1. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວທີ່ປົກຄອງຢູ່ເໜືອສິ່ງທັງປວງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ທຸກສິ່ງຢ່າງໃນໂລກນີ້ປ່ຽນແປງຢ່າງໄວວາໄປກັບແນວຄິດ ແລະ ພາຍໃຕ້ສາຍຕາຂອງອົງຊົງລິດທານຸພາບສູງສຸດ. ຫຼາຍສິ່ງທີ່ມະນຸດຊາດບໍ່ເຄີຍໄດ້ຍິນ ທັນທີໃດ ກໍປາກົດຂຶ້ນ ແລະ ຫຼາຍສິ່ງທີ່ມະນຸດຊາດໄດ້ຄອບຄອງມາເປັນເວລາດົນນານກໍສູນຫາຍໄປໂດຍບໍ່ຮູ້ສຶກຕົວ. ບໍ່ມີໃຜສາມາດເຂົ້າໃຈຢ່າງເລິກເຊິ່ງວ່າ ອົງຊົງລິດທານຸພາບສູງສຸດຢູ່ທີ່ໃດ ແລ້ວແຮງໄກທີ່ຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະເສີດ ແລະ ຄວາມຍິ່ງໃຫຍ່ແຫ່ງພະລັງຊີວິດຂອງອົງຊົງລິດທານຸພາບສູງສຸດໄດ້. ພຣະອົງເຂົ້າໃຈໃນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້. ພຣະອົງເປັນຜູ້ປະເສີດແທ້ ເຖິງແມ່ນວ່າພຣະອົງຈະຖືກມະນຸດປະຖິ້ມ, ແຕ່ພຣະອົງກໍຍັງຊ່ວຍມະນຸດໃຫ້ລອດພົ້ນ. ພຣະອົງຮູ້ຈັກຄວາມໝາຍຂອງຊີວິດ ແລະ ຄວາມຕາຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງຮູ້ຈັກກົດເກນຂອງການເປັນຢູ່ທີ່ມະນຸດຊາດທີ່ຖ້າສ້າງຄວນປະຕິບັດຕາມ. ພຣະອົງຄືພື້ນຖານແຫ່ງການດໍາລົງຢູ່ຂອງມະນຸດຊາດ ແລະ ພຣະອົງແມ່ນພຣະຜູ້ໄຖ່ບາບທີ່ຟື້ນຟູຊີວິດມະນຸດຊາດອີກຄັ້ງ. ພຣະອົງຂົ່ມຫົວໃຈທີ່ເປັນສຸກດ້ວຍຄວາມທຸກ ແລະ ຍໍຫົວໃຈທີ່ເປັນທຸກດ້ວຍຄວາມສຸກ, ທັງໝົດນີ້ກໍເພື່ອພາລະກິດ ແລະ ແຜນການຂອງພຣະອົງ.

(ຄັດຈາກບົດ “ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ນທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບຸລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີຫົນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ເສຍສະລະຫຼາຍເພື່ອມະນຸດອາດຈະໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ພຣະເຈົ້າໄດ້ເສຍສະລະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະລະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງທຸກຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກມັນ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ, ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກມືຂອງພຣະອົງໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.

ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ... ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທັງໝົດນີ້ແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະອົງຈັດການທຸກສິ່ງຕາມແຜນ ແລະ ຢ່າງເປັນລະບົບ. ດັ່ງນັ້ນ, ສະພາບແວດລ້ອມທາງພູມີສາດທັງໝົດນີ້ຍັງຄົງມີຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງມັນເປັນເວລາຫຼາຍພັນປີ ແລະ ຫຼາຍສິບພັນປີຫຼັງຈາກທີ່ພວກມັນໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຖິງແມ່ນວ່າ ມີບາງຊ່ວງເວລາທີ່ພູເຂົາໄຟແຕກ ແລະ ບາງຊ່ວງເວລາເມື່ອແຜ່ນດິນໄຫວເກີດຂຶ້ນ ແລະ ມີແຜ່ນດິນເຄື່ອນໄຫວຄັ້ງໃຫຍ່, ແນ່ນອນ ພຣະເຈົ້າຈະບໍ່ອະນຸຍາດໃຫ້ພູມສັນຖານຕ່າງໆສູນເສຍໜ້າທີ່ເດີມຂອງມັນ. ຍ້ອນການຄຸ້ມຄອງຂອງພຣະເຈົ້າ, ການປົກຄອງ ແລະ ການຄວບຄຸມຂອງພຣະອົງເໜືອກົດເກນເຫຼົ່ານີ້ທີ່ເຮັດໃຫ້ສິ່ງຕ່າງໆທັງໝົດນີ້ ທີ່ມະນຸດໄດ້ເຫັນ ແລະ ໄດ້ຊື່ນຊົມ ສາມາດຢູ່ລອດເທິງແຜ່ນດິນໂລກນີ້ໄດ້ຢ່າງສະບາຍ...

............

... ນອກຈາກການສ້າງເຂດແດນສຳລັບສະພາບແວດລ້ອມທາງພູມີສາດຕ່າງໆແລ້ວ, ພຣະເຈົ້າຍັງໄດ້ຂີດເຂດແດນ ແລະ ສ້າງຕັ້ງກົດເກນສຳລັບນົກ, ສັດ, ປາ, ແມງໄມ້ ແລະ ພືດພັນທັງໝົດອີກດ້ວຍ. ຍ້ອນຄວາມແຕກຕ່າງລະຫວ່າງສະພາບແວດລ້ອມທາງພູມີສາດ ແລະ ຍ້ອນການມີຢູ່ຂອງສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ນົກ, ສັດ, ປາ, ແມງໄມ້ ແລະ ພືດພັນຊະນິດຕ່າງໆຈຶ່ງມີສະພາບແວດລ້ອມທີ່ແຕກຕ່າງກັນເພື່ອຄວາມຢູ່ລອດ. ນົກ, ສັດ ແລະ ແມງໄມ້ອາໄສຢູ່ທ່າມກາງພືດຕ່າງໆ, ສ່ວນປາແມ່ນອາໄສຢູ່ໃນນ້ຳ, ແລະ ພືດພັນຕ່າງໆແມ່ນເຕີບໃຫຍ່ຂຶ້ນຢູ່ເທິງແຜ່ນດິນ... ທຸກສິ່ງໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ວ່າພວກມັນຈະຖືກກຳນົດໃຫ້ຢູ່ບ່ອນໃດໜຶ່ງ ຫຼື ບໍ່ວ່າພວກມັນຈະສາມາດຫາຍໃຈຜ່ານທາງຮູດັງຂອງພວກມັນ ຫຼື ບໍ່; ພວກມັນກໍມີກົດເກນເພື່ອຄວາມຢູ່ລອດຂອງພວກມັນເອງ. ກ່ອນທີ່ພຣະເຈົ້າຈະສ້າງສິ່ງມີຊີວິດເຫຼົ່ານີ້, ພຣະອົງໄດ້ກະກຽມບ່ອນຢູ່ອາໄສຂອງພວກມັນ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ພວກມັນແຕ່ດົນແລ້ວ. ສິ່ງມີຊີວິດເຫຼົ່ານີ້ມີສະພາບແວດລ້ອມທີ່ຕາຍໂຕເພື່ອຄວາມຢູ່ລອດຂອງພວກມັນ, ມີອາຫານຂອງຕົວເອງ ແລະ ມີບ່ອນຢູ່ອາໄສທີ່ແນ່ນອນຂອງຕົວເອງ ແລະ ພວກມັນມີສະຖານທີ່ທີ່ໝັ້ນຄົງສໍາລັບຕົວເອງເຊິ່ງແທດເໝາະສຳລັບການເອົາຊີວິດລອດຂອງພວກມັນ, ເປັນສະຖານທີ່ທີ່ມີອຸນຫະພູມເໝາະສົມເພື່ອຄວາມຢູ່ລອດ. ເພາະສະນັ້ນ, ພວກມັນຈະບໍ່ລ້ອນເລ້ອອກນອກທິດທາງ ຫຼື ທຳລາຍການຢູ່ລອດຂອງມະນຸດ ຫຼື ມີຜົນກະທົບຕໍ່ຊີວິດຂອງຜູ້ຄົນ. ນີ້ແມ່ນວິທີການທີ່ພຣະເຈົ້າຄຸ້ມຄອງທຸກສິ່ງ, ເປັນວິທີສະໜອງສະພາບແວດລ້ອມທີ່ດີທີ່ສຸດເພື່ອຄວາມຢູ່ລອດຂອງມະນຸດຊາດ. ສິ່ງມີຊີວິດໃນທ່າມກາງທຸກສິ່ງລ້ວນແລ້ວແຕ່ມີອາຫານເພື່ອບໍາລຸງລ້ຽງຊີວິດຂອງພວກມັນໃນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ. ດ້ວຍອາຫານເຫຼົ່ານັ້ນ, ພວກມັນຈຶ່ງໄດ້ເກາະຕິດກັບສະພາບແວດລ້ອມດັ່ງເດີມເພື່ອການຢູ່ລອດຂອງພວກມັນ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ພວກມັນສືບຕໍ່ມີຊີວິດຢູ່ລອດ, ອອກແມ່ແຜ່ລູກ ແລະ ເຕີບໃຫຍ່ຢ່າງສອດຄ່ອງກັບກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອພວກມັນ. ຍ້ອນກົດເກນປະເພດເຫຼົ່ານີ້, ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ທຸກສິ່ງຈິ່ງອາໄສຢູ່ຢ່າງສັນຕິກັບມະນຸດຊາດ ແລະ ມະນຸດກໍດຳລົງຢູ່ຮ່ວມກັບທຸກສິ່ງໂດຍເພິ່ງພາອາໄສເຊິ່ງກັນແລະກັນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ, ຍ້ອນຫົວໃຈຂອງມະນຸດບໍ່ສາມາດຮັບຮູ້ໄດ້ວ່າ ກາງຄືນນັ້ນໃກ້ເຂົ້າມາແນວໃດ ຫຼື ມັນມາຈາກໃສ. ເມື່ອກາງຄືນຜ່ານໄປຢ່າງມິດງຽບ ມະນຸດກໍຕ້ອນຮັບແສງສະຫວ່າງຂອງກາງເວັນ ແຕ່ສໍາລັບເລື່ອງທີ່ວ່າ ແສງສະຫວ່າງມາຈາກໃສ ແລະ ມັນຂັບໄລ່ຄວາມມືດຂອງກາງຄືນອອກໄປດ້ວຍວິທີໃດນັ້ນ ມະນຸດແມ່ນແຮງຮູ້ໜ້ອຍ ແລະ ເຖິງກັບບໍ່ຮູ້ເລີຍ. ການຜັດປ່ຽນຂອງກາງເວັນ ແລະ ກາງຄືນ ນໍາພາມະນຸດຈາກໄລຍະໜຶ່ງໄປສູ່ອີກໄລຍະໜຶ່ງ, ຈາກບໍລິບົດປະຫວັດສາດໜຶ່ງໄປສູ່ບໍລິບົດປະຫວັດສາດຂອງຕອນຕໍ່ໄປ, ໃນຂະນະທີ່ຍັງຮັບຮອງວ່າພາລະກິດຂອງພຣະເຈົ້າໃນທຸກໄລຍະ ແລະ ແຜນການຂອງພຣະອົງສຳລັບແຕ່ລະຍຸກຈະຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຕັ້ງແຕ່ການເນລະມິດສ້າງແຜ່ນດິນໂລກ, ເຮົາກໍເລີ່ມກຳນົດໂຊກຊະຕາ ແລະ ຄັດເລືອກຄົນກຸ່ມນີ້ ກ່າວຄື ພວກເຈົ້າໃນປັດຈຸບັນ. ອາລົມ, ຄວາມສາມາດ, ຮູບຮ່າງ ແລະ ວຸດທິພາວະ, ຄອບຄົວທີ່ພວກເຈົ້າເກີດ, ອາຊີບຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ, ທັງໝົດຂອງເຈົ້າ, ແມ່ນແຕ່ສີຜົມຂອງເຈົ້າ ແລະ ຜິວຂອງເຈົ້າ ແລະ ເວລາທີ່ເຈົ້າເກີດລ້ວນແລ້ວແຕ່ຖືກຈັດແຈງໂດຍມືຂອງເຮົາ. ແມ່ນແຕ່ສິ່ງທີ່ເຈົ້າເຮັດ ແລະ ຄົນທີ່ເຈົ້າພົບໃນແຕ່ລະມື້ກໍຖືກຈັດກຽມໂດຍມືຂອງເຮົາ, ບໍ່ຕ້ອງເອີຍເຖິງຄວາມຈິງທີ່ວ່າ ການນໍາເຈົ້າເຂົ້າມາຢູ່ຕໍ່ໜ້າເຮົາໃນປັດຈຸບັນກໍແມ່ນການຈັດແຈງຂອງເຮົາແທ້ໆ. ຢ່າໂຍນຕົນເອງເຂົ້າສູ່ຄວາມວຸ້ນວາຍເລີຍ; ເຈົ້າຄວນດຳເນີນຕໍ່ໄປແບບໃຈເຢັນ.

(ຄັດຈາກ “ບົດທີ 74” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ)

ໂຊກຊະຕາຂອງມະນຸດຊາດ ແລະ ຂອງຈັກກະວານນັ້ນຕິດພັນກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງໃກ້ຊິດ, ຜູກຕິດຢູ່ກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງຢ່າງບໍ່ສາມາດແຍກອອກຈາກັນໄດ້; ທ້າຍທີ່ສຸດ ພວກມັນບໍ່ສາມາດແຍກອອກຈາກສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ໃນກົດເກນຂອງທຸກສິ່ງ, ມະນຸດໄດ້ປະສົບກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ໃນກົດແຫ່ງການຢູ່ລອດຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈການປົກຄອງຂອງພຣະຜູ້ສ້າງ; ໃນໂຊກຊະຕາຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈວິທີທີ່ພຣະຜູ້ສ້າງໄດ້ໃຊ້ອຳນາດອະທິປະໄຕຂອງພຣະອົງ ແລະ ຄວບຄຸມຢູ່ເໜືອພວກເຂົາ; ແລະ ໃນວົງຈອນຊີວິດຂອງມະນຸດ ແລະ ທຸກສິ່ງ ມະນຸດໄດ້ປະສົບກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ສ້າງໃນທຸກສິ່ງ ແລະ ສິ່ງມີຊີວິດຢ່າງແທ້ຈິງ ເພື່ອເປັນພະຍານວ່າ ການປັ້ນແຕ່ງ ແລະ ການຈັດແຈງເຫຼົ່ານັ້ນແມ່ນເໜືອກົດເກນ, ກົດລະບຽບ, ສະຖາບັນ, ເໜືອທຸກພະລັງ ແລະ ອຳນາດທາງໂລກທັງໝົດ. ດັ່ງນັ້ນ, ມະນຸດຊາດຈຶ່ງຖືກບັງຄັບໃຫ້ຍອມຮັບວ່າອຳນາດອະທິປະໄຕຂອງພຣະຜູ້ສ້າງບໍ່ສາມາດຖືກລະເມີດໄດ້ໂດຍສິ່ງທີ່ຖືກສ້າງໃດໆ, ບໍ່ມີອຳນາດໃດສາມາດຍາດຊິງ ຫຼື ປ່ຽນແປງເຫດການ ແລະ ສິ່ງຕ່າງໆທີ່ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ສ້າງໄດ້. ພາຍໃຕ້ກົດເກນ ແລະ ກົດລະບຽບສັກສິດເຫຼົ່ານີ້ທີ່ມະນຸດ ແລະ ທຸກສິ່ງມີຊີວິດຢູ່ ແລະ ແຜ່ຂະຫຍາຍພັນ. ນີ້ບໍ່ແມ່ນຕົວຕົນແທ້ຈິງແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ?

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)

ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສສັດທາ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການມອບໝາຍຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ມັນດໍາລົງຢູ່ໄດ້ຍ້ອນອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການມອບໝາຍຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ຊອບທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະຮູ້ສຶກບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະຫຼະຊີວິດເພື່ອການມອບໝາຍຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.

ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດນີ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກແບບແຜນຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມແບບແຜນຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດນີ້ໄດ້. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະເປັນຄວາມຫາຍຍະນະທີ່ບໍ່ສາມາດຫຼີກລ່ຽງໄດ້ຢ່າງແນ່ນອນ.

ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາເມື່ອໂນອາສ້າງເຮືອສຳເພົາ: ມະນຸດຊາດເສື່ອມຊາມຫຼາຍ, ຜູ້ຄົນໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ ແລະ ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ຄົນປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນທັງໝົດ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ແລ້ວພວກເຂົາກໍ່ໄດ້ຍ່າງເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະອົງ. ເພິ່ນໄດ້ສ້າງເຮືອສຳເພົາຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍລ້າງຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກຄົນອື່ນອີກເຈັດຄົນເທົ່ານັ້ນທີ່ລອດຈາກການທຳລາຍລ້າງນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.

ຕອນນີ້ໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຍັງຄົງໃຫ້ອະໄພແກ່ພວກເຂົາໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມການມອບໝາຍຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກເຈົ້າອຸທິດຕົນໃຫ້ກັບພຣະເຈົ້າ, ບໍ່ໄດ້ຖືກຂັດຂວາງໂດຍອໍານາດ ຫຼື ກອງກຳລັງໃດໜຶ່ງ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງອັນຊົງກຽດ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກເອີ້ນຂອງພຣະອົງ ແລະ ການມອບໝາຍຂອງພຣະອົງແລະ ເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການຈາກເຈົ້າ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ມີຄວາມໝາຍທີ່ສຸດເທິງແຜ່ນດິນໂລກ ແລະ ເປັນກິດຈະການທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ເປົ້າໝາຍຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ແມ່ນຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ, ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຜັກການປົກປ້ອງຂອງພຣະເຈົ້າອອກຫ່າງຈາກມະນຸດ ແລະ ກໍ່ເປັນເຊັ່ນນັ້ນເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.

ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ບ່ອນໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຂັດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ໄດ້ຕາຍໄປແລ້ວ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກຄວາມວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຍັງເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະຫຼະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ ແລະ ພຽງແຕ່ເຮັດໃຫ້ມະນຸດດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກວ່າງເປົ່າ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດຖືກແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ, ແຕ່ສິ່ງທີ່ມະນຸດຕ້ອງການແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບການຈັດກຽມຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມຊຸດໂຊມ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.

ບາງເທື່ອປະເທດຂອງເຈົ້າກຳລັງຈະເລີນຮຸ່ງເຮືອງໃນປັດຈຸບັນ ແຕ່ຖ້າເຈົ້າປ່ອຍໃຫ້ຄົນຂອງເຈົ້າຫັນໜີຈາກພຣະເຈົ້າ ແລ້ວປະເທດຂອງເຈົ້າກໍຈະພົບກັບການສູນເສຍການອວຍພອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ອາລິຍະທຳຂອງປະເທດຂອງເຈົ້າອາດຈະຖືກຢຽບຢ່ຳຢູ່ໃຕ້ຕີນເທື່ອລະໜ້ອຍ ແລະ ອີກບໍ່ດົນ ຜູ້ຄົນກໍຈະລຸກຮືຂຶ້ນຕໍ່ຕ້ານພຣະເຈົ້າ ແລະ ສາບແຊ່ງສະຫວັນ. ດ້ວຍເຫດນັ້ນ ຊະຕາກໍາຂອງປະເທດໃດໜຶ່ງອາດຈະຖືກທຳລາຍໂດຍບໍ່ຮູ້ຕົວ. ພຣະເຈົ້າຈະສ້າງປະເທດມະຫາອຳນາດຂຶ້ນເພື່ອຈັດການກັບປະເທດເຫຼົ່ານັ້ນທີ່ຖືກພຣະເຈົ້າສາບແຊ່ງ ແລະ ອາດຈະກວດລ້າງພວກເຂົາອອກຈາກໜ້າແຜ່ນດິນໂລກ. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມລົ້ມຈົມຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນໄດ້ຖືກທໍານາຍໄວ້ແລ້ວ ແລະ ຂຶ້ນຢູ່ກັບວ່າ ຜູ້ປົກຄອງຂອງປະເທດ ຫຼື ຊົນຊາດນັ້ນຈະນະມັດສະການພຣະເຈົ້າ ຫຼື ບໍ ແລະ ພວກເຂົາຈະນໍາພາປະຊາຊົນຂອງພວກເຂົາໃກ້ຊິດກັບພຣະອົງຫຼາຍຍິ່ງຂຶ້ນ ຫຼື ບໍ. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍນີ້ ຍ້ອນຄົນທີ່ສະແຫວງຫາ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງມີໜ້ອຍ, ພຣະເຈົ້າຈຶ່ງປະທານຄວາມຊົມຊອບພິເສດກັບປະເທດທີ່ມີສາສະໜາຄຣິດເປັນສາສະໜາແຫ່ງຊາດ. ພຣະອົງຮວບຮວມປະເທດເຫຼົ່ານີ້ເຂົ້າກັນເພື່ອສ້າງຄ້າຍທີ່ຂ້ອນຂ້າງຊອບທຳຂອງໂລກ ໃນຂະນະທີ່ປະເທດເຊິ່ງບໍ່ມີພຣະເຈົ້າ ແລະ ປະເທດທີ່ບໍ່ນະມັດສະການພຣະເຈົ້າທີ່ແທ້ຈິງກໍກາຍມາເປັນປໍລະປັກຂອງຄ້າຍທີ່ຊອບທຳ. ໃນລັກສະນະນີ້, ພຣະເຈົ້າບໍ່ພຽງແຕ່ມີພື້ນທີ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດຂອງພຣະອົງ ແຕ່ຍັງໄດ້ຮັບເອົາປະເທດທີ່ສາມາດປະຕິບັດສິດອຳນາດທີ່ຊອບທຳ ເພື່ອກຳນົດການລົງໂທດ ແລະ ຂໍ້ຈຳກັດໃນປະເທດເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ ແຕ່ເຖິງຢ່າງນັ້ນກໍຕາມ ຍັງມີໜ້ອຍຄົນທີ່ອອກມາເພື່ອນະມັດສະການພຣະເຈົ້າ ເພາະມະນຸດໄດ້ຫ່າງເຫີນຈາກພຣະອົງຫຼາຍແລ້ວ ແລະ ມະນຸດກໍ ລືມໄລພຣະເຈົ້າເປັນເວລາດົນນານມາແລ້ວ. ຍັງມີພຽງແຕ່ບາງປະເທດທີ່ປະຕິບັດຄວາມຊອບທຳ ແລະ ຕໍ່ຕ້ານຄວາມບໍ່ຊອບທຳເທິງແຜ່ນດິນໂລກ. ແຕ່ສິ່ງນີ້ແມ່ນໄກຈາກຄວາມປາຖະໜາຂອງພຣະເຈົ້າຫຼາຍ ຍ້ອນບໍ່ມີຜູ້ປົກຄອງຂອງປະເທດໃດທີ່ຈະອະນຸຍາດໃຫ້ພຣະເຈົ້າປົກຄອງຢູ່ເໜືອຜູ້ຄົນຂອງພວກເຂົາ ແລະ ບໍ່ມີພັກການເມືອງໃດທີ່ຈະເຕົ້າໂຮມປະຊາຊົນຂອງຕົນເອງເພື່ອນະມັດສະການພຣະເຈົ້າ; ພຣະເຈົ້າໄດ້ສູນເສຍພື້ນທີ່ເໝາະສົມຢູ່ໃນຫົວໃຈຂອງທຸກໆປະເທດ, ຊົນຊາດ, ພັກປົກຄອງ ແລະ ແມ່ນແຕ່ຢູ່ໃນຫົວໃຈຂອງແຕ່ລະຄົນ. ເຖິງແມ່ນວ່າ ກຳລັງທີ່ຊອບທຳມີຢູ່ໃນໂລກນີ້, ແຕ່ອໍານາດການປົກຄອງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນອ່ອນແອຫຼາຍ. ຫາກປະສາຈາກການອວຍພອນຂອງພຣະເຈົ້າ, ເວທີທາງການເມືອງກໍຈະຕົກຢູ່ໃນຄວາມສັບສົນບໍ່ເປັນລະບຽບ ແລະ ບໍ່ສາມາດຕ້ານທານການໂຈມຕີພຽງຄັ້ງດຽວໄດ້. ສຳລັບມະນຸດຊາດ, ການປາສະຈາກການອວຍພອນຂອງພຣະເຈົ້າກໍເປັນເໝືອນກັບການບໍ່ມີດວງຕາເວັນ. ບໍ່ວ່າຜູ້ປົກຄອງຈະປະກອບສ່ວນຢ່າງພາກພຽນໃຫ້ກັບປະຊາຊົນຂອງພວກເຂົາສໍ່າໃດ, ບໍ່ວ່າ ມະນຸດຊາດຈະຮ່ວມກັນຈັດກອງປະຊຸມອັນຊອບທຳຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດເລີຍຈະປ່ຽນແປງ ຫຼື ເຮັດໃຫ້ຊະຕາກໍາຂອງມະນຸດຊາດດີຂຶ້ນ. ມະນຸດເຊື່ອວ່າ ປະເທດທີ່ຜູ້ຄົນໄດ້ຮັບການລ້ຽງດູ, ນຸ່ງຫົ່ມກິນດີ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແມ່ນປະເທດທີ່ດີ ແລະ ເປັນປະເທດທີ່ມີການນໍາພາທີ່ດີ. ແຕ່ພຣະເຈົ້າບໍ່ໄດ້ຄິດແບບນັ້ນ. ພຣະອົງເຊື່ອວ່າ ປະເທດໃດໜຶ່ງທີ່ບໍ່ມີໃຜນະມັດສະການພຣະເຈົ້າແມ່ນປະເທດທີ່ພຣະອົງຈະທຳລາຍລ້າງ. ວິທີການຄິດຂອງມະນຸດບໍ່ຖືກກັບວິທີການຄິດຂອງພຣະເຈົ້າຫຼາຍ. ດ້ວຍເຫດນັ້ນ ຖ້າຫົວໜ້າປະເທດໃດໜຶ່ງບໍ່ນະມັດສະການພຣະເຈົ້າ ແລ້ວຊະຕາກໍາຂອງປະເທດນີ້ກໍຈະເປັນປະເທດທີ່ໜ້າເສົ້າ ແລະ ປະເທດນັ້ນຈະບໍ່ມີຈຸດໝາຍປາຍທາງຫຍັງເລີຍ.

ພຣະເຈົ້າບໍ່ມີສ່ວນຮ່ວມໃນການເມືອງຂອງມະນຸດ ແຕ່ຊະຕາກໍາຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າຄວບຄຸມໂລກນີ້ ແລະ ຈັກກະວານນີ້ທັງປວງ. ຊະຕາກໍາຂອງມະນຸດ ແລະ ແຜນການຂອງພຣະເຈົ້າແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ມີມະນຸດ, ປະເທດ ຫຼື ຊົນຊາດໃດທີ່ຖືກລະເວັ້ນຈາກອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າມະນຸດປາຖະໜາທີ່ຈະຮູ້ຈັກຊະຕາກໍາຂອງເຂົາ, ເຂົາກໍຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຈະເຮັດໃຫ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະອົງນັ້ນຈະເລີນຮຸ່ງເຮືອງ ແລະ ຈະນໍາຄວາມເສື່ອມເສຍ ແລະ ການດັບສູນມາຍັງຄົນທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງ.

ໃຫ້ທົບທວນເຫດການໃນພຣະຄຳພີໃນຫົວຂໍ້ທີ່ວ່າ ພຣະເຈົ້າທຳລາຍເມືອງໂຊໂດມ ແລະ ພ້ອມນີ້ກໍຂໍໃຫ້ຄິດເບິ່ງວ່າ ເມຍຂອງໂລດກາຍມາເປັນເສົາເກືອໄດ້ແນວໃດ. ໃຫ້ຫວນກັບໄປແລ້ວຄິດເບິ່ງວ່າ ປະຊາຊົນເມືອງນີເນເວສຳນຶກຄວາມຜິດບາບຂອງພວກເຂົາໂດຍປົກຄຸມດ້ວຍຜ້າກະສອບ ແລະ ຂີ້ເທົ່າແນວໃດ; ໃຫ້ທົບທວນເບິ່ງວ່າ ແມ່ນຫຍັງເກີດຂຶ້ນຫຼັງຈາກທີ່ຊາວຢິວໄດ້ຄຶງພຣະເຢຊູໃສ່ໄມ້ກາງແຂນ 2.000 ປີກ່ອນ. ຊາວຢິວຖືກໄລ່ອອກຈາກອິດສະຣາເອນ ແລະ ໜີໄປຢູ່ປະເທດອື່ນໆທົ່ວແຜ່ນດິນໂລກ. ຫຼາຍຄົນຖືກຂ້າ ແລະ ຊົນຊາດຢິວທັງໝົດກໍປະສົບກັບຄວາມເຈັບປວດທີ່ບໍ່ເຄີຍມີມາກ່ອນຈາກການທີ່ປະເທດຂອງຕົນຖືກທຳລາຍ. ພວກເຂົາໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນ ນັ້ນກໍຄືການສ້າງບາບກຳທີ່ຊົ່ວຮ້າຍ ແລະ ທ້າທາຍອຸປະນິໄສຂອງພຣະເຈົ້າ. ພວກເຂົາຖືກບັງຄັບໃຫ້ຊົດໃຊ້ໃນສິ່ງທີ່ພວກເຂົາໄດ້ກະທຳ ແລະ ຖືກບັງຄັບໃຫ້ແບກຮັບເອົາຜົນຂອງການກະທຳຂອງພວກເຂົາທັງໝົດ. ພວກເຂົາກ່າວໂທດພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບຊະຕາກໍາ ນັ້ນກໍຄື: ການຖືກພຣະເຈົ້າລົງໂທດ. ນີ້ແມ່ນຜົນຕາມມາ ແລະ ໄພພິບັດອັນຂົມຂື່ນ ທີ່ຜູ້ປົກຄອງຂອງພວກເຂົາໄດ້ນໍາມາສູ່ປະເທດ ແລະ ຊົນຊາດຂອງພວກເຂົາເອງ.

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືຮູບແບບການປົກຄອງພະເດັດການ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານີ້, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງສີສະຂອງພຣະອົງ, ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍຢຸດເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າຊ່ວຍໃຫ້ມະນຸດຊາດແຕ່ລະຄົນລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ພວກເຮົາເຊື່ອວ່າ ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ ແລະ ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກ; ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ; ຊົນຊາດໃດກໍຕາມທີ່ລຸກຮື້ຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ. ເຮົາແນະນໍາໃຫ້ປະຊາຊົນຂອງທຸກຊົນຊາດ, ປະເທດ ແລະ ແມ່ນແຕ່ອຸດສາຫະກຳທັງໝົດໃຫ້ຟັງສຽງຂອງພຣະເຈົ້າ, ເພື່ອເບິ່ງພາລະກິດຂອງພຣະເຈົ້າ ແລະ ເພື່ອສົນໃຈກັບຊະຕາກໍາຂອງມະນຸດຊາດເພື່ອເຮັດໃຫ້ພຣະເຈົ້າເປັນຜູ້ບໍລິສຸດທີ່ສຸດ, ເປັນຕານັບຖືທີ່ສຸດ, ສູງສົ່ງທີ່ສຸດ ແລະ ເປັນພຽງຈຸດມຸ່ງໝາຍດຽວຂອງການນະມັດສະການທ່າມກາງມະນຸດ ແລະ ເພື່ອເຮັດໃຫ້ມະນຸດຊາດທັງໝົດດຳລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ ເໝືອນກັບທີ່ເຊື້ອສາຍຂອງອັບຣາຮາມ ຜູ້ເຊິ່ງດຳລົງຊີວິດຢູ່ໃນພຣະສັນຍາຂອງພຣະເຢໂຮວາ ແລະ ເໝືອນກັບອາດາມ ແລະ ເອວາ ຜູ້ເຊິ່ງ ພຣະເຈົ້າໄດ້ສ້າງກ່ອນ ຜູ້ເຊິ່ງດຳລົງຊີວິດຢູ່ໃນສວນເອເດນ.

ພາລະກິດຂອງພຣະເຈົ້າຊັດສາດໄປຂ້າງໜ້າເໝືອນກັບຄື້ນທະເລກ້ອນໃຫຍ່. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດຍ່າງຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ.

(ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຕໍ່ໄປ: 2. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້