(IV) ພຣະເຈົ້າເປັນຕົ້ນກຳເນີດແຫ່ງຊີວິດສຳລັບທຸກສິ່ງ
583. ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດຫາໄດ້ຢ່າງງ່າຍດາຍ. ນີ້ກໍຍ້ອນວ່າພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ຊີວິດ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີທາດແທ້ຂອງຊີວິດ, ບໍ່ມີຫົນທາງແຫ່ງຊີວິດທີ່ປາດສະຈາກພຣະເຈົ້າເອງ ແລະ ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ຈ່າຍດ້ວຍລາຄາທີ່ສູງເພື່ອມະນຸດອາດຈະໄດ້ຮັບຊີວິດ, ຍ້ອນພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງພັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ຍ້ອນພຣະເຈົ້າໄດ້ຈ່າຍດ້ວຍລາຄາແພງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍຈ່າຍມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາໄຊຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງພິເສດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກສິ່ງຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກເຂົາ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກການຄວບຄຸມຂອງພຣະອົງໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້
584. ນັບຕັ້ງແຕ່ພຣະເຈົ້າສ້າງທຸກສິ່ງ, ພວກມັນກໍໄດ້ເຮັດໜ້າທີ່ ແລະ ສືບຕໍ່ພັດທະນາຢ່າງເປັນລະບົບ ແລະ ເປັນໄປຕາມກົດເກນທີ່ພຣະອົງກຳນົດໄວ້. ພາຍໃຕ້ສາຍຕາຂອງພຣະອົງ, ພາຍໃຕ້ການປົກຄອງຂອງພຣະອົງ ມະນຸດຊາດໄດ້ມີຊີວິດຢູ່ລອດ ແລະ ໃນຂະນະທີ່ທຸກສິ່ງກໍໄດ້ພັດທະນາໄປຢ່າງເປັນລະບຽບ. ບໍ່ມີສິ່ງໃດສາມາດປ່ຽນແປງ ຫຼື ທຳລາຍກົດເກນເຫຼົ່ານີ້ໄດ້. ຍ້ອນການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈິ່ງສາມາດຄູນທະວີ ແລະ ຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ ທຸກສິ່ງທີ່ມີຊີວິດຈິ່ງສາມາດຢູ່ລອດໄດ້. ນີ້ເວົ້າໄດ້ວ່າ ພາຍໃຕ້ການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈຶ່ງມີຢູ່, ຈະເລີນເຕີບໂຕຂຶ້ນ, ຕາຍໄປ ແລະ ເກີດໃໝ່ຕາມກົດເກນຂອງມັນ. ເມື່ອລະດູໃບໄມ້ປົ່ງມາເຖິງ ຝົນກໍຕົກເປັນຝອຍເຮັດໃຫ້ເກີດຄວາມຮູ້ສຶກເຖິງລະດູການທີ່ສົດໃສ ແລະ ເຮັດໃຫ້ແຜ່ນດິນໂລກຊຸ່ມເຢັນ. ພື້ນດິນເລີ່ມລະລາຍ ແລະ ຫຍ້າກໍເລີ່ມປົ່ງຂຶ້ນຈາກພື້ນດິນ ແລະ ເລີ່ມແຕກງອກ ໃນຂະນະທີ່ຕົ້ນໄມ້ກໍຄ່ອຍໆກາຍເປັນສີຂຽວ. ທຸກສິ່ງທີ່ມີຊີວິດເຫຼົ່ານີ້ນຳເອົາຊີວິດທີ່ສົດຊື່ນມາສູ່ແຜ່ນດິນໂລກ. ນີ້ຄືສິ່ງທີ່ມັນເປັນເມື່ອທຸກສິ່ງໄດ້ມີຊີວິດຢູ່ ແລະ ຈະເລີນເຕີບໃຫຍ່ຂຶ້ນ. ສັດທຸກຊະນິດອອກຈາກຮູຂອງພວກມັນເພື່ອສຳຜັດກັບຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ ແລະ ເລີ່ມຕົ້ນປີໃໝ່. ທຸກສິ່ງທີ່ມີຊີວິດພາກັນຕາກແດດໃນລະດູຮ້ອນ ແລະ ມີຄວາມສຸກກັບອາຍອຸ່ນຂອງລະດູການ. ພວກມັນເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ຕົ້ນໄມ້, ຫຍ້າ ແລະ ພືດທຸກຊະນິດກຳລັງເຕີບໃຫຍ່ຂຶ້ນຢ່າງໄວວາ ຈົນໃນທີ່ສຸດພວກມັນກໍເກີດດອກອອກຜົນ. ໃນລະຫວ່າງລະດູຮ້ອນ ທຸກສິ່ງທີ່ມີຊີວິດ ລວມທັງມະນຸດແມ່ນພາກັນສົນລະວົນ. ໃນລະດູໃບໄມ້ຫຼົ່ນ, ຝົນກໍນຳເອົາຄວາມຊຸ່ມເຢັນຂອງລະດູໃບໄມ້ຫຼົ່ນມາ ແລະ ສິ່ງທີ່ມີຊີວິດທຸກຊະນິດເລີ່ມຮູ້ສຶກເຖິງການມາຮອດຂອງລະດູເກັບກ່ຽວ. ທຸກສິ່ງທີ່ມີຊີວິດກໍເກີດດອກອອກຜົນ ແລະ ມະນຸດເອງກໍເລີ່ມເກັບກ່ຽວໝາກໄມ້ຫຼາກຫຼາຍຊະນິດ ເພື່ອຈະໄດ້ມີອາຫານກຽມພ້ອມໄວ້ສໍາລັບລະດູໜາວ. ໃນລະດູໜາວ, ສິ່ງທີ່ມີຊີວິດທັງໝົດກໍຄ່ອຍໆເລີ່ມປັກຫຼັກຢູ່ໃນຄວາມສະຫງົບ ແລະ ພັກຜ່ອນຕາມສະພາບອາກາດທີ່ໜາວເຢັນ ແລະ ຜູ້ຄົນກໍຢຸດພັກໃນຊ່ວງລະດູການນີ້. ຈາກລະດູການສູ່ລະດູການ, ຜັນປ່ຽນຈາກລະດູໃບໄມ້ປົ່ງສູ່ລະດູຮ້ອນ ສູ່ລະດູໃບໄມ້ຫຼົ່ນ ສູ່ລະດູໜາວ, ການປ່ຽນແປງທັງໝົດເຫຼົ່ານີ້ເກີດຂຶ້ນຕາມກົດເກນທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ພຣະອົງນຳພາທຸກສິ່ງ ແລະ ມະນຸດຊາດໄດ້ນຳໃຊ້ກົດເກນເຫຼົ່ານີ້ ແລະ ໄດ້ຄິດຄົ້ນວິຖີຊີວິດທີ່ອຸດົມສົມບູນ ແລະ ມີສີສັນໃຫ້ກັບຕົນເອງ, ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ມີອຸນຫະພູມ ແລະ ລະດູການແຕກຕ່າງກັນ. ດ້ວຍເຫດນີ້, ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນໄປຕາມກົດເກນນີ້, ມະນຸດສາມາດຢູ່ລອດ ແລະ ເພີ່ມທະວີໄປຕາມກົດເກນຂອງມັນ. ມະນຸດບໍ່ສາມາດປ່ຽນແປງກົດເກນເຫຼົ່ານີ້ໄດ້ ແລະ ບໍ່ມີໃຜ ຫຼື ສິ່ງມີຊີວິດໃດສາມາດທຳລາຍມັນໄດ້. ເຖິງແມ່ນວ່າ ໄດ້ມີການປ່ຽນແປງເກີດຂຶ້ນຈົນນັບບໍ່ຖ້ວນ ເຊັ່ນ: ທະເລກາຍເປັນທົ່ງນາ, ໃນຂະນະທີ່ທົ່ງນາກໍກາຍເປັນທະເລ ກົດເກນເຫຼົ່ານີ້ກໍຄົງຍັງຢູ່. ພວກມັນມີຢູ່ກໍຍ້ອນວ່າ ພຣະເຈົ້າດຳລົງຢູ່ ແລະ ກໍຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ. ດ້ວຍສະພາບແວດລ້ອມທີ່ເປັນລະບົບຂະໜາດໃຫຍ່ແບບນີ້ ຊີວິດຂອງຜູ້ຄົນຈຶ່ງໄດ້ດຳເນີນໄປຕາມກົດເກນ ແລະ ກົດລະບຽບເຫຼົ່ານີ້. ພາຍໃຕ້ກົດເກນເຫຼົ່ານີ້ໄດ້ເກີດມີຜູ້ຄົນສືບທອດຈາກຮຸ່ນສູ່ຮຸ່ນ ແລະ ຜູ້ຄົນຈາກຮຸ່ນສູ່ຮຸ່ນໄດ້ມີຊີວິດລອດຢູ່ພາຍໃຕ້ກົດເກນນີ້. ຜູ້ຄົນໄດ້ຊື່ມຊົມກັບສະພາບແວດລ້ອມເພື່ອຄວາມຢູ່ລອດດັ່ງກ່າວນີ້ ພ້ອມດ້ວຍສິ່ງຕ່າງໆທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສໍາລັບຮຸ່ນສູ່ຮຸ່ນ ເຖິງແມ່ນຜູ້ຄົນຮູ້ສຶກວ່າ ກົດເກນເຫຼົ່ານີ້ມີມາແຕ່ກຳເນີດ ແລະ ບໍ່ເຫັນຄຸນຄ່າຂອງມັນກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາບໍ່ສາມາດຮູ້ໄດ້ວ່າພຣະເຈົ້າປັ້ນແຕ່ງກົດເກນເຫຼົ່ານີ້ ຫຼື ພຣະເຈົ້າປົກຄອງຢູ່ເໜືອກົດເກນເຫຼົ່ານີ້, ພຣະເຈົ້າກໍຍັງກະທໍາພາລະກິດນີ້ສະເໝີໂດຍບໍ່ມີການປ່ຽນແປງ. ວັດຖຸປະສົງຂອງພຣະອົງໃນການກະທໍາພາລະກິດນີ້ກໍເພື່ອຄວາມຢູ່ລອດຂອງມະນຸດຊາດ ແລະ ເພື່ອວ່າມະນຸດຊາດອາດມີຊີວິດຢູ່ຕໍ່ໄປ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX
585. ພຣະອົງບັນຊາກົດເກນທີ່ຄຸ້ມຄອງການປະຕິບັດຂອງທຸກສັບພະສິ່ງ; ພຣະອົງບັນຊາກົດເກນທີ່ຄຸ້ມຄອງການຢູ່ລອດຂອງສັບພະສິ່ງທັງປວງ;ພຣະອົງຄວບຄຸມທຸກສິ່ງ ແລະ ກໍານົດໃຫ້ສິ່ງເຫຼົ່ານັ້ນອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ເພື່ອວ່າສິ່ງເຫຼົ່ານັ້ນຈະບໍ່ດັບສູນ ຫຼື ຫາຍໄປ. ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງມີຊີວິດຕໍ່; ດ້ວຍເຫດນີ້ເທົ່ານັ້ນ ພວກເຂົາຈຶ່ງມີຊີວິດພາຍໃຕ້ການຊີ້ນໍາຂອງພຣະເຈົ້າໃນສະພາບແວດລ້ອມດັ່ງກ່າວ. ພຣະເຈົ້າແມ່ນນາຍແຫ່ງກົດເກນຂອງການປະຕິບັດເຫຼົ່ານີ້ ແລະ ບໍ່ມີໃຜສາມາດແຊກແຊງສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງສິ່ງເຫຼົ່ານັ້ນ. ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຮູ້ຈັກກົດເກນເຫຼົ່ານີ້ ແລະ ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຄຸ້ມຄອງກົດເກນເຫຼົ່ານີ້. ເວລາໃດທີ່ຕົ້ນໄມ້ຈະອອກໜໍ່; ເວລາໃດທີ່ຝົນຈະຕົກ; ແຜ່ນດິນໂລກຈະໃຫ້ນໍ້າ ແລະ ສານອາຫານແກ່ພືດຫຼາຍຊໍ່າໃດ; ໃນລະດູການໃດທີ່ໃບໄມ້ຈະລົ່ນ; ໃນລະດູການໃດທີ່ຕົ້ນໄມ້ຈະອອກໝາກ; ແສງແດດຈະໃຫ້ສານອາຫານແກ່ຕົ້ນໄມ້ຫຼາຍຊໍ່າໃດ; ຕົ້ນໄມ້ຈະຫາຍໃຈອອກເປັນຫຍັງຫຼັງຈາກທີ່ຖືກແສງແດດ. ສິ່ງທັງໝົດເຫຼົ່ານີ້ແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ໃນເວລາທີ່ພຣະອົງສ້າງທຸກສັບພະສິ່ງ, ເຊິ່ງເປັນກົດເກນທີ່ບໍ່ມີໃຜສາມາດລະເມີດໄດ້. ສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ ບໍ່ວ່າຈະມີຊີວິດ ຫຼື ໃນສາຍຕາຂອງມະນຸດ ບໍ່ມີຊີວິດແມ່ນຢູ່ໃນກໍາມືຂອງພຣະອົງ ເຊິ່ງເປັນບ່ອນທີ່ພຣະອົງຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນ. ບໍ່ມີໃຜສາມາດປ່ຽນແປງ ຫຼື ລະເມີດກົດເກນເຫຼົ່ານີ້ໄດ້. ນີ້ເວົ້າໄດ້ວ່າ ໃນເວລາທີ່ພຣະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ພຣະອົງໄດ້ກໍານົດລ່ວງໜ້າວ່າ ຖ້າບໍ່ມີແຜ່ນດິນໂລກ ຕົ້ນໄມ້ກໍຈະບໍ່ມີຮາກ, ແຕກໜໍ່ ແລະ ເຕີບໃຫຍ່; ຖ້າແຜ່ນດິນໂລກບໍ່ມີຕົ້ນໄມ້ ແລ້ວມັນຈະຫ່ຽວແຫ້ງ; ຕົ້ນໄມ້ຄວນເປັນຮັງຂອງນົກ ແລະ ບ່ອນທີ່ພວກມັນສາມາດຫຼົບຊ້ອນຈາກລົມ. ຕົ້ນໄມ້ສາມາດມີຊີວິດໂດຍບໍ່ມີແສງແດດໄດ້ບໍ? (ບໍ່ໄດ້). ມັນບໍ່ສາມາດມີຊີວິຖ້າມີພຽງແຕ່ແຜ່ນດິນໂລກເທົ່ານັ້ນ. ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອມະນຸດ ນັ້ນກໍຄືເພື່ອການຢູ່ລອດຂອງມະນຸດ. ຈາກຕົ້ນໄມ້ ມະນຸດແມ່ນໄດ້ຮັບອາກາດສົດ ແລະ ມະນຸດທີ່ອາໄສຢູ່ເທິງແຜ່ນດິນໂລກແມ່ນໄດ້ຮັບການປົກປ້ອງຈາກຕົ້ນໄມ້. ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີແສງແດດ ຫຼື ສິ່ງມີຊີວິດຕ່າງໆ. ເຖິງວ່າຄວາມສໍາພັນຂອງພວກມັນຈະຊັບຊ້ອນ ແຕ່ເຈົ້າຕ້ອງຈື່ໄວ້ວ່າ ພຣະເຈົ້າໄດ້ສ້າງກົດເກນຕ່າງໆ ທີ່ຄຸ້ມຄອງທຸກສັບພະສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນຈະສາມາດຄໍ້າຊູກັນ ແລະ ກັນ, ອາໄສເຊິ່ງກັນ ແລະ ກັນ ແລະ ມີຊີວິດຢູ່ຮ່ວມກັນ. ເວົ້າອີກແບບໜຶ່ງກໍຄື ທຸກສັບພະສິ່ງທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຄຸນຄ່າ ແລະ ຄວາມໝາຍ. ຖ້າພຣະເຈົ້າໄດ້ສ້າງບາງຢ່າງໂດຍບໍ່ມີຄວາມໝາຍ ພຣະເຈົ້າກໍຈະເຮັດໃຫ້ມັນຫາຍໄປ. ນີ້ແມ່ນໜຶ່ງໃນບັນດາວິທີການຕ່າງໆທີ່ພຣະເຈົ້າໄດ້ໃຊ້ ເພື່ອສະໜອງໃຫ້ທຸກສັບພະສິ່ງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VII
586. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວີທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ. ຖ້າສິ່ງມີຊີວິດໃດທີ່ເກີນປະລິມານ ຫຼື ຂອບເຂດທີ່ພຣະເຈົ້າກຳນົດໄວ້ ຫຼື ຖ້າມັນເກີນອັດຕາການເຕີບໃຫຍ່, ຄວາມຖີ່ໃນການສືບພັນ ຫຼື ຈຳນວນທີ່ຖືກກຳນົດໄວ້ໂດຍພຣະອົງແລ້ວ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະປະສົບກັບຄວາມພິນາດໃນຫຼາຍລະດັບ. ໃນເວລາດຽວກັນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມ. ຖ້າສິ່ງມີຊີວິດຊະນິດໜຶ່ງມີຈຳນວນຫຼາຍເກີນໄປ, ມັນຈະປຸ້ນສະດົມອາຫານຂອງຄົນ, ທຳລາຍແຫຼ່ງນ້ຳຂອງຄົນ ແລະ ທຳລາຍບ້ານເກີດເມືອງນອນຂອງພວກເຂົາ. ໃນທຳນອງນັ້ນ, ການສືບພັນຂອງມະນຸດ ຫຼື ສະຖານະຄວາມຢູ່ລອດກໍຈະໄດ້ຮັບຜົນກະທົບທັນທີ... ຖ້າມີພຽງສິ່ງມີຊີວິດຊະນິດດຽວ ຫຼື ຫຼາຍໆຊະນິດເກີນຈຳນວນທີ່ເໝາະສົມຂອງພວກມັນ, ແລ້ວອາກາດ, ອຸນຫະພູມ, ຄວາມຊຸ່ມແລະ ແມ່ນແຕ່ອົງປະກອບຂອງອາກາດຢູ່ໃນພື້ນທີ່ຄວາມຢູ່ລອດຂອງມະນຸດກໍຈະໄດ້ຮັບສານພິດ ແລະ ຖືກທຳລາຍໃນຫຼາຍລະດັບ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມຢູ່ລອດ ແລະ ໂຊກຊະຕາຂອງມະນຸດກໍຈະຖືກຄຸກຄາມຈາກປັດໄຈດ້ານນິເວດວິທະຍາເຫຼົ່ານີ້ເຊັ່ນກັນ. ດັ່ງນັ້ນ, ຖ້າຄວາມສົມດຸນເຫຼົ່ານີ້ສູນເສຍໄປ, ອາກາດທີ່ຄົນເຮົາຫາຍໃຈກໍຈະຖືກທຳລາຍ, ນ້ຳທີ່ຄົນດື່ມກໍຈະຖືກເຈືອປົນ, ອຸນຫະພູມທີ່ພວກເຂົາຕ້ອງການກໍຈະປ່ຽນໄປ ແລະ ສົ່ງຜົນກະທົບໃນຫຼາຍລະດັບເຊັ່ນດຽວກັນ. ຖ້າສິ່ງນັ້ນເກີດຂຶ້ນ, ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນຂອງມະນຸດໂດຍທຳມະຊາດກໍຈະໄດ້ຮັບຜົນກະທົບ ແລະ ຖືກທ້າທາຍຢ່າງໃຫຍ່ຫຼວງ. ໃນກໍລະນີທີ່ສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດໄດ້ຖືກທຳລາຍໄປ, ຊະຕາກຳ ແລະ ໂອກາດຂອງມວນມະນຸດຈະເປັນແນວໃດ? ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ! ຍ້ອນວ່າ ພຣະເຈົ້າຮູ້ວ່າ ເຫດຜົນຂອງແຕ່ລະສິ່ງທີ່ຖືກສ້າງມີຢູ່ເພື່ອມະນຸດຄືຫຍັງ, ແມ່ນຫຍັງຄືບົດບາດຂອງສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນ, ແຕ່ລະສິ່ງມີຜົນກະທົບແບບໃດຕໍ່ມະນຸດ ແລະ ມັນມີຜົນປະໂຫຍດຕໍ່ມະນຸດໃນລະດັບໃດ, ຍ້ອນວ່າຢູ່ໃນຫົວໃຈຂອງພຣະເຈົ້າມີແຜນການສຳລັບທັງໝົດນີ້ ແລະ ພຣະອົງຄຸ້ມຄອງທຸກດ້ານຂອງທຸກສິ່ງທີ່ພຣະອົງສ້າງ, ດ້ວຍເຫດນີ້ ທຸກສິ່ງທີ່ພຣະອົງກະທໍາຈຶ່ງມີຄວມສຳຄັນ ແລະ ຈຳເປັນຫຼາຍສຳລັບມະນຸດ. ດັ່ງນັ້ນ, ນັບແຕ່ນີ້ໄປ, ເມື່ອໃດກໍ່ຕາມທີ່ເຈົ້າສັງເກດເຫັນປະກົດການດ້ານລະບົບນິເວດທ່າມກາງສິ່ງຕ່າງໆທີ່ພຣະເຈົ້າສ້າງ ຫຼື ບາງກົດເກນທຳມະຊາດສ້າງຜົນກະທົບທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງຂອງພຣເຈົ້າ, ເຈົ້າກໍຈະບໍ່ສົງໄສເຖິງຄວາມຈຳເປັນຂອງທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າອີກຕໍ່ໄປ. ເຈົ້າຈະບໍ່ໃຊ້ຄຳເວົ້າໂງ່ໆອີກຕໍ່ໄປເພື່ອຕັດສິນຕາມອຳເພີໃຈຕໍ່ການຈັດແຈງທຸກສິ່ງຂອງພຣະເຈົ້າ ແລະ ວິທີຕ່າງໆທີ່ພຣະອົງສະໜອງໃຫ້ກັບມະນຸດ. ເຈົ້າຈະບໍ່ສະຫຼຸບຕາມອຳເພີໃຈກ່ຽວກັບກົດເກນຕ່າງໆຂອງພຣະເຈົ້າສຳລັບສັບພະທຸກສິ່ງທີ່ພຣະອົງສ້າງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX
587. ຖ້າທຸກສິ່ງຈາກການຊົງສ້າງສູນເສຍກົດເກນຂອງພວກມັນເອງ, ພວກມັນກໍຈະບໍ່ດຳລົງຢູ່ອີກຕໍ່ໄປ; ຖ້າກົດເກນຂອງທຸກສິ່ງສູນເສຍໄປ, ແລ້ວສິ່ງມີຊີວິດທີ່ຢູ່ທ່າມກາງທຸກສິ່ງກໍຈະບໍ່ສາມາດສືບຕໍ່ຢູ່ໄດ້. ມະນຸດຊາດກໍຈະສູນເສຍສະພາບແວດລ້ອມທີ່ພວກເຂົາເພິ່ງພາເພື່ອຄວາມຢູ່ລອດເຊັ່ນດຽວກັນ. ຖ້າມະນຸດຊາດສູນເສຍທັງໝົດນັ້ນ, ພວກເຂົາກໍຈະບໍ່ສາມາດສືບຕໍ່ຈະເລີນເຕີບໂຕ ແລະ ອອກແມ່ແຜ່ລູກຈາກຮຸ່ນສູ່ຮຸ່ນ ດັ່ງທີ່ພວກເຂົາໄດ້ກະທຳຜ່ານມາ. ເຫດຜົນທີ່ມະນຸດຢູ່ລອດມາຈົນເຖິງປັດຈຸບັນນີ້ແມ່ນຍ້ອນພຣະເຈົ້າໄດ້ສະໜອງທຸກສິ່ງຂອງການຊົງສ້າງເພື່ອບຳລຸງລ້ຽງພວກເຂົາ, ເພື່ອບຳລຸງລ້ຽງມວນມະນຸດຊາດໃນຮູບແບບທີ່ແຕກຕ່າງກັນ. ຍ້ອນພຣະເຈົ້າບຳລຸງລ້ຽງມວນມະນຸດໃນຮູບແບບທີ່ແຕກຕ່າງກັນເທົ່ານັ້ນ ມວນມະນຸດຊາດຈິ່ງຢູ່ລອດໄດ້ມາເຖິງປັດຈຸບັນນີ້, ຮອດທຸກວັນນີ້. ດ້ວຍສະພາບແວດລ້ອມຕາຍໂຕເພື່ອຄວາມຢູ່ລອດທີ່ເອື້ອອຳນວຍ ແລະ ກົດເກນທຳມະຊາດທີ່ເປັນລະບຽບ, ຄົນທຸກປະເພດໃນແຜ່ນດິນໂລກ, ທຸກຊົນຊາດສາມາດຢູ່ລອດໄດ້ໃນພື້ນທີ່ຂອງຕົນທີ່ໄດ້ຖືກກຳນົດໄວ້. ບໍ່ມີໃຜສາມາດອອກນອກພື້ນທີ່ເຫຼົ່ານີ້ ຫຼື ເຂດແດນລະຫວ່າງພວກມັນຍ້ອນວ່າ ພຣະເຈົ້າເປັນຜູ້ກຳນົດພວກມັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX
588. ໂລກຝ່າຍວິນຍານແມ່ນສະຖານທີ່ສຳຄັນແຫ່ງໜຶ່ງ ເຊິ່ງເປັນໂລກທີ່ແຕກຕ່າງຈາກໂລກວັດຖຸ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນສຳຄັນ? ພວກເຮົາຈະສົນທະນາກັນໃນເລື່ອງນີ້ຢ່າງລະອຽດ. ການມີຢູ່ຂອງໂລກຝ່າຍວິນຍານນັ້ນເຊື່ອມໂຍງກັບໂລກວັດຖຸຂອງມະນຸດຢ່າງແຍກບໍ່ອອກ. ມັນຫຼິ້ນບົດບາດສຳຄັນໃນວົງຈອນຊີວິດ ແລະ ການຕາຍຂອງມະນຸດໃນການປົກຄອງເໜືອທຸກສິ່ງຂອງພຣະເຈົ້າ; ນີ້ຄືບົດບາດຂອງມັນ ແລະ ນີ້ກໍແມ່ນໜຶ່ງໃນເຫດຜົນທີ່ການມີຢູ່ຂອງມັນນັ້ນສຳຄັນ. ຍ້ອນວ່າມັນແມ່ນບ່ອນທີ່ບໍ່ສາມາດສໍາຜັດໄດ້ຈາກຄວາມສໍາຜັດທັງຫ້າ, ບໍ່ມີໃຜສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າໂລກຝ່າຍວິນຍານນັ້ນມີຢູ່ ຫຼື ບໍ່. ພະລັງຕ່າງໆຂອງມັນເຊື່ອມໂຍງກັບການດຳລົງຢູ່ຂອງມະນຸດຢ່າງແໜ້ນແຟ້ນ, ດ້ວຍເຫດນັ້ນລຳດັບຊີວິດຂອງມະນຸດຈຶ່ງໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງຈາກໂລກຝ່າຍວິນຍານ. ສິ່ງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່? ມັນກ່ຽວຂ້ອງ. ເມື່ອເຮົາເວົ້າສິ່ງນີ້, ພວກເຈົ້າຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງສົນທະນາຫົວຂໍ້ນີ້: ກໍຍ້ອນວ່າມັນກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການບໍລິຫານຂອງພຣະອົງ. ໃນໂລກເຊັ່ນນີ້, ໂລກທີ່ຄົນບໍ່ສາມາດເບິ່ງເຫັນໄດ້, ມັນແມ່ນທຸກກົດເກນແຫ່ງສະຫວັນ, ກົດບັນຍັດ ແລະ ລະບົບການບໍລິຫານທີ່ຢູ່ເໜືອກົດໝາຍ ແລະ ລະບົບຂອງປະເທດໃດໆໃນໂລກວັດຖຸ, ບໍ່ມີສິ່ງມີຊີວິດໃດໃນໂລກນີ້ທີ່ຈະກ້າຕໍ້ຕ້ານ ຫຼື ລະເມີດມັນໄດ້. ເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕ ແລະ ການບໍລິຫານຂອງພຣະເຈົ້າບໍ? ໃນໂລກຝ່າຍວິນຍານ, ມີກົດລະບຽບແຫ່ງການບໍລິຫານຢ່າງຊັດເຈນ, ມີກົດບັດຍັດແຫ່ງສະຫວັນທີ່ຊັດເຈນ ແລະ ຂໍ້ບັງຄັບທີ່ຊັດເຈນ. ຢູ່ລະດັບທີ່ແຕກຕ່າງກັນ ແລະ ໃນຂົງເຂດຕ່າງໆ, ຜູ້ທີ່ຈະເຂົ້າຮ່ວມຕ້ອງປະຕິບັດຕາມໜ້າທີ່ຂອງຕົນຢ່າງເຂັ້ມງວດ ແລະ ປະຕິບັດຕາມກົດລະບຽບ ແລະ ຂໍ້ບັງຄັບ ຍ້ອນພວກເຂົາຮູ້ວ່າຜົນທີ່ຈະຕາມມາຂອງການລະເມີດກົດບັນຍັດແຫ່ງສະຫວັນແມ່ນຫຍັງ; ພວກເຂົາຮູ້ຢ່າງຊັດເຈນກ່ຽວກັບວິທີທີ່ພຣະເຈົ້າລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ພ້ອມວິທີທີ່ພຣະອົງບໍລິຫານ ແລະ ປົກຄອງເໜືອທຸກສິ່ງ. ຍິ່ງໄປກວ່ານັ້ນ ພວກເຂົາເຫັນຢ່າງຊັດເຈນເຖິງວິທີທີ່ພຣະເຈົ້າດຳເນີນຂໍ້ບັງຄັບ ແລະ ກົດບັນຍັດແຫ່ງສະຫວັນຂອງພຣະອົງ. ສິ່ງເຫຼົ່ານີ້ແຕກຕ່າງຈາກໂລກວັດຖຸທີ່ມະນຸດອາໄສຢູ່ບໍ? ແນ່ນອນ ພວກມັນແຕກຕ່າງກັນຫຼາຍ. ໂລກຝ່າຍວິນຍານແມ່ນໂລກທີ່ແຕກຕ່າງກັນຢ່າງສິ້ນເຊີງກັບໂລກວັດຖຸ. ເນື່ອງຈາກມີກົດບັນຍັດ ແລະ ຂໍ້ບັງຄັບແຫ່ງສະຫວັນ, ນີ້ຈຶ່ງກ່ຽວຂ້ອງກັບອຳນາດອະທິປະໄຕ, ການບໍລິຫານຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ສິ່ງນັ້ນຄືອຸປະນິໄສຂອງພຣະອົງ ລວມເຖິງສິ່ງທີ່ພຣະອົງມີ ແລະ ເປັນອີກດ້ວຍ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X
589. ພຣະອົງໄດ້ສ້າງກົດບັນຍັດ, ກົດສະຫວັນ ແລະ ລະບົບໃນອານາຈັກຝ່າຍວິນຍານ, ເມື່ອສິ່ງເຫຼົ່ານີ້ໄດ້ຖືກປະກາດໃຊ້ແລ້ວ, ພວກມັນໄດ້ຖືກປະຕິບັດຢ່າງເຂັ້ມງວດ, ກໍານົດໂດຍພຣະເຈົ້າ ແລະ ສິ່ງມີຊີວິດໃນຕຳແໜ່ງທາງການຕ່າງໆໃນໂລກຝ່າຍວິນຍານ ແລະ ບໍ່ມີໃຜກ້າລະເມີດພວກມັນ. ເພາະສະນັ້ນ, ໃນວົງຈອນຊີວິດ ແລະ ຄວາມຕາຍຂອງມະນຸດຊາດໃນໂລກຂອງມະນຸດ, ບໍ່ວ່າຄົນຈະເກີດມາເປັນສັດ ຫຼື ເປັນມະນຸດ ກໍມີກົດໝາຍສຳລັບທັງສອງ. ຍ້ອນວ່າກົດໝາຍເຫຼົ່ານີ້ມາຈາກພຣະເຈົ້າ, ບໍ່ມີໃຜກ້າທີ່ຈະລະເມີດມັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້. ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ແລະ ຍ້ອນວ່າກົດໝາຍດັ່ງກ່າວມີຢູ່ ໂລກວັດຖຸທີ່ຄົນເຫັນຈຶ່ງເປັນປົກກະຕິ ແລະ ເປັນລະບຽບຮຽບຮ້ອຍ; ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດຢູ່ຮ່ວມກັນຢ່າງສະຫງົບສຸກກັບໂລກອື່ນທີ່ບໍ່ສາມາດເບິ່ງເຫັນໄດ້ຢ່າງສິ້ນເຊີງສຳລັບພວກເຂົາ ແລະ ສາມາດດຳລົງຊີວິດຢູ່ຢ່າງສັນຕິ ເຊິ່ງທັງໝົດນີ້ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້. ຫຼັງຈາກຊີວິດຝ່າຍເນື້ອໜັງຂອງຄົນຕາຍໄປ, ດວງວິນຍານກໍຍັງມີຊີວິດຢູ່, ສະນັ້ນ ມັນຈະເກີດຫຍັງຂຶ້ນຖ້າມັນບໍ່ໄດ້ຢູ່ພາຍໃຕ້ການບໍລິຫານຂອງພຣະເຈົ້າ? ດວງວິນຍານຈະຊັດເຊພະເນຈອນໄປທົ່ວທຸກບ່ອນ, ບຸກລຸກໄປທຸກບ່ອນ ແລະ ເຖິງຂັ້ນສ້າງອັນຕະລາຍໃຫ້ກັບສິ່ງມີຊີວິດໃນໂລກຂອງມະນຸດ. ອັດຕະລາຍດັ່ງກ່າວຈະບໍ່ເກີດຂຶ້ນແຕ່ກັບມະນຸດເທົ່ານັ້ນ ແຕ່ອາດຈະເກີດຂຶ້ນກັບພືດ ແລະ ສັດອີກດ້ວຍ. ແນວໃດກໍຕາມ, ຜູ້ທຳອິດທີ່ຈະໄດ້ຮັບອັນຕະລາຍກໍຈະແມ່ນຄົນ. ຖ້າດວງຍິນຍານດັ່ງກ່າວປາດສະຈາກການຄວບຄຸມ ແລ້ວສ້າງຄວາມອັນຕະລາຍໃຫ້ກັບຜູ້ຄົນຢ່າງແທ້ຈິງ ແລະ ເຮັດສິ່ງຊົ່ວຮ້າຍແທ້ຈິງ, ແລ້ວວິນຍານດວງນີ້ກໍຈະໄດ້ຮັບການລົງໂທດຢ່າງເໝາະສົມໃນໂລກຝ່າຍວິນຍານເຊັ່ນດຽວກັນ: ຖ້າສິ່ງນັ້ນຮຸນແຮງ, ດວງວິນຍານກໍຈະບໍ່ມີຢູ່ອີກຕໍ່ໄປ ແລະ ຈະຖືກທຳລາຍ. ຖ້າຫາກເປັນໄປໄດ້, ມັນກໍອາດຈະຖືກວາງໄວ້ບ່ອນໃດບ່ອນຫນຶ່ງ ແລະ ຫຼັງຈາກນັ້ນກໍຈະກັບຊາດມາເກີດ. ໝາຍຄວາມວ່າ, ການບໍລິຫານດວງວິນຍານຕ່າງໆຂອງໂລກຝ່າຍວິນຍານນັ້ນເປັນລະບຽບ ແລະ ຖືກດຳເນີນການຕາມຂັ້ນຕອນ ແລະ ອີງຕາມກົດລະບຽບ. ເປັນຍ້ອນການບໍລິຫານດັ່ງກ່າວເທົ່ານັ້ນທີ່ໂລກວັດຖຸຂອງມະນຸດຈຶ່ງບໍ່ໄດ້ຕົກຢູ່ໃນຄວາມສັບສົນວຸ້ນວາຍ, ທີ່ມະນຸດຂອງໂລກວັດຖຸຈຶ່ງມີຈິດໃຈທີ່ປົກກະຕິ, ມີເຫດຜົນທີ່ປົກກະຕິ ແລະ ຊີວິດຝ່າຍເນື້ອໜັງທີ່ເປັນລະບຽບ. ຫຼັງຈາກທີ່ມະນຸດຊາດມີຊີວິດທີ່ປົກກະຕິແບບນີ້ເທົ່ານັ້ນ ບັນດາຜູ້ທີ່ອາໄສຢູ່ໃນເນື້ອໜັງຈຶ່ງຈະສາມາດສືບຕໍ່ຈະເລີນເຕີບໃຫຍ່ ແລະ ຂະຫຍາຍພັນຊົ່ວຮຸ່ນສູ່ຮຸ່ນຄົນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X
590. ຄວາມຕາຍຂອງສິ່ງມີຊີວິດ, ການສິ້ນສຸດຂອງຊີວິດຝ່າຍຮ່າງກາຍ ບົ່ງບອກວ່າສິ່ງມີຊີວິດໄດ້ຜ່ານຈາກໂລກວັດຖຸສູ່ໂລກຝ່າຍວິນຍານ, ໃນຂະນະທີ່ການເກີດຂອງຊີວິດໃໝ່ຝ່າຍຮ່າງກາຍບົ່ງບອກວ່າສິ່ງມີຊີວິດໄດ້ມາຈາກໂລກຝ່າຍວິນຍານສູ່ໂລກວັດຖຸ ແລະ ເລີ່ມທີ່ຈະດຳເນີນການ ແລະ ເຮັດບົດບາດຂອງມັນ. ບໍ່ວ່າຈະເປັນການຈາກໄປ ຫຼື ການມາຂອງສິ່ງມີຊີວິດ, ທັງສອງແມ່ນບໍ່ສາມາດແຍກອອກຈາກພາລະກິດຂອງໂລກຝ່າຍວິນຍານໄດ້. ເມື່ອເຖິງເວລາທີ່ຄົນເຂົ້າມາໃນໂລກວັດຖຸ, ການຈັດແຈງທີ່ເໝາະສົມ ແລະ ຄຳນິຍາມໄດ້ຖືກສ້າງຂຶ້ນແລ້ວໂດຍພຣະເຈົ້າໃນໂລກຝ່າຍວິນຍານ ວ່າຄອບຄົວໃດທີ່ຄົນນັ້ນຈະໄປເກີດນໍາ, ຍຸກສະໄໝໃດທີ່ພວກເຂົາຈະມາ, ເວລາໃດພວກເຂົາຈະມາຮອດ ແລະ ບົດບາດທີ່ພວກເຂົາຈະຫຼິ້ນ. ສະນັ້ນ, ຕະຫຼອດຊີວິດຂອງຄົນນີ້, ສິ່ງຕ່າງໆທີ່ເຂົາເຮັດ ແລະ ເສັ້ນທາງທີ່ເຂົາຍ່າງຈະດຳເນີນໄປຕາມການຈັດແຈງໄວ້ໃນໂລກຝ່າຍວິນຍານ ໂດຍບໍ່ມີການບ່ຽງເບນແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ເວລາເມື່ອຊີວິດຝ່າຍຮ່າງກາຍສິ້ນສຸດລົງ, ລັກສະນະ ແລະ ສະຖານທີ່ໆມັນສິ້ນສຸດລົງນັ້ນຊັດເຈນ ແລະ ແຍກແຍະໄດ້ຕໍ່ໂລກຝ່າຍວິນຍານ. ພຣະເຈົ້າປົກຄອງໂລກວັດຖຸ ແລະ ພຣະອົງປົກຄອງໂລກຝ່າຍວິນຍານເຊັ່ນດຽວກັນ ແລະ ພຣະອົງຈະບໍ່ເຮັດໃຫ້ວົງຈອນຊີວິດ ແລະ ຄວາມຕາຍຊ້າລົງ ແລະ ພຣະອົງບໍ່ເຄີຍເຮັດຜິດພາດໃນການຈັດແຈງວົງຈອນນັ້ນ. ແຕ່ລະຄົນທີ່ຖືຕຳແໜ່ງທາງການຂອງໂລກຝ່າຍວິນຍານແມ່ນປະຕິບັດໜ້າທີ່ສ່ວນຕົວຂອງຕົນ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ໂດຍອີງຕາມຄຳແນະນຳ ແລະ ກົດລະບຽບຂອງພຣະເຈົ້າ. ສະນັ້ນ, ໃນໂລກຂອງມະນຸດຊາດ, ທຸກປາກົດການທາງວັດຖຸທີ່ມະນຸດເຫັນນັ້ນເປັນໄປຕາມລະບຽບການ ແລະ ບໍ່ມີຄວາມວຸ້ນວາຍ. ທັງໝົດນີ້ແມ່ນເນື່ອງມາຈາກການປົກຄອງເໜືອທຸກສິ່ງຢ່າງເປັນລະບຽບຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະອົງປົກຄອງຢູ່ເໜືອທຸກສິ່ງ. ການປົກຄອງຂອງພຣະອົງປະກອບດ້ວຍໂລກວັດຖຸທີ່ມະນຸດອາໄສຢູ່ ແລະ ຍິ່ງໄປກວ່ານັ້ນກໍປະກອບດ້ວຍໂລກຝ່າຍວິນຍານທີ່ລີ້ລັບຢູ່ເບື້ອງຫຼັງມະນຸດ. ເພາະສະນັ້ນ, ຖ້າມະນຸດປາດຖະໜາຢາກມີຊີວິດທີ່ດີ ແລະ ຫວັງຈະອາໄສຢູ່ໃນສະພາບແວດລ້ອມທີ່ດີ ນອກຈາກຈະຖືກສະໜອງດ້ວຍໂລກວັດຖຸທີ່ເບິ່ງເຫັນໄດ້ທັງໝົດແລ້ວ, ພວກເຂົາຍັງຕ້ອງຖືກສະໜອງດ້ວຍໂລກຝ່າຍວິນຍານອີກດ້ວຍ ເຊິ່ງບໍ່ມີຜູ້ໃດສາມາເບິ່ງເຫັນໄດ້, ທີ່ປົກຄອງທຸກສິ່ງມີຊີວິດໃນນາມຂອງມະນຸດ ແລະ ເປັນລະບຽບຮຽບຮ້ອຍດີ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X
591. ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
592. ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ...
ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະລະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດມາຈາກພຣະເຈົ້າ, ສໍາລັບທຸກສິ່ງທີ່ຖືກສ້າງ ບໍ່ວ່າພວກເຂົ້າຈະມີລັກສະນະ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ. ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້.ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
593. ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ, ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້, ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ, ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ: ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ; ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ, ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ, ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ, ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່, ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່ ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ. ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳທາງໂຊກຊະຕາຂອງມະນຸດຊາດທັງມວນ ແລະ ຊີ້ນຳທິດທາງຂອງມວນມະນຸດ. ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ, ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ, ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ, ການຍອມຮັບການປົກຄອງຂອງພຣະອົງ ແລະ ການຍອມຮັບການຈັດແຈງຂອງພຣະອົງສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ, ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ. ໃນຄວາມເປັນເອກະລັກຂອງພຣະເຈົ້າ, ຄົນເຫັນວ່າສິດອຳນາດຂອງພຣະອົງ, ອຸປະນິໄສອັນຊອບທຳຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງນັ້ນ ລ້ວນແລ້ວແຕ່ເປັນເອກະລັກຢ່າງສົມບູນ; ຄວາມເປັນເອກະລັກນີ້ກຳນົດຕົວຕົນທີ່ແທ້ຈິງຂອງພຣະເຈົ້າເອງ ແລະ ມັນຍັງກຳນົດສະຖານະພາບຂອງພຣະອົງອີກດ້ວຍ. ເພາະສະນັ້ນ, ທ່າມກາງສິ່ງຊົງສ້າງທັງປວງ, ຖ້າສິ່ງມີຊີວິດໃດໜຶ່ງໃນໂລກຝ່າຍວິນຍານ ຫຼື ທ່າມກາງມະນຸດຊາດປາຖະໜາທີ່ຈະຢືນແທນທີ່ຂອງພຣະເຈົ້າ, ຄວາມສຳເລັດຈະເປັນໄປບໍ່ໄດ້ ເຊັ່ນດຽວກັນກັບການພະຍາຍາມປອມຕົວເປັນພຣະເຈົ້າ. ນີ້ແມ່ນຄວາມຈິງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X
594. ພາລະກິດຂັ້ນຕອນສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບຈາກຄົນທັງປວງສໍາລັບທຸກສິ່ງທີ່ເຮົາໄດ້ກະທໍາ. ເຮົາຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສໍາແດງເຖິງອຸປະນິໄສຂອງເຮົາ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ເຮົາເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກເຮົາ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ເຮົາເປັນຄວາມພົ້ນດຽວຂອງມະນຸດ ເຮົາເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບເຮົາ. ປາສະຈາກເຮົາແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກເຮົາແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ເຮົາຫວັງຢ່າງດຽວວ່າມະນຸດຈະຕອບແທນເຮົາດ້ວຍການກະທໍາຄວາມດີ. ເຖິງວ່າຜູ້ທີ່ຕອບແທນເຮົາດ້ວຍການເຮັດຄວາມດີມີໜ້ອຍ ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມປະຕິບັດພາລະກິດຂອງເຮົາໃນຂັ້ນຕອນຕໍ່ໄປ ເຊິ່ງກໍາລັງປະກົດໃຫ້ເຫັນ ເພາະວ່າວຽກງານຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ເຮົາບໍ່ໄດ້ສົນໃຈຈໍານວນຄົນ ແຕ່ສົນໃຈການກະທໍາຄວາມດີຂອງພວກເຂົາ. ຢ່າງໃດກໍຕາມເຮົາຫວັງວ່າ ພວກເຈົ້າຈະກະທໍາຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍຈະເພິ່ງພໍໃຈ, ຖ້າບໍ່ດັ່ງນັ້ນ ບໍ່ມີຄົນໃດໃນລະຫວ່າງ ພວກເຈົ້າຈະໜີພົ້ນໄພພິບັດທີ່ຈະມາເຖິງນັ້ນໄດ້. ໄພພິບັດນັ້ນແມ່ນມາຈາກເຮົາ ແລະ ເຮົາເປັນຜູ້ກໍານົດ. ຖ້າພວກເຈົ້າບໍ່ສົມບູນດີພໍໃນສາຍຕາເຮົາ ພວກເຈົ້າຈະໜີບໍ່ພົ້ນໄພພິບັດດັ່ງກ່າວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ