ບົດທີ 3 ຄວາມຈິງກ່ຽວກັບສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ພາລະກິດທີ່ພຣະເຢໂຮວາກະທໍາຕໍ່ຊົນຊາດອິສຣະເອນນັ້ນ ໄດ້ສ້າງສະຖານທີ່ທີ່ເປັນຕົ້ນກໍາເນີດ ຂອງພຣະເຈົ້າເທິງແຜ່ນ ດິນໂລກເຊິ່ງພ້ອມນີ້ ຍັງເປັນສະຖານທີ່ທີ່ສັກສິດທີ່ພຣະອົງໄດ້ປະທັບຢູ່. ພຣະອົງໄດ້ຈໍາກັດພາລະກິດຂອງພຣະອົງສະ ເພາະຊົນຊາດອິສຣະເອນເທົ່ານັ້ນ. ທໍາອິດພຣະອົງບໍ່ໄດ້ດໍາເນີນພາລະກິດ ນອກດິນແດນອິສຣາເອນ ແຕ່ພຣະອົງເລຶອກ ຊົນຊາດທີ່ພຣະອົງເຫັນວ່າ ເໝາະສົມໃນການຈໍາກັດຂອບເຂດພາລະກິດຂອງພຣະອົງ. ອິສຣະເອນເປັນສະຖານທີ່ພຣະເຈົ້າສ້າງອາດາມ ແລະ ເອວາ. ພຣະເຢໂຮວາໄດ້ສ້າງມະນຸດຈາກລະອອງຝຸ່ນຂອງສະຖານທີ່ນັ້ນ ແລະ ດັ່ງນັ້ນ ສະຖານທີ່ດັ່ງກ່າວຈຶ່ງກາຍເປັນຖານພາລະກິດ ຂອງພຣະອົງໃນແຜ່ນດິນໂລກ. ຊົນຊາດອິສຣະເອນ ທີ່ເປັນລູກຫຼານຂອງໂນອາ ແລະ ທັງເປັນລູກຫຼານຂອງອາດາມ, ພວກເຂົາຄືມະນຸດທີ່ເປັນພື້ນຖານພາລະກິດຂອງພຣະເຢໂຮວາໃນແຜ່ນດິນໂລກ.

ໃນເວລານັ້ນ ຄວາມສໍາຄັນ, ຈຸດປະສົງ ແລະ ຂັ້ນຕອນພາລະກິດຂອງພຣະເຢໂຮວາ ໃນດິນແດນອິສຣະເອນແມ່ນເປັນການລິເລິ່ມພາລະກິດຂອງພຣະອົງ ໃນທົ່ວແຜ່ນດິນໂລກເຊິ່ງພຣະອົງ ໄດ້ຖືເອົາດິນແດນອິສຣະເອນເປັນຈຸດສູນກາງ, ແລ້ວຫລັງຈາກນັ້ນຈຶ່ງໄດ້ຄ່ອຍໆ ຂະຫຍາຍອອກໄປສູ່ບັນດາປະເທດຕ່າງໆ. ນີ້ຄືຫຼັກການ ການດໍາເນີນພາລະກິດຂອງ ພຣະອົງໃນທົ່ວຈັກກະວານເພື່ອສ້າງຮູບແບບ ພ້ອມຂະຫຍາຍກວ້າງອອກໄປ ຈົນກວ່າຜູ້ຄົນໃນທົ່ວຈັກກະວານຈະໄດ້ຮັບຂ່າວປະເສີດຂອງພຣະອົງ. ຄົນອິສຣະເອນຄົນທໍາອິດແມ່ນລູກຫຼານຂອງໂນອາ. ຜູ້ຄົນເຫຼົ່ານີ້ໄດ້ຮັບພຽງລົມຫາຍໃຈຈາກພຣະເຢໂຮວາ ແລະ ມີຄວາມເຂົ້າໃຈພຽງພໍທີ່ຈະດູແລ ຄວາມຈໍາເປັນຂັ້ນພື້ນຖານຂອງຊີວິດເທົ່ານັ້ນ. ແຕ່ພວກເຂົາບໍ່ຮູ້ວ່າພຣະເຢໂຮວາເປັນພຣະເຈົ້າແບບໃດ ຫຼື ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດແນວໃດ. ໃນເມື່ອເປັນດັ່ງນັ້ນ ຈະໃຫ້ພວກເຂົາເຄົາລົບບູຊາຕໍ່ພຣະເຈົ້າຜູ້ສ້າງສັບພະທຸກສິ່ງໄດ້ແນວໃດ? ສ່ວນທີ່ວ່າມີກົດເກນ ຫຼື ມີຂໍ້ບັນຍັດຫຍັງແດ່ທີ່ຕ້ອງເຊື່ອຟັງ? ມີພາລະກິດຫຍັງແດ່ທີ່ຜູ້ຖືກສ້າງຄວນເຮັດເພື່ອພຣະຜູ້ສ້າງ? ລູກຫຼານຂອງອາດາມແມ່ນບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງເຫຼົ່ານີ້. ສິ່ງທີ່ພວກເຂົາຮູ້ຄື ຜົວຄວນສະລະເຮື່ອແຮງເຮັດວຽກເພື່ອລ້ຽງດູຄອບຄົວ ແລະ ຜູ້ເປັນເມຍຄວນຖວາຍຕົນໃຫ້ກັບຜົວຂອງລາວເພື່ອສືບຕໍ່ ຂະຫຍາຍຊາດຕິພັນມະນຸດທີ່ພຣະເຢໂຮວາໄດ້ສ້າງຂຶ້ນ. ເວົ້າຢ່າງໜຶ່ງກໍຄື ຜູ້ຄົນເຫຼົ່ານີ້ທີ່ໄດ້ຮັບແຕ່ລົມຫາຍໃຈ ແລະ ຊີວິດຈາກພຣະເຢໂຮວາ ແມ່ນບໍ່ຮູ້ໃນເລຶ່ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ຫຼື ຮູ້ຈັກວິທີເຮັດໃຫ້ພຣະຜູ້ເປັນເຈົ້າຂອງສັບພະທຸກສິງ ເພິ່ງພໍໃຈ. ພວກເຂົາເຂົ້າໃຈນ້ອຍທີ່ສຸດ. ສະນັ້ນເຖິງແມ່ນວ່າ ໃນໃຈພວກເຂົາຈະບໍ່ຄົດໂກງ, ຫຼອກລວງ, ອິດສາບັງບຽດ ແລະ ຊີງດີຊີງເດັ່ນ ແຕ່ພວກເຂົາກໍຍັງບໍ່ມີຄວາມຮູ້ ຫຼື ເຂົ້າໃຈກ່ຽວກັບພຣະເຢໂຮວາ ນັ້ນກໍຄືພຣະຜູ້ເປັນເຈົ້າຂອງສັບພະທຸກສິ່ງ. ບັນພະບຸລຸດຂອງມະນຸດເຫຼົ່ານີ້ພຽງຮູ້ຈັກແຕ່ກິນ ແລະ ຊື່ນຊົມໃນສິ່ງທີ່ພຣະເຢໂຮວາມອບໃຫ້ ແຕ່ພວກເຂົາບໍ່ຮູ້ຈັກເຄົາລົບບູຊາພຣະເຢໂຮວາ. ພວກເຂົາບໍ່ຮູ້ວ່າພຣະເຢໂຮວາຄື ພຣະເຈົ້າທີ່ພວກເຂົາຄວນຄຸເຂົ່າກົ້ມຫົວລົງບູຊາ. ສະນັ້ນຈະເອີ້ນພວກເຂົາເປັນຄົນຂອງພຣະອົງໄດ້ແນວໃດ? ເມື່ອເປັນດັ່ງນັ້ນແລ້ວ, ຄໍາທີ່ວ່າ “ພຣະອົງສ້າງມະນຸດເພື່ອວ່າມະນຸດຈະໄດ້ປະຈັກ, ສັນລະເສີນ ແລະ ເປັນຕົວແທນຂອງພຣະອົງ” ນັ້ນ ຈະບໍ່ເປັນຄໍາເວົ້າທີ່ໄຮ້ປະໂຫຍດບໍ? ຈະໃຫ້ຜູ້ຄົນທີ່ບໍ່ເຄົາລົບບູຊາຕໍ່ພຣະເຢໂຮວາມາເປັນປະຈັກພະຍານໃຫ້ກັບ ຄວາມສະຫງ່າລາສີຂອງພຣະອົງໄດ້ແນວໃດ? ຈະໃຫ້ພວກເຂົາມາເປັນການສະແດງເຖິງກຽດຕິຍົດຂອງ ພຣະອົງໄດ້ແນວໃດ? ແລ້ວຄໍາກ່າວຂອງພຣະເຢໂຮວາທີ່ວ່າ “ເຮົາສ້າງມະນຸດໃນຮູບພາບຂອງເຮົາ” ນັ້ນ ຈະບໍ່ກາຍເປັນອາວຸດໃນກໍາມືຂອງຊາຕານຜູ້ຊົ່ວຮ້າຍບໍ? ຄໍາກ່າວເຫຼົ່ານີ້ຈະບໍ່ເຮັດໃຫ້ພຣະເຢໂຮວາ ຜູ້ສ້າງມະນຸດນັ້ນອັບອາຍຂາຍໜ້າບໍ? ເພື່ອສໍາເລັດຂັ້ນຕອນຂອງພາລະກິດ, ຫລັງຈາກໄດ້ສ້າງມະນຸດເລິ່ມແຕ່ຍຸກອາດາມຈົນເຖິງຍຸກໂນອາ ພຣະເຢໂຮວາບໍ່ໄດ້ແນະນໍາ ຫຼື ຊີ້ນໍາພວກເຂົາ. ແຕ່ກົງກັນຂ້າມ ຈົນກວ່າຫລັງຈາກນໍ້າຖ້ວມໂລກ ພຣະອົງຈຶ່ງໄດ້ເລິ່ມຊີ້ນໍາຊົນຊາດອິສຣະເອນຜູ້ທີ່ເປັນລູກຫຼານຂອງໂນອາ ແລະ ອາດາມ. ພາລະກິດຂອງພຣະອົງ ແລະ ພຣະທໍາທີ່ພຣະອົງກ່າວໃນດິນແດນອິສຣະເອນໄດ້ຊີ້ນໍາຜູ້ຄົນ ໃນດິນແດນອິສຣະເອນທັງໝົດ ໃນຂະນະທີ່ພວກເຂົາດໍາລົງຊີວິດຂອງພວກເຂົາໃນທົ່ວດິນແດນອິສຣະເອນ ແລະ ດ້ວຍວິທີນີ້ຈຶ່ງໄດ້ສະແດງໃຫ້ມະນຸດເຫັນວາ ພຣະເຢໂຮວາບໍ່ໄດ້ເປັນພຽງຜູ້ໃຫ້ລົມຫາຍໃຈແກ່ມະນຸດເທົ່ານັ້ນ ມະນຸດຍັງໄດ້ຮັບຊີວິດມາຈາກພຣະອົງ ເປັນຊີວິດທີ່ເກີດຈາກລະອອງຝຸ່ນເຊິ່ງຖືກສ້າງໃຫ້ກາຍເປັນມະນຸດ, ນອກຈາກນັ້ນພຣະອົງຍັງສາມາດທໍາລາຍ ແລະ ສາບແຊ່ງມະນຸດ ແລະ ສາມາດນໍາໃຊ້ໄມ້ຄ້ອນຂອງພຣະອົງເພື່ອປົກຄອງມະນຸດຊາດ. ພ້ອມນັ້ນ ຍັງໄດ້ສະແດງໃຫ້ມະນຸດເຫັນວ່າພຣະເຢໂຮວາ ສາມາດນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ ແລະ ກ່າວພຣະຄໍາ ແລະ ປະຕິບັດຕໍ່ມະນຸດທັງຫຼາຍອີງຕາມເວລາຂອງກາງເວັນ ແລະ ກາງຄືນ. ພຣະອົງປະຕິບັດພາລະກິດພຽງເພື່ອໃຫ້ ສິ່ງທີ່ພຣະອົງສ້າງໄດ້ຮູ້ວ່າ ມະນຸດມາຈາກຂີ້ຝຸ່ນທີ່ພຣະອົງເກັບຂຶ້ນມາ ແລະ ຍິ່ງໄປກວ່ານັ້ນ ມະນຸດແມ່ນຖືກສ້າງຂຶ້ນໂດຍພຣະອົງເອງ. ບໍ່ພຽງເທົ່ານີ້ ແຕ່ ພາລະກິດທີ່ພຣະອົງເລິ່ມຕົ້ນໃນດິນແດນອິສຣະເອນນັ້ນແມ່ນເພື່ອໃຫ້ຜູ້ຄົນ ແລະ ຊາດຕ່າງໆ (ຕາມຄວາມຈິງແລ້ວ ຊາດຕ່າງໆທີ່ວ່ານີ້ບໍ່ແມ່ນຕ່າງຊາດຈາກອິສຣະເອນ ແຕ່ກົງກັນຂ້າມພວກເຂົາແມ່ນແຍກອອກມາຈາກຊົນຊາດອິສຣະເອນ ແລະ ຍັງເປັນລູກຫຼານຂອງອາດາມ ແລະ ເອວາຄືເກົ່າ) ໄດ້ຮັບຂ່າວປະເສີດຂອງພຣະເຢໂຮວາຈາກດິນແດນອິສຣະເອນ ເພື່ອມະນຸດທີ່ຖືກສ້າງຂຶ້ນທັງໝົດໃນຈັກກະວານຈະໄດ້ເຄົາລົບບູຊາພຣະເຢໂຮວາ ແລະ ຍົກພຣະອົງຂຶ້ນເປັນອົງທີ່ຍິ່ງໃຫຍ່. ຖ້າພຣະເຢໂຮວາບໍ່ໄດ້ເລິ່ມຕົ້ນພາລະກິດຂອງພຣະອົງໃນດິນແດນອິສຣະເອນ, ແຕ່ກົງກັນຂ້າມ ຫລັງຈາກສ້າງມະນຸດແລ້ວ ປ່ອຍໃຫ້ພວກເຂົາໃຊ້ຊີວິດຢ່າງເປັນອິດສະລະເທິງແຜ່ນດິນໂລກ. ຖ້າເປັນດັ່ງນັ້ນ, ດ້ວຍວ່າ ທໍາມະຊາດຮ່າງກາຍຂອງມະນຸ (ທໍາມະຊາດໝາຍເຖິງວ່າ ມະນຸດຈະບໍ່ສາມາດຮູ້ຈັກສິ່ງທີ່ຕົນເອງບໍ່ສາມາດເຫັນ ເຊິ່ງເວົ້າໄດ້ອີກວ່າ ຕົນເອງຈະບໍ່ຮູ້ວ່າ ພຣະເຢໂຮວາຄືຜູ້ສ້າງມະນຸດ ແລະ ບໍ່ຮູ້ວ່າພຣະອົງສ້າງເພື່ອຫຍັງ) ມະນຸດຈະບໍ່ມີທາງຮູ້ວ່າ ພຣະເຢໂຮວາເປັນຜູ້ສ້າງມະນຸດ ຫຼື ພຣະອົງຄືພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ຖ້າພຣະເຢໂຮວາໄດ້ສ້າງມະນຸດ ແລ້ວປ່ອຍປະພວກເຂົາໄວ້ເທິງແຜ່ນດິນໂລກເພື່ອເປັນສິ່ງຂອງທີ່ພຣະອົງຊື່ນຊົມ ແລ້ວແທນທີ່ພຣະອົງຈະຢູ່ກັບມະນຸດ ເພື່ອຊີ້ນໍາພວກເຂົາໃນໄລຍະເວລາໜຶ່ງ, ແຕ່ພຣະອົງໄດ້ປັດມື ແລ້ວໜີໄປ. ຖ້າເປັນດັ່ງນັ້ນ, ມະນຸດຊາດທັງປວງກໍຈະກັບໄປສູ່ຄວາມຫວ່າງເປົ່າເໝືອນເດີມ; ແມ່ນແຕ່ ສະຫວັນ, ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງທີ່ພຣະອົງສ້າງ ແລະ ມວນມະນຸດຊາດ ກໍຈະກັບຄືນໄປສູ່ຄວາມຫວ່າງເປົ່າ ແລະ ຍິ່ງໄປກວ່ານັ້ນ ຈະຖືກຢຽບຍໍ່າທໍາລາຍໂດຍຊາຕານ. ໃນວີທີນີ້ ພຣະເຢໂຮວາຫວັງວ່າ: “ເທິງແຜ່ນດິນໂລກ ນັ້ນກໍຄື ໃນທ່າມກາງຂອງການເນລະມິສ້າງຂອງພຣະອົງ ພຣະອົງຄວນຈະມີບ່ອນຢືນທີ່ເປັນສະຖານທີ່ສັກສິດ” ກໍຈະຖືກທໍາລາຍໝົດສິ້ນ. ສະນັ້ນ, ຫລັງຈາກການເນລະມິດສ້າງມະນຸດແລ້ວ ພຣະອົງໄດ້ຢູ່ໃນທ່າມກາງມະນຸດເພື່ອຊີ້ນໍາພວກເຂົາໃນການດໍາລົງຊີວິດ ແລະ ກ່າວຕໍ່ມະນຸດໃນທ່າມກາງພວກເຂົາ, ທັງໝົດນີ້ແມ່ນເພື່ອບັນລຸຄວາມປະສົງ ແລະ ແຜນການຂອງພຣະອົງ. ພາລະກິດທີ່ພຣະອົງໄດ້ກະທໍາໃນດິນແດນອິສຣະເອນແມ່ນເພື່ອປະຕິບັດແຜນການທີ່ພຣະອົງໄດ້ວາງໄວ້ກ່ອນ ການເນລະມິດສ້າງສັບພະທຸກສິ່ງທັງປວງຂອງພຣະອົງ. ດັ່ງນັ້ນ ການປະຕິບັດພາລະກິດທໍາອິດໃນທ່າມກາງຊົນຊາດອິສຣະເອນ ແລະ ການເນລະມິດສ້າງສັບພະສິ່ງທັງປວງຂອງພຣະອົງແມ່ນບໍ່ໄດ້ຂັດແຍ່ງກັນ ແຕ່ທັງສອງຢ່າງແມ່ນເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອພາລະກິດ, ຄວາມສະຫງ່າລາສີ ແລະ ພ້ອມນີ້ໍກໍເພື່ອການສ້າງມະນຸດຂອງພຣະອົງໃຫ້ມີຄວາມໝາຍຢ່າງເລິກເຊິ່ງ. ຫລັງຈາກໂນອາ ພຣະອົງໄດ້ນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກເປັນເວລາສອງພັນປີ ເຊິ່ງໃນໄລຍະນັ້ນພຣະອົງໄດ້ສິດສອນມະນຸດໃຫ້ເຂົ້າໃຈເຖິງວິທີເຄົາລົບບູຊາພຣະເຢໂຮວາ ທີ່ເປັນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ສິດສອນວິທີປະຕິບັດຕໍ່ຊີວິດຂອງຕົນ, ວິທີດໍາເນີນຊີວິດ ແລະ ສໍາຄັນທີ່ສຸດ ວິທີປະຕິບັດໃນການເປັນພະຍານຕໍ່ພຣະເຢໂຮວາ; ວິທີການຖວາຍຄວາມເຊື່ອຟັງໃຫ້ກັບພຣະອົງ, ມອບຄວາມເຄົາລົບບູຊາໃຫ້ແດ່ພຣະອົງ ແລະ ພ້ອມທັງການສັນລະເສີນພຣະອົງດ້ວຍດົນຕີເໝືອນດັ່ງດາວິດ ແລະ ກຸ່ມມະຫາປະໂລຫິດຂອງລາວໄດ້ກະທໍາ.

(ຄັດຈາກບົດ “ພາລະກິດໃນຍຸກແຫ່ງພຣະບັນຍັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຢໂຮວາສ້າງມະນຸດຊາດ ເວົ້າໄດ້ວ່າ ພຣະອົງສ້າງບັນພະບຸລຸດຂອງມະນຸດຊາດ, ອາດາມ ແລະ ເອວາ, ແຕ່ພຣະອົງບໍ່ໄດ້ປະທານຄວາມສະຫຼາດ ຫຼື ສະຕິປັນຍາເພີ່ມເຕີມໃຫ້ກັບພວກເຂົາ. ເຖິງແມ່ນວ່າພວກເຂົາໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກແລ້ວ, ພວກເຂົາກໍເກືອບຈະບໍ່ເຂົ້າໃຈຫຍັງເລີຍ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຢໂຮວາໃນການສ້າງມະນຸດກໍສຳເລັດແຕ່ພຽງເຄິ່ງດຽວ ແລະ ແຮງໄກຈາກຄວາມສົມບູນ. ພຣະອົງພຽງແຕ່ສ້າງແບບຢ່າງຂອງມະນຸດຈາກດິນໜຽວ ແລະ ມອບລົມຫາຍໃຈຂອງພຣະອົງໃຫ້ກັບມັນ, ແຕ່ບໍ່ໄດ້ປະທານຄວາມເຕັມໃຈຢ່າງພຽງພໍໃຫ້ກັບມະນຸດເພື່ອໃຫ້ພວກເຂົາໄດ້ເຄົາລົບບູຊາພຣະອົງ. ໃນຕອນເລີ່ມຕົ້ນນັ້ນ ມະນຸດບໍ່ມີຄວາມຄິດທີ່ຈະເຄົາລົບນັບຖືພຣະອົງ ຫຼື ຢຳເກງພຣະອົງ. ມະນຸດພຽງແຕ່ຮູ້ວິທີການຟັງພຣະທຳຂອງພຣະອົງ ແຕ່ບໍ່ມີຄວາມຮູ້ພື້ນຖານກ່ຽວກັບຊີວິດເທິງແຜ່ນດິນໂລກ ແລະ ກ່ຽວກັບກົດລະບຽບທີ່ເໝາະສົມຂອງຊີວິດມະນຸດ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງຜູ້ຊາຍ ແລະ ຜູ້ຍິງ ແລະ ສຳເລັດແຜນການພາຍໃນເຈັດມື້, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພຣະອົງໄດ້ສຳເລັດໃນການສ້າງມະນຸດ ຍ້ອນວ່າ ມະນຸດຍັງເປັນແກບເຂົ້າ ແລະ ຂາດຄວາມເປັນຈິງຂອງການເປັນມະນຸດຢູ່. ມະນຸດຮູ້ພຽງແຕ່ວ່າ ພຣະເຢໂຮວາສ້າງມະນຸດຊາດ, ແຕ່ເຂົາບໍ່ຮູ້ຫຍັງເລີຍກ່ຽວກັບການປະຕິບັດຕາມພຣະທຳ ຫຼື ພຣະບັນຍັດຂອງພຣະເຢໂຮວາ. ດັ່ງນັ້ນ ຫລັງຈາກມະນຸດຊາດເກີດມາ, ພາລະກິດຂອງພຣະເຢໂຮວາຍັງຫ່າງໄກຈາກຄວາມສຳເລັດ. ພຣະອົງຍັງຕ້ອງໄດ້ນໍາມະນຸດໃຫ້ມາຫາພຣະອົງຢ່າງແທ້ຈິງ ເພື່ອພວກເຂົາຈະສາມາດດໍາລົງຊີວິດຮ່ວມກັນເທິງແຜ່ນດິນໂລກ ແລະ ເຄົາລົບບູຊາພຣະອົງ ແລະ ດ້ວຍການຊີ້ນໍາຂອງພຣະອົງ ພວກເຂົາຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງແຫ່ງການດໍາລົງຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດທີ່ດໍາເນີນພາຍໃຕ້ພຣະນາມຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ, ນັ້ນກໍຄື ພຽງແຕ່ເມື່ອນັ້ນ ພາລະກິດແຫ່ງການສ້າງໂລກຂອງພຣະເຢໂຮວາຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສະນັ້ນ ຫລັງຈາກສ້າງມະນຸດ ພຣະອົງຕ້ອງໄດ້ນໍາພາຊີວິດມະນຸດຊາດເທິງແຜ່ນດິນໂລກເປັນເວລາຫຼາຍພັນປີ ເພື່ອມະນຸດຊາດຈະໄດ້ປະຕິບັດຕາມພຣະດໍາລັດ ແລະ ພຣະບັນຍັດຂອງພຣະອົງ ແລະ ເຂົ້າຮ່ວມໃນກິດຈະກໍາຕ່າງໆຂອງຊີວິດໃນແບບມະນຸດປົກກະຕິເທິງແຜ່ນດິນໂລກ. ພຽງແຕ່ເມື່ອນັ້ນ ພາລະກິດຂອງພຣະເຢໂຮວາຈຶ່ງຈະສໍາເລັດຜົນຢ່າງສົມບູນ. ພຣະອົງຮັບພາລະກິດນີ້ຫຼັງຈາກທີ່ໄດ້ສ້າງມະນຸດຊາດ ແລະ ສືບຕໍ່ຈົນເຖິງສະໄໝຂອງຢາໂຄບ ເຊິ່ງເປັນເວລາທີ່ພຣະອົງໄດ້ເຮັດໃຫ້ບຸດຊາຍສິບສອງຄົນຂອງຢາໂຄບກາຍເປັນສິບສອງຊົນເຜົ່າຂອງອິດສະຣາເອັນ. ຈາກເວລານັ້ນເປັນຕົ້ນໄປ, ປະຊາຊົນອິດສະຣາເອັນທັງໝົດໄດ້ກາຍເປັນມະນຸດຊາດທີ່ພຣະອົງນໍາພາຢ່າງເປັນທາງການເທິງແຜ່ນດິນໂລກ ແລະ ອິດສະຣາເອັນກໍກາຍມາເປັນສະຖານທີ່ພິເສດຢູ່ເທິງແຜ່ນດິນໂລກທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ພຣະເຢໂຮວາໄດ້ສ້າງກຸ່ມຄົນເຫຼົ່ານີ້ໃຫ້ເປັນກຸ່ມຄົນທຳອິດທີ່ພຣະອົງປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ ແລະ ພຣະອົງໄດ້ເຮັດໃຫ້ດິນແດນອິດສະຣາເອັນທັງໝົດເປັນຈຸດກຳເນີດພາລະກິດຂອງພຣະອົງ ໂດຍໃຊ້ພວກເຂົາໃຫ້ເປັນຈຸດເລີ່ມຕົ້ນຂອງພາລະກິດທີ່ຍິ່ງໃຫຍ່ກວ່າເດີມ ເພື່ອວ່າ ທຸກຄົນທີ່ເກີດຈາກພຣະອົງເທິງແຜ່ນດິນໂລກຈະຮູ້ຈັກວິທີການເຄົາລົບພຣະອົງ ແລະ ວິທີການດຳລົງຊີວິດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ການກະທຳຂອງຊາວອິດສະຣາເອັນກໍໄດ້ກາຍມາເປັນຕົວຢ່າງທີ່ປະຊາຊົນຂອງຕ່າງຊາດປະຕິບັດຕາມ ແລະ ສິ່ງທີ່ກ່າວທ່າມກາງປະຊາຊົນອິດສະຣາເອັນກໍກາຍມາເປັນພຣະທຳທີ່ຊາວຕ່າງຊາດຟັງ. ຍ້ອນພວກເຂົາເປັນຄົນທຳອິດທີ່ໄດ້ຮັບກົດເກນ ແລະ ພຣະບັນຍັດຕ່າງໆຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເປັນຄົນທຳອິດທີ່ຮູ້ຈັກວິທີການເຄົາລົບຕໍ່ແນວທາງຂອງພຣະເຢໂຮວາ. ພວກເຂົາເປັນບັນພະບຸລຸດຂອງມະນຸດຊາດຜູ້ເຊິ່ງຮູ້ຈັກແນວທາງຂອງພຣະເຢໂຮວາ ພ້ອມທັງເປັນຕົວແທນຂອງມະນຸດຊາດທີ່ພຣະເຢໂຮວາໄດ້ເລືອກໄວ້.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນໄລຍະຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາໄດ້ວາງຂໍ້ບັນຍັດຫຼາຍຂໍ້ໃຫ້ກັບໂມເຊ ເພື່ອນໍາໄປໃຊ້ກັບຊົນຊາດອິສຣະເອນຜູ້ທີ່ຕິດຕາມລາວອອກຈາກອິຢິບ. ພຣະບັນຍັດເຫຼົ່ານີ້ແມ່ນພຣະເຢໂຮວາໄດ້ມອບໃຫ້ ຊົນຊາດອິສຣະເອນ ແລະ ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊົນຊາດອິຢິບ. ພຣະບັນຍັດແມ່ນຖືກວາງອອກ ເພື່ອຄວບຄຸມຊົນຊາດອິສຣະເອນ. ພຣະເຈົ້າໄດ້ນໍາໃຊ້ພຣະບັນຍັດເພື່ອບັງຄັບພວກເຂົາ. ບໍ່ວ່າພວກເຂົາຈະນັບຖືວັນຊະບາໂຕ ຫຼື ພວກເຂົາຈະບູຊາພະທຽມ ແລະ ອື່ນໆ. ກົດພຣະບັນຍັດເຫຼົ່ານີ້ຄືຫຼັກການ ຂອງການຕັດສິນຄວາມບາບ ຫຼື ຄວາມຊອບທໍາຂອງພວກເຂົາ. ໃນບັນດາພວກເຂົາ ຈະມີຜູ້ຄົນທີ່ຖືກເຜົາໄໝ້ ດ້ວຍໄຟຂອງພຣະເຢໂຮວາ, ບາງຄົນຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ ແລະ ບາງຄົນໄດ້ຮັບພອນຈາກພຣະເຢໂຮວາ. ສິ່ງນີ້ຖືກກໍານົດຂຶ້ນອີງຕາມວ່າພວກເຂົາເຊື່ອຟັງ ກົດພຣະບັນຍັດເຫຼົ່ານີ້ຫຼືບໍ່. ຜູ້ທີ່ບໍ່ນັບຖືວັນຊະບາໂຕຈະຖືກລົງໂທດ ດ້ວຍການແກວ່ງໝາກຫິນໃສ່ຈົນຕາຍ. ມະຫາປະໂລຫິດທີ່ບໍ່ນັບຖືວັນຊະບາໂຕຈະຖືກເຜົາໄໝ້ດ້ວຍໄຟຂອງພຣະເຢໂຮວາ. ຜູ້ທີ່ບໍ່ສະແດງຄວາມເຄົາລົບຕໍ່ພໍ່ແມ່ ກໍຈະຖືກລົງໂທດດ້ວຍການແກວ່ງໝາກຫິນໃສ່ຈົນຕາຍເຊັ່ນດຽວກັນ. ທັງໝົດນີ້ຖືກຍົກຍ້ອງໂດຍພຣະເຢໂຮວາ. ພຣະເຢໂຮວາໄດ້ສ້າງຕັ້ງກົດບັນຍັດ ແລະ ກົດໝາຍຂອງພຣະອົງ ກໍຍ້ອນວ່າ ໃນຂະນະທີ່ພຣະອົງນໍາພາຊີວິດຂອງພວກເຂົານັ້ນ ພວກເຂົາຈະໄດ້ຮັບຟັງ ແລະ ເຊື່ອຟັງພຣະທໍາຂອງພຣະອົງ ແລະ ຈະບໍ່ຕໍ່ຕ້ານພຣະອົງ. ພຣະອົງໃຊ້ກົດບັນຍັດເຫຼົ່ານີ້ເພື່ອຄວບຄຸມເຊື້ອຊາດມະນຸດທີ່ກໍາລັງເກີດໃໝ່ ແລະ ເພື່ອປູພື້ນຖານສໍາລັບການດໍາເນີນພາລະກິດຂອງພຣະອົງໃນອະນາຄົດ. ສະນັ້ນ ພາລະກິດທີ່ພຣະເຢໂຮວາກະທໍາໃນຍຸກທໍາອິດຈຶ່ງເອີ້ນວ່າ ຍຸກແຫ່ງພຣະບັນຍັດ. ເຖິງແມ່ນວ່າ ພຣະເຢໂຮວາໄດ້ສ້າງພຣະທໍາຫຼາຍຂໍ້ ແລະ ໄດ້ກະທໍາພາລະກິດຫຼາຍຢ່າງ ພຣະອົງພຽງຊີ້ນໍາຜູ້ຄົນໄປໃນທາງບວກ, ສິດສອນຜູ້ຄົນທີ່ໄຮ້ດຽງສາເຫຼົ່ານີ້ໃຫ້ຮຽນຮູ້ເຖິງວິທີການເປັນມະນຸດ, ວິທີການດໍາລົງຊີວິດ ແລະ ການເຂົ້າໃຈວິທີທາງຂອງພຣະເຢໂຮວາ. ສ່ວນໃຫຍ່ ພາລະກິດທີ່ພຣະອົງກະທໍາແມ່ນ ເພື່ອໃຫ້ຜູ້ຄົນນັບຖືວິທີທາງຂອງພຣະອົງ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ພາລະກິດໄດ້ປະຕິບັດກັບຜູ້ຄົນທີ່ຊົ່ວຮ້າຍພຽງເລັກນ້ອຍ ເຊິ່ງບໍ່ໄດ້ຂະຫຍາຍໄປເຖິງການປ່ຽນແປງຈິດໃຈ ຫຼື ຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ພຣະອົງເນັ້ນໃນເລຶ່ອງໃຊ້ພຣະບັນຍັດເພື່ອກີດກັ້ນ ແລະ ຄວບຄຸມຜູ້ຄົນ. ສໍາລັບຊົນຊາດອິສຣະເອນໃນເວລານັ້ນ ພຣະເຢໂຮວາແມ່ນເປັນພຽງພຣະເຈົ້າໃນພຣະວິຫານ ແລະ ພຣະເຈົ້າໃນສະຫວັນເທົ່ານັ້ນ. ພຣະອົງເປັນເສົາເມກ ແລະ ເສົາໄຟ. ສິ່ງທີ່ພຣະເຢໂຮວາຕ້ອງການຈາກພວກເຂົາກໍຄືການເຊື່ອຟັງໃນສິ່ງທີ່ຜູ້ຄົນໃນມື້ນີ້ຮູ້ຈັກດີ ນັ້ນກໍຄື ກົດໝາຍ ແລະ ພຣະບັນຍັດ ເຊິ່ງອາດເວົ້າໄດ້ອີກວ່າເປັນກົດເກນ. ເນື່ອງຈາກວ່າສິ່ງທີ່ພຣະເຢໂຮວາໄດ້ກະທໍານັ້ນ ບໍ່ແມ່ນເພື່ອປ່ຽນແປງພວກເຂົາ ແຕ່ເພື່ອບັນດານພວກເຂົາໃຫ້ມີສິ່ງທີ່ມະນຸດຄວນມີ ແລະ ເພື່ອແນະນໍາພວກເຂົາຈາກປາກຂອງພຣະອົງ ເພາະວ່າຫລັງຈາກຖືກສ້າງແລ້ວ ມະນຸດບໍ່ມີສິ່ງທີ່ພວກເຂົາຄວນມີ. ສະນັ້ນ ພຣະເຢໂຮວາຈຶ່ງບັນດານຜູ້ຄົນໃຫ້ມີສິ່ງທີ່ພວກເຂົາຄວນມີເພື່ອປະກອບເຂົ້າ ໃນການດໍາລົງຊີວິດຂອງພວກເຂົາໃນແຜ່ນດິນໂລກນີ້, ເຮັດໃຫ້ ຜູ້ຄົນທີ່ພຣະອົງນໍາພາມີຖານະດີກວ່າບັນພະບຸລຸດຂອງພວກເຂົາ ນັ້ນກໍຄື ອາດາມ ແລະ ເອວາ, ຍ້ອນວ່າສິ່ງພຣະເຢໂຮວາໄດ້ມອບໃຫ້ພວກເຂົາແມ່ນດີກວ່າ ສິ່ງທີ່ພຣະອົງໄດ້ມອບໃຫ້ອາດາມ ແລະ ເອວາໃນເບື້ອງຕົ້ນ. ແນວໃດກໍຕາມ ພາລະກິດທີ່ພຣະເຢໂຮວາກະທໍາໃນດິນແດນອິສຣະເອນ ແມ່ນເປັນພຽງການຊີ້ນໍາມະນຸດຊາດ ແລະ ເຮັດໃຫ້ມະນຸດຮັບຮູ້ພຣະຜູ້ສ້າງຂອງພວກເຂົາ. ພຣະອົງບໍ່ໄດ້ເອົາຊະນະ ຫຼື ປ່ຽນແປງພວກເຂົາ ແຕ່ພຽງຊີ້ນໍາພວກເຂົາ. ນີ້ຄື ຜົນລວມຂອງພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ. ມັນເປັນເບື້ອງຫລັງ, ເປັນເລຶ່ອງຈິງ, ເປັນໃຈຄວາມຂອງພາລະກິດຂອງພຣະອົງໃນທົ່ວແຜ່ນດິນຂອງອິສຣະເອນ ແລະ ເປັນການເລິ່ມຕົ້ນພາລະກິດຫົກພັນປີຂອງພຣະອົງ ເພື່ອເຮັດໃຫ້ມະນຸດຢູ່ພາຍໃຕ້ການຄວບຄຸມຂອງພຣະເຢໂຮວາ. ຜົນຈາກພາລະກິດດັ່ງກ່າວເຮັດໃຫ້ເກີດມີພາລະກິດ ເພິ່ມຂຶ້ນໃນແຜນ ການຄຸ້ມຄອງຫົກພັນປີຂອງພຣະອົງ.

(ຄັດຈາກບົດ “ພາລະກິດໃນຍຸກແຫ່ງພຣະບັນຍັດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດທີ່ພຣະເຢຊູໄດ້ກະທໍາແມ່ນສອດຄ່ອງກັບຄວາມຕ້ອງການຂອງມວນມະນຸດຊາດໃນສະໄຫມນັ້ນ. ໜ້າທີ່ຂອງພຣະອົງແມ່ນເພື່ອໄຖ່ບາບມະນຸດ, ໃຫ້ອະໄພບາບພວກເຂົາ ແລະ ດັ່ງນັ້ນ ບຸກຄະລິກຂອງພຣະອົງທັງໝົດກໍຄືຄວາມຖ່ອມຕົນ, ຄວາມອົດທົນ, ຄວາມຮັກ, ຄວາມສັດຊື່, ຄວາມອົດທົນ, ຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງໄດ້ປະທານພອນໃຫ້ແກ່ມະນຸດຢ່າງຫລວງຫລາຍ ແລະ ນໍາຄວາມກະລຸນາມາສູ່ພວກເຂົາຢ່າງມາກມາຍກ່າຍກອງ ແລະ ທຸກສິ່ງທຸກຢ່າງທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກໄດ້ ພຣະອົງແມ່ນໄດ້ມອບໃຫ້ພວກເຂົາເພື່ອຄວາມສຸກຂອງພວກເຂົາ, ນັ້ນກໍຄື ຄວາມສັນຕິສຸກ, ຄວາມສຸກ, ຄວາມອົດທົນ, ຄວາມຮັກ, ຄວາມເມດຕາ ແລະ ຄວາມຮັກກະລຸນາຂອງພຣະອົງ. ໃນເວລານັ້ນ, ທຸກຢ່າງທີ່ມະນຸດປະສົບພົບພໍ້ ລ້ວນແຕ່ແມ່ນຄວາມອຸດົມສົມບູນທີ່ສາມາດເຮັດໃຫ້ມີຄວາມສຸກໄດ້: ຫົວໃຈຂອງພວກເຂົາຢູ່ໃນຄວາມສະຫງົບ ແລະ ໄວ້ວາງໃຈ, ຈິດໃຈຂອງພວກເຂົາໄດ້ຮັບການປອບໂຍນ ແລະ ພວກເຂົາໄດ້ຮັບການອຸ້ມຊູຈາກພຣະຜູ້ຊ່ອຍໃຫ້ລອດ ນັ້ນກໍຄືພຣະເຢຊູ. ພວກເຂົາສາມາດໄດ້ຮັບສິ່ງເຫລົ່ານີ້ເປັນຜົນມາຈາກພາລະກິດຂອງຍຸກທີ່ພວກເຂົາມີຊີວິດຢູ່. ໃນຍຸກແຫ່ງພຣະຄຸນ, ມວນມະນຸດໄດ້ຮັບຄວາມເສື່ອມໂຊມຈາກຊາຕານມາແລ້ວ ແລະ ດັ່ງນັນ, ພາລະກິດຂອງການໄຖ່ບາບມວນມະນຸດຊາດຈຶ່ງຕ້ອງການຄວາມກະລຸນາຢ່າງໃຫຍ່ຫຼວງ, ຄວາມອົດກັ້ນ ແລະ ອົດທົນຢ່າງໜັກ ແລະ ນອກຈາກນັ້ນ ເພື່ອປະສົບຄວາມສໍາເລັດຂອງຍຸກ ຈຶ່ງມີການຖວາຍຢ່າງພຽງພໍເພື່ອຊົດໃຊ້ບາບຂອງມະນຸດ. ສິ່ງທີ່ມວນມະນຸດໄດ້ເຫັນໃນຍຸກແຫ່ງພຣະຄຸນແມ່ນການຊົດເຊີຍບາບຂອງມວນມະນຸດຂອງເຮົາ, ນັ້ນຄື ພຣະເຍຊູ. ທັງຫມົດທີ່ພວກເຂົາຮູ້ກ່ຽວກັບພຣະເຈົ້າ ຄືຄວາມເມດຕາ ແລະ ອົດທົດ; ແລະ ທັງຫມົດທີ່ພວກເຂົາເຫັນຄືຄວາມເມດຕາ ແລະ ຄວາມຮັກກາລຸນາຂອງພຣະເຢຊູ. ທັງໝົດນີເປັນເພາະວ່າພວກເຂົາຢູ່ໃນຍຸກແຫ່ງພຣະຄຸນ. ດັ່ງນັ້ນ ກ່ອນທີ່ພວກເຂົາຈະໄດ້ຮັບການໄຖ່ບາບ ພວກເຂົາຕ້ອງພະເຊີນກັບຄວາມກະລຸນາຫຼາຍຮູບແບບ ທີ່ພຣະເຢຊູໄດ້ມອບໃຫ້ແກ່ພວກເຂົາ ເຊິ່ງມັນມີປະໂຫຍດຕໍ່ພວກເຂົາຫຼາຍ. ດ້ວຍວິທີນີ້, ພວກເຂົາສາມາດໄດ້ຮັບການອະໄພບາບທີ່ພວກເຂົາກະທຳໂດຍຜ່ານການເສບສຸກໃນຍຸກພຣະຄຸນ ແລະ ຍັງສາມາດໄດ້ຮັບການໄຖ່ບາບໂດຍຜ່ານຄວາມອົດທົນ ອົດກັ້ນຂອງພຣະເຢຊູອີກ. ມີພຽງການອົດທົນອົດກັ້ນຂອງພຣະເຢຊູເທົ່ານັ້ນ ພວກເຂົາຈຶ່ງມີສິດທີ່ຈະໄດ້ຮັບການໃຫ້ອະໄພ ແລະ ເສບສຸກຄວາມອຸດົມສົມບູນຂອງຄວາມກະລຸນາທີ່ໄດ້ຮັບຈາກພຣະເຢຊູ, ດັ່ງທີ່ພຣະອົງໄດ້ກ່າວວ່າ: ເຮົາບໍ່ໄດ້ມາໄຖ່ບາບໃຫ້ຄົນຊອບທໍາ ແຕ່ມາເພື່ອໄຖ່ບາບໃຫ້ຄົນຜິດບາບ, ເພື່ອເຮັດໃຫ້ຄົນບາບໄດ້ຮັບການອະໄພບາບ. ຖ້າຫາກວ່າພຣະເຢຊູບັງເກີດເປັນມະນຸດກັບການພິພາກສາລົງໂທດ, ການສາບແຊ່ງ ແລະ ຄວາມບໍອົດທົນຕໍ່ຄວາມຜິດຂອງມວນມະນຸດຊາດ, ມະນຸດຈະບໍ່ມີໂອກາດທີ່ຈະໄຖ່ບາບ ແລະ ຄົງຈະເປັນບາບຕະຫຼອດໄປ. ຖ້າເປັນດັ່ງນັ້ນ, ແຜນການຄຸ້ມຄອງຫົກພັນປີຄົງຈະສິ້ນສຸດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະບັນຍັດ ກໍ່ຈະແກ່ຍາວຕະຫຼອດຫົກພັນປີ. ບາບຂອງມະນຸດຈະເພີ່ມຫຼາຍຂຶ້ນ ແລະ ໂສກເສົ້າຫຼາຍຂຶ້ນ ແລະ ການສ້າງມະນຸດຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມະມຸດກໍ່ຈະສາມາດພຽງແຕ່ຮັບໃຊ້ພະເຢໂຮວາພາຍໃຕ້ພຣະບັນຍັດເທົ່ານັ້ນ, ແຕ່ບາບຂອງພວກເຂົາຈະຫຼາຍເກີນກວ່າ ບາບຂອງມະນຸດທີ່ຖືກສ້າງຂຶ້ນມາໃນຄັ້ງທໍາອິດ. ຍິ່ງພຣະເຢຊູຮັກມະນຸດຊາດເທົ່າໃດ, ໃຫ້ອະໄພບາບເຂົາເຈົ້າຫຼາຍເທົ່າໃດ ແລະ ມອບຄວາມເມດຕາ ແລະ ຄວາມຮັກກະລຸນາໃຫ້ພວກເຂົາຢ່າງພຽງພໍເທົ່າໃດ, ມວນມະນຸດກໍ່ຍິ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼາຍເທົ່ານັ້ນ ແລະ ຖືກເອີ້ນວ່າລູກແກະທີ່ສູນຫາຍ ທີ່ພຣະເຢຊູໄດ້ຊື້ຄືນໃນລາຄາທີ່ແພງທີ່ສຸດ. ຊາຕານບໍ່ສາມາດເຂົ້າຮ່ວມໃນພາລະກິດນີ້ໄດ້ ເພາະວ່າພຣະເຢຊູປະຕິບັດຕໍ່ຜູ້ຕິດຕາມພຣະອົງຄືຜູ້ເປັນແມ່ທີ່ຮັກລູກປະຕິບັດຕໍ່ລູກໃນອ້ອມກອດອັນອົບອຸ່ນຂອງນາງ. ພຣະອົງບໍ່ໄດ້ໂກດເຄືອງພວກເຂົາ ຫລື ດູຫມິ່ນພວກເຂົາ ແຕ່ເຕັມໄປດ້ວຍຄວາມປອບໂຍນ; ພຣະອົງບໍ່ເຄີຍ ໂກດແຄ້ນໃນທ່າມກາງພວກເຂົາ ແຕ່ໄດ້ອົດທົນກັບບາບຂອງພວກເຂົາ ແລະ ມອງຂ້າມຄວາມໂງ່ຂອງພວກເຂົາ ແລະ ຄວາມໄຮ້ດຽງສາຂອງພວກເຂົາ ຈົນເຖິງຂັ້ນກ່າວວ່າ: “ໃຫ້ອະໄພຜູ້ອື່ນເຈັດສິບເທື່ອຄູນເຈັດເທື່ອ.” ດັ່ງນັ້ນຫົວໃຈຂອງພຣະອົງຫັນປ່ຽນຫົວໃຈຂອງຄົນອື່ນ. ແລ້ວມັນກໍແມ່ນວິທີນີ້ເອງທີ່ຜູ້ຄົນໄດ້ຮັບການໃຫ້ອະໄພບາບໂດຍຜ່ານການອົດທົນຂອງພຣະອົງ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຖິງແມ່ນວ່າພຣະເຢຊູຢູ່ໃນການບັງເກີດເປັນມະນຸດຂອງພຣະອົງ ຈະປາດສະຈາກຄວາມຮູ້ສຶກໃດໆ, ພຣະອົງຍັງ ປອບໃຈພວກສາວົກຂອງພຣະອົງ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ. ເຖິງວ່າພຣະອົງໄດ້ເຮັດເພື່ອສາວົກຂອງພຣະອົງຫຼາຍເທົ່າໃດ ຫຼື ໄດ້ທົນທຸກທໍລະມານຫຼາຍເທົ່າໃດ, ພຣະອົງບໍ່ເຄີຍຮຽກຮ້ອງຈາກຄົນຂອງພຣະອົງເກີນຄວາມຈຳເປັນເລີຍ, ແຕ່ຊ້ຳພັດອົດທົນ ແລະ ຮັບບາບແທນພວກເຂົາ ຈົນເຮັດໃຫ້ຄົນທີ່ຢູ່ໃນ ຍຸກແຫ່ງຄວາມກະລຸນາ ເອີ້ນພຣະອົງວ່າ “ພຣະຜູ້ຊ່ວຍໃຫ້ລອດທີ່ໜ້າຮັກ ພຣະເຢຊູເຈົ້າ.” ສຳລັບຜູ້ຄົນໃນເວລານັ້ນ ແລະ ສຳລັບທຸກຄົນ, ສິ່ງທີ່ພຣະເຢຊູມີ ແລະ ເປັນ ແມ່ນຄວາມເມດຕາ ແລະ ຄວາມຮັກກະລຸນາ. ພຣະອົງບໍ່ເຄີຍຈົດຈໍາການລ່ວງລະເມີດຂອງຜູ້ຄົນ ແລະ ການປະຕິບັດຂອງພຣະອົງຕໍ່ພວກເຂົາເຈົ້າບໍ່ໄດ້ຂຶ້ນຢູ່ກັບການລ່ວງລະເມີດຂອງພວກເຂົາ. ເນື່ອງຈາກວ່າການປະຕິບັດແບບນັ້ນແມ່ນຢູ່ຍຸກອື່ນ, ພຣະອົງມັກຈະມອບອາຫານ ແລະ ເຄື່ອງດື່ມທີ່ອຸດົມສົມບູນແກ່ຜູ້ຄົນເພື່ອໃຫ້ພວກເຂົາໄດ້ຮັບປະທານຢ່າງອີ່ມໜຳສຳລານສະເໝີ. ພຣະອົງໄດ້ປະຕິບັດຕໍ່ຜູ້ຕິດຕາມພຣະອົງທັງຫມົດດ້ວຍຄວາມກະລຸນາ, ປິ່ນປົວຄົນເຈັບປ່ວຍ, ຂັບໄລ່ພວກຜີປີສາດ, ຟື້ນຜູ້ຕາຍໃຫ້ຄືນມາ. ເພື່ອວ່າຜູ້ຄົນຈະໄດ້ເຊື່ອໃນພຣະອົງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງໄດ້ກະທໍາລົງໄປນັ້ນແມ່ນມີຄວາມບໍລິສຸດ ແລະ ຈິງໃຈ, ພຣະອົງໄດ້ສະແດງເຖິງຂະໜາດວ່າຟື້ນຄືນຊີວິດຂອງສົບທີ່ເໜົ່າເປື່ອຍ, ສະແດງໃຫ້ພວກເຂົາເຫັນວ່າ ຍ້ອນກໍາມືຂອງພຣະອົງ ແມ່ນແຕ່ຄົນຕາຍແລ້ວຍັງກັບຄືນມາມີຊີວິດອີກ. ຍ້ອນວິທີການແບບນີ້ພຣະອົງໄດ້ຮັບເອົາຄວາມເຈັບປວດຢ່າງງຽບໆ ແລະ ໄດ້ເຮັດພາລະກິດແຫ່ງການໄຖ່ບາບຂອງພຣະອົງທ່າມກາງພວກເຂົາ. ກ່ອນທີ່ພຣະອົງຈະຖືກຕອກຕະປູໃສ່ໄມ້ກາງແຂນ, ພຣະເຢຊູໄດ້ຮັບເອົາບາບຂອງມວນມະນຸດຊາດມາແລ້ວ ແລະ ກາຍເປັນເຄື່ອງບູຊາໄຖ່ບາບຂອງມວນມະນຸດຊາດ. ກ່ອນທີ່ຈະຖືກຄືງໃສ່ໄມ້ກາງແຂນ, ພຣະອົງໄດ້ເປີດທາງໄປສູ່ໄມ້ກາງແຂນເພື່ອໄຖ່ເອົາມວນມະນຸດຊາດ. ໃນທີ່ສຸດພຣະອົງໄດ້ຖືກຕອກຕະປູຕິດໃສ່ໄມ້ກາງແຂນ, ເສຍສະລະຕົນເອງເພື່ອກາງແຂນ ແລະ ພຣະອົງໄດ້ມອບ ຄວາມເມດຕາ, ຄວມຮັກກະລຸນາ ແລະ ຄວາມບໍລິສຸດທັງຫມົດໃຫ້ແກ່ມວນມະນຸດຊາດ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຖ້າປາສະຈາກການໄຖ່ບາບຂອງພຣະເຢຊູ, ມະນຸດຄົງຈະມີຊີວິດຢູ່ກັບຄວາມບາບຕະຫຼອດໄປ ແລະ ກາຍເປັນລູກຫຼານຂອງຄວາມບາບ, ລູກຫຼານຂອງພວກມານຮ້າຍ. ຖ້າເປັນໄປຕາມນີ້ ໃນໂລກນີ້ກໍ່ຈະກາຍເປັນສະຖານທີ່ພັກເຊົາຂອງຊາຕານ, ບ່ອນທີ່ຢູ່ອາໄສຂອງພວກມັນ. ແຕ່ພາລະກິດແຫ່ງການໄຖ່ບາບຕ້ອງການ ການສະແດງອອກເຊິ່ງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມວນມະນຸດ; ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ຮັບການໃຫ້ອະໄພບາບ ແລະ ສຸດທ້າຍໄດ້ຮັບສິດທີ່ຈະເຮັດໃຫ້ສົມບູນ ແລະ ໄດ້ຮັບພອນຢ່າງເຕັມທີ່. ຖ້າປາສະຈາກພາລະກິດໃນຍຸກນີ້, ແຜນການຄຸ້ມຄອງຫົກພັນປີຈະບໍ່ສາມາດດໍາເນີນຕໍ່ໄປໄດ້. ຖ້າຫາກວ່າພຣະເຢຊູບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ, ຖ້າຫາກພຣະອົງພຽງແຕ່ໄດ້ປິ່ນປົວຜູ້ຄົນ ແລະ ຂັບໄລ່ພວກມານຮ້າຍ, ຜູ້ຄົນກໍຈະບໍ່ສາມາດໄດ້ຮັບການໃຫ້ອະໄພບາບຂອງພວກເຂົາຢ່າງສົມບູນ. ໃນໄລຍະສາມປີເຄິ່ງທີ່ພຣະເຍຊູໃຊ້ເວລາກະທໍາພາລະກິດຂອງພຣະອົງເທິງແຜ່ນດິນໂລກ, ພຣະອົງໄດ້ສໍາເລັດພຽງແຕ່ເຄິ່ງຫນຶ່ງຂອງພາລະກິດແຫ່ງການໄຖ່ບາບຂອງພຣະອົງເທົ່ານັ້ນ; ຈົນກວ່າ ວ່າພຣະອົງໄດ້ຖືກຄຶງໃສ່ເທິງໄມ້ກາງແຂນ ແລະ ກາຍເປັນເໝືອນເນື້ອໜັງທີ່ເປັນບາບທີ່ມອບຄືນໃຫ້ແກ່ຄົນຊົ່ວ, ພຣະອົງຈຶ່ງໄດ້ສໍາເລັດພາລະກິດຂອງການຖືກຄຶງໃສ່ໄມ້ກາງແຂນ ແລະ ເຂົາໃຈແຈ່ມແຈ້ງເຖິງ ຊະຕາກຳຂອງມະນຸດ. ຫລັງຈາກທີ່ຮ່າງກາຍຂອງພຣະອົງຖືກມອບໃຫ້ຊາຕານ, ພຣະອົງກໍໄດ້ໄຖ່ບາບໃຫ້ກັບມະນຸດຊາດທັງປວງ. ເປັນເວລາສາມສິບສາມປີເຄິ່ງ, ພຣະອົງໄດ້ທົນທຸກທໍລະມານຢູ່ເທິງແຜ່ນດິນໂລກນີ້, ຖືກເຍາະເຍີ້ຍໃສ່ຮ້າຍ, ຖືກດູຖູກ ແລະ ຖືກປະຖິ້ມ, ຈົນເຖິງຂັ້ນທີ່ພຣະອົງບໍ່ມີບ່ອນຊຸກຫົວນອນ, ບໍ່ມີບ່ອນໃຫ້ພັກເຊົາ; ຫຼັງຈາກນັ້ນພຣະອົງກໍຖືກຄຶງໃສ່ໄມ້ກາງແຂນ, ທັງຫມົດຕົວຕົນຂອງພຣະອົງ ເຊິ່ງເປັນຮ່າງກາຍທີ່ໄຮ້ມົນທິນ ແລະ ບໍລິສຸດ ຖືກຕອກຕະປູຄຶງໄວ້ເທິງໄມ້ກາງແຂນ ແລະ ໄດ້ຮັບຄວາມທຸກທໍລະມານທຸກດ້ານ. ຜູ້ທີ່ມີອໍານາດໄດ້ເຍາະເຍີ້ຍ ແລະ ຂ້ຽນຕີພຣະອົງ ແລະ ພວກທະຫານເຮັດເຖິງກັບຖົ່ມນ້ຳລາຍໃສ່ໃບຫນ້າຂອງພຣະອົງ; ແຕ່ພຣະອົງຍັງຄົງງຽບສະຫງົບ ແລະ ທົນທຸກທໍລະມານຈົນເຖິງທີ່ສຸດ, ຖວາຍຕົນຢ່າງບໍມີເງື່ອນໄຂຈົນເຖິງຈຸດຈົບຂອງເຊີວິດ, ດັ່ງນັ້ນແລ້ວ ພຣະອົງຈຶ່ງໄດ້ໄຖ່ບາບມະນຸດຊາດທັງຫມົດ. ເມື່ອນັ້ນ ພຣະອົງກໍໄດ້ຖືກໂຜດໃຫ້ພັກຜ່ອນ. ພາລະກິດທີ່ພຣະເຍຊູໄດ້ກະທຳເປັນພຽງແຕ່ຍຸກແຫ່ງພຣະຄຸນ; ມັນບໍ່ໄດ້ລວມຍຸກແຫ່ງພຣະບັນຍັດ ແລະ ມັນບໍ່ແມ່ນການທົດແທນພາລະກິດໃນຍຸກສຸດທ້າຍແຕ່ຢ່າງໃດ. ນີ້ແມ່ນຄວາມສໍາຄັນຂອງພາລະກິດຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ຍຸກທີສອງທີ່ມະນຸດໄດ້ຜ່ານພົ້ນ ນັ້ນກໍຄືຍຸກແຫ່ງການໄຖ່ບາບ.

(ຄັດຈາກບົດ “ເລື່ອງຈິງທີ່ຢູ່ເບື້ອງຫຼັງພາລະກິດໃນຍຸກແຫ່ງການໄຖ່ບາບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນການໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ; ຕາບໃດທີ່ເຈົ້າເຊື່ອໃນພຣະອົງ, ພຣະອົງກໍຈະໄຖ່ບາບໃຫ້ກັບເຈົ້າ; ຖ້າເຈົ້າເຊື່ອໃນພຣະອົງ ເຈົ້າກໍບໍ່ແມ່ນຄົນບາບອີກຕໍ່ໄປ ແລະ ເຈົ້າກໍໄດ້ພົ້ນຈາກຄວາມຜິດບາບຂອງເຈົ້າແລ້ວ. ນີ້ຄືຄວາມໝາຍທີ່ວ່າ ໄດ້ຮັບຄວາມລອດພົ້ນ ແລະ ໄດ້ຮັບການຍົກໂທດໂດຍຄວາມເຊື່ອ. ແຕ່ເຖິງຢ່າງນັ້ນກໍຕາມ ໃນບັນດາຄົນທີ່ເຊື່ອກໍຍັງມີສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ເຊິ່ງຈໍາເປັນຕ້ອງຄ່ອຍໆຖືກກຳຈັດອອກໄປ. ຄວາມລອດພົ້ນບໍ່ໄດ້ໝາຍຄວາມວ່າ ມະນຸດໄດ້ຖືກພຣະເຢຊູຮັບເອົາຢ່າງສົມບູນ ແຕ່ໝາຍເຖິງ ມະນຸດບໍ່ມີຄວາມບາບອີກຕໍ່ໄປ, ມະນຸດໄດ້ຮັບການອະໄພຄວາມຜິດບາບຂອງເຂົາແລ້ວ ນັ້ນກໍຄື ຂໍພຽງແຕ່ເຈົ້າເຊື່ອ ເຈົ້າກໍຈະບໍ່ມີບາບອີກຕໍ່ໄປ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອພຣະເຢຊູສະເດັດມາສູ່ໂລກມະນຸດ ພຣະອົງໄດ້ນໍາມາຍຸກແຫ່ງພຣະຄຸນ ແລະ ຢຸດຕິຍຸກແຫ່ງພຣະບັນຍັດ. ລະຫວ່າງຍຸກສຸດທ້າຍນັ້ນ ພຣະເຈົ້າໄດ້ກາຍເປັນມະນຸດອີກເທື່ອໜຶ່ງ ແລະ ເມື່ອພຣະອົງຊົງກາຍເປັນຮ່າງກາຍມະນຸດໃນຄັ້ງນີ້ ພຣະອົງໄດ້ຢຸດຕິຍຸກແຫ່ງພຣະຄຸນ ແລະ ນໍາມາແຫ່ງຍຸກອານາຈັກ. ຜູ້ຄົນທີ່ຮັບເອົາພຣະເຈົ້າຜູ້ບັງເກີດເປັນມະນຸດຄັ້ງທີ່ສອງນີ້ຈະຖືກນໍາພາໄປສູ່ຍຸກແຫ່ງອານາຈັກ ແລະ ສາມາດຮັບເອົາການຊີ້ນໍາເປັນສ່ວນຕົວຈາກພຣະເຈົ້າ. ເຖິງແມ່ນວ່າພຣະເຢຊູໄດ້ກະທໍາພາລະກິດໃນທ່າມກາງມະນຸດ, ແຕ່ພຣະອົງພຽງສໍາເລັດການໄຖ່ບາບຂອງມວນມະນຸດຊາດ ແລະ ກາຍເປັນຜູ້ຮັບບາບແທນມະນຸດເທົ່ານັ້ນ. ພຣະອົງບໍ່ໄດ້ກໍາຈັດມະນຸດໃຫ້ພົ້ນຈາກຈິດໃຈອັນຊົ່ວຮ້າຍຂອງພວກເຂົາທັງໝົດ. ການຊ່ວຍໃຫ້ມະນຸດລອດພົ້ນຢ່າງບໍລິບູນບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູຮັບເອົາບາບຂອງມະນຸດໂດຍການຖວາຍບາບເທົ່ານັ້ນ ແຕ່ຕ້ອງການພຣະເຈົ້າກະທໍາພາລະກິດອັນຍິ່ງໃຫຍ່ເພື່ອລົບລ້າງຈິດໃຈຂອງມະນຸດທັງໝົດ ທີ່ຖືກເສື່ອມຊາມໂດຍຊາຕານ. ດັ່ງນັ້ນ ຫຼັງຈາກມະນຸດໄດ້ຮັບການໃຫ້ອະໄພຈາກບາບຂອງຕົນ ພຣະເຈົ້າໄດ້ກັບຄືນສູ່ຮ່າງກາຍມະນຸດເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລິ່ມພາລະກິດຂອງການລົງໂທດ ແລະ ພິພາກສາ ແລະ ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງ. ຜູ້ຄົນທີ່ຍອມຢູ່ພາຍໃຕ້ການຄຸ້ມຄອງຂອງພຣະອົງຈະໄດ້ຮັບຄວາມຈິງຢ່າງສູງ ແລະ ໄດ້ຮັບພອນອັນປະເສີດຢ່າງມາກມາຍ. ພວກເຂົາຈະຢູ່ໃນແສງສະຫວ່າງທີ່ແທ້ຈິງ ແລະ ຈະໄດ້ຮັບຄວາມຈິງ ພ້ອມດ້ວຍເສັ້ນທາງ ແລະ ຊີວິດ.

(ຄັດຈາກບົດນໍາສູ່ໜັງສືພຣະທຳປາກົດໃນຮ່າງກາຍ)

ແນ່ນອນ ເມື່ອພຣະເຈົ້າກາຍເປັນຮ່າງກາຍມະນຸດໃນຄັ້ງນີ້ ພາລະກິດຂອງພຣະອົງແມ່ນເພື່ອສະແດງອອກເຖິງບຸກຄະລິກຂອງພຣະອົງ ເຊິ່ງສ່ວນໃຫຍ່ແມ່ນຜ່ານການຕິສອນ ແລະ ພິພາກສາ. ພຣະອົງໃຊ້ສິ່ງນີ້ເປັນພື້ນຖານ ເພື່ອເພິ່ມຄວາມຈິງໃຫ້ກັບມະນຸດ, ສະແດງເຖິງຫຼາຍວິທີທາງຂອງການປະຕິບັດ ແລະ ເພື່ອບັນລຸຈຸດປະສົງຂອງພຣະອົງໃນການເອົາຊະນະມະນຸດ ແລະ ຊ່ວຍມະນຸດໃຫ້ລອດພົ້ນຈາກຈິດໃຈທີ່ຊົ່ວຊ້າຂອງຕົນ. ນີ້ຄືສິ່ງທີ່ນອນຢູ່ເບື້ອງຫຼັງພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ.

(ຄັດຈາກບົດນໍາສູ່ໜັງສືພຣະທຳປາກົດໃນຮ່າງກາຍ)

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ການແຂນຂອງພຣະເຈົ້າ ແຕ່ມະນຸດຍັງສຶບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະລະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງໄປສູ່ການປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງອານາຈັກ, ພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະບັນດາຜູ້ທີ່ເຊື່ອໃນພຣະອົງທັງໝົດ. ນີ້ແມ່ນ “ພຣະທໍາປາກົດໃນຮ່າງກາຍ”; ພຣະເຈົ້າໄດ້ມາໃນຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້, ເຊິ່ງເວົ້າໄດ້ວ່າພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ບໍ່ມີການສະແດງເຖິງຂໍ້ເທັດຈິງ. ນີ້ແມ່ນແກ່ນແທ້ຂອງພຣະທໍາປາກົດໃນຮ່າງກາຍມະນຸດ ແລະ ເມື່ອພຣະເຈົ້າຜູ້ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ແມ່ນການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ ແລະ ພຣະທໍາສະຖິດເຂົ້າສູ່ຮ່າງກາຍມະນຸດ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ.” ນີ້ແມ່ນພາລະກິດທີ່ພຣະເຈົ້າຈະປະຕິບັດໃຫ້ສຳເລັດໃນຍຸກສຸດທ້າຍ(ພາລະກິດການປາກົດຕົວຂອງພຣະທໍາໃນຮ່າງກາຍມະນຸດ) ແລະ ແມ່ນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ, ດັ່ງນັ້ນ ພຣະເຈົ້າຕ້ອງໄດ້ມາໃນແຜ່ນດິນໂລກ ແລະ ສະແດງພຣະທໍາຂອງພຣະອົງໃນຮ່າງກາຍມະນຸດ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນວັນນີ້, ນັ້ນຄືສິ່ງທີ່ຈະສຳເລັດໃນອະນາຄົດ, ນັ້ນແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດ, ບັນດາຜູ້ທີ່ຈະຖືກທຳລາຍ ແລະ ອື່ນໆ. ພາລະກິດທັງໝົດນີ້ທີ່ປະຕິບັດໃນຍຸກສຸດທ້າຍຖືກກ່າວໄວ້ຢ່າງຈະແຈ້ງແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ. ບົດບັນຍັດການປົກຄອງ ແລະ ກົດເກນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງໄດ້ຖືກບັນລຸ. ນີ້ແມ່ນພາລະກິດຫຼັກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດໄດ້ປະຕິບັດໃນຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດຊະຕາກໍາໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ບຸດຂອງພຣະອົງຈະຖືກຄັດແຍກ; ແມ່ນຫຍັງຈະເກີດຂຶ້ນກັບອິສຣາເອັນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບໃນອະນາຄົດ, ທຸກຂໍ້ຄວາມຂອງພຣະທໍາເຫຼົ່ານີ້ແມ່ນຈະຖືກບັນລຸຜົນທັງໝົດ. ຂັ້ນຕອນຂອງພາລະກິດພຣະເຈົ້າກຳລັງກ້າວໜ້າຢ່າງຫ້າວຫັນ. ພຣະເຈົ້າໃຊ້ພຣະທໍາເປັນເຄື່ອງມືໃນການເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມສຳຄັນອັນແທ້ຈິງຂອງພຣະທໍາປາກົດໃນຮ່າງກາຍມະນຸດ.

(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງບັງເກີດເປັນເນື້ອໜັງມະນຸດເພື່ອກ່າວຈາກຫຼາກຫຼາຍມຸມມອງ ເຊິ່ງຊ່ວຍໃຫ້ມະນຸດສາມາດເຫັນພຣະເຈົ້າຜູ້ທີ່ເປັນພຣະທໍາປາກົດໃນເນື້ອໜັງມະນຸດ, ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງຢ່າງແທ້ຈິງ. ການປະຕິບັດພາລະກິດດັ່ງກ່າວແມ່ນເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ. ນີ້ແມ່ນຄວາມໝາຍແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກພຣະທໍາ. ຜ່ານພຣະທໍາ, ມະນຸດຈະຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກຈິດໃຈຂອງພຣະເຈົ້າ ແລະ ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນກະທໍາ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການກະທໍາໃນຍຸກແຫ່ງພຣະທໍາຈະສໍາເລັດຜົນທັງໝົດ. ຜ່ານພຣະທໍາ, ມະນຸດຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ມະນຸດໄດ້ເຫັນພຣະທໍາ, ໄດ້ຍິນພຣະທໍາ ແລະ ຮູ້ວ່າພຣະທໍາມີຈິງ. ດ້ວຍເຫດນີ້, ມະນຸດຈຶ່ງເຊື່ອໃນການມີຕົວຕົນຂອງພຣະເຈົ້າ, ເຊື່ອໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາພ້ອມດ້ວຍເຊື່ອໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ເຖິງແມ່ນວ່າ ຄໍາທີ່ວ່າ “ພຣະທໍາ” ຈະງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະເຮັດໃຫ້ຈັກກະວານສັ່ນສະເທືອນໄປໝົດ; ຈະປ່ຽນແປງຈິດໃຈ, ແນວຄິດ, ນິໄສເດີມຂອງມະນຸດ ແລະ ເສັ້ນທາງແຫ່ງໂລກທີ່ເຄີຍເປັນມາ. ໃນຫຼາຍຍຸກຜ່ານມາ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະແບບນີ້, ກ່າວແບບນີ້ ແລະ ສະເດັດລົງມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ຕໍ່ຈາກນີ້ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາ, ດູແລ ແລະ ການສະໜອງຈາກພຣະທໍາ. ມະນຸດທຸກຄົນໄດ້ມາຢູ່ໃນໂລກແຫ່ງພຣະທໍາພາຍໃຕ້ຄໍາສາບແຊ່ງ ແລະ ການໃຫ້ພອນຈາກພຣະທໍາຂອງພຣະເຈົ້າ. ນອກຈາກນີ້ຍັງມີມະນຸດອີກຫຼາຍຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕິສອນຈາກພຣະທໍາ. ພຣະທໍາເຫຼົ່ານີ້ ແລະ ພາລະກິດທັງໝົດນີ້ແມ່ນເພື່ອການໄຖ່ບາບໃຫ້ກັບມະນຸດ, ເພື່ອປະຕິບັດຕາມຈຸດປະສົງຂອງພຣະເຈົ້າ ແລະ ຜົນປະໂຫຍດໃນການປ່ຽນແປງພາບລັກຂອງໂລກດັ່ງເດີມແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກດ້ວຍພຣະທໍາ, ນໍາພາມະນຸດທົ່ວຈັກກະວານດ້ວຍພຣະທໍາ ແລະ ພ້ອມນັ້ນຍັງໄດ້ເອົາຊະນະ ແລະ ຊ່ວຍໃຫ້ພວກເຂົາລອດພົ້ນດ້ວຍພຣະທໍາ. ໃນທີ່ສຸດ, ພຣະອົງຈະໃຊ້ພຣະທໍາເພື່ອຈົບສິ້ນໂລກເກົ່ານີ້ທັງໝົດ. ແລ້ວເມື່ອນັ້ນ ແຜນການຄຸ້ມຄອງມະນຸດກໍຈະສໍາເລັດລົງຢ່າງສົມບູນ. ຕະຫຼອດຍຸກແຫ່ງອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ບັນລຸຜົນພາລະກິດຂອງພຣະອົງ. ພຣະອົງບໍ່ກະທໍາໃນສິ່ງມະຫັດສະຈັນ ຫຼື ສະແດງອະພິນິຫານ, ພຣະອົງພຽງກະທໍາພາລະກິດຂອງພຣະອົງຜ່ານພຣະທໍາເທົ່ານັ້ນ. ຍ້ອນພຣະທໍາ ມະນຸດຈຶ່ງໄດ້ຮັບການຫລໍ່ລ້ຽງ ແລະ ການສະໜອງ. ຍ້ອນພຣະທໍາ ມະນຸດຈຶ່ງໄດ້ຮັບຄວາມຮູ້ ແລະ ປະສົບການທີ່ແທ້ຈິງ.

(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍພຽງຊົ່ວຄາວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ຈຸດປະສົງຂອງສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຕໍ່ໄປ: 4. ຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້