3. ໂລກແຫ່ງສາສະໜາຄິດວ່າ ຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະຄຳພີ ແລະ ການອອກຈາກພຣະຄຳພີກໍບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ; ເປັນຫຍັງຄວາມເຂົ້າໃຈນີ້ຈຶ່ງຜິດ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ຈົ່ງຄົ້ນຫາໃນພຣະຄຳພີ; ເພາະໃນພຣະຄຳເຫຼົ່ານັ້ນ ເຈົ້າຄິດວ່າເຈົ້າມີຊີວິດນິລັນດອນ: ແລະ ພວກມັນແມ່ນພຣະຄຳທີ່ເປັນພະຍານໃຫ້ແກ່ເຮົາ. ແລ້ວເຈົ້າຈະບໍ່ມາຫາເຮົາ ເພື່ອເຈົ້າອາດມີຊີວິດ” (ໂຢຮັນ 5:39-40).
“ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຮະຄຳພີ; ການໜີຈາກພຣະຄຳພີບໍ່ແມ່ນຄວາມເຊື່ອໃນພຣະຜູ້ເປັນເຈົ້າ, ການໜີຈາກພຣະຄຳພີແມ່ນຄວາມຄິດນອກຄອກ ແລະ ຄວາມເຫັນນອກຮີດ ແລະ ແມ່ນແຕ່ໃນເວລາທີ່ຜູ້ຄົນອ່ານໜັງສືເຫຼັ້ມອື່ນໆ, ພື້ນຖານຂອງໜັງສືເຫຼົ່ານີ້ກໍຕ້ອງເປັນການອະທິບາຍກ່ຽວກັບພຣະຄຳພີ. ນັ້ນໝາຍຄວາມວ່າ ຖ້າເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະຜູ້ເປັນເຈົ້າ ແລ້ວເຈົ້າຕ້ອງອ່ານພຣະຄຳພີ, ເຈົ້າຕ້ອງກິນ ແລະ ດື່ມພຣະຄຳພີ ແລະ ນອກຈາກພຣະຄຳພີແລ້ວ ເຈົ້າຕ້ອງບໍ່ນະມັດສະການໜັງສືໃດທີ່ບໍ່ກ່ຽວຂ້ອງກັບພຣະຄຳພີ. ຖ້າເຈົ້າເຮັດແບບນັ້ນ ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະເຈົ້າ. ຕັ້ງແຕ່ເວລາທີ່ມີພຣະຄຳພີ, ຄວາມເຊື່ອໃນພຣະຜູ້ເປັນເຈົ້າຂອງຜູ້ຄົນແມ່ນຄວາມເຊື່ອໃນພຣະຄຳພີ. ແທນທີ່ຈະເວົ້າວ່າ ຜູ້ຄົນເຊື່ອໃນພຣະເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະຄຳພີ; ແທນທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມອ່ານພຣະຄຳພີ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ເລີ່ມເຊື່ອໃນພຣະຄຳພີ; ແລະ ແທນທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຜູ້ເປັນເຈົ້າ, ມັນດີກວ່າທີ່ຈະເວົ້າວ່າ ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະຄຳພີ. ໃນລັກສະນະນີ້, ຜູ້ຄົນນະມັດສະການພຣະຄຳພີຄືກັບວ່າມັນເປັນພຣະເຈົ້າ, ຄືກັບວ່າມັນເປັນເລືອດເນື້ອແຫ່ງຊີວິດຂອງພວກເຂົາ ແລະ ການສູນເສຍມັນໄປກໍຈະເທົ່າກັບວ່າເປັນການສູນເສຍຊີວິດຂອງພວກເຂົາ. ຜູ້ຄົນເຫັນພຣະຄຳພີເປັນສິ່ງທີ່ສູງສົ່ງເທົ່າກັບພຣະເຈົ້າ ແລະ ຍິ່ງມີຄົນທີ່ເຫັນພຣະຄຳພີສູງສົ່ງກວ່າພຣະເຈົ້າອີກດ້ວຍ. ຖ້າຜູ້ຄົນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງພຣະເຈົ້າ, ພວກເຂົາກໍສາມາດສືບຕໍ່ດຳລົງຊີວິດໄດ້ ແຕ່ທັນທີທີ່ພວກເຂົາສູນເສຍພຣະຄຳພີ ຫຼື ສູນເສຍບົດ ແລະ ຂໍ້ຄວາມໂດດເດັ່ນໃນພຣະຄຳພີ ແລ້ວມັນກໍເທົ່າກັບວ່າ ພວກເຂົາໄດ້ສູນເສຍຊີວິດໄປ. ດ້ວຍເຫດນັ້ນ ທັນທີທີ່ຜູ້ຄົນເຊື່ອໃນພຣະຜູ້ເປັນເຈົ້າ ພວກເຂົາກໍເລີ່ມອ່ານພຣະຄຳພີ ແລະ ທ່ອງຂຶ້ນໃຈຂໍ້ພຣະຄຳພີ ແລະ ຍິ່ງພວກເຂົາສາມາດທ່ອງຂຶ້ນໃຈຂໍ້ພຣະຄຳພີໄດ້ຫຼາຍສໍ່າໃດ ສິ່ງນີ້ກໍຍິ່ງພິສູດວ່າ ພວກເຂົາຮັກພຣະຜູ້ເປັນເຈົ້າ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄົນທີ່ໄດ້ອ່ານພຣະຄຳພີ ແລະ ສາມາດເວົ້າກ່ຽວກັບມັນໃຫ້ກັບຄົນອື່ນຟັງແມ່ນອ້າຍເອື້ອຍນ້ອງທີ່ດີທຸກຄົນ. ໃນເວລາຫຼາຍປີເຫຼົ່ານີ້, ຄວາມເຊື່ອຂອງຜູ້ຄົນ ແລະ ຄວາມຊື່ສັດຕໍ່ພຣະເຈົ້າແມ່ນຖືກວັດແທກຕາມຂອບເຂດຂອງຄວາມເຂົ້າໃຈພຣະຄຳພີຂອງພວກເຂົາ. ຄົນສ່ວນຫຼາຍບໍ່ເຂົ້າໃຈເລີຍວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຈະເຊື່ອໃນພຣະເຈົ້າແນວໃດ ແລະ ບໍ່ເຮັດຫຍັງເລີຍນອກຈາກຄົ້ນຫາຮ່ອງຮອຍຢ່າງຕາບອດເພື່ອຖອດຄວາມໝາຍໃນບົດພຣະຄຳພີ. ຜູ້ຄົນບໍ່ເຄີຍສະແຫວງຫາທິດທາງແຫ່ງພາລະກິດຂອງພຣະວິນຍານບໍລິສຸດຈັກເທື່ອ; ຕະຫຼອດຜ່ານມາ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກສຶກສາ ແລະ ຄົ້ນຫາຄວາມຈິງໃນພຣະຄຳພີຢ່າງເອົາເປັນເອົາຕາຍ ແລະ ບໍ່ມີໃຜໄດ້ພົບພາລະກິດທີ່ໃໝ່ກວ່າຂອງພຣະວິນຍານບໍລິສຸດ ເຊິ່ງຢູ່ນອກພຣະຄຳພີ, ບໍ່ມີໃຜເຄີຍໜີຈາກພຣະຄຳພີ ຫຼື ພວກເຂົາບໍ່ກ້າທີ່ຈະໜີຈາກພຣະຄຳພີດ້ວຍຊໍ້າ. ຜູ້ຄົນໄດ້ສຶກສາພຣະຄຳພີເປັນເວລາຫຼາຍປີ, ພວກເຂົາໄດ້ສະເໜີຄຳອະທິບາຍຫຼາຍຢ່າງ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ; ພວກເຂົາຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບພຣະຄຳພີ ເຊິ່ງພວກເຂົາໂຕ້ຖຽງກັນໂດຍບໍ່ສິ້ນສຸດ ຈົນເຖິງຂັ້ນທີ່ວ່າໄດ້ມີຫຼາຍກວ່າສອງພັນນິກາຍທີ່ແຕກຕ່າງກັນຖືກກໍ່ຕັ້ງຂຶ້ນໃນປັດຈຸບັນ. ພວກເຂົາທັງໝົດຕ້ອງການຄົ້ນພົບການອະທິບາຍທີ່ພິເສດບາງຢ່າງ ຫຼື ຄວາມລຶກລັບທີ່ເລິກເຊິ່ງໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນຫາມັນ ແລະ ຄົ້ນຫາເບື້ອງຫຼັງຂອງພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ ຫຼື ເບື້ອງຫຼັງຂອງພາລະກິດຂອງພຣະເຢຊູໃນຢູດາຍ ຫຼື ຄວາມລຶກລັບຫຼາຍກວ່ານັ້ນທີ່ບໍ່ມີໃຜຮູ້ຈັກເລີຍ. ການເຂົ້າຫາພຣະຄຳພີຂອງຜູ້ຄົນແມ່ນເປັນຄວາມຫຼົງໄຫຼ ແລະ ຄວາມເຊື່ອ ແລະ ບໍ່ມີໃຜສາມາດຊັດເຈນຢ່າງຄົບຖ້ວນກ່ຽວກັບເລື່ອງລາວພາຍໃນ ຫຼື ທາດແທ້ຂອງພຣະຄຳພີ. ດ້ວຍເຫດນັ້ນ ໃນປັດຈຸບັນ ຜູ້ຄົນຍັງມີຄວາມຮູ້ສຶກທີ່ບໍ່ສາມາດພັນລະນາໄດ້ເຖິງຄວາມມະຫັດສະຈັນ ເມື່ອເວົ້າເຖິງພຣະຄຳພີ ແລະ ພວກເຂົາຍັງຫຼົງໄຫຼມັນ ແລະ ມີຄວາມເຊື່ອມັນຫຼາຍຂຶ້ນ. ໃນປັດຈຸບັນ ທຸກຄົນຕ້ອງການຄົ້ນຫາຄຳ ທຳນວາຍຂອງພາລະກິດແຫ່ງຍຸກສຸດທ້າຍໃນພຣະຄຳພີ, ພວກເຂົາຕ້ອງການຄົ້ນພົບວ່າ ມີພາລະກິດຫຍັງແດ່ທີ່ພຣະເຈົ້າກະທໍາໃນລະຫວ່າງຍຸກສຸດທ້າຍ ແລະ ແມ່ນຫຍັງຄືໝາຍສຳຄັນສຳລັບຍຸກສຸດທ້າຍ. ດ້ວຍລັກສະນະນີ້ ການນະມັດສະການພຣະຄຳພີຂອງພວກເຂົາຍິ່ງກາຍມາເປັນການເອົາຈິງເອົາຈັງຂຶ້ນໄປອີກ ແລະ ຍິ່ງໃກ້ຮອດຍຸກສຸດທ້າຍຫຼາຍສໍ່າໃດ ພວກເຂົາຍິ່ງມີຄວາມເຊື່ອຖືຢ່າງຕາບອດໃນຄຳທຳນວາຍຂອງພຣະຄຳພີຫຼາຍສໍ່ານັ້ນ ໂດຍສະເພາະສິ່ງທີ່ກ່ຽວກັບຍຸກສຸດທ້າຍ. ດ້ວຍຄວາມເຊື່ອຢ່າງຕາບອດແບບດັ່ງກ່າວໃນພຣະຄຳພີ, ດ້ວຍຄວາມໄວ້ວາງໃຈແບບດັ່ງກ່າວໃນພຣະຄຳພີ, ພວກເຂົາບໍ່ມີຄວາມປາຖະໜາທີ່ຈະສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດເລີຍ. ໃນຄວາມຄິດຂອງຜູ້ຄົນ ພວກເຂົາຄິດວ່າ ມີພຽງແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນໍາມາສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນທີ່ພວກເຂົາຈະຄົ້ນພົບຮອຍພຣະບາດຂອງພຣະເຈົ້າໄດ້; ມີພຽງແຕ່ໃນພຣະຄຳພີເທົ່ານັ້ນ ທີ່ມີຄວາມລຶກລັບແຫ່ງພາລະກິດຂອງພຣະເຈົ້າລີ້ລັບຢູ່; ມີພຽງພຮະຄຳພີເທົ່ານັ້ນ ບໍ່ມີໜັງສຶເຫຼັ້ມອື່ນ ຫຼື ບຸກຄົນອື່ນ ທີ່ສາມາດອະທິບາຍທຸກສິ່ງກ່ຽວກັບພຣະເຈົ້າ ແລະ ພາລະກິດທັງໝົດຂອງພຣະອົງ; ພຣະຄຳພີສາມາດນໍາພາລະກິດແຫ່ງສະຫວັນມາເທິງແຜ່ນດິນໂລກໄດ້; ແລະ ພຣະຄຳພີທັງສາມາດເລີ່ມຕົ້ນ ແລະ ສິ້ນສຸດຍຸກຕ່າງໆ. ດ້ວຍແນວຄິດເຫຼົ່ານີ້, ຜູ້ຄົນຈຶ່ງບໍ່ມີຄວາມປາຖະໜາທີ່ຈະຄົ້ນຫາພາລະກິດຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າ ພຣະຄຳພີຈະເປັນປະໂຫຍດໃຫ້ແກ່ຜູ້ຄົນທີ່ຢູ່ໃນອະດີດຫຼາຍສໍ່າໃດກໍຕາມ, ມັນໄດ້ກາຍມາເປັນອຸປະສັກຕໍ່ພາລະກິດຫຼ້າສຸດຂອງພຣະອົງ. ຫາກປາສະຈາກພຣະຄຳພີ ຜູ້ຄົນສາມາດຊອກຫາຮອຍພຣະບາດຂອງພຣະເຈົ້າໃນບ່ອນອື່ນໄດ້, ແຕ່ໃນປັດຈຸບັນ ຮອຍພຣະບາດຂອງພຣະອົງແມ່ນມີແຕ່ໃນພຣະຄຳພີ ແລະ ການຂະຫຍາຍພາລະກິດຫຼ້າສຸດຂອງພຣະອົງຈຶ່ງກາຍມາເປັນສິ່ງທີ່ຫຍຸ້ງຍາກສອງເທົ່າ ແລະ ຍາກລໍາບາກຈົນບໍ່ສາມາດແມ່ນແຕ່ຈະກ້າວຂາໄດ້. ທຸກຢ່າງເປັນແບບນີ້ກໍຍ້ອນບົດ ແລະ ຄຳເວົ້າເຊິ່ງເປັນທີ່ຮູ້ຈັກດີຈາກພຣະຄຳພີ ພ້ອມທັງຄຳທຳນວາຍທີ່ຫຼາກຫຼາຍໃນພຣະຄຳພີ. ພຣະຄຳພີໄດ້ກາຍມາເປັນຮູບເຄົາລົບບູຊາໃນຄວາມຄິດຂອງມະນຸດ, ມັນໄດ້ກາຍເປັນປິດສະໜາໃນສະໝອງຂອງພວກເຂົາ ແລະ ພວກເຂົາບໍ່ສາມາດເຊື່ອເລີຍວ່າ ພຣະເຈົ້າສາມາດປະຕິບັດພາລະກິດທີ່ຢູ່ນອກພຣະຄຳພີ, ພວກເຂົາບໍ່ສາມາດເຊື່ອວ່າ ຜູ້ຄົນສາມາດຄົ້ນພົບພຣະເຈົ້າຢູ່ນອກພຣະຄຳພີ ແລ້ວແຮງໄກທີ່ພວກເຂົາຈະເຊື່ອວ່າ ພຣະເຈົ້າສາມາດແຍກອອກຈາກພຣະຄຳພີໃນລະຫວ່າງພາລະກິດສຸດທ້າຍ ແລະ ເລີ່ມຕົ້ນໃໝ່ໄດ້. ນີ້ເປັນສິ່ງທີ່ຜູ້ຄົນບໍ່ສາມາດຄິດເຖິງໄດ້; ພວກເຂົາບໍ່ສາມາດເຊື່ອມັນໄດ້ ແລະ ພວກເຂົາບໍ່ສາມາດຈິນຕະນາການກ່ຽວກັບມັນໄດ້. ພຣະຄຳພີໄດ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ໃນການຍອມຮັບຂອງຜູ້ຄົນຕໍ່ພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄວາມຫຍຸ້ງຍາກໃນການຂະຫຍາຍພາລະກິດໃໝ່ນີ້ຂອງພຣະອົງ.
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະຄຳພີເປັນໜັງສືທາງປະຫວັດສາດ ແລະ ຖ້າເຈົ້າໄດ້ກິນ ແລະ ດື່ມພຣະສັນຍາເດີມໃນລະຫວ່າງຍຸກແຫ່ງພຣະຄຸນ ນັ້ນກໍຄື ຖ້າເຈົ້າໄດ້ນໍາສິ່ງທີ່ຮຽກຮ້ອງໃນເວລາຂອງພຣະສັນຍາເດີມນັ້ນມາປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູກໍຈະປະຕິເສດເຈົ້າ ແລະ ຕັດສິນລົງໂທດ; ຖ້າເຈົ້າໄດ້ນໍາພຣະສັນຍາເດີມມາໃຊ້ໃນພາລະກິດຂອງພຣະເຢຊູ ເຈົ້າກໍຈະເປັນພວກຟາຣິຊາຍ. ໃນປັດຈຸບັນ ຖ້າເຈົ້ານໍາພຣະສັນຍາເດີມ ແລະ ໃໝ່ມາລວມກັນເພື່ອກິນ ແລະ ດື່ມ ແລະ ປະຕິບັດ ແລ້ວພຣະເຈົ້າແຫ່ງປັດຈຸບັນກໍຈະຕັດສິນລົງໂທດເຈົ້າ; ເຈົ້າກໍຈະຕາມພາລະກິດຂອງພະວິນຍານບໍລິສຸດແຫ່ງປັດຈຸບັນບໍ່ທັນ! ຖ້າເຈົ້າກິນ ແລະ ດື່ມພຣະສັນຍາເດີມ ແລະ ພຣະສັນຍາໃໝ່ ແລ້ວເຈົ້າກໍຢູ່ນອກກະແສຂອງພຣະວິນຍານບໍລິສຸດ! ໃນລະຫວ່າງຍຸກຂອງພຣະເຢຊູ, ພຣະເຢຊູນໍາພາຊາວຢິວ ແລະ ທຸກຄົນທີ່ຕິດຕາມພຣະອົງ ໂດຍອີງຕາມພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນພຣະອົງໃນເວລານັ້ນ. ພຣະອົງບໍ່ໄດ້ຖືພຣະຄຳພີເປັນຫຼັກພື້ນຖານໃນສິ່ງທີ່ພຣະອົງກະທຳ ແຕ່ຊົງກ່າວຕາມພາລະກິດຂອງພຣະອົງ; ພຣະອົງບໍ່ສົນໃຈກັບສິ່ງທີ່ພຣະຄຳພີກ່າວ ຫຼື ພຣະອົງບໍ່ໄດ້ຄົ້ນຫາເສັ້ນທາງເພື່ອນໍາພາຜູ້ຕິດຕາມຂອງພຣະອົງຈາກພຣະຄຳພີ. ເລີ່ມຕັ້ງແຕ່ຕອນທີ່ພຣະອົງປະຕິບັດພາລະກິດ, ພຣະອົງເຜີຍແຜ່ຫົນທາງແຫ່ງຄວາມສຳນຶກຜິດ ເຊິ່ງເປັນພຣະທຳທີ່ບໍ່ເຄີຍກ່າວເຖິງໃນຄຳທຳນວາຍຂອງພຣະສັນຍາເດີມຢ່າງແນ່ນອນ. ບໍ່ພຽງແຕ່ພຣະອົງບໍ່ປະຕິບັດຕາມພຣະຄຳພີເທົ່ານັ້ນ ແຕ່ພຣະອົງຍັງນໍາເສັ້ນທາງໃໝ່ອີກດ້ວຍ ແລະ ປະຕິບັດພາລະກິດໃໝ່. ພຣະອົງບໍ່ເຄີຍອ້າງອິງເຖິງພຣະຄຳພີເວລາທີ່ພຣະອົງເທດສະໜາ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ບໍ່ມີໃຜທີ່ສາມາດປະຕິບັດສິ່ງອັດສະຈັນໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະອົງ, ຄຳສັ່ງສອນຂອງພຣະອົງ ແລະ ສິດອຳນາດ ແລະ ລິດອຳນາດຂອງພຣະອົງກໍເກີນມະນຸດທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະບັນຍັດເຊັ່ນກັນ. ພຣະເຢຊູພຽງແຕ່ປະຕິບັດພາລະກິດໃໝ່ກວ່າຂອງພຣະອົງເທົ່ານັ້ນ ແລະ ເຖິງແມ່ນມີຫຼາຍຄົນທີ່ຕັດສິນລົງໂທດພຣະອົງໂດຍໃຊ້ພຣະຄຳພີ ແລະ ຍິ່ງໄປກວ່ານັ່ນຍັງໃຊ້ພຣະສັນຍາເດີມເພື່ອຄຶງພຣະອົງທີ່ໄມ້ກາງແຂນ, ແຕ່ພາລະກິດຂອງພຣະອົງກໍຍັງເໜືອກວ່າພຣະສັນຍາເດີມຢູ່ດີ; ຖ້າມັນບໍ່ເປັນແບບນັ້ນ ແລ້ວເປັນຫຍັງຜູ້ຄົນຈຶ່ງຄຶງພຣະອົງທີ່ໄມ້ກາງແຂນ? ມັນບໍ່ແມ່ນຍ້ອນວ່າ ບໍ່ໄດ້ມີການເວົ້າຫຍັງໃນພຣະສັນຍາເດີມກ່ຽວກັບການສັ່ງສອນຂອງພຣະອົງ ແລະ ຄວາມສາມາດຂອງພຣະອົງໃນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍບໍ? ພາລະກິດຂອງພຣະອົງແມ່ນເພື່ອນໍາເສັ້ນທາງໃໝ່, ມັນບໍ່ແມ່ນການເລີ່ມຕົ້ນຕໍ່ສູ້ກັບພຣະຄຳພີຢ່າງຕັ້ງໃຈ ຫຼື ຖິ້ມພຣະສັນຍາເດີມຢ່າງຕັ້ງໃຈ. ພຣະອົງພຽງແຕ່ມາເພື່ອປະຕິບັດພັນທະກິດຂອງພຣະອົງ, ເພື່ອນໍາພາລະກິດໃໝ່ມາສູ່ຜູ້ຄົນທີ່ກະຫາຍຫາ ແລະ ສະແຫວງຫາພຣະອົງ. ພຣະອົງບໍ່ໄດ້ມາເພື່ອອະທິບາຍພຣະສັນຍາເດີມ ຫຼື ດຳລົງພາລະກິດຂອງພຣະສັນຍາເດີມ. ພາລະກິດຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ຍຸກແຫ່ງພຣະບັນຍັດສືບຕໍ່ພັດທະນາ, ບໍ່ແມ່ນພາລະກິດທີ່ຍຶດຖືພຣະຄຳພີເປັນພື້ນຖານ; ພຣະເຢຊູພຽງແຕ່ມາເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ. ສະນັ້ນ, ພຣະອົງບໍ່ໄດ້ອະທິບາຍເຖິງຄຳທຳນວາຍໃນພຣະສັນຍາເດີມ ຫຼື ພຣະອົງບໍ່ໄດ້ປະຕິບັດພາລະກິດຕາມພຣະທຳຂອງພຣະສັນຍາເດີມໃນຍຸກແຫ່ງພຣະບັນຍັດ. ພຣະອົງປະຕິບັດສິ່ງທີ່ພຣະສັນຍາເດີມກ່າວໄວ້, ພຣະອົງບໍ່ສົນໃຈວ່າ ມັນເຫັນພ້ອມກັບພາລະກິດຂອງພຣະອົງ ຫຼື ບໍ ແລະ ບໍ່ສົນໃຈວ່າ ຄົນອື່ນຮູ້ຈັກຫຍັງແດ່ກ່ຽວກັບພາລະກິດຂອງພຣະອົງ ຫຼື ພວກເຂົາຕັດສິນລົງໂທດພາລະກິດຂອງພຣະອົງແນວໃດ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຄວນເຮັດ ເຖິງແມ່ນຫຼາຍຄົນໄດ້ໃຊ້ຄຳທຳນວາຍຂອງຜູ້ປະກາດພຣະທຳໃນພຣະສັນຍາເດີມເພື່ອຕັດສິນລົງໂທດພຣະອົງ. ສຳລັບຜູ້ຄົນແລ້ວ ມັນເບິ່ງຄືກັບວ່າ ພາລະກິດຂອງພຣະອົງບໍ່ມີຫຼັກພື້ນຖານ ແລະ ມີຫຼາຍຢ່າງທີ່ບໍ່ຖືກກັນກັບການບັນທຶກໃນພຣະສັນຍາເດີມ. ສິ່ງນີ້ບໍ່ແມ່ນຄວາມຜິດຂອງມະນຸດບໍ? ຕ້ອງນໍາໃຊ້ທິດສະດີກັບພາລະກິດຂອງພຣະເຈົ້າບໍ? ແລ້ວມັນຕ້ອງເປັນໄປຕາມຄຳທຳນວາຍຂອງຜູ້ປະກາດພຣະທຳບໍ? ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພາລະກິດຂອງພຣະເຈົ້າຈຶ່ງຕ້ອງສອດຄ່ອງກັບພຣະຄຳພີ? ມັນເປັນຍ້ອນພຣະເຈົ້າບໍ່ມີສິດໃຫຍ່ກວ່າພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ຖ້າພຣະເຈົ້າຕ້ອງຮັກສາວັນຊະບາໂຕ ແລະ ປະຕິບັດຕາມພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູນັບຖືພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງບໍ່ເຊື່ອຟັງຄຳສັ່ງສອນເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອັນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ພຽງແຕ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືຂ່າວປະເສີດທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງເປົາໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ຫຼາຍກວ່າສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາໄດ້ຈັດລຽນເອກະສານເຫຼົ່ານີ້ຢ່າງພິຖີພິຖັນ ແລະ ມີແຕ່ເມື່ອນັ້ນຈຶ່ງມີພາກພຣະສັນຍາໃໝ່ຂອງພຣະຄໍາພີ. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມືພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ ແລະ ອັກຄະສາວົກເປົາໂລ ແລະ ອັກຄະສາວົກຄົນອື່ນໆໄດ້ຂຽນຈົດໝາຍຫຼາຍສະບັບເຖິງຄຣິສຕະຈັກທີ່ຢູ່ສະຖານທີ່ແຕກຕ່າງກັນ. ຜູ້ຄົນຫຼັງຈາກພວກເຂົາກໍລວມຈົດໝາຍຂອງພວກເຂົາ ແລະ ເພີ່ມເຕີມນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ເຊິ່ງຖືກທຳນວາຍເຖິງພາລະກິດຂອງພຣະເຈົ້າ. ຜູ້ຄົນຈັດແຈງລໍາດັບນີ້ ເຊິ່ງແຕກຕ່າງຈາກຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າ ທີ່ເປັນມະນຸດຊາດ ບໍ່ຈຳເປັນຕ້ອງແຊກແຊງ; ພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ບັນທຶກໃນຮູບແບບສະຕິປັນຍາຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໄດ້, ມະນຸດໄດ້ອ່ານພຣະຄຳພີເປັນເວລາຫຼາຍພັນປີ ກໍຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານອີກຕໍ່ໄປ.
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈູດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອັນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງເປົາໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອັນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ.
(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?
ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?
(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະຄຳພີໄດ້ເປັນສ່ວນໜຶ່ງຂອງປະຫວັດສາດມະນຸດເປັນເວລາສອງສາມພັນປີ. ຍິ່ງໄປກວ່ານັ້ນ ຜູ້ຄົນປະຕິບັດຕໍ່ພຣະຄຳພີຄືກັບພຣະເຈົ້າ, ຈົນເຖິງຂັ້ນທີ່ວ່າ ໃນຍຸກສຸດທ້າຍ ມັນໄດ້ແທນທີ່ຂອງພຣະເຈົ້າໄປແລ້ວ ເຊິ່ງເຮັດໃຫ້ພຣະເຈົ້າກຽດຊັງ. ສະນັ້ນ ເມື່ອເວລາເອື້ອອຳນວຍ ພຣະເຈົ້າຈຶ່ງຮູ້ສຶກວ່າຈໍາເປັນຕ້ອງຊີ້ແຈງເລື່ອງລາວພາຍໃນ ແລະ ຕົ້ນກຳເນີດຂອງພຣະຄຳພີ; ຖ້າພຣະອົງບໍ່ເຮັດແບບນີ້, ພຣະຄຳພີກໍຈະສືບຕໍ່ຍຶດຕໍາແໜ່ງຂອງພຣະເຈົ້າໃນຫົວໃຈຂອງຜູ້ຄົນ ແລະ ຜູ້ຄົນຈະໃຊ້ພຣະທຳຂອງພຣະເຈົ້າເພື່ອວັດແທກ ແລະ ປະນາມການກະທຳຂອງພຣະເຈົ້າ. ເມື່ອອະທິບາຍເຖິງແກ່ນແທ້, ໂຄງສ້າງ ແລະ ຂໍ້ບົກຜ່ອງໃນພຣະຄຳພີ, ບໍ່ໄດ້ໝາຍຄວາມວ່າພຣະເຈົ້າປະຕິເສດການເປັນຢູ່ຂອງພຣະຄຳພີ ຫຼື ພຣະອົງປະນາມພຣະຄຳພີ; ກົງກັນຂ້າມ ພຣະອົງກຳລັງໃຫ້ຄຳອະທິບາຍທີ່ເໝາະສົມ ແລະ ສົມຄວນ ເພື່ອຟື້ນຟູລັກສະນະດັ້ງເດີມຂອງພຣະຄຳພີ, ເພື່ອກ່າວເຖິງຄວາມເຂົ້າໃຈຜິດຂອງຜູ້ຄົນທີ່ມີຕໍ່ພຣະຄຳພີ ແລະ ມອບມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີໃຫ້ແກ່ພວກເຂົາ ເພື່ອວ່າ ພວກເຂົາຈະບໍ່ນະມັດສະການພຣະຄຳພີອີກຕໍ່ໄປ ແລະ ບໍ່ຫຼົງຫາຍອີກຕໍ່ໄປ; ໝາຍຄວາມວ່າ ເພື່ອໃຫ້ພວກເຂົາບໍ່ເຂົ້າໃຈຜິດວ່າຄວາມເຊື່ອຢ່າງລັບຫູລັບຕາຂອງພວກເຂົາໃນພຣະຄຳພີນັ້ນເປັນຄືກັບຄວາມເຊື່ອໃນພຣະເຈົ້າ ແລະ ເປັນການນະມັດສະການພຣະເຈົ້າ ໂດຍຢ້ານແມ່ນແຕ່ຈະເປີດເຜີຍເບື້ອງຫຼັງ ແລະ ຂໍ້ບົກຜ່ອງແທ້ຈິງຂອງພຣະຄຳພີ. ຫຼັງຈາກທີ່ຜູ້ຄົນໄດ້ເຂົ້າໃຈຢ່າງສົມບູນກ່ຽວກັບພຣະຄຳພີ, ພວກເຂົາຈຶ່ງຈະສາມາດປະວາງພຣະຄຳພີໄວ້ ໂດຍບໍ່ຮູ້ສຶກຜິດ ແລະ ຍອມຮັບພຣະທຳໃໝ່ຂອງພຣະເຈົ້າຢ່າງກ້າຫານ. ນີ້ຄືເປົ້າໝາຍຂອງພຣະເຈົ້າໃນສອງສາມບົດເຫຼົ່ານີ້. ຄວາມຈິງທີ່ພຣະເຈົ້າປາຖະໜາຈະບອກຜູ້ຄົນໃນນີ້ກໍຄື ບໍ່ມີທິດສະດີ ຫຼື ຄວາມຈິງໃດທີ່ສາມາດແທນທີ່ພາລະກິດ ແລະ ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ສາມາດຢືນແທນພຣະເຈົ້າໄດ້. ຖ້າຜູ້ຄົນບໍ່ສາມາດຫຼົບໜີຈາກກັບດັກຂອງພຣະຄຳພີ, ພວກເຂົາຈະບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຈັກເທື່ອ. ຖ້າພວກເຂົາປາຖະໜາທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງຊໍາລະລ້າງຫົວໃຈຂອງພວກເຂົາຈາກສິ່ງໃດກໍຕາມທີ່ຈະມາແທນທີ່ພຣະອົງ; ແລ້ວເມື່ອນັ້ນພວກເຂົາຈຶ່ງຈະເປັນທີ່ພໍໃຈພຣະເຈົ້າ.
(ຄັດຈາກຄຳນໍາຂອງບົດພຣະທຳຂອງພຣະຄຣິດໃນຂະນະທີ່ພຣະອົງຍ່າງໃນຄຣິສຕະຈັກໃນໜັງສືພຣະທຳປາກົດໃນຮ່າງກາຍ)