5. ຄຸນຄ່າໂດຍທຳມະຊາດຂອງພຣະຄຳພີ ແລະ ຄົນໆໜຶ່ງຈະເຂົ້າເຖິງ ແລະ ນໍາໃຊ້ພຣະຄຳພີໃນລັກສະນະທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້ແນວໃດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຈົ່ງຄົ້ນຫາໃນພຣະຄຳພີ; ເພາະໃນພຣະຄຳເຫຼົ່ານັ້ນ ເຈົ້າຄິດວ່າເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແລ້ວເຈົ້າຈະບໍ່ມາຫາເຮົາ ເພື່ອເຈົ້າອາດມີຊີວິດ” (ໂຢຮັນ 5:39-40).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າທີ່ແທ້ຈິງ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນແຊກແຊງພາລະກິດແຫ່ງອະນາຄົດຢ່າງຫຼວງຫຼາຍ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ເຖິງຢ່າງໃດກໍຕາມ ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງທາດແທ້ ແລະ ເລື່ອງລາວພາຍໃນພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າຢ່າງສິ້ນເຊີງ, ແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ທຳມິກກະຊົນ ແລະ ນັກປະກາດພຣະທຳບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງເປັນສິ່ງທີ່ຄົນເຫຼົ່ານີ້ເຫັນ ແລະ ຮູ້ຈັກຢ່າງແທ້ຈິງ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ປະກາດພຣະທຳ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນມີຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ-ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການຕອບສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງເປົາໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການຕອບສະໜອງ ແລະ ການຊ່ວຍເຫຼືອຈາກໜັງສຶເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງເປົາໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບທຳມິກກະຊົນໃນຍຸກແຫ່ງອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ລ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອັນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍລ້າສະໄໝ ແລະ ກາຍເປັນອະດີດໄປແລ້ວ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດຕິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ຫຼື ເວລາບໍ່ສາມາດປ່ຽນແປງໄດ້ຈັກເທື່ອ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນກາລານຸກົມທີ່ເກົ່າແກ່ ແລະ ກາລານຸກົມທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ບໍ່ວ່າກາລານຸກົມເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນ ຫຼື ບໍ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ ຫຼື ບໍ, ພວກມັນບໍ່ລ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນສາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຳພີໄດ້ເປັນສ່ວນໜຶ່ງຂອງປະຫວັດສາດມະນຸດເປັນເວລາສອງສາມພັນປີ. ຍິ່ງໄປກວ່ານັ້ນ ຜູ້ຄົນປະຕິບັດຕໍ່ພຣະຄຳພີຄືກັບພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ໃນຍຸກສຸດທ້າຍ ມັນໄດ້ແທນທີ່ຂອງພຣະເຈົ້າໄປແລ້ວ ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງ. ສະນັ້ນ ເມື່ອເວລາເອື້ອອຳນວຍ ພຣະເຈົ້າຈຶ່ງຮູ້ສຶກວ່າຈໍາເປັນຕ້ອງຊີ້ແຈງເລື່ອງລາວພາຍໃນ ແລະ ຕົ້ນກຳເນີດຂອງພຣະຄຳພີ; ຖ້າພຣະອົງບໍ່ເຮັດແບບນີ້, ພຣະຄຳພີກໍຈະສືບຕໍ່ຍຶດຕໍາແໜ່ງຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ຜູ້ຄົນຈະໃຊ້ພຣະທຳຂອງພຣະເຈົ້າເພື່ອວັດແທກ ແລະ ປະນາມການກະທຳຂອງພຣະເຈົ້າ. ເມື່ອອະທິບາຍເຖິງແກ່ນແທ້, ໂຄງສ້າງ ແລະ ຂໍ້ບົກຜ່ອງໃນພຣະຄຳພີ, ບໍ່ໄດ້ໝາຍຄວາມວ່າພຣະເຈົ້າປະຕິເສດການເປັນຢູ່ຂອງພຣະຄຳພີ ຫຼື ພຣະອົງປະນາມພຣະຄຳພີ; ກົງກັນຂ້າມ ພຣະອົງກຳລັງໃຫ້ຄຳອະທິບາຍທີ່ເໝາະສົມ ແລະ ສົມຄວນ ເພື່ອຟື້ນຟູລັກສະນະດັ້ງເດີມຂອງພຣະຄຳພີ, ເພື່ອກ່າວເຖິງຄວາມເຂົ້າໃຈຜິດຂອງຜູ້ຄົນທີ່ມີຕໍ່ພຣະຄຳພີ ແລະ ມອບມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີໃຫ້ແກ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ນະມັດສະການພຣະຄຳພີອີກຕໍ່ໄປ ແລະ ບໍ່ຫຼົງຫາຍອີກຕໍ່ໄປ; ໝາຍຄວາມວ່າ ເພື່ອໃຫ້ພວກເຂົາບໍ່ເຂົ້າໃຈຜິດວ່າຄວາມເຊື່ອຢ່າງລັບຫູລັບຕາຂອງພວກເຂົາໃນພຣະຄຳພີນັ້ນເປັນຄືກັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນການນະມັດສະການພຣະເຈົ້າ ໂດຍຢ້ານແມ່ນແຕ່ຈະເປີດເຜີຍເບື້ອງຫຼັງ ແລະ ຂໍ້ບົກຜ່ອງແທ້ຈິງຂອງພຣະຄຳພີ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈຢ່າງສົມບູນກ່ຽວກັບພຣະຄຳພີ, ພວກເຂົາຈຶ່ງຈະສາມາດປະວາງພຣະຄຳພີໄວ້ ໂດຍບໍ່ຮູ້ສຶກຜິດ ແລະ ຍອມຮັບພຣະທຳໃໝ່ຂອງພຣະເຈົ້າຢ່າງກ້າຫານ. ນີ້ຄືເປົ້າໝາຍຂອງພຣະເຈົ້າໃນສອງສາມບົດເຫຼົ່ານີ້. ຄວາມຈິງທີ່ພຣະເຈົ້າປາຖະໜາຈະບອກຜູ້ຄົນໃນນີ້ກໍຄື ບໍ່ມີທິດສະດີ ຫຼື ຄວາມຈິງໃດທີ່ສາມາດແທນທີ່ພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ສາມາດຢືນແທນພຣະເຈົ້າໄດ້. ຖ້າຜູ້ຄົນບໍ່ສາມາດຫຼົບໜີຈາກກັບດັກຂອງພຣະຄຳພີ, ພວກເຂົາຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຈັກເທື່ອ. ຖ້າພວກເຂົາປາຖະໜາທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງຊໍາລະລ້າງຫົວໃຈຂອງພວກເຂົາຈາກສິ່ງໃດກໍຕາມທີ່ຈະມາແທນທີ່ພຣະອົງ; ແລ້ວເມື່ອນັ້ນພວກເຂົາຈຶ່ງຈະເປັນທີ່ພໍໃຈພຣະເຈົ້າ.

(ຄັດຈາກຄຳນໍາຂອງບົດພຣະທຳຂອງພຣະຄຣິດໃນຂະນະທີ່ພຣະອົງຍ່າງໃນຄຣິສຕະຈັກໃນໜັງສືພຣະທຳປາກົດໃນຮ່າງກາຍ)

ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອັນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອັນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອັນແລ້ວ ແລະ ນອກເໜືອຄຳທຳນວາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນວາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອັນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດສັງເກດເຫັນ ຫຼື ຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜທີ່ສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາຢ່າງສູງ ທີ່ຕໍ່ຕ້ານທຳນຽມໃນໜັງສຶເກົ່າໆທີ່ຢູ່ໃນສະພາບບໍ່ດີໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານວາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້. ເຈົ້າຕ້ອງເຂົ້າໃຈວ່າ ເປັນຫຍັງ ໃນປັດຈຸບັນ ເຈົ້າຈຶ່ງຖືກຮຽກຮ້ອງບໍ່ໃຫ້ອ່ານພຣະຄຳພີ, ເປັນຫຍັງຈຶ່ງມີພາລະກິດອື່ນທີ່ແຕກຕ່າງຈາກພຣະຄຳພີ, ເປັນຫຍັງພຣະເຈົ້າຈຶ່ງບໍ່ຊອກຫາການປະຕິບັດທີ່ໃໝ່ກວ່າ ແລະ ມີລາຍລະອຽດຫຼາຍກວ່າໃນພຣະຄຳພີ, ກົງກັນຂ້າມເປັນຫຍັງຈຶ່ງມີພາລະກິດທີ່ຍິ່ງໃຫຍ່ກວ່າພຣະຄຳພີ. ນີ້ຄືສິ່ງທັງໝົດທີ່ພວກເຈົ້າຄວນເຂົ້າໃຈ. ເຈົ້າຕ້ອງຮູ້ຈັກເຖິງຄວາມແຕກຕ່າງລະຫວ່າງພາລະກິດເກົ່າ ແລະ ໃໝ່ ແລະ ເຖິງແມ່ນວ່າເຈົ້າບໍ່ໄດ້ອ່ານພຣະຄຳພີ, ເຈົ້າຕ້ອງສາມາດວິເຄາະມັນໃຫ້ໄດ້ຢ່າງລະອຽດ; ຖ້າບໍ່ດັ່ງນັ້ນ ເຈົ້າກໍຍັງຈະນະມັດສະການພຣະຄຳພີ ແລະ ມັນຈະຫຍຸ້ງຍາກສຳລັບເຈົ້າທີ່ຈະເຂົ້າສູ່ພາລະກິດໃໝ່ ແລະ ປະສົບກັບການປ່ຽນແປງຕ່າງໆ. ໃນເມື່ອມີຫົນທາງທີ່ສູງສົ່ງກວ່າ, ເປັນຫຍັງຈຶ່ງຕ້ອງຮຽນຮູ້ຫົນທາງທີ່ຕໍ່າ ແລະ ຫຼ້າສະໄໝນັ້ນ? ໃນເມື່ອມີພຣະທໍາທີ່ໃໝ່ກວ່າ ແລະ ພາລະກິດທີ່ໃໝ່ກວ່າ, ເປັນຫຍັງຈຶ່ງຕ້ອງດຳລົງຊີວິດທ່າມກາງການບັນທຶກທາງປະຫວັດສາດທີ່ເກົ່າແກ່ນັ້ນ? ຖ້ອຍຄຳໃໝ່ສາມາດສະໜອງໃຫ້ກັບເຈົ້າ ເຊິ່ງພິສູດໃຫ້ເຫັນວ່າ ນີ້ແມ່ນພາລະກິດທີ່ໃໝ່; ການບັນທຶກທີ່ເກົ່າແກ່ບໍ່ສາມາດເຮັດໃຫ້ເຈົ້າອີ່ມອົກອີ່ມໃຈໄດ້ ແລະ ຕອບສະໜອງຄວາມຕ້ອງການຂອງເຈົ້າໃນປັດຈຸບັນໄດ້ ເຊິ່ງພິສູດໃຫ້ເຫັນວ່າ ພວກມັນເປັນປະຫວັດສາດ ແລະ ບໍ່ແມ່ນພາລະກິດໃນຍຸກປັດຈຸບັນ. ຫົນທາງທີ່ສູງສົ່ງທີ່ສຸດແມ່ນພາລະກິດທີ່ໃໝ່ທີ່ສຸດ ແລະ ດ້ວຍພາລະກິດທີ່ໃໝ່ ບໍ່ວ່າຫົນທາງໃນອະດີດຈະສູງສົ່ງສໍ່າໃດ, ມັນກໍຍັງເປັນປະຫວັດສາດແຫ່ງພາບສະທ້ອນຂອງຜູ້ຄົນ ແລະ ບໍ່ວ່າມັນຈະມີຄຸນຄ່າໃນການອ້າງອີງແນວໃດກໍຕາມ ມັນກໍຍັງເປັນວິທີທາງທີ່ເກົ່າແກ່. ເຖິງແມ່ນວ່າ ມັນຖືກບັນທຶກໄວ້ໃນ “ໜັງສຶສັກສິດ”, ວິທີທາງທີ່ເກົ່າແກ່ກໍຍັງເປັນປະຫວັດສາດຢູ່ດີ; ເຖິງແມ່ນ ບໍ່ມີການບັນທຶກກ່ຽວກັບມັນໃນ “ໜັງສຶສັກສິດ”, ວິທີທາງທີ່ໃໝ່ແມ່ນຢູ່ໃນຍຸກປັດຈຸບັນ. ຫົນທາງນີ້ສາມາດຊ່ວຍເຈົ້າໄດ້ ແລະ ຫົນທາງນີ້ສາມາດປ່ຽນແປງເຈົ້າໄດ້ ຍ້ອນນີ້ແມ່ນພາລະກິດຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 4. ເປັນຫຍັງຄົນໆໜຶ່ງຈຶ່ງລົ້ມເຫຼວທີ່ຈະໄດ້ຮັບຊີວິດອັນຕະລອດໄປເປັນນິດ ຖ້າພວກເຂົາເຊີດຊູ ແລະ ນະມັດສະການພຣະຄຳພີ

ຕໍ່ໄປ: 1. ແກະຂອງພຣະເຈົ້າຟັງສຽງຂອງພຣະອົງ ແລະ ໂດຍການໄດ້ຍິນສຽງຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງສາມາດພົບກັບພຣະຜູ້ເປັນເຈົ້າທີ່ໄດ້ກັບຄືນມາ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້