2. ຄົນໆໜຶ່ງຈະຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ແນວໃດ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພຣະເຈົ້າເປັນສິ່ງທີ່ພຣະອົງເປັນ ແລະ ພຣະອົງກໍມີສິ່ງທີ່ພຣະອົງມີ. ທຸກສິ່ງທຸກຢ່າງທີ່ພຣະອົງສະແດງອອກ ແລະ ເປີດເຜີຍແມ່ນການສະແດງເຖິງທາດແທ້ຂອງພຣະອົງ ແລະ ຕົວຕົນຂອງພຣະອົງ. ສິ່ງທີ່ພຣະອົງເປັນ ແລະ ສິ່ງທີ່ພຣະອົງມີ ພ້ອມກັບທາດແທ້ ແລະ ຕົວຕົນຂອງພຣະອົງ ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດແທນທີ່ໄດ້. ອຸປະນິໄສຂອງພຣະອົງປະກອບດ້ວຍຄວາມຮັກທີ່ພຣະອົງມີຕໍ່ມະນຸດ, ການປອບໃຈມະນຸດ, ຄວາມກຽດຊັງມະນຸດ ແລະ ຍິ່ງໄປກວ່ານັ້ນຍັງມີຄວາມເຂົ້າໃຈມະນຸດຢ່າງລະອຽດ. ເຖິງຢ່າງໃດກໍຕາມ ບຸກຄະລິກຂອງມະນຸດອາດແມ່ນການເບິ່ງໂລກໃນແງ່ດີ, ມີຊີວິດຊີວາ ຫຼື ປາສະຈາກຄວາມຮູ້ສຶກ. ອຸປະນິໄສຂອງພຣະເຈົ້າເປັນຂອງພຣະຜູ້ປົກຄອງຂອງທຸກສິ່ງ ແລະ ທຸກຢ່າງທີ່ມີຊີວິດ ເຊິ່ງເປັນຂອງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງທັງໝົດ. ອຸປະນິໄສຂອງພຣະອົງສະແດງເຖິງກຽດຕິຍົດ, ລິດອຳນາດ, ຄວາມສະຫງ່າງາມ, ຄວາມຍິ່ງໃຫຍ່ ແລະ ເໜືອໄປກວ່ານັ້ນກໍຄືການມີລິດອໍານາດສູງສຸດ. ອຸປະນິໄສຂອງພຣະອົງແມ່ນສັນຍາລັກແຫ່ງສິດອຳນາດ, ສັນຍາລັກຂອງທຸກສິ່ງທີ່ຊອບທຳ, ສັນຍາລັກຂອງທຸກສິ່ງທີ່ສວຍງາມ ແລະ ດີ. ຍິ່ງໄປກວ່ານີ້ ມັນຍັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີຄວາມມືດ ແລະ ກອງກຳລັງຂອງສັດຕູໃດທີ່ສາມາດ[ກ] ເອົາຊະນະ ຫຼື ຮຸກຮານໄດ້ ພ້ອມທັງເປັນສັນຍາລັກຂອງພຣະອົງຜູ້ເຊິ່ງບໍ່ມີສິ່ງຖືກສ້າງໃດທີ່ສາມາດລ່ວງເກີນໄດ້ (ຫຼື ພຣະອົງຈະບໍ່ອົດທົນຕໍ່ການເຮັດຜິດ)[ຂ]. ອຸປະນິໄສຂອງພຣະອົງເປັນສັນຍາລັກແຫ່ງລິດອໍານາດສູງສຸດ. ບໍ່ມີຄົນໃດ ຫຼື ກຸ່ມຄົນໃດທີ່ສາມາດ ຫຼື ອາດລົບກວນພາລະກິດຂອງພຣະອົງ ຫຼື ອຸປະນິໄສຂອງພຣະອົງ. ແຕ່ບຸກຄະລິກຂອງມະນຸດຄືສັນຍາລັກແຫ່ງອຳນາດເລັກນ້ອຍທີ່ມະນຸດມີເໜືອກວ່າສັດເທົ່ານັ້ນ. ມະນຸດໃນຕົວເຂົາ ແລະ ດ້ວຍຕົວເຂົາເອງແມ່ນບໍ່ມີສິດອຳນາດ, ບໍ່ມີການປົກຄອງຕົນເອງ ແລະ ບໍ່ມີຄວາມສາມາດຢູ່ເໜືອຕົນເອງ, ແຕ່ໃນທາດແທ້ຂອງເຂົາແລ້ວ ເຂົາເປັນຄົນທີ່ໝອບຢູ່ພາຍໃຕ້ຄວາມເມດຕາຂອງທຸກລັກສະນະຂອງຜູ້ຄົນ, ເຫດການ ແລະ ສິ່ງຂອງຕ່າງໆ. ຄວາມປິຕິຍິນດີຂອງພຣະເຈົ້າກໍເນື່ອງຈາກການມີຢູ່ ແລະ ການປາກົດຂອງຄວາມຊອບທຳ ແລະ ແສງສະຫວ່າງ, ຍ້ອນການທຳລາຍຄວາມມືດ ແລະ ສິ່ງຊົ່ວຮ້າຍ. ພຣະອົງຊື່ນຊົມຍິນດີ ໃນການນໍາແສງສະຫວ່າງ ແລະ ຊີວິດທີ່ດີມາໃຫ້ກັບມະນຸດຊາດ; ຄວາມຍິນດີຂອງພຣະອົງແມ່ນຄວາມຍິນດີທີ່ຊອບທຳ ເປັນສັນຍາລັກແຫ່ງການມີຢູ່ຂອງທຸກສິ່ງທີ່ຢູ່ໃນດ້ານບວກ ແລະ ຍິ່ງໄປກວ່ານັ້ນກໍຍັງເປັນສັນຍາລັກແຫ່ງຄວາມເປັນສິລິມົງຄຸນ. ຄວາມໂກດຮ້າຍຂອງພຣະເຈົ້າແມ່ນເນື່ອງຈາກຄວາມເສຍຫາຍທີ່ການເປັນຢູ່ ແລະ ການແຊກແຊງຂອງຄວາມບໍ່ຍຸຕິທຳໄດ້ນໍາມາສູ່ມະນຸດຊາດຂອງພຣະອົງ, ຍ້ອນການມີຢູ່ຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດ, ຍ້ອນການມີຢູ່ຂອງສິ່ງທີ່ຂັບໄລ່ຄວາມຈິງອອກ ແລະ ຍິ່ງໄປກວ່ານັ້ນ ຍ້ອນການມີຢູ່ຂອງສິ່ງທີ່ຕໍ່ຕ້ານສິ່ງທີ່ດີ ແລະ ສວຍງາມ. ຄວາມໂກດຮ້າຍຂອງພຣະອົງເປັນສັນຍາລັກບອກວ່າ ທຸກສິ່ງທີ່ຢູ່ໃນດ້ານລົບຈະບໍ່ມີຢູ່ອີກຕໍ່ໄປ ແລະ ຍິ່ງໄປກວ່ານັ້ນ ມັນຍັງເປັນສັນຍາລັກແຫ່ງຄວາມບໍລິສຸດຂອງພຣະອົງ. ຄວາມໂສກເສົ້າຂອງພຣະອົງແມ່ນເນື່ອງຈາກມະນຸດຊາດ ເຊິ່ງເປັນຄົນທີ່ພຣະອົງຄາດຫວັງໃຫ້ແກ່ພວກເຂົາ ແຕ່ໄດ້ຕົກຢູ່ໃນຄວາມມືດ, ຍ້ອນພາລະກິດທີ່ພຣະອົງປະຕິບັດໃນມະນຸດບໍ່ເປັນໄປຕາມຄວາມຄາດຫວັງຂອງພຣະອົງ ແລະ ຍ້ອນມະນຸດຊາດທີ່ພຣະອົງຮັກນັ້ນລ້ວນແລ້ວແຕ່ບໍ່ສາມາດດຳລົງຊີວິດໃນແສງສະຫວ່າງ. ພຣະອົງຮູ້ສຶກໂສກເສົ້າຕໍ່ມະນຸດຊາດທີ່ໄຮ້ດຽງສາ, ຕໍ່ມະນຸດທີ່ຊັດສື່ແຕ່ບໍ່ມີຄວາມຮູ້ ແລະ ຕໍ່ມະນຸດທີ່ດີແຕ່ຂາດມຸມມອງຂອງເຂົາເອງ. ຄວາມໂສກເສົ້າຂອງພຣະອົງເປັນສັນຍາລັກແຫ່ງຄວາມດີຂອງພຣະອົງ ແລະ ຄວາມເມດຕາຂອງພຣະອົງ, ເປັນສັນຍາລັກແຫ່ງຄວາມງົດງາມ ແລະ ຄວາມກະລຸນາ. ແນ່ນອນ ຄວາມສຸກຂອງພຣະອົງມາຈາກການເອົາຊະນະສັດຕູ ແລະ ຮັບເອົາຄວາມເຊື່ອທີ່ດີຂອງມະນຸດ. ຍິ່ງໄປກວ່ານີ້ ມັນເກີດຈາກການຂັບໄລ່ ແລະ ການທຳລາຍກອງກຳລັງສັດຕູທັງໝົດ ແລະ ຍ້ອນມະນຸດຊາດຮັບຊີວິດທີ່ດີ ແລະ ສະຫງົບສຸກ. ຄວາມສຸກຂອງພຣະເຈົ້າບໍ່ຄືກັນກັບຄວາມສຸກຂອງມະນຸດ; ກົງກັນຂ້າມ ມັນເປັນຄວາມຮູ້ສຶກໃນການເກັບກ່ຽວໝາກຜົນທີ່ດີ, ເປັນຄວາມຮູ້ສຶກທີ່ຍິ່ງໃຫຍ່ຫຼາຍກວ່າຄວາມປິຕິຍິນດີ. ຄວາມສຸກຂອງພຣະອົງເປັນສັນຍາລັກຂອງມະນຸດຊາດທີ່ເປັນອິດສະຫຼະຈາກຄວາມທົນທຸກທໍລະມານຕັ່ງແຕ່ເວລານີ້ເປັນຕົ້ນໄປ ແລະ ເປັນສັນຍາລັກຂອງມະນຸດທີ່ເຂົ້າສູ່ໂລກແຫ່ງແສງສະຫວ່າງ. ໃນທາງກົງກັນຂ້າມ ຄວາມຮູ້ສຶກທັງໝົດຂອງມະນຸດຊາດເກີດຂຶ້ນກໍເພື່ອຜົນປະໂຫຍດຂອງເຂົາເອງ ບໍ່ແມ່ນເພື່ອຄວາມຊອບທຳ, ແສງສະຫວ່າງ ຫຼື ສິ່ງທີ່ສວຍງາມ ແລະ ໜ້ອຍທີ່ສຸດກໍຄືເພື່ອຄວາມກະລຸນາທີ່ສະຫວັນປະທານໃຫ້. ຄວາມຮູ້ສຶກຂອງມະນຸດຊາດແມ່ນຄວາມເຫັນແກ່ຕົວ ແລະ ເປັນຂອງໂລກແຫ່ງຄວາມມືດມົວ. ສິ່ງເຫຼົ່ານັ້ນບໍ່ໄດ້ມີຢູ່ເພື່ອຜົນປະໂຫຍດແຫ່ງຄວາມປະສົງ ແຮງໄກທີ່ຈະແມ່ນເພື່ອແຜນການຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ມະນຸດ ແລະ ພຣະເຈົ້າບໍ່ສາມາດກ່າວເຖິງໃນລົມຫາຍໃຈດຽວກັນໄດ້. ພຣະເຈົ້າສູງສົ່ງຕະຫຼອດໄປ ແລະ ສົມຄວນໄດ້ຮັບກຽດຕະຫຼອດໄປ, ໃນຂະນະທີ່ມະນຸດຕໍ່າຊ້າຕະຫຼອດໄປ, ໄຮ້ຄ່າຕະຫຼອດໄປ. ນີ້ກໍຍ້ອນວ່າ ພຣະເຈົ້າເສຍສະຫຼະຕະຫຼອດໄປ ແລະ ອຸທິດຕົວພຣະອົງເອງໃຫ້ກັບມະນຸດ; ເຖິງຢ່າງໃດກໍຕາມ ມະນຸດມີແຕ່ຮັບເອົາ ແລະ ພຽງແຕ່ອົດສູ້ເພື່ອຕົວເຂົາເອງເທົ່ານັ້ນ. ພຣະເຈົ້າຮັບເອົາຄວາມເຈັບປວດຕະຫຼອດໄປເພື່ອຄວາມຢູ່ລອດຂອງມະນຸດຊາດ ແຕ່ມະນຸດບໍ່ເຄີຍປະກອບສ່ວນຊ່ວຍຫຍັງເລີຍເພື່ອຜົນປະໂຫຍດແຫ່ງແສງສະຫວ່າງ ຫຼື ຄວາມຊອບທຳ. ເຖິງແມ່ນມະນຸດຈະພະຍາຍາມໃນຊ່ວງເວລາໃດໜຶ່ງ ແຕ່ອ່ອນແອຫຼາຍຈຶ່ງບໍ່ສາມາດຕ້ານທານຕໍ່ການໂຈມຕີແມ່ນແຕ່ຄັ້ງດຽວ ຍ້ອນຄວາມພະຍາຍາມຂອງມະນຸດແມ່ນເພື່ອຜົນປະໂຫຍດຂອງຕົວເຂົາເອງຢູ່ສະເໝີ ແລະ ບໍ່ແມ່ນເພື່ອຄົນອື່ນ. ມະນຸດເຫັນແກ່ໂຕຢູ່ສະເໝີ ໃນຂະນະທີ່ພຣະເຈົ້າເຫັນແກ່ຄົນອື່ນຕະຫຼອດໄປ. ພຣະເຈົ້າເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຍຸຕິທຳ, ດີ ແລະ ສວຍງາມ, ໃນຂະນະທີ່ມະນຸດເປັນຄົນທີ່ສືບສານຕໍ່ ແລະ ເຮັດຄວາມຂີ້ຮ້າຍ ແລະ ສິ່ງຊົ່ວຮ້າຍທັງໝົດປາກົດແຈ້ງ. ພຣະເຈົ້າບໍ່ມີທາງປ່ຽນແປງທາດແທ້ແຫ່ງຄວາມຊອບທຳ ແລະ ຄວາມສວຍງາມຂອງພຣະອົງ, ແຕ່ມະນຸດກໍຍັງສາມາດທໍລະຍົດຄວາມຊອບທຳຢ່າງບໍ່ຕ້ອງສົງໄສ ໃນທຸກເວລາ ແລະ ໃນທຸກສະຖານະການ ແລະ ຫຼົງທາງຫ່າງເຫີນຈາກພຣະເຈົ້າ.
(ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ, ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກໜ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຕ້ອງຈະໄດ້ຮັບ. ມະນຸດເອງບໍ່ສາມາດສະເໜີຂໍ້ຄິດເຫັນກ່ຽວກັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຈິນຕະນາການໄດ້ ຫຼື ມັນບໍ່ແມ່ນຜົນຕາມມາຂອງຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ສາມາດໄດ້ຮັບຕາມຄວາມອຳເພີໃຈ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການໄຖ່ບາບໃຫ້ມະນຸດຊາດຂອງພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ເປັນສິ່ງທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ-ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການໄຖ່ມະນຸດຊາດ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ ແລະ ຖ້າປາດສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ.
(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.
(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການມີ ແລະ ເປັນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ລ້ວນແລ້ວແຕ່ຢູ່ໃນພຣະທໍາຂອງພຣະອົງ ເພື່ອໃຫ້ມະນຸດຊາດຮູ້ຈັກ. ເມື່ອເຂົາປະສົບກັບພຣະທໍາຂອງພຣະເຈົ້າ ແລະ ໃນເວລາທີ່ເຂົາປະຕິບັດສິ່ງເຫຼົ່ານັ້ນ ມະນຸດກໍຈະເຂົ້າໃຈຈຸດປະສົງທີ່ຢູ່ເບື້ອງຫຼັງພຣະທໍາທີ່ພຣະເຈົ້າກ່າວ, ເຂົ້າໃຈແຫຼ່ງທີ່ມາ ແລະ ປະຫວັດຂອງພຣະທໍາຂອງພຣະເຈົ້າ, ເຂົ້າໃຈ ແລະ ເຫັນຄຸນຄ່າເຖິງຜົນຂອງພຣະທໍາຂອງພຣະເຈົ້າທີ່ໄດ້ຕັ້ງໝັ້ນໄວ້. ສໍາລັບມວນມະນຸດ, ສິ່ງທັງໝົດເຫຼົ່ານີ້ແມ່ນສິ່ງທີ່ມະນຸດຕ້ອງປະສົບ, ເຂົ້າໃຈ ແລະ ເຂົ້າເຖິງ ເພື່ອຮັບເອົາຄວາມຈິງ ແລະ ຊີວິດ, ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ, ມີການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ສາມາດເຊື່ອຟັງອໍານາດ ແລະ ການຈັດແຈງຂອງພຣະເຈົ້າ. ໃນລະຫວ່າງທີ່ມະນຸດໄດ້ປະສົບ, ເຂົ້າໃຈ ແລະ ເຂົ້າເຖິງສິ່ງເຫຼົ່ານີ້ ເຂົາກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າເທື່ອລະໜ້ອຍ ແລະ ໃນເວລາດຽວກັນນີ້ ເຂົາກໍຍັງຈະໄດ້ຮັບຄວາມຮູ້ໃນລະດັບທີ່ແຕກຕ່າງກັນກ່ຽວກັບພຣະເຈົ້າ. ຄວາມເຂົ້າໃຈ ແລະ ຄວາມຮູ້ນີ້ບໍ່ໄດ້ອອກມາຈາກສິ່ງທີ່ມະນຸດໄດ້ຈິນຕະນາການ ຫຼື ແຕ່ງຂຶ້ນ ແຕ່ມາຈາກສິ່ງທີ່ເຂົາຮູ້ເຖິງຄຸນຄ່າ, ປະສົບ, ສໍາຜັດ ແລະ ຢືນຢັນພາຍໃນຕົວເຂົາ. ພາຍຫຼັງການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນສິ່ງເຫຼົ່ານີ້ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈິ່ງມີເນື້ອຫາ, ມີແຕ່ຄວາມຮູ້ທີ່ເຂົາໄດ້ຮັບໃນເວລານີ້ເທົ່ານັ້ນທີ່ເປັນຈິງ, ແທ້ຈິງ ແລະ ຖືກຕ້ອງ ແລະ ວິທີການ ໃນການໄດ້ຮັບຄວາມເຂົ້າໃຈນີ້ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າຜ່ານການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນພຣະທໍາຂອງພຣະອົງນັ້ນ ບໍ່ແມ່ນສິ່ງອື່ນນອກຈາກການປະຕິສໍາພັນລະຫວ່າງມະນຸດ ແລະ ພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດແມ່ນໄດ້ເຂົ້າໃຈ ແລະ ຢັ່ງຮູ້ເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກການຄອບຄອງ ແລະ ຕົວຕົນຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງເທື່ອລະໜ້ອຍ, ມີຄວາມແນ່ນອນທີ່ແທ້ຈິງ ແລະ ມີຄໍານິຍາມທີ່ຖືກຕ້ອງກ່ຽວກັບຄວາມຈິງແຫ່ງການປົກຄອງທຸກສັບພະສິ່ງຂອງພຣະເຈົ້າ ແລະ ມີຈຸດຢືນ ແລະ ຄວາມຮູ້ແທ້ຈິງກ່ຽວກັບຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດຈະປ່ຽນແປງຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າເທື່ອລະໜ້ອຍ, ຈະບໍ່ຈິນຕະນາການພຣະອົງຂຶ້ນມາເອງ ຫຼື ປ່ອຍໃຫ້ຕົວເອງມີຄວາມສົງໄສກ່ຽວກັບພຣະອົງ ຫຼື ມີຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ຫຼື ປະນາມພຣະອົງ ຫຼື ຕັດສິນພຣະອົງ ຫຼື ມີຄວາມຂ້ອງໃຈກ່ຽວກັບພຣະອົງ. ດ້ວຍເຫດນັ້ນ, ມະນຸດຈິ່ງຈະມີການພິພາດກັບພຣະເຈົ້າໜ້ອຍລົງ, ເຂົາຈະມີຂໍ້ຂັດແຍ້ງກັບພຣະເຈົ້າໜ້ອຍລົງ ແລະ ຈະມີໂອກາດທີ່ເຂົາຈະຕໍ່ຕ້ານພຣະເຈົ້ານັ້ນໜ້ອຍລົງ. ກົງກັນຂ້າງ, ການເອົາໃຈໃສ່ ແລະ ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຍິ່ງໃຫຍ່ຂຶ້ນ ແລະ ການເຄົາລົບບູຊາຂອງເຂົາທີ່ມີຕໍ່ພຣະເຈົ້າກໍຈະແທ້ຈິງຂຶ້ນ ແລະ ມີຄວາມເລິກເຊິ່ງຫຼາຍຂຶ້ນ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະໄດ້ຮັບການສະໜອງຄວາມຈິງ ແລະ ການບັບຕິສະມາແຫ່ງຊີວິດເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະປ່ຽນແປງອຸປະນິໄສຂອງເຂົາ ແລະ ໄດ້ຮັບຄວາມລອດພົ້ນເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບການເຄົາລົບບູຊາ ແລະ ການນະມັດສະການທີ່ແທ້ຈິງຂອງສິ່ງທີ່ຖືກສ້າງຕໍ່ພຣະເຈົ້າ. ໃນການປະຕິສໍາພັນແບບນີ້ ຄວາມເຊື່ອຂອງມະນຸດທີ່ມີໃນພຣະເຈົ້າຈະບໍ່ເປັນຄືແຜ່ນເຈັ້ຍເປົ່າອີກຕໍ່ໄປ ຫຼື ເປັນຄໍາໝັ້ນສັນຍາພຽງແຕ່ປາກ ຫຼື ເປັນການສະແຫວງຫາ ແລະ ການບູຊາໃນຮູບແບບຕາບອດ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ຊີວິດຂອງມະນຸດຈິ່ງຈະເຕີບໃຫຍ່ເຂົ້າສູ່ວຸດທິພາວະແຕ່ລະມື້ ແລະ ໃນຕອນນີ້ເທົ່ານັ້ນ ອຸປະນິໄສຂອງເຂົາຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າ ຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ແນ່ນອນຈະກາຍເປັນຄວາມເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງ, ກາຍເປັນການເຄົາລົບບູຊາທີ່ແທ້ຈິງເທື່ອລະໜ້ອຍ ແລະ ໃນລະຫວ່າງການຕິດຕາມພຣະເຈົ້າຂອງເຂົາ ມະນຸດຍັງຈະກ້າວອອກຈາກຈຸດທີ່ບໍ່ຫ້າວຫັນໄປສູ່ຈຸດຫ້າວຫັນເທື່ອລະໜ້ອຍ, ຈາກສິ່ງທີ່ເປັນລົບເປັນສິ່ງທີ່ເປັນບວກ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ມະນຸດຈິ່ງຈະມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ກ່ຽວກັບພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ.
(ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນເວລາອ່ານພຣະທຳຂອງພຣະອົງ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ; ກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ຄວາມສະຫງ່າງາມຂອງພຣະອົງ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດທີ່ເສື່ອມຊາມ ແລະ ຂໍ້ບົກຜ່ອງຕົວຈິງຂອງມະນຸດ, ດ້ວຍເຫດນັ້ນ ເພິ່ນຈຶ່່ງບັນລຸຕາມເງື່ອນໄຂທຸກດ້ານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ; ສິ່ງນີ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຮ້ອຍປະການຈາກພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອພິພາກສາມະນຸດ, ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອເປີດເຜີຍມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ໄດ້ຮັບຜົນເປັນຢ່າງດີ. ຜ່ານການປະຕິບັດແບບນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆຂອງມະນຸດ, ແຕ່ຍັງໄດ້ເຂົ້າໃຈແກ່ນແທ້, ທຳມະຊາດ ແລະ ຂໍ້ບົກຜ່ອງຕ່າງໆຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ຈາກສິ່ງຕ່າງໆທີ່ສະແດງອອກໃນພຣະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ, ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ, ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງສົມບູນ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ.
(“ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທ່ືອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ບາງຄົນເວົ້າວ່າ ພວກເຂົາປາຖະໜາທີ່ຈະຄົ້ນຫາວິທີງ່າຍໆໃນການບັນລຸຄວາມຕັ້ງໃຈນີ້, ແຕ່ພວກເຈົ້າສາມາດຄິດເຖິງວິທີດັ່ງກ່າວໄດ້ບໍ? ເຮົາຈະບອກກັບເຈົ້າ ບໍ່ຈຳເປັນຕ້ອງຄິດ ເພາະບໍ່ມີວິທີອື່ນໆອີກແລ້ວ! ວິທີດຽວກໍຄືຮູ້ຈັກ ແລະ ພິສູດສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງຕັ້ງໃຈ ແລະ ຢ່າງແນວແນ່ ຜ່ານພຣະທຳທຸກຂໍ້ທີ່ພຣະອົງກ່າວອອກ ແລະ ທຸກສິ່ງທີ່ພຣະອົງເຮັດ. ນີ້ແມ່ນວິທີດຽວທີ່ຈະຮູ້ຈັກພຣະເຈົ້າ. ຍ້ອນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ ແລະ ວ່າງເປົ່າ, ແຕ່ເປັນຄວາມຈິງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ. ໃນທຳນອງດຽວກັນ, ມັນພຽງໃຊ້ຄວາມພະຍາຍາມເລັກນ້ອຍທີ່ຈະເຂົ້າໃຈວ່າ ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດຈະການໃໝ່ໃນແຕ່ລະມື້. ທາດແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ ແລະ ການເນລະມິດສ້າງທັງໝົດດ້ວຍພຣະທຳຂອງພຣະອົງ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງການເນລະມິດສ້າງຂອງເຮົາ. ເຮົາກຳລັງສືບຕໍ່ເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...” ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໝາຍເຫດ:
ກ. ຕົ້ນສະບັບເດີມອ່ານວ່າ “ມັນເປັນສັນຍາລັກຂອງຄວາມບໍ່ສາມາດເປັນ”.
ຂ. ຕົ້ນສະບັບເດີມອ່ານວ່າ “ພ້ອມກັບເປັນສັນຍາລັກແຫ່ງຄວາມບໍ່ສາມາດຖືກລ່ວງເກີນໄດ້ (ແລະ ບໍ່ອົດທົນຕໍ່ການຖືກລ່ວງເກີນ)”.