ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ ໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ. ຄັ້ງທີສອງ ຜູ້ຄົນກໍບໍ່ໄດ້ເຊື່ອໃນພຣະອົງເຊັ່ນດຽວກັນ ເຊິ່ງຢ່າວ່າແຕ່ຮູ້ຈັກພຣະອົງເລີຍ ແລະ ຜູ້ຄົນຍັງໄດ້ຄຶງພຣະຄຣິດທີ່ໄມ້ກາງແຂນດ້ວຍຕະປູອີກຄັ້ງ. ມະນຸດບໍ່ແມ່ນສັດຕູຂອງພຣະເຈົ້າບໍ? ຖ້າມະນຸດບໍ່ຮູ້ຈັກພຣະອົງ ແລ້ວພວກເຂົາຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ເຂົາຈະສາມາດມີຄຸນສົມບັດໃນການເປັນພະຍານໃຫ້ກັບພຣະເຈົ້າໄດ້ແນວໃດ? ການອ້າງວ່າ ຮັກພຣະເຈົ້າ, ຮັບໃຊ້ພຣະເຈົ້າ ແລະ ສັນລະເສີນພຣະເຈົ້າບໍ່ແມ່ນຄຳຫຼອກຫຼວງບໍ? ຖ້າເຈົ້າອຸທິດຊີວິດຂອງເຈົ້າໃຫ້ກັບສິ່ງທີ່ບໍ່ເປັນຈິງ ແລະ ບໍ່ມີປະໂຫຍດເຫຼົ່ານີ້, ເຈົ້າຈະບໍ່ໄດ້ພະຍາຍາມຢ່າງບໍ່ເປັນປະໂຫຍດບໍ? ເຈົ້າຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ ເມື່ອເຈົ້າກໍຍັງບໍ່ຮູ້ວ່າ ພຣະເຈົ້າແມ່ນໃຜ? ການສະແຫວງຫາດັ່ງກ່າວບໍ່ແມ່ນການທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ມັນບໍ່ແມ່ນການຫຼອກຫຼວງບໍ? ບຸກຄົນໜຶ່ງຈະສາມາດເປັນຜູ້ໃກ້ຊິດກັບພຣະເຈົ້າໄດ້ແນວໃດ? ຄວາມໝາຍທີ່ແທ້ຈິງຂອງການເປັນຜູ້ໃກ້ຊິດຂອງພຣະເຈົ້າແມ່ນຫຍັງ? ເຈົ້າສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານຂອງພຣະເຈົ້າບໍ? ເຈົ້າສາມາດເຫັນບໍວ່າ ພຣະວິນຍານຍິ່ງໃຫຍ່ ແລະ ສູງສົ່ງພຽງໃດ? ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ເຊິ່ງນັ້ນບໍ່ແມ່ນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນບໍ? ຄວາມໝາຍທີ່ແທ້ຈິງຂອງການສະແຫວງຫາດັ່ງກ່າວແມ່ນຫຍັງ? ມັນບໍ່ແມ່ນຄຳຫຼອກຫຼວງທັງໝົດບໍ? ສິ່ງທີ່ເຈົ້າສະແຫວງຫາກໍຄືການມາເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ໃນຄວາມເປັນຈິງ ເຈົ້າເປັນໝາຮັບໃຊ້ຂອງຊາຕານ ຍ້ອນເຈົ້າບໍ່ຮູ້ຈັກພຣະເຈົ້າ ແລະ ສະແຫວງຫາ “ພຣະເຈົ້າແຫ່ງທຸກສິ່ງທັງປວງ” ທີ່ບໍ່ມີຢູ່ຈິງ ເຊິ່ງບໍ່ສາມາດແນມເຫັນ, ຈັບຕ້ອງໄດ້ ແລະ ມາຈາກແນວຄວາມຄິດຂອງເຈົ້າເອງ. ຖ້າຈະເວົ້າແບບບໍ່ແຈ່ມແຈ້ງກໍຄື “ພຣະເຈົ້າ” ດັ່ງກ່າວແມ່ນຊາຕານ ແລະ ຖ້າຈະເວົ້າຢ່າງຖືກຕ້ອງກໍຄື ມັນເປັນຕົວເຈົ້າເອງ. ເຈົ້າສະແຫວງຫາເພື່ອເປັນຜູ້ໃກ້ຊິດຂອງຕົວເຈົ້າເອງ ແຕ່ຍັງບອກວ່າ ເຈົ້າສະແຫວງຫາ ເພື່ອເປັນຜູ້ໃກ້ຊິດຂອງພຣະເຈົ້າ ເຊິ່ງນັ້ນບໍ່ແມ່ນການໝິ່ນປະມາດບໍ? ແມ່ນຫຍັງຄືຄຸນຄ່າຂອງການສະແຫວງຫາດັ່ງກ່າວ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ກາຍມາເປັນມະນຸດ ແລ້ວທາດແທ້ຂອງພຣະເຈົ້າກໍເປັນພຽງພຣະວິນຍານແຫ່ງຊີວິດທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງບໍ່ໄດ້, ບໍ່ມີຮູບຊົງ ແລະ ບໍ່ມີຮ່າງທີ່ແນ່ນອນ ເຊິ່ງເປັນປະເພດທີ່ບໍ່ແມ່ນວັດຖຸ, ເປັນວິນຍານທີ່ມະນຸດບໍ່ສາມາດເຂົ້າເຖິງ ແລະ ເຂົ້າໃຈໄດ້. ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະວິນຍານທີ່ບໍ່ມີຕົວຕົນ, ອັດສະຈັນ ແລະ ບໍ່ສາມາດຢັ່ງເຖິງເຊັ່ນນີ້ໄດ້ແນວໃດ? ມັນບໍ່ແມ່ນເລື່ອງຕະຫຼົກບໍ? ການໃຫ້ເຫດຜົນທີ່ໂງ່ຈ້າແບບນັ້ນໃຊ້ບໍ່ໄດ້ ແລະ ບໍ່ມີປະໂຫຍດ. ມະນຸດທີ່ຖືກສ້າງຂຶ້ນແມ່ນແຕກຕ່າງຈາກພຣະວິນຍານຂອງພຣະເຈົ້າໂດຍທຳມະຊາດ ເຊິ່ງດ້ວຍເຫດນັ້ນ ທັງສອງຈະສາມາດເປັນຜູ້ໃກ້ຊິດກັນໄດ້ແນວໃດ? ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ຖືກເຮັດໃຫ້ເປັນຈິງໃນເນື້ອໜັງ, ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຖ່ອມຕົວພຣະອົງເອງດ້ວຍການມາເປັນສິ່ງຊົງສ້າງ ແລ້ວມະນຸດທີ່ຖືກສ້າງຂຶ້ນກໍຈະບໍ່ມີຄຸນສົມບັດ ແລະ ບໍ່ສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ ແລະ ນອກຈາກຜູ້ເຊື່ອເຫຼົ່ານັ້ນທີ່ດຳເນີນຊີວິດຕາມພຣະເຈົ້າ ຜູ້ທີ່ອາດມີໂອກາດກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າຫຼັງຈາກທີ່ວິນຍານຂອງພວກເຂົາເຂົ້າສູ່ສວງສະຫວັນ, ຜູ້ຄົນສ່ວນຫຼາຍຈະບໍ່ສາມາດເປັນຜູ້ໃກ້ຊິດກັບພຣະວິນຍານຂອງພຣະເຈົ້າໄດ້. ຖ້າມະນຸດຕ້ອງການກາຍມາເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນ ພາຍໃຕ້ການນໍາພາຂອງພຣະເຈົ້າໃນຮ່າງຂອງມະນຸດ, ແລ້ວເຂົາບໍ່ແມ່ນຜູ້ທີ່ໂງ່ຈ້າຢ່າງເປັນຕາງຶດທີ່ບໍ່ແມ່ນມະນຸດບໍ? ມະນຸດພຽງແຕ່ສະແຫວງຫາ “ຄວາມຊື່ສັດ” ຕໍ່ພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ແລະ ບໍ່ສົນໃຈແມ່ນແຕ່ເລັກໜ້ອຍຕໍ່ພຣະເຈົ້າທີ່ສາມາດແນມເຫັນໄດ້ ຍ້ອນມັນງ່າຍຫຼາຍທີ່ຈະສະແຫວງຫາພຣະເຈົ້າທີ່ບໍ່ສາມາດແນມເຫັນໄດ້ ເຊິ່ງມະນຸດສາມາດເຮັດຢ່າງໃດກໍໄດ້ຕາມທີ່ເຂົາມັກ. ແຕ່ການສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ບໍ່ໄດ້ງ່າຍແບບນັ້ນ. ມະນຸດທີ່ສະແຫວງຫາພຣະເຈົ້າທີ່ບໍ່ແຈ່ມແຈ້ງບໍ່ສາມາດໄດ້ຮັບພຣະເຈົ້າໃນທີ່ສຸດ ຍ້ອນສິ່ງຕ່າງໆທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນລ້ວນແລ້ວແຕ່ແມ່ນຈິນຕະນາການຂອງມະນຸດ ແລະ ມະນຸດກໍບໍ່ສາມາດຮັບໄດ້. ຖ້າພຣະເຈົ້າທີ່ລົງມາທ່າມກາງພວກເຈົ້າເປັນພຣະເຈົ້າທີ່ເປັນຕານັບຖື ແລະ ສູງສົ່ງ ເຊິ່ງພວກເຈົ້າບໍ່ສາມາດເຂົ້າເຖິງໄດ້, ແລ້ວພວກເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງໄດ້ແນວໃດ? ແລ້ວພວກເຈົ້າຈະຮູ້ ແລະ ເຂົ້າໃຈພຣະອົງໄດ້ແນວໃດ? ຖ້າພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ ແລະ ບໍ່ມີການຕິດຕໍ່ພົວພັນແບບປົກກະຕິກັບມະນຸດ ຫຼື ມີຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ມະນຸດບໍ່ສາມາດເຂົ້າເຖິງໄດ້ ແລ້ວເຖິງແມ່ນວ່າ ພຣະອົງຈະປະຕິບັດພາລະກິດຫຼາຍຢ່າງເພື່ອພວກເຈົ້າ ແຕ່ພວກເຈົ້າກໍບໍ່ໄດ້ຕິດຕໍ່ພົວພັນກັບພຣະອົງ ແລະ ບໍ່ສາມາດແນມເຫັນພຣະອົງ, ແລ້ວພວກເຈົ້າຈະສາມາດຮູ້ຈັກກັບພຣະອົງໄດ້ແນວໃດ? ຖ້າມັນບໍ່ແມ່ນຍ້ອນເນື້ອໜັງຂອງຄວາມເປັນມະນຸດທີ່ທຳມະດານີ້, ມະນຸດຈະບໍ່ມີທາງຮູ້ຈັກກັບພຣະເຈົ້າ; ມັນເປັນພຽງຍ້ອນການບັງເກີດເປັນມະນຸດຂອງພຣະເຈົ້າທີ່ເຮັດໃຫ້ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດກັບພຣະເຈົ້າທີ່ເປັນເນື້ອໜັງ. ມະນຸດກາຍເປັນຜູ້ໃກ້ຊິດຂອງພຣະເຈົ້າ ຍ້ອນມະນຸດພົວພັນຕິດຕໍ່ກັບພຣະອົງ, ຍ້ອນມະນຸດດຳລົງຊີວິດຢູ່ກັບພຣະອົງ ແລະ ຢູ່ຮ່ວມກັນກັບພຣະອົງ ແລະ ດ້ວຍເຫດນັ້ນ ຈຶ່ງຮູ້ຈັກພຣະເຈົ້າເທື່ອລະໜ້ອຍ. ຖ້າມັນບໍ່ເປັນດັ່ງນັ້ນ ການສະແຫວງຫາຂອງມະນຸດກໍຈະບໍ່ເປັນປະໂຫຍດເລີຍບໍ? ນັ້ນກໍເພື່ອຈະເວົ້າວ່າ ມັນບໍ່ແມ່ນທຸກສິ່ງ ຍ້ອນພາລະກິດຂອງພຣະເຈົ້າ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ ແຕ່ຍ້ອນຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະເຈົ້າໃນຮ່າງຂອງມະນຸດ. ມັນພຽງແຕ່ເປັນຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ ມະນຸດຈຶ່ງມີໂອກາດປະຕິບັດໜ້າທີ່ຂອງເຂົາ ແລະ ມີໂອກາດນະມັດສະການພຣະເຈົ້າທີ່ແທ້ຈິງ. ນີ້ບໍ່ແມ່ນຄວາມຈິງທີ່ເປັນຈິງ ແລະ ມີປະໂຫຍດທີ່ສຸດບໍ? ບັດນີ້ ເຈົ້າຍັງຕ້ອງການເປັນຜູ້ໃກ້ຊິດຂອງພຣະເຈົ້າໃນສວງສະຫວັນບໍ? ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາໃນຈຸດໃດໜຶ່ງເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເທົ່ານັ້ນ, ມະນຸດຈຶ່ງຈະສາມາດເປັນຜູ້ໃກ້ຊິດ ແລະ ຄົນໄວ້ໃຈຂອງພຣະອົງໄດ້. ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້ ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ? ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ, ມະນຸດຈຶ່ງຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ. ພຣະອົງຊົງກ່າວ ແລະ ປະຕິບັດພາລະກິດໂດຍຜ່ານເນື້ອໜັງ, ແບ່ງປັນຄວາມສຸກ, ຄວາມໂສກເສົ້າ ແລະ ຄວາມລຳບາກຍາກແຄ້ນຂອງມະນຸດ, ດຳລົງຊີວິດໃນແຜ່ນດິນໂລກດຽວກັນກັບມະນຸດ, ປົກປ້ອງມະນຸດ ແລະ ນໍາພາມະນຸດ ແລະ ດ້ວຍວິທີນີ້ ພຣະອົງຈຶ່ງຊຳລະລ້າງມະນຸດໃຫ້ບໍລິສຸດ ແລະ ເຮັດໃຫ້ມະນຸດໄດ້ຮັບການໄຖ່ບາບຈາກພຣະອົງ ແລະ ພຣະພອນຂອງພຣະອົງ. ເມື່ອໄດ້ຮັບສິ່ງເຫຼົ່ານີ້ ມະນຸດຈຶ່ງເຂົ້າໃຈຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ. ພຽງແຕ່ສິ່ງນີ້ທີ່ເປັນປະໂຫຍດ. ຖ້າມະນຸດບໍ່ສາມາດແນມເຫັນ ແລະ ຈັບຕ້ອງພຣະເຈົ້າໄດ້, ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ນີ້ບໍ່ແມ່ນທິດສະດີທີ່ວ່າງເປົ່າບໍ?

ໃນຄວາມເຊື່ອຂອງພວກເຂົາໃນປັດຈຸບັນທີ່ມີຕໍ່ພຣະເຈົ້າ, ຫຼາຍຄົນຍັງສະແຫວງຫາສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນ. ພວກເຂົາບໍ່ເຂົ້າໃຈເຖິງຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ຍັງດຳລົງຊີວິດທ່າມກາງໜັງສື ແລະ ທິດສະດີ. ຍິ່ງໄປກວ່ານັ້ນ, ຫຼາຍຄົນຍັງບໍ່ໄດ້ເຂົ້າສູ່ຄວາມເປັນຈິງຂອງວະລີໃໝ່ເຊັ່ນ “ຄົນຮຸ່ນໃໝ່ທີ່ຮັກພຣະເຈົ້າ”, “ຜູ້ໃກ້ຊິດຂອງພຣະເຈົ້າ”, “ແບບຢ່າງ ແລະ ຕົວຢ່າງໃນຄວາມຮັກຂອງພຣະເຈົ້າ”, “ລັກສະນະຂອງເປໂຕ”; ໃນທາງກົງກັນຂ້າມ, ການສະແຫວງຫາຂອງພວກເຂົາຍັງບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນ, ພວກເຂົາຍັງຊອກຫາທິດສະດີ ແລະ ພວກເຂົາບໍ່ມີຄວາມເຂົ້າໃຈໃນຄວາມເປັນຈິງຂອງພຣະທຳເຫຼົ່ານີ້. ເມື່ອພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ເຈົ້າຈະສາມາດເຫັນ ແລະ ຈັບຕ້ອງພາລະກິດຂອງພຣະອົງທີ່ເປັນເນື້ອໜັງໄດ້. ແຕ່ຖ້າເຈົ້າບໍ່ສາມາດກາຍມາເປັນຜູ້ໃກ້ຊິດຂອງພຣະອົງ, ຖ້າເຈົ້າຍັງບໍ່ສາມາດເປັນຜູ້ທີ່ພຣະອົງໄວ້ໃຈ ແລ້ວເຈົ້າຈະສາມາດເປັນຜູ້ທີ່ພຣະວິນຍານຂອງພຣະເຈົ້າໄວ້ໃຈໄດ້ແນວໃດ? ຖ້າເຈົ້າບໍ່ຮູ້ຈັກພຣະເຈົ້າແຫ່ງຍຸກປັດຈຸບັນ, ເຈົ້າຈະເປັນຄົນໜຶ່ງໃນບັນດາຄົນຮຸ່ນໃໝ່ທີ່ຮັກພຣະເຈົ້າໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນໜັງສື ແລະ ທິດສະດີທີ່ວ່າງເປົ່າບໍ? ເຈົ້າສາມາດເຫັນພຣະວິນຍານ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງບໍ? ສິ່ງເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ວ່າງເປົ່າບໍ? ມັນບໍ່ພຽງພໍທີ່ຈະໃຫ້ເຈົ້າກ່າວວະລີ ແລະ ຄຳສັບເຫຼົ່ານີ້ຢ່າງງ່າຍດາຍ ຫຼື ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໂດຍຜ່ານການຕັດສິນໃຈຢ່າງແນວແນ່ເທົ່ານັ້ນ. ເຈົ້າພໍໃຈກັບການກ່າວຄຳເວົ້າເຫຼົ່ານີ້ເທົ່ານັ້ນ ແລະ ເຈົ້າເຮັດແບບນັ້ນກໍເພື່ອຕອບສະໜອງຄວາມຕ້ອງການຂອງເຈົ້າ, ເພື່ອຕອບສະໜອງອຸດົມການທີ່ບໍ່ເປັນຈິງຂອງເຈົ້າເອງ ແລະ ເພື່ອຕອບສະໜອງແນວຄວາມຄິດ ແລະ ຄວາມຄິດຂອງເຈົ້າເອງ. ຖ້າເຈົ້າບໍ່ຮູ້ຈັກພຣະເຈົ້າໃນຍຸກປັດຈຸບັນ ເຈົ້າກໍຈະບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຈິດໃຈຂອງພຣະເຈົ້າໄດ້ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ. ການເປັນຜູ້ທີ່ພຣະເຈົ້າໄວ້ໃຈໝາຍເຖິງຫຍັງ? ເຈົ້າຍັງບໍ່ເຂົ້າໃຈສິ່ງນີ້ບໍ? ເມື່ອຜູ້ໃກ້ຊິດຂອງພຣະເຈົ້າເປັນມະນຸດ, ສະນັ້ນ ພຣະເຈົ້າກໍເປັນມະນຸດຄືກັນ, ເຊິ່ງກໍຄື ພຣະເຈົ້າໄດ້ກາຍເປັນເນື້ອໜັງ, ໄດ້ກາຍມາເປັນມະນຸດ. ມີແຕ່ຄົນເຫຼົ່ານັ້ນທີ່ມີລັກສະນະແບບດຽວກັນ ທີ່ຈະສາມາດເອີ້ນກັນ ແລະ ກັນວ່າ ເປັນຜູ້ທີ່ໄວ້ໃຈໄດ້ ເຊິ່ງເມື່ອເຖິງເວລານັ້ນ ຈຶ່ງຈະສາມາດພິຈາລະນາພວກເຂົາໃຫ້ເປັນຜູ້ໃກ້ຊິດໄດ້. ຖ້າພຣະເຈົ້າແມ່ນພຣະວິນຍານ ແລ້ວມະນຸດທີ່ຖືກສ້າງຂຶ້ນຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ?

ຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ການສະແຫວງຫາຄວາມຈິງຂອງເຈົ້າ ແລະ ແມ່ນແຕ່ແນວທາງທີ່ເຈົ້າປະພຶດຕົວແມ່ນຕ້ອງອີງຕາມຄວາມເປັນຈິງທັງໝົດ: ທຸກສິ່ງທີ່ເຈົ້າເຮັດຕ້ອງເປັນຈິງ ແລະ ເຈົ້າບໍ່ຄວນສະແຫວງຫາສິ່ງທີ່ເປັນພາບລວງຕາ ແລະ ເພີ້ຝັນ. ມັນບໍ່ມີຄຸນຄ່າຫຍັງຈາກການປະພຶດຕົວແບບນີ້ ແລະ ນອກຈາກນັ້ນ ກໍບໍ່ມີຄວາມໝາຍຫຍັງກັບຊີວິດ. ຍ້ອນການສະແຫວງຫາ ແລະ ການໃຊ້ຊີວິດຂອງເຈົ້າໃນສິ່ງທີ່ຜິດ ແລະ ຫຼອກຫຼວງ ແລະ ເຈົ້າບໍ່ໄດ້ສະແຫວງຫາສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ສິ່ງດຽວທີ່ເຈົ້າຈະໄດ້ຮັບກໍຄືເຫດຜົນທີ່ໂງ່ຈ້າ ແລະ ທິດສະດີທີ່ບໍ່ໄດ້ມາຈາກຄວາມຈິງ. ສິ່ງເຫຼົ່ານີ້ບໍ່ມີສ່ວນພົວພັນກັບຄວາມໝາຍ ແລະ ຄຸນຄ່າຂອງການມີຕົວຕົນຂອງເຈົ້າ ແລະ ພຽງແຕ່ຈະສາມາດນໍາເຈົ້າເຂົ້າສູ່ອານາຈັກທີ່ເປົ່າວ່າງ. ດ້ວຍວິທີນີ້ ຊີວິດທັງໝົດຂອງເຈົ້າຈະປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ຖ້າເຈົ້າບໍ່ສະແຫວງຫາຊີວິດທີ່ມີຄວາມໝາຍ ແລ້ວເຈົ້າຈະສາມາດມີຊີວິດຢູ່ເປັນເວລາຮ້ອຍປີ ແລະ ຈະບໍ່ໄດ້ຢູ່ເພື່ອຫຍັງເລີຍ. ສິ່ງນັ້ນເອີ້ນວ່າ ຊີວິດມະນຸດໄດ້ແນວໃດ? ມັນບໍ່ແມ່ນຊີວິດຂອງສັດແທ້ໆບໍ? ໃນທຳນອງດຽວກັນ, ຖ້າພວກເຈົ້າພະຍາຍາມຕິດຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ແຕ່ບໍ່ພະຍາຍາມສະແຫວງຫາພຣະເຈົ້າທີ່ສາມາດແນມເຫັນໄດ້ ແລະ ໃນທາງກົງກັນຂ້າມ ໄດ້ນະມັດສະການພຣະເຈົ້າທີ່ບໍ່ສາມາດແນມເຫັນ ແລະ ຈັບຕ້ອງໄດ້ ແລ້ວການສະແຫວງຫາດັ່ງກ່າວແຮງຈະບໍ່ມີປະໂຫຍດຂຶ້ນຕື່ມບໍ? ໃນທີ່ສຸດ ການສະແຫວງຫາຂອງເຈົ້າຈະກາຍເປັນກອງຊາກຫັກພັງ. ການສະແຫວງຫາດັ່ງກ່າວຈະນໍາປະໂຫຍດຫຍັງມາສູ່ເຈົ້າ? ບັນຫາທີ່ໃຫຍ່ທີ່ສຸດກັບມະນຸດກໍຄື ເຂົາພຽງແຕ່ຮັກໃນສິ່ງທີ່ເຂົາບໍ່ສາມາດແນມເຫັນ ຫຼື ຈັບຕ້ອງໄດ້, ສິ່ງທີ່ລຶກລັບ ແລະ ອັດສະຈັນທີ່ສຸດ ແລະ ສິ່ງທີ່ມະນຸດຈິນຕະນາການບໍ່ເຖິງ ແລະ ສິ່ງທີ່ມະນຸດທໍາມະດາບໍ່ສາມາດຮັບຮູ້ໄດ້. ເມື່ອສິ່ງເຫຼົ່ານີ້ບໍ່ສົມຈິງຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ກໍຈະຖືກວິເຄາະໂດຍມະນຸດຫຼາຍສໍ່ານັ້ນ ເຊິ່ງເປັນຄົນທີ່ສະແຫວງຫາສິ່ງເຫຼົ່ານີ້ ໂດຍບໍ່ໃສ່ໃຈສິ່ງອື່ນໆ ແລະ ຈະພະຍາຍາມຮັບເອົາສິ່ງເຫຼົ່ານີ້. ຍິ່ງພວກມັນບໍ່ສົມຈິງຫຼາຍສໍ່າໃດ, ມະນຸດກໍຈະພິຈາລະນາຢ່າງຖີ່ຖ້ວນ ແລະ ວິເຄາະພວກມັນຢ່າງໃກ້ຊິດຫຼາຍສໍ່ານັ້ນ ແລະ ອາດເຮັດຫຼາຍກວ່ານັ້ນເຖິງຂັ້ນສ້າງແນວຄວາມຄິດກ່ຽວກັບສິ່ງເຫຼົ່ານັ້ນຢ່າງທົ່ວເຖິງຂຶ້ນມາເອງ. ໃນທາງກົງກັນຂ້າມ, ເມື່ອທຸກສິ່ງເປັນຈິງຫຼາຍສໍ່າໃດ, ມະນຸດກໍຈະບໍ່ສົນໃຈພວກມັນຫຼາຍສໍ່ານັ້ນ; ເຂົາພຽງແຕ່ດູໝິ່ນ ແລະ ຍັງສະແດງຄວາມດູຖູກພວກມັນອີກດ້ວຍ. ນີ້ບໍ່ແມ່ນທ່າທີຢ່າງແທ້ຈິງຂອງພວກເຈົ້າກ່ຽວກັບພາລະກິດທີ່ເປັນຄວາມຈິງທີ່ເຮົາໄດ້ປະຕິບັດໃນປັດຈຸບັນບໍ? ເມື່ອສິ່ງດັ່ງກ່າວເປັນຄວາມຈິງຫຼາຍສໍ່າໃດ ພວກເຈົ້າກໍຈະມີອະຄະຕິກັບພວກມັນຫຼາຍສໍ່ານັ້ນ. ພວກເຈົ້າບໍ່ນໍາໃຊ້ເວລາວ່າງໃນການພິຈາລະນາພວກມັນ ມີພຽງແຕ່ເມີນເສີຍຕໍ່ພວກມັນ; ພວກເຈົ້າດູຖູກເງື່ອນໄຂທີ່ເປັນຄວາມຈິງ ແລະ ກົງໄປກົງມາເຫຼົ່ານີ້ ແລະ ຍັງເຊື່ອງແນວຄວາມຄິດຫຼາຍຢ່າງກ່ຽວກັບພຣະເຈົ້າອົງນີ້ທີ່ເປັນຈິງທີ່ສຸດ ແລະ ບໍ່ສາມາດຍອມຮັບຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະອົງຢ່າງງ່າຍດາຍ. ດ້ວຍວິທີນີ້, ພວກເຈົ້າບໍ່ໄດ້ເຊື່ອໃນທ່າມກາງຄວາມບໍ່ແຈ່ມແຈ້ງບໍ? ພວກເຈົ້າມີຄວາມເຊື່ອທີ່ບໍ່ຫວັ່ນໄຫວໄດ້ໃນພຣະເຈົ້າທີ່ບໍ່ແຈ່ມແຈ້ງແຫ່ງຍຸກອະດີດ ແລະ ບໍ່ສົນໃຈໃນພຣະເຈົ້າທີ່ແທ້ຈິງແຫ່ງຍຸກປັດຈຸບັນ. ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດ ແລະ ພຣະເຈົ້າແຫ່ງປັດຈຸບັນມາຈາກສອງຍຸກສະໄໝທີ່ແຕກຕ່າງກັນບໍ? ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດແມ່ນພຣະເຈົ້າແຫ່ງສວງສະຫວັນທີ່ຖືກສັນລະເສີນ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນເປັນພຽງມະນຸດນ້ອຍໆເທິງແຜ່ນດິນໂລກບໍ? ນອກຈາກນັ້ນ, ມັນບໍ່ແມ່ນຍ້ອນພຣະເຈົ້າທີ່ມະນຸດນະມັດສະການແມ່ນພຣະເຈົ້າທີ່ມະນຸດສ້າງຂຶ້ນຈາກແນວຄວາມຄິດຂອງເຂົາບໍ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນແມ່ນເນື້ອໜັງຢ່າງແທ້ຈິງທີ່ຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ? ເມື່ອທຸກຢ່າງຖືກກ່າວເຖິງ ແລະ ດຳເນີນຢ່າງສົມບູນ, ມັນບໍ່ແມ່ນຍ້ອນພຣະເຈົ້າແຫ່ງປັດຈຸບັນເປັນຈິງເກີນໄປ ຈົນມະນຸດບໍ່ສະແຫວງຫາພຣະອົງບໍ? ຍ້ອນສິ່ງທີ່ພຣະເຈົ້າແຫ່ງປັດຈຸບັນຂໍຮ້ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ເຕັມໃຈປະຕິບັດຢ່າງແທ້ຈິງ ແລະ ເຮັດໃຫ້ເຂົາຮູ້ສຶກອັບອາຍ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆຍາກສຳລັບມະນຸດບໍ? ສິ່ງນີ້ບໍ່ໄດ້ເປີດຮອຍບາດແຜຂອງເຂົາບໍ? ດ້ວຍວິທີນີ້, ຄົນເຫຼົ່ານັ້ນຫຼາຍຄົນທີ່ບໍ່ສະແຫວງຫາຄວາມເປັນຈິງຈຶ່ງກາຍມາເປັນສັດຕູຂອງພຣະເຈົ້າໃນຮ່າງຂອງມະນຸດ, ກາຍມາເປັນຜູ້ທີ່ຕໍ່ຕ້ານພຣະຄຣິດ. ນີ້ບໍ່ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນບໍ? ໃນອະດີດ, ເມື່ອພຣະເຈົ້າຍັງບໍ່ໄດ້ມາເປັນເນື້ອໜັງເທື່ອ ເຈົ້າອາດເປັນບຸກຄົນທາງສາສະໜາ ຫຼື ຜູ້ເຊື່ອທີ່ເຫຼື້ອມໃສ. ຫຼັງຈາກທີ່ພຣະເຈົ້າມາເປັນເນື້ອໜັງ, ຜູ້ເຊື່ອທີ່ເຫຼື້ອມໃສເຫຼົ່ານັ້ນຫຼາຍຄົນໄດ້ກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດໂດຍບໍ່ໄດ້ເຈດຕະນາ. ເຈົ້າຮູ້ບໍວ່າ ແມ່ນຫຍັງກຳລັງເກີດຂຶ້ນໃນທີ່ແຫ່ງນີ້? ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າບໍ່ໄດ້ເອົາໃຈໃສ່ກັບຄວາມເປັນຈິງ ຫຼື ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມພັດຫຼົງໄຫຼກັບສິ່ງທີ່ຜິດ ແລ້ວນີ້ບໍ່ແມ່ນຕົ້ນຕໍ່ທີ່ຊັດເຈນທີ່ສຸດຂອງການເປັນສັດຕູກັບພຣະເຈົ້າໃນຮ່າງຂອງມະນຸດບໍ? ພຣະເຈົ້າໃນຮ່າງຂອງມະນຸດຖືກເອີ້ນວ່າ ພຣະຄຣິດ, ສະນັ້ນ, ຄົນເຫຼົ່ານັ້ນທຸກຄົນທີ່ບໍ່ເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍແມ່ນຜູ້ຕໍ່ຕ້ານພຣະຄຣິດແມ່ນບໍ? ດ້ວຍເຫດນັ້ນ, ພຣະເຈົ້າທີ່ເຈົ້າເຊື່ອ ແລະ ຮັກຢ່າງແທ້ຈິງແມ່ນພຣະເຈົ້າໃນຮ່າງຂອງມະນຸດນີ້ບໍ? ພຣະເຈົ້າອົງທີ່ມີຊີວິດ ແລະ ມີລົມຫາຍໃຈອົງນີ້ບໍທີ່ເປັນຈິງ ແລະ ປົກກະຕິແບບພິເສດທີ່ສຸດ? ແມ່ນຫຍັງຄືຈຸດປະສົງຂອງການສະແຫວງຫາຂອງເຈົ້າທີ່ແນ່ນອນ? ມັນຢູ່ໃນສວງສະຫວັນ ຫຼື ເທິງແຜ່ນດິນໂລກບໍ? ມັນແມ່ນແນວຄວາມຄິດ ຫຼື ມັນແມ່ນຄວາມຈິງບໍ? ມັນແມ່ນພຣະເຈົ້າ ຫຼື ມັນແມ່ນສິ່ງທີ່ມີຊີວິດທີ່ເໜືອທຳມະຊາດບາງຢ່າງ? ຕາມຄວາມຈິງແລ້ວ, ຄວາມຈິງແມ່ນສິ່ງທີ່ແທ້ຈິງທີ່ສຸດຂອງຄຳພັງເພີຍແຫ່ງຊີວິດ ແລະ ສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍດັ່ງກ່າວຂອງມະນຸດຊາດທັງໝົດ. ຍ້ອນມັນເປັນສິ່ງທີ່ພຣະເຈົ້າຕ້ອງການໃນມະນຸດ ແລະ ເປັນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວເອງ, ສະນັ້ນ, ມັນຈຶ່ງຖືກເອີ້ນວ່າ ຄຳພັງເພີຍຂອງຊີວິດ. ມັນບໍ່ແມ່ນຄຳພັງເພີຍທີ່ສະຫຼຸບມາຈາກບາງສິ່ງ ຫຼື ມັນບໍ່ແມ່ນຄຳເວົ້າທີ່ມີຊື່ສຽງຈາກບຸກຄົນທີ່ຍິ່ງໃຫຍ່; ກົງກັນຂ້າມ, ມັນເປັນຖ້ອຍຄຳເຖິງມະນຸດຈາກຜູ້ເປັນເຈົ້ານາຍຂອງສວງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ ແລະ ບໍ່ແມ່ນຄຳເວົ້າທີ່ມະນຸດສະຫຼຸບ ແຕ່ເປັນຊີວິດໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ມັນຈຶ່ງຖືກເອີ້ນວ່າ ເປັນສິ່ງທີ່ສູງສົ່ງທີ່ສຸດຂອງຄຳພັງເພີຍຂອງຊີວິດທັງໝົດ. ການສະແຫວງຫາຂອງມະນຸດໃນການນໍາຄວາມຈິງໄປປະຕິບັດແມ່ນການປະຕິບັດໜ້າທີ່ຂອງເຂົາ, ເຊິ່ງນັ້ນກໍຄື ການສະແຫວງຫາເພື່ອຕອບສະໜອງຄວາມຕ້ອງການຂອງພຣະເຈົ້າ. ທາດແທ້ຂອງຄວາມຕ້ອງການນີ້ແມ່ນຄວາມຈິງທັງໝົດທີ່ແທ້ຈິງທີ່ສຸດ ແທນທີ່ຈະແມ່ນທິດສະດີວ່າງເປົ່າທີ່ບໍ່ມີມະນຸດຄົນໃດສາມາດເຮັດໃຫ້ສຳເລັດໄດ້. ຖ້າການສະແຫວງຫາຂອງເຈົ້າບໍ່ໄດ້ເປັນຫຍັງເລີຍ ນອກຈາກທິດສະດີ ແລະ ບໍ່ປະກອບມີຄວາມເປັນຈິງເລີຍ, ເຈົ້າກໍບໍ່ໄດ້ຕໍ່ຕ້ານຄວາມຈິງບໍ? ເຈົ້າບໍ່ແມ່ນຄົນທີ່ໂຈມຕີຄວາມຈິງບໍ? ຄົນປະເພດນີ້ຈະສາມາດສະແຫວງຫາເພື່ອຮັກພຣະເຈົ້າໄດ້ແນວໃດ? ຜູ້ຄົນທີ່ປາດສະຈາກຄວາມເປັນຈິງແມ່ນຄົນເຫຼົ່ານັ້ນທີ່ທໍລະຍົດຄວາມຈິງ ແລະ ເປັນຜູ້ຕໍ່ຕ້ານໂດຍທຳມະຊາດທັງໝົດ!

ບໍ່ວ່າເຈົ້າຈະສະແຫວງຫາແນວໃດ, ສິ່ງທີ່ສຳຄັນທີ່ສຸດຄື ເຈົ້າຕ້ອງເຂົ້າໃຈພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນປັດຈຸບັນ ແລະ ຕ້ອງຮູ້ຈັກຄວາມໝາຍຂອງພາລະກິດນີ້. ເຈົ້າຕ້ອງເຂົ້າໃຈ ແລະ ຮູ້ຈັກວ່າ ພາລະກິດຂອງພຣະເຈົ້າຈະນໍາຫຍັງມາ ເມື່ອພຣະອົງມາໃນຍຸກສຸດທ້າຍ, ຈິດໃຈແບບໃດທີ່ພຣະອົງຈະນໍາມາ ແລະ ແມ່ນຫຍັງຈະຖືກເຮັດໃຫ້ສົມບູນໃນມະນຸດ. ຖ້າເຈົ້າບໍ່ຮູ້ຈັກ ຫຼື ເຂົ້າໃຈພາລະກິດທີ່ພຣະອົງມາປະຕິບັດໃນເນື້ອໜັງ, ແລ້ວເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງໄດ້ແນວ ແລະ ເຈົ້າຈະເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ຕາມຄວາມເປັນຈິງແລ້ວ, ການເປັນຜູ້ໃກ້ຊິດຂອງພຣະເຈົ້າບໍ່ແມ່ນເລື່ອງທີ່ຊັບຊ້ອນ ແຕ່ມັນກໍບໍ່ແມ່ນເລື່ອງທີ່ງ່າຍ. ຖ້າມະນຸດສາມາດຮັບຮູ້, ເຂົາກໍຈະສາມາດຈັດຕັ້ງປະຕິບັດ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ແມ່ນເລື່ອງທີ່ຊັບຊ້ອນ; ຖ້າມະນຸດບໍ່ສາມາດຮັບຮູ້ໄດ້, ມັນກໍແຮງຈະຍາກຂຶ້ນກວ່າເກົ່າ ແລະ ນອກຈາກນັ້ນ ມະນຸດກໍຈະມັກສະແຫວງຫາສິ່ງທີ່ຢູ່ທ່າມກາງຄວາມບໍ່ແຈ່ມແຈ້ງ. ຖ້າໃນການສະແຫວງຫາພຣະເຈົ້າ, ມະນຸດບໍ່ມີຈຸດຢືນຂອງຕົນເອງໃຫ້ຮອງຮັບ ແລະ ບໍ່ຮູ້ຈັກຄວາມຈິງທີ່ເຂົາຕ້ອງຍຶດໝັ້ນ, ນັ້ນກໍໝາຍຄວາມວ່າ ເຂົາບໍ່ມີພື້ນຖານ ແລະ ດ້ວຍເຫດນີ້ ມັນຈຶ່ງບໍ່ງ່າຍທີ່ເຂົາຈະຍຶດໝັ້ນຢ່າງໜຽວແໜ້ນ. ປັດຈຸບັນນີ້ ມີຫຼາຍຄົນທີ່ບໍ່ເຂົ້າໃຈຄວາມຈິງ ເຊິ່ງເປັນຄົນທີ່ບໍ່ສາມາດຈຳແນກຄວາມດີ ແລະ ຄວາມຊົ່ວ ຫຼື ບອກສິ່ງທີ່ຄວນຮັກ ຫຼື ຊັງ. ຄົນດັ່ງກ່າວຍຶດໝັ້ນຢ່າງໜຽວແໜ້ນໄດ້ຍາກ. ຄໍາຕອບສູ່ຄວາມເຊື່ອໃນພຣະເຈົ້າແມ່ນຄວາມສາມາດໃນການນໍາຄວາມຈິງໄປປະຕິບັດ, ຄວາມໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ຮູ້ຈັກພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ ເມື່ອພຣະອົງມາເປັນເນື້ອໜັງ ແລະ ຫຼັກການທີ່ພຣະອົງຊົງກ່າວອອກມາ; ຢ່າຕິດຕາມຄົນສ່ວນໃຫຍ່ ແລະ ເຈົ້າຕ້ອງມີຫຼັກການທີ່ເຈົ້າຕ້ອງເຂົ້າຮ່ວມ ແລະ ຕ້ອງຍຶດຕິດກັບພວກມັນ. ການຍຶດຕິດຢ່າງໜຽວແໜ້ນກັບສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນເຈົ້າ ເຊິ່ງພຣະເຈົ້າເຮັດໃຫ້ສະຫວ່າງຂຶ້ນ ເປັນການຊ່ວຍເຫຼືອໃຫ້ແກ່ເຈົ້າ. ຖ້າເຈົ້າບໍ່ເຮັດ, ປັດຈຸບັນ ເຈົ້າຈະປ່ຽນທິດໄປທາງໜຶ່ງ, ໃນອະນາຄົດ ເຈົ້າກໍຈະປ່ຽນໄປອີກທາງໜຶ່ງ ແລະ ເຈົ້າຈະບໍ່ໄດ້ຮັບຫຍັງເລີຍທີ່ເປັນຄວາມຈິງ. ການເປັນແບບນີ້ຈະບໍ່ເປັນປະໂຫຍດໃຫ້ກັບຊີວິດຂອງເຈົ້າເອງ. ຄົນເຫຼົ່ານັ້ນທີ່ບໍ່ເຂົ້າໃຈຄວາມຈິງຈະຕິດຕາມຄົນອື່ນຢູ່ຕະຫຼອດເວລາ: ຖ້າຜູ້ຄົນກ່າວວ່າ ນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍຈະກ່າວວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດຄືກັນ; ຖ້າຄົນອື່ນກ່າວວ່າ ມັນເປັນພາລະກິດຂອງວິນຍານຊົ່ວຮ້າຍ ແລ້ວເຈົ້າກໍຈະສົງໄສເຊັ່ນກັນ ຫຼື ຍັງເວົ້າວ່າ ມັນແມ່ນພາລະກິດຂອງວິນຍານຊົ່ວຮ້າຍ. ເຈົ້າຮຽນແບບຄຳເວົ້າຂອງຄົນອື່ນຢູ່ເປັນປະຈຳ ແລະ ບໍ່ສາມາດຈຳແນກສິ່ງໃດດ້ວຍຕົວເຈົ້າເອງ ແລະ ເຈົ້າກໍບໍ່ສາມາດຄິດເພື່ອຕົວເອງ. ນີ້ແມ່ນຄົນທີ່ບໍ່ມີຈຸດຢືນ ເຊິ່ງບໍ່ສາມາດຈຳແນກຄວາມແຕກຕ່າງ ເຊິ່ງບຸກຄົນດັ່ງກ່າວເປັນຄົນເວດທະນາທີ່ບໍ່ມີຄ່າເລີຍ! ເຈົ້າຕ້ອງເວົ້າຕາມຄຳເວົ້າຂອງຄົນອື່ນຊໍ້າໆ: ໃນປັດຈຸບັນ ມີຄົນບອກວ່າ ນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແຕ່ມີຄວາມເປັນໄປໄດ້ທີ່ມື້ໜຶ່ງ ຈະມີຄົນກ່າວວ່າ ມັນບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ມີຫຍັງເລີຍ ນອກຈາກການກະທຳຂອງມະນຸດ ແຕ່ເຈົ້າກໍຍັງບໍ່ສາມາດເບິ່ງສິ່ງນີ້ອອກ ແລະ ເມື່ອເຈົ້າໄດ້ເຫັນຄົນອື່ນກ່າວມັນອອກມາ ເຈົ້າກໍຈະກ່າວໃນສິ່ງດຽວກັນ. ມັນເປັນພາລະກິດຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແຕ່ເຈົ້າຈະກ່າວວ່າ ມັນເປັນພາລະກິດຂອງມະນຸດ; ເຈົ້າບໍ່ໄດ້ກາຍມາເປັນໜຶ່ງໃນຄົນເຫຼົ່ານັ້ນທີ່ກ່າວໝິ່ນປະມາດພາລະກິດຂອງພຣະວິນຍານບໍລິສຸດບໍ? ໃນສິ່ງນີ້ ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຍ້ອນເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງໄດ້ບໍ? ໃຜຈະໄປຮູ້, ບາງເທື່ອ ມື້ໜຶ່ງ ຄົນໂງ່ບາງຄົນຈະປະກົດຂຶ້ນ ເຊິ່ງເປັນຄົນທີ່ກ່າວວ່າ “ນີ້ແມ່ນພາລະກິດຂອງວິນຍານຊົ່ວຮ້າຍ” ແລະ ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້ ເຈົ້າກໍຈະສູນເສຍຈຸດຢືນ ແລະ ອີກຄັ້ງ ເຈົ້າກໍຈະຖືກຄຳເວົ້າຂອງຄົນອື່ນຜູກມັດ. ທຸກຄັ້ງທີ່ມີບາງຄົນສ້າງຄວາມວຸ້ນວາຍຂຶ້ນ ເຈົ້າກໍຈະບໍ່ສາມາດຢືນໃນຈຸດຢືນຂອງຕົນເອງ ແລະ ມັນກໍຈະເປັນແບບນີ້ ຍ້ອນວ່າເຈົ້າບໍ່ມີຄວາມຈິງ. ການເຊື່ອໃນພຣະເຈົ້າ ແລະ ການສະແຫວງຫາຄວາມຮູ້ຂອງພຣະເຈົ້າບໍ່ແມ່ນບັນຫາທີ່ບໍ່ງ່າຍດາຍ. ພຽງແຕ່ເຕົ້າໂຮມກັນ ແລະ ຮັບຟັງຄຳເທດສະໜາບໍ່ສາມາດເຮັດໃຫ້ບັນລຸສິ່ງນັ້ນໄດ້ ແລະ ຄວາມຣັກຢ່າງຫຼົງໄຫຼຢ່າງດຽວບໍ່ສາມາດເຮັດໃຫ້ເຈົ້າສົມບູນໄດ້. ເຈົ້າຕ້ອງປະສົບກັບ ແລະ ຮູ້ຈັກ ແລະ ມີຫຼັກການໃນການກະທຳຂອງເຈົ້າ ແລະ ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຈົ້າໄດ້ຜ່ານປະສົບການຫຼາຍຢ່າງ ເຈົ້າຈະສາມາດຈຳແນກຄວາມແຕກຕ່າງຫຼາຍຢ່າງ ເຊິ່ງເຈົ້າຈະສາມາດຈຳແນກລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ຊົ່ວ, ລະຫວ່າງສິ່ງທີ່ທ່ຽງທຳ ແລະ ສິ່ງທີ່ຊົ່ວຮ້າຍ, ລະຫວ່າງສິ່ງທີ່ເປັນເນື້ອໜັງ ແລະ ເລືອດເນື້ອ ແລະ ສິ່ງທີ່ເປັນຄວາມຈິງ. ເຈົ້າຄວນສາມາດຈຳແນກລະຫວ່າງທຸກສິ່ງເຫຼົ່ານີ້ ແລະ ດ້ວຍການເຮັດແບບນີ້, ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ ເຈົ້າກໍຈະບໍ່ສູນເສຍຈຸດຢືນຈັກເທື່ອ. ນີ້ຈຶ່ງແມ່ນຄວາມສາມາດທີ່ແທ້ຈິງຂອງເຈົ້າ.

ການຮູ້ຈັກພາລະກິດຂອງພຣະເຈົ້າບໍ່ແມ່ນບັນຫາທີ່ງ່າຍ. ເຈົ້າຄວນມີມາດຕະຖານ ແລະ ຈຸດປະສົງໃນການສະແຫວງຫາຂອງເຈົ້າ, ເຈົ້າຄວນຮູ້ຈັກວີທີການສະແຫວງຫາຫົນທາງທີ່ແທ້ຈິງ ແລະ ວິທີການປະເມີນວ່າ ມັນເປັນຫົນທາງທີ່ແທ້ຈິງ ຫຼື ບໍ ແລະ ມັນເປັນພາລະກິດຂອງພຣະເຈົ້າ ຫຼື ບໍ. ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ. ຍ້ອນທາດແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນທາດແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ. ຄວາມຈິງນີ້ແມ່ນຊີວິດຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງເວົ້າໄດ້ວ່າ ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ (ລວມທັງເຫດຄວາມຮູ້ສຶກຂອງມະນຸດ, ຄວາມເຂົ້າໃຈ, ສະຕິປັນຍາ ແລະ ຄວາມຮູ້ພື້ນຖານຂອງການເປັນມະນຸດ). ນັ້ນກໍຄື ເຈົ້າຕ້ອງເບິ່ງວ່າ ຫົນທາງນີ້ສາມາດນໍາມະນຸດໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ, ຄວາມຈິງທີ່ກ່າວເຖິງນີ້ແມ່ນຈໍາເປັນຕາມຄວາມເປັນຈິງແຫ່ງຄວາມເປັນມະນຸດທີ່ທຳມະດາ ຫຼື ບໍ, ຄວາມຈິງນີ້ມີປະໂຫຍດ ແລະ ເປັນຈິງ ຫຼື ບໍ ແລະ ມັນຖືກເວລາທີ່ສຸດ ຫຼື ບໍ. ຖ້າມີຄວາມຈິງ ມັນກໍຈະສາມາດນໍາມະນຸດເຂົ້າສູ່ປະສົບການທີ່ປົກກະຕິ ແລະ ແທ້ຈິງ; ນອກຈາກນັ້ນ ມະນຸດຈະກາຍມາເປັນຄົນປົກກະຕິຫຼາຍຂຶ້ນ, ປະສາດສໍາພັດຂອງມະນຸດກາຍມາເປັນສິ່ງທີ່ສົມບູນຂຶ້ນຕື່ມ, ຊີວິດມະນຸດທີ່ເປັນເນື້ອໜັງ ແລະ ຊີວິດທາງຈິດວິນຍານກາຍມາເປັນສິ່ງທີ່ເປັນລະບົບລະບຽບຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ສຶກຂອງມະນຸດກາຍມາເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ນີ້ຄືຫຼັກການທີສອງ. ຍັງມີອີກຫຼັກການໜຶ່ງ ເຊິ່ງກໍຄື ມະນຸດໄດ້ມີຄວາມຮູ້ທີ່ເພີ່ມຂຶ້ນ ຫຼື ບໍ, ການປະສົບກັບພາລະກິດ ແລະ ຄວາມຈິງດັ່ງກ່າວສາມາດດົນບັນດານຄວາມຮັກຂອງພຣະເຈົ້າໃນຕົວເຂົາ ຫຼື ບໍ ແລະ ໄດ້ນໍາເຂົາໃຫ້ເຂົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍວິທີນີ້ ຈຶ່ງສາມາດປະເມີນໄດ້ວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ. ສິ່ງທີ່ເປັນພື້ນຖານທີ່ສຸດກໍຄື ຫົນທາງນີ້ເປັນຈິງຫຼາຍກວ່າສິ່ງທີ່ເໜືອທຳມະຊາດ ຫຼື ບໍ ແລະ ມັນສາມາດສະໜອງຊີວິດຂອງມະນຸດ ຫຼື ບໍ. ຖ້າມັນສອດຄ່ອງກັບຫຼັກການເຫຼົ່ານີ້ ກໍສາມາດສະຫຼຸບໄດ້ວ່າ ຫົນທາງນີ້ເປັນຫົນທາງທີ່ແທ້ຈິງ. ເຮົາກ່າວພຣະທໍາເຫຼົ່ານີ້ ເພື່ອເຮັດໃຫ້ພວກເຈົ້າຍອມຮັບຫົນທາງອື່ນໆໃນປະສົບການອະນາຄົດຂອງພວກເຈົ້າ, ບໍ່ແມ່ນເປັນການທຳນາຍວ່າ ຈະມີພາລະກິດຂອງຍຸກໃໝ່ອີກຢ່າງໃນອະນາຄົດ. ເຮົາກ່າວພວກມັນ ເພື່ອພວກເຈົ້າອາດຈະແນ່ໃຈວ່າ ຫົນທາງໃນປັດຈຸບັນແມ່ນຫົນທາງທີ່ແທ້ຈິງ, ເພື່ອພວກເຈົ້າຈະບໍ່ໝັ້ນໃຈພຽງເຄິ່ງດຽວໃນຄວາມເຊື່ອຂອງພວກເຈົ້າກ່ຽວກັບພາລະກິດຂອງປັດຈຸບັນ ແລະ ບໍ່ສາມາດຮັບຮູ້ກ່ຽວກັບສິ່ງນັ້ນ. ຍັງມີອີກຫຼາຍຄົນ ທີ່ເຖິງວ່າຈະແນ່ໃຈ ແຕ່ກໍຍັງຕິດຕາມດ້ວຍຄວາມສັບສົນ; ຄວາມແນ່ໃຈດັ່ງກ່າວບໍ່ມີຫຼັກການໃນຕົວມັນ ແລະ ພວກມັນຕ້ອງຖືກກໍາຈັດບໍ່ໄວ້ກໍຊ້າ. ແມ່ນແຕ່ຄົນເຫຼົ່ານັ້ນ ທີ່ກະຕືລືລົ້ນຢ່າງພິເສດ ໃນການຕິດຕາມຂອງພວກເຂົາ ແມ່ນປະກອບດ້ວຍສາມສ່ວນທີ່ແນ່ໃຈ ແລະ ຫ້າສ່ວນທີ່ບໍ່ແນ່ໃຈ ເຊິ່ງສະແດງວ່າ ພວກເຂົາບໍ່ມີພື້ນຖານ. ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພື້ນຖານຂອງພວກເຈົ້າຕື້ນເກີນໄປ, ພວກເຈົ້າຈຶ່ງບໍ່ມີຄວາມເຂົ້າໃຈໃນການຈຳແນກຄວາມແຕກຕ່າງ. ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນປະສາດສໍາພັດຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດປະສາດສໍາພັດປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນປະສາດສໍາພັດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ປະສາດສໍາພັດຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄື ມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ. ພວກເຈົ້າເຊື່ອໃນພຣະເຈົ້າໃນເວລາຫຼາຍປີຜ່ານມາ ແຕ່ພວກເຈົ້າບໍ່ມີຄວາມສະດຸດໃຈຕໍ່ຫຼັກການໃນການຈຳແນກຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຜິດ ຫຼື ການສະແຫວງຫາຫົນທາງທີ່ແທ້ຈິງ. ຄົນສ່ວນໃຫຍ່ບໍ່ສົນໃຈໃນບັນຫາເຫຼົ່ານີ້ເລີຍ; ພວກເຂົາພຽງແຕ່ໄປຕາມທາງທີ່ຄົນສ່ວນຫຼາຍໄປ ແລະ ເວົ້າຕາມສິ່ງທີ່ຄົນສ່ວນຫຼາຍເວົ້າ. ຄົນແບບນີ້ສະແຫວງຫາຫົນທາງທີ່ແທ້ຈິງໄດ້ແນວໃດ? ຄົນດັ່ງກ່າວຈະສາມາດພົບຫົນທາງທີ່ແທ້ຈິງໄດ້ແນວໃດ? ຖ້າເຈົ້າເຂົ້າໃຈຫຼັກການທີ່ສຳຄັນເຫຼົ່ານີ້ ເຈົ້າກໍຈະບໍ່ຖືກຫຼອກຫຼວງ ບໍ່ວ່າຈະມີສິ່ງໃດເກີດຂຶ້ນກໍຕາມ. ໃນປັດຈຸບັນ ມັນສຳຄັນທີ່ມະນຸດຈະສາມາດຈໍາແນກຄວາມແຕກຕ່າງ; ນີ້ຄືສິ່ງທີ່ຄວາມເປັນມະນຸດໂດຍປົກກະຕິຄວນມີ ແລະ ສິ່ງທີ່ມະນຸດຕ້ອງມີໃນປະສົບການຂອງເຂົາ. ເຖິງວ່າໃນປັດຈຸບັນ ຖ້າມະນຸດຍັງບໍ່ສາມາດຈຳແນກຫຍັງໃນການຕິດຕາມຂອງເຂົາ ແລະ ປະສາດສໍາພັດຂອງມະນຸດຍັງບໍ່ທັນເຕີບໃຫຍ່, ມະນຸດກໍຈະໂງ່ຈ້າຫຼາຍ ແລະ ການສະແຫວງຫາຂອງເຂົາກໍຈະຜິດພາດ ແລະ ຜິດພ້ຽນ. ການສະແຫວງຫາຂອງເຈົ້າໃນປັດຈຸບັນແມ່ນບໍ່ມີການຈຳແນກຄວາມແຕກຕ່າງແມ່ນແຕ່ໜ້ອຍດຽວ ແລະ ໃນຂະນະທີ່ມັນເປັນຈິງຄືກັບທີ່ເຈົ້າເວົ້າວ່າ ເຈົ້າໄດ້ພົບຫົນທາງທີ່ແທ້ຈິງແລ້ວ ແຕ່ເຈົ້າໄດ້ຮັບມັນແລ້ວບໍ? ເຈົ້າສາມາດຈຳແນກສິ່ງໃດກໍໄດ້ບໍ? ແມ່ນຫຍັງຄືທາດແທ້ຂອງຫົນທາງທີ່ແທ້ຈິງ? ໃນຫົນທາງທີ່ແທ້ຈິງ ເຈົ້າໄດ້ຮັບເອົາຫົນທາງທີ່ແທ້ຈິງ, ເຈົ້າບໍ່ໄດ້ຮັບສິ່ງທີ່ເປັນຄວາມຈິງ ເຊິ່ງເວົ້າໄດ້ວ່າ ເຈົ້າບໍ່ໄດ້ເຮັດສຳເລັດຕາມສິ່ງທີ່ພຣະເຈົ້າຕ້ອງການຈາກເຈົ້າ ແລະ ດ້ວຍເຫດນີ້ ຄວາມເສື່ອມຊາມຂອງເຈົ້າຈຶ່ງບໍ່ມີການປ່ຽນແປງ. ຖ້າເຈົ້າສືບຕໍ່ສະແຫວງຫາດ້ວຍຫົນທາງນີ້, ເຈົ້າຈະຖືກກໍາຈັດໃນທີ່ສຸດ. ເມື່ອໄດ້ຕິດຕາມຈົນຮອດປັດຈຸບັນ, ເຈົ້າຄວນແນ່ໃຈວ່າ ຫົນທາງທີ່ເຈົ້າໄດ້ເລືອກເປັນຫົນທາງທີ່ຖືກຕ້ອງ ແລະ ບໍ່ຄວນສົງໄສອີກ. ຫຼາຍຄົນມັກບໍ່ແນ່ໃຈຢູ່ຕະຫຼອດ ແລະ ຈະຢຸດສະແຫວງຫາຄວາມຈິງ ຍ້ອນບັນຫາເລັກໜ້ອຍບາງຢ່າງ. ຄົນດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາເປັນຄົນເຫຼົ່ານັ້ນທີ່ຕິດຕາມພຣະເຈົ້າດ້ວຍຄວາມສັບສົນ. ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າບໍ່ສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ ຫຼື ເປັນພະຍານໃຫ້ກັບພຣະອົງ. ເຮົາແນະນໍາຄົນເຫຼົ່ານັ້ນທີ່ສະແຫວງຫາພຽງແຕ່ພຣະພອນ ແລະ ພຽງແຕ່ສະແຫວງຫາສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ມີຕົວຕົນ ໃຫ້ພາກັນສະແຫວງຫາຄວາມຈິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຊີວິດຂອງພວກເຂົາອາດຈະມີຄວາມໝາຍ. ຢ່າຫຼອກຕົວເອງອີກເລີຍ!

​ກ່ອນ​ນີ້ :ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້

ຕໍ່​ໄປ:ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ