2. ພຣະຄຣິດເປັນພຣະບຸດຂອງພຣະເຈົ້າແທ້ບໍ ຫຼື ພຣະເຈົ້າເອງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງໍາໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ ທັງສອງກໍຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາໃນສະຫວັນ. ທາດແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ທາດແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ທາດແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ມະນຸດຄວນເຂົ້າໃຈ. ທາດແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງທາດແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກີດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້.

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...”. ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມເຊື່ອຟັງຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ.

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຍັງມີຄົນທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເປັນຄົນລ້ຽງແກະຂອງຊາວອິດສະຣາເອັນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ທາດແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ.

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງທີ່ມະນຸດເຫັນໃນຕອນທຳອິດແມ່ນພຣະວິນຍານບໍລິສຸດລົງມາດັ່ງນົກເຂົາທີ່ເທິງພຣະເຢຊູ; ບໍ່ແມ່ນພຣະວິນຍານທີ່ຈຳກັດຕໍ່ພຣະເຢຊູ, ແຕ່ກົງກັນຂ້າມເປັນພຣະວິນຍານບໍລິສຸດ. ແລ້ວພຣະວິນຍານຂອງພຣະເຢຊູສາມາດແຍກອອກຈາກພຣະວິນຍານບໍລິສຸດໄດ້ບໍ? ຖ້າພຣະເຢຊູເປັນພຣະເຢຊູ, ພຣະບຸດ ແລະ ພຣະວິນຍານບໍລິສຸດກໍເປັນພຣະວິນຍານບໍລິສຸດ, ແລ້ວພຣະອົງທັງສອງຈະສາມາດກາຍເປັນໜຶ່ງດຽວໄດ້ແນວໃດ? ພາລະກິດຈະບໍ່ສາມາດປະຕິບັດໄດ້ຖ້າເປັນແບບນັ້ນ. ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູ, ພຣະວິນຍານທີ່ຢູ່ໃນສະຫວັນ ແລະ ພຣະວິນຍານຂອງພຣະເຢໂຮວາລ້ວນແລ້ວແຕ່ເປັນໜຶ່ງດຽວກັນ. ມັນສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ ແລະ ພຣະວິນຍານຄຸ້ມຄອງທຸກສິ່ງ. ພຣະວິນຍານຂອງພຣະເຈົ້າສາມາດປະຕິບັດພາລະກິດຫຼາຍຢ່າງ. ພຣະອົງສາມາດສ້າງແຜ່ນດິນໂລກ ແລະ ທຳລາຍມັນໂດຍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກ; ພຣະອົງສາມາດໄຖ່ບາບມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດເອົາຊະນະ ແລະ ທຳລາຍມະນຸດຊາດທັງປວງ. ພາລະກິດນີ້ລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ບໍ່ມີຕົວຕົນໃດໜຶ່ງຂອງພຣະເຈົ້າທີ່ສາມາດປະຕິບັດແທນພຣະອົງໄດ້. ພຣະວິນຍານຂອງພຣະອົງແມ່ນຖືກເອີ້ນດ້ວຍນາມຂອງພຣະເຢໂຮວາ ແລະ ພຣະເຢຊູ ພ້ອມທັງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ພຣະອົງຍັງສາມາດກາຍເປັນບຸດມະນຸດໄດ້ອີກ. ພຣະອົງຢູ່ໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກອີກດ້ວຍ; ພຣະອົງຢູ່ເໜືອຈັກກະວານ ແລະ ທ່າມກາງຝູງຊົນ. ພຣະອົງເປັນເຈົ້ານາຍໜຶ່ງດຽວຂອງສະຫວັນ ແລະ ແຜ່ນດິນໂລກ! ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າເອງ. ບໍ່ວ່າຈະເປັນພາລະກິດທີ່ຢູ່ໃນສະຫວັນ ຫຼື ຢູ່ໃນເນື້ອໜັງ, ທຸກຢ່າງແມ່ນຖືກປະຕິບັດໂດຍພຣະວິນຍານຂອງພຣະອົງເອງ. ສິ່ງຖືກສ້າງທັງປວງ ບໍ່ວ່າຈະຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ແມ່ນຢູ່ໃນກໍາມືທີ່ມີລິດທານຸພາບສູງສຸດຂອງພຣະອົງ; ທຸກສິ່ງນີ້ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ຄົນອື່ນບໍ່ສາມາດປະຕິບັດແທນພຣະອົງໄດ້. ໃນສະຫວັນ, ພຣະອົງເປັນພຣະວິນຍານ ແຕ່ຍັງຄົງເປັນພຣະເຈົ້າເອງ; ທ່າມກາງມະນຸດ, ພຣະອົງເປັນເນື້ອໜັງ ແຕ່ຍັງຄົງເປັນພຣະເຈົ້າເອງ. ເຖິງແມ່ນວ່າ ພຣະອົງຈະຖືກເອີ້ນຫຼາຍຮ້ອຍຫຼາຍພັນຊື່, ພຣະອົງກໍຍັງເປັນພຣະອົງເອງ ແລະ ພາລະກິດທັງໝົດກໍເປັນການສຳແດງອອກໂດຍກົງຂອງພຣະວິນຍານຂອງພຣະອົງ. ການໄຖ່ບາບມະນຸດຊາດທັງປວງຜ່ານການຄຶງໃສ່ໄມ້ກາງແຂນຂອງພຣະອົງ ກໍເປັນພາລະກິດໂດຍກົງຂອງພຣະວິນຍານຂອງພຣະອົງ ແລະ ການປະກາດຕໍ່ບັນດາປະຊາຊາດ ແລະ ແຜ່ນດິນທັງໝົດໃນລະຫວ່າງຍຸກສຸດທ້າຍເຊັ່ນດຽວກັນ. ຕະຫຼອດເວລາ ພຣະເຈົ້າພຽງສາມາດຖືກເອີ້ນໄດ້ວ່າ ພຣະເຈົ້າຜູ້ທີ່ມີລິດທານຸພາບສູງສຸດ ແລະ ແທ້ຈິງໜຶ່ງດຽວ, ພຣະເຈົ້າທີ່ຄຸ້ມຄອງສັບພະສິ່ງທັງປວງ. ຕົວຕົນທີ່ແຕກຕ່າງກັນແມ່ນບໍ່ມີຢູ່ຈິງ ແລ້ວແຮງໄກທີ່ຈະມີແນວຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງພຣະເຈົ້າໜຶ່ງດຽວທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ!

(ຄັດຈາກບົດ “ພຣະເຈົ້າຕຣີເອການຸພາບມີແທ້ບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ຄົນໆໜຶ່ງຈະຮູ້ຈັກແກ່ນແທ້ອັນສັກສິດຂອງພຣະຄຣິດໄດ້ແນວໃດ

ຕໍ່ໄປ: 3. ທຳມະຊາດ ແລະ ຜົນຕາມມາຂອງບັນຫາການຮັບຮູ້ພຣະເຈົ້າພຽງຢ່າງດຽວ ໂດຍບໍ່ຮັບຮູ້ຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້