2. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຫຼັງຈາກພາລະກິດຂອງພຣະເຢໂຮວາ, ພຣະເຢຊູໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ພາລະກິດຂອງພຣະອົງບໍ່ໄດ້ດໍາເນີນການຢ່າງໂດດດ່ຽວ ແຕ່ຖືກສ້າງຂຶ້ນບົນພາລະກິດຂອງພຣະເຢໂຮວາ. ມັນຄືພາລະກິດສໍາລັບຍຸກໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ຫຼັງຈາກທີ່ພຣະອົງໄດ້ສິ້ນສຸດຍຸກແຫ່ງພຣະບັນຍັດ. ເຊັ່ນດຽວກັນ ຫຼັງຈາກພາລະກິດຂອງພຣະເຢໂຮວາສິ້ນສຸດລົງ, ພຣະເຈົ້າກໍສືບຕໍ່ພາລະກິດຂອງພຣະອົງສຳລັບຍຸກຕໍ່ໄປ ຍ້ອນວ່າການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນກ້າວໄປທາງໜ້າຢູ່ເລື້ອຍໆ. ເມື່ອຍຸກເກົ່າຜ່ານໄປ ມັນກໍຈະຖືກແທນທີ່ໂດຍຍຸກໃໝ່ ແລະ ຫຼັງຈາກທີ່ພາລະກິດເກົ່າໄດ້ສໍາເລັດລົງ ກໍຈະມີພາລະກິດໃໝ່ເພື່ອສືບຕໍ່ການຄຸ້ມຄອງຂອງພຣະເຈົ້າ. ການບັງເກີດເປັນມະນຸດໃນຄັ້ງນີ້ແມ່ນການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ຫຼັງຈາກພາລະກິດຂອງພຣະເຢຊູ. ແນ່ນອນ ການບັງເກີດເປັນມະນຸດໃນຄັ້ງນີ້ບໍ່ໄດ້ເກີດຂຶ້ນດ້ວຍຕົນເອງ; ມັນເປັນຂັ້ນຕອນທີສາມຂອງພາລະກິດຫຼັງຈາກຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນຂັ້ນຕອນໃໝ່ຂອງພາລະກິດ, ມັນກໍຕ້ອງມີການເລິ່ມຕົ້ນໃໝ່ ແລະ ມັນຕ້ອງນໍາຍຸກໃໝ່ມາຢູ່ສະເໝີ. ພ້ອມນີ້ ກໍຈະມີການປ່ຽນແປງທີ່ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ, ປ່ຽນແປງ ລັກສະນະແຫ່ງການປະຕິບັດພາລະກິດຂອງພຣະອົງ, ສະຖານທີ່ຂອງພາລະກິດຂອງພຣະອົງ ແລະ ນາມຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍ ທີ່ມັນຫຍຸ້ງຍາກສຳລັບມະນຸດທີ່ຈະຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກໃໝ່. ແຕ່ເຖິງແມ່ນວ່າພຣະອົງຈະຖືກມະນຸດຕໍ່ຕ້ານແນວໃດກໍຕາມ, ພຣະເຈົ້າກໍປະຕິບັດພາລະກິດຂອງພຣະອົງຢູ່ສະເໝີ ແລະ ນໍາພາມວນມະນຸດຊາດກ້າວໄປຂ້າງໜ້າສະເໝີ. ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ, ພຣະອົງໄດ້ເລີ່ມຕົ້ນຍຸກແຫ່ງພຣະຄຸນ ແລະ ສິ້ນສຸດຍຸກແຫ່ງພຣະບັນຍັດ. ໃນລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ດ້ວຍການບັງເກີດເປັນມະນຸດນີ້ ພຣະເຈົ້າຈຶ່ງໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ເລີ່ມຕົ້ນຍຸກແຫ່ງອານາຈັກ. ທຸກຄົນທີ່ສາມາດຮັບເອົາການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າກໍຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ຍິ່ງໄປກວ່ານັ້ນກໍຈະສາມາດຮັບເອົາການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າ ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງໃນທ່າມກາງມະນຸດ, ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບຂອງມະນຸດເທົ່ານັ້ນ; ພຣະອົງບໍ່ໄດ້ກໍາຈັດອຸປະນິໄສທີ່ເສື່ອມຊາມທັງໝົດຂອງເຂົາອອກຈາກມະນຸດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້ ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປະກົດຕໍ່ກັບມະນຸດໃນລະຫວ່າງຍຸກສຸດທ້າຍ ແຕ່ຊ້ອນຕົວທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ແຜດເຜົາ ແລະ ແປວໄຟທີ່ເຜົາໄໝ້ ເຕັມປ່ຽມໄປດ້ວຍລິດເດດ ແລະ ອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟເຜົາໄໝ້. ສຸດທ້າຍ ທຸກຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຈະຖືກທໍາລາຍເປັນຊິ້ນໆດ້ວຍພຣະທຳຂອງເຮົາເຊັ່ນກັນ. ດ້ວຍວິທີນີ້ ຜູ້ຄົນທັງໝົດໃນຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ກັບຄືນມາ ເຮົາແມ່ນພຣະເຈົ້າຜູ້ມີລິດທານຸພາບສູງສຸດທີ່ເອົາຊະນະມວນມະນຸດທັງໝົດ ແລະ ຄັ້ງໜຶ່ງເຮົາເຄີຍເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດ ແຕ່ໃນຍຸກສຸດທ້າຍ ເຮົາຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ເຊັ່ນກັນກັບດວງອາທິດແຫ່ງສິນທຳທີ່ເປີດເຜີຍທຸກສິ່ງຢ່າງ. ນັ້ນແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ຊື່ນີ້ ແລະ ມີອຸປະນິໄສດັ່ງນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ມີສິນທຳ ແລະ ເປັນດວງອາທິດທີ່ແຜດເຜົາ ແລະ ເປັນແປວໄຟທີ່ເຜົາໄໝ້, ເພື່ອໃຫ້ທຸກຄົນສາມາດບູຊາເຮົາ ຜູ້ທີ່ເປັນພຣະເຈົ້າອົງດຽວທີ່ແທ້ຈິງ ແລະ ເພື່ອໃຫ້ພວກເຂົາສາມາດເຫັນໃບໜ້າແທ້ຈິງຂອງເຮົາ. ເຮົາບໍ່ແມ່ພຣະເຈົ້າໜຶ່ງດຽວຂອງຊາວອິສຣາເອນ ແລະ ບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ. ເຮົາແມ່ນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ, ແຜ່ນດິນໂລກ ແລະ ທະເລ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ ‘ເມກຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ!

(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກແຫ່ງພຣະຄຸນ. ຖ້າສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການຖືກຄຶງເທິງໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ, ແຕ່ກົງກັນຂ້າມ ເຮົາໄດ້ມາເພື່ອພິພາກສາ ແລະ ຂ້ຽນຕີມະນຸດໂດຍກົງ? ຖ້າພາລະກິດຂອງເຮົາໃນການພິພາກສາ ແລະ ຂ້ຽນຕີມະນຸດ ແລະ ການມາເຖິງຂອງເຮົາໃນຕອນນີ້ທີ່ບໍ່ໄດ້ມາຍ້ອນແນວຄວາມຄິດຂອງພຣະວິນຍານບໍລິສຸດນັ້ນ ບໍ່ໄດ້ມາຫຼັງຈາກການຖືກຄຶງທີ່ໄມ້ກາງແຂນ, ແລ້ວເຮົາກໍຈະມີຄຸນສົມບັດໃຫ້ພິພາກສາ ແລະ ຂ້ຽນຕີມະນຸດ. ມັນເປັນຍ້ອນເຮົາເປັນຜູ້ທີ່ຢູ່ກັບພຣະເຢຊູແທ້ໆ ເຮົາຈຶ່ງມາເພື່ອຂ້ຽນຕີ ແລະ ພິພາກສາມະນຸດໂດຍກົງ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຂັ້ນຕອນຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນທີ່ສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ່ງບໍ່ໄດ້. ເຖິງແມ່ນວ່າ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ ແລະ ສະພາບການກໍາເນີດຂອງພຣະອົງທັງສອງ, ພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດໃຜລາວຂອງພຣະອົງທັງສອງ ຫຼື ຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຄວບຄຸມພຣະວິນຍານຂອງພຣະອົງທັງສອງ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຊ່ວງເວລາທີ່ແຕກຕ່າງກັນ ແລະ ເນື້ອໜັງຂອງພຣະອົງທັງສອງກໍມາຈາກສາຍເລືອດທີ່ຕ່າງກັນ. ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພໍ່ຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນບຸດຊາຍຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ໃນທຳນອງດຽວກັນ ພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະວິນຍານຂອງພຣະອົງທັງສອງແມ່ນອັນດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດແຫ່ງຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຂ້ຽນຕີມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສະມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນອຳນາດອັນໄພສານຂອງພຣະເຈົ້າບໍ?

(ຄັດຈາກບົດ “ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນ ແລະ ກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ. ເຖິງແມ່ນວ່າ ພາລະກິດຂອງເນື້ອໜັງທີ່ເກີດເປັນມະນຸດສອງຄັ້ງແຕກຕ່າງກັນ, ແກ່ນແທ້ຂອງເນື້ອໜັງ ແລະ ແຫຼ່ງກຳເນີດຂອງພາລະກິດຂອງພຣະອົງແມ່ນຄືກັນ; ມີແຕ່ວ່າ ພຣະອົງທັງສອງດໍາລົງຢູ່ເພື່ອປະຕິບັດສອງຂັ້ນຕອນຂອງພາລະກິດທີ່ແຕກຕ່າງກັນ ແລະ ເກີດຂຶ້ນໃນສອງຍຸກທີ່ແຕກຕ່າງກັນ. ບໍ່ວ່າແມ່ນຫຍັງກໍຕາມ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າມີແກ່ນແທ້ທີ່ຄືກັນ ແລະ ຕົ້ນກໍາເນີດທີ່ຄືກັນ, ນີ້ຄືຄວາມຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວທີ່ປົກຄອງຢູ່ເໜືອສິ່ງທັງປວງ

ຕໍ່ໄປ: 3. ຄວາມລອດພົ້ນສາມາດບັນລຸໄດ້ຜ່ານທາງຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສຸງສຸດເທົ່ານັ້ນ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້