XII ພຣະທຳກ່ຽວກັບລັດຖະທຳມະນູນ, ພຣະດຳລັດແຫ່ງການປົກຄອງ ແລະ ພຣະບັນຍັດຕ່າງໆຂອງຍຸກແຫ່ງລາຊະອານາຈັກ

595. ພາລະກິດທີ່ຖືກວາງແຜນໄວ້ແລ້ວຂອງເຮົາຈະກ້າວໄປຂ້າງໜ້າໂດຍບໍ່ມີການຢຸດເຊົາແມ່ນແຕ່ຊ່ວງເວລາດຽວ. ເມື່ອໄດ້ຍັບເຂົ້າສູ່ຍຸກແຫ່ງອານາຈັກ ແລະ ເມື່ອໄດ້ແບກພວກເຈົ້າເຂົ້າສູ່ອານາຈັກຂອງເຮົາດັ່ງປະຊາຊົນຂອງເຮົາ, ເຮົາຈະຮຽກຮ້ອງຢ່າງອື່ນຈາກພວກເຈົ້າ; ນັ້ນໝາຍຄວາມວ່າ ເຮົາຈະເລີ່ມປະກາດນໍາໃຊ້ລັດຖະທຳມະນູນທີ່ເຮົາຈະປົກຄອງຍຸກນີ້ຕໍ່ໜ້າພວກເຈົ້າ:

ຍ້ອນພວກເຈົ້າຖືກເອີ້ນວ່າປະຊາຊົນຂອງເຮົາ, ພວກເຈົ້າກໍຄວນສາມາດສັນລະເສີນນາມຂອງເຮົາ; ນັ້ນກໍຄື ຢືນເປັນພະຍານໃນທ່າມກາງການທົດລອງ. ຖ້າຜູ້ໃດກໍຕາມພະຍາຍາມລໍ້ລວງເຮົາ ແລະ ປິດບັງຄວາມຈິງຈາກເຮົາ ຫຼື ເຂົ້າຮ່ວມເຮັດສິ່ງທີ່ບໍ່ໜ້າເຊື່ອຖືລັບຫຼັງຂອງເຮົາ, ຄົນປະເພດດັ່ງກ່າວຈະຖືກໂຍນອອກໄປ ແລະ ກຳຈັດອອກຈາກເຮືອນຂອງເຮົາ ໂດຍບໍ່ມີການຍົກເວັ້ນ ເພື່ອລໍຖ້າໃຫ້ເຮົາຈັດການພວກເຂົາ. ຄົນທີ່ບໍ່ຊື່ສັດ ແລະ ອັກກະຕັນຍູຕໍ່ເຮົາໃນອະດີດ ແລະ ຄົນທີ່ລຸກຂຶ້ນເພື່ອຕັດສິນເຮົາຢ່າງເປີດເຜີຍໃນປັດຈຸບັນ, ພວກເຂົາກໍຈະຖືກໂຍນອອກຈາກເຮືອນຂອງເຮົາເຊັ່ນກັນ. ຄົນທີ່ເປັນປະຊາຊົນຂອງເຮົາຕ້ອງຄຳນຶງເຖິງພາລະຂອງເຮົາພ້ອມກັບສະແຫວງຫາເພື່ອຮູ້ຈັກພຣະທຳຂອງເຮົາຢູ່ສະເໝີ. ມີແຕ່ຄົນໃນລັກສະນະນີ້ເທົ່ານັ້ນ ເຮົາຈຶ່ງຈະໃຫ້ແສງສະຫວ່າງ ແລະ ພວກເຂົາກໍຈະໄດ້ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ແສງສະຫວ່າງຂອງເຮົາຢ່າງແນ່ນອນ ໂດຍບໍ່ພົບກັບການຂ້ຽນຕີເລີຍ. ຄົນທີ່ໃສ່ໃຈແຕ່ການວາງແຜນເພື່ອອະນາຄົດຂອງພວກເຂົາເອງ ໂດຍບໍ່ຄຳນຶງເຖິງພາລະຂອງເຮົາ ນັ້ນກໍຄື ຄົນທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເຮົາພໍໃຈດ້ວຍການກະທຳຂອງພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາສະແຫວງຫາແຕ່ສິ່ງໃຫ້ທານ, ເຮົາປະຕິເສດທີ່ຈະໃຊ້ສິ່ງມີຊີວິດດັ່ງຄົນຂໍທານເຫຼົ່ານີ້ຢ່າງແນ່ນອນ, ເພາະຕັ້ງແຕ່ເວລາທີ່ພວກເຂົາເກີດ ພວກເຂົາບໍ່ຮູ້ເລີຍວ່າການຄຳນຶງເຖິງພາລະຂອງເຮົາໝາຍເຖິງຫຍັງ. ພວກເຂົາເປັນຄົນທີ່ຂາດຄວາມຮູ້ສຶກປົກກະຕິ; ຄົນປະເພດດັ່ງກ່າວກຳລັງທົນທຸກຈາກ “ການຂາດສານອາຫານ” ຂອງສະໝອງ ແລະ ຈຳເປັນຕ້ອງກັບເມືອເຮືອນເພື່ອ “ບໍາລຸງ” ສະໝອງຂອງພວກເຂົາ. ເຮົາບໍ່ນໍາໃຊ້ຄົນປະເພດດັ່ງກ່າວ. ໃນບັນດາປະຊາຊົນຂອງເຮົາ, ທຸກຄົນຈຳເປັນຕ້ອງຄຳນຶງວ່າການຮູ້ຈັກເຮົາຄືໜ້າທີ່ໆຈຳເປັນຕ້ອງປະຕິບັດຕະຫຼອດຈົນເຖິງທີ່ສຸດ, ຄືກັບການກິນ, ການນຸ່ງຫົ່ມ ແລະ ການນອນ, ເຊິ່ງເປັນສິ່ງທີ່ມະນຸດບໍ່ເຄີຍລືມທີ່ຈະເຮັດແມ່ນແຕ່ຊ່ວງເວລາດຽວ, ເພື່ອວ່າໃນທີ່ສຸດແລ້ວ ການຮູ້ຈັກເຮົາຈະກາຍເປັນສິ່ງທີ່ຄຸ້ນເຄີຍຄືກັບການກິນ, ສິ່ງທີ່ເຈົ້າເຮັດເປັນປະຈໍາ ໂດຍບໍ່ຈໍາເປັນໃຊ້ຄວາມພະຍາຍາມ. ແຕ່ສຳລັບພຣະທຳທີ່ເຮົາກ່າວ, ພຣະທຳທຸກຂໍ້ຕ້ອງຖືກປະຕິບັດດ້ວຍຄວາມເຊື່ອສູງສຸດ ແລະ ຖືກຮັບເອົາຢ່າງສົມບູນ; ບໍ່ສາມາດປະຕິບັດແບບພໍເປັນພິທີ. ຜູ້ໃດທີ່ບໍ່ໃສ່ໃຈຕໍ່ພຣະທຳຂອງເຮົາກໍຈະຖືວ່າກຳລັງຕໍ່ຕ້ານເຮົາໂດຍກົງ; ຜູ້ໃດທີ່ບໍ່ກິນຈາກພຣະທຳຂອງເຮົາ ຫຼື ບໍ່ສະແຫວງຫາເພື່ອຮູ້ຈັກພຣະທຳເຫຼົ່ານັ້ນ ກໍຈະຖືວ່າບໍ່ໄດ້ໃສ່ໃຈຕໍ່ເຮົາ ແລະ ຈະຖືກກວາດລ້າງອອກຈາກເຮືອນຂອງເຮົາໂດຍກົງ. ນີ້ກໍຍ້ອນວ່າ ດັ່ງທີ່ເຮົາໄດ້ກ່າວໃນອະດີດ ສິ່ງທີ່ເຮົາປາຖະໜາບໍ່ແມ່ນຄົນຈຳນວນຫຼາຍ, ແຕ່ເປັນຄົນຈຳນວນໜ້ອຍ. ຈາກບັນດາຮ້ອຍຄົນ, ຖ້າມີພຽງແຕ່ຄົນດຽວທີ່ສາມາດຮູ້ຈັກເຮົາຜ່ານທາງພຣະທຳຂອງເຮົາ, ແລ້ວເຮົາກໍຈະໂຍນຄົນອື່ນທີ່ເຫຼືອຖິ້ມໝົດ ເພື່ອສຸມໃສ່ໃນການໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ຄົນນີ້ຄົນດຽວ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ມັນບໍ່ເປັນຈິງທີ່ຄົນຈຳນວນຫຼວງຫຼາຍແຕ່ຢ່າງດຽວຈະສາມາດສະແດງເຖິງເຮົາໄດ້ ແລະ ດຳລົງຊີວິດຕາມເຮົາ. ສິ່ງທີ່ເຮົາຕ້ອງການແມ່ນເຂົ້າສາລີ (ເຖິງແມ່ນເມັດອາດບໍ່ຄົບຖ້ວນ) ແລະ ບໍ່ແມ່ນເຂົ້ານົກ (ເຖິງແມ່ນຈະມີເມັດຢ່າງຄົບຖ້ວນໃຫ້ຊື່ນຊົມກໍຕາມ). ສຳລັບຄົນທີ່ບໍ່ຄຳນຶງເຖິງການສະແຫວງຫາ, ແຕ່ກົງກັນຂ້າມ ປະພຶດໃນລັກສະນະແບບຄົນຂີ້ຄ້ານ, ພວກເຂົາຄວນໜີດ້ວຍຄວາມສະໝັກໃຈຂອງພວກເຂົາເອງ; ເຮົາບໍ່ປາຖະໜາທີ່ຈະເຫັນພວກເຂົາອີກຕໍ່ໄປ, ເພື່ອບໍ່ໃຫ້ພວກເຂົາສືບຕໍ່ນໍາຄວາມອັບອາຍມາສູ່ນາມຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 5

596. ເຮົາບໍ່ໄດ້ລົງໂທດໃຜຢ່າງໄວ ແລະ ເຮົາບໍ່ປະຕິບັດຕໍ່ຄົນໃດຄົນໜຶ່ງຢ່າງບໍ່ຍຸຕິທຳ, ເຮົາຊອບທຳຕໍ່ທຸກຄົນ. ເຮົາຮັກລູກຊາຍຂອງເຮົາຢ່າງແນ່ນອນ ແລະ ເຮົາກໍກຽດຊັງຄົນຊົ່ວຮ້າຍເຫຼົ່ານັ້ນທີ່ທ້າທາຍເຮົາຢ່າງແນ່ນອນ; ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ. ພວກເຈົ້າແຕ່ລະຄົນຄວນມີຄວາມເຂົ້າໃຈໃນພຣະດຳລັດຂອງເຮົາ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຈະບໍ່ມີຄວາມຢຳເກງແມ່ນແຕ່ໜ້ອຍດຽວ ແລະ ຈະປະພຶດຕົນຢ່າງບໍ່ສົນໃຈເມື່ອຢູ່ຕໍ່ໜ້າເຮົາ. ເຈົ້າຈະບໍ່ຮູ້ສິ່ງທີ່ເຮົາຢາກບັນລຸເຊັ່ນກັນ, ເຮົາຕ້ອງການເຮັດຫຍັງໃຫ້ສຳເລັດ, ເຮົາຕ້ອງການຮັບເອົາຫຍັງ ຫຼື ອານາຈັກຂອງເຮົາຕ້ອງການຄົນປະເພດໃດ.

ພຣະດຳລັດຂອງເຮົາກໍຄື:

1) ບໍ່ວ່າເຈົ້າເປັນໃຜກໍຕາມ, ຖ້າເຈົ້າຂັດແຍ່ງເຮົາຢູ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຈະຖືກພິພາກສາ.

2) ບັນດາຄົນທີ່ເຮົາໄດ້ເລືອກຈະຖືກລົງວິໄນທັນທີສຳລັບແນວຄິດໃດກໍຕາມທີ່ຜິດ.

3) ເຮົາຈະວາງຄົນທີ່ບໍ່ເຊື່ອໃນເຮົາໄວ້ອີກດ້ານໜຶ່ງ. ເຮົາຈະໃຫ້ພວກເຂົາເວົ້າ ແລະ ປະພຶດຢ່າງເລິນເລີ້ຈົນເຖິງວາລະສຸດທ້າຍເຊິ່ງເຮົາຈະລົງໂທດພວກເຂົາທັງໝົດ ແລະ ຈັດລຳດັບພວກເຂົາ.

4) ສຳລັບຄົນທີ່ເຊື່ອໃນເຮົາ, ເຮົາຈະເບິ່ງແຍງພວກເຂົາ ແລະ ປົກປ້ອງພວກເຂົາຕະລອດເວລາ. ເຮົາຈະຈັດຊີວິດໃຫ້ກັບພວກເຂົາໂດຍໃຊ້ຫົນທາງແຫ່ງຄວາມລອດພົ້ນຢູ່ສະເໝີ. ຄົນເຫຼົ່ານີ້ຈະມີຄວາມຮັກຂອງເຮົາ ແລະ ພວກເຂົາຈະບໍ່ລົ້ມເຫຼວ ຫຼື ສູນເສຍຫົນທາງຂອງພວກເຂົາຢ່າງແນ່ນອນ. ຄວາມອ່ອນແອໃດກໍຕາມທີ່ພວກເຂົາມີກໍເປັນສິ່ງຊົ່ວຄາວ ແລະ ເຮົາຈະບໍ່ຈື່ຄວາມອ່ອນແອຂອງພວກເຂົາຢ່າງແນ່ນອນ.

5) ສຳລັບຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ ໝາຍເຖິງຄົນທີ່ເຊື່ອວ່າມີພຣະເຈົ້າ, ແຕ່ບໍ່ໄດ້ສະແຫວງຫາພຣະຄຣິດ ແຕ່ກໍບໍ່ໄດ້ຕໍ່ຕ້ານ, ຄົນປະເພດເຫຼົ່ານີ້ເປັນຕາເວດທະນາທີ່ສຸດ ແລະ ເຮົາຈະເຮັດໃຫ້ພວກເຂົາໄດ້ເຫັນຢ່າງຊັດເຈນຜ່ານທາງການກະທຳຂອງເຮົາ. ເຮົາຈະຊ່ວຍຄົນປະເພດເຫຼົ່ານີ້ໃຫ້ລອດພົ້ນຜ່ານທາງການກະທຳຂອງເຮົາ ແລະ ຈະນໍາພວກເຂົາກັບມາ.

6) ລູກຊາຍກົກຜູ້ທີ່ຍອມຮັບນາມຂອງເຮົາກ່ອນກໍຈະໄດ້ຮັບພອນ! ເຮົາຈະປະທານພອນທີ່ດີທີ່ສຸດໃຫ້ກັບພວກເຈົ້າຢ່າງແນ່ນອນ, ອະນຸຍາດໃຫ້ພວກເຈົ້າຊື່ນຊົມພວກມັນຈົນພວກເຈົ້າພໍໃຈ; ບໍ່ມີໃຜກ້າຂັດຂວາງສິ່ງນີ້ໄດ້. ທັງໝົດນີ້ຖືກຈັດກຽມໃຫ້ກັບພວກເຈົ້າທັງໝົດ, ຍ້ອນນີ້ແມ່ນພຣະດຳລັດຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 56

597. ຕອນນີ້ເຮົາປະກາດພຣະດຳລັດຂອງອານາຈັກຂອງເຮົາ: ທຸກສິ່ງຢູ່ພາຍໃນການພິພາກສາຂອງເຮົາ, ທຸກສິ່ງຢູ່ພາຍໃນຄວາມຊອບທຳຂອງເຮົາ, ທຸກສິ່ງຢູ່ພາຍໃນເດຊານຸພາບຂອງເຮົາ ແລະ ເຮົາປະຕິບັດຄວາມຊອບທຳຂອງເຮົາກັບທຸກຄົນ. ບັນດາຜູ້ທີ່ເວົ້າວ່າພວກເຂົາເຊື່ອໃນເຮົາ ແຕ່ໃນສ່ວນເລິກແລ້ວ ພວກເຂົາຂັດແຍ້ງເຮົາ ຫຼື ບັນດາຜູ້ທີ່ຫົວໃຈຂອງພວກເຂົາໄດ້ປະຖິ້ມເຮົາຈະຖືກຂັບໄລ່ອອກ, ແຕ່ວ່າ ທັງໝົດຢູ່ໃນເວລາທີ່ເໝາະສົມຂອງເຮົາເອງ. ຄົນທີ່ເວົ້າສຽດສີກ່ຽວກັບເຮົາ ແຕ່ໃນທາງທີ່ຄົນອື່ນບໍ່ໄດ້ສັງເກດ ຈະຕາຍທັນທີ (ພວກເຂົາຈະພິນາດທັງວິນຍານ, ຮ່າງກາຍ ແລະ ຈິດວິນຍານ). ບັນດາຜູ້ທີ່ກົດຂີ່ ຫຼື ເຮັດໂຕໜ້າລັງກຽດຕໍ່ຜູ້ເປັນທີ່ຮັກຂອງເຮົາຈະຖືກພິພາກສາທັນທີໂດຍຄວາມໂກດຮ້າຍຂອງເຮົາ. ນີ້ໝາຍຄວາມວ່າຄົນທີ່ອິດສາຄົນທີ່ເຮົາຮັກ ແລະ ຜູ້ທີ່ຄິດວ່າເຮົາບໍ່ຍຸດຕິທຳ ຈະຖືກມອບໃຫ້ຖືກພິພາກສາໂດຍຜູ້ທີ່ເປັນທີ່ຮັກຂອງເຮົາ. ທຸກຄົນທີ່ປະພຶດດີ, ລຽບງ່າຍ ແລະ ສັດຊື່ (ລວມເຖິງຜູ້ທີ່ຂາດສະຕິປັນຍາ) ແລະ ຜູ້ທີ່ປະຕິບັດຕໍ່ເຮົາດ້ວຍຄວາມຈິງໃຈຢ່າງຈິດໜຶ່ງໃຈດຽວຈະຄົງຢູ່ໃນອານາຈັກຂອງເຮົາທັງໝົດ. ຜູ້ທີ່ບໍ່ໄດ້ຜ່ານການຝຶກອົບຮົມ, ໝາຍຄວາມວ່າ ບັນດາຄົນສັດຊື່ທີ່ຂາດສະຕິປັນຍາ ແລະ ຄວາມເຂົ້າໃຈຈະມີອຳນາດໃນອານາຈັກຂອງເຮົາ. ຢ່າງໃດກໍຕາມ, ພວກເຂົາກໍຍັງຖືກຈັດການ ແລະ ແຕກຫັກເຊັ່ນກັນ. ພວກເຂົາບໍ່ໄດ້ຜ່ານການຝຶກອົບຮົມບໍ່ແມ່ນສິ່ງແນ່ນອນ. ກົງກັນຂ້າມ, ມັນແມ່ນຜ່ານສິ່ງເຫຼົ່ານີ້ທີ່ເຮົາຈະສະແດງໃຫ້ທຸກຄົນເຫັນຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາຂອງເຮົາ. ເຮົາຈະຂັບໄລ່ທຸກຄົນທີ່ຍັງສົງໄສເຮົາ; ເຮົາບໍ່ຕ້ອງການພວກເຂົາແມ່ນແຕ່ຄົນດຽວ (ເຮົາກຽດຊັງຄົນທີ່ຍັງສົງໄສເຮົາໃນເວລາເຊັ່ນນີ້). ໂດຍວິທີການກະທຳທີ່ເຮົາກະທຳທົ່ວທັງຈັກກະວານ, ເຮົາຈະສະແດງໃຫ້ຄົນສັດຊື່ເຫັນຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ສະຕິປັນຍາ, ການຢັ່ງຮູ້ ແລະ ການໄຈ້ແຍກຂອງພວກເຂົາເຕີບໃຫຍ່ຂຶ້ນ. ເຮົາຍັງຈະເຮັດໃຫ້ຄົນຫຼອກລວງຖືກທຳລາຍໃນທັນທີຍ້ອນການກະທຳຢ່າງມະຫັດສະຈັນຂອງເຮົາ. ລູກຊາຍກົກທັງໝົດຜູ້ທີ່ເປັນຄົນທໍາອິດທີ່ຍອມຮັບຊື່ຂອງເຮົາ (ໝາຍເຖິງບັນດາຜູ້ທີ່ບໍລິສຸດ ແລະ ບໍ່ມີມົນທິນ, ເປັນຄົນສັດຊື່) ຈະເປັນຜູ້ທຳອິດທີ່ໄດ້ຮັບການເຂົ້າສູ່ອານາຈັກ ແລະ ປົກຄອງເໜືອທຸກຊາດ ແລະ ທຸກຄົນຄຽງຂ້າງກັນກັບເຮົາ, ປົກຄອງຄືດັ່ງກະສັດໃນອານາຈັກ ແລະ ພິພາກສາທຸກຊາດ ແລະ ທຸກຄົນ (ນີ້ໝາຍເຖິງລູກຊາຍກົກທຸກຄົນໃນອານາຈັກ ແລະ ບໍ່ແມ່ນຄົນອື່ນໆ). ບັນດາຜູ້ທີ່ຢູ່ທ່າມກາງທຸກຊາດ ແລະ ທຸກຄົນທີ່ຖືກພິພາກສາ ແລະ ຜູ້ທີ່ໄດ້ກັບໃຈ ຈະເຂົ້າສູ່ອານາຈັກຂອງເຮົາ ແລະ ກາຍເປັນຄົນຂອງເຮົາ, ໃນຂະນະທີ່ບັນດາຜູ້ທີ່ດື້ດ້ານ ແລະ ບໍ່ກັບໃຈຈະຖືກຖິ້ມລົງສູ່ຂຸມເລິກທີ່ສຸດ (ເພື່ອພິນາດຕະຫຼອດການ). ການພິພາກສາໃນອານາຈັກຈະແມ່ນຄັ້ງສຸດທ້າຍ ແລະ ມັນຈະແມ່ນການຊຳລະລ້າງໂລກຂອງເຮົາຢ່າງລະອຽດ. ຫຼັງຈາກນັ້ນກໍຈະບໍ່ມີຄວາມອະຍຸດຕິທຳ, ຄວາມເສົ້າໂສກ, ນ້ຳຕາ ຫຼື ຄ່ຳຄວນອີກຕໍ່ໄປ, ຍິ່ງໄປກວ່ານັ້ນ ຈະບໍ່ມີໂລກອີກຕໍ່ໄປ. ທຸກສິ່ງຈະເປັນການສະແດງອອກຂອງພຣະຄຣິດ ແລະ ທຸກສິ່ງຈະເປັນອານາຈັກຂອງພຣະຄຣິດ. ຊ່າງສະຫງ່າລາສີແທ້ໆ! ຊ່າງສະຫງ່າລາສີແທ້ໆ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 79

598. ຕອນນີ້ເຮົາປະກາດໃຊ້ພຣະດຳລັດຂອງເຮົາສຳລັບພວກເຈົ້າ (ມີຜົນບັງຄັບໃຊ້ນັບແຕ່ມື້ປະກາດໃຊ້, ກຳນົດການລົງໂທດຕ່າງໆໃຫ້ແກ່ຄົນທີ່ແຕກຕ່າງກັນ):

ເຮົາຮັກສາຄຳສັນຍາຂອງເຮົາ ແລະ ທຸກສິ່ງກໍຢູ່ໃນມືຂອງເຮົາ: ໃຜກໍຕາມທີ່ສົງໄສຈະຖືກຂ້າຢ່າງແນ່ນອນ. ບໍ່ມີຫ້ອງວ່າງສຳລັບການພິຈາລະນາໃດໆ; ພວກເຂົາຈະຖືກກຳຈັດທັນທີ, ສະນັ້ນແລ້ວກໍກຳຈັດຄວາມກຽດຊັງຂອງຫົວໃຈເຮົາ. (ນັບແຕ່ນີ້ເປັນຕົ້ນໄປ ມັນໄດ້ຮັບການຢືນຢັນແລ້ວວ່າ ໃຜກໍຕາມທີ່ຖືກຂ້າຕ້ອງບໍ່ແມ່ນສະມາຊິກຂອງອານາຈັກຂອງເຮົາ ແລະ ຕ້ອງເປັນລູກຫຼານຂອງຊາຕານ).

ໃນນາມຂອງລູກຊາຍກົກ, ເຈົ້າຄວນຮັກສາຕຳແໜ່ງຂອງຕົວເອງໄວ້ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າສອດຮູ້ສອດເຫັນ. ເຈົ້າຄວນຖວາຍຕົວເຈົ້າເອງໃຫ້ແກ່ແຜນການຄຸ້ມຄອງຂອງເຮົາ ແລະ ທຸກແຫ່ງຫົນທີ່ເຈົ້າໄປ ເຈົ້າຄວນເປັນປະຈັກພະຍານທີ່ດີໃຫ້ແກ່ເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ. ຢ່າເຮັດການກະທຳທີ່ໜ້າອັບອາຍ; ຈົ່ງເປັນແບບຢ່າງໃຫ້ແກ່ລູກຊາຍຂອງເຮົາທັງໝົດ ແລະ ຄົນຂອງເຮົາ. ຢ່າເຮັດຊົ່ວແມ່ນແຕ່ຄາວດຽວ: ເຈົ້າຕ້ອງປາກົດຕົວຕໍ່ໜ້າທຸກຄົນທີ່ມີຕົວຕົນຂອງລູກຊາຍກົກຢູ່ສະເໝີ ແລະ ບໍ່ແມ່ນຄົນຮັບໃຊ້; ກົງກັນຂ້າມ, ເຈົ້າຄວນເຊີດໜ້າຊູຕາກ້າວໄປຂ້າງໜ້າ. ເຮົາກຳລັງຂໍໃຫ້ພວກເຈົ້າມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ, ບໍ່ແມ່ນເພື່ອເຮັດໃຫ້ເສື່ອມເສຍຊື່ຂອງເຮົາ. ບັນດາຜູ້ທີ່ເປັນລູກຊາຍກົກແຕ່ລະຄົນມີໜ້າທີ່ສ່ວນຕົວຂອງຕົນເອງ ແລະ ບໍ່ສາມາດເຮັດທຸກສິ່ງໄດ້. ນີ້ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ພວກເຈົ້າໜີຄວາມຮັບຜິດຊອບ. ເຈົ້າຕ້ອງອຸທິດຕົວເອງໝົດໃຈ ພ້ອມກັບຄວາມຄິດທັງໝົດຂອງເຈົ້າ ແລະ ກຳລັງທັງໝົດຂອງເຈົ້າເພື່ອປະຕິບັດສິ່ງທີ່ເຮົາໄດ້ມອບໝາຍໃຫ້ພວກເຈົ້າ.

ນັບຈາກມື້ນີ້ໄປ, ທົ່ວໂລກຈັກກະວານ ໜ້າທີ່ຂອງການດູແລລູກຊາຍທັງໝົດຂອງເຮົາ ແລະ ຄົນທັງໝົດຂອງເຮົາຈະຖືກມອບໝາຍໃຫ້ແກ່ລູກຊາຍກົກຂອງເຮົາໄດ້ປະຕິບັດ ແລະ ເຮົາຈະຂ້ຽນຕີໃຜກໍຕາມທີ່ບໍ່ສາມາດອຸທິດຫົວໃຈ ແລະ ຄວາມຄິດທັງໝົດຂອງພວກເຂົາເພື່ອປະຕິບັດມັນ. ນີ້ແມ່ນຄວາມຊອບທຳຂອງເຮົາ. ເຮົາຈະບໍ່ປ່ອຍ ຫຼື ຖືເບົາກັບແມ່ນແຕ່ລູກຊາຍກົກຂອງເຮົາ.

ຖ້າມີຄົນໃດໜຶ່ງທ່າມກາງລູກຊາຍຂອງເຮົາ ຫຼື ທ່າມກາງຄົນຂອງເຮົາທີ່ເຍາະເຍີ້ຍ ຫຼື ດູໝິ່ນຄົນໜຶ່ງໃນລູກຊາຍກົກຂອງເຮົາ, ເຮົາຈະລົງໂທດພວກເຂົາຢ່າງໂຫດຮ້າຍ ຍ້ອນວ່າລູກຊາຍກົກຂອງເຮົາເປັນຕົວແທນຂອງຕົວເຮົາເອງ; ສິ່ງທີ່ຄົນໃດໜຶ່ງກະທຳຕໍ່ພວກເຂົາ, ພວກເຂົາກໍກະທຳຕໍ່ເຮົາເຊັ່ນກັນ. ນີ້ແມ່ນບົດບັນຍັດທີ່ຮ້າຍແຮງທີ່ສຸດຂອງເຮົາ. ເຮົາຈະອະນຸຍາດໃຫ້ລູກຊາຍກົກຂອງເຮົາຈັດການຄວາມຊອບທຳຂອງເຮົາຕໍ່ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຄົນທີ່ລະເມີດຕໍ່ບົດບັນຍັດນີ້ຕາມຄວາມປາຖະໜາຂອງພວກເຂົາ.

ເຮົາຈະຄ່ອຍໆປະຖິ້ມໃຜກໍຕາມທີ່ນັບຖືກເຮົາແບບຫຼິ້ນໆ ແລະ ໃຫ້ຄວາມສຳຄັນກັບແຕ່ອາຫານຂອງເຮົາ, ເຄື່ອງນຸ່ງ ແລະ ການນອນຫຼັບ, ເຂົ້າຮ່ວມພຽງແຕ່ກິດຈະການພາຍນອກຂອງເຮົາ ແລະ ບໍ່ຄຳນຶງເຖິງພາລະຂອງເຮົາ ແລະ ບໍ່ໃສ່ໃຈຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເອງຢ່າງຖືກຕ້ອງ. ສິ່ງນີ້ແມ່ນມຸ້ງໄປຫາທຸກຄົນທີ່ມີຫູ.

ໃຜກໍຕາມທີ່ເຮັດການບໍລິການແກ່ເຮົາຕ້ອງຖອຍຢ່າງເຊື່ອຟັງໂດຍບໍ່ຕ້ອງຄັດຄ້ານ. ໃຫ້ລະມັດລະວັງ ຫຼື ບໍ່ດັ່ງນັ້ນເຮົາຈະຄັດເຈົ້າອອກ. (ນີ້ແມ່ນບົດບັນຍັດເພີ່ມເຕີມ).

ລູກຊາຍກົກຂອງເຮົາຈະຈັບເອົາທ່ອນເຫຼັກນັບຈາກນີ້ເປັນຕົ້ນໄປ ແລະ ເລີ່ມປະຕິບັດສິດອຳນາດຂອງເຮົາເພື່ອປົກຄອງທຸກຊົນຊາດ ແລະ ທຸກຄົນ, ເພື່ອຍ່າງທ່າມກາງທຸກຊົນຊາດ ແລະ ທຸກຄົນ ແລະ ເພື່ອດຳເນີນການພິພາກສາ, ຄວາມຊອບທຳ ແລະ ເດຊານຸພາບຂອງເຮົາທ່າມກາງທຸກຊົນຊາດ ແລະ ທຸກຄົນ. ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຈະຢຳເກງເຮົາ, ສັນລະເສີນເຮົາ, ເຊີດຊູເຮົາ ແລະ ໃຫ້ກຽດເຮົາຢ່າງບໍ່ຢຸດຢ່ອນ, ຍ້ອນວ່າແຜນການຄຸ້ມຄອງຂອງເຮົາໄດ້ຖືກປະຕິບັດ ແລະ ລູກຊາຍກົກຂອງເຮົາສາມາດປົກຄອງຮ່ວມກັບເຮົາ.

ນີ້ແມ່ນສ່ວນໜຶ່ງຂອງບົດບັນຍັດບໍລິຫານຂອງເຮົາ; ຫຼັງຈາກນີ້ ເຮົາຈະບອກພວກມັນໃຫ້ແກ່ພວກເຈົ້າໃນຂະນະທີ່ພາລະກິດຄືບໜ້າໄປ. ຈາກບົດບັນຍັດບໍລິຫານທີ່ກ່າວມາຂ້າງເທິງ, ພວກເຈົ້າຈະເຫັນຈັງຫວະທີ່ເຮົາປະຕິບັດພາລະກິດຂອງເຮົາ ພ້ອມທັງຂັ້ນຕອນທີ່ພາລະກິດຂອງເຮົາໄດ້ໄປເຖິງ. ນີ້ຈະເປັນການຢືນຢັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 88

599. ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)

1) ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.

2) ເຈົ້າຄວນປະຕິບັດສິ່ງໃດໜຶ່ງ ທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ແມ່ນປະຕິບັດໃນສິ່ງທີ່ສ້າງຄວາມເສຍຫາຍໃຫ້ກັບປະໂຫຍດຂອງພາລະກິດຂອງພຣະເຈົ້າ. ເຈົ້າຄວນປົກປ້ອງພຣະນາມຂອງພຣະເຈົ້າ, ການເປັນພະຍານຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ.

3) ເງິນ, ວັດຖຸສິ່ງຂອງ ແລະ ຊັບສິນທັງໝົດໃນພຣະວິຫານຂອງພຣະເຈົ້າ ແມ່ນເຄື່ອງຖວາຍທີ່ມະນຸດຄວນເປັນຜູ້ມອບ. ບໍ່ມີໃຜສົມຄວນໄດ້ນໍາໃຊ້ເຄື່ອງຖວາຍເຫຼົ່ານີ້ນອກຈາກນັກບວດ ແລະ ພຣະເຈົ້າ ເນື່ອງຈາກວ່າເຄື່ອງຖວາຍຂອງມະນຸດ ແມ່ນມີໄວ້ສໍາລັບຄວາມສຸກຂອງພຣະເຈົ້າ ເຊິ່ງພຣະເຈົ້າແບ່ງປັນເຄື່ອງເຫຼົ່ານີ້ໃຫ້ກັບນັກບວດເທົ່ານັ້ນ ແລະ ບໍ່ມີໃຜທີ່ມີຄຸນສົມບັດ ຫຼື ມີສິດໃຊ້ສ່ວນໃດສ່ວນໜຶ່ງຂອງເຄື່ອງເຫຼົ່ານີ້. ເຄື່ອງຖວາຍທັງໝົດຂອງມະນຸດ (ລວມທັງເງິນ, ວັດຖຸສິ່ງຂອງ ແລະ ສິ່ງຂອງທີ່ສາມາດນໍາໃຊ້) ແມ່ນມອບໃຫ້ພຣະເຈົ້າ ບໍ່ແມ່ນມອບໃຫ້ມະນຸດ. ດ້ວຍເຫດນີ້ ມະນຸດຈຶ່ງບໍ່ສົມຄວນໄດ້ໃຊ້ເຄື່ອງເຫຼົ່ານີ້. ຖ້າມະນຸດໄດ້ໃຊ້ເຄື່ອງເຫຼົ່ານີ້ ນັ້ນກໍໝາຍຄວາມວ່າມະນຸດໄດ້ລັກເອົາເຄື່ອງຖວາຍ. ຜູ້ໃດທີ່ເຮັດສິ່ງດັ່ງກ່າວແມ່ນຄົນຢູດາ ເພາະວ່ານອກຈາກຈະເປັນຄົນທໍລະຍົດແລ້ວ ຄົນຢູດາຍັງຊ່ວຍຕົວເອງໂດຍການລັກເອົາສິ່ງທີ່ຢູ່ໃນຖົງເງິນນໍາເອີ.

4) ມະນຸດມີອຸບປະນິໄສທີ່ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ມະນຸດຍັງມີອາລົມ. ເມື່ອເປັນເຊັ່ນນັ້ນ ຈຶ່ງມີການຫ້າມຢ່າງເດັດຂາດ ບໍ່ໃຫ້ສະມາຊິກສອງຄົນ ທີ່ເປັນເພດກົງກັນຂ້າມ ເຮັດວຽກຮ່ວມກັນຕາມລໍາພັງ ໃນເວລາທີ່ຮັບໃຊ້ພຣະເຈົ້າ. ຖ້າພົບເຫັນວ່າຜູ້ໃດກະທໍາໃນສິ່ງດັ່ງກ່າວຈະຖືກຂັບໄລ່ອອກ ໂດຍບໍ່ມີຂໍ້ຍົກເວັ້ນ ແລະ ຈະບໍ່ມີຜູ້ໃດໄດ້ຮັບການຍົກເວັ້ນເດັດຂາດ.

5) ເຈົ້າຈະບໍ່ຕັດສິນພຣະເຈົ້າ ຫຼື ປຶກສາຫາລືຢ່າງບໍ່ເປັນທາງການຕໍ່ບັນຫາທີ່ກ່ຽວຂ້ອງກັບພຣະເຈົ້າ. ເຈົ້າຄວນປະຕິບັດໃນສິ່ງທີ່ມະນຸດຄວນປະຕິບັດ ແລະ ເວົ້າໃນສິ່ງທີ່ມະນຸດຄວນເວົ້າ ແລະ ບໍ່ໃຫ້ເກີນຂອບເຂດຂອງເຈົ້າ ຫຼື ລະເມີດຂອບເຂດຂອງເຈົ້າ. ໃຫ້ລະວັງຄໍາເວົ້າ ແລະ ການກະທໍາຂອງເຈົ້າ. ສິ່ງທັງໝົດນີ້ຈະປ້ອງກັນບໍ່ໃຫ້ເຈົ້າປະຕິບັດສິ່ງໃດໜຶ່ງ ທີ່ລ່ວງເກີນອຸບປະນິໄສຂອງພຣະເຈົ້າ.

6) ເຈົ້າຄວນເຮັດໃນສິ່ງທີ່ມະນຸດຄວນປະຕິບັດ ແລະ ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ສໍາເລັດ ແລະ ຈົ່ງຍຶດໝັ້ນກັບໜ້າທີ່ຂອງເຈົ້າ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ ເຈົ້າກໍຄວນປະກອບສ່ວນຕໍ່ພາລະກິດຂອງພຣະເຈົ້າ. ຖ້າເຈົ້າບໍ່ປະຕິບັດເຊັ່ນນັ້ນ ເຈົ້າກໍບໍ່ເໝາະທີ່ຈະກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ບໍ່ເໝາະທີ່ຈະອາໄສຢູ່ໃນພຣະວິຫານຂອງພຣະເຈົ້າ.

7) ນອກຈາກການເຊື່ອຟັງພຣະເຈົ້າແລ້ວ ເຈົ້າກໍຄວນປະຕິບັດຕາມຄໍາສັ່ງຂອງຄົນທີ່ພຣະວິນຍານບໍລິສຸດໃຊ້ ໃນທຸກວຽກງານ ແລະ ບັນຫາຕ່າງໆຂອງສາສະໜາຈັກ. ແມ່ນແຕ່ການລະເມີດກົດລະບຽບພຽງແຕ່ໜ້ອຍດຽວກໍຍັງເປັນສິ່ງທີ່ຍອມຮັບບໍ່ໄດ້. ເຈົ້າຕ້ອງປະຕິບັດຕາມກົດຢ່າງເດັດຂາດ ແລະ ບໍ່ຕ້ອງວິເຄາະສິ່ງທີ່ຖືກ ຫຼື ຜິດ. ສິ່ງທີ່ຖືກ ຫຼື ຜິດບໍ່ແມ່ນເລື່ອງຂອງເຈົ້າ. ເຈົ້າຕ້ອງເອົາຕົວເອງໄປພົວພັນກັບການເຊື່ອຟັງແບບເຕັມທີ່ເທົ່ານັ້ນ.

8) ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນເຊື່ອຟັງພຣະເຈົ້າ ແລະ ບູຊາພຣະອົງ. ເຈົ້າບໍ່ຄວນສັນລະເສີນ ຫຼື ນັບຖືບຸກຄົນໃດໜຶ່ງ. ເຈົ້າບໍ່ຄວນມອບຕໍາແໜ່ງທີໜຶ່ງໃຫ້ພຣະເຈົ້າ, ຕໍາແໜ່ງທີສອງໃຫ້ຄົນທີ່ເຈົ້ານັບຖື ແລະ ຕໍາແໜ່ງທີສາມໃຫ້ແກ່ຕົວເຈົ້າເອງ. ບໍ່ມີຜູ້ໃດຄູ່ຄວນທີ່ຈະມີຕໍາແໜ່ງຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຄວນພິຈາລະນາຄົນອື່ນ ໂດຍສະເພາະຄົນທີ່ເຈົ້າເຄົາລົບ ເພື່ອໃຫ້ມີຄວາມເທົ່າທຽມກັບພຣະເຈົ້າ ຫຼື ສະເໝີພາບກັບພຣະອົງ. ພຣະເຈົ້າແມ່ນຈະບໍ່ຍອມຮັບກັບສິ່ງດັ່ງກ່າວນີ້.

9) ເຈົ້າຄວນມີຄວາມຄິດກ່ຽວກັບວຽກງານຂອງສາສະໜາ. ເຈົ້າຄວນຢຸດຕິຄວາມຄາດຫວັງສໍາລັບຕົວຂອງເຈົ້າເອງ, ມີຄວາມເດັດຂາດກັບບັນຫາຄອບຄົວ, ອຸທິດຕົນຢ່າງສຸດໃຈຕໍ່ພາລະກິດຂອງພຣະເຈົ້າ ແລະ ກໍານົດພາລະກິດຂອງພຣະເຈົ້າເປັນບັນຫາທໍາອິດ ແລະ ຊີວິດຂອງເຈົ້າເປັນບັນຫາທີສອງ. ນີ້ຄືການປະພຶດທີ່ດີຂອງໄຜ່ພົນຂອງພຣະເຈົ້າ.

10) ບໍ່ຄວນບັງຄັບຍາດຕິພີ່ນ້ອງຜູ້ທີ່ບໍ່ມີສັດທາ (ລູກຂອງເຈົ້າ, ຜົວ ຫຼື ເມຍຂອງເຈົ້າ, ເອື້ອຍນ້ອງຂອງເຈົ້າ ຫຼື ພໍ່ແມ່ຂອງເຈົ້າ ແລະ ຄົນອື່ນໆ) ໃຫ້ເຂົ້າຮ່ວມສາສະໜາຈັກ. ພຣະວິຫານຂອງພຣະເຈົ້າແມ່ນມີຈໍານວນສະມາຊິກບໍ່ໜ້ອຍ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງເພີ່ມຈໍານວນຄົນທີ່ບໍ່ມີປະໂຫຍດ. ບໍ່ຄວນນໍາພາຜູ້ຄົນທີ່ບໍ່ເຕັມໃຈທີ່ຈະເຊື່ອເຂົ້າມາໃນສາສະໜາຈັກ. ພຣະດໍາລັດນີ້ແມ່ນມີຕໍ່ທຸກຄົນ. ໃນເລື່ອງດັ່ງກ່າວນີ້ ພວກເຈົ້າກໍຄວນກວດກາ ຕິດຕາມ ແລະ ເຕືອນກັນ ແລະ ກັນ ແລະ ບໍ່ໃຫ້ລະເມີດພຣະດໍາລັດ. ເຖິງຈະແມ່ນຍາດຕິພີ່ນ້ອງຜູ້ທີ່ບໍ່ມີຄວາມສັດທາ ໄດ້ເຂົ້າໄປໃນສາສະໜາຈັກດ້ວຍຄວາມບໍ່ເຕັມໃຈ ພວກເຂົາກໍບໍ່ຄວນໄດ້ຮັບໜັງສື ຫຼື ໄດ້ຮັບຊື່ໃໝ່. ຄົນດັ່ງກ່າວບໍ່ແມ່ນຄົນໃນພຣະວິຫານຂອງພຣະເຈົ້າ ແລະ ຕ້ອງຫ້າມພວກເຂົາບໍ່ໃຫ້ເຂົ້າໄປໃນສາສະໜາຈັກ ໂດຍໃຊ້ວິທີການໃດກໍໄດ້ທີ່ຈໍາເປັນ. ຖ້າສາສະໜາຈັກໄດ້ຮັບຄວາມວຸ້ນວາຍ ເນື່ອງຈາກການຄຸກຄາມຂອງພວກມານຮ້າຍ, ເຈົ້າກໍຈະຖືກຂັບໄລ່ອອກ ຫຼື ຖືກກໍານົດຂໍ້ຫ້າມໃນຕົວທານ. ສະຫຼຸບກໍຄືທຸກຄົນມີຄວາມຮັບຜິດຊອບຕໍ່ບັນຫາດັ່ງກ່າວນີ້ ແຕ່ເຈົ້າກໍຄວນລະວັງ ຫຼື ບໍ່ໃຊ້ມັນເພື່ອເປັນການແກ້ແຄ້ນສ່ວນຕົວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ

600. ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ: ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ. ເຈົ້າຈະບໍ່ຕໍ່ຕ້ານມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້. ຕໍ່ໜ້າພຣະເຈົ້າ, ເຈົ້າຈະຮັກສາຕໍາແໜ່ງຂອງເຈົ້າ ແລະ ຈະບໍ່ເຮັດຜິດສິນທໍາ. ຖ້ອຍຄໍາຂອງເຈົ້າຄວນມີຄວາມເໝາະສົມ ແລະ ຄໍາເວົ້າ ແລະ ການກະທໍາຂອງເຈົ້າຕ້ອງປະຕິບັດຕາມການຈັດແຈງຂອງມະນຸດທີ່ພຣະເຈົ້າໄດ້ເປັນພະຍານໃຫ້. ເຈົ້າຄວນເຄົາລົບພະຍານຂອງພຣະເຈົ້າ. ເຈົ້າຈະບໍ່ເມີນເສີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ພຣະທໍາທີ່ອອກຈາກປາກຂອງພຣະອົງ. ເຈົ້າຈະບໍ່ຮຽນແບບນໍ້າສຽງ ແລະ ຈຸດປະສົງຂອງພຣະຄໍາຂອງພຣະເຈົ້າ. ສ່ວນດ້ານພາຍນອກ, ເຈົ້າຈະບໍ່ເຮັດໃນສິ່ງທີ່ເປັນການຕໍ່ຕ້ານຕໍ່ມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ຢ່າງເປີດເຜີຍ ແລະ ອື່ນໆອີກ. ແຕ່ລະຄົນຄວນຍຶດໝັ້ນຕໍ່ສິ່ງເຫຼົ່ານີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່

601. ໃນປັດຈຸບັນ ບໍ່ມີສິ່ງໃດທີ່ສຳຄັນໃຫ້ມະນຸດຍຶດໝັ້ນໄປກວ່າສິ່ງຕໍ່ໄປນີ້: ເຈົ້າຕ້ອງບໍ່ພະຍາຍາມຫຼອກລວງພຣະເຈົ້າທີ່ຢືນຢູ່ຕໍ່ໜ້າເຈົ້າ ຫຼື ປິດບັງສິ່ງໃດໜຶ່ງຈາກພຣະອົງ. ເຈົ້າຈະບໍ່ເວົ້າໃນສິ່ງທີ່ຫຍາບຄາຍ ຫຼື ໃນສິ່ງທີ່ອວດດີຕໍ່ໜ້າພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ. ເຈົ້າຈະບໍ່ຫຼອກລວງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ ໂດຍໃຊ້ຄໍາເວົ້າທີ່ອ່ອນຫວານ ແລະ ຖ້ອຍຄໍາທີ່ຈົບງາມເພື່ອຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ. ເຈົ້າຈະບໍ່ກະທໍາໃນສິ່ງທີ່ບໍ່ເຄົາລົບຕໍ່ໜ້າພຣະເຈົ້າ. ເຈົ້າຈະເຊື່ອຟັງໃນທຸກສິ່ງທີ່ກ່າວອອກຈາກປາກຂອງພຣະເຈົ້າ ແລະ ຈະບໍ່ຂັດຂືນ, ຕໍ່ຕ້ານ ຫຼື ໂຕ້ຖຽງພຣະທໍາຂອງພຣະອົງ. ເຈົ້າຈະບໍ່ຕີຄວາມໝາຍພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າ ຕາມທີ່ເຈົ້າຄິດວ່າເຫັນຄວນ. ເຈົ້າຄວນລະວັງລີ້ນຂອງເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ມັນເຮັດໃຫ້ເຈົ້າຕົກເປັນເຫຍື່ອຂອງແຜນການຫຼອກລວງຂອງຄົນຊົ່ວ. ເຈົ້າຄວນລະວັງບາດກ້າວຂອງຕົວເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ລ່ວງລະເມີດຂອບເຂດທີ່ພຣະເຈົ້າກໍານົດໄວ້ໃຫ້ເຈົ້າ. ຖ້າເຈົ້າລ່ວງລະເມີດ, ນີ້ຈະເຮັດໃຫ້ເຈົ້າຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າ ແລະ ກ່າວຄຳເວົ້າທີ່ລໍ້ລວງ ແລະ ໂອ້ອວດ ແລະ ດ້ວຍເຫດນີ້ ມັນຈະເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ. ເຈົ້າຈະບໍ່ເຜີຍແຜ່ພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າໂດຍບໍ່ລະມັດລະວັງ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນເຍາະເຍີ້ຍເຈົ້າ ແລະ ບໍ່ໃຫ້ພວກຜີຮ້າຍມາຫຼອກລວງເຈົ້າ. ເຈົ້າຈະເຊື່ອຟັງພາລະກິດທັງໝົດຂອງພຣະເຈົ້າໃນປັດຈຸບັນ. ເຖິງວ່າເຈົ້າຈະບໍ່ເຂົ້າໃຈມັນ ແຕ່ເຈົ້າກໍຕ້ອງບໍ່ຕັດສິນມັນ; ສິ່ງທີ່ເຈົ້າສາມາດເຮັດໄດ້ແມ່ນພຽງສະແຫວງຫາ ແລະ ສົນທະນາ. ບໍ່ມີໃຜສາມາດລ່ວງລະເມີດສະຖານທີ່ດັ່ງເດີມຂອງພຣະເຈົ້າໄດ້. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດເຮັດໃນສິ່ງໃດໄດ້ນອກຈາກຮັບໃຊ້ພຣະເຈົ້າໃນປັດຈຸບັນ. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດສອນພຣະເຈົ້າໃນປັດຈຸບັນ, ການເຮັດໃນສິ່ງດັ່ງກ່າວແມ່ນການຊັກນຳໄປໃນທາງທີ່ຜິດ. ບໍ່ມີໃຜສາມາດຢືນຢູ່ຕໍາແໜ່ງຂອງບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້; ໃນຄໍາເວົ້າ, ການກະທໍາ ແລະ ຄວາມຄິດໃນສ່ວນເລິກຂອງເຈົ້າ, ເຈົ້າຢືນຢູ່ໃນຕໍາແໜ່ງຂອງມະນຸດ. ຕ້ອງປະຕິບັດຕາມສິ່ງດັ່ງກ່າວນີ້, ມັນເປັນຄວາມຮັບຜິດຊອບຂອງມະນຸດ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້; ການພະຍາຍາມເຮັດໃນສິ່ງດັ່ງກ່າວຈະເປັນການລະເມີດກົດບັນຍັດແຫ່ງການປົກຄອງຂອງພຣະເຈົ້າ. ທຸກຄົນຄວນຈື່ຈໍາສິ່ງດັ່ງກ່າວນີ້ໄວ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະບັນຍັດແຫ່ງຍຸກໃໝ່

602. ທຸກປະໂຫຍກທີ່ເຮົາກ່າວມີສິດອຳນາດ ແລະ ການພິພາກສາ ແລະ ບໍ່ມີໃຜສາມາດປ່ຽນແປງພຣະທຳຂອງເຮົາໄດ້. ເມື່ອພຣະທຳຂອງເຮົາອອກມາ, ສິ່ງຕ່າງໆຈະສຳເລັດລົງຕາມພຣະທຳຂອງເຮົາຢ່າງແນ່ນອນ; ນີ້ແມ່ນອຸປະນິໄສຂອງເຮົາ. ພຣະທຳຂອງເຮົາແມ່ນສິດອຳນາດ ແລະ ຜູ້ໃດທີ່ແກ້ໄຂພຣະທໍາເຫຼົ່ານັ້ນແມ່ນໄດ້ລ່ວງເກີນການຂ້ຽນຕີຂອງເຮົາ ແລະ ເຮົາຈະຕ້ອງລົງມືກັບພວກເຂົາ. ໃນກໍລະນີຮ້າຍແຮງ ພວກເຂົານຳເອົາການທໍາລາຍມາສູ່ຊີວິດຂອງຕົນເອງ ແລະ ພວກເຂົາກໍ່ລົງສູ່ແດນມໍລະນະ ຫຼື ສູ່ຂຸມເລິກ. ນີ້ແມ່ນວິທີດຽວທີ່ເຮົາຈັດການກັບມວນມະນຸດ ແລະ ມະນຸດບໍ່ມີທາງທີ່ຈະປ່ຽນແປງມັນໄດ້ ເນື່ອງຈາກນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ຈົ່ງຈື່ຈຳສິ່ງນີ້ໄວ້! ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ລ່ວງເກີນພຣະດຳລັດຂອງເຮົາ; ສິ່ງຕ່າງໆຕ້ອງເປັນໄປຕາມຄວາມປະສົງຂອງເຮົາ! ໃນອະດີດ, ເຮົາງ່າຍກັບພວກເຈົ້າຫຼາຍເກີນໄປ ແລະ ພວກເຈົ້າກໍຜະເຊີນແຕ່ກັບພຣະທຳຂອງເຮົາເທົ່ານັ້ນ. ພຣະທຳທີ່ເຮົາກ່າວກ່ຽວກັບການລົງມືກັບຄົນນັ້ນຍັງບໍ່ທັນໄດ້ເກີດຂຶ້ນເທື່ອ. ແຕ່ນັບຈາກມື້ນີ້ໄປ, ໄພພິບັດທັງໝົດ (ສິ່ງເຫຼົ່ານີ້ກ່ຽວຂ້ອງກັບພຣະດຳລັດແຫ່ງການປົກຄອງຂອງເຮົາ) ຈະມາຕາມໆກັນເພື່ອລົງທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງເຮົາ. ຈະຕ້ອງມີການມາເຖິງຂອງຄວາມຈິງ, ບໍ່ດັ່ງນັ້ນ ຄົນກໍຈະບໍ່ສາມາດເຫັນຄວາມໂກດຮ້າຍຂອງເຮົາ ແຕ່ຈະເຮັດໃຫ້ຕົວເອງເສື່ອມຊາມຊ້ຳແລ້ວຊ້ຳອີກ. ນີ້ແມ່ນຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງເຮົາ ແລະ ແມ່ນວິທີເຊິ່ງເຮົາປະຕິບັດຂັ້ນຕອນຕໍ່ໄປຂອງພາລະກິດເຮົາ. ເຮົາກ່າວແບບນີ້ກັບພວກເຈົ້າລ່ວງໜ້າເພື່ອວ່າພວກເຈົ້າຈະສາມາດຫຼີກຫຼ່ຽງການກະທຳຄວາມຜິດ ແລະ ການທົນທຸກກັບການລົງໂທດທີ່ບໍ່ມີທີ່ສິ້ນສຸດຕະຫຼອດໄປ. ໝາຍຄວາມວ່າ ນັບແຕ່ມື້ນີ້ໄປ, ເຮົາຈະເຮັດໃຫ້ທຸກຄົນໄດ້ຮັບບ່ອນທີ່ເໝາະສົມຂອງພວກເຂົາຕາມຄວາມປະສົງຂອງເຮົາ ແລະ ເຮົາຈະຂ້ຽນຕີພວກເຂົາເທື່ອລະຄົນ ຍົກເວັ້ນແຕ່ບຸດຊາຍກົກຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ພວກເຂົາຫຼຸດລອດໄປແມ່ນແຕ່ຄົນດຽວ. ພວກເຈົ້າກ້າເສເພອີກແມ້! ເຈົ້າກ້າກະບົດອີກແມ້! ເຮົາເຄີຍກ່າວມາກ່ອນແລ້ວວ່າເຮົາຊອບທໍາກັບທຸກຄົນ, ວ່າເຮົາບໍ່ມີເສດສ້ຽວຄວາມຮູ້ສຶກ ແລະ ນີ້ສະແດງໃຫ້ເຫັນວ່າອຸປະນິໄສຂອງເຮົາຕ້ອງບໍ່ຖືກລ່ວງເກີນ. ນີ້ແມ່ນຕົວຕົນຂອງເຮົາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ທຸກຄົນໄດ້ຍິນພຣະທຳຂອງເຮົາ ແລະ ທຸກຄົນເຫັນໂສມໜ້າທີ່ມີລັດສະໝີຂອງເຮົາ. ທຸກຄົນຕ້ອງເຊື່ອຟັງເຮົາຢ່າງຄົບຖ້ວນ ແລະ ຢ່າງແນ່ນອນ. ນີ້ແມ່ນພຣະດຳລັດແຫ່ງການປົກຄອງຂອງເຮົາ. ທຸກຄົນທົ່ວຈັກກະວານ ແລະ ຈົນສຸດແຜ່ນດິນໂລກຄວນສັນລະເສີນ ແລະ ເຊີດຊູເຮົາ ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ, ຍ້ອນວ່າເຮົາແມ່ນຕົວຕົນຂອງພຣະເຈົ້າ. ບໍ່ມີໃຜສາມາດປ່ຽນແປງພຣະທຳ ແລະ ຄຳເວົ້າຂອງເຮົາ, ຄຳປາໄສ ແລະ ທ່າທາງຂອງເຮົາໄດ້ ຍ້ອນວ່າສິ່ງເຫຼົ່ານີ້ແມ່ນເລື່ອງຂອງເຮົາຜູ້ດຽວ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາໄດ້ມີມາແຕ່ສະໄໝບູຮານ ແລະ ຈະມີຢູ່ຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 100

603. ການພິພາກສາຂອງເຮົາແມ່ນມາເຖິງທຸກຄົນ, ພຣະດໍາລັດແຫ່ງການປົກຄອງຂອງເຮົາສໍາຜັດທຸກຄົນ ແລະ ພຣະທໍາຂອງເຮົາ ແລະ ຕົວເຮົາແມ່ນຖືກເປີດເຜີຍຕໍ່ທຸກຄົນ. ນີ້ແມ່ນເວລາສໍາລັບພາລະກິດທີ່ຍິ່ງໃຫຍ່ຂອງພຣະວິນຍານຂອງເຮົາ (ໃນເວລານີ້, ຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍແມ່ນຖືກຈໍາແນກອອກຈາກກັນ). ທັນທີທີ່ມີການກ່າວພຣະທໍາຂອງເຮົາ, ເຮົາກໍໄດ້ຈໍາແນກຜູ້ທີ່ຈະໄດ້ຮັບພອນ ແລະ ຜູ້ທີ່ຈະທົນທຸກກັບຄວາມໂຊກຮ້າຍ. ທັງໝົດນີ້ແມ່ນຊັດເຈນ ແລະ ເຮົາສາມາດເຫັນມັນໝົດພາຍໃນແວບດຽວ. (ເຮົາກໍາລັງກ່າວສິ່ງນີ້ກ່ຽວກັບຄວາມເປັນມະນຸດຂອງເຮົາ; ສະນັ້ນ, ພຣະທໍາເຫຼົ່ານີ້ຈຶ່ງບໍ່ຂັດກັບການກໍານົດລ່ວງໜ້າ ແລະ ການຄັດເລືອກຂອງເຮົາ). ເຮົາຕະເວນໄປທົ່ວພູເຂົາ ແລະ ແມ່ນໍ້າ ແລະ ໃນທ່າມກາງສິ່ງທັງປວງ, ຂ້າມອາວະກາດຂອງຈັກກະວານ, ສັງເກດເບິ່ງ ແລະ ຊໍາລະລ້າງທຸກບ່ອນ ເພື່ອວ່າ ສະຖານທີ່ໆບໍ່ສະອາດເຫຼົ່ານັ້ນ ແລະ ດິນແດນທີ່ຫຍຸ້ງເຫຍີງເຫຼົ່ານັ້ນຈະຫາຍໄປ ແລະ ຖືກເຜົາເປັນຄວາມວ່າງເປົ່າເນື່ອງຈາກພຣະທໍາຂອງເຮົາ. ສໍາລັບເຮົາແລ້ວ, ທຸກສິ່ງແມ່ນງ່າຍດາຍ. ຖ້າຕອນນີ້ແມ່ນເວລາທີ່ເຮົາໄດ້ກໍານົດລ່ວງໜ້າເພື່ອການທໍາລາຍລ້າງໂລກ, ເຮົາຈະສາມາດກືນມັນດ້ວຍການກ່າວພຣະທໍາຂໍ້ດຽວ. ຢ່າງໃດກໍຕາມ, ຕອນນີ້ຍັງບໍ່ແມ່ນເວລາເທື່ອ. ທຸກຢ່າງຕ້ອງມີຄວາມພ້ອມກ່ອນເຮົາຈະປະຕິບັດພາລະກິດ ເພື່ອວ່າ ແຜນການຂອງເຮົາຈະບໍ່ຖືກລົບກວນ ແລະ ການຄຸ້ມຄອງຂອງເຮົາຈະບໍ່ຖືກຂັດຂວາງ. ເຮົາຮູ້ວິທີເຮັດສິ່ງນີ້ຢ່າງເໝາະສົມ: ເຮົາມີສະຕິປັນຍາຂອງເຮົາ ແລະ ເຮົາມີການຈັດກຽມຂອງເຮົາເອງ. ຜູ້ຄົນຕ້ອງບໍ່ເໜັງຕີງແມ່ນແຕ່ນິ້ວດຽວ; ຈົ່ງລະວັງຕົວເພື່ອບໍ່ໃຫ້ຖືກຂ້າດ້ວຍມືຂອງເຮົາ. ສິ່ງນີ້ແມ່ນໄດ້ແຕະຕ້ອງພຣະດໍາລັດແຫ່ງການປົກຄອງຂອງເຮົາແລ້ວ. ຈາກສິ່ງນີ້ ຄົນເຮົາແມ່ນສາມາດເຫັນເຖິງຄວາມໂຫດຮ້າຍຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ ພ້ອມກັບຫຼັກການທີ່ຢູ່ເບື້ອງຫຼັງພຣະດໍາລັດແຫ່ງການປົກຄອງເຫຼົ່ານັ້ນ ເຊິ່ງມີສອງດ້ານ: ໃນດ້ານໜຶ່ງ, ເຮົາຂ້າທຸກຄົນທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ຜູ້ທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາ; ໃນອີກດ້ານ, ເຮົາສາບແຊ່ງທຸກຄົນທີ່ລະເມີດພຣະດໍາລັດແຫ່ງການປົກຄອງຂອງເຮົາໃນຄວາມໂກດຮ້າຍຂອງເຮົາ. ສອງພາກສ່ວນເຫຼົ່ານີ້ແມ່ນຂາດບໍ່ໄດ້ ແລະ ແມ່ນຫຼັກການບໍລິຫານຢູ່ເບື້ອງຫຼັງຂອງພຣະດໍາລັດແຫ່ງການປົກຄອງຂອງເຮົາ. ທຸກຄົນແມ່ນຖືກຈັດການຕາມສອງຫຼັກການເຫຼົ່ານີ້ ໂດຍບໍ່ມີອາລົມ ບໍ່ວ່າຄົນເຮົາຈະຈົງຮັກພັກດີຫຼາຍຊໍ່າໃດກໍຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະສະແດງໃຫ້ເຫັນເຖິງຄວາມຊອບທໍາຂອງເຮົາ, ຄວາມສະຫງ່າຜ່າເຜີຍຂອງເຮົາ ແລະ ຄວາມໂກດຮ້າຍຂອງເຮົາ ເຊິ່ງຈະເຜົາທຸກສິ່ງທີ່ເປັນຂອງແຜ່ນດິນໂລກ, ທຸກສິ່ງທີ່ເປັນທາງໂລກ ແລະ ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງເຮົາ. ໃນພຣະທໍາຂອງເຮົາແມ່ນມີຄວາມລຶກລັບທີ່ຍັງລີ້ລັບຢູ່ ແລະ ມີຄວາມລຶກລັບທີ່ຖືກເປີດເຜີຍໃນພຣະທໍາຂອງເຮົາເຊັ່ນກັນ. ສະນັ້ນ, ຕາມແນວຄິດຂອງມະນຸດ ແລະ ໃນຄວາມຄິດຂອງມະນຸດ, ພຣະທໍາຂອງເຮົາແມ່ນບໍ່ສາມາດຈະເຂົ້າໃຈໄດ້ຕະຫຼອດ ແລະ ຫົວໃຈຂອງເຮົາກໍບໍ່ສາມາດຢັ່ງເຖິງໄດ້ຕະຫຼອດ. ນັ້ນກໍຄື ເຮົາຕ້ອງຖິ້ມມະນຸດອອກຈາກແນວຄິດ ແລະ ຄວາມຄິດຂອງພວກເຂົາ. ນີ້ແມ່ນສິ່ງທີ່ສໍາຄັນທີ່ສຸດຂອງແຜນການຄຸ້ມຄອງຂອງເຮົາ. ເຮົາຕ້ອງເຮັດມັນດ້ວຍວິທີນີ້ ເພື່ອຮັບເອົາບຸດຊາຍກົກຂອງເຮົາ ແລະ ເພື່ອປະຕິບັດສິ່ງຕ່າງໆທີ່ເຮົາຕ້ອງການປະຕິບັດໃຫ້ສໍາເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 103

604. ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26

ກ່ອນນີ້: (IV) ພຣະເຈົ້າເປັນຕົ້ນກຳເນີດແຫ່ງຊີວິດສຳລັບທຸກສິ່ງ

ຕໍ່ໄປ: XIII ພຣະທຳກ່ຽວກັບຂໍ້ກໍານົດ, ຄຳແນະນຳ, ການປອບໃຈ ແລະ ຄຳເຕືອນຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້