4. ຄວາມສຳພັນລະຫວ່າງແຕ່ລະຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຈາກພາລະກິດຂອງພຣະເຢໂຮວາຈົນເຖິງພາລະກິດຂອງພຣະເຢຊູ ແລະ ຈາກພາລະກິດພຣະເຢຊູຈົນເຖິງຂັ້ນຕອນປັດຈຸບັນ, ສາມຂັ້ນຕອນເຫຼົ່ານີ້ສືບຕໍ່ປົກຄຸມທຸກຂອບເຂດແຫ່ງການຄຸ້ມຄອງຂອງພຣະເຈົ້າຢ່າງຕໍ່ເນຶ່ອງ ແລະ ພວກມັນທັງໝົດເປັນພາລະກິດຂອງພຣະວິນຍານອົງດຽວ. ນັບຕັ້ງແຕ່ການສ້າງໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຄຸ້ມຄອງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເປັນການເລີ່ມຕົ້ນ ແລະ ການສິ້ນສຸດ. ພຣະອົງເປັນຜູ້ທໍາອິດ ແລະ ຜູ້ສຸດທ້າຍ. ພຣະອົງເປັນຜູ້ທີ່ເລີ່ມຕົ້ນຍຸກ ແລະ ເປັນຜູ້ທີ່ນໍາຍຸກມາສູ່ການສິ້ນສຸດ. ພາລະກິດສາມຂັ້ນຕອນໃນຍຸກທີ່ແຕກຕ່າງກັນ ແລະ ໃນສະຖານທີ່ທີ່ແຕກຕ່າງກັນ ແມ່ນພາລະກິດຂອງພຣະວິນຍານອົງດຽວຢ່າງແນ່ນອນ. ທຸກຄົນທີ່ແບ່ງແຍກສາມຂັ້ນຕອນເຫຼົ່ານີ້ແມ່ນຢືນຢູ່ກົງກັນຂ້າມກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ...

ພາລະກິດໃນຍຸກສຸດທ້າຍເປັນຂັ້ນຕອນສຸດທ້າຍຂອງສາມຂັ້ນຕອນ. ມັນເປັນພາລະກິດຂອງອີກຍຸກໃໝ່ ແລະ ບໍ່ແມ່ນຕົວແທນຂອງພາລະກິດແຫ່ງການຄຸ້ມຄອງທັງໝົດ. ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະຫຼະພຣະອົງເອງ ແລະ ຍອມຖືກຄຶງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫີນແຫ່ງພາລະກິດການໄຖ່ບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖືກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສາມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ຂັ້ນຕອນສຸດທ້າຍຂອງພາລະກິດບໍ່ໄດ້ຢືນຢ່າງໂດດດ່ຽວ ແຕ່ເປັນສ່ວນໜຶ່ງຂອງພາລະກິດທັງໝົດທີ່ກໍ່ຕັ້ງຂຶ້ນໂດຍການໂຮມກັບສອງຂັ້ນຕອນທີ່ຜ່ານມາ ເຊິ່ງເວົ້າໄດ້ວ່າ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດແຫ່ງຄວາມລອດພົ້ນສຳເລັດລົງ ໂດຍການປະຕິບັດພຽງແຕ່ໜຶ່ງໃນສາມຂັ້ນຂອງພາລະກິດນັ້ນ. ເຖິງແມ່ນວ່າ ຂັ້ນຕອນສຸດທ້າຍຂອງພາລະກິດແມ່ນສາມາດຊ່ວຍຊີວິດມະນຸດຢ່າງສົມບູນ, ນີ້ບໍ່ໄດ້ໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງປະຕິບັດຂັ້ນຕອນດຽວນີ້ດ້ວຍຕົນມັນເອງເທົ່ານັ້ນ ແລະ ສອງຂັ້ນຕອນທີ່ຜ່ານມາຂອງພາລະກິດບໍ່ຈຳເປັນໃນການຊ່ວຍຊີວິດມະນຸດໃຫ້ອອກຈາກອິດທິພົນຂອງຊາຕານ. ບໍ່ມີຂັ້ນຕອນໃດໃນທັງສາມຂັ້ນຕອນທີ່ຖືວ່າ ເປັນນິມິດດຽວທີ່ບັນດາມວນມະນຸດຊາດຕ້ອງຮູ້ຈັກ ຍ້ອນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນພາລະກິດສາມຂັ້ນຕອນ ໂດຍທີ່ບໍ່ແມ່ນຂັ້ນຕອນດຽວເທົ່ານັ້ນ. ຕາບໃດທີ່ພາລະກິດແຫ່ງຄວາມລອດພົ້ນຍັງບໍ່ທັນສຳເລັດ, ການຄຸ້ມຄອງຂອງພຣະເຈົ້າຈະບໍ່ສາມາດສິ້ນສຸດໄດ້ຢ່າງສົມບູນ. ການເປັນຢູ່ຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງຖືກສຳແດງອອກໃນຄວາມສົມບູນຂອງພາລະກິດແຫ່ງຄວາມລອດພົ້ນ; ພວກມັນບໍ່ໄດ້ຖືກເປີດເຜີຍໃຫ້ມະນຸດຄົນໃດຕັ້ງແຕ່ຕອນເລີ່ມຕົ້ນແລ້ວ ແຕ່ຖືກສຳແດງອອກເທື່ອລະໜ້ອຍໃນພາລະກິດແຫ່ງຄວາມລອດພົ້ນ. ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນສຳແດງໃຫ້ເຫັນເຖິງສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ ແລະ ສ່ວນໜຶ່ງຂອງການເປັນຢູ່ຂອງພຣະອົງ; ບໍ່ແມ່ນທຸກຂັ້ນຕອນໃດໃນພາລະກິດສາມາດສຳແດງເຖິງຄວາມສົມບູນຂອງການເປັນຢູ່ຂອງພຣະອົງໂດຍກົງ ແລະ ຢ່າງຄົບຖ້ວນ. ເມື່ອເປັນດັ່ງນັ້ນ, ພາລະກິດແຫ່ງຄວາມລອດພົ້ນຈຶ່ງພຽງແຕ່ສາມາດເຮັດໃຫ້ສິ້ນສຸດລົງເມື່ອທັງພາລະກິດສາມຂັ້ນຕອນສຳເລັດລົງແລ້ວ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງມະນຸດທີ່ກ່ຽວກັບຄວາມສົມບູນຂອງພຣະເຈົ້າຈຶ່ງບໍ່ສາມາດແຍກອອກຈາກພາລະກິດສາມຂັ້ນຕອນຂອງພຣະເຈົ້າໄດ້. ສິ່ງທີ່ມະນຸດໄດ້ຮັບຈາກໜຶ່ງຂັ້ນຕອນຂອງພາລະກິດເປັນພຽງອຸປະນິໄສຂອງພຣະເຈົ້າທີ່ຖືກສຳແດງອອກມາຜ່ານສ່ວນໜຶ່ງຂອງພາລະກິດຂອງພຣະອົງ. ມັນບໍ່ສາມາດແທນອຸປະນິໄສ ແລະ ການເປັນຢູ່ ເຊິ່ງສຳແດງອອກໃນຂັ້ນຕອນກ່ອນໜ້າ ຫຼື ຕໍ່ມາໄດ້. ນັ້ນກໍຍ້ອນວ່າ ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ສາມາດເຮັດໃຫ້ສຳເລັດລົງທັນທີໃນລະຫວ່າງຊ່ວງໄລຍະໃດໜຶ່ງ ຫຼື ໃນສະຖານທີ່ແຫ່ງໜຶ່ງ ແຕ່ມັນຈະເລິກເຊິ່ງລົງເທື່ອລະໜ້ອຍໂດຍອີງຕາມລະດັບການພັດທະນາຂອງມະນຸດໃນແຕ່ລະເວລາ ແລະ ສະຖານທີ່. ມັນແມ່ນພາລະກິດທີ່ປະຕິບັດໃນຂັ້ນຕອນທັງໝົດ ແລະ ມັນບໍ່ສຳເລັດໄດ້ໃນພຽງຂັ້ນຕອນດຽວ. ດ້ວຍເຫດນັ້ນ, ສະຕິປັນຍາທັງໝົດຂອງພຣະເຈົ້າຈຶ່ງຖືກຫຼໍ່ເປັນແກ້ວພະລຶກໃນທັງສາມຂັ້ນຕອນ ແທນທີ່ຈະຢູ່ໃນຂັ້ນຕອນໃດໜຶ່ງ. ການເປັນຢູ່ຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະອົງຖືກວາງລົງໃນທັງສາມຂັ້ນຕອນນີ້ ແລະ ແຕ່ລະຂັ້ນຕອນກໍປະກອບດ້ວຍການເປັນຢູ່ຂອງພຣະອົງ ແລະ ແຕ່ລະຂັ້ນຕອນເປັນການບັນທຶກຂອງສະຕິປັນຍາຂອງພາລະກິດຂອງພຣະອົງ. ມະນຸດຄວນຮູ້ຈັກອຸປະນິໄສທັງໝົດຂອງພຣະເຈົ້າ ເຊິ່ງສຳແດງອອກຜ່ານທັງສາມຂັ້ນຕອນນີ້. ການເປັນຢູ່ຂອງພຣະເຈົ້າທັງໝົດແມ່ນສິ່ງທີ່ສຳຄັນທີ່ສຸດໃຫ້ກັບບັນດາມວນມະນຸດຊາດ ແລະ ຖ້າມະນຸດບໍ່ມີຄວາມຮູ້ນີ້ ເມື່ອພວກເຂົານະມັດສະການພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ແຕກຕ່າງຈາກຄົນເຫຼົ່ານັ້ນທີ່ນະມັດສະການພຣະພຸດທະເຈົ້າ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ໄດ້ຖືກເຊື່ອງຈາກມະນຸດ ແລະ ຄົນເຫຼົ່ານັ້ນທຸກຄົນທີ່ນະມັດສະການພຣະເຈົ້າຄວນຮູ້. ເມື່ອພຣະເຈົ້າປະຕິບັດທັງພາລະກິດສາມຂັ້ນຕອນແຫ່ງຄວາມລອດພົ້ນທ່າມກາງມະນຸດ, ມະນຸດຄວນຮູ້ຈັກການສຳແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນຢູ່ໃນລະຫວ່າງພາລະກິດສາມຂັ້ນຕອນ. ນີ້ແມ່ນສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ. ສິ່ງທີ່ພຣະເຈົ້າເຊື່ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ສາມາດໄດ້ຮັບ ແລະ ສິ່ງທີ່ມະນຸດບໍ່ຄວນຮູ້ ໃນຂະນະສິ່ງທີ່ພຣະເຈົ້າສຳແດງໃຫ້ມະນຸດເຫັນແມ່ນສິ່ງທີ່ມະນຸດຄວນຮູ້ ແລະ ສິ່ງທີ່ມະນຸດຄວນມີ. ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປາກົດແຫ່ງພຣະທໍາໃນເນື້ອຫນັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເງື່ອນໄຂຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນເຊັ່ນກັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ ເມື່ອພາລະກິດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍາບາກພຽງໃດກໍຕາມ ເຂົາກໍຕ້ອງຍັງຮັກພຣະເຈົ້າສະເໝີ. ທັງສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍເລິກເຊິ່ງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນຸດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້ານັ້ນຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ກ່ອນນີ້: 3. ເປົ້າໝາຍ ແລະ ຄວາມສຳຄັນຂອງແຕ່ຂັ້ນຕອນໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຕໍ່ໄປ: 5. ເປັນຫຍັງຈຶ່ງເວົ້າວ່າການຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈຶ່ງເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້