4. ວິທີທີ່ຄວາມຊົງລິດທານຸພາບອັນສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າສະແດງອອກ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ. ບໍ່ວ່າພຣະອົງໄດ້ສ້າງພວກມັນໃນລັກສະນະໃດກໍຕາມ, ບໍ່ວ່າເປັນຫຍັງພຣະອົງຈຶ່ງສ້າງພວກມັນ, ທຸກສິ່ງກໍມີຊີວິດ ແລະ ຍຶດໝັ້ນ ແລະ ເປັນຢູ່ຍ້ອນພຣະທຳຂອງພຣະເຈົ້າ; ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນເວລາກ່ອນມະນຸດຊາດປາກົດເທິງແຜ່ນດິນໂລກ, ພຣະຜູ້ສ້າງໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງເພື່ອສ້າງທຸກສິ່ງໃຫ້ກັບມະນຸດຊາດ ແລະ ໃຊ້ວິທີການໜຶ່ງດຽວຂອງພຣະອົງເພື່ອຈັດແຈງສະພາບແວດລ້ອມແຫ່ງຊີວິດທີ່ເໝາະສົມສໍາລັບມະນຸດຊາດ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອຈັດແຈງສຳລັບມະນຸດຊາດ ຜູ້ເຊິ່ງຈະຮັບເອົາລົມຫາຍໃຈຂອງພຣະອົງໃນອີກບໍ່ດົນ. ນີ້ໝາຍຄວາມວ່າ ໃນເວລາກ່ອນມະນຸດຊາດຈະຖືກສ້າງ, ສິດອຳນາດຂອງພຣະເຈົ້າຖືກສະແດງອອກໃນສິ່ງຖືກສ້າງທັງໝົດທີ່ແຕກຕ່າງຈາກມະນຸດຊາດ, ໃນສິ່ງທີ່ຍິ່ງໃຫຍ່ສໍ່າກັບສະຫວັນ, ແສງສະຫວ່າງ, ທະເລ, ແຜ່ນດິນ ແລະ ໃນສິ່ງທີ່ເລັກນ້ອຍສໍ່າກັບສັດ ແລະ ນົກ ພ້ອມທັງໃນແມງໄມ້ ແລະ ເຊື້ອຈຸລິນຊີທຸກຊະນິດ ລວມເຖິງເຊື້ອແບັກເທເຣຍຫຼາກຫຼາຍຊະນິດທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ແຕ່ລະຢ່າງຖືກມອບຊີວິດໂດຍພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງເພີ່ມທະວີຍ້ອນພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ຍ້ອນພຣະທຳຂອງພຣະອົງ. ເຖິງແມ່ນວ່າ ພວກມັນບໍ່ໄດ້ຮັບລົມຫາຍໃຈຂອງພຣະຜູ້ສ້າງ, ພວກມັນກໍຍັງສະແດງອອກເຖິງຄວາມມີພະລັງແຫ່ງຊີວິດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ຜ່ານທາງຮູບຮ່າງ ແລະ ໂຄງສ້າງທີ່ແຕກຕ່າງກັນຂອງພວກມັນ; ເຖິງແມ່ນວ່າພວກມັນບໍ່ໄດ້ຮັບຄວາມສາມາດໃນການເວົ້າດັ່ງທີ່ພຣະຜູ້ສ້າງມອບໃຫ້ກັບມະນຸດຊາດ, ພວກມັນແຕ່ລະຢ່າງກໍໄດ້ຮັບວິທີແຫ່ງການສຳແດງຊີວິດຂອງພວກມັນ ທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ ແລະ ທີ່ແຕກຕ່າງຈາກພາສາຂອງມະນຸດ. ສິດອຳນາດຂອງພຣະຜູ້ສ້າງບໍ່ພຽງແຕ່ມອບພະລັງຊີວິດໃຫ້ກັບວັດຖຸທີ່ເບິ່ງຄືກັບວ່າບໍ່ເໜັງຕີງ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ, ແຕ່ພຣະອົງຍັງໄດ້ມອບສັນຊາດຕະຍານໃນການອອກລູກ ແລະ ການທະວີຄູນໃຫ້ກັບທຸກສິ່ງທີ່ມີຊີວິດ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ ແລະ ເພື່ອພວກມັນຈະສືບທອດກົດເກນ ແລະ ຫຼັກການແຫ່ງການເອົາຕົວລອດທີ່ພຣະຜູ້ສ້າງມອບໃຫ້ກັບພວກມັນຈາກຮຸ່ນສູ່ຮຸ່ນ. ລັກສະນະທີ່ພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງບໍ່ໄດ້ຍຶດຕິດຢູ່ກັບມຸມມອງມະຫາພາກ ຫຼື ຈຸລະພາກຢ່າງໜຽວແໜ້ນ ແລະ ບໍ່ໄດ້ຈຳກັດກັບຮູບຮ່າງໃດໜຶ່ງ; ພຣະອົງສາມາດບັນຊາການກິດຈະການຂອງຈັກກະວານ ແລະ ປົກຄອງເໜືອຊີວິດ ແລະ ຄວາມຕາຍຂອງທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກຳນົດທິດທາງໃຫ້ກັບທຸກສິ່ງເພື່ອພວກມັນຈະຮັບໃຊ້ພຣະອົງ; ພຣະອົງສາມາດຄຸ້ມຄອງທຸກການເຮັດວຽກຂອງພູເຂົາ, ແມ່ນໍ້າ ແລະ ທະເລສາບ ແລະ ປົກຄອງທຸກສິ່ງທີ່ຢູ່ພາຍໃນສິ່ງເຫຼົ່ານັ້ນ ແລະ ນອກເໜືອໄປກວ່ານັ້ນ ພຣະອົງສາມາດສະໜອງສິ່ງທີ່ຈຳເປັນຕໍ່ສິ່ງທັງປວງ. ນີ້ແມ່ນການສະແດງອອກຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງທ່າມກາງສິ່ງທັງປວງນອກຈາກມະນຸດຊາດ. ການສະແດງອອກດັ່ງກ່າວບໍ່ແມ່ນພຽງສຳລັບຊ່ວງເວລາຊີວິດໃດໜຶ່ງເທົ່ານັ້ນ; ມັນຈະບໍ່ເຊົາຈັກເທື່ອ ຫຼື ພັກ ແລະ ມັນບໍ່ສາມາດຖືກປ່ຽນແປງ ຫຼື ຖືກທຳລາຍໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ ຫຼື ມັນບໍ່ສາມາດຖືກເພີ່ມເຕີ່ມ ຫຼື ລົດລົງໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ, ຍ້ອນບໍ່ມີໃຜສາມາດແທນຕົວຕົນຂອງພຣະຜູ້ສ້າງ ແລະ ສະນັ້ນ ສິດອຳນາດຂອງພຣະຜູ້ສ້າງຈຶ່ງບໍ່ສາມາດຖືກແທນທີ່ໂດຍສິ່ງຖືກສ້າງໃດໆ; ມັນບໍ່ສາມາດບັນລຸໂດຍສິ່ງທີ່ບໍ່ຖືກສ້າງໃດໆ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍດອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.
ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຫຼັງຈາກທີ່ໄດ້ອ່ານ “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ” ໃນປະຖົມມະການ 18:18, ພວກເຈົ້າຮູ້ສຶກເຖິງສິດອຳນາດຂອງພຣະເຈົ້າບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມພິເສດຂອງພຣະຜູ້ສ້າງບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະຜູ້ສ້າງບໍ? ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ແນ່ນອນ. ພຣະເຈົ້າບໍ່ໄດ້ກ່າວພຣະທຳດັ່າງກ່າວ ຍ້ອນ ຫຼື ເພື່ອເປັນຕົວແທນໃຫ້ກັບຄວາມໝັ້ນໃຈຂອງພຣະອົງໃນຄວາມສຳເລັດ; ກົງກັນຂ້າມ, ພຣະທຳດັ່ງກ່າວເປັນເຄື່ອງພິສູດເຖິງສິດອຳນາດແຫ່ງພຣະຄຳຂອງພຣະເຈົ້າ ແລະ ເປັນພຣະບັນຍັດທີ່ເຮັດໃຫ້ພຣະທຳຂອງພຣະເຈົ້າສຳເລັດ. ມີສອງຂໍ້ທີ່ພວກເຈົ້າຄວນໃສ່ໃຈໃນນີ້. ເມື່ອພຣະເຈົ້າກ່າວວ່າ: “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ”, ມີອົງປະກອບຂອງຄວາມບໍ່ແຈ່ມແຈ້ງໃນພຣະທຳເຫຼົ່ານີ້ບໍ? ມີອົງປະກອບຂອງຄວາມກັງວົນໃຈບໍ? ມີອົງປະກອບຂອງຄວາມຢ້ານກົວບໍ? ຍ້ອນຄຳວ່າ “ຈະແນ່ນອນ” ແລະ “ຈະກາຍເປັນ” ໃນຖ້ອຍຄຳຂອງພຣະເຈົ້າ, ອົງປະກອບເຫຼົ່ານີ້ ເຊິ່ງພິເສດສຳລັບມະນຸດ ແລະ ມັກສະແດງອອກໃຫ້ເຫັນໃນເຂົາ ແມ່ນບໍ່ເຄີຍກ່ຽວຂ້ອງກັບພຣະຜູ້ສ້າງຈັກເທື່ອ. ບໍ່ມີໃຜກ້າໃຊ້ຄຳເວົ້າດັ່ງກ່າວ ເມື່ອອວຍພອນໃຫ້ກັບຄົນອື່ນ, ບໍ່ມີໃຜກ້າອວຍພອນຄົນອື່ນຢ່າງໝັ້ນໃຈໃຫ້ມີຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງ ຫຼື ຄຳສັນຍາທີ່ວ່າ ບັນດາປະຊາຊາດໃນແຜ່ນດິນໂລກຈາກໄດ້ຮັບການອວຍພອນຜ່ານລາວ. ຍິ່ງພຣະທຳຂອງພຣະເຈົ້າແນ່ນອນຫຼາຍສໍ່າໃດ, ພຣະທຳເຫຼົ່ານັ້ນຍິ່ງພິສູດບາງສິ່ງຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືບາງສິ່ງນັ້ນ? ພຣະທຳເຫຼົ່ານີ້ພິສູດວ່າ ພຣະເຈົ້າມີສິດອຳນາດດັ່ງກ່າວ, ວ່າສິດອຳນາດຂອງພຣະອົງສາມາດເຮັດສຳເລັດສິ່ງເຫຼົ່ານີ້ໄດ້ ແລະ ຄວາມສຳເລັດຂອງພຣະທຳເຫຼົ່ານີ້ແມ່ນຫຼີກເວັ້ນບໍ່ໄດ້. ພຣະເຈົ້າແນ່ນອນໃນຫົວໃຈຂອງພຣະອົງ ໂດຍບໍ່ລັ່ງເລແມ່ນແຕ່ໜ້ອຍດຽວ ກ່ຽວກັບທຸກສິ່ງທີ່ພຣະອົງອວຍພອນໃຫ້ກັບອັບຣາຮາມ. ຍິ່ງໄປກວ່ານັ້ນ, ຄວາມສົມບູນຂອງສິ່ງນີ້ຈະຖືກເຮັດໃຫ້ສຳເລັດຕາມພຣະທຳຂອງພຣະອົງ ແລະ ບໍ່ມີອຳນາດໃດທີ່ສາມາດປ່ຽນແປງ, ຂັດຂວາງ, ທຳລາຍ ຫຼື ລົບກວນການປະຕິບັດໃຫ້ສຳເລັດດັ່ງກ່າວ. ບໍ່ວ່າແມ່ນຫຍັງເກີດຂຶ້ນກໍຕາມ, ບໍ່ມີຫຍັງທີ່ສາມາດລົບລ້າງ ຫຼື ມີອິດທິພົນຕໍ່ການປະຕິບັດໃຫ້ສຳເລັດ ແລະ ຄວາມສຳເລັດຂອງພຣະທຳຂອງພຣະເຈົ້າ. ນີ້ແມ່ນຄວາມຍິ່ງໃຫຍ່ທີ່ສຸດຂອງພຣະທຳທີ່ກ່າວອອກມາຈາກປາກຂອງພຣະຜູ້ສ້າງ ແລະ ສິດອຳນາດຂອງພຣະຜູ້ສ້າງທີ່ຍອມອົດກັ້ນຕໍ່ການປະຕິເສດຂອງມະນຸດ! ເມື່ອໄດ້ອ່ານພຣະທຳເຫຼົ່ານີ້, ເຈົ້າຍັງສົງໄສຢູ່ບໍ? ພຣະທຳເຫຼົ່ານີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ ແລະ ມີລິດອຳນາດ, ຄວາມຫງ່າງາມ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າ. ຄວາມຍິ່ງໃຫຍ່ ແລະ ສິດອຳນາດດັ່ງກ່າວ ແລະ ຄວາມສຳເລັດຂອງຄວາມຈິງທີ່ແນ່ນອນ ແມ່ນບໍ່ສາມາດບັນລຸໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດໆ ແລະ ບໍ່ມີສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດກໍຕາມ ສາມາດລື່ນສິ່ງເຫຼົ່ານັ້ນໄດ້. ມີແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສົນທະນາກັບມະນຸດຊາດດ້ວຍນໍ້າສຽງ ແລະ ສຳນຽງດັ່ງກ່າວ; ຄວາມຈິງໄດ້ພິສູດວ່າ ຄຳສັນຍາຂອງພຣະອົງບໍ່ແມ່ນພຣະທຳທີ່ວ່າງເປົ່າ ຫຼື ການເວົ້າໃຫຍ່ລ້າໆ, ແຕ່ເປັນພຣະຄຳແຫ່ງສິດອຳນາດໜຶ່ງດຽວທີ່ບໍ່ມີບຸກຄົນ, ເຫດການ ຫຼື ວັດຖຸໃດສາມາດຢູ່ເໜືອພຣະຄໍານັ້ນໄດ້.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃຫ້ພວກເຮົາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ....” ເມື່ອພຣະເຢຊູເຈົ້າເຮັດສິ່ງນັ້ນ, ພຣະອົງພຽງແຕ່ເວົ້າປະໂຫຍກດຽວຄື: “ລາຊະໂຣ ຈົ່ງອອກມາ”. ແລ້ວລາຊະໂຣກໍອອກມາຈາກຂຸມຝັງສົບຂອງລາວ, ສິ່ງນີ້ຖືກເຮັດໃຫ້ສຳເລັດ ຍ້ອນຄຳເວົ້າສອງສາມຄຳທີ່ພຣະຜູ້ເປັນເຈົ້າໄດ້ກ່າວອອກມາເທົ່ານັ້ນ. ໃນລະຫວ່າງເວລານີ້, ພຣະເຢຊູເຈົ້າບໍ່ໄດ້ຕັ້ງແທ່ນບູຊາ ແລະ ພຣະອົງບໍ່ໄດ້ປະຕິບັດການກະທຳອື່ນ. ພຣະອົງພຽງແຕ່ເວົ້າສິ່ງດຽວນີ້. ສິ່ງນີ້ຄວນຖືກເອີ້ນວ່າ ສິ່ງອັດສະຈັນ ຫຼື ຄຳສັ່ງບໍ? ຫຼື ມັນແມ່ນເວດມົນຄາຖາບາງຢ່າງບໍ? ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສາມາດເອີ້ນໄດ້ວ່າ ສິ່ງອັດສະຈັນ ແລະ ຖ້າເຈົ້າເບິ່ງມັນຈາກທັດສະນະທີ່ທັນສະໄໝ, ແນ່ນອນ ເຈົ້າຍັງຈະສາມາດເອີ້ນມັນໄດ້ວ່າ ສິ່ງອັດສະຈັນ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເວດມົນສະນິດໜຶ່ງແນ່ນອນທີ່ຈະສາມາດເອີ້ນວິນຍານຈາກຄວາມຕາຍໄດ້, ມັນບໍ່ແມ່ນເວດມົນຄາຖາຢ່າງແນ່ນອນ. ມັນຖືກຕ້ອງທີ່ຈະເວົ້າວ່າ ສິ່ງອັດສະຈັນນີ້ເປັນສິ່ງທຳມະດາທີ່ສຸດ, ເປັນການສະແດງເລັກໆນ້ອຍໆເຖິງສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພຣະເຈົ້າມີສິດອຳນາດທີ່ຈະໃຫ້ຄົນໃດໜຶ່ງຕາຍ, ເຮັດໃຫ້ວິນຍານຂອງເຂົາອອກຈາກຮ່າງກາຍຂອງເຂົາ ແລະ ກັບຄືນສູ່ດິນແດນມໍລະນາ ຫຼື ໄປໃສກໍໄດ້ທີ່ມັນຄວນໄປ. ເວລາຕາຍຂອງບຸກຄົນໃດໜຶ່ງ ແລະ ສະຖານທີ່ໆພວກເຂົາຈະໄປຫຼັງຈາກຕາຍ, ສິ່ງເຫຼົ່ານີ້ແມ່ນຖືກກຳນົດໂດຍພຣະເຈົ້າ. ພຣະອົງສາມາດຕັດສິນໃຈໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ໂດຍບໍ່ຖືກຈຳກັດຈາກມະນຸດ, ເຫດການ, ສິ່ງຂອງ, ອາວະກາດ ຫຼື ພູມສາດໃດໆ. ຖ້າພຣະອົງຕ້ອງການເຮັດມັນ, ພຣະອົງກໍສາມາດເຮັດມັນໄດ້ ຍ້ອນທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆແມ່ນຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ທຸກສິ່ງແຜ່ຂະຫຍາຍ, ມີຊີວິດ ແລະ ຈິບຫາຍໂດຍພຣະທຳຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ພຣະອົງສາມາດຟື້ນຄືນຊີວິດຄົນທີ່ຕາຍແລ້ວ ແລະ ພຣະອົງກໍສາມາດເຮັດສິ່ງນີ້ໃນເວລາໃດກໍໄດ້, ຢູ່ບ່ອນໃດກໍໄດ້. ນີ້ແມ່ນສິດອຳນາດທີ່ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ມີ.
ເມື່ອພຣະເຢຊູເຈົ້າເຮັດສິ່ງຕ່າງໆ ເຊັ່ນ: ນໍາລາຊະໂຣຄືນມາຈາກຄວາມຕາຍ, ເປົ້າໝາຍຂອງພຣະອົງແມ່ນເພື່ອພິສູດໃຫ້ມະນຸດ ແລະ ຊາຕານໄດ້ເຫັນ ແລະ ເພື່ອເຮັດໃຫ້ມະນຸດ ແລະ ຊາຕານຮູ້ວ່າ ທຸກສິ່ງທີ່ກ່ຽວກັບມະນຸດຊາດ, ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ເຖິງແມ່ນພຣະອົງໄດ້ກາຍມາເປັນເນື້ອໜັງ, ພຣະອົງກໍຍັງບັນຊາໂລກຝ່າຍຮ່າງກາຍທີ່ສາມາດເຫັນໄດ້ ພ້ອມທັງໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເຫັນໄດ້. ສິ່ງນີ້ແມ່ນເພື່ອໃຫ້ມະນຸດຊາດ ແລະ ຊາຕານຮູ້ວ່າ ທຸກສິ່ງກ່ຽວກັບມະນຸດຊາດບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງຂອງຊາຕານ. ສິ່ງນີ້ແມ່ນການເປີດເຜີຍ ແລະ ການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ມັນຍັງເປັນວິທີທີ່ພຣະເຈົ້າບອກສິ່ງທັງປວງວ່າ ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຢູ່ໃນກໍາມືຂອງພຣະເຈົ້າ. ການທີ່ພຣະເຢຊູເຈົ້າຟື້ນຄືນຊີບຂອງລາຊະໂຣແມ່ນໜຶ່ງໃນວິທີທີ່ພຣະຜູ້ສ້າງສັ່ງສອນ ແລະ ແນະນໍາແກ່ມະນຸດຊາດ. ມັນຄືການກະທຳທີ່ເປັນຮູບປະທຳ ເຊິ່ງພຣະເຈົ້າໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງໃນການແນະນໍາ ແລະ ສະໜອງໃຫ້ແກ່ມະນຸດຊາດ. ມັນແມ່ນວິທີທີ່ພຣະຜູ້ສ້າງຍອມໃຫ້ມະນຸດຊາດໄດ້ເຫັນເຖິງຄວາມຈິງວ່າພຣະອົງບັນຊາສິ່ງທັງປວງ ໂດຍທີ່ບໍ່ໄດ້ໃຊ້ຄຳເວົ້າເລີຍ. ມັນແມ່ນວິທີທີ່ພຣະອົງບອກແກ່ມະນຸດຊາດຜ່ານທາງການກະທຳຕົວຈິງວ່າ ບໍ່ມີຄວາມລອດພົ້ນອື່ນໃດ ນອກຈາກຜ່ານທາງພຣະອົງ. ວິທີການງຽບໆນີ້ທີ່ພຣະອົງໃຊ້ເພື່ອສັ່ງສອນມະນຸດຊາດແມ່ນນິດນິລັນ, ຖາວອນ, ນໍາເອົາຄວາມຕື່ນຕົກໃຈ ແລະ ແສງສະຫວ່າງທີ່ບໍ່ສາມາດມືດມົນຈັກເທື່ອ ມາສູ່ຫົວໃຈຂອງມະນຸດ. ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ, ສິ່ງນີ້ແມ່ນມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຕິດຕາມແຕ່ລະຄົນຂອງພຣະເຈົ້າ. ມັນຝັງແໜ້ນໃນຄວາມເຂົ້າໃຈຂອງທຸກຄົນທີ່ເຂົ້າໃຈເຫດການ ແລະ ນິມິດຢ່າງເລິກເຊິ່ງທີ່ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສັ່ງຊີວິດ ແລະ ຄວາມຕາຍໄດ້...
ເມື່ອພຣະເຢຊູເຈົ້ານໍາລາຊະໂຣຄືນມາຈາກຄວາມຕາຍ, ພຣະອົງໃຊ້ພຽງແຕ່ພຣະທຳສອງສາມຂໍ້ເຫຼົ່ານີ້: “ລາຊະໂຣ ຈົ່ງອອກມາ”. ພຣະອົງບໍ່ໄດ້ເວົ້າຫຍັງ ນອກຈາກນີ້. ແລ້ວພຣະທຳເຫຼົ່ານີ້ສະແດງເຖິງຫຍັງ? ພວກມັນສະແດງວ່າ ພຣະເຈົ້າສາມາດເຮັດໃຫ້ຫຍັງກໍໄດ້ສຳເລັດໂດຍການກ່າວ ລວມເຖິງການເຮັດໃຫ້ຄົນທີ່ຕາຍແລ້ວຟື້ນຄືນຊີບໄດ້. ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ, ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍເຮັດດ້ວຍພຣະທຳ ນັ້ນກໍຄື ຄຳສັ່ງ, ພຣະທຳທີ່ມີສິດອຳນາດ ແລະ ດ້ວຍວິທີນີ້ ສິ່ງທັງປວງຈຶ່ງຖືກເນລະມິດສ້າງຂຶ້ນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເຮັດໃຫ້ສຳເລັດ. ພຣະທຳສອງສາມຂໍ້ນີ້ທີ່ພຣະເຢຊູເຈົ້າໄດ້ກ່າວແມ່ນຄືກັນກັບພຣະທຳທີ່ພຣະເຈົ້າໄດ້ກ່າວໃນເວລາພຣະອົງເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ; ໃນລັກສະນະດຽວກັນ, ພຣະທໍາເຫຼົ່ານັ້ນກໍມີສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະຜູ້ສ້າງ. ສິ່ງທັງປວງແມ່ນຖືກສ້າງຂຶ້ນ ແລະ ຍຶດໝັ້ນ ຍ້ອນພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ໃນລັກສະນະດຽວກັນ ລາຊະໂຣກໍຍ່າງອອກຈາກຂຸມຝັງສົບຂອງລາວ ຍ້ອນພຣະທຳຈາກປາກຂອງພຣະເຢຊູເຈົ້າ. ນີ້ແມ່ນສິດອຳນາດຂອງພຣະເຈົ້າ ເຊິ່ງຖືກສະແດງອອກ ແລະ ຖືກເຮັດໃຫ້ເປັນຈິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງເອງ. ສິດອຳນາດ ແລະ ຄວາມສາມາດປະເພດນີ້ແມ່ນເປັນຂອງພຣະຜູ້ສ້າງ ແລະ ເປັນຂອງບຸດມະນຸດ ຜູ້ເຊິ່ງພຣະຜູ້ສ້າງໄດ້ກາຍເປັນຈິງ. ນີ້ແມ່ນຄວາມເຂົ້າໃຈທີ່ພຣະເຈົ້າໄດ້ສັ່ງສອນໃຫ້ແກ່ມະນຸດຊາດໂດຍການນໍາລາຊະໂຣກັບຄືນມາຈາກຄວາມຕາຍ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ສິ່ງທີ່ເຮົາໄດ້ເວົ້າຕ້ອງຖືກນັບໄວ້, ສິ່ງທີ່ຖືກນັບໄວ້ຕ້ອງຖືກເຮັດໃຫ້ສົມບູນ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້; ນີ້ເປັນສິ່ງທີ່ແນ່ນອນ. ບໍ່ວ່າມັນຈະເປັນສິ່ງທີ່ເຮົາເວົ້າໃນອະດີດ ຫຼື ສິ່ງທີ່ເຮົາຈະເວົ້າໃນອະນາຄົດ, ທຸກສິ່ງຈະເກີດຂຶ້ນ ແລະ ມະນຸດຊາດທຸກຄົນຈະເຫັນສິ່ງນີ້. ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງພຣະທຳ ແລະ ພາລະກິດຂອງເຮົາ... ຈາກທຸກສິ່ງທີ່ເກີດຂຶ້ນໃນຈັກກະວານ ແມ່ນບໍ່ມີສິ່ງໃດທີ່ຈະບໍ່ມີຄໍາຕັດສິນສຸດທ້າຍຂອງເຮົາ. ມີສິ່ງໃດແດ່ທີ່ບໍ່ໄດ້ຢູ່ໃນກໍາມືຂອງເຮົາ? ທຸກສິ່ງທີ່ເຮົາເວົ້າໄປ ແລະ ໃນທ່າມກາງມະນຸດ ມີໃຜບໍທີ່ສາມາດປ່ຽນແປງຄວາມຄິດຂອງເຮົາໄດ້? ມັນອາດຈະເປັນສັນຍາທີ່ເຮົາໄດ້ສ້າງຂຶ້ນເທິງແຜ່ນດິນໂລກບໍ? ບໍ່ມີຫຍັງສາມາດຂັດຂວາງແຜນການຂອງເຮົາ; ເຮົາຢູ່ໃນພາລະກິດຂອງເຮົາຕະຫຼອດໄປ ພ້ອມທັງຢູ່ໃນແຜນການແຫ່ງການຄຸ້ມຄອງຂອງເຮົາ. ແມ່ນຫຍັງທີ່ມະນຸດສາມາດແຊກແຊງໄດ້? ບໍ່ແມ່ນເຮົາບໍທີ່ໄດ້ປັ້ນແຕ່ງສິ່ງເຫຼົ່ານີ້ດ້ວຍຕົວເຮົາເອງ? ເມື່ອເຂົ້າສູ່ສະຖານະການແບບນີ້ ໃນປັດຈຸບັນມັນກໍຍັງບໍ່ໄດ້ອອກຫ່າງຈາກແຜນການຂອງເຮົາ ຫຼື ນອກເໜືອສິ່ງທີ່ເຮົາໄດ້ທໍານວາຍໄວ້; ມັນລ້ວນແລ້ວແຕ່ຖືກກຳນົດໂດຍເຮົາເປັນເວລາດົນນານມາແລ້ວ. ຜູ້ໃດທ່າມກາງພວກເຈົ້າທີ່ສາມາດຢັ່ງເຖິງແຜນການຂອງເຮົາໃນຂັ້ນຕອນນີ້? ປະຊາຊົນຂອງເຮົາຈະຟັງສຽງຂອງເຮົາ ແລະ ທຸກຄົນທີ່ຮັກເຮົາດ້ວຍຄວາມຈິງໃຈຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງເຮົາຢ່າງແນ່ນອນ.
(ຄັດຈາກ “ບົດທີ 1” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ.
(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນພາລະກິດຂອງຍຸກສຸດທ້າຍ, ພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ ກະບົດ; ມະນຸດພຽງແຕ່ກັບຄືນຫາພຣະເຈົ້າຜ່ານການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງສາມາດຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ... ດັ່ງນັ້ນ ສິ່ງທີ່ພວກເຈົ້າໄດ້ຜະເຊີນໃນປັດຈຸບັນນີ້ ແມ່ນຜົນສໍາເລັດຜ່ານທາງພຣະທຳ, ເຊິ່ງຍິ່ງໃຫຍ່ກວ່າສິ່ງທີ່ຜູ້ຄົນໄດ້ຮັບຜ່ານການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນຂອງພຣະເຢຊູ. ຄວາມສະຫງ່າລາສີຂອງພຣະເຈົ້າທີ່ເຈົ້າເຫັນ ແລະ ລິດອຳນາດຂອງພຣະເຈົ້າທີ່ເຈົ້າເຫັນບໍ່ແມ່ນພຽງເຫັນຈາກວິທີການຄຶງໃສ່ໄມ້ກາງແຂນ, ຈາກວິທີແຫ່ງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ໄດ້ເຫັນດ້ວຍວິທີແຫ່ງການພິພາກສາຈາກພຣະທຳຂອງພຣະອົງ. ສິ່ງນີ້ສະແດງໃຫ້ເຈົ້າເຫັນວ່າ ລິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍການສ້າງໝາຍສຳຄັນ, ການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ມານຮ້າຍ, ແຕ່ປະກອບດ້ວຍການພິພາກສາໂດຍພຣະທຳເຊິ່ງເປັນວິທີການທີ່ສາມາດເປັນຕົວແທນໃຫ້ກັບລິດອຳນາດຂອງພຣະເຈົ້າ ແລະ ເປີດເຜີຍຄວາມຍິ່ງໃຫຍ່ຂອງພຣະອົງໄດ້ດີກວ່າ.
(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ບໍ່ມີພາລະກິດໃດຂອງພຣະເຈົ້າທີ່ຢູ່ທ່າມກາງມະນຸດຊາດຖືກກະກຽມໄວ້ໃນຕອນສ້າງໂລກ; ໃນທາງກົງກັນຂ້າມ, ມັນແມ່ນການພັດທະນາຂອງສິ່ງຕ່າງໆທີ່ເຮັດໃຫ້ພຣະເຈົ້າປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດເທື່ອລະບາດກ້າວ ແລະ ໃນລັກສະນະທີ່ເປັນຈິງ ແລະ ໃນພາກປະຕິບັດຫຼາຍຂຶ້ນ. ຍົກຕົວຢ່າງ: ພຣະເຢໂຮວາບໍ່ໄດ້ສ້າງງູເພື່ອໃຫ້ມາລໍ້ລວງແມ່ຍິງ; ນັ້ນບໍ່ແມ່ນແຜນການສະເພາະຂອງພຣະອົງ ຫຼື ມັນບໍ່ແມ່ນສິ່ງທີ່ພຣະອົງໄດ້ຕັ້ງໃຈກຳນົດໄວ້ລ່ວງໜ້າ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ນີ້ແມ່ນເຫດການທີ່ບໍ່ໄດ້ຄາດການໄວ້ກ່ອນ. ສະນັ້ນ ມັນເປັນຍ້ອນເຫດນີ້ ພຣະເຢໂຮວາຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາອອກຈາກສວນເອເດນ ແລະ ສາບານທີ່ຈະບໍ່ສ້າງມະນຸດອີກເລີຍ. ເຖິງຢ່າງໃດກໍຕາມ ຜູ້ຄົນພຽງແຕ່ຄົ້ນພົບສະຕິປັນຍາຂອງພຣະເຈົ້າບົນພື້ນຖານນີ້. ມັນເປັນດັ່ງທີ່ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ວ່າ: “ເຮົາໃຊ້ສະຕິປັນຍາຂອງເຮົາ ໂດຍອີງຕາມກົນອຸບາຍຂອງຊາຕານ”. ບໍ່ວ່າມະນຸດຊາດຈະເສື່ອມຊາມເທົ່າໃດ ຫຼື ງູຈະລໍ້ລວງພວກເຂົາແນວໃດກໍຕາມ, ພຣະເຢໂຮວາກໍຍັງມີສະຕິປັນຍາຂອງພຣະອົງ; ເພາະສະນັ້ນ, ພຣະອົງຈຶ່ງໄດ້ກະທຳພາລະກິດໃໝ່ນັບຕັ້ງແຕ່ທີ່ພຣະອົງໄດ້ສ້າງໂລກ ແລະ ບໍ່ມີບາດກ້າວໃດໃນພາລະກິດນີ້ຖືກເຮັດຊ້ຳຄືນອີກ. ຊາຕານໄດ້ສືບຕໍ່ເຮັດກົນອຸບາຍຢ່າງຕໍ່ເນື່ອງ, ມະນຸດຊາດແມ່ນຖືກເຮັດໃຫ້ເສື່ອມຊາມຢ່າງຕໍ່ເນື່ອງໂດຍຊາຕານ ແລະ ພຣະເຈົ້າເຢໂຮວາກໍໄດ້ດຳເນີນພາລະກິດມີສະຕິປັນຍາຂອງພຣະອົງຢ່າງບໍ່ຢຸດຢັ້ງ. ພຣະອົງບໍ່ເຄີຍລົ້ມເຫຼວ ຫຼື ພຣະອົງກໍບໍ່ເຄີຍຢຸດປະຕິບັດພາລະກິດຂອງພຣະອົງ ນັບຕັ້ງແຕ່ທີ່ໂລກຖືກສ້າງຂຶ້ນ. ຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມ, ພຣະອົງກໍໄດ້ສືບຕໍ່ປະຕິບັດພາລະກິດທ່າມກາງພວກເຂົາເພື່ອເອົາຊະນະຊາຕານ, ສັດຕູທີ່ເປັນຕົ້ນກໍາເນີດແຫ່ງຄວາມເສື່ອມຊາມຂອງພວກເຂົາ. ການຕໍ່ສູ້ນີ້ໄດ້ລຸກລາມຕັ້ງແຕ່ຕອນເລີ່ມຕົ້ນ ແລະ ຈະສືບຕໍ່ຈົນເຖິງຕອນສິ້ນສຸດຂອງໂລກ. ໃນການປະຕິບັດພາລະກິດທັງໝົດນີ້, ພຣະເຈົ້າເຢໂຮວາບໍ່ພຽງແຕ່ໄດ້ເຮັດໃຫ້ມະນຸດ ຜູ້ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໄດ້ຮັບການລອດພົ້ນທີ່ຍິ່ງໃຫຍ່ຂອງພຣະອົງ, ແຕ່ຍັງໄດ້ເຮັດໃຫ້ພວກເຂົາເຫັນສະຕິປັນຍາ, ລິດທານຸພາບສູງສຸດ ແລະ ສິດອໍານາດຂອງພຣະອົງອີກດ້ວຍ. ຍິ່ງໄປກວ່ານັ້ນ, ໃນທີ່ສຸດ, ພຣະອົງຈະເຮັດໃຫ້ພວກເຂົາໄດ້ເຫັນອຸປະນິໄສອັນຊອບທໍາຂອງພຣະອົງ ໂດຍລົງໂທດຄົນຊົ່ວຮ້າຍ ແລະ ໃຫ້ລາງວັນຄົນດີ. ພຣະອົງໄດ້ຕໍ່ສູ້ກັບຊາຕານຈົນຮອດທຸກມື້ນີ້ ແລະ ບໍ່ເຄີຍເສຍໄຊຈັກເທື່ອ. ນີ້ກໍເພາະວ່າພຣະອົງເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ພຣະອົງໃຊ້ສະຕິປັນຍາຂອງພຣະອົງ ໂດຍອີງຕາມກົນອຸບາຍຂອງຊາຕານ. ດ້ວຍເຫດນີ້, ພຣະເຈົ້າບໍ່ພຽງແຕ່ເຮັດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນຕ້ອງຍອມຕໍ່ສິດອໍານາດຂອງພຣະອົງ, ແຕ່ພຣະອົງຍັງໄດ້ເຮັດໃຫ້ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກນອນຢູ່ໃຕ້ພຣະບາດຂອງພຣະອົງ ແລະ ບໍ່ແມ່ນແຕ່ສໍ່ານັ້ນ, ພຣະອົງຍັງເຮັດໃຫ້ຄົນຊົ່ວຮ້າຍທີ່ບຸກລຸກ ແລະ ຂົ່ມເຫັງມະນຸດຊາດຕົກຢູ່ພາຍໃຕ້ການຂ້ຽນຕີຂອງພຣະອົງ. ຜົນໄດ້ຮັບທັງໝົດຂອງພາລະກິດນີ້ເກີດຂຶ້ນຍ້ອນສະຕິປັນຍາຂອງພຣະອົງ. ພຣະອົງບໍ່ເຄີຍເປີດເຜີຍສະຕິປັນຍາຂອງພຣະອົງກ່ອນທີ່ຈະມີມະນຸດຊາດ ເພາະວ່າພຣະອົງບໍ່ມີສັດຕູຢູ່ເທິງສະຫວັນ, ຢູ່ເທິງແຜ່ນດິນໂລກ ຫຼື ຢູ່ທົ່ວຈັກກະວານທັງປວງ ແລະ ບໍ່ມີກອງກຳລັງອັນມືດມົວທີ່ບຸກລຸກສິ່ງຕ່າງໆທ່າມກາງທຳມະຊາດ. ຫຼັງຈາກທີ່ອັກຄະເທວະດາໄດ້ທໍລະຍົດພຣະອົງ, ພຣະອົງໄດ້ສ້າງມະນຸດຊາດຢູ່ເທິງແຜ່ນດິນໂລກ ແລະ ມັນເປັນຍ້ອນມະນຸດຊາດ ພຣະອົງຈຶ່ງໄດ້ເລີ່ມສົງຄາມພັນປີຂອງພຣະອົງກັບຊາຕານ ແລະ ກັບອັກຄະເທວະດາ ເຊິ່ງເປັນສົງຄາມທີ່ເພີ່ມທະວີຄວາມຮຸນແຮງຂຶ້ນໃນທຸກຂັ້ນຕອນທີ່ຕໍ່ມາ. ລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງພຣະອົງແມ່ນມີຢູ່ໃນແຕ່ລະຂັ້ນຕອນເຫຼົ່ານີ້. ພຽງແຕ່ເມື່ອນັ້ນ ທຸກສິ່ງທຸກຢ່າງທີ່ຢູ່ໃນສະຫວັນ ແລະ ແຜ່ນດິນໂລກຈຶ່ງສາມາດເປັນພະຍານເຖິງສະຕິປັນຍາຂອງພຣະເຈົ້າ, ລິດທານຸພາບສູງສຸດ ແລະ ໂດຍສະເພາະແມ່ນຄວາມເປັນຈິງຂອງພຣະເຈົ້າ. ພຣະອົງຍັງດໍາເນີນພາລະກິດຂອງພຣະອົງໃນລັກສະນະທີ່ເປັນຈິງນີ້ຈົນເຖິງປັດຈຸບັນ; ນອກຈາກນັ້ນ, ໃນຂະນະທີ່ພຣະອົງດໍາເນີນພາລະກິດຂອງພຣະອົງ, ພຣະອົງຍັງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ. ພຣະອົງອະນຸຍາດໃຫ້ພວກເຈົ້າເຫັນຄວາມຈິງພາຍໃນແຕ່ລະຂັ້ນຕອນຂອງພາລະກິດ, ເຫັນເຖິງການອະທິບາຍກ່ຽວກັບລິດທານຸພາບຂອງພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນກໍເຫັນເຖິງການອະທິບາຍຢ່າງເດັດຂາດຂອງຄວາມເປັນຈິງຂອງພຣະເຈົ້າ.
(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນແຜນການຂອງເຮົາ, ຊາຕານໄດ້ຍ່າງຢູ່ດ້ານຫຼັງທຸກບາດກ້າວຢ່າງມິດງຽບມາຕະຫຼອດ ແລະ ໃນຖານະທີ່ມັນເປັນຜູ້ຂັດຂວາງສະຕິປັນຍາຂອງເຮົາ ມັນໄດ້ພະຍາຍາມຊອກຫາວິທີທາງ ແລະ ວິທີການເພື່ອຂັດຂວາງແຜນການດັ່ງເດີມຂອງເຮົາຕະຫຼອດ. ແຕ່ເຮົາຈະສາມາດຍອມຈໍານົນຕໍ່ແຜນການອຸບາຍຂອງມັນໄດ້ບໍ? ທຸກຢ່າງຢູ່ສະຫວັນ ແລະ ແຜ່ນດິນໂລກແມ່ນຮັບໃຊ້ເຮົາ; ແຜນການອຸບາຍຂອງຊາຕານຈະມີຄວາມແຕກຕ່າງບໍ? ນີ້ແມ່ນຈຸດທີ່ສະຕິປັນຍາຂອງເຮົາຕັດຜ່ານຢ່າງແນ່ນອນ; ມັນແມ່ນສິ່ງທີ່ມະຫັດສະຈັນກ່ຽວກັບການກະທໍາຂອງເຮົາ ແລະ ມັນແມ່ນຫຼັກການຂອງການປະຕິບັດແຜນການຄຸ້ມຄອງທັງໝົດຂອງເຮົາ. ໃນຍຸກແຫ່ງການສ້າງອານາຈັກ, ເຮົາກໍຍັງບໍ່ຖືກລະເວັ້ນດ້ວຍແຜນການອຸບາຍຂອງຊາຕານ ແຕ່ເຮົາສືບຕໍ່ເຮັດພາລະກິດທີ່ເຮົາຕ້ອງເຮັດ. ໃນທ່າມກາງຈັກກະວານ ແລະ ທຸກສິ່ງ, ເຮົາໄດ້ເລືອກການກະທໍາຂອງຊາຕານເປັນສິ່ງກີດຂວາງຂອງເຮົາ. ນີ້ບໍ່ແມ່ນການສະແດງອອກຂອງສະຕິປັນຍາຂອງເຮົາບໍ? ນີ້ບໍ່ແມ່ນສິ່ງທີ່ມະຫັດສະຈັນຢ່າງແທ້ຈິງກ່ຽວກັບສະຕິປັນຍາຂອງເຮົາບໍ?
(ຄັດຈາກ “ບົດທີ 8” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ເມື່ອເຮົາເລີ່ມຕົ້ນແຜນການຂອງເຮົາຢ່າງເປັນທາງການ, ທຸກຄົນເຄື່ອນຍ້າຍ ເມື່ອເຮົາເຄື່ອນຍ້າຍ, ຜູ້ຄົນທົ່ວຈັກກະວານພາກັນຫຍຸ້ງກັບການກ້າວໄປກັບເຮົາ, ມີ “ຄວາມປິຕິຍິນດີ” ທົ່ວຈັກກະວານ ແລະ ເຮົາໄດ້ກະຕຸ້ນໃຫ້ມະນຸດກ້າວໄປຂ້າງໜ້າ. ຜົນຕາມມາກໍຄື ມັງກອນແດງທີ່ຍິ່ງໃຫຍ່ໄດ້ຖືກເຮົາຂຽນຕີໃຫ້ຕົກສູ່ສະພາບສົນລະວົນ ແລະ ສັບສົນ ແລະ ຮັບໃຊ້ພາລະກິດຂອງເຮົາ ແລະ ເຖິງວ່າຈະບໍ່ເຕັມໃຈ ມັນກໍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງມັນເອງໄດ້, ເຮັດໃຫ້ບໍ່ມີທາງເລືອກນອກຈາກຈະຍອມຢູ່ພາຍໃຕ້ການຄວບຄຸມຂອງເຮົາ. ໃນແຜນການທັງໝົດຂອງເຮົາ, ມັງກອນແດງທີ່ຍິ່ງໃຫຍ່ຄືຜູ້ຂັດຂວາງເຮົາ, ເປັນສັດຕູຂອງເຮົາ ແລະ ຍັງເປັນຜູ້ຮັບໃຊ້ເຮົາ; ເມື່ອເປັນດັ່ງນັ້ນ ເຮົາຈຶ່ງບໍ່ເຄີຍຜ່ອນຜັນ “ເງື່ອນໄຂ” ທີ່ເຮົາຮຽກຮ້ອງຈາກມັນຈັກເທື່ອ. ສະນັ້ນ ຂັ້ນຕອນສຸດທ້າຍຂອງພາລະກິດຂອງການບັງເກີດເປັນມະນຸດຂອງເຮົາແມ່ນຖືກເຮັດໃຫ້ສຳເລັດໃນຄົວເຮືອນຂອງມັນ. ໃນວິທີນັ້ນ, ມັງກອນແດງທີ່ຍິ່ງໃຫຍ່ຈຶ່ງສາມາດຮັບໃຊ້ບໍລິການເຮົາໄດ້ຢ່າງເໝາະສົມຍິ່ງຂຶ້ນ ເຊິ່ງເຮັດໃຫ້ເຮົາເອົາຊະນະມັນ ແລະ ເຮັດໃຫ້ແຜນການຂອງເຮົາສຳເລັດ.
(ຄັດຈາກ “ບົດທີ 29” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)
ການເອົາຊະນະຂອງພຣະເຈົ້າເໜືອຊາຕານແມ່ນຫຼີກເວັ້ນບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາແຕ່ດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ເລີ່ມແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນກໍຄື ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເລີ່ມເຄື່ອນໄຫວ, ຊາຕານແມ່ນຖືກເອົາຊະນະຢ່າງສົມບູນແລ້ວ ເພາະວ່າຈຸດປະສົງຂອງການບັງເກີດເປັນມະນຸດແມ່ນເພື່ອທໍາລາຍລ້າງຊາຕານ. ທັນທີໃດທີ່ ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ເຊິ່ງບໍ່ມີອຳນາດໃດຈະສາມາດຢຸດຢັ້ງພາລະກິດນັ້ນໄດ້, ສະນັ້ນ, ຊາຕານຈຶ່ງໄດ້ແຕ່ຕົກສະເຫງີ້ເມື່ອເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດຄວາມຜິດອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນມີສະຕິປັນຍາຢ່າງຫຼວງຫຼາຍ, ມັນຈຶ່ງຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ; ແຕ່ ມັນຄາດບໍ່ເຖິງເລີຍວ່າ ພຣະເຈົ້າຈະກາຍເປັນເນື້ອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງຊາຕານ ເພື່ອເປັນການເປີດເຜີຍ ແລະ ການພິພາກສາມະນຸດຊາດເພື່ອປົກຄອງມະນຸດ ແລະ ເອົາຊະນະຊາຕານ. ພຣະເຈົ້າຊົງສະຫຼາດກວ່າຊາຕານ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ: ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນອຸບາຍຂອງຊາຕານ; ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ”. ພຣະເຈົ້າກະທຳພາລະກິດຂອງພຣະອົງໃນແຖວໜ້າ ແລະ ຊາຕານຈະນຳຫຼັງພຣະອົງ, ຈົນກວ່າໃນທີ່ສຸດມັນກໍຈະຖືກທໍາລາຍ. ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງຕີມັນ! ເຊື່ອມັນຈະຮູ້ຄວາມຈິງແມ່ນມັນໄດ້ຖືກທຸບຕີ ແລະ ຢຽບຢໍ່າແລ້ວ; ເຖິງເວລານັ້ນ ມັນກໍຈະຖືກເຜົາໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ແລ້ວໃນຕອນນັ້ນ ມັນຍັງຈະບໍ່ຍອມເຊື່ອຢ່າງເຕັມທີ່ບໍ? ເພາະວ່າມັນບໍ່ມີກົນອຸບາຍເຫຼືອໃຫ້ໃຊ້ອີກແລ້ວ!
(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງ. ຈຸດໝາຍທຳອິດຂອງພຣະອົງກໍຄືກຸ່ມນັກປົກຄອງພະເດັດການທີ່ຍິ່ງໃຫຍ່ ນັ້ນກໍຄື: ປະເທດຈີນ ເຊິ່ງເປັນປ້ອມປາການທີ່ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ. ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ ແລະ ລິດອຳນາດຂອງພຣະອົງ. ໃນຊ່ວງເວລານັ້ນ, ພຣະອົງຖືກຕາມລ່າໂດຍພັກປົກຄອງຂອງຈີນໃນທຸກວິທີທາງ ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່ ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ ແລະ ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້. ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື: ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ. ບໍ່ມີໃຜສາມາດຢັ່ງເຖິງຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້. ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ, ພຣະເຈົ້າກໍບໍ່ເຄີຍເຊົາພາລະກິດຂອງພຣະອົງ. ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ ແລະ ພຣະທຳຂອງພຣະອົງ, ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ. ພວກເຮົາເຊື່ອວ່າ ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້. ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ, ຕໍ່ຕ້ານພຣະທຳຂອງພຣະເຈົ້າ, ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ. ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະລົກ; ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ; ຊົນຊາດໃດກໍຕາມທີ່ລຸກຮືຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ...
ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ.
(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)