3. ຜູ້ເຊື່ອຕ້ອງສາມາດບົ່ງບອກຄົນລ້ຽງແກະຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເພື່ອໂຍນສາສະໜາຖິ້ມ ແລະ ກັບຄືນມາຫາພຣະເຈົ້າ
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ຍ້ອນຜູ້ຫຼອກລວງຫຼາຍຄົນໄດ້ອອກໄປໃນໂລກ ໂດຍປະຕິເສດທີ່ຈະຍອມຮັບການມາເຖິງຂອງພຣະເຢຊູຄຣິດໃນເນື້ອໜັງ. ບຸກຄົນໃດກໍຕາມທີ່ເປັນແບບນັ້ນກໍເປັນຜູ້ຫຼອກລວງ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ” (2 ໂຢຮັນ 1:7).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ? ຜູ້ທີ່ໃຫ້ກຽດຕົນເອງຢູ່ໜ້າພຣະເຈົ້າ ລ້ວນແມ່ນບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດ ແລະ ໃນຂະນະທີ່ຜູ້ທີ່ ອ່ອນນ້ອມຖ່ອມຕົວ ແມ່ນຜູ້ທີ່ມີກຽດທີ່ສຸດ. ຜູ້ທີ່ຄິດວ່າຕົນເອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ກ່າວອ້າງພາລະກິດຂອງພຣະເຈົ້າຕໍ່ຄົນອື່ນ ດ້ວຍການປ່າວປະກາດຢ່າງອຶກກະທຶກຄຶກໂຄມ ໃນຂະນະທີ່ສາຍຕາຂອງພວກເຂົາແມ່ນແນມເບິ່ງພຣະອົງ. ສິ່ງເຫຼົ່ານີ້ ແມ່ນຄວາມໂງ່ຈ້າທີ່ສຸດຂອງມະນຸດ. ມະນຸດເຫຼົ່ານີ້ ແມ່ນຜູ້ທີ່ປາດສະຈາກການເປັນພຣະຍານໃຫ້ແກ່ພຣະເຈົ້າ ແລະ ເປັນຜູ້ທີ່ທະນົງໂຕ ແລະ ອວດດີ. ຜູ້ທີ່ເຊື່ອວ່າຕົນມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນວ່າ ປະສົບການຕົວຈິງ ແລະ ຄວາມຮູ້ໃນພາກປະຕິບັດກ່ຽວກັບພຣະເຈົ້າຈະມີຫຼາຍ ແມ່ນຜູ້ທີ່ພຣະອົງຮັກຫຼາຍທີ່ສຸດ. ມັນແມ່ນມະນຸດແບບນີ້ ທີ່ມີການເປັນພະຍານຢ່າງແທ້ຈິງ ແລະ ແມ່ນຜູ້ທີ່ພຣະເຈົ້າສາມາດເຮັດໃຫ້ສົມບູນໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ຍັງບໍ່ປະຕິບັດຄວາມຈິງ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຂັດກັບແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ມີແນວຄວາມຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຕັ້ງໃຈຕໍ່ຕ້ານ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ຕັດສິນພຣະເຈົ້າ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ; ແລະ ບຸກຄົນໃດທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ.
(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະລະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບທາດແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ທາດແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຫຼາຍຄົນລັບຫລັງເຮົາກໍຫລົງໄຫລນໍາຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລຶ່ອງກິນ, ພວກເຂົາຮັກການຫຼັບນອນ ແລະ ເອົາໃຈໃສ່ດູແລແຕ່ເນື້ອຫນັງພາຍນອກ, ຢ້ານແຕ່ບໍ່ມີທາງຕັດຂາດອອກຈາກເນື້ອຫນັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນເອງໃນຄຣິສຕະຈັກ ແລະ ໄປໂບດເພື່ອກິນຂອງຟຣີ ຫຼື ນອກນັ້ນກໍຫາຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາກ່ຽວກັບພຣະທໍາຂອງເຮົາ, ພວກເຂົາຈະໂອ້ອວດຕົນເອງ ແລະ ສະແດງເປັນເຈົ້າເປັນນາຍບົ່ງການຄົນອື່ນ. ຜູ້ຄົນເຫຼົ່ານີ້ຈະມັກເວົ້າສະເໝີວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ພວກເຂົາຈະເວົ້າສະເໝີວ່າພວກເຂົາຄືຄົນໃກ້ຊິດຂອງພຣະເຈົ້າ. ແລ້ວນີ້ບໍ່ແມ່ນເປັນເລື່ອງຕະຫຼົກທີ່ສຸດບໍ? ຖ້າຫາກເຈົ້າມີແຮງຈູງໃຈຢ່າງແທ້ຈິງ ແຕ່ບໍ່ສາມາດຮັບໃຊ້ພຣະເຈົ້າ, ກໍແປວ່າເຈົ້າເປັນຄົນໂງ່ຈ້າ ແຕ່ຖ້າຫາກເຈົ້າມີແຮງຈູງໃຈແບບບໍ່ແທ້ຈິງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ ກໍແປວ່າເຈົ້າເປັນຄົນຕໍ່ຕ້ານພຣະເຈົ້າ ແລະ ສົມຄວນຖືກລົງໂທດໂດຍພຣະເຈົ້າ. ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນເຫຼົ່ານີ້! ໃນສາສະໜາຂອງພຣະເຈົ້າ ພວກເຂົາກິນຟຣີ ແລະ ມີແຕ່ຫຼົງໄຫຼກັບຄວາມສຸກຂອງຮ່າງກາຍ ແລະ ບໍ່ເຄີຍຄິດເຖິງເລື່ອງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບຕົນເອງສະເໝີ, ພວກເຂົາບໍ່ເຄີຍໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ, ທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ສົນໃຈຕໍ່ພຣະວິນຍານຂອງພຣະເຈົ້າ, ພວກເຂົາວາງແຜນ ແລະ ໃຊ້ກົນອຸບາຍຕໍ່ອ້າຍເອື້ອຍນ້ອງຂອງພວກເຂົາຕະຫຼອດ ແລະ ເປັນຄົນສອງໜ້າຄືກັບໝາຈິ້ງຈອກໃນສວນອະງຸ່ນທີ່ລັກກິນໝາກລະແຊ່ງ ແລະ ໂດດເຕັ້ນຢຽບຍໍ່າສວນອະງຸ່ນຢູ່ຕະຫຼອດ. ຜູ້ຄົນດັ່ງກ່າວນັ້ນສາມາດເປັນຄົນໃກ້ຊິດຂອງພຣະເຈົ້າໄດ້ບໍ່? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ເຄີຍມີຄວາມຮັບຜິດຊອບຕໍ່ຊີວິດຂອງເຈົ້າ ແລະ ຄຣິສະຕະຈັກ. ເຈົ້າເໝາະສົມຈະໄດ້ຮັບເອົາຄໍາສັ່ງຂອງພຣະເຈົ້າບໍ່? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ໃນເມື່ອເຈົ້າຮັບໃຊ້ແບບນີ້ ແລ້ວພຣະເຈົ້າຈະສາມາດກ້າມອບພາລະໜ້າທີ່ອັນຍິ່ງໃຫຍ່ນີ້ໃຫ້ກັບເຈົ້າແນວໃດ? ເຈົ້າຈະບໍ່ຊັກຊ້າຖ່ວງເວລາບໍ?
(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນອັນຕະລາຍທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ເປັນເຈົ້ານາຍຢຸ່ເໜືອພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ເປັນຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບຸນ. ການຮັບໃຊ້ແບບນີ້ລົບກວນພາລະກິດຂອງພຣະເຈົ້າ.
(ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເມື່ອພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ເຮັດພາລະກິດໃນທ່າມກາງມະນຸດທັງຫລາຍ, ທຸກຄົນຈະເຫັນ ແລະ ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ທຸກຄົນຈະເຫັນການປະຕິບັດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ໃນຊ່ວງເວລານັ້ນ, ແນວຄິດຂອງມະນຸດທຸກຄົນກໍກາຍເປັນຟອງນ້ຳ. ສຳລັບຜູ້ທີ່ເຫັນພຣະເຈົ້າທີ່ປະກົດຕົວເປັນເນື້ອໜັງ, ຜູ້ທີ່ມີຄວາມເຊື່ອຟັງຢູ່ໃນໃຈຂອງພວກເຂົາ ກໍຈະບໍ່ຖືກປະນາມ, ໃນຂະນະທີ່ຈະມີການຖືວ່າ ຜູ້ທີ່ເຈດຕະນາຕໍ່ຕ້ານພຣະອົງກໍແມ່ນເປັນປໍລະປັກກັບພຣະເຈົ້າ. ມະນຸດພວກນີ້ ແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ແລະ ເປັນສັດຕູ ຊຶ່ງຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ທີ່ມີຄວາມເຂົ້າໃຈເລື່ອງພຣະເຈົ້າ ແຕ່ຍັງໄດ້ເຊື່ອຟັງພຣະເຈົ້າດ້ວຍຄວາມຍິນດີນັ້ນ ກໍຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດ ບົນພື້ນຖານຄວາມຕັ້ງໃຈ ແລະ ການກະທຳຂອງຜູ້ກ່ຽວ ໂດຍບໍ່ແມ່ນຍ້ອນຄວາມຄິດ ແລະ ແນວຄິດຂອງຜູ້ກ່ຽວ. ຖ້າຫາກມະນຸດໄດ້ຖືກປະນາມຕາມພື້ນຖານນັ້ນ, ກໍຈະບໍ່ມີມະນຸດຄົນໃດທີ່ສາມາດລົບໜີຈາກອຸ້ງມືທີ່ເຕັມໄປດ້ວຍຄວາມໂມໂຫຂອງພຣະເຈົ້າ. ຜູ້ທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດ ຈະຕ້ອງຖືກລົງໂທດ ຍ້ອນຄວາມດື້ດ້ານຂອງພວກເຂົາ. ການຕໍ່ຕ້ານໂດຍເຈດຕະນາຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແມ່ນມາຈາກແນວຄວາມຄິດກ່ຽວກັບພຣະອົງ ເຊິ່ງເປັນຜົນເຮັດໃຫ້ພວກເຂົາລົບກວນພາລະກິດຂອງພຣະເຈົ້າ. ມະນຸດດັ່ງກ່າວຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າໂດຍຕັ້ງໃຈ. ພວກເຂົາບໍ່ພຽງແຕ່ມີແນວຄວາມຄິດກ່ຽວກັບພຣະເຈົ້າເທົ່ານັ້ນ, ແຕ່ວ່າພວກເຂົາ ເຮັດແນວນັ້ນ ເຊິ່ງມັນກໍລົບກວນພາລະກິດຂອງພຣະອົງ ແລະ ກໍຍ້ອນເຫດນັ້ນ ທີ່ການກະທໍາຂອງມະນຸດຈຶ່ງຖືກປະນາມ.
(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ?
(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກີດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄວາມຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສັ່ງສອນອັກຄະສາວົກທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກປະຕິເສດໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະລົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ວິຈານພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ມັນບໍ່ແມ່ນຍ້ອນການວິຈານພຣະອົງຕາມຄວາມອຳເພີໃຈທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄວາມຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ເມື່ອເຈົ້າເປັນຄົນທີ່ເສື່ອມຊາມ, ເສຍກຽດ ແລະ ຕໍ່າຕ້ອຍຫຼາຍສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄວາມຄິດທີ່ຮ້າຍແຮງ ແລະ ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ ແລະ ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ.
(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?
(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)