ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ

ເຮົາໄດ້ປະຕິບັດພາລະກິດຈຳນວນຫຼວງຫຼາຍເທິງແຜ່ນດິນໂລກ ແລະ ເຮົາໄດ້ຍ່າງທ່າມກາງມະນຸດຊາດເປັນເວລາຫຼາຍປີ, ແຕ່ຫາຍາກທີ່ຜູ້ຄົນຈະມີຄວາມຮູ້ກ່ຽວກັບພາບລັກຂອງເຮົາ ແລະ ອຸປະນິໄສຂອງເຮົາ ແລະ ມີໜ້ອຍຄົນທີ່ສາມາດອະທິບາຍພາລະກິດທີ່ເຮົາເຮັດຢ່າງທົ່ວເຖິງ. ມີຫຼາຍສິ່ງທີ່ຜູ້ຄົນຂາດ, ພວກເຂົາຂາດຄວາມເຂົ້າໃຈໃນສິ່ງທີ່ເຮົາເຮັດຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍເຝົ້າປ້ອງກັນຢູ່ສະເໝີ ຄືກັບວ່າພວກເຂົາຢ້ານຢູ່ເລິກໆວ່າ ເຮົາຈະວາງພວກເຂົາຢູ່ໃນອີກສະຖານະການ ແລະ ຫຼັງຈາກນັ້ນກໍບໍ່ໃສ່ໃຈກັບພວກເຂົາອີກ. ສະນັ້ນ ທ່າທີຂອງຜູ້ຄົນຕໍ່ເຮົາຈຶ່ງບໍ່ຮ້ອນບໍ່ໜາວ ພ້ອມທັງມີຄວາມລະມັດລະວັງຢ່າງສູງ. ນີ້ແມ່ນຍ້ອນຜູ້ຄົນໄດ້ມາເຖິງປັດຈຸບັນໂດຍບໍ່ເຂົ້າໃຈພາລະກິດທີ່ເຮົາປະຕິບັດ ແລະ ໂດຍສະເພາະແລ້ວ ພວກເຂົາແມ່ນສັບສົນກັບພຣະທຳທີ່ເຮົາກ່າວຕໍ່ພວກເຂົາ. ພວກເຂົາຖືພຣະທຳຂອງເຮົາໄວ້ໃນມືຂອງພວກເຂົາ ໂດຍບໍ່ຮູ້ວ່າພວກເຂົາຄວນອຸທິດຕົນເອງໃຫ້ແກ່ຄວາມເຊື່ອທີ່ບໍ່ໝັ້ນຄົງໃນພຣະທໍາເຫຼົ່ານັ້ນ ຫຼື ພວກເຂົາຄວນເລືອກທີ່ຈະບໍ່ຕັດສິນໃຈ ແລະ ລືມພວກມັນໄປ. ພວກເຂົາບໍ່ຮູ້ວ່າພວກເຂົາຄວນນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ຫຼື ລໍຖ້າ ແລະ ເບິ່ງ ຫຼື ພວກເຂົາຄວນປະຖິ້ມທຸກສິ່ງ ແລະ ຕິດຕາມຢ່າງກ້າຫານ ຫຼື ສືບຕໍ່ຍຶດໝັ້ນຕໍ່ມິດຕະພາບທາງໂລກຄືກັບແຕ່ກ່ອນ. ໂລກພາຍໃນຂອງຜູ້ຄົນສັບສົນຫຼາຍ ແລະ ພວກມັນມີເລ່ຫຼ່ຽມຫຼາຍ. ຍ້ອນຜູ້ຄົນບໍ່ສາມາດເຫັນພຣະທຳຂອງເຮົາໄດ້ຢ່າງຊັດເຈນ ຫຼື ຢ່າງຄົບຖ້ວນ, ພວກເຂົາຫຼາຍຄົນຈຶ່ງມີຄວາມຫຍຸ້ງຍາກໃນການປະຕິບັດພຣະທຳເຫຼົ່ານັ້ນ ແລະ ມີຄວາມຫຍຸ້ງຍາກທີ່ຈະວາງຫົວໃຈຂອງພວກເຂົາຕໍ່ໜ້າເຮົາ. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຍຸ້ງຍາກຂອງພວກເຈົ້າ. ຄວາມບົກຜ່ອງຫຼາຍຢ່າງແມ່ນບໍ່ສາມາດຫຼີກເວັ້ນໄດ້ ເມື່ອດຳລົງຊີວິດຢູ່ໃນເນື້ອໜັງ ແລະ ປັດໄຈທີ່ເປັນຈິງຫຼາຍຢ່າງໄດ້ສ້າງຄວາມຫຍຸ້ງຍາກສຳລັບພວກເຈົ້າ. ພວກເຈົ້າລ້ຽງຄອບຄົວຂອງພວກເຈົ້າ, ໃຊ້ເວລາຫຼາຍມື້ເພື່ອເຮັດວຽກໜັກ ແລະ ເດືອນ ແລະ ປີກໍຜ່ານໄປດ້ວຍຄວາມລໍາບາກ. ມີຄວາມຫຍຸ້ງຍາກຫຼາຍຢ່າງໃນການດຳລົງຊີວິດໃນເນື້ອໜັງ, ເຮົາບໍ່ໄດ້ປະຕິເສດສິ່ງນີ້ ແລະ ແນ່ນອນ ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າແມ່ນເກີດຂຶ້ນຕາມຄວາມຫຍຸ້ງຍາກຂອງພວກເຈົ້າ. ເງື່ອນໄຂໃນພາລະກິດທີ່ເຮົາປະຕິບັດແມ່ນລ້ວນແລ້ວແຕ່ອີງໃສ່ວຸດທິພາວະຕົວຈິງຂອງພວກເຈົ້າ. ບາງເທື່ອໃນອະດີດ ເງື່ອນໄຂທີ່ຜູ້ຄົນຮຽກຮ້ອງຈາກພວກເຈົ້າໃນພາລະກິດຂອງພວກເຂົາແມ່ນປະສົມກັບອົງປະກອບທີ່ເກີນຄວາມຈຳເປັນ, ແຕ່ພວກເຈົ້າຄວນຮູ້ວ່າ ເຮົາບໍ່ເຄີຍຮຽກຮ້ອງພວກເຈົ້າໃນສິ່ງທີ່ເຮົາເວົ້າ ແລະ ເຮັດຢ່າງເກີນຄວາມຈຳເປັນ. ເງື່ອນໄຂທັງໝົດແມ່ນອີງຕາມທຳມະຊາດຂອງຜູ້ຄົນ, ເນື້ອໜັງ ແລະ ສິ່ງທີ່ພວກເຂົາຕ້ອງການ. ພວກເຈົ້າຄວນຮູ້ຈັກ ແລະ ເຮົາສາມາດບອກພວກເຈົ້າໄດ້ຢ່າງຊັດເຈນຫຼາຍວ່າ ເຮົາບໍ່ຕໍ່ຕ້ານວິທີການຄິດທີ່ມີເຫດຜົນໃດໜຶ່ງທີ່ຜູ້ຄົນມີ ແລະ ເຮົາບໍ່ຕໍ່ຕ້ານທຳມະຊາດໂດຍກໍາເນີດຂອງມະນຸດຊາດ. ມັນເປັນພຽງແຕ່ຍ້ອນຜູ້ຄົນບໍ່ເຂົ້າໃຈວ່າ ມາດຕະຖານທີ່ເຮົາໄດ້ກຳນົດໃຫ້ແກ່ພວກເຂົາແມ່ນຫຍັງແທ້ ຫຼື ພວກເຂົາບໍ່ເຂົ້າໃຈຄວາມໝາຍເດີມຂອງພຣະທຳຂອງເຮົາ, ເຊິ່ງຜູ້ຄົນຈຶ່ງສົງໄສໃນພຣະທຳຂອງເຮົາຈົນເຖິງປັດຈຸບັນ ແລະ ເຖິງກັບມີຜູ້ຄົນໜ້ອຍກວ່າເຄິ່ງໜຶ່ງທີ່ເຊື່ອໃນພຣະທຳຂອງເຮົາ. ຄົນທີ່ເຫຼືອແມ່ນຜູ້ບໍ່ເຊື່ອ ແລະ ຍິ່ງໄປກວ່ານັ້ນ ຍັງມີຄົນທີ່ມັກຟັງເຮົາ “ເລົ່າເລື່ອງ”. ຍິ່ງໄປກວ່ານັ້ນ, ມີຫຼາຍຄົນທີ່ເພິດເພີນກັບການສະແດງ. ເຮົາເຕື່ອນພວກເຈົ້າວ່າ: ພຣະທຳຂອງເຮົາຫຼາຍຂໍ້ໄດ້ຖືກເປີດເຜີຍໃຫ້ແກ່ຄົນທີ່ເຊື່ອໃນເຮົາແລ້ວ ແລະ ຄົນທີ່ໄດ້ເພິດເພີນກັບພາບທິວທັດທີ່ສວຍງາມຂອງອານາຈັກ ແຕ່ຖືກຂັງໄວ້ຂ້າງນອກປະຕູໂຂງຂອງມັນນັ້ນຖືກເຮົາກຳຈັດອອກແລ້ວ. ພວກເຈົ້າບໍ່ໄດ້ເປັນພຽງເຂົ້ານົກທີ່ຖືກເຮົາລັງກຽດ ແລະ ປະຕິເສດບໍ? ພວກເຈົ້າສາມາດເບິ່ງເຮົາຈາກໄປ ແລະ ຫຼັງຈາກນັ້ນກໍຕ້ອນຮັບການກັບຄືນມາຂອງເຮົາຢ່າງປິຕິຍິນດີໄດ້ແນວໃດ? ເຮົາບອກພວກເຈົ້າວ່າ ຫຼັງຈາກທີ່ປະຊາຊົນເມືອງນິນາເວໄດ້ຍິນພຮະທໍາທີ່ໃຈຮ້າຍຂອງພຣະເຢໂຮວາ, ພວກເຂົາກໍກັບໃຈດ້ວຍຖົງກະສອບ ແລະ ຂີ້ເຖົ່າທັນທີ. ມັນເປັນຍ້ອນພວກເຂົາເຊື່ອພຣະທຳຂອງພຣະອົງ, ພວກເຂົາຈຶ່ງເຕັມໄປດ້ວຍຄວາມຢໍາເກງ ແລະ ຄວາມຢ້ານກົວ ແລະ ດ້ວຍເຫດນັ້ນ ຈຶ່ງກັບໃຈດ້ວຍຖົງກະສອບ ແລະ ຂີ້ເຖົ່າ. ແຕ່ສຳລັບຜູ້ຄົນໃນປັດຈຸບັນ, ເຖິງແມ່ນພວກເຈົ້າເຊື່ອພຣະທຳຂອອງເຮົາເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ເຊື່ອວ່າ ພຣະເຢໂຮວາໄດ້ກັບມາຢູ່ທ່າມກາງພວກເຈົ້າອີກຄັ້ງໃນມື້ນີ້, ທ່າທີຂອງພວກເຈົ້າກໍເຕັມໄປດ້ວຍການບໍ່ເຄົາລົບນັບຖື, ຄືກັບວ່າພວກເຈົ້າເຫັນພຣະເຢຊູທີ່ເກີດໃນຢູດາຍເປັນເວລາຫຼາຍພັນປີຜ່ານມາ ແລະ ບັດນີ້ກໍໄດ້ລົງມາຢູ່ທ່າມກາງພວກເຈົ້າ. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າ; ພວກເຈົ້າຫຼາຍຄົນຕິດຕາມເຮົາ ດ້ວຍຄວາມຢາກຮູ້ຢາກເຫັນ ແລະ ມາເພື່ອສະແຫວງຫາເຮົາ ດ້ວຍຄວາມວ່າງເປົ່າ. ເມື່ອຄວາມປາຖະໜາຢ່າງທີສາມຂອງພວກເຈົ້າ ນັ້ນກໍຄື ຄວາມປາຖະໜາຂອງພວກເຈົ້າເພື່ອຊີວິດທີ່ສັນຕິສຸກ ແລະ ມີຄວາມສຸກແຕກສະຫຼາຍ, ແລ້ວຄວາມຢາກຮູ້ຢາກເຫັນຂອງພວກເຈົ້າກໍຫາຍໄປເຊັ່ນກັນ. ຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າແຕ່ລະຄົນແມ່ນຖືກເປີດໂປງຜ່ານຄຳເວົ້າ ແລະ ການກະທຳຂອງພວກເຈົ້າ. ວົງແບບກົງໄປກົງມາກໍຄື ພວກເຈົ້າພຽງແຕ່ຢາກຮູ້ຢາກເຫັນກ່ຽວກັບເຮົາ, ແຕ່ບໍ່ຢໍາເກງເຮົາ; ພວກເຈົ້າບໍ່ໃສ່ໃຈລີ້ນຂອງພວກເຈົ້າ ແລ້ວແຮງໄກທີ່ພວກເຈົ້າຈະຢັບຢັ້ງພຶດຕິກຳຂອງພວກເຈົ້າ. ແລ້ວພວກເຈົ້າມີຄວາມເຊື່ອປະເພດໃດກັນແທ້? ມັນເປັນຈິງແທ້ບໍ? ພວກເຈົ້າພຽງແຕ່ໃຊ້ພຣະທຳຂອງເຮົາເພື່ອປັດເປົ່າຄວາມກັງວົນຂອງພວກເຈົ້າ ແລະ ບັນເທົາຄວາມເບື່ອໜ່າຍຂອງພວກເຈົ້າ, ເຕີມເຕັມພື້ນທີ່ວ່າງເປົ່າທີ່ຫຼົງເຫຼືອໃນຊີວິດຂອງເຈົ້າ. ຜູ້ໃດທ່າມກາງພວກເຈົ້າໄດ້ນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດແດ່? ຜູ້ໃດມີຄວາມເຊື່ອທີ່ແທ້ຈິງແດ່? ພວກເຈົ້າສືບຕໍ່ຮ້ອງວ່າ ພຣະເຈົ້າເປັນພຣະເຈົ້າ ຜູ້ທີ່ເຫັນໃນສ່ວນເລິກຫົວໃຈຂອງຜູ້ຄົນ, ແຕ່ພຣະເຈົ້າທີ່ພວກເຈົ້າຮ້ອງຫາໃນຫົວໃຈຂອງພວກເຈົ້າເຂົ້າກັບເຮົາໄດ້ແນວໃດ? ໃນເມື່ອພວກເຈົ້າຮ້ອງແບບນີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງເຮັດແບບນັ້ນ? ມັນເປັນໄປໄດ້ບໍວ່າ ນີ້ແມ່ນຄວາມຮັກທີ່ພວກເຈົ້າຕ້ອງການຕອບແທນເຮົາ? ມີຄວາມອຸທິດຈໍານວນບໍ່ໜ້ອຍໃນຮີມສົບຂອງພວກເຈົ້າ, ແຕ່ຄວາມເສຍສະຫຼະຂອງພວກເຈົ້າຢູ່ໃສ ແລະ ການກະທຳດີຂອງພວກເຈົ້າເດ? ຖ້າມັນບໍ່ແມ່ນຍ້ອນຄຳເວົ້າຂອງພວກເຈົ້າມາເຖິງຫູຂອງເຮົາ, ເຮົາຈະສາມາດກຽດຊັງພວກເຈົ້າຫຼາຍສໍ່ານັ້ນໄດ້ແນວໃດ? ຖ້າພວກເຈົ້າເຊື່ອໃນເຮົາຢ່າງແທ້ຈິງ, ພວກເຈົ້າຈະຕົກລົງໃນສະພາວະທີ່ລຳບາກແບບນີ້ໄດ້ແນວໃດ? ພວກເຈົ້າມີສີໜ້າອຸກໃຈເທິງໃບໜ້າຂອງພວກເຈົ້າ ຄືກັບວ່າພວກເຈົ້າຢູ່ໃນດິນແດນມໍລະນາ ໂດຍກຳລັງຖືກພິຈາລະນາຄະດີ. ພວກເຈົ້າບໍ່ມີກໍາລັງແມ່ນແຕ່ໜ້ອຍດຽວ ແລະ ພວກເຈົ້າເວົ້າກ່ຽວກັບສຽງພາຍໃນຂອງພວກເຈົ້າຢ່າງອ່ອນແຮງ; ພວກເຈົ້າເຖິງກັບເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ການສາບແຊ່ງ. ພວກເຈົ້າໄດ້ສູນເສຍຄວາມເຊື່ອໃນສິ່ງທີ່ເຮົາເຮັດແຕ່ດົນມາແລ້ວ ແລະ ແມ່ນແຕ່ຄວາມເຊື່ອເດີມຂອງພວກເຈົ້າກໍຫາຍໄປ, ແລ້ວພວກເຈົ້າຈະສາມາດຕິດຕາມໄປຈົນເຖິງທີ່ສຸດໄດ້ແນວໃດ? ໃນເມື່ອເປັນແນວນີ້, ແລ້ວພວກເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ?

ເຖິງແມ່ນພາລະກິດຂອງເຮົາເປັນປະໂຫຍດຫຼາຍສຳລັບພວກເຈົ້າ, ແຕ່ພຣະທຳຂອງເຮົາກໍສູນເສຍໃນພວກເຈົ້າຢູ່ສະເໝີ ແລະ ບໍ່ໄດ້ເກີດຫຍັງເລີຍໃນພວກເຈົ້າ. ມັນຍາກທີ່ຈະຄົ້ນພົບສິ່ງທີ່ເຮົາຈະເຮັດໃຫ້ສົມບູນ ແລະ ໃນປັດຈຸບັນ ເຮົາເກືອບສູນເສຍຄວາມຫວັງໃນພວກເຈົ້າ. ເຮົາໄດ້ຄົ້ນຫາໃນບັນດາພວກເຈົ້າເປັນເວລາຫຼາຍປີ, ແຕ່ມັນຍາກທີ່ຈະຄົ້ນພົບຜູ້ໃດຜູ້ໜຶ່ງທີ່ສາມາດເປັນຜູ້ທີ່ເຮົາໄວ້ເນື້ອເຊື່ອໃຈໄດ້. ເຮົາຮູ້ສຶກຄືກັບວ່າ ເຮົາບໍ່ມີຄວາມໝັ້ນໃຈທີ່ຈະສືບຕໍ່ປະຕິບັດພາລະກິດໃນພວກເຈົ້າ ແລະ ບໍ່ມີຄວາມຮັກທີ່ຈະສືບຕໍ່ຮັກພວກເຈົ້າ. ນີ້ແມ່ນຍ້ອນເຮົາໄດ້ຖືກ “ຄວາມສຳເລັດ” ຂອງພວກເຈົ້າກຽດຊັງຕັ້ງແຕ່ດົນແລ້ວ, ພວກມັນຊ່າງເລັກນ້ອຍ ແລະ ເປັນຕາເວດທະນາ; ມັນເບິ່ງຄືກັບວ່າ ເຮົາບໍ່ເຄີຍເວົ້າໃນທ່າມກາງພວກເຈົ້າຈັກເທື່ອ ແລະ ບໍ່ເຄີຍປະຕິບັດພາລະກິດໃນພວກເຈົ້າຈັກເທື່ອ. ຄວາມສຳເລັດຂອງພວກເຈົ້າເປັນຕາລັງກຽດຫຼາຍ. ພວກເຈົ້ານໍາຫາຍະນະ ແລະ ຄວາມອັບອາຍມາສູ່ຕົນເອງຢູ່ສະເໝີ ແລະ ພວກເຈົ້າເກືອບບໍ່ມີຄຸນຄ່າເລີຍ. ຫາໄດ້ຍາກທີ່ເຮົາຈະຄົ້ນພົບລັກສະນະຂອງມະນຸດໃນພວກເຈົ້າ ຫຼື ໄດ້ກິ່ນຮ່ອງຮອຍຂອງມະນຸດ. ກິ່ນອັນສົດໃສຂອງພວກເຈົ້າມີຢູ່ໃສ? ລາຄາທີ່ພວກເຈົ້າໄດ້ຈ່າຍຫຼາຍປີແມ່ນຢູ່ໃສ ແລະ ຜົນໄດ້ຮັບແມ່ນຢູ່ໃສ? ພວກເຈົ້າບໍ່ເຄີຍຄົ້ນພົບຫຍັງເລີຍບໍ? ບັດນີ້ ພາລະກິດຂອງເຮົາມີການເລີ່ມຕົ້ນໃໝ່ ນັ້ນກໍຄື ການຕັ້ງຕົ້ນໃໝ່. ເຮົາກຳລັງຈະປະຕິບັດແຜນການອັນຍິ່ງໃຫຍ່ ແລະ ເຮົາຕ້ອງການສຳເລັດພາລະກິດທີ່ຍິ່ງໃຫຍ່ຂຶ້ນກວ່າເດີມ, ແຕ່ພວກເຈົ້າຍັງກິ້ງເກືອກໃນຂີ້ຕົມຄືແຕ່ກ່ອນ, ດຳລົງຊີວິດໃນນໍ້າສົກກະປົກແຫ່ງອະດີດ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນອອກຈາກສະພາວະຫຍຸ້ງຍາກເດີມຂອງພວກເຈົ້າໄດ້ເລີຍ. ສະນັ້ນ ພວກເຈົ້າຍັງບໍ່ໄດ້ຮັບຫຍັງຈາກພຣະທຳຂອງເຮົາ. ພວກເຈົ້າຍັງບໍ່ໄດ້ເຮັດໃຫ້ຕົນເອງເປັນອິດສະຫຼະຈາກບ່ອນຂີ້ຕົມດັ່ງເດີມຂອງພວກເຈົ້າ ແລະ ນໍ້າທີ່ສົກກະປົກ ແລະ ພວກເຈົ້າພຽງແຕ່ຮູ້ຈັກພຣະທຳຂອງເຮົາ, ແຕ່ໃນຄວາມເປັນຈິງແລ້ວ ພວກເຈົ້າບໍ່ໄດ້ເຂົ້າສູ່ອານາເຂດແຫ່ງອິດສະຫຼະພາບຂອງພຣະທຳຂອງເຮົາ, ສະນັ້ນ ພຣະທຳຂອງເຮົາຈຶ່ງບໍ່ໄດ້ຖືກເປີດອອກໃຫ້ແກ່ພວກເຈົ້າ; ພວກມັນເປັນຄືກັບໜັງສືຄຳທຳນວາຍທີ່ຖືກປົກປິດໄວ້ເປັນເວລາຫຼາຍພັນປີ. ເຮົາປາກົດຕໍ່ພວກເຈົ້າໃນຊີວິດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ຮູ້ຈັກສິ່ງນັ້ນຢູ່ສະເໝີ. ພວກເຈົ້າເຖິງກັບບໍ່ຮູ້ຈັກເຮົາ. ເກືອບເຄິ່ງໜຶ່ງຂອງພຣະທຳທີ່ເຮົາກ່າວແມ່ນເພື່ອພິພາກສາພວກເຈົ້າ ແລະ ພວກມັນພຽງແຕ່ບັນລຸເຄິ່ງໜຶ່ງຂອງຜົນທີ່ພວກມັນຄວນບັນລຸ ເຊິ່ງເພື່ອຊຶມຊັບຄວາມຢ້ານຢ່າງຍິ່ງພາຍໃນພວກເຈົ້າ. ອີກເຄິ່ງໜຶ່ງທີ່ຍັງເຫຼືອປະກອບມີພຣະທຳເພື່ອສັ່ງສອນພວກເຈົ້າກ່ຽວກັບຊີວິດ ແລະ ວິທີການປະພຶດຕົນເອງ. ເຖິງຢ່າງໃດກໍຕາມ ມັນຈະເບິ່ງຄືກັບວ່າ ສໍາລັບພວກເຈົ້າແລ້ວ ພຣະທຳເຫຼົ່ານີ້ບໍ່ໄດ້ມີຢູ່ຈິງ ຫຼື ຄືກັບວ່າພວກເຈົ້າກຳລັງຟັງຄຳເວົ້າຂອງເດັກນ້ອຍ, ຄຳເວົ້າທີ່ພວກເຈົ້າຍິ້ມຢູ່ໃນໃຈຢູ່ສະເໝີ, ແຕ່ບໍ່ເຄີຍປະຕິບັດຕໍ່ມັນ. ພວກເຈົ້າບໍ່ເຄີຍໃສ່ໃຈສິ່ງເຫຼົ່ານີ້ເລີຍ; ຫຼັກໆແລ້ວພວກເຈົ້າສັງເກດການກະທໍາຂອງເຮົາໃນນາມຂອງຄວາມຢາກຮູ້ຢາກເຫັນເທົ່ານັ້ນ, ດ້ວຍຜົນຮັບກໍຄືຕອນນີ້ພວກເຈົ້າໄດ້ຕົກລົງສູ່ຄວາມມືດ ແລະ ບໍ່ສາມາດເຫັນແສງສະຫວ່າງ ແລະ ດ້ວຍເຫດນັ້ນ ພວກເຈົ້າຈຶ່ງຮ້ອງໄຫ້ຢ່າງໜ້າສົງສານໃນຄວາມມືດ. ສິ່ງທີ່ເຮົາຕ້ອງການແມ່ນຄວາມເຊື່ອຟັງຂອງພວກເຈົ້າ, ຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂຂອງພວກເຈົ້າ ແລະ ຍິ່ງໄປກວ່ານັ້ນ ເຮົາຮຽກຮ້ອງໃຫ້ພວກເຈົ້າໝັ້ນໃຈທັງໝົດໃນທຸກສິ່ງທີ່ເຮົາເວົ້າ. ພວກເຈົ້າບໍ່ຄວນມີທ່າທີເມີນເສີຍ ແລະ ໂດຍສະເພາະແລ້ວ ພວກເຈົ້າບໍ່ຄວນເລືອກປະຕິບັດຕໍ່ສິ່ງຕ່າງໆທີ່ເຮົາເວົ້າ ຫຼື ບໍ່ເອົາໃຈໃສ່ຕໍ່ພຣະທຳຂອງເຮົາ ແລະ ພາລະກິດຂອງເຮົາ ເປັນດັ່ງນິໄສຂອງພວກເຈົ້າ. ພາລະກິດຂອງເຮົາແມ່ນດຳເນີນທ່າມກາງພວກເຈົ້າ ແລະ ເຮົາກໍໄດ້ປະທານພຣະທຳທີ່ຍິ່ງໃຫຍ່ຫຼາຍຂໍ້ຂອງເຮົາໃຫ້ແກ່ພວກເຈົ້າ, ແຕ່ຖ້າພວກເຈົ້າປະຕິບັດຕໍ່ເຮົາໃນລັກສະນະນີ້, ເຮົາກໍຈະໄດ້ແຕ່ເອົາສິ່ງທີ່ພວກເຈົ້າບໍ່ໄດ້ຮັບ ຫຼື ນໍາເຂົ້າສູ່ການປະຕິບັດນັ້ນໃຫ້ແກ່ຄອບຄົວຕ່າງຊາດ. ຜູ້ໃດທ່າມກາງສິ່ງຖືກສ້າງທັງປວງບໍ່ໄດ້ຖືກເຮົາຖືໄວ້ໃນມືຂອງເຮົາ? ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າແມ່ນມີ “ອາຍຸແກ່” ແລະ ພວກເຈົ້າບໍ່ມີກຳລັງທີ່ຈະຍອມຮັບພາລະກິດປະເພດນີ້ທີ່ເຮົາມີ. ເຈົ້າເປັນຄືກັບນົກຮານເຮົາ[ກ] ທີ່ພຽງແຕ່ມີຊີວິດຢູ່ໄປວັນໆເທົ່ານັ້ນ ແລະ ເຈົ້າບໍ່ເຄີຍຈິງຈັງກັບພຣະທຳຂອງເຮົາ. ຄົນໜຸ່ມແມ່ນໄຮ້ປະໂຫຍດຢ່າງສຸດຂີດ ແລະ ໝົກມຸ້ນຫຼາຍເກີນໄປ ແລະ ເຖິງກັບສົນໃຈກັບພາລະກິດຂອງເຮົາແຕ່ໜ້ອຍດຽວ. ພວກເຂົາບໍ່ສົນໃຈທີ່ຈະກິນອາຫານແຊບໃນງານລ້ຽງຂອງເຮົາ; ພວກເຂົາເປັນຄືກັບນົກນ້ອຍທີ່ບິນອອກຈາກກົງຂອງມັນເພື່ອພະຈົນໄພໄປໄກແສນໄກ. ຄົນໜຸ່ມ ແລະ ຄົນເຖົ້າປະເພດເຫຼົ່ານີ້ຈະສາມາດເປັນປະໂຫຍດຕໍ່ເຮົາໄດ້ແນວໃດ? ຄົນອາວຸໂສແມ່ນພ້ອມທີ່ຈະໃຊ້ພຣະທຳຂອງເຮົາເປັນເບ້ຍບໍານານຈົນກວ່າພວກເຂົາຈະຢູ່ໃນຂຸມຝັງສົບຂອງພວກເຂົາ, ເພື່ອວ່າຫຼັງຈາກທີ່ພວກເຂົາຕາຍ ວິນຍານຂອງພວກເຂົາຈະສາມາດໄປສູ່ສະຫວັນ; ສຳລັບພວກເຂົາແລ້ວ, ສິ່ງນີ້ກໍພຽງພໍ. ຕອນນີ້ ຜູ້ເຖົ້າເຫຼົ່ານີ້ມີ “ຄວາມທະເຍີທະຍານຫຼາຍ” ແລະ “ຄວາມໝັ້ນໃຈທີ່ບໍ່ສັ່ນຄອນ”. ເຖິງແມ່ນວ່າພວກເຂົາມີຄວາມອົດທົນຢ່າງຫຼວງຫຼາຍສຳລັບພາລະກິດຂອງເຮົາ ແລະ ມີຄຸນນະພາບຂອງຄົນເຖົ້າສໍາລັບການຊື່ສັດ ແລະ ບໍ່ຍອມຈໍານົນ, ການປະຕິເສດທີ່ຈະຖືກລາກໜີ ຫຼື ຖືກເຮັດໃຫ້ຜ່າຍແພ້ໂດຍຜູ້ໃດຜູ້ໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ, ແນ່ນອນ ພວກເຂົາເປັນຄືກັບປ້ອມປະການທີ່ໜາແໜ້ນ ແຕ່ຄວາມເຊື່ອຂອອງພວກເຂົາບໍ່ໄດ້ປົກຄຸມໄປດ້ວຍກິ່ນອາຍແຫ່ງຄວາມງົມງວາຍຂອງຊາກສົບ? ເສັ້ນທາງຂອງພວກເຂົາຢູ່ໃສ? ສຳລັບພວກເຂົາແລ້ວ, ເສັ້ນທາງຂອງພວກເຂົາບໍ່ໄດ້ຍາວປານໃດ ຫຼື ຫ່າງໄກພໍປານໃດບໍ? ພວກເຂົາຈະສາມາດຮູ້ຈັກຄວາມປະສົງຂອງເຮົາໄດ້ແນວໃດ? ເຖິງແມ່ນວ່າຄວາມໝັ້ນໃຈຂອງພວກເຂົາເປັນຕາສັນລະເສີນ, ມີຜູ້ອາວຸໂສເຫຼົ່ານີ້ຫຼາຍສໍ່າໃດທີ່ບໍ່ຕິດຕາມໃນເສັ້ນທາງທີ່ສັບສົນ, ແຕ່ກຳລັງສະແຫວງຫາຊີວິດຢ່າງແທ້ຈິງ? ມີເທົ່າໃດຄົນທີ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພາລະກິດຂອງເຮົາ? ຜູ້ໃດທີ່ບໍ່ມີຈຸດປະສົງເພື່ອຕິດຕາມເຮົາໃນໂລກນີ້ໃນມື້ນີ້ ເພື່ອວ່າໃນອະນາຄົດ ພວກເຂົາຈະບໍ່ຕົກສູ່ດິນແດນມໍລະນາ ແຕ່ຈະຖືກເຮົານໍາໄປສູ່ອີກໂລກໜຶ່ງ? ພວກເຈົ້າຄິດວ່າຈຸດໝາຍປາຍທາງຂອງພວກເຈົ້າເປັນເລື່ອງງ່າຍໆເທົ່ານັ້ນບໍ? ເຖິງແມ່ນພວກເຈົ້າທີ່ເປັນຄົນໜຸ່ມລ້ວນແລ້ວແຕ່ຄືກັບສິງໂຕໜຸ່ມ, ແຕ່ກໍຫາໄດ້ຍາກທີ່ພວກເຈົ້າຈະມີຫົນທາງທີ່ແທ້ຈິງໃນຫົວໃຈຂອງພວກເຈົ້າ. ຄວາມໜຸ່ມຂອງພວກເຈົ້າບໍ່ໄດ້ໃຫ້ສິດເຈົ້າໃນພາລະກິດຂອງເຮົາຫຼາຍຂຶ້ນ; ໃນທາງກົງກັນຂ້າມ ພວກເຈົ້າເຮັດໃຫ້ເຮົາເບື່ອໜ່າຍພວກເຈົ້າຢູ່ສະເໝີ. ເຖິງແມ່ນພວກເຈົ້າຈະໜຸ່ມ, ພວກເຈົ້າກໍຂາດກຳລັງ ຫຼື ຄວາມທະເຍີທະຍານ ແລະ ພວກເຈົ້າບໍ່ອຸທິດຕໍ່ອະນາຄົດຂອງພວກເຈົ້າສະເໝີ; ມັນຄືກັບວ່າພວກເຈົ້າບໍ່ໄດ້ສົນໃຈ ແລະ ກັງວົນໃຈເລີຍ. ມັນສາມາດເວົ້າໄດ້ວ່າ ພະລັງ, ອຸດົມການ ແລະ ຈຸດຢືນທີ່ຄວນມີໃນຄົນໜຸ່ມ ແມ່ນບໍ່ສາມາດຄົ້ນພົບໃນພວກເຈົ້າໄດ້ເລີຍ; ພວກເຈົ້າຄົນໜຸ່ມປະເພດນີ້ແມ່ນປາສະຈາກຈຸດຢືນ ແລະ ບໍ່ມີຄວາມສາມາດໃນການແຍກແຍະລະຫວ່າງຄວາມຖືກຕ້ອງ ແລະ ຄວາມຜິດ, ຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມສວຍງາມ ແລະ ຄວາມຂີ້ຮ້າຍ. ມັນເປັນໄປບໍ່ໄດ້ທີ່ຈະຄົ້ນພົບອົງປະກອບໃດໆທີ່ສົດໃສໃນພວກເຈົ້າ. ພວກເຈົ້າເກືອບຫົວບູຮານທັງສິ້ນ ແລະ ພວກເຈົ້າ ເຊິ່ງເປັນຄົນໜຸ່ມປະເພດນີ້ ຍັງໄດ້ຮຽນຕິດຕາມຝູງຊົນ, ກາຍເປັນຄົນບໍ່ມີເຫດຜົນ. ພວກເຈົ້າບໍ່ສາມາດແຍກແຍະຄວາມດີຈາກຄວາມຊົ່ວໄດ້ຢ່າງຊັດເຈນ, ບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ບໍ່ຖືກຕ້ອງ, ບໍ່ເຄີຍພະຍາຍາມເພື່ອຄວາມດີເລີດ ແລະ ພວກເຈົ້າບໍ່ສາມາດບອກໄດ້ວ່າແມ່ນຫຍັງຖືກຕ້ອງ ແລະ ແມ່ນຫຍັງຜິດ, ແມ່ນຫຍັງຄືຄວາມຈິງ ແລະ ແມ່ນຫຍັງຄືການຫຼອກລວງ. ພວກເຈົ້າມີກິ່ນເໝັນຂອງສາສະໜາທີ່ໜັກໜ່ວງ ແລະ ຮຸນແຮງຫຼາຍກວ່າຜູ້ເຖົ້າອີກ. ພວກເຈົ້າເຖິງກັບອວດດີ ແລະ ໄຮ້ເຫດຜົນ, ພວກເຈົ້າມັກແຂ່ງຂັນ ແລະ ຄວາມມັກຮັກໃນການຄຸກຄາມຂອງພວກເຈົ້າແມ່ນຮຸນແຮງຫຼາຍ, ຄົນໜຸ່ມປະເພດນີ້ຈະສາມາດມີຄວາມຈິງໄດ້ແນວໃດ? ຄົນທີ່ບໍ່ສາມາດຍຶດໝັ້ນໃນຈຸດຢືນຈະສາມາດເປັນພະຍານໄດ້ແນວໃດ? ຄົນທີ່ບໍ່ມີຄວາມສາມາດແຍກແຍະລະຫວ່າງສິ່ງທີ່ຖືກຕ້ອງ ແລະ ຜິດຈະສາມາດຖືກເອີ້ນວ່າຄົນໜຸ່ມໄດ້ແນວໃດ? ຄົນທີ່ບໍ່ມີກຳລັງ, ຄວາມແຂງແຮງ, ຄວາມສົດໃສ, ຄວາມໃຈເຢັນ ແລະ ຄວາມໝັ້ນຄົງຂອງຄົນໜຸ່ມຈະສາມາດຖືກເອີ້ນວ່າຜູ້ຕິດຕາມຂອງເຮົາໄດ້ແນວໃດ? ຄົນທີ່ບໍ່ມີຄວາມຈິງ, ບໍ່ມີຄວາມຮູ້ສຶກເຖິງຄວາມຍຸຕິທຳ, ແຕ່ມັກຫຼິ້ນ ແລະ ຕົບຕີກັນຈະສົມຄວນເປັນຄົນພະຍານຂອງເຮົາໄດ້ແນວໃດ? ສາຍຕາທີ່ເຕັມໄປດ້ວຍຄວາມຫຼອກລວງ ແລະ ອະຄະຕິຕໍ່ຄົນອື່ນບໍ່ແມ່ນສິ່ງທີ່ຄົນໜຸ່ມຄວນມີ ແລະ ຄົນໜຸ່ມບໍ່ຄວນປະຕິບັດການກະທຳທີ່ບໍ່ດີ ແລະ ຕໍ່າຊ້າ. ພວກເຂົາບໍ່ຄວນປາສະຈາກອຸດົມການ, ຄວາມປະຖະໜາທີ່ທະເຍີທະຍານ ແລະ ກະຕືລືລົ້ນເພື່ອເຮັດໃຫ້ຕົນເອງດີຂຶ້ນ; ພວກເຂົາບໍ່ຄວນໝົດກຳລັງໃຈກ່ຽວກັບຄວາມຄາດຫວັງຂອງພວກເຂົາ ຫຼື ພວກເຂົາບໍ່ຄວນສູນເສຍຄວາມຫວັງໃນຊີວິດ ຫຼື ຄວາມໝັ້ນໃຈໃນອະນາຄົດ; ພວກເຂົາຄວນມີຄວາມພາກພຽນເພື່ອສືບຕໍ່ຕາມເສັ້ນທາງແຫ່ງຄວາມຈິງທີ່ພວກເຂົາໄດ້ເລືອກໃນຕອນນີ້ ນັ້ນກໍຄື ການປະຕິບັດຕາມຄວາມປາຖະໜາຂອງພວກເຂົາເພື່ອສະຫຼະຊີວິດທັງໝົດຂອງພວກເຂົາໃຫ້ແກ່ເຮົາ. ພວກເຂົາບໍ່ຄວນປາສະຈາກຄວາມຈິງ ຫຼື ພວກເຂົາບໍ່ຄວນເຊື່ອງຄວາມຫຼອກລວງ ແລະ ຄວາມບໍ່ຊອບທຳ, ພວກເຂົາຄວນຍຶດໝັ້ນໃນຈຸດຢືນທີ່ຖືກຕ້ອງ. ພວກເຂົາບໍ່ຄວນລ່ອງລອຍໄປມາເທົ່ານັ້ນ, ແຕ່ຄວນມີຈິດໃຈທີ່ຈະກ້າເສຍສະຫຼະ ແລະ ພະຍາຍາມຫາຄວາມຍຸຕິທຳ ແລະ ຄວາມຈິງ. ຄົນໜຸ່ມຄວນມີຄວາມກ້າຫານທີ່ຈະບໍ່ຍອມຈຳນົນຕໍ່ການກົດຂີ່ໂດຍອໍານາດແຫ່ງຄວາມມືດ ແລະ ເພື່ອປ່ຽນແປງຄວາມໝາຍຂອງການເປັນຢູ່ຂອງພວກເຂົາ. ຄົນໜຸ່ມບໍ່ຄວນຍອມຈໍານົນໃຫ້ແກ່ຄວາມລຳບາກຍາກແຄ້ນ, ແຕ່ຄວນເປີດເຜີຍ ແລະ ກົງໄປກົງມາ ດ້ວຍຈິດໃຈແຫ່ງການໃຫ້ອະໄພສຳລັບອ້າຍເອື້ອຍນ້ອງຂອງພວກເຂົາ. ແນ່ນອນ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາຮຽກຮ້ອງຈາກທຸກຄົນ ແລະ ຄຳແນະນໍາຂອງເຮົາສຳລັບທຸກຄົນ. ແຕ່ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ປອບໂຍນຂອງເຮົາສຳລັບຄົນໜຸ່ມທຸກຄົນ. ພວກເຈົ້າຄວນປະຕິບັດຕາມພຣະທຳຂອງເຮົາ. ໂດຍສະເພາະແລ້ວ ຄົນໜຸ່ມບໍ່ຄວນປາສະຈາກຄວາມຕັ້ງໃຈທີ່ຈະແຍກແຍະໃນບັນຫາຕ່າງໆ ແລະ ສະແຫວງຫາຄວາມຍຸຕິທຳ ແລະ ຄວາມຈິງ. ພວກເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ພວກເຈົ້າຄວນຮັບເອົາຄວາມເປັນຈິງຂອງທຸກສິ່ງທີ່ເປັນບວກ. ພວກເຈົ້າຄວນຮັບຜິດຊອບຊີວິດຂອງພວກເຈົ້າ ແລະ ພວກເຈົ້າຕ້ອງບໍ່ຖືເບົາ. ຜູ້ຄົນມາເທິງໂລກ ແລະ ມັນກໍຫາໄດ້ຍາກທີ່ຈະພົບພໍ້ກັບເຮົາ ແລະ ມັນຍັງຫາໄດ້ຍາກທີ່ຈະມີໂອກາດສະແຫວງຫາ ແລະ ຮັບເອົາຄວາມຈິງ. ເປັນຫຍັງພວກເຈົ້າຈຶ່ງບໍ່ປະເມີນຄ່າເວລາທີ່ສວຍງາມນີ້ວ່າເປັນເສັ້ນທາງທີ່ຖືກຕ້ອງເພື່ອສະແຫວງຫາໃນຊີວິດນີ້? ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ຄວາມສົນໃຈຕໍ່ຄວາມຈິງ ແລະ ຄວາມຍຸຕິທຳ? ເປັນຫຍັງພວກເຈົ້າຈຶ່ງຢຽບຢໍ່າ ແລະ ທຳລາຍຕົນເອງເພື່ອຄວາມບໍ່ຊອບທຳ ແລະ ຄວາມສົກກະປົກທີ່ຫຼິ້ນຕະຫຼົກກັບຜູ້ຄົນຢູ່ສະເໝີ? ແລ້ວເປັນຫຍັງເຈົ້າຈຶ່ງເຮັດຄືກັບຜູ້ເຖົ້າເຫຼົ່ານັ້ນທີ່ເຮັດໃນສິ່ງທີ່ຄົນບໍ່ຊອບທຳເຮັດ? ເປັນຫຍັງເຈົ້າຈຶ່ງຮ-ຽນແບບວິທີເດີມໆຂອງສິ່ງເດີມໆ? ຊີວິດຂອງພວກເຈົ້າຄວນເຕັມໄປດ້ວຍຄວາມຍຸຕິທຳ, ຄວາມຈິງ ແລະ ຄວາມບໍລິສຸດ; ຊີວິດຂອງພວກເຈົ້າບໍ່ຄວນເສື່ອມໂຊມຫຼາຍໃນອາຍຸໜຸ່ມນ້ອຍຂະໜາດນີ້, ເຊິ່ງມັນຈະນໍາພວກເຈົ້າໄປສູ່ແດນມໍລະນາ. ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ຈະເປັນຄວາມໂຊກຮ້າຍຢ່າງໃຫຍ່ຫຼວງບໍ? ພວກເຈົ້າບໍ່ຮູ້ສຶກວ່າ ສິ່ງນີ້ບໍ່ຍຸຕິທຳຢ່າງໃຫຍ່ບໍ?

ພວກເຈົ້າທຸກຄົນຄວນປະຕິບັດພາລະກິດທີ່ສົມບູນແບບຂອງພວກເຈົ້າທັງໝົດ ແລະ ຖວາຍມັນເທິງແທ່ນບູຊາຂອງເຮົາ, ເຮັດໃຫ້ມັນເປັນການຖວາຍສຸດທ້າຍ ແລະ ມີເອກະລັກ ທີ່ພວກເຈົ້າຖວາຍໃຫ້ແກ່ເຮົາ. ພວກເຈົ້າທຸກຄົນຄວນຍຶດໝັ້ນໃນຈຸດຢືນຂອງພວກເຈົ້າເອງ ແລະ ບໍ່ພັດປິວໄປມາດ້ວຍສາຍລົມທຸກສາຍທີ່ພັດຜ່ານມາຄືກັບກ້ອນເມກໃນທ້ອງຟ້າ. ເຈົ້າເຮັດວຽກໜັກເປັນເວລາເຄິ່ງຊີວິດຂອງເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາຈຸດໝາຍປາຍທາງທີ່ເຈົ້າຄວນມີ? ເຈົ້າເຮັດວຽກໜັກເປັນເວລາເຄິ່ງຊີວິດ, ແຕ່ເຈົ້າປ່ອຍໃຫ້ພໍ່ແມ່ຂອງເຈົ້າທີ່ເປັນຄືກັບໝູ ແລະ ໝານັ້ນລາກຄວາມຈິງ ແລະ ຄວາມໝາຍຂອງການເປັນຢູ່ສ່ວນຕົວຂອງເຈົ້າເຂົ້າສູ່ຂຸມຝັງສົບ. ເຈົ້າບໍ່ຄິດບໍວ່າ ນີ້ແມ່ນຄວາມອະຍຸຕິທຳອັນໃຫຍ່ຫຼວງສໍາລັບເຈົ້າ? ເຈົ້າບໍ່ຮູ້ສຶກບໍວ່າ ການດຳລົງຊີວິດໃນລັກສະນະນີ້ແມ່ນບໍ່ມີຄວາມໝາຍຫຍັງທັງສິ້ນ? ການສະແຫວງຫາຄວາມຈິງ ແລະ ເສັ້ນທາງທີ່ຖືກຕ້ອງໃນລັກສະນະນີ້ຈະຈົບລົງດ້ວຍການສ້າງບັນຫາ, ເຮັດໃຫ້ເພື່ອນບ້ານອຶດອັດໃຈ ແລະ ຄອບຄົວທັງໝົດກໍບໍ່ມີຄວາມສຸກ ແລະ ມັນຈະນໍາໄປສູ່ໄພພິບັດທີ່ຮ້າຍແຮ້ງ. ຖ້າເຈົ້າດຳລົງຊີວິດແບບນີ້, ມັນຈະບໍ່ເທົ່າກັບການມີຊີວິດທີ່ບໍ່ມີຄວາມໝາຍທີ່ສຸດບໍ? ຊີວິດຜູ້ໃດຈະໂຊກດີໄປຫຼາຍກວ່າເຈົ້າ ແລະ ຊີວິດຜູ້ໃດຈະເປັນຕາຫົວໄປຫຼາຍກວ່າເຈົ້າ? ເຈົ້າບໍ່ໄດ້ສະແຫວງຫາເຮົາເພື່ອຮັບເອົາຄວາມຍິນດີຈາກເຮົາ ແລະ ພຣະທຳແຫ່ງການປອບໂຍນສຳລັບເຈົ້າບໍ? ແຕ່ຫຼັງຈາກທີ່ເຈົ້າໄດ້ແລ່ນໄປມາເປັນເວລາເຄິ່ງຊີວິດ, ເຈົ້າທ້າທາຍເຮົາ ຈົນເຮົາເຕັມໄປດ້ວຍຄວາມໂກດຮ້າຍ ແລະ ບໍ່ສົນໃຈກັບເຈົ້າ ຫຼື ສັນລະເສີນເຈົ້າ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ຊີວິດທັງໝົດຂອງເຈົ້າສູນເປົ່າບໍ? ເຈົ້າຈະມີໜ້າໄປພົບກັບວິນຍານຂອງໄພ່ພົນເຫຼົ່ານັ້ນໃນຍຸກຕ່າງໆ ຜູ້ທີ່ຖືກປ່ອຍອອກມາຈາກບ່ອນລ້າງບາບບໍ? ເຈົ້າບໍ່ໄດ້ສົນໃຈເຮົາ ແລະ ໃນທີ່ສຸດ ເຈົ້າເຮັດໃຫ້ເກີດໄພພິບັດທີ່ຮ້າຍແຮງ, ມັນຈະດີກວ່າທີ່ຈະນໍາໃຊ້ໂອກາດນີ້ ແລະ ເດີນທາງຢ່າງມີຄວາມສຸກໄປທົ່ວມະຫາສະໝຸດອັນກວ້າງໃຫຍ່ ແລະ ຫຼັງຈາກນັ້ນກໍເຊື່ອຟັງ “ການມອບໝາຍ” ຂອງເຮົາ. ເຮົາບອກພວກເຈົ້າແຕ່ດົນມາແລ້ວວ່າ ໃນປັດຈຸບັນຍ້ອນເຈົ້າບໍ່ສົນໃຈ ແຕ່ບໍ່ເຕັມໃຈທີ່ຈະຈາກໄປ ເຈົ້າຈຶ່ງຈະຖືກຈົມລົງໃນທີ່ສຸດ ແລະ ຖືກກືນກິນໂດຍຄື້ນທີ່ເຮົາໄດ້ສ້າງຂຶ້ນ. ພວກເຈົ້າສາມາດປົກປ້ອງຕົນເອງໄດ້ແທ້ບໍ? ເຈົ້າໝັ້ນໃຈແທ້ບໍວ່າ ວິທີການສະແຫວງຫາໃນປັດຈຸບັນຂອງເຈົ້າຈະຮັບປະກັນວ່າ ເຈົ້າຈະຖືກເຮັດໃຫ້ສົມບູນ? ຫົວໃຈຂອງເຈົ້າບໍ່ໄດ້ແຂງກະດ້າງບໍ? ການຕິດຕາມປະເພດນີ້, ການສະແຫວງຫາປະເພດນີ້, ຊີວິດປະເພດນີ້ ແລະ ບຸກຄະລິກປະເພດນີ້, ມັນຈະສາມາດໄດ້ຮັບການສັນລະເສີນຂອງເຮົາໄດ້ແນວໃດ?

ໝາຍເຫດ:

ກ. ເລື່ອງລາວຂອງນົກຮານເຮົານັ້ນແມ່ນຄ້າຍຄືກັນຫຼາຍກັບນິທານອີສົບ (Aesop) ທີ່ກ່ຽວກັບມົດ ແລະ ຕັກກະແຕນ. ນົກຮານເຮົາເລືອກທີ່ຈະນອນຫຼັບ ແທນທີ່ຈະສ້າງຮັງໃນຂະນະທີ່ອາກາດນັ້ນອົບອຸ່ນຢູ່, ເຖິງແມ່ນວ່າ ຈະມີຄໍາຕັກເຕືອນຊໍ້າແລ້ວຊໍ້າອີກຈາກນົກກາງເຂນທີ່ເປັນເພື່ອນບ້ານຂອງມັນ. ເມື່ອລະດູໜາວມາຮອດ ນົກໂຕນັ້ນກໍແຂງກະດ້າງຕາຍ.

​ກ່ອນ​ນີ້ :ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ

ຕໍ່​ໄປ:ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ທ່ານອາດຈະຍັງມັກ

  • ກ່ຽວກັບການປະຕິບັດຂອງການອະທິຖານ

    ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ການອະທິຖານແມ່ນເຮັດພໍເປັນພິທີ, ມະນຸດພຽງແຕ່ເຮັດໄປໂດຍບໍ…

  • ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ

    ການສາມາດອົດທົນຕໍ່ພຣະທໍາຂອງພຣະເຈົ້າ ແລະ ສາມາດອະທິບາຍພຣະທໍາເຫຼົ່ານັ້ນຢ່າງເປີດເຜີຍບໍ່ໄດ້ໝາຍຄວາມວ່າ ເຈົ້າຄອບຄອງຄວາມເປັນຈິງ. ມັນບໍ່ງ່າຍຄືດັ່ງທີ່ເຈົ້າຈິນຕະນ…

  • ພາລະກິດ ແລະ ທາງເຂົ້າ (2)

    ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ. ມະນຸດບໍ່ຖ…

  • ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?

    ຄົນເຮົາເຊື່ອໃນພຣະເຈົ້າເປັນເວລາດົນນານມາແລ້ວ, ແຕ່ເຖິງຢ່າງນັ້ນ ຄົນສ່ວນໃຫຍ່ກໍ່ຍັງບໍ່ເຂົ້າໃຈຄຳວ່າ “ພຣະເຈົ້າ”. ພວກເຂົາພຽງແຕ່ເຝົ້າຕິດຕາມດ້ວຍຄວາມສັບສົນ. ພວກເຂ…