2. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ແຜນການຄຸ້ມຄອງທັງຫມົດຂອງເຮົາ, ແຜນການທີ່ກວມເອົາຫົກພັນປີ, ປະກອບດ້ວຍສາມໄລຍະ ຫຼື ສາມຍຸກ: ຍຸກແຫ່ງພຣະບັນຍັດໃນເບື້ອງຕົ້ນ (ເຊິ່ງເປັນຍຸກທຳອິດ), ຍຸກແຫ່ງພຣະຄຸນ (ເຊິ່ງແມ່ນຍຸກຂອງການໄຖ່ບາບ) ແລະ ຍຸກແຫ່ງອານາຈັກໃນຍຸກສຸດທ້າຍ. ການເຮັດພາລະກິດຂອງເຮົາໃນສາມຍຸກນີ້ ແຕກຕ່າງກັນໃນເນື້ອຫາຕາມທຳມະຊາດຂອງແຕ່ລະຍຸກ, ແຕ່ໃນແຕ່ລະຂັ້ນຕອນແມ່ນສອດຄ່ອງກັບຄວາມຕ້ອງການຂອງມະນຸດ ຫຼື ເວົ້າຢ່າງຊັດເຈນກໍຄື ມັນຖືກສ້າງຂຶ້ນເພື່ອໃຫ້ທຽບທັນກັບກົນລະຍຸດທີ່ຊາຕານໃຊ້ໃນສົງຄາມທີ່ເຮົາຕໍ່ສູ້ກັບມັນ. ຈຸດປະສົງຂອງພາລະກິດຂອງເຮົາແມ່ນເພື່ອເອົາຊະນະຊາຕານ, ເພື່ອສະແດງໃຫ້ເຫັນເຖິງ ສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ, ເພື່ອເປີດເຜີຍກົນລະຍຸດທຸກຢ່າງຂອງຊາຕານ ແລະ ເພື່ອຊ່ວຍເຊື້ອຊາດມະນຸດທັງໝົດໃຫ້ລອດພົ້ນ ເຊິ່ງດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງມັນ. ມັນເປັນການສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງເຮົາ ໃນຂະນະດຽວກັນ ເປີດເຜີຍໃຫ້ເຫັນເຖິງຄວາມຫນ້າກຽດຊັງທີ່ບໍ່ສາມາດທົນຕໍ່ໄປໄດ້ຂອງຊາຕານ. ຍິ່ງໄປ ກວ່ານັ້ນ ມັນເປັນການສິດສອນຕໍ່ສິ່ງທີ່ເຮົາສ້າງຂຶ້ນມາເພື່ອໃຫ້ຮູ້ຈັກໃຈ້ແຍກລະຫວ່າງຄວາມດີ ແລະ ຄວາມຊົ່ວ, ເພື່ອໃຫ້ຮູ້ວ່າເຮົາເປັນຜູ້ປົກຄອງທຸກສິ່ງ, ເພື່ອໃຫ້ເຫັນຢ່າງແຈ່ມແຈ້ງວ່າຊາຕານແມ່ນສັດຕູຂອງມະນຸດ, ເປັນສິ່ງທີ່ຕ່ຳສຸດຂອງຄວາມຕ່ຳ, ສິ່ງຊົ່ວຮ້າຍ ແລະ ເພື່ອບອກເຖິງຄວາມແນ່ນອນແທ້ຈິງ, ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວຮ້າຍ, ຄວາມຈິງ ແລະ ຄວາມບໍ່ຖືກຕ້ອງ, ຄວາມບໍລິສຸດ ແລະ ຄວາມເປິເປື້ອນ ແລະ ແມ່ນຫຍັງເປັນສິ່ງທີ່ຍິ່ງໃຫຍ່ ແລະ ແມ່ນຫຍັງເປັນສິ່ງທີ່ໄຮ້ກຽດສັກສີ. ດ້ວຍວິທີນີ້, ມວນມະນຸດຊາດທີ່ຂາດສະຕິປັນຍາຈະສາມາດເປັນພະຍານໃຫ້ເຮົາວ່າມັນບໍ່ແມ່ນເຮົາເປັນຜູ້ເຮັດໃຫ້ມວນມະນຸດເສື່ອມໂຊມ ແລະ ມີພຽງແຕ່ເຮົາ ນັ້ນກໍຄື ພຣະຜູ້ສ້າງໂລກສາມາດຊ່ວຍມວນມະນຸດຊາດໃຫ້ພົ້ນໄດ້, ສາມາດສະໜອງສັບພະສິ່ງໃຫ້ມວນມະນຸດ ເພື່ອໃຫ້ເກີດຄວາມສຸກແກ່ພວກເຂົາ; ແລະ ພວກເຂົາຈະຮັບຮູ້ວ່າ ເຮົາເປັນຜູ້ປົກຄອງທຸກສິ່ງ ແລະ ຊາຕານເປັນພຽງແຕ່ຫນຶ່ງໃນຊີວິດທີ່ເຮົາສ້າງຂຶ້ນ ເຊິ່ງຕໍ່ມາມັນຫັນມາຕໍ່ຕ້ານເຮົາ. ແຜນການຄຸ້ມຄອງຫົກພັນປີຂອງເຮົາຖືກແບ່ງອອກເປັນສາມໄລຍະ ເພື່ອບັນລຸຜົນຮັບ ດັ່ງຕໍ່ໄປນີ້: ເພື່ອເຮັດໃຫ້ການສ້າງຂອງເຮົາກາຍເປັນພະຍານຝ່າຍເຮົາ, ເພື່ອໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງເຮົາ ແລະ ຮູ້ວ່າເຮົາຄືຄວາມຈິງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າຕ້ອງຮູ້ວ່າ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຫຍັງກໍຕາມ, ເຈດຕະນາຂອງພາລະກິດຂອງພຣະເຈົ້າຈະບໍ່ປ່ຽນແປງ, ຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດກໍຈະບໍ່ປ່ຽນແປງ. ບໍ່ວ່າພຣະທຳຂອງພຣະອົງຈະຮຸນແຮງຫຼາຍສໍ່າໃດ, ບໍ່ວ່າສະພາບແວດລ້ອມຈະເປັນໄພຫຼາຍສໍ່າໃດ, ຫຼັກການຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງໃນການໄຖ່ມະນຸດຂອງພຣະອົງກໍຈະບໍ່ປ່ຽນແປງ. ໂດຍມີເງື່ອນໄຂວ່າ ມັນບໍ່ແມ່ນການເປີດເຜີຍເຖິງການສິ້ນສຸດຂອງມະນຸດ ຫຼື ປາຍທາງຂອງມະນຸດ ແລະ ບໍ່ແມ່ນພາລະກິດຂອງໄລຍະສຸດທ້າຍ ຫຼື ພາລະກິດຂອງການນໍາແຜນທັງໝົດໃນການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ໂດຍມີເງື່ອນໄຂວ່າ ມັນຢູ່ໃນຊ່ວງເວລາທີ່ພຣະເຈົ້າປະຕິບັດພາລະກິດໃນມະນຸດ ແລ້ວຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ: ມັນຈະເປັນຄວາມລອດພົ້ນຂອງມະນຸດຊາດຢູ່ສະເໝີ. ນີ້ຄວນເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງໝາຍເຖິງການໄຖ່ບາຍທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມື້ນີ້ ພວກເຮົາຈະສະຫຼຸບຄວາມຄິດ, ແນວຄິດຂອງພຣະເຈົ້າ ແລະ ທຸກການເຄື່ອນໄຫວນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດຊາດ. ພວກເຮົາຈະເບິ່ງວ່າແມ່ນຫຍັງຄືພາລະກິດທີ່ພຣະອົງປະຕິບັດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງການເລີ່ມຕົ້ນຍຸກແຫ່ງພຣະຄຸນຢ່າງເປັນທາງການ. ແລ້ວພວກເຮົາກໍຈະສາມາດຄົ້ນພົບວ່າ ຄວາມຄິດ ແລະ ແນວຄິດອັນໃດຂອງພຣະເຈົ້າທີ່ມະນຸດບໍ່ຮູ້ຈັກ ແລະ ຈາກນັ້ນ ພວກເຮົາກໍຈະສາມາດເຫັນແຈ້ງເຖິງຄຳສັ່ງແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເຂົ້າໃຈເຖິງບໍລິບົດທີ່ພຣະເຈົ້າສ້າງພາລະກິດການຄຸ້ມຄອງຂອງພຣະອົງ, ແຫຼ່ງກຳເນີດ ແລະ ຂະບວນການພັດທະນາຂອງພາລະກິດນັ້ນຢ່າງທົ່ວເຖິງ ແລະ ຍັງຈະເຂົ້າໃຈຢ່າງທົ່ວເຖິງວ່າພຣະອົງຕ້ອງການຜົນຫຍັງຈາກພາລະກິດການຄຸ້ມຄອງຂອງພຣະອົງ ນັ້ນກໍຄື ແກ່ນຫຼັກ ແລະ ເປົ້າໝາຍຂອງພາລະກິດການຄຸ້ມຄອງຂອງພຣະອົງ. ເພື່ອເຂົ້າໃຈສິ່ງຕ່າງໆເຫຼົ່ານີ້ ພວກເຮົາຈຳເປັນຕ້ອງກັບໄປຍັງເວລາທີ່ຫ່າງໄກ, ສະຫງົບ ແລະ ມິດງຽບ ຕອນທີ່ຍັງບໍ່ທັນມີມະນຸດເທື່ອ...

ເມື່ອພຣະເຈົ້າລຸກຂຶ້ນຈາກຕຽງນອນຂອງພຣະອົງ, ຄວາມຄິດທຳອິດທີ່ພຣະອົງມີກໍຄືສິ່ງນີ້: ການສ້າງຄົນທີ່ມີຊີວິດ, ມະນຸດທີ່ເປັນຈິງ ແລະ ມີຊີວິດ, ຜູ້ທີ່ຈະດຳລົງຊີວິດຢູ່ກັບພຣະອົງ ແລະ ເປັນເພື່ອນທີ່ຊື່ສັດຂອງພຣະອົງ; ບຸກຄົນນີ້ຈະສາມາດຟັງພຣະອົງ ແລະ ພຣະອົງກໍສາມາດໄວ້ວາງໃຈ ແລະ ລົມກັບເຂົາໄດ້. ແລ້ວເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຕັກເອົາຂີ້ດິນກຳໜຶ່ງ ແລະ ໃຊ້ມັນເພື່ອເນລະມິດສ້າງຄົນທີ່ມີຊີວິດຄົນທຳອິດ ຕາມລັກສະນະທີ່ພຣະອົງໄດ້ຈິນຕະນາການໃນຄວາມຄິດຂອງພຣະອົງ ແລະ ຫຼັງຈາກນັ້ນ ພຣະອົງກໍໃຫ້ຊື່ແກ່ສິ່ງທີ່ມີຊິວິດນີ້ວ່າ ອາດາມ. ຫຼັງຈາກທີ່ພຣະເຈົ້າມີຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ແລ້ວ, ພຣະອົງຮູ້ສຶກແນວໃດ? ເປັນຄັ້ງທຳອິດທີ່ພຣະອົງຮູ້ສຶກເຖິງຄວາມປິຕິຍິນດີທີ່ມີຄົນອັນເປັນທີ່ຮັກ ແລະ ເປັນເພື່ອນ. ພຣະອົງຍັງຮູ້ສຶກເຖິງຄວາມຮັບຜິດຊອບໃນການເປັນບິດາຄັ້ງທຳອິດ ແລະ ຄວາມກັງວົນໃຈທີ່ມາພ້ອມກັບຄວາມຮັບຜິດຊອບນັ້ນ. ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ໄດ້ນໍາຄວາມສຸກ ແລະ ຄວາມປິຕິຍິນດີມາສູ່ພຣະເຈົ້າ; ພຣະອົງຮູ້ສຶກສະບາຍໃຈເປັນຄັ້ງທຳອິດ. ນີ້ແມ່ນສິ່ງທຳອິດທີ່ພຣະເຈົ້າໄດ້ເຮັດທີ່ບໍ່ໄດ້ຖືກເຮັດໃຫ້ສຳເລັດດ້ວຍຄວາມຄິດ ຫຼື ແມ່ນແຕ່ພຣະທຳຂອງພຣະອົງ, ແຕ່ຖືກເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເອງ. ເມື່ອສິ່ງມີຊີວິດປະເພດນີ້ ນັ້ນກໍຄື ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈໄດ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ຖືກສ້າງຈາກເນື້ອໜັງ ແລະ ເລືອດ, ມີຮ່າງກາຍ ແລະ ຮູບຮ່າງ ແລະ ສາມາດເວົ້າກັບພຣະເຈົ້າໄດ້, ພຣະອົງກໍມີຄວາມປິຕິຍິນດີທີ່ພຣະອົງບໍ່ເຄີຍຮູ້ສຶກມາກ່ອນ. ພຣະເຈົ້າຮູ້ສຶກເຖິງຄວາມຮັບຜິດຊອບຂອງພຣະອົງຢ່າງແທ້ຈິງ ແລະ ສິ່ງມີຊີວິດນີ້ບໍ່ພຽງແຕ່ດຶງດູດຫົວໃຈຂອງພຣະອົງ ແຕ່ຍັງເຮັດໃຫ້ອົບອຸ່ນ ແລະ ດົນບັນດານຫົວໃຈຂອງພຣະອົງດ້ວຍທຸກການເຄື່ອນໄຫວເລັກນ້ອຍທີ່ເຂົາເຮັດ. ເມື່ອສິ່ງມີຊີວິດນີ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ມັນກໍເປັນຄັ້ງທຳອິດທີ່ພຣະອົງມີຄວາມຄິດຈະຮັບເອົາຜູ້ຄົນແບບນີ້ເພີ່ມຂຶ້ນອີກ. ນີ້ແມ່ນເຫດການຕາມລຳດັບທີ່ເລີ່ມຕົ້ນດ້ວຍຄວາມຄິດທຳອິດຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ ທຸກເຫດການເຫຼົ່ານີ້ແມ່ນເກີດຂຶ້ນເປັນຄັ້ງທຳອິດ, ແຕ່ໃນເຫດການຄັ້ງທຳອິດເຫຼົ່ານີ້, ບໍ່ວ່າພຣະອົງຈະຮູ້ສຶກຫຍັງກໍຕາມໃນເວລານັ້ນ ເຊັ່ນ: ຄວາມປິຕິຍິນດີ, ຄວາມຮັບຜິດຊອບ ແລະ ຄວາມກັງວົນໃຈ, ບໍ່ມີຜູ້ໃດໃຫ້ພຣະອົງແບ່ງປັນຄວາມຮູ້ສຶກເຫຼົ່ານີ້ນໍາ. ນັບຕັ້ງແຕ່ຈາກຊ່ວງເວລານັ້ນເປັນຕົ້ນມາ, ພຣະເຈົ້າກໍຮູ້ສຶກເຖິງຄວາມໂດດດ່ຽວ ແລະ ຄວາມໂສກເສົ້າທີ່ພຣະອົງບໍ່ເຄີຍຜະເຊີນມາກ່ອນ. ພຣະອົງຮູ້ສຶກວ່າ ມະນຸດບໍ່ສາມາດຮັບເອົາ ຫຼື ຢັ່ງເຖິງຄວາມຮັກ ແລະ ຄວາມກັງວົນໃຈ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດ, ສະນັ້ນ ພຣະອົງຈຶ່ງຍັງຮູ້ສຶກໂສກເສົ້າ ແລະ ເຈັບປວດໃນຫົວໃຈຂອງພຣະອົງ. ເຖິງແມ່ນພຣະອົງໄດ້ເຮັດສິ່ງເຫຼົ່ານີ້ເພື່ອມະນຸດ, ມະນຸດກໍບໍ່ໄດ້ຮູ້ຈັກ ແລະ ບໍ່ເຂົ້າໃຈສິ່ງນັ້ນເລີຍ. ນອກຈາກຄວາມສຸກ, ຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທີ່ມະນຸດນໍາມາໃຫ້ກັບພຣະອົງແລ້ວ ເຂົາຍັງໄດ້ນໍາເອົາຄວາມໂສກເສົ້າ ແລະ ຄວາມໂດດດ່ຽວມາສູ່ພຣະອົງເປັນຄັ້ງທຳອິດຢ່າງໄວວາອີກດ້ວຍ. ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະເຈົ້າໃນເວລານັ້ນ. ໃນຂະນະທີ່ພຣະເຈົ້າກຳລັງເຮັດທຸກສິ່ງເຫຼົ່ານີ້, ໃນຫົວໃຈຂອງພຣະອົງກໍປ່ຽນຈາກຄວາມປິຕິຍິນດີກາຍເປັນຄວາມໂສກເສົ້າ ແລະ ຈາກຄວາມໂສກເສົ້າກາຍເປັນຄວາມເຈັບປວດ ແລະ ຄວາມຮູ້ສຶກເຫຼົ່ານີ້ກໍປະກອບໄປດ້ວຍຄວາມກະວົນກະວາຍໃຈ. ສິ່ງທີ່ພຣະອົງຕ້ອງການເຮັດແມ່ນເພື່ອເຮັດໃຫ້ບຸກຄົນນີ້, ມະນຸດຊາດຄົນນີ້ຮູ້ຈັກເຖິງສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະອົງໂດຍໄວເທົ່ານັ້ນ. ເພື່ອວ່າພວກເຂົາຈະສາມາດກາຍມາເປັນຜູ້ຕິດຕາມພຣະອົງ ແລະ ແບ່ງປັນຄວາມຄິດຂອງພຣະອົງ ແລະ ເຫັນພ້ອມກັບຄວາມປະສົງຂອງພຣະອົງ. ພວກເຂົາຈະບໍ່ພຽງແຕ່ຟັງພຣະເຈົ້າກ່າວ ແລະ ນິ້ງເສີຍອີກຕໍ່ໄປ; ພວກເຂົາຈະໄດ້ຮູ້ຈັກເຖິງວິທີການເຂົ້າຮ່ວມກັບພຣະເຈົ້າໃນພາລະກິດຂອງພຣະອົງ; ເໜືອສິ່ງອື່ນໃດ, ພວກເຂົາຈະບໍ່ເປັນຜູ້ຄົນທີ່ເມີນເສີຍຕໍ່ການຮຽກຮ້ອງຂອງພຣະເຈົ້າອີກຕໍ່ໄປ. ສິ່ງທຳອິດເຫຼົ່ານີ້ທີ່ພຣະເຈົ້າເຮັດແມ່ນມີຄວາມໝາຍຫຼາຍ ແລະ ມີຄຸນຄ່າຢ່າງໃຫຍ່ຫຼວງສຳລັບແຜນການຄຸ້ມຄອງຂອງພຣະອົງ ແລະ ສຳລັບມະນຸດໃນປັດຈຸບັນ.

ຫຼັງຈາກການເນລະມິດສ້າງສັບພະທຸກສິ່ງ ແລະ ມະນຸດຊາດ, ພຣະເຈົ້າກໍບໍ່ໄດ້ພັກຜ່ອນ. ພຣະອົງກະວົນກະວາຍໃຈ ແລະ ຮ້ອນຮົນທີ່ຈະປະຕິບັດການຄຸ້ມຄອງຂອງພຣະອົງ ແລະ ຮັບເອົາຜູ້ຄົນທີ່ພຣະອົງຮັກຫຼາຍໃນທ່າມກາງມະນຸດຊາດ.

…………

ພຣະເຈົ້າພິຈາລະນາກໍລະນີນີ້ໃນການຄຸ້ມຄອງມະນຸດຊາດຂອງພຣະອົງ ແລະ ໃນຄວາມລອດພົ້ນຂອງມະນຸດຊາດຂອງພຣະອົງ ເປັນສິ່ງທີ່ສຳຄັນເໜືອກວ່າສິ່ງອື່ນໃດ. ພຣະອົງເຮັດສິ່ງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ດ້ວຍຄວາມຄິດຂອງພຣະອົງ, ບໍ່ພຽງແຕ່ດ້ວຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນດ້ວຍລັກສະນະທີ່ບັງເອີນຢ່າງແນ່ນອນ, ພຣະອົງເຮັດທຸກສິ່ງເຫຼົ່ານີ້ດ້ວຍແຜນການ, ດ້ວຍເປົ້າໝາຍ, ດ້ວຍມາດຕະຖານ ແລະ ດ້ວຍຄວາມປະສົງຂອງພຣະອົງ. ມັນຊັດເຈນແລ້ວວ່າ ພາລະກິດນີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທັງພຣະເຈົ້າ ແລະ ມະນຸດ. ບໍ່ວ່າພາລະກິດຈະຍາກສໍ່າໃດກໍຕາມ, ບໍ່ວ່າອຸປະສັກຈະໃຫຍ່ສໍ່າໃດກໍຕາມ, ບໍ່ວ່າມະນຸດຈະອ່ອນແອສໍ່າໃດກໍຕາມ ຫຼື ຄວາມກະບົດຂອງມະນຸດຊາດຈະຮ້າຍແຮງສໍ່າໃດກໍຕາມ, ບໍ່ມີຫຍັງໃນສິ່ງນີ້ທີ່ຍາກສຳລັບພຣະເຈົ້າ. ພຣະເຈົ້າເຮັດໃຫ້ຕົນເອງບໍ່ຫວ່າງ, ເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ ແລະ ຄຸ້ມຄອງພາລະກິດທີ່ພຣະອົງເອງຕ້ອງການປະຕິບັດສະເໝີ. ພຣະອົງຍັງຈັດກຽມທຸກສິ່ງ ແລະ ໃຊ້ອຳນາດອະທິປະໄຕຂອງພຣະອົງເໜືອທຸກຄົນທີ່ພຣະອົງຈະປະຕິບັດພາລະກິດນໍາ ແລະ ທຸກພາລະກິດທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ບໍ່ມີຫຍັງໃນສິ່ງນີ້ທີ່ເຄີຍຖືກເຮັດມາກ່ອນ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ວິທີການເຫຼົ່ານີ້ ແລະ ຈ່າຍລາຄາອັນຍິ່ງໃຫຍ່ແບບນີ້ ສຳລັບໂຄງການອັນໃຫຍ່ຫຼວງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນນີ້. ໃນຂະນະທີ່ພຣະເຈົ້າກຳລັງປະຕິບັດພາລະກິດນີ້, ພຣະອົງສຳແດງ ແລະ ເປີດເຜີຍຄວາມພະຍາຍາມອັນເຈັບປວດຂອງພຣະອົງ ສິ່ງທີ່ພຣະອົງມີ ແລະ ເປັນ, ສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ ແລະ ທຸກດ້ານໃນອຸປະນິໄສຂອງພຣະອົງ ໃຫ້ແກ່ມະນຸດຊາດເທື່ອລະໜ້ອຍໂດຍບໍ່ມີການສະຫງວນໃດໆ. ພຣະອົງເປີດເຜີຍ ແລະ ສະແດງສິ່ງເຫຼົ່ານີ້ດັ່ງທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ສະນັ້ນ ໃນຈັກກະວານທັງປວງ ນອກຈາກຜູ້ຄົນທີ່ພຣະເຈົ້າຕັ້ງໃຈຈະຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນແລ້ວ ກໍບໍ່ມີສິ່ງມີຊີວິດໃດທີ່ໄດ້ໃກ້ຊິດກັບພຣະເຈົ້າແບບນີ້, ທີ່ມີຄວາມສຳພັນຢ່າງສະໜິດສະໜົມກັບພຣະອົງແບບນີ້. ໃນຫົວໃຈຂອງພຣະອົງ, ມະນຸດຊາດທີ່ພຣະອົງຕ້ອງການຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນ ແມ່ນສຳຄັນທີ່ສຸດ; ພຣະອົງເຊີດຊູມະນຸດຊາດນີ້ເໜືອສິ່ງອື່ນໃດ; ເຖິງແມ່ນພຣະອົງໄດ້ຈ່າຍລາຄາອັນຍິ່ງໃຫຍ່ສຳລັບພວກເຂົາ ແລະ ເຖິງແມ່ນພຣະອົງຖືກພວກເຂົາທຳຮ້າຍ ແລະ ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ, ພຣະອົງກໍບໍ່ເຄີຍປະຖິ້ມພວກເຂົາ ແລະ ສືບຕໍ່ພາລະກິດຂອງພຣະອົງຢ່າງບໍ່ອິດເມື່ອຍ, ໂດຍບໍ່ມີຄຳຕໍ່ວ່າ ຫຼື ຄວາມເສຍໃຈ. ນີ້ກໍຍ້ອນພຣະອົງຮູ້ວ່າ ໃນອີກບໍ່ດົນ ຜູ້ຄົນກໍຈະຕື່ນຕົວຕໍ່ການຮຽກເອີ້ນຂອງພຣະອົງ ແລະ ຖືກດົນບັນດານດ້ວຍພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ກັບຄືນສູ່ຂ້າງຂອງພຣະອົງ...

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງຈະເຮັດມັນດ້ວຍວິທີໃດກໍຕາມ, ບໍ່ວ່າລາຄາຈະເທົ່າໃດກໍຕາມ, ບໍ່ວ່າຈຸດປະສົງຂອງພຣະອົງຈະແມ່ນຫຍັງກໍຕາມ, ເປົ້າໝາຍແຫ່ງການກະທຳຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ. ເປົ້າໝາຍຂອງພຣະອົງແມ່ນເພື່ອປະຕິບັດພຣະທຳຂອງພຣະເຈົ້າໃສ່ໃນມະນຸດ, ພ້ອມທັງເງື່ອນໄຂ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດ; ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອປັ້ນມະນຸດໃນທຸກສິ່ງທີ່ພຣະເຈົ້າເຊື່ອວ່າເປັນບວກຕາມບາດກ້າວຂອງພຣະອົງ, ເຮັດໃຫ້ມະນຸດສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງເຖິງທາດແທ້ຂອງພຣະເຈົ້າ ແລະ ເຮັດໃຫ້ມະນຸດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ແລ້ວກໍເຮັດໃຫ້ມະນຸດບັນລຸຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ທຸກສິ່ງເຫຼົ່ານີ້ແມ່ນດ້ານໜຶ່ງຂອງເປົ້າໝາຍຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງໄດ້ກະທຳ. ອີກດ້ານໜຶ່ງກໍຄື ຍ້ອນຊາຕານເປັນຜູ້ສ້າງຄວາມແຕກຕ່າງ ແລະ ເປົ້າໝາຍການຮັບໃຊ້ໃນພາລະກິດຂອງພຣະເຈົ້າ, ມະນຸດຈຶ່ງຖືກມອບໃຫ້ແກ່ຊາຕານຢູ່ເລື້ອຍໆ; ນີ້ຄືວິທີທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ຜູ້ຄົນເຫັນໃນການລໍ້ລວງຂອງຊາຕານ ແລະ ໂຈມຕີຄວາມຊົ່ວຮ້າຍ, ຄວາມຂີ້ຮ້າຍ ແລະ ຄວາມເປັນຕາລັງກຽດຂອງຊາຕານ, ໃນທີ່ສຸດກໍເຮັດໃຫ້ຜູ້ຄົນກຽດຊັງຊາຕານ ແລະ ສາມາດຮູ້ຈັກ ແລະ ເຂົ້າໃຈເຖິງສິ່ງທີ່ຢູ່ໃນດ້ານລົບ. ຂະບວນການນີ້ເຮັດໃຫ້ພວກເຂົາຖືກປົດປ່ອຍຕົນເອງເທື່ອລະໜ້ອຍຈາກການຄວບຄຸມ ແລະ ການກ່າວຫາ, ການແຊກແຊງ ແລະ ການໂຈມຕີຂອງຊາຕານ, ຈົນກວ່າ ຍ້ອນພຣະທໍາຂອງພຣະເຈົ້າ, ຄວາມຮູ້ຂອງພວກເຂົາ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າ, ພວກເຂົາຈຶ່ງໄດ້ເອົາຊະນະເໜືອການໂຈມຕີ ແລະ ການກ່າວຫາຂອງຊາຕານ; ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກໄຖ່ຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ. ການລອດພົ້ນຂອງຜູ້ຄົນກໍໝາຍຄວາມວ່າ ຊາຕານໄດ້ຖືກເອົາຊະນະ, ມັນໝາຍຄວາມວ່າ ພວກເຂົາບໍ່ແມ່ນອາຫານໃນປາກຂອງຊາຕານອີກຕໍ່ໄປ, ແທນທີ່ຈະກືນກິນພວກເຂົາ, ຊາຕານໄດ້ສະຫຼະຖິ້ມພວກເຂົາ. ນີ້ກໍຍ້ອນຜູ້ຄົນດັ່ງກ່າວຊື່ສັດ, ຍ້ອນພວກເຂົາມີຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງຕໍ່ພຣະເຈົ້າ ແລະ ຍ້ອນພວກເຂົາແຕກຫັກຈາກຊາຕານຢ່າງສິ້ນເຊີງ. ພວກເຂົານໍາຄວາມອັບອາຍມາສູ່ຊາຕານ, ພວກເຂົາເຮັດໃຫ້ຊາຕານເປັນຄົນຂີ້ຢ້ານ ແລະ ພວກເຂົາເອົາຊະນະຊາຕານຢ່າງເດັດຂາດ. ຄວາມເຊື່ອໝັ້ນຂອງພວກເຂົາໃນການຕິດຕາມພຣະເຈົ້າ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງຂອງພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຍອມປ່ອຍພວກເຂົາຢ່າງສິ້ນເຊີງ. ມີແຕ່ຜູ້ຄົນແບບນີ້ຈຶ່ງຈະຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ ແລະ ມັນແມ່ນສິ່ງນີ້ທີ່ເປັນຈຸດປະສົງສຸດທ້າຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລຶ່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້. ພວກເຂົາຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ ໂດຍທີ່ເປົ້າໝາຍຫຼັກໆແມ່ນເພື່ອເອົາຊະນະຊາຕານ ແລະ ນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ. ພຣະອົງໃຊ້ໂອກາດນີ້ເພື່ອອະນຸຍາດໃຫ້ທຸກສິ່ງທຸກຢ່າງຢູ່ໃນສະຫວັນ, ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ທຸກສິ່ງທຸກຢ່າງຢູ່ໃນທະເລ ແລະ ທຸກສັບພະສິ່ງແຫ່ງການສ້າງຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ເຫັນລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ປະຈັກທຸກການກະທໍາຂອງພຣະອົງ. ພຣະອົງຍາດເອົາໂອກາດໃນການເອົາຊະນະຊາຕານເພື່ອເປີດເຜີຍທຸກການກະທຳຂອງພຣະອົງຕໍ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນສາມາດສັນລະເສີນພຣະອົງ ແລະ ຍົກຍ້ອງສະຕິປັນຍາຂອງພຣະອົງໃນການເອົາຊະນະຊາຕານ. ທຸກສິ່ງທຸກຢ່າງເທິງແຜ່ນດິນໂລກ, ໃນສະຫວັນ ແລະ ໃນທະເລໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນລິດທານຸພາບສູງສຸດຂອງພຣະອົງ, ສັນລະເສີນທຸກການກະທໍາຂອງພຣະອົງ ແລະ ຮ້ອງຫານາມອັນບໍລິສຸດຂອງພຣະອົງ. ນີ້ແມ່ນຂໍ້ພິສູດການເອົາຊະນະຂອງພຣະອົງເໜືອຊາຕານ; ເປັນຫຼັກຖານຊີ້ບອກເຖິງການທໍາລາຍລ້າງຊາຕານ. ສໍາຄັນໄປກວ່ານັ້ນກໍຄື ມັນເປັນຫຼັກຖານແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງ. ການຊົງສ້າງທັງໝົດຂອງພຣະເຈົ້າໄດ້ນໍາເອົາສະຫງ່າລາສີມາສູ່ພຣະອົງ, ສັນລະເສີນພຣະອົງສໍາລັບການເອົາຊະນະສັດຕູຂອງພຣະອົງ ແລະ ການກັບຄືນມາດ້ວຍໄຊຊະນະ ແລະ ສັນລະເສີນພຣະອົງໃນນາມເປັນກະສັດແຫ່ງໄຊຊະນະອັນຍິ່ງໃຫຍ່. ຈຸດປະສົງຂອງພຣະອົງບໍ່ພຽງແຕ່ເພື່ອເອົາຊະນະຊາຕານ ເຊິ່ງດ້ວຍເຫດນັ້ນ ພາລະກິດຂອງພຣະອົງຈຶ່ງສືບຕໍ່ເປັນເວລາຫົກພັນປີ. ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ; ພຣະອົງໃຊ້ການເສຍໄຊຂອງຊາຕານເພື່ອເປີດເຜີຍການກະທໍາຂອງພຣະອົງທັງໝົດ ແລະ ເປີດເຜີຍທຸກສະຫງ່າລາສີຂອງພຣະອົງ. ພຣະອົງຈະໄດ້ຮັບສະຫງ່າລາສີ ແລະ ຝູງທູດສະຫວັນທັງໝົດຈະເຫັນທຸກສະຫງ່າລາສີຂອງພຣະອົງ. ບັນດາຜູ້ສົ່ງຂ່າວໃນສະຫວັນ, ມະນຸດເທິງແຜ່ນດິນໂລກ ແລະ ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະຜູ້ສ້າງ. ນີ້ແມ່ນພາລະກິດທີ່ພຣະອົງກະທຳ. ສິ່ງຊົງສ້າງຂອງພຣະອົງໃນສະຫວັນ ແລະ ເທິງແຜ່ນດິນໂລກຈະເຫັນສະຫງ່າລາສີຂອງພຣະອົງ ແລະ ພຣະອົງຈະກັບຄືນມາຢ່າງມີໄຊຊະນະຫຼັງຈາກໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມະນຸດສັນລະເສີນພຣະອົງ, ດ້ວຍວິທີນີ້ ພຣະອົງຈະປະສົບຜົນສໍາເລັດທັງສອງດ້ານໃນພາລະກິດຂອງພຣະອົງ. ໃນທີ່ສຸດ ມະນຸດຊາດທັງໝົດຈະຖືກປົກຄອງໂດຍພຣະອົງ ແລະ ພຣະອົງຈະກວາດລ້າງທຸກຄົນທີ່ຂັດຂືນ ຫຼື ຕໍ່ຕ້ານ: ເວົ້າອີກຢ່າງໜຶ່ງກໍຄື ພຣະອົງຈະກຳຈັດທຸກຄົນທີ່ເປັນຄົນຂອງຊາຕານ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມະນຸດທຸກຄົນຈຳເປັນຕ້ອງເຂົ້າໃຈຈຸດປະສົງຂອງພາລະກິດຂອງເຮົາຢູ່ໃນໂລກນີ້, ນັ້ນແມ່ນ ຈຸດປະສົງສຸດທ້າຍຂອງພາລະກິດຂອງເຮົາ ແລະ ລະດັບໃດທີ່ເຮົາຕ້ອງບັນລຸໄດ້ໃນພາລະກິດນີ້ກ່ອນທີ່ພາລະກິດຈະສຳເລັດໄດ້ ຫຼັງຈາກໄດ້ກ້າວມາກັບເຮົາຈົນມາຮອດມື້ນີ້. ຖ້າມະນຸດຍັງບໍ່ເຂົ້າໃຈວ່າພາລະກິດຂອງເຮົາແມ່ນກ່ຽວກັບຫຍັງ, ນັ້ນໝາຍຄວາມວ່າພວກເຂົາແມ່ນໄດ້ຕິດຕາມເຮົາໂດຍໄຮ້ປະໂຫຍດເລີຍບໍ? ມະນຸດຜູ້ທີ່ຕິດຕາມເຮົາຄວນຮູ້ຈຸດປະສົງຂອງເຮົາ. ເຮົາໄດ້ດຳເນີນພາລະກິດໃນໂລກມະນຸດເປັນເວລາຫຼາຍພັນປີມາແລ້ວ ແລະ ມາຮອດມື້ນີ້ເຮົາຍັງດຳເນີນພາລະກິດໃນແບບນີ້ຢູ່. ເຖິງແມ່ນວ່າຈະມີຫຼາຍລາຍການປະກອບເຂົ້າໃນພາລະກິດຂອງເຮົາຢ່າງຫຼວງຫຼາຍກໍ່ຕາມ, ແຕ່ຈຸດປະສົງຂອງພາລະກິດນີ້ຍັງຄົງບໍ່ປ່ຽນແປງ. ເຊັ່ນດຽວກັນ, ຕົວຢ່າງເຖິງແມ່ນວ່າເຮົາຈະມາພ້ອມກັບການພິພາກສາ ແລະ ການລົງໂທດຕໍ່ກັບມະນຸດກໍ່ຕາມ, ສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດໃນການຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອປະໂຫຍດໃນການເຜີຍແຜ່ພະກິດຕິຄຸນຂອງເຮົາໃຫ້ດີຂຶ້ນກວ່າເກົ່າ ແລະ ການເພິ່ມຂະຫຍາຍພາລະກິດຂອງເຮົາໃນບັນດາຊາດທີ່ບໍ່ແມ່ນຊາວຢິວຫລັງຈາກມະນຸດໄດ້ຮັບການສ້າງໃຫ້ສົມບູນແລ້ວ. ສະນັ້ນໃນມື້ນີ້, ໃນເວລາທີ່ຫຼາຍໆຄົນປະສົບກັບຄວາມສິ້ນຫວັງທີ່ຍາວນານ, ເຮົາຍັງສືບຕໍ່ພາລະກິດຂອງເຮົາ, ສືບຕໍ່ວຽກທີ່ເຮົາຕ້ອງເຮັດເພື່ອພິພາກສາ ແລະ ລົງໂທດມະນຸດ. ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດແມ່ນເບື່ອໜ່າຍໃນສິ່ງທີ່ເຮົາກ່າວ ແລະ ເຖິງແມ່ນວ່າຕາມຄວາມຈິງແລ້ວມະນຸດບໍ່ມີຄວາມຕ້ອງການທີ່ຈະສົນໃຈໃນພາລະກິດຂອງເຮົາ, ເຮົາກໍຍັງສືບຕໍ່ປະຕິບັດໜ້າທີ່ຂອງເຮົາຕໍ່ໄປ ເພາະວ່າຈຸດປະສົງໃນພາລະກິດຂອງເຮົາຍັງຄົງບໍ່ປ່ຽນແປງ ແລະ ແຜນການເບື້ອງຕົ້ນຂອງເຮົາຈະບໍ່ຖືກທຳລາຍ. ພາລະກິດໃນການພິພາກສາຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດເຊື່ອຟັງເຮົາ ແລະ ໃນການລົງໂທດຂອງເຮົາແມ່ນເພື່ອເຮັດໃຫ້ມະນຸດປ່ຽນແປງຢ່າງມີປະສິດທິຜົນຫຼາຍກວ່າເກົ່າ. ເຖິງແມ່ນວ່າສິ່ງທີ່ເຮົາເຮັດແມ່ນເພື່ອປະໂຫຍດແຫ່ງການຄຸ້ມຄອງຂອງເຮົາ, ເຮົາບໍ່ເຄີຍເຮັດສິ່ງໃດທີ່ບໍ່ມີຜົນປະໂຫຍດຕໍ່ມະນຸດເລີຍ. ນີ້ເພາະວ່າເຮົາຕ້ອງການເຮັດໃຫ້ທຸກຊາດຢູ່ນອກດິນແດນອິສຣາເອວເຊື່ອຟັງຄືກັນກັບຊາວຢິວ ແລະ ເພື່ອເຮັດໃຫ້ພວກເຂົາກາຍເປັນມະນຸດທີ່ແທ້ຈິງ ແລະ ເພື່ອໃຫ້ເຮົາມີຖານທີ່ໝັ້ນຢູ່ໃນດິນແດນນອກອິສຣາເອວ. ນີ້ແມ່ນການຄຸ້ມຄອງຂອງເຮົາ. ມັນແມ່ນພາລະກິດທີ່ເຮົາກຳລັງພະຍາຍາມບັນລຸຜົນຢູ່ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ. ແມ່ນແຕ່ໃນຕອນນີ້, ຫຼາຍໆຄົນຍັງບໍ່ເຂົ້າໃຈການຄຸ້ມຄອງຂອງເຮົາ, ເພາະວ່າພວກເຂົາບໍ່ສົນໃຈໃນສິ່ງເຫຼົ່ານີ້, ແຕ່ສົນໃຈແຕ່ອະນາຄົດ ແລະ ເປົ້າໝາຍຂອງເຂົາເຈົ້າເອງ. ບໍ່ວ່າເຮົາຈະເວົ້າຫຍັງ, ມະນຸດກໍຍັງບໍ່ເອົາໃຈໃສ່ຕໍ່ກັບພາລະກິດທີ່ເຮົາເຮັດ, ແຕ່ສຸມໃສ່ແຕ່ເປົ້າໝາຍຂອງເຂົາເຈົ້າໃນອະນາຄົດ. ຖ້າສິ່ງຕ່າງໆຍັງດຳເນີນໄປໃນແບບນີ້, ພາລະກິດຂອງເຮົາຈະຂະຫຍາຍອອກໄປໄດ້ແນວໃດ? ຄຳສອນຂອງເຮົາຈະເຜີຍແຜ່ໄປທົ່ວໂລກໄດ້ແນວໃດ? ພວກເຈົ້າຄວນຮູ້ວ່າ, ເມື່ອພາລະກິດຂອງເຮົາໄດ້ຂະຫຍາຍອອກໄປແລ້ວ, ເຮົາຈະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍ ແລະ ເຮົາຈະລົງໂທດພວກເຈົ້າ ເໝືອນດັ່ງທີ່ພຣະເຢໂຮວາລົງໂທດແຕ່ລະຊົນເຜົ່າໃນດີນແດນອິສຣາເອວ. ທັງໝົດນີ້ຈະຖືກເຮັດເພື່ອເຜີຍແຜ່ ຄຳສອນຂອງເຮົາໄປທົ່ວໂລກ ແລະ ເພື່ອເຜີຍແຜ່ພາລະກິດຂອງເຮົາໄປສູ່ຊາດທີ່ບໍ່ແມ່ນຊາວຢິວ, ເພື່ອໃຫ້ຊື່ສຽງຂອງເຮົາໄດ້ຮັບການແຜ່ຂະຫຍາຍຜ່ານທັງຜູ້ໃຫຍ່ ແລະ ເດັກນ້ອຍ ແລະ ເພື່ອໃຫ້ຊື່ສຽງອັນບໍລິສຸດຂອງເຮົາໄດ້ຮັບການຍ້ອງຍໍສັນລະເສີນຈາກປາກຜູ້ຄົນໃນທຸກຊົນຊາດຊົນເຝົ່າ. ໃນຍຸກສຸດທ້າຍນີ້, ເຮົາຈະໃຫ້ຊື່ສຽງຂອງເຮົາໄດ້ຮັບການຂະຫຍາຍໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮັດໃຫ້ຜູ້ທີ່ບໍ່ແມ່ນຊາວຢິວເບິ່ງເຫັນການກະທຳຂອງເຮົາ, ເພື່ອໃຫ້ພວກເຂົາເອີ້ນເຮົາວ່າພະຜູ້ຊົງລິດທານຸພາບອີງຕາມການກະທຳຂອງເຮົາ ແລະ ເຮັດໃຫ້ຄຳເວົ້າຂອງເຮົາເກີດຂຶ້ນເປັນຈິງໃນບໍ່ຊ້າ. ເຮົາຈະເຮັດໃຫ້ມະນຸດທຸກຄົນຮູ້ວ່າເຮົາບໍ່ພຽງແຕ່ແມ່ນພຣະເຈົ້າຂອງຊາວອິສຣາເອວເທົ່ານັ້ນ, ແຕ່ຍັງແມ່ນພຣະເຈົ້າຂອງທຸກຊາດທີ່ບໍ່ແມ່ນຊາວຢິວຮວມທັງຜູ້ທີ່ເຮົາໄດ້ສາບແຊ່ງມາແລ້ວ. ເຮົາຈະໃຫ້ທຸກຄົນເຫັນວ່າເຮົາແມ່ນພຣະເຈົ້າແຫ່ງການນິລະມິດສ້າງທັງໝົດ. ນີ້ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແລະ ເປັນຈຸດປະສົງຂອງແຜນພາລະກິດຂອງເຮົາສຳລັບຍຸກສຸດທ້າຍ ແລະ ແມ່ນພາລະກິດໜຶ່ງດຽວທີ່ຕ້ອງບັນລຸໄດ້ໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ແມ່ນຫຍັງຄືພາລະກິດແຫ່ງການຄຸ້ມຄອງມະນຸດຊາດ?

ຕໍ່ໄປ: 3. ເປົ້າໝາຍ ແລະ ຄວາມສຳຄັນຂອງແຕ່ຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້