ບົດທີ 1 ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຈົ້າທີ່ແທ້ຈິງອົງດຽວທີ່ເນລະມິດທຸກສິ່ງ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ ພຣະອົງໄດ້ນໍາມາຍຸກແຫ່ງພຣະຄຸນ ແລະ ຢຸດຕິຍຸກແຫ່ງພຣະບັນຍັດ. ລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນມະນຸດອີກເທື່ອໜຶ່ງ ແລະ ເມື່ອພຣະອົງຊົງກາຍເປັນຮ່າງກາຍມະນຸດໃນຄັ້ງນີ້ ພຣະອົງໄດ້ຢຸດຕິຍຸກແຫ່ງພຣະຄຸນ ແລະ ນໍາມາແຫ່ງຍຸກອານາຈັກ. ຜູ້ຄົນທີ່ຮັບເອົາພຣະເຈົ້າຜູ້ບັງເກີດເປັນມະນຸດຄັ້ງທີ່ສອງນີ້ຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ສາມາດຮັບເອົາການຊີ້ນໍາເປັນສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າພຣະເຢຊູໄດ້ກະທໍາພາລະກິດໃນທ່າມກາງມະນຸດ, ແຕ່ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນຜູ້ຮັບບາບແທນມະນຸດເທົ່ານັ້ນ. ພຣະອົງບໍ່ໄດ້ກໍາຈັດມະນຸດໃຫ້ພົ້ນຈາກຈິດໃຈອັນຊົ່ວຮ້າຍຂອງພວກເຂົາທັງໝົດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງບໍລິບູນບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູຮັບເອົາບາບຂອງມະນຸດໂດຍການຖວາຍບາບເທົ່ານັ້ນ ແຕ່ຕ້ອງການພຣະເຈົ້າກະທໍາພາລະກິດອັນຍິ່ງໃຫຍ່ເພື່ອລົບລ້າງຈິດໃຈຂອງມະນຸດທັງໝົດ ທີ່ຖືກເສື່ອມຊາມໂດຍຊາຕານ. ດັ່ງນັ້ນ ຫຼັງຈາກມະນຸດໄດ້ຮັບການໃຫ້ອະໄພຈາກບາບຂອງຕົນ ພຣະເຈົ້າໄດ້ກັບຄືນສູ່ຮ່າງກາຍມະນຸດເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລິ່ມພາລະກິດຂອງການລົງໂທດ ແລະ ພິພາກສາ ແລະ ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງ. ຜູ້ຄົນທີ່ຍອມຢູ່ພາຍໃຕ້ການຄຸ້ມຄອງຂອງພຣະອົງຈະໄດ້ຮັບຄວາມຈິງຢ່າງສູງ ແລະ ໄດ້ຮັບພອນອັນປະເສີດຢ່າງມາກມາຍ. ພວກເຂົາຈະຢູ່ໃນແສງສະຫວ່າງທີ່ແທ້ຈິງ ແລະ ຈະໄດ້ຮັບຄວາມຈິງ ພ້ອມດ້ວຍເສັ້ນທາງ ແລະ ຊີວິດ.

(ຄັດຈາກບົດນໍາສູ່ໜັງສືພຣະທຳປາກົດໃນຮ່າງກາຍ)

ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງໄປສູ່ການປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ, ແຕ່ພຣະອົງຈະລົງມາແນວໃດແທ້ໆ? ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ, ເຈົ້າຈະເປັນທີ່ພໍໃຈພຣະເຈົ້າບໍ? ສຳລັບເຈົ້າທີ່ຍັງມີຕົວເກົ່າຂອງເຈົ້າ, ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ ຍ້ອນຄວາມລອດພົ້ນຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ. ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ? ຢູ່ພາຍໃນຕົວເຈົ້າ, ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ, ຄວາມເຫັນແກ່ຕົວ ແລະ ຄວາມສົກກະປົກ, ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ, ເຈົ້າຄືຈະໂຊກດີຫຼາຍແທ້! ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ: ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ. ເພື່ອທີ່ຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ, ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ; ຖ້າເຈົ້າພຽງແຕ່ຖືກໄຖ່ບາບ, ເຈົ້າຈະບໍ່ສາມາດບັນລຸຄວາມສັກສິດໄດ້. ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດທີ່ຈະມີສ່ວນແບ່ງໃນພອນອັນດີຂອງພຣະເຈົ້າ, ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນ. ແລ້ວດ້ວຍເຫດນັ້ນ ເຈົ້າເຊິ່ງເປັນຄົນບາບທີ່ຫາກໍ່ຖືກໄຖ່ ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ.

(ຄັດຈາກບົດ “ວ່າດ້ວຍເລື່ອງຕໍາແໜ່ງ ແລະ ຕົວຕົນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ ກະບົດ; ມະນຸດພຽງແຕ່ກັບຄືນຫາພຣະເຈົ້າຜ່ານການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແນ່ນອນ ເມື່ອພຣະເຈົ້າກາຍເປັນຮ່າງກາຍມະນຸດໃນຄັ້ງນີ້ ພາລະກິດຂອງພຣະອົງແມ່ນເພື່ອສະແດງອອກເຖິງບຸກຄະລິກຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຕິສອນ ແລະ ພິພາກສາ. ພຣະອົງໃຊ້ສິ່ງນີ້ເປັນພື້ນຖານ ເພື່ອເພິ່ມຄວາມຈິງໃຫ້ກັບມະນຸດ, ສະແດງເຖິງຫຼາຍວິທີທາງຂອງການປະຕິບັດ ແລະ ເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກຈິດໃຈທີ່ຊົ່ວຊ້າຂອງຕົນ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ.

(ຄັດຈາກບົດນໍາສູ່ໜັງສືພຣະທຳປາກົດໃນຮ່າງກາຍ)

ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຕີສອນຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ນັ້ນກໍຄືໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າໄປສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ຄົນທີ່ເຂົ້າໄປສູ່ບ່ອນພັກເຊົາລ້ວນແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກຜ່ານພາລະກິດຊໍາລະລ້າງບາບຂອງພຣະອົງ. ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະເຂົ້າໄປສູ່ບ່ອນພັກເຊົາຄັ້ງສຸດທ້າຍ. ໃຈຄວາມແທ້ຈິງຂອງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອວັນແຫ່ງຄວາມສະຫງົບຄັ້ງສຸດທ້າຍ. ບໍ່ດັ່ງນັ້ນ ມວນມະນຸດຈະບໍ່ສາມາດປະຕິບັດຕາມປະເພດຂອງພວກເຂົາ ຫຼື ເຂົ້າໄປສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າໄປສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ບັນດາຜູ້ທີ່ບໍ່ເຊື່ອຟັງໃນບັນດາມວນມະນຸດຊາດ ເຊິ່ງເປັນການແຍກຜູ້ທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ, ຜູ້ທີ່ຍັງຢູ່ຈະຖືກຊໍາລະລ້າງ ແລະ ຊື່ນຊົມກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພວກເຂົາກໍາລັງເຂົ້າສູ່ໂລກຂັ້ນສູງສຸດຂອງມະນຸດ. ນັ້ນໝາຍຄວາມວ່າ ພວກເຂົາຈະເຂົ້າສູ່ວັນແຫ່ງຄວາມສະຫງົບຂອງມະນຸດ ແລະ ໃຊ້ຊີວິດຢູ່ກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ສາມາດຢູ່ໄດ້ຖືກຕີສອນ ແລະ ພິພາກສາ, ຮູບຮ່າງດັ່ງເດີມຂອງພວກເຂົາຈະຖືກເປີດເຜີຍທັງໝົດ; ຫຼັງຈາກນັ້ນ ພວກເຂົາທຸກຄົນຈະຖືກທໍາລາຍ ແລະ ຈະບໍ່ໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປ ຄືດັ່ງກັບຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນເຫຼົ່ານີ້ບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງສະຫງົບສຸກທີ່ແທ້ຈິງ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າສູ່ວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍຂອງການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ພວກເຂົາເປັນຄົນທີ່ບໍ່ຊອບທໍາ. … ພາລະກິດແທ້ຈິງຂອງພຣະອົງໃນການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ພອນແກ່ຄົນດີນັ້ນ ແມ່ນເປັນການກະທໍາທັງໝົດ ເພື່ອຊໍາລະລ້າງມວນມະນຸດ, ເພື່ອວ່າພຣະອົງຈະໄດ້ນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າໄປສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງ ແມ່ນເປັນຂັ້ນຕອນພາລະກິດທີ່ສໍາຄັນທີ່ສຸດຂອງພຣະອົງ. ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນັ້ນກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນເປັນນໍ້າສົກກະປົກທີ່ພວກເຂົາຍຶດຕິດມາເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ?ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ກັບຄືນມາ

ຕໍ່ໄປ: 1. ເປັນຫຍັງພຣະເຈົ້າຈຶ່ງມີຊື່ ແລະ ຊື່ດຽວສາມາດສະແດງເຖິງພຣະເຈົ້າທັງໝົດໄດ້ບໍ?

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້