7. ຈະໃຫ້ຜູ້ຄົນເຂົ້າໃຈວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ?

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ” (ໂຢຮັນ 1:1).

“ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6).

“ພຣະທຳທີ່ເຮົາເວົ້າກັບເຈົ້າ, ພວກມັນຄືວິນຍານ ແລະ ພວກມັນຄືຊີວິດ” (ໂຢຮັນ 6:63).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຫົນທາງແຫ່ງຊີວິດບໍ່ແມ່ນສິ່ງທີ່ຄົນໃດກໍສາມາດມີໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ຄົນໃດກໍສາມາດໄດ້ຮັບຢ່າງງ່າຍດາຍ. ນີ້ກໍຍ້ອນວ່າຊີວິດແມ່ນສາມາດມາຈາກພຣະເຈົ້າເທົ່ານັ້ນ ເຊິ່ງເວົ້າໄດ້ວ່າ ມີພຽງພຣະເຈົ້າເອງທີ່ມີແກ່ນແທ້ຂອງຊີວິດ ແລະ ມີພຽງພຣະເຈົ້າເອງທີ່ມີຫົນທາງແຫ່ງຊີວິດ. ດ້ວຍເຫດນັ້ນ ມີພຽງພຣະເຈົ້າທີ່ເປັນບໍ່ເກີດແຫ່ງຊີວິດ ແລະ ເປັນບໍ່ນໍ້າທີ່ມີນໍ້າແຫ່ງຊີວິດຫຼັ່ງໄຫຼຢູ່ຕະຫຼອດເວລາ. ນັບຕັ້ງແຕ່ພຣະອົງສ້າງແຜ່ນດິນໂລກ, ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງທີ່ກ່ຽວຂ້ອງກັບພະລັງແຫ່ງຊີວິດ, ປະຕິບັດພາລະກິດຫຼາຍຢ່າງທີ່ນໍາຊີວິດມາສູ່ມະນຸດ ແລະ ເສຍສະລະຫຼາຍເພື່ອມະນຸດອາດຈະໄດ້ຮັບຊີວິດ. ນີ້ກໍຍ້ອນວ່າພຣະເຈົ້າເອງເປັນຊີວິດຊົ່ວນິດນິລັນ ແລະ ພຣະເຈົ້າເອງເປັນຫົນທາງແຫ່ງການຟື້ນຟູຊີວິດຂອງມະນຸດ. ພຣະເຈົ້າບໍ່ເຄີຍຂາດໄປຈາກຫົວໃຈຂອງມະນຸດຈັກເທື່ອ ແລະ ພຣະອົງອາໄສຢູ່ທ່າມກາງມະນຸດຕະຫຼອດເວລາ. ພຣະອົງໄດ້ເປັນກໍາລັງຜັກດັນໃນການດຳລົງຊີວິດຂອງມະນຸດ, ເປັນຮາກຖານໃຫ້ກັບການມີຊີວິດຢູ່ຂອງມະນຸດ ແລະ ເປັນແຫຼ່ງທີ່ອຸດົມສົມບູນສໍາລັບການມີຊີວິດຢູ່ຂອງມະນຸດຫຼັງຈາກການກຳເນີດ. ພຣະອົງເຮັດໃຫ້ມະນຸດເກີດຂຶ້ນໃໝ່ ແລະ ເຮັດໃຫ້ມະນຸດສາມາດດຳລົງໃນທຸກບົດບາດຂອງຊີວິດຂອງເຂົາຢ່າງໜຽວແໜ້ນ. ຍ້ອນອຳນາດຂອງພຣະອົງ ແລະ ພະລັງຊີວິດທີ່ບໍ່ສາມາດດັບສູນໄດ້ຂອງພຣະອົງ, ມະນຸດຈຶ່ງສາມາດດຳລົງຊີວິດສືບຕໍ່ຈາກຮຸ່ນສູ່ຮຸ່ນ ເຊິ່ງພະລັງແຫ່ງຊີວິດຂອງພຣະເຈົ້າເປັນຮາກຖານໃນການມີຊີວິດຢູ່ຂອງມະນຸດ ແລະ ພຣະເຈົ້າໄດ້ເສຍສະລະໃນສິ່ງທີ່ບໍ່ມີມະນຸດທຳມະດາຄົນໃດເຄີຍເສຍສະລະມາກ່ອນ. ພະລັງແຫ່ງຊີວິດຂອງພຣະເຈົ້າສາມາດເອົາຊະນະເໜືອລິດອຳນາດທັງປວງ; ນອກຈາກນັ້ນ ມັນຍັງຍິ່ງໃຫຍ່ກວ່າລິດອຳນາດໃດໆທັງປວງ. ຊີວິດຂອງພຣະອົງເປັນຢູ່ຊົ່ວນິດນິລັນ, ລິດອຳນາດຂອງພຣະອົງເໜືອທໍາມະຊາດ ແລະ ພະລັງແຫ່ງຊີວິດຂອງພຣະອົງບໍ່ສາມາດຖືກເອົາຊະນະໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ກໍາລັງໃດໆຂອງສັດຕູ. ພະລັງແຫ່ງຊີວິດຂອງພຣະເຈົ້າມີຢູ່ ແລະ ສ່ອງແສງເປັ່ງປະກາຍໄປທົ່ວ ບໍ່ວ່າຈະເປັນເວລາ ຫຼື ສະຖານທີ່ໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດໄດ້ຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ, ແຕ່ຊີວິດຂອງພຣະເຈົ້າຢູ່ຄືເກົ່າຕະຫຼອດໄປ. ທຸກສິ່ງທຸກຢ່າງຈາກໄປ ແຕ່ຊີວິດຂອງພຣະເຈົ້າຍັງຄົງຢູ່ ຍ້ອນພຣະເຈົ້າເປັນບໍ່ເກີດແຫ່ງການມີຊີວິດຢູ່ຂອງທຸກຢ່າງ ແລະ ຮາກຖານຂອງການມີຊີວິດຢູ່ຂອງພວກມັນ. ຊີວິດຂອງມະນຸດເກີດມາຈາກພຣະເຈົ້າ, ການມີຢູ່ຂອງສະຫວັນກໍຍ້ອນພຣະເຈົ້າ ແລະ ການມີຢູ່ຂອງແຜ່ນດິນໂລກເກີດມາຈາກລິດອຳນາດແຫ່ງຊີວິດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ມີພະລັງທີ່ສາມາດຢູ່ເໜືອອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ບໍ່ມີສິ່ງໃດທີ່ແຂງແກ່ນສາມາດລອດພົ້ນຈາກຂອບເຂດອຳນາດຂອງພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າພວກເຂົາຈະເປັນໃຜ, ທຸກຄົນຕ້ອງຍອມຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ, ທຸກຄົນຕ້ອງດຳລົງຊີວິດຢູ່ພາຍໃຕ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດຫຼີກໜີໄປຈາກມືຂອງພຣະອົງໄດ້.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ, ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ເໜືອສິ່ງອື່ນໃດກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫຼ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິນຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລິຍ ນອກຈາກເນື້ອໜັງຂອງເຈົ້າ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດນໍາມານະມັດສະການວ່າເປັນຄວາມຈິງ ແລະ ລະບຽບການຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນຂອງພຣະອົງ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະຄຣິດແຫ່ງຍຸກສຸດທ້າຍນໍາພາຊີວິດ ແລະ ນໍາພາຫົນທາງແຫ່ງຄວາມຈິງທີ່ຍືນນານ ແລະ ບໍ່ສິ້ນສຸດ. ຄວາມຈິງນີ້ແມ່ນເສັ້ນທາງທີ່ມະນຸດຈະໄດ້ຮັບຊີວິດ ແລະ ມັນເປັນເສັ້ນທາງດຽວທີ່ມະນຸດຈະຮູ້ຈັກພຣະເຈົ້າ ແລະ ເສັ້ນທາງທີ່ພຣະເຈົ້າເຫັນດີນໍາ.

(ຄັດຈາກບົດ “ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເລັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ...

... ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?

(ຄັດຈາກບົດ “ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແຕ່ແມ່ນບຸກຄົນທຳມະດານີ້ແຫຼະ ທີ່ລີ້ຢູ່ທ່າມກາງປະຊາຊົນ ແລະ ເປັນຜູ້ທີ່ປະຕິບັດພາລະກິດໃໝ່ໃນການຊ່ວຍເຫຼືອພວກເຮົາ. ພຣະອົງບໍ່ໄດ້ອະທິບາຍ ຫຼື ບອກໃຫ້ພວກເຮົາຮູ້ວ່າ ເປັນຫຍັງພຣະອົງຈຶ່ງມາ, ມີພຽງແຕ່ປະຕິບັດພາລະກິດທີ່ພຣະອົງມຸ່ງໝາຍຈະປະຕິບັດດ້ວຍຂັ້ນຕອນວັດແທກ ແລະ ສອດຄ່ອງຕາມແຜນການຂອງພຣະອົງ. ພຣະທຳ ແລະ ຖ້ອຍຄຳຂອງພຣະອົງກາຍມາເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຈາກການປອບໃຈ, ແນະນຳ, ບອກ ແລະ ຕັກເຕືອນ, ຈົນເຖິງການຕຳນິຕິເຕືອນ ແລະ ຕີສອນໃຫ້ມີວິໄນ; ຈາກນໍ້າສຽງທີ່ອ່ອນໂຍນ ແລະ ອ່ອນຫວານ ຈົນເຖິງຄຳເວົ້າທີ່ຮຸນແຮງ ແລະ ສະຫງ່າງາມ, ທຸກຢ່າງໄດ້ມອບຄວາມເມດຕາໃຫ້ກັບມະນຸດ ແລະ ປູກຝັງຄວາມຢ້ານກົວໃນຕົວເຂົາ. ທຸກສິ່ງທີ່ພຣະອົງກ່າວແທງທະລຸຄວາມລັບທີ່ເຊື່ອງເລິກຢູ່ພາຍໃນຕົວພວກເຮົາ; ພຣະທຳຂອງພຣະອົງປັກລົງທີ່ຫົວໃຈຂອງພວກເຮົາ, ປັກລົງທີ່ຈິດວິນຍານຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຕັມໄປດ້ວຍຄວາມອັບອາຍທີ່ບໍ່ສາມາດທົນໄດ້ ໂດຍບໍ່ຄ່ອຍຈະຮູ້ວ່າ ຈະເຊື່ອງຕົນເອງໄດ້ຢູ່ໃສ...

ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາມາຮູ້ຈັກອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ແກ່ນແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ພວກມັນເຮັດໃຫ້ພວກເຮົາ “ເກີດໃໝ່”; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະຫຼະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ...

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດ, ໃນຂະນະດຽວກັນກໍ່ມອບສຽງໃຫ້ແກ່ຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊີ້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງຫຼັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມີ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນກ່ຽວກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດໃນພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີຜູ້ໃດນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ.

(ຄັດຈາກບົດ “ພາກພະໜວກ: ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າໃຊ້ພຣະທໍາເພື່ອນໍາໄປສູ່ຍຸກໃໝ່, ປ່ຽນແປງວິທີປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພາລະກິດຂອງຍຸກທັງໝົດ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດພາລະກິດໃນຍຸກແຫ່ງພຣະທໍາ. ພຣະອົງກາຍມາເປັນເນື້ອໜັງເພື່ອກ່າວຈາກມຸມມອງທີ່ແຕກຕ່າງກັນ ເພື່ອວ່າມະນຸດຈະສາມາດເຫັນພຣະເຈົ້າຢ່າງແທ້ຈິງ ເຊິ່ງເປັນພຣະທໍາທີ່ປາກົດໃນເນື້ອໜັງ ແລະ ສາມາດເບິ່ງເຫັນສະຕິປັນຍາ ແລະ ຄວາມອັດສະຈັນຂອງພຣະອົງ. ພາລະກິດດັ່ງກ່າວແມ່ນຖືກປະຕິບັດເພື່ອບັນລຸເປົ້າໝາຍຂອງການເອົາຊະນະມະນຸດໄດ້ດີຂຶ້ນ, ເຮັດໃຫ້ມະນຸດສົມບູນແບບ ແລະ ກໍາຈັດມະນຸດ ເຊິ່ງເປັນຄວາມໝາຍທີ່ແທ້ຈິງຂອງການໃຊ້ພຣະທໍາເພື່ອດໍາເນີນພາລະກິດໃນຍຸກແຫ່ງພຣະທໍາ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນມາຮູ້ຈັກພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ທາດແທ້ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນເຂົ້າເຮັດ. ຜ່ານພຣະທໍາ, ພາລະກິດທີ່ພຣະເຈົ້າຕ້ອງການເຮັດໃນຍຸກແຫ່ງພຣະທໍາຈະເກີດຜົນຢ່າງສົມບູນ. ຜ່ານພຣະທໍາເຫຼົ່ານີ້, ຜູ້ຄົນຈະຖືກເປີດເຜີຍ, ກໍາຈັດ ແລະ ທົດລອງ. ຜູ້ຄົນໄດ້ເຫັນພຣະທໍາຂອງພຣະເຈົ້າ, ໄດ້ຍິນພຣະທໍາເຫຼົ່ານີ້ ແລະ ຮັບຮູ້ວ່າການມີຢູ່ຈິງຂອງພຣະທໍາເຫຼົ່ານີ້. ຜົນຕາມມາກໍ່ຄື ພວກເຂົາໄດ້ມາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ໃນລິດອໍານາດທີ່ຍິ່ງໃຫຍ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງໃນຄວາມຮັກທີ່ພຣະອົງມີຕໍ່ມະນຸດ ແລະ ຄວາມປາຖະໜາຂອງພຣະອົງເພື່ອຊ່ວຍໃຫ້ມະນຸດລອດພົ້ນ. ຄໍາວ່າ “ພຣະທໍາ” ອາດເປັນສິ່ງທີ່ງ່າຍດາຍ ແລະ ທໍາມະດາ, ແຕ່ພຣະທໍາທີ່ອອກຈາກປາກຂອງພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສັ່ນສະເທືອນຈັກກະວານ, ພວກມັນປ່ຽນຫົວໃຈຂອງຜູ້ຄົນ, ປ່ຽນແປງແນວຄິດ ແລະ ອຸປະນິໄສເດີມຂອງພວກເຂົາ ແລະ ປ່ຽນແປງລັກສະນະທີ່ໂລກທັງປວງເຄີຍເປັນ. ຕະຫຼອດຍຸກຕ່າງໆ, ມີພຽງແຕ່ພຣະເຈົ້າໃນປັດຈຸບັນທີ່ປະຕິບັດພາລະກິດໃນລັກສະນະນີ້ ແລະ ມີພຽງແຕ່ພຣະອົງທີ່ກ່າວແບບນີ້ ແລະ ມາຊ່ວຍມະນຸດໃຫ້ລອດພົ້ນແບບນີ້. ນັບຕັ້ງແຕ່ນີ້ຕໍ່ໄປ ມະນຸດຈະດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ໄດ້ຮັບການລ້ຽງດູ ແລະ ການສະໜອງໂດຍພຣະທຳຂອງພຣະອົງ. ຜູ້ຄົນດຳລົງຊີວິດຢູ່ໃນໂລກແຫ່ງພຣະທຳຂອງພຣະເຈົ້າ, ທ່າມກາງຄໍາສາບແຊ່ງ ແລະ ພອນຈາກພຣະທໍາຂອງພຣະເຈົ້າ ແລະ ເຖິງກັບມີອີກຫຼາຍຄົນທີ່ມາດໍາລົງຊີວິດຢູ່ພາຍໃຕ້ການພິພາກສາ ແລະ ການຕີສອນຈາກພຣະທໍາຂອງພຣະອົງ. ພຣະທໍາເຫຼົ່ານີ້ ແລະ ພາລະກິດນີ້ແມ່ນລ້ວນແລ້ວແຕ່ເຫັນແກ່ຄວາມລອດພົ້ນຂອງມະນຸດ, ເຫັນແກ່ການສຳເລັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຫັນແກ່ການປ່ຽນແປງພາບລັກເດີມຂອງໂລກແຫ່ງການສ້າງ. ພຣະເຈົ້າເນລະມິດສ້າງໂລກໂດຍໃຊ້ພຣະທໍາ, ພຣະອົງນໍາພາມະນຸດທົ່ວຈັກກະວານໂດຍໃຊ້ພຣະທໍາ ແລະ ພຣະອົງເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໂດຍໃຊ້ພຣະທໍາ. ໃນທີ່ສຸດແລ້ວ, ພຣະອົງກໍ່ຈະໃຊ້ພຣະທໍານໍາໂລກເດີມທັງປວງໄປສູ່ຈຸດສິ້ນສຸດ, ແລ້ວສຳເລັດແຜນການຄຸ້ມຄອງທັງໝົດຂອງພຣະອົງ.

(ຄັດຈາກບົດ “ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະວິນຍານແຫ່ງຄວາມຈິງໄດ້ບັງເກີດໃນເນື້ອໜັງ ເຊິ່ງນັ້ນກໍຄື ຄວາມຈິງ, ຫົນທາງ ແລະ ຊີວິດທັງໝົດໄດ້ກາຍມາເປັນເນື້ອໜັງ, ພຣະວິນຍານຂອງພຣະເຈົ້າໄດ້ມາເຖິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພຣະວິນຍານໄດ້ກາຍມາເປັນເນື້ອໜັງ. ເຖິງແມ່ນວ່າໃນດ້ານຜິວເຜີນ ເບິ່ງຄືກັບວ່າ ສິ່ງນີ້ແມ່ນແຕກຕ່າງຈາກແນວຄວາມຄິດຂອງພຣະວິນຍານບໍລິສຸດ, ໃນພາລະກິດນີ້ ເຈົ້າຈະສາມາດເຫັນຢ່າງຊັດເຈນຍິ່ງຂຶ້ນວ່າ ພຣະວິນຍານຖືກເຮັດໃຫ້ເປັນຈິງໃນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນ ພຣະທຳໄດ້ກາຍມາເປັນເນື້ອໜັງ ແລະ ພຣະທຳໄດ້ປາກົດໃນເນື້ອໜັງ. ເຈົ້າສາມາດເຂົ້າໃຈຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ: “ໃນຕົ້ນເດີມນັ້ນຊົງມີພຣະທໍາຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”. ຍິ່ງໄປກວ່ານັ້ນ ເຈົ້າຕ້ອງເຂົ້າໃຈວ່າພຣະທຳໃນປັດຈຸບັນແມ່ນພຣະເຈົ້າ ແລະ ເບິ່ງເຫັນວ່າພຣະທຳກາຍມາເປັນເນື້ອໜັງ. ສິ່ງນີ້ແມ່ນການເປັນພະຍານທີ່ດີທີ່ສຸດທີ່ເຈົ້າສາມາດເປັນໄດ້. ສິ່ງນີ້ພິສູດວ່າເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າທີ່ກາຍມາເປັນເນື້ອໜັງ, ເຈົ້າບໍ່ພຽງແຕ່ສາມາດຮູ້ຈັກພຣະອົງ, ແຕ່ຍັງຮູ້ຈັກວ່າຫົນທາງທີ່ເຈົ້າຍ່າງໃນປັດຈຸບັນແມ່ນຫົນທາງແຫ່ງຊີວິດ ແລະ ຫົນທາງແຫ່ງຄວາມຈິງ. ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມແກ່ນແທ້ທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ແມ່ນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິ່ງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

(ຄັດຈາກບົດ “ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 6. ເປັນຫຍັງຈຶ່ງເວົ້າວ່າ ການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດລົງ?

ຕໍ່ໄປ: 8. ການທີ່ພຣະເຈົ້າບັງເກີດເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ ຈະນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ຍຸກທີ່ມືດມົວແຫ່ງອຳນາດຂອງຊາຕານໄດ້ແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້