1. ເຫດໃດພຣະເຈົ້າຈຶ່ງກະທໍາພາລະກິດຊ່ວຍມະນຸດໃຫ້ພົ້ນ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນ ບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກນີ້ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະເຈົ້າພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ. ເລີ່ມແຕ່ນັ້ນມາ ພຣະເຈົ້າບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ພັດກົງກັນຂ້າມ ພຣະອົງແມ່ນເລີ່ມປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກ ແລະ ເປັນຍ້ອນການຕໍ່ຕ້ານຂອງເທວະທູດ ທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກຢູ່ໃນບ່ອນພັກເຊົາ. ຖ້າພຣະເຈົ້າບໍ່ຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ອີກ. ໃນເມື່ອມະນຸດບໍ່ມີຄວາມສະຫງົບ, ພຣະເຈົ້າກໍຈະບໍ່ມີຄວາມສະຫງົບເຊັ່ນກັນ. ເມື່ອໃດພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາພ້ອມກັນກັບພຣະອົງ. ຊີວິດຢູ່ໃນຄວາມສະຫງົບເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ, ບໍ່ມີຄວາມທົນທຸກກັບຄວາມບໍ່ຊອບທໍາ. ນີ້ໝາຍຄວາມວ່າ ຈະປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງທີ່ເປັນສັດຕູ), ປາສະຈາກຄວາມເສື່ອມຊາມຂອງຊາຕານ ພ້ອມກັບການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ. ທຸກສັບພະສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ບູຊາພຣະຜູ້ເປັນເຈົ້າແຫ່ງການສ້າງ. ສະຫວັນ ແລະ ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຊີວິດການພັກເຊົາຂອງມະນຸດຊາດ. ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາ, ໃນແຜ່ນດິນໂລກຈະມີແຕ່ຄວາມຊອບທໍາຕະຫຼອດໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆທີ່ເປັນສັດຕູ. ມະນຸດຊາດຈະໄດ້ເຂົ້າສູ່ອີກໂລກໃໝ່; ພວກເຂົາຈະບໍ່ແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຄືມື້ທີ່ພຣະເຈົ້າມີຄວາມສະຫງົບ. ພຣະເຈົ້າບໍ່ໄດ້ມີຄວາມສະຫງົບກໍຍ້ອນວ່າມະນຸດບໍ່ມີຄວາມສະຫງົບໄດ້; ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງເຫຼົ່ານີ້ແມ່ນຄວາມຈິງ: ໃນສະໄໝທີ່ຍັງບໍ່ມີແຜ່ນດິນໂລກ, ເທວະທູດຄືທູດສະຫວັນຂອງສະຫວັນທີ່ຍິ່ງໃຫຍ່. ມັນມີອໍານາດຄວບຄຸມທູດສະຫວັນໃນສະຫວັນທັງໝົດ; ນີ້ແມ່ນອໍານາດທີ່ພຣະເຈົ້າຊົງມອບໃຫ້ມັນ. ນອກຈາກພຣະເຈົ້າແລ້ວ, ມັນຄືຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທູດສະຫວັນຂອງສະຫວັນ. ເມື່ອຕໍ່ມາພຣະເຈົ້າຊົງສ້າງມະນຸດ, ເທວະທູດຈຶ່ງດໍາເນີນການທໍລະຍົດຕໍ່ພຣະເຈົ້າຢ່າງໃຫຍ່ຫຼວງເທິງແຜ່ນດິນໂລກ. ເຮົາເວົ້າວ່າ ມັນທໍລະຍົດພຣະເຈົ້າ ເພາະວ່າມັນຕ້ອງການຄຸ້ມຄອງມວນມະນຸດ ແລະ ຢູ່ເໜືອອໍານາດຂອງພຣະເຈົ້າ. ມັນເປັນເທວະທູດທີ່ລໍ້ລວງເອວາເຂົ້າສູ່ຄວາມບາບ; ມັນເຮັດແບບນັ້ນ ຍ້ອນມັນຕ້ອງການສ້າງອານາຈັກຂອງມັນເທິງແຜ່ນດິນໂລກ ແລະ ເຮັດໃຫ້ມ່ວວນມະນຸດທໍລະຍົດຕໍ່ພຣະເຈົ້າ ແລະ ມາເຊື່ອຟັງມັນແທນ. ມັນເຫັນວ່າ ມີຫຼາຍສິ່ງທີ່ເຊື່ອຟັງມັນ; ທູດສະຫວັນເຊື່ອຟັງມັນ ແລະ ຜູ້ຄົນໃນແຜ່ນດິນໂລກກໍເຊັ່ນກັນ. ຝູງນົກ, ສັດຮ້າຍ, ຕົ້ນໄມ້, ປ່າດົງ, ພູຜາ, ແມ່ນໍ້າ ແລະ ສັບພະສິ່ງທັງໝົດເທິງແຜ່ນດິນໂລກແມ່ນຢູ່ພາຍໃຕ້ການດູແລຂອງມະນຸດ ເຊິ່ງນັ້ນກໍຄື ອາດາມ ແລະ ເອວາ ໃນຂະນະທີ່ອາດາມ ແລະ ເອວາໄດ້ເຊື່ອຟັງມັນ. ສະນັ້ນ, ເທວະທູດຈຶ່ງໃຝ່ຝັນຢາກຢູ່ເໜືອອໍານາດຂອງພຣະເຈົ້າ ແລະ ທໍລະຍົດຕໍ່ພຣະອົງ. ຫຼັງຈາກນັ້ນ ມັນນໍາພາທູດສະຫວັນທັງຫຼາຍໃຫ້ທໍລະຍົດຕໍ່ພຣະເຈົ້າ ເຊິ່ງຕໍ່ມາກໍໄດ້ກາຍເປັນວິນຍານຕ່າງໆນາໆທີ່ບໍ່ບໍລິສຸດ. ການພັດທະນາຂອງມວນມະນຸດມາເຖິງທຸກວັນນີ້ບໍ່ແມ່ນເກີດຈາກຄວາມເສື່ອມຊາມຂອງເທວະທູດນັ້ນບໍ? ມວນມະນຸດເປັນດັ່ງທຸກມື້ນີ້ ກໍຍ້ອນເທວະທູດທໍລະຍົດຕໍ່ພຣະເຈົ້າ ແລະ ເຮັດໃຫ້ມະນຸດເສື່ອມຊາມ. ... ມວນມະນຸດ ແລະ ທຸກສັບພະສິ່ງເທິງແຜ່ນດິນໂລກໃນປັດຈຸບັນນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຄົນຊົ່ວຮ້າຍ. ພຣະເຈົ້າຕ້ອງການເປີດເຜີຍການກະທໍາຂອງພຣະອົງຕໍ່ທຸກສັບພະສິ່ງ ເພື່ອວ່າຜູ້ຄົນຈະໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນຈະເອົາຊະນະຊາຕານ ແລະ ທໍາລາຍສັດຕຸູຂອງພຣະອົງໃຫ້ໝົດສິ້ນ. ພາລະກິດທັງໝົດນີ້ຈະສໍາເລັດໂດຍຜ່ານການເປີດເຜີຍການກະທໍາຂອງພຣະອົງ. ສິ່ງທີ່ມີຊີວິດທັງໝົດຂອງພຣະອົງແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ດ້ວຍເຫດນັ້ນ ພຣະອົງຈຶ້ງຕ້ອງການເປີດເຜີຍລິດທານຸພາບອັນສູງສຸດຂອງພຣະອົງໃຫ້ພວກເຂົາເຫັນ ເພື່ອເອົາຊະນະຊາຕານ. ຖ້າບໍ່ມີຊາຕານ ພຣະອົງຈະບໍ່ຈໍາເປັນຕ້ອງເປີດເຜີຍການກະທໍາຂອງພຣະອົງ. ຖ້າບໍ່ແມ່ນຍ້ອນການກໍ່ກວນຂອງຊາຕານ, ພຣະອົງຈະສ້າງມວນມະນຸດ ແລະ ນໍາພາພວກເຂົາໃຫ້ໃຊ້ຊີວິດຢູ່ໃນສວນຂອງເອເດນ. ດ້ວຍເຫດໃດພຣະອົງຈຶ່ງບໍ່ເຄີຍເປີດເຜີຍການກະທໍາຂອງພຣະອົງທັງໝົດໃຫ້ພວກທູດສະຫວັນ ຫຼື ເທວະທູດກ່ອນການທໍລະຍົດຂອງຊາຕານ? ຖ້າພວກທູດສະຫວັນ ແລະ ເທວະທູດໄດ້ຮູ້ຈັກພຣະອົງ ແລະ ເຊື່ອຟັງພຣະອົງແຕ່ເບື້ອງຕົ້ນ, ພຣະອົງກໍຈະບໍ່ໄດ້ດໍາເນີນພາລະກິດທີ່ບໍ່ມີຄວາມໝາຍເຫຼົ່ານີ້. ຍ້ອນການມີຕົວຕົນຂອງຊາຕານ ແລະ ພວກມານຮ້າຍ, ຜູ້ຄົນຈຶ່ງຕໍ່ຕ້ານພຣະອົງ ແລະ ເຕັມໄປດ້ວຍຈິດໃຈອັນຊົ່ວຮ້າຍ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງຕ້ອງການເປີດເຜີຍການກະທໍາຂອງພຣະອົງ. ເນື່ອງຈາກພຣະອົງຕ້ອງການເຮັດສົງຄາມກັບຊາຕານ, ພຣະອົງຈຶ່ງຕ້ອງໃຊ້ອໍານາດຂອງພຣະອົງເອງເພື່ອປາບປາມຊາຕານ ແລະ ນໍາໃຊ້ການກະທໍາຂອງພຣະອົງເພື່ອເອົາຊະນະຊາຕານ; ດ້ວຍວິທີນີ້, ພາລະກິດແຫ່ງການໄຖ່ບາບຂອງພຣະອົງທີ່ພຣະອົງປະຕິບັດຕໍ່ມວນມະນຸດຈະເຮັດໃຫ້ຜູ້ຄົນເຫັນສະຕິປັນຍາ ແລະ ລິດທານຸພາບອັນສູງສຸດຂອງພຣະອົງ.

(ຄັດຈາກບົດ “ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເທິງໂລກມະນຸດ, ທ້ອງຟ້າຕໍ່າລົງ, ມືດມົວ ແລະ ປາສະຈາກຄວາມສະຫວ່າງ. ໂລກມະນຸດຖືກຈົມຢູ່ໃນຄວາມມືດສະນິດ, ບໍ່ມີມະນຸດຄົນໃດທີ່ໃຊ້ຊີວິດຢູ່ໃນຄວາມມືດນັ້ນສາມາດເຫັນແມ່ນແຕ່ປາຍມືທີ່ຢູ່ຕໍ່ໜ້າຂອງຕົນເອົງໄດ້ ແລະ ບໍ່ມີໃຜ ເມື່ອເງີຍໜ້າຂຶ້ນເທິງຟ້າສາມາດເຫັນດວງຕາເວັນໄດ້. ເສັ້ນທາງທີ່ພວກເຂົາຍ່າງເປັນຂີ້ຕົມ, ເຕັມໄປດ້ວຍບວກຂຸຸມ ແລະ ຄົດໂຄ້ງ. ທົ່ວແຜ່ນດິນມີແຕ່ຊາກສົບ. ໃນແຈມືດມີແຕ່ຊາກສົບຂອງຄົນຕາຍ ແລະ ໃນແຈຮົ່ມເຢັນເຕັມໄປດ້ວຍພວກມານຮ້າຍທີ່ຍຶດຄອງເອົາເປັນບ່ອນຢູ່ອາໄສ. ທົ່ວທຸກແຫ່ງຫົນໃນໂລກມະນຸດມີພວກມານຮ້າຍໄປມາຢ່າງຫຼວງຫຼາຍ. ຝູງສັດສາວາສິ່ງທີ່ສົກກະປົກໄລ່ຊົນກັນ ກັດກັນ ສູ້ກັນສຽງດັງກ້ອງສະທ້ານວັ່ນໄຫວໃນຫົວໃຈ. ໃນເວລາດັ່ງກ່າວນັ້ນ, ໃນໂລກທີ່ຢູ່ໃນສະພາບດັ່ງກ່າວນັ້ນ ແລະ ໃນ ”ສະຫວັນເທິງແຜ່ນດິນໂລກ” ດັ່ງກ່າວນັ້ນ, ຜູ້ຄົນຈະສະແຫວງຫາຄວາມສຸກແຫ່ງຊີວິດໄດ້ຢູ່ໃສ? ຜູ້ຄົນຈະຄົ້ນຫາປາຍທາງຊີວິດຂອງຕົນໄດ້ຢູ່ໃສ? ມະນຸດໄດ້ຖືກຢຽບຢໍ່າຢູ່ພາຍໃຕ້ຕີນຂອງຊາຕານມາເຫິງນານ ແລະ ໄດ້ຖືກຢຽບຢໍ່າຕັ້ງແຕ່ມະນຸດເລິ່ມຕົ້ນເປັນນັກສະແດງໃນຮູບພາບຂອງຊາຕານ. ຍິ່ງໄປກວ່ານັ້ນ ມະນຸດທີ່ເປັນຕົວຢ່າງຂອງຊາຕານ ຄືຫຼັກຖານຢັ້ງຢືນວ່າມະນຸດເປັນພະຍານໃຫ້ກັບຊາຕານຢ່າງຊັດເຈນ. ເມື່ອເປັນເຊັ່ນນັ້ນ ມະນຸດຊາດ ເຊິ່ງເປັນຄົນທີ່ຕໍ່າຊາມ ແລະ ເຊື້ອສາຍຂອງຊາດມະນຸດທີ່ຊົ່ວຊ້າເຫຼົ່ານີ້ຈະສາມາດເປັນພະຍານຝ່າຍພຣະເຈົ້າໄດ້ແນວໃດ? ແລ້ວຄວາມສະງ່າລາສີຂອງເຮົາມີຢູ່ໃສ? ໃຜຈະສາມາດເລິ່ມກ່າວຄໍາພະຍານຂອງເຮົາ? ເພາະວ່າ ສັດຕູທີ່ເຮັດໃຫ້ມະນຸດເສື່ອມໂຊມ, ທີ່ຕັ້ງຕົນເປັນປໍລະປັກຕໍ່ເຮົາ ໄດ້ຍຶດເອົາມະນຸດທີ່ເຮົາສ້າງມາແຕ່ຕົນນານທີ່ເຕັມໄປດ້ວຍຄວາມສະງ່າລາສີຂອງເຮົາ ແລະ ຄວາມເປັນຢູ່ຂອງເຮົາ ທີ່ເຮົາໃຫ້ການດູແລພວກເຂົາ. ມັນໄດ້ຍາດຊີງເອົາຄວາມສະງ່າລາສີຂອງເຮົາໄປ ແລະ ສິ່ງດຽວທີ່ມັນເຮັດຄືປູກຝັງຈິດໃຈມະນຸດດ້ວຍຢາພິດທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຂອງຊາຕານ ແລະ ດ້ວຍນໍ້າໝາກໄມ້ຈາກຕົ້ນໄມ້ແຫ່ງສະຕິປັນຍາຂອງຄົນດີ ແລະ ຄົນຊົ່ວ. ໃນຕົ້ນເດີມນ້ັນ ເຮົາສ້າງມະນຸດ ນັ້ນກໍຄື ເຮົາສ້າງອາດາມຜູ້ທີ່ເປັນບັນພະບຸລຸດຂອງມະນຸດ. ອາດາມມີຮູບຮ່າງ ແລະ ຮູບພາບທີ່ເຕັມໄປດ້ວຍຄວາມກະຕືລືລົ້ນ ແລະ ຊີວິດຊີວາ ແລະ ຍິ່ງໄປກວ່ານັ້ນ ເປັນຄົນທີ່ຢູ່ໃນຄວາມສະງ່າລາສີຂອງພຣະເຈົ້າ. ນັ້ນແມ່ນວັນແຫ່ງຄວາມສະຫງ່າລາສີໃນການສ້າງມະນຸດຂອງເຮົາ. ຫລັງຈາກນັ້ນ ເຮົາສ້າງເອວາຈາກຮ່າງກາຍຂອງອາດາມ ແລະ ເຊັ່ນດຽວກັນ ເອວາກໍແມ່ນບັນພະບຸລຸດຂອງມະນຸດ. ດັ່ງນັ້ນຜູ້ຄົນທີ່ເຮົາສ້າງແມ່ນເຕັມໄປດ້ວຍລົມຫາຍໃຈ ແລະ ຄວາມສະຫງ່າລາສີຂອງເຮົາ. ອາດາມແມ່ນເກີດຈາກກໍາມືຂອງເຮົາ ແລະ ເປັນຕົວແທນໜ້າຕາຂອງເຮົາ. ດ້ວຍເຫດນັ້ນ ຄວາມໝາຍດັ່ງເດີມຂອງ “ອາດາມ” ກໍຄືເປັນມະນຸດທີ່ເຮົາເປັນຜູ້ສ້າງທີ່ເຕັມໄປດ້ວຍຊີວິດຈິດໃຈ ແລະ ຄວາມສະຫງ່າລາສີຂອງເຮົາ ທີ່ມີຮູບຮ່າງ, ໜ້າຕາ, ຈິດໃຈ ແລະ ລົມຫາຍໃຈ. ອາດາມຄືຜູ້ດຽວທີ່ມີຈິດໃຈ, ສາມາດເປັນຕົວແທນ, ເປັນໃບໜ້າ ແລະ ເປັນຊີວິດຈິດໃຈຂອງເຮົາ. ເມື່ອຕົ້ນເດິມນັ້ນ ເອວາເປັນມະນຸດຜູ້ທີ່ສອງທີ່ເຮົາສ້າງຂຶ້ນ ສະນັ້ນ ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນຜູ້ທີ່ເຮົາສ້າງເພື່ອສືບຕໍ່ກຽດຕິຍົດຂອງເຮົາ ເຊິ່ງນາງເປັນຜູ້ທີ່ເຕັມໄປດ້ວຍຊີວິດຊີວາຂອງເຮົາ ແລະ ນອກນັ້ນນາງຍັງເປັນຜູ້ໄດ້ຮັບຄວາມສະຫງ່າລາສີຈາກເຮົາ. ເອວາເກີດຈາກອາດາມ ສະນັ້ນ ນາງເປັນອີກຄົນໜຶ່ງທີ່ເປັນໜ້າຕາຂອງເຮົາ ເພາະວ່ານາງເປັນມະນຸດຜູ້ທີ່ສອງທີ່ຖືກສ້າງຂຶ້ນໃນຮູບພາບຂອງເຮົາ. ຄວາມໝາຍດັ່ງເດີມຂອງ “ເອວາ” ກໍຄືເປັນມະນຸດທີ່ມີຊີວິດ, ມີຈິດໃຈ, ເນື້ອຫນັງ ແລະ ກະດູກທີ່ເປັນພະຍານ ແລະ ໃບໜ້າຄົນທີ່ສອງຂອງເຮົາໃນທ່າມກາງມະນຸດຊາດ. ພວກເຂົາເປັນບັນພະບຸລຸດຂອງມະນຸດ, ເປັນມະນຸດທີ່ບໍລິສຸດ ແລະ ເປັນສົມບັດທີ່ມີຄຸນຄ່າທີ່ສຸດ. ພວກເຂົາເປັນສິ່ງທີ່ມີຊີວິດທໍາອິດທີ່ມີຈິດໃຈ. ແນວໃດກໍຕາມ ມານຮ້າຍໄດ້ເອົາລູກຫຼານຂອງບັນພະບຸລຸດຂອງມະນຸດ ແລະ ຢຽບຢໍ່າທໍາລາຍ, ກັກຂັງພວກເຂົາ, ນໍາເອົາໂລກມະນຸດໄປສູ່ຄວາມມືດ ແລະ ເຮັດໃຫ້ລູກຫຼານຂອງມະນຸດບໍ່ເຊື່ອໃນຕົວເຮົາ. ຍິ່ງເປັນຕາເບື່ອນ່າຍໄປກວ່ານັ້ນ ໃນຂະນະມານຮ້າຍໄດ້ເຮັດໃຫ້ຜູ້ຄົນເສື່ອມໂຊມ ແລະ ຢຽບຢໍ່າພວກເຂົາລົງນັ້ນ, ມັນເປັນການທໍາລາຍກຽດຕິດຍົດ, ຄໍາພະຍານ, ຊິວິດຈິດໃຈທີ່ເຮົາມອບໃຫ້ເຂົາ. ທໍາລາຍລົມຫາຍໃຈ ແລະ ຊີວິດທີ່ເຮົາມອບໃຫ້ເຂົາ. ທໍາລາຍຄວາມສະຫງ່າລາສີຂອງເຮົາໃນໂລກມະນຸດ ແລະ ທໍາລາຍເລືອດເນື້ອເຮື່ອແຮງທີ່ເຮົາສະລະໃຫ້ມະນຸດ. ມະນຸດບໍ່ໄດ້ຢູ່ໃນແສງສະຫວ່າງອີກຕໍ່ໄປ ແລະ ໄດ້ສູນເສຍທຸກຢ່າງທີ່ເຮົາມອບໃຫ້ພວກເຂົາ ແລະ ຖິ້ມຄວາມສະຫງ່າລາສີທີ່ເຮົາມອບໃຫ້. ແລ້ວພວກເຂົາຈະຮັບຮູ້ໄດ້ແນວໃດວ່າເຮົາເປັນພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ສ້າງຂຶ້ນ? ພວກເຂົາຈະສືບຕໍ່ເຊື່ອວ່າເຮົາມີຕົວຕົນໃນສະຫວັນໄດ້ແນວໃດ? ພວກເຂົາຈະຄົ້ນພົບການສະແດງຄວາມສະຫງ່າລາສີຂອງເຮົາເທິງແຜ່ນດິນໂລກນີ້ໄດ້ແນວໃດ? ພວກຫຼານຊາຍ ຫຼານສາວເຫຼົ່ານີ້ຈະຮັບເອົາພຣະເຈົ້າທີ່ບັນພະບຸລຸດຂອງພວກເຂົາເຄົາລົບບູຊາວ່າເປັນພຣະຜູ້ເປັນເຈົ້າທີ່ສ້າງພວກເຂົາໄດ້ແນວໃດ? ພວກຫຼານຊາຍ ແລະ ຫຼານສາວທີ່ໜ້າອະນາດເຫຼົ່ານີ້ໄດ້ເຕັມໃຈ “ສະເໜີ” ຄວາມສະຫງ່າລາສີ, ໜ້າຕາພ້ອມດ້ວຍຄໍາພະຍານທີ່ເຮົາມອບໃຫ້ ອາດາມ ແລະ ເອວາ ໃຫ້ກັບມານຮ້າຍໄປໝົດ. ພ້ອມທັງຊີວິດທີ່ເຮົາມອບໃຫ້ມະນຸດ ເຊິ່ງພວກເຂົາໄດ້ອາໄສມັນເພື່ອຄວາມຢູ່ລອດ ແລະ ໄດ້ເອົາຄວາມສະຫງ່າລາສີຂອງເຮົາທັງໝົດມອບໃຫ້ມານຮ້າຍໂດຍບໍ່ສົນໃຈຄວາມຊົ່ວຊ້າຂອງມັນຈັກໜ້ອຍເລີຍ. ນີ້ບໍ່ແມ່ນທີ່ມາຂອງຄໍາວ່າ “ຕໍ່າຊາມ” ບໍ? ແລ້ວຈະໃຫ້ພວກມະນຸດ, ພວກມານຊົ່ວຮ້າຍ, ພວກຊາກຜີດິບ, ພວກຕົ່ວຢ່າງຂອງຊາຕານ ແລະ ສັດຕູທັງຫຼາຍຂອງເຮົາຮັບເອົາຄວາມສະຫງ່າລາສີຂອງເຮົາໄດ້ແນວໃດ? ເຮົາຈະຍຶດຄວາມສະຫງ່າລາສີຂອງເຮົາ, ຍຶດຄໍາພະຍານຂອງເຮົາທີ່ມີໃນບັນດາມະນຸດ ແລະ ທຸກສິ່ງທີ່ເປັນຂອງເຮົາທີ່ເຮົາມອບໃຫ້ມະນຸດໃນເມື່ອກ່ອນນັ້ນຄືນມາ. ເຮົາຈະເອົາຊະນະມະນຸດທັງໝົດ. ແຕ່ວ່າ ເຈົ້າຄວນຮູ້ວ່າ ມະນຸດທີ່ເຮົາເຄີຍສ້າງນັ້ນແມ່ນເປັນຄົນບໍລິສຸດທີ່ເປັນໜ້າຕາ ແລະ ເປັນກຽດຕິຍົດຂອງເຮົາ. ພວກເຂົາບໍ່ແມ່ນຄົນຂອງຊາຕານ ຫຼື ຢູ່ພາຍໃຕ້ການຢຽບຢໍ່າຂອງມັນ ແຕ່ພວກເຂົາເປັນຕົວຢ່າງຂອງເຮົາທີ່ປາສະຈາກພິດຊົ່ວຮ້າຍຂອງຊາຕານ. ສະນັ້ນ ເຮົາຂໍບອກໃຫ້ມະນຸດຮູ້ວ່າ ເຮົາຕ້ອງການແຕ່ຜູ້ທີ່ເຮົາສ້າງດ້ວຍກໍາມືຂອງເຮົາ ແລະ ຜູ້ທີ່ບໍລິສຸດທີ່ເຮົາຮັກ ແລະ ຜູ້ທີ່ບໍ່ເປັນຄົນຢູ່ພາຍໃຕ້ອໍານາດໃດໆ. ນອກນັ້ນ ເຮົາຈະຊື່ນຊົມໃນຕົວພວກເຂົາ ແລະ ພິຈາລະນາພວກເຂົາໃຫ້ເປັນກຽດຕິຍົດຂອງເຮົາ. ແນວໃດກໍຕາມ ສິ່ງທີ່ເຮົາຕ້ອງການບໍ່ແມ່ນມະນຸດທີ່ຖືກເສື່ອມໂຊມດ້ວຍຊາຕານ, ທີ່ເປັນຄົນຂອງຊາຕານໃນປັດຈຸບັນ ແລະ ເປັນຄົນທີ່ບໍ່ແມ່ນເຮົາສ້າງດັ່ງເດີມ. ເນື່ອງຈາກວ່າເຮົາມີຈຸດປະສົງທີ່ຈະຍຶດເອົາກຽດຕິຍົດຂອງເຮົາໃນໂລກມະນຸດຄືນມາ, ເຮົາຈະເອົາຊະນະຕໍ່ບັນດາມະນຸດທີ່ລອດພົ້ນ ທັງໝົດ ເພື່ອພິສູດຄວາມຍິ່ງໃຫຍ່ໃນການເອົາຊະນະຊາຕານ. ເຮົາຮັບເອົາແຕ່ຄໍາພະຍານທີ່ເປັນແກ້ວປະເສີດສໍາລັບເຮົາ ແລະ ເປັນສິ່ງທີ່ເຮົາຊື່ນຊົມ. ນີ້ແມ່ນຈຸດປະສົງຂອງເຮົາ.

(ຄັດຈາກບົດ “ການເປັນມະນຸດແທ້ຈິງໝາຍເຖິງຫຍັງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້ : 8. ການທີ່ພຣະເຈົ້າບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ ຈະນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ຍຸກທີ່ມືດມົວແຫ່ງອຳນາດຂອງຊາຕານໄດ້ແນວໃດ?

ຕໍ່ໄປ : 2. ການເຂົ້າໃຈເປົ້າໝາຍຂອງສາມຂັ້ນຕອນຂອງພາລະກິດຄຸ້ມຄອງມະນຸດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້