6. ພຣະເຈົ້າປົກຄອງ ແລະ ຈັດການໂລກຈັກກະວານທັງໝົດແນວໃດ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? … ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ່ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດອອກຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອປອບໃຈຂອງເຂົາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບູລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜ່ນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.
(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍດອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.
ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ. ພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າ ລັດສະໝີຂອງພູເຂົາຄວນມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ພຣະອົງຍັງໄດ້ກຳນົດວ່າ ລັດສະໝີຂອງທົ່ງພຽງມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຍັງໄດ້ກຳນົດຂອບເຂດຂອງທະເລຊາຍ ລວມເຖິງຂອບເຂດເນີນພູ ແລະ ສັດສ່ວນຂອງມັນ ແລະ ສິ່ງທີ່ອ້ອມເຂດແດນຂອງມັນ. ທັງໝົດນີ້ໄດ້ຖືກກຳນົດໂດຍພຣະອົງ. ພຣະອົງກຳນົດຂອບເຂດແມ່ນ້ຳ ແລະ ທະເລສາບ. ພວກມັນທັງໝົດມີເຂດແດນຂອງມັນ. ດັ່ງນັ້ນ, ເມື່ອພວກເຮົາເວົ້າເຖິງ “ເຂດແດນ” ພວກເຮົາໝາຍເຖິງຫຍັງ? ພວກເຮົາໄດ້ເວົ້າກ່ຽວກັບວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງໂດຍການສ້າງກົດເກນສຳລັບທຸກສິ່ງ. ນັ້ນກໍຄື ຂອບເຂດ ແລະ ເຂດແດນຂອງພູເຂົາຕ່າງໆຈະບໍ່ຂະຫຍາຍອອກ ຫຼື ຫຼຸດລົງຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງການເວລາ. ພວກມັນຖືກກຳນົດຢ່າງຕາຍຕົວ, ບໍ່ປ່ຽນແປງ ແລະ ຄວາມບໍ່ປ່ຽນແປງຂອງມັນກໍຖືກກໍານົດໂດຍພຣະເຈົ້າ. ສໍາລັບພື້ນທີ່ຂອງທົ່ງພຽງ, ຂອບເຂດຂອງມັນ ແລະ ສິ່ງທີ່ຢູ່ອ້ອມເຂດແດນຂອງມັນ; ສິ່ງນີ້ແມ່ນຖືກກຳນົດໂດຍພຣະເຈົ້າເຊັ່ນກັນ. ພວກມັນມີເຂດແດນຂອງມັນ ແລະ ດັ່ງນັ້ນ ມັນເປັນໄປບໍ່ໄດ້ທີ່ດິນຈະໂຜ່ຂຶ້ນຈາກພຶ້ນດິນທົ່ງພຽງໂດຍບັງເອີນ. ທົ່ງພຽງບໍ່ສາມາດປ່ຽນເປັນພູເຂົາໄດ້ໃນທັນທີທັນໃດ, ສິ່ງນີ້ແມ່ນເປັນໄປບໍ່ໄດ້. ນີ້ຄືຄວາມໝາຍຂອງກົດເກນ ແລະ ເຂດແດນທີ່ພວກເຮົາກໍາລັງເວົ້າເຖິງ. ສ່ວນທະເລຊາຍ, ພວກເຮົາຈະບໍ່ເນັ້ນເຖິງໜ້າທີ່ສະເພາະຂອງທະເລຊາຍ ຫຼື ພູມສັນຖານປະເພດອື່ນໆ ຫຼື ທີ່ຕັ້ງພູມີສາດໃນເວລານີ້, ພວກເຂົາຈະເວົ້າເຖິງແຕ່ເຂດແດນຂອງພວກມັນເທົ່ານັ້ນ. ພາຍໃຕ້ການປົກຄອງຂອງພຣະເຈົ້າ, ຂອບເຂດຂອງທະເລຊາຍຈະບໍ່ຂະຫຍາຍອອກໄປ. ນີ້ກໍຍ້ອນວ່າ ພຣະເຈົ້າໄດ້ກໍານົນກົດເກນ ແລະ ຂອບເຂດຂອງມັນໄວ້ແລ້ວ. ພື້ນທີ່ຂອງມັນກວ້າງພຽງໃດ, ແມ່ນຫຍັງຄືໜ້າທີ່ຂອງມັນ, ແມ່ນຫຍັງທີ່ຢູ່ອ້ອມເຂດແດນຂອງມັນ ແລະ ບ່ອນທີ່ມັນຕັ້ງຢູ່, ທຸກສິ່ງເຫຼົ່ານີ້ແມ່ນຖືກພຣະເຈົ້າກຳນົດໄວ້ແລ້ວ. ມັນຈະບໍ່ຢູ່ເກີນຂອບເຂດຂອງມັນ ຫຼື ຍ້າຍຕຳແໜ່ງຂອງມັນ ແລະ ພື້ນທີ່ຂອງມັນຈະບໍ່ຂະຫຍາຍອອກຕາມລໍາພັງ. ເຖິງແມ່ນວ່າ ກະແສນ້ຳເຊັ່ນ: ແມ່ນ້ຳ ແລະ ທະເລສາບຕ່າງໆແມ່ນເປັນລະລົບ ແລະ ຕໍ່ເນື່ອງ, ພວກມັນຈະບໍ່ມີວັນໄຫຼອອກນອກຂອບເຂດ ຫຼື ເໜືອເຂດແດນຂອງມັນ. ພວກມັນທັງໝົດຈະໄຫຼໄປໃນທິດທາງດຽວກັນ, ໃນທິດທາງທີ່ພວກມັນຄວນຈະໄຫຼໄປຢ່າງເປັນລະບົບ. ດັ່ງນັ້ນ, ພາຍໃຕ້ກົດເກນແຫ່ງການປົກຄອງຂອງພຣະເຈົ້າ, ບໍ່ມີແມ່ນ້ຳ ຫຼື ທະເລສາບໃດທີ່ຈະເຫືອດແຫ້ງໂດຍທໍາມະຊາດ ຫຼື ປ່ຽນທິດທາງ ຫຼື ປ່ຽນປະລິມານກະແສນໍ້າຂອງມັນຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງເວລາໄດ້ຕາມລໍາພັງ. ທັງໝົດນີ້ແມ່ນຢູ່ໃນການຄວບຄຸມຂອງພຣະເຈົ້າ. ໝາຍຄວາມວ່າ ທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າໃນທ່າມກາງມະນຸດຊາດນີ້ມີສະຖານທີ່, ພື້ນທີ່ ແລະ ຂອບເຂດຂອງພວມມັນຢ່າງຕາຍໂຕ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ, ເຂດແດນຂອງພວກມັນແມ່ນໄດ້ຖືກສ້າງຂຶ້ນ ແລະ ພວກມັນບໍ່ສາມາດຖືກດັດແປງ, ຕໍ່ອາຍຸ ຫຼື ປ່ຽນແປງໄດ້ຕາມອຳເພີໃຈ. “ອຳເພີໃຈ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ພວກມັນຈະບໍ່ປ່ຽນ, ຂະຫຍາຍອອກ ຫຼື ປ່ຽນແປງຮູບແບບເດີມຂອງພວກມັນຍ້ອນອາກາດ, ອຸນຫະພູມ ຫຼື ຄວາມໄວໃນການໝຸນວຽນຂອງແຜ່ນດິນໂລກ. ຕົວຢ່າງ: ພູເຂົາມີຄວາມສູງທີ່ແນ່ນອນ, ຖານຂອງມັນມີພື້ນທີ່ທີ່ແນ່ນອນ, ມີລະດັບຄວາມສູງທີ່ແນ່ນອນ ແລະ ມີພືດພັນຈຳນວນສະເພາະທີ່ແນ່ນອນ. ທັງໝົດນີ້ແມ່ນໄດ້ຖືກວາງແຜນ ແລະ ຄຳນວນໂດຍພຣະເຈົ້າແລ້ວ ແລະ ມັນຈະບໍ່ປ່ຽນແປງຕາມອຳເພີໃຈ. ສ່ວນທົ່ງພຽງ, ມະນຸດສ່ວນໃຫຍ່ອາໄສຢູ່ເຂດທົ່ງພຽງ ແລະ ບໍ່ມີການປ່ຽນແປງດ້ານພູມີອາກາດໃດທີ່ຈະສົ່ງຜົນກະທົບຕໍ່ພື້ນທີ່ ຫຼື ຄຸນຄ່າແຫ່ງການມີຢູ່ຂອງມັນໄດ້. ແມ່ນແຕ່ສິ່ງຕ່າງໆທີ່ມີຢູ່ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທີ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າກໍຈະບໍ່ຖືກປ່ຽນແປງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ອົງປະກອບຂອງທະເລຊາຍ, ປະເພດຂອງແຮ່ທາດໃນໃຕ້ດິນ, ຈຳນວນເມັດຊາຍໃນທະເລຊາຍ ແລະ ສີຂອງມັນ, ຄວາມໜາຂອງທະເລຊາຍ; ສິ່ງເຫຼົ່ານີ້ຈະບໍ່ປ່ຽນແປງຕາມອຳເພີໃຈ. ເປັນຫຍັງຈິ່ງວ່າພວກມັນຈະບໍ່ປ່ຽນແປງຕາມອຳເພີໃຈ? ນັ້ນກໍຍ້ອນການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ. ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທັງໝົດນີ້ແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະອົງຈັດການທຸກສິ່ງຕາມແຜນ ແລະ ຢ່າງເປັນລະບົບ. ດັ່ງນັ້ນ, ສະພາບແວດລ້ອມທາງພູມີສາດທັງໝົດນີ້ຍັງຄົງມີຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງມັນເປັນເວລາຫຼາຍພັນປີ ແລະ ຫຼາຍສິບພັນປີຫຼັງຈາກທີ່ພວກມັນໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຖິງແມ່ນວ່າ ມີບາງຊ່ວງເວລາທີ່ພູເຂົາໄຟແຕກ ແລະ ບາງຊ່ວງເວລາເມື່ອແຜ່ນດິນໄຫວເກີດຂຶ້ນ ແລະ ມີແຜ່ນດິນເຄື່ອນໄຫວຄັ້ງໃຫຍ່, ແນ່ນອນ ພຣະເຈົ້າຈະບໍ່ອະນຸຍາດໃຫ້ພູມສັນຖານຕ່າງໆສູນເສຍໜ້າທີ່ເດີມຂອງມັນ. ຍ້ອນການຄຸ້ມຄອງຂອງພຣະເຈົ້າ, ການປົກຄອງ ແລະ ການຄວບຄຸມຂອງພຣະອົງເໜືອກົດເກນເຫຼົ່ານີ້ທີ່ເຮັດໃຫ້ສິ່ງຕ່າງໆທັງໝົດນີ້ ທີ່ມະນຸດໄດ້ເຫັນ ແລະ ໄດ້ຊື່ນຊົມ ສາມາດຢູ່ລອດເທິງແຜ່ນດິນໂລກນີ້ໄດ້ຢ່າງສະບາຍ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ທຸກສິ່ງໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ—ບໍ່ວ່າພວກມັນຈະຖືກກຳນົດໃຫ້ຢູ່ບ່ອນໃດໜຶ່ງ ຫຼື ບໍ່ວ່າພວກມັນຈະສາມາດຫາຍໃຈຜ່ານທາງຮູດັງຂອງພວກມັນ ຫຼື ບໍ່; ພວກມັນກໍມີກົດເກນເພື່ອຄວາມຢູ່ລອດຂອງພວກມັນເອງ. ກ່ອນທີ່ພຣະເຈົ້າຈະສ້າງສິ່ງມີຊີວິດເຫຼົ່ານີ້, ພຣະອົງໄດ້ກະກຽມບ່ອນຢູ່ອາໄສຂອງພວກມັນ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ພວກມັນແຕ່ດົນແລ້ວ. ສິ່ງມີຊີວິດເຫຼົ່ານີ້ມີສະພາບແວດລ້ອມທີ່ຕາຍໂຕເພື່ອຄວາມຢູ່ລອດຂອງພວກມັນ, ມີອາຫານຂອງຕົວເອງ ແລະ ມີບ່ອນຢູ່ອາໄສທີ່ແນ່ນອນຂອງຕົວເອງ ແລະ ພວກມັນມີສະຖານທີ່ທີ່ໝັ້ນຄົງສໍາລັບຕົວເອງເຊິ່ງແທດເໝາະສຳລັບການເອົາຊີວິດລອດຂອງພວກມັນ, ເປັນສະຖານທີ່ທີ່ມີອຸນຫະພູມເໝາະສົມເພື່ອຄວາມຢູ່ລອດ. ເພາະສະນັ້ນ, ພວກມັນຈະບໍ່ລ້ອນເລ້ອອກນອກທິດທາງ ຫຼື ທຳລາຍການຢູ່ລອດຂອງມະນຸດ ຫຼື ມີຜົນກະທົບຕໍ່ຊີວິດຂອງຜູ້ຄົນ. ນີ້ແມ່ນວິທີການທີ່ພຣະເຈົ້າຄຸ້ມຄອງທຸກສິ່ງ, ເປັນວິທີສະໜອງສະພາບແວດລ້ອມທີ່ດີທີ່ສຸດເພື່ອຄວາມຢູ່ລອດຂອງມະນຸດຊາດ. ສິ່ງມີຊີວິດໃນທ່າມກາງທຸກສິ່ງລ້ວນແລ້ວແຕ່ມີອາຫານເພື່ອບໍາລຸງລ້ຽງຊີວິດຂອງພວກມັນໃນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ. ດ້ວຍອາຫານເຫຼົ່ານັ້ນ, ພວມມັນຈຶ່ງໄດ້ເກາະຕິດກັບສະພາບແວດລ້ອມດັ່ງເດີມເພື່ອການຢູ່ລອດຂອງພວກມັນ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ພວກມັນສືບຕໍ່ມີຊີວິດຢູ່ລອດ, ອອກແມ່ແຜ່ລູກ ແລະ ເຕີບໃຫຍ່ຢ່າງສອດຄ່ອງກັບກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອພວກມັນ. ຍ້ອນກົດເກນປະເພດເຫຼົ່ານີ້, ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ທຸກສິ່ງຈິ່ງອາໄສຢູ່ຢ່າງສັນຕິກັບມະນຸດຊາດ ແລະ ມະນຸດກໍດຳລົງຢູ່ຮ່ວມກັບທຸກສິ່ງໂດຍເພິ່ງພາອາໄສເຊິ່ງກັນ ແລະ ກັນ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວີທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ. ຖ້າສິ່ງມີຊີວິດໃດທີ່ເກີນປະລິມານ ຫຼື ຂອບເຂດທີ່ພຣະເຈົ້າກຳນົດໄວ້ ຫຼື ຖ້າມັນເກີນອັດຕາການເຕີບໃຫຍ່, ຄວາມຖີ່ໃນການສືບພັນ ຫຼື ຈຳນວນທີ່ຖືກກຳນົດໄວ້ໂດຍພຣະອົງແລ້ວ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະປະສົບກັບຄວາມພິນາດໃນຫຼາຍລະດັບ. ໃນເວລາດຽວກັນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມ. ຖ້າສິ່ງມີຊີວິດຊະນິດໜຶ່ງມີຈຳນວນຫຼາຍເກີນໄປ, ມັນຈະປຸ້ນສະດົມອາຫານຂອງຄົນ, ທຳລາຍແຫຼ່ງນ້ຳຂອງຄົນ ແລະ ທຳລາຍບ້ານເກີດເມືອງນອນຂອງພວກເຂົາ. ໃນທຳນອງນັ້ນ, ການສືບພັນຂອງມະນຸດ ຫຼື ສະຖານະຄວາມຢູ່ລອດກໍຈະໄດ້ຮັບຜົນກະທົບທັນທີ. ຕົວຢ່າງ: ນ້ຳນັ້ນສຳຄັນຫຼາຍສຳລັບທຸກສິ່ງ. ຖ້າມີໜູ, ມົດ, ຕັກແຕນ, ກົບ ຫຼື ສັດຊະນິດອື່ນໆຫຼາຍເກີນໄປ ພວກມັນກໍຈະກິນນ້ຳຫຼາຍຂຶ້ນ. ເນື່ອງຈາກປະລິມານນ້ຳທີ່ພວກມັນກິນເພີ່ມຂຶ້ນ, ນ້ຳດື່ມຂອງຄົນ ແລະ ແຫຼ່ງນ້ຳຢູ່ໃນບໍລີເວນແຫຼ່ງນ້ຳດື່ມ ແລະ ພື້ນທີ່ນ້ຳທີ່ໄດ້ກຳນົດໄວ້ຈະລົດລົງ ແລະ ພວກເຂົາຈະປະສົບກັບພາວະຂາດແຄນນ້ຳ. ຖ້າແຫຼ່ງນ້ຳດື່ມຂອງຄົນຖືກທຳລາຍໄປ, ຖືກເຮັດໃຫ້ເປື້ອນ ຫຼື ຖືກຕັດອອກຍ້ອນສັດທຸກຊະນິດທີ່ໄດ້ເພີ່ມຈຳນວນຂຶ້ນ, ພາຍໃຕ້ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໂຫດຮ້າຍແບບນັ້ນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມຢ່າງໜັກ. ຖ້າມີພຽງສິ່ງມີຊີວິດຊະນິດດຽວ ຫຼື ຫຼາຍໆຊະນິດເກີນຈຳນວນທີ່ເໝາະສົມຂອງພວກມັນ, ແລ້ວອາກາດ, ອຸນຫະພູມ, ຄວາມຊຸ່ມແລະ ແມ່ນແຕ່ອົງປະກອບຂອງອາກາດຢູ່ໃນພື້ນທີ່ຄວາມຢູ່ລອດຂອງມະນຸດກໍຈະໄດ້ຮັບສານພິດ ແລະ ຖືກທຳລາຍໃນຫຼາຍລະດັບ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມຢູ່ລອດ ແລະ ໂຊກຊະຕາຂອງມະນຸດກໍຈະຖືກຄຸກຄາມຈາກປັດໄຈດ້ານນິເວດວິທະຍາເຫຼົ່ານີ້ເຊັ່ນກັນ. ດັ່ງນັ້ນ, ຖ້າຄວາມສົມດຸນເຫຼົ່ານີ້ສູນເສຍໄປ, ອາກາດທີ່ຄົນເຮົາຫາຍໃຈກໍຈະຖືກທຳລາຍ, ນ້ຳທີ່ຄົນດື່ມກໍຈະຖືກເຈືອປົນ, ອຸນຫະພູມທີ່ພວກເຂົາຕ້ອງການກໍຈະປ່ຽນໄປ ແລະ ສົ່ງຜົນກະທົບໃນຫຼາຍລະດັບເຊັ່ນດຽວກັນ. ຖ້າສິ່ງນັ້ນເກີດຂຶ້ນ, ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນຂອງມະນຸດໂດຍທຳມະຊາດກໍຈະໄດ້ຮັບຜົນກະທົບ ແລະ ຖືກທ້າທາຍຢ່າງໃຫຍ່ຫຼວງ. ໃນກໍລະນີທີ່ສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດໄດ້ຖືກທຳລາຍໄປ, ຊະຕາກຳ ແລະ ໂອກາດຂອງມວນມະນຸດຈະເປັນແນວໃດ? ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ! ຍ້ອນວ່າ ພຣະເຈົ້າຮູ້ວ່າ ເຫດຜົນຂອງແຕ່ລະສິ່ງທີ່ຖືກສ້າງມີຢູ່ເພື່ອມະນຸດຄືຫຍັງ, ແມ່ນຫຍັງຄືບົດບາດຂອງສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນ, ແຕ່ລະສິ່ງມີຜົນກະທົບແບບໃດຕໍ່ມະນຸດ ແລະ ມັນມີຜົນປະໂຫຍດຕໍ່ມະນຸດໃນລະດັບໃດ, ຍ້ອນວ່າຢູ່ໃນຫົວໃຈຂອງພຣະເຈົ້າມີແຜນການສຳລັບທັງໝົດນີ້ ແລະ ພຣະອົງຄຸ້ມຄອງທຸກດ້ານຂອງທຸກສິ່ງທີ່ພຣະອົງສ້າງ, ດ້ວຍເຫດນີ້ ທຸກສິ່ງທີ່ພຣະອົງກະທໍາຈຶ່ງມີຄວມສຳຄັນ ແລະ ຈຳເປັນຫຼາຍສຳລັບມະນຸດ. ດັ່ງນັ້ນ, ນັບແຕ່ນີ້ໄປ, ເມື່ອໃດກໍ່ຕາມທີ່ເຈົ້າສັງເກດເຫັນປະກົດການດ້ານລະບົບນິເວດທ່າມກາງສິ່ງຕ່າງໆທີ່ພຣະເຈົ້າສ້າງ ຫຼື ບາງກົດເກນທຳມະຊາດສ້າງຜົນກະທົບທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງຂອງພຣເຈົ້າ, ເຈົ້າກໍຈະບໍ່ສົງໄສເຖິງຄວາມຈຳເປັນຂອງທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າອີກຕໍ່ໄປ. ເຈົ້າຈະບໍ່ໃຊ້ຄຳເວົ້າໂງ່ໆອີກຕໍ່ໄປເພື່ອຕັດສິນຕາມອຳເພີໃຈຕໍ່ການຈັດແຈງທຸກສິ່ງຂອງພຣະເຈົ້າ ແລະ ວິທີຕ່າງໆທີ່ພຣະອົງສະໜອງໃຫ້ກັບມະນຸດ. ເຈົ້າຈະບໍ່ສະຫຼຸບຕາມອຳເພີໃຈກ່ຽວກັບກົດເກນຕ່າງໆຂອງພຣະເຈົ້າສຳລັບສັບພະທຸກສິ່ງທີ່ພຣະອົງສ້າງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.
(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ.
............
ບາງເທື່ອປະເທດຂອງເຈົ້າກຳລັງຈະເລີນຮຸ່ງເຮືອງໃນປັດຈຸບັນ ແຕ່ຖ້າເຈົ້າປ່ອຍໃຫ້ຜູ້ຄົນຫັນໜີຈາກພຣະເຈົ້າ ແລ້ວປະເທດຂອງເຈົ້າກໍຈະພົບກັບການສູນເສຍການອວຍພອນຂອງພຣະເຈົ້າ. ອາລິຍະທຳຂອງປະເທດຂອງເຈົ້າອາດຈະຖືກຢຽບຍໍ່າຢູ່ໃຕ້ຕີນເທື່ອລະໜ້ອຍ ແລະ ອີກບໍ່ດົນ ຜູ້ຄົນກໍຈະລຸກຮືຂຶ້ນຕໍ່ຕ້ານພຣະເຈົ້າ ແລະ ສາບແຊ່ງສະຫວັນ. ດ້ວຍເຫດນັ້ນ ຊະຕາກໍາຂອງປະເທດໃດໜຶ່ງອາດຈະຖືກນໍາມາສູ່ຄວາມພິນາດໂດຍບໍ່ຮູ້ຕົວ. ພຣະເຈົ້າຈະສ້າງປະເທດມະຫາອຳນາດຂຶ້ນເພື່ອຈັດການກັບປະເທດເຫຼົ່ານັ້ນທີ່ຖືກພຣະເຈົ້າສາບແຊ່ງ ແລະ ອາດຈະກວດລ້າງພວກເຂົາອອກຈາກໜ້າແຜ່ນດິນໂລກ. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມລົ້ມຈົມຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນໄດ້ຖືກທໍານວາຍໄວ້ແລ້ວ ແລະ ຂຶ້ນຢູ່ກັບວ່າ ຜູ້ປົກຄອງຂອງປະເທດ ຫຼື ຊົນຊາດນັ້ນຈະນະມັດສະການພຣະເຈົ້າ ຫຼື ບໍ ແລະ ພວກເຂົາຈະນໍາພາປະຊາຊົນຂອງພວກເຂົາໃກ້ຊິດກັບພຣະອົງຫຼາຍຍິ່ງຂຶ້ນ ຫຼື ບໍ. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍນີ້ ຍ້ອນຄົນທີ່ສະແຫວງຫາ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງມີໜ້ອຍ, ພຣະເຈົ້າຈຶ່ງປະທານຄວາມຊົມຊອບພິເສດກັບປະເທດທີ່ມີສາສະໜາຄຣິດເປັນສາສະໜາແຫ່ງຊາດ. ພຣະອົງຮວບຮວມພວກເຂົາເຂົ້າກັນເພື່ອສ້າງປຽບທຽບຄືຄ້າຍຄວາມຊອບທຳໃນແຜ່ນດິນໂລກ ໃນຂະນະທີ່ປະເທດເຊິ່ງບໍ່ມີພຣະເຈົ້າ ຫຼື ປະເທດທີ່ບໍ່ນະມັດສະການພຣະເຈົ້າທີ່ແທ້ຈິງກໍກາຍມາເປັນຄູ່ແຂ່ງຂອງຄ້າຍທີ່ຊອບທຳ. ໃນລັກສະນະນີ້, ພຣະເຈົ້າບໍ່ພຽງແຕ່ມອບໃຫ້ມະນຸດຊາດປະຕິບັດພາລະກິດຂອງພຣະອົງ ແຕ່ຍັງໄດ້ຮັບເອົາປະເທດທີ່ສາມາດປະຕິບັດສິດອຳນາດທີ່ຊອບທຳ ເພື່ອກຳນົດການລົງໂທດ ແລະ ຂໍ້ຈຳກັດໃນປະເທດເຫຼົ່ານັ້ນທີ່ຕໍ່ຕ້ານພຣະເຈົ້າ. ແຕ່ເຖິງຢ່າງນັ້ນກໍຕາມ ຍັງມີໜ້ອຍຄົນທີ່ອອກມາເພື່ອນະມັດສະການພຣະເຈົ້າ ເພາະມະນຸດໄດ້ຫ່າງເຫີນຈາກພຣະເຈົ້າຫຼາຍແລ້ວ ແລະ ພຣະເຈົ້າກໍຂາດຫາຍຈາກຄວາມຄິດຂອງມະນຸດເປັນເວລາດົນນານມາແລ້ວ. ຍັງມີພຽງແຕ່ບາງປະເທດທີ່ປະຕິບັດຄວາມຊອບທຳ ແລະ ຕໍ່ຕ້ານຄວາມບໍ່ຊອບທຳເທິງແຜ່ນດິນໂລກ. ແຕ່ສິ່ງນີ້ແມ່ນໄກຈາກຄວາມປາຖະໜາຂອງພຣະເຈົ້າຫຼາຍ ຍ້ອນບໍ່ມີຜູ້ປົກຄອງຂອງປະເທດໃດທີ່ຈະອະນຸຍາດໃຫ້ພຣະເຈົ້າປົກຄອງຢູ່ເໜືອຜູ້ຄົນຂອງພວກເຂົາ ແລະ ບໍ່ມີພັກການເມືອງໃດທີ່ຈະຊຸກຍູ້ປະຊາຊົນຂອງຕົນເອງເພື່ອນະມັດສະການພຣະເຈົ້າ; ພຣະເຈົ້າໄດ້ສູນເສຍພື້ນທີ່ເໝາະສົມຢູ່ໃນຫົວໃຈຂອງທຸກໆປະເທດ, ຊົນຊາດ, ພັກປົກຄອງ ແລະ ແມ່ນແຕ່ຢູ່ໃນຫົວໃຈຂອງແຕ່ລະຄົນ. ເຖິງແມ່ນວ່າ ກຳລັງທີ່ຊອບທຳມີຢູ່ໃນໂລກນີ້, ແຕ່ອໍານາດການປົກຄອງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນອ່ອນແອຫຼາຍ. ຫາກປະສາຈາກການອວຍພອນຂອງພຣະເຈົ້າ, ເວທີທາງການເມືອງກໍຈະຕົກຢູ່ໃນຄວາມສັບສົນບໍ່ເປັນລະບຽບ ແລະ ມີຈຸດອ່ອນໃຫ້ໂຈມຕີ. ສຳລັບມະນຸດຊາດ, ການປາສະຈາກການອວຍພອນຂອງພຣະເຈົ້າກໍເປັນເໝືອນກັບການບໍ່ມີດວງຕາເວັນ. ບໍ່ວ່າຜູ້ປົກຄອງຈະປະກອບສ່ວນຢ່າງພາກພຽນໃຫ້ກັບປະຊາຊົນຂອງພວກເຂົາສໍ່າໃດ, ບໍ່ວ່າ ມະນຸດຊາດຈະຮ່ວມກັນຈັດກອງປະຊຸມອັນຊອບທຳຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດເລີຍຈະປ່ຽນແປງ ຫຼື ເຮັດໃຫ້ຊະຕາກໍາຂອງມະນຸດຊາດດີຂຶ້ນ. ມະນຸດເຊື່ອວ່າ ປະເທດທີ່ຜູ້ຄົນໄດ້ຮັບການລ້ຽງດູ, ນຸ່ງຫົ່ມກິນດີ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແມ່ນປະເທດທີ່ດີ ແລະ ເປັນປະເທດທີ່ມີການນໍາພາທີ່ດີ. ແຕ່ພຣະເຈົ້າບໍ່ໄດ້ຄິດແບບນັ້ນ. ພຣະອົງເຊື່ອວ່າ ປະເທດໃດໜຶ່ງທີ່ບໍ່ມີໃຜນະມັດສະການພຣະເຈົ້າແມ່ນປະເທດທີ່ພຣະອົງຈະທຳລາຍລ້າງ. ວິທີການຄິດຂອງມະນຸດບໍ່ຖືກກັບວິທີການຄິດຂອງພຣະເຈົ້າຫຼາຍ. ດ້ວຍເຫດນັ້ນ ຖ້າຫົວໜ້າປະເທດໃດໜຶ່ງບໍ່ນະມັດສະການພຣະເຈົ້າ ແລ້ວຊະຕາກໍາຂອງປະເທດນີ້ກໍຈະເປັນປະເທດທີ່ໜ້າເສົ້າ ແລະ ບໍ່ມີຈຸດໝາຍປາຍທາງຫຍັງເລີຍ.
ພຣະເຈົ້າບໍ່ມີສ່ວນຮ່ວມໃນການເມືອງຂອງມະນຸດ ແຕ່ຊະຕາກໍາຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າຄວບຄຸມໂລກນີ້ ແລະ ຈັກກະວານນີ້ທັງປວງ. ຊະຕາກໍາຂອງມະນຸດ ແລະ ແຜນການຂອງພຣະເຈົ້າແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ມີມະນຸດ, ປະເທດ ຫຼື ຊົນຊາດໃດທີ່ຖືກລະເວັ້ນຈາກອຳນາດປົກຄອງຂອງພຣະເຈົ້າ. ຖ້າມະນຸດປາຖະໜາທີ່ຈະຮູ້ຈັກຊະຕາກໍາຂອງພວກເຂົາ, ພວກເຂົາຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຈະເຮັດໃຫ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະອົງນັ້ນຈະເລີນຮຸ່ງເຮືອງ ແລະ ຈະນໍາຄວາມເສື່ອມເສຍ ແລະ ການດັບສູນມາຍັງຄົນທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງ.
(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການມີຢູ່ຂອງໂລກຝ່າຍວິນຍານນັ້ນເຊື່ອມໂຍງກັບໂລກວັດຖຸຂອງມະນຸດຢ່າງແຍກບໍ່ອອກ. ມັນຫຼິ້ນບົດບາດສຳຄັນໃນວົງຈອນຊີວິດ ແລະ ການຕາຍຂອງມະນຸດໃນການປົກຄອງເໜືອທຸກສິ່ງຂອງພຣະເຈົ້າ; ນີ້ຄືບົດບາດຂອງມັນ ແລະ ນີ້ກໍແມ່ນໜຶ່ງໃນເຫດຜົນທີ່ການມີຢູ່ຂອງມັນນັ້ນສຳຄັນ. ຍ້ອນວ່າມັນແມ່ນບ່ອນທີ່ບໍ່ສາມາດສໍາຜັດໄດ້ຈາກຄວາມສໍາຜັດທັງຫ້າ, ບໍ່ມີໃຜສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າໂລກຝ່າຍວິນຍານນັ້ນມີຢູ່ ຫຼື ບໍ່. ພະລັງຕ່າງໆຂອງມັນເຊື່ອມໂຍງກັບການດຳລົງຢູ່ຂອງມະນຸດຢ່າງແໜ້ນແຟ້ນ, ດ້ວຍເຫດນັ້ນລຳດັບຊີວິດຂອງມະນຸດຈຶ່ງໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງຈາກໂລກຝ່າຍວິນຍານ. ສິ່ງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່? ມັນກ່ຽວຂ້ອງ. ເມື່ອເຮົາເວົ້າສິ່ງນີ້, ພວກເຈົ້າຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງສົນທະນາຫົວຂໍ້ນີ້: ກໍຍ້ອນວ່າມັນກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການບໍລິຫານຂອງພຣະອົງ. ໃນໂລກເຊັ່ນນີ້, ໂລກທີ່ຄົນບໍ່ສາມາດເບິ່ງເຫັນໄດ້, ມັນແມ່ນທຸກກົດເກນແຫ່ງສະຫວັນ, ກົດບັນຍັດ ແລະ ລະບົບການບໍລິຫານທີ່ຢູ່ເໜືອກົດໝາຍ ແລະ ລະບົບຂອງປະເທດໃດໆໃນໂລກວັດຖຸ, ບໍ່ມີສິ່ງມີຊີວິດໃດໃນໂລກນີ້ທີ່ຈະກ້າຕໍ້ຕ້ານ ຫຼື ລະເມີດມັນໄດ້. ເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕ ແລະ ການບໍລິຫານຂອງພຣະເຈົ້າບໍ? ໃນໂລກຝ່າຍວິນຍານ, ມີກົດລະບຽບແຫ່ງການບໍລິຫານຢ່າງຊັດເຈນ, ມີກົດບັດຍັດແຫ່ງສະຫວັນທີ່ຊັດເຈນ ແລະ ຂໍ້ບັງຄັບທີ່ຊັດເຈນ. ຢູ່ລະດັບທີ່ແຕກຕ່າງກັນ ແລະ ໃນຂົງເຂດຕ່າງໆ, ຜູ້ທີ່ຈະເຂົ້າຮ່ວມຕ້ອງປະຕິບັດຕາມໜ້າທີ່ຂອງຕົນຢ່າງເຂັ້ມງວດ ແລະ ປະຕິບັດຕາມກົດລະບຽບ ແລະ ຂໍ້ບັງຄັບ ຍ້ອນພວກເຂົາຮູ້ວ່າຜົນທີ່ຈະຕາມມາຂອງການລະເມີດກົດບັນຍັດແຫ່ງສະຫວັນແມ່ນຫຍັງ; ພວກເຂົາຮູ້ຢ່າງຊັດເຈນກ່ຽວກັບວິທີທີ່ພຣະເຈົ້າລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ພ້ອມວິທີທີ່ພຣະອົງບໍລິຫານ ແລະ ປົກຄອງເໜືອທຸກສິ່ງ. ຍິ່ງໄປກວ່ານັ້ນ ພວກເຂົາເຫັນຢ່າງຊັດເຈນເຖິງວິທີທີ່ພຣະເຈົ້າດຳເນີນຂໍ້ບັງຄັບ ແລະ ກົດບັນຍັດແຫ່ງສະຫວັນຂອງພຣະອົງ. ສິ່ງເຫຼົ່ານີ້ແຕກຕ່າງຈາກໂລກວັດຖຸທີ່ມະນຸດອາໄສຢູ່ບໍ? ແນ່ນອນ ພວກມັນແຕກຕ່າງກັນຫຼາຍ. ໂລກຝ່າຍວິນຍານແມ່ນໂລກທີ່ແຕກຕ່າງກັນຢ່າງສິ້ນເຊີງກັບໂລກວັດຖຸ. ເນື່ອງຈາກມີກົດບັນຍັດ ແລະ ຂໍ້ບັງຄັບແຫ່ງສະຫວັນ, ນີ້ຈຶ່ງກ່ຽວຂ້ອງກັບອຳນາດອະທິປະໄຕ, ການບໍລິຫານຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ສິ່ງນັ້ນຄືອຸປະນິໄສຂອງພຣະອົງ ລວມເຖິງສິ່ງທີ່ພຣະອົງມີ ແລະ ເປັນອີກດ້ວຍ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໂຊກຊະຕາຂອງມະນຸດຊາດ ແລະ ຂອງຈັກກະວານນັ້ນຕິດພັນກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງໃກ້ຊິດ, ຜູກຕິດຢູ່ກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງຢ່າງບໍ່ສາມາດແຍກອອກຈາກັນໄດ້; ທ້າຍທີ່ສຸດ ພວກມັນບໍ່ສາມາດແຍກອອກຈາກສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ໃນກົດເກນຂອງທຸກສິ່ງ, ມະນຸດໄດ້ປະສົບກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ໃນກົດແຫ່ງການຢູ່ລອດຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈການປົກຄອງຂອງພຣະຜູ້ສ້າງ; ໃນໂຊກຊະຕາຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈວິທີທີ່ຜຣະຜູ້ສ້າງໄດ້ໃຊ້ອຳນາດອະທິປະໄຕຂອງພຣະອົງ ແລະ ຄວບຄຸມຢູ່ເໜືອພວກເຂົາ; ແລະ ໃນວົງຈອນຊີວິດຂອງມະນຸດ ແລະ ທຸກສິ່ງ ມະນຸດໄດ້ປະສົບກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ສ້າງໃນທຸກສິ່ງ ແລະ ສິ່ງມີຊີວິດຢ່າງແທ້ຈິງ ເພື່ອເປັນພະຍານວ່າ ການປັ້ນແຕ່ງ ແລະ ການຈັດແຈງເຫຼົ່ານັ້ນແມ່ນເໜືອກົດເກນ, ກົດລະບຽບ, ສະຖາບັນ, ເໜືອທຸກພະລັງ ແລະ ອຳນາດທາງໂລກທັງໝົດ. ດັ່ງນັ້ນ, ມະນຸດຊາດຈຶ່ງຖືກບັງຄັບໃຫ້ຍອມຮັບວ່າອຳນາດອະທິປະໄຕຂອງພຣະຜູ້ສ້າງບໍ່ສາມາດຖືກລະເມີດໄດ້ໂດຍສິ່ງທີ່ຖືກສ້າງໃດໆ, ບໍ່ມີອຳນາດໃດສາມາດຍາດຊິງ ຫຼື ປ່ຽນແປງເຫດການ ແລະ ສິ່ງຕ່າງໆທີ່ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ສ້າງໄດ້. ພາຍໃຕ້ກົດເກນ ແລະ ກົດລະບຽບສັກສິດເຫຼົ່ານີ້ທີ່ມະນຸດ ແລະ ທຸກສິ່ງມີຊີວິດຢູ່ ແລະ ແຜ່ຂະຫຍາຍພັນ. ນີ້ບໍ່ແມ່ນຕົວຕົນແທ້ຈິງແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ?
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ, ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້, ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ, ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ: ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ; ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ, ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ, ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ, ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່, ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່ ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ. ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳທາງໂຊກຊະຕາຂອງມະນຸດຊາດທັງມວນ ແລະ ຊີ້ນຳທິດທາງຂອງມວນມະນຸດ. ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ, ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ, ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ, ການຍອມຮັບການປົກຄອງຂອງພຣະອົງ ແລະ ການຍອມຮັບການຈັດແຈງຂອງພຣະອົງສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ, ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ. ໃນຄວາມເປັນເອກະລັກຂອງພຣະເຈົ້າ, ຄົນເຫັນວ່າສິດອຳນາດຂອງພຣະອົງ, ອຸປະນິໄສອັນຊອບທຳຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງນັ້ນ ລ້ວນແລ້ວແຕ່ເປັນເອກະລັກຢ່າງສົມບູນ; ຄວາມເປັນເອກະລັກນີ້ກຳນົດຕົວຕົນທີ່ແທ້ຈິງຂອງພຣະເຈົ້າເອງ ແລະ ມັນຍັງກຳນົດສະຖານະພາບຂອງພຣະອົງອີກດ້ວຍ. ເພາະສະນັ້ນ, ທ່າມກາງສິ່ງຊົງສ້າງທັງປວງ, ຖ້າສິ່ງມີຊີວິດໃດໜຶ່ງໃນໂລກຝ່າຍວິນຍານ ຫຼື ທ່າມກາງມະນຸດຊາດປາຖະໜາທີ່ຈະຢືນແທນທີ່ຂອງພຣະເຈົ້າ, ຄວາມສຳເລັດຈະເປັນໄປບໍ່ໄດ້ ເຊັ່ນດຽວກັນກັບການພະຍາຍາມປອມຕົວເປັນພຣະເຈົ້າ. ນີ້ແມ່ນຄວາມຈິງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)