3. ທຳມະຊາດ ແລະ ຜົນຕາມມາຂອງບັນຫາການຮັບຮູ້ພຣະເຈົ້າພຽງຢ່າງດຽວ ໂດຍບໍ່ຮັບຮູ້ຄວາມຈິງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ຫຼື ມັນແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນຄວາມປະສົງຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາສະແຫວງຫາຄວາມຕື່ນເຕັ້ນ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງພວກເຂົາ ແນ່ນອນ ຄືສິ່ງທີ່ພວກເຂົາເຊື່ອ ແລະ ສິ່ງທີ່ພວກເຂົາສະແຫວງຫາ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ, ບໍ່ແມ່ນເພື່ອຊອກຫາຄວາມຈິງ. ຜູ້ຄົນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົວເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ໃນສະຫວັນຈະທໍາລາຍ “ຄົນດີ” ຄືພວກເຂົາໄດ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາມີຊີວິດຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນແກ່ພວກເຂົາຢ່າງສວຍງາມ ຍ້ອນພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງໃເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ເມື່ອຄວາມປາດຖະໜ້າຂອງພວກເຂົາບໍ່ໄດ້ດັ່ງຄາດຫວັງ ພວກເຂົາກໍຈະໂຈມຕີຄືນພຣະເຈົ້າທັນທີ ຫຼື ເກີດມີຄວາມໂກດແຄ້ນ. ພວກເຂົາສະແດງຕົນເອງເປັນຄົນຊົ່ວຮ້າຍທີ່ໜ້າລັງກຽດທີ່ຊອກຫາເຮັດຕາມຄວາມປາດຖະໜາຂອງພວກເຂົາເອງເທົ່ານັ້ນ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວທີ່ຕິດຕາມພຣະຄຣິດ. ຜູ້ຄົນເຫຼົ່ານີ້ທີ່ບໍ່ໄດ້ຊອກຫາຄວາມຈິງແມ່ນບໍ່ສາມາດມີທາງເຊື່ອຄວາມຈິງໄດ້ ແລະ ທຸກຄົນຍິ່ງບໍ່ສາມາດເຂົ້າໃຈຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ພຣະທໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ນີ້ພ້ອມທັງບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະຕິດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ຫຼື ພວກເຂົາປະຕິບັດຄວາມຈິງທີ່ເຮົາຕ້ອງການ. ຜູ້ຄົນເຫຼົ້ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍແມ່ນແທ້ຈິງແລ້ວກໍຄືບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າພວກເຂົາເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ຖະໜອມມັນ. ຄົນຊົ່ວດັ່ງກ່າວມີຄວາມໝັ້ນໃຈໃນຕົວເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ, ແຕ່ໃນທີ່ສຸດ ພວກເຂົາກໍຈະໄດ້ເກັບກ່ຽວສິ່ງທີ່ພວກເຂົາຫວ່ານເທົ່ານັ້ນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈໃນຕົວເອງສູງເທົ່າໃດ ແລະ ພວກເຂົາຍິ່ງອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ. ກ່ອນມະນຸດເຂົ້າສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການເຊື່ອຟັງຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະກາຍເປັນເປົ້າໝາຍຂອງການກໍາຈັດ ແລະ ການທໍາລາຍ. ຍິ່ງໄປກວ່ານັ້ນ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ, ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງໃນຂະນະທີ່ຍັງສະແຫວງພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນ ກໍຍິ່ງຈະມີໂອກາດຖືກທຳລາຍໃນອະນາຄົດຫຼາຍຂຶ້ນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລານີ້ ເຮົາດໍາລົງຊີວິດຢູ່ໃນໂລກ ແລະ ດໍາລົງຊີວິດຢູ່ໃນໝູ່ມະນຸດ. ມະນຸດທຸກຄົນກໍາລັງປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງພຣະວັດຈະນະຂອງເຮົາ ແລະ ພ້ອມກັນນີ້ ເຮົາໄດ້ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາຈະໄດ້ຮັບຊີວິດຈາກເຮົາ ແລະ ເພື່ອທີ່ພວກເຂົາຈະໄດ້ມີເສັ້ນທາງໃຫ້ກ້າວເດີນ. ເພາະເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນຊ່ວງເວລາຫຼາຍປີຂອງພາລະກິດຂອງເຮົາ, ມະນຸດໄດ້ຮັບ ແລະ ຍອມຖິ້ມຫຼາຍສິ່ງ, ແຕ່ເຖິງຢ່າງນັ້ນ ເຮົາຍັງຄົງເວົ້າໄດ້ວ່າມະນຸດບໍ່ໄດ້ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນວ່າມະນຸດພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າ ເຮົາເປັນພຣະເຈົ້າ ໃນຂະນະທີ່ໂຕ້ແຍ້ງຄວາມຈິງທີ່ເຮົາກ່າວ ແລະ ຍິ່ງໜ້ອຍກ່ວານັ້ນ ແມ່ນການບໍ່ຂັບຕາມຄວາມຈິງຕາມທີ່ເຮົາຕ້ອງການ. ກ່າວຄື ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຊີວິດ; ມະນຸດຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະເຈົ້າ. ເນື່ອງຈາກຄວາມກະຕືລືລົ້ນຂອງເຂົາເອງ, ມະນຸດຈຶ່ງກາຍເປັນສິ່ງທີ່ໜ້າລັງກຽດສໍາລັບເຮົາ. ຍ້ອນນະມຸດພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ ແລະ ບໍ່ໄດ້ນະມັດສະການເຮົາດ້ວຍໃຈຈິງ. ຄໍາເວົ້າຂອງພວກເຈົ້າຄືການລໍ່ລວງຂອງງູ; ຍິ່ງໄປກ່ວານັ້ນ, ມັນເປັນຄວາມຈອງຫອງຢ່າງສຸດຂີດ ເຊິ່ງເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະລະສະທູດສະຫວັນ. ຍິ່ງໄປກ່ວານັ້ນ, ການກະທໍາຂອງພວກເຈົ້າແມ່ນຖືກທໍາລາຍ ແລະ ຈີກຂາດຈົນໜ້າອັບອາຍ; ຄວາມປາດຖະໜາທີ່ບໍ່ຮູ້ຈັກພໍ ແລະ ເຈດຕະນາທີ່ເຊື່ອໃຈບໍ່ໄດ້ຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າລ້ວນກາຍເປັນຄືມອດໃນເຮືອນຂອງເຮົາ ເຊິ່ງເປັນສິ່ງຂອງທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມຊິງຊັງ. ເພາະບໍ່ມີພວກເຈົ້າຄົນໃດທີ່ເປັນຜູ້ທີ່ຮັກຄວາມຈິງ, ແຕ່ພັດເປັນມະນຸດທີ່ປາດຖະໜາຫາແຕ່ພຣະພອນ, ຢາກໄປສູ່ແດນສະຫວັນ, ຢາກເຫັນນິມິດອັນແສນງົດງາມຂອງອົງພຣະຄຣິສທີ່ຊົງສໍາແດງລິດອໍານາດຂອງພຣະອົງຢູ່ໃນໂລກ. ແຕ່ພວກເຈົ້າເຄີຍຄິດບໍ່ວ່າ ຄົນແບບພວກເຈົ້າ ທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຊົງເປັນຢ່າງໃດ ຈະຄູ່ຄວນທີ່ຈະຕິດຕາມພຣະເຈົ້າບໍ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າຄູ່ຄວນທີ່ຈະໄດ້ເຫັນຄວາມງົດງາມ ເຊິ່ງເປັນຄວາມງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ຢ່າງໃດ?

(ຄັດຈາກບົດ “ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຶດຕິກຳເປັນເວລາຫຼາຍປີຂອງພວກເຈົ້າຕໍ່ໜ້າເຮົາໄດ້ມອບຄຳຕອບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ເຮົາ ແລະ ຄຳຖາມສຳລັບຄຳຕອບນີ້ກໍຄື: “ແມ່ນຫຍັງຄືທ່າທີ່ຂອງມະນຸດຕໍ່ໜ້າຄວາມຈິງ ແລະ ພຣະເຈົ້າທີ່ແທ້ຈິງ?” ຄວາມພະຍາຍາມທີ່ເຮົາທຸ້ມເທໃສ່ມະນຸດໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຮົາໃນການຮັກມະນຸດ ແລະ ການກະທຳທຸກຢ່າງຂອງມະນຸດຕໍ່ໜ້າເຮົາໄດ້ພິສູດໃຫ້ເຫັນເຖິງທາດແທ້ຂອງເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານເຮົາ. ຕະຫຼອດເວລາ ເຮົາເປັນຫ່ວງທຸກຄົນທີ່ຕິດຕາມເຮົາ ແຕ່ບໍ່ມີເວລາໃດເລີຍທີ່ຜູ້ຄົນທີ່ຕິດຕາມເຮົານັ້ນຈະສາມາດຮັບພຣະທຳຂອງເຮົາໄດ້; ພວກເຂົາບໍ່ສາມາດຮັບແມ່ນແຕ່ຂໍ້ສະເໜີຕ່າງໆຂອງເຮົາ. ສິ່ງນີ້ເຮັດໃຫ້ເຮົາເສົ້າໃຈຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາມາດຍອມຮັບເຮົາໄດ້ ເຖິງແມ່ນວ່າທ່າທີຂອງເຮົາຈະຈິງໃຈ ແລະ ພຣະທຳຂອງເຮົາຈະອ່ອນໂຍນ. ທຸກຄົນພະຍາຍາມປະຕິບັດພາລະກິດທີ່ເຮົາໄດ້ຝາກຝັງໃຫ້ກັບພວກເຂົາຕາມແນວຄວາມຄິດຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະຖາມເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ. ພວກເຂົາຍັງອ້າງວ່າພວກເຂົາຮັບໃຊ້ເຮົາຢ່າງຊື່ສັດ ໃນຂະນະທີ່ພວກເຂົາພາກັນກະບົດຕໍ່ເຮົາ. ຫຼາຍຄົນເຊື່ອວ່າ ຄວາມຈິງທີ່ພວກເຂົາບໍ່ສາມາດຮັບໄດ້ ຫຼື ສິ່ງທີ່ພວກເຂົາບໍ່ສາມາດນໍາໄປປະຕິບັດຕົວຈິງໄດ້ນັ້ນບໍ່ແມ່ນຄວາມຈິງ. ໃນຜູ້ຄົນດັ່ງກ່າວ, ຄວາມຈິງຂອງເຮົາກາຍເປັນສິ່ງທີ່ຖືກປະຕິເສດ ແລະ ຖືກປະຖິ້ມ. ໃນເວລາດຽວກັນ ຜູ້ຄົນຮັບຮູ້ວ່າເຮົາເປັນພຣະເຈົ້າໃນຄຳເວົ້າ ແຕ່ຍັງເຊື່ອວ່າເຮົາວ່າເປັນຄົນນອກທີ່ບໍ່ແມ່ນຄວາມຈິງ, ແນວທາງ ຫຼື ຊີວິດ. ບໍ່ມີຜູ້ໃດຮູ້ຈັກຄວາມຈິງນີ້: ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີ່ຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

(ຄັດຈາກບົດ “ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມຊື່ສັດຂອງພວກເຈົ້າເປັນພຽງແຕ່ຄຳເວົ້າເທົ່ານັ້ນ ຄວາມຮູ້ຂອງພວກເຈົ້າກໍເປັນພຽງປັນຍາ ແລະ ຄວາມຄິດ, ຄວາມພະຍາຍາມຂອງພວກເຈົ້າແມ່ນເພື່ອຜົນປະໂຫຍດຂອງການໄດ້ຮັບພອນແຫ່ງສະຫວັນ ແລະ ດ້ວຍເຫດນີ້ ຄວາມເຊື່ອຂອງພວກເຈົ້າຕ້ອງເປັນໄປແບບໃດ? ແມ່ນແຕ່ໃນປັດຈຸບັນ ພວກເຈົ້າຍັງເຮັດຫູໜວກໃສ່ທຸກພຣະທຳແຫ່ງຄວາມຈິງ. ພວກເຈົ້າບໍ່ຮູ້ຈັກວ່າ ພຣະເຈົ້າແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ພຣະຄຣິດແມ່ນຫຍັງ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຄົາລົບພຣະເຢໂຮວາໄດ້ແນວໃດ, ພວກເຈົ້າບໍ່ຮູ້ຈັກວ່າ ຈະເຂົ້າສູ່ພາລະກິດຂອງພຣະວິນຍານບໍລິສຸດໄດ້ແນວໃດ ແລະ ພວກເຈົ້າບໍ່ຮູ້ຈັກວ່າ ຈະຈຳແນກລະຫວ່າງພາລະກິດຂອງພຣະເຈົ້າ ແລະ ກົນອຸບາຍຂອງມະນຸດໄດ້ແນວໃດ. ເຈົ້າຮູ້ຈັກພຽງແຕ່ກ່າວຕໍານິພຣະທຳແຫ່ງຄວາມຈິງໃດໜຶ່ງທີ່ພຣະເຈົ້າກ່າວ ໂດຍບໍ່ເປັນໄປຕາມຄວາມຄິດຂອງເຈົ້າເທົ່ານັ້ນ. ຄວາມຖ່ອມຕົວຂອງເຈົ້າຢູ່ໃສ? ຄວາມເຊື່ອຟັງຂອງເຈົ້າຢູ່ໃສ? ຄວາມສັດຊື່ຂອງເຈົ້າຢູ່ໃສ? ຄວາມຕ້ອງການສະແຫວງຫາຄວາມຈິງຂອງເຈົ້າຢູ່ໃສ? ຄວາມເຄົາລົບພຣະເຈົ້າຂອງເຈົ້າຢູ່ໃສ? ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າ ຍ້ອນໝາຍສໍາຄັນ ແມ່ນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຢ່າງແນ່ນອນ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດ ແມ່ນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງຜຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ສ້າງຫົນທາງທີ່ແທ້ຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເຊື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທັງໝົດຄວນເປັນຄົນທີ່ມີເຫດຜົນ ແລະ ຍອມຮັບຄວາມຈິງ. ບາງເທື່ອ ການໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10,000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10,000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ໂຊກດີທີ່ໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນທີ່ຕ້ອງການໄດ້ຮັບຊີວິດໂດຍບໍ່ເພິ່ງພາຄວາມຈິງທີ່ພຣະຄຣິດກ່າວໄວ້ ແມ່ນຄົນທີ່ເປັນຕາໜ່າຍທີ່ສຸດໃນແຜ່ນດິນໂລກ ແລະ ຄົນທີ່ບໍ່ຍອມຮັບຫົນທາງແຫ່ງຊີວິດທີ່ພຣະຄຣິດນໍາມາໃຫ້ ແມ່ນຄົນທີ່ຫຼົງໃນຄວາມເພີ້ຝັນ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຄົນທີ່ບໍ່ຍອມຮັບພຣະຄຣິດໃນຍຸກສຸດທ້າຍຈະຖືກພຣະເຈົ້າກຽດຊັງຕະຫຼອດໄປ. ພຣະຄຣິດເປັນປະຕູໃຫ້ມະນຸດເຂົ້າສູ່ອານາຈັກໃນຍຸກສຸດທ້າຍ ເຊິ່ງບໍ່ມີໃຜທີ່ສາມາດຜ່ານໄປໄດ້. ບໍ່ມີໃຜທີ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນ ນອກຈາກຜ່ານທາງພຣະຄຣິດ. ເຈົ້າເຊື່ອໃນພຣະເຈົ້າ ແລະ ດ້ວຍເຫດນີ້ ເຈົ້າຕ້ອງຍອມຮັບພຣະທຳຂອງພຣະອົງ ແລະ ເຊື່ອຟັງຫົນທາງຂອງພຣະອົງ. ເຈົ້າຕ້ອງບໍ່ຄິດເຖິງພຽງແຕ່ການຮັບພອນ ໂດຍບໍ່ມີການຮັບຄວາມຈິງ ຫຼື ການຮັບການຈັດກຽມຂອງຊີວິດ. ພຣະຄຣິດມາໃນລະຫວ່າງຍຸກສຸດທ້າຍ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງຈະໄດ້ຮັບການສະໜອງຂອງຊີວິດ. ພາລະກິດຂອງພຣະອົງແມ່ນເພື່ອຜົນປະໂຫຍດຂອງການສິ້ນສຸດຍຸກເກົ່າ ແລະ ເລີ່ມຕົ້ນຍຸກໃໝ່ ແລະ ເປັນເສັ້ນທາງທີ່ທຸກຄົນຕ້ອງໄດ້ຮັບເອົາເພື່ອເຂົ້າສູ່ຍຸກໃໝ່. ຖ້າເຈົ້າບໍ່ສາມາດຮັບຮູ້ພຣະອົງ ແລະ ກົງກັນຂ້າມ ເຈົ້າກ່າວໂທດ, ກ່າວໝິ່ນປະໝາດ ຫຼື ແມ່ນແຕ່ຂົ່ມເຫັງພຣະເຈົ້າ ແລ້ວເຈົ້າກໍຈະຖືກເຜົາໄໝ້ຕະຫຼອດໄປເປັນນິດ, ແລະ ຈະບໍ່ໄດ້ເຂົ້າອານາຈັກຂອງພຣະເຈົ້າຈັກເທື່ອ. ຍ້ອນພຣະຄຣິດອົງນີ້ເອງເປັນການສະແດງຂອງພຣະວິນຍານບໍລິສຸດ, ການສະແດງຂອງພຣະເຈົ້າ, ຂອງຜູ້ທີ່ພຣະເຈົ້າໄວ້ໃຈໃຫ້ປະຕິບັດພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ຖ້າເຈົ້າບໍ່ສາມາດຍອມຮັບທຸກສິ່ງທີ່ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ກະທຳ ແລ້ວເຈົ້າກ່າວໝິ່ນປະໝາດພຣະວິນຍານບໍລິສຸດ. ຜົນກຳທີ່ຄົນເຫຼົ່ານັ້ນທີ່ກ່າວໝິ່ນປະໝາດພຣະວິນຍານບໍລິສຸດຈະໄດ້ຮັບແມ່ນເຮັດໃຫ້ທຸກຄົນເຫັນໄດ້ຊັດເຈນໂດຍຕົວມັນເອງຢູ່ແລ້ວ. ພ້ອມນີ້ ເຮົາຂໍບອກເຈົ້າວ່າ ຖ້າເຈົ້າຕໍ່ຕ້ານພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ປະຕິເສດພຣະອົງ ແລ້ວຈະບໍ່ມີໃຜທີ່ສາມາດແບກຮັບຜົນຕາມມາແທນເຈົ້າໄດ້. ຍິ່ງໄປກວ່ານັ້ນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະບໍ່ມີໂອກາດໃນການໄດ້ຮັບຄວາມເຫັນໃຈຂອງພຣະເຈົ້າອີກແລ້ວ; ເຖິງແມ່ນເຈົ້າພະຍາຍາມໄຖ່ຕົນເອງ ເຈົ້າກໍຈະບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າອີກຕໍ່ໄປ. ຍ້ອນສິ່ງທີ່ເຈົ້າຕໍ່ຕ້ານບໍ່ແມ່ນມະນຸດ, ສິ່ງທີ່ເຈົ້າປະຕິເສດບໍ່ແມ່ນສິ່ງມີຊີວິດທີ່ອ່ອນແອ ແຕ່ເປັນພຣະຄຣິດ. ເຈົ້າຮູ້ສຶກຕົວກ່ຽວກັບຜົນຕາມມານີ້ບໍ? ເຈົ້າບໍ່ໄດ້ເຮັດຄວາມຜິດພາດນ້ອຍໆ ແຕ່ເປັນການກະທຳຄວາມຜິດອາຊະຍາກຳທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້ ເຮົາແນະນຳໃຫ້ທຸກຄົນຍິ່ງແຂ້ວຂອງເຈົ້າຕໍ່ໜ້າຄວາມຈິງ ຫຼື ວິຈານຢ່າງບໍ່ລະໝັດລະວັງ ຍ້ອນມີພຽງແຕ່ຄວາມຈິງເທົ່ານັ້ນທີ່ສາມາດນໍາຊີວິດມາໃຫ້ເຈົ້າໄດ້ ແລະ ບໍ່ມີຫຍັງ ນອກຈາກຄວາມຈິງ ທີ່ສາມາດເຮັດໃຫ້ເຈົ້າເກີດໃໝ່ ແລະ ເຫັນໃບໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ພຣະຄຣິດເປັນພຣະບຸດຂອງພຣະເຈົ້າແທ້ບໍ ຫຼື ພຣະເຈົ້າເອງ

ຕໍ່ໄປ: 1. ການຮູ້ຈັກພຣະເຈົ້າແມ່ນຫຍັງ ແລະ ການເຂົ້າໃຈຄວາມຮູ້ດ້ານພຣະຄຳພີ ແລະ ທິດສະດີສາສະໜາສາດມີຄຸນສົມບັດເປັນຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້