8. ການທີ່ພຣະເຈົ້າບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ ຈະນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ຍຸກທີ່ມືດມົວແຫ່ງອຳນາດຂອງຊາຕານໄດ້ແນວໃດ?

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ” (ເອຊາຢາ 2:2).

“ພວກຂ້ານ້ອຍຂໍຂອບພຣະຄຸນພຣະອົງ, ໂອ ພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຜູ້ຊົງເປັນຢູ່ໃນປັດຈຸບັນ, ໃນອະດີດ ແລະ ໃນອະນາຄົດ ເພາະວ່າພຣະອົງໄດ້ຊົງໃຊ້ລິດອໍານາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ຊົງຂຶ້ນຄອງລາດແລ້ວ” (ພຣະນິມິດ 11:17).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການມາຂອງພຣະເຈົ້າຜູ້ບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ນໍາຈຸດຈົບມາຍັງຍຸກແຫ່ງພຣະຄຸນ. ພຣະອົງໄດ້ມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ, ເພື່ອໃຊ້ພຣະທຳໃນການເຮັດໃຫ້ມະນຸດສົມບູນ, ເພື່ອເຍືອງທາງ ແລະ ໃຫ້ແສງສະຫວ່າງກັບມະນຸດ ແລະ ເພື່ອກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ນີ້ບໍ່ແມ່ນຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດເມື່ອເວລາພຣະອົງມາ. ເມື່ອພຣະເຢຊູມາ, ພຣະອົງໄດ້ກະທໍາການອັດສະຈັນຫຼາຍຢ່າງ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງປະຕິບັດພາລະກິດແຫ່ງການໄຖ່ບາບໂດຍການຖືກຄຶງທີ່ໄມ້ກາງແຂນ. ຜົນຕາມມາກໍຄື ໃນແນວຄວາມຄິດຂອງຜູ້ຄົນ, ພວກເຂົາເຊື່ອວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າຄວນເປັນ. ຍ້ອນວ່າ ເມື່ອພຣະເຢຊູມາ, ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງການກຳຈັດພາບລັກຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ; ເມື່ອພຣະອົງມາ, ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ແລະ ພຣະອົງເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ສ່ວນເລື່ອງກ່ຽວກັບການລົງມາບັງເກີດເປັນມະນຸດຂອງພຣະເຈົ້າໃນຊ່ວງຍຸກສຸດທ້າຍນີ້ ແມ່ນເພື່ອກຳຈັດບ່ອນທີ່ຖືກຄອບງຳໂດຍພຣະເຈົ້າທີ່ເລື່ອນລອຍ ທີ່ຢູ່ໃນແນວຄວາມຄິດຂອງມະນຸດ ເພື່ອວ່າຈະບໍ່ມີພາບຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງມະນຸດອີກຕໍ່ໄປ. ໂດຍຜ່ານພຣະທຳທີ່ແທ້ຈິງ ແລະ ພາລະກິດທີ່ແທ້ຈິງຂອງພຣະອົງ, ການເຄື່ອນໄຫວຂອງພຣະອົງທົ່ວແຜ່ນດິນ, ພາລະກິດທີ່ພິເສດ ແລະ ປົກກະຕິຂອງພຣະອົງ ທີ່ພຣະອົງໄດ້ປະຕິບັດທ່າມກາງມະນຸດ, ພຣະອົງເຮັດໃຫ້ມະນຸດມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ ແລະ ກຳຈັດບ່ອນຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງມະນຸດ. ອີກດ້ານໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳທີ່ກ່າວໂດຍເນື້ອໜັງຂອງພຣະອົງເພື່ອເຮັດໃຫ້ມະນຸດສົມບູນ ແລະ ເຮັດໃຫ້ທຸກສິ່ງສຳເລັດລົງ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍນີ້.

(ຄັດຈາກບົດ “ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສະເດັດມາໃນທ່າມກາງມະນຸດໃນປັດຈຸບັນ ເພື່ອຈຸດປະສົງໃນການປ່ຽນແປງຄວາມຄິດ ແລະ ຈິດວິນຍານຂອງຜູ້ຄົນ ພ້ອມກັບພາບລັກຂອງພຣະເຈົ້າໃນຫົວໃຈຂອງພວກເຂົາທີ່ພວກເຂົາມີເປັນເວລາຫຼາຍລ້ານປີ. ພຣະອົງຈະຖືເອົາໂອກາດນີ້ເຮັດໃຫ້ມະນຸດສົມບູນ. ນັ້ນກໍຄື ພຣະອົງຈະປ່ຽນວິທີທີ່ພວກເຂົາຮູ້ຈັກພຣະອົງ ແລະ ປ່ຽນທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ພຣະອົງໂດຍຜ່ານຄວາມຮູ້ຂອງມະນຸດ, ເຮັດໃຫ້ມະນຸດສ້າງຈຸດເລີ່ມຕົ້ນໃໝ່ໃນການມາຮູ້ຈັກພຣະເຈົ້າຢ່າງມີໄຊຊະນະ ແລະ ດ້ວຍວິທີນີ້ ຈິ່ງຈະບັນລຸການເລີ່ມຕົ້ນໃໝ່ ແລະ ການປ່ຽນແປງຈິດວິນຍານຂອງມະນຸດ. ການຈັດການ ແລະ ການລົງວິໄນແມ່ນວິທີການ, ໃນຂະນະທີ່ການເອົາຊະນະ ແລະ ການເລີ່ມຕົ້ນໃໝ່ແມ່ນເປົ້າໝາຍ. ການກໍາຈັດຄວາມຄິດແບບງົມງວາຍທີ່ມະນຸດມີກ່ຽວກັບພຣະເຈົ້າເລື່ອນລອຍແມ່ນເປັນເຈດຕະນາຂອງພຣະເຈົ້າມາຕະຫຼອດ ແລະ ໃນບໍ່ດົນມານີ້ກໍໄດ້ກາຍເປັນປະເດັນສຸກເສີນຂອງພຣະອົງ. ຫວັງວ່າທຸກຄົນຈະເບິ່ງຢ່າງລະອຽດໃນການຄໍານຶງເຖິງສະຖານະການນີ້.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຽງໃນປັດຈຸບັນນີ້ເທົ່ານັ້ນ ເມື່ອເຮົາໄດ້ມາຢູ່ໃນທ່າມກາງມະນຸດດ້ວຍຕົວເອງ ແລະ ກ່າວພຣະທໍາຂອງເຮົາ, ມະນຸດຈຶ່ງມີຄວາມຮູ້ໜ້ອຍໜຶ່ງກ່ຽວກັບເຮົາ, ກໍາຈັດບ່ອນທີ່ “ເຮົາ” ຈັບຈອງໃນຄວາມຄິດຂອງພວກເຂົາ ແລະ ໃນທາງກົງກັນຂ້າມ ໄດ້ສ້າງບ່ອນສໍາລັບພຣະເຈົ້າທີ່ແທ້ຈິງໃນຈິດສໍານຶກຂອງພວກເຂົາ. ມະນຸດມີແນວຄິດ ແລະ ເຕັມໄປດ້ວຍຄວາມສົງໄສ; ແມ່ນໃຜທີ່ບໍ່ຕ້ອງການເຫັນພຣະເຈົ້າ? ແມ່ນໃຜທີ່ບໍ່ປາດຖະໜາທີ່ຈະພົບປະກັບພຣະເຈົ້າ? ແຕ່ສິ່ງດຽວທີ່ຄອບຄອງຫ້ອງຫົວໃຈຂອງມະນຸດຢ່າງໝັ້ນຄົງກໍຄືພຣະເຈົ້າທີ່ມະນຸດຮູ້ສຶກວ່າເລື່ອນລອຍ ແລະ ເປັນນາມມະທໍາ. ແມ່ນໃຜຈະຮູ້ເຖິງສິ່ງນີ້ ຖ້າເຮົາບໍ່ໄດ້ບອກພວກເຂົາຢ່າງຊັດເຈນ? ແມ່ນໃຜຈະເຊື່ອຢ່າງແທ້ຈິງພ້ອມກັບຄວາມແນ່ນອນ ແລະ ບໍ່ມີແມ່ນແຕ່ຂໍ້ສົງໄສວ່າ ເຮົາມີຕົວຕົນແທ້ໆ? ມີຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງ “ເຮົາ” ທີ່ຢູ່ໃນໃຈຂອງມະນຸດ ແລະ “ເຮົາ” ແຫ່ງຄວາມເປັນຈິງ ແລະ ບໍ່ມີໃຜສາມາດປຽບທຽບສິ່ງເຫຼົ່ານັ້ນໄດ້. ຖ້າເຮົາບໍ່ໄດ້ກາຍເປັນເນື້ອໜັງ, ມະນຸດຈະບໍ່ມີມື້ຮູ້ຈັກເຮົາ ແລະ ເຖິງວ່າ ເຂົາຈະຮູ້ຈັກເຮົາ ແຕ່ຄວາມຮູ້ດັ່ງກ່າວນັ້ນຍັງບໍ່ແມ່ນເປັນພຽງແນວຄິດບໍ? ...

... ຍ້ອນມະນຸດຖືກຊາຕານລໍ້ລວງ ແລະ ເຮັດໃຫ້ເສື່ອມຊາມ, ຍ້ອນເຂົາຖືກຄອບງຳໂດຍແນວຄິດ ແລະ ຄວາມຄິດ, ເຮົາຈຶ່ງໄດ້ກາຍເປັນເນື້ອໜັງ ເພື່ອເອົາຊະນະມວນມະນຸດທຸກຄົນດ້ວຍຕົວເອງ, ເພື່ອເປີດເຜີຍແນວຄິດທັງໝົດຂອງມະນຸດ ແລະ ເພື່ອຈີກຄວາມຄິດຂອງມະນຸດອອກເປັນສິ້ນສ່ວນ. ດ້ວຍເຫດນັ້ນ, ມະນຸດຈຶ່ງບໍ່ແຫ່ຂະບວນຢູ່ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ຮັບໃຊ້ເຮົາໂດຍການນໍາໃຊ້ແນວຄິດຂອງເຂົາເອງອີກຕໍ່ໄປ ແລະ ສະນັ້ນ “ເຮົາ” ທີ່ຢູ່ໃນແນວຄິດຂອງມະນຸດຈຶ່ງຖືກກໍາຈັດ.

(ຄັດຈາກ “ບົດທີ 11” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການປ່ຽນແປງອຸປະນິໄສຂອງພວກເຂົາຈຳເປັນຕ້ອງມີເປົ້າໝາຍໃຫ້ສະແຫວງຫາ ແລະ ການຮູ້ຈັກພຣະເຈົ້າກໍຈຳເປັນຕ້ອງມີການເປັນພະຍານເຖິງການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ທຳມະດາ ແລະ ເປັນຈິງເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງສຳຄັນ ແລະ ເປັນຫຍັງມັນຈຶ່ງຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍສາມາດບັນລຸຜົນໄດ້ຢ່າງເໝາະສົມ. ພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ໂດຍການແທນທີ່ສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ກັບພຣະເຈົ້າທີ່ເປັນຈິງ ແລະ ພາບລັກທີ່ແທ້ຈິງຂອງພຣະເຈົ້າ ແລະ ການເຮັດໃຫ້ຜູ້ຄົນໄດ້ຮູ້ຈັກພວກມັນເທື່ອລະໜ້ອຍ, ມັນຈຶ່ງຈະສາມາດບັນລຸຜົນທີ່ເໝາະສົມໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ພວກເຂົາສະແຫວງຫາໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍເມື່ອປຽບທຽບຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍ່ບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍ່ຄື ຫາກປາສະຈາກຄວາມເປັນຈິງເຊິ່ງເປັນສິ່ງປຽບທຽບ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້. ແນ່ນອນ, ພຣະວິນຍານຂອງພຣະເຈົ້າກໍຍັງບໍ່ສາມາດບັນລຸຜົນນີ້ໄດ້.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນ ທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ພຣະອົງຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສວຍງາມຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ຜູ້ທີ່ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງໄດ້ສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງໄດ້ຮັບໃຊ້ຊາຕານ ແລະ ພຣະອົງນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງໂດຍແທນທີ່ພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍ່ບໍ່ສະແຫວງຫາ ແລະ ງົມຫາສິ່ງຕ່າງໆທີ່ເບິ່ງຄືມີຢູ່ຈິງ ແລະ ບໍ່ມີຢູ່ຈິງ ແລະ ພວກເຂົາເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ພວກເຂົາຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າຈະປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ.

(ຄັດຈາກບົດ “ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອເອົາຊະນະຊາຕານ ແລະ ພຣະອົງຈະເອົາຊະນະຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ້ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມພ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອເອົາຊະນະຊາຕານ. ເຖິງແນວໃດກໍຕາມ ໃນແກ່ນແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງມະນຸດຊາດທັງປວງຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມພ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ທັງໝົດນັ້ນກໍແມ່ນເພື່ອເອົາຊະນະຊາຕານ ແລະ ນໍາຄວາມລອດພົ້ນມາເຖິງມະນຸດຊາດທັງປວງ ເພື່ອມະນຸດອາດຈະເຂົ້າສູ່ບ່ອນພັກຜ່ອນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນກໍເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການເອົາຊະນະຊາຕານເພື່ອນໍາຄວາມລອດພົ້ນມາເຖິງມວນມະນຸດທັງປວງແລ້ວ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແກ່ນແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ພ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະພ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຂະນະທີ່ພຣະທຳຂອງເຮົາຖືກເຮັດໃຫ້ສົມບູນ, ອານາຈັກກໍຖືກກໍ່ສ້າງຂຶ້ນເທິງແຜ່ນດິນໂລກເທື່ອລະໜ້ອຍ ແລະ ມະນຸດກໍກັບຄືນສູ່ຄວາມທຳມະດາເທື່ອລະໜ້ອຍ ແລະ ສະນັ້ນ ອານາຈັກໃນຫົວໃຈຂອງເຮົາຈຶ່ງຖືກສ້າງຂຶ້ນເທິງແຜ່ນດິນໂລກ. ໃນອານາຈັກນັ້ນ, ປະຊາຊົນຂອງພຣະເຈົ້າທຸກຄົນຟື້ນຟູຊີວິດຂອງມະນຸດທຳມະດາ. ລະດູໜາວທີ່ໜາວຈັດໄດ້ຈາກໄປ, ແທນດ້ວຍໂລກແຫ່ງເມືອງລະດູໃບໄມ້ປົ່ງ ເຊິ່ງເປັນບ່ອນທີ່ມີລະດູໃບໄມ້ປົ່ງໝົດປີ. ຜູ້ຄົນຈະບໍ່ພົບກັບໂລກທີ່ມືດມົນ ແລະ ໂສກເສົ້າຂອງມະນຸດອີກຕໍ່ໄປ, ພວກເຂົາຈະບໍ່ອົດກັ້ນຕໍ່ຄວາມໜາວເຢັນຂອງໂລກມະນຸດອີກຕໍ່ໄປ. ຜູ້ຄົນບໍ່ຕີກັນ, ປະເທດຕ່າງໆບໍ່ເຮັດສົງຄາມຕໍ່ກັນ, ບໍ່ມີການເຂັນຂ້າ ແລະ ນອງເລືອດຈາກການເຂັນຂ້າກັນອີກຕໍ່ໄປ; ດິນແດນທັງປວງແມ່ນເຕັມໄປດ້ວຍຄວາມສຸກ ແລະ ທຸກຫົນແຫ່ງເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງມະນຸດ. ເຮົາຍ້າຍໄປທົ່ວແຜ່ນດິນໂລກ, ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ.

(ຄັດຈາກ “ບົດທີ 20” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ເມື່ອທຸກຄົນຖືກເຮັດໃຫ້ສົມບູນ ແລະ ທຸກປະເທດໃນແຜ່ນດິນໂລກໄດ້ກາຍເປັນອານາຈັກຂອງພຣະຄຣິດ, ມັນກໍຈະເປັນເວລາທີ່ສຽງຟ້າຮ້ອງທັງເຈັດດັງກັງວານຂຶ້ນ. ຍຸກປັດຈຸບັນກໍາລັງກ້າວໄປສູ່ຂັ້ນຕອນນັ້ນ; ການບຸກໂຈມຕີຖືກບຸກໄປສູ່ຍຸກນັ້ນແລ້ວ. ນີ້ແມ່ນແຜນການຂອງພຣະເຈົ້າ ແລະ ໃນອະນາຄົດອັນໃກ້ນີ້ ມັນກໍຈະບັນລຸຜົນ. ຢ່າງໃດກໍຕາມ, ພຣະເຈົ້າແມ່ນໄດ້ເຮັດທຸກຢ່າງທີ່ພຣະອົງໄດ້ກ່າວສໍາເລັດໝົດແລ້ວ. ສະນັ້ນ, ມັນຈຶ່ງຊັດເຈນວ່າ ບັນດາປະເທດຕ່າງໆໃນແຜ່ນດິນໂລກແມ່ນຜາສາດໃນດິນຊາຍ ສັ່ນສະເທືອນເມື່ອນໍ້ານອງໄຫຼເຂົ້າມາໃກ້: ຍຸກສຸດທ້າຍແມ່ນໃກ້ທີ່ຈະມາເຖິງ ແລະ ມັງກອນແດງທີ່ຍິ່ງໃຫຍ່ຈະລົ້ມລົງຢູ່ພາຍໃຕ້ພຣະທໍາຂອງພຣະເຈົ້າ. ເພື່ອຮັບປະກັນວ່າ ແຜນການຂອງພຣະອົງຖືກປະຕິບັດໃຫ້ສໍາເລັດ, ທູດສະຫວັນແມ່ນໄດ້ລົງມາສູ່ແຜ່ນດິນໂລກ ໂດຍເຮັດສຸດຄວາມສາມາດ ເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ຖືກສົ່ງໄປຍັງສະໜາມຮົບ ເພື່ອຕໍ່ສູ້ກັບສັດຕູ. ຢູ່ບ່ອນໃດກໍຕາມທີ່ການບັງເກີດເປັນມະນຸດໄດ້ປາກົດຂຶ້ນ ແມ່ນບ່ອນທີ່ສັດຕູຈະຖືກກໍາຈັດ. ປະເທດຈີນຈະເປັນປະເທດທໍາອິດທີ່ຖືກທໍາລາຍລ້າງ; ມັນຈະຖືກທໍາລາຍດ້ວຍມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ໄວ້ຊີວິດທີ່ຢູ່ບ່ອນນັ້ນຢ່າງເດັດຂາດ. ຫຼັກຖານຂອງການພັງທະລາຍເທື່ອລະເລັກເທື່ອລະໜ້ອຍຂອງມັງກອນແດງທີ່ຍິ່ງໃຫຍ່ ສາມາດເຫັນໄດ້ໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງຜູ້ຄົນ; ນີ້ແມ່ນສິ່ງທີ່ແນ່ນອນ ແລະ ໃຜກໍເຫັນໄດ້. ການເຕີບໃຫຍ່ຂອງຜູ້ຄົນແມ່ນສັນຍານຂອງການຕາຍຂອງສັດຕູ. ນີ້ແມ່ນການອະທິບາຍເລັກນ້ອຍ ກ່ຽວກັບຄວາມໝາຍທີ່ວ່າ “ຕໍ່ສູ້”.

(ຄັດຈາກ “ບົດທີ 10” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັ້ນ ຈົ່ງຂອບໃຈເຮົາ, ເພາະໂລກຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ ຕັ້ງຕົນຕໍ່ຕ້ານກັບຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ ແລະ ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ນາໆຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ, ແລະ ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ນັ້ນກໍ່ຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ບັນດາຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນພວກເຮົາໄດ້ເຮັດໃຫ້ຕົນເອງພົ້ນໂທດແນວໃດ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນ ແລະ ດ້ວຍສຽງຂອງເຮົາ, ເຮົາຈະເປັ່ງສຽງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

(ຄັດຈາກ “ບົດທີ 26” ຂອງພາກພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

ກ່ອນນີ້: 7. ຈະໃຫ້ຜູ້ຄົນເຂົ້າໃຈວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ?

ຕໍ່ໄປ: 1. ເຫດໃດພຣະເຈົ້າຈຶ່ງກະທໍາພາລະກິດຊ່ວຍມະນຸດໃຫ້ພົ້ນ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້