1. ພຣະຄຳພີເປັນພຽງການບັນທຶກສອງຂັ້ນຕອນໃນພາລະກິດຂອງພຣະເຈົ້າທີ່ເປັນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ; ມັນບໍ່ແມ່ນການບັນທຶກພາລະກິດທັງໝົດຂອງພຣະເຈົ້າ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລະ ພຣະເຢຊູຍັງໄດ້ກະທຳສິ່ງອື່ນໆອີກຫຼາຍຢ່າງ. ຖ້າຈະຂຽນໄວ້ຕາມລໍາດັບທຸກປະການ,ແລ້ວຍັງມີອີກຫຼາຍສິ່ງທີ່ພຣະເຢຊູເຮັດ ເຊິ່ງຖ້າຈະຂຽນພວກມັນໄວ້ທຸກໆຢ່າງ, ຂ້າພະເຈົ້າຄາດການວ່າ ແມ່ນແຕ່ໂລກເອງກໍບໍ່ສາມາດເກັບຮັກສາປຶ້ມທີ່ຄວນຖືກຂຽນ” (ໂຢຮັນ 21:25).

“ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13).

“ເບິ່ງແມ, ສິງໂຕແຫ່ງຊົນເຜົ່າຢູດາ, ຕົ້ນກໍາເນີດແຫ່ງເຊື້ອສາຍເດວິດ ໄດ້ມີໄຊຊະນະທີ່ຈະເປີດໜັງສື ແລະ ແກະກາປະທັບທັງເຈັດຈາກໜັງສືນັ້ນ” (ພຣະນິມິດ 5:5).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະຄຳພີເປັນໜັງສືປະເພດໃດ? ພຣະສັນຍາເດີມແມ່ນພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ. ພຣະສັນຍາເດີມໃນພຣະຄຳພີບັນທຶກພາລະກິດທັງໝົດຂອງພຣະເຢໂຮວາໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພາລະກິດແຫ່ງການຊົງສ້າງຂອງພຣະອົງ. ພຣະສັນຍາເດີມທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາກະທຳ ແລະ ສິ້ນສຸດການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາດ້ວຍໜັງສືມາລາກີ. ພຣະສັນຍາເດີມບັນທຶກພາລະກິດສອງສ່ວນທີ່ກະທຳໂດຍພຣະເຈົ້າ: ສ່ວນທີໜຶ່ງແມ່ນພາລະກິດແຫ່ງການຊົງສ້າງ ແລະ ອີກສ່ວນໜຶ່ງແມ່ນການອອກພຣະບັນຍັດ. ທັງສອງເປັນພາລະກິດທີ່ພຣະເຢໂຮວາກະທຳ. ຍຸກແຫ່ງພຣະບັນຍັດສະແດງເຖິງພາລະກິດພາຍໃຕ້ພຣະນາມຂອງພຣະເຈົ້າເຢໂຮວາ; ເປັນພາລະກິດທັງໝົດທີ່ຖືກປະຕິບັດພາຍໃຕ້ພຣະນາມຂອງພຣະເຢໂຮວາເປັນຫຼັກ. ສະນັ້ນ, ພຣະສັນຍາເດີມຈຶ່ງບັນທຶກພາລະກິດຂອງພຣະເຢໂຮວາ ແລະ ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູ ເຊິ່ງເປັນພາລະກິດທີ່ປະຕິບັດພາຍໃຕ້ພຣະນາມຂອງພຣະເຢຊູເປັນຫຼັກ. ຄວາມສຳຄັນຂອງພຣະນາມຂອງພຣະເຢຊູ ແລະ ພາລະກິດທີ່ພຣະອົງກະທຳແມ່ນຖືກບັນທຶກໄວ້ໃນພຣະສັນຍາໃໝ່ເປັນສ່ວນຫຼາຍ. ໃນລະຫວ່າງຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ, ພຣະເຢໂຮວາສ້າງພຣະວິຫານ ແລະ ແທ່ນບູຊາໃນອິດສະຣາເອັນ, ພຣະອົງນໍາພາຊີວິດຂອງຊາວອິດສະຣາເອັນເທິງແຜ່ນດິນໂລກ, ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາເປັນຜູ້ຄົນທີ່ຖືກເລືອກຂອງພຣະອົງ, ເປັນກຸ່ມຄົນທຳອິດທີ່ພຣະອົງເລືອກເທິງແຜ່ນດິນໂລກ ແລະ ເປັນຜູ້ຄົນທີ່ພຣະອົງເພິ່ງພໍໃຈທີ່ສຸດ ແລະ ເປັນກຸ່ມຄົນທຳອິດທີ່ພຣະອົງນໍາພາດ້ວຍຕົວພຣະອົງເອງ; ນັ້ນໝາຍຄວາມວ່າ ທັງສິບສອງຊົນເຜົ່າຂອງອິດສະຣາເອັນເປັນຜູ້ຄົນທຳອິດທີ່ພຣະເຢໂຮວາໄດ້ເລືອກໄວ້ແລ້ວ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປະຕິບັດພາລະກິດໃນພວກເຂົາຢູ່ສະເໝີຈົນເຖິງເວລາທີ່ພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດສິ້ນສຸດລົງ. ຂັ້ນຕອນທີສອງຂອງພາລະກິດ ແມ່ນພາລະກິດໃນຍຸກແຫ່ງພຣະຄຸນໃນພຣະສັນຍາໃໝ່ ແລະ ໄດ້ຖືກປະຕິບັດທ່າມກາງຊາວຢິວ ແລະ ໃນທ່າມກາງໜຶ່ງໃນສິບສອງຊົນເຜົ່າຂອງອິດສະຣາເອັນ. ສາເຫດທີ່ວ່າ ຂອບເຂດໃນການປະຕິບັດພາລະກິດໜ້ອຍລົງກວ່າເກົ່ານັ້ນ ກໍຍ້ອນວ່າ ພຣະເຢຊູເປັນພຣະເຈົ້າທີ່ລົງມາບັງເກີດເປັນເນື້ອໜັງ. ພຣະເຢຊູປະຕິບັດພາລະກິດພຽງແຕ່ໃນດິນແດນຢູດາ ແລະ ພຽງແຕ່ປະຕິບັດພາລະກິດໃນເວລາສາມປີເຄິ່ງເທົ່ານັ້ນ; ດ້ວຍເຫດນັ້ນ ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ແມ່ນບໍ່ສາມາດເກີນຈຳນວນພາລະກິດທີ່ຖືກບັນທຶກໃນພຣະສັນຍາເດີມໄດ້.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຳພີເປັນໜັງສືປະຫວັດສາດ. ແນ່ນອນ ພຣະຄຳພີຍັງປະກອບມີຄຳທຳນວາຍບາງຢ່າງຂອງຜູ້ປະກາດພຣະທຳ ແລະ ຄຳທຳນວາຍດັ່ງກ່າວບໍ່ມີທາງເປັນປະຫວັດສາດໄດ້. ພຣະຄຳພີປະກອບມີຫຼາຍພາກສ່ວນ ບໍ່ໄດ້ມີພຽງແຕ່ຄຳທຳນວາຍ ຫຼື ພາລະກິດຂອງພຣະເຢໂຮວາ ຫຼື ຈົດໝາຍຂອງເປົາໂລເທົ່ານັ້ນ. ເຈົ້າຕ້ອງຮູ້ຈັກວ່າ ພຣະຄຳພີປະກອບມີຈັກພາກສ່ວນ; ພຣະສັນຍາເດີມປະກອບມີປະຖົມມະການ, ອົບພະຍົບ... ແລະ ຍັງມີໜັງສືແຫ່ງຄຳທຳນວາຍທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້. ໃນຕອນສຸດທ້າຍ, ພຣະສັນຍາເດີມສິ້ນສຸດລົງດ້ວຍໜັງສືມາລາກີ. ມັນບັນທຶກພາລະກິດຂອງຍຸກແຫ່ງພຣະບັນຍັດ ເຊິ່ງຖືກນໍາພາໂດຍພຣະເຢໂຮວາ; ຈາກປະຖົມມະການຈົນເຖິງໜັງສືມາລາກີ, ມັນເປັນການບັນທຶກຢ່າງລະອຽດກ່ຽວກັບພາລະກິດທັງໝົດໃນຍຸກແຫ່ງພຣະບັນຍັດ. ນັ້ນໝາຍຄວາມວ່າ ພຣະສັນຍາເດີມບັນທຶກທຸກສິ່ງທີ່ຜູ້ຄົນ ເຊິ່ງຖືກນໍາພາໂດຍພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ ໄດ້ປະສົບ... ຜູ້ປະກາດພຣະທຳໃນເວລານັ້ນໄດ້ຮັບການດົນບັນດານຈາກພຣະເຢໂຮວາ ແລະ ກ່າວຄຳທຳນວາຍບາງຢ່າງ, ພວກເຂົາກ່າວພຣະທຳຫຼາຍຂໍ້ ແລະ ພວກເຂົາທຳນວາຍສິ່ງຕ່າງໆໃນຍຸກແຫ່ງພຣະຄຸນ ພ້ອມທັງການທຳລາຍໂລກໃນຍຸກສຸດທ້າຍ ນັ້ນກໍຄືພາລະກິດທີ່ພຣະເຢໂຮວາວາງແຜນທີ່ຈະປະຕິບັດ. ໜັງສືທີ່ເຫຼືອທັງໝົດບັນທຶກພາລະກິດທີ່ພຣະເຢໂຮວາໄດ້ກະທຳໃນອິດສະຣາເອັນ. ສະນັ້ນ ເມື່ອເຈົ້າອ່ານພຣະຄຳພີ, ຫຼັກໆແມ່ນເຈົ້າກຳລັງອ່ານກ່ຽວກັບສິ່ງທີ່ພຣະເຢໂຮວາກະທຳໃນອິດສະຣາເອັນ; ພຣະສັນຍາເດີມໃນພຣະຄຳພີ ຫຼັກໆ ແມ່ນບັນທຶກພາລະກິດຂອງພຣະເຢໂຮວາໃນການນໍາພາອິດສະຣາເອັນ, ການທີ່ພຣະອົງໃຊ້ໂມເຊເພື່ອນໍາພາຊາວອິດສະຣາເອັນອອກຈາກອີຢິບ ຜູ້ເຊິ່ງປົດປ່ອຍພວກເຂົາອອກຈາກໂສ້ຂອງພວກຟາຣາໂອ ແລະ ນໍາພວກເຂົາໄປສູ່ບ່ອນທຸລະກັນດານ ຫຼັງຈາກນັ້ນ ພວກເຂົາກໍເຂົ້າສູ່ການາອານ ແລະ ທຸກສິ່ງທີ່ເກີດຂຶ້ນຫຼັງຈາກນີ້ກໍເປັນຊີວິດຂອງພວກເຂົາໃນການາອານ. ທຸກສິ່ງນີ້ແມ່ນການບັນທຶກກ່ຽວກັບພາລະກິດຂອງພຣະເຢໂຮວາທີ່ປະຕິບັດທົ່ວອິດສະຣາເອັນ. ທຸກສິ່ງທີ່ບັນທຶກໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ, ມັນເປັນພາລະກິດທີ່ພຣະເຢໂຮວາກະທຳໃນດິນແດນທີ່ພຣະອົງຊົງສ້າງອາດາມ ແລະ ເອວາ. ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນນໍາພາຜູ້ຄົນເທິງແຜ່ນດິນໂລກຈົນເຖິງຍຸກສະໄໝໂນອາ, ທຸກສິ່ງທີ່ຖືກບັນທຶກໄວ້ໃນພຣະສັນຍາເດີມນັ້ນ ແມ່ນພາລະກິດກ່ຽວຂ້ອງກັບອິດສະຣາເອັນ. ແລ້ວເປັນຫຍັງຈຶ່ງບໍ່ມີການບັນທຶກກ່ຽວກັບພາລະກິດໃດເລີຍທີ່ຢູ່ນອກເໜືອອິດສະຣາເອັນ? ເພາະວ່າ ດິນແດນອິດສະຣາເອັນແມ່ນບ່ອນກຳເນີດຂອງມະນຸດຊາດ. ໃນຕອນເລີ່ມຕົ້ນ, ແມ່ນບໍ່ມີປະເທດອື່ນໃດ ນອກຈາກອິດສະຣາເອັນ ແລະ ພຣະເຢໂຮວາກໍບໍ່ໄດ້ປະຕິບັດພາລະກິດໃນສະຖານທີ່ອື່ນໆເລີຍ. ດ້ວຍເຫດນີ້, ສິ່ງທີ່ບັນທຶກບັນທຶກໃນພຣະສັນຍາເດີມຂອງພຣະຄຳພີແມ່ນເປັນພຽງພາລະກິດຂອງພຣະເຈົ້າໃນອິດສະຣາເອັນໃນເວລານັ້ນເທົ່ານັ້ນ. ພຣະທໍາທີ່ກ່າວໄວ້ໂດຍຜູ້ປະກາດພຣະທຳ ເຊັ່ນ: ເອຊາຢາ, ດານີເອນ, ເຢເຣມີຢາ ແລະ ເອເຊກີເອນ... ພຣະທໍາຂອງພວກເຂົາທຳນວາຍພາລະກິດອື່ນໆຂອງພຣະອົງເທິງແຜ່ນດິນໂລກ, ພຣະທໍາເຫຼົ່ານັ້ນທຳນວາຍເຖິງພາລະກິດຂອງພຣະເຢໂຮວາເອງ. ທຸກສິ່ງນີ້ແມ່ນມາຈາກພຣະເຈົ້າ, ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ນອກຈາກໜັງສືເຫຼົ່ານີ້ທີ່ມາຈາກຜູ້ປະກາດພຣະທຳແລ້ວ, ທຸກສິ່ງແມ່ນການບັນທຶກປະສົບການຂອງຜູ້ຄົນກ່ຽວກັບພາລະກິດຂອງພຣະເຢໂຮວາໃນເວລານັ້ນ.

ພາລະກິດແຫ່ງການຊົງສ້າງເກີດຂຶ້ນກ່ອນຈະມີມະນຸດຊາດ ແຕ່ໜັງສຶປະຖົມມະການພຽງແຕ່ເກີດຂຶ້ນຫຼັງຈາກມີມະນຸດຊາດ; ມັນເປັນໜັງສືທີ່ຂຽນຂຶ້ນໂດຍໂມເຊໃນລະຫວ່າງຍຸກແຫ່ງພຣະບັນຍັດ. ມັນເປັນຄືກັບສິ່ງທີ່ເກີດຂຶ້ນທ່າມກາງພວກເຈົ້າໃນປັດຈຸບັນ ນັ້ນກໍຄື: ຫຼັງຈາກມີເຫດການເກີດຂຶ້ນ, ພວກເຈົ້າກໍຂຽນເຫດການນັ້ນລົງເພື່ອສະແດງໃຫ້ກັບຜູ້ຄົນທີ່ຢູ່ໃນອະນາຄົດເຫັນ ແລະ ສຳລັບຜູ້ຄົນທີ່ຢູ່ໃນອະນາຄົດ, ສິ່ງທີ່ພວກເຈົ້າບັນທຶກໄວ້ນັ້ນ ກໍຄືສິ່ງທີ່ເກີດຂຶ້ນໃນອະດີດ, ສິ່ງເຫຼົ່ານັ້ນບໍ່ແມ່ນຫຍັງເໜືອໄປກວ່າປະຫວັດສາດ. ສິ່ງທີ່ບັນທຶກໄວ້ໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາໃນອິດສະຣາເອັນ ແລະ ສິ່ງທີ່ບັນທຶກໄວ່ໃນພຣະສັນຍາໃໝ່ແມ່ນພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ; ພວກເຂົາບັນທຶກພາລະກິດທີ່ພຣະເຈົ້າກະທຳໃນສອງຍຸກທີ່ແຕກຕ່າງກັນ. ພຣະສັນຍາເດີມບັນທຶກພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະສັນຍາເດີມຈຶ່ງເປັນໜັງສືປະຫວັດສາດ, ໃນຂະນະທີ່ພຣະສັນຍາໃໝ່ແມ່ນຜົນຂອງພາລະກິດໃນຍຸກແຫ່ງພຣະຄຸນ. ເມື່ອພາລະກິດໃໝ່ເລີ່ມຕົ້ນຂຶ້ນ, ພຣະສັນຍາໃໝ່ກໍກາຍເປັນສິ່ງທີ່ຫຼ້າສະໄໝ ແລະ ດ້ວຍເຫດນັ້ນ ພຣະສັນຍາໃໝ່ຈຶ່ງເປັນໜັງສືປະຫວັດສາດເຊັ່ນດຽວກັນ. ແນ່ນອນ, ພຣະສັນຍາໃໝ່ບໍ່ໄດ້ຈັດເປັນລະບົບຄືກັບພຣະສັນຍາເດີມ ຫຼື ບໍ່ໄດ້ມີການບັນທຶກຫຼາຍສິ່ງຫຼາຍຢ່າງຄືກັບພຣະສັນຍາເດີມ. ພຣະທຳທັງໝົດທີ່ກ່າວໄວ້ໂດຍພຣະເຢໂຮວາແມ່ນຖືກບັນທຶກໃນພຣະສັນຍາເດີມຂອງພຣະຄຳພີ, ໃນຂະນະດຽວກັນມີພຽງແຕ່ພຣະທຳບາງຂໍ້ຂອງພຣະເຢຊູເທົ່ານັ້ນທີ່ຖືກບັນທຶກໃນພຣະກິດຕິຄຸນທັງສີ່. ແນ່ນອນ, ພຣະເຢຊູໄດ້ປະຕິບັດພາລະກິດຫຼາຍຢ່າງເຊັ່ນກັນ ແຕ່ມັນບໍ່ໄດ້ຖືກບັນທຶກໄວ້ເປັນລາຍລະອຽດ. ມີການບັນທຶກໜ້ອຍກວ່າໃນພຣະສັນຍາໃໝ່ ກໍເພາະວ່າ ພາລະກິດທີ່ພຣະເຢຊູປະຕິບັດນັ້ນໜ້ອຍກວ່າ; ຈຳນວນພາລະກິດຂອງພຣະອົງໃນລະຫວ່າງສາມປີເຄິ່ງເທິງແຜ່ນດິນໂລກ ແລະ ຂອງພວກອັກຄະສາວົກແມ່ນໜ້ອຍກວ່າພາລະກິດຂອງພຣະເຢໂຮວາຫຼາຍ. ແລ້ວດ້ວຍເຫດນັ້ນ, ໜັງສືໃນພຣະສັນຍາໃໝ່ຈຶ່ງມີໜ້ອຍກວ່າພຣະສັນຍາເດີມ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຳພີຍັງຖືກເອີ້ນວ່າ ພຣະສັນຍາເດີມ ແລະ ໃໝ່. ພວກເຈົ້າຮູ້ບໍ່ວ່າ “ພຣະສັນຍາ” ໝາຍເຖິງຫຍັງ? “ພຣະສັນຍາ” ໃນພຣະສັນຍາເດີມມາຈາກຄຳໝັ້ນສັນຍາຂອງພຣະເຈົ້າເຢໂຮວາທີ່ມີຕໍ່ປະຊາຊົນອິດສະຣາເອັນ ໃນຕອນທີ່ພຣະອົງຂ້າຊາວອີຢິບ ແລະ ຊ່ວຍຊາວອິດສະຣາເອັນຈາກຟາຣະໂອ. ແນ່ນອນ, ເຄື່ອງພິສູດຂອງຄຳໝັ້ນສັນຍານີ້ແມ່ນເລືອດຂອງແກະທີ່ທາໄວ້ເທິງຂອບປະຕູ ໂດຍທີ່ພຣະເຈົ້າສ້າງຄຳໝັ້ນສັນຍາກັບມະນຸດ ເຊິ່ງເປັນຄຳໝັ້ນສັນຍາທີ່ວ່າ ທຸກຄົນທີ່ມີເລືອດແກະຢູ່ເທິງ ແລະ ຂ້າງຂອບປະຕູແມ່ນຊາວອິດສະຣາເອັນ, ພວກເຂົາແມ່ນຄົນທີ່ພຣະເຈົ້າຊົງເລືອກໄວ້ ແລະ ພວກເຂົາຈະຖືກພຣະເຢໂຮວາລະເວັ້ນ (ຍ້ອນວ່າ ໃນຕອນນັ້ນ ພຣະເຢໂຮວາກຳລັງຈະຂ້າບຸດຊາຍກົກທັງໝົດຂອງອີຢິບ ລວມທັງແກະ ແລະ ງົວຄວາຍຫົວປີ). ຄຳໝັ້ນສັນຍານີ້ມີຄວາມໝາຍຢູ່ສອງລະດັບ. ບໍ່ມີຄົນໃດ ຫຼື ສັດໂຕໃດຂອງອີຢິບທີ່ຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢໂຮວາ; ພຣະອົງຈະຂ້າບຸດຊາຍກົກ ລວມທັງແກະ ແລະ ງົວຄວາຍຫົວປີທັງໝົດ. ສະນັ້ນ ໃນໜັງສືຫຼາຍເຫຼັ້ມແຫ່ງການທໍານວາຍ, ມັນຈຶ່ງຖືກທຳນວາຍລ່ວງໜ້າໄວ້ວ່າ ຊາວອີຢິບຈະຖືກຕີສອນຢ່າງຮຸນແຮງ ເຊິ່ງເປັນຜົນມາຈາກຄຳໝັ້ນສັນຍາຂອງພຣະເຢໂຮວາ. ນີ້ແມ່ນຄວາມໝາຍໃນລະດັບທຳອິດຂອງຄຳໝັ້ນສັນຍາ. ພຣະເຢໂຮວາໄດ້ຂ້າບຸດຊາຍກົກຂອງອີຢິບ ແລະ ສັດລ້ຽງຫົວປີທັງໝົດຂອງອີຢິບ ແລະ ພຣະອົງລະເວັ້ນຊາວອິດສະຣາເອັນທັງໝົດ ເຊິ່ງໝາຍຄວາມວ່າ ທຸກຄົນທີ່ເກີດຈາກດິນແດນແຫ່ງອິດສະຣາເອັນແມ່ນຖືກພຣະເຢໂຮວາຮັກສາໄວ້ ແລະ ຈະຖືກລະເວັ້ນທຸກຄົນ; ພຣະອົງປາຖະໜາທີ່ຈະປະຕິບັດພາລະກິດໄລຍະຍາວໃນພວກເຂົາ ແລະ ສ້າງຄຳໝັ້ນສັນຍາກັບພວກເຂົາ ໂດຍໃຊ້ເລືອດແກະ. ຈາກຕອນນັ້ນເປັນຕົ້ນໄປ, ພຣະເຢໂຮວາຈະບໍ່ຂ້າຊາວອິດສະຣາເອັນ ແລະ ກ່າວວ່າ ພວກເຂົາຈະເປັນຄົນທີ່ຖືກເລືອກຂອງພຣະອົງຕະຫຼອດໄປ. ທ່າມກາງສິບສອງຊົນເຜົ່າຂອງອິດສະຣາເອັນ, ພຣະອົງຈະເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກແຫ່ງພຮະບັນຍັດທັງໝົດ, ພຣະອົງຈະເປີດພຣະບັນຍັດທຸກຂໍ້ຂອງພຣະອົງອອກໃຫ້ກັບຊາວອິດສະຣາເອັນ ແລະ ເລືອກເອົາຜູ້ປະກາດພຣະທຳ ແລະ ຜູ້ພິພາກສາທ່າມກາງພວກເຂົາ ແລະ ພວກເຂົາຈະຢູ່ໃນຈຸດສູນກາງຂອງພາລະກິດຂອງພຣະເຈົ້າ. ພຣະເຢໂຮວາສ້າງຕັ້ງຄຳໝັ້ນສັນຍາກັບພວກເຂົາ ນັ້ນກໍຄື: ນອກຈາກຍຸກນີ້ແລ້ວ ຈະໄດ້ມີການປ່ຽນໄປ, ພຣະອົງຈະປະຕິບັດພາລະກິດທ່າມກາງຄົນທີ່ຖືກເລືອກເທົ່ານັ້ນ. ຄຳໝັ້ນສັນຍາຂອງພຣະເຢໂຮວາແມ່ນປ່ຽນແປງບໍ່ໄດ້ ຍ້ອນມັນເຮັດຂຶ້ນດ້ວຍເລືອດ ແລະ ສ້າງຂຶ້ນກັບປະຊາຊົນທີ່ພຣະອົງເລືອກ. ສິ່ງທີ່ສຳຄັນໄປກວ່ານັ້ນກໍຄື ພຣະອົງໄດ້ເລືອກຂອບເຂດ ແລະ ເປົ້າໝາຍທີ່ເໝາະສົມເພື່ອເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກທັງໝົດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງເຫັນຄຳໝັ້ນສັນຍາເປັນສິ່ງທີ່ສຳຄັນເປັນພິເສດ. ສິ່ງນີ້ຄືຄວາມໝາຍລະດັບທີສອງຂອງຄຳໝັ້ນສັນຍາ. ຍົກເວັ້ນປະຖົມມະການ ເຊິ່ງເກີດຂຶ້ນກ່ອນການສ້າງຄຳໝັ້ນສັນຍາ, ໜັງສືອື່ນໆທຸກເຫຼັ້ມໃນພຣະສັນຍາເດີມໄດ້ບັນທຶກພາລະກິດຂອງພຣະເຈົ້າທ່າມກາງຊາວອິດສະຣາເອັນ ຫຼັງຈາກທີ່ໄດ້ສ້າງຄຳໝັ້ນສັນຍາ. ແນ່ນອນ ມີການບັນທຶກບາງເລື່ອງລາວກ່ຽວກັບຊາວຕ່າງຊາດ, ແຕ່ໂດຍລວມແລ້ວ ພຣະສັນຍາເດີມແມ່ນບັນທຶກພາລະກິດຂອງພຣະເຈົ້າໃນອິດສະຣາເອັນ. ຍ້ອນຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອັນ, ໜັງສືທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະບັນຍັດຈຶ່ງຖືກເອີ້ນວ່າ “ພຣະສັນຍາເດີມ”. ໜັງສືເຫຼົ່ານັ້ນຖືກຕັ້ງຊື່ຕາມຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອັນ.

ພຣະສັນຍາໃໝ່ຖືກຕັ້ງຊື່ຕາມພຣະໂລຫິດທີ່ພຣະເຢຊູຊົງລັ່ງອອກເທິງໄມ້ກາງແຂນ ແລະ ຄຳໝັ້ນສັນຍາຂອງພຣະອົງກັບທຸກຄົນທີ່ເຊື່ອໃນພຣະອົງ. ຄຳໝັ້ນສັນຍາຂອງພຣະເຢຊູຄື: ຜູ້ຄົນຕ້ອງເຊື່ອໃນພຣະອົງ ເພື່ອຄວາມຜິດບາບຂອງພວກເຂົາຈະໄດ້ຮັບການອະໄພບາບໂດຍການຫຼັ່ງພຣະໂລຫິດຂອງພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເກີດໃໝ່ຜ່ານທາງພຣະອົງ ແລະ ຈະບໍ່ໄດ້ເປັນຄົນບາບອີກຕໍ່ໄປ; ຜູ້ຄົນຕ້ອງເຊື່ອໃນພຣະອົງເພື່ອຮັບເອົາຄວາມກະລຸນາ ແລະ ຈະບໍ່ໄດ້ທົນທຸກທໍລະມານໃນນະລົກຫຼັງຈາກທີ່ພວກເຂົາຕາຍໄປ. ໜັງສືທຸກເຫຼັ້ມທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນມາຈາກຄຳໝັ້ນສັນຍານີ້ ແລະ ໜັງສືທັງໝົດບັນທຶກພາລະກິດ ແລະ ຖ້ອຍຄຳທີ່ປາກົດຢູ່ໃນໜັງສືນັ້ນໆ. ໜັງສືເຫຼົ່ານັ້ນບໍ່ໄດ້ບັນທຶກນອກເໜືອໄປກວ່າຄວາມລອດພົ້ນແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູເຈົ້າ ຫຼື ຄຳໝັ້ນສັນຍາຂອງພຣະອົງ; ພວກມັນທັງໝົດເປັນໜັງສືທີ່ຖືກຂຽນຂຶ້ນໂດຍອ້າຍນ້ອງໃນພຣະຜູ້ເປັນເຈົ້າ ຜູ້ເຊິ່ງມີປະສົບການ. ສະນັ້ນ, ໜັງສຶເຫຼົ່ານີ້ຈຶ່ງຖືກຕັ້ງຊື່ຂຶ້ນຕາມຄຳໝັ້ນສັນຍາເຊັ່ນກັນ ນັ້ນກໍຄື: ພວກມັນຖືກເອີ້ນວ່າ ພຣະສັນຍາໃໝ່. ພຣະສັນຍາທັງສອງນີ້ລວມເອົາແຕ່ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ ແລະ ບໍ່ມີສ່ວນກ່ຽວຂ້ອງກັນກັບຍຸກສຸດທ້າຍ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ທຸກສິ່ງທຸກຢ່າງງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈູດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອັນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງເປົາໂລ; ພວກມັນບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ. ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອັນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ. ການອ່ານພຣະຄຳພີ, ສ່ວນໃຫຍ່ເຈົ້າຈະເຂົ້າໃຈແຄ່ປະຫວັດສາດຂອງອິດສະຣາເອັນພຽງເລັກນ້ອຍ, ເຈົ້າຈະຮຽນຮູ້ກ່ຽວກັບຊີວິດຂອງອັບຣາຮາມ, ເດວິດ ແລະ ໂມເຊ, ເຈົ້າອາດຈະຄົ້ນພົບວ່າ ພວກເຂົາຢໍາເກງພຣະເຢໂຮວາແນວໃດ, ພຣະເຢໂຮວາຊົງເຜົາຄົນທີ່ຕໍ່ຕ້ານພຣະອົງແນວໃດ ແລະ ພຣະອົງຊົງກ່າວກັບຜູ້ຄົນໃນຍຸກນັ້ນໄດ້ແນວໃດ. ເຈົ້າຈະໄດ້ແຕ່ຄົ້ນພົບພາລະກິຂອງພຣະເຈົ້າໃນອະດີດເທົ່ານັ້ນ. ການບັນທຶກຂອງພຣະຄຳພີກ່ຽວຂ້ອງກັບວິທີທີ່ປະຊາຊົນຂອງອິດສະຣາເອັນໃນໄລຍະຕົ້ນຢໍາເກງພຣະເຈົ້າ ແລະ ຢູ່ພາຍໃຕ້ການນໍາຂອງພຣະເຢໂຮວາ. ເພາະວ່າຊາວອິດສະຣາເອັນເປັນຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້, ໃນພຣະສັນຍາເດີມ ເຈົ້າສາມາດເຫັນເຖິງຄວາມຊື່ສັດທີ່ຜູ້ຄົນທັງໝົດມີໃຫ້ກັບພຣະເຢໂຮວາ, ທຸກຄົນທີ່ເຊື່ອຟັງພຣະເຢໂຮວາໄດ້ຮັບການດູແລ ແລະ ການອວຍພອນຈາກພຣະອົງແນວໃດ, ເຈົ້າສາມາດຮຽນຮູ້ວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນອິດສະຣາເອັນ, ພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ ພ້ອມທັງປະກອບດ້ວຍໄຟທີ່ໄໝ້ທຳລາຍ ແລະ ທຸກສິ່ງທີ່ກ່ຽວຂ້ອງກັບຊາວອິດສະຣາເອັນທຸກຄົນ ຕັ້ງແຕ່ຄົນທີ່ຕ້ອຍຕໍ່າຈົນເຖິງຄົນທີ່ຍິ່ງໃຫຍ່ ຢຳເກງພຣະເຈົ້າ ແລະ ດ້ວຍເຫດນັ້ນ ທົ່ວປະເທດຈຶ່ງໄດ້ຮັບພອນຈາກພຣະເຈົ້າ. ສິ່ງດັ່ງກ່າວແມ່ນປະຫວັດສາດຂອງອິດສະຣາເອັນທີ່ບັນທຶກໃນພຣະສັນຍາເດີມ.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງຕ່າງໆທີ່ຖືກບັນທຶກໃນພຣະຄຳພີແມ່ນມີຈຳກັດ; ສິ່ງເຫຼົ່ານັ້ນບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດທັງໝົດຂອງພຣະເຈົ້າໄດ້. ພຣະກິດຕິຄຸນທັງສີ່ຮວມກັນມີໜ້ອຍກວ່າໜຶ່ງຮ້ອຍບົດ ທີ່ຂຽນເຖິງເຫດການໃນຈຳນວນທີ່ຈໍາກັດ ເຊັ່ນ: ການທີ່ພຣະເຢຊູສາບແຊ່ງຕົ້ນເດື່ອ, ການທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ, ການທີ່ພຣະເຢຊູປະກົດຕົວຕໍ່ອັກຄະສາວົກຫຼັງຈາກຖືກຄຶງເທິງໄມ້ກາງແຂນ ແລະ ການຟື້ນຄືນຊີບຂອງພຣະອົງ, ຄຳສັ່ງສອນກ່ຽວກັບການຖືອົດອາຫານ, ຄໍາສັ່ງສອນກ່ຽວກັບຄຳອະທິຖານ, ຄຳສັ່ງສອນກ່ຽວກັບການຢ່າຮ້າງ, ການກຳເນີດ ແລະ ວົງຕະກູນຂອງພຣະເຢຊູ, ການແຕ່ງຕັ້ງສາວົກຂອງພຣະເຢຊູ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ ມະນຸດເຊີດຊູສິ່ງເຫຼົ່ານັ້ນເປັນຊັບສົມບັດ ເຖິງກັບຢືນຢັນພາລະກິດໃນປັດຈຸບັນໃສ່ກັບສິ່ງເຫຼົ່ານັ້ນ. ພວກເຂົາເຖິງກັບເຊື່ອວ່າ ພາລະກິດທັງໝົດທີ່ພຣະເຢຊູປະຕິບັດໃນຊີວິດຂອງພຣະອົງມີຫຼາຍພຽງແຕ່ສໍ່ານັ້ນ ຄືກັນກັບວ່າພຣະເຈົ້າພຽງແຕ່ສາມາດປະຕິບັດຫຼາຍສໍ່ານີ້ ແລະ ບໍ່ມີຫຼາຍກວ່ານີ້ອີກ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນທີ່ສຸດບໍ?

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າເຈົ້າປາຖະໜາທີ່ຈະເຫັນພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ເຫັນວ່າ ຊາວອິດສະຣາເອັນຕິດຕາມວິທີທາງຂອງພຣະເຢໂຮວາແນວໃດ ແລ້ວເຈົ້າຕ້ອງອ່ານພຣະສັນຍາເດີມ; ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈພາລະກິດໃນຍຸກແຫ່ງພຣະຄຸນ ແລ້ວເຈົ້າຕ້ອງອ່ານພຣະສັນຍາໃໝ່. ແຕ່ເຈົ້າຈະເຫັນພາລະກິດແຫ່ງຍຸກສຸດທ້າຍໄດ້ແນວໃດ? ເຈົ້າຕ້ອງຍອມຮັບການນໍາພາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ພາລະກິດແຫ່ງປັດຈຸບັນ, ຍ້ອນນີ້ແມ່ນພາລະກິດທີ່ໃໝ່ ແລະ ບໍ່ມີໃຜເຄີຍບັນທຶກມັນໃນພຣະຄຳພີມາກ່ອນ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຄັດເລືອກຜູ້ຄົນອື່ນໆທີ່ຖືກເລືອກໃນປະເທດຈີນ. ພຣະເຈົ້າປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້, ພຣະອົງສືບຕໍ່ຈາກພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ສືບຕໍ່ຈາກພາລະກິດໃນຍຸກແຫ່ງພຣະຄຸນ. ພາລະກິດແຫ່ງປັດຈຸບັນແມ່ນເສັ້ນທາງທີ່ມະນຸດບໍ່ເຄີຍຍ່າງຈັກເທື່ອ ແລະ ເປັນຫົນທາງທີ່ບໍ່ມີໃຜເຄີຍໄດ້ເຫັນ. ມັນເປັນພາລະກິດທີ່ບໍ່ເຄີຍຖືກປະຕິບັດມາກ່ອນ, ມັນເປັນພາລະກິດຫຼ້າສຸດຂອງພຣະເຈົ້າເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ, ພາລະກິດທີ່ບໍ່ເຄີຍມີການປະຕິບັດມາກ່ອນຈຶ່ງບໍ່ແມ່ນປະຫວັດສາດ ເພາະປັດຈຸບັນກໍຄືປັດຈຸບັນ ແລະ ຍັງບໍ່ໄດ້ເປັນອະດີດເທື່ອ. ຜູ້ຄົນບໍ່ຮູ້ຈັກວ່າ ພຣະເຈົ້າໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າ, ໃໝ່ກວ່າເທິງແຜ່ນດິນໂລກ ແລະ ຢູ່ນອກອິດສະຣາເອັນ, ມັນໄດ້ຂະຫຍາຍອອກນອກຂອບເຂດອິດສະຣາເອັນແລ້ວ ແລະ ນອກເໜືອຄຳທຳນວາຍຂອງພວກຜູ້ປະກາດພຣະທຳອີກດ້ວຍ, ມັນເປັນພາລະກິດທີ່ໃໝ່ ແລະ ມະຫັດສະຈັນ ເຊິ່ງຢູ່ນອກຄຳທຳນວາຍ ແລະ ເປັນພາລະກິດທີ່ໃໝ່ກວ່າ ເຊິ່ງຢູ່ນອກເໜືອອິດສະຣາເອັນ ແລະ ພາລະກິດທີ່ຜູ້ຄົນບໍ່ສາມາດສັງເກດເຫັນ ຫຼື ຈິນຕະນາການໄດ້. ແລ້ວພຣະຄຳພີຈະບັນທຶກຢ່າງຊັດເຈນກ່ຽວກັບພາລະກິດດັ່ງກ່າວໄດ້ແນວໃດ? ແມ່ນໃຜທີ່ສາມາດບັນທຶກລາຍລະອຽດທຸກສິ່ງໃນພາລະກິດຂອງປັດຈຸບັນໄວ້ລ່ວງໜ້າໄດ້ໂດຍບໍ່ມີການຕັດຕໍ່ເລີຍ? ແມ່ນໃຜທີ່ສາມາດບັນທຶກພາລະກິດທີ່ຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາຢ່າງສູງ ທີ່ຕໍ່ຕ້ານທຳນຽມໃນໜັງສຶເກົ່າໆທີ່ຢູ່ໃນສະພາບບໍ່ດີໄດ້? ພາລະກິດແຫ່ງປັດຈຸບັນບໍ່ແມ່ນປະຫວັດສາດ ແລະ ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະຍ່າງໃນເສັ້ນທາງໃໝ່ໃນປັດຈຸບັນ, ເຈົ້າຕ້ອງຫ່າງອອກຈາກພຣະຄຳພີ, ເຈົ້າຕ້ອງເບິ່ງໄກກວ່າໜັງສືແຫ່ງການທໍານວາຍ ຫຼື ປະຫວັດສາດໃນພຣະຄຳພີ. ມີພຽງແຕ່ທາງດຽວນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຍ່າງໃນເສັ້ນທາງໃໝ່ຢ່າງຖືກຕ້ອງ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ອານາຈັກໃໝ່ ແລະ ພາລະກິດໃໝ່ໄດ້.

(ຄັດຈາກບົດ “ກ່ຽວກັບພຣະຄຳພີ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 6. ພຣະເຈົ້າປົກຄອງ ແລະ ຈັດການໂລກຈັກກະວານທັງໝົດແນວໃດ

ຕໍ່ໄປ: 2. ໂລກແຫ່ງສາສະໜາເຊື່ອວ່າ ພຣະຄຳທຸກຂໍ້ແມ່ນຖືກດົນບັນດານໂດຍພຣະເຈົ້າ ແລະ ລ້ວນແລ້ວແຕ່ເປັນພຣະທຳຂອງພຣະອົງ; ເປັນຫຍັງມຸມມອງນີ້ຈຶ່ງຜິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້