1. ແມ່ນຫຍັງຄືພາລະກິດແຫ່ງການຄຸ້ມຄອງມະນຸດຊາດ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນ ເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ມະນຸດຊາດໄດ້ມາເຖິງຈຸດສິ້ນສຸດຂອງການເດີນທາງຂອງເຂົາແລ້ວ. ຖ້າປາດສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ” ບໍ່ໄດ້ໝາຍເຖິງການນໍາພາຊີວິດຂອງມະນຸດຊາດທີ່ຫາກໍຖືກສ້າງຂຶ້ນໃໝ່ເທິງແຜ່ນດິນໂລກ (ເຊິ່ງເວົ້າໄດ້ວ່າ ມະນຸດຊາດທີ່ຍັງບໍ່ໄດ້ເສື່ອມຊາມເທື່ອ). ກົງກັນຂ້າມ, ມັນເປັນຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ເຊິ່ງເວົ້າໄດ້ວ່າ ມັນເປັນການປ່ຽນແປງມະນຸດຊາດທີ່ເສື່ອມຊາມ. ນີ້ຄືຄວາມໝາຍຂອງການຄຸ້ມຄອງມະນຸດ. ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍບໍ່ໄດ້ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ພຽງແຕ່ລວມເຖິງພາລະກິດສາມຂັ້ນຕອນທີ່ແຕກຕ່າງຈາກການສ້າງໂລກ. ເພື່ອທີ່ຈະເຂົ້າໃຈພາລະກິດແຫ່ງການຄຸ້ມຄອງມະນຸດຊາດ, ມັນຈຳເປັນທີ່ຈະຕ້ອງຮັບຮູ້ກ່ຽວກັບປະຫວັດສາດຂອງພາລະກິດສາມຂັ້ນຕອນ ເຊິ່ງນີ້ກໍຄືສິ່ງທີ່ທຸກຄົນຕ້ອງຮັບຮູ້ເພື່ອຈະໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີເງື່ອນໄຂທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ ການຮ່ວມມືຂອງມະນຸດກໍຍິ່ງສູງສົ່ງຫຼາຍສໍ່ານັ້ນ. ຍິ່ງເງື່ອນໄຂຂອງມະນຸດສູງຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ, ຜົນຕາມມາກໍຄື ການທົດລອງຂອງມະນຸດ ແລະ ມາດຕະຖານທີ່ເຂົາຕ້ອງບັນລຸກໍສູງຂຶ້ນເຊັ່ນກັນ. ຜົນສະຫຼຸບຂອງພາລະກິດນີ້ກໍຄື ທຸກນິມິດຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ມະນຸດຈຳເປັນຕ້ອງນໍາເຂົ້າສູ່ການປະຕິບັດກໍຈະໄປເຖິງຈຸດສູງສຸດຂອງຄວາມສົມບູນ. ນີ້ຍັງເປັນເວລາທີ່ແຕ່ລະຄົນຖືກຈັດແບ່ງອອກຕາມປະເພດຂອງໃຜລາວ ຍ້ອນສິ່ງທີ່ມະນຸດຈຳເປັນຕ້ອງຮູ້ກໍຈະຖືກສະແດງໃຫ້ກັບມະນຸດ. ສະນັ້ນ ເມື່ອນິມິດຕ່າງໆໄປເຖິງຈຸດສູງສຸດ, ພາລະກິດກໍຈະເຂົ້າສູ່ຈຸດສິ້ນສຸດຕາມນັ້ນ ແລະ ການປະຕິບັດຂອງມະນຸດກໍຈະໄປເຖິງຈຸດສູງສຸດເຊັ່ນກັນ. ການປະຕິບັດຂອງມະນຸດແມ່ນອີງຕາມພາລະກິດຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະເຈົ້າແມ່ນຖືກສະແດງອອກຢ່າງສົມບູນຍ້ອນການປະຕິບັດຂອງມະນຸດ ແລະ ການຮ່ວມມືຂອງມະນຸດ. ມະນຸດແມ່ນຊັ້ນຍອດໃນພາລະກິດຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດ ແລະ ຍັງເປັນຜົນຜະລິດຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າອີກດ້ວຍ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ໂດຍບໍ່ມີການຮ່ວມມືຂອງມະນຸດ, ແລ້ວກໍຈະບໍ່ມີຫຍັງທີ່ສາມາດເຮັດໜ້າທີ່ເປັນແກ້ວຜະລຶກຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍຈະບໍ່ມີຄວາມໝາຍແມ່ນແຕ່ໜ້ອຍດຽວໃນການຄຸ້ມຄອງຂອງພຣະເຈົ້າ. ນອກຈາກພາລະກິດຂອງພຣະເຈົ້າແລ້ວ, ມີພຽງການເລືອກເອົາເປົ້າໝາຍຢ່າງເໝາະສົມເທົ່ານັ້ນເພື່ອສຳແດງເຖິງພາລະກິດຂອງພຣະອົງ ແລະ ພິສູດອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບັນລຸຈຸດປະສົງແຫ່ງການນໍາໃຊ້ພາລະກິດນີ້ທັງໝົດເພື່ອເອົາຊະນະຊາຕານໂດຍສິ້ນເຊີງ. ດ້ວຍເຫດນັ້ນ ມະນຸດຈຶ່ງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມະນຸດກໍເປັນພຽງຜູ້ດຽວທີ່ສາມາດເຮັດໃຫ້ການຄຸ້ມຄອງຂອງພຣະເຈົ້າເກີດໝາກຜົນ ແລະ ບັນລຸຈຸດປະສົງສຸດທ້າຍຂອງພາລະກິດ; ນອກຈາກມະນຸດແລ້ວ ບໍ່ມີສິ່ງມີຊີວິດອື່ນໃດທີ່ສາມາດຮັບບົດບາດດັ່ງກ່າວນີ້ໄດ້. ຖ້າມະນຸດຕ້ອງກາຍເປັນແກ້ວຜະລຶກທີ່ແທ້ຈິງຂອງພາລະກິດແຫ່ງການຄຸ້ມຄອງ, ແລ້ວຄວາມບໍ່ເຊື່ອຟັງຂອງມະນຸດຊາດທີ່ເສື່ອມຊາມຕ້ອງຖືກກຳຈັດທັງໝົດ. ສິ່ງນີ້ຮຽກຮ້ອງໃຫ້ມະນຸດປະຕິບັດຢ່າງເໝາະສົມໃນເວລາທີ່ແຕກຕ່າງກັນ ແລະ ໃຫ້ພຣະເຈົ້າປະຕິບັດພາລະກິດທີ່ສອດຄ່ອງກັນທ່າມກາງມະນຸດ. ໃນວິທີນີ້ເທົ່ານັ້ນ ຈຶ່ງຈະຮັບເອົາກຸ່ມຄົນທີ່ເປັນແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງໄດ້ໃນທີ່ສຸດ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງພຽງ ຜ່ານທາງພາລະກິດຂອງພຣະເຈົ້າເທົ່ານັ້ນ; ເພື່ອບັນລຸຜົນໃນສິ່ງນີ້, ການເປັນພະຍານດັ່ງກ່າວຈຳເປັນຕ້ອງມີມະນຸດທີ່ມີຊີວິດຢູ່ທີ່ເໝາະສົມສຳລັບພາລະກິດຂອງພຣະອົງ. ພຣະເຈົ້າຈະປະຕິບັດພາລະກິດໃນຄົນເຫຼົ່ານີ້ກ່ອນ ເຊິ່ງພາລະກິດຂອງພຣະອົງຈຶ່ງຈະໄດ້ສະແດງອອກຜ່ານທາງພວກເຂົາ ແລະ ດ້ວຍເຫດນັ້ນ ການເປັນພະຍານດັ່ງກ່າວຂອງພຣະອົງກໍຈະເກີດຂຶ້ນທ່າມກາງສິ່ງຖືກສ້າງທັງປວງ. ດ້ວຍວິທີນີ້, ພຣະເຈົ້າກໍຈະບັນລຸຈຸດປະສົງໃນພາລະກິດຂອງພຣະອົງ. ພຣະເຈົ້າຈະບໍ່ປະຕິບັດພາລະກິດຜູ້ດຽວເພື່ອເອົາຊະນະຊາຕານ ຍ້ອນພຣະອົງບໍ່ສາມາດເປັນພະຍານໃຫ້ກັບພຣະອົງເອງທ່າມກາງສິ່ງຖືກສ້າງທັງປວງໂດຍກົງໄດ້. ຖ້າພຣະອົງເຮັດແບບນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດເຊື່ອ, ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະຕິບັດພາລະກິດໃນມະນຸດເພື່ອເອົາຊະນະພວກເຂົາ ແລະ ມີແຕ່ເມື່ອນັ້ນ ພຣະອົງຈຶ່ງຈະສາມາດໄດ້ຮັບການເປັນພະຍານທ່າມກາງສິ່ງຖືກສ້າງທັງປວງ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ແລະ ບໍ່ມີການຮ່ວມມືຈາກມະນຸດ ຫຼື ຖ້າມະນຸດບໍ່ຈຳເປັນຕ້ອງຮ່ວມມື, ແລ້ວມະນຸດກໍຈະບໍ່ສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ຈັກເທື່ອ ແລະ ຈະບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າຕະຫຼອດໄປ; ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດເອີ້ນໄດ້ວ່າເປັນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດພຽງແຕ່ພະຍາຍາມ ແລະ ສະແຫວງຫາ ແລະ ປະຕິບັດພາລະກິດຢ່າງໜັກໂດຍບໍ່ມີການເຂົ້າໃຈພາລະກິດຂອງພຣະເຈົ້າ, ແລ້ວມະນຸດກໍຈະຫຼິ້ນຕະຫຼົກ. ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ມະນຸດເຮັດກໍມາຈາກຊາຕານ, ເຂົາເປັນຄົນກະບົດ ແລະ ເປັນຄົນຊົ່ວ; ຊາຕານຖືກສະແດງອອກໃນທຸກສິ່ງທີ່ປະຕິບັດໂດຍມະນຸດຊາດທີ່ເສື່ອມຊາມ ແລະ ບໍ່ມີຫຍັງທີ່ສອດຄ່ອງກັບພຣະເຈົ້າເລີຍ ແລະ ທຸກສິ່ງລ້ວນແລ້ວແຕ່ເປັນການສະແດງອອກຂອງຊາຕານ. ທຸກສິ່ງທີ່ກ່າວເຖິງບໍ່ແມ່ນນິມິດ ແລະ ການປະຕິບັດ. ບົນພື້ນຖານຂອງນິມິດ, ມະນຸດຄົ້ນພົບການປະຕິບັດ ແລະ ເສັ້ນທາງແຫ່ງຄວາມເຊື່ອຟັງ, ເພື່ອວ່າເຂົາຈະໄດ້ປະຖິ້ມແນວຄິດຂອງເຂົາ ແລະ ຮັບເອົາສິ່ງເຫຼົ່ານັ້ນທີ່ເຂົາບໍ່ໄດ້ມີມາກ່ອນ. ພຣະເຈົ້າຮຽກຮ້ອງໃຫ້ມະນຸດຮ່ວມມືກັບພຣະອົງ, ໃຫ້ມະນຸດຍອມຮັບເອົາເງື່ອນໄຂຂອງພຣະອົງຢ່າງສົມບູນ ແລະ ມະນຸດຮຽກຮ້ອງເພື່ອປະຈັກພາລະກິດທີ່ພຣະເຈົ້າເອງປະຕິບັດ, ເພື່ອຜະເຊີນກັບອຳນາດລິດທານຸພາບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ການຢູ່ຮ່ວມກັນລະຫວ່າງພຣະເຈົ້າກັບມະນຸດແມ່ນການຄຸ້ມຄອງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກຕ່າງໆ?

ຕໍ່ໄປ: 2. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້