3. ພຣະເຈົ້າສະແດງອຸປະນິໄສອັນຊອບທຳຂອງພຣະອົງໃຫ້ແກ່ມະນຸດຊາດແນວໃດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ... ເມື່ອອຸປະນິໄສອັນເສື່ອມຊາມຂອງຜູ້ຄົນຖືກເປີດເຜີຍອອກ, ພຣະເຈົ້າກໍກ່າວເພື່ອພິພາກສາຜູ້ຄົນ ແລະ ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງເຫັນວ່າພຣະອົງບໍລິສຸດ. ໃນຂະນະທີ່ພຣະອົງພິພາກສາ ແລະ ຂ້ຽນຕີມະນຸດຍ້ອນຄວາມຜິດບາບຂອງເຂົາ, ໃນຂະນະດຽວກັນກໍເປີດໂປງຄວາມຜິດບາບຂອງມະນຸດ, ບໍ່ມີຜູ້ໃດ ຫຼື ສິ່ງໃດສາມາດຫຼົບໜີການພິພາກສານີ້; ທຸກສິ່ງທີ່ສົກກະປົກແມ່ນຖືກພຣະອົງພິພາກສາ ແລະ ມັນແມ່ນດ້ວຍເຫດນີ້ເທົ່ານັ້ນ ອຸປະນິໄສຂອງພຣະອົງຈຶ່ງສາມາດເວົ້າໄດ້ວ່າຊອບທຳ. ຖ້າບໍ່ດັ່ງນັ້ນ, ມັນຈະສາມາດເວົ້າໄດ້ແນວໃດວ່າພວກເຈົ້າຄືຕົວປະກອບທັງໃນນາມ ແລະ ແທ້ຈິງ?

(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແມ່ນຫຍັງຄືຂອບເຂດຂອງຄວາມຮູ້ຂອງເຈົ້າໃນມື້ນີ້? ແນວຄິດຂອງເຈົ້າ, ຄວາມຄິດຂອງເຈົ້າ, ພຶດຕິກຳຂອງເຈົ້າ, ຄຳເວົ້າ ແລະ ການກະທຳຂອງເຈົ້າ, ທຸກການສະແດງອອກເຫຼົ່ານີ້ບໍ່ເທົ່າກັບການເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະເຈົ້າບໍ? ການເວົ້າຂອງພວກເຈົ້າບໍ່ແມ່ນການສະແດງອອກເຖິງອຸປະນິໄສອັນເສື່ອມຊາມທີ່ຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າ, ແຮງຈູງໃຈຂອງເຈົ້າ ແລະ ຄວາມເສື່ອມຊາມທີ່ຖືກເປີດເຜີຍໃນຕົວເຈົ້າສະແດງເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າ ພ້ອມທັງເປັນຄວາມບໍລິສຸດຂອງພຣະອົງ. ພຣະເຈົ້າກໍເກີດໃນດິນແດນທີ່ສົກກະປົກເຊັ່ນກັນ ແຕ່ພຣະອົງຍັງບໍ່ໄດ້ເປິເປື້ອນໄປດ້ວຍຄວາມສົກກະປົກ. ພຣະອົງດຳລົງຊີວິດໃນໂລກທີ່ສົກກະປົກແບບດຽວກັບເຈົ້າ, ແຕ່ພຣະອົງມີເຫດຜົນ, ມີຄວາມເຂົ້າໃຈ ແລະ ພຣະອົງກຽດຊັງຄວາມສົກກະປົກ. ເຈົ້າເຖິງກັບອາດຈະບໍ່ສາມາດຄົ້ນພົບສິ່ງທີ່ສົກກະປົກໃນຄຳເວົ້າ ແລະ ການກະທຳຂອງເຈົ້າ, ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຊີ້ແຈງສິ່ງເຫຼົ່ານີ້ໃຫ້ກັບເຈົ້າ. ສິ່ງເດີມໆເຫຼົ່ານັ້ນຂອງເຈົ້າ, ການຂາດການປູກຝັງ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ວິທີການດຳລົງຊີວິດທີ່ຫຼ້າຫຼັງຂອງເຈົ້າ, ບັດນີ້ ສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະໂດຍການເປີດເຜີຍໃນປັດຈຸບັນ; ໂດຍການທີ່ພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນເຖິງຄວາມບໍລິສຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງ. ພຣະອົງພິພາກສາ ແລະ ຂ້ຽນຕີເຈົ້າ, ເຮັດໃຫ້ເຈົ້າໄດ້ຮັບຄວາມເຂົ້າໃຈ; ບາງເທື່ອ ທຳມະຊາດແບບມານຮ້າຍຂອງເຈົ້າກໍສຳແດງອອກມາ ແລະ ພຣະອົງຊີ້ໃຫ້ເຈົ້າເຫັນສິ່ງນັ້ນ. ພຣະອົງຮູ້ຈັກທາດແທ້ຂອງມະນຸດຄືກັບຫຼັງມືຂອງພຣະອົງ. ພຣະອົງດຳລົງຊີວິດທ່າມກາງພວກເຈົ້າ, ພຣະອົງກິນອາຫານແບບດຽວກັບເຈົ້າ ແລະ ພຣະອົງດຳລົງຊີວິດໃນສະພາບແວດລ້ມດຽວກັນ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະອົງຮູ້ຫຼາຍກວ່າ; ພຣະອົງສາມາດເປີດໂປງເຈົ້າ ແລະ ເບິ່ງເຫັນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ. ບໍ່ມີຫຍັງທີ່ພຣະອົງກຽດຊັງໄປຫຼາຍກວ່າປັດຊະຢາໃນການດຳລົງຊີວິດຂອງມະນຸດ ແລະ ຄວາມບໍ່ຊື່ສັດ ແລະ ຄວາມກະບົດ. ໂດຍສະເພາະແລ້ວ ພຣະອົງກຽດຊັງປະຕິກິລິຍາທາງເນື້ອໜັງຂອງຜູ້ຄົນ. ພຣະອົງອາດບໍ່ຄຸ້ນເຄີຍກັບປັດຊະຢາໃນການດຳລົງຊີວິດຂອງມະນຸດ, ແຕ່ພຣະອົງສາມາດເຫັນໄດ້ຢ່າງຊັດເຈນ ແລະ ເປີດໂປງອຸປະນິໄສອັນເສື່ອມຊາມທີ່ຜູ້ຄົນເປີດເຜີຍອອກ. ພຣະອົງປະຕິບັດພາລະກິດເພື່ອກ່າວ ແລະ ສອນມະນຸດຜ່ານສິ່ງເຫຼົ່ານີ້, ພຣະອົງໃຊ້ສິ່ງເຫຼົ່ານີ້ເພື່ອພິພາກສາຜູ້ຄົນ ແລະ ເພື່ອເຮັດໃຫ້ອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະອົງເອງເປັນທີ່ປະຈັກ.

(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືທາດແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ລິດອໍານາດຂອງພຣະເຈົ້າແມ່ນທາດແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງທາດແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນທາດແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນເນື້ອແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ທາດແທ້ຂອງພຣະອົງກໍບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນທາດແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະເປີດເຜີຍໂດຍທຳມະຊາດ ແລະ ສະແດງຕົວຕົນຂອງມັນເອງ. ສະນັ້ນ ການສະແດງອອກເຖິງຄວາມໂກດຮ້າຍຂອງພຣະເຈົ້າ ຄືສັນຍາລັກບົ່ງບອກວ່າ ກອງກຳລັງທີ່ຊົ່ວຮ້າຍທັງໝົດຈະບໍ່ມີຢູ່ອີກຕໍ່ໄປ ແລະ ມັນເປັນສັນຍາລັກບອກວ່າ ກອງກຳລັງທີ່ຕໍ່ຕ້ານທັງໝົດຈະຖືກທຳລາຍ. ນີ້ແມ່ນຄວາມເປັນເອກະລັກຂອງອຸປະນິໄສທີ່ຊອບທຳ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອສັກສີ ແລະ ຄວາມບໍລິສຸດຂອງພຣະເຈົ້າຖືກທ້າທາຍ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂັດຂວາງ ແລະ ບໍ່ເບິ່ງເຫັນໂດຍມະນຸດ, ແລ້ວພຣະເຈົ້າກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງ. ຍ້ອນທາດແທ້ຂອງພຣະເຈົ້າ, ບັນດາກອງກຳລັງເຫຼົ່ານີ້ທີ່ຢູ່ເທິງແຜ່ນດິນໂລກທີ່ຕໍ່ສູ້ພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ຂັດຂືນພຣະອົງ ຈຶ່ງຊົ່ວຮ້າຍ, ເສື່ອມຊາມ ແລະ ບໍ່ຍຸຕິທຳ; ພວກມັນມາຈາກຊາຕານ ແລະ ເປັນຂອງຊາຕານ. ຍ້ອນພຣະເຈົ້າຍຸຕິທຳ ແລະ ມີແສງສະຫວ່າງ ແລະ ບໍລິສຸດຢ່າງໄຮ້ມົນທິນ, ສະນັ້ນ ທຸກສິ່ງທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ເປັນຂອງຊາຕານກໍຈະຫາຍໄປ ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍອອກ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຖິງແມ່ນຄວາມໂກດຮ້າຍຂອງພຣະເຈົ້າຖືກເຊື່ອງຊ້ອນ ແລະ ບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ, ມັນກໍບໍ່ອົດທົນຕໍ່ການກະທໍາຜິດ

ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ ເຫດການສ່ວນໃຫຍ່ຂອງພຣະອົງແມ່ນຖືກປິດບັງໄວ້ ແລະ ມັນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ. ຜົນຕາມມາກໍຄື ມັນຍາກທີ່ຈະໃຫ້ມະນຸດເຫັນວ່າພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງອອກມາ ແລະ ຍາກທີ່ຈະເຂົ້າໃຈຄວາມໂກດຮ້າຍຂອງພຣະອົງ. ເມື່ອເປັນດັ່ງນັ້ນ, ມະນຸດຈຶ່ງຖືເບົາຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອມະນຸດຜະເຊີນກັບພາລະກິດ ແລະ ຂັ້ນຕອນສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມອົດກັ້ນ ແລະ ການໃຫ້ອະໄພມະນຸດ, ນັ້ນກໍຄື ເມື່ອໂອກາດສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມເມດຕາ ແລະ ການແຈ້ງເຕືອນຂອງພຣະອົງໄດ້ມາເຖິງມະນຸດຊາດ, ຖ້າຜູ້ຄົນຍັງໃຊ້ວິທີເກົ່າເພື່ອຕໍ່ຕ້ານພຣະເຈົ້າ ແລະ ບໍ່ພະຍາຍາມທີ່ຈະກັບໃຈ, ປັບປຸງວິທີທາງຂອງພວກເຂົາ ແລະ ຮັບເອົາຄວາມເມດຕາຂອງພຣະອົງ, ແລ້ວພຣະເຈົ້າກໍຈະບໍ່ປະທານຄວາມອົດກັ້ນ ແລະ ຄວາມອົດທົນໃຫ້ແກ່ພວກເຂົາອີກຕໍ່ໄປ. ໃນທາງກົງກັນຂ້າມ, ພຣະເຈົ້າຈະຖອນຄືນຄວາມເມດຕາຂອງພຣະອົງໃນເວລານີ້. ຫຼັງຈາກນັ້ນ ພຣະເຈົ້າກໍຈະພຽງແຕ່ປ່ອຍຄວາມໂກດຮ້າຍຂອງພຣະອົງ. ພຣະອົງສາມາດສະແດງຄວາມໂກດຮ້າຍຂອງພຣະອົງໃນທາງທີ່ແຕກຕ່າງກັນ, ຄືກັບທີ່ພຣະອົງສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອລົງໂທດ ແລະ ທຳລາຍຜູ້ຄົນ.

ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງໂຊໂດມກໍແມ່ນວິທີການທີ່ໄວທີ່ສຸດຂອງພຣະອົງໃນການທຳລາຍລ້າງມະນຸດຊາດ ຫຼື ສິ່ງອື່ນໆໂດຍສິ້ນເຊີງ. ການເຜົາປະຊາຊົນໃນເມືອງໂຊໂດມ ນອກຈາກໄດ້ທຳລາຍຮ່າງກາຍພາຍນອກຂອງພວກເຂົາແລ້ວ, ມັນຍັງໄດ້ທຳລາຍຈິດໃຈ, ວິນຍານ ແລະ ຮ່າງກາຍທັງໝົດຂອງພວກເຂົາອີກ, ເພື່ອແນ່ໃຈວ່າຜູ້ຄົນທີ່ຢູ່ໃນເມືອງຈະບໍ່ມີອີກໃນໂລກທາງກາຍ ແລະ ໂລກທີ່ມະນຸດບໍ່ສາມາດເຫັນໄດ້. ນີ້ແມ່ນລັກສະນະໜຶ່ງທີ່ພຣະເຈົ້າເປີດເຜີຍ ແລະ ສະແດງຄວາມໂກດຮ້າຍຂອງພຣະອົງ. ການເປີດເຜີຍ ແລະ ການສະແດງອອກໃນລັກສະນະນີ້ແມ່ນລັກສະນະໜຶ່ງຂອງທາດແທ້ ຂອງຄວາມໂກດຮ້າຍຂອງພຣະເຈົ້າ, ເຊິ່ງບໍ່ຕ່າງຫຍັງກັບການເປີດເຜີຍໂດຍທຳມະຊາດເຖິງທາດແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງລົງສູ່ມະນຸດ, ພຣະອົງບໍ່ມີຄວາມກະລຸນາ ຫຼື ຄວາມຮັກຄວາມເມດຕາ ຫຼື ສະແດງຄວາມອົດກັ້ນ ຫຼື ຄວາມອົດທົນຂອງພຣະອົງອີກຕໍ່ໄປ; ບໍ່ມີໃຜ, ສິ່ງໃດ ຫຼື ເຫດຜົນໃດທີ່ຈະສາມາດເຮັດໃຫ້ພຣະອົງສືບຕໍ່ອົດທົນ, ມອບຄວາມກະລຸນາຂອງພຣະອົງ ແລະ ປະທານຄວາມອົດກັ້ນຂອງພຣະອົງອີກຕໍ່ໄປ. ໃນທ່າມກາງສິ່ງຕ່າງໆເຫຼົ່ານີ້, ໂດຍບໍ່ລັງເລໃຈແມ່ນແຕ່ຊ່ວງເວລາດຽວ, ພຣະເຈົ້າເຮັດສິ່ງທີ່ພຣະອົງປາຖະໜາ ປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ. ພຣະອົງຈະເຮັດສິ່ງເຫຼົ່ານີ້ໃນລັກສະນະທີ່ໄວທີ່ສຸດ ແລະ ສະອາດທີ່ສຸດຕາມຄວາມປາຖະໜາຂອງພຣະອົງເອງ. ນີ້ແມ່ນວິທີທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ, ເຊິ່ງມະນຸດບໍ່ຄວນທ້າທາຍ ແລະ ມັນຍັງເປັນການສະແດງອອກເຖິງດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອຜູ້ຄົນໄດ້ເຫັນວ່າພຣະເຈົ້າສະແດງຄວາມກັງວົນ ແລະ ຄວາມຮັກຕໍ່ມະນຸດ, ພວກເຂົາກໍບໍ່ສາມາດຄົ້ນຫາຄວາມໂກດຮ້າຍຂອງພຣະອົງ, ເຫັນລິດອໍານາດຂອງພຣະອົງ ຫຼື ຮູ້ສຶກເຖິງຄວາມບໍ່ອົດກັ້ນຂອງພຣະອົງຕໍ່ການກະທໍາຜິດ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຜູ້ຄົນເຊື່ອຢູ່ສະເໝີວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນອຸປະນິໄສແຫ່ງຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຮັກເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອຜູ້ຄົນໄດ້ເຫັນວ່າ ພຣະເຈົ້າທຳລາຍເມືອງ ຫຼື ກຽດຊັງມະນຸດຊາດ, ຄວາມໂມໂຫຂອງພຣະອົງໃນການທຳລາຍມະນຸດ ພ້ອມທັງລິດອໍານາດຂອງພຣະອົງ, ເຮັດໃຫ້ຜູ້ຄົນເຫັນອີກດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະອົງ. ນີ້ແມ່ນການບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດ. ອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການກະທໍາຜິດນັ້ນຢູ່ເໜືອຈິນຕະນາການຂອງສິ່ງຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງ, ບໍ່ມີສິ່ງໃດສາມາດແຊກແຊງມັນ ຫຼື ມີຜົນກະທົບຕໍ່ມັນໄດ້; ແຮງໄກທີ່ມັນຈະສາມາດຖືກຮຽນແບບ ຫຼື ລອກແບບໄດ້. ສະນັ້ນ ດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າຈຶ່ງເປັນອຸປະນິໄສທີ່ມະນຸດຊາດ ຄວນຮູ້ທີ່ສຸດ. ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ມີອຸປະນິໄສປະເພດນີ້ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ປະກອບມີອຸປະນິໄສປະເພດນີ້. ພຣະເຈົ້າປະກອບມີອຸປະນິໄສທີ່ຊອບທຳປະເພດນີ້ ຍ້ອນພຣະອົງກຽດຊັງຄວາມຊົ່ວຮ້າຍ, ຄວາມມືດມົວ, ຄວາມກະບົດ ແລະ ການກະທຳທີ່ຊົ່ວຮ້າຍຂອງຊາຕານ, ການເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ການກືນກິນມະນຸດຊາດ, ຍ້ອນພຣະອົງກຽດຊັງການກະທຳຄວາມບາບທຸກຢ່າງທີ່ຕໍ່ຕ້ານພຣະອົງ ແລະ ເປັນຍ້ອນທາດແທ້ທີ່ບໍລິສຸດ ແລະ ບໍ່ມີມົນທິນຂອງພຣະອົງ. ມັນເປັນຍ້ອນສິ່ງນີ້ ພຣະອົງຈຶ່ງບໍ່ທົນທຸກຕໍ່ສິ່ງຖືກສ້າງ ຫຼື ບໍ່ຖືກສ້າງໃດໆທີ່ຕໍ່ຕ້ານ ຫຼື ຂັດຂືນພຣະອົງຢ່າງເປີດເຜີຍ. ເຖິງແມ່ນບຸກຄົນທີ່ພຣະອົງໄດ້ສະແດງຄວາມເມດຕາ ຫຼື ຜູ້ຄົນທີ່ພຣະອົງໄດ້ເລືອກໄວ້ແລ້ວກໍຕາມ, ຖ້າພວກເຂົາພຽງແຕ່ລ່ວງເກີນອຸປະນິໄສຂອງພຣະອົງ ແລະ ກະທໍາຜິດຫຼັກການທີ່ເຮັດໃຫ້ພຣະອົງໝົດຄວາມອົດທົນ ແລະ ຄວາມອົດກັ້ນ, ພຣະອົງກໍຈະປ່ອຍ ແລະ ເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ ໂດຍບໍ່ອົດກັ້ນຕໍ່ການລ່ວງເກີນ ແລະ ບໍ່ມີຄວາມເມດຕາ ຫຼື ການລັງເລໃຈແມ່ນແຕ່ໜ້ອຍດຽວເລີຍ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ, ທັນທີທີ່ພວກເຂົາປະກາດການອົດອາຫານ ແລະ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ຫົວໃຈຂອງພຣະອົງກໍເລີ່ມອ່ອນລົງ ແລະ ພຣະອົງກໍເລີ່ມປ່ຽນຄວາມຄິດຂອງພຣະອົງ. ເມື່ອພຣະອົງປະກາດຕໍ່ພວກເຂົາວ່າ ພຣະອົງຈະທຳລາຍເມືອງຂອງພວກເຂົາ, ພຣະອົງແມ່ນຍັງໃຈຮ້າຍກັບພວກເຂົາຢູ່ ເຊິ່ງເປັນຊ່ວງເວລາກ່ອນການສາລະພາບ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ກັບໃຈ, ຄວາມໃຈຮ້າຍຂອງພຣະເຈົ້າສຳລັບປະຊາຊົນແຫ່ງເມືອງນີນາເວກໍປ່ຽນແປງເປັນຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ພວກເຂົາເທື່ອລະໜ້ອຍ. ບໍ່ມີສິ່ງໃດຂັດແຍ້ງກ່ຽວກັບການເປີດເຜີຍທັງສອງດ້ານຂອງອຸປະນິໄສເຫຼົ່ານີ້ຂອງພຣະເຈົ້າທີ່ເກີດຂຶ້ນຈາກເຫດການດຽວກັນ. ແລ້ວຜູ້ຄົນຈະເຂົ້າໃຈ ແລະ ຮູ້ຈັກການຂາດຂໍ້ຂັດແຍ້ງນີ້ໄດ້ແນວໃດ? ພຣະເຈົ້າສະແດງ ແລະ ເປີດເຜີຍທາດແທ້ທັງສອງດ້ານທີ່ກົງກັນຂ້າມກັນຕາມລຳດັບ ໃນຂະນະທີ່ປະຊາຊົນແຫ່ງເມືອງນີນາເວກັບໃຈ ເຊິ່ງເຮັດໃຫ້ຜູ້ຄົນເຫັນເຖິງຄວາມເປັນຈິງ ແລະ ຄວາມບໍ່ສາມາດລ່ວງເກີນໄດ້ຂອງທາດແທ້ຂອງພຣະເຈົ້າ. ພຣະເຈົ້າໃຊ້ທັດສະນະຄະຕິຂອງພຣະອົງເພື່ອບອກຜູ້ຄົນກັບສິ່ງດັ່ງຕໍ່ໄປນີ້: ມັນບໍ່ແມ່ນພຣະເຈົ້າທີ່ບໍ່ອົດກັ້ນຕໍ່ຜູ້ຄົນ ຫຼື ບໍ່ແມ່ນວ່າ ພຣະອົງບໍ່ຕ້ອງການສະແດງຄວາມເມດຕາກັບພວກເຂົາ; ກົງກັນຂ້າມ ມັນແມ່ນພວກເຂົາທີ່ບໍ່ຄ່ອຍກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນຍາກສໍາລັບຜູ້ຄົນທີ່ຈະຫັນຫຼັງຈາກຫົນທາງອັນຊົ່ວຮ້າຍຂອງພວກເຂົາຢ່າງແທ້ຈິງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ເມື່ອພຣະເຈົ້າໃຈຮ້າຍກັບມະນຸດ, ພຣະອົງຫວັງວ່າມະນຸດຈະສາມາດກັບໃຈຢ່າງແທ້ຈິງ ແລະ ແນ່ນອນ ພຣະອົງຫວັງຢ່າງຍິ່ງທີ່ຈະເຫັນການກັບໃຈຢ່າງແທ້ຈິງຂອງມະນຸດ ເຊິ່ງໃນກໍລະນີນີ້ ພຣະອົງກໍຈະສືບຕໍ່ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໃຫ້ແກ່ມະນຸດຢ່າງໃຫຍ່ຫຼວງ. ນີ້ໝາຍຄວາມວ່າ ຄວາມປະພຶດທີ່ຊົ່ວຮ້າຍຂອງມະນຸດກໍ່ໃຫ້ເກີດຄວາມໂກດຮ້າຍຂອງພຣະເຈົ້າ, ໃນຂະນະທີ່ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຖືກປະທານໃຫ້ແກ່ຄົນທີ່ເຊື່ອຟັງພຣະເຈົ້າ ແລະ ກັບໃຈຕໍ່ໜ້າພຣະອົງຢ່າງແທ້ຈິງ, ປະທານໃຫ້ແກ່ຄົນທີ່ສາມາດຫັນອອກຈາກຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ທ່າທີຂອງພຣະເຈົ້າຖືກເປີດເຜີຍຢ່າງຊັດເຈນຫຼາຍໃນການປະຕິບັດຂອງພຣະອົງຕໍ່ຊາວນີນາເວ: ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າບໍ່ໄດ້ຍາກເລີຍທີ່ຈະຮັບເອົາ ແລະ ສິ່ງທີ່ພຣະອົງຮຽກຮ້ອງກໍຄືການກັບໃຈຂອງຜູ້ຄົນ. ຕາບໃດທີ່ຜູ້ຄົນປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມໂຫດຮ້າຍທີ່ຢູ່ໃນໃຈຂອງພວກເຂົາ, ພຣະເຈົ້າກໍຈະປ່ຽນໃຈ ແລະ ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້ານັ້ນແມ່ນມີຢູ່ຈິງແນ່ນອນ, ແຕ່ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ ເມື່ອເວລາພຣະອົງປ່ອຍຄວາມໂກດຮ້າຍຂອງພຣະອົງ ມັນກໍຍັງສະແດງໃຫ້ມະນຸດເຫັນອີກດ້ານຂອງພຣະເຈົ້າທີ່ພຣະອົງບໍ່ຍອມອົດທົນຕໍ່ການທ້າທາຍຂອງມະນຸດ. ເມື່ອມະນຸດສາມາດເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງສົມບູນ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ພຣະເຈົ້າກໍມີຄວາມເມດຕາຢ່າງຫຼວງຫຼາຍໃຫ້ແກ່ມະນຸດ; ເມື່ອມະນຸດເຕັມໄປດ້ວຍຄວາມເສື່ອມຊາມ, ຄວາມກຽດຊັງ ແລະ ເປັນສັດຕູກັບພຣະອົງ, ພຣະເຈົ້າກໍໃຈຮ້າຍຢ່າງຮຸນແຮງ. ພຣະອົງໃຈຮ້າຍຢ່າງຮຸນແຮງຈົນຮອດລະດັບໃດ? ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຈົນພຣະເຈົ້າບໍ່ເຫັນການຕໍ່ຕ້ານ ແລະ ການກະທຳທີ່ຊົ່ວຮ້າຍຂອງມະນຸດອີກຕໍ່ໄປ, ຈົນກວ່າສິ່ງເຫຼົ່ານັ້ນຈະບໍ່ຢູ່ຕໍ່ຕາພຣະອົງອີກຕໍ່ໄປ. ມີແຕ່ເມື່ອນັ້ນ ຄວາມໃຈຮ້າຍຂອງພຣະເຈົ້າຈຶ່ງຈະຫາຍໄປ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າບຸກຄົນນັ້ນຈະແມ່ນຜູ້ໃດກໍຕາມ, ຖ້າຫົວໃຈຂອງພວກເຂົາຫ່າງໄກອອກຈາກພຣະເຈົ້າ ແລະ ຫັນໜີຈາກພຣະເຈົ້າ, ບໍ່ຫັນກັບຄືນມາຈັກເທື່ອ, ບໍ່ວ່າໃນລັກສະນະໃດ ຫຼື ໃນເລື່ອງຄວາມປາຖະໜາສ່ວນຕົວຂອງພວກເຂົາກໍຕາມ, ບໍ່ວ່າພວກເຂົາປາຖະໜາທີ່ຈະນະມັດສະການ ແລະ ຕິດຕາມ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງພວກເຂົາ ຫຼື ໃນຄວາມຄິດຂອງພວກເຂົາແນວໃດກໍຕາມ, ຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍອອກຢ່າງບໍ່ຢຸດຍັ້ງ. ມັນຈະເປັນຄືກັບ ເມື່ອພຣະເຈົ້າປ່ອຍຄວາມໃຈຮ້າຍຂອງພຣະອົງຢ່າງຮຸນແຮງ, ໄດ້ມອບໂອກາດຢ່າງຫຼວງຫຼາຍໃຫ້ແກ່ມະນຸດ, ຫຼັງຈາກທີ່ໄດ້ປ່ອຍມັນອອກມາ ມັນກໍບໍ່ມີທາງທີ່ຈະເອົາມັນກັບຄືນມາ ແລະ ພຣະອົງຈະບໍ່ເມດຕາ ແລະ ອົດກັ້ນຕໍ່ມະນຸດຊາດດັ່ງກ່າວອີກ. ນີ້ແມ່ນໜຶ່ງດ້ານໃນອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການທ້າທາຍ... ພຣະອົງອົດກັ້ນ ແລະ ເມດຕາຕໍ່ສິ່ງຕ່າງໆທີ່ມີຄວາມກະລຸນາ, ສວຍງາມ ແລະ ດີ; ຕໍ່ສິ່ງຕ່າງໆທີ່ຊົ່ວຮ້າຍ, ຜິດບາບ ແລະ ຊົ່ວຊ້າ, ພຣະອົງໂກດຮ້າຍຢ່າງແຮງ ຈົນພຣະອົງບໍ່ສາມາດຢຸດຢັ້ງຄວາມໂກດຮ້າຍຂອງພຣະອົງໄດ້. ສິ່ງເຫຼົ່ານີ້ແມ່ນລັກສະນະສອງຢ່າງທີ່ສຳຄັນ ແລະ ໂດດເດັ່ນທີ່ສຸດໃນອຸປະນິໄສຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າໄດ້ເປີດເຜີຍພວກມັນຕັ້ງແຕ່ຕົ້ນຈົນເຖິງຈຸດຈົບ: ຄວາມເມດຕາທີ່ອຸດົມສົມບູນ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ແນວໃດ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າກວ້າງຂວາງ ຫຼື ເປັນຕານັບຖືຫຼາຍສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະລະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ບໍ່ປະຕິບັດຕາມຫົນທາງຂອງພຣະອົງ ຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍລຶກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເຕີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ເມື່ອອຸປະນິໄສທີ່ຊອບທຳນີ້ຖືກສຳແດງອອກໃນການລົງໂທດມະນຸດ, ມະນຸດກໍຈະຕົກສະເງີ້ ແລະ ເສຍດາຍວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ເຂົາບໍ່ໄດ້ເດີນຕາມຫົນທາງຂອງພຣະອົງ. “ໃນເວລານັ້ນ, ຂ້ານ້ອຍພຽງແຕ່ທົນທຸກ ເລັກນ້ອຍໃນຂະນະທີ່ຕິດຕາມພຣະເຈົ້າ, ແຕ່ບໍ່ໄດ້ເດີນຕາມຫົນທາງຂອງພຣະເຈົ້າ. ມີຂໍ້ອ້າງຫຍັງແດ່? ບໍ່ມີທາງເລືອກ ນອກຈາກການຖືກຕີສອນ!” ແຕ່ໃນຈິດໃຈຂອງເຈົ້າ, ເຈົ້າກຳລັງຄິດວ່າ “ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍໄດ້ຕິດຕາມຈົນເຖິງເວລາສຸດທ້າຍ ສະນັ້ນ ເຖິງແມ່ນພຣະອົງຈະຕີສອນຂ້ານ້ອຍ, ມັນກໍອາດຈະບໍ່ແມ່ນການຕີສອນທີ່ຮຸນແຮງເກີນໄປ ແລະ ຫຼັງຈາກທີ່ວາງການຕີສອນນີ້ແລ້ວ ພຣະອົງກໍຍັງຕ້ອງການຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ພຣະອົງຊອບທຳ ແລະ ຈະບໍ່ປະຕິບັດກັບຂ້ານ້ອຍແບບນັ້ນຕະຫຼອດໄປ. ເພາະວ່າ ຂ້ານ້ອຍບໍ່ຄືກັບຄົນທີ່ຈະຖືກກວາດລ້າງ; ຄົນທີ່ຖືກກວາດລ້າງຈະໄດ້ຮັບການຕີສອນຢ່າງໜັກ ໃນຂະນະທີ່ການຕີສອນຂອງຂ້ານ້ອຍຈະເບົາກວ່າ”. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ເປັນຄືກັບທີ່ເຈົ້າເວົ້າ. ມັນບໍ່ແມ່ນເຫດຜົນທີ່ວ່າ ຄົນທີ່ເກັ່ງໃນການສາລະພາບຄວາມຜິດບາບຂອງພວກເຂົາຈະຖືກຈັດການຢ່າງຜ່ອນຜັນ. ຄວາມຊອບທຳແມ່ນຄວາມບໍລິສຸດ ແລະ ເປັນອຸປະນິໄສທີ່ບໍ່ທົນຕໍ່ການເຮັດຜິດໂດຍມະນຸດ ແລະ ທຸກສິ່ງທີ່ສົກກະປົກ ແລະ ບໍ່ໄດ້ປ່ຽນແປງເປົ້າໝາຍຂອງຄວາມລັງກຽດຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ແມ່ນກົດໝາຍ ແຕ່ເປັນບົດບັນຍັດຄຸ້ມຄອງ: ມັນເປັນບົດບັນຍັດຄຸ້ມຄອງພາຍໃນອານາຈັກ ແລະ ບົດບັນຍັດຄຸ້ມຄອງນີ້ແມ່ນການລົງໂທດທີ່ຊອບທຳຕໍ່ໃຜກໍຕາມທີ່ບໍ່ມີຄວາມຈິງ ແລະ ບໍ່ປ່ຽນແປງ ແລະ ບໍ່ມີຄວາມລອດພົ້ນແມ່ນແຕ່ໜ້ອຍດຽວ. ຍ້ອນເມື່ອແຕ່ລະຄົນຖືກຈັດແບ່ງຕາມປະເພດ, ຄົນດີກໍຈະໄດ້ຮັບລາງວັນ ແລະ ຄົນຊົ່ວກໍຈະຖືກລົງໂທດ. ມັນເປັນເວລາທີ່ຈຸດໝາຍປາຍທາງຂອງມະນຸດຈະຖືກເຮັດໃຫ້ຊັດເຈນ, ມັນເປັນເວລາທີ່ພາລະກິດຂອງຄວາມລອດພົ້ນຈະມາເຖິງຈຸດສິ້ນສຸດ ຫຼັງຈາກນັ້ນ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຈະບໍ່ຖືກປະຕິບັດອີກຕໍ່ໄປ ແລະ ຜົນກຳສະໜອງຈະນໍາມາເຖິງທຸກໆຄົນທີ່ເຮັດການຊົ່ວຮ້າຍ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນເປັນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ້ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິະເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະໄດ້ເດີນຢູ່ໃນການຊີ້ນໍາຂອງຄົນຊົ່ວຊ້ານັ້ນ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ່ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີສ່ວນຫຼາຍແມ່ນຈະດັບສູນໄປກັບຜູ້ທີ່ບໍ່ມີຄຸນສົມບັດທີ່ແມ່ນແຕ່ຈະເຮັດບໍລິການ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ່ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.

(ຄັດຈາກບົດ “ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ຄົນໆໜຶ່ງຈະຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ແນວໃດ

ຕໍ່ໄປ: 4. ວິທີທີ່ຄວາມຊົງລິດທານຸພາບອັນສູງສຸດ ແລະ ສະຕິປັນຍາຂອງພຣະເຈົ້າສະແດງອອກ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້