1. ຄົນໆໜຶ່ງຈະຮູ້ຈັກແກ່ນແທ້ອັນສັກສິດຂອງພຣະຄຣິດໄດ້ແນວໃດ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).
“ເຈົ້າບໍ່ເຊື່ອວ່າ ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ ບໍ? ພຣະທຳທີ່ເຮົາກ່າວກັບເຈົ້າ ເຮົາບໍ່ໄດ້ກ່າວກ່ຽວກັບເຮົາ: ແຕ່ກ່ຽວກັບພຣະບິດາທີ່ສະຖິດຢູ່ໃນເຮົາ, ພຣະອົງກະທໍາການເອງ” (ໂຢຮັນ 14:10).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຮູບລັກສະນະໃນການສະແດງອອກຂອງພຣະເຈົ້າ. ຍ້ອນ ພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້.
(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)
ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ ສິ່ງນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະເຈົ້າຕາມຄວາມເປັນຈິງ. ຖ້າເຈົ້າພຽງແຕ່ຮູ້ຈັກບຸກຄົນ ນັ້ນກໍຄື ຖ້າເຈົ້າຮູ້ຈັກນິໄສ ແລະ ລັກສະນະຂອງພຣະອົງ ແຕ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານ ຫຼື ສິ່ງທີ່ພຣະວິນຍານປະຕິບັດໃນເນື້ອໜັງ ແລະ ຖ້າເຈົ້າພຽງແຕ່ໃຫ້ຄວາມໃສ່ໃຈກັບພຣະວິນຍານ ແລະ ພຣະທຳ ແລະ ພຽງແຕ່ອະທິຖານຕໍ່ໜ້າພຣະວິນຍານ ໂດຍບໍ່ຮູ້ຈັກພາລະກິດແຫ່ງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນພຣະເຈົ້າຕາມຄວາມເປັນຈິງ ແລ້ວສິ່ງນີ້ກໍຍັງພິສູດອີກວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າຕາມຄວາມເປັນຈິງ. ຄວາມຮູ້ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງລວມເຖິງການຮູ້ຈັກ ແລະ ການມີປະສົບການໃນພຣະທຳຂອງພຣະອົງ ແລະ ການເຂົ້າໃຈກົດລະບຽບ ແລະ ຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ ແລະ ວິທີທີ່ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ. ພ້ອມນີ້ຍັງລວມເຖິງການຮູ້ຈັກວ່າ ທຸກການກະທຳຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນຖືກຄວບຄຸມໂດຍພຣະວິນຍານເຊັ່ນກັນ ແລະ ພຣະທຳຕ່າງໆທີ່ພຣະອົງກ່າວອອກມາແມ່ນການສຳແດງເຖິງພຣະວິນຍານໂດຍກົງ. ສະນັ້ນ ຖ້າເຈົ້າປາຖະໜາທີ່ຈະຮູ້ຈັກພຣະເຈົ້າຕາມຄວາມເປັນຈິງ, ກ່ອນອື່ນ ເຈົ້າຕ້ອງຮູ້ຈັກວ່າ ພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ ແລະ ໃນຄວາມເປັນພຣະເຈົ້າແນວໃດ; ດ້ວຍເຫດນັ້ນ ສິ່ງນີ້ຈຶ່ງກ່ຽວຂ້ອງກັບການສຳແດງເຖິງພຣະວິນຍານ ເຊິ່ງທຸກຄົນມີສ່ວນຮ່ວມນໍາ.
(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຈົ້າຈະບໍ່ເຫັນຈັກເທື່ອວ່າພຣະເຈົ້າມີມຸມມອງທີ່ຄ້າຍຄືກັນກັບມະນຸດກ່ຽວກັບສິ່ງຕ່າງໆ ແລະ ຍິ່ງໄປກວ່ານັ້ນ ເຈົ້າຈະບໍ່ເຫັນວ່າພຣະອົງໃຊ້ມຸມມອງ, ຄວາມຮູ້, ວິທະຍາສາດ, ປັດຊະຍາ ຫຼື ຈິນຕະນາການຂອງມະນຸດຊາດເພື່ອຈັດການບັນຫາຕ່າງໆ. ກົງກັນຂ້າມ, ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ພຣະອົງເປີດເຜີຍແມ່ນເຊື່ອມໂຍງກັບຄວາມຈິງ. ນັ້ນກໍຄື ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ທຸກການກະທຳທີ່ພຣະອົງໄດ້ເຮັດແມ່ນຜູກມັດກັບຄວາມຈິງ. ຄວາມຈິງນີ້ບໍ່ແມ່ນຜົນຂອງຄວາມເພີ້ຝັນທີ່ບໍ່ມີເຫດຜົນ; ຄວາມຈິງນີ້ ແລະ ພຣະທຳເຫຼົ່ານີ້ແມ່ນຖືກສະແດງອອກໂດຍພຣະເຈົ້າ ໂດຍຄຸນງາມຄວາມດີແຫ່ງແກ່ນແທ້ຂອງພຣະອົງ ແລະ ຊີວິດຂອງພຣະອົງ. ຍ້ອນພຣະທຳເຫຼົ່ານີ້ ແລະ ແກ່ນແທ້ຂອງທຸກສິ່ງທີ່ພຣະເຈົ້າໄດ້ເຮັດແມ່ນຄວາມຈິງ, ພວກເຮົາຈຶ່ງສາມາດເວົ້າວ່າແກ່ນແທ້ຂອງພຣະເຈົ້າສັກສິດ. ເວົ້າອີກຢ່າງກໍຄື ທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ເຮັດໄດ້ນໍາພາລະກຳລັງ ແລະ ແສງສະຫວ່າງມາເຖິງຜູ້ຄົນ, ເຮັດໃຫ້ຜູ້ຄົນສາມາດເຫັນສິ່ງທີ່ດີ ແລະ ຄວາມເປັນຈິງຂອງສິ່ງທີ່ດີເຫຼົ່ານັ້ນ ແລະ ຊີ້ເຖິງຫົນທາງສຳລັບມະນຸດຊາດ ເພື່ອວ່າພວກເຂົາອາດຍ່າງໃນເສັ້ນທາງທີ່ຖືກຕ້ອງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກກຳນົດໂດຍແກ່ນແທ້ຂອງພຣະເຈົ້າ ແລະ ໂດຍແກ່ນແທ້ແຫ່ງຄວາມສັກສິດຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ V” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າກໍເກີດໃນດິນແດນທີ່ສົກກະປົກເຊັ່ນກັນ ແຕ່ພຣະອົງຍັງບໍ່ໄດ້ເປິເປື້ອນໄປດ້ວຍຄວາມສົກກະປົກ. ພຣະອົງດຳລົງຊີວິດໃນໂລກທີ່ສົກກະປົກແບບດຽວກັບເຈົ້າ, ແຕ່ພຣະອົງມີເຫດຜົນ, ມີຄວາມເຂົ້າໃຈ ແລະ ພຣະອົງກຽດຊັງຄວາມສົກກະປົກ. ເຈົ້າເຖິງກັບອາດຈະບໍ່ສາມາດຄົ້ນພົບສິ່ງທີ່ສົກກະປົກໃນຄຳເວົ້າ ແລະ ການກະທຳຂອງເຈົ້າ, ແຕ່ພຣະອົງສາມາດເຮັດໄດ້ ແລະ ພຣະອົງຊີ້ແຈງສິ່ງເຫຼົ່ານີ້ໃຫ້ກັບເຈົ້າ. ສິ່ງເດີມໆເຫຼົ່ານັ້ນຂອງເຈົ້າ, ການຂາດການປູກຝັງ, ຄວາມເຂົ້າໃຈ ແລະ ຄວາມຮູ້ສຶກຂອງເຈົ້າ ແລະ ວິທີການດຳລົງຊີວິດທີ່ຫຼ້າຫຼັງຂອງເຈົ້າ, ບັດນີ້ ສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະໂດຍການເປີດເຜີຍໃນປັດຈຸບັນ; ໂດຍການທີ່ພຣະເຈົ້າມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດແບບນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຫັນເຖິງຄວາມບໍລິສຸດ ແລະ ອຸປະນິໄສອັນຊອບທຳຂອງພຣະອົງ. ພຣະອົງພິພາກສາ ແລະ ຂ້ຽນຕີເຈົ້າ, ເຮັດໃຫ້ເຈົ້າໄດ້ຮັບຄວາມເຂົ້າໃຈ; ບາງເທື່ອ ທຳມະຊາດແບບມານຮ້າຍຂອງເຈົ້າກໍສຳແດງອອກມາ ແລະ ພຣະອົງຊີ້ໃຫ້ເຈົ້າເຫັນສິ່ງນັ້ນ. ພຣະອົງຮູ້ຈັກທາດແທ້ຂອງມະນຸດຄືກັບຫຼັງມືຂອງພຣະອົງ. ພຣະອົງດຳລົງຊີວິດທ່າມກາງພວກເຈົ້າ, ພຣະອົງກິນອາຫານແບບດຽວກັບເຈົ້າ ແລະ ພຣະອົງດຳລົງຊີວິດໃນສະພາບແວດລ້ມດຽວກັນ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະອົງຮູ້ຫຼາຍກວ່າ; ພຣະອົງສາມາດເປີດໂປງເຈົ້າ ແລະ ເບິ່ງເຫັນທາດແທ້ທີ່ເສື່ອມຊາມຂອງມະນຸດຊາດ. ບໍ່ມີຫຍັງທີ່ພຣະອົງກຽດຊັງໄປຫຼາຍກວ່າປັດຊະຢາໃນການດຳລົງຊີວິດຂອງມະນຸດ ແລະ ຄວາມບໍ່ຊື່ສັດ ແລະ ຄວາມກະບົດ. ໂດຍສະເພາະແລ້ວ ພຣະອົງກຽດຊັງປະຕິກິລິຍາທາງເນື້ອໜັງຂອງຜູ້ຄົນ. ພຣະອົງອາດບໍ່ຄຸ້ນເຄີຍກັບປັດຊະຢາໃນການດຳລົງຊີວິດຂອງມະນຸດ, ແຕ່ພຣະອົງສາມາດເຫັນໄດ້ຢ່າງຊັດເຈນ ແລະ ເປີດໂປງອຸປະນິໄສອັນເສື່ອມຊາມທີ່ຜູ້ຄົນເປີດເຜີຍອອກ. ພຣະອົງປະຕິບັດພາລະກິດເພື່ອກ່າວ ແລະ ສອນມະນຸດຜ່ານສິ່ງເຫຼົ່ານີ້, ພຣະອົງໃຊ້ສິ່ງເຫຼົ່ານີ້ເພື່ອພິພາກສາຜູ້ຄົນ ແລະ ເພື່ອເຮັດໃຫ້ອຸປະນິໄສອັນຊອບທຳ ແລະ ບໍລິສຸດຂອງພຣະອົງເອງເປັນທີ່ປະຈັກ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງກາຍມາເປັນຕົວປະກອບໃນພາລະກິດຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດເຮັດໃຫ້ອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃບໜ້າອັນຂີ້ຮ້າຍທັງໝົດຂອງຊາຕານປາກົດອອກຢ່າງແຈ່ມແຈ້ງ. ເຖິງແມ່ນພຣະອົງບໍ່ລົງໂທດເຈົ້າ ແລະ ພຽງແຕ່ໃຊ້ເຈົ້າໃຫ້ເປັນຕົວປະກອບໃນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ, ເຈົ້າກໍຮູ້ສຶກອັບອາຍ ແລະ ບໍ່ມີບ່ອນໃຫ້ປົກປິດຕົນເອງ ຍ້ອນເຈົ້າສົກກະປົກເກີນໄປ. ພຣະອົງກ່າວສິ່ງເຫຼົ່ານີ້ທີ່ຖືກເປີດໂປງໃນມະນຸດເທົ່ານັ້ນ ແລະ ມີແຕ່ເມື່ອສິ່ງເຫຼົ່ານີ້ຖືກເຮັດໃຫ້ປາກົດອອກສູ່ສາທາລະນະເທົ່ານັ້ນ ຜູ້ຄົນຈຶ່ງຈະຮູ້ຈັກວ່າພຣະເຈົ້າບໍລິສຸດສໍ່າໃດ. ພຣະອົງບໍ່ເບິ່ງຂ້າມຄວາມບໍ່ບໍລິສຸດແມ່ນແຕ່ເລັກນ້ອຍໃນຜູ້ຄົນ, ບໍ່ແມ່ນແຕ່ຄວາມຄິດອັນສົກກະປົກທີ່ຢູ່ໃນຫົວໃຈຂອງພວກເຂົາ; ຖ້າຄຳເວົ້າ ແລະ ການກະທຳຂອງຜູ້ຄົນບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ແລ້ວພຣະອົງກໍບໍ່ຍົກໂທດໃຫ້ພວກເຂົາ. ໃນພຣະທຳຂອງພຣະອົງ, ບໍ່ມີຫ້ອງສຳລັບຄວາມສົກກະປົກຂອງມະນຸດ ຫຼື ສິ່ງອື່ນໆ, ມັນຕ້ອງຖືກເຮັດໃຫ້ປາກົດສູ່ສາທາລະນະທັງໝົດ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເຫັນວ່າພຣະອົງບໍ່ຄືກັບມະນຸດແທ້ໆ. ຖ້າມີຄວາມສົກກະປົກແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ແລ້ວພຣະອົງກໍກຽດຊັງພວກເຂົາຢ່າງທີ່ສຸດ. ເຖິງກັບມີບາງເວລາທີ່ພວກເຂົາບໍ່ສາມາດເຂົ້າໃຈ ແລະ ເວົ້າວ່າ “ພຣະເຈົ້າເອີຍ ເປັນຫຍັງພຣະອົງຈຶ່ງໃຈຮ້າຍຫຼາຍແທ້? ເປັນຫຍັງພຣະອົງຈຶ່ງບໍ່ສົນໃຈຕໍ່ຄວາມອ່ອນແອຂອງມະນຸດ? ເປັນຫຍັງພຣະອົງຈຶ່ງບໍ່ສາມາດໃຫ້ອະໄພຜູ້ຄົນແດ່ເລັກນ້ອຍ? ເປັນຫຍັງພຣະອົງຈຶ່ງບໍ່ຄຳນຶງເຖິງມະນຸດຂະໜາດນັ້ນ? ພຣະອົງຮູ້ຈັກຢ່າງຊັດເຈນວ່າຜູ້ຄົນຖືກເສື່ອມຊາມໃນລະດັບໃດ, ແລ້ວເປັນຫຍັງພຣະອົງຈຶ່ງຍັງປະຕິບັດຕໍ່ພວກເຂົາແບບນີ້?” ພຣະອົງກຽດຊັງຄວາມຜິດບາບ, ພຣະອົງເບື່ອໜ່າຍມັນ ແລະ ໂດຍສະເພາະແລ້ວ ພຣະອົງເບື່ອໜ່າຍຖ້າມີຮ່ອງຮອຍຂອງຄວາມບໍ່ເຊື່ອຟັງໃນຕົວເຈົ້າ. ເມື່ອເຈົ້າເປີດເຜີຍອຸປະນິໄສທີ່ກະບົດ, ພຣະອົງກໍເຫັນມັນ ແລະ ເບື່ອໜ່າຍຢ່າງແຮງ, ເບື່ອໜ່າຍຫຼາຍແທ້ໆ. ຜ່ານສິ່ງເຫຼົ່ານີ້ທີ່ອຸປະນິໄສ ແລະ ສິ່ງທີ່ພຣະເຈົ້າເປັນໄດ້ຖືກສະແດງອອກ. ເມື່ອເຈົ້າຍົກຕົວເຈົ້າເອງຂຶ້ນມາປຽບທຽບ, ເຈົ້າຈະເຫັນວ່າ ເຖິງແມ່ນພຣະອົງກິນອາຫານແບບດຽວກັນກັບມະນຸດ, ນຸ່ງເຄື່ອງແບບດຽວກັນ, ເພີດເພີນໃນສິ່ງດຽວກັນກັບສິ່ງທີ່ພວກເຂົາເພິດເພີນ ແລະ ດຳລົງຊີວິດ ແລະ ອາໄສກັບພວກເຂົາ, ແຕ່ພຣະອົງກໍຍັງບໍ່ຄືມະນຸດ. ນີ້ບໍ່ແມ່ນຄວາມສຳຄັນຂອງຕົວປະກອບບໍ? ມັນແມ່ນຜ່ານສິ່ງຕ່າງໆເຫຼົ່ານີ້ຂອງມະນຸດ, ລິດອຳນາດຂອງພຣະເຈົ້າຈຶ່ງຖືກສະແດງອອກ; ມັນຄືຄວາມມືດມົວທີ່ກໍ່ໃຫ້ເກີດມີແສງສະຫວ່າງອັນລໍ້າຄ່າ.
(ຄັດຈາກບົດ “ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະອົງຮັບຮູ້ເຖິງແກ່ນແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ແມ່ນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງແກ່ນແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້. ຈາກພາລະກິດຂອງພຣະອົງ ມະນຸດບໍ່ສາມາດບອກໄດ້ວ່າ ພຣະອົງເປັນຄົນປະເພດໃດ. ມະນຸດຍັງບໍ່ສາມາດຈັດແບ່ງພຣະອົງໃຫ້ເປັນຄົນປະເພດທີ່ຖືກສ້າງບົນພື້ນຖານແຫ່ງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເປັນຍັງເຮັດໃຫ້ພຣະອົງບໍ່ສາມາດຖືກຈັດແບ່ງໃຫ້ເປັນຄົນປະເພດທີ່ຖືກສ້າງ. ມະນຸດພຽງແຕ່ສາມາດພິຈາລະນາໃຫ້ພຣະອົງເປັນສິ່ງທີ່ບໍ່ແມ່ນມະນຸດ, ແຕ່ບໍ່ຮູ້ຈັກຈັດແບ່ງພຣະອົງຢູ່ໃນປະເພດໃດ, ສະນັ້ນ ມະນຸດຈຶ່ງຖືກບັງຄັບໃຫ້ຈັດພຣະອົງຢູ່ໃນປະເພດຂອງພຣະເຈົ້າ. ມັນບໍ່ສົມເຫດສົມຜົນສຳລັບມະນຸດທີ່ຈະເຮັດແບບນີ້, ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດຫຼາຍຢ່າງທ່າມກາງຜູ້ຄົນ ເຊິ່ງມະນຸດບໍ່ສາມາດເຮັດໄດ້.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນທາດແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ມະນຸດຄົນໃດກໍບໍ່ສາມາດເຮັດ ຫຼື ຄາດຄິດໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍຢ່າງເລິກເຊິ່ງຂອງພຣະທຳທີ່ວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ຢ່າວ່າແຕ່ປະຕິບັດພາລະກິດທີ່ຂັດແຍ່ງເຊິ່ງກັນແລະກັນເລີຍ ນັ້ນກໍຍ້ອນວ່າ ທາດແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ທາດແທ້ຂອງພວກເຂົາແມ່ນຄືກັນ; ທັງສອງມີທາດແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ທາດແທ້ຂອງພຣະອົງແມ່ນດີ. ພຣະອົງສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈ ແລະ ບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ແລະ ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມໂຊມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມໂຊມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ຢ່າວ່າແຕ່ປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຕໍ່ຕ້ານຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ມະນຸດຈະເລືອກ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້.
(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາຮູ້ເຖິງອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ເຮັດໃຫ້ພວກເຮົາ “ເກີດໃໝ່” ອີກຄັ້ງ; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະລະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈທີ່ຈະຍອມຮັບບຸກຄົນດັ່ງກ່າວຢ່າງກະຕືລືລົ້ນໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນພຣະອົງໄດ້ມອບອາຫານມານາໃຫ້ກັບພວກເຮົາຢ່າງຫຼວງຫຼາຍ, ຫຼາຍເກີນທີ່ຈະຊື່ນຊົມ, ຈົນບໍ່ມີຫຍັງສາມາດແທນທີ່ພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ແຕ່ພວກເຮົາກໍຍັງລັ່ງເລໃຈທີ່ຈະໃຫ້ກຽດຄວາມເປັນຕົວຕົນ ແລະ ສະຖານະທີ່ເປັນພິເສດຂອງບຸກຄົນນີ້. ຖ້າ ພຣະອົງບໍ່ເປີດປາກຂອງພຣະອົງເພື່ອຂໍຮ້ອງໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.
ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ. ໃນເວລານີ້ ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຮົາຢ່າງສົມບູນແລ້ວ; ພວກເຮົາບໍ່ສົງໄສອີກຕໍ່ໄປວ່າ ພຣະອົງແມ່ນຫຍັງ, ບໍ່ຕໍ່ຕ້ານພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງອີກຕໍ່ໄປ ແລະ ພວກເຮົາກົ້ມລົງຂາບຕໍ່ໜ້າພຣະອົງ. ພວກເຮົາບໍ່ປາຖະໜາໄປຫຼາຍກວ່າການຕິດຕາມຮອຍບາດກ້າວຂອງພຣະເຈົ້າຕະຫຼອດຊົ່ວຊີວິດຂອງພວກເຮົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ ແລະ ຕອບແທນພຣະຄຸນຂອງພຣະອົງ ແລະ ຕອບແທນຄວາມຮັກຂອງພຣະອົງທີ່ມີໃຫ້ກັບພວກເຮົາ; ແລະ ເຊື່ອຟັງການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ, ຮ່ວມມືກັບພາລະກິດຂອງພຣະອົງ ແລະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ພຣະອົງມອບໝາຍໃຫ້ກັບພວກເຮົານັ້ນສຳເລັດລົງ.
ການທີ່ຖືກເອົາຊະນະໂດຍພຣະເຈົ້າຄືກັບການແຂ່ງຂັນສິລະປະການຕໍ່ສູ່.
ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຈຸດໃດຈຸດໜຶ່ງຂອງພວກເຮົາ, ເຮັດໃຫ້ພວກເຮົາເຈັບປວດ ແລະ ເຕັມໄປດ້ວຍຄວາມຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກສິ່ງທີ່ພວກເຮົາເວົ້າ ແລະ ເຮັດ ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ ແລະ ທາດແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາບຢ້ານກົວ, ເປັນສັ່ນເຊັນ ແລະ ບໍ່ມີບ່ອນທີ່ຈະປິດບັງຄວາມອັບອາຍຂອງພວກເຮົາໄດ້. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ເອົາຊະນະພວກເຮົາຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຈຸດເດັ່ນແຫ່ງການໄຖ່ບາບແມ່ນແຕ່ຢ່າງດຽວ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍ, ພວກເຮົາບໍ່ກ້າຮຽກຮ້ອງໂດຍບໍ່ມີເຫດຜົນ ຫຼື ຮັບຄວາມຫວັງຈາກພຣະອົງອີກຕໍ່ໄປ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີໃຜໃນພວກເຮົາສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ເບິ່ງຄືກັບວ່າ ຄວາມເຊື່ອຂອງພວກເຮົາໄດ້ກັບຄືນໄປຢູ່ທີ່ຈຸດເລີ່ມຕົ້ນ ແລະ ເບິ່ງຄືກັບວ່າ ພວກເຮົາບໍ່ເຄີຍພົບພຣະເຢຊູເຈົ້າຈັກເທື່ອ ຫຼື ໄດ້ຮູ້ຈັກພຣະອົງເລີຍ. ທຸກສິ່ງທີ່ຢູ່ຕໍ່ຕາຂອງພວກເຮົາຈະເຮັດໃຫ້ພວກເຮົາເຕັມໄປດ້ວຍຄວາມມຶນງົງ ແລະ ເຮັດໃຫ້ພວກເຮົາ ສອງຈິດສອງໃຈທີ່ບໍ່ເດັດຂາດ. ພວກເຮົາຕົກຕະລຶງ, ພວກເຮົາຜິດຫວັງ ແລະ ສ່ວນເລິກໃນຫົວໃຈຂອງພວກເຮົາກໍມີຄວາມໂມໂຫ ແລະ ຄວາມອັບປະຍົດທີ່ອົດກັ້ນບໍ່ໄດ້. ພວກເຮົາພະຍາຍາມລະບາຍ, ຫາທາງອອກ ແລະ ຍິ່ງໄປກວ່ານັ້ນກໍຄື ສຶບຕໍ່ລໍຖ້າພຣະຜູ້ຊ່ວຍໃຫ້ພົ້ນພຣະເຢຊູເຈົ້າຂອງພວກເຮົາ, ເພື່ອພວກເຮົາອາດຖອກເທຫົວໃຈຂອງພວກເຮົາຮັບເອົາພຣະອົງ. ເຖິງແມ່ນວ່າ ມີຫຼາຍຄັ້ງທີ່ພວກເຮົາເບິ່ງພາຍນອກຄືກັບວ່າທຸ່ນທ່ຽງ, ບໍ່ອວດດີ ຫຼື ຖ່ອມຕົວ, ແຕ່ໃນຫົວໃຈຂອງພວກເຮົາ, ພວກເຮົາເປັນທຸກໃຈກັບຄວາມຮູ້ສຶກແຫ່ງການສູນເສຍທີ່ພວກເຮົາບໍ່ເຄີຍຮູ້ສຶກມາກ່ອນເລີຍ. ເຖິງວ່າບາງຄັ້ງ ພວກເຮົາອາດໃຈເຢັນແບບຜິດປົກກະຕິຢູ່ພາຍນອກ, ຈິດໃຈຂອງພວກເຮົາກໍຟົດຍ້ອນຄວາມທໍລະມານຄືກັບທະເລທີ່ມີພາຍຸຮ້າຍແຮງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ລົບລ້າງຄວາມຫວັງ ແລະ ຄວາມຝັນທັງໝົດຂອງພວກເຮົາ, ນໍາຈຸດສິ້ນສຸດມາສູ່ຄວາມປາຖະໜາທີ່ສິ້ນເປືອງຂອງພວກເຮົາ ແລະ ເຮັດໃຫ້ວພກເຮົາບໍ່ເຕັມໃຈທີ່ຈະເຊື່ອວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເປີດອ່າວທະເລທີ່ເລິກຫຼາຍລະຫວ່າງພວກເຮົາ ແລະ ພຣະອົງເຊິ່ງແຮງເຮັດໃຫ້ບໍ່ມີໃຜເຕັມໃຈທີ່ຈະພະຍາຍາມຂ້າມໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງແມ່ນຄັ້ງທຳອິດທີ່ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກຢ່າງໃຫຍ່ຫຼວງ ເຊິ່ງເປັນຄວາມອັບອາຍຂາຍໜ້າທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຮົາ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍົກຍ້ອງກຽດຂອງພຣະອົງ ແລະ ຄວາມບໍ່ທົນຂອງພຣະອົງຕໍ່ການກະທໍາຜິດຂອງມະນຸດຢ່າງແທ້ຈິງ, ດ້ວຍວ່າເມື່ອປຽບທຽບກັບຄວາມຕໍ່າຊ້າ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາແລ້ວແມ່ນຍິ່ງໃຫຍ່ເຫຼືອເກີນ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຮັບຮູ້ເປັນຄັ້ງທໍາອິດວ່າ ພວກເຮົາອວດດີ ແລະ ໂອ້ອວດຫຼາຍພຽງໃດ, ແລະ ຮູ້ວ່າມະນຸດຈະບໍ່ມີທາງເທົ່າທຽມກັບພຣະເຈົ້າ ຫຼື ເທົ່າກັບພຣະເຈົ້າໄດ້ແນວໃດ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາປາຖະໜາທີ່ຈະບໍ່ມີຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມດັ່ງກ່າວ, ເພື່ອກຳຈັດທຳມະຊາດ ແລະ ທາດແທ້ນີ້ຈາກຕົວພວກເຮົາເອງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເພື່ອຢຸດຄວາມຊົ່ວຊ້າ ແລະ ສິ່ງທີ່ເປັນຕາຊັງຕໍ່ພຣະອົງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍິນດີທີ່ຈະເຊື່ອຟັງພຣະທຳຂອງພຣະອົງ, ບໍ່ກະບົດຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງອີກຕໍ່ໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງມອບຄວາມປາຖະໜາເພື່ອການຢູ່ລອດໃຫ້ກັບພວກເຮົາອີກຄັ້ງ ແລະ ເຮັດໃຫ້ພວກເຮົາຍິນດີທີ່ຈະຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນ... ພວກເຮົາໄດ້ອອກຈາກພາລະກິດແຫ່ງການເອົາຊະນະ, ອອກຈາກນະລົກ, ອອກຈາກເຫວແຫ່ງຄວາມມືດຂອງຄວາມຕາຍ... ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບເອົາພວກເຮົາ, ເຊິ່ງເປັນຄົນກຸ່ມນີ້! ພຣະອົງໄດ້ຮັບໄຊຊະນະເໜືອຊາຕານ ແລະ ໄດ້ເອົາຊະນະສັດຕູຈຳນວນຫຼວງຫຼາຍຂອງພຣະອົງແລ້ວ!
(ຄັດຈາກບົດ “ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)