2. ໂລກແຫ່ງສາສະໜາເຊື່ອວ່າ ພຣະຄຳທຸກຂໍ້ແມ່ນຖືກດົນບັນດານໂດຍພຣະເຈົ້າ ແລະ ລ້ວນແລ້ວແຕ່ເປັນພຣະທຳຂອງພຣະອົງ; ເປັນຫຍັງມຸມມອງນີ້ຈຶ່ງຜິດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນທີໜຶ່ງແມ່ນການບັນທຶກເຖິງຄຳທະນວາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິະດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ເຊິ່ງບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບໍ່ສົມເຫດສົມຜົນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້່າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກມັນກ່ຽວກັບບາງສິ່ງບາງຢ່າງບໍ່ແຕກຕ່າງຫຍັງຈາກຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື: ຄຳທຳນວາຍປະເພດດຽວກັນກັບຂອງເອຊຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ, ຜູ້ຄົນເຫຼົ່ານີ້ເປັນນັກທຳນວາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນວາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນວາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນລະຫວ່າງພຣະສັນຍາເດີມຂອງຍຸກແຫ່ງພຣະບັນຍັດ, ຜູ້ປະກາດພຣະທຳຈຳນວນຫຼາຍຄົນທີ່ຖືກແຕ່ງຕັ້ງໂດຍພຣະເຈົ້າເຢໂຮວາໄດ້ກ່າວຄຳທຳນວາຍໃຫ້ກັບພຣະອົງ, ພວກເຂົາໃຫ້ຄຳສັ່ງສອນກັບຊົນເຜົ່າ ແລະ ຊົນຊາດຕ່າງໆ ແລະ ທຳນວາຍພາລະກິດທີ່ພຣະເຢໂຮວາຈະກະທຳ. ຜູ້ຄົນທີ່ຖືກແຕ່ງຕັ້ງເຫຼົ່ານີ້ແມ່ນໄດ້ຮັບພຣະວິນຍານແຫ່ງຄຳທຳນວາຍຈາກພຣະເຢໂຮວາ: ພວກເຂົາສາມາດເຫັນນິມິດຈາກພຣະເຢໂຮວາ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຮັບການດົນບັນດານຈາກພຣະອົງ ແລະ ຂຽນຄຳທຳນວາຍ. ພາລະກິດທີ່ພວກເຂົາກະທຳເປັນການສຳແດງເຖິງສຽງຂອງພຣະເຢໂຮວາ, ການສະແດງເຖິງທໍານວາຍຂອງພຣະເຢໂຮວາ ແລະ ພາລະກິດຂອງພຣະເຢໂຮວາໃນເວລານັ້ນກໍເປັນພຽງການນໍາພາຜູ້ຄົນໂດຍໃຊ້ພຣະວິນຍານເທົ່ານັ້ນ; ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ຜູ້ຄົນກໍບໍ່ໄດ້ເຫັນໃບໜ້າຂອງພຣະອົງ. ດ້ວຍເຫດນັ້ນ ພຣະອົງຈຶ່ງແຕ່ງຕັ້ງຜູ້ປະກາດພຣະທຳຫຼາຍຄົນເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ມອບຄຳທຳນວາຍທີ່ສັກສິດໃຫ້ກັບພວກເຂົາເພື່ອໃຫ້ພວກເຂົາສົ່ງຕໍ່ໄປສູ່ທຸກຊົນເຜົ່າຂອງອິດສະຣາເອັນ. ພາລະກິດຂອງພວກເຂົາກໍຄືການກ່າວຄຳທຳນວາຍ ແລະ ພວກເຂົາບາງຄົນກໍຂຽນຄຳສັ່ງສອນຂອງພຣະເຢໂຮວາທີ່ມີໃຫ້ພວກເຂົານັ້ນລົງເພື່ອສະແດງໃຫ້ຄົນອື່ນເຫັນ. ພຣະເຢໂຮວາແຕ່ງຕັ້ງຜູ້ຄົນເຫຼົ່ານີ້ຂຶ້ນມາເພື່ອກ່າວຄຳທຳນວາຍ, ເພື່ອທຳນວາຍເຖິງພາລະກິດໃນອະນາຄົດ ຫຼື ພາລະກິດທີ່ຍັງຕ້ອງກະທຳໃຫ້ສຳເລັດໃນເວລານັ້ນ ເພື່ອຜູ້ຄົນຈະສາມາດເຫັນຄວາມອັດສະຈັນ ແລະ ສະຕິປັນຍາຂອງພຣະເຢໂຮວາ. ໜັງສືແຫ່ງການທຳນວາຍເຫຼົ່ານີ້ແຕກຕ່າງຈາກໜັງສືເຫຼັ້ມອື່ນໆໃນພຣະຄຳພີພໍສົມຄວນ; ພວກມັນແມ່ນພຣະທຳທີ່ມີການກ່າວ ຫຼື ຂຽນລົງໂດຍຄົນທີ່ໄດ້ຮັບພຣະວິນຍານແຫ່ງການທໍານວາຍ, ໂດຍຄົນທີ່ໄດ້ຮັບນິມິດ ຫຼື ສຽງຈາກພຣະເຢໂຮວາ. ນອກຈາກໜັງສືແຫ່ງການທຳນວາຍແລ້ວ, ທຸກສິ່ງທີ່ຢູ່ໃນພຣະສັນຍາເດີມແມ່ນການບັນທຶກຂອງຜູ້ຄົນ ຫຼັງຈາກທີ່ພຣະເຢໂຮວາໄດ້ສຳເລັດພາລະກິດຂອງພຣະອົງ. ໜັງສືເຫຼົ່ານີ້ບໍ່ສາມາດແທນຄຳທຳນວາຍທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳທີ່ພຣະເຢໂຮວາແຕ່ງຕັ້ງຂຶ້ນມາ, ເໝືອນກັບທີ່ປະຖົມມະການ ແລະ ອົບພະຍົບບໍ່ສາມາດປຽບທຽບກັບໜັງສຶເອຊາຢາ ແລະ ໜັງສືດານີເອນໄດ້. ຄຳທຳນວາຍໄດ້ຖືກກ່າວໄວ້ກ່ອນທີ່ພາລະກິດຈະໄດ້ຮັບການປະຕິບັດ; ໃນຂະນະດຽວກັນ ໜັງສືເຫຼັ້ມອື່ນໆຖືກຂຽນຂຶ້ນຫຼັງຈາກພາລະກິດໄດ້ສຳເລັດລົງແລ້ວ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດເຮັດໄດ້. ຜູ້ປະກາດພຣະທຳໃນເວລານັ້ນໄດ້ຮັບການດົນບັນດານຈາກພຣະເຢໂຮວາ ແລະ ກ່າວຄຳທຳນວາຍບາງຢ່າງ, ພວກເຂົາກ່າວພຣະທຳຫຼາຍຂໍ້ ແລະ ພວກເຂົາທຳນວາຍສິ່ງຕ່າງໆໃນຍຸກແຫ່ງພຣະຄຸນ ພ້ອມທັງການທຳລາຍໂລກໃນຍຸກສຸດທ້າຍ ນັ້ນກໍຄືພາລະກິດທີ່ພຣະເຢໂຮວາວາງແຜນທີ່ຈະປະຕິບັດ. ໜັງສືທີ່ເຫຼືອທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ. ສະນັ້ນ ເມື່ອເຈົ້າອ່ານພຣະຄຳພີ, ຫຼັກໆແມ່ນເຈົ້າກຳລັງອ່ານກ່ຽວກັບສິ່ງທີ່ພຣະເຢໂຮວາກະທຳໃນອິດສະຣາເອັນ; ພຣະສັນຍາເດີມໃນພຣະຄຳພີ ຫຼັກໆ ແມ່ນບັນທຶກພາລະກິດຂອງພຣະເຢໂຮວາໃນການນໍາພາອິດສະຣາເອັນ, ການທີ່ພຣະອົງໃຊ້ໂມເຊເພື່ອນໍາພາຊາວອິດສະຣາເອັນອອກຈາກອີຢິບ ຜູ້ເຊິ່ງປົດປ່ອຍພວກເຂົາອອກຈາກໂສ້ຂອງພວກຟາຣາໂອ ແລະ ນໍາພວກເຂົາໄປສູ່ບ່ອນທຸລະກັນດານ ຫຼັງຈາກນັ້ນ ພວກເຂົາກໍເຂົ້າສູ່ການາອານ ແລະ ທຸກສິ່ງທີ່ເກີດຂຶ້ນຫຼັງຈາກນີ້ກໍເປັນຊີວິດຂອງພວກເຂົາໃນການາອານ. ທຸກສິ່ງນີ້ແມ່ນການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາທີ່ປະຕິບັດທົ່ວອິດສະຣາເອັນ. ທຸກສິ່ງທີ່ບັນທຶກໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ, ມັນເປັນພາລະກິດທີ່ພຣະເຢໂຮວາກະທຳໃນດິນແດນທີ່ພຣະອົງຊົງສ້າງອາດາມ ແລະ ເອວາ. ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນນໍາພາຜູ້ຄົນເທິງແຜ່ນດິນໂລກຈົນເຖິງຍຸກສະໄໝໂນອາ, ທຸກສິ່ງທີ່ຖືກບັນທຶກໄວ້ໃນພຣະສັນຍາເດີມນັ້ນ ແມ່ນພາລະກິດກ່ຽວຂ້ອງກັບອິດສະຣາເອັນ. ແລ້ວເປັນຫຍັງຈຶ່ງບໍ່ມີການບັນທຶກກ່ຽວກັບພາລະກິດໃດເລີຍທີ່ຢູ່ນອກເໜືອອິດສະຣາເອັນ? ເພາະວ່າ ດິນແດນອິດສະຣາເອັນແມ່ນບ່ອນກຳເນີດຂອງມະນຸດຊາດ. ໃນຕອນເລີ່ມຕົ້ນ, ແມ່ນບໍ່ມີປະເທດອື່ນໃດ ນອກຈາກອິດສະຣາເອັນ ແລະ ພຣະເຢໂຮວາກໍບໍ່ໄດ້ປະຕິບັດພາລະກິດໃນສະຖານທີ່ອື່ນໆເລີຍ. ດ້ວຍເຫດນີ້, ສິ່ງທີ່ບັນທຶກບັນທຶກໃນພຣະສັນຍາເດີມຂອງພຣະຄຳພີແມ່ນເປັນພຽງພາລະກິດຂອງພຣະເຈົ້າໃນອິດສະຣາເອັນໃນເວລານັ້ນເທົ່ານັ້ນ. ພຣະທໍາທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳ ເຊັ່ນ: ເອຊາຢາ, ດານີເອນ, ເຢເຣມີຢາ ແລະ ເອເຊກີເອນ... ພຣະທໍາຂອງພວກເຂົາທຳນວາຍພາລະກິດອື່ນໆຂອງພຣະອົງເທິງແຜ່ນດິນໂລກ, ພຣະທໍາເຫຼົ່ານັ້ນທຳນວາຍເຖິງພາລະກິດຂອງພຣະເຢໂຮວາເອງ. ທຸກສິ່ງນີ້ແມ່ນມາຈາກພຣະເຈົ້າ, ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ນອກຈາກໜັງສືເຫຼົ່ານີ້ທີ່ມາຈາກຜູ້ປະກາດພຣະທຳແລ້ວ, ທຸກສິ່ງແມ່ນການບັນທຶກປະສົບການຂອງຜູ້ຄົນກ່ຽວກັບພາລະກິດຂອງພຣະເຢໂຮວາໃນເວລານັ້ນ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກເຂົາແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບໍ່ຖືກຕ້ອງຂອງມະນຸດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງທັງໝົດ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນວາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງເປົາໂລເກີດຈາກພາລະກິດຂອງມະນຸດຄົນໜຶ່ງ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ, ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະເປົາໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ຟີລາເດັນເຟຍ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆ. ດ້ວຍເຫດນັ້ນ ຈົດໝາຍຂອງເປົາໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງເປົາໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ເປົາໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ; ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ເປົາໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນວາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເປົາໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ເປົາໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງເປົາໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນເປັນການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສຶສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຄວາມຮູ້ຂອງເພິ່ນ. ຕົວຢ່າງຄື ເປົາໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ; ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງເປົາໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້. ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ທາດແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ພຣະຄຳພີເປັນພຽງການບັນທຶກສອງຂັ້ນຕອນໃນພາລະກິດຂອງພຣະເຈົ້າທີ່ເປັນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ; ມັນບໍ່ແມ່ນການບັນທຶກພາລະກິດທັງໝົດຂອງພຣະເຈົ້າ

ຕໍ່ໄປ: 3. ໂລກແຫ່ງສາສະໜາຄິດວ່າ ຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະຄຳພີ ແລະ ການອອກຈາກພຣະຄຳພີກໍບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ; ເປັນຫຍັງຄວາມເຂົ້າໃຈນີ້ຈຶ່ງຜິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້