່ນນີ້, ພວກເຂົາຍົກຕົນເອງຂຶ້ນເທິງໄຟ ແລະ ເຮັດໃຫ້ມັນຈຳເປັນທີ່ຈະເປີດໂປງພວກເຂົາ. ຄົນເຊັ່ນນັ້ນບໍ່ເປັນຕາສົມເພດບໍ? ພວກເຂົາເປັນຕາສົມເພດ ແລະ ເປັນຕາລັງກຽດ ແລະ ຍັງເປັນຕາຂີ້ດຽດ, ພວກເຂົາເປັນຕາສະອິດສະອຽນ! ໃນຖານະຜູ້ນໍາ, ພວກເຂົາແຕ່ງຕົວໃນພາບລັກຂອງນັກບຸນ. ນັກບຸນ, ຄົນທີ່ຍິ່ງໃຫ່, ມີສະຫງ່າລາສີ ແລະ ຖືກຕ້ອງ, ແມ່ນຫຍັງຄືຕຳແໜ່ງເຫຼົ່ານີ້? ພວກເຂົາເປັນໂສ້ ແລະ ຜູ້ໃດກໍຕາມທີ່ໃຊ້ພວກເຂົາແມ່ນບໍ່ສາມາດສະແຫວງຫາຄວາມຈິງໄດ້ອີກຕໍ່ໄປ. ຖ້າຄົນໃດໜຶ່ງສວມໃສ່ໂສ້ເຫຼົ່ານີ້, ມັນໝາຍຄວາມວ່າພວກເຂົາບໍ່ມີຄວາມສຳພັນໃດໆກັບການສະແຫວງຫາຄວາມຈິງອີກຕໍ່ໄປ. ແມ່ນຫຍັງຄືເຫດຜົນຫຼັກທີ່ຜູ້ຄົນເຫຼົ່ານີ້ບໍ່ສະແຫວງຫາຄວາມຈິງ? ໃນຄວາມເປັນຈິງແລ້ວ, ເຫດຜົນກໍຄືພວກເຂົາຖືກຄວບຄຸມໂດຍສະຖານະ. ພວກເຂົາຄິດກັບຕົນເອງຢູ່ສະເໝີວ່າ: “ຂ້ານ້ອຍເປັນຜູ້ນໍາ. ຂ້ານ້ອຍຄວບຄຸມຢູ່ບ່ອນນີ້. ຂ້ານ້ອຍເປັນຜູ້ທີ່ມີຖານະ ແລະ ສະຖານະ. ຂ້ານ້ອຍເປັນຄົນທີ່ມີສັກສີ. ຂ້ານ້ອຍບໍ່ສາມາດມີອຸປະນິໄສທີ່ອວດດີ ຫຼື ຊົ່ວຮ້າຍໄດ້. ຂ້ານ້ອຍບໍ່ສາມາດເປີດໃຈ ແລະ ໂອ້ລົມກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍ, ຂ້ານ້ອຍຕ້ອງປົກປ້ອງກຽດສັກສີ ແລະ ກຽດຕິຍົດຂອງຂ້ານ້ອຍ. ຂ້ານ້ອຍຕ້ອງເຮັດໃຫ້ຜູ້ຄົນເຄົາລົບຂ້ານ້ອຍ ແລະ ບູຊາຂ້ານ້ອຍ”. ພວກເຂົາຖືກຄວບຄຸມໂດຍສິ່ງເຫຼົ່ານີ້ຢູ່ສະເໝີ, ສະນັ້ນພວກເຂົາຈຶ່ງບໍ່ສາມາດເປີດໃຈ ຫຼື ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ພວກເຂົາຖືກທຳລາຍໂດຍສິ່ງເຫຼົ່ານີ້. ມຸມມອງ ແລະ ຊຸດຄວາມຄິດຂອງພວກເຂົາສອດຄ່ອງກັບຄວາມຈິງບໍ? ມັນຂ້ອນຂ້າງຊັດເຈນວ່າພວກມັນບໍ່ສອດຄ່ອງກັນ. ພຶດຕິກຳທີ່ພວກເຂົາສະແດງອອກໃນໜ້າທີ່ຂອງພວກເຂົາໂດຍປົກກະຕິ ນັ້ນກໍຄື ຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ ເຊິ່ງເຮັດໜ້າທີ່ເປັນກົດເກນໃຫ້ກັບພວກເຂົາເອງ, ເປັນການທຳທ່າ, ການຫຼອກລວງ ແລະ ອື່ນໆ, ການປະຕິບັດເຫຼົ່ານີ້ເປັນການສະແຫວງຫາຄວາມຈິງບໍ? (ບໍ່.) ເຫັນໄດ້ຂ້ອນຂ້າງຊັດເຈນວ່າບໍ່ມີຜູ້ໃດໃນບັນດາພວກມັນທີ່ເປັນການສະແຫວງຫາຄວາມຈິງ. ແລ້ວແມ່ນຫຍັງຄືຂໍ້ອ້າງ ຫຼື ເຫດຜົນທີ່ພວກເຂົາໃຫ້ສຳລັບການບໍ່ສະແຫວງຫາຄວາມຈິງ? (ພວກເຂົາເຊື່ອວ່າຜູ້ນໍາຄືຄົນທີ່ມີສະຖານະ ແລະ ກຽດສັກສີ ແລະ ເຖິງແມ່ນວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ມັນກໍບໍ່ສາມາດຖືກເປີດໂປງໄດ້.) ນີ້ບໍ່ແມ່ນມຸມມອງທີ່ແປກປະຫຼາດບໍ? ຖ້າຄົນໃດໜຶ່ງຍອມຮັບວ່າມີອຸປະນິໄສທີ່ເສື່ອມຊາມ ແຕ່ບໍ່ອະນຸຍາດໃຫ້ມັນຖືກເປີດໂປງ, ພວກເຂົາເປັນຄົນທີ່ຍອມຮັບຄວາມຈິງບໍ? ໃນຖານະຜູ້ນໍາ, ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງ, ເຈົ້າຈະມີປະສົບການກັບພາລະກິດຂອງພຣະເຈົ້າໄດ້ແນວໃດ? ອຸປະນິໄສຂອງເຈົ້າຈະຖືກຊໍາລະລ້າງໄດ້ແນວໃດ? ແລ້ວຖ້າອຸປະນິໄສຂອງເຈົ້າບໍ່ສາມາດຖືກຊໍາລະລ້າງ ແລະ ເຈົ້າໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແລ້ວເຈົ້າກໍເປັນຜູ້ນໍາທີ່ບໍ່ສາມາດເຮັດວຽກງານຕົວຈິງ, ເຈົ້າເປັນຜູ້ນໍາຈອມປອມ. ໃນຖານະຜູ້ນໍາ, ເຈົ້າມີສະຖານະ ແຕ່ນັ້ນເປັນພຽງເລື່ອງການມີໜ້າວຽກທີ່ແຕກຕ່າງກັນ, ໜ້າທີ່ທີ່ແຕກຕ່າງກັນ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າກາຍມາເປັນຄົນທີ່ມີຖານະ. ເຈົ້າບໍ່ໄດ້ກາຍມາເປັນຄົນທີ່ມີສັກສີຫຼາຍກວ່າຄົນອື່ນ ຫຼື ເປັນຄົນທີ່ມີຖານະໂດດເດັ່ນ ເພາະເຈົ້າໄດ້ຮັບສະຖານະນີ້ ແລະ ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຖ້າມີຄົນທີ່ຄິດເຊັ່ນນີ້ແທ້ໆ, ພວກເຂົາບໍ່ໄຮ້ຢາງອາຍບໍ? (ແມ່ນແລ້ວ.) ແມ່ນຫຍັງຄືວິທີເວົ້າທີ່ທຳມະດາກວ່ານີ້? ພວກເຂົາໄຮ້ຢາງອາຍຢ່າງໜ້າດ້ານ, ບໍ່ແມ່ນບໍ? ເມື່ອພວກເຂົາບໍ່ເປັນຜູ້ນໍາ, ພວກເຂົາປະຕິບັດຕໍ່ຜູ້ຄົນດ້ວຍຄວາມຈິງໃຈ; ພວກເຂົາສາມາດເປີດໃຈກ່ຽວກັບການສະແດງອອກເຖິງຄວາມເສື່ອມຊາມຂອງພວກເຂົາ ແລະ ວິເຄາະອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຫຼັງຈາກທີ່ພວກເຂົາຮັບຕຳແໜ່ງຜູ້ນໍາ, ພວກເຂົາກໍກາຍມາເປັນຄົນລະຄົນຢ່າງສິ້ນເຊີງ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາກາຍມາເປັນຄົນລະຄົນ? ເພາະພວກເຂົາສວມໃສ່ໜ້າກາກ ແລະ ຕົວຈິງຢູ່ຫຼັງໜ້າກາກນັ້ນ. ໜ້າກາກບໍ່ທໍລະຍົດການສະແດງອອກເລີຍ, ບໍ່ມີການຮ້ອງໄຫ້, ບໍ່ມີການຫົວຂວັນ, ບໍ່ມີຄວາມພໍໃຈ ຫຼື ຄວາມໃຈຮ້າຍ, ບໍ່ມີຄວາມໂສກເສົ້າ ຫຼື ຄວາມປິຕິຍິນດີ, ບໍ່ມີອາລົມ ແລະ ຄວາມປາຖະໜາ ແລະ ແນ່ນອນວ່າບໍ່ມີອຸປະນິໄສທີ່ເສື່ອມຊາມ. ການສະແດງອອກ ແລະ ສະພາວະຂອງມັນຍັງຄົງຄືເກົ່າຕະຫຼອດເວລາ, ໃນຂະນະທີ່ສະພາວະທີ່ແທ້ຈິງທັງໝົດຂອງຜູ້ນໍາ, ຄວາມຄິດ ແລະ ແນວຄິດສ່ວນຕົວລີ້ຢູ່ທາງຫຼັງໜ້າກາກ, ເຊິ່ງບໍ່ມີຜູ້ໃດສາມາດເບິ່ງເຫັນພວກມັນໄດ້. ມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ຄິດຢູ່ສະເໝີວ່າຕົນເອງມີຖານະ ແລະ ສະຖານະ. ພວກເຂົາຢ້ານວ່າພວກເຂົາຈະສູນເສຍກຽດສັກສີຂອງພວກເຂົາ ຖ້າຄົນໃດໜຶ່ງຈະລິຮານ ແລະ ຈັດການກັບພວກເຂົາ, ສະນັ້ນພວກເຂົາຈຶ່ງບໍ່ຍອມຮັບຄວາມຈິງ. ພວກເຂົາດຶງເອົາຈາກສະຖານະ ແລະ ສິດອຳນາດຂອງພວກເຂົາເພື່ອເວົ້າຄຳຫວານ, ຄຳເວົ້າຈອມປອມ ແລະ ປົກປິດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາດຽວກັນ, ພວກເຂົາກໍເຊື່ອຢ່າງຜິດໆວ່າພວກເຂົາໂດດເດັ່ນ ແລະ ບໍລິສຸດຫຼາຍກວ່າຄົນອື່ນໃນເລື່ອງສະຖານະຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງ, ການສະແຫວງຫາຄວາມຈິງແມ່ນເພື່ອໃຫ້ຄົນອື່ນເຮັດ. ວິທີຄິດເຊັ່ນນີ້ແມ່ນຜິດ ແລະ ມັນໄຮ້ຢາງອາຍ ແລະ ບໍ່ມີສຳນຶກພໍສົມຄວນ. ນັ້ນຄືລັກສະນະທີ່ຄົນປະເພດນີ້ປະພຶດ. ຈາກແກ່ນແທ້ໃນພຶດຕິກຳຂອງຄົນດັ່ງກ່າວ, ມັນຊັດເຈນທີ່ຈະເບິ່ງວ່າພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ. ໃນທາງກົງກັນຂ້າມ, ພວກເຂົາກຳລັງສະແຫວງຫາສະຖານະ ແລະ ກຽດຕິຍົດ. ເມື່ອພວກເຂົາເຮັດວຽກ, ພວກເຂົາກຳລັງປົກປ້ອງສະຖານະ ແລະ ສິດອຳນາດຂອງພວກເຂົາ ແລະ ຫຼອກລວງຕົນເອງໃຫ້ຄິດວ່າພວກເຂົາກຳລັງສະແຫວງຫາຄວາມຈິງ. ພວກເຂົາເປັນຄືກັບໂປໂລ, ເຮັດຂໍ້ສະຫຼຸບຢູ່ເລື້ອຍໆຈາກວຽກງານທີ່ພວກເຂົາໄດ້ເຮັດ ແລະ ໜ້າທີ່ທີ່ພວກເຂົາໄດ້ປະຕິບັດ, ໜ້າວຽກທີ່ພວກເຂົາໄດ້ຈັດການໃນການເຮັດວຽກງານຂອງຄຣິສຕະຈັກ ແລະ ຄວາມສຳເລັດທີ່ພວກເຂົາໄດ້ຮັບໃນຂະນະທີ່ປະຕິບັດວຽກງານໃນເຮືອນຂອງພຣະເຈົ້າ. ພວກເຂົານັກຄະແນນສິ່ງເຫຼົ່ານີ້ຢູ່ເລື້ອຍໆ, ຄືກັບເມື່ອໂປໂລເວົ້າວ່າ “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7–8.) ໂດຍສິ່ງນີ້, ເພິ່ນໝາຍຄວາມວ່າຫຼັງຈາກທີ່ສຳເລັດການແຂ່ງຂັນຂອງເພິ່ນ ແລະ ຕໍ່ສູ້ຢ່າງກ້າຫານ, ມັນຮອດເວລາທີ່ຈະຄຳນວນວ່າເພິ່ນມີໂອກາດດີສໍ່າໃດໃນການໄດ້ຮັບຄວາມລອດພົ້ນ, ການປະກອບສ່ວນຂອງເພິ່ນມີຫຼາຍສໍ່າໃດ, ລາງວັນຂອງເພິ່ນຈະມີຫຼາຍສໍ່າໃດ ແລະ ມັນຮອດເວລາທີ່ຈະຂໍໃຫ້ພຣະເຈົ້າໃຫ້ລາງວັນສຳລັບການປະກອບສ່ວນຂອງເພິ່ນ. ເພິ່ນໝາຍຄວາມວ່າເພິ່ນຈະບໍ່ຄິດວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ຖ້າພຣະອົງບໍ່ໃຫ້ລາງວັນເພິ່ນດ້ວຍມົງກຸດ, ເພິ່ນຈະປະຕິເສດທີ່ຈະຍອມອ່ອນນ້ອມ ແລະ ເຖິງກັບຈົ່ມຕໍ່ວ່າກ່ຽວກັບຄວາມບໍ່ຊອບທຳຂອງພຣະເຈົ້າ.ຄົນດັ່ງກ່າວທີ່ມີຊຸດຄວາມຄິດ ແລະ ອຸປະນິໄສທີ່ປະເພດນີ້ກຳລັງສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງບໍ? ພວກເຂົາສາມາດຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສິ່ງທີ່ຊັດເຈນໃນຕອນທຳອິດບໍ? ພວກເຂົາຄິດວ່າການທີ່ພວກເຂົາແລ່ນໃນການແຂ່ງຂັນ ແລະ ຕໍ່ສູ້ໃນສະໜາມຮົບຄືການສະແຫວງຫາຄວາມຈິງ, ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາບໍ່ມີການສຳແດງອອກທີ່ເປັນການສະແຫວງຫາຄວາມຈິງຢ່າງແທ້ຈິງ, ສະນັ້ນພວກເຂົາຈຶ່ງບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ.
ບັນຫາໃດຂອງມະນຸດທີ່ການໂອ້ລົມຂອງພວກເຮົາຫາກໍເປີດໂປງຫຼັກໆ? ໂດຍສະເພາະແລ້ວ, ອັນໃດໃນອຸປະນິໄສທີ່ເສື່ອມຊາມທີ່ມັນເປີດໂປງຫຼັກໆ? ບັນຫາພື້ນຖານກໍຄືມະນຸດເບື່ອໜ່າຍກັບຄວາມຈິງ ແລະ ປະຕິເສດທີ່ຈະຍອມຮັບມັນ; ນີ້ຄືພຶດຕິກຳປະເພດໜຶ່ງທີ່ສະເພາະຫຼາຍ. ອີກໜຶ່ງບັນຫາຫຼັກກໍຄືສິ່ງທີ່ມີຢູ່ໃນແກ່ນແທ້ຂອງອຸປະນິໄສຂອງທຸກໆຄົນ: ຄວາມດື້ດ້ານ. ສິ່ງນີ້ຍັງສະແດງໃຫ້ເຫັນຢ່າງເປັນຮູບປະທຳ ແລະ ຢ່າງຊັດເຈນພໍສົມຄວນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ສິ່ງເຫຼົ່ານີ້ແມ່ນສອງວິທີການຫຼັກທີ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດສະແດງອອກ ແລະ ປາກົດອອກ. ພຶດຕິກຳທີ່ສະເພາະເຫຼົ່ານີ້, ມຸມມອງທີ່ສະເພາະເຫຼົ່ານີ້, ທ່າທີ່ ແລະ ອື່ນໆອີກ ໄດ້ອະທິບາຍໃຫ້ເຫັນຢ່າງແທ້ຈິງ ແລະ ຢ່າງຖືກຕ້ອງວ່າມີອົງປະກອບຂອງການເບື່ອໜ່າຍຄວາມຈິງຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ແນ່ນອນ, ສິ່ງທີ່ໂດດເດັ່ນກວ່າໃນອຸປະນິໄສຂອງມະນຸດກໍຄືການສະແດງອອກເຖິງຄວາມດື້ດ້ານ: ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າຈະເປີດໂປງອຸປະນິໄສທີ່ເສື່ອມຊາມຫຍັງກໍຕາມຂອງມະນຸດໃນລະຫວ່າງພາລະກິດຂອງພຣະເຈົ້າ, ຜູ້ຄົນປະຕິເສດທີ່ຈະຮັບຮູ້ມັນ ແລະ ຕໍ່ຕ້ານມັນຢ່າງດື້ດ້ານ. ນອກເໜືອຈາກການຕໍ່ຕ້ານທີ່ຊັດເຈນ ຫຼື ການປະຕິເສດທີ່ໜ້າລັງກຽດ, ມີພຶດຕິກຳປະເພດອື່ນຢ່າງແນ່ນອນ ເຊິ່ງກໍຄືເມື່ອຜູ້ຄົນບໍ່ເຮັດໃຫ້ຕົນເອງຫຍຸ້ງກັບພາລະກິດຂອງພຣະເຈົ້າ, ຄືກັບວ່າພາລະກິດຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ມັນໝາຍຄວາມວ່າແນວໃດທີ່ບໍ່ເຮັດໃຫ້ຕົນເອງຫຍຸ້ງກັບພຣະເຈົ້າ? ມັນແມ່ນເມື່ອບຸກຄົນໜຶ່ງເວົ້າວ່າ “ເວົ້າສິ່ງທີ່ພຣະອົງປາຖະໜາ, ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ. ການພິພາກສາ ຫຼື ການເປີດໂປງຂອງພຣະອົງບໍ່ມີຫຍັງກ່ຽວຂ້ອງກັບຂ້ານ້ອຍ. ຂ້ານ້ອຍບໍ່ຍອມຮັບມັນ ຫຼື ຮັບຮູ້ມັນ”. ພວກເຮົາອາດເອີ້ນທ່າທີ່ເຊັ່ນນັ້ນວ່າ “ດື້ດ້ານ” ບໍ? (ແມ່ນ.) ມັນເປັນການສຳແດງອອກເຖິງຄວາມດື້ດ້ານ. ຄົນເຫຼົ່ານີ້ເວົ້າວ່າ “ຂ້ານ້ອຍໃຊ້ຊີວິດໃນແບບທີ່ຂ້ານ້ອຍມັກ, ໃນລັກສະນະໃດກໍຕາມທີ່ເຮັດໃຫ້ຂ້ານ້ອຍສະບາຍໃຈ ແລະ ໃນລັກສະນະໃດກໍຕາມທີ່ເຮັດໃຫ້ຂ້ານ້ອຍມີຄວາມສຸກ. ພຶດຕິກຳທີ່ພຣະອົງເວົ້າເຖິງ ເຊັ່ນ: ຄວາມອວດດີ, ຄວາມຫຼອກລວງ, ຄວາມເບື່ອໜ່າຍກັບຄວາມຈິງ, ຄວາມຊົ່ວຮ້າຍ, ຄວາມຊົ່ວຊ້າ ແລະ ອື່ນໆອີກ, ເຖິງແມ່ນວ່າຂ້ານ້ອຍມີພວກມັນ, ແລ້ວເປັນແນວໃດຕໍ່? ຂ້ານ້ອຍຈະບໍ່ກວດສອບພວກມັນ ຫຼື ຮູ້ຈັກພວກມັນ ຫຼື ຍອມຮັບພວກມັນ. ນີ້ຄືວິທີການທີ່ຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຈະເຮັດແນວໃດກ່ຽວກັບເລື່ອງນັ້ນ?” ນີ້ຄືທ່າທີ່ຂອງຄວາມດື້ດ້ານ. ເມື່ອຜູ້ຄົນບໍ່ເຮັດໃຫ້ຕົນເອງຫຍຸ້ງກັບພຣະທຳຂອງພຣະເຈົ້າ ຫຼື ເອົາໃຈໃສ່ກັບພວກມັນ, ເຊິ່ງຄວາມໝາຍວ່າພວກເຂົາບໍ່ສົນໃຈພຣະເຈົ້າຢ່າງເທົ່າທຽມກັນ, ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະອົງຈະເວົ້າໃນຮູບແບບສິ່ງເຕືອນໃຈ ຫຼື ຄຳເຕືອນ ຫຼື ການແນະນໍາ, ບໍ່ວ່າພຣະອົງຈະໃຊ້ວິທີການເວົ້າແບບໃດກໍຕາມ ຫຼື ຄຳເວົ້າຂອງພຣະອົງມີແຫຼ່ງທີ່ມາ ແລະ ເປົ້າໝາຍຫຍັງກໍຕາມ, ແລ້ວທ່າທີ່ຂອງພວກເຂົາກໍເປັນທ່າທີ່ທີ່ດື້ດ້ານ. ມັນໝາຍຄວາມວ່າພວກເຂົາບໍ່ເອົາໃຈໃສ່ກັບຄວາມປະສົງທີ່ຮີບດ່ວນຂອງພຣະເຈົ້າ, ແຮງໄກທີ່ຈະເອົາໃຈໃສ່ກັບຄວາມປາຖະໜາທີ່ຈິງໃຈ ແລະ ມີເຈດຕະນາດີຂອງພຣະອົງເພື່ອຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ຜູ້ຄົນບໍ່ມີຫົວໃຈທີ່ຮ່ວມມື ແລະ ພວກເຂົາບໍ່ເຕັມໃຈທີ່ຈະພະຍາຍາມໄປຫາຄວາມຈິງ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່າການພິພາກສາ ແລະ ການເປີດເຜີຍຂອງພຣະເຈົ້າເປັນຈິງຢ່າງສິ້ນເຊີງ, ບໍ່ມີຄວາມສຳນຶກໃນຫົວໃຈຂອງພວກເຂົາ ແລະ ພວກເຂົາສືບຕໍ່ເຊື່ອດັ່ງທີ່ພວກເຂົາເຮັດກ່ອນໜ້ານີ້. ໃນທີ່ສຸດແລ້ວ, ເມື່ອພວກເຂົາໄດ້ຍິນຄຳເທດສະໜາຫຼາຍຢ່າງ, ພວກເຂົາກໍເວົ້າຄ້າຍໆກັນ: “ຂ້ານ້ອຍເປັນຜູ້ເຊື່ອທີ່ແທ້ຈິງ, ໃນສະຖານະການໃດໜຶ່ງ ຄວາມເປັນມະນຸດຂອງຂ້ານ້ອຍບໍ່ໄດ້ໜ້ອຍ, ຂ້ານ້ອຍຈະບໍ່ຕັ້ງໃຈເຮັດຊົ່ວ, ຂ້ານ້ອຍສາມາດປະຖິ້ມສິ່ງຕ່າງໆ, ຂ້ານ້ອຍສາມາດຮັບເອົາຄວາມລຳບາກໄດ້ ແລະ ຂ້ານ້ອຍເຕັມໃຈທີ່ຈະຈ່າຍລາຄາສຳລັບຄວາມເຊື່ອຂອງຂ້ານ້ອຍ. ພຣະເຈົ້າຈະປະຖິ້ມຂ້ານ້ອຍ”. ນີ້ບໍ່ແມ່ນສິ່ງດຽວກັນກັບທີ່ໂປໂລເວົ້າວ່າ: “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” ບໍ? ນັ້ນເປັນທ່າທີ່ປະເພດທີ່ຜູ້ຄົນມີ. ແມ່ນຫຍັງຄືອຸປະນິໄສທີ່ຢູ່ເບື້ອງຫຼັງທ່າທີ່ເຊັ່ນນັ້ນ? ຄວາມດື້ດ້ານ. ອຸປະນິໄສທີ່ດື້ດ້ານປ່ຽນໄດ້ຍາກບໍ? ມີເສັ້ນທາງສຳລັບການເຮັດເຊັ່ນນັ້ນບໍ? ວິທີການທີ່ງ່າຍທີ່ສຸດ ແລະ ກົງໄປກົງມາທີ່ສຸດກໍຄືການປ່ຽນທ່າທີ່ຂອງເຈົ້າຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າເອງ. ເຈົ້າຈະສາມາດປ່ຽນແປງສິ່ງເຫຼົ່ານີ້ໄດ້ແນວໃດ? ໂດຍການວິເຄາະ ແລະ ການມາຮູ້ຈັກສະພາວະ ແລະ ຊຸດຄວາມຄິດທີ່ເກີດຈາກທ່າທີ່ທີ່ດື້ດ້ານຂອງເຈົ້າ ແລະ ໂດຍການກວດເບິ່ງວ່າອັນໃດໃນການກະທຳ ແລະ ຄຳເວົ້າຂອງເຈົ້າ, ອັນໃດໃນມຸມມອງ ແລະ ເຈດຕະນາທີ່ເຈົ້າຍຶດຕິດ ແລະ ໂດຍສະເພາະແມ່ນອັນໃດໃນຄວາມຄິດ ແລະ ແນວຄວາມຄິດທີ່ເຈົ້າສະແດງອອກມາເຊິ່ງຢູ່ພາຍໃຕ້ການຄວບງໍາຈາກອຸປະນິໄສທີ່ດື້ດ້ານຂອງເຈົ້າ. ກວດສອບ ແລະ ແກ້ໄຂພຶດຕິກຳ, ການສະແດງ ແລະ ສະພາວະເຫຼົ່ານີ້ເທື່ອລະຢ່າງ ແລະ ຫຼັງຈາກນັ້ນກໍປ່ຽນພວກມັນ, ທັນທີທີ່ເຈົ້າໄດ້ກວດສອບ ແລະ ກວດພົບບາງສິ່ງ, ໃຫ້ຟ້າວປ່ຽນມັນ. ຕົວຢ່າງ: ພວກເຮົາຫາກໍເວົ້າກ່ຽວກັບການດຳເນີນການໂດຍອີງໃສ່ຄວາມມັກ ແລະ ອາລົມຂອງຄົນໆໜຶ່ງ, ເຊິ່ງເປັນການເອົາແຕ່ໃຈ. ອຸປະນິໄສທີ່ເອົາແຕ່ໃຈມີຄຸນນະພາບຂອງການເບື່ອໜ່າຍຄວາມຈິງໃນຕົວມັນ. ຖ້າເຈົ້າຮັບຮູ້ວ່າເຈົ້າເປັນຄົນປະເພດນັ້ນ, ມີອຸປະນິໄສທີ່ເສື່ອມຊາມປະເພດນັ້ນ ແລະ ເຈົ້າບໍ່ໄຕ່ຕອງກ່ຽວກັບຕົນເອງ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ຄິດຢ່າງດື້ດ້ານວ່າເຈົ້າບໍ່ເປັນຫຍັງແທ້ໆ, ນັ້ນຄືຄວາມດື້ດ້ານ. ຫຼັງຈາກຄຳເທດສະໜານີ້, ເຈົ້າອາດຮັບຮູ້ໃນທັນທີວ່າ “ຂ້ານ້ອຍໄດ້ເວົ້າສິ່ງຕ່າງໆປະມານນັ້ນ ແລະ ຂ້ານ້ອຍມີມຸມມອງເຊັ່ນນັ້ນ. ອຸປະນິໄສນີ້ຂອງຂ້ານ້ອຍເປັນອຸປະນິໄສທີ່ເບື່ອໜ່າຍຄວາມຈິງ. ເມື່ອເປັນເຊັ່ນນັ້ນ, ຂ້ານ້ອຍຈະຕັ້ງໃຈແກ້ໄຂອຸປະນິໄສນັ້ນ”. ແລ້ວເຈົ້າຈະຕັ້ງໃຈແກ້ໄຂມັນໄດ້ແນວໃດ? ເລີ່ມຕົ້ນໂດຍການປະຖິ້ມຄວາມຮູ້ສຶກເໜືອກວ່າຂອງເຈົ້າ, ການເອົາແຕ່ໃຈຂອງເຈົ້າ ແລະ ການເຮັດຢ່າງອຳເພີໃຈຂອງເຈົ້າ; ບໍ່ວ່າເຈົ້າຈະອາລົມດີ ຫຼື ບໍ່ດີ, ໃຫ້ເບິ່ງວ່າຂໍ້ຮຽກຮ້ອງຂອງພຣະເຈົ້າແມ່ນຫຍັງ. ຖ້າເຈົ້າສາມາດປະຖິ້ມເນື້ອໜັງ ແລະ ປະຕິບັດໂດຍສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າ, ພຣະອົງຈະເບິ່ງເຈົ້າແນວໃດ? ຖ້າເຈົ້າສາມາດເລີ່ມແກ້ໄຂພຶດຕິກຳທີ່ເສື່ອມຊາມເຫຼົ່ານີ້ຢ່າງແທ້ຈິງ, ມັນກໍເປັນສັນຍານວ່າເຈົ້າຮ່ວມມືກັບພາລະກິດຂອງພຣະເຈົ້າດ້ວຍຄວາມຄິດບວກ ແລະ ຢ່າງຫ້າວຫັນ. ເຈົ້າຈະປະຖິ້ມ ແລະ ແກ້ໄຂອຸປະນິໄສນັ້ນທີ່ເປັນການເບື່ອໜ່າຍຄວາມຈິງຢ່າງມີສະຕິ ແລະ ໃນເວລາດຽວກັນ, ເຈົ້າຈະແກ້ໄຂອຸປະນິໄສທີ່ດື້ດ້ານຂອງເຈົ້າ. ເມື່ອເຈົ້າໄດ້ແກ້ໄຂອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ທັງສອງຢ່າງ, ເຈົ້າຈະສາມາດເຊື່ອຟັງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສິ່ງນີ້ຈະເຮັດໃຫ້ພຣະອົງພໍໃຈ. ຖ້າພວກເຈົ້າໄດ້ເຂົ້າໃຈເນື້ອຫາຂອງການໂອ້ລົມນີ້ ແລະ ປະຕິບັດການປະຖິ້ມເນື້ອໜັງດ້ວຍວິທີນີ້, ເຮົາຈະມີຄວາມສຸກຫຼາຍ. ສະນັ້ນ, ເຮົາຈຶ່ງຈະບໍ່ເວົ້າພຣະທຳເຫຼົ່ານີ້ຢ່າງສູນເປົ່າ.
ຄວາມດື້ດ້ານເປັນບັນຫາອຸປະນິໄສທີ່ເສື່ອມຊາມ; ມັນເປັນສິ່ງທີ່ຢູ່ໃນທຳມະຊາດຂອງຄົນໆໜຶ່ງ ແລະ ມັນບໍ່ສາມາດແກ້ໄຂໄດ້ງ່າຍໆ. ເມື່ອຄົນໃດໜຶ່ງມີອຸປະນິໄສທີ່ດື້ນດ້ານ, ມັນສະແດງໃຫ້ເຫັນເປັນຫຼັກວ່າເຂົາມີແນວໂນ້ມທີ່ຈະໃຫ້ຂໍ້ອ້າງ ແລະ ໂຕ້ຖຽງຢ່າງຕົບຕາ, ຍຶດຕິດກັບແນວຄິດຂອງພວກເຂົາເອງ ແລະ ບໍ່ຍອມຮັບສິ່ງໃໝ່ໆໄດ້ຢ່າງງ່າຍດາຍ. ມີຫຼາຍຄັ້ງທີ່ຜູ້ຄົນຮູ້ວ່າແນວຄິດຂອງພວກເຂົາບໍ່ຖືກຕ້ອງ, ແຕ່ພວກເຂົາຍຶດຕິດກັບແນວຄິດເຫຼົ່ານັ້ນເພື່ອເຫັນແກ່ຄວາມໂອຫັງ ແລະ ຄວາມທະນົງຕົວຂອງພວກເຂົາ, ດື້ດ້ານຈົນເຖິງທີ່ສຸດ. ອຸປະນິໄສທີ່ດື້ດ້ານເຊັ່ນນັ້ນແມ່ນປ່ຽນແປງໄດ້ຍາກ, ເຖິງແມ່ນວ່າຄົນໃດໜຶ່ງຈະຮັບຮູ້ມັນກໍຕາມ. ເພື່ອແກ້ໄຂບັນຫາຄວາມດື້ດ້ານ, ຄົນໆໜຶ່ງຕ້ອງຮູ້ຈັກຄວາມອວດດີຂອງມະນຸດ, ຄວາມຫຼອກລວງ, ຄວາມຊົ່ວຮ້າຍ, ການເບື່ອໜ່າຍຄວາມຈິງ ແລະ ອຸປະນິໄສອື່ນໆທີ່ມີລັກສະນະເຊັ່ນນີ້. ເມື່ອຄົນໃດໜຶ່ງຮູ້ຈັກຄວາມອວດດີ, ຄວາມຫຼອກລວງ, ຄວາມຊົ່ວຮ້າຍຂອງພວກເຂົາເອງ, ຮູ້ວ່າພວກເຂົາເບື່ອໜ່າຍຄວາມຈິງ, ພວກເຂົາບໍ່ເຕັມໃຈທີ່ຈະປະຖິ້ມເນື້ອໜັງ ເຖິງແມ່ນວ່າພວກເຂົາປາຖະໜາທີ່ຈະປະຕິບັດຄວາມຈິງ, ພວກເຂົາໃຫ້ຂໍ້ອ້າງ ແລະ ອະທິບາຍຄວາມຫຍຸ້ງຍາກຂອງພວກເຂົາຢູ່ສະເໝີ ເຖິງແມ່ນວ່າພວກເຂົາປາຖະໜາທີ່ຈະເຊື່ອຟັງພຣະເຈົ້າ, ມັນຈະງ່າຍສຳລັບພວກເຂົາທີ່ຈະຮັບຮູ້ວ່າພວກເຂົາມີບັນຫາກັບຄວາມດື້ດ້ານ. ເພື່ອແກ້ໄຂບັນຫານີ້, ຄົນໆໜຶ່ງຕ້ອງມີຄວາມສຳນຶກມະນຸດທີ່ເປັນປົກກະຕິກ່ອນ ແລະ ເລີ່ມໂດຍການຮຽນຮູ້ທີ່ຈະຮັບຟັງພຣະທຳຂອງພຣະເຈົ້າ. ຖ້າເຈົ້າປາຖະໜາທີ່ຈະເປັນແກະຂອງພຣະເຈົ້າ, ເຈົ້າຕ້ອງຮຽນຮູ້ທີ່ຈະຮັບຟັງພຣະທຳຂອງພຣະອົງ. ແລ້ຳວເຈົ້າຄວນຮັບຟັງພຣະທຳເຫຼົ່ານັ້ນແນວໃດ? ໂດຍການຮັບຟັງບັນຫາໃດໜຶ່ງທີ່ພຣະເຈົ້າເປີດເຜີຍໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບເຈົ້າ. ຖ້າເຈົ້າຊອກເຫັນ, ເຈົ້າຄວນຍອມຮັບມັນ; ເຈົ້າຕ້ອງບໍ່ເຊື່ອວ່າມັນເປັນບັນຫາທີ່ຄົນອື່ນມີ, ມັນເປັນບັນຫາຂອງທຸກຄົນ ຫຼື ບັນຫາໃນຄວາມເປັນມະນຸດ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບເຈົ້າ. ມັນຈະເປັນເລື່ອງຜິດສຳລັບເຈົ້າທີ່ຈະມີຄວາມເຊື່ອເຊັ່ນນັ້ນ. ເຈົ້າຄວນໄຕ່ຕອງຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າກ່ຽວກັບວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ ຫຼື ມຸມມອງທີ່ຜິດພາດທີ່ພຣະເຈົ້າກຳລັງເປີດໂປງ ຫຼື ບໍ່. ຕົວຢ່າງ: ເມື່ອເຈົ້າໄດ້ຍິນພຣະທຳຂອງພຣະເຈົ້າທີ່ເປີດເຜີຍການສຳແດງອອກເຖິງອຸປະນິໄສອວດດີທີ່ປາກົດອອກມາຈາກຄົນໃດໜຶ່ງ, ເຈົ້າຄວນຄິດກັບຕົນເອງວ່າ: “ຂ້ານ້ອຍໄດ້ສຳແດງເຖິງຄວາມອວດດີບໍ? ຂ້ານ້ອຍເປັນມະນຸດທີ່ເສື່ອມຊາມ, ສະນັ້ນຂ້ານ້ອຍຕ້ອງສຳແດງບາງຢ່າງເຫຼົ່ານັ້ນ; ຂ້ານ້ອຍຄວນໄຕ່ຕອງວ່າຂ້ານ້ອຍຈະເຮັດເຊັ່ນນັ້ນໄດ້ຢູ່ໃສ. ຜູ້ຄົນເວົ້າວ່າຂ້ານ້ອຍອວດດີ, ຂ້ານ້ອຍເຮັດຕົວສູງສົ່ງ ແລະ ຍິ່ງໃຫຍ່ຢູ່ສະເໝີ, ຂ້ານ້ອຍຫັກຫ້າມຜູ້ຄົນເມື່ອຂ້ານ້ອຍເວົ້າ. ນັ້ນຄືອຸປະນິໄສຂອງຂ້ານ້ອຍຢ່າງແທ້ຈິງບໍ?” ຜ່ານການໄຕ່ຕອງ, ເຈົ້າຈະຮັບຮູ້ໃນທີ່ສຸດວ່າການເປີດເຜີຍຈາກພຣະທຳຂອງພຣະເຈົ້າເປັນສິ່ງທີ່ຖືກຕ້ອງຢ່າງສົມບູນ, ເຈົ້າເປັນຄົນອວດດີ. ແລ້ວຍ້ອນການເປີດເຜີຍພຣະທຳຂອງພຣະເຈົ້າຖືກຕ້ອງຢ່າງສົມບູນ, ຍ້ອນມັນສອດຄ່ອງກັບສະຖານະການຂອງເຈົ້າຢ່າງສົມບູນແບບໂດຍບໍ່ມີຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ ແລະ ປາກົດວ່າຖືກຕ້ອງຫຼາຍຂຶ້ນເມື່ອມີການໄຕ່ຕອງເພີ່ມເຕີມ, ເຈົ້າຄວນຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະອົງ ແລະ ແຍກແຍະ ແລະ ມາຮູ້ຈັກແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າຕາມພວກມັນ. ແລ້ວເຈົ້າຈະສາມາດຮູ້ສຶກສຳນຶກຜິດຢ່າງແທ້ຈິງ. ໃນການເຊື່ອໃນພຣະເຈົ້າ, ມັນພຽງແຕ່ໂດຍການກິນ ແລະ ການດື່ມພຣະທຳຂອງພຣະອົງດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດມາຮູ້ຈັກຕົນເອງ. ເພື່ອທີ່ຈະແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງຍອມຮັບການພິພາກສາ ແລະ ການເປີດເຜີຍຈາກພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດເຮັດເຊັ່ນນັ້ນໄດ້, ມັນຈະບໍ່ມີທາງທີ່ເຈົ້າຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຖ້າເຈົ້າເປັນຄົນສະຫຼາດທີ່ເຫັນວ່າການເປີດເຜີຍຈາກພຣະທຳຂອງພຣະເຈົ້າເປັນສິ່ງທີ່ຖືກຕ້ອງໂດຍທົ່ວໄປ ຫຼື ຖ້າເຈົ້າສາມາດຍອມຮັບວ່າເຄິ່ງໜຶ່ງຂອງການເປີດເຜີຍນັ້ນຖືກຕ້ອງ, ແລ້ວເຈົ້າກໍຄວນຍອມຮັບມັນໃນທັນທີ ແລະ ຍອມຕໍ່ພຣະເຈົ້າ. ເຈົ້າຍັງຕ້ອງອະທິຖານຫາພຣະອົງ ແລະ ໄຕ່ຕອງກ່ຽວກັບຕົນເອງ. ມີແຕ່ເມື່ອນັ້ນ, ເຈົ້າຈຶ່ງຈະເຂົ້າໃຈວ່າພຣະທຳແຫ່ງການເປີດເຜີຍທັງໝົດຂອງພຣະເຈົ້າຖືກຕ້ອງ, ພວກມັນລ້ວນແລ້ວແຕ່ເປັນຂໍ້ແທ້ຈິງ ແລະ ບໍ່ມີຫຍັງເປັນຈິງຫຼາຍກວ່ານັ້ນ. ມັນແມ່ນໂດຍການຍອມຕໍ່ພຣະເຈົ້າດ້ວຍຫົວໃຈທີ່ຢຳເກງພຣະອົງເທົ່ານັ້ນ, ຜູ້ຄົນຈຶ່ງສາມາດໄຕ່ຕອງກ່ຽວກັບຕົນເອງຢ່າງແທ້ຈິງ. ເມື່ອນັ້ນເອງ, ພວກເຂົາຈຶ່ງຈະສາມາດເຫັນຫຼາກຫຼາຍອຸປະນິໄສເສື່ອມຊາມທີ່ມີຢູ່ພາຍໃນພວກເຂົາ ແລະ ພວກເຂົາອວດດີ ແລະ ຖືວ່າຕົນເອງຊອບທຳແທ້ໆ, ໂດຍບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວ. ຖ້າຄົນໃດໜຶ່ງເປັນຜູ້ຮັກຄວາມຈິງ, ພວກເຂົາຈະສາມາດຄຸເຂົ່າຕົນເອງລົງຕໍ່ໜ້າພຣະເຈົ້າ, ຍອມຮັບຕໍ່ພຣະອົງວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ ແລະ ມີຄວາມປະສົງທີ່ຈະຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ. ດ້ວຍວິທີນີ້, ພວກເຂົາຈຶ່ງຈະສາມາດພັດທະນາຫົວໃຈທີ່ສຳນຶກຜິດ, ເລີ່ມຕົ້ນປະຕິເສດ ແລະ ກຽດຊັງຕົນເອງ ແລະ ເສຍດາຍທີ່ບໍ່ໄດ້ສະແຫວງຫາຄວາມຈິງໃນເມື່ອກ່ອນ, ແລ້ວຄິດວ່າ “ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ ເມື່ອຂ້ານ້ອຍເລີ່ມອ່ານພວກມັນ? ທ່າທີ່ນີ້ທີ່ຂ້ານ້ອຍມີຕໍ່ພຣະທຳຂອງພຣະອົງເປັນທ່າທີ່ທີ່ອວດດີ, ບໍ່ແມ່ນບໍ? ຂ້ານ້ອຍສາມາດອວດດີເຊັ່ນນັ້ນໄດ້ແນວໃດ?” ຫຼັງຈາກທີ່ໄຕ່ຕອງຕົນເອງຢູ່ເລື້ອຍໆໃນລັກສະນະນີ້ເປັນເວລາຊົ່ວໄລຍະໜຶ່ງ, ພວກເຂົາຈະຮັບຮູ້ວ່າພວກເຂົາອວດດີແທ້ໆ, ພວກເຂົາບໍ່ສາມາດຍອມຮັບໄດ້ຢ່າງສົມບູນວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ແລະ ຂໍ້ແທ້ຈິງ ແລະ ພວກເຂົາບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວແທ້ໆ. ແຕ່ມັນເປັນສິ່ງຍາກທີ່ຈະຮູ້ຈັກຕົນເອງ. ໃນແຕ່ລະຄັ້ງທີ່ບຸກຄົນໜຶ່ງໄຕ່ຕອງ, ພວກເຂົາພຽງແຕ່ສາມາດຮັບຫຼາຍຂຶ້ນອີກໜ້ອຍໜຶ່ງ ແລະ ຄວາມຮູ້ຫຼາຍຂຶ້ນອີກໜ້ອຍໜຶ່ງກ່ຽວກັບພວກເຂົາເອງ. ການຮັບເອົາຄວາມຮູ້ຢ່າງຊັດເຈນກ່ຽວກັບອຸປະນິໄສທີ່ເສື່ອມຊາມບໍ່ແມ່ນສິ່ງທີ່ສາມາດສຳເລັດໄດ້ໃນຊ່ວງເວລາສັ້ນໆ; ຄົນໆໜຶ່ງຕ້ອງອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ, ອະທິຖານຫຼາຍຂຶ້ນ ແລະ ໄຕ່ຕອງຫຼາຍຂຶ້ນກ່ຽວກັບຕົນເອງ. ມີພຽງແຕ່ເຊັ່ນນັ້ນ, ພວກເຂົາຈຶ່ງຈະສາມາດມາຮູ້ຈັກຕົນເອງເທື່ອລະໜ້ອຍ. ທຸກຄົນທີ່ຮູ້ຈັກຕົນເອງຢ່າງແທ້ຈິງກໍລົ້ມເຫຼວ ແລະ ສະດຸດສອງສາມຄັ້ງໃນອະດີດ, ຫຼັງຈາກນັ້ນ ພວກເຂົາກໍອ່ານພຣະທຳຂອງພຣະເຈົ້າ, ອະທິຖານຫາພຣະອົງ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ດັ່ງນັ້ນຈຶ່ງມາເຫັນຄວາມຈິງໃນຄວາມເສື່ອມຊາມຂອງພວກເຂົາເອງຢ່າງຊັດເຈນ ແລະ ຮູ້ສຶກວ່າພວກເຂົາເສື່ອມຊາມຢ່າງຮ້າຍແຮງແທ້ໆ ແລະ ປາສະຈາກຄວາມເປັນຈິງແຫ່ງຄວາມຈິງຢ່າງສິ້ນເຊີງ. ຖ້າເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າໃນລັກສະນະນີ້ ແລະ ເຈົ້າອະທິຖານຫາພຣະອົງ ແລະ ສະແຫວງຫາຄວາມຈິງເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າຈະເລີ່ມມາຮູ້ຈັກຕົນເອງເທື່ອລະໜ້ອຍ. ແລ້ວມື້ໜຶ່ງ, ຫົວໃຈຂອງເຈົ້າຈະຊັດເຈນໃນທີ່ສຸດ: “ຂ້ານ້ອຍອາດມີຄວາມສາມາດທີ່ດີກວ່າຄົນອື່ນໜ້ອຍໜຶ່ງ, ແຕ່ນີ້ກໍເປັນສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ຂ້ານ້ອຍ. ຂ້ານ້ອຍໂອ້ອວດຢູ່ສະເໝີ, ພະຍາຍາມເຮັດລື່ນຄົນອື່ນເມື່ອຂ້ານ້ອຍເວົ້າ ແລະ ພະຍາຍາມເຮັດໃຫ້ຜູ້ຄົນເຮັດສິ່ງຕ່າງໆຕາມທາງຂອງຂ້ານ້ອຍ. ຂ້ານ້ອຍຂາດຄວາມສຳນຶກຢ່າງແທ້ຈິງ, ນີ້ຄືຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ! ຜ່ານການໄຕ່ຕອງ, ຂ້ານ້ອຍໄດ້ຮຽນຮູ້ກ່ຽວກັບອຸປະນິໄສທີ່ອວດດີຂອງຂ້ານ້ອຍເອງ. ນີ້ຄືແສງສະຫວ່າງ ແລະ ຄວາມກະລຸນາຂອງພຣະເຈົ້າ ແລະ ຂ້ານ້ອຍຂອບໃຈພຣະອົງສຳລັບສິ່ງນັ້ນ!” ມັນເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີທີ່ຈະຮຽນຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ? (ສິ່ງທີ່ດີ.) ຈາກບ່ອນນັ້ນ, ເຈົ້າຄວນສະແຫວງຫາວິທີການເວົ້າ ແລະ ກະທຳດ້ວຍຄວາມສຳນຶກ ແລະ ຄວາມເຊື່ອຟັງ, ວິທີການຢືນດ້ວຍຖານະຕຳແໜ່ງທີ່ເທົ່າທຽມກັບຄົນອື່ນ, ວິທີການປະຕິບັດຕໍ່ຄົນອື່ນຢ່າງເປັນທຳໂດຍບໍ່ມີຫັກຫ້າມພວກເຂົາ, ວິທີການພິຈາລະນາຄວາມສາມາດ, ຂອງປະທານ, ຈຸດແຂງຂອງພວກເຂົາຢ່າງຖືກຕ້ອງ ແລະ ອື່ນໆອີກ. ດ້ວຍວິທີນີ້, ເຊັ່ນດຽວກັບພູເຂົາທີ່ຖືກທຸບໃຫ້ກາຍເປັນຝຸ່ນ, ການຕີເທື່ອລະໜຶ່ງຄັ້ງ, ອຸປະນິໄສທີ່ອວດດີຂອງເຈົ້າຈະໄດ້ຮັບການແກ້ໄຂ. ຫຼັງຈາກນັ້ນ, ເມື່ອເຈົ້າມີປະຕິສຳພັນກັບຄົນອື່ນ ຫຼື ເຮັດວຽກກັບພວກເຂົາເພື່ອປະຕິບັດໜ້າທີ່, ເຈົ້າຈະສາມາດປະຕິບັດຕໍ່ມຸມມອງຂອງພວກເຂົາຢ່າງຖືກຕ້ອງ ແລະ ເອົາໃຈໃສ່ຢ່າງລະມັດລະວັງ ແລະ ໃກ້ຊິດໃນຂະນະທີ່ເຈົ້າຮັບຟັງພວກມັນ. ແລ້ວເມື່ອເຈົ້າໄດ້ຍິນພວກເຂົາເວົ້າເຖິງມຸມມອງທີ່ຖືກຕ້ອງ, ເຈົ້າຈະຄົ້ນພົບວ່າ “ມັນເບິ່ງຄືກັບວ່າຄວາມສາມາດຂອງຂ້ານ້ອຍບໍ່ໄດ້ດີທີ່ສຸດ. ຂໍ້ແທ້ຈິງກໍຄືທຸກຄົນມີຈຸດແຂງຂອງພວກເຂົາເອງ; ພວກເຂົາບໍ່ໄດ້ເປັນດ້ອຍກວ່າຂ້ານ້ອຍເລີຍ. ໃນເມື່ອກ່ອນ, ຂ້ານ້ອຍຄິດຢູ່ສະເໝີວ່າຂ້ານ້ອຍມີຄວາມສາມາດດີກວ່າຄົນອື່ນ. ນັ້ນຄືການຊົມເຊີຍຕົນເອງ ແລະ ຄວາມອວດດີທີ່ມີແນວຄິດແຄບ. ຂ້ານ້ອຍມີທັດສະນະຄະຕິທີ່ຈຳກັດຫຼາຍ, ຄືກັບກົບຢູ່ກົ້ນນໍ້າສ້າງ. ໂດຍຄິດວ່ານັ້ນຄືສິ່ງທີ່ຂາດຄວາມສຳນຶກແທ້ໆ, ມັນຊ່າງໄຮ້ຢາງອາຍ! ຂ້ານ້ອຍຕາບອດ ແລະ ຫູໜວກຍ້ອນອຸປະນິໄສທີ່ອວດດີຂອງຂ້ານ້ອຍ. ຄຳເວົ້າຂອງຂ້ານ້ອຍບໍ່ໄດ້ເຂົ້າຫູຂ້ອຍ ແລະ ຂ້ານ້ອຍຄິດວ່າຂ້ານ້ອຍດີກວ່າພວກເຂົາ, ຂ້ານ້ອຍເວົ້າຖືກ, ເມື່ອໃນຄວາມເປັນຈິງແລ້ວ ຂ້ານ້ອຍບໍ່ໄດ້ດີກວ່າພວກເຂົາຄົນໃດເລີຍ!” ຈາກນັ້ນເປັນຕົ້ນໄປ, ເຈົ້າຈະມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ຄວາມຮູ້ກ່ຽວກັບຂໍ້ບົກຜ່ອງຂອງເຈົ້າ ແລະ ວຸດທິພາວະເລັກນ້ອຍຂອງເຈົ້າ. ແລ້ວຫຼັງຈາກນັ້ນ, ເມື່ອເຈົ້າໂອ້ລົມກັບຄົນອື່ນ ເຈົ້າຈະຮັບຟັງມຸມມອງຂອງເຈົ້າຢ່າງໃກ້ຊິດ ແລະ ເຈົ້າຈະຮັບຮູ້ວ່າ “ມີຫຼາຍຄົນທີ່ດີກວ່າຂ້ານ້ອຍ. ສິ່ງທີ່ດີທີ່ສຸດກໍຄືຄວາມສາມາດ ແລະ ສັກກະຍາພາບຂອງຂ້ານ້ອຍໃນການເຂົ້າໃຈກໍຢູ່ໃນລະດັບປານກາງທັງສອງ”. ດ້ວຍການຮັບຮູ້ເຊັ່ນນີ້, ເຈົ້າຈະບໍ່ໄດ້ຮັບຄວາມສຳນຶກກ່ຽວກັບຕົນເອງເລັກນ້ອຍບໍ? ໂດຍການຜະເຊີນໜ້າກັບສິ່ງນີ້ ແລະ ການໄຕ່ຕອງກ່ຽວກັບຕົນເອງຕາມພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ, ເຈົ້າຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງເຊິ່ງຈະເລິກຊຶ້ງຍິ່ງຂຶ້ນ. ເຈົ້າຈະສາມາດເບິ່ງຜ່ານຄວາມຈິງໃນຄວາມເສື່ອມຊາມຂອງເຈົ້າ, ຄວາມທຸກຍາກ ແລະ ຄວາມເວດທະນາ, ຄວາມຂີ້ຮ້າຍທີ່ໜ້າສັງເວດຂອງເຈົ້າ ແລະ ໃນເວລານັ້ນ, ເຈົ້າຈະເບື່ອໜ່າຍຕົນເອງ ແລະ ກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ແລ້ວມັນຈະເປັນເລື່ອງງ່າຍທີ່ເຈົ້າຈະປະຖິ້ມຕົນເອງ. ນັ້ນຄືວິທີການທີ່ເຈົ້າຜະເຊີນພາລະກິດຂອງພຣະເຈົ້າ. ເຈົ້າຕ້ອງໄຕ່ຕອງກ່ຽວກັບການສະແດງອອກຄວາມເສື່ອມຊາມຂອງເຈົ້າຕາມພຣະທຳຂອງພຣະເຈົ້າ. ໂດຍສະເພາະແລ້ວ, ຫຼັງຈາກທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມໃນສະຖານະການປະເພດໃດໜຶ່ງ, ເຈົ້າຕ້ອງໄຕ່ຕອງ ແລະ ຮູ້ຈັກຕົນເອງຢູ່ເລື້ອຍໆ. ແລ້ວມັນຈະເປັນເລື່ອງງ່າຍສຳລັບເຈົ້າທີ່ຈະເຫັນແກ່ນແທ້ທີ່ເສື່ອມຊາມຂອງເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສາມາດກຽດຊັງຄວາມເສື່ອມຊາມຂອງເຈົ້າ, ເນື້ອໜັງຂອງເຈົ້າ ແລະ ຊາຕານຈາກຫົວໃຈ. ແລ້ວຈາກຫົວໃຈ, ເຈົ້າຈະສາມາດຮັກ ແລະ ດິ້ນຮົນຫາຄວາມຈິງ. ດ້ວຍວິທີນີ້, ອຸປະນິໄສທີ່ອວດດີຂອງເຈົ້າຈະຫຼຸດລົງຢ່າງຕໍ່ເນື່ອງ ແລະ ເຈົ້າຈະປະຖິ້ມມັນເທື່ອລະໜ້ອຍ. ເຈົ້າຈະໄດ້ຮັບຄວາມສຳນຶກຫຼາຍຂຶ້ນເລື້ອຍໆ ແລະ ມັນຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຍອມຕໍ່ພຣະເຈົ້າ. ໃນສາຍຕາຂອງຄົນອື່ນ, ເຈົ້າຈະປາກົດວ່າໝັ້ນຄົງຫຼາຍກວ່າ ແລະ ມີພື້ນຖານຫຼາຍກວ່າ ແລະ ເຈົ້າຈະປາກົດວ່າເວົ້າຢ່າງກົງໄປກົງມາຫຼາຍຂຶ້ນ. ເຈົ້າຈະສາມາດຮັບຟັງຄົນອື່ນ ແລະ ເຈົ້າຈະໃຫ້ພວກເຂົາມີເວລາເວົ້າ. ເມື່ອຄົນອື່ນເວົ້າຖືກ, ມັນຈະເປັນເລື່ອງງ່າຍທີ່ເຈົ້າຈະຍອມຮັບຄຳເວົ້າຂອງພວກເຂົາ ແລະ ການມີປະຕິສຳພັນຂອງເຈົ້າກັບຜູ້ຄົນຈະບໍ່ອິດເມື່ອຍຫຼາຍ. ເຈົ້າຈະສາມາດໃຫ້ການຮ່ວມມືຢ່າງສະໝານສັນກັບຄົນໃດໜຶ່ງ. ຖ້ານີ້ຄືວິທີການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າຈະບໍ່ມີຄວາມສຳນຶກ ແລະ ຄວາມເປັນມະນຸດບໍ? ນັ້ນຄືວິທີການແກ້ໄຂອຸປະນິໄສທີ່ເສື່ອມຊາມປະເພດນີ້.
ໃຫ້ພວກເຮົາໂອ້ລົມກັນໜ້ອຍໜຶ່ງໃນຕອນນີ້ກ່ຽວກັບວິທີການແກ້ໄຂອຸປະນິໄສທີ່ເສື່ອມຊາມຜ່ານບັນຫາອຸປະນິໄສດື້ດ້ານທີ່ເຮົາຫາກໍເວົ້າເຖິງ. ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມ, ຄົນໆໜຶ່ງຕ້ອງສາມາດຍອມຮັບຄວາມຈິງກ່ອນ. ການຍອມຮັບຄວາມຈິງກໍຄືການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ມັນແມ່ນການຍອມຮັບພຣະທຳຂອງພຣະອົງທີ່ເປີດໂປງແກ່ນແທ້ໃນຄວາມເສື່ອມຊາມຂອງມະນຸດ. ຖ້າເຈົ້າມາຮູ້ຈັກ ແລະ ວິເຄາະການສະແດງຄວາມເສື່ອມຊາມຂອງເຈົ້າ, ສະພາວະທີ່ເສື່ອມຊາມຂອງເຈົ້າ ແລະ ເຈດຕະນາ ແລະ ພຶດຕິກຳທີ່ເສື່ອມຊາມຂອງເຈົ້າບົນພື້ນຖານພຣະທຳຂອງພຣະເຈົ້າ ແລະ ເຈົ້າຈະສາມາດປົກປິດແກ່ນແທ້ໃນບັນຫາຂອງເຈົ້າ, ແລ້ວເຈົ້າຈະໄດ້ຮັບຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າໄດ້ເລີ່ມຂະບວນການແກ້ໄຂບັນຫານີ້. ອີກຢ່າງ, ຖ້າເຈົ້າບໍ່ປະຕິບັດດ້ວຍວິທີນີ້, ເຈົ້າຈະບໍ່ພຽງແຕ່ບໍ່ສາມາດແກ້ໄຂອຸປະນິໄສທີ່ດື້ດ້ານຂອງເຈົ້າ, ເຈົ້າຍັງຈະບໍ່ມີທາງລຶບລ້າງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ທຸກຄົນມີອຸປະນິໄສເສື່ອມຊາມຫຼາຍຢ່າງ. ຄົນໆໜຶ່ງຄວນເລີ່ມຕົ້ນແກ້ໄຂພວກມັນຢູ່ບ່ອນໃດ? ໃນຕອນທຳອິດ, ຄົນໆໜຶ່ງຕ້ອງແກ້ໄຂຄວາມດື້ດ້ານຂອງພວກເຂົາ, ຍ້ອນອຸປະນິໄສທີ່ດື້ດ້ານຂັດຂວາງຜູ້ຄົນຈາກການຍັບເຂົ້າໃກ້ພຣະເຈົ້າ, ການສະແຫວງຫາຄວາມຈິງ ແລະ ການຍອມຕໍ່ພຣະເຈົ້າ. ຄວາມດື້ດ້ານຄືອຸປະສັກໃຫຍ່ທີ່ສຸດໃນຄຳອະທິຖານ ແລະ ການໂອ້ລົມຂອງມະນຸດກັບພຣະເຈົ້າ; ມັນເປັນສິ່ງທີ່ແຊກແຊງຄວາມສຳພັນທີ່ເປັນປົກກະຕິຂອງມະນຸດກັບພຣະເຈົ້າຫຼາຍທີ່ສຸດ. ຫຼັງຈາກທີ່ເຈົ້າໄດ້ແກ້ໄຂອຸປະນິໄສທີ່ດື້ດ້ານຂອງເຈົ້າ, ຄົນອື່ນຈະແກ້ໄຂໄດ້ງ່າຍ. ການແກ້ໄຂອຸປະນິໄສທີ່ເສື່ອມຊາມເລີ່ມຕົ້ນດ້ວຍການໄຕ່ຕອງກ່ຽວກັບຕົນເອງ ແລະ ການຮູ້ຈັກຕົນເອງ. ແກ້ໄຂອຸປະນິໄສເສື່ອມຊາມໃດກໍຕາມທີ່ເຈົ້າຮັບຮູ້, ຍິ່ງເຈົ້າໄດ້ຮັບຄວາມຮູ້ກ່ຽວກັບອຸປະນິໄສເຫຼົ່ານັ້ນຫຼາຍສໍ່າໃດ, ເຈົ້າກໍສາມາດແກ້ໄຂໄດ້ຫຼາຍສໍ່ານັ້ນ; ຍິ່ງເຈົ້າຮູ້ກ່ຽວກັບພວກມັນຫຼາຍສໍ່າໃດ, ເຈົ້າກໍສາມາດແກ້ໄຂພວກມັນໄດ້ຢ່າງຖີ່ຖ້ວນສໍ່ານັ້ນ. ນີ້ຄືຂະບວນການແກ້ໄຂອຸປະນິໄສທີ່ເສື່ອມຊາມ; ມັນເກີດຂຶ້ນໂດຍການອະທິຖານຫາພຣະເຈົ້າ ແລະ ໂດຍການໄຕ່ຕອງ ແລະ ການຮູ້ຈັກຕົນເອງ ແລະ ການວິເຄາະແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງຜ່ານພຣະທຳຂອງພຣະເຈົ້າ, ຈົນກວ່າຄົນໆນັ້ນຈະສາມາດປະຖິ້ມເນື້ອໜັງ ແລະ ປະຕິບັດຄວາມຈິງ. ການຮູ້ຈັກແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ແມ່ນໜ້າວຽກງ່າຍໆ. ການຮູ້ຈັກຕົວເຈົ້າເອງບໍ່ແມ່ນການເວົ້າຢ່າງກວ້າງໆວ່າ “ຂ້ານ້ອຍເປັນບຸກຄົນເສື່ອມຊາມ; ຂ້ານ້ອຍເປັນມານຮ້າຍ; ຂ້ານ້ອຍເປັນລູກຫຼານຂອງຊາຕານ, ທາຍາດຂອງມັງກອນແດງໃຫຍ່; ຂ້ານ້ອຍຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ; ຂ້ານ້ອຍເປັນສັດຕູຂອງພຣະອົງ”. ການໂອ້ລົມດັ່ງກ່າວບໍ່ຈຳເປັນຕ້ອງໝາຍຄວາມວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເສື່ອມຊາມຂອງເຈົ້າເອງ. ເຈົ້າອາດຮຽນຮູ້ຄຳເວົ້າເຫຼົ່ານັ້ນຈາກຄົນອື່ນ ແລະ ບໍ່ຮູ້ຈັກຫຼາຍກ່ຽວກັບຕົວເຈົ້າເອງ. ການຮູ້ຈັກຕົນເອງຢ່າງແທ້ຈິງແມ່ນບໍ່ໄດ້ອີງໃສ່ການຮຽນຮູ້ ຫຼື ການພິພາກສາຂອງມະນຸດ, ມັນແມ່ນອີງໃສ່ພຣະທຳຂອງພຣະເຈົ້າ, ມັນເປັນການເຫັນເຖິງຜົນສະທ້ອນຈາກອຸປະນິໄສທີ່ເສື່ອມຊາມ ແລະ ການທົນທຸກທີ່ເຈົ້າໄດ້ຜະເຊີນໂດຍເປັນຜົນມາຈາກອຸປະນິໄສເຫຼົ່ານັ້ນ, ຮູ້ສຶກວ່າອຸປະນິໄສທີ່ເສື່ອມຊາມບໍ່ພຽງແຕ່ທຳຮ້າຍເຈົ້າ, ແຕ່ຍັງທຳຮ້າຍຄົນອື່ນ. ມັນເປັນການເບິ່ງຜ່ານຂໍ້ແທ້ຈິງທີ່ອຸປະນິໄສເສື່ອມຊາມເກີດຂຶ້ນໃນຊາຕານ, ພວກມັນເປັນພິດ ແລະ ປັດຊະຍາຂອງຊາຕານ ແລະ ພວກມັນບໍ່ເປັນມິດກັບຄວາມຈິງ ແລະ ພຣະເຈົ້າຢ່າງສິ້ນເຊີງ. ເມື່ອເຈົ້າໄດ້ເຫັນຜ່ານບັນຫານີ້, ເຈົ້າຈະມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຫຼັງຈາກທີ່ບາງຄົນຮັບຮູ້ວ່າພວກເຂົາເປັນຊາຕານທີ່ຊົ່ວຮ້າຍ, ພວກເຂົາຍັງບໍ່ຍອມຮັບການຖືກລິຮານ ແລະ ການຖືກຈັດການ. ພວກເຂົາບໍ່ຍອມຮັບວ່າພວກເຂົາເຮັດບາງຢ່າງທີ່ຜິດ ຫຼື ລະເມີດຄວາມຈິງ. ມັນເປັນຫຍັງກັບພວກເຂົາ? ພວກເຂົາຍັງບໍ່ຮູ້ຈັກພວກເຂົາເອງ. ບາງຄົນເວົ້າວ່າພວກເຂົາເປັນຊາຕານທີ່ຊົ່ວຮ້າຍ, ແຕ່ຖ້າເຈົ້າຕ້ອງຖາມພວກເຂົາວ່າ “ເປັນຫຍັງທ່ານຈຶ່ງເວົ້າວ່າທ່ານເປັນຊາຕານທີ່ຊົ່ວຮ້າຍ?” ພວກເຂົາຈະບໍ່ສາມາດຕອບກັບໄດ້. ສິ່ງນີ້ຈະສະແດງໃຫ້ເຫັນວ່າພວກເຂົາບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ຖ້າພວກເຂົາສາມາດເຫັນວ່າທຳມະຊາດຂອງພວກເຂົາເປັນທຳມະຊາດຂອງມານຮ້າຍ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຄືອຸປະນິໄສຂອງຊາຕານ ແລະ ຍອມຮັບວ່າພວກເຂົາເປັນມານຮ້າຍ, ເປັນຊາຕານ, ແລ້ວພວກເຂົາຈະມາຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາເອງ. ການຮູ້ຈັກຕົນເອງຢ່າງແທ້ຈິງແມ່ນບັນລຸຜ່ານການເປີດໂປງ, ການພິພາກສາ, ການປະຕິບັດ ແລະ ປະສົບການກັບພຣະທຳຂອງພຣະເຈົ້າ. ມັນແມ່ນບັນລຸຜ່ານການເຂົ້າໃຈຄວາມຈິງ. ຖ້າບຸກຄົນໜຶ່ງບໍ່ເຂົ້າໃຈຄວາມຈິງ, ແລ້ວບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມກ່ຽວກັບຄວາມຮູ້ກ່ຽວກັບພວກເຂົາເອງ, ມັນບໍ່ມີຄວາມໝາຍ ແລະ ໃຊ້ງານຈິງບໍ່ໄດ້, ເພາະພວກເຂົາບໍ່ສາມາດຊອກຫາ ຫຼື ເຂົ້າໃຈສິ່ງເຫຼົ່ານັ້ນທີ່ເປັນຮາກເຫງົ້າ ແລະ ຈຳເປັນ. ເພື່ອທີ່ຈະຮູ້ຈັກຕົນເອງ, ຄົນໆໜຶ່ງຕ້ອງຮັບຮູ້ວ່າພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມໃດໃນກໍລະນີສະເພາະ, ເຈດຕະນາຂອງພວກເຂົາແມ່ນຫຍັງ, ພວກເຂົາປະພຶດແນວໃດ, ພວກເຂົາຖືກເຈືອປົນດ້ວຍຫຍັງ ແລະ ເປັນຫຍັງພວກເຂົາຈຶ່ງບໍ່ສາມາດຍອມຮັບຄວາມຈິງ. ພວກເຂົາຕ້ອງສາມາດລະບຸສິ່ງເຫຼົ່ານີ້ຢ່າງຊັດເຈນ, ມີພຽງແຕ່ເມື່ອນັ້ນເອງ ພວກເຂົາຈຶ່ງຮູ້ຈັກຕົນເອງ. ເມື່ອບາງຄົນປະສົບກັບການຖືກລິຮານ ແລະ ການຖືກຈັດການ, ພວກເຂົາກໍຍອມຮັບວ່າພວກເຂົາເບື່ອໜ່າຍຄວາມຈິງ, ພວກເຂົາມີຄວາມສົງໄສ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ພວກເຂົາຕັ້ງທ່າລະວັງພຣະອົງ. ພວກເຂົາຍັງຮັບຮູ້ວ່າພຣະທຳທັງໝົດຂອງພຣະເຈົ້າທີ່ພິພາກສາ ແລະ ເປີດໂປງມະນຸດແມ່ນເປັນຈິງ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບຕົນເອງ. ແຕ່ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ເພາະພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ຄວາມຮູ້ກ່ຽວກັບພວກເຂົາເອງຈຶ່ງມີຕໍ່າພໍສົມຄວນ. ຖ້າຄົນໃດໜຶ່ງພຽງແຕ່ຮັບຮູ້ຄວາມເສື່ອມຊາມຂອງພວກເຂົາເອງ ແຕ່ບໍ່ໄດ້ຄົ້ນພົບຕົ້ນພໍຂອງບັນຫາ, ຄວາມສົງໄສ, ຄວາມເຂົ້າໃຈຜິດ ແລະ ການທີ່ພວກເຂົາຕັ້ງທ່າລະວັງພຣະເຈົ້າຈະສາມາດໄດ້ຮັບການແກ້ໄຂບໍ? ບໍ່, ພວກເຂົາບໍ່ສາມາດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງການຮູ້ຈັກຕົນເອງຈຶ່ງມີຫຼາຍກວ່າພຽງແຕ່ການຮັບຮູ້ຄວາມເສື່ອມຊາມ ແລະ ບັນຫາຂອງຄົນໆໜຶ່ງ, ຄົນໆນັ້ນຍັງຕ້ອງເຂົ້າໃຈຄວາມຈິງ ແລະ ແກ້ໄຂບັນຫາໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢູ່ທີ່ຮາກເຫງົ້າຂອງມັນ. ນັ້ນຄືວິທີດຽວທີ່ຈະເບິ່ງຜ່ານຄວາມຈິງໃນຄວາມເສື່ອມຊາມຂອງຄົນໆໜຶ່ງ ແລະ ບັນລຸການກັບໃຈຢ່າງແທ້ຈິງ. ເມື່ອຄົນທີ່ຮັກຄວາມຈິງມາຮູ້ຈັກຕົນເອງ, ພວກເຂົາຍັງສາມາດສະແຫວງຫາ ແລະ ເຂົ້າໃຈຄວາມຈິງທີ່ຈະແກ້ໄຂບັນຫາຂອງພວກເຂົາ. ມີພຽງແຕ່ການຮູ້ຈັກຕົນເອງປະເພດນີ້ຈຶ່ງສົ່ງຜົນ. ເມື່ອໃດກໍຕາມທີ່ບຸກຄົນໜຶ່ງທີ່ຮັກຄວາມຈິງໄດ້ອ່ານວະລີໃນພຣະທຳຂອງພຣະເຈົ້າທີ່ເປີດເຜີຍ ແລະ ພິພາກສາມະນຸດ, ກ່ອນອື່ນໝົດ ພວກເຂົາມີຄວາມເຊື່ອວ່າພຣະທຳຂອງພຣະເຈົ້າທີ່ເປີດເຜີຍມະນຸດແມ່ນເປັນຈິງ ແລະ ມີຂໍ້ແທ້ຈິງ ແລະ ພຣະທຳຂອງພຣະເຈົ້າທີ່ພິພາກສາມະນຸດຄືຄວາມຈິງ ແລະ ພວກມັນສະແດງເຖິງຄວາມຊອບທຳຂອງພຣະເຈົ້າ. ຜູ້ຮັກຄວາມໄວ້ວາງໃຈຕ້ອງສາມາດຮັບຮູ້ສິ່ງນີ້ເປັນຢ່າງໜ້ອຍ. ຖ້າຄົນໃດໜຶ່ງບໍ່ເຊື່ອພຣະທຳຂອງພຣະເຈົ້າເລີຍ ແລະ ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າທີ່ເປີດໂປງ ແລະ ພິພາກສາມະນຸດຄືຂໍ້ແທ້ຈິງ ແລະ ຄວາມຈິງ, ພວກເຂົາສາມາດຮູ້ຈັກຕົນເອງຜ່ານພຣະທຳຂອງພຣະອົງບໍ? ບໍ່ຢ່າງແນ່ນອນ, ເຖິງແມ່ນວ່າພວກເຂົາປາຖະໜາທີ່ຈະຮູ້, ພວກເຂົາກໍບໍ່ສາມາດຮູ້ໄດ້. ຖ້າເຈົ້າສາມາດໜັກແໜ້ນໃນຄວາມເຊື່ອຂອງເຈົ້າທີ່ວ່າພຣະທຳທັງໝົດຂອງພຣະເຈົ້າເປັນຄວາມຈິງ ແລະ ເຊື່ອພວກເຂົາທຸກຄົນ, ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ ຫຼື ລັກສະນະການເວົ້າຂອງພຣະອົງຈະເປັນແນວໃດກໍຕາມ, ຖ້າເຈົ້າສາມາດເຊື່ອ ແລະ ຍອມຮັບພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈພວກມັນ, ມັນຈະເປັນເລື່ອງງ່າຍສຳລັບເຈົ້າທີ່ຈະໄຕ່ຕອງ ແລະ ຮູ້ຈັກຕົນເອງຜ່ານພຣະທຳເຫຼົ່ານັ້ນ. ການໄຕ່ຕອງກ່ຽວກັບຕົນເອງຕ້ອງອີງໃສ່ຄວາມຈິງ. ນັ້ນຄືສິ່ງທີ່ຢູ່ເໜືອຂໍ້ສົງໄສ. ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງ, ບໍ່ມີຄຳເວົ້າໃດຂອງມະນຸດ ແລະ ບໍ່ມີຄຳເວົ້າໃດຂອງຊາຕານທີ່ເປັນຄວາມຈິງ. ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມດ້ວຍການຮຽນຮູ້, ການສອນ ແລະ ທິດສະດີທຸກປະເພດເປັນເວລາຫຼາຍພັນປີ ແລະ ຜູ້ຄົນເລີ່ມມຶນຊາ ແລະ ໂງ່ຈ້າທີ່ພວກເຂົາບໍ່ພຽງແຕ່ຂາດການຮູ້ຈັກຕົນເອງແມ່ນແຕ່ໜ້ອຍດຽວ, ແຕ່ພວກເຂົາເຖິງກັບມືຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ ແລະ ປະຕິເສດທີ່ຈະຍອມຮັບຄວາມຈິງ. ມະນຸດເຊັ່ນນີ້ແມ່ນບໍ່ສາມາດໄຖ່ຄືນໄດ້. ຄົນທີ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າເຊື່ອວ່າມີພຽງແຕ່ພຣະທຳຂອງພຣະອົງທີ່ເປັນຄວາມຈິງ, ພວກເຂົາສາມາດຮູ້ຈັກຕົນເອງບົນພື້ນຖານພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ແລະ ດັ່ງນັ້ນກໍບັນລຸການກັບໃຈຢ່າງແທ້ຈິງ. ບາງຄົນບໍ່ສະແຫວງຫາຄວາມຈິງ; ພວກເຂົາອີງການໄຕ່ຕອງຕົນເອງຂອງພວກເຂົາໃສ່ການຮຽນຮູ້ຂອງມະນຸດເທົ່ານັ້ນ ແລະ ພວກເຂົາບໍ່ຍອມຮັບຫຍັງຫຼາຍກວ່າພຶດຕິກຳທີ່ຜິດບາບ ແລະ ໃນຕະຫຼອດເວລາ ພວກເຂົາກໍບໍ່ສາມາດເຫັນຜ່ານແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາເອງ. ຄວາມຮູ້ດັ່ງກ່າວກ່ຽວກັບຕົນເອງເປັນຄວາມພະຍາຍາມທີ່ໄຮ້ຜົນ ແລະ ມັນບໍ່ສົ່ງຜົນຫຍັງ. ຄົນໆໜຶ່ງຕ້ອງອີງການໄຕ່ຕອງກ່ຽວກັບຕົນເອງຂອງພວກເຂົາໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກທີ່ໄຕ່ຕອງ, ພວກເຂົາກໍເລີ່ມມາຮູ້ຈັກອຸປະນິໄສເສື່ອມຊາມທີ່ພວກເຂົາເປີດເຜີຍເທື່ອລະໜ້ອຍ. ຄົນໆໜຶ່ງຕ້ອງສາມາດວັດແທກ ແລະ ຮູ້ຈັກຂໍ້ບົກຜ່ອງຂອງພວກເຂົາ, ແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆ, ທັດສະນະຄະຕິ ແລະ ຄຸນຄ່າໃນຊີວິດຂອງພວກເຂົາ, ອີງໃສ່ຄວາມຈິງ ແລະ ຫຼັງຈາກນັ້ນກໍມາປະເມີນຢ່າງຖືກຕ້ອງ ແລະ ຕັດສິນທຸກສິ່ງນີ້. ດ້ວຍວິທີນີ້, ພວກເຂົາສາມາດຮັບເອົາຄວາມຮູ້ກ່ຽວກັບພວກເຂົາເອງເທື່ອລະໜ້ອຍ. ແຕ່ການຮູ້ຕົນເອງຍິ່ງເລິກຊຶ້ງຂຶ້ນເມື່ອຄົນໆໜຶ່ງມີປະສົບການຫຼາຍຂຶ້ນໃນຊີວິດ ແລະ ກ່ອນທີ່ຄົນໆໜຶ່ງຈະໄດ້ຮັບຄວາມຈິງ, ມັນກໍຈະເປັນໄປບໍ່ໄດ້ທີ່ພວກເຂົາຈະເບິ່ງຜ່ານທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາຢ່າງສິ້ນເຊີງ. ຖ້າບຸກຄົນໜຶ່ງຮູ້ຈັກຕົນເອງຢ່າງແທ້ຈິງ, ພວກເຂົາສາມາດເຫັນວ່າມະນຸດທີ່ເສື່ອມຊາມເປັນລູກຫຼານ ແລະ ຮ່າງປາກົດຂອງຊາຕານແທ້ໆ. ພວກເຂົາຈະຮູ້ສຶກວ່າພວກເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາບໍ່ຄູ່ຄວນກັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງ ແລະ ພວກເຂົາຈະສາມາດຄຸເຂົ່າລົງຕໍ່ໜ້າພຣະອົງຢ່າງສົມບູນ. ມີພຽງແຕ່ຄົນທີ່ສາມາດມີຄວາມຮູ້ໃນລະດັບດັ່ງກ່າວຈຶ່ງຮູ້ຈັກຕົນເອງຢ່າງແທ້ຈິງ. ການຮູ້ຈັກຕົນເອງເປັນເງື່ອນໄຂລ່ວງໜ້າສຳລັບການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າຄົນໃດໜຶ່ງຕ້ອງການປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ, ພວກເຂົາຕ້ອງຮູ້ຈັກຕົນເອງ. ທຸກຄົນທີ່ມີອຸປະນິໄສທີ່ເສື່ອມຊາມ ແລະ ໂດຍບໍ່ຄຳນຶງເຖິງຕົນເອງ ພວກເຂົາຖືກຜູກມັດ ແລະ ຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຢູ່ສະເໝີ. ພວກເຂົາສາມາດປະຕິບັດຄວາມຈິງ ຫຼື ເຊື່ອຟັງພຣະເຈົ້າ. ສະນັ້ນຖ້າພວກເຂົາປາຖະໜາທີ່ຈະເຮັດສິ່ງເຫຼົ່ານີ້, ພວກເຂົາຕ້ອງຮູ້ຈັກຕົນເອງກ່ອນ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຜ່ານຂະບວນການແກ້ໄຂອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດເຂົ້າໃຈຄວາມຈິງ ແລະ ຮັບເອົາຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງແຕ່ຕອນນັ້ນເອງ, ຄົນໆໜຶ່ງຈຶ່ງສາມາດຍອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ. ນີ້ຄືວິທີການທີ່ຄົນໆໜຶ່ງຮັບເອົາຄວາມຈິງ. ຂະບວນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງເປັນຂະບວນການທີ່ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ. ສະນັ້ນຄົນໆໜຶ່ງຕ້ອງເຮັດຫຍັງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ? ກ່ອນອື່ນໝົດ, ຄົນໆໜຶ່ງຕ້ອງຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ. ໂດຍສະເພາະແລ້ວ, ສິ່ງນີ້ໝາຍຄວາມເຖິງການຮູ້ຈັກວ່າອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງເກີດຂຶ້ນໄດ້ແນວໃດ ແລະ ຄຳເວົ້າຕົວະ ແລະ ຄວາມເຊື່ອຜິດໆໃດຂອງຊາຕານທີ່ພວກເຂົາຍອມຮັບໄດ້ກໍ່ໃຫ້ເກີດອຸປະນິໄສທີ່ເສື່ອມຊາມນັ້ນ. ຫຼັງຈາກທີ່ຄົນໆໜຶ່ງມາເຂົ້າໃຈສາເຫດຮາກເຫງົ້າເຫຼົ່ານີ້ຢ່າງສົມບູນບົນພື້ນຖານພຣະທຳຂອງພຣະເຈົ້າ ແລະ ມີການແຍກແຍະກ່ຽວກັບພວກມັນ, ພວກເຂົາຈຶ່ງບໍ່ເຕັມໃຈທີ່ຈະໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອີກຕໍ່ໄປ, ພວກເຂົາຈະຕ້ອງການຍອມຕໍ່ພຣະເຈົ້າ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງເທົ່ານັ້ນ. ເມື່ອໃດກໍຕາມທີ່ພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈະສາມາດຮັບຮູ້ມັນ, ປະຕິເສດມັນ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ໂດຍການປະຕິບັດ ແລະ ການຜະເຊີນໜ້າໃນລັກສະນະນີ້, ພວກເຂົາຈຶ່ງຈະປະຖິ້ມອຸປະນິໄສທີ່ເສື່ອມຊາມທັງໝົດຂອງພວກເຂົາຊ້າໆ.
ບາງຄົນເວົ້າວ່າ “ເມື່ອຂ້ານ້ອຍອ່ານພຣະທຳແຫ່ງການເປີດໂປງ ແລະ ການພິພາກສາຂອງພຣະເຈົ້າ, ຂ້ານ້ອຍໄດ້ໄຕ່ຕອງກ່ຽວກັບຕົນເອງ ແລະ ຮັບຮູ້ວ່າຂ້ານ້ອຍອວດດີ, ຫຼອກລວງ, ເຫັນແກ່ຕົວ, ຊົ່ວຮ້າຍ, ດື້ດ້ານ ແລະ ປາສະຈາດຄວາມເປັນມະນຸດ”. ມີບາງຄົນທີ່ເຖິງກັບເວົ້າວ່າພວກເຂົາອວດດີທີ່ສຸດ, ພວກເຂົາເປັນສັດຮ້າຍ, ພວກເຂົາເປັນຊາຕານທີ່ຊົ່ວຮ້າຍ. ສິ່ງນີ້ເປັນການຮູ້ຈັກຕົນເອງຢ່າງແທ້ຈິງບໍ? ຖ້າພວກເຂົາເວົ້າຈາກຫົວໃຈ ແລະ ບໍ່ເປັນພຽງການຄັດລອກບາງສິ່ງ, ແລ້ວມັນກໍສະແດງໃຫ້ເຫັນວ່າພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບຕົນເອງເປັນຢ່າງໜ້ອຍ, ຄຳຖາມດຽວກໍຄືມັນມີໜ້ອຍ ຫຼື ຫຼາຍ. ຖ້າພວກເຂົາຄັດລອກບາງຢ່າງ, ເວົ້າຊໍ້າຄຳເວົ້າຂອງຄົນອື່ນ, ແລ້ວນັ້ນບໍ່ແມ່ນການຮູ້ຈັກຕົນເອງຢ່າງແທ້ຈິງ. ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງຕ້ອງເປັນຮູບປະທຳ, ລົງເລິກໃນທຸກເລື່ອງ ແລະ ທຸກສະພາວະ, ສິ່ງນີ້ໝາຍເຖິງລາຍລະອຽດຕ່າງໆ ເຊັ່ນ: ສະພາວະ, ການສະແດງອອກ, ພຶດຕິກຳ, ຄວາມຄິດ ແລະ ແນວຄິດທີ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມ. ມີພຽງແຕ່ເມື່ອນັ້ນເອງ, ຄົນໆໜຶ່ງຈະສາມາດມາຮູ້ຈັກຕົນເອງຢ່າງແທ້ຈິງ.ແລ້ວເມື່ອບຸກຄົນໜຶ່ງຮູ້ຈັກຕົນເອງຢ່າງແທ້ຈິງ, ຫົວໃຈຂອງພວກເຂົາຈຶ່ງຈະເຕັມໄປດ້ວຍຄວາມສຳນຶກຜິດ ແລະ ພວກເຂົາຈະສາມາດກັບໃຈຢ່າງແທ້ຈິງ. ແມ່ນຫຍັງຄືສິ່ງທຳອິດທີ່ຄົນໆໜຶ່ງຕ້ອງປະຕິບັດເພື່ອກັບໃຈ? (ຄົນໆໜຶ່ງຕ້ອງຍອມຮັບຂໍ້ຜິດພາດຂອງພວກເຂົາ.) “ການຍອມຮັບຂໍ້ຜິດພາດຂອງພວກເຂົາ” ບໍ່ແມ່ນວິທີຖືກຕ້ອງໃນການສະແດງສິ່ງນີ້ອອກ; ໃນທາງກົງກັນຂ້າມ, ມັນເປັນເລື່ອງການຮັບຮູ້ ແລະ ການຮູ້ຈັກວ່າຄົນໆໜຶ່ງມີອຸປະນິໄສທີ່ເສື່ອມຊາມໃດໜຶ່ງ. ຖ້າຄົນໆໜຶ່ງເວົ້າວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເປັນຂໍ້ຜິດພາດປະເພດໜຶ່ງ, ພວກເຂົາກໍເຂົ້າໃຈຜິດ. ອຸປະນິໄສທີ່ເສື່ອມຊາມເປັນສິ່ງທີ່ເປັນຂອງທຳມະຊາດຂອງຄົນໆໜຶ່ງ, ເປັນສິ່ງທີ່ຄວບຄຸມບຸກຄົນ. ມັນບໍ່ແມ່ນສິ່ງດຽວກັນກັບຂໍ້ຜິດພາດພຽງຄັ້ງດຽວ. ຫຼັງຈາກທີ່ເປີດເຜີຍຄວາມເສື່ອມຊາມ, ບາງຄົນກໍອະທິຖານຫາພຣະເຈົ້າ: “ໂອ ພຣະເຈົ້າ, ຂ້ານ້ອຍໄດ້ເຮັດຜິດ. ຂ້ານ້ອຍຂໍໂທດ”. ນີ້ຄືສິ່ງທີ່ບໍ່ຖືກຕ້ອງ. “ການຍອມຮັບຄວາມຜິດບາບ” ຈະເໝາະສົມຫຼາຍຂຶ້ນ. ວິທີການສະເພາະທີ່ຜູ້ຄົນປະຕິບັດການກັບໃຈແມ່ນໂດຍການຮູ້ຈັກຕົນເອງ ແລະ ການແກ້ໄຂບັນຫາຂອງພວກເຂົາ. ເມື່ອບຸກຄົນໜຶ່ງເປີດເຜີຍອຸປະນິໄສທີ່ເສື່ອມຊາມ ຫຼື ກະທຳການຝ່າຝືນ ແລະ ຮັບຮູ້ວ່າພວກເຂົາກຳລັງຕໍ່ຕ້ານພຣະເຈົ້າ ແລະ ກະຕຸ້ນໃຫ້ພຣະອົງກຽດຊັງ, ແລ້ວພວກເຂົາຄວນໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງພາຍໃນພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ. ໃນພາຍຫຼັງ, ພວກເຂົາຈະໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຮັບຮູ້ວ່າມັນມາຈາກພິດ ແລະ ຄວາມເສື່ອມຊາມຂອງຊາຕານ. ຫຼັງຈາກນັ້ນ, ເມື່ອພວກເຂົາຄົ້ນພົບຫຼັກການສຳລັບການປະຕິບັດຄວາມຈິງ ແລະ ສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ, ສິ່ງນີ້ຄືການກັບໃຈຢ່າງແທ້ຈິງ. ບໍ່ວ່າບຸກຄົນໜຶ່ງຈະເປີດເຜີຍຄວາມເສື່ອມຊາມຫຍັງກໍຕາມ, ຖ້າພວກເຂົາສາມາດຮູ້ກ່ອນເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ ແລະ ມາປະຕິບັດຄວາມຈິງ, ນັ້ນຄືການກັບໃຈຢ່າງແທ້ຈິງ. ບາງຄົນຮູ້ໜ້ອຍໜຶ່ງກ່ຽວກັບຕົນເອງ, ແຕ່ບໍ່ມີສັນຍານການກັບໃຈພາຍໃນພວກເຂົາ ຫຼື ບໍ່ມີຄຳພະຍານໃນການທີ່ພວກເຂົາປະຕິບັດຄວາມຈິງ. ຖ້າພວກເຂົາຍັງບໍ່ມີການປ່ຽນແປງຫຼັງຈາກທີ່ໄດ້ຮັບຄວາມຮູ້ກ່ຽວກັບຕົນເອງ, ສິ່ງນັ້ນກໍຫ່າງຈາກການກັບໃຈຢ່າງແທ້ຈິງ. ເພື່ອບັນລຸການກັບໃຈຢ່າງແທ້ຈິງ, ຄົນໆໜຶ່ງຕ້ອງແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ສະນັ້ນ, ຄົນໆໜຶ່ງຄວນປະຕິບັດ ແລະ ເຂົ້າສູ່ເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແນວໃດເປັນການສະເພາະ? ນີ້ແມ່ນຕົວຢ່າງ. ຜູ້ຄົນມີອຸປະນິໄສທີ່ຫຼອກລວງ, ພວກເຂົາເວົ້າຕົວະ ແລະ ສໍ້ໂກງຢູ່ສະເໝີ. ຖ້າເຈົ້າຮັບຮູ້ສິ່ງນັ້ນ, ແລ້ວຫຼັກການປະຕິບັດທີ່ງ່າຍທີ່ສຸດ ແລະ ກົງໄປກົງມາທີ່ສຸດເພື່ອແກ້ໄຂຄວາມຫຼອກລວງຂອງເຈົ້າຄືການເປັນຄົນຊື່ສັດ, ການເວົ້າຄວາມຈິງ ແລະ ການເຮັດສິ່ງທີ່ຊື່ສັດ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແຕ່ໃຫ້ການສື່ສານຂອງເຈົ້າເປັນ ແມ່ນແລ້ວ, ແມ່ນແລ້ວ; ບໍ່ແມ່ນ, ບໍ່ແມ່ນ”. ເພື່ອເປັນຄົນຊື່ສັດ, ຄົນໆໜຶ່ງຄວນຕິດຕາມຫຼັກການໃນພຣະທຳຂອງພຣະເຈົ້າ. ການປະຕິບັດທີ່ງ່າຍນີ້ແມ່ນມີປະສິດທິພາບທີ່ສຸດ, ມັນເປັນເລື່ອງງ່າຍທີ່ຈະເຂົ້າໃຈ ແລະ ນໍາໄປປະຕິບັດ. ເຖິງຢ່າງໃດກໍຕາມ, ເພາະຜູ້ຄົນມີຄວາມເສື່ອມຊາມຢ່າງຮ້າຍແຮງຫຼາຍ, ເພາະພວກເຂົາທຸກຄົນມີທຳມະຊາດທີ່ຊົ່ວຮ້າຍ ແລະ ດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ, ມັນຂ້ອນຂ້າງຫຍຸ້ງຍາກສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ. ພວກເຂົາຕ້ອງການເປັນຄົນຊື່ສັດ, ແຕ່ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາບໍ່ສາມາດເຮັດຫຍັງໄດ້ນອກຈາກເວົ້າຕົວະ ແລະ ມີສ່ວນຮ່ວມໃນການສໍ້ໂກງ ແລະ ເຖິງແມ່ນວ່າພວກເຂົາອາດຮູ້ສຶກສຳນຶກຜິດຫຼັງຈາກທີ່ີຮັບຮູ້ສິ່ງນີ້, ພວກເຂົາຍັງຈະບໍ່ສາມາດປະຖິ້ມຂໍ້ຈຳກັດໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຂົາຈະສືບຕໍ່ເວົ້າຕົວະ ແລະ ສໍ້ໂກງດັ່ງທີ່ພວກເຂົາເຮັດກ່ອນໜ້າ. ບັນຫານີ້ຄວນໄດ້ຮັບການແກ້ໄຂແນວໃດ? ສ່ວນໜຶ່ງກໍຄືການຮູ້ວ່າແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງຂີ້ຮ້າຍ ແລະ ເປັນຕາລັງກຽດ ແລະ ການທີ່ສາມາດກຽດຊັງມັນຈາກຫົວໃຈຂອງຄົນໆໜຶ່ງ; ອີກສ່ວນໜຶ່ງກໍຄືການຝຶກຝົນຕົນເອງໃຫ້ປະຕິບັດຕາມຫຼັກການແຫ່ງຄວາມຈິງ “ແຕ່ໃຫ້ການສື່ສານຂອງເຈົ້າເປັນ ແມ່ນແລ້ວ, ແມ່ນແລ້ວ; ບໍ່ແມ່ນ, ບໍ່ແມ່ນ”. ເມື່ອເຈົ້າປະຕິບັດຫຼັກການນີ້, ເຈົ້າກໍຢູ່ໃນຂະບວນການແກ້ໄຂອຸປະນິໄສທີ່ຫຼອກລວງຂອງເຈົ້າ. ໂດຍທຳມະຊາດແລ້ວ, ຖ້າເຈົ້າສາມາດປະຕິບັດຕາມຫຼັກການແຫ່ງຄວາມຈິງໃນຂະນະທີ່ແກ້ໄຂອຸປະນິໄສທີ່ຫຼອກລວງຂອງເຈົ້າ, ນັ້ນກໍຄືການສຳແດງອອກເຖິງການປ່ຽນແປງຕົນເອງ ແລະ ການເລີ່ມການກັບໃຈຢ່າງແທ້ຈິງຂອງເຈົ້າ ແລະ ພຣະເຈົ້າອະນຸມັດມັນ. ສິ່ງນີ້ໝາຍຄວາມວ່າເມື່ອເຈົ້າປ່ຽນແປງຕົນເອງ, ພຣະເຈົ້າຈະປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າ. ໃນຄວາມເປັນຈິງແລ້ວ, ການທີ່ພຣະເຈົ້າເຮັດສິ່ງນີ້ເປັນການອະໄພປະເພດໜຶ່ງສຳລັບອຸປະນິໄສທີ່ເສື່ອມຊາມ ແລະ ຄວາມກະບົດຂອງມະນຸດ. ພຣະອົງໃຫ້ອະໄພຜູ້ຄົນ ແລະ ບໍ່ຈົດຈຳຄວາມຜິດບາບຂອງພວກເຂົາ ຫຼື ການຝ່າຝືນຂອງພວກເຂົາ. ນັ້ນຄືສິ່ງທີ່ສະເພາະພໍບໍ? ພວກເຈົ້າໄດ້ເຂົ້າໃຈສິ່ງນີ້ບໍ? ນີ້ແມ່ນອີກຕົວຢ່າງ. ສົມມຸດວ່າເຈົ້າມີອຸປະນິໄສທີ່ອວດດີ ແລະ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ເຈົ້າຫົວແຂງຫຼາຍ, ເຈົ້າຕ້ອງການມີສິດຕັດສິນໃຈຢູ່ສະເໝີ, ເຮັດໃຫ້ຄົນອື່ນເຊື່ອຟັງເຈົ້າ ແລະ ເຮັດສິ່ງທີ່ເຈົ້າຕ້ອງການໃຫ້ພວກເຂົາເຮັດ. ແລ້ວມື້ນັ້ນຈະມາເຖິງເມື່ອເຈົ້າຮັບຮູ້ວ່າສິ່ງນີ້ເກີດຂຶ້ນໂດຍອຸປະນິໄສທີ່ອວດດີ. ການທີ່ເຈົ້າຍອມຮັບວ່າມັນເປັນອຸປະນິໄສທີ່ເສື່ອມຊາມເປັນຂັ້ນຕອນທຳອິດສູ່ການຮູ້ຈັກຕົນເອງ. ຈາກບ່ອນນັ້ນ, ເຈົ້າຄວນຊອກຫາສອງສາມຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ອວດດີເພື່ອປຽບທຽບກັບເຈົ້າເອງ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ. ຖ້າເຈົ້າພົບວ່າການປຽບທຽບເໝາະສົມຢ່າງສົມບູນ ແລະ ເຈົ້າຍອມຮັບວ່າອຸປະນິໄສທີ່ອວດດີທີ່ພຣະເຈົ້າເປີດໂປງນັ້ນມີຢູ່ໃນຕົວເຈົ້າ ແລະ ຫຼັງຈາກນັ້ນເຈົ້າກໍແຍກແຍະ ແລະ ເປີດເຜີຍວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າມາຈາກໃສ ແລະ ເປັນຫຍັງມັນຈຶ່ງເກີດຂຶ້ນ ແລະ ພິດ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆໃດຂອງຊາຕານຄຸ້ມຄອງມັນ, ແລ້ວເມື່ອເຫັນຄຳຖາມທັງໝົດນີ້ດ້ວຍໃຈ, ເຈົ້າຈະຂຸດຖອນຮາກເຫງົ້າຄວາມອວດດີຂອງເຈົ້າ. ນີ້ຄືການຮູ້ຈັກຕົນເອງຢ່າງແທ້ຈິງ. ເມື່ອເຈົ້າມີນິຍາມທີ່ຖືກຕ້ອງຫຼາຍກ່ຽວກັບວ່າເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມນີ້ແນວໃດ, ມັນຈະສົ່ງເສີມໃຫ້ມີຄວາມຮູ້ທີ່ເລິກຊຶ້ງ ແລະ ເປັນຈິງຂຶ້ນກ່ຽວກັບເຈົ້າເອງ. ເຈົ້າຄວນຫຍັງເຮັດຕໍ່ໄປ? ເຈົ້າຄວນຊອກຫາຫຼັກການແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະພຶດ ແລະ ການປາກເວົ້າຂອງມະນຸດປະເພດທີ່ເປັນການສຳແດງອອກເຖິງຄວາມເປັນມະນຸດທີ່ເປັນປົກກະຕິ. ຫຼັງຈາກທີ່ເຈົ້າຊອກຫາເສັ້ນທາງແຫ່ງການປະຕິບັດ, ເຈົ້າຕ້ອງຝຶກຝົນຕາມພຣະທຳຂອງພຣະເຈົ້າ ແລະ ເມື່ອຫົວໃຈຂອງເຈົ້າມີການປ່ຽນແປງ, ເຈົ້າຈະກັບໃຈຢ່າງແທ້ຈິງ. ບໍ່ແມ່ນພຽງຈະມີຫຼັກການໃນການປາກເວົ້າ ແລະ ການກະທຳຂອງເຈົ້າ, ເຈົ້າຍັງຈະດຳລົງຊີວິດຕາມລັກສະນະຂອງມະນຸດ ແລະ ສະແດງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຄົນອື່ນຈະເຫັນວ່າເຈົ້າເປັນຄົນໃໝ່: ເຈົ້າຈະບໍ່ເປັນບຸກຄົນເກົ່າທີ່ເສື່ອມຊາມທີ່ເຈົ້າເຄີຍເປັນອີກຕໍ່ໄປ, ແຕ່ເປັນຄົນທີ່ເກີດໃໝ່ໃນພຣະທຳຂອງພຣະເຈົ້າ. ບຸກຄົນດັ່ງກ່າວເປັນຄົນທີ່ປ່ຽນແປງຊີວິດ-ອຸປະນິໄສ.
ການຮູ້ຈັກຕົນເອງບໍ່ແມ່ນໜ້າວຽກງ່າຍໆ. ມັນບັນລຸໂດຍການຍອມຮັບຄວາມຈິງ, ພ້ອມທັງການປະຕິບັດ ແລະ ການຜະເຊີນໜ້າກັບພຣະທຳຂອງພຣະເຈົ້າ ແລະ ການຮູ້ຈັກຕົນເອງຢ່າງແທ້ຈິງສາມາດບັນລຸໄດ້ໂດຍການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ. ຢ່າງຫຼາຍທີ່ສຸດ, ຄົນທີ່ບໍ່ໄດ້ປະສົບກັບການພິພາກສາ ແລະ ການຂ້ຽນຕີສາມາດຍອມຮັບຂໍ້ຜິດພາດທີ່ພວກເຂົາໄດ້ເຮັດ ແລະ ສິ່ງຕ່າງໆທີ່ພວກເຂົາໄດ້ເຮັດຜິດ. ມັນຈະເປັນເລື່ອງຍາກຫຼາຍສຳລັບພວກເຂົາທີ່ຈະເຫັນເຖິງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາຢ່າງຊັດເຈນ. ເຖິງແມ່ນວ່າຜູ້ເຊື່ອໃນຍຸກແຫ່ງພຣະຄຸນເຊົາເຮັດຄວາມຜິດບາບບາງຢ່າງ ແລະ ປ່ຽນພຶດຕິກຳຂອງພວກເຂົາເພື່ອສິ່ງທີ່ດີກວ່າ, ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາຈັກເທື່ອ? ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານພຣະອົງ ແລະ ເຖິງກັບທໍລະຍົດພຣະອົງ? ມັນເປັນເລື່ອງຍາກສຳລັບມະນຸດຊາດເສື່ອມຊາມທີ່ຈະຮັບຮູ້ແຫຼ່ງທີ່ມາຂອງບັນຫານີ້. ເປັນຫຍັງທຸກຄົນຈຶ່ງມີອຸປະນິໄສທີ່ຊົ່ວຮ້າຍ? ມັນເປັນເພາະຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ຜູ້ຄົນໄດ້ຍອມຮັບຄຳເວົ້າຕົວະ ແລະ ປັດຊະຍາຂອງມັນ. ນັ້ນຄືສິ່ງທີ່ເຮັດໃຫ້ເກີດອຸປະນິໄສທີ່ເສື່ອມຊາມ ແລະ ເປັນວິທີການທີ່ອຸປະນິໄສຂອງຊາຕານກາຍມາເປັນແຫຼ່ງທີ່ມາຂອງການທີ່ມະນຸດຕໍ່ຕ້ານພຣະເຈົ້າ. ນີ້ຄືສິ່ງທີ່ຫຍຸ້ງຍາກທີ່ສຸດສຳລັບຜູ້ຄົນທີ່ຈະຮັບຮູ້. ພຣະເຈົ້າກຳລັງເຮັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ ແລະ ເພື່ອແກ້ໄຂແຫຼ່ງທີ່ມາຄວາມຜິດບາບຂອງມະນຸດຊາດ ແລະ ການຕໍ່ຕ້ານພຣະເຈົ້າ. ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ ແລະ ທຳມະຊາດຂອງມັນກໍຝັງຮາກໃນຫົວໃຈຂອງມະນຸດ. ສະນັ້ນ, ບໍ່ມີອຸປະນິໄສທີ່ເສື່ອມຊາມປະເພດໃດສາມາດໄດ້ຮັບການແກ້ໄຂ ແລະ ປະຖິ້ມດ້ວຍຄວາມພະຍາຍາມໜຶ່ງຄັ້ງ ຫຼື ສອງຄັ້ງໃນການໄຕ່ຕອງກ່ຽວກັບຕົນເອງ ແລະ ການຮູ້ຈັກຕົນເອງ. ອຸປະນິໄສທີ່ເສື່ອມຊາມສະແດງອອກຢ່າງສະໝໍ່າສະເໝີ ແລະ ຢ່າງຊໍ້າໆ, ສະນັ້ນຜູ້ຄົນຈຳເປັນຕ້ອງຍອມຮັບຄວາມຈິງ ແລະ ສູ້ຮົບເປັນເວລາດົນກັບອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາຈົນກວ່າພວກເຂົາໄດ້ເອົາຊະນະຊາຕານ. ມີພຽງແຕ່ເມື່ອນັ້ນ, ພວກເຂົາຈຶ່ງສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງທັງໝົດ. ສະນັ້ນ, ຜູ້ຄົນຕ້ອງອະທິຖານຫາພຣະເຈົ້າຢ່າງບໍ່ຢຸດເຊົາ, ສະແຫວງຫາຄວາມຈິງ, ໄຕ່ຕອງກ່ຽວກັບຕົນເອງ, ຮູ້ຈັກຕົນເອງ ແລະ ປະຕິບັດຄວາມຈິງ, ຈົນກວ່າຄວາມເສື່ອມຊາມຈະບໍ່ສະແດງອອກຈາກພວກເຂົາອີກຕໍ່ໄປ, ຊີວິດ-ອຸປະນິໄສຂອງພວກເຂົາມີການປ່ຽນແປງ ແລະ ພວກເຂົາບັນລຸການຍອມຕໍ່ພຣະເຈົ້າ. ມີແຕ່ເມື່ອນັ້ນເອງ, ພວກເຂົາຈຶ່ງຈະໄດ້ຮັບການຮອງຮັບຂອງພຣະເຈົ້າ. ຜົນຮັບຈາກການສູ້ຮົບແຕ່ລະຄັ້ງອາດບໍ່ປາກົດແຈ້ງໃນທັນທີ ແລະ ເຈົ້າອາດຍັງເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຼັງຈາກນັ້ນ. ເຈົ້າອາດຮູ້ສຶກຄິດລົບ ແລະ ທໍ້ໃຈໜ້ອຍໜຶ່ງ, ແຕ່ບໍ່ເຕັມໃຈທີ່ຈະປະຖິ້ມ ແລະ ເຈົ້າຍັງສາມາດພະຍາຍາມໜັກຕໍ່ໄປ, ເບິ່ງໄປທີ່ພຣະເຈົ້າ ແລະ ເພິ່ງພາພຣະອົງ. ຖ້າເຈົ້າພາກພຽນໃນລັກສະນະນັ້ນເປັນເວລາສອງ ຫຼື ສາມປີ, ເຈົ້າຈະສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ມີຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີໃນຫົວໃຈຂອງເຈົ້າ. ແລ້ວເຈົ້າຈະເຫັນຢ່າງຊັດເຈນວ່າທຸກໆຄວາມລົ້ມເຫຼວ, ທຸກໆຄວາມພະຍາຍາມ ແລະ ທຸກໆຜົນໄດ້ທີ່ເຈົ້າມີເປັນສັນຍານທີ່ດີທີ່ເຈົ້າກຳລັງຍັບໄປສູ່ການປ່ຽນແປງອຸປະນິໄສຂອງເຈົ້າ ແລະ ການໃຫ້ພຣະເຈົ້າປ່ຽນແປງຄວາມຄິດຂອງພຣະອົງກ່ຽວກັບເຈົ້າ. ເຖິງແມ່ນວ່າການປ່ຽນແປງແຕ່ລະຢ່າງບໍ່ສາມາດສັງເກດໄດ້ໂດຍສະຕິຂອງມະນຸດ, ການປ່ຽນແປງໃນອຸປະນິໄສທີ່ມາພ້ອມກັບແຕ່ລະສະຖານະການບໍ່ສາມາດບັນລຸໄດ້ໂດຍການດຳເນີນການ ຫຼື ສິ່ງໃດໆ. ນີ້ຄືເສັ້ນທາງທີ່ຄົນໆໜຶ່ງຕ້ອງມີເພື່ອປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ເຂົ້າສູ່ຊີວິດ. ນີ້ຄືວິທີການທີ່ຕ້ອງປະຕິບັດການສະແຫວງຫາການປ່ຽນແປງໃນອຸປະນິໄສ. ແນ່ນອນ, ຜູ້ຄົນຄວນມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການເກີດຂຶ້ນຂອງການປ່ຽນແປງໃນອຸປະນິໄສ: ມັນບໍ່ແມ່ນການປ່ຽນແປງໃນທັນທີ ແລະ ສັ່ນສະເທືອນໂລກທີ່ສ້າງຄວາມຕົກໃຈ ແລະ ຄວາມປິຕິຍິນດີ, ຕາມທີ່ພວກເຂົາຈິນຕະນາການ. ນັ້ນບໍ່ແມ່ນວ່າມັນເກີດຂຶ້ນແນວໃດ. ມັນເປັນເລື່ອງການປ່ຽນແປງຢ່າງບໍ່ມີສະຕິ, ຢ່າງຊ້າໆ, ເທື່ອລະໜ້ອຍ. ເມື່ອຄົນໆໜຶ່ງສາມາດນໍາຄວາມຈິງໄປປະຕິບັດ, ພວກເຂົາຈະເຫັນໝາກຜົນໃນການເຮັດວຽກໜັກຂອງພວກເຂົາ. ເມື່ອເຈົ້າຫຼຽວກັບເບິ່ງຫຼັງຈາກທີ່ຍ່າງໃນເສັ້ນທາງນີ້ເປັນເວລາສາມປີ, ຫ້າປີ, ສິບປີ, ເຈົ້າຈະຕົກໃຈທີ່ຄົ້ນພົບວ່າອຸປະນິໄສຂອງເຈົ້າມີການປ່ຽນແປງຢ່າງໃຫຍ່ຫຼວງໃນສິບປີເຫຼົ່ານັ້ນ, ເຈົ້າແຕກຕ່າງຢ່າງສິ້ນເຊີງ. ມັນອາດເປັນເພາະວ່າບຸກຄະລິກ ແລະ ອາລົມຂອງເຈົ້າບໍ່ມີການປ່ຽນແປງ ຫຼື ວິຖີຊີວິດຂອງເຈົ້າ ແລະ ສິ່ງອື່ນໆອີກບໍ່ມີການປ່ຽນແປງ, ແຕ່ອຸປະນິໄສ, ສະພາວະ ແລະ ພຶດຕິກຳທີ່ເຈົ້າສະແດງອອກມາຈະຫ່າງກັນຢ່າງຫຼວງຫຼາຍ, ຄືກັບວ່າເຈົ້າໄດ້ກາຍມາເປັນອີກຄົນໜຶ່ງຢ່າງແທ້ຈິງ. ເປັນຫຍັງການປ່ຽນແປງດັ່ງກ່າວຈຶ່ງເກີດຂຶ້ນ? ເພາະໃນສິບປີເຫຼົ່ານັ້ນ, ເຈົ້າຈະຖືກພິພາກສາ ແລະ ຂ້ຽນຕີ, ລິຮານ ແລະ ຈັດການ, ທົດສອບ ແລະ ຫຼໍ່ຫຼອມໂດຍພຣະທຳຂອງພຣະເຈົ້າເປັນເວລາຫຼາຍຄັ້ງ ແລະ ເຈົ້າຈະເຂົ້າໃຈຄວາມຈິງຫຼາຍຢ່າງ. ມັນຈະເລີ່ມຕົ້ນດ້ວຍການປ່ຽນແປງໃນມຸມມອງຂອງເຈົ້າກ່ຽວກັບສິ່ງຕ່າງໆ, ການປ່ຽນແປງໃນທັດສະນະຄະຕິຂອງເຈົ້າຕໍ່ຊີວິດ ແລະ ຄຸນຄ່າຂອງເຈົ້າ, ເຊິ່ງຈະຕາມດ້ວຍການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າ, ການປ່ຽນແປງໃນພື້ນຖານທີ່ເຈົ້າເພິ່ງພາເພື່ອເອົາຕົວຫຼອດ ແລະ ເມື່ອການປ່ຽນແປງເຫຼົ່ານີ້ເກີດຂຶ້ນ, ເຈົ້າຈະກາຍມາເປັນອີກຄົນ, ເປັນຄົນໃໝ່ເທື່ອລະໜ້ອຍ. ເຖິງແມ່ນວ່າບຸກຄະລິກຂອງເຈົ້າ, ອາລົມ, ວິຖີຊີວິດ ແລະ ແມ່ນແຕ່ການປາກເວົ້າ ແລະ ພຶດຕິກຳຂອງເຈົ້າອາດບໍ່ມີການປ່ຽນແປງ, ເຈົ້າກໍຄົງປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າ ແລະ ສິ່ງນັ້ນພຽງສິ່ງດຽວກໍເປັນການປ່ຽນແປງພື້ນຖານ ແລະ ເປັນແກ່ນແທ້. ແມ່ນຫຍັງຄືສັນຍານຂອງການປ່ຽນແປງໃນອຸປະນິໄສ? ມັນສະແດງອອກເປັນການສະເພາະແນວໃດ? ມັນເລີ່ມຕົ້ນດ້ວຍການປ່ຽນແປງໃນມຸມມອງຂອງບຸກຄົນກ່ຽວກັບສິ່ງຕ່າງໆ, ມັນເປັນເວລາທີ່ຫຼາກຫຼາຍມຸມມອງກ່ຽວກັບສິ່ງຕ່າງໆຂອງຜູ້ບໍ່ເຊື່ອທີ່ບຸກຄົນໜຶ່ງແອບມີການປ່ຽນແປງເມື່ອພວກເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ມຸມມອງເຫຼົ່ານັ້ນຈຶ່ງຍັບເຂົ້າໃກ້ຄວາມຈິງໃນພຣະທຳຂອງພຣະເຈົ້າ. ນີ້ຄືຂັ້ນຕອນທຳອິດຂອງການປ່ຽນແປງໃນອຸປະນິໄສ. ນອກເໜືອຈາກນັ້ນ, ຜ່ານການໄຕ່ຕອງກ່ຽວກັບຕົນເອງ ແລະ ການຮູ້ຈັກຕົນເອງ, ຜູ້ຄົນສາມາດເອົາໃຈໃສ່ກັບການປະຕິບັດຄວາມຈິງ. ໂດຍການໄຕ່ຕອງກ່ຽວກັບຫຼາກຫຼາຍເຈດຕະນາ, ແຮງຈູງໃຈ, ຄວາມຄິດ ແລະ ແນວຄວາມຄິດທີ່ຫຼາກຫຼາຍ, ແນວຄິດ, ມຸມມອງ ແລະ ທັດສະນະຄະຕິທີ່ເກີດຂຶ້ນພາຍໃນພວກເຂົາ, ພວກເຂົາສາມາດລະບຸບັນຫາຂອງພວກເຂົາ ແລະ ເລີ່ມຮູ້ສຶກສຳນຶກຜິດກັບພວກເຂົາ. ຫຼັງຈາກນັ້ນ, ພວກເຂົາສາມາດປະຖິ້ມເນື້ອໜັງ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ແລ້ວເມື່ອພວກເຂົາເຮັດ, ພວກເຂົາຈະມາຊື່ນຊົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຫຼາຍຂຶ້ນ ແລະ ຮັບຮູ້ວ່າພຣະຄຣິດຄືຄວາມຈິງ, ຫົນທາງ ແລະ ຊີວິດ. ພວກເຂົາເຕັມໃຈຫຼາຍຂຶ້ນທີ່ຈະຕິດຕາມພຣະຄຣິດ ແລະ ຍອມຕໍ່ພຣະອົງ ແລະ ພວກເຂົາຈະຮູ້ສຶກວ່າພຣະເຈົ້າສະແດງຄວາມຈິງເພື່ອເປີດໂປງ, ພິພາກສາ ແລະ ຂ້ຽນຕີມະນຸດ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ໂດຍການເຮັດເຊັ່ນນັ້ນ, ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ແລະ ເຮັດໃຫ້ມະນຸດສົມບູນໃນວິທີການທີ່ເປັນຈິງຢ່າງແທ້ຈິງ. ພວກເຂົາຈະຮູ້ສຶກວ່າຖ້າບໍ່ມີການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ຫຼື ການລ້ຽງດູ ແລະ ການຊີ້ນໍາຈາກພຣະທຳຂອງພຣະອົງ, ຜູ້ຄົນຈະບໍ່ມີທາງບັນລຸຄວາມລອດພົ້ນ ຫຼື ພວກເຂົາບໍ່ສາມາດເກັບກ່ຽວລາງວັນດັ່ງກ່າວ. ພວກເຂົາຈະເລີ່ມຮັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຈະຮູ້ສຶກວ່າພວກເຂົາເພິ່ງພາພຣະທຳເຫຼົ່ານີ້ໃນຊີວິດທີ່ເປັນຈິງຂອງພວກເຂົາ, ພວກເຂົາຕ້ອງການພຣະທຳຂອງພຣະອົງເພື່ອທີ່ຈະລ້ຽງດູພວກເຂົາ, ຊີ້ນໍາພວກເຂົາ ແລະ ຈັດມ້ຽນຫົນທາງສຳລັບພວກເຂົາ. ຫົວໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມສະຫງົບສຸກ ແລະ ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາຈະຊອກຫາພຣະທຳຂອງພຣະເຈົ້າຢ່າງບໍ່ມີສະຕິເພື່ອທີ່ຈະເຮັດໜ້າທີ່ເປັນພື້ນຖານຂອງພວກເຂົາ ແລະ ຊອກຫາຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດພາຍໃນພວກເຂົາ. ນີ້ຄືຜົນຮັບໜຶ່ງດຽວທີ່ບັນລຸຜ່ານການຮູ້ຈັກຕົນເອງ. ມີອີກຢ່າງໜຶ່ງ: ຜູ້ຄົນຈະບໍ່ປະຕິບັດຕໍ່ການສະແດງອອກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາດັ່ງທີ່ພວກເຂົາຄວນເຮັດ, ດ້ວຍທ່າທີ່ທີ່ດື້ດ້ານ. ໃນທາງກົງກັນຂ້າມ, ພວກເຂົາຈະສາມາດສະຫງົບຫົວໃຈຂອງພວກເຂົາ ແລະ ຮັບຟັງພຣະທຳຂອງພຣະເຈົ້າດ້ວຍທ່າທີ່ທີ່ຊື່ສັດ ແລະ ພວກເຂົາຈະສາມາດຍອມຮັບຄວາມຈິງ ແລະ ສິ່ງດີໆ. ສິ່ງນີ້ໝາຍຄວາມວ່າເມື່ອພວກເຂົາສະແດງອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈະບໍ່ເປັນດັ່ງທີ່ພວກເຂົາເຄີຍເປັນກ່ອນໜ້ານີ້ອີກຕໍ່ໄປ ນັ້ນກໍຄື ດື້ດ້ານ, ເຮັດໃຫ້ເຊື່ອງຍາກ, ກ້າວລ້າວຢ່າງບ້າປ່ວງ, ອວດດີ, ໄຮ້ຢາງອາຍ ແລະ ຊົ່ວຮ້າຍ, ໃນທາງກົງກັນຂ້າມ ພວກເຂົາຈະໄຕ່ຕອງກ່ຽວກັບຕົນເອງຢ່າງຫ້າວຫັນ ແລະ ຮັບເອົາຄວາມຮູ້ກ່ຽວກັບບັນຫາທີ່ແທ້ຈິງຂອງພວກເຂົາ. ພວກເຂົາອາດບໍ່ຮູ້ວ່າແກ່ນແທ້ໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແມ່ນຫຍັງ, ແຕ່ພວກເຂົາຈະສາມາດສະຫງົບຕົນເອງ, ອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ຫຼັງຈາກນັ້ນ ພວກເຂົາຈະຍອມຮັບບັນຫາຂອງພວກເຂົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ກັບໃຈມາຫາພຣະເຈົ້າ ແລະ ແກ້ໄຂທີ່ປະພຶດຕົນເອງຢ່າງແຕກຕ່າງໃນອະນາຄົດ. ນັ້ນຄືທ່າທີ່ທີ່ຍອມຢ່າງສົມບູນ. ດ້ວຍວິທີນີ້, ພວກເຂົາຈະໄດ້ຮັບຫົວໃຈທີ່ຍອມຕໍ່ພຣະເຈົ້າ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະອົງຈະຮຽກຮ້ອງຫຍັງກໍຕາມຈາກພວກເຂົາ, ບໍ່ພຣະອົງຈະເຮັດພາລະກິດຫຍັງກໍຕາມ ຫຼື ພຣະອົງຈະຈັດແຈງສະພາບແວດລ້ອມຫຍັງກໍຕາມສຳລັບພວກເຂົາ, ມັນຈະເປັນເລື່ອງງ່າຍສຳລັບຜູ້ຄົນທີ່ຈະຍອມຕໍ່ສິ່ງນັ້ນໆ. ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະບໍ່ປາກົດໃນອຸປະສັກທີ່ຍິ່ງໃຫຍ່ດັ່ງກ່າວສຳລັບພວກເຂົາ, ພວກເຂົາຈະແກ້ໄຂ ແລະ ເອົາຊະນະໄດ້ຢ່າງງ່າຍດາຍ. ໃນຈຸດນັ້ນ, ພວກເຂົາຈະບໍ່ຕ້ອງພະຍາຍາມຫຍັງເລີຍສຳລັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ພວກເຂົາຈະສາມາດບັນລຸການຍອມຕໍ່ພຣະເຈົ້າ. ສິ່ງເຫຼົ່ານີ້ຄືສັນຍານຂອງການປ່ຽນແປງໃນອຸປະນິໄສ. ເມື່ອຄົນໃດໜຶ່ງສາມາດນໍາຄວາມຈິງປະຕິບັດ ແລະ ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ, ມັນກໍເປັນທຳທີ່ຈະເວົ້າວ່າຊີວິດ-ອຸປະນິໄສຂອງພວກເຂົາໄດ້ຜ່ານການປ່ຽນແປງແລ້ວ ນັ້ນກໍຄື ການປ່ຽນແປງທີ່ແທ້ຈິງ, ການປ່ຽນແປງທີ່ບັນລຸຜ່ານການສະແຫວງຫາຄວາມຈິງຢ່າງສິ້ນເຊີງ. ແລ້ວທຸກພຶດຕິກຳທີ່ເກີດຂຶ້ນໃນຜູ້ຄົນໃນລະຫວ່າງຂະບວນການນີ້, ບໍ່ວ່າພວກມັນຈະເປັນພຶດຕິກຳທີ່ດີ ຫຼື ຄວາມຄິດລົບ ແລະ ຄວາມອ່ອນແອທີ່ເປັນປົກກະຕິ, ຈຳເປັນ ແລະ ຍອມປະນີປະນອມບໍ່ໄດ້. ຍ້ອນພວກມັນເປັນພຶດຕິກຳທີ່ດີ, ຕ້ອງມີພຶດຕິກຳລົບໆ ແລະ ຄວາມອ່ອນແອອີກດ້ວຍ, ແຕ່ຄວາມຄິດລົບ ແລະ ຄວາມອ່ອນແອຈຶ່ງເປັນການຊົ່ວຄາວ. ຫຼັງຈາກທີ່ຄົນໆໜຶ່ງມີວຸດທິພາວະໃດໜຶ່ງ, ພວກເຂົາຈະມີສະພາວະທີ່ບໍ່ດີ ແລະ ອ່ອນແອໜ້ອຍລົງ ແລະ ພຶດຕິກຳດີໆ ແລະ ການເຂົ້າສູ່ຊີວິດຫຼາຍຍິ່ງຂຶ້ນ ແລະ ການກະທຳຂອງພວກເຂົາຈະເຕີບໃຫຍ່ຂຶ້ນເລື້ອຍໆຢ່າງມີຫຼັກການ. ຄົນດັ່ງກ່າວເປັນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ຄົນທີ່ໄດ້ປ່ຽນແປງໃນຊີວິດ-ອຸປະນິໄສຫຼັງຈາກທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກຊໍາລະລ້າງ. ມັນສາມາດເວົ້າໄດ້ວ່າສິ່ງເຫຼົ່ານີ້ຄືຜົນຮັບທີ່ຜູ້ສະແຫວງຫາຄວາມຈິງສາມາດບັນລຸໂດຍການປະສົບກັບການພິພາກສາ ແລະ ການຂ້ຽນຕີໃນພຣະທຳຂອງພຣະເຈົ້າ ແລະ ໂດຍການຖືກລິຮານ ແລະ ການຖືກຈັດການ, ທົດສອບ ແລະ ຫຼໍ່ຫຼອມຢ່າງຊໍ້າໆ.
ຍ້ອນທຸກຄົນໄດ້ຍິນ ແລະ ເຂົ້າໃຈຂະບວນການທີ່ສະເພາະ ແລະ ເປັນປົກກະຕິໃນຕອນນີ້ທີ່ຈະສະແຫວງຫາຄວາມຈິງ, ພວກເຂົາບໍ່ຄວນປັ້ນແຕ່ງເຫດການ ຫຼື ຂໍ້ອ້າງຕ່າງໆອີກຕໍ່ໄປວ່າເປັນຫຍັງພວກເຂົາຈຶ່ງເບື່ອໜ່າຍຄວາມຈິງ ຫຼື ຕໍ່ຕ້ານມັນ ຫຼື ບໍ່ສະແຫວງຫາມັນ. ເມື່ອໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ ແລະ ເຫັນບັນຫານີ້ໄດ້ຢ່າງຊັດເຈນ, ຕອນນີ້ເຈົ້າໄດ້ແຍກແຍະເຫດຜົນ ແລະ ຂໍ້ອ້າງທີ່ຜູ້ຄົນໃຫ້ຍ້ອນບໍ່ສະແຫວງຫາຄວາມຈິງບໍ? ຖ້າຄົນເຖົ້າກວ່າເວົ້າວ່າ “ຂ້ານ້ອຍເຖົ້າ. ຂ້ານ້ອຍບໍ່ມີການຂັບເຄື່ອນ ຫຼື ກະຕືລືລົ້ນຄືກັບຄົນໜຸ່ມ. ດ້ວຍອາຍຸ, ຂ້ານ້ອຍສູນເສຍຄວາມກ້າວລ້າວ ແລະ ຄວາມທະເຍີທະຍານຂອງໄວໜຸ່ມ ແລະ ຂ້ານ້ອຍບໍ່ອວດດີອີກຕໍ່ໄປ. ສະນັ້ນ, ການທີ່ທ່ານເວົ້າວ່າຂ້ານ້ອຍອວດດີຈຶ່ງໄຮ້ສາລະ, ຂ້ານ້ອຍບໍ່ອວດດີ!” ພວກເຂົາເວົ້າຖືກບໍ? (ບໍ່.) ບໍ່ຢ່າງຊັດເຈນ. ພວກເຈົ້າທຸກຄົນສາມາດແຍກແຍະຄຳເວົ້າເຊັ່ນນັ້ນໄດ້ໃນຕອນນີ້. ເຈົ້າຈະສາມາດເປີດເຜີຍບຸກຄົນນັ້ນ ແລະ ເວົ້າວ່າ “ເຖິງແມ່ນວ່າທ່ານເຖົ້າ, ທ່ານຍັງມີອຸປະນິໄສທີ່ອວດດີ. ທ່ານອວດດີຕະຫຼອດຊີວິດຂອງທ່ານໂດຍບໍ່ໄດ້ແກ້ໄຂມັນເລີຍ. ທ່ານຕ້ອງການສືບຕໍ່ເປັນຄົນອວດດີບໍ?” ຄົນໜຸ່ມກວ່າບາງຄົນເວົ້າວ່າ “ຂ້ານ້ອຍໜຸ່ມຫຼາຍ, ຂ້ານ້ອຍບໍ່ມີປະສົບການກັບສ່ວນທີ່ວຸ້ນວາຍໃນສັງຄົມ ຫຼື ດິ້ນຮົນ ແລະ ຕາມກະແສພາຍໃນກຸ່ມທີ່ແຕກຕ່າງ. ຂ້ານ້ອຍບໍ່ມີປະສົບການທີ່ຜູ້ຄົນເຊິ່ງອາບນໍ້າຮ້ອນມາກ່ອນມີ ແລະ ທີ່ສຳຄັນໄປກວ່ານັ້ນ, ຂ້ານ້ອຍບໍ່ມີເລ່ຫຼ່ຽມ ຫຼື ບໍ່ໜ້າໄວ້ວາງໃຈຄືກັບໝາປ່າເຖົ້າເຫຼົ່ານັ້ນຢ່າງແນ່ນອນ. ໃນຖານະຄົນໜຸ່ມ, ມັນເປັນເລື່ອງປົກກະຕິທີ່ຂ້ານ້ອຍຈະມີອຸປະນິໄສທີ່ອວດດີໜ້ອຍໜຶ່ງ; ຢ່າງໜ້ອຍທີ່ສຸດ, ຂ້ານ້ອຍບໍ່ໄດ້ຄຳນວນ, ຫຼອກລວງ ແລະ ຊົ່ວຮ້າຍຄືກັບຄົນເຖົ້າ”. ມັນເໝາະສົມບໍທີ່ຈະເວົ້າເຊັ່ນນີ້? (ບໍ່.) ທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ມັນບໍ່ມີຫຍັງກ່ຽວຂ້ອງກັບອາຍຸ ຫຼື ເພດ. ເຈົ້າມີສິ່ງທີ່ຄົນອື່ນມີ ແລະ ພວກເຂົາມີສິ່ງທີ່ເຈົ້າມີ. ບໍ່ມີຄວາມຈຳເປັນທີ່ຄົນໃດໜຶ່ງຈະຊີ້ນິ້ວ. ແນ່ນອນ, ມັນບໍ່ພຽງພໍທີ່ຈະພຽງແຕ່ຮັບຮູ້ວ່າທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ຍ້ອນເຈົ້າໄດ້ຮັບຮູ້ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ເຈົ້າຈະບໍ່ໄປເຖິງເປົ້າໝາຍຂອງເຈົ້າຈົນກວ່າເຈົ້າຈະໄດ້ຮັບຄວາມຈິງ ແລະ ອຸປະນິໄສຂອງເຈົ້າມີການປ່ຽນແປງ. ໃນທີ່ສຸດແລ້ວ, ການແກ້ໄຂອຸປະນິໄສທີ່ເສື່ອມຊາມແມ່ນຂຶ້ນກັບການທີ່ເຈົ້າຍອມຮັບຄວາມຈິງໄດ້, ການປະຖິ້ມເຫດຜົນ ແລະ ຂໍ້ອ້າງຂອງເຈົ້າ ແລະ ການທີ່ສາມາດຜະເຊີນໜ້າກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢ່າງຖືກຕ້ອງ. ເຈົ້າຕ້ອງບໍ່ຫຼີກລ່ຽງມັນ ຫຼື ປະລະມັນດ້ວຍຂໍ້ອ້າງ ແລະ ເຈົ້າຕ້ອງບໍ່ປະຕິເສດມັນຢ່າງແນ່ນອນ. ສິ່ງເຫຼົ່ານີ້ເປັນສິ່ງທີ່ສາມາດບັນລຸໄດ້ຢ່າງງ່າຍ. ແມ່ນຫຍັງຄືສິ່ງຍາກທີ່ສຸດທີ່ຈະເຮັດ? ເຮົາສາມາດຄິດຫາບາງສິ່ງ. ມີຄົນທີ່ເວົ້າວ່າ “ບໍ່ວ່າຂ້ານ້ອຍຈະສະແຫວງຫາຄວາມຈິງ ຫຼື ຂ້ານ້ອຍບໍ່ໄດ້ສະແຫວງຫາ, ເຖິງແມ່ນວ່າຂ້ານ້ອຍບໍ່ຮັກຄວາມຈິງ ຫຼື ຂ້ານ້ອຍເບື່ອໜ່າຍມັນ, ເຖິງແມ່ນວ່າຂ້ານ້ອຍເປີດເຜີຍອຸປະນິໄສທີ່ເສື່ອມຊາມໃດໆ, ຂ້ານ້ອຍຈະພຽງແຕ່ບໍ່ສົນໃຈທ່ານ. ຂ້ານ້ອຍຈະເຮັດຫຍັງກໍຕາມທີ່ເຮືອນຂອງພຣະເຈົ້າຂໍໃຫ້ຂ້ານ້ອຍເຮັດ ຫຼື ພາລະກິດຫຍັງກໍຕາມທີ່ຕ້ອງການ. ຂ້ານ້ອຍຮັບຟັງໃນລະຫວ່າງຄຳເທດສະໜາ ແລະ ການເຕົ້າໂຮມ, ຂ້ານ້ອຍພ້ອມໆກັນເມື່ອທຸກຄົນກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຂ້ານ້ອຍນັ່ງ ແລະ ຮັບຊົມວິດີໂອຄຳພະຍານຈາກປະສົບການພ້ອມໆກັບພວກທ່ານ ແລະ ຂ້ານ້ອຍກິນເມື່ອພວກທ່ານກິນ. ຂ້ານ້ອຍເຫັນດີກັບທ່ານຢ່າງສິ້ນເຊີງ. ຜູ້ໃດໃນບັນດາພວກທ່ານທີ່ສາມາດເວົ້າວ່າຂ້ານ້ອຍບໍ່ໄດ້ສະແຫວງຫາຄວາມຈິງ? ນີ້ຄືລັກສະນະທີ່ຂ້ານ້ອຍເຊື່ອ, ສະນັ້ນທ່ານສາມາດເຮັດ ຫຼື ເວົ້າແມ່ນຫຍັງກໍຕາມທີ່ທ່ານຕ້ອງການ, ຂ້ານ້ອຍບໍ່ສົນໃຈ!” ຄົນປະເພດນີ້ສະແດງສາກໜ້າທີ່ບໍ່ຫາເຫດຜົນ ຫຼື ຂໍ້ອ້າງ, ແຕ່ຍັງບໍ່ມີເຈດຕະນາທີ່ຈະສະແຫວງຫາຄວາມຈິງ. ມັນເປັນຄືກັບວ່າພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ, ຄືກັບວ່າພວກເຂົາບໍ່ຕ້ອງການມັນ. ຄົນປະເພດນີ້ບໍ່ໄດ້ເວົ້າຢ່າງຈະແຈ້ງວ່າ “ຄວາມເປັນມະນຸດຂອງຂ້ານ້ອຍດີ, ຂ້ານ້ອຍເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ຂ້ານ້ອຍເຕັມໃຈທີ່ຈະປະຖິ້ມສິ່ງຕ່າງໆ, ຂ້ານ້ອຍສາມາດທົນທຸກ ແລະ ຈ່າຍລາຄາ. ນອກເໜືອຈາກນັ້ນ, ຂ້ານ້ອຍຈຳເປັນຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າບໍ?” ພວກເຂົາບໍ່ເວົ້າສິ່ງນີ້ຢ່າງຈະແຈ້ງ, ພວກເຂົາບໍ່ມີທັດສະນະຄະຕິທີ່ຊັດເຈນຕໍ່ຄວາມຈິງ ແລະ ພວກເຂົາບໍ່ປະນາມພາລະກິດຂອງພຣະເຈົ້າໃນພາຍນອກ. ເຖິງຢ່າງໃດກໍຕາມ, ພຣະເຈົ້າປະຕິບັດຕໍ່ຄົນເຊັ່ນນັ້ນແນວໃດ? ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງ, ຖ້າພວກເຂົາເມິນເສີຍພຣະທຳຂອງພຣະເຈົ້າ ແລະ ບໍ່ສົນໃຈພວກມັນ, ແລ້ວທັດສະນະຄະຕິຂອງພຣະເຈົ້າຕໍ່ພວກເຂົາຈຶ່ງຊັດເຈນຫຼາຍ. ມັນເປັນຄືກັບວັກນັ້ນໃນພຣະຄຳພີ, ເຊິ່ງລະບຸວ່າ “ແລ້ວເພາະເຈົ້າອຸ່ນໆ ແລະ ບໍ່ໜາວບໍ່ຮ້ອນ, ເຮົາຈະອາຈຽນເຈົ້າອອກຈາກປາກຂອງເຮົາ” (ພຣະນິມິດ 3:16.) ພຣະເຈົ້າບໍ່ຕ້ອງການພວກເຂົາ ແລະ ນັ້ນໝາຍເຖິງບັນຫາ. ຄົນເຊັ່ນນັ້ນຢູ່ໃນຄຣິສຕະຈັກບໍ? (ແມ່ນ.) ສະນັ້ນ, ພວກເຂົາຈະຖືກຈັດປະເພດແນວໃດ? ພວກເຂົາຄວນຖືກຈັດປະເພດໃຫ້ຢູ່ໃສ? ບໍ່ຈຳເປັນຕ້ອງຈັດປະເພດພວກເຂົາ. ເວົ້າສັ້ນໆ, ຄົນເຊັ່ນນັ້ນບໍ່ສະແຫວງຫາຄວາມຈິງ. ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ໄຕ່ຕອງ ແລະ ຮູ້ຈັກຕົນເອງ ແລະ ພວກເຂົາບໍ່ມີຫົວໃຈທີ່ກັບໃຈ, ໃນທາງກົງກັນຂ້າມ ພວກເຂົາມີຄວາມເຊື່ອທີ່ມຶນງົງ ແລະ ສັບສົນໃນພຣະເຈົ້າ. ພວກເຂົາເຮັດແມ່ນຫຍັງກໍຕາມທີ່ເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາເຮັດ, ໂດຍບໍ່ສ້າງການລົບກວນ ຫຼື ການຂັດຂວາງໃດໆ. ຖາມພວກເຂົາເບິ່ງວ່າ “ທ່ານມີແນວຄິດໃດໜຶ່ງບໍ?” “ບໍ່”. “ທ່ານມີອຸປະນິໄສທີ່ເສ່ືອມຊາມໃດໜຶ່ງບໍ?” “ບໍ່”. “ທ່ານປາຖະໜາທີ່ຈະຮັບເອົາຄວາມລອດພົ້ນບໍ?” “ຂ້ານ້ອຍບໍ່ຮູ້”. “ທ່ານຮັບຮູ້ບໍວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ?” “ຂ້ານ້ອຍບໍ່ຮູ້”. ຖາມພວກເຂົາແມ່ນຫຍັງກໍໄດ້ ແລະ ພວກເຂົາຈະເວົ້າວ່າພວກເຂົາບໍ່ຮູ້. ມີບັນຫາກັບຄົນເຊັ່ນນັ້ນບໍ? (ແມ່ນ.) ມີ, ແຕ່ພວກເຂົາຮູ້ສຶກວ່າມັນບໍ່ແມ່ນບັນຫາ ແລະ ມັນບໍ່ຈຳເປັນຕ້ອງມີການແກ້ໄຂ. ພຣະຄຳພີເວົ້າວ່າ “ແລ້ວເພາະເຈົ້າອຸ່ນໆ ແລະ ບໍ່ໜາວບໍ່ຮ້ອນ, ເຮົາຈະອາຈຽນເຈົ້າອອກຈາກປາກຂອງເຮົາ”. ວະລີທີ່ວ່າ “ເຮົາຈະອາຈຽນເຈົ້າອອກຈາກປາກຂອງເຮົາ”—ຫຼັກການສຳລັບການຮັບມືກັບຄົນເຊັ່ນນັ້ນ; ມັນເປັນຜົນຮັບທີ່ມາຫາພວກເຂົາ. ການເຮັດຕົວບໍ່ໜາວບໍ່ຮ້ອນໝາຍຄວາມວ່າຄົນເຫຼົ່ານີ້ບໍ່ມີມຸມມອງໃດໜຶ່ງ; ມັນໝາຍຄວາມວ່າບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບເລື່ອງການປ່ຽນແປງໃນອຸປະນິໄສ ຫຼື ຄວາມລອດພົ້ນກັບພວກເຂົາແນວໃດກໍຕາມ, ພວກເຂົາຍັງເມິນເສີຍ. ຄຳວ່າ “ເມິນເສີຍ” ໝາຍຄວາມວ່າແນວໃດຢູ່ບ່ອນນີ້? ມັນໝາຍຄວາມວ່າພວກເຂົາບໍ່ສົນໃຈໃນເລື່ອງດັ່ງກ່າວ ແລະ ບໍ່ເຕັມໃຈທີ່ຈະໄດ້ຍິນກ່ຽວກັບພວກເຂົາ. ບາງຄົນອາດເວົ້າວ່າ “ມີຫຍັງຜິດປົກກະຕິຫຼາຍກັບການບໍ່ມີມຸມມອງ ຫຼື ການສະແດງອອກເຖິງຄວາມເສື່ອມຊາມ?” ຊ່າງໄຮ້ສາລະທີ່ສຸດ! ຄົນເຫຼົ່ານີ້ບໍ່ມີວິນຍານ, ເປັນຄົນທີ່ຕາຍແລ້ວ, ບໍ່ໜາວບໍ່ຮ້ອນ ແລະ ບໍ່ມີວິທີທີ່ພຣະເຈົ້າຈະເຮັດພາລະກິດໃນພວກເຂົາ. ເມື່ອເວົ້າເຖິງຜູ້ຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນ, ພຣະເຈົ້າພຽງແຕ່ອາຈຽນພວກເຂົາອອກມາ ແລະ ບໍ່ມີຫຍັງອີກກັບພວກເຂົາ. ພຣະອົງບໍ່ເຮັດພາລະກິດໃນພວກເຂົາ ແລະ ພວກເຮົາຈະບໍ່ປະເມີນຄ່າຄົນດັ່ງກ່າວໃນລັກສະນະໃດໜຶ່ງ, ພວກເຮົາຈະພຽງແຕ່ເມິນເສີຍພວກເຂົາ. ຖ້າມີຄົນເຊັ່ນນັ້ນໃນຄຣິສຕະຈັກ, ພວກເຂົາອາດຍັງຄົງຢູ່ຕາບໃດທີ່ພວກເຂົາບໍ່ສ້າງການລົບກວນໃດໆ, ຖ້າພວກເຂົາມີການລົບກວນ ພວກເຂົາຈະຖືກກຳຈັດຖິ້ມໃນທັນທີ. ນີ້ຄືສິ່ງທີ່ແກ້ໄຂໄດ້ງ່າຍ. ພຣະທຳຂອງເຮົາແນໃສ່ຄົນທີ່ສາມາດຍອມຮັບຄວາມຈິງ, ຄົນທີ່ປາຖະໜາຈະສະແຫວງຫາມັນ ແລະ ມີທັດສະນະຄະຕິທີ່ຊັດເຈນກ່ຽວກັບມັນ, ຄົນທີ່ຮັບຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ສາມາດໄດ້ຮັບຄວາມລອດພົ້ນ; ພວກມັນແນໃສ່ຄົນທີ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໄດ້ຍິນສຽງຂອງພຣະອົງ, ພວກມັນແນໃສ່ແກະຂອງພຣະເຈົ້າ, ຄົນເຫຼົ່ານັ້ນເປັນຄົນທີ່ພຣະທຳຂອງພຣະເຈົ້າແນໃສ່. ພຣະທຳຂອງພຣະເຈົ້າບໍ່ໄດ້ແນໃສ່ຄົນທີ່ບໍ່ໜາວບໍ່ຮ້ອນຕໍ່ພຣະອົງ. ຄົນດັ່ງກ່າວບໍ່ສົນໃຈໃນຄວາມຈິງ ແລະ ບໍ່ໜາວບໍ່ຮ້ອນກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮັບມືກັບຄົນດັ່ງກ່າວກໍຄືການເວົ້າວ່າ “ອອກໄປ. ທ່ານບໍ່ມີຫຍັງກ່ຽວກັບຂ້ານ້ອຍໄດ້ແນວໃດ” ເພື່ອບໍ່ສົນໃຈພວກເຂົາ ແລະ ບໍ່ເສຍຄວາມພະຍາຍາມໃດໆກັບພວກເຂົາ.
ພວກເຮົາຫາກໍໂອ້ລົມກ່ຽວກັບບາງຕົວຢ່າງທີ່ບໍ່ດີທີ່ກ່ຽວຂ້ອງກັບຫົວຂໍ້ການສະແຫວງຫາຄວາມຈິງ. ຜູ້ຄົນມັກຄິດຫາເຫດຜົນ, ຂໍ້ອ້າງ ແລະ ຂໍ້ແກ້ຕົວຢ່າງບໍ່ມີສະຕິເພື່ອປະຕິເສດການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ແນ່ນອນ ພວກເຂົາຍັງມັກເຊື່ອງການມີຢູ່ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຫຼອກລວງພວກເຂົາເອງ ແລະ ຄົນອື່ນ. ສິ່ງເຫຼົ່ານີ້ຄືວິທີການທີ່ໂງ່ ແລະ ຈ້າຂອງມະນຸດ. ໃນດ້ານໜຶ່ງ, ຜູ້ຄົນຮັບຮູ້ວ່າພຣະທຳທັງໝົດຂອງພຣະເຈົ້າທີ່ພິພາກສາມະນຸດຄືຄວາມຈິງ; ໃນອີກດ້ານ, ພວກເຂົາປະຕິເສດການມີຢູ່ຂອງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງ, ພ້ອມທັງພຶດຕິກຳຜິດໆຂອງພວກເຂົາທີ່ລະເມີດຄວາມຈິງ. ນີ້ຄືສັນຍານຊັດເຈນທີ່ພວກເຂົາບໍ່ສາມາດຍອມຮັບຄວາມຈິງ. ບໍ່ວ່າເຈົ້າຈະປະຕິເສດ ຫຼື ຮັບຮູ້ວ່າເຈົ້າມີອຸປະນິໄສທີ່ເສ່ືອມຊາມ ຫຼື ເຈົ້າຈະໃຫ້ຂໍ້ອ້າງ, ເຫດຜົນ ຫຼື ຂໍ້ໂຕ້ຖຽງທີ່ສວຍແຕ່ຮູບສຳລັບການສະແດງອອກເຖິງພຶດຕິກຳທີ່ເສື່ອມຊາມຂອງເຈົ້າ, ເວົ້າສັ້ນໆແລ້ວ ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ເຈົ້າບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ນີ້ຄືສິ່ງທີ່ບໍ່ສາມາດໂຕ້ແຍ່ງໄດ້. ຄົນໃດກໍຕາມທີ່ບໍ່ສະແຫວງຫາຄວາມຈິງເລີຍຈະຖືກເປີດໂປງ ແລະ ໂຍນຖິ້ມໃນທີ່ສຸດ, ບໍ່ວ່າພວກເຂົາຈະເປັນຜູ້ເຊື່ອໄດ້ເທົ່າໃດປີກໍຕາມ. ຜົນຕາມມານີ້ເປັນຜົນທີ່ເປັນຕາຢ້ານ. ອີກບໍ່ດົນໄພພິບັດຈະລົງມາ ແລະ ເຈົ້າຈະຖືກເປີດເຜີຍ ແລະ ເມື່ອໄພພິບັດຕ່າງໆມາ, ເຈົ້າຈະຮູ້ສຶກຢ້ານ. ເຈົ້າອາດມີເຫດຜົນຫຼາຍຢ່າງ ແລະ ຂໍ້ອ້າງຢ່າງຫຼວງຫຼາຍ ຫຼື ມັນເປັນໄປໄດ້ວ່າເຈົ້າປົກປິດໄດ້ດີ ແລະ ປິດບັງໄດ້ດີ, ແຕ່ມີຂໍ້ແທ້ຈິງໜຶ່ງທີ່ບໍ່ສາມາດປະຕິເສດໄດ້: ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ມີການເສຍຫາຍ, ມັນບໍ່ມີການປ່ຽນແປງເລີຍ. ເຈົ້າບໍ່ສາມາດຮູ້ຈັກຕົນເອງຢ່າງແທ້ຈິງ, ເຈົ້າບໍ່ສາມາດກັບໃຈໄດ້ຢ່າງແທ້ຈິງ ແລະ ໃນທີ່ສຸດແລ້ວ ເຈົ້າຈະບໍ່ສາມາດປ່ຽນແປງຕົນເອງ ຫຼື ຍອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ພຣະເຈົ້າຈະບໍ່ປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າ. ຖ້າເປັນດັ່ງນັ້ນ, ເຈົ້າຈະບໍ່ຕົກຢູ່ໃນບັນຫາໃຫຍ່ບໍ? ເຈົ້າຈະຕົກຢູ່ໃນອັນຕະລາຍທີ່ຈະຖືກໂຍນອອກ. ນັ້ນຄືເຫດຜົນທີ່ຄົນສະຫຼາດຈະຖິ້ມຂໍ້ອ້າງທີ່ບໍ່ສະຫຼາດເຫຼົ່ານີ້ ແລະ ເຫດຜົນທີ່ໂງ່ຈ້າ ແລະ ປະຖິ້ມການປົກປິດ ແລະ ການປິດບັງຂອງພວກເຂົາ. ພວກເຂົາຈະຜະເຊີນໜ້າກັບອຸປະນິໄສເສື່ອມຊາມທີ່ພວກເຂົາສະແດງອອກມາຢ່າງເໝາະສົມ ແລະ ນໍາໃຊ້ວິທີການຢ່າງຖືກຕ້ອງເພື່ອຮັບມື ແລະ ແກ້ໄຂພວກມັນ, ພະຍາຍາມທີ່ຈະເຮັດທຸກສິ່ງທີ່ພວກເຂົາເຮັດ ແລະ ສະແດງອອກເປັນຢ່າງດີ, ເພື່ອວ່າພຣະເຈົ້າຈະປ່ຽນຄວາມຄິດຂອງພຣະອົງກ່ຽວກັບພວກເຂົາ. ຖ້າພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າ, ມັນພິສູດວ່າພຣະອົງໃຫ້ອະໄພເຈົ້າຈາກຄວາມກະບົດ ແລະ ການຕໍ່ຕ້ານໃນອະດີດຂອງເຈົ້າຢ່າງແທ້ຈິງ. ເຈົ້າຈະຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ ແລະ ເຈົ້າຈະບໍ່ຮູ້ສຶກອົດກັ້ນ, ຄືກັບວ່າໄດ້ຍົກເອົາສິ່ງທີ່ໜັກໃຈອອກໄປ. ຄວາມຮູ້ສຶກນີ້ຄືການຢັນຢືນໃນວິນຍານຂອງເຈົ້າ; ຕອນນີ້, ເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ. ຄວາມຫວັງນີ້ເປັນສິ່ງທີ່ເຈົ້າແລກປ່ຽນກັບລາຄາທີ່ເຈົ້າຈ່າຍໃນການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ຄຸນງາມຄວາມດີຂອງເຈົ້າ. ມັນເປັນຜົນຮັບທີ່ບັນລຸໂດຍການສະແຫວງຫາຄວາມຈິງ ແລະ ການກະກຽມຄຸນງາມຄວາມດີ. ໃນທາງກົງກັນຂ້າມ, ເຈົ້າອາດຄິດວ່າຕົນເອງສະຫຼາດພໍແລ້ວ ແລະ ເຈົ້າອາດສາມາດຊອກຫາເຫດຜົນທີ່ພຽງພໍເພື່ອປົກປ້ອງ ແລະ ຍົກໂທດຕົນເອງໄດ້ທຸກຄັ້ງທີ່ເຈົ້າສະແດງຄວາມເສື່ອມຊາມອອກ. ເຈົ້າອາດປົກປິດ ແລະ ຫຸ້ມຫໍ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ສະນັ້ນກໍຫຼີກລ່ຽງທີ່ຈະໄຕ່ຕອງກ່ຽວກັບມັນ ແລະ ຮູ້ຈັກມັນຢ່າງຊັດເຈນ, ຄືກັບວ່າເຈົ້າບໍ່ໄດ້ສະແດງຄວາມເສື່ອມຊາມໃດໆເລີຍ. ເຈົ້າອາດຄິດວ່າຕົນເອງສະຫຼາດພໍສົມຄວນ, ຫຼົບຫຼີກຄັ້ງແລ້ວຄັ້ງເລົ່າ, ຖືກເປີດໂປງໂດຍຫຼາກຫຼາຍສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດແຈງ. ເຈົ້າກໍຄົງບໍ່ໄດ້ໄຕ່ຕອງ ຫຼື ຮູ້ຈັກຕົນເອງ, ເຈົ້າກໍຄົງບໍ່ໄດ້ຮັບຄວາມຈິງ ແລະ ເຈົ້າກໍຄົງພາດໂອກາດຫຼາຍຄັ້ງທີ່ຈະເຮັດໃຫ້ສົມບູນໂດຍພຣະເຈົ້າ. ແມ່ນຫຍັງຈະເປັນຜົນສະທ້ອນຈາກສິ່ງນີ້? ໃຫ້ພວກເຮົາປ່ອຍວາງໃນເລື່ອງທີ່ວ່າເຈົ້າສາມາດກັບໃຈ ຫຼື ບັນລຸຄວາມລອດພົ້ນສຳລັບຕອນນີ້ ແລະ ພຽງແຕ່ເວົ້າວ່າຖ້າພຣະເຈົ້າໃຫ້ເຈົ້າມີໂອກາດກັບໃຈຄັ້ງແລ້ວຄັ້ງເລົ່າ ແລະ ບໍ່ມີຜູ້ໃດໃນບັນດາພວກເຂົາຈະບີບບັງຄັບໃຫ້ເຈົ້າປ່ຽນແປງຄວາມຄິດຂອງເຈົ້າ, ແລ້ວເຈົ້າຈະຕົກຢູ່ໃນບັນຫາໃຫຍ່ຫຼວງ. ມັນຈະສຳຄັນຫຍັງວ່າເຈົ້າປົກປ້ອງຕົນເອງໄດ້ດີສໍ່າໃດ, ເຈົ້ານໍາສະເໜີຕົນເອງໄດ້ດີສໍ່າໃດ, ເຈົ້າປິດບັງຕົນເອງໄດ້ດີຢ່າງດີ, ເຈົ້າໃຫ້ຂໍ້ອ້າງ ແລະ ເຫດຜົນກັບຕົນເອງໄດ້ດີສໍ່າໃດ? ຖ້າພຣະເຈົ້າໄດ້ມອບໂອກາດໃຫ້ແກ່ເຈົ້າຄັ້ງແລ້ວຄັ້ງເລົ່າ ແລະ ສິ່ງນີ້ບໍ່ເຄີຍບີບບັງຄັບໃຫ້ເຈົ້າປ່ຽນຄວາມຄິດຂອງເຈົ້າ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍ. ເຈົ້າຮູ້ບໍວ່ານັ້ນແມ່ນອັນຕະລາຍຫຍັງ? ເຈົ້າສືບຕໍ່ຫາຂໍ້ອ້າງຢ່າງດື້ດ້ານສຳລັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ໃຫ້ຂໍ້ອ້າງ ແລະ ເຫດຜົນສຳລັບການບໍ່ສະແຫວງຫາຄວາມຈິງ ແລະ ການຕໍ່ຕ້ານ ແລະ ການປະຕິເສດການພິພາກສາຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ ແລະ ເຖິງຢ່າງໃດກໍຕາມ, ເຈົ້າຄິດວ່າຕົນເອງສະບາຍດີພໍສົມຄວນ ແລະ ເຊື່ອວ່າຄວາມສຳນຶກຂອງເຈົ້າຊັດເຈນ. ເຈົ້າປະຕິເສດທີ່ຈະຍອມຮັບການຖືກດູແລຕິດຕາມ, ລິຮານ ແລະ ຈັດການໂດຍເຮືອນຂອງພຣະເຈົ້າ, ຫຼົບຫຼີກຈາກການພິພາກສາ, ການຂ້ຽນຕີ ແລະ ຄວາມລອດພົ້ນຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ, ໂດຍມີຫົວໃຈທີ່ເຕັມໄປດ້ວຍຄວາມກະບົດຕໍ່ພຣະອົງ, ພຣະເຈົ້າກຽດຊັງເຈົ້າແລ້ວ ແລະ ພຣະອົງໄດ້ປະຖິ້ມເຈົ້າແລ້ວ ແລະ ເຖິງຢ່າງໃດກໍຕາມ ເຈົ້າຄິດວ່າເຈົ້າອາດຖືກຊ່ວຍໃຫ້ລອດພົ້ນ. ເຈົ້າບໍ່ຮູ້ບໍວ່າເຈົ້າໄດ້ຍ່າງໄກອອກຈາກເສັ້ນທາງທີ່ບໍ່ຖືກຕ້ອງໄປຫຼາຍແລ້ວ ແລະ ເຈົ້າບໍ່ສາມາດຖືກໄຖ່ບາບແລ້ວ? ພຣະເຈົ້າປົກຄອງຢູ່ໃນເຮືອນຂອງພຣະເຈົ້າ. ເຈົ້າຄິດວ່າເຈົ້າຢູ່ຫ່າງຈາກການລິດອຳນາດ ຫຼື ສິດອຳນາດຂອງພຣະເຈົ້າເມື່ອເຈົ້າຕໍ່ຕ້ານພຣະອົງ ແລະ ຈັດປະເພດຄວາມຊົ່ວຮ້າຍຂອງເຈົ້າ? ເຈົ້າບໍ່ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຈົ້າບໍ່ໄດ້ຮັບຄວາມຈິງ ແລະ ຊີວິດ ແລະ ເຈົ້າບໍ່ມີຄຳພະຍານຈາກປະສົບການເລີຍ. ຍ້ອນສິ່ງນີ້, ພຣະເຈົ້າປະນາມເຈົ້າ. ເຈົ້າກຳລັງນໍາໄພພິບັດມາຫາຕົນເອງ. ບໍ່ມີຫຍັງທີ່ສະຫຼາດກ່ຽວກັບສິ່ງນັ້ນ, ມັນເປັນຄວາມໂງ່ຈ້າ, ເປັນຄວາມໂງ່ຈ້າທີ່ສຸດ! ມັນເປັນຫາຍະນະ! ພວກເຮົາໄດ້ວາງສິ່ງນີ້ອອກຢູ່ບ່ອນນີ້, ຖ້າເຈົ້າບໍ່ເຊື່ອມັນ, ພຽງແຕ່ລໍຖ້າ ແລະ ເບິ່ງ. ເຈົ້າບໍ່ຄວນທີ່ຈະຄິດວ່າຖ້າເຈົ້າມີຂໍ້ອ້າງຊຸດໜຶ່ງສຳລັບການບໍ່ສະແຫວງຫາຄວາມຈິງ ແລະ ເຈົ້າມີຄວາມຄ່ອງແຄ້ວຂອງເຈົ້າ ແລະ ກົນອຸບາຍຂອງເຈົ້າ, ຖ້າບໍ່ມີຜູ້ໃດສາມາດໂຕ້ຖຽງຊະນະເຈົ້າ ແລະ ອ້າຍເອື້ອຍນ້ອງກໍບໍ່ສາມາດເປີດໂປງເຈົ້າ ແລະ ຖ້າຄຣິສຕະຈັກບໍ່ມີຂໍ້ອ້າງສຳລັບການຂັບໄລ່ເຈົ້າອອກໄປ, ແລ້ວເຮືອນຂອງພຣະເຈົ້າບໍ່ສາມາດເຮັດຫຍັງກັບເຈົ້າເລີຍ. ເຈົ້າເຂົ້າໃຈຜິດກ່ຽວກັບສິ່ງນັ້ນ. ເຈົ້າສືບຕໍ່ຍາດຊິງກັບພຣະເຈົ້າ; ເຮົາຈະເບິ່ງວ່າເຈົ້າສາມາດແຂ່ງຂັນກັບພຣະອົງໄດ້ດົນສໍ່າໃດ! ເຈົ້າຈະສາມາດແຂ່ງຂັນກັບພຣະອົງຈົນຮອດມື້ທີ່ພຣະເຈົ້າໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຮ້າຍຫຼັງຈາກທີ່ໄດ້ສຳເລັດພາລະກິດຂອງພຣະອົງບໍ? ເຈົ້າສາມາດຮັບປະກັນໄດ້ບໍວ່າເຈົ້າຈະບໍ່ຕາຍໃນໄພພິບັດ, ເຈົ້າຈະເອົາຕົວຫຼອດຈາກໄພພິບັດບໍ? ເຈົ້າມີອຳນາດສູງສຸດຢ່າງແທ້ຈິງເໜືອໂຊກຊະຕາຂອງເຈົ້າເອງ? ເຫດຜົນ ແລະ ຂໍ້ອ້າງຂອງເຈົ້າອາດປ່ອຍໃຫ້ເຈົ້າຫຼົບໜີຈາກການສືບສວນໃນເຮືອນຂອງພຣະເຈົ້າເປັນຊົ່ວໄລຍະໜຶ່ງ; ພວກມັນອາດເຮັດໃຫ້ເຈົ້າສາມາດລາກເອົາການມີຢູ່ທີ່ຊົ່ວຮ້າຍຂອງເຈົ້າໄປຊົ່ວໄລຍະໜຶ່ງ. ເຈົ້າອາດສາມາດເຮັດໃຫ້ຄົນຕາບອດຊົ່ວຄາວ ແລະ ສືບຕໍ່ປິດບັງ ແລະ ສໍ້ໂກງຄົນອື່ນໃນຄຣິສຕະຈັກ ແລະ ເຕີມເຕັມບ່ອນນັ່ງຢູ່ບ່ອນນັ້ນ, ແຕ່ເຈົ້າບໍ່ສາມາດຫຼົບໜີຈາກການກວດກາ ຫຼື ການກວດສອບຂອງພຣະເຈົ້າ. ພຣະເຈົ້າຕັດສິນຜົນຕາມມາຂອງບຸກຄົນໂດຍອີງໃສ່ວ່າພວກເຂົາມີຄວາມຈິງ ຫຼື ບໍ່; ພຣະອົງເຮັດພາລະກິດ ແລະ ການພິຈາລະນາຢ່າງລະອຽດຂອງພຣະອົງເອງ. ບໍ່ວ່າເຈົ້າຈະເປັນຄົນປະເພດໃດ ຫຼື ຊົ່ວຮ້າຍແນວໃດກໍຕາມ, ເຈົ້າບໍ່ສາມາດຫຼົບໜີຈາກການພິພາກສາ ແລະ ການປະນາມຂອງພຣະເຈົ້າ. ທັນທີທີ່ຜູ້ຄົນຖືກເລືອກຂອງພຣະເຈົ້າເຂົ້າໃຈຄວາມຈິງ ແລະ ໄດ້ຮັບການຢັ່ງຮູ້, ບໍ່ມີຜູ້ໃດຈະສາມາດຫຼົບໜີ, ນັ້ນຄືເວລາທີ່ເຈົ້າຈະຖືກກຳຈັດອອກຈາກຄຣິສຕະຈັກ. ບາງຄົນອາດບໍ່ເຊື່ອໝັ້ນ ແລະ ຈົ່ມພຳພຶມວ່າ “ຂ້ານ້ອຍເຮັດຫຼາຍຢ່າງເພື່ອພຣະເຈົ້າ, ເຮັດວຽກງານຢ່າງຫຼວງຫຼາຍສຳລັບພຣະອົງ ແລະ ຈ່າຍລາຄາເຊັ່ນນັ້ນ. ຂ້ານ້ອຍໄດ້ປະຖິ້ມຄອບຄົວຂອງຂ້ານ້ອຍ ແລະ ການແຕ່ງດອງຂອງຂ້ານ້ອຍ; ຂ້ານ້ອຍໄດ້ມອບຄວາມໜຸ່ມສາວຂອງຂ້ານ້ອຍໃຫ້ແກ່ພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ຂ້ານ້ອຍໄດ້ປະຖິ້ມອາຊີບຂອງຂ້ານ້ອຍ ແລະ ໃຊ້ເຄິ່ງໜຶ່ງຂອງກຳລັງໃນຊີວິດຂອງຂ້ານ້ອຍ, ຄິດວ່າຂ້ານ້ອຍແນ່ໃຈວ່າຈະໄດ້ຮັບພອນທີ່ພຣະອົງປະທານ. ຂ້ານ້ອຍບໍ່ເຄີຍຈິນຕະນາການວ່າຂ້ານ້ອຍຈະຖືກປະຖິ້ມຍ້ອນບໍ່ສະແຫວງຫາຄວາມຈິງ ແລະ ບໍ່ປະຕິບັດມັນຈັກເທື່ອ!” ເຈົ້າບໍ່ຮູ້ວ່າຄວາມຈິງປົກຄອງຢູ່ໃນເຮືອນຂອງພຣະເຈົ້າ? ມັນບໍ່ຊັດເຈນກັບເຈົ້າບໍວ່າພຣະເຈົ້າຈະໃຫ້ລາງວັນແກ່ຜູ້ໃດ ແລະ ພຣະອົງຈະອວຍພອນຜູ້ໃດ? ຖ້າການປະຖິ້ມ ແລະ ການເສຍສະຫຼະຂອງເຈົ້າໄດ້ພາໄປສູ່ຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ພວກເຂົາຍັງເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ແລ້ວພຣະເຈົ້າຈະໃຫ້ລາງວັນ ແລະ ອວຍພອນເຈົ້າ. ຖ້າການປະຖິ້ມ ແລະ ການເສຍສະຫຼະຂອງເຈົ້າບໍ່ແມ່ນຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ແຮງໄກທີ່ຈະເປັນຄຳພະຍານຕໍ່ພາລະກິດຂອງພຣະເຈົ້າ, ຖ້າພວກເຂົາໃຫ້ຄຳພະຍານກັບຕົນເອງແທນ, ຮ້ອງຂໍໃຫ້ພຣະເຈົ້າຮັບຮູ້ຜົນສຳເລັດຂອງເຈົ້າ, ແລ້ວເຈົ້າກໍກຳລັງຍ່າງໃນເສັ້ນທາງດຽວກັນກັບໂປໂລ. ສິ່ງທີ່ເຈົ້າກຳລັງເຮັດເປັນສິ່ງຊົ່ວຮ້າຍ ແລະ ມັນເປັນການຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຈະເວົ້າກັບເຈົ້າວ່າ “ອອກໄປຈາກເຮົາ, ເຈົ້າຜູ້ເຮັດການຊົ່ວ!” ແລ້ວສິ່ງນີ້ຈະໝາຍຄວາມວ່າແນວໃດ? ມັນຈະເປັນເຄື່ອງພິສູດວ່າເຈົ້າເສຍຫາຍ, ຖືກກຳນົດໃຫ້ຕົກລົງສູ່ໄພພິບັດ ແລະ ລົງໂທດ. ເຈົ້າຈະພົບກັບໄພພິບັດ. ໂປໂລຢູ່ເໜືອບຸກຄົນທົ່ວໄປໃນເວລາຂອງເພິ່ນໃນເລື່ອງຂອງສະຖານະ, ວຽກງານທີ່ເພິ່ນເຮັດ, ຄວາມສາມາດຂອງເພິ່ນ ແລະ ຂອງປະທານຂອງເພິ່ນ, ແຕ່ມັນເປັນປະໂຫຍດຫຍັງ? ນັບຕັ້ງແຕ່ຕົ້ນຈົນຈົບໃນຄວາມເຊື່ອຂອງເພິ່ນໃນພຣະເຈົ້າ, ໂປໂລພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ, ເພື່ອກຳນົດເງື່ອນໄຂ; ເພິ່ນສະແຫວງຫາລາງວັນ ແລະ ມົງກຸດຈາກພຣະເຈົ້າ. ໃນທີ່ສຸດ, ເພິ່ນບໍ່ໄດ້ກັບໃຈຢ່າງແທ້ຈິງ ຫຼື ກະກຽມຄຸນງາມຄວາມດີຫຼາຍຢ່າງ ແລະ ໂດຍທຳມະຊາດແລ້ວ ເພິ່ນຢູ່ຫ່າງຈາກການມີຄຳພະຍານຈາກປະສົບການທີ່ແທ້ຈິງຫຼາຍຢ່າງ. ເພິ່ນສາມາດຮັບເອົາການອະໄພໂທດຂອງພຣະເຈົ້າໂດຍບໍ່ກັບໃຈຈັກເທື່ອແທ້ໆບໍ? ເພິ່ນສາມາດເຮັດໃຫ້ພຣະເຈົ້າປ່ຽນແປງຄວາມຄິດຂອງພຣະອົງກ່ຽວກັບເພິ່ນບໍ? ນັ້ນຈະເປັນສິ່ງທີ່ບໍ່ຖືກຕ້ອງ. ໂປໂລໃຊ້ເວລາຕະຫຼອດຊີວິດຂອງເພິ່ນເພື່ອພຣະຜູ້ເປັນເຈົ້າ, ແຕ່ເພາະເພິ່ນຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ປະຕິເສດທີ່ຈະກັບໃຈຢ່າງເດັດຂາດ, ເພິ່ນບໍ່ພຽງແຕ່ບໍ່ໄດ້ຮັບລາງວັນ, ເພິ່ນຖືກລົງໂທດໂດຍພຣະເຈົ້າ. ມັນບໍ່ຈຳເປັນຕ້ອງເວົ້າເລີຍວ່າຜົນຕາມມາທີ່ເພິ່ນທົນທຸກເປັນຫາຍະນະ. ສະນັ້ນ, ເຮົາຈຶ່ງບອກເຈົ້າໃນຕອນນີ້ຢ່າງຊັດເຈນວ່າຖ້າເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ແລ້ວຢ່າງໜ້ອຍເຈົ້າກໍຄວນມີຄວາມສຳນຶກໜ້ອຍດຽວ ແລະ ບໍ່ໂຕ້ຖຽງກັບພຣະເຈົ້າ ຫຼື ລົງເດີມພັນດ້ວຍຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງເຈົ້າ, ຄືກັບວ່າເຈົ້າກຳລັງພະນັນ. ນັ້ນຄືການພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ, ເຊິ່ງເປັນວິທີການຕໍ່ຕ້ານພຣະອົງ. ສາມາດເກີດຈຸດຈົບດີໆຫຍັງຕໍ່ຄົນທີ່ເຊື່ອໃນພຣະເຈົ້າແຕ່ຕໍ່ຕ້ານພຣະອົງ? ຜູ້ຄົນປະພຶດດີເມື່ອຜະເຊີນໜ້າກັບຄວາມຕາຍ; ຄົນທີ່ບໍ່ຍອມຮັບເຫດຜົນຈະບໍ່ປະຖິ້ມວິທີການຕ່າງໆຂອງພວກເຂົາຈົນກວ່າພວກເຂົາຈະໃກ້ຕາຍແທ້ໆ. ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ, ວິທີການທີ່ດີທີ່ສຸດ, ງ່າຍທີ່ສຸດ ແລະ ມີສະຕິປັນຍາທີ່ສຸດກໍຄືການກຳນົດຂໍ້ອ້າງ, ເຫດຜົນ ແລະ ເງື່ອນໄຂທັງໝົດຂອງເຈົ້າ ແລະ ຍອມຮັບ ແລະ ສະແຫວງຫາຄວາມຈິງໂດຍທີ່ຕີນຂອງເຈົ້າຢູ່ເທິງພື້ນຢ່າງໜັກແໜ້ນ, ແລ້ວເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າ. ເມື່ອພຣະເຈົ້າປ່ຽນແປງຄວາມຄິດຂອງພຣະອົງກ່ຽວກັບເຈົ້າ, ເຈົ້າກໍມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ພຣະເຈົ້າໄດ້ມອບຄວາມຫວັງເພື່ອຄວາມລອດພົ້ນຂອງມະນຸດ ແລະ ເງື່ອນໄຂກ່ອນໜ້າທີ່ພຣະເຈົ້າຈະມອບຄວາມຫວັງນີ້ໃຫ້ແກ່ເຈົ້າກໍຄືເຈົ້າປະຖິ້ມທຸກສິ່ງທີ່ເຈົ້າຊື່ນຊົມ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ ແລະ ສະແຫວງຫາຄວາມຈິງ, ໂດຍບໍ່ພະຍາຍາມເຈລະຈາຕໍ່ລອງກັບພຣະອົງ. ມັນບໍ່ສຳຄັນວ່າເຈົ້າຈະເຖົ້າ ຫຼື ໜຸ່ມ, ຜູ້ຊາຍ ຫຼື ແມ່ຍິງ, ມີການສຶກສາ ຫຼື ບໍ່ມີການສຶກສາ ຫຼື ມັນບໍ່ສຳຄັນວ່າເຈົ້າຈະເກີດຢູ່ໃສ. ພຣະເຈົ້າບໍ່ໃຫ້ເບິ່ງຫຍັງໃນບັນດາສິ່ງເຫຼົ່ານີ້ເລີຍ. ເຈົ້າອາດເວົ້າວ່າ “ຂ້ານ້ອຍມີອາລົມດີ. ຂ້ານ້ອຍໃຈເຢັນ, ອົດກັ້ນ ແລະ ເຫັນອົກເຫັນໃຈ. ຖ້າຂ້ານ້ອຍສືບຕໍ່ໃຈເຢັນຈົນເຖິງທີ່ສຸດ, ສິ່ງນັ້ນຈະເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບຂ້ານ້ອຍ”. ສິ່ງເຫຼົ່ານີ້ເປັນສິ່ງທີ່ໄຮ້ປະໂຫຍດ. ພຣະເຈົ້າບໍ່ໄດ້ຫຼຽວເບິ່ງອາລົມຂອງເຈົ້າ ຫຼື ບຸກຄະລິກຂອງເຈົ້າ ຫຼື ການສຶກສາຂອງເຈົ້າ ຫຼື ອາຍຸຂອງເຈົ້າ ຫຼື ມັນບໍ່ສຳຄັນວ່າເຈົ້າຈະທົນທຸກຫຼາຍສໍ່າໃດ ຫຼື ເຈົ້າໄດ້ເຮັດວຽກງານຫຼາຍສໍ່າໃດ. ພຣະເຈົ້າຈະຖາມເຈົ້າວ່າ “ໃນຕະຫຼອດຫຼາຍປີທີ່ເຈົ້າເຊື່ອ, ອຸປະນິໄສຂອງເຈົ້າມີການປ່ຽນແປງແລ້ວບໍ? ແມ່ນຫຍັງຄືສິ່ງທີ່ເຈົ້າດຳລົງຊີວິດຕາມ? ເຈົ້າໄດ້ສະແຫວງຫາຄວາມຈິງບໍ? ເຈົ້າໄດ້ຍອມຮັບພຣະທຳຂອງພຣະເຈົ້າບໍ?” ເຈົ້າອາດເວົ້າວ່າ “ຂ້ານ້ອຍໄດ້ຮັບຟັງພວກມັນ ແລະ ຍອມຮັບພວກມັນ”. ຫຼັງຈາກນັ້ນ, ພຣະເຈົ້າຈະຖາມເຈົ້າວ່າ “ຍ້ອນເຈົ້າໄດ້ຮັບຟັງພວກມັນ ແລະ ເຈົ້າໄດ້ຍອມຮັບພວກມັນ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າມີການແກ້ໄຂບໍ? ເຈົ້າໄດ້ກັບໃຈຢ່າງແທ້ຈິງບໍ? ເຈົ້າຍອມຕໍ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍອມຮັບພວກມັນບໍ?” ເຈົ້າເວົ້າວ່າ “ຂ້ານ້ອຍໄດ້ທົນທຸກ ແລະ ຈ່າຍລາຄາ; ຂ້ານ້ອຍໄດ້ເສຍສະຫຼະຕົນເອງ ແລະ ປະຖິ້ມສິ່ງຕ່າງໆ ແລະ ຂ້ານ້ອຍໄດ້ຖວາຍສິ່ງຕ່າງໆ, ຂ້ານ້ອຍໄດ້ຖວາຍລູກໆຂອງຂ້ານ້ອຍໃຫ້ກັບພຣະເຈົ້າເຊັ່ນກັນ”. ການຖວາຍທັງໝົດຂອງເຈົ້າເປັນສິ່ງທີ່ໄຮ້ປະໂຫຍດ. ສິ່ງດັ່ງກ່າວບໍ່ສາມາດແລກປ່ຽນສຳລັບພອນຈາກອານາຈັກສະຫວັນ ຫຼື ນໍາໃຊ້ເພື່ອເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າໄດ້. ວິທີດຽວທີ່ຈະເຮັດໃຫ້ພຣະເຈົ້າປ່ຽນຄວາມຄິດຂອງພຣະອົງກ່ຽວກັບເຈົ້າຄືການເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ. ບໍ່ມີຕົວເລືອກອື່ນ. ມະນຸດຕ້ອງບໍ່ສວາຍໂອກາດ ຫຼື ມີເລ່ຫຼ່ຽມເມື່ອເວົ້າເຖິງຄວາມລອດພົ້ນ ແລະ ບໍ່ມີປະຕູຫຼັງ. ເຈົ້າເຂົ້າໃຈບໍ? ເຈົ້າຕ້ອງຊັດເຈນກ່ຽວກັບສິ່ງນີ້. ຢ່າສັບສົນກ່ຽວກັບສິ່ງນີ້, ເຖິງແມ່ນວ່າເຈົ້າສັບສົນ ພຣະເຈົ້າຈະບໍ່ໄດ້ສັບສົນ. ແລ້ວເຈົ້າຄວນເຮັດຫຍັງນັບຕັ້ງແຕ່ນັ້ນເປັນຕົ້ນໄປ? ຍ້ອນກັບທັດສະນະຄະຕິຂອງເຈົ້າ ແລະ ປ່ຽນມຸມມອງຂອງເຈົ້າ ແລະ ປ່ອຍໃຫ້ພຣະທຳຂອງພຣະເຈົ້າເປັນພື້ນຖານຂອງເຈົ້າ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ. ບໍ່ມີ “ຄວາມດີ” ທີ່ເກີດຈາກມະນຸດ, ບໍ່ມີຂໍ້ອ້າງຂອງມະນຸດ, ບໍ່ມີປັດຊະຍາຂອງມະນຸດ, ຄວາມຮູ້, ສິນທຳ, ຈັນຍາທຳ ຫຼື ແມ່ນແຕ່ຄວາມສຳນຶກ ຫຼື ສິ່ງທີ່ມະນຸດເອີ້ນວ່າຄວາມຊື່ສັດ ແລະ ກຽດສັກສີໃດສາມາດຢືນຂວາງຄວາມຈິງ. ປະຖິ້ມສິ່ງເຫຼົ່ານີ້, ປິດງຽບຫົວໃຈຂອງເຈົ້າ ແລະ ຊອກຫາພື້ນຖານສຳລັບພຶດຕິກຳ ແລະ ການດຳເນີນຂອງເຈົ້າທັງໝົດຢູ່ພາຍໃນພຣະທຳຂອງພຣະເຈົ້າ. ແລ້ວເມື່ອເຈົ້າເຮັດເຊັ່ນນັ້ນ, ໃຫ້ຊອກຫາການທີ່ພຣະເຈົ້າເປີດເຜີຍຫຼາກຫຼາຍດ້ານໃນອຸປະນິໄສທີ່ເສື່ອມຊາມຂອງມະນຸດພາຍໃນພຣະທຳຂອງພຣະອົງ. ຍົກຕົວເຈົ້າເອງຂຶ້ນທຽບໃສ່ພຣະທຳເຫຼົ່ານັ້ນ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ພະຍາຍາມຮູ້ຈັກຕົນເອງໃຫ້ໄວເທົ່າທີ່ຈະໄວໄດ້, ປະຖິ້ມຄວາມເສ່ືອມຊາມ ແລະ ຟ້າວກັບໃຈ ແລະ ປ່ຽນແປງຕົນເອງ. ປະຖິ້ມຄວາມຊົ່ວຮ້າຍຂອງເຈົ້າ ແລະ ສະແຫວງຫາຫຼັກການແຫ່ງຄວາມຈິງໃນພຶດຕິກຳ ແລະ ການດຳເນີນການຂອງເຈົ້າ, ອີງພວກມັນທັງໝົດໃສ່ພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງບໍ່ອີງສິ່ງເຫຼົ່ານີ້ໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດຢ່າງເດັດຂາດ. ເຈົ້າຕ້ອງບໍ່ພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າຢ່າງເດັດຂາດ; ເຈົ້າຕ້ອງບໍ່ພະຍາຍາມແລກປ່ຽນການທົນທຸກ ແລະ ການເສຍສະຫຼະທີ່ບໍ່ສຳຄັນຂອງເຈົ້າສຳລັບລາງວັນ ແລະ ພອນຂອງພຣະເຈົ້າ. ເຊົາເຮັດສິ່ງຕ່າງໆທີ່ໂງ່ຈ້າເຊັ່ນນັ້ນ, ເພື່ອບໍ່ໃຫ້ພຣະເຈົ້າເລີ່ມໃຈຮ້າຍກັບເຈົ້າ ແລະ ສາບແຊ່ງເຈົ້າ ແລະ ລຶບລ້າງເຈົ້າ. ນັ້ນຄືສິ່ງທີ່ຊັດເຈນບໍ? ພວກເຈົ້າເຂົ້າໃຈສິ່ງນີ້ບໍ? (ແມ່ນ.) ດີຖ້າເປັນເຊັ່ນນັ້ນ, ໃຫ້ຕຶກຕອງກ່ຽວກັບມັນຢ່າງລະມັດລະວັງຕັ້ງແຕ່ນັ້ນໄປ.
ທຸກສິ່ງທີ່ພວກເຮົາຫາກໍໂອ້ລົມແມ່ນກ່ຽວຂ້ອງກັບການສະແຫວງຫາຄວາມຈິງ ແລະ ເຖິງແມ່ນວ່າພວກເຮົາບໍ່ໃຫ້ຄຳຕອບທີ່ສະເພາະຕໍ່ຄຳຖາມກ່ຽວກັບຄວາມຄິດຈາກຄວາມໝາຍຂອງການສະແຫວງຫາຄວາມຈິງ, ພວກເຮົາມີສ່ວນຮ່ວມໃນການໂອ້ລົມບາງຢ່າງທີ່ແນໃສ່ຄວາມເຂົ້າໃຈຜິດທີ່ຫຼາກຫຼາຍຂອງມະນຸດ ແລະ ຄວາມຮູ້ຜິດໆກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຫຼາກຫຼາຍຄວາມຫຍຸ້ງຍາກ ແລະ ບັນຫາທີ່ມີຢູ່ເມື່ອຄົນໆໜຶ່ງສະແຫວງຫາຄວາມຈິງ. ເພື່ອຈະເວົ້າໃຫ້ສຳເລັດ, ເຮົາຕ້ອງການສະຫຼຸບຄວາມໝາຍຂອງການສະແຫວງຫາຄວາມຈິງ, ວິທີການທີ່ການສະແຫວງຫາຄວາມຈິງປາກົດອອກ ແລະ ແມ່ນຫຍັງຄືເສັ້ນທາງແຫ່ງການປະຕິບັດສຳລັບການສະແຫວງຫາຄວາມຈິງແທ້ໆ. ສະນັ້ນ, ການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດ? ການສະແຫວງຫາຄວາມຈິງຄືການເລີ່ມປະຕິບັດ ແລະ ການຜະເຊີນໜ້າກັບພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນກໍບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຂອງຄວາມຈິງຜ່ານຂະບວນການຜະເຊີນໜ້າກັບພຣະທຳຂອງພຣະເຈົ້າ ແລະ ກາຍມາເປັນຄົນທີ່ຮູ້ຈັກ ແລະ ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ນັ້ນຄືຜົນຮັບສຸດທ້າຍທີ່ບັນລຸໂດຍການສະແຫວງຫາຄວາມຈິງ. ແນ່ນອນ, ການສະແຫວງຫາຄວາມຈິງຄືຂະບວນການທີ່ມີຂັ້ນຕອນ ແລະ ມັນຖືກແບ່ງອອກເປັນຫຼາຍຂັ້ນຕອນ. ເມື່ອເຈົ້າໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ຄົ້ນພົບວ່າພວກມັນເປັນຄວາມຈິງ ແລະ ຄວາມເປັນຈິງ, ເຈົ້າຈະເລີ່ມໄຕ່ຕອງກ່ຽວກັບຕົນເອງພາຍໃນພຣະທຳຂອງພຣະເຈົ້າ ແລະ ຮັບເອົາຄວາມຮູ້ກ່ຽວກັບຕົນເອງ. ເຈົ້າຈະເຫັນວ່າເຈົ້າກະບົດຫຼາຍ ແລະ ເຈົ້າສະແດງຄວາມເສື່ອມຊາມຫຼາຍ. ເຈົ້າຈະປາຖະໜາເພື່ອສາມາດນໍາຄວາມຈິງໄປປະຕິບັດ ແລະ ບັນລຸຄວາມຍອມຕໍ່ພຣະເຈົ້າ ແລະ ເຈົ້າຈະເລີ່ມດິ້ນຮົນສູ່ຄວາມຈິງ. ນັ້ນຄືຜົນຮັບທີ່ມາຈາກການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງຢ່າງແທ້ຈິງ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ປະສົບການໃນຊີວິດຂອງເຈົ້າເລີ່ມຕົ້ນຂຶ້ນ. ເມື່ອເຈົ້າເລີ່ມສືບສວນ ແລະ ກວດສອບສະພາວະ ແລະ ບັນຫາທີ່ເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ສິ່ງນີ້ກໍພິສູດວ່າເຈົ້າໄດ້ເລີ່ມສະແຫວງຫາຄວາມຈິງແລ້ວ. ເຈົ້າຈະສາມາດໄຕ່ຕອງຢ່າງຫ້າວຫັນ ແລະ ກວດສອບບັນຫາໃດໜຶ່ງເຊິ່ງເກີດຂຶ້ນ ຫຼື ຄວາມເສື່ອມຊາມໃດໜຶ່ງທີ່ເຈົ້າສະແດງອອກ. ແລ້ວເມື່ອເຈົ້າຮັບຮູ້ວ່າພວກມັນເປັນການສະແດງອອກເຖິງຄວາມເສື່ອມຊາມ ແລະ ອຸປະນິໄສທີ່ເສື່ອມຊາມຢ່າງແນ່ນອນ, ເຈົ້າຈະສະແຫວງຫາຄວາມຈິງ ແລະ ເລີ່ມແກ້ໄຂບັນຫາເຫຼົ່ານັ້ນຢ່າງເປັນທຳມະຊາດ. ການເຂົ້າສູ່ຊີວິດເລີ່ມຕົ້ນດ້ວຍການໄຕ່ຕອງກ່ຽວກັບຕົນເອງ; ມັນເປັນຂັ້ນຕອນທຳອິດຂອງການສະແຫວງຫາຄວາມຈິງ. ທັນທີຫຼັງຈາກນັ້ນ, ຜ່ານການໄຕ່ຕອງກ່ຽວກັບຕົນເອງ ແລະ ການຮູ້ຈັກຕົນເອງ ເຈົ້າຈະເຫັນວ່າພຣະທຳແຫ່ງການເປີດໂປງທັງໝົດຂອງພຣະເຈົ້າສອດຄ່ອງກັບຂໍ້ແທ້ຈິງ. ຫຼັງຈາກນັ້ນ, ເຈົ້າຈະສາມາດຍອມອ່ອນນ້ອມພວກມັນຈາກຫົວໃຈຂອງເຈົ້າ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າ. ນັ້ນຄືຂັ້ນຕອນທີສອງຂອງການສະແຫວງຫາຄວາມຈິງ. ຄົນສ່ວນໃຫຍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າທີ່ເປີດເຜີຍພຶດຕິກຳທີ່ເສື່ອມຊາມຂອງມະນຸດ, ແຕ່ພວກເຂົາບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າທີ່ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງມະນຸດຢ່າງງ່າຍດາຍ. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຮັບຮູ້ຄວາມຮ້າຍແຮງທີ່ໃຫຍ່ຫຼວງໃນຄວາມເສື່ອມຊາມຂອງພວກເຂົາເອງ; ພວກເຂົາພຽງແຕ່ຮັບຮູ້ພຣະທຳຂອງພຣະເຈົ້າທີ່ເປີດເຜີຍພຶດຕິກຳທີ່ເສື່ອມຊາມຂອງມະນຸດ. ຍ້ອນສິ່ງນີ້, ພວກເຂົາບໍ່ສາມາດຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຈາກຫົວໃຈຂອງພວກເຂົາ. ໃນທາງກົງກັນຂ້າມ, ພວກເຂົາບໍ່ສົນໃຈມັນ. ບາງຄົນເວົ້າວ່າ “ຂ້ານ້ອຍພຽງແຕ່ມີພຶດຕິກຳທີ່ເສື່ອມຊາມສອງສາມຢ່າງ, ແຕ່ຂ້ານ້ອຍສາມາດເຮັດສິ່ງດີໆບາງຢ່າງ. ຂ້ານ້ອຍເປັນຄົນດີ, ຂ້ານ້ອຍບໍ່ແມ່ນຂອງຊາຕານ. ຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນຂ້ານ້ອຍຄວນເປັນຂອງພຣະເຈົ້າ”. ນີ້ບໍ່ແມ່ນເລື່ອງໄຮ້ສາລະບໍ? ເຈົ້າເກີດໃນໂລກມະນຸດ, ເຈົ້າໄດ້ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ເຈົ້າໄດ້ຮັບການສຶກສາທີ່ເປັນວັດທະນະທຳດັ້ງເດີມ. ມໍລະດົກໂດຍທຳມະຊາດຂອງເຈົ້າ ແລະ ຄວາມຮູ້ທີ່ເຈົ້າໄດ້ຮຽນຮູ້ມາຈາກຊາຕານ. ທຸກຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງທີ່ເຈົ້າເຄົາລົບເປັນຂອງຊາຕານ. ການເວົ້າວ່າເຈົ້າບໍ່ແມ່ນຂອງຊາຕານຈະປ່ອຍໃຫ້ເຈົ້າຫຼົບໜີຈາກຄວາມເສື່ອມຊາມຂອງມັນບໍ? ມັນເປັນດັ່ງທີ່ເດັກນ້ອຍສາມາດເວົ້າຕົວະ ແລະ ໝິ່ນປະໝາດຄົນອື່ນຈາກຊ່ວງເວລາທີ່ພວກເຂົາອ້າປາກຂອງພວກເຂົາ. ຜູ້ໃດສອນພວກເຂົາໃຫ້ເຮັດສິ່ງນັ້ນ? ບໍ່ມີຜູ້ໃດ. ສິ່ງນັ້ນສາມາດເປັນຫຍັງ, ນອກຈາກຜົນສະທ້ອນຈາກຄວາມເສື່ອມຊາມຂອງຊາຕານ? ສິ່ງເຫຼົ່ານີ້ແມ່ນຂໍ້ແທ້ຈິງ. ຜູ້ຄົນບໍ່ສາມາດເຫັນຊາຕານ ແລະ ວິນຍານຊົ່ວຮ້າຍຂອງໂລກຝ່າຍວິນຍານ, ແຕ່ເປັນມານຮ້າຍທີ່ມີຊີວິດ ແລະ ກະສັດຂອງມານຮ້າຍແມ່ນຢູ່ທຸກບ່ອນໃນໂລກມະນຸດ. ພວກເຂົາທຸກຄົນເປັນການບັງເກີດເປັນມະນຸດຂອງຊາຕານ. ນີ້ຄືຂໍ້ແທ້ຈິງທີ່ທຸກຄົນຕ້ອງຮັບຮູ້. ຄົນທີ່ເຂົ້າໃຈຄວາມຈິງສາມາດເບິ່ງຜ່ານສິ່ງເຫຼົ່ານີ້ ແລະ ພວກເຂົາສາມາດຮັບຮູ້ວ່າພຣະທຳແຫ່ງການເປີດໂປງທັງໝົດຂອງພຣະເຈົ້າເປັນຂໍ້ແທ້ຈິງ. ບາງຄົນອາດເວົ້າເຖິງການຮູ້ຈັກຕົນເອງ, ແຕ່ພວກເຂົາບໍ່ເຄີຍຮັບຮູ້ຈັກເທື່ອວ່າຄວາມເສື່ອມຊາມທີ່ເປີດເຜີຍໂດຍພຣະທຳຂອງພຣະເຈົ້າເປັນຈິງ ຫຼື ພຣະທຳຂອງພຣະອົງເປັນຄວາມຈິງ. ສິ່ງນີ້ແມ່ນທຽບເທົ່າກັບການທີ່ບໍ່ສາມາດຍອມຮັບຄວາມຈິງ. ຖ້າຄົນໆໜຶ່ງບໍ່ຮັບຮູ້ຂໍ້ແທ້ຈິງທີ່ພວກເຂົາມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຈະບໍ່ສາມາດກັບໃຈໄດ້ຢ່າງແທ້ຈິງ. ແນ່ນອນ, ຄົນໆໜຶ່ງຕ້ອງມີປະສົບການກັບພາລະກິດຂອງພຣະເຈົ້າສຳລັບຊົ່ວໄລຍະໜຶ່ງເພື່ອຮັບຮູ້ ແລະ ຍອມຮັບຂໍ້ແທ້ຈິງທີ່ທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ຫຼັງຈາກທີ່ສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງ, ພວກເຂົາຈະກົ້ມຫົວຂອງພວກເຂົາລົງເພື່ອຍອມອ່ອນນ້ອມຕໍ່ໜ້າຂໍ້ແທ້ຈິງນັ້ນໂດຍເປັນທຳມະຊາດ. ພວກເຂົາຈະບໍ່ມີທາງເລືອກອື່ນນອກຈາກຮັບຮູ້ວ່າພຣະທຳທັງໝົດຂອງພຣະເຈົ້າທີ່ເປີດເຜີຍ, ພິພາກສາ ແລະ ປະນາມມະນຸດຄືຂໍ້ແທ້ຈິງ ແລະ ຄວາມຈິງ ແລະ ຍອມຮັບພວກມັນທັງໝົດ. ນັ້ນຄືຄວາມໝາຍຂອງການຖືກເອົາຊະນະໂດຍພຣະທຳຂອງພຣະເຈົ້າ. ເມື່ອຜູ້ຄົນສາມາດຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ແກ່ນແທ້ທີ່ເສື່ອມຊາມບົນພື້ນຖານພຣະທຳຂອງພຣະເຈົ້າ ແລະ ຍອມຮັບວ່າພວກເຂົາມີອຸປະນິໄສທີ່ຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງພວກເຂົາມີຫຼາຍ, ແລ້ວພວກເຂົາກໍສາມາດຍອມຮັບ ແລະ ຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຢ່າງສົມບູນ. ພວກເຂົາຈະເຕັມໃຈໃນການຍອມຕໍ່ພຣະທຳຂອງພຣະເຈົ້າທີ່ເປີດເຜີຍ ແລະ ພິພາກສາມະນຸດຊາດ, ບໍ່ວ່າພວກມັນຈະຮຸນແຮງ ຫຼື ສຽບແທງສໍ່າໃດກໍຕາມ. ເມື່ອເຈົ້າໄດ້ເຂົ້າໃຈ ແລະ ຮູ້ໜ້ອຍໜຶ່ງກ່ຽວກັບວິທີການທີ່ພຣະທຳຂອງພຣະເຈົ້າກຳນົດ, ຈັດປະເພດ ແລະ ປະນາມມະນຸດຊາດທີ່ເສື່ອມຊາມ, ພ້ອມທັງວິທີການທີ່ພວກເຂົາຕັດສິນ ແລະ ເປີດເຜີຍມະນຸດຊາດທີ່ເສື່ອມຊາມ, ເມື່ອເຈົ້າຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ໄດ້ເລີ່ມຮູ້ຈັກອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງເຈົ້າເອງ, ເມື່ອເຈົ້າເລີ່ມກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຊາຕານ ແລະ ເນື້ອໜັງຂອງເຈົ້າເອງ ແລະ ເມື່ອເຈົ້າປາຖະໜາທີ່ຈະຮັບເອົາຄວາມຈິງ, ດຳລົງຊີວິດຕາມທີ່ມະນຸດຄວນຈະເປັນ ແລະ ກາຍມາເປັນຄົນໜຶ່ງທີ່ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ, ນັ້ນກໍຄືເມື່ອເຈົ້າເລີ່ມເອົາໃຈໃສ່ໃນການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ. ນີ້ຄືຂັ້ນຕອນທີສອງຂອງການສະແຫວງຫາຄວາມຈິງ.
ການຮູ້ຈັກຕົນເອງຢ່າງແທ້ຈິງຄືການໄຕ່ຕອງ ແລະ ການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງໂດຍອີງໃສ່ພຣະທຳຂອງພຣະເຈົ້າ, ແລ້ວບັນລຸຄວາມຮູ້ກ່ຽວກັບແກ່ນແທ້ທີ່ເສື່ອມຊາມຂອງຄົນໆໜຶ່ງ ແລະ ຂໍ້ແທ້ຈິງກ່ຽວກັບຄວາມເສື່ອມຊາມຂອງຄົນໆໜຶ່ງ. ເມື່ອບຸກຄົນໜຶ່ງເຮັດສິ່ງນີ້, ພວກເຂົາຈະເຫັນຄວາມຮ້າຍແຮງຫຼາຍໃນຄວາມເສື່ອມຊາມຂອງມະນຸດຊາດໂດຍມີຄວາມຊັດເຈນຢ່າງສົມບູນ, ພວກເຂົາຈະເຫັນວ່າມະນຸດຊາດບໍ່ໄດ້ດຳລົງຊີວິດດັ່ງທີ່ຜູ້ຄົນຄວນຈະເປັນ, ມະນຸດຊາດທີ່ດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ແລະ ມະນຸດຊາດປາສະຈາກຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ. ພວກເຂົາຈະເຫັນວ່າມຸມມອງຂອງຜູ້ຄົນກ່ຽວກັບສິ່ງຕ່າງໆແມ່ນລ້ວນແລ້ວແຕ່ເປັນຂອງຊາຕານ ແລະ ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງ ແລະ ຄວາມມັກຂອງຜູ້ຄົນ, ການສະແຫວງ ແລະ ເສັ້ນທາງທີ່ພວກເຂົາເລືອກລ້ວນແລ້ວແຕ່ເຈືອປົນໄປດ້ວຍພິດຂອງຊາຕານ ແລະ ທຸກສິ່ງນີ້ປະກອບມີຄວາມປາຖະໜາເກີນຕົວຂອງມະນຸດ ແລະ ເຈດຕະນາທີ່ຈະຮັບເອົາພອນ. ພວກເຂົາຈະເຫັນວ່າອຸປະນິໄສທີ່ມະນຸດສະແດງອອກເປັນອຸປະນິໄສ, ທຳມະຊາດ ແລະ ແກ່ນແທ້ຂອງຊາຕານແທ້ໆ. ການຮູ້ຈັກຕົນເອງໃນຂອບເຂດນັ້ນບໍ່ແມ່ນເລື່ອງງ່າຍ; ມັນສາມາດບັນລຸໄດ້ບົນພື້ນຖານພຣະທຳຂອງພຣະເຈົ້າເທົ່ານັ້ນ. ຖ້າມັນເກີດຂຶ້ນບົນພື້ນຖານທິດສະດີສິນທຳ, ຖະແຫຼງການ ແລະ ຄວາມຄິດກ່ຽວກັບວັດທະນະທຳດັ້ງເດີມ, ຄົນໆໜຶ່ງຈະສາມາດບັນລຸການຮູ້ຈັກຕົນເອງຢ່າງແທ້ຈິງບໍ? ບໍ່ແມ່ນຢ່າງແນ່ນອນ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າມາຈາກພາຍໃນປັດຊະຍາ ແລະ ທິດສະດີທີ່ຊົ່ວຮ້າຍເຫຼົ່ານີ້. ມັນຈະບໍ່ແມ່ນເລື່ອງທີ່ແປກປະຫຼາຍບໍທີ່ຈະອີງການຮູ້ຈັກຕົນເອງຂອງເຈົ້າໃນສິ່ງເຫຼົ່ານີ້ທີ່ເປັນຂອງຊາຕານ? ມັນຈະບໍ່ແມ່ນຄວາມໄຮ້ສາລະທີ່ຫຼັບຫູຫຼັບຕາບໍ? ສະນັ້ນ, ການຮູ້ຈັກຕົນເອງຕ້ອງອີງໃສ່ພຣະທຳຂອງພຣະເຈົ້າ. ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນຄວາມຈິງ ແລະ ມີພຽງແຕ່ພຣະທຳຂອງພຣະເຈົ້າທີ່ເປັນເງື່ອນໄຂທີ່ທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງໄດ້ຮັບການວັດແທກ. ຖ້າເຈົ້າເຫັນຢ່າງແທ້ຈິງວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ, ພວກມັນເປັນພື້ນຖານທີ່ຖືກຕ້ອງໜຶ່ງດຽວເພື່ອວັດແທກທຸກຄົນ, ທຸກເລື່ອງ ແລະ ທຸກສິ່ງ, ແລ້ວເຈົ້າກໍມີວິທີການທີ່ຢູ່ຂ້າງໜ້າ. ແລ້ວເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງ, ເຊິ່ງຄືການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອຜູ້ຄົນໄດ້ຮັບຄວາມຮູ້ຢ່າງແທ້ຈິງກ່ຽວກັບແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາເອງພາຍໃນພຣະຳທຂອງພຣະເຈົ້າ, ພວກເຂົາຈະປະພຶດ ແລະ ປະຕິບັດໃນພາຍຫຼັງໄດ້ແນວໃດ? (ພວກເຂົາຈະກັບໃຈ.) ນັ້ນຄືສິ່ງທີ່ຖືກຕ້ອງ. ເມື່ອບຸກຄົນໜຶ່ງໄດ້ຮັບຄວາມຮູ້ກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ, ຄວາມສຳນຶກຜິດຈະເກີດຂຶ້ນໃນຫົວໃຈຂອງພວກເຂົາໂດຍເປັນທຳມະຊາດ ແລະ ພວກເຂົາຈະເລີ່ມກັບໃຈ. ສິ່ງນີ້ໝາຍຄວາມວ່າພວກເຂົາຈະພະຍາຍາມກຳຈັດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກຈາກຕົນເອງ ແລະ ບໍ່ດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍອີກຕໍ່ໄປ. ໃນທາງກົງກັນຂ້າມ, ພວກເຂົາຈະດຳລົງຊີວິດ ແລະ ປະພຶດຕົນເອງຕາມພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຕໍ່ການປັ້ງແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ນີ້ຄືການກັບໃຈຢ່າງແທ້ຈິງ. ນີ້ຄືຂັ້ນຕອນທີສີ່ຂອງການສະແຫວງຫາຄວາມຈິງ. ພວກເຈົ້ທຸກຄົນຊັດເຈນກ່ຽວກັບສິ່ງທີ່ເປັນການກັບໃຈຢ່າງແທ້ຈິງໃນຕອນນີ້, ສະນັ້ນພວກເຈົ້າຄວນປະຕິບັດມັນແນວໃດ? ຝຶກປ່ຽນແປງຕົວພວກເຈົ້າເອງ. ສິ່ງນີ້ໝາຍເຖິງການປະຖິ້ມສິ່ງຕ່າງໆທີ່ເຈົ້າຍຶດຕິດ ແລະ ຄິດວ່າຖືກຕ້ອງ, ບໍ່ດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງຕາມພຣະທຳຂອງພຣະເຈົ້າ. ນັ້ນຄືຄວາມໝາຍຂອງການປ່ຽນແປງຕົວພວກເຈົ້າເອງ. ໂດຍສະເພາະແລ້ວ, ເຈົ້າຕ້ອງປະຕິເສດຕົນເອງ ແລະ ຈັດລັກສະນະກ່ອນ, ອີງໃສ່ພຣະທຳຂອງພຣະເຈົ້າ, ບໍ່ວ່າຄວາມຄິດ, ແນວຄິດ, ການດຳເນີນການ ແລະ ການກະທຳຂອງເຈົ້າສອດຄ່ອງກັບຄວາມຈິງ ຫຼື ບໍ່ ແລະ ພວກມັນເກີດຂຶ້ນແນວໃດ. ຖ້າເຈົ້າຕັດສິນວ່າສິ່ງເຫຼົ່ານີ້ມາຈາກອຸປະນິໄສທີ່ເສື່ອມຊາມ ແລະ ເກີດຈາກປັດຊະຍາທີ່ຊົ່ວຮ້າຍ, ແລ້ວເຈົ້າຄວນປັບໃຊ້ທ່າທີ່ການປະນາມ ແລະ ການສາບແຊ່ງຕໍ່ພວກເຂົາ. ການເຮັດເຊັ່ນນັ້ນນໍາໄປສູ່ການປະຖິ້ມເນື້ອໜັງ ແລະ ຊາຕານ. ນີ້ແມ່ນພຶດຕິກຳປະເພດໃດ? ມັນບໍ່ແມ່ນການປະຕິເສດ, ການຍົກເລີກ, ການສະຫຼະຖິ້ມ ແລະ ການປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ? ການປະຕິເສດສິ່ງຕ່າງໆທີ່ເຈົ້າເຊື່ອວ່າຖືກຕ້ອງ, ການປະຖິ້ມຜົນປະໂຫຍດຂອງເຈົ້າ, ການປະຖິ້ມເຈດຕະນາທີ່ບໍ່ຖືກຕ້ອງຂອງເຈົ້າ ແລະ ການບັນລຸການຫັນກັບໃນເສັ້ນທາງຂອງເຈົ້າບໍ່ແມ່ນເລື່ອງງ່າຍ ແລະ ມີລາຍລະອຽດທີ່ສະເພາະຫຼາຍຢ່າງໃນສິ່ງນັ້ນ. ຖ້າເຈົ້າເຕັມໃຈທີ່ຈະກັບໃຈ, ແຕ່ເຈົ້າພຽງແຕ່ເວົ້າເຊັ່ນນີ້ ແລະ ບໍ່ປະຕິເສດ, ຍົກເລີກ, ສະຫຼະຖິ້ມ ຫຼື ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ແລ້ວນີ້ຄືການສຳແດງອອກເຖິງການກັບໃຈ ແລະ ເຈົ້າບໍ່ໄດ້ເຂົ້າສູ່ການກັບໃຈຢ່າງແທ້ຈິງ. ການກັບໃຈທີ່ແທ້ຈິງສຳແດງອອກແນວໃດ? ຢ່າງທຳອິດ, ເຈົ້າປະຕິເສດສິ່ງເຫຼົ່ານີ້ທີ່ເຈົ້າເຊື່ອວ່າຖືກຕ້ອງ, ຕົວຢ່າງ: ແນວຄິດຂອງເຈົ້າ ແລະ ຄວາມຕ້ອງການຂອງພຣະເຈົ້າ, ພ້ອມທັງສິ່ງຕ່າງໆ ເຊັ່ນ: ມຸມມອງຂອງເຈົ້າກ່ຽວກັບສິ່ງຕ່າງໆ, ວິທີການຂອງເຈົ້າ ແລະ ວິທີການຮັບມືກັບບັນຫາ, ປະສົບການມະນຸດຂອງເຈົ້າ ແລະ ອື່ນໆອີກ. ການປະຕິເສດທຸກສິ່ງເຫຼົ່ານີ້ເປັນການປະຕິບັດຂອງການກັບໃຈຢ່າງເປັນຮູບປະທຳ ແລະ ການຫັນໄປຫາພຣະເຈົ້າ. ເຈົ້າພຽງແຕ່ສາມາດປະຖິ້ມສິ່ງຜິດໆ ເມື່ອເຈົ້າໄດ້ເບິ່ງຜ່ານພວກມັນ ແລະ ປະຕິເສດພວກມັນ. ຖ້າເຈົ້າບໍ່ປະຕິເສດສິ່ງເຫຼົ່ານີ້ ແລະ ຍັງເຊື່ອວ່າພວກເຂົາເປັນສິ່ງທີ່ດີ ແລະ ຖືກຕ້ອງ, ແລ້ວເຈົ້າຈະບໍ່ສາມາດປະຖິ້ມພວກມັນ, ເຖິງແມ່ນວ່າຄົນອື່ນຈະບອກໃຫ້ເຈົ້າເຮັດເຊັ່ນນັ້ນ. ເຈົ້າຈະເວົ້າວ່າ “ຂ້ານ້ອຍມີການສຶກສາດີຫຼາຍ ແລະ ຂ້ານ້ອຍມີປະສົບການຢ່າງຫຼວງຫຼາຍ. ຂ້ານ້ອຍເຊື່ອວ່າສິ່ງເຫຼົ່ານີ້ຖືກຕ້ອງ, ເປັນຫຍັງຂ້ານ້ອຍຄວນປະຖິ້ມພວກມັນ?” ຖ້າເຈົ້າຍຶດຕິດກັບຫົນທາງຂອງເຈົ້າ ແລະ ສືບຕໍ່ໃນການເຮັດເຊັ່ນນັ້ນ, ເຈົ້າຈະສາມາດຍອມຮັບຄວາມຈິງບໍ? ມັນບໍ່ແມ່ນເລື່ອງງ່າຍເລີຍ. ຖ້າເຈົ້າຕ້ອງການຮັບຄວາມຈິງ, ເຈົ້າຕ້ອງປະຕິເສດສິ່ງເຫຼົ່ານັ້ນທີ່ເຈົ້າຄິດວ່າຖືກຕ້ອງ ແລະ ດີກ່ອນ, ແລ້ວເຫັນຢ່າງຊັດເຈນວ່າເຈົ້າມີແກ່ນແທ້ທີ່ບໍ່ດີ, ພວກມັນເກີດຂຶ້ນໃນຊາຕານ, ພວກມັນລ້ວນແລ້ວແຕ່ເປັນຄວາມເຊື່ອຜິດໆທີ່ຕົບຕາ ແລະ ການຍຶດຕິດກັບສິ່ງທີ່ຊົ່ວຮ້າຍຈະພຽງແຕ່ພາເຈົ້າໃຫ້ເຮັດສິ່ງຊົ່ວຮ້າຍ, ຕໍ່ຕ້ານພຣະເຈົ້າ ແລະ ໃນທີ່ສຸດແລ້ວກໍຖືກລົງໂທດ ແລະ ທຳລາຍ. ຖ້າເຈົ້າສາມາດເຫັນຢ່າງຊັດເຈນວ່າຄວາມຄິດ ແລະ ພິດທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມນັ້ນສາມາດນໍາພາມະນຸດໄປສູ່ຄວາມຫາຍະນະຂອງມະນຸດ, ເຈົ້າຈະສາມາດປະຖິ້ມພວກມັນໄດ້ຢ່າງສົມບູນ. ແນ່ນອນ, ການປະຕິເສດ, ການຍົກເລີກ, ການສະຫຼະຖິ້ມ, ການປະຖິ້ມ ແລະ ອື່ນໆອີກລ້ວນແລ້ວແຕ່ເປັນທັດສະນະຄະຕິ ແລະ ວິທີການທັງໝົດທີ່ຄົນໆໜຶ່ງປັບໃຊ້ຕໍ່ກອງກຳລັງ ແລະ ທຳມະຊາດຂອງຊາຕານ, ພ້ອມທັງຕໍ່ປັດຊະຍາ, ເຫດຜົນ, ຄວາມຄິດ ແລະ ມຸມມອງທີ່ຊາຕານໃຊ້ເພື່ອນໍາພາຜູ້ຄົນຢ່າງຜິດໆ. ຕົວຢ່າງ: ການປະຖິ້ມຜົນປະໂຫຍດໃນເນື້ອໜັງຂອງຄົນໆໜຶ່ງ; ການຍົກເລີກຄວາມມັກ ແລະ ການສະແຫວງຫາເນື້ອໜັງຂອງຄົນໆໜຶ່ງ; ການສະຫຼະຖິ້ມປັດຊະຍາ, ຄວາມຄິດ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆຂອງຊາຕານ; ການປະຖິ້ມອິດທິພົນຂອງຊາຕານ ແລະ ກອງກຳລັງທີ່ຊົ່ວຮ້າຍຂອງມັນ. ຊຸດປະຕິບັດທັງໝົດນີ້ລ້ວນແລ້ວແຕ່ເປັນວິທີການ ແລະ ເສັ້ນທາງທີ່ຜູ້ຄົນສາມາດປະຕິບັດການກັບໃຈ. ເພື່ອເຂົ້າສູ່ການກັບໃຈຢ່າງແທ້ຈິງ, ຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງຫຼາຍຢ່າງ, ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງປະຕິເສດຕົນເອງ ແລະ ປະຖິ້ມເນື້ອໜັງຂອງພວກເຂົາໄດ້ຢ່າງສົມບູນ. ຕົວຢ່າງ: ສົມມຸດວ່າເຈົ້າເຊື່ອວ່າຕົນເອງມີຄວາມຮູ້ ແລະ ມີປະສົບການຢ່າງຫຼວງຫຼາຍ ແລະ ເຈົ້າຄວນເປັນຊັບສິນໃນເຮືອນຂອງພຣະເຈົ້າ ແລະ ເປັນປະໂຫຍດຫຼາຍ. ແລ້ວເຖິງຢ່າງໃດກໍຕາມ, ເມື່ອໄດ້ຍິນຄຳເທດສະໜາເປັນເວລາຫຼາຍປີກ່ຽວກັບຄວາມຈິງ ແລະ ເຂົ້າໃຈຄວາມຈິງບາງຢ່າງ, ເຈົ້າຮູ້ສຶກວ່າຄວາມຮູ້ ແລະ ການຮຽນຮູ້ຂອງເຈົ້າບໍ່ມີຄ່າ ແລະ ບໍ່ເປັນປະໂຫຍດແມ່ນແຕ່ໜ້ອຍດຽວຕໍ່ເຮືອນຂອງພຣະເຈົ້າ. ເຈົ້າຮັບຮູ້ວ່າມັນເປັນຄວາມຈິງ ແລະ ພຣະທຳຂອງພຣະເຈົ້າທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ມັນເປັນຄວາມຈິງທີ່ສາມາດເປັນຊີວິດຂອງບຸກຄົນໜຶ່ງ. ເຈົ້າມາຮູ້ສຶກວ່າບໍ່ວ່າບຸກຄົນໜຶ່ງຈະມີຄວາມຮູ້ ຫຼື ປະສົບການຫຼາຍສໍ່າໃດກໍຕາມ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມຈິງ ແລະ ບໍ່ວ່າສິ່ງຕ່າງໆຂອງມະນຸດຈະສອດຄ່ອງກັບແນວຄິດຂອງມະນຸດຫຼາຍສໍ່າໃດກໍຕາມ, ພວກມັນບໍ່ແມ່ນຄວາມຈິງ. ເຈົ້າຮັບຮູ້ວ່າພວກມັນລ້ວນແລ້ວແຕ່ມາຈາກຊາຕານ ແລະ ພວກມັນລ້ວນແລ້ວແຕ່ເປັນສິ່ງບໍ່ດີທີ່ບໍ່ກ່ຽວພັນກັບຄວາມຈິງ. ບໍ່ວ່າເຈົ້າຈະມີການສຶກສາ, ມີຄວາມຮູ້ ຫຼື ມີປະສົບການຫຼາຍສໍ່າໃດກໍຕາມ, ມັນຈະເປັນປະໂຫຍດໜ້ອຍດຽວ ຖ້າເຈົ້າບໍ່ເຂົ້າໃຈເລື່ອງຝ່າຍວິນຍານ ແລະ ບໍ່ສາມາດເຂົ້າໃຈຄວາມຈິງ. ຖ້າເຈົ້າຕ້ອງຮັບໃຊ້ເປັນຜູ້ນໍາ, ເຈົ້າຈະບໍ່ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ເຈົ້າຈະບໍ່ສາມາດແກ້ໄຂບັນຫາຕ່າງໆ. ຖ້າເຈົ້າຕ້ອງຂຽນບົດຄວາມຄຳພະຍານຈາກປະສົບການ, ເຈົ້າຈະບໍ່ສາມາດຄິດຫາຄຳເວົ້າໄດ້. ຖ້າເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າຈະບໍ່ມີຄວາມຮູ້ກ່ຽວກັບພຣະອົງ. ຖ້າເຈົ້າຕ້ອງເຜີຍແຜ່ຂ່າວປະເສີດ, ເຈົ້າຈະບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂແນວຄິດຂອງຜູ້ຄົນ. ຖ້າເຈົ້າຕ້ອງລ້ຽງດູຜູ້ເຊື່ອໃໝ່, ເຈົ້າຈະບໍ່ຊັດເຈນໃນຄວາມຈິງກ່ຽວກັບນິມິດ ແລະ ເຈົ້າພຽງແຕ່ຈະສາມາດເທດສະໜາຄຳເວົ້າ ແລະ ວະລີແຫ່ງຫຼັກຄຳສອນ. ຖ້າເຈົ້າບໍ່ສາມາດແກ້ໄຈແນວຄິດຂອງເຈົ້າເອງ, ເຈົ້າຈະສາມາດແກ້ໄຂແນວຄິດຂອງຜູ້ເຊື່ອໃໝ່ໄດ້ແນວໃດ? ເຈົ້າບໍ່ສາມາດເຮັດວຽກງານໃດໆນີ້ໄດ້ເລີຍ, ສະນັ້ນເຈົ້າສາມາດເຮັດຫຍັງໄດ້? ຖ້າເຈົ້າຖືກຮຽກຮ້ອງໃຫ້ໃຊ້ແຮງງານ, ເຈົ້າຈະຄິດວ່າມັນເປັນການເສຍພອນສະຫວັນຂອງເຈົ້າ. ເຈົ້າເວົ້າວ່າເຈົ້າມີພອນສະຫວັນ, ແຕ່ເຈົ້າບໍ່ສາມາດຈັດການກັບໜ້າວຽກ ຫຼື ປະຕິບັດໜ້າທີ່ໃດໆໄດ້ເປັນຢ່າງດີ, ສະນັ້ນມັນແມ່ນຫຍັງແທ້ໆທີ່ເຈົ້າສາມາດເຮັດໄດ້? ມັນບໍ່ແມ່ນວ່າເຮືອນຂອງພຣະເຈົ້າບໍ່ປາຖະໜາທີ່ຈະໃຊ້ເຈົ້າ, ມັນເປັນເພາະວ່າເຈົ້າບໍ່ປະຕິບັດໜ້າທີ່ທີ່ເຈົ້າຄວນເຮັດ. ເຈົ້າບໍ່ສາມາດກ່າວໂທດຄຣິສຕະຈັກສຳລັບເລື່ອງນັ້ນໄດ້. ແຕ່ເຖິງຢ່າງໃດກໍຕາມ, ເຈົ້າອາດຄິດກັບຕົນເອງວ່າ “ພຣະເຈົ້າບໍ່ໄດ້ຄາດຫວັງຈາກມະນຸດຫຼາຍເກີນໄປບໍ? ຂ້ານ້ອຍບໍ່ສາມາດເຮັດຂໍ້ຮຽກຮ້ອງເຫຼົ່ານີ້ໄດເລີຍ. ເປັນຫຍັງຈຶ່ງຮຽກຮ້ອງຈາກຂ້ານ້ອຍຫຼາຍແທ້?” ຖ້າຄົນໃດໜຶ່ງແອບມີຄວາມເຂົ້າໃຈຜິດທີ່ໃຫຍ່ຫຼວງຂະໜາດນັ້ນກ່ຽວກັບພຣະເຈົ້າ, ມັນກໍພິສູດວ່າພວກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະອົງ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າຮູ້ສຶກວ່າມຸມມອງຂອງເຈົ້າຖືກຕ້ອງ ແລະ ບໍ່ຈຳເປັນຕ້ອງປ່ຽນ ແລະ ຖ້າເຈົ້າຮັບຮູ້ວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງໃນທິດສະດີ, ແຕ່ເຈົ້າບໍ່ສາມາດປະຖິ້ມຂີ້ເຫຍື້ອທີ່ເຈົ້າຍຶດຕິດ, ສິ່ງນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ທັນເຂົ້າໃຈຄວາມຈິງເທື່ອ. ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງຫຼາຍຂຶ້ນ ແລະ ເຈົ້າຄວນອ່ານພຣະທຳຂອງພຣະອົງຫຼາຍຂຶ້ນ ແລະ ຮັບຟັງຄຳເທດສະໜາ ແລະ ໂອລົ້ມຫຼາຍຂຶ້ນ, ແລ້ວເຈົ້າຈະຄ່ອຍໆມາເຂົ້າໃຈວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ. ໃນຖານະບຸກຄົນໜຶ່ງ, ວິທີການທຳອິດທີ່ເຈົ້າຄວນປະຕິບັດຕໍ່ຄວາມຈິງ ແລະ ພຣະເຈົ້າກໍຄືຄວາມເຊື່ອຟັງ. ນີ້ຄືພາລະຜູກມັດຂອງມະນຸດ. ຖ້າເຈົ້າສາມາດເຂົ້າໃຈສິ່ງເຫຼົ່ານີ້, ມັນໝາຍຄວາມວ່າເຈົ້າກຳລັງຫັນກັບໃນເສັ້ນທາງຂອງເຈົ້າ. ການຫັນກັບເສັ້ນທາງຂອງເຈົ້າຄືເສັ້ນທາງແຫ່ງການປະຕິບັດສຳລັບການກັບໃຈ; ມັນແມ່ນເພື່ອປະຖິ້ມສິ່ງເຫຼົ່ານີ້ທີ່ເຈົ້າເຄີຍຄິດວ່າຖືກຕ້ອງຢ່າງສົມບູນ, ເຊິ່ງມາຈາກຊາຕານ ແລະ ເພື່ອເລືອກຫົນທາງທີ່ເຈົ້າຍ່າງໃໝ່. ມັນຄືການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະອົງ ແລະ ຫຼັກການແຫ່ງຄວາມຈິງ ແລະ ເພື່ອຍ່າງໃນຫົນທາງທີ່ສະແຫວງຫາຄວາມຈິງ. ນີ້ຄືຄວາມໝາຍຂອງການຫັນກັບເສັ້ນທາງຂອງຄົນໆໜຶ່ງ. ມັນເປັນການມາຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງການກັບໃຈ. ເມື່ອຄົນໆໜຶ່ງສາມາດນໍາຄວາມຈິງໄປປະຕິບັດ, ມັນເປັນຈິງໂດຍບໍ່ຕ້ອງເວົ້າເລີຍວ່າພວກເຂົາໄດ້ເລີ່ມເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ກັບໃຈຢ່າງແທ້ຈິງ. ມັນເປັນພຽງເວລາທີ່ມະນຸດໄດ້ກັບໃຈຢ່າງແທ້ຈິງ, ມັນຈຶ່ງອາດເວົ້າໄດ້ວ່າພວກເຂົາເລີ່ມອອກເດີນທາງໃນຫົນທາງສູ່ຄວາມລອດພົ້ນ. ການເຮັດເຊັ່ນນັ້ນຄືການເຂົ້າຮ່ວມໃນຂັ້ນຕອນທີສີ່ຂອງການສະແຫວງຫາຄວາມຈິງ.
ເມື່ອບຸກຄົນໜຶ່ງໄດ້ກັບໃຈຢ່າງແທ້ຈິງ, ພວກເຂົາຈະເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ, ພວກເຂົາຈະບໍ່ແອບມີແນວຄິດ ຫຼື ຄວາມເຂົ້າໃຈຜິດກ່ຽວກັບພາລະກິດຂອງພຣະເຈົ້າເປັນພື້ນຖານ, ພວກເຂົາຈະເຕັມໃຈທີ່ຈະຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ພວກເຂົາຈະເລີ່ມຜະເຊີນໜ້າກັບພາລະກິດຂອງພຣະເຈົ້າຢ່າງເປັນທາງການ. ມີຊ່ວງເວລາການປ່ຽນຜ່ານທີ່ຍາວນານລະຫວ່າງບຸກຄົນທີ່ມາເຊື່ອໃນພຣະເຈົ້າເປັນຄັ້ງທຳອິດກັບຄົນທີ່ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຢ່າງເປັນທາງການ. ຊ່ວງເວລາການປ່ຽນຜ່ານນີ້ຄືໄລຍະທີ່ເລີ່ມຕົ້ນຈາກບຸກຄົນທີ່ເລີ່ມເຊື່ອໃນພຣະເຈົ້າຈົນກວ່າພວກເຂົາຈະກັບໃຈຢ່າງແທ້ຈິງ. ຖ້າຄົນໃດໜຶ່ງບໍ່ຮັກຄວາມຈິງ, ພວກເຂົາຈະບໍ່ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ ຫຼື ຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຈະບໍ່ສາມາດຮູ້ຈັກຕົນເອງຈັກເທື່ອ. ຄົນເຊັ່ນນັ້ນຈະຖືກໂຍນອອກ. ຖ້າຄົນໃດໜຶ່ງຮັກຄວາມຈິງ, ແລ້ວໃນການອ່ານພຣະທຳຂອງພຣະເຈົ້າ ແລະ ການຮັບຟັງຄຳເທດສະໜາເຊັ່ນກັນ, ພວກເຂົາຈະສາມາດຮັບເອົາບາງສິ່ງຢ່າງແທ້ຈິງ ແລະ ຮູ້ວ່າພາລະກິດຂອງພຣະເຈົ້າຄືພາລະກິດທີ່ຊ່ວຍມະນຸດໃຫ້ລອດພົ້ນ ແລະ ໄຕ່ຕອງກ່ຽວກັບຕົນເອງ ແລະ ຮູ້ຈັກຕົນເອງໃນຄວາມຈິງທີ່ພວກເຂົາເຂົ້າໃຈ; ພວກເຂົາຈະມາກຽດຊັງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງຫຼາຍຂຶ້ນເລື້ອຍໆ ແລະ ສົນໃຈຫຼາຍຂຶ້ນໃນຄວາມຈິງ, ພວກເຂົາຈະໄດ້ຮັບຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງໂດຍບໍ່ຕັ້ງໃຈ ແລະ ພວກເຂົາຈະສຳນຶກຜິດ ແລະ ກັບໃຈຢ່າງແທ້ຈິງ. ເມື່ອຜູ້ຄົນທີ່ຮັກຄວາມຈິງໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ຮັບຟັງຄຳເທດສະໜາ, ພວກເຂົາຈະບັນລຸຜົນຮັບເຊັ່ນນັ້ນຢ່າງເປັນທຳມະຊາດ. ພວກເຂົາຈະຄ່ອຍໆມາຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ. ຫຼັງຈາກທີ່ຄົນໆໜຶ່ງກັບໃຈຢ່າງແທ້ຈິງ, ພວກເຂົາຄວນປະຕິບັດແນວໃດ? ພວກເຂົາຄວນສະແຫວງຫາຄວາມຈິງໃນທຸກສິ່ງ; ບໍ່ວ່າຫຍັງກໍຕາມຈະເກີດຂຶ້ນກັບພວກເຂົາ, ພວກເຂົາຄວນທີ່ຈະສາມາດຊອກຫາຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກນັ້ນກໍເລີ່ມປະຕິບັດຄວາມຈິງ. ນີ້ຄືຂັ້ນຕອນທີຫ້າຂອງການສະແຫວງຫາຄວາມຈິງ. ແມ່ນຫຍັງຄືຈຸດປະສົງຂອງການສະແຫວງຫາຄວາມຈິງ? ເພື່ອປະຕິບັດຄວາມຈິງ ແລະ ບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າ. ແຕ່ເພື່ອທີ່ປະຕິບັດຄວາມຈິງ, ຄົນໆໜຶ່ງຕ້ອງເຮັດເຊັ່ນນັ້ນຕາມຫຼັກການຂອງຄວາມຈິງ. ສິ່ງນັ້ນພຽງສິ່ງດຽວກໍເປັນການປະຕິບັດຄວາມຈິງຢ່າງຖືກຕ້ອງ; ສິ່ງນັ້ນພຽງສິ່ງດຽວກໍປ່ອຍໃຫ້ຄົນໆໜຶ່ງໄດ້ຮັບການຮອງຮັບຂອງພຣະເຈົ້າ. ສະນັ້ນ, ການທີ່ສາມາດປະຕິບັດຕາມຫຼັກການແຫ່ງຄວາມຈິງກໍເປັນສິ່ງທີ່ການສະແຫວງຫາຄວາມຈິງຕັ້ງໃຈຈະບັນລຸ. ການໄປເຖິງຂັ້ນນີ້ໝາຍຄວາມວ່າຄົນໆໜຶ່ງໄດ້ເຂົ້າສູ່ຄວາມເປັນຈິງໃນການປະຕິບັດຄວາມຈິງ. ການສະແຫວງຫາຄວາມຈິງແມ່ນເກີດຂຶ້ນເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ເມື່ອບຸກຄົນໜຶ່ງສາມາດນໍາຄວາມຈິງໄປປະຕິບັດ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈະຕົກຫາຍໄປໂດຍທຳມະຊາດ ແລະ ການປະຕິບັດຄວາມຈິງຂອງພວກເຂົາຈະບັນລຸຜົນຮັບທີ່ພຣະເຈົ້າຮຽກຮ້ອງ. ສິ່ງດັ່ງກ່າວຄືຂະບວນການທີ່ນໍາພາຈາກການກັບໃຈຢ່າງແທ້ຈິງໄປຫາການປະຕິບັດຄວາມຈິງ. ໃນອະດີດ, ການດຳລົງຊີວິດຢູ່ທ່າມກາງອຸປະນິໄສທີ່ເສື່ອມຊາມແມ່ນການດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ການໃຫ້ພຣະເຈົ້າປະນາມ ແລະ ກຽດຊັງການດຳເນີນການ ແລະ ພຶດຕິກຳທັງໝົດຂອງຄົນໆໜຶ່ງ; ຕອນນີ້, ການທີ່ສາມາດຍອມຮັບຄວາມຈິງ, ການທີ່ກັບໃຈໄດ້ຢ່າງແທ້ຈິງ, ການທີ່ສາມາດປະຕິບັດຄວາມຈິງ ແລະ ຍອມຕໍ່ພຣະເຈົ້າ ແລະ ການດຳລົງຊີວິດຕາມພຣະທຳຂອງພຣະອົງ ນັ້ນກໍຄື ສິ່ງນີ້ບັນລຸການຮອງຮັບຂອງພຣະເຈົ້າແນ່ນອນ. ຄົນທີ່ສະແຫວງຫາຄວາມຈິງຄວນໄຕ່ຕອງກ່ຽວກັບພວກເຂົາເອງຢູ່ເລື້ອຍໆ. ພວກເຂົາຄວນຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຂົາຄວນໄດ້ຮັບຄວາມຮູ້ຢ່າງແທ້ຈິງກ່ຽວກັບແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ ແລະ ພັດທະນາຫົວໃຈທີ່ສຳນຶກຜິດ; ພວກເຂົາຄວນເລີ່ມສະແຫວງຫາຄວາມຈິງໃນທຸກສິ່ງຫຼັງຈາກທີ່ກັບໃຈ, ປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືສິ່ງທີ່ການສະແຫວງຫາຄວາມຈິງ ແລະ ການເຮັດໃຫ້ການເຂົ້າສູ່ຊີວິດຂອງຄົນໆໜຶ່ງເລິກຊຶ້ງເທື່ອລະໜ້ອຍນັ້ນສາມາດສຳເລັດໄດ້. ຖ້າຄົນໃດໜຶ່ງບໍ່ຮູ້ຈັກຕົນເອງຢ່າງແທ້ຈິງ, ມັນເປັນໄປບໍ່ໄດ້ທີ່ພວກເຂົາຈະຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ຫຼື ກັບໃຈຢ່າງແທ້ຈິງ. ແລ້ວຖ້າຄົນໃດໜຶ່ງບໍ່ໄດ້ກັບໃຈຢ່າງແທ້ຈິງ, ຄົນໆນັ້ນຈະສືບຕໍ່ດຳລົງຊີວິດຕາມອຸປະນິໄສທີ່ຊົ່ຳວຮ້າຍ. ການປ່ຽນແປງຢ່າງແທ້ຈິງຈະບໍ່ເກີດຂຶ້ນໃນພວກເຂົາ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເປັນເວລາເທົ່າໃດປີກໍຕາມ. ພຶດຕິກຳຂອງພວກເຂົາຈະປ່ຽນແປງໜ້ອຍໜຶ່ງ; ນັ້ນຄືທຸກສິ່ງ. ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະບໍ່ສະແຫວງຫາຄວາມຈິງເພື່ອຍອມຮັບຄວາມໃຫ້ເປັນຊີວິດຂອງພວກເຂົາ, ສະນັ້ນມັນແນ່ນອນວ່າການກະທຳ ແລະ ພຶດຕິກຳຂອງພວກເຂົາຈະຍັງເປັນການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມ, ສິ່ງເຫຼົ່ານີ້ຈະເຂົ້າກັບຄວາມຈິງບໍ່ໄດ້ ແລະ ຕໍ່ຕ້ານພຣະເຈົ້າ. ຄົນທີ່ສະແຫວງຫາຄວາມຈິງສາມາດຍອມຮັບຄວາມຈິງເປັນຊີວິດຂອງພວກເຂົາ, ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ນໍາຄວາມຈິງໄປປະຕິບັດ ແລະ ບັນລຸການຍອມອ່ອນນ້ອມຢ່າງແທ້ຈິງຕໍ່ພຣະເຈົ້າ. ຄົນທີ່ສະແຫວງຫາຄວາມຈິງຈະສະແຫວງຫາມັນເມື່ອສິ່ງຕ່າງໆທີ່ເກີດຂຶ້ນນັ້ນບໍ່ຊັດເຈນຫຼາຍສຳລັບພວກເຂົາ. ພວກເຂົາຈະບໍ່ວາງແຜນເພື່ອຜົນປະໂຫຍດຂອງພວກເຂົາເອງອີກຕໍ່ໄປ ແລະ ພວກເຂົາຈະຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ດ້ວຍຫົວໃຈທີ່ເຂົ້າກັບພຣະເຈົ້າໄດ້. ຄົນທີ່ສະແຫວງຫາຄວາມຈິງຍອມຕໍ່ພຣະເຈົ້າຫຼາຍຂຶ້ນ ແລະ ພວກເຂົາສາມາດຢ້ານກົວພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ດຳລົງຊີວິດຕາມທີ່ມະນຸດຄວນເປັນໄດ້ຫຼາຍຂຶ້ນ. ການປ່ຽນແປງດັ່ງກ່າວແມ່ນເປັນໄປບໍ່ໄດ້ສຳລັບຄົນທີ່ບໍ່ສະແຫວງຫາຄວາມຈິງ. ຄົນທີ່ສະແຫວງຫາຄວາມຈິງສະແຫວງຫາຫຍັງ? ພວກເຂົາສະແຫວງຫາກຽດສັກສີ, ຜົນໄດ້ ແລະ ສະຖານະ; ພວກເຂົາສະແຫວງຫາພອນ ແລະ ລາງວັນ. ຄວາມທະເຍີທະຍານ ແລະ ຄວາມປາຖະໜາຂອງພວກເຂົາຍິ່ງໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາບໍ່ມີເປົ້າໝາຍທີ່ຖືກຕ້ອງໃນຊີວິດ. ບໍ່ວ່າມັນແມ່ນຫຍັງທີ່ພວກເຂົາຕ້ອງການສະແຫວງຫາ, ພວກເຂົາຈະບໍ່ປະຖິ້ມ ຖ້າພວກເຂົາບໍ່ສາມາດບັນລຸເປົ້າໝາຍຂອງພວກເຂົາ ແລະ ແຮງໄກທີ່ພວກເຂົາຈະປ່ຽນແປງຄວາມຄິດຂອງພວກເຂົາ. ທັນທີທີ່ສະຖານະການເອື້ອອຳນວຍ ແລະ ສະພາບແວດລ້ອມຖືກຕ້ອງ, ພວກເຂົາຈະສາມາດເຮັດສິ່ງຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາອາດພະຍາຍາມສ້າງອານາຈັກອິດສະຫຼະ. ສິ່ງນີ້ເປັນເພາະພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ຫຼື ຍອມຕໍ່ພຣະອົງ ແລະ ໃນທີ່ສຸດແລ້ວ ພວກເຂົາຈະສາມາດຖືກພຣະເຈົ້າທຳລາຍຢ່າງໝົດກ້ຽງແທ້ໆສຳລັບການເຮັດສິ່ງຊົ່ວຮ້າຍຢ່າງຫຼາກຫຼາຍ ແລະ ການທໍລະຍົດພຣະອົງ. ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງຄືຄົນທີ່ເບື່ອໜ່າຍຄວາມຈິງ ແລະ ທຸກຄົນທີ່ເບື່ອໜ່າຍຄວາມຈິງກໍເປັນຜູ້ຮັກສິ່ງຊົ່ວຮ້າຍ. ໃນວິນຍານ ແລະ ເລືອດ ແລະ ກະດູກຂອງພວກເຂົາ, ສິ່ງດຽວທີ່ພວກເຂົາຢຳເກງກໍຄືກຽດສັກສີ, ຜົນໄດ້, ສະຖານະ ແລະ ອິດທິພົນ; ພວກເຂົາມີຄວາມສຸກທີ່ດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ ແລະ ຕໍ່ສູ້ກັບສະຫວັນ, ໂລກ ແລະ ມະນຸດເພື່ອທີ່ຈະບັນລຸເປົ້າໝາຍຂອງພວກເຂົາ. ພວກເຂົາຄິດວ່າຊີວິດເຊັ່ນນັ້ນຄືຄວາມປິຕິຍິນດີ; ພວກເຂົາປາຖະໜາທີ່ຈະດຳລົງຊີວິດດັ່ງບຸກຄົນທີ່ໂດດເດັ່ນ ແລະ ຕາຍດັ່ງວິລະບຸລຸດ. ເຫັນໄດ້ຢ່າງຊັດເຈນວ່າພວກເຂົາກຳລັງຍ່າງໃນຫົນທາງທີ່ຊົ່ວຮ້າຍຂອງຄວາມຫາຍະນະ. ຍິ່ງຄົນທີ່ສະແຫວງຫາຄວາມຈິງເຂົ້າໃຈມັນຫຼາຍສໍ່າໃດ, ພວກເຂົາຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຮູ້ສັກວ່າຄວາມຈິງລໍ້າຄ່າສໍ່ານັ້ນ. ພວກເຂົາເຕັມໃຈທີ່ຈະຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະອົດກັ້ນກັບຄວາມລຳບາກຫຼາຍສໍ່າໃດກໍຕາມ, ພວກເຂົາກໍເດັດດ່ຽວທີ່ຈະສະແຫວງຫາຄວາມຈິງ ແລະ ຮັບເອົາມັນ. ສິ່ງນີ້ໝາຍຄວາມວ່າພວກເຂົາໄດ້ເລີ່ມໃນເສັ້ນທາງແຫ່ງຄວາມລອດພົ້ນ ແລະ ຄວາມສົມບູນ ແລະ ພວກເຂົາສາມາດບັນລຸການເຂົ້າກັບພຣະເຈົ້າໄດ້. ສິ່ງທີ່ສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຕໍ່ພຣະເຈົ້າ, ພວກເຂົາໄດ້ກັບມາຫາສະຖານີເດີມຂອງພວກເຂົາໃນຖານະສິ່ງຖືກສ້າງ ແລະ ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາສາມາດຮັບເອົາການເປັນຜູ້ນໍາ, ການຊີ້ນໍາ ແລະ ພອນຂອງພຣະເຈົ້າໄດ້ຢ່າງຊອບທຳ ແລະ ພຣະເຈົ້າບໍ່ກຽດຊັງ ຫຼື ປະຕິເສດພວກເຂົາອີກຕໍ່ໄປ. ຊ່າງເປັນສິ່ງທີ່ອັດສະຈັນ! ຄົນທີ່ບໍ່ສະແຫວງຫາຄວາມຈິງກໍບໍ່ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ສະນັ້ນຫົວໃຈຂອງພວກເຂົາຈຶ່ງເລີ່ມອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ ແລະ ພວກເຂົາເບື່ອໜ່າຍຄວາມຈິງ ແລະ ປະຕິເສດມັນ. ຜົນຕາມມາກໍຄືພວກເຂົາເລີ່ມຕໍ່ຕ້ານພຣະເຈົ້າເລື້ອຍຂຶ້ນເລື້ອຍໆ ແລະ ເລີ່ມເດີນທາງໃນຫົນທາງທີ່ຕໍ່ຕ້ານພຣະອົງ. ພວກເຂົາເປັນຄືກັບໂປໂລ, ຂໍລາງວັນຂອງພວກເຂົາຈາກພຣະເຈົ້າຢ່າງເປີດເຜີຍ. ຖ້າພວກເຂົາບໍ່ໄດ້ຮັບມັນ, ພວກເຂົາກໍຈະພະຍາຍາມໂຕ້ຖຽງກັບພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ ແລະ ໃນທີ່ສຸດແລ້ວ ພວກເຂົາຈະກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດ, ເປີດໂປງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງທັງໝົດ, ຫຼັງຈາກນັ້ນ ພຣະເຈົ້າຈະສາບແຊ່ງ ແລະ ທຳລາຍພວກເຂົາ. ໃນອີກດ້ານ, ຄົນທີ່ຍ່າງໃນຫົນທາງແຫ່ງການສະແຫວງຫາຄວາມຈິງກໍສາມາດຍອມຮັບຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ມັນ. ພວກເຂົາສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ພວກເຂົາເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາສາມາດກາຍມາເປັນຄົນທີ່ເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ບຸກຄົນທີ່ເຕັມໃຈຍອມຕໍ່ພຣະເຈົ້າ ແລະ ຄົນທີ່ເຮັດເຊັ່ນນັ້ນຢ່າງສົມບູນ, ກັບຄືນໄປຫາສະຖານີເດີມຂອງສິ່ງຖືກສ້າງຢ່າງສົມບູນ ແລະ ພວກເຂົາສາມາດຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າໃນທຸກສິ່ງ. ສິ່ງນີ້ໝາຍຄວາມວ່າພວກເຂົາມີລັກສະນະມະນຸດໂດຍພື້ນຖານ. ລັກສະນະມະນຸດທີ່ແທ້ຈິງໝາຍເຖິງຫຍັງ? ມັນເປັນເວລາທີ່ບຸກຄົນເຊື່ອຟັງ ແລະ ຢຳເກງພຣະຜູ້ສ້າງ, ຄືກັບໂຢບ ແລະ ເປໂຕ. ຄົນເຊັ່ນນັ້ນຄືຄົນທີ່ພຣະເຈົ້າອວຍພອນຢ່າງແທ້ຈິງ.
ຂັ້ນຕອນໃຫຍ່ໆຂອງການສະແຫວງຫາຄວາມຈິງທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ເປັນເລື່ອງງ່າຍໆຂະໜາດນັ້ນ. ໃຫ້ເວົ້າຄືນຂັ້ນຕອນຕ່າງໆໃຫ້ເຮົາຟັງ. (ກ່ອນອື່ນ, ໃຫ້ໄຕ່ຕອງຕົນເອງຕາມພຣະທຳຂອງພຣະເຈົ້າ; ຢ່າງທີສອງ, ໃຫ້ຮັບຮູ້ ແລະ ຍອມຮັບຂໍ້ແທ້ຈິງທີ່ພຣະທຳຂອງພຣະເຈົ້າເປີດເຜີຍ; ຢ່າງທີສາມ, ໃຫ້ຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງເຈົ້າເອງ ແລະ ເລີ່ມກຽດຊັງອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ຊາຕານ; ຢ່າງທີສີ່, ໃຫ້ປະຕິບັດການກັບໃຈ ແລະ ປະຖິ້ມການກະທຳທີ່ຊົ່ວຮ້າຍທັງໝົດຂອງເຈົ້າ; ຢ່າງທີຫ້າ, ໃຫ້ສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ປະຕິບັດຄວາມຈິງ.) ສິ່ງເຫຼົ່ານີ້ຄືຫ້າຂັ້ນຕອນ. ການປະຕິບັດແຕ່ລະຂັ້ນຕອນເຫຼົ່ານັ້ນເປັນສິ່ງທີ່ຍາກຫຼາຍສຳລັບຜູ້ຄົນທີ່ດຳລົງຊີວິດຢູ່ທຳ່າມກາງອຸປະນິໄສທີ່ເສື່ອມຊາມ, ມີອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງທີ່ກ່ຽວຂ້ອງກັບແຕ່ລະຂັ້ນຕອນ ແລະ ພວກມັນຮຽກຮ້ອງໃຫ້ມີການເສຍສະຫຼະຄວາມພະຍາຍາມທີ່ພາກພຽນເພື່ອປະຕິບັດ ແລະ ບັນລຸ ແລະ ແນ່ນອນ, ຄົນໆໜຶ່ງບໍ່ສາມາດຫຼີກລ່ຽງການຜະເຊີນໜ້າກັບຄວາມລົ້ມເຫຼວ ແລະ ຂໍ້ບົກຜ່ອງບາງຢ່າງຕາມຫົນທາງ, ແຕ່ສິ່ງທີ່ເຮົາຈະບອກພວກເຈົ້າກໍຄືສິ່ງນີ້: ຢ່າເສຍກຳລັງໃຈ. ເຖິງແມ່ນຄົນອື່ນອາດປະນາມເຈົ້າໂດຍເວົ້າວ່າ “ເຈົ້າຈົບແລ້ວ”, “ເຈົ້າບໍ່ມີຫຍັງດີ”, “ນີ້ຄືສິ່ງທີ່ເຈົ້າເປັນແທ້ໆ, ເຈົ້າບໍ່ສາມາດປ່ຽນແປງມັນໄດ້”, ບໍ່ວ່າຄຳເວົ້າຂອງພວກເຂົາອາດບໍ່ເປັນທີ່ເພິ່ງພໍໃຈແນວໃດກໍຕາມ, ເຈົ້າຕ້ອງຊັດເຈນໃນການແຍກແຍະຂອງເຈົ້າ. ຢ່າສູນເສຍກຳລັງໃຈ ແລະ ຢ່າຍອມແພ້, ເພາະມີພຽງແຕ່ເສັ້ນທາງຂອງການສະແຫວງຫາຄວາມຈິງ, ມີພຽງແຕ່ການເຂົ້າ ແລະ ການປະຕິບັດຂັ້ນຕອນເຫຼົ່ານີ້, ເຈົ້າຈຶ່ງສາມາດຫຼົບຫຼີກໄພພິບັດຂອງເຈົ້າຢ່າງແທ້ຈິງ. ຄົນທີ່ສະຫຼາດຈະເລືອກທີ່ປ່ອຍວາງຄວາມຫຍຸ້ງຍາກຂອງພວກເຂົາທັງໝົດ; ພວກເຂົາຈະບໍ່ຫຼີກລ່ຽງຄວາມລົ້ມເຫຼວ ແລະ ຂໍ້ບົກຜ່ອງ ແລະ ພວກເຂົາຈະດຳເນີນການຕໍ່ໄປ, ບໍ່ວ່າມັນຈະລຳບາກສໍ່າໃດກໍຕາມ. ເຖິງແມ່ນວ່າພວກເຂົາຍັງຢູ່ໃນຂັ້ນຕອນທີ່ກວດສອບ ແລະ ຮູ້ຈັກຕົນເອງເປັນເວລາສາມ ຫຼື ຫ້າປີ ຫຼື ຖ້າຫຼັງຈາກເວລາແປດ ຫຼື ສິບປີ ເຈົ້າພຽງແຕ່ຮູ້ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາດໃດ, ແຕ່ເຈົ້າຍັງຄົງບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ໂຍນອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖິ້ມ, ເຮົາກໍຈະຍັງບອກໃຫ້ເຈົ້າຮັບຊາບສິ່ງດຽວກັນ: ຢ່າສູນເສຍກຳລັງໃຈ. ເຖິງແມ່ນວ່າເຈົ້າບໍ່ສາມາດບັນລຸການຫັນກັບທີ່ແທ້ຈິງ, ເຈົ້າໄດ້ເຂົ້າສູ່ສາມຂັ້ນຕອນທຳອິດແລ້ວ, ສະນັ້ນເປັນຫຍັງຈຶ່ງກັງວົນວ່າຈະບໍ່ສາມາດເຂົ້າສູ່ອີກສອງຂັ້ນຕອນທີ່ເຫຼືອ? ຢ່າກັງວົນ; ໃຫ້ເຮັດວຽກໜັກ, ຜັກດັນໃຫ້ໜັກຂຶ້ນ ແລະ ເຈົ້າຈະໄປຮອດບ່ອນນັ້ນ. ອາດມີບາງຄົນທີ່ມາຮອດຂັ້ນຕອນທີສີ່ຂອງການກັບໃຈ, ແຕ່ພວກເຂົາຈະຫ່າງໄກຈາກການສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ບໍ່ສາມາດເຂົ້າສູ່ຂັ້ນຕອນນີ້. ແລ້ວຕ້ອງເຮັດຫຍັງ? ເຈົ້າຕ້ອງບໍ່ສູນເສຍກຳລັງໃຈເຊັ່ນກັນ. ສະນັ້ນຕາບໃດທີ່ເຈົ້າມີຄວາມຕັ້ງໃຈທີ່ເຮັດເຊັ່ນນັ້ນ, ເຈົ້າຄວນສືບຕໍ່ໃນການທີ່ເຈົ້າສະແຫວງຫາຄວາມຈິງໃນທຸກສິ່ງ ແລະ ອະທິຖານຫາພຣະເຈົ້າຫຼາຍຂຶ້ນ, ການເຮັດເຊັ່ນນັ້ນຈຶ່ງເກີດຜົນຢູ່ເລື້ອຍໆ. ສະແຫວງຫາໃຫ້ດີເທົ່າທີ່ເຈົ້າສາມາດເຮັດ, ອີງໃສ່ຄວາມສາມາດຂອງເຈົ້າ ແລະ ສະຖານະການຂອງເຈົ້າ ແລະ ເຮັດວຽກຢ່າງໜັກເພື່ອບັນລຸສິ່ງທີ່ເຈົ້າສາມາດເຮັດ. ຕາບໃດທີ່ເຈົ້າກຳລັງເຮັດທຸກສິ່ງທີ່ເຈ້ົາສາມາດເຮັດໄດ້, ຄວາມສຳນຶກຂອງເຈົ້າກໍຊັດເຈນ ແລະ ເຈົ້າຈະສາມາດໄດ້ຮັບຜົນໄດ້ຫຼາຍຂຶ້ນຢ່າງແນ່ນອນ. ແມ່ນແຕ່ການເຂົ້າໃຈຄວາມຈິງຫຼາຍຂຶ້ນໜຶ່ງຢ່າງກໍເປັນສິ່ງທີ່ດີ, ຊີວິດຂອງເຈົ້າຈະເລີ່ມມີຄວາມສຸກຂຶ້ນໜ້ອຍໜຶ່ງ ແລະ ປິຕິຍິນດີຫຼາຍຂຶ້ນໜ້ອຍໜຶ່ງກັບຄວາມຈິງ. ໂດຍສະຫຼຸບແລ້ວ, ການສະແຫວງຫາຄວາມຈິງບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ; ມີເສັ້ນທາງແຫ່ງການປະຕິບັດທີ່ສະເພາະສຳລັບແຕ່ລະຂັ້ນຕອນ ແລະ ມັນຮຽກຮ້ອງໃຫ້ຜູ້ຄົນທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຈ່າຍລາຄາໃດໜຶ່ງ. ຄວາມຈິງບໍ່ແມ່ນຂົງເຂດການສຶກສາທາງວິຊາການ ຫຼື ທິດສະດີ ຫຼື ຄຳຂວັນ ຫຼື ການໂຕ້ຖຽງ; ມັນບໍ່ແມ່ນສິ່ງທີ່ໄຮ້ຄວາມໝາຍ. ຄວາມຈິງແຕ່ລະຢ່າງຮຽກຮ້ອງໃຫ້ຜູ້ຄົນຜະເຊີນໜ້າ ແລະ ປະຕິບັດມັນເປັນເວລາຫຼາຍປີກ່ອນທີ່ພວກເຂົາຈະສາມາດເຂົ້າໃຈ ແລະ ຮູ້ຈັກມັນ. ແຕ່ບໍ່ວ່າເຈົ້າຈະຈ່າຍລາຄາຫຍັງກໍຕາມ ຫຼື ເຈົ້າຈະພະຍາຍາມຫຍັງກໍຕາມ, ຕາບໃດທີ່ລັກສະນະ, ວິທີການ, ເສັ້ນທາງ ແລະ ທິດທາງຂອງເຈົ້າຖືກຕ້ອງ, ແລ້ວບໍ່ໄວກໍຊ້າ ມື້ນັ້ນຈະມາເຖິງເມື່ອເຈົ້າໄດ້ຮັບລາງວັນທີ່ຍິ່ງໃຫຍ່, ໄດ້ຮັບຄວາມຈິງ ແລະ ສາມາດຮູ້ຈັກພຣະເຈົ້າ ແລະ ຍອມຕໍ່ພຣະອົງ ແລະ ດ້ວຍສິ່ງນັ້ນ, ເຈົ້າຈະພໍໃຈຢ່າງສົມບູນ.
ວັນທີ 8 ມັງກອນ 2022