4. ເປັນຫຍັງຄົນໆໜຶ່ງຈຶ່ງລົ້ມເຫຼວທີ່ຈະໄດ້ຮັບຊີວິດອັນຕະລອດໄປເປັນນິດ ຖ້າພວກເຂົາເຊີດຊູ ແລະ ນະມັດສະການພຣະຄຳພີ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຈົ່ງຄົ້ນຫາໃນພຣະຄຳພີ; ເພາະໃນພຣະຄຳເຫຼົ່ານັ້ນ ເຈົ້າຄິດວ່າເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແລ້ວເຈົ້າຈະບໍ່ມາຫາເຮົາ ເພື່ອເຈົ້າອາດມີຊີວິດ” (ໂຢຮັນ 5:39-40).

“ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງທຸກຢ່າງງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈູດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອັນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງເປົາໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອັນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ປະກາດພຣະທຳ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນມີຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ-ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການຕອບສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງເປົາໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການຕອບສະໜອງ ແລະ ການຊ່ວຍເຫຼືອຈາກໜັງສຶເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງເປົາໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບທຳມິກກະຊົນໃນຍຸກແຫ່ງອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ລ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອັນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍລ້າສະໄໝ ແລະ ກາຍເປັນອະດີດໄປແລ້ວ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດຕິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ຫຼື ເວລາບໍ່ສາມາດປ່ຽນແປງໄດ້ຈັກເທື່ອ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນກາລານຸກົມທີ່ເກົ່າແກ່ ແລະ ກາລານຸກົມທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ບໍ່ວ່າກາລານຸກົມເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນ ຫຼື ບໍ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ ຫຼື ບໍ, ພວກມັນບໍ່ລ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນສາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງເທື່ອ ໃນປັດຈຸບັນ ເຈົ້າຕ້ອງການຮັບຊີວິດ ຫຼື ບາງເທື່ອ ເຈົ້າຕ້ອງການຮັບຄວາມຈິງ. ບໍ່ວ່າຈະເປັນກໍລະນີໃດກໍຕາມ ເຈົ້າຕ້ອງການພົບພຣະເຈົ້າ, ພົບພຣະເຈົ້າທີ່ເຈົ້າສາມາດເພິ່ງພາໄດ້ ແລະ ຜູ້ທີ່ສາມາດຈັດກຽມຊີວິດຊົ່ວນິດນິລັນໃຫ້ກັບເຈົ້າ. ຖ້າເຈົ້າຕ້ອງການຮັບຊີວິດຊົ່ວນິດນິລັນ ເຈົ້າຕ້ອງເຂົ້າໃຈບໍ່ເກີດແຫ່ງຊີວິດຊົ່ວນິດນິລັນກ່ອນ ແລະ ຕ້ອງຮູ້ຈັກວ່າ ພຣະເຈົ້າຢູ່ໃສກ່ອນ. ເຮົາໄດ້ເວົ້າແລ້ວວ່າ ມີພຽງພຣະເຈົ້າທີ່ເປັນຊີວິດທີ່ບໍ່ສາມາດປ່ຽນແປງໄດ້ ແລະ ມີພຽງພຣະເຈົ້າທີ່ສາມາດມີຫົນທາງແຫ່ງຊີວິດໄດ້. ເມື່ອຊີວິດຂອງພຣະອົງບໍ່ສາມາດປ່ຽນແປງໄດ້ ສະນັ້ນ ມັນຈຶ່ງຢູ່ຊົ່ວນິດນິລັນ; ຍ້ອນມີພຽງພຣະເຈົ້າທີ່ເປັນຫົນທາງແຫ່ງຊີວິດ ສະນັ້ນ ພຣະເຈົ້າເອງຄືຫົນທາງແຫ່ງຊີວິດ. ເມື່ອເປັນດັ່ງນັ້ນ ເຈົ້າຄວນເຂົ້າໃຈກ່ອນວ່າ ພຣະເຈົ້າຢູ່ໃສ ແລະ ຈະຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນນີ້ໄດ້ແນວໃດ. ໃຫ້ພວກເຮົາມາສົນທະນາກ່ຽວກັບບັນຫາສອງຢ່າງທີ່ແຕກຕ່າງເຫຼົ່ານີ້.

ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ໄດ້ອາໄສຢູ່ໃນເຮືອນຂອງເຈົ້າ ແມ່ນບໍ? ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະທຳລາຍ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ, ຜູ້ຄົນທີ່ພຣະເຈົ້າບໍ່ເຫັນດີ, ຜູ້ຄົນທີ່ຖືກພຣະເຈົ້າກຽດຊັງ, ຜູ້ຄົນທີ່ຖືກພຣະເຈົ້າທຳລາຍ, ພວກເຂົາຈະຖືກພຣະເຈົ້າປະຕິເສດ, ຖືກເຮັດໃຫ້ມີຊີວິດຢູ່ໂດຍປາດສະຈາກຫົນທາງແຫ່ງຊີວິດ ແລະ ຖືກເຮັດໃຫ້ເປັນຄົນບໍ່ຮູ້ວ່າ ພຣະເຈົ້າຢູ່ໃສ. ໃນທາງກົງກັນຂ້າມ ຜູ້ຄົນທີ່ມີພຣະເຈົ້າຢູ່ໃນຫົວໃຈຮູ້ຈັກວ່າ ພຣະອົງຢູ່ໃສ. ພວກເຂົາແມ່ນຄົນທີ່ພຣະເຈົ້າປະທານຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ ແລະ ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າ. ໃນປັດຈຸບັນນີ້ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າຢູ່ໃສ? ພຣະເຈົ້າທັງຢູ່ໃນຫົວໃຈຂອງມະນຸດ ແລະ ຢູ່ຄຽງຂ້າງມະນຸດ. ພຣະອົງບໍ່ພຽງແຕ່ຢູ່ໃນໂລກຝ່າຍວິນຍານ ແລະ ຢູ່ເໜືອສິ່ງທັງໝົດ ແຕ່ຢູ່ເທິງແຜ່ນດິນໂລກຫຼາຍກວ່າ ເຊິ່ງເປັນບ່ອນທີ່ມະນຸດອາໄສຢູ່. ດ້ວຍເຫດນັ້ນ ການມາເຖິງຂອງຍຸກແຫ່ງສຸດທ້າຍແມ່ນໄດ້ຮັບເອົາບາດກ້າວຂອງພາລະກິດຂອງພຣະເຈົ້າເຂົ້າສູ່ດິນແດນໃໝ່. ພຣະເຈົ້າມີອຳນາດປົກຄອງເໜືອທຸກສິ່ງໃນຈັກກະວານ ແລະ ພຣະອົງເປັນເສົ້າຫຼັກຂອງມະນຸດທີ່ຢູ່ໃນຫົວໃຈຂອງເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຊີວິດຢູ່ທ່າມກາງມະນຸດ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດນໍາຫົນທາງແຫ່ງຊີວິດມາສູ່ມະນຸດຊາດ ແລະ ນໍາມະນຸດເຂົ້າສູ່ຫົນທາງແຫ່ງຊີວິດ. ພຣະອົງໄດ້ລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ເພື່ອມະນຸດຈະໄດ້ຮັບຫົນທາງແຫ່ງຊີວິດ ແລະ ເພື່ອມະນຸດຈະມີຊີວິດຢູ່. ໃນເວລາດຽວກັນ ພຣະເຈົ້າສັ່ງທຸກສິ່ງໃນຈັກກະວານ ເພື່ອພວກເຂົາຈະຮ່ວມມືກັບການຄຸ້ມຄອງຂອງພຣະອົງທ່າມກາງມະນຸດ. ແລະ ດ້ວຍເຫດນັ້ນ ຖ້າເຈົ້າພຽງຮັບຮູ້ທິດສະດີທີ່ວ່າ ພຣະເຈົ້າຢູ່ໃນແຜ່ນດິນສະຫວັນ ແລະ ໃນຫົວໃຈຂອງມະນຸດ ແຕ່ບໍ່ໄດ້ຮັບຮູ້ຄວາມຈິງແຫ່ງການມີຊີວິດຢູ່ຂອງພຣະເຈົ້າທ່າມກາງມະນຸດ ແລ້ວເຈົ້າຈະບໍ່ໄດ້ຮັບຊີວິດຈັກເທື່ອ ແລະ ຈະບໍ່ໄດ້ຮັບຫົນທາງແຫ່ງຄວາມຈິງຈັກເທື່ອ.

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາດສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິດຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດຈັດເປັນຄວາມຈິງ, ທິດສະດີຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງ ໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນ. ຖ້າເຈົ້ານໍາການບັນທຶກຂອງພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ໃນລະຫວ່າງຍຸກອະດີດຈົນຮອດປັດຈຸບັນໄປໃຊ້, ເຈົ້າກໍເປັນນັກບູຮານຄະດີ ແລະ ທາງດຽວທີ່ຈະໃຫ້ອະທິບາຍກ່ຽວກັບເຈົ້າກໍຄື ເຈົ້າບໍ່ແຕກຕ່າງຫຍັງກັບພວກຊ່ຽວຊານກ່ຽວກັບມໍລະດົກທາງປະຫວັດສາດ. ນັ້ນກໍຍ້ອນວ່າ ເຈົ້າເຊື່ອສະເໝີໃນຮ່ອງຮອຍຂອງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນອະດີດຜ່ານມາ, ພຽງແຕ່ເຊື່ອໃນເງົາຂອງພຣະເຈົ້າທີ່ພຣະອົງປະໄວ້ໃຫ້ກັບຜູ້ຕິດຕາມພຣະອົງໃນເວລາທີ່ພຣະອົງໄດ້ປະຕິບັດພາລະກິດທ່າມກາງມະນຸດ. ເຈົ້າບໍ່ເຊື່ອໃນທິດທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ, ບໍ່ເຊື່ອໃນຮູບລັກສະນະອັນສະຫງ່າລາສີຂອງພຣະເຈົ້າໃນປັດຈຸບັນ ແລະ ບໍ່ເຊື່ອໃນຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າສຳແດງໃນປັດຈຸບັນ. ດ້ວຍເຫດນັ້ນ ເຈົ້າກໍເປັນຄົນທີ່ຝັນກາງເວັນໂດຍບໍ່ສາມາດປະຕິເສດໄດ້ ເຊິ່ງເປັນຄົນທີ່ບໍ່ໄດ້ຢູ່ໃນຄວາມເປັນຈິງເລີຍ. ຖ້າໃນປັດຈຸບັນ ເຈົ້າຍັງຍຶດຕິດກັບຄຳເວົ້າທີ່ບໍ່ສາມາດນໍາຊີວິດມາໃຫ້ກັບມະນຸດໄດ້ ແລ້ວເຈົ້າກໍເປັນທ່ອນໄມ້ຕາຍທີ່ໝົດຫວັງທ່ອນໜຶ່ງ[ກ], ຍ້ອນວ່າເຈົ້າຫົວບູຮານເກີນໄປ, ຫົວແຂງເກີນໄປ, ບໍ່ຍອມຮັບເຫດຜົນຫຍັງເລີຍ!

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ. ຖ້າເຈົ້າບໍ່ສະແຫວງຫາຫົນທາງແຫ່ງຊີວິດທີ່ພຣະຄຣິດແຫ່ງຍຸກສຸດທ້າຍຈັດຕຽມໄວ້ໃຫ້ ແລ້ວເຈົ້າຈະບໍ່ໄດ້ຮັບການເຫັນດີຂອງພຣະເຢຊູຈັກເທື່ອ ແລະ ບໍ່ມີຄຸນສົມບັດໃນການເຂົ້າປະຕູຂອງອານາຈັກສະຫວັນຈັກເທື່ອ ຍ້ອນເຈົ້າເປັນທັງຫຸ່ນ ແລະ ນັກໂທດຂອງປະຫວັດສາດ. ຄົນເຫຼົ່ານັ້ນທີ່ຖືກຄວບຄຸມໂດຍຂໍ້ບັງຄັບ, ໂດຍຕົວໜັງສື ແລະ ຖືກປະຫວັດສາດໃສ່ໂສ້ ຈະບໍ່ສາມາດຮັບຊີວິດຈັກເທື່ອ ແລະ ຈະບໍ່ຮັບຫົນທາງແຫ່ງຊີວິດຕະຫຼອດໄປຈັກເທື່ອ. ນີ້ກໍຍ້ອນວ່າ ທຸກສິ່ງທີ່ພວກເຂົາມີແມ່ນນໍ້າສົກກະປົກທີ່ຂັງຢູ່ເປັນເວລາຫຼາຍພັນປີ ແທນທີ່ຈະເປັນນໍ້າແຫ່ງຊີວິດທີ່ຫຼັງໄຫລມາຈາກບັນລັງ. ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບການເຕີ່ມເຕັມໂດຍນໍ້າແຫ່ງຊີວິດຈະຍັງຄົງເປັນສາກສົບຕະຫຼອດໄປ, ເປັນຂອງຫຼິ້ນໃຫ້ກັບຊາຕານ ແລະ ເປັນບຸດຊາຍແຫ່ງນະຮົກ. ແລ້ວ ພວກເຂົາຈະສາມາດເຫັນພຣະເຈົ້າໄດ້ແນວໃດ? ຖ້າເຈົ້າພຽງແຕ່ພະຍາຍາມຍຶດຕິດກັບອະດີດ, ພຽງແຕ່ຮັກສາສິ່ງຕ່າງໆຄ້າຍຄືກັບວ່າພວກມັນຍັງບໍ່ເໜັງຕີງເລີຍ ແລະ ບໍ່ພະຍາຍາມປ່ຽນແປງສະຖານະພາບໃນປັດຈຸບັນ ແລະ ປະຖິ້ມປະຫວັດສາດ, ແລ້ວເຈົ້າຈະບໍ່ຕໍ່ຕ້ານພຣະເຈົ້າຢູ່ຕະຫຼອດເວລາບໍ? ຂັ້ນຕອນໃນພາລະກິດຂອງພຣະເຈົ້າກວ້າງໃຫຍ່ ແລະ ຍິ່ງໃຫຍ່ ຄືກັບຄື້ນທະເລຍື່ງຂຶ້ນ ແລະ ສຽງຟ້າຮ້ອງທີ່ດັງສະນັ່ນ, ແຕ່ເຈົ້ານັ່ງ ແລະ ລໍຖ້າຄວາມພິນາດໂດຍບໍ່ດີ້ນຮົນ, ຍຶດໝັ້ນໃນຄວາມໂງ່ຂອງເຈົ້າ ແລະ ບໍ່ເຮັດຫຍັງເລີຍ. ດ້ວຍວິທີນີ້ ເຈົ້າຈະສາມາດຖືກພິຈາລະນາໃຫ້ເປັນຄົນທີ່ຕິດຕາມບາດຍ່າງຂອງພຣະເມສານ້ອຍໄດ້ແນວໃດ? ເຈົ້າຈະສາມາດພິສູດຄວາມຖືກຕ້ອງຂອງພຣະເຈົ້າທີ່ເຈົ້າຍຶດໝັ້ນວ່າເປັນພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເກົ່າເລີຍໄດ້ແນວໃດ? ແລະພຣະທຳຂອງໜັງສືຫົວສີເຫຼືອງຂອງເຈົ້າຈະນໍາພາເຈົ້າເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ພຣະທໍາເຫຼົ່ານັ້ນຈະນໍາພາເຈົ້າໃຫ້ສະແຫວງຫາຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ແນວໃດ? ແລະພຣະທໍານັ້ນຈະນໍາເຈົ້າຂຶ້ນສູ່ແຜ່ນດິນສະຫວັນໄດ້ແນວໃດ? ສິ່ງທີ່ເຈົ້າມີຢູ່ໃນມືຂອງເຈົ້າແມ່ນຕົວໜັງສືທີ່ສາມາດສະໜອງພຽງແຕ່ເຄື່ອງປອບໃຈຊົ່ວຄາວ ບໍ່ແມ່ນຄວາມຈິງທີ່ສາມາດໃຫ້ຊີວິດໄດ້. ຂໍ້ພຣະທຳທີ່ເຈົ້າອ່ານແມ່ນສິ່ງທີ່ສາມາດພຽງແຕ່ໃຫ້ເຈົ້າເພີ່ມພູນລີ້ນຂອງເຈົ້າ ບໍ່ແມ່ນພຣະທຳແຫ່ງສະຕິປັນຍາທີ່ສາມາດຊ່ວຍໃຫ້ເຈົ້າຮູ້ຈັກຊີວິດຂອງມະນຸດ ຢ່າວ່າແຕ່ຫົນທາງທີ່ສາມາດນໍາພາເຈົ້າໄປສູ່ຄວາມສົມບູນເລີຍ. ຄວາມບໍ່ກົງກັນນີ້ບໍ່ໄດ້ເຮັດໃຫ້ເຈົ້າໄຕ່ຕອງແດ່ບໍ? ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈເຖິງສິ່ງລຶກລັບທີ່ຢູ່ພາຍໃນບໍ? ເຈົ້າສາມາດນໍາພາຕົນເອງໄປສະຫວັນເພື່ອພົບກັບພຣະເຈົ້າດ້ວຍຕົນເອງບໍ? ປາດສະຈາກການມາຂອງພຣະເຈົ້າ ເຈົ້າສາມາດນໍາຕົວເອງເຂົ້າສູ່ສະຫວັນເພື່ອມີຄວາມສຸກແບບຄອບຄົວດຽວກັບກັບພຣະເຈົ້າບໍ? ໃນຕອນນີ້ ເຈົ້າຍັງກຳລັງຝັນຢູ່ບໍ? ດ້ວຍເຫດນັ້ນ ເຮົາແນະນໍາໃຫ້ເຈົ້າຢຸດຝັນ ແລະ ເບິ່ງວ່າ ແມ່ນໃຜທີ່ກຳລັງປະຕິບັດພາລະກິດໃນຕອນນີ້, ໃຜທີ່ກຳລັງປະຕິບັດພາລະກິດໃນການຊ່ວຍມະນຸດໃນຍຸກສຸດທ້າຍ. ຖ້າເຈົ້າບໍ່ຢຸດ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ໄດ້ຮັບຊີວິດອີກຕໍ່ໄປ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ກ່ອນນີ້: 3. ໂລກແຫ່ງສາສະໜາຄິດວ່າ ຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະຄຳພີ ແລະ ການອອກຈາກພຣະຄຳພີກໍບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ; ເປັນຫຍັງຄວາມເຂົ້າໃຈນີ້ຈຶ່ງຜິດ

ຕໍ່ໄປ: 5. ຄຸນຄ່າໂດຍທຳມະຊາດຂອງພຣະຄຳພີ ແລະ ຄົນໆໜຶ່ງຈະເຂົ້າເຖິງ ແລະ ນໍາໃຊ້ພຣະຄຳພີໃນລັກສະນະທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້