1. ການຮູ້ຈັກພຣະເຈົ້າແມ່ນຫຍັງ ແລະ ການເຂົ້າໃຈຄວາມຮູ້ດ້ານພຣະຄຳພີ ແລະ ທິດສະດີສາສະໜາສາດມີຄຸນສົມບັດເປັນຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການຮູ້ຈັກພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງ ການທີ່ສາມາດຢັ່ງເຖິງຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ; ນີ້ແມ່ນການຮູ້ຈັກພຣະເຈົ້າ. ເຈົ້າອ້າງວ່າ ເຈົ້າໄດ້ເຫັນພຣະອົງ, ແຕ່ເຈົ້າກໍບໍ່ເຂົ້າໃຈຄວາມປິຕິຍິນດີ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ແລະ ເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະອົງ. ເຈົ້າຍັງບໍ່ເຂົ້າໃຈເຖິງຄວາມຊອບທຳຂອງພຣະອົງ ຫຼື ຄວາມເມດຕາກະລຸນາຂອງພຣະອົງ ຫຼື ເຈົ້າບໍ່ຮູ້ຈັກເຖິງສິ່ງທີ່ພຣະອົງມັກ ຫຼື ສິ່ງທີ່ພຣະອົງກຽດຊັງ. ນີ້ບໍ່ແມ່ນຄວາມຮູ້ກ່ຽວກັບພຣະເຈົ້າ. ສະນັ້ນ ບາງຄົນສາມາດຕິດຕາມພຣະເຈົ້າ ແຕ່ບໍ່ຈຳເປັນຕ້ອງສາມາດເຊື່ອໃນພຣະອົງຢ່າງແທ້ຈິງ; ໃນທີ່ນີ້ແມ່ນມີຄວາມແຕກຕ່າງ. ຖ້າເຈົ້າຮູ້ຈັກພຣະເຈົ້າ, ເຂົ້າໃຈພຣະອົງ ແລະ ສາມາດຢັ່ງເຖິງຄວາມປະສົງບາງຢ່າງຂອງພຣະອົງ, ແລ້ວເຈົ້າກໍສາມາດເຊື່ອໃນພຣະອົງຢ່າງແທ້ຈິງ, ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ, ຮັກພຣະອົງຢ່າງແທ້ຈິງ ແລະ ນະມັດສະການພຣະອົງຢ່າງແທ້ຈິງ. ຖ້າເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້, ແລ້ວເຈົ້າກໍເປັນພຽງຜູ້ຕິດຕາມທີ່ແລ່ນຕາມ ແລະ ໄປຕາມກະແສ. ສິ່ງນັ້ນບໍ່ສາມາດຖືກເອີ້ນໄດ້ວ່າ ການອ່ອນນ້ອມທີ່ແທ້ຈິງ ຫຼື ການນະມັດສະການທີ່ແທ້ຈິງ. ການນະມັດສະການທີ່ແທ້ຈິງເກີດຂຶ້ນໄດ້ແນວໃດ? ໂດຍບໍ່ມີການຍົກເວັ້ນ, ທຸກຄົນທີ່ຮູ້ຈັກພຣະເຈົ້າຢ່າງແທ້ຈິງຕ້ອງນະມັດສະການ ແລະ ເຄົາລົບນັບຖືພຣະອົງເມື່ອໃດກໍຕາມທີ່ພວກເຂົາເຫັນພຣະອົງ; ພວກເຂົາທຸກຄົນຖືກບັງຄັບໃຫ້ກົ້ມລົງ ແລະ ນະມັດສະການພຣະອົງ. ໃນປັດຈຸບັນ, ໃນຂະນະທີ່ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດ, ຍິ່ງຜູ້ຄົນມີຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຫຼາຍສໍ່າໃດ, ພວກເຂົາກໍຍິ່ງຈະເຊີດຊູສິ່ງເຫຼົ່ານີ້ຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະເຄົາລົບນັບຖືພຣະອົງຫຼາຍສໍ່ານັ້ນ. ໂດຍທົ່ວໄປແລ້ວ ຍິ່ງຜູ້ຄົນມີຄວາມເຂົ້າໃຈໜ້ອຍສໍ່າໃດ, ພວກເຂົາກໍຍິ່ງບໍ່ລະມັດລະວັງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງປະຕິບັດຕໍ່ພຣະເຈົ້າດັ່ງມະນຸດ. ຖ້າຜູ້ຄົນຮູ້ຈັກ ແລະ ເຫັນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະສັ່ນດ້ວຍຄວາມຢ້ານກົວ. “ພຣະອົງທີ່ມາພາຍຫຼັງເຮົາແມ່ນຍິ່ງໃຫຍ່ກວ່າເຮົາ ຜູ້ທີ່ເຮົາບໍ່ສົມຄວນທີ່ຈະຖືເກີບຂອງພຣະອົງຊ້ຳ”, ເປັນຫຍັງໂຢຮັນຈຶ່ງເວົ້າແບບນີ້? ເຖິງແມ່ນຢູ່ໃນສ່ວນເລິກ ລາວບໍ່ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຫຼາຍ, ລາວກໍຮູ້ວ່າພຣະເຈົ້າຊົງໜ້າເກງຂາມ. ໃນທຸກມື້ນີ້ ມີເທົ່າໃດຄົນ ທີ່ສາມາດເຄົາລົບນັບຖືພຣະເຈົ້າ? ຖ້າພວກເຂົາບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ແລ້ວພວກເຂົາຈະສາມາດເຄົາລົບນັບຖືພຣະເຈົ້າໄດ້ແນວໃດ? ຜູ້ຄົນບໍ່ຮູ້ຈັກແກ່ນແທ້ຂອງພຣະຄຣິດ ຫຼື ບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແຮງໄກທີ່ພວກເຂົາຈະສາມາດນະມັດສະການພຣະເຈົ້າຢ່າງແທ້ຈິງ. ຖ້າພວກເຂົາເຫັນພຽງຮູບລັກສະນະພາຍນອກທີ່ທຳມະດາ ແລະ ປົກກະຕິຂອງພຣະຄຣິດ, ແຕ່ບໍ່ຮູ້ຈັກແກ່ນແທ້ຂອງພຣະອົງ, ແລ້ວມັນກໍງ່າຍສຳລັບພວກເຂົາທີ່ຈະປະຕິບັດຕໍ່ພຣະຄຣິດດັ່ງມະນຸດທຳມະດາເທົ່ານັ້ນ. ພວກເຂົາອາດນໍາໃຊ້ທ່າທີ່ໆບໍ່ເຄົາລົບຕໍ່ພຣະອົງ ແລະ ສາມາດຫຼອກລວງພຣະອົງ, ຕໍ່ຕ້ານພຣະອົງ, ບໍ່ເຊື່ອຟັງພຣະອົງ ແລະ ຕັດສິນພຣະອົງ. ພວກເຂົາສາມາດຖືວ່າຕົນຊອບທຳ ແລະ ບໍ່ຈິງຈັງກັບພຣະທຳຂອງພຣະອົງ; ພວກເຂົາເຖິງກັບສາມາດກໍ່ໃຫ້ເກີດແນວຄິດ, ການກ່າວຮ້າຍ ແລະ ການໝິ່ນປະໝາດພຣະເຈົ້າ. ເພື່ອທີ່ຈະແກ້ໄຂບັນຫາເຫຼົ່ານີ້, ຄົນໆໜຶ່ງຕ້ອງຮູ້ຈັກແກ່ນແທ້ ແລະ ຄວາມເປັນພຣະເຈົ້າຂອງພຣະຄຣິດ. ນີ້ແມ່ນລັກສະນະຫຼັກຂອງການຮູ້ຈັກພຣະເຈົ້າ; ມັນແມ່ນສິ່ງທີ່ທຸກຄົນທີ່ເຊື່ອໃນພຣະເຈົ້າຕົວຈິງ ຕ້ອງເຂົ້າສູ່ ແລະ ບັນລຸ.

(“ວິທີການຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າຕາມຄວາມເປັນຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ໂດຍບໍ່ຮູ້ຈັກພາລະກິດແຫ່ງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າຕາມຄວາມເປັນຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າຕາມຄວາມເປັນຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພ້ອມນີ້ຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານເຊັ່ນກັນ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ຖ້າເຈົ້າປາຖະໜາທີ່ຈະຮູ້ຈັກພຣະເຈົ້າຕາມຄວາມເປັນຈິງ, ກ່ອນອື່ນ ເຈົ້າຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພາລະກິດຂອງພຣະເຈົ້າ. ສະນັ້ນ, ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກມວນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ ແລະ ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ. ຖ້າໃນຊ່ວງໄລຍະທີ່ເຂົາໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ມະນຸດຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[ກ] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ. ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ນັ້ນກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ ໃນເມື່ອພຣະອົງໄດ້ຊົງປະຕິບັດພາລະກິດນີ້. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າ. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດເຄົາລົບບູຊາ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດເຊື່ອຟັງ ແລະ ເຄົາລົບບູຊາພຣະເຈົ້າໄດ້ຢ່າງແທ້ຈີງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະເຊື່ອຟັງ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາກໍຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ຄວາມປະສົງຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການໄຖ່ມະນຸດຊາດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຄົງມາຈາກຂັ້ນຕອນໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການໄຖ່ບັນດາມວນມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ, ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າພຽງແຕ່ຮູ້ຈັກສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ, ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບກ່ຽວກັບພຣະເຈົ້າ ແລະ ມະນຸດແມ່ນນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ເຂົາຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸ່ນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາແອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຕຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າເຈົ້າພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງເຈົ້າກໍໜ້ອຍ ແລະ ໜ້ອຍຫຼາຍ. ຄວາມຮູ້ຂອງເຈົ້າກໍເປັນພຽງນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຕຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ? ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ໃນຫົວໃຈຂອງຄົນຫຼາຍເທົ່າໃດ ນັ້ນຍັງແມ່ນຂອບເຂດຂອງຕຳແໜ່ງທີ່ພຣະອົງມີຢູ່ໃນໃຈຂອງພວກເຂົາ. ລະດັບຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາຍິ່ງໃຫຍ່ພຽງໃດ ນັ້ນຄືພຣະເຈົ້າຍິ່ງໃຫຍ່ພຽງໃດຢູ່ໃນຫົວໃຈຂອງພວກເຂົາ. ຖ້າພຣະເຈົ້າທີ່ເຈົ້າຮູ້ຈັກນັ້ນຫວ່າງເປົ່າ ແລະ ເລື່ອນລອຍ, ພຣະເຈົ້າທີ່ເຈົ້າເຊື່ອກໍຫວ່າງເປົ່າ ແລະ ເລື່ອນລອຍເຊັ່ນກັນ. ພຣະເຈົ້າທີ່ເຈົ້າຮູ້ຈັກຖືກກຳນົດຢູ່ໃນຂອບເຂດຂອງຊີວິດສ່ວນຕົວເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງເອງເລີຍ. ເພາະສະນັ້ນ, ການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ການຮູ້ຈັກຄວາມຈິງຂອງພຣະເຈົ້າ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງ, ການຮູ້ຈັກຕົວຕົນແທ້ຈິງຂອງພຣະເຈົ້າເອງ, ການຮູ້ຈັກສິ່ງທີ່ພຣະອົງມີ ແລະ ເປັນ, ການຮູ້ຈັກການກະທໍາທີ່ພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ສິ່ງເຫຼົ່ານີ້ສຳຄັນຫຼາຍສໍາລັບທຸກຄົນທີ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ພວກມັນມີຜົນກະທົບໂດຍກົງຕໍ່ຄວາມສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຂອງຜູ້ຄົນ. ຖ້າເຈົ້າຈຳກັດຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຢູ່ພຽງແຕ່ຄຳເວົ້າ, ຖ້າເຈົ້າຈຳກັດມັນຢູ່ທີ່ປະສົບການອັນເລັກນ້ອຍຂອງເຈົ້າເອງ, ຢູ່ໃນສິ່ງທີ່ເຈົ້າຄິດວ່າເປັນພຣະຄຸນຂອງພຣະເຈົ້າ ຫຼື ຢູ່ທີ່ການເປັນປະຈັກພະຍານພຽງເລັກນ້ອຍຂອງເຈົ້າຕໍ່ພຣະເຈົ້າ ແລ້ວເຮົາຂໍບອກວ່າພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າທີ່ແທ້ຈິງຢ່າງແນ່ນອນ. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງສາມາດເວົ້າໄດ້ອີກວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະເຈົ້າໃນຈິນຕະນາການ ແລະ ບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ນີ້ກໍຍ້ອນວ່າ ພຣະເຈົ້າທີ່ແທ້ຈິງແມ່ນອົງທີ່ປົກຄອງເໜືອທຸກສິ່ງ, ຍ່າງໃນທ່າມກາງທຸກສິ່ງ ແລະ ຄຸ້ມຄອງທຸກສິ່ງ. ພຣະອົງແມ່ນພຣະເຈົ້າທີ່ຖືຊະຕາກໍາຂອງມະນຸດຊາດທັງປວງ ແລະ ຖືທຸກສິ່ງໄວ້ໃນມືຂອງພຣະອົງ. ພາລະກິດ ແລະ ກິດຈະການຂອງພຣະເຈົ້າທີ່ເຮົາກຳລັງເວົ້າເຖິງບໍ່ໄດ້ຈຳກັດຢູ່ທີ່ຄົນສ່ວນໜ້ອຍເທົ່ານັ້ນ. ນັ້ນຄືວ່າ ພວກມັນບໍ່ໄດ້ຈຳກັດຢູ່ພຽງແຕ່ຄົນທີ່ຕິດຕາມພຣະອົງໃນປັດຈຸບັນ. ການກະທຳຂອງພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງ, ສະແດງອອກຢູ່ໃນຄວາມຢູ່ລອດຂອງຸທຸກສິ່ງ ແລະ ຢູ່ໃນກົດເກນແຫ່ງການປ່ຽນແປງຂອງທຸກສິ່ງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

... ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ເຊິ່ງເປັນຄົນທີ່ບໍ່ສົນໃຈໃນຄວາມຈິງ ຫຼື ສະແຫວງຫາເສັ້ນທາງເດີນຂອງເຮົາ, ພວກເຂົາແມ່ນຕໍ່ຕ້ານເຮົາ ຍ້ອນພວກເຂົາກຳນົດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງຮ້າຍແຮງ. ຄົນດັ່ງກ່າວຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນຖ້ອຍທຳ, ຖ້ອຍຄໍາທີ່ສັງຫານຊີວິດຄົນ. ຜູ້ຄົນດັ່ງກ່າວຈະສາມາດເຂົ້າກັບເຮົາໄດ້ແນວໃດ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບອ່ານວ່າ “ພາລະກິດແຫ່ງການຮູ້ຈັກພຣະເຈົ້າ”.

ກ່ອນນີ້: 3. ທຳມະຊາດ ແລະ ຜົນຕາມມາຂອງບັນຫາການຮັບຮູ້ພຣະເຈົ້າພຽງຢ່າງດຽວ ໂດຍບໍ່ຮັບຮູ້ຄວາມຈິງ

ຕໍ່ໄປ: 2. ຄົນໆໜຶ່ງຈະຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າໄດ້ແນວໃດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້