ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ
ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ເຊິ່ງໃນລະຫວ່າງນັ້ນ ເຮົາໄດ້ກ່າວພຣະທຳຫຼາຍຂໍ້. ພຣະທຳເຫຼົ່ານີ້ແມ່ນເຫັນແກ່ຄວາມລອດພົ້ນຂອງມະນຸດ ແລະ ຖືກກ່າວອອກເພື່ອໃຫ້ມະນຸດເຂົ້າກັບເຮົາໄດ້. ເຖິງຢ່າງໃດກໍ່ຕາມ, ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກ ເຊິ່ງເປັນຄົນທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ເຊີດຊູພຣະທຳຂອງເຮົາ, ມັນເປັນຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ໃນລັກສະນະນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄືເພື່ອໃຫ້ມະນຸດສາມາດເຂົ້າກັບເຮົາໄດ້. ມະນຸດຖືກເຮັດໃຫ້ເສື່ອມໂຊມ ແລະ ດຳລົງຊີວິດຢູ່ໃນກັບດັກຂອງຊາຕານ. ທຸກຄົນດຳລົງຊີວິດໃນເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັບເຮົາໄດ້ ແຕ່ທຸກຄົນເຫຼົ່ານັ້ນນະມັດສະການພະທຽມທີ່ເລື່ອນລອຍ. ເຖິງແມ່ນວ່າພວກເຂົາຮັບຮູ້ວ່ານາມຂອງເຮົາບໍລິສຸດ, ພວກເຂົາກໍ່ຍັງຍ່າງຕາມເສັ້ນທາງທີ່ຢູ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍ່ເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງ. ນີ້ກໍ່ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ໃນແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ສຸ່ມຊອກຫາຂໍ້ຄວາມທີ່ “ເໝາະສົມ” ເຊິ່ງພວກເຂົາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາເຫຼົ່ານັ້ນໂດຍບໍ່ຢຸດເຊົາ. ພວກເຂົາບໍ່ຮູ້ຈັກເລີຍວ່າຈະສາມາດເຂົ້າກັບເຮົາໄດ້ແນວໃດ ຫຼື ການຕໍ່ຕ້ານເຮົາໝາຍຄວາມວ່າແນວໃດ. ພວກເຂົາພຽງແຕ່ອ່ານຂໍ້ພຣະຄຳຢ່າງຫຼັບຫູຫຼັບຕາ. ພາຍໃນພຣະຄຳພີ, ພວກເຂົາຈຳກັດພຣະເຈົ້າທີ່ເລື່ອນລອຍທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ ແລະ ບໍ່ສາມາດເຫັນໄດ້ ແລະ ເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອໃນການເປັນຢູ່ຂອງເຮາພຽງແຕ່ພາຍໃນຂອບເຂດພຣະຄຳພີເທົ່ານັ້ນ ແລະ ພວກເຂົາທຽບເຮົາໂດຍເທົ່າກັບພຣະຄຳພີ; ຖ້າປາສະຈາກພຣະຄຳພີ, ມັນກໍ່ຈະບໍ່ມີເຮົາ ແລະ ຖ້າປາສະຈາກເຮົາກໍ່ບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍກັບທຸກຂໍ້ຄວາມໃນພຣະຄຳພີ. ພວກເຂົາທຸກຄົນເຖິງກັບເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກມັນຈະຖືກທຳນາຍໄວ້ລ່ວງໜ້າໃນຂໍ້ພຣະຄຳພ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳຫຼາຍເກີນໄປ. ມັນສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງຂອບເຂດທີ່ພວກເຂົາໃຊ້ຂໍ້ພຣະຄຳເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາເວົ້າ ແລະ ຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າກັບເຮົາ ຫຼື ຫົນທາງທີ່ສາມາດເຂົ້າກັບຄວາມຈິງໄດ້, ແຕ່ເປັນຫົນທາງທີ່ສາມາດເຂົ້າກັບພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍ່ຕາມທີ່ບໍ່ສອດຄ່ອງກັບພຣະຄຳພີກໍ່ບໍ່ແມ່ນພາລະກິດຂອງເຮົາ, ບໍ່ຍົກເວັ້ນແມ່ນແຕ່ພາລະກິດຂອງເຮົາ. ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາຣີຊາຍບໍ? ພວກຟາຣີຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ, ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມຕົວອັກສອນຢ່າງເຂັ້ມງວດ ຈົນເຖິງຂັ້ນທີ່ກ່າວຫາວ່າພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ ແລ້ວໃນທີ່ສຸດ ພວກເຂົາກໍ່ຄຶງພຣະເຢຊູທີ່ໄຮ້ດຽງສາເທິງໄມ້ກາງແຂນ. ທາດແທ້ຂອງພວກເຂົາແມ່ນຫຍັງ? ມັນບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເພື່ອເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ ໃນຂະນະທີ່ບໍ່ສົນໃຈຕໍ່ຄວາມປະສົງຂອງເຮົາ ຫຼື ຂັ້ນຕອນ ແລະ ວິທີການໃນພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ, ແຕ່ເປັນຄົນທີ່ຍຶດຕິດກັບພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ, ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ໂດຍແທ້ຈິງແລ້ວ, ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຄຸ້ມຄອງຜົນປະໂຫຍດຂອງພຣະຄຳພີ, ເພື່ອເຊີດຊູສັກສີຂອງພຣະຄຳພີ ແລະ ເພື່ອປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນທີ່ຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດສິ່ງນີ້ພຽງແຕ່ເພື່ອເຫັນແກ່ການປົກປ້ອງພຣະຄຳພີ ແລະ ເພື່ອເຫັນແກ່ການຮັກສາສະຖານະຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ເຄື່ອງບູຊາແທນຄວາມຜິດບາບເພື່ອກ່າວລົງໂທດພຣະເຢຊູຜູ້ທີ່ບໍ່ສອດຄ່ອງກັບຫຼັກຄຳສອນໃນພຣະຄຳພີຈົນຕາຍ. ພວກເຂົາບໍ່ແມ່ນລູກນ້ອງຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?
ແລ້ວຄົນໃນປັດຈຸບັນນີ້ເດ? ພຣະຄຣິດໄດ້ລົງມາເພື່ອເປີດເຜີຍຄວາມຈິງ, ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກໂລກນີ້ ເພື່ອວ່າພວກເຂົາອາດໄດ້ຮັບສິດເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາເຖິງຂອງຄວາມຈິງຢ່າງສົມບູນເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ພວກເຂົາເລືອກທີ່ຈະຄຶງພຣະຄຣິດຜູ້ທີ່ກັບມາເປັນເນື້ອໜັງເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດຈະສາມາດໄດ້ຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ເມື່ອຫົວໃຈຂອງເຂົາຊົ່ວຮ້າຍແບບນີ້ ແລະ ທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ, ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍ່ຍັງຄົງບໍ່ຮູ້ກ່ຽວກັບການເປັນຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍຂອງເຮົາໃສ່ມະນຸດ, ເຂົາກໍ່ປະຕິເສດການເປັນຢູ່ຂອງເຮົາດ້ວຍກຳລັງທີ່ຫຼາຍກວ່າເດີມອີກ. ມະນຸດຄົ້ນຫາເພື່ອທີ່ຈະສາມາດເຂົ້າກັບພຣະທຳ ແລະ ເຂົ້າກັບພຣະຄຳພີ, ແຕ່ບໍ່ມີມະນຸດຄົນໃດມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຄວາມສາມາດໃນການເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາທີ່ຢູ່ໃນສະຫວັນ ແລະ ມີຄວາມກັງວົນເປັນພິເສດຕໍ່ການເປັນຢູ່ຂອງເຮົາໃນສະຫວັນ, ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນເກີນໄປ. ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະທຳໃນພຣະຄຳພີ ແລະ ຄົນທີ່ພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະເຈົ້າທີ່ເລື່ອນລອຍກໍ່ເປັນພາບທີ່ໜ້າສົມເພດຕໍ່ເຮົາ. ນັ້ນກໍ່ຍ້ອນວ່າ ສິ່ງທີ່ພວກເຂົານະມັດສະການແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ; ສິ່ງທີ່ພວກເຂົານະມັດສະການແມ່ນພຣະເຈົ້າທີ່ວາງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງເປັນພຣະເຈົ້າບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດແບບນັ້ນຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕ້ອຍຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງຢ່າງບໍ່ມີຂີດຈຳກັດ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ, ພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?
ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍ່ເປັນເຊັ່ນດຽວກັນ. ຄົນທີ່ກະບົດຕໍ່ເຮົາແຮງຕໍ່ຕ້ານເຮົາຫຼາຍຂຶ້ນ ແລະ ບໍ່ສາມາດເຂົ້າກັບເຮົາໄດ້. ເຮົາສົ່ງມອບທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ໃຫ້ແກ່ສິ່ງຊົ່ວຮ້າຍ ແລະ ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍ, ມອບອິດສະຫຼະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດກໍ່ຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ນະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍ່ຄືມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍ່ຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນເຮືອນຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນເຮືອນຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ແລະ ບໍ່ສົນໃຈກັບຄວາມຈິງ ຫຼື ສະແຫວງຫາບາດກ້າວຂອງເຮົາ, ພວກເຂົາຕໍ່ຕ້ານເຮົາ ຍ້ອນພວກເຂົາຈຳກັດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງສຸດຂີດ. ຄົນເຫຼົ່ານັ້ນຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນພຣະທຳ, ເຊິ່ງເປັນພຣະຄໍາທີ່ຈະຂ້າ. ຄົນເຫຼົ່ານັ້ນຈະສາມາດເຂົ້າກັບເຮົາໄດ້ແນວໃດ?
ເຮົາໄດ້ກ່າວພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງຄວາມປະສົງ ແລະ ອຸປະນິໄສຂອງເຮົາ, ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ເຊື່ອໃນເຮົາ ຫຼື ມັນສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສພາຍໃນພຣະບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມຫຼັກຄຳສອນ, ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ ນ້ັນກໍ່ຄື ຜູ້ໃດໃນບັນດາພວກເຂົາເຫຼົ່ານັ້ນທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ, ແຕ່ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແທ້ໆ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ຕໍ່ຕ້ານເຮົາ. ເຮົາຜິດຫວັງຫຼາຍໃນຕົວພວກເຈົ້າ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ເຮົາໄດ້ຮັບໜ້ອຍດຽວຈາກພວກເຈົ້າ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ, ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດໃນບັນດາສິ່ງເຫຼົ່ານີ້ທີ່ສາມາດຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າປະໝາດກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າໂນ້ມນ້າວເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ ຂູ່ເຂັນເຮົາໃຫ້ເສຍສະຫຼະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າຕໍ່ຕ້ານເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າຕົນເອງສາມາດເຂົ້າກັບເຮົາໄດ້, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າຕົນເອງມີຄວາມຈິງໃຈ ແລະ ຄວາມຈົງຮັກພັກດີຕໍ່ເຮົາຫຼາຍທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ ແລະ ໄດ້ອຸທິດຫຼາຍສິ່ງຫຼາຍຢ່າງໃຫ້ກັບເຮົາ. ພວກເຈົ້າຄິດວ່າພວກເຈົ້າໄດ້ເຮັດຫຼາຍກວ່າທີ່ຈຳເປັນສຳລັບເຮົາ. ແຕ່ພວກເຈົ້າເຄີຍປຽບທຽບສິ່ງນີ້ກັບການປະພຶດຂອງພວກເຈົ້າເອງບໍ? ເຮົາຂໍບອກວ່າພວກເຈົ້າເປັນຄົນທີ່ອວດດີຫຼາຍ, ເຫັນແກ່ໄດ້ຫຼາຍ ແລະ ເຮັດພໍເປັນພິທີຫຼາຍ; ກົນອຸບາຍທີ່ພວກເຈົ້າໃຊ້ເພື່ອຫຼອກລວງເຮົາແມ່ນສະຫຼາດຫຼາຍ ແລະ ພວກເຈົ້າມີເຈດຕະນາທີ່ຕໍ່າຊ້າ ແລະ ວິທີການທີ່ເປັນຕາດູຖູກຫຼາຍ. ຄວາມຈົງຮັກພັກດີຂອງພວກເຈົ້າກໍ່ມີໜ້ອຍ, ຄວາມຈິງຈັງຂອງພວກເຈົ້າກໍ່ມີເລັກໆນ້ອຍໆ ແລະ ຈິດສຳນຶກຂອງພວກເຈົ້າກໍ່ຍິ່ງຂາດເຂີນ. ໃນຫົວໃຈຂອງພວກເຈົ້າແມ່ນມີແຕ່ຄວາມຄິດຊົ່ວ ແລະ ບໍ່ມີໃຜທີ່ຈະໄດ້ຮັບການລະເວັ້ນຈາກຄວາມຊົ່ວຂອງເຈົ້າ, ແມ່ນແຕ່ເຮົາກໍ່ບໍ່ລະເວັ້ນ. ພວກເຈົ້າຕັດເຮົາອອກຍ້ອນເຫັນແກ່ລູກຂອງພວກເຈົ້າ ຫຼື ສາມີຂອງພວກເຈົ້າ ຫຼື ການຮັກສາຕົວພວກເຈົ້າເອງ. ແທນທີ່ຈະສົນໃຈກ່ຽວກັບເຮົາ, ພວກເຈົ້າສົນໃຈຄອບຄົວຂອງພວກເຈົ້າ, ລູກຂອງພວກເຈົ້າ, ສະຖານະຂອງພວກເຈົ້າ, ອະນາຄົດຂອງພວກເຈົ້າ ແລະ ຄວາມພໍໃຈໃນຕົວພວກເຈົ້າເອງ. ມີຕອນໃດແດ່ທີ່ພວກເຈົ້າເຄີຍຄິດເຖິງເຮົາເມື່ອພວກເຈົ້າກ່າວ ຫຼື ກະທຳ? ໃນມື້ທີ່ອາກາດເຢັນ, ພວກເຈົ້າກໍ່ຄິດຫາລູກຂອງພວກເຈົ້າ, ສາມີຂອງພວກເຈົ້າ, ພັນລະຍາຂອງພວກເຈົ້າ ຫຼື ພໍ່ແມ່ຂອງພວກເຈົ້າ. ໃນມື້ທີ່ອາກາດຮ້ອນ, ເຮົາບໍ່ມີພື້ນທີ່ຢູ່ໃນຄວາມຄິດຂອງພວກເຈົ້າເລີຍ. ເມື່ອພວກເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພວກເຈົ້າກໍ່ຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງ, ເຖິງຄວາມປອດໄພຂອງຕົນເອງ, ຄິດເຖິງສະມາຊິກໃນຄອບຄົວຂອງເຈົ້າເອງ. ເຈົ້າເຄີຍເຮັດຫຍັງແດ່ເພື່ອເຮົາ? ເຈົ້າຄິດຫາເຮົາໃນເມື່ອໃດແດ່? ມີຕອນໃດແດ່ທີ່ເຈົ້າອຸທິດທຸກຢ່າງຂອງຕົນເອງໃຫ້ກັບເຮົາ ແລະ ໃຫ້ກັບພາລະກິດຂອງເຮົາ? ຫຼັກຖານທີ່ພວກເຈົ້າວ່າສາມາດເຂົ້າກັບເຮົາໄດ້ນັ້ນຢູ່ໃສ? ຄວາມເປັນຈິງຂອງຄວາມຈົງຮັກພັກດີທີ່ເຈົ້າມີຕໍ່ເຮົາຢູ່ໃສ? ຄວາມເປັນຈິງໃນຄວາມເຊື່ອຟັງທີ່ເຈົ້າມີຕໍ່ເຮົາແມ່ນຢູ່ໃສ? ມີເມື່ອໃດແດ່ທີ່ເຈດຕະນາຂອງເຈົ້າບໍ່ຫວັງທີ່ຈະໄດ້ຮັບພອນຈາກເຮົາ? ພວກເຈົ້າຫຼອກລວງ ແລະ ຕົວະເຮົາ, ພວກເຈົ້າຫຼິ້ນກັບຄວາມຈິງ, ພວກເຈົ້າປິດບັງການເປັນຢູ່ຂອງຄວາມຈິງ ແລະ ທໍລະຍົດແກ່ນແທ້ຂອງຄວາມຈິງ. ແມ່ນຫຍັງຈະລໍຖ້າພວກເຈົ້າໃນອະນາຄົດໂດຍການຕໍ່ຕ້ານເຮົາໃນລັກສະນະນີ້? ພວກເຈົ້າພຽງແຕ່ສະແຫວງຫາເພື່ອເຂົ້າກັບພຣະເຈົ້າທີ່ເລື່ອນລອຍ ແລະ ພຽງແຕ່ສະແຫວງຫາຄວາມເຊື່ອທີ່ເລື່ອນລອຍ ແຕ່ພວກເຈົ້າກໍ່ບໍ່ສະແຫວງຫາເພື່ອເຂົ້າກັບພຣະຄຣິດເລີຍ. ຄວາມຊົ່ວຮ້າຍຂອງພວກເຈົ້າຈະບໍ່ໄດ້ຮັບຜົນກໍາແບບດຽວກັນກັບຜູ້ຄົນທີ່ຊົ່ວຊ້າສົມຄວນໄດ້ຮັບບໍ? ໃນເວລານັ້ນ, ພວກເຈົ້າຈະສຳນຶກໄດ້ວ່າ ບໍ່ມີໃຜທີ່ບໍ່ເຂົ້າກັບພຣະຄຣິດຈະສາມາດຫຼົບໜີມື້ແຫ່ງຄວາມໂກດຮ້າຍໄດ້ ແລະ ພວກເຈົ້າຈະຄົ້ນພົບວ່າຜົນກໍາແບບໃດທີ່ຈະຖືກນໍາມາສູ່ຄົນທີ່ຕໍ່ຕ້ານພຣະຄຣິດ. ເມື່ອມື້ນັ້ນມາເຖິງ, ຄວາມຝັນຂອງພວກເຈົ້າທີ່ຈະໄດ້ຮັບພອນສຳລັບຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ຈະໄດ້ຮັບສິດເຂົ້າສູ່ສະຫວັນນັ້ນຈະຖືກພັງທະລາຍລົງທັງໝົດ. ເຖິງຢ່າງໃດກໍ່ຕາມ ສໍາລັບຄົນທີ່ສາມາດເຂົາກັບພຣະຄຣິດໄດ້, ມັນຈະບໍ່ແມ່ນແບບນັ້ນ, ເຖິງແມ່ນວ່າພວກເຂົາສູນເສຍຫຼາຍສິ່ງຫຼາຍຢ່າງ, ເຖິງແມ່ນວ່າພວກເຂົາທົນທຸກກັບຄວາມຍາກລຳບາກຫຼາຍຢ່າງ, ພວກເຂົາຈະໄດ້ຮັບມໍລະດົກທັງໝົດທີ່ເຮົາມອບໃຫ້ກັບມະນຸດຊາດ. ໃນທີ່ສຸດ, ພວກເຈົ້າຈະເຂົ້າໃຈວ່າ ມີພຽງເຮົາທີ່ເປັນພຣະເຈົ້າທີ່ຊອບທຳ ແລະ ມີພຽງເຮົາທີ່ສາມາດນໍາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍງາມຂອງເຂົາໄດ້.