2. ເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກຕ່າງໆ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ພຣະອົງຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ສ່ວນໜຶ່ງໃນພາລະກິດແຫ່ງແຜນການຄຸ້ມຄອງ. ນັ້ນໝາຍຄວາມວ່າ ມີພຽງແຕ່ພຣະເຢໂຮວາເທົ່ານັ້ນທີ່ເປັນພຣະເຈົ້າຂອງຄົນທີ່ຖືກເລືອກຂອງອິດສະຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິດສະຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຄົນອິດສະຣາເອນທຸກຄົນນອກຈາກຄົນຢິວແລ້ວ ກໍ່ນະມັດສະການພຣະເຢໂຮວາ. ພວກເຂົາຖວາຍບູຊາແກ່ພຣະອົງເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໃນພຣະວິຫານໂດຍໃສ່ເສື້ອຄຸມຂອງປະໂລຫິດ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປາກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ເປັນຜູ້ໄຖ່ບາບຂອງມະນຸດຊາດ ແລະ ພຣະອົງຄືເຄື່ອງຖວາຍແທນຄວາມຜິດບາບທີ່ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັ້ນໝາຍຄວາມວ່າ ພຣະນາມຂອງພຣະເຢຊູແມ່ນມາຈາກຍຸກແຫ່ງພຣະຄຸນ ແລະ ເກີດຂຶ້ນເນື່ອງຈາກພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນໃນຍຸກແຫ່ງພຣະຄຸນໄດ້ເກີດໃໝ່ ແລະ ໄດ້ຮັບຄວາມລອດພົ້ນ ແລະ ເປັນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງປວງ. ສະນັ້ນ ພຣະນາມຂອງພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດແຫ່ງການໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຄົນອິດສະຣາເອນຜູ້ທີ່ດຳເນີນຊີວິດພາຍໃຕ້ພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ, ພຣະນາມຂອງເຮົາບໍ່ໄດ້ໄຮ້ເຫດຜົນ ແຕ່ມີຄວາມໝາຍໃນການເປັນຕົວແທນ: ພຣະນາມແຕ່ລະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນນາມມະຍົດທີ່ຄົນໃນອິດສະຣາເອນເອີ້ນຫາພຣະເຈົ້າທີ່ພວກເຂົານະມັດສະການ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ເປັນພຣະນາມຂອງພຣະເຈົ້າຂອງທຸກຄົນທີ່ໄດ້ຮັບການໄຖ່ບາບໃນຍຸກແຫ່ງພຣະຄຸນ. ຖ້າມະນຸດຍັງປາຖະໜາການມາເຖິງຂອງພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນໃນລະຫວ່າງຍຸກສຸດທ້າຍ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນລັກສະນະທີ່ພຣະອົງບັງເກີດໃນແຂວງຢູດາຍ, ແລ້ວແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ, ຍຸກສຸດທ້າຍຈະບໍ່ມີວັນມາເຖິງ ແລະ ຍຸກດັ່ງກ່າວຈະບໍ່ມີສິ້ນສຸດລົງຈັກເທື່ອ. ນີ້ເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນແມ່ນສຳລັບການໄຖ່ບາບ ແລະ ຄວາມລອດພົ້ນຂອງມະນຸດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອເຫັນແກ່ຄົນບາບທຸກຄົນໃນຍຸກແຫ່ງພຣະຄຸນເທົ່ານັ້ນ, ແຕ່ມັນບໍ່ແມ່ນນາມທີ່ເຮົາຈະນຳເອົາມະນຸດຊາດທັງປວງໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ, ພຣະເຢຊູ ແລະ ພຣະເມຊີອາລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາ, ນາມເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກທີ່ແຕກຕ່າງກັນໃນແຜນການຄຸ້ມຄອງຂອງເຮົາ ແລະ ບໍ່ແມ່ນຕົວແທນໃຫ້ແກ່ເຮົາຢ່າງສົມບູນ. ນາມທີ່ຜູ້ຄົນເທິງໂລກຮຽກເອີ້ນເຮົາກໍ່ບໍ່ສາມາດອະທິບາຍເຖິງອຸປະນິໄສທັງໝົດຂອງເຮົາ ແລະ ທຸກສິ່ງທີ່ເຮົາເປັນ. ພວກມັນພຽງແຕ່ເປັນນາມທີ່ແຕກຕ່າງກັນທີ່ມະນຸດເອີ້ນເຮົາໃນຍຸກທີ່ແຕກຕ່າງກັນເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນັ້ນກໍ່ຄືຍຸກແຫ່ງມື້ສຸດທ້າຍມາເຖິງ ນາມຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ, ແຮງໄກທີ່ຈະເປັນພຣະເມຊີອາ, ເຮົາຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີລິດອຳນາດ ແລະ ພາຍໃຕ້ນາມໃໝ່ນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ຄັ້ງໜຶ່ງ ເຮົາເຄີຍຖືກຮັບຮູ້ວ່າເປັນພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນຄັ້ງໜຶ່ງ ເຊິ່ງເຕັມໄປດ້ວຍຄວາມຮັກ ແລະ ການເຄົາລົບບູຊາ. ເຖິງຢ່າງໃດກໍ່ຕາມ, ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ; ເຮົາແມ່ນພຣະເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ, ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ມະນຸດໃນຍຸກສຸດທ້າຍ ແຕ່ລີ້ລັບທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ເຕັມປ່ຽມໄປດ້ວຍສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟທີ່ເຜົາໄໝ້. ໃນທີ່ສຸດແລ້ວ ທຸກຊົນຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນລະຫວ່າງຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາຍັງຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມນີ້ ແລະ ມີອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ; ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ. ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນເຢຊູ? ມີການທຳນາຍວ່າພຣະເມຊີອາຈະມາ, ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ? ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດແຕ່ດົນນານມາແລ້ວບໍ? ໃນມື້ນີ້ ພຣະເຈົ້າບໍ່ໄດ້ດຳເນີນພາລະກິດໃໝ່ບໍ? ພາລະກິດຂອງມື້ວານສາມາດປ່ຽນແປງໄດ້ ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ຈາກພາລະກິດຂອງພຣະເຢໂຮວາໄດ້. ແລ້ວພາລະກິດຂອງພຣະເຢຊູບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ? ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ, ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ? ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ; ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ. ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ, ອຸປະນິໄສ ແລະ ສະຕິປັນຍາຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ. ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດພຽງແຕ່ຖືກເອີ້ນໃນນາມ ເຢຊູ, ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ. ເຈົ້າກ້າຢືນຢັນບໍວ່າ ເຢຊູຈະເປັນຊື່ຂອງພຣະເຈົ້າຕະຫຼອດໄປ, ພຣະເຈົ້າຈະໃຊ້ຊື່ເຢຊູ ຕະຫຼອດໄປ ແລະ ຢູ່ສະເໝີ ແລະ ຊື່ນີ້ຈະບໍ່ປ່ຽນແປງ? ເຈົ້າກ້າຢືນຢັນຢ່າງໝັ້ນໃຈບໍວ່າ ມັນແມ່ນຊື່ເຢຊູ ທີ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ຍັງຈະສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ? ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູສາມາດນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ສົມມຸດວ່າ ພາລະກິດຂອງພຣະເຈົ້າໃນແຕ່ລະຍຸກແມ່ນຄືກັນ ແລະ ພຣະອົງກໍຖືກເອີ້ນໂດຍພຣະນາມເດີມຢູ່ຕະຫຼອດ, ມະນຸດຈະຮູ້ຈັກພຣະອົງໄດ້ແນວໃດ? ພຣະເຈົ້າຕ້ອງຖືກເອີ້ນວ່າ ພຣະເຢໂຮວາ ແລະ ນອກຈາກພຣະເຈົ້າທີ່ຖືກເອີ້ນວ່າ ພຣະເຢໂຮວາແລ້ວ, ຜູ້ໃດກໍຕາມທີ່ຖືກເອີ້ນໂດຍຊື່ອື່ນໆບໍ່ແມ່ນພຣະເຈົ້າ. ຫຼືບໍ່ດັ່ງນັ້ນ ພຣະເຈົ້າກໍເປັນໄດ້ພຽງແຕ່ພຣະເຢຊູ ແລະ ນອກຈາກພຣະນາມຂອງພຣະເຢຊູແລ້ວ ພຣະອົງບໍ່ສາມາດຖືກເອີ້ນໂດຍພຣະນາມອື່ນໆໄດ້; ນອກຈາກພຣະເຢຊູແລ້ວ, ພຣະເຢໂຮວາບໍ່ແມ່ນພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍບໍ່ແມ່ນພຣະເຈົ້າເຊັ່ນກັນ. ມະນຸດເຊື່ອວ່າ ເປັນຄວາມຈິງທີ່ພຣະເຈົ້າຊົງມີລິດທານຸພາບສູງສຸດ, ແຕ່ພຣະເຈົ້າກໍເປັນພຽງພຣະເຈົ້າທີ່ຢູ່ກັບມະນຸດ ແລະ ພຣະອົງຕ້ອງຖືກເອີ້ນວ່າ ພຣະເຢຊູ, ຍ້ອນພຣະເຈົ້າຢູ່ກັບມະນຸດ. ການເຮັດແບບນີ້ກໍຄືກັບການປະຕິບັດຕາມຄຳສັ່ງສອນ ແລະ ການຈຳກັດພຣະເຈົ້າໃຫ້ຢູ່ໃນຂອບເຂດໃດໜຶ່ງ. ສະນັ້ນ ໃນແຕ່ລະຍຸກ, ພາລະກິດທີ່ພຣະເຈົ້າປະຕິບັດ, ພຣະນາມທີ່ພຣະອົງຖືກເອີ້ນ ແລະ ພາບລັກສະນະທີ່ພຣະອົງນໍາໃຊ້ ເຊິ່ງເປັນພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຂັ້ນຕອນຈົນມາເຖິງປັດຈຸບັນ, ສິ່ງເຫຼົ່ານີ້ບໍ່ໄດ້ປະຕິບັດຕາມກົດລະບຽບແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໜຶ່ງເລີຍ. ພຣະອົງເປັນພຣະເຢໂຮວາ ແລະ ພຣະອົງຍັງເປັນພຣະເຢຊູອີກດ້ວຍ ພ້ອມທັງເປັນພຣະເມຊີອາ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພາລະກິດຂອງພຣະອົງສາມາດຜ່ານການປ່ຽນແປງເທື່ອລະໜ້ອຍ ໂດຍສອດຄ່ອງກັບການປ່ຽນແປງໃນພຣະນາມຂອງພຣະອົງ. ບໍ່ມີພຣະນາມໃດໜຶ່ງທີ່ສາມາດເປັນຕົວແທນໃຫ້ກັບພຣະອົງໄດ້ຢ່າງສົມບູນ, ແຕ່ພຣະນາມທຸກຢ່າງທີ່ພຣະອົງຖືກເອີ້ນແມ່ນສາມາດເປັນຕົວແທນໃຫ້ກັບພຣະອົງ ແລະ ພາລະກິດທີ່ພຣະອົງປະຕິບັດໃນແຕ່ລະຍຸກກໍເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ພາລະກິດທີ່ພຣະເຢຊູປະຕິບັດເປັນຕົວແທນໃຫ້ກັບພຣະນາມຂອງພຣະເຢຊູ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະຄຸນ; ສຳລັບພາລະກິດທີ່ພຣະເຢໂຮວາປະຕິບັດນັ້ນ ແມ່ນເປັນຕົວແທນໃຫ້ກັບພຣະເຢໂຮວາ ແລະ ມັນເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດ. ພາລະກິດຂອງພຣະອົງທັງສອງແມ່ນພາລະກິດຂອງພຣະວິນຍານອົງດຽວໃນສອງຍຸກທີ່ແຕກຕ່າງກັນ... ເຖິງແມ່ນວ່າ ພຣະອົງທັງສອງຖືກເອີ້ນໂດຍສອງພຣະນາມທີ່ແຕກຕ່າງກັນ, ມັນກໍເປັນພຣະວິນຍານອົງດຽວກັນທີ່ສຳເລັດພາລະກິດທັງສອງຂັ້ນຕອນ ແລະ ພາລະກິດກໍຖືກປະຕິບັດສືບຕໍ່ກັນຢ່າງຕໍ່ເນື່ອງ. ຍ້ອນວ່າ ພຣະນາມແຕກຕ່າງກັນ ແລະ ເນື້ອຫາຂອງພາລະກິດກໍແຕກຕ່າງກັນ, ຍຸກຈຶ່ງແຕກຕ່າງກັນ. ເມື່ອພຣະເຢໂຮວາສະເດັດມາ, ນັ້ນແມ່ນຍຸກຂອງພຣະເຢໂຮວາ ແລະ ເມື່ອພຣະເຢຊູສະເດັດມາ, ນັ້ນກໍແມ່ນຍຸກຂອງພຣະເຢຊູ. ດ້ວຍເຫດນັ້ນ ໃນການມາແຕ່ລະຄັ້ງ, ພຣະເຈົ້າຈຶ່ງຖືກເອີ້ນເປັນຊື່ດຽວ, ພຣະອົງເປັນຕົວແທນໃຫ້ກັບຍຸກດຽວ ແລະ ພຣະອົງລິເລີ່ມເສັ້ນທາງໃໝ່; ແລ້ວໃນເສັ້ນທາງໃໝ່ແຕ່ລະຢ່າງນັ້ນ ພຣະອົງນໍາໃຊ້ຊື່ໃໝ່ ເຊິ່ງສະແດງວ່າ ພຣະເຈົ້າໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ ແລະ ພາລະກິດຂອງພຣະອົງບໍ່ເຄີຍຢຸດກ້າວໄປຂ້າງໜ້າຈັກເທື່ອ. ປະຫວັດສາດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ພາລະກິດຂອງພຣະເຈົ້າກໍກ້າວໄປຂ້າງໜ້າຢູ່ສະເໝີ. ເພື່ອໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງຈົບສິ້ນລົງ, ມັນຕ້ອງສືບຕໍ່ກ້າວໄປຂ້າງໜ້າ. ໃນແຕ່ລະມື້ ພຣະອົງຕ້ອງປະຕິບັດພາລະກິດໃໝ່, ແຕ່ລະປີ ພຣະອົງຕ້ອງປະຕິບັດພາລະກິດໃໝ່; ພຣະອົງຕ້ອງລິເລີ່ມເສັ້ນທາງໃໝ່, ລິເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ຍິ່ງໃຫຍ່ກວ່າເດີມ ແລະ ພ້ອມດ້ວຍສິ່ງເຫຼົ່ານີ້ກໍຄືການນໍາມາຂອງຊື່ໃໝ່ ແລະ ພາລະກິດໃໝ່.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ກ່ອນນີ້: 1. ເປັນຫຍັງພຣະເຈົ້າຈຶ່ງມີຊື່ ແລະ ຊື່ດຽວສາມາດສະແດງເຖິງພຣະເຈົ້າທັງໝົດໄດ້ບໍ?

ຕໍ່ໄປ: 1. ແມ່ນຫຍັງຄືພາລະກິດແຫ່ງການຄຸ້ມຄອງມະນຸດຊາດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້