5. ພຣະເຈົ້ານໍາພາ ແລະ ຈັດໃຫ້ແກ່ມະນຸດຊາດຈົນເຖິງປັດຈຸບັນໄດ້ແນວໃດ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ. ນີ້ກໍຍ້ອນວ່າພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ຊີວິດ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີທາດແທ້ຂອງຊີວິດ, ບໍ່ມີຫົນທາງແຫ່ງຊີວິດທີ່ປາດສະຈາກພຣະເຈົ້າເອງ ແລະ ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ຈ່າຍດ້ວຍລາຄາທີ່ສູງເພື່ອມະນຸດອາດຈະໄດ້ຮັບຊີວິດ, ຍ້ອນພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງພັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ຍ້ອນພຣະເຈົ້າໄດ້ຈ່າຍດ້ວຍລາຄາແພງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍຈ່າຍມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາໄຊຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງພິເສດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກສິ່ງຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກເຂົາ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກການຄວບຄຸມຂອງພຣະອົງໄດ້.
(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ນັບຕັ້ງແຕ່ພຣະເຈົ້າສ້າງທຸກສິ່ງ, ພວກມັນກໍໄດ້ເຮັດໜ້າທີ່ ແລະ ສືບຕໍ່ພັດທະນາຢ່າງເປັນລະບົບ ແລະ ເປັນໄປຕາມກົດເກນທີ່ພຣະອົງກຳນົດໄວ້. ພາຍໃຕ້ສາຍຕາຂອງພຣະອົງ, ພາຍໃຕ້ການປົກຄອງຂອງພຣະອົງ ມະນຸດຊາດໄດ້ມີຊີວິດຢູ່ລອດ ແລະ ໃນຂະນະທີ່ທຸກສິ່ງກໍໄດ້ພັດທະນາໄປຢ່າງເປັນລະບຽບ. ບໍ່ມີສິ່ງໃດສາມາດປ່ຽນແປງ ຫຼື ທຳລາຍກົດເກນເຫຼົ່ານີ້ໄດ້. ຍ້ອນການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈິ່ງສາມາດຄູນທະວີ ແລະ ຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ ທຸກສິ່ງທີ່ມີຊີວິດຈິ່ງສາມາດຢູ່ລອດໄດ້. ນີ້ເວົ້າໄດ້ວ່າ ພາຍໃຕ້ການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈຶ່ງມີຢູ່, ຈະເລີນເຕີບໂຕຂຶ້ນ, ຕາຍໄປ ແລະ ເກີດໃໝ່ຕາມກົດເກນຂອງມັນ. ເມື່ອລະດູໃບໄມ້ປົ່ງມາເຖິງ ຝົນກໍຕົກເປັນຝອຍເຮັດໃຫ້ເກີດຄວາມຮູ້ສຶກເຖິງລະດູການທີ່ສົດໃສ ແລະ ເຮັດໃຫ້ແຜ່ນດິນໂລກຊຸ່ມເຢັນ. ພື້ນດິນເລີ່ມລະລາຍ ແລະ ຫຍ້າກໍເລີ່ມປົ່ງຂຶ້ນຈາກພື້ນດິນ ແລະ ເລີ່ມແຕກງອກ ໃນຂະນະທີ່ຕົ້ນໄມ້ກໍຄ່ອຍໆກາຍເປັນສີຂຽວ. ທຸກສິ່ງທີ່ມີຊີວິດເຫຼົ່ານີ້ນຳເອົາຊີວິດທີ່ສົດຊື່ນມາສູ່ແຜ່ນດິນໂລກ. ນີ້ຄືສິ່ງທີ່ມັນເປັນເມື່ອທຸກສິ່ງໄດ້ມີຊີວິດຢູ່ ແລະ ຈະເລີນເຕີບໃຫຍ່ຂຶ້ນ. ສັດທຸກຊະນິດອອກຈາກຮູຂອງພວກມັນເພື່ອສຳຜັດກັບຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ ແລະ ເລີ່ມຕົ້ນປີໃໝ່. ທຸກສິ່ງທີ່ມີຊີວິດພາກັນຕາກແດດໃນລະດູຮ້ອນ ແລະ ມີຄວາມສຸກກັບອາຍອຸ່ນຂອງລະດູການ. ພວກມັນເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ຕົ້ນໄມ້, ຫຍ້າ ແລະ ພືດທຸກຊະນິດກຳລັງເຕີບໃຫຍ່ຂຶ້ນຢ່າງໄວວາ ຈົນໃນທີ່ສຸດພວກມັນກໍເກີດດອກອອກຜົນ. ໃນລະຫວ່າງລະດູຮ້ອນ ທຸກສິ່ງທີ່ມີຊີວິດ ລວມທັງມະນຸດແມ່ນພາກັນສົນລະວົນ. ໃນລະດູໃບໄມ້ຫຼົ່ນ, ຝົນກໍນຳເອົາຄວາມຊຸ່ມເຢັນຂອງລະດູໃບໄມ້ຫຼົ່ນມາ ແລະ ສິ່ງທີ່ມີຊີວິດທຸກຊະນິດເລີ່ມຮູ້ສຶກເຖິງການມາຮອດຂອງລະດູເກັບກ່ຽວ. ທຸກສິ່ງທີ່ມີຊີວິດກໍເກີດດອກອອກຜົນ ແລະ ມະນຸດເອງກໍເລີ່ມເກັບກ່ຽວໝາກໄມ້ຫຼາກຫຼາຍຊະນິດ ເພື່ອຈະໄດ້ມີອາຫານກຽມພ້ອມໄວ້ສໍາລັບລະດູໜາວ. ໃນລະດູໜາວ, ສິ່ງທີ່ມີຊີວິດທັງໝົດກໍຄ່ອຍໆເລີ່ມປັກຫຼັກຢູ່ໃນຄວາມສະຫງົບ ແລະ ພັກຜ່ອນຕາມສະພາບອາກາດທີ່ໜາວເຢັນ ແລະ ຜູ້ຄົນກໍຢຸດພັກໃນຊ່ວງລະດູການນີ້. ຈາກລະດູການສູ່ລະດູການ, ຜັນປ່ຽນຈາກລະດູໃບໄມ້ປົ່ງສູ່ລະດູຮ້ອນ ສູ່ລະດູໃບໄມ້ຫຼົ່ນ ສູ່ລະດູໜາວ, ການປ່ຽນແປງທັງໝົດເຫຼົ່ານີ້ເກີດຂຶ້ນຕາມກົດເກນທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ພຣະອົງນຳພາທຸກສິ່ງ ແລະ ມະນຸດຊາດໄດ້ນຳໃຊ້ກົດເກນເຫຼົ່ານີ້ ແລະ ໄດ້ຄິດຄົ້ນວິຖີຊີວິດທີ່ອຸດົມສົມບູນ ແລະ ມີສີສັນໃຫ້ກັບຕົນເອງ, ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ມີອຸນຫະພູມ ແລະ ລະດູການແຕກຕ່າງກັນ. ດ້ວຍເຫດນີ້, ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນໄປຕາມກົດເກນນີ້, ມະນຸດສາມາດຢູ່ລອດ ແລະ ເພີ່ມທະວີໄປຕາມກົດເກນຂອງມັນ. ມະນຸດບໍ່ສາມາດປ່ຽນແປງກົດເກນເຫຼົ່ານີ້ໄດ້ ແລະ ບໍ່ມີໃຜ ຫຼື ສິ່ງມີຊີວິດໃດສາມາດທຳລາຍມັນໄດ້. ເຖິງແມ່ນວ່າ ໄດ້ມີການປ່ຽນແປງເກີດຂຶ້ນຈົນນັບບໍ່ຖ້ວນ ເຊັ່ນ: ທະເລກາຍເປັນທົ່ງນາ, ໃນຂະນະທີ່ທົ່ງນາກໍກາຍເປັນທະເລ ກົດເກນເຫຼົ່ານີ້ກໍຄົງຍັງຢູ່. ພວກມັນມີຢູ່ກໍຍ້ອນວ່າ ພຣະເຈົ້າດຳລົງຢູ່ ແລະ ກໍຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ. ດ້ວຍສະພາບແວດລ້ອມທີ່ເປັນລະບົບຂະໜາດໃຫຍ່ແບບນີ້ ຊີວິດຂອງຜູ້ຄົນຈຶ່ງໄດ້ດຳເນີນໄປຕາມກົດເກນ ແລະ ກົດລະບຽບເຫຼົ່ານີ້. ພາຍໃຕ້ກົດເກນເຫຼົ່ານີ້ໄດ້ເກີດມີຜູ້ຄົນສືບທອດຈາກຮຸ່ນສູ່ຮຸ່ນ ແລະ ຜູ້ຄົນຈາກຮຸ່ນສູ່ຮຸ່ນໄດ້ມີຊີວິດລອດຢູ່ພາຍໃຕ້ກົດເກນນີ້. ຜູ້ຄົນໄດ້ຊື່ມຊົມກັບສະພາບແວດລ້ອມເພື່ອຄວາມຢູ່ລອດດັ່ງກ່າວນີ້ ພ້ອມດ້ວຍສິ່ງຕ່າງໆທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສໍາລັບຮຸ່ນສູ່ຮຸ່ນ ເຖິງແມ່ນຜູ້ຄົນຮູ້ສຶກວ່າ ກົດເກນເຫຼົ່ານີ້ມີມາແຕ່ກຳເນີດ ແລະ ບໍ່ເຫັນຄຸນຄ່າຂອງມັນກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາບໍ່ສາມາດຮູ້ໄດ້ວ່າພຣະເຈົ້າປັ້ນແຕ່ງກົດເກນເຫຼົ່ານີ້ ຫຼື ພຣະເຈົ້າປົກຄອງຢູ່ເໜືອກົດເກນເຫຼົ່ານີ້, ພຣະເຈົ້າກໍຍັງກະທໍາພາລະກິດນີ້ສະເໝີໂດຍບໍ່ມີການປ່ຽນແປງ. ວັດຖຸປະສົງຂອງພຣະອົງໃນການກະທໍາພາລະກິດນີ້ກໍເພື່ອຄວາມຢູ່ລອດຂອງມະນຸດຊາດ ແລະ ເພື່ອວ່າມະນຸດຊາດອາດມີຊີວິດຢູ່ຕໍ່ໄປ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະອົງບັນຊາກົດເກນທີ່ຄຸ້ມຄອງການປະຕິບັດຂອງທຸກສັບພະສິ່ງ; ພຣະອົງບັນຊາກົດເກນທີ່ຄຸ້ມຄອງການຢູ່ລອດຂອງສັບພະສິ່ງທັງປວງ;ພຣະອົງຄວບຄຸມທຸກສິ່ງ ແລະ ກໍານົດໃຫ້ສິ່ງເຫຼົ່ານັ້ນອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ເພື່ອວ່າສິ່ງເຫຼົ່ານັ້ນຈະບໍ່ດັບສູນ ຫຼື ຫາຍໄປ. ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງມີຊີວິດຕໍ່; ດ້ວຍເຫດນີ້ເທົ່ານັ້ນ ພວກເຂົາຈຶ່ງມີຊີວິດພາຍໃຕ້ການຊີ້ນໍາຂອງພຣະເຈົ້າໃນສະພາບແວດລ້ອມດັ່ງກ່າວ. ພຣະເຈົ້າແມ່ນນາຍແຫ່ງກົດເກນຂອງການປະຕິບັດເຫຼົ່ານີ້ ແລະ ບໍ່ມີໃຜສາມາດແຊກແຊງສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງສິ່ງເຫຼົ່ານັ້ນ. ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຮູ້ຈັກກົດເກນເຫຼົ່ານີ້ ແລະ ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຄຸ້ມຄອງກົດເກນເຫຼົ່ານີ້. ເວລາໃດທີ່ຕົ້ນໄມ້ຈະອອກໜໍ່; ເວລາໃດທີ່ຝົນຈະຕົກ; ແຜ່ນດິນໂລກຈະໃຫ້ນໍ້າ ແລະ ສານອາຫານແກ່ພືດຫຼາຍຊໍ່າໃດ; ໃນລະດູການໃດທີ່ໃບໄມ້ຈະລົ່ນ; ໃນລະດູການໃດທີ່ຕົ້ນໄມ້ຈະອອກໝາກ; ແສງແດດຈະໃຫ້ສານອາຫານແກ່ຕົ້ນໄມ້ຫຼາຍຊໍ່າໃດ; ຕົ້ນໄມ້ຈະຫາຍໃຈອອກເປັນຫຍັງຫຼັງຈາກທີ່ຖືກແສງແດດ. ສິ່ງທັງໝົດເຫຼົ່ານີ້ແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ໃນເວລາທີ່ພຣະອົງສ້າງທຸກສັບພະສິ່ງ, ເຊິ່ງເປັນກົດເກນທີ່ບໍ່ມີໃຜສາມາດລະເມີດໄດ້. ສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ ບໍ່ວ່າຈະມີຊີວິດ ຫຼື ໃນສາຍຕາຂອງມະນຸດ ບໍ່ມີຊີວິດແມ່ນຢູ່ໃນກໍາມືຂອງພຣະອົງ ເຊິ່ງເປັນບ່ອນທີ່ພຣະອົງຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນ. ບໍ່ມີໃຜສາມາດປ່ຽນແປງ ຫຼື ລະເມີດກົດເກນເຫຼົ່ານີ້ໄດ້. ນີ້ເວົ້າໄດ້ວ່າ ໃນເວລາທີ່ພຣະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ພຣະອົງໄດ້ກໍານົດລ່ວງໜ້າວ່າ ຖ້າບໍ່ມີແຜ່ນດິນໂລກ ຕົ້ນໄມ້ກໍຈະບໍ່ມີຮາກ, ແຕກໜໍ່ ແລະ ເຕີບໃຫຍ່; ຖ້າແຜ່ນດິນໂລກບໍ່ມີຕົ້ນໄມ້ ແລ້ວມັນຈະຫ່ຽວແຫ້ງ; ຕົ້ນໄມ້ຄວນເປັນຮັງຂອງນົກ ແລະ ບ່ອນທີ່ພວກມັນສາມາດຫຼົບຊ້ອນຈາກລົມ. ຕົ້ນໄມ້ສາມາດມີຊີວິດໂດຍບໍ່ມີແສງແດດໄດ້ບໍ? (ບໍ່ໄດ້). ມັນບໍ່ສາມາດມີຊີວິຖ້າມີພຽງແຕ່ແຜ່ນດິນໂລກເທົ່ານັ້ນ. ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອມະນຸດ ນັ້ນກໍຄືເພື່ອການຢູ່ລອດຂອງມະນຸດ. ຈາກຕົ້ນໄມ້ ມະນຸດແມ່ນໄດ້ຮັບອາກາດສົດ ແລະ ມະນຸດທີ່ອາໄສຢູ່ເທິງແຜ່ນດິນໂລກແມ່ນໄດ້ຮັບການປົກປ້ອງຈາກຕົ້ນໄມ້. ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີແສງແດດ ຫຼື ສິ່ງມີຊີວິດຕ່າງໆ. ເຖິງວ່າຄວາມສໍາພັນຂອງພວກມັນຈະຊັບຊ້ອນ ແຕ່ເຈົ້າຕ້ອງຈື່ໄວ້ວ່າ ພຣະເຈົ້າໄດ້ສ້າງກົດເກນຕ່າງໆ ທີ່ຄຸ້ມຄອງທຸກສັບພະສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນຈະສາມາດຄໍ້າຊູກັນ ແລະ ກັນ, ອາໄສເຊິ່ງກັນ ແລະ ກັນ ແລະ ມີຊີວິດຢູ່ຮ່ວມກັນ. ເວົ້າອີກແບບໜຶ່ງກໍຄື ທຸກສັບພະສິ່ງທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຄຸນຄ່າ ແລະ ຄວາມໝາຍ. ຖ້າພຣະເຈົ້າໄດ້ສ້າງບາງຢ່າງໂດຍບໍ່ມີຄວາມໝາຍ ພຣະເຈົ້າກໍຈະເຮັດໃຫ້ມັນຫາຍໄປ. ນີ້ແມ່ນໜຶ່ງໃນບັນດາວິທີການຕ່າງໆທີ່ພຣະເຈົ້າໄດ້ໃຊ້ ເພື່ອສະໜອງໃຫ້ທຸກສັບພະສິ່ງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
“ພຣະເຈົ້າສະໜອງທຸກສິ່ງ” ແມ່ນວະລີທີ່ມີຄວາມໝາຍ ແລະ ຂອບເຂດທີ່ກວ້າງຂວາງຫູາຍ. ພຣະເຈົ້າບໍ່ພຽງແຕ່ສະໜອງອາຫານ ແລະ ເຄື່ອງດື່ມປະຈໍາວັນໃຫ້ຜູ້ຄົນເທົ່ານັ້ນ; ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ ເຊິ່ງລວມທັງທຸກສິ່ງທີ່ຜູ້ຄົນສາມາດເຫັນ ແລະ ສິ່ງທີ່ພວກເຂົາບໍ່ສາມາດເຫັນ. ພຣະເຈົ້າຄໍ້າຊູ, ຄຸ້ມຄອງ ແລະ ປົກຄອງສະພາບແວດລ້ອມແຫ່ງການດໍາລົງຊີວິດ ເຊິ່ງສໍາຄັນຕໍ່ມະນຸດຊາດ. ເວົ້າໄດ້ວ່າ ສະພາບແວດລ້ອມໃດກໍຕາມທີ່ມະນຸດຕ້ອງການໃນແຕ່ລະລະດູການ ພຣະເຈົ້າແມ່ນໄດ້ຈັດແຈງມັນໄວ້ແລ້ວ. ພຣະເຈົ້າຍັງຄຸ້ມຄອງປະເພດຂອງອາກາດ ແລະ ອຸນຫະພູມ ເພື່ອວ່າພວກມັນຈະເໝາະສົມສໍາລັບການຢູ່ລອດຂອງມະນຸດ. ກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນດ້ວຍຕົວມັນເອງ ຫຼື ໂດຍບັງເອີນ; ພວກມັນແມ່ນຜົນມາຈາກອໍານາດສູງສຸດຂອງພຣະເຈົ້າ ແລະ ການກະທໍາຂອງພຣະອົງ. ພຣະເຈົ້າເອງແມ່ນແຫຼ່ງທີ່ມາຂອງກົດເກນເຫຼົ່ານີ້ ແລະ ແມ່ນແຫຼ່ງທີ່ມາຂອງຊີວິດຂອງທຸກສິ່ງ. ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ເຊື່ອ, ບໍ່ວາເຈົ້າຈະສາມາດເຫັນມັນ ຫຼື ບໍ່ເຫັນ ຫຼື ບໍ່ວ່າເຈົ້າຈະສາມາດເຂົ້າໃຈມັນ ຫຼື ບໍ່ເຂົ້າໃຈກໍຕາມ, ສິ່ງນີ້ຍັງຄົງເປັນຄວາມຈິງທີ່ເປັນທີ່ຍອມຮັບ ແລະ ບໍ່ສາມາດໂຕ້ຖຽງໄດ້.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ແມ່ນຫຍັງຄືເງື່ອໄຂພື້ນຖານທີ່ສະໜັບສະໜູນວິຖີຊີວິດທີ່ແຕກຕ່າງກັນເຫຼົ່ານີ້ຂອງມະນຸດ? ມັນບໍ່ຈຳເປັນແທ້ບໍທີ່ສະພາບແວດລ້ອມທີ່ພວກເຂົາສາມາດຢູ່ລອດໄດ້ຖືກສະຫວງນໄວ້ໃນຂັ້ນພື້ນຖານ? ໝາຍຄວາມວ່າ, ຖ້າຜູ້ໃດດໍາລົງຊີວິດດ້ວຍການລ່າສັດກໍສູນເສຍພູຜາປ່າດົງ ຫຼື ນົກ ແລະ ສັດປ່າ, ແຫຼ່ງຫາລ້ຽງຊີບຂອງພວກເຂົາກໍຈະຫາຍໄປ. ທິດທາງທີ່ຊົນຊາດນີ້ ແລະ ຜູ້ຄົນປະເພດນີ້ຄວນໄປກໍຈະບໍ່ແນ່ນອນ ແລະ ພວກເຂົາອາດເຖິງກັບຈະສູນຫາຍໄປຈາກແຜ່ນດິນໂລກ. ແລ້ວຜູ້ທີ່ລ້ຽງສັດເພື່ອລ້ຽງຊີບຂອງພວກເຂົາເດ? ພວກເຂົາເພິ່ງພາຫຍັງ? ສິ່ງທີ່ພວກເຂົາເພິ່ງພາຢ່າງແທ້ຈິງບໍ່ແມ່ນສັດລ້ຽງຂອງພວກເຂົາ ແຕ່ແມ່ນສະພາບແວດລ້ອມທີ່ສັດລ້ຽງຂອງພວກເຂົາສາມາດຢູ່ລອດໄດ້ ນັ້ນກໍຄືທົ່ງຫຍ້າ. ຖ້າບໍ່ມີທົ່ງຫຍ້າ, ຜູ້ລ້ຽງສັດຈະລ້ຽງສັດຂອງພວກເຂົາຢູ່ໃສ? ງົວ ແລະ ແກະຈະກິນຫຍັງ? ປາດສະຈາກສັດລ້ຽງ, ຄົນພະເນຈອນເຫຼົ່ານີ້ກໍຈະບໍ່ມີການທຳມາຫາກິນ. ປາດສະຈາກແຫຼ່ງທຳມາຫາກິນຂອງພວກເຂົາ, ຄົນເຫຼົ່ານີ້ຈະພາກັນໄປໃສ? ມັນຈະເປັນການຍາກຫຼາຍສຳລັບພວກເຂົາທີ່ຈະມີຊີວິດຢູ່ລອດຕໍ່ໄປ; ພວກເຂົາຈະບໍ່ມີອະນາຄົດ. ຖ້າບໍ່ມີແຫຼ່ງນ້ຳ, ທັງແມ່ນ້ຳ ແລະ ທະເລສາບກໍຈະແຫ້ງໝົດ, ປາທຸກໂຕທີ່ອາໄສນ້ຳເພື່ອການດຳລົງຊີວິດຈະຍັງມີຢູ່ອີກບໍ? ພວກມັນຈະບໍ່ມີອີກ. ແລ້ວຄົນເຫຼົ່ານີ້ທີ່ເພິ່ງພາອາໄສນ້ຳ ແລະ ປາເພື່ອການດຳລົງຊີວິດຂອງພວກເຂົາຈະມີຊີວິດລອດຕໍ່ໄປໄດ້ບໍ? ເມື່ອພວກເຂົາບໍ່ມີອາຫານອີກຕໍ່ໄປ, ເມື່ອພວກເຂົາບໍ່ມີແຫຼ່ງທຳມາຫາກິນຂອງພວກເຂົາອີກຕໍ່ໄປ ຄົນເຫຼົ່ານີ້ກໍຈະບໍ່ສາມາດມີຊີວິດຢູ່ລອດຕໍ່ໄປໄດ້. ນັ້ນກໍຄື ຖ້າເຜົ່າພັນໃດກໍ່ຕາມທີ່ກຳລັງປະສົບບັນຫາກັບຊີວິດການເປັນຢູ່ຂອງພວກເຂົາ ຫຼື ຄວາມຢູ່ລອດຂອງພວກເຂົາ, ເຜົ່າພັນນັ້ນກໍຈະບໍ່ສາມາດຢູ່ລອດ ແລະ ພວກເຂົາອາດຈະຫາຍສາບສູນຈາກແຜ່ນດິນໂລກ ແລະ ສູນພັນໄປເລີຍ. ຖ້າບັນດາຄົນທີ່ປູກຝັງເພື່ອລ້ຽງຊີບສູນເສຍທີ່ດິນຂອງພວກເຂົາ, ຖ້າພວກເຂົາບໍ່ສາມາດປູກພືດຕ່າງໆ ແລະ ໄດ້ຮັບອາຫານຈາກພືດເຫຼົ່ານັ້ນ, ແລ້ວຜົນໄດ້ຮັບຈະເປັນແນວໃດ? ປາດສະຈາກອາຫານ, ຄົນຈະບໍ່ອຶດຢາກຈົນເຖິງແກ່ຄວາມຕາຍບໍ? ຖ້າຄົນອຶດຢາກຈົນເຖິງແກ່ຄວາມຕາຍ, ມະນຸດຊາດຈະບໍ່ຖືກລຶບລ້າງໄປໝົດບໍ? ດັ່ງນັນ, ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການຮັກສາສະພາບແວດລ້ອມປະເພດຕ່າງໆ. ພຣະເຈົ້າມີພຽງຈຸດປະສົງດຽວໃນການຮັກສາສະພາບແວດລ້ອມ, ຮັກສາລະບົບນິເວດປະເພດຕ່າງໆ ແລະ ສິ່ງທີ່ມີຊີວິດຕ່າງໆທັງໝົດທີ່ອາໄສໃນສະພາບແວດລ້ອມເຫຼົ່ານັ້ນ; ແລະ ນັ້ນກໍເພື່ອບຳລຸງລ້ຽງຄົນທຸກປະເພດ ແລະ ເພື່ອບຳລຸງລ້ຽງຄົນທີ່ອາໄສຢູ່ໃນສະພາບແວດລ້ອມທາງພູມີສາດຕ່າງໆ.
ຖ້າທຸກສິ່ງຈາກການຊົງສ້າງສູນເສຍກົດເກນຂອງພວກມັນເອງ, ພວກມັນກໍຈະບໍ່ດຳລົງຢູ່ອີກຕໍ່ໄປ; ຖ້າກົດເກນຂອງທຸກສິ່ງສູນເສຍໄປ, ແລ້ວສິ່ງມີຊີວິດທີ່ຢູ່ທ່າມກາງທຸກສິ່ງກໍຈະບໍ່ສາມາດສືບຕໍ່ຢູ່ໄດ້. ມະນຸດຊາດກໍຈະສູນເສຍສະພາບແວດລ້ອມທີ່ພວກເຂົາເພິ່ງພາເພື່ອຄວາມຢູ່ລອດເຊັ່ນດຽວກັນ. ຖ້າມະນຸດຊາດສູນເສຍທັງໝົດນັ້ນ, ພວກເຂົາກໍຈະບໍ່ສາມາດສືບຕໍ່ຈະເລີນເຕີບໂຕ ແລະ ອອກແມ່ແຜ່ລູກຈາກຮຸ່ນສູ່ຮຸ່ນ ດັ່ງທີ່ພວກເຂົາໄດ້ກະທຳຜ່ານມາ. ເຫດຜົນທີ່ມະນຸດຢູ່ລອດມາຈົນເຖິງປັດຈຸບັນນີ້ແມ່ນຍ້ອນພຣະເຈົ້າໄດ້ສະໜອງທຸກສິ່ງຂອງການຊົງສ້າງເພື່ອບຳລຸງລ້ຽງພວກເຂົາ, ເພື່ອບຳລຸງລ້ຽງມວນມະນຸດຊາດໃນຮູບແບບທີ່ແຕກຕ່າງກັນ. ຍ້ອນພຣະເຈົ້າບຳລຸງລ້ຽງມວນມະນຸດໃນຮູບແບບທີ່ແຕກຕ່າງກັນເທົ່ານັ້ນ ມວນມະນຸດຊາດຈິ່ງຢູ່ລອດໄດ້ມາເຖິງປັດຈຸບັນນີ້, ຮອດທຸກວັນນີ້. ດ້ວຍສະພາບແວດລ້ອມຕາຍໂຕເພື່ອຄວາມຢູ່ລອດທີ່ເອື້ອອຳນວຍ ແລະ ກົດເກນທຳມະຊາດທີ່ເປັນລະບຽບ, ຄົນທຸກປະເພດໃນແຜ່ນດິນໂລກ, ທຸກຊົນຊາດສາມາດຢູ່ລອດໄດ້ໃນພື້ນທີ່ຂອງຕົນທີ່ໄດ້ຖືກກຳນົດໄວ້. ບໍ່ມີໃຜສາມາດອອກນອກພື້ນທີ່ເຫຼົ່ານີ້ ຫຼື ເຂດແດນລະຫວ່າງພວກມັນຍ້ອນວ່າ ພຣະເຈົ້າເປັນຜູ້ກຳນົດພວກມັນ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ປົກຄອງຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດລະເລີຍທຸກສິ່ງທີ່ຊີວິດນໍາມາໃຫ້ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.
ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະລະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດມາຈາກພຣະເຈົ້າ, ສໍາລັບທຸກສິ່ງທີ່ຖືກສ້າງ ບໍ່ວ່າພວກເຂົ້າຈະມີລັກສະນະ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ. ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້.ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ. ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະບັງຄັບໃຫ້ມະນຸດຊົດໃຊ້ສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.
(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລິ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ທຸກສິ່ງທຸກຢ່າງທີ່ມີຊີວິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.
ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ…. ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືເບົາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອັນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງເລິກເຊິ່ງວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ, ສະຫງ່າລາສີຂອງພຣະເຈົ້າຈຶ່ງໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ...
ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງອອກຈາກບ່ອນໜຶ່ງຢ່າງງຽບໆ ແລະ ຄ່ອຍໆດໍາເນີນພາລະກິດໃໝ່ທີ່ພຣະອົງເລີ່ມຕົ້ນຢູ່ບ່ອນອື່ນ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະເຊີດຊູສິ່ງເກົ່າ ແລະ ຖືວ່າສິ່ງໃໝ່, ບໍ່ຄຸ້ນເຄີຍນັ້ນເປັນສັດຕູ ຫຼື ເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ລຳຄານ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃໝ່ຫຍັງກໍຕາມ ຈາກຕົ້ນຈົນຈົບແລ້ວ ມະນຸດຈະເປັນຄົນສຸດທ້າຍທີ່ຢູ່ທ່າມກາງສິ່ງທັງປວງ ທີ່ຈະຮູ້ຈັກເຖິງສິ່ງນັ້ນ.
ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ມຕົ້ນພາລະກິດໃໝ່ຂອງຂັ້ນຕອນທີສອງຂອງພຣະອົງ: ການສະຖິດໃນເນື້ອໜັງ ນັ້ນກໍຄື ການບັງເກີດເປັນມະນຸດເປັນຜູ້ຊາຍເປັນເວລາສິບ ຊາວປີ ແລະ ການກ່າວ ແລະ ການປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ທີ່ເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜຮູ້ ແລະ ມີພຽງຄົນຈໍານວນໜ້ອຍທີ່ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ກາຍເປັນເນື້ອໜັງ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຖືກຄຶງທີ່ໄມ້ກາງແຂນ ແລະ ຟື້ນຄືນຊີບ… ທັນທີທີ່ຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດລົງ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກຄວາມຜິດບາບ (ເຊິ່ງໝາຍຄວາມວ່າ ການກອບກູ້ມະນຸດຈາກມືຂອງຊາຕານ) ແມ່ນໄດ້ສໍາເລັດລົງແລ້ວ. ແລ້ວດ້ວຍເຫດນັ້ນ, ນັບແຕ່ຊ່ວງເວລານັ້ນເປັນຕົ້ນມາ, ມະນຸດຊາດກໍຕ້ອງໄດ້ຍອມຮັບເອົາພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຄວາມຜິດບາບຂອງເຂົາກໍຈະໄດ້ຮັບການອະໄພ. ເວົ້າໂດຍທົ່ວໄປແລ້ວ, ຄວາມຜິດບາບຂອງມະນຸດກໍແມ່ນບໍ່ໄດ້ເປັນອຸປະສັກໃນການທີ່ເຂົາບັນລຸຄວາມລອດພົ້ນຂອງເຂົາ ແລະ ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ເພື່ອກ່າວໂທດມະນຸດອີກຕໍ່ໄປ. ນັ້ນກໍຍ້ອນພຣະເຈົ້າເອງໄດ້ປະຕິບັດພາລະກິດທີ່ແທ້ຈິງ, ໄດ້ກາຍມາເປັນລັກສະນະ ແລະ ການຊິມລົດຊາດຂອງເນື້ອໜັງທີ່ຜິດບາບ ແລະ ພຣະເຈົ້າເອງກໍເປັນເຄື່ອງຖວາຍແທນຄວາມຜິດບາບ. ໃນລັກສະນະນີ້, ມະນຸດໄດ້ລົງມາຈາກໄມ້ກາງແຂນ ແລະ ຖືກໄຖ່ ແລະ ຖືກຊ່ວຍໃຫ້ລອດພົ້ນຜ່ານທາງເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ລັກສະນະເນື້ອໜັງທີ່ຜິດບາບນີ້. ແລ້ວສະນັ້ນ, ຫຼັງຈາກຖືກຊາຕານຈັບກຸມ, ມະນຸດຈຶ່ງເລີ່ມເຂົ້າໃກ້ການຍອມຮັບເອົາຄວາມລອດພົ້ນຂອງພຣະອົງຢູ່ຕໍ່ໜ້າພຣະເຈົ້າ. ແນ່ນອນ ຂັ້ນຕອນນີ້ຂອງພາລະກິດເລິກເຊິ່ງ ແລະ ມີການພັດທະນາຫຼາຍກວ່າການຄຸ້ມຄອງຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ.
ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...
ແລ້ວຫຼັງຈາກນັ້ນຍຸກແຫ່ງລາຊະອານາຈັກກໍມາເຖິງ ເຊິ່ງເປັນຂັ້ນຕອນທີ່ເປັນຈິງຫຼາຍຂຶ້ນຂອງພາລະກິດ ແລະ ເປັນຂັ້ນຕອນທີ່ມະນຸດຍອມຮັບໄດ້ຍາກທີ່ສຸດ. ນັ້ນກໍຍ້ອນຈາກວ່າ ຍິ່ງມະນຸດຄົນນັ້ນມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ຄ້ອນຂອງພຣະເຈົ້າກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໃບຕາຂອງພຣະເຈົ້າກໍຖືກເປີດເຜີຍຢ່າງຊັດເຈນຕໍ່ມະນຸດຫຼາຍສໍ່ານັ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່າຕອນນີ້ຄືເວລາສຳລັບຄວາມເພີດເພີນ ແຕ່ເຂົາກໍຕ້ອງຕົກຢູ່ພາຍໃຕ້ການໂຈມຕີໃນແນວໜ້າຢ່າງສາຫັດໂດຍພຣະເຈົ້າ ເຊິ່ງເປັນການໂຈມຕີທີ່ບໍ່ມີຜູ້ໃດເຄີຍເຫັນມາກ່ອນ: ແຕ່ມັນກາຍເປັນວ່າ ນີ້ຄືການຮັບບັບຕິສະມາທີ່ປະຊາຊົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ”. ພາຍໃຕ້ການປະຕິບັດດັ່ງກ່າວ, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: “ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າໄດ້ເສຍສະຫຼະຫຼາຍຢ່າງເພື່ອຊື້ກັບຄືນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ມັນເປັນວິທີທີ່ພຣະເຈົ້າຫົວຂວັນຂ້ານ້ອຍ ແລະ ເປີດໂປ່ງຂ້ານ້ອຍບໍ? ...” ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນທີ່ຜ່ານຮ້ອນຜ່ານໜາວ, ໄດ້ຜະເຊີນກັບຄວາມລຳບາກຂອງການຫຼໍ່ຫຼອມ ແລະ ການຂ້ຽນຕີ. ເຖິງແມ່ນວ່າມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ຄວາມຮັກ” ໃນເວລາທີ່ຜ່ານໄປ, ເຂົາກໍໄດ້ມາເຂົ້າໃຈຫຼັກການແຫ່ງຄວາມປະພຶດຂອງມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ມາຊື່ນຊົມປີແຫ່ງການອຸທິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດເລີ່ມກຽດຊັງຄວາມໂຫດຮ້າຍຂອງເຂົາເອງຢ່າງຊ້າໆ. ເຂົາເລີ່ມຊັງຄວາມໂຫດຮ້າຍທີ່ເຂົາເປັນ, ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ໂມງບໍ່ສາມາດຫວນຄືນໄດ້. ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ໜ້າເສຍດາຍຂອງມະນຸດ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນພະລັງຂັບເຄື່ອນໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຮັກສາໃຫ້ດີຂຶ້ນໃນແຕ່ລະມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງໃບໜ້າຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ... ພຽງແຕ່ໄດ້ຄົ້ນພົບວ່າຮອຍຍິ້ມຂອງພຣະອົງ ແລະ ໃບໜ້າທີ່ສວຍງາມຂອງພຣະອົງຍັງມີຊີວິດຊີວາ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດຊາດທີ່ພຣະອົງສ້າງ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືທີ່ເປັນໃນຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູອີກຕໍ່ໄປ ແລະ ບໍ່ໄດ້ຫັນໜີຈາກໃບໜ້າຂອງພຣະເຢໂຮວາອີກຕໍ່ໄປ. ມະນຸດຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມຂອງພຣະເຈົ້າ ແລະ ຖວາຍການເສຍສະຫຼະທີ່ມີຄຸນຄ່າທີ່ສຸດຂອງເຂົາ, ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!
(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ນັບຕັ້ງແຕ່ມີການຄຸ້ມຄອງຂອງພຣະເຈົ້າ, ພຣະອົງອຸທິດຕົນຢ່າງເຕັມທີ່ໃນການປະຕິບັດພາລະກິດຂອງພຣະອົງ. ເຖິງແມ່ນວ່າຈະປົກປິດຕົວຕົນຂອງພຣະອົງຈາກຜູ້ຄົນ ແຕ່ພຣະອົງກໍຢູ່ຄຽງຂ້າງມະນຸດສະເໝີ, ປະຕິບັດພາລະກິດໃນຕົວມະນຸດ, ສະແດງອຸປະນິໄສຂອງພຣະອົງ, ນຳພາມະນຸດຊາດທັງມວນດ້ວຍທາດແທ້ຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງໃນທຸກຄົນຜ່ານອຳນາດອັນຍິ່ງໃຫຍ່ຂອງພຣະອົງ, ຜ່ານສະຕິປັນຍາຂອງພຣະອົງ ແລະ ຜ່ານສິດອຳນາດຂອງພຣະອົງ ເຊິ່ງໄດ້ນຳໄປສູ່ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກຂອງປັດຈຸບັນ. ເຖິງແມ່ນວ່າພຣະເຈົ້າປົກປິດຕົວຕົນຂອງພຣະອົງຈາກມະນຸດ, ອຸປະນິໄສຂອງພຣະອົງ, ສິ່ງທີ່ພຣະອົງເປັນ ແລະ ມີ, ຄວາມປະສົງຂອງພຣະອົງຕໍ່ມວນມະນຸດແມ່ນໄດ້ຖືກເປີດເຜີຍຢ່າງບໍ່ຈຳກັດໃຫ້ມະນຸດເຫັນ ແລະ ປະສົບ. ເວົ້າອີກຢ່າງໜຶ່ງກໍຄື, ເຖິງແມ່ນວ່າມະນຸດບໍ່ສາມາດເຫັນ ຫຼື ສຳພັດພຣະເຈົ້າໄດ້, ອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າທີ່ມະນຸດຜະເຊີນນັ້ນເປັນການສະແດງອອກຂອງພຣະອົງເຈົ້າເອງຢ່າງແນ່ນອນ. ນັ້ນບໍ່ແມ່ນຄວາມຈິງບໍ? ບໍ່ວ່າວິທີທາງ ຫຼື ດ້ານໃດຂອງວິທີການທີ່ພຣະເຈົ້າເລືອກສຳລັບພາລະກິດຂອງພຣະອົງກໍຕາມ, ພຣະອົງປະຕິບັດຕໍ່ຄົນຜ່ານຕົວຕົນທີ່ແທ້ຈິງຂອງພຣະອົງ, ປະຕິບັດພາລະກິດທີ່ເປັນພາລະຂອງພຣະອົງ ແລະ ກ່າວພຣະທໍາທີ່ພຣະອົງຈຳເປັນຕ້ອງກ່າວສະເໝີ. ບໍ່ວ່າພຣະເຈົ້າເວົ້າຈາກຕຳແໜ່ງໃດ, ພຣະອົງອາດຈະຢືນຢູ່ໃນສະຫວັນຊັ້ນສາມ ຫຼື ຢືນຢູ່ໃນເນື້ອໜັງ ຫຼື ແມ່ນແຕ່ໃນຖານະຄົນທຳມະດາຄົນໜຶ່ງ; ພຣະອົງກ່າວຕໍ່ມະນຸດດ້ວຍສຸດຫົວໃຈ ແລະ ດ້ວຍຈິດໃຈທັງໝົດຂອງພຣະອົງສະເໝີໂດຍບໍ່ມີການຫຼອກລວງ ຫຼື ການປິດບັງໃດໆ. ເມື່ອພຣະອົງດຳເນີນພາລະກິດຂອງພຣະອົງ, ພຣະເຈົ້າສຳແດງພຣະທຳ ແລະ ອຸປະນິໄສຂອງພຣະອົງ, ສະແດງສິ່ງທີ່ພຣະອົງມີ ແລະ ເປັນໂດຍບໍ່ມີການສະຫງວນໃດໆ. ພຣະອົງນຳພາມວນມະນຸດດ້ວຍຊີວິດຂອງພຣະອົງ, ດ້ວຍສິ່ງທີ່ພຣະອົງເປັນ ແລະ ມີ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຫຼາຍພັນປີໄດ້ຜ່ານໄປ ແລະ ມະນຸດຊາດກໍຍັງໄດ້ຮັບແສງສະຫວ່າງ ແລະ ອາກາດທີ່ພຣະເຈົ້າປະທານໃຫ້, ຍັງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າ, ຍັງຊື່ນຊົມກັບດອກໄມ້, ນົກ, ປາ ແລະ ແມງໄມ້ທີ່ພຣະເຈົ້າສ້າງຂຶ້ນ ແລະ ມີຄວາມສຸກກັບສິ່ງຕ່າງໆທີ່ພຣະເຈົ້າປະທານໃຫ້; ກາງເວັນ ແລະ ກາງຄືນຍັງຄົງຜັນປ່ຽນໄປມາຢ່າງຕໍ່ເນື່ອງ; ສີ່ລະດູການກໍຜັນປ່ຽນໄປມາຕາມປົກກະຕິ; ຫ່ານກໍບິນຢູ່ເທິງທ້ອງຟ້າໂຍກຍ້າຍຖິ່ນໃນລະດູໜາວນີ້ ແລະ ບິນກັບຄືນໃນລະດູໃບໄມ້ລົ່ນທີ່ຈະມາເຖິງ; ປາໃນນໍ້າບໍ່ເຄີຍອອກຈາກແມ້ນໍ້າ ແລະ ທະເລສາບ ເຊິ່ງເປັນບ່ອນອາໄສຂອງພວກເຂົາ; ຈັກກະຈັນເທິງແຜ່ນດິນໂລກຮ້ອງສຸດຫົວໃຈຂອງພວກມັນໃນຍາມລະດູຮ້ອນ; ຈິນາຍໃນກໍຫຍ້າຮ້ອງສຽງຄ່ອຍໆກັບສາຍລົມໃນລະດູໃບໄມ້ລົ່ນ; ຫ່ານເຕົ້າໂຮມກັບເປັນຝູງ ໃນຂະນະທີ່ນົກອິນຊີຍັງຄົງຢູ່ຢ່າງໂດດດ່ຽວ; ຝູງສິງໂຕລ້ຽງດູພວກມັນເອງໂດຍການອອກລ່າ; ກວາງໃຫຍ່ບໍ່ອອກຫ່າງຈາກຫຍ້າ ແລະ ດອກໄມ້… ສິ່ງມີຊີວິດທຸກຊະນິດທ່າມກາງສິ່ງທັງປວງຈາກໄປ ແລະ ກັບຄືນ ແລະ ກໍຈາກໄປອີກ, ການປ່ຽນແປງຫຼາຍລ້ານຄັ້ງໄດ້ເກີດຂຶ້ນໃນພິບຕາດຽວ, ແຕ່ສິ່ງທີ່ບໍ່ປ່ຽນແປງກໍຄືສັນຊາດຕະຍານ ແລະ ກົດເກນຂອງການເອົາຕົວລອດ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສັນຊາດຕະຍານຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດທຳລາຍກົດເກນແຫ່ງການເອົາຕົວລອດຂອງພວກເຂົາໄດ້. ເຖິງແມ່ນ ມະນຸດຊາດ ຜູ້ທີ່ດຳລົງຊີວິດທ່າມກາງສິ່ງທັງປວງ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຫຼອກລວງໂດຍຊາຕານ, ມະນຸດກໍຍັງບໍ່ສາມາດປະຖິ້ມນໍ້າທີ່ພຣະເຈົ້າສ້າງຂຶ້ນ ແລະ ອາກາດທີ່ພຣະເຈົ້າສ້າງຂຶ້ນ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ ແລະ ມະນຸດຍັງດຳລົງຊີວິດ ແລະ ແຜ່ຂະຫຍາຍໃນພື້ນທີ່ນີ້ທີ່ພຣະເຈົ້າສ້າງຂຶ້ນ. ສັນຊາດຕະຍານຂອງມະນຸດຊາດບໍ່ໄດ້ປ່ຽນໄປ. ມະນຸດຍັງອາໄສດວງຕາຂອງພວກເຂົາເພື່ອທີ່ຈະເຫັນ, ຫູຂອງພວກເຂົາເພື່ອໄດ້ຍິນ, ສະໝອງຂອງພວກເຂົາເພື່ອຄິດ, ຫົວໃຈຂອງພວກເຂົາເພື່ອເຂົ້າໃຈ, ແຄ່ງຂາ ແລະ ຕີນຂອງພວກເຂົາເພື່ອຍ່າງ, ມືຂອງພວກເຂົາເພື່ອໃຊ້ເຮັດວຽກ ແລະ ອື່ນໆ; ສັນຊາດຕະຍານທັງໝົດນີ້ທີ່ພຣະເຈົ້າປະທານໃຫ້ກັບມະນຸດເພື່ອວ່າພວກເຂົາຈະຍອມຮັບເອົາການຈັດກຽມຂອງພຣະເຈົ້າ ກໍຍັງຄົງບໍ່ປ່ຽນແປງ, ຄວາມສາມາດທີ່ມະນຸດຮ່ວມມືກັບພຣະເຈົ້າ ກໍບໍ່ໄດ້ປ່ຽນແປງ, ຄວາມສາມາດຂອງມະນຸດຊາດໃນການປະຕິບັດໜ້າທີ່ຂອງສິ່ງຖືກສ້າງກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຝ່າຍວິນຍານຂອງມະນຸດຊາດກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຂອງມະນຸດຊາດທີ່ຈະຄົ້ນຫາແຫຼ່ງກຳເນີດຂອງພວກເຂົາກໍບໍ່ໄດ້ປ່ຽນແປງ, ຄວາມປາຖະໜາຂອງມະນຸດຊາດທີ່ຈະຖືກພຣະຜູ້ສ້າງຊ່ວຍໃຫ້ພົ້ນກໍບໍ່ໄດ້ປ່ຽນແປງ. ສິ່ງດັ່ງກ່າວແມ່ນສະພາບການຂອງມະນຸດຊາດໃນປັດຈຸບັນ ຜູ້ທີ່ດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ຜູ້ທີ່ໄດ້ອົດທົນກັບຄວາມພິນາດຢ່າງໂຫດຮ້າຍຂອງຊາຕານ. ເຖິງແມ່ນມະນຸດຊາດຕົກຢູ່ໃນການຂົ່ມເຫັງຂອງຊາຕານ ແລະ ບໍ່ໄດ້ເປັນອາດາມ ແລະ ເອວາຕັ້ງແຕ່ການເລີ່ມຕົ້ນສ້າງອີກຕໍ່ໄປ, ກົງກັນຂ້າມ ເປັນມະນຸດທີ່ເຕັມໄປດ້ວຍສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ເຊັ່ນ: ຄວາມຮູ້, ການຈິນຕະນາການ, ແນວຄວາມຄິດ ແລະ ອື່ນໆ ແລະ ເຕັມໄປດ້ວຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມ, ແຕ່ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດກໍຍັງເປັນມະນຸດຊາດທີ່ພຣະອົງສ້າງຂຶ້ນ. ມະນຸດຊາດຍັງຄົງຖືກປົກຄອງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ຍັງດຳລົງຊີວິດຢູ່ພາຍໃນທິດທາງທີ່ພຣະເຈົ້າກຳນົດ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແມ່ນພຽງແຕ່ຖືກປົກຄຸມດ້ວຍສິ່ງເປິເປື້ອນ, ດ້ວຍຄວາມຫີວກະຫາຍ, ດ້ວຍປະຕິກິລິຍາທີ່ຊ້າໄປໜ້ອຍໜຶ່ງ, ຄວາມຊົງຈຳທີ່ບໍ່ດີຄືແຕ່ກ່ອນ ແລະ ອາຍຸກໍເຖົ້າຂຶ້ນເລັກນ້ອຍ, ແຕ່ໜ້າທີ່ ແລະ ສັນຊາດຕະຍານທັງໝົດຂອງມະນຸດຍັງບໍ່ໄດ້ຖືກທຳລາຍ. ນີ້ແມ່ນມະນຸດຊາດທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍໃຫ້ພົ້ນ. ມະນຸດຊາດນີ້ຕ້ອງໄດ້ຍິນການຮຽກເອີ້ນຂອງພຣະຜູ້ສ້າງເທົ່ານັ້ນ ແລະ ໄດ້ຍິນສຽງຂອງພຣະຜູ້ສ້າງ ແລະ ພວກເຂົາຕ້ອງລຸກຂຶ້ນ ແລະ ຟ້າວໄປຫາແຫຼ່ງກໍາເນີດຂອງສຽງນີ້. ມະນຸດຊາດດັ່ງກ່າວນີ້ຕ້ອງເຫັນແຕ່ຮູບລັກສະນະຂອງພຣະຜູ້ສ້າງເທົ່ານັ້ນ ແລະ ພວກເຂົາຈະເປັນຄົນທີ່ບໍ່ສົນໃຈກັບສິ່ງອື່ນໆ ແລະ ປະຖິ້ມທຸກສິ່ງເພື່ອອຸທິດຕົນເອງໃຫ້ກັບພຣະເຈົ້າ ແລະ ເຖິງກັບຈະຍອມສະຫຼະຊີວິດຂອງພວກເຂົາເພື່ອພຣະອົງ. ເມື່ອຫົວໃຈຂອງມະນຸດຊາດເຂົ້າໃຈພຣະທຳທີ່ຈິງໃຈຂອງພຣະຜູ້ສ້າງ, ມະນຸດຊາດຈະປະຕິເສດຊາຕານ ແລະ ມາຢູ່ຄຽງຂ້າງພຣະຜູ້ສ້າງ; ເມື່ອມະນຸດຊາດໄດ້ລ້າງຄວາມສົກກະປົກອອກຈາກຮ່າງກາຍຂອງພວກເຂົາ ແລະ ໄດ້ຮັບເອົາການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະຜູ້ສ້າງອີກຄັ້ງ, ຄວາມຊົງຈຳຂອງມະນຸດຊາດຈະຖືກຮື້ຟື້ນ ແລະ ໃນເວລານັ້ນ ມະນຸດຊາດຈະໄດ້ກັບຄືນສູ່ການປົກຄອງຂອງພຣະຜູ້ສ້າງຢ່າງແທ້ຈິງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)