ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?

ເຈົ້າອາດໄດ້ຍ່າງໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ ຫຼາຍກວ່າໜຶ່ງ ຫຼື ສອງປີ ແລະ ບາງເທື່ອ ເຈົ້າໄດ້ທົນທຸກກັບຄວາມລໍາບາກຫຼາຍຢ່າງໃນຊີວິດຂອງເຈົ້າໃນໄລຍະເວລາຫຼາຍປີນີ້; ຫຼື ບາງເທື່ອເຈົ້າອາດບໍ່ໄດ້ຜະເຊີນກັບຄວາມຍາກລຳບາກຫຼາຍ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍແທນ. ມັນອາດເປັນໄປໄດ້ວ່າເຈົ້າບໍ່ໄດ້ປະສົບກັບຄວາມຍາກລຳບາກ ຫຼື ຄວາມກະລຸນາ, ແຕ່ກົງກັນຂ້າມແມ່ນໄດ້ດຳລົງຊີວິດທີ່ທຳມະດາ. ແນວໃດກໍຕາມ ເຈົ້າຍັງຄົງເປັນຜູ້ຕິດຕາມຂອງພຣະເຈົ້າ, ດັ່ງນັ້ນຂໍໃຫ້ພວກເຮົາມາຮ່ວມສົນທະນາກັນກ່ຽວກັບການຕິດຕາມພຣະອົງ. ເຖິງແນວໃດກໍຕາມ ເຮົາຕ້ອງເຕືອນທຸກຄົນທີ່ອ່ານພຣະທໍາເຫຼົ່ານີ້ວ່າພຣະທໍາຂອງພຣະເຈົ້າແມ່ນແນໃສ່ທຸກຄົນທີ່ຍອມຮັບຮູ້ ແລະ ຕິດຕາມພຣະອົງ, ບໍ່ແມ່ນໃສ່ທຸກຄົນ ບໍ່ວ່າພວກເຂົາຮັບຮູ້ພຣະອົງ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພຣະເຈົ້າກຳລັງກ່າວຕໍ່ຝູງຊົນ, ຕໍ່ທຸກຄົນໃນໂລກ, ແລ້ວພຣະທໍາຂອງພຣະເຈົ້າກໍ່ຈະບໍ່ມີຜົນຫຍັງຕໍ່ເຈົ້າ. ສະນັ້ນ, ເຈົ້າຄວນຈື່ພຣະທໍາເຫຼົ່ານີ້ທັງໝົດໄວ້ໃນຫົວໃຈຂອງເຈົ້າ ແລະ ບໍ່ເອົາຕົນເອງອອກຈາກພຣະທໍາດັ່ງກ່າວ. ໃນກໍລະນີໃດກໍຕາມ, ໃຫ້ພວກເຮົາເວົ້າເຖິງສິ່ງທີ່ກຳລັງເກີດຂຶ້ນຢູ່ໃນເຮືອນຂອງພວກເຮົາ.

ຕອນນີ້ ພວກເຈົ້າທຸກຄົນຄວນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ. ຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າດ້ານບວກຂອງພວກເຈົ້າ. ມື້ນີ້ແມ່ນແຕກຕ່າງ: ມື້ນີ້ ເຮົາຈະວິເຄາະເຖິງແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ນີ້ແມ່ນການຊີ້ນຳພວກເຈົ້າຈາກດ້ານລົບ; ຖ້າເຮົາບໍ່ເຮັດດັ່ງນີ້, ພວກເຈົ້າກໍ່ຈະບໍ່ຮູ້ຈັກໃບໜ້າທີ່ແທ້ຈິງຂອງພວກເຈົ້າ ແລະ ຈະອວດອ້າງຄວາມສັດທາ ແລະ ຄວາມຊື່ສັດຂອງພວກເຈົ້າຕະຫຼອດໄປ. ມັນຖືກຕ້ອງທີ່ຈະເວົ້າວ່າ ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ ເພື່ອພິສູດໜຶ່ງຄຳຄື: ຄວາມເຊື່ອ. ເຮົາກຽດຊັງການໃຊ້ຄຳເວົ້າທີ່ອ່ອນຫວານຂອງພວກເຈົ້າເພື່ອເຮັດໃຫ້ເຮົາຍິນດີ, ເພາະວ່າເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມຈິງໃຈຢູ່ສະເໝີ ແລະ ສະນັ້ນ ເຮົາປາຖະໜາຢາກໃຫ້ພວກເຈົ້າປະຕິບັດຕໍ່ເຮົາດ້ວຍຄວາມເຊື່ອທີ່ແທ້ຈິງເຊັ່ນກັນ. ເມື່ອເວົ້າເຖິງຄວາມເຊື່ອ, ຫຼາຍຄົນອາດຄິດວ່າພວກເຂົາຕິດຕາມພຣະເຈົ້າຍ້ອນວ່າພວກເຂົາມີຄວາມເຊື່ອ ແລະ ບໍ່ດັ່ງນັ້ນກໍຈະບໍທົນຕໍ່ຄວາມທຸກທໍລະມານດັ່ງກ່າວ. ແລ້ວເຮົາຂໍຖາມເຈົ້າດັ່ງນີ້: ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ເຄີຍເຄົາລົບນັບຖືພຣະອົງ? ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງຈຶ່ງບໍ່ມີຄວາມຢຳເກງຕໍ່ພຣະອົງແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ? ເຈົ້າຍອມຮັບວ່າພຣະຄຣິດແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງດູຖູກພຣະອົງ? ເປັນຫຍັງເຈົ້າຈຶ່ງປະຕິບັດຕໍ່ພຣະອົງຢ່າງບໍ່ເຄົາລົບ? ເປັນຫຍັງເຈົ້າຈຶ່ງຕັດສິນພຣະອົງຢ່າງເປີດເຜີຍ? ເປັນຫຍັງເຈົ້າຈຶ່ງເບິ່ງການເຄື່ອນໄຫວຂອງພຣະອົງຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງບໍ່ຍອມຮັບເອົາການຈັດແຈງຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມພຣະທໍາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງຂູດຮີດ ແລະ ປຸ້ນພຣະອົງຈາກເຄື່ອງບູຊາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງເວົ້າຈາກສະຖານະຂອງພຣະຄຣິດ? ເປັນຫຍັງເຈົ້າຈຶ່ງຕັດສິນວ່າພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງນັ້ນຖືກຕ້ອງ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງກ້າໝິ່ນປະໝາດລັບຫຼັງພຣະອົງ? ສິ່ງເຫຼົ່ານີ້ ແລະ ອື່ນໆ ບໍ່ໄດ້ປະກອບເປັນຄວາມເຊື່ອຂອງພວກເຈົ້າບໍ?

ໃນຄຳເວົ້າ ແລະ ພຶດຕິກຳຂອງພວກເຈົ້າແມ່ນສະແດງໃຫ້ເຫັນອົງປະກອບຂອງການບໍ່ເຊື່ອໃນພຣະຄຣິດ. ຄວາມບໍ່ເຊື່ອແຜ່ກະຈາຍໄປທົ່ວແຮງຈູງໃຈ ແລະ ເປົ້າໝາຍຂອງທຸກສິ່ງທີ່ພວກເຈົ້າເຮັດ; ເຖິງແມ່ນລັກສະນະສາຍຕາຂອງພວກເຈົ້າມີຄວາມບໍ່ເຊື່ອໃນພຣະຄຣິດ. ມັນສາມາດເວົ້າໄດ້ວ່າທຸກນາທີ ພວກເຈົ້າແຕ່ລະຄົນມີອົງປະກອບຂອງຄວາມບໍ່ເຊື່ອຢູ່. ນີ້ໝາຍຄວາມວ່າ, ທຸກໆຊ່ວງເວລາ ພວກເຈົ້າແມ່ນຢູ່ໃນອັນຕະລາຍທີ່ຈະທໍລະຍົດພຣະຄຣິດ, ເພາະເລືອດທີ່ໄຫຼຢູ່ໃນຮ່າງກາຍຂອງພວກເຈົ້ານັ້ນຖືກສີດໄປດ້ວຍຄວາມບໍ່ເຊື່ອໃນພຣະເຈົ້າຜູ້ບັງເກີດເປັນມະນຸດ. ສະນັ້ນ, ເຮົາຈຶ່ງເວົ້າວ່າຮອຍຕີນທີ່ພວກເຈົ້າປະໄວ້ບົນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້ານັ້ນບໍ່ເປັນຈິງເລີຍ; ໃນຂະນະທີ່ພວກເຈົ້າຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ພວກເຈົ້າບໍ່ໄດ້ວາງຕີນຂອງພວກເຈົ້າລົງພື້ນດິນຢ່າງໜັກແໜ້ນ, ພວກເຈົ້າພຽງກໍາລັງທຳທ່າເຮັດ. ພວກເຈົ້າບໍ່ເຄີຍເຊື່ອພຣະທຳຂອງພຣະຄຣິດຢ່າງສົມບູນ ແລະ ບໍ່ສາມາດນໍາເອົາພຣະທຳໄປປະຕິບັດໂດຍທັນທີທັນໃດ. ນີ້ແມ່ນເຫດຜົນທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະຄຣິດ. ການມີແນວຄິດຕ່າງໆກ່ຽວກັບພຣະອົງຢູ່ສະເໝີຄືອີກເຫດຜົນໜຶ່ງທີ່ພວກເຈົ້າບໍ່ມີຄວາມເຊື່ອໃນພຣະອົງ. ການມີຄວາມສົງໄສກ່ຽວກັບພາລະກິດຂອງພຣະຄຣິດຢູ່ຕະຫຼອດໄປ, ການປ່ອຍໃຫ້ພຣະທຳຂອງພຣະຄຣິດຕົກລົງສູ່ຫູທີ່ໜວກ, ການມີຄວາມຄິດເຫັນກ່ຽວກັບພາລະກິດກໍຕາມທີ່ພຣະຄຣິດປະຕິບັດ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້ຢ່າງຖືກຕ້ອງ, ການດີ້ນລົນເພື່ອປະວາງແນວຄິດຂອງພວກເຈົ້າ ບໍ່ວ່າພວກເຈົ້າຈະໄດ້ຮັບການອະທິບາຍແນວໃດກໍຕາມ ແລະ ອື່ນໆອີກ, ທັງໝົດນີ້ແມ່ນອົງປະກອບຂອງຄວາມບໍ່ເຊື່ອທີ່ປະປົນຢູ່ພາຍໃນຫົວໃຈຂອງພວກເຈົ້າ. ເຖິງແມ່ນວ່າພວກເຈົ້າຕິດຕາມພາລະກິດຂອງພຣະຄຣິດ ແລະ ບໍ່ເຄີຍຢູ່ຕາມຫຼັງ, ມີຄວາມກະບົດຫຼາຍເກີນໄປທີ່ປະປົນຢູ່ໃນໃຈຂອງພວກເຈົ້າ. ຄວາມກະບົດນີ້ ຄືຄວາມບໍ່ບໍລິສຸດໃນຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ບາງເທື່ອ ພວກເຈົ້າບໍ່ຄິດວ່າສິ່ງນີ້ຖືກຕ້ອງ, ແຕ່ຖ້າເຈົ້າບໍ່ສາມາດຮັບຮູ້ເຈດຕະນາຂອງເຈົ້າຈາກສິ່ງນີ້ໄດ້, ແລ້ວເຈົ້າກໍຖືກຜູກມັດໃຫ້ຢູ່ທ່າມກາງຄົນທີ່ຈະພິນາດ, ຍ້ອນພຣະເຈົ້າເຮັດໃຫ້ຜູ້ທີ່ເຊື່ອໃນພຣະອົງຢ່າງແທ້ຈິງເທົ່ານັ້ນສົມບູນ, ບໍ່ແມ່ນບັນດາຜູ້ທີ່ສົງໄສໃນພຣະອົງ ແລະ ແຮງໜ້ອຍທີ່ສຸດທີ່ຈະເປັນຄົນທີ່ຕິດຕາມພຣະອົງຢ່າງບໍ່ເຕັມໃຈ ເຖິງແມ່ນບໍ່ເຄີຍເຊື່ອວ່າພຣະອົງເປັນພຣະເຈົ້າກໍຕາມ.

ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະຫຼະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຊາຍທີ່ຈ່ອຍບາງຄົນນີ້ຈະສາມາດເອົາຊະນະຄົນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.

ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຜູ້ຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມື້ທີ່ມີອິດທິພົນຂອງພວກເຂົາ. ຢູ່ພາຍໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ມີເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ.

ໃນປັດຈຸບັນນີ້, ຄວາມບໍ່ເຊື່ອຍັງມີຫຼາຍຢູ່ໃນຕົວພວກເຈົ້າ. ໃຫ້ເບິ່ງຫຼາຍຂຶ້ນພາຍໃນຕົວພວກເຈົ້າ ແລະ ພວກເຈົ້າຈະພົບຄຳຕອບຂອງພວກເຈົ້າຢ່າງແນ່ນອນ. ເມື່ອເຈົ້າພົບຄໍາຕອບທີ່ແທ້ຈິງແລ້ວ, ຈາກນັ້ນເຈົ້າຈະຍອມຮັບວ່າເຈົ້າບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າ, ແຕ່ກົງກັນຂ້າມ ເຈົ້າເປັນຄົນທີ່ຫຼອກລວງ, ດູໝິ່ນ ແລະ ທໍລະຍົດຕໍ່ພຣະອົງ ແລະ ເປັນຄົນທີ່ບໍ່ຈົງຮັກພັກດີຕໍ່ພຣະອົງ. ແລ້ວເຈົ້າຈະຮັບຮູ້ວ່າພຣະຄຣິດບໍ່ແມ່ນມະນຸດ, ແຕ່ເປັນພຣະເຈົ້າ. ເມື່ອວັນນັ້ນມາເຖິງ, ເຈົ້າຈະສັນລະເສີນ, ຢຳເກງ ແລະ ຮັກພຣະຄຣິດຢ່າງແທ້ຈິງ. ໃນປັດຈຸບັນນີ້, ມີພຽງແຕ່ສາມສິບເປີເຊັນຂອງຫົວໃຈຂອງພວກເຈົ້າເທົ່ານັ້ນທີ່ເຕັມໄປດ້ວຍຄວາມເຊື່ອ, ສ່ວນອີກເຈັດສິບເປີເຊັນນັ້ນແມ່ນເຕັມໄປດ້ວຍຄວາມສົງໄສ. ທຸກສິ່ງທີ່ພຣະຄຣິດເຮັດ ແລະ ເວົ້າ ແມ່ນອາດຈະເຮັດໃຫ້ພວກເຈົ້າມີແນວຄິດ ແລະ ຄຳຄິດເຫັນກ່ຽວກັບພຣະອົງ, ເຊິ່ງເປັນແນວຄິດ ແລະ ຄຳຄິດເຫັນທີ່ເກີດຈາກຄວາມບໍ່ເຊື່ອແທ້ໆຂອງພວກເຈົ້າໃນພຣະອົງ. ພວກເຈົ້າເຊີດຊູ ແລະ ຢໍາເກງສະເພາະແຕ່ພຣະເຈົ້າທີ່ຢູ່ເທິງຟ້າສະຫວັນທີ່ແນມບໍ່ເຫັນເທົ່ານັ້ນ ແລະ ບໍ່ມີຄວາມເຄົາລົບຕໍ່ພຣະຄຣິດທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຂອງພວກເຈົ້າເຊັ່ນກັນບໍ? ພວກເຈົ້າພຽງສະແຫວງຫາພຣະເຈົ້າທີ່ໄດ້ປະຕິບັດພາລະກິດໃນອະດີດ ແຕ່ບໍ່ເງີຍໜ້າຂຶ້ນຫາພຣະຄຣິດໃນປັດຈຸບັນເລີຍ. ນີ້ເປັນພຽງ “ຄວາມເຊື່ອ” ທີ່ປະປົນຢູ່ໃນຫົວໃຈຂອງພວກເຈົ້າຢູ່ຕະຫຼອດໄປ, ຄວາມເຊື່ອທີ່ບໍ່ໄດ້ເຊື່ອໃນພຣະຄຣິດໃນປັດຈຸບັນ. ເຮົາບໍ່ໄດ້ປະເມີນພວກເຈົ້າຕໍ່າ, ເພາະວ່າພວກເຈົ້າມີຄວາມບໍ່ເຊື່ອໃນຕົວຂອງພວກເຈົ້າຫຼາຍເກີນໄປ, ຫຼາຍຢ່າງເກີນໄປໃນພວກເຈົ້າທີ່ບໍ່ບໍລິສຸດ ແລະ ຕ້ອງຖືກກວດສອບ. ຄວາມບໍ່ບໍລິສຸດເຫຼົ່ານີ້ເປັນສັນຍານບົ່ງບອກວ່າພວກເຈົ້າບໍ່ມີຄວາມເຊື່ອເລີຍ; ພວກມັນເປັນເຄື່ອງໝາຍແຫ່ງການປະຖິ້ມພຣະຄຣິດຂອງພວກເຈົ້າ ແລະ ພວກມັນໝາຍພວກເຈົ້າໄວ້ເປັນຜູ້ທໍລະຍົດຕໍ່ພຣະຄຣິດ. ພວກມັນແມ່ນຜ້າຄຸມໜາທີ່ປົກຄຸມຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະຄຣິດ, ເປັນອຸປະສັກຕໍ່ການຖືກຮັບໂດຍພຣະຄຣິດ, ເປັນອຸປະສັກທີ່ຂັດຂວາງບໍ່ໃຫ້ພວກເຈົ້າເຂົ້າກັນໄດ້ກັບພຣະຄຣິດ ແລະ ຍັງເປັນຂໍ້ພິສູດວ່າພຣະຄຣິດບໍ່ເຫັນດີໃນຕົວພວກເຈົ້າ. ຕອນນີ້ ເຖິງເວລາທີ່ຕ້ອງກວດສອບທຸກພາກສ່ວນໃນຊີວິດພວກເຈົ້າ! ການເຮັດເຊັ່ນນີ້ ຈະເປັນປະໂຫຍດແກ່ພວກເຈົ້າໃນທຸກດ້ານທີ່ບໍ່ສາມາດຈິນຕະນາການໄດ້!

ກ່ອນນີ້: ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

ຕໍ່ໄປ: ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້