2. ຄວາມແຕກຕ່າງລະຫວ່າງພາລະກິດຂອງຄົນທີ່ຖືກພຣະເຈົ້າໃຊ້ ແລະ ພາລະກິດຂອງຜູ້ນໍາສາສະໜາ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລ້ວເຮົາຈະມອບກະແຈແຫ່ງອານາຈັກສະຫວັນໃຫ້ກັບເຈົ້າ ແລະ ສິ່ງໃດກໍຕາມທີ່ເຈົ້າຜູກມັດຢູ່ເທິງແຜ່ນດິນໂລກກໍຈະຖືກຜູກມັດຢູ່ໃນສະຫວັນ ແລະ ສິ່ງໃດກໍຕາມທີ່ເຈົ້າແກ້ເທິງແຜ່ນດິນໂລກກໍຈະຖືກແກ້ຢູ່ໃນສະຫວັນ” (ມັດທາຍ 16:19).

“ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະລົກຫຼາຍກວ່າເຈົ້າຕັ້ງສອງເທົ່າ” (ມັດທາຍ 23:13-15).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດທີ່ປະຕິບັດໂດຍຜູ້ທີ່ຖືກນຳໃຊ້ໂດຍພຣະເຈົ້າແມ່ນເພື່ອການຮ່ວມມືກັບພາລະກິດຂອງພຣະຄຣິດ ຫລື ພຣະວິນຍານບໍລິສຸດ. ຜູ້ຊາຍຄົນນີ້ໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າໃນບັນດາມະນຸດ, ເພິ່ນຢູ່ທີ່ນັ້ນເພື່ອນໍາພາທຸກຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ເພິ່ນຍັງໄດ້ຖືກຍົກຂຶ້ນມາໂດຍພຣະເຈົ້າເພື່ອເຮັດວຽກຮ່ວມມືກັບມະນຸດ. ໂດຍຜ່ານບຸກຄົນນີ້, ຜູ້ທີ່ສາມາດເຮັດວຽກຮ່ວມມືກັບມະນຸດ, ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດກໍຫຼາຍຂຶ້ນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດຕ້ອງປະຕິບັດທ່າມກາງມະນຸດກໍຈະສາມາດບັນລຸໄດ້ໂດຍຜ່ານບຸກຄົນນີ້. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ຈຸດປະສົງຂອງພຣະເຈົ້າໃນການນໍາໃຊ້ຜູ້ຊາຍຄົນນີ້ແມ່ນເພື່ອໃຫ້ທຸກຄົນທີ່ຕິດຕາມພຣະເຈົ້າສາມາດເຂົ້າໃຈເຖິງຄວາມຕ້ອງການຂອງພຣະເຈົ້າຫຼາຍຂຶ້ນ ແລະ ສາມາດບັນລຸຂໍ້ກໍານົດຂອງພຣະເຈົ້າຫຼາຍຂຶ້ນ. ເນື່ອງຈາກວ່າຜູ້ຄົນບໍ່ສາມາດເຂົ້າໃຈພຣະທໍາຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະເຈົ້າໄດ້ໂດຍກົງ, ພຣະເຈົ້າຈຶ່ງແຕ່ງຕັ້ງບາງຄົນຂຶ້ນມາ ເພື່ອໃຊ້ປະຕິບັດພາລະກິດດັ່ງກ່າວ. ບຸກຄົນໆນີ້ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າ ສາມາດເວົ້າໄດ້ວ່າ ເປັນສື່ກາງທີ່ພຣະເຈົ້າ ນໍາພາຜູ້ຄົນ, ເປັນ “ຜູ້ແປພາສາ” ທີ່ສື່ສານລະຫວ່າງພຣະເຈົ້າ ແລະ ມະນຸດ. ດັ່ງນັ້ນ ຜູ້ຄົນດັ່ງກ່າວບໍ່ຄືກັບຜູ້ທີ່ເຮັດວຽກຢູ່ໃນຄົວເຮືອນຂອງພຣະເຈົ້າ ຫຼື ຜູ້ທີ່ເປັນອັກຄະສາວົກຂອງພຣະອົງ. ເໝືອນດັ່ງພວກເຂົາ, ບຸກຄົນດັ່ງກ່າວສາມາດເວົ້າໄດ້ວ່າ ເປັນຜູ້ທີ່ເຮັດໜ້າທີ່ຮັບໃຊ້ພຣະເຈົ້າ, ແຕ່ໃນແກ່ນແທ້ຂອງການປະຕິບັດພາລະກິດ ແລະ ເບື້ອງຫຼັງໃນການນໍາໃຊ້ບຸກຄົນດັ່ງກ່າວຂອງພະເຈົ້າແລ້ວ ບຸກຄົນນີ້ ມີຄວາມແຕກຕ່າງຫຼາຍ ຈາກຜູ້ຮັບໃຊ້ ແລະ ອັກຄະສາວົກອື່ນໆ. ໃນແງ່ມຸມ ແລະ ແກ່ນແທ້ຂອງການປະຕິບັດພາລະກິດ ແລະ ເບື້ອງຫຼັງຂອງການນໍາໃຊ້, ບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າແມ່ນຖືກຫຼໍ່ລ້ຽງໂດຍພຣະອົງ, ເພິ່ນໄດ້ຮັບການຈັດແຈງໂດຍພຣະເຈົ້າເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ເພິ່ນໄດ້ປະກອບຮ່ວມເຂົ້າໃນພາລະກິດຂອງພຣະເຈົ້າເອງ. ບໍ່ມີໃຜສາມາດເຮັດພາລະກິດຂອງເພິ່ນແທນເພິ່ນໄດ້, ນີ້ເປັນການຮ່ວມມືຂອງມະນຸດທີ່ບໍ່ສາມາດຂາດໄດ້ ເຊິ່ງຄຽງຄູ່ກັບພາລະກິດອັນສັກສິດ. ໃນຂະນະດຽວກັນ, ພາລະກິດທີ່ປະຕິບັດໂດຍຜູ້ຮັບໃຊ້ ຫຼື ອັກຄະສາວົກອື່ນໆນັ້ນ ແມ່ນເປັນພຽງການຖ່າຍທອດ ແລະ ການຈັດຕັ້ງປະຕິບັດວຽກງານຈຳນວນໜຶ່ງ ຂອງການຄຸ້ມຄອງຄຣິສຕະຈັກໃນແຕ່ລະໄລຍະ ຫຼື ບໍ່ກໍເປັນພຽງວຽກງານທຳມະດາທີ່ສະໜອງແກ່ຊີວິດແບບງ່າຍໆເພື່ອດູແລຮັກສາຄຣິສຕະຈັກເທົ່ານັ້ນ. ຜູ້ຮັບໃຊ້ ແລະ ອັກຄະສາວົກເຫຼົ່ານີ້ ບໍ່ໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ, ສາມາດເອີ້ນພວກເຂົາໄດ້ວ່າ ຜູ້ທີ່ຖືກນໍາໃຊ້ໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກຄັດເລືອກມາຈາກບັນດາຄຣິສຕະຈັກ ແລະ ຫຼັງຈາກພວກເຂົາໄດ້ຮັບການຝຶກອົບຮົມ ແລະ ປູກຝັງເປັນໄລຍະເວລາໃດໜຶ່ງ, ຜູ້ທີ່ມີຄວາມເໝາະສົມຈະຖືກເກັບຮັກສາໄວ້ ໃນຂະນະດຽວກັນຜູ້ທີ່ບໍ່ເໝາະສົມກໍຈະຖືກສົ່ງຄືນໄປບ່ອນທີ່ເດີມຂອງພວກເຂົາ. ເນື່ອງຈາກວ່າຜູ້ຄົນເຫຼົ່ານີ້ຖືກຄັດເລືອກມາຈາກບັນດາຄຣິສຕະຈັກ, ບາງຄົນສະແດງໃຫ້ເຫັນທາດແທ້ຂອງເຂົາເຈົ້າ ຫຼັງຈາກກາຍເປັນຜູ້ນໍາ ແລະ ບາງຄົນເຖິງກັບເຮັດຫຼາຍສິ່ງທີ່ບໍ່ດີ ແລະ ໃນທີ່ສຸດກໍຖືກຕັດອອກ. ກົງກັນຂ້າມ, ຜູ້ທີ່ຖືກນໍາໃຊ້ໂດຍພຣະເຈົ້າແມ່ນຜູ້ທີ່ໄດ້ຜ່ານການຈັດແຈງໂດຍພຣະເຈົ້າ ແລະ ຜູ້ທີ່ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ມີຄວາມເປັນມະນຸດ. ເພິ່ນໄດ້ຮັບການຈັດແຈງ ແລະ ເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ ແລະ ໄດ້ຮັບການນໍາພາຢ່າງສົມບູນໂດຍພຣະວິນຍານບໍລິສຸດ ແລະ ໂດຍສະເພາະກ່ຽວກັບການປະຕິບັດພາລະກິດຂອງພຣະອົງ, ເພິ່ນໄດ້ຮັບການຊີ້ນໍາ ແລະ ບັນຊາ ໂດຍພຣະວິນຍານບໍລິສຸດ, ດ້ວຍເຫດນັ້ນ, ຈຶ່ງບໍມີຄວາມຜິດພາດ ໃນເສັ້ນທາງແຫ່ງການນໍາພາຜູ້ຄົນທີ່ພຣະເຈົ້າເລືອກ, ເພາະວ່າພຣະເຈົ້າຮັບຜິດຊອບພາລະກິດຂອງພຣະອົງທັງໝົດ ແລະ ພຣະເຈົ້າປະຕິບັດພາະລກິດຂອງພຣະອົງເອງຕະຫຼອດເວລາ.

(ຄັດຈາກບົດ “ກ່ຽວກັບການນຳໃຊ້ມະນຸດຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບທາດແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ທາດແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນອັນຕະລາຍທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ເປັນເຈົ້ານາຍຢຸ່ເໜືອພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ເປັນຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບຸນ. ການຮັບໃຊ້ແບບນີ້ລົບກວນພາລະກິດຂອງພຣະເຈົ້າ.

(ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ? ຜູ້ທີ່ໃຫ້ກຽດຕົນເອງຢູ່ໜ້າພຣະເຈົ້າ ລ້ວນແມ່ນບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດ ແລະ ໃນຂະນະທີ່ຜູ້ທີ່ ອ່ອນນ້ອມຖ່ອມຕົວ ແມ່ນຜູ້ທີ່ມີກຽດທີ່ສຸດ. ຜູ້ທີ່ຄິດວ່າຕົນເອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ກ່າວອ້າງພາລະກິດຂອງພຣະເຈົ້າຕໍ່ຄົນອື່ນ ດ້ວຍການປ່າວປະກາດຢ່າງອຶກກະທຶກຄຶກໂຄມ ໃນຂະນະທີ່ສາຍຕາຂອງພວກເຂົາແມ່ນແນມເບິ່ງພຣະອົງ. ສິ່ງເຫຼົ່ານີ້ ແມ່ນຄວາມໂງ່ຈ້າທີ່ສຸດຂອງມະນຸດ. ມະນຸດເຫຼົ່ານີ້ ແມ່ນຜູ້ທີ່ປາດສະຈາກການເປັນພຣະຍານໃຫ້ແກ່ພຣະເຈົ້າ ແລະ ເປັນຜູ້ທີ່ທະນົງໂຕ ແລະ ອວດດີ. ຜູ້ທີ່ເຊື່ອວ່າຕົນມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນວ່າ ປະສົບການຕົວຈິງ ແລະ ຄວາມຮູ້ໃນພາກປະຕິບັດກ່ຽວກັບພຣະເຈົ້າຈະມີຫຼາຍ ແມ່ນຜູ້ທີ່ພຣະອົງຮັກຫຼາຍທີ່ສຸດ. ມັນແມ່ນມະນຸດແບບນີ້ ທີ່ມີການເປັນພະຍານຢ່າງແທ້ຈິງ ແລະ ແມ່ນຜູ້ທີ່ພຣະເຈົ້າສາມາດເຮັດໃຫ້ສົມບູນໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ຍັງບໍ່ປະຕິບັດຄວາມຈິງ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຂັດກັບແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ມີແນວຄວາມຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຕັ້ງໃຈຕໍ່ຕ້ານ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ຕັດສິນພຣະເຈົ້າ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ; ແລະ ບຸກຄົນໃດທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ.

(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ?

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ຄວາມແຕກຕ່າງທີ່ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ຕໍ່ໄປ: 3. ຜູ້ເຊື່ອຕ້ອງສາມາດບົ່ງບອກຄົນລ້ຽງແກະຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເພື່ອໂຍນສາສະໜາຖິ້ມ ແລະ ກັບຄືນມາຫາພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້