ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມບໍ່ເຊື່ອຟັງຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ.

ໃນການພິພາກສາທີ່ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້ານັ້ນ, “ການພິພາກສາ” ໃນພຣະທໍາເຫຼົ່ານີ້ໝາຍເຖິງ ການພິພາກສາທີ່ພຣະເຈົ້າຈະດໍາເນີນໃນມື້ນີ້ກັບຜູ້ຄົນທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃນຍຸກແຫ່ງສຸດທ້າຍ. ບາງທີອາດຍັງມີຜູ້ຄົນທີ່ເຊື່ອໃນຈິນຕະນາການເໜືອທຳມະຊາດທີ່ວ່າ: ເມື່ອຍຸກສຸດທ້າຍມາເຖິງ, ພຣະເຈົ້າຈະຕັ້ງໂຕະໃຫຍ່ໃນສະຫວັນ, ປູໂຕະນັ້ນດ້ວຍຜ້າສີຂາວ ແລະ ຫລັງຈາກນັ້ນ ພຣະອົງຈະນັ່ງຢູ່ເທິງບັນລັງທີ່ຍິ່ງໃຫຍ່ ໂດຍທີ່ມະນຸດທຸກຄົນຈະພາກັນຄຸເຂົ່າຂາບລົງດິນ, ແລ້ວພຣະອົງຈະເປີດເຜີຍຄວາມບາບຂອງແຕ່ລະຄົນ ແລະ ຫລັງຈາກນັ້ນກໍານົດເບິ່ງວ່າຜູ້ໃດຈະຖືກສົ່ງຂຶ້ນໄປສະຫວັນ ຫຼື ຜູ້ໃດຈະຖືກສົ່ງລົງທະເລສາບແຫ່ງໄຟ ແລະ ມາດ. ບໍ່ວ່າມະນຸດຈະຈິນຕະນາການໄປໃນຮູບແບບໃດກໍຕາມ, ມັນບໍ່ສາມາດປ່ຽນແປງແກ່ນແທ້ຂອງພາລະກິດຂອງພຣະເຈົ້າໄດ້. ການວາດພາບຕ່າງໆນາໆຂອງມະນຸດແມ່ນບໍ່ມີຫຍັງ. ຈິນຕະນາການຂອງມະນຸດເປັນພຽງການສ້າງຂຶ້ນຈາກແນວຄວາມຄິດຂອງມະນຸດ; ພວກມັນມາຈາກສະໝອງຂອງມະນຸດທີ່ສະສົມ ແລະ ຮວບຮວມເອົາເລື່ອງຕ່າງໆນາໆທີ່ຕົນໄດ້ເຫັນ ແລະ ໄດ້ຍິນ. ສະນັ້ນ ເຮົາຈຶ່ງເວົ້າວ່າ ບໍ່ວ່າພາບທີ່ປະດິດຄິດແຕ່ງຂຶ້ນເອງນັ້ນຈະດີເລີດພຽງໃດ ພວກມັນກໍ່ເປັນພຽງພາບແຕ້ມກາຕູນ ແລະ ບໍ່ສາມາດໃຊ້ແທນແຜນການໃນພາລະກິດຂອງພຣະເຈົ້າໄດ້. ໃນທີ່ສຸດແລ້ວ ມະນຸດຖືກເສື່ອມໂຊມໂດຍຊາຕານ ສະນັ້ນພວກເຂົາຈະເຂົ້າໃຈຄວາມຄິດຂອງພຣະເຈົ້າໄດ້ແນວໃດ? ມະນຸດຄິດໄປເອງວ່າ ພາລະກິດແຫ່ງການພິພາກສາຂອງພຣະເຈົ້າຕ້ອງເປັນສິ່ງທີ່ວິເສດ. ເຂົາເຊື່ອວ່າ ໃນເມື່ອພຣະເຈົ້າປະຕິບັດພາລະກິດພິພາກສາດ້ວຍຕົນເອງ, ສະນັ້ນ ມັນຕ້ອງຍິ່ງໃຫຍ່ອາລັງການ ແລະ ເປັນສິ່ງທີ່ມະນຸດບໍ່ສາມາດເຂົ້າໃຈໄດ້ ແລະ ມັນຕ້ອງດັງໄປທົ່ວສະຫວັນ ແລະ ສັ່ນສະເທືອນໄປທົ່ວໂລກ, ບໍ່ດັ່ງນັ້ນ ມັນຈະເປັນພາລະກິດພິພາກສາຂອງພຣະເຈົ້າໄດ້ແນວໃດ? ເຂົາເຊື່ອວ່າ ໃນເມື່ອນີ້ຄືພາລະກິດແຫ່ງການພິພາກສາ ສະນັ້ນໃນຂະນະທີ່ພຣະອົງປະຕິບັດພາລະກິດພຣະອົງຕ້ອງສະຫງ່າຜ່າເຜີຍ ແລະ ເດຊານຸພາບເປັນພິເສດ ແລະ ຜູ້ທີ່ຖືກພິພາກສາຕ້ອງຮ້ອງໂຮ່ດ້ວຍນໍ້າຕາ ແລະ ຄຸເຂົ່າຂາບລົງຮ້ອງຂໍຄວາມເມດຕາ. ສາກດັ່ງກ່າວຈະເປັນທີ່ປະທັບໃຈຢ່າງແນ່ນອນ ແລະ ຕື່ນເຕັ້ນຢ່າງເລິກເຊິ່ງ... ທຸກຄົນຈິນຕະນາການວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າເປັນສິ່ງທີ່ມະຫັດສະຈັນ. ແຕ່ເຈົ້າຮູ້ບໍວ່າ ໃນເວລາທີ່ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງການພິພາກສາຂອງພຣະອົງທ່າມກາງມະນຸດຕັ້ງແຕ່ດົນນານແລ້ວນັ້ນ, ເຈົ້າຍັງນອນຫຼັບຢ່າງບໍ່ມີເຫື່ອບໍ່ມີແຮງບໍ? ເຈົ້າຮູ້ບໍວ່າ ໃນເວລາທີ່ເຈົ້າຄິດວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າໄດ້ເລີ່ມຕົ້ນເປັນທາງການ, ພຣະເຈົ້າກໍໄດ້ສ້າງສະຫວັນ ແລະ ໂລກໃໝ່ແລ້ວ? ໃນເວລານັ້ນ, ບາງທີເຈົ້າຈະພຽງເຂົ້າໃຈຄວາມໝາຍຂອງຊີວິດເທົ່ານັ້ນ, ແຕ່ພາລະກິດແຫ່ງການລົງໂທດທີ່ບໍ່ມີການເມດຕາຂອງພຣະເຈົ້າຈະນໍາເອົາເຈົ້າໄປສູ່ນະຮົກ ໂດຍທີ່ເຈົ້າຍັງນອນຫຼັບສະນິດ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮັບຮູ້ທັນທີວ່າພາລະກິດແຫ່ງການພິພາກສາຂອງພຣະເຈົ້າແມ່ນໄດ້ສິ້ນສຸດລົງແລ້ວ.

ພວກເຮົາຢ່າໄດ້ເສຍເວລາທີ່ມີຄຸນຄ່າຂອງພວກເຮົາ ແລະ ເວົ້າເຖິງຫົວຂໍ້ທີ່ໜ້າກຽດຊັງ ແລະ ໜ້າລັງກຽດນີ້ອີກເລີຍ. ພວກເຮົາມາເວົ້າເຖິງສິ່ງທີ່ລວມກັນເປັນການພິພາກສາແທນ. ເມື່ອເວົ້າເຖິງຄໍາ “ພິພາກສາ”, ເຈົ້າມັກຈະຄິດເຖິງພຣະທຳທີ່ພຣະເຢໂຮວາໄດ້ກ່າວເພື່ອສັ່ງສອນຜູ້ຄົນໃນທຸກຂົງເຂດ ແລະ ພຣະທຳທີ່ພຣະເຢຊູເວົ້າເພື່ອຕຳນິຕິຕຽນພວກຟາຣິຊາຍ. ເຖິງແມ່ນພຣະທຳເຫຼົ່ານີ້ຮຸນແຮງ, ພຣະທຳເຫຼົ່ານີ້ກໍບໍ່ແມ່ນຄໍາພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເປັນພຽງພຣະທຳທີ່ກ່າວໂດຍພຣະເຈົ້າຢູ່ໃນສະຖານະການທີ່ແຕກຕ່າງກັນ, ນັ້ນກໍຄື ບໍລິບົດທີ່ແຕກຕ່າງກັນ. ພຣະທຳເຫຼົ່ານີ້ບໍ່ຄືພຣະທຳທີ່ໄດ້ກ່າວໂດຍພຣະຄຣິດໃນຍຸກສຸດທ້າຍ ດັ່ງທີ່ພຣະອົງພິພາກສາມະນຸດ. ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ, ຈັດການ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າແກ່ນແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ. ຖ້າເຈົ້າບໍ່ຖືຄວາມຈິງເຫຼົ່ານີ້ວ່າເປັນສິ່ງສໍາຄັນ, ຖ້າເຈົ້າຄິດແຕ່ຈະຫຼີກລ້ຽງຈາກຄວາມຈິງນັ້ນຕະຫຼອດ ຫຼື ຄິດຈະຊອກຫາຫົນທາງໃໝ່ທີ່ບໍ່ກ່ຽວພັນກັບຄວາມຈິງນັ້ນ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນບາບໜັກໜາທີ່ສຸດ. ຖ້າເຈົ້າມີຄວາມສັດທາໃນພຣະເຈົ້າ, ແຕ່ບໍ່ສະແຫວງຫາຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ ຫຼື ເຈົ້າບໍ່ຮັກຫົນທາງທີ່ຈະນໍາພາເຈົ້າເຂົ້າໃກ້ພຣະເຈົ້າແລ້ວ, ເຮົາຂໍບອກເຈົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຫຼົບໜີຄໍາພິພາກສາ ແລະ ເຈົ້າຄືຫຸ່ນຕຸກກະຕາ ແລະ ເປັນຄົນທໍລະຍົດທີ່ຫຼົບໜີຈາກບັນລັງຂາວທີ່ຍິ່ງໃຫຍ່. ພຣະເຈົ້າຈະບໍ່ຍົກເວັ້ນຄົນກະບົດຄົນໃດຄົນໜຶ່ງທີ່ຫຼົບໜີຈາກສາຍຕາຂອງພຣະອົງ. ມະນຸດດັ່ງກ່າວຈະໄດ້ຮັບການລົງໂທດຢ່າງຮຸນແຮງຫຼາຍຍິ່ງຂຶ້ນ. ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການລົງໂທດ ແລະ ຍິ່ງໄປກວ່ານັ້ນກໍຄືເພື່ອໄດ້ຖືກຊໍາລະລ້າງໃຫ້ບໍລິສຸດ, ຈະໄດ້ໃຊ້ຊີວິດຢູ່ໃນອານາຈັກຂອງພຣະເຈົ້າຕະຫຼອດໄປ. ແນ່ນອນ, ນີ້ຄືສິ່ງທີ່ຢູ່ໃນອະນາຄົດ.

ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ໂດຍທຳມະຊາດແລ້ວມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ; ມະນຸດບໍ່ສາມາດປະຕິບັດມັນແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະມະນຸດຊາດ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ. ມີຫຼາຍຄົນຮູ້ສຶກບໍ່ດີກ່ຽວກັບການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າ ເພາະວ່າມະນຸດເຫັນວ່າມັນເປັນສິ່ງທີ່ເຊື່ອໄດ້ຍາກທີ່ພຣະເຈົ້າຈະກາຍເປັນມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງບອກເຈົ້າວ່າ ພາລະກິດຂອງພຣະເຈົ້າຢູ່ເໜືອຄວາມຄາດຫວັງຂອງມະນຸດຫຼາຍ ແລະ ຍາກທີ່ຄວາມຄິດຂອງມະນຸດຈະຍອມຮັບໄດ້. ຍ້ອນວ່າຜູ້ຄົນເປັນພຽງໂຕໜອນຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າເປັນຜູ້ຍິ່ງໃຫຍ່ທີ່ຄອບຄອງຈັກກະວານ; ຄວາມຄິດຂອງມະນຸດເປັນຄືກັບບວກນໍ້າເນົ່າເໝັນທີ່ເປັນພຽງບໍ່ເກີດຂອງໜອນເທົ່ານັ້ນ, ໃນຂະນະທີ່ແຕ່ລະຂັ້ນຕອນຂອງພາລະກິດທີ່ຖືກນໍາພາໂດຍຄວາມຄິດຂອງພຣະເຈົ້າຄືໝາກຜົນແຫ່ງສະຕິປັນຍາຂອງພຣະເຈົ້າ. ຜູ້ຄົນພະຍາຍາມທີ່ຈະແຂ່ງຂັນກັບພຣະເຈົ້າຢູ່ຕະຫຼອດ ເຊິ່ງເຮົາບອກວ່າມັນເຫັນຊັດໃນຕົວມັນເອງວ່າ ຜູ້ໃດຈະທົນທຸກກັບຄວາມສູນເສຍໃນທີ່ສຸດ. ເຮົາຂໍແນະນໍາພວກເຈົ້າທຸກຄົນ ບໍ່ຄວນຄິດວ່າຕົນເອງມີຄ່າຫຼາຍໄປກວ່າທອງຄຳ. ຖ້າຄົນອື່ນສາມາດຮັບເອົາຄໍາພິພາກສາຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຮັບເອົາຄໍາພິພາກສາຂອງພຣະອົງ? ເຈົ້າຢືນສູງກວ່າຄົນອື່ນຫຼາຍປານໃດ? ຖ້າຄົນອື່ນສາມາດກົ້ມຫົວລົງຕໍ່ໜ້າຄວາມເປັນຈິງ ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດຄືຜູ້ຄົນດັ່ງກ່າວນັ້ນໄດ້? ພາລະກິດຂອງພຣະເຈົ້າມີແຮງຜັກດັນທີ່ບໍ່ສາມາດຢຸດຢັ້ງໄດ້. ພຣະອົງຈະບໍ່ປະຕິບັດຊໍ້າພາລະກິດແຫ່ງການພິພາກສາເພື່ອເຫັນແກ່ “ຄວາມດີ” ທີ່ເຈົ້າໄດ້ສ້າງ ແລະ ເຈົ້າກໍຈະເຕັມໄປດ້ວຍຄວາມເສຍໃຈທີ່ປ່ອຍໃຫ້ໂອກາດດີດັ່ງກ່າວນັ້ນຫຼຸດໄປ. ຖ້າເຈົ້າບໍ່ເຊື່ອພຣະທໍາຂອງເຮົາ ແລ້ວຈົ່ງລໍຖ້າໃຫ້ບັນລັງຂາວທີ່ຍິ່ງໃຫຍ່ໃນທ້ອງຟ້າຕັດສິນລົງໂທດເຈົ້າ! ເຈົ້າຕ້ອງຮູ້ໄວ້ວ່າ ຊາວອິດສະຣາເອນທຸກຄົນໄດ້ກຽດຊັງ ແລະ ປະຕິເສດພຣະເຢຊູ, ແຕ່ເຖິງຢ່າງນັ້ນກໍຕາມ ຄວາມຈິງຂອງການທີ່ພຣະເຢຊູໄຖ່ບາບມະນຸດຍັງຂະຫຍາຍໄປທົ່ວຈັກກະວານ ແລະ ໄປຈົນສຸດແຜ່ນດິນໂລກ. ແລ້ວນີ້ບໍ່ແມ່ນຄວາມເປັນຈິງທີ່ພຣະເຈົ້າໄດ້ສ້າງມາແຕ່ດົນນານບໍ? ຖ້າເຈົ້າຍັງລໍຖ້າພຣະເຢຊູຮັບເອົາເຈົ້າໄປສູ່ສະຫວັນ, ເຮົາຂໍເວົ້າວ່າເຈົ້າຄືທ່ອນໄມ້ຕາຍທີ່ແຂງກະດ້າງທ່ອນໜຶ່ງ[ກ]. ພຣະເຢຊູຈະບໍ່ຮັບຮູ້ຜູ້ເຊື່ອຈອມປອມຄືກັບເຈົ້າ ຜູ້ທີ່ບໍ່ຊື່ສັດຕໍ່ຄວາມຈິງ ແລະ ຜູ້ທີ່ສະແຫວງຫາພຽງແຕ່ພອນເທົ່ານັ້ນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ສະແດງຄວາມເມດຕາໃນການໂຍນເຈົ້າລົງໄປໃນບຶງໄຟເພື່ອຖືກເຜົາໄໝ້ເປັນເວລາຫຼາຍສິບພັນປີ.

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະສົມຮູ້ຮ່ວມຄິດກັບຄົນຊົ່ວຊ້າ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ້ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີ່ຄົນສ່ວນໃຫຍ່ຈະຈິບຫາຍໄປພ້ອມກັບຜູ້ທີ່ໃຫ້ບໍລິການທີ່ບໍ່ໄດ້ມາດຕະຖານ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ້ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ກ່ອນນີ້: ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?

ຕໍ່ໄປ: ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້