ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ມາເຖິງ. ປີແລ້ວປີເລົ່າ ແລະ ມື້ແລ້ວມື້ເລົ່າ, ພຣະເຈົ້າໄດ້ເຮັດພາລະກິດຫຼາຍຢ່າງ. ພຣະອົງໄດ້ເຂົ້າມາໃນໂລກ ແລະ ຫຼັງຈາກນັ້ນກໍ່ຈາກໄປ. ວົງຈອນນີ້ເກີດຂຶ້ນຊໍ້າແລ້ວຊໍ້າອີກຕະຫຼອດຫຼາຍຮຸ່ນຄົນ. ມື້ນີ້ ພຣະເຈົ້າສືບຕໍ່ເຮັດພາລະກິດທີ່ພຣະອົງຕ້ອງເຮັດຄືແຕ່ກ່ອນ ເຊິ່ງເປັນພາລະກິດທີ່ພຣະອົງຍັງບໍ່ທັນສໍາເລັດ ຍ້ອນຈົນມາຮອດທຸກມື້ນີ້ ພຣະອົງຍັງບໍ່ໄດ້ຢຸດພັກ. ນັບຕັ້ງແຕ່ການຊົງສ້າງຈົນຮອດມື້ນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ. ແຕ່ເຈົ້າຮູ້ບໍວ່າພຣະເຈົ້າໃນປັດຈຸບັນເຮັດພາລະກິດຫຼາຍກວ່າແຕ່ກ່ອນ ແລະ ຂອບເຂດພາລະກິດຂອງພຣະອົງກໍ່ຍິ່ງໃຫຍ່ກວ່າແຕ່ກ່ອນ? ນີ້ຄືເຫດຜົນນີ້ທີ່ເຮົາເວົ້າວ່າພຣະເຈົ້າໄດ້ເຮັດການອັນຍິ່ງໃຫຍ່ທ່າມກາງມະນຸດ. ພາລະກິດທັງໝົດຂອງພຣະເຈົ້າມີຄວາມສໍາຄັນຫຼາຍ ບໍ່ວ່າຈະເປັນການກະທໍາຕໍ່ມະນຸດ ຫຼື ຕໍ່ພຣະເຈົ້າເອງກໍຕາມ ຍ້ອນທຸກລາຍການໃນພາລະກິດຂອງພຣະອົງແມ່ນກ່ຽວພັນກັບມະນຸດ.

ຍ້ອນພາລະກິດຂອງພຣະເຈົ້າເປັນສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້, ແຮງໄກທີ່ໂລກຈະເບິ່ງເຫັນໄດ້, ແລ້ວມັນສາມາດເປັນສິ່ງທີ່ຍິ່ງໃຫຍ່ໄດ້ແນວໃດ? ສິ່ງໃດແທ້ໆຈຶ່ງຈະຖືວ່າຍິ່ງໃຫຍ່? ແນ່ນອນ ບໍ່ມີຜູ້ໃດສາມາດປະຕິເສດໄດ້ວ່າ ໃນພາລະກິດໃຫຍັງກໍ່ຕາມທີ່ພຣະເຈົ້າເຮັດ, ມັນສາມາດຖືວ່າຍິ່ງໃຫຍ່ໄດ້, ແຕ່ເປັນຫຍັງເຮົາຈິ່ງເວົ້າແບບນີ້ກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມື້ນີ້? ເມື່ອເຮົາເວົ້າວ່າ ພຣະເຈົ້າໄດ້ກະທໍາການອັນຍິ່ງໃຫຍ່, ບໍ່ຕ້ອງສົງໄສເລີຍວ່າ ສິ່ງນີ້ແມ່ນກ່ຽວຂ້ອງກັບຄວາມເລິກລັບຫຼາຍຢ່າງທີ່ມະນຸດຍັງບໍ່ທັນເຂົ້າໃຈ. ໃຫ້ພວກເຮົາເວົ້າເຖິງພວກມັນໃນຕອນນີ້.

ພຣະເຢຊູກຳເນີດໃນຮາງຫຍ້າໃນຍຸກທີ່ບໍ່ສາມາດທົນຮັບການເປັນຢູ່ຂອງພຣະອົງ ແຕ່ເຖິງຢ່າງໃດກໍ່ຕາມ ໂລກບໍ່ສາມາດຂວາງທາງພຣະອົງໄດ້ ແລະ ພຣະອົງໄດ້ອາໄສຢູ່ທ່າມກາງມະນຸດເປັນເວລາສາມສິບສາມປີພາຍໃຕ້ການດູແລຂອງພຣະເຈົ້າ. ໃນຕະຫຼອດເວລາຫຼາຍປີເຫຼົ່ານີ້ທີ່ມີຊີວິດ, ພຣະອົງໄດ້ຜະເຊີນກັບຄວາມຂົມຂື່ນໃນໂລກ ແລະ ຊີມລົດຍາກກັບຊີວິດທີ່ທຸກໃຈເທິງແຜ່ນດິນໂລກ. ພຣະອົງໄດ້ແບກຫາບເອົາພາລະໜັກໃນການຖືກຄຶງເທິງໄມ້ກາງແຂນ ເພື່ອໄຖ່ບາບມະນຸດຊາດທັງປວງ. ພຣະອົງໄດ້ໄຖ່ບາບໃຫ້ຄົນບາບທັງໝົດທີ່ຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ໃນທີ່ສຸດ ຮ່າງກາຍທີ່ຟື້ນຄືນຊີບຂອງພຣະອົງກໍ່ກັບຄືນສະຖານທີ່ພັກຜ່ອນຂອງພຣະອົງ. ຕອນນີ້ ພາລະກິດໃໝ່ຂອງພຣະອົງໄດ້ເລີ່ມຕົ້ນຂຶ້ນແລ້ວ ແລະ ມັນຍັງເປັນການເລີ່ມຕົ້ນຂອງຍຸກໃໝ່. ພຣະເຈົ້າໄດ້ນໍາເອົາຜູ້ທີ່ໄດ້ຮັບການໄຖ່ບາບເຂົ້າໄປສູ່ເຮືອນຂອງພຣະອົງ ເພື່ອເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ. ໃນຄັ້ງນີ້ ພາລະກິດແຫ່ງຄວາມລອດພົ້ນຈະລະອຽດຖີ່ຖ້ວນກວ່າໃນອະດີດ. ມັນບໍ່ແມ່ນພຣະວິນຍານບໍລິສຸດທີ່ກຳລັງປະຕິບັດພາລະກິດໃນມະນຸດ ເພື່ອເຮັດໃຫ້ເຂົາປ່ຽນແປງດ້ວຍຕົວເຂົາເອງ ຫຼື ມັນບໍ່ແມ່ນຮ່າງກາຍຂອງພຣະເຢຊູທີ່ປາກົດຕົວທ່າມກາງມະນຸດເພື່ອເຮັດພາລະກິດນີ້ ແລະ ຢ່າງໜ້ອຍທີ່ສຸດ ພາລະກິດນີ້ກໍ່ໄດ້ເກີດຂຶ້ນຜ່ານວິທີການອື່ນ. ກົງກັນຂ້າມ, ມັນຄືການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດເຮັດພາລະກິດ ແລະ ກຳລັງຊີ້ນໍາມັນດ້ວຍພຣະອົງເອງ. ພຣະອົງເຮັດມັນໃນລັກສະນະນີ້ ເພື່ອນໍາພາມະນຸດເຂົ້າສູ່ພາລະກິດໃໝ່. ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ບໍ? ພຣະເຈົ້າບໍ່ໄດ້ເຮັດພາລະກິດນີ້ຜ່ານສ່ວນໜຶ່ງຂອງຄວາມເປັນມະນຸດ ຫຼື ໂດຍວິທີການທຳນາຍ; ກົງກັນຂ້າມ, ພຣະເຈົ້າເຮັດພາລະກິດດ້ວຍພຣະອົງເອງ. ບາງຄົນອາດເວົ້າວ່ານີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ ແລະ ມັນບໍ່ສາມາດນໍາຄວາມປິຕິຍິນດີມາສູ່ມະນຸດ. ແຕ່ເຮົາຈະເວົ້າກັບເຈົ້າວ່າພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງນີ້ເທົ່ານັ້ນ, ແຕ່ເປັນສິ່ງທີ່ຍິ່ງໃຫຍ່ກວ່ານີ້ຫຼາຍເທົ່າ.

ໃນຄັ້ງນີ້, ພຣະເຈົ້າໄດ້ມາເພື່ອດໍາເນີນພາລະກິດ ບໍ່ແມ່ນໃນຮ່າງກາຍຝ່າຍພຣະວິນຍານ ແຕ່ໃນຮ່າງກາຍທີ່ທໍາມະດາຫຼາຍ. ຍິ່ງໄປກວ່ານັ້ນ, ມັນບໍ່ແມ່ນເປັນພຽງຮ່າງກາຍຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າເທົ່ານັ້ນ, ມັນຍັງເປັນຮ່າງກາຍທີ່ພຣະອົງກັບຄືນມາສູ່ເນື້ອໜັງ. ມັນເປັນຮ່າງກາຍທີ່ທຳມະດາຫຼາຍ. ເຈົ້າບໍ່ສາມາດເຫັນແມ່ນຫຍັງກໍ່ຕາມທີ່ເຮັດໃຫ້ພຣະອົງໂດດເດັ່ນຈາກຄົນອື່ນ, ແຕ່ເຈົ້າສາມາດຮັບເອົາຄວາມຈິງທີ່ບໍ່ເຄີຍໄດ້ຍິນມາກ່ອນຈາກພຣະອົງ. ເນື້ອໜັງທີ່ບໍ່ສຳຄັນນີ້ເປັນສິ່ງທີ່ຮ່າງກາຍຂອງພຣະທຳແຫ່ງຄວາມຈິງທັງໝົດຈາກພຣະເຈົ້າ, ດຳເນີນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ສະແດງອຸປະນິໄສທັງໝົດຂອງພຣະເຈົ້າເພື່ອໃຫ້ມະນຸດໄດ້ເຂົ້າໃຈ. ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຫັນພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ປາຖະໜາຢ່າງຍິ່ງທີ່ຈະເຂົ້າໃຈພຣະເຈົ້າໃນສະຫວັນບໍ? ເຈົ້າບໍ່ໄດ້ປາຖະໜາຢ່າງຍິ່ງທີ່ຈະເຫັນຈຸດໝາຍປາຍທາງຂອງມະນຸດຊາດບໍ? ພຣະອົງຈະບອກຄວາມລັບທັງໝົດນີ້ໃຫ້ແກ່ເຈົ້າ ເຊິ່ງເປັນຄວາມລັບທີ່ບໍ່ມີມະນຸດຄົນໃດສາມາດບອກເຈົ້າ ແລະ ພຣະອົງຍັງຈະບອກເຈົ້າກ່ຽວກັບຄວາມຈິງທີ່ເຈົ້າບໍ່ເຂົ້າໃຈ. ພຣະອົງຄືປະຕູຂອງເຈົ້າສູ່ອານາຈັກ ແລະ ຜູ້ນໍາທາງຂອງເຈົ້າສູ່ຍຸກໃໝ່. ເນື້ອໜັງທີ່ທຳມະດາດັ່ງກ່າວມີຄວາມເລິກລັບຫຼາຍຢ່າງທີ່ບໍ່ສາມາດຢັ່ງເຖິງໄດ້. ເຈົ້າອາດບໍ່ຢັ່ງເຖິງການກະທຳຂອງພຣະອົງໄດ້, ແຕ່ເປົ້າໝາຍທັງໝົດໃນພາລະກິດທີ່ພຣະອົງເຮັດກໍ່ພຽງພໍທີ່ຈະເຮັດໃຫ້ເຈົ້າເຫັນວ່າພຣະອົງບໍ່ໄດ້ເປັນເນື້ອໜັງທີ່ທຳມະດາດັ່ງທີ່ຜູ້ຄົນເຊື່ອ. ຍ້ອນພຣະອົງເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະເຈົ້າ ແລະ ການດູແລທີ່ພຣະເຈົ້າສະແດງອອກຕໍ່ມະນຸດຊາດໃນຍຸກສຸດທ້າຍ. ເຖິງແມ່ນວ່າເຈົ້າບໍ່ສາມາດໄດ້ຍິນ, ພຣະທຳຂອງພຣະອົງກໍ່ເບິ່ງຄືກັບວ່າກຳລັງສັ່ນສະເທືອນສະຫວັນ ແລະ ແຜ່ນດິນໂລກ, ເຖິງແມ່ນວ່າເຈົ້າບໍ່ສາມາດເຫັນສາຍຕາຂອງພຣະອົງເປັນແຟວໄຟ ແລະ ເຖິງແມ່ນວ່າເຈົ້າບໍ່ສາມາດຮັບເອົາການລົງວິໄນຈາກທ່ອນເລັກຂອງພຣະອົງ, ເຖິງແມ່ນວ່າເຈົ້າສາມາດໄດ້ຍິນຈາກພຣະທຳຂອງພຣະອົງວ່າພຣະເຈົ້າໂກດຮ້າຍ ແລະ ຮູ້ວ່າພຣະເຈົ້າກຳລັງສະແດງຄວາມສົງໄສສຳລັບມະນຸດຊາດ; ເຈົ້າສາມາດເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າຮັບຮູ້ເຖິງຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດທັງປວງ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍແມ່ນການອະນຸຍາດໃຫ້ມະນຸດເຫັນພຣະເຈົ້າໃນສະຫວັນທີ່ດໍາລົງຊີວິດຢູ່ທ່າມກາງມະນຸດເທິງໂລກ ແລະ ເຮັດໃຫ້ມະນຸດສາມາດຮູ້ຈັກ, ເຊື່ອຟັງ, ຢໍາເກງ ແລະ ຮັກພຣະເຈົ້າ. ນີ້ຄືເຫດຜົນທີ່ພຣະອົງໄດ້ກັບຄືນມາເປັນເນື້ອໜັງເປັນຄັ້ງທີສອງ. ເຖິງແມ່ນວ່າສິ່ງທີ່ມະນຸດເຫັນໃນມື້ນີ້ຄືພຣະເຈົ້າທີ່ເປັນຄືກັນກັບມະນຸດ, ພຣະເຈົ້າທີ່ມີດັງ ແລະ ຕາສອງເບື້ອງ ແລະ ເປັນພຣະເຈົ້າທີ່ບໍ່ໄດ້ໂດດເດັ່ນ, ໃນທີ່ສຸດແລ້ວ ພຣະເຈົ້າກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນ ແລະ ໂລກກໍ່ຈະຜ່ານການປ່ຽນແປງຢ່າງໃຫຍ່ຫຼວງ; ຖ້າມະນຸດຄົນນີ້ບໍ່ມີຊີວິດຢູ່, ສະຫວັນກໍ່ຈະມົວລົງ, ໂລກກໍ່ຈະຈົມລົງສູ່ຄວາມວຸ້ນວາຍ ແລະ ມະນຸດຊາດທັງປວງກໍ່ຈະດຳລົງຊີວິດທ່າມກາງໄພອຶດຢາກ ແລະ ໂຣກລະບາດ. ພຣະອົງກໍ່ຈະສະແດງໃຫ້ພວກເຈົ້າເຫັນວ່າ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມາເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນໃນຍຸກສຸດທ້າຍ, ແລ້ວພຣະເຈົ້າຄົງຈະທຳລາຍມະນຸດຊາດທັງປວງໃນນະຮົກຕັ້ງແຕ່ດົນມາແລ້ວ; ຖ້າເນື້ອໜັງນີ້ບໍ່ມີຢູ່, ແລ້ວພວກເຈົ້າກໍ່ຈະເປັນຄົນບາບໜາຕະຫຼອດໄປ ແລະ ພວກເຈົ້າຈະເປັນຊາກສົບຕະຫຼອດໄປ. ພວກເຈົ້າຄວນຮູ້ໄວ້ວ່າ ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ມະນຸດຊາດທັງປວງກໍ່ຈະປະສົບກັບຄວາມຫາຍະນະທີ່ບໍ່ສາມາດຫຼົບຫຼີກໄດ້ ແລະ ພົບວ່າມັນເປັນໄປບໍ່ໄດ້ທີ່ຈະຫຼົບໜີການລົງໂທດທີ່ຮ້າຍແຮງຍິ່ງຂຶ້ນທີ່ພຣະເຈົ້າຕັດສິນໃຫ້ເກີດຂຶ້ນຕໍ່ມະນຸດຊາດໃນຍຸກສຸດທ້າຍ. ຖ້າເນື້ອໜັງທີ່ທຳມະດານີ້ບໍ່ໄດ້ກຳເນີດ, ພວກເຈົ້າທຸກຄົນກໍ່ຈະຢູ່ໃນສະພາວະທີ່ພວກເຈົ້າຂໍຊີວິດ ໂດຍທີ່ບໍ່ສາມາດດຳລົງຊີວິດ ແລະ ອະທິຖານຫາຄວາມຕາຍໂດຍທີ່ບໍ່ສາມາດຕາຍ; ຖ້າເນື້ອໜັງນີ້ບໍ່ມີຊີວິດຢູ່, ແລ້ວພວກເຈົ້າກໍ່ຈະບໍ່ສາມາດຮັບເອົາຄວາມຈິງ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າໃນມື້ນີ້ ແຕ່ກົງກັນຂ້າມ ພວກເຈົ້າຈະຖືກພຣະເຈົ້າລົງໂທດ ຍ້ອນຄວາມຜິດບາບທີ່ຮ້າຍແຮງຂອງພວກເຈົ້າ. ພວກເຈົ້າຮູ້ບໍວ່າ ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າກັບຄືນມາສູ່ເນື້ອໜັງ, ບໍ່ມີຜູ້ໃດຈະມີໂອກາດໄດ້ຮັບຄວາມລອດພົ້ນ; ແລະ ຖ້າບໍ່ແມ່ນຍ້ອນການມາເຖິງຂອງເນື້ອໜັງນີ້, ພຣະເຈົ້າກໍ່ຈະນໍາການສິ້ນສຸດມາສູ່ຍຸກເດີມຕັ້ງແຕ່ດົນແລ້ວ? ເມື່ອເປັນແບບນີ້, ພວກເຈົ້າຍັງສາມາດປະຕິບັດການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າບໍ? ຍ້ອນພວກເຈົ້າສາມາດໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກມະນຸດທີ່ທຳມະດາຄົນນີ້, ເປັນຫຍັງພວກເຈົ້າຈຶ່ງບໍ່ຍອມຮັບພຣະອົງຢ່າງຍິນດີ?

ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເຈົ້າບໍ່ສາມາດເຂົ້າໃຈໄດ້. ຖ້າເຈົ້າບໍ່ສາມາດເຂົ້າໃຈຢ່າງສົມບູນວ່າທາງເລືອກຂອງເຈົ້າຖືກຕ້ອງ ຫຼື ບໍ່ ຫຼື ເຈົ້າບໍ່ສາມາດຮູ້ໄດ້ວ່າພາລະກິດຂອງພຣະເຈົ້າສາມາດສໍາເລັດໄດ້ ຫຼື ບໍ່, ແລ້ວເປັນຫຍັງເຈົ້າຈິ່ງບໍ່ລອງສ່ຽງເບິ່ງ ແລະ ເບິ່ງວ່າມະນຸດທີ່ທໍາມະດາຄົນນີ້ຈະເປັນປະໂຫຍດຫຼາຍຕໍ່ຕົວເຈົ້າ ຫຼື ບໍ່ ແລະ ພຣະເຈົ້າໄດ້ທໍາການອັນຍິ່ງໃຫຍ່ແທ້ໆ ຫຼື ບໍ່? ເຖິງຢ່າງໃດກໍ່ຕາມ, ເຮົາຕ້ອງບອກເຈົ້າວ່າ ໃນເວລາຂອງໂນອາ, ມະນຸດກິນ ແລະ ດື່ມ, ແຕ່ງດອງ ແລະ ຍິນຍອມແຕ່ງດອງຈົນເຖິງຂັ້ນທີ່ພຣະເຈົ້າທົນເບິ່ງບໍ່ໄດ້, ສະນັ້ນ ພຣະອົງຈິ່ງສົ່ງນໍ້າຖ້ວມຄັ້ງໃຫຍ່ມາເພື່ອທໍາລາຍມະນຸດຊາດ, ເວັ້ນໄວ້ແຕ່ຄອບຄົວຂອງໂນອາທີ່ມີແປດຄົນ ແລະ ສັດປີກ ແລະ ສັດປ່າທຸກຊະນິດ. ເຖິງຢ່າງໃດກໍ່ຕາມ ໃນຍຸກສຸດທ້າຍ, ຄົນທີ່ພຣະເຈົ້າໄດ້ເວັ້ນໄວ້ນັ້ນລ້ວນແລ້ວແຕ່ເປັນຄົນທີ່ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນວ່າທັງສອງຍຸກຈະເປັນເວລາທີ່ມີຄວາມເສື່ອມຊາມຫຼາຍຈົນພຣະເຈົ້າບໍ່ສາມາດທົນເບິ່ງໄດ້ ແລະ ມະນຸດຊາດໃນທັງສອງຍຸກກໍ່ເສື່ອມຊາມຫຼາຍ ແລະ ປະຕິເສດວ່າພຣະເຈົ້າເປັນພຣະຜູ້ເປັນເຈົ້າຂອງພວກເຂົາ, ພຣະເຈົ້າໄດ້ທໍາລາຍພຽງແຕ່ຄົນໃນເວລາຂອງໂນອາ. ມະນຸດຊາດໃນທັງສອງຍຸກໄດ້ເຮັດໃຫ້ພຣະເຈົ້າເສຍໃຈຫຼາຍ ແຕ່ພຣະເຈົ້າກໍ່ຍັງອົດທົນກັບມະນຸດໃນຍຸກສຸດທ້າຍຈົນຮອດຕອນນີ້. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າບໍ່ເຄີຍສົງໄສບໍວ່າເປັນຫຍັງ? ຖ້າພວກເຈົ້າບໍ່ຮູ້ແທ້ໆ ແລ້ວເຮົາຈະບອກພວກເຈົ້າ. ເຫດຜົນທີ່ພຣະເຈົ້າສະແດງຄວາມກະລຸນາຕໍ່ມະນຸດໃນຍຸກສຸດທ້າຍບໍ່ແມ່ນເພາະພວກເຂົາເສື່ອມຊາມໜ້ອຍກວ່າຄົນໃນເວລາຂອງໂນອາ ຫຼື ພວກເຂົາກັບໃຈມາຫາພຣະເຈົ້າ, ແຮງໄກທີ່ຈະເປັນຍ້ອນວ່າເຕັກໂນໂລຊີໃນຍຸກສຸດທ້າຍກ້າວໜ້າຫຼາຍຈົນພຣະເຈົ້າບໍ່ສາມາດຕັດສິນໃຈທຳລາຍພວກເຂົາໄດ້. ກົງກັນຂ້າມ, ມັນເປັນຍ້ອນວ່າພຣະເຈົ້າມີພາລະກິດທີ່ຕ້ອງເຮັດໃນຄົນກຸ່ມໜຶ່ງໃນຍຸກສຸດທ້າຍ ແລະ ພຣະເຈົ້າຈະເຮັດພາລະກິດນີ້ດ້ວຍພຣະອົງເອງໃນການບັງເກີດເປັນມະນຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະເລືອກເອົາສ່ວນໜຶ່ງຂອງຄົນກຸ່ມນີ້ໃຫ້ເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ ແລະ ໝາກຜົນໃນແຜນການຄຸ້ມຄອງຂອງພຣະອົງ ແລະ ນໍາຜູ້ຄົນເຫຼົ່ານີ້ໄປສູ່ຍຸກໃໝ່. ດັ່ງນັ້ນ ບໍ່ວ່າຫຍັງກໍ່ຕາມ, ລາຄານີ້ທີ່ພຣະເຈົ້າໄດ້ຈ່າຍກໍ່ເປັນການກະກຽມສຳລັບພາລະກິດທີ່ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງຈະເຮັດໃນຍຸກສຸດທ້າຍທັງສິ້ນ. ຂໍ້ແທ້ຈິງທີ່ພວກເຈົ້າໄດ້ມາເຖິງມື້ນີ້ກໍ່ເນື່ອງຈາກເນື້ອໜັງນີ້. ມັນເປັນເພາະພຣະເຈົ້າດຳລົງຊີວິດໃນເນື້ອໜັງ ພວກເຈົ້າຈຶ່ງມີໂອກາດລອດຊີວິດ. ຄວາມໂຊກດີທັງໝົດນີ້ແມ່ນໄດ້ຮັບຍ້ອນມະນຸດທີ່ທຳມະດາຄົນນີ້. ບໍ່ແມ່ນພຽງເທົ່ານີ້, ແຕ່ໃນທີ່ສຸດ ທຸກຊົນຊາດຈະນະມັດສະການມະນຸດທີ່ທຳມະດາຄົນນີ້ ພ້ອມທັງຂອບໃຈ ແລະ ເຊື່ອຟັງມະນຸດທີ່ບໍ່ສຳຄັນຄົນນີ້, ເພາະມັນຄືຄວາມຈິງ, ຊີວິດ ແລະ ຫົນທາງທີ່ພຣະອົງໄດ້ນໍາມາ ເຊິ່ງຊ່ວຍມະນຸດຊາດທັງປວງ, ບັນເທົາຂໍ້ຂັດແຍ້ງລະຫວ່າງມະນຸດ ແລະ ພຣະເຈົ້າ, ເຮັດໃຫ້ໄລຍະທາງລະຫວ່າງພວກເຂົາສັ້ນລົງ ແລະ ເປີດຄວາມເຊື່ອມໂຍງລະຫວ່າງຄວາມຄິດຂອງພຣະເຈົ້າ ແລະ ມະນຸດ. ມັນເປັນພຣະອົງທີ່ໄດ້ຮັບສະຫງ່າລາສີຫຼາຍຂຶ້ນສຳລັບພຣະເຈົ້າ. ມະນຸດທີ່ທຳມະດາຄົນນີ້ບໍ່ສົມຄວນແກ່ຄວາມໄວ້ວາງໃຈ ແລະ ການເຄົາລົບບູຊາຂອງເຈົ້າບໍ? ເນື້ອໜັງທີ່ທຳມະດາດັ່ງກ່າວບໍ່ເໝາະສົມທີ່ຈະຖືກເອີ້ນວ່າພຣະຄຣິດບໍ? ຄົນທຳມະດາເຊັ່ນນັ້ນຈະບໍ່ສາມາດກາຍມາເປັນການສະແດງອອກຂອງພຣະເຈົ້າໃນທ່າມກາງມະນຸດບໍ? ມະນຸດຄົນດັ່ງກ່າວທີ່ໄດ້ເວັ້ນຊີວິດມະນຸດຊາດຈາກໄພພິບັດບໍ່ສົມຄວນໄດ້ຮັບຄວາມຮັກຂອງພວກເຈົ້າ ແລະ ຄວາມປາຖະໜາຂອງພວກເຂົາທີ່ຈະຍຶດຖືພຣະອົງບໍ? ຖ້າພວກເຈົ້າປະຕິເສດຄວາມຈິງທີ່ກ່າວອອກຈາກປາກຂອງພຣະອົງ ແລະ ລັງກຽດການເປັນຢູ່ຂອງພຣະອົງທ່າມກາງພວກເຈົ້າ, ແລ້ວແມ່ນຫຍັງຈະເກີດຂຶ້ນກັບພວກເຈົ້າໃນທີ່ສຸດ?

ພາລະກິດທັງໝົດຂອງພຣະເຈົ້າໃນຍຸກສຸດທ້າຍເກີດຂຶ້ນຜ່ານມະນຸດທຳມະດາຄົນນີ້. ພຣະອົງຈະປະທານທຸກສິ່ງໃຫ້ແກ່ເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະອົງຈະສາມາດຕັດສິນທຸກສິ່ງທີ່ກ່ຽວຂ້ອງກັບເຈົ້າ. ມະນຸດແບບນີ້ຈະສາມາດເປັນດັ່ງທີ່ພວກເຈົ້າເຊື່ອວ່າພຣະອົງເປັນບໍ: ເປັນມະນຸດທີ່ທຳມະດາຫຼາຍທີ່ບໍ່ສົມຄວນຖືກກ່າວເຖິງ? ຄວາມຈິງຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ການເປັນພະຍານເຖິງການກະທຳຂອງພຣະອົງບໍ່ພຽງພໍທີ່ຈະເຮັດໃຫ້ພວກເຈົ້າເຊື່ອໝັ້ນບໍ? ຫຼື ເສັ້ນທາງທີ່ພຣະອົງນໍາມາບໍ່ສົມຄວນໃຫ້ພວກເຈົ້າໄດ້ຍ່າງບໍ? ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າກຽດຊັງພຣະອົງ ແລະ ໂຍນພຣະອົງອອກໄປ ແລະ ມອບບ່ອນນອນທີ່ກວ້າງໃຫ້ພຣະອົງ? ນັ້ນຄືມະນຸດຄົນນີ້ທີ່ສະແດງຄວາມຈິງ, ນັ້ນຄືມະນຸດຄົນທີ່ໃຫ້ຄວາມຈິງ ແລະ ນັ້ນຄືມະນຸດຄົນນີ້ທີ່ມອບເສັ້ນທາງໃຫ້ພວກເຈົ້າໄດ້ຕິດຕາມ. ມັນເປັນໄປໄດ້ບໍວ່າພວກເຈົ້າຍັງບໍ່ສາມາດຄົ້ນພົບຮ່ອງຮອຍໃນພາລະກິດຂອງພຣະເຈົ້າພາຍໃນຄວາມຈິງເຫຼົ່ານີ້? ຖ້າບໍ່ມີພາລະກິດຂອງພຣະເຢຊູ, ມະນຸດຊາດຈະບໍ່ສາມາດລົງມາຈາກໄມ້ກາງແຂນ, ແຕ່ຖ້າບໍ່ມີການບັງເກີດເປັນມະນຸດໃນມື້ນີ້ ຄົນທີ່ລົງມາຈາກໄມ້ກາງແຂນຈະບໍ່ສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ ຫຼື ເຂົ້າສູ່ຍຸກໃໝ່ຈັກເທື່ອ. ຖ້າບໍ່ມີການມາເຖິງຂອງມະນຸດທີ່ທຳມະດາຄົນນີ້, ພວກເຈົ້າຈະບໍ່ມີໂອກາດໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ພວກເຈົ້າຈະບໍ່ມີຄຸນສົມບັດທີ່ຈະໄດ້ເຫັນ, ຍ້ອນພວກເຈົ້າທຸກຄົນເປັນສິ່ງຂອງທີ່ຄວນຖືກທຳລາຍຕັ້ງແຕ່ດົນແລ້ວ. ຍ້ອນການມາເຖິງຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ, ພຣະເຈົ້າໄດ້ໃຫ້ອະໄພພວກເຈົ້າ ແລະ ສະແດງຄວາມເມດຕາໃຫ້ແກ່ພວກເຈົ້າ. ເຖິງຢ່າງໃດກໍ່ຕາມ, ພຣະທຳທີ່ເຮົາຕ້ອງປະໄວ້ໃຫ້ແກ່ພວກເຈົ້າໃນຕອນສຸດທ້າຍກໍ່ຍັງເປັນສິ່ງເຫຼົ່ານີ້: ມະນຸດທີ່ທຳມະດາຄົນນີ້ ເຊິ່ງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ພວກເຈົ້າ. ນີ້ຄືສິ່ງທີ່ຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດທ່າມກາງມະນຸດແລ້ວ.

ກ່ອນນີ້: ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ຕໍ່ໄປ: ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້