ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ

ເຮົາໄດ້ຊອກຫາຫຼາຍຄົນໃນໂລກທີ່ຈະເປັນຜູ້ຕິດຕາມຂອງເຮົາ. ໃນບັນດາຜູ້ຕິດຕາມທຸກຄົນນີ້, ມີຄົນທີ່ຮັບໃຊ້ເປັນນັກບວດ, ຄົນທີ່ນໍາພາ, ຄົນທີ່ເປັນບຸດຂອງພຣະເຈົ້າ, ຄົນທີ່ເປັນຄົນຂອງພຣະເຈົ້າ ແລະ ຄົນທີ່ເຮັດວຽກງານຮັບໃຊ້. ເຮົາໄດ້ຈັດແບ່ງພວກເຂົາອອກເປັນກຸ່ມໂດຍອີງຕາມຄວາມຈົງຮັກພັກດີທີ່ພວກເຂົາສະແດງຕໍ່ເຮົາ. ເມື່ອທຸກຄົນໄດ້ຖືກຈໍາແນກອອກຕາມປະເພດຂອງພວກເຂົາ ນັ້ນກໍ່ຄື ເມື່ອທໍາມະຊາດຂອງຄົນແຕ່ລະປະເພດໄດ້ຖືກເປີດເຜີຍ, ເຮົາຈະຖືເອົາພວກເຂົາແຕ່ລະຄົນຢູ່ທ່າມກາງປະເພດທີ່ຊອບທຳຂອງພວກເຂົາ ແລະ ຈັດວາງແຕ່ລະປະເພດເຂົ້າໃສ່ບ່ອນທີ່ເໝາະສົມຂອງພວກເຂົາ ເພື່ອບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຕໍ່ມະນຸດຊາດ. ໃນກຸ່ມຕ່າງໆ, ເຮົາເອີ້ນເອົາຄົນທີ່ເຮົາປາຖະໜາຈະຊ່ວຍໃຫ້ເຂົ້າສູ່ເຮືອນຂອງເຮົາ, ແລ້ວຫຼັງຈາກນັ້ນ ເຮົາກໍ່ຈະເຮັດໃຫ້ພວກເຂົາທຸກຄົນຍອມຮັບເອົາພາລະກິດໃນຍຸກສຸດທ້າຍຂອງເຮົາ. ໃນເວລາດຽວກັນນັ້ນ, ເຮົາຈໍາແນກພວກເຂົາຕາມປະເພດ, ແລ້ວໃຫ້ລາງວັນ ຫຼື ລົງໂທດແຕ່ລະຄົນບົນພື້ນຖານການກະທໍາຂອງພວກເຂົາ. ນີ້ຄືຂັ້ນຕອນທີ່ປະກອບເປັນພາລະກິດຂອງເຮົາ.

ມື້ນີ້, ເຮົາດໍາລົງຊີວິດຢູ່ເທິງໂລກ ແລະ ເຮົາດໍາລົງຊີວິດຢູ່ທ່າມກາງມະນຸດ. ຜູ້ຄົນໄດ້ປະສົບກັບພາລະກິດຂອງເຮົາ ແລະ ເຝົ້າເບິ່ງຖ້ອຍຄຳຂອງເຮົາ ແລະ ພ້ອມກັນນີ້ ເຮົາກໍ່ປະທານຄວາມຈິງທັງໝົດໃຫ້ກັບຜູ້ຕິດຕາມຂອງເຮົາແຕ່ລະຄົນ ເພື່ອທີ່ພວກເຂົາອາດຈະໄດ້ຮັບຊີວິດຈາກເຮົາ ແລະ ຮັບເອົາເສັ້ນທາງທີ່ພວກເຂົາກ້າວເດີນ. ຍ້ອນເຮົາຄືພຣະເຈົ້າ, ຜູ້ໃຫ້ຊີວິດ. ໃນລະຫວ່າງເວລາຫຼາຍປີໃນພາລະກິດຂອງເຮົາ, ຜູ້ຄົນໄດ້ຮັບຫຼາຍຢ່າງ ແລະ ປະຖິ້ມຫຼາຍຢ່າງ, ແຕ່ເຖິງຢ່າງນັ້ນ ເຮົາກໍ່ຍັງເວົ້າໄດ້ວ່າພວກເຂົາບໍ່ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນຜູ້ຄົນພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າເຮົາເປັນພຣະເຈົ້າ, ແຕ່ພວກເຂົາບໍ່ເຫັນດ້ວຍກັບຄວາມຈິງທີ່ເຮົາເວົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຮ້ອງຂໍຈາກພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນຮັບຮູ້ພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ຜູ້ຄົນຍອມຮັບພຽງແຕ່ການເປັນຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບຊີວິດ; ຜູ້ຄົນຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະອົງ. ເຮົາລັງກຽດພວກເຂົາຍ້ອນຄວາມກະຕືລືລົ້ນຂອງພວກເຂົາ, ຍ້ອນພວກເຂົາພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ; ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ນະມັດສະການເຮົາຢ່າງແທ້ຈິງ. ຄໍາເວົ້າຂອງພວກເຈົ້າປະກອບມີການລໍ້ລວງຂອງງູພິດ; ຍິ່ງໄປກວ່ານັ້ນ, ພວກມັນຈອງຫອງຢ່າງສຸດຂີດ, ເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະທູດສະຫວັນ. ຍິ່ງໄປກວ່ານັ້ນ, ການກະທໍາຂອງພວກເຈົ້າຈີກຂາດ ແລະ ແຕກຫັກຈົນເປັນຕາອັບອາຍ; ຄວາມປາດຖະໜາທີ່ເກີນຂອບເຂດ ແລະ ເຈດຕະນາທີ່ໂລບມາກຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າທຸກຄົນໄດ້ກາຍເປັນມອດໃນເຮືອນຂອງເຮົາ, ເປັນສິ່ງຂອງທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມກຽດຊັງ. ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຮັກຄວາມຈິງ; ກົງກັນຂ້າມ, ພວກເຈົ້າປາດຖະໜາເພື່ອຮັບພອນ, ເພື່ອຂຶ້ນສູ່ສະຫວັນ, ເພື່ອເບິ່ງນິມິດທີ່ສະຫງ່າຜ່າເຜີຍຂອງພຣະຄຣິດທີ່ມີລິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ. ແຕ່ພວກເຈົ້າເຄີຍຄິດບໍວ່າຄົນແບບພວກເຈົ້າ ເຊິ່ງເປັນຄົນທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຄົນທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຄືຫຍັງ, ສົມຄວນທີ່ຈະຕິດຕາມພຣະເຈົ້າໄດ້ແນວໃດ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າສົມຄວນທີ່ຈະເບິ່ງສາກອັນສະຫງ່າຜາເຜີຍແບບນັ້ນ ເຊິ່ງເປັນສາກງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ແນວໃດ? ປາກຂອງພວກເຈົ້າເຕັມໄປດ້ວຍຄຳເວົ້າທີ່ຫຼອກລວງ ແລະ ສົກກະປົກ, ການທໍລະຍົດ ແລະ ຄວາມຍິ່ງຍະໂສ. ພວກເຈົ້າບໍ່ເຄີຍເວົ້າຖ້ອຍຄໍາທີ່ຈິງໃຈຕໍ່ເຮົາ, ບໍ່ມີຖ້ອຍຄໍາໃດທີ່ບໍລິສຸດ, ບໍ່ມີຖ້ອຍຄໍາໃດທີ່ສະແດງເຖິງການຍອມອ່ອນນ້ອມເຮົາເມື່ອຜະເຊີນພຣະທໍາຂອງເຮົາ. ໃນທີ່ສຸດແລ້ວ, ຄວາມເຊື່ອຂອງພວກເຈົ້າເປັນແນວໃດແທ້? ຫົວໃຈຂອງພວກເຈົ້າມີພຽງແຕ່ຄວາມປາຖະໜາ ແລະ ເງິນ, ຄວາມຄິດຂອງພວກເຈົ້າມີພຽງແຕ່ວັດຖຸສິ່ງຂອງ. ແຕ່ລະມື້, ພວກເຈົ້າຄິດໄລ່ເບິ່ງວ່າຈະຮັບສິ່ງຕ່າງໆຈາກເຮົາໄດ້ແນວໃດ. ແຕ່ລະມື້, ພວກເຈົ້ານັບເບິ່ງວ່າໄດ້ຮັບຄວາມຮັ່ງມີ ແລະ ວັດຖຸສິ່ງຂອງຈາກເຮົາຫຼາຍປານໃດ. ແຕ່ລະມື້, ເຈົ້າລໍຄອຍໃຫ້ພອນຖອກເທລົງໃສ່ພວກເຈົ້າ ເພື່ອວ່າພວກເຈົ້າອາດມີຄວາມສຸກກັບສິ່ງຕ່າງໆທີ່ອາດເຮັດໃຫ້ມີຄວາມສຸກໃນປະລິມານທີ່ຫຼາຍຂຶ້ນ ແລະ ມາດຕະຖານທີ່ສູງຂຶ້ນ. ສິ່ງທີ່ຢູ່ໃນຄວາມຄິດຂອງພວກເຈົ້າໃນທຸກຊ່ວງເວລານັ້ນບໍ່ແມ່ນເຮົາ ແລະ ບໍ່ແມ່ນຄວາມຈິງທີ່ມາຈາກເຮົາ, ແຕ່ກົງກັນຂ້າມເປັນສາມີ ຫຼື ພັນລະຍາຂອງພວກເຈົ້າ, ລູກຊາຍ, ລູກສາວ ຫຼື ສິ່ງຕ່າງໆທີ່ພວກເຈົ້າກິນ ແລະ ສວມໃສ່. ພວກເຈົ້າຄິດວ່າເຈົ້າຈະສາມາດຮັບເອົາຄວາມສຸກທີ່ຫຼາຍຂຶ້ນ ແລະ ສູງສົ່ງຂຶ້ນໄດ້ແນວໃດ. ແຕ່ເຖິງແມ່ນເມື່ອພວກເຈົ້າຍັດອາຫານໃສ່ທ້ອງຈົນແໜ້ນ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບບໍ? ເຖິງແມ່ນເມື່ອພວກເຈົ້າຕົບແຕ່ງຕົນເອງດ້ວຍເຄື່ອງອາພອນທີ່ສວຍງາມໃນພາຍນອກ, ພວກເຈົ້າກໍ່ບໍ່ໄດ້ເປັນພຽງຊາກສົບທີ່ຍ່າງໄດ້ແຕ່ບໍ່ມີຊີວິດບໍ? ພວກເຈົ້າເຮັດວຽກຢ່າງໜັກເພື່ອທ້ອງຂອງຕົນຈົນຜົມຂອງພວກເຈົ້າຫງອກ, ເຖິງປານນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ຍອມສະຫຼະແມ່ນແຕ່ຜົມເສັ້ນດຽວເພື່ອພາລະກິດຂອງເຮົາ. ພວກເຈົ້າຫຍຸ້ງວຸ້ນວາຍຢູ່ຕະຫຼອດ, ໃຊ້ຮ່າງກາຍຢ່າງໜັກ ແລະ ທໍລະມານສະໝອງຕົນເອງເພື່ອເຫັນແກ່ເນື້ອໜັງຂອງເຈົ້າເອງ ແລະ ເພື່ອລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍ່ບໍ່ມີພວກເຈົ້າຄົນໃດທີ່ກັງວົນ ຫຼື ເປັນຫ່ວງຄວາມປະສົງຂອງເຮົາ. ເປັນຫຍັງພວກເຈົ້າຈຶ່ງຍັງຫວັງຈະໄດ້ຮັບສິ່ງຕ່າງໆຈາກເຮົາ?

ເມື່ອເຮົາເຮັດພາລະກິດ, ເຮົາບໍ່ເຄີຍຮີບຮ້ອນ. ບໍ່ວ່າຜູ້ຄົນຈະຕິດຕາມເຮົາແນວໃດກໍ່ຕາມ, ເຮົາເຮັດພາລະກິດຂອງເຮົາຕາມຂັ້ນຕອນແຕ່ລະຂັ້ນ, ຕາມແຜນການຂອງເຮົາ. ສະນັ້ນ, ເຖິງແມ່ນວ່າພວກເຈົ້າທຸກຄົນຈະກະບົດຕໍ່ເຮົາ, ເຮົາກໍ່ຍັງເຮັດພາລະກິດໂດຍບໍ່ຢຸດເຊົາ ແລະ ເຮົາຍັງຄົງສືບຕໍ່ກ່າວພຣະທໍາທີ່ເຮົາຕ້ອງກ່າວ. ເຮົາເອີ້ນເອົາຜູ້ຄົນທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າມາສູ່ເຮືອນຂອງເຮົາ ເພື່ອວ່າພວກເຂົາອາດກາຍເປັນຜູ້ຮັບຟັງພຣະທໍາຂອງເຮົາ. ເຮົາຈະນໍາເອົາທຸກຄົນທີ່ຍອມອ່ອນນ້ອມຕໍ່ພຣະທຳຂອງເຮົາ, ຄົນທີ່ປາຖະໜາຫາພຣະທໍາຂອງເຮົາມາຢູ່ຕໍ່ໜ້າບັນລັງຂອງເຮົາ; ທຸກຄົນທີ່ຫັນຫຼັງໃສ່ພຣະທໍາຂອງເຮົາ, ຄົນທີ່ບໍ່ເຊື່ອຟັງເຮົາ ແລະ ຄົນທີ່ທ້າທາຍເຮົາຢ່າງເປີດເຜີຍ, ເຮົາຈະໂຍນລົງໄປອີກຂ້າງໜຶ່ງເພື່ອລໍຖ້າຮັບການລົງໂທດຄັ້ງສຸດທ້າຍຂອງພວກເຂົາ. ທຸກຄົນອາໄສຢູ່ທ່າມກາງຄວາມເສື່ອມຊາມ ແລະ ຢູ່ພາຍໃຕ້ມືຂອງສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ບໍ່ມີຫຼາຍຄົນໃນບັນດາຄົນທີ່ຕິດຕາມເຮົາຈະປາດຖະໜາຫາຄວາມຈິງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ໄດ້ນະມັດສະການເຮົາຢ່າງແທ້ຈິງ; ພວກເຂົາບໍ່ໄດ້ນະມັດສະການເຮົາດ້ວຍຄວາມຈິງ, ແຕ່ພະຍາຍາມຮັບເອົາຄວາມໄວ້ໃຈຂອງເຮົາຜ່ານຄວາມເສື່ອມຊາມ ແລະ ຄວາມກະບົດ, ດ້ວຍວິທີການທີ່ຫຼອກລວງ. ມັນເປັນຍ້ອນເຫດຜົນນີ້ເອງ, ເຮົາຈຶ່ງເວົ້າວ່າ: ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນທີ່ຈະຖືກເລືອກ. ຄົນທີ່ຖືກເອີ້ນມາແມ່ນເສື່ອມຊາມຢ່າງສຸດໆ ແລະ ລ້ວນແລ້ວແຕ່ຢູ່ໃນຍຸກສະໄໝດຽວກັນ, ແຕ່ຜູ້ຄົນທີ່ຖືກເລືອກເປັນພຽງສ່ວນໜຶ່ງໃນພວກເຂົາ, ພວກເຂົາແມ່ນຄົນທີ່ເຊື່ອ ແລະ ຮັບຮູ້ໃນຄວາມຈິງ ແລະ ເປັນຄົນທີ່ປະຕິບັດຄວາມຈິງ. ຄົນເຫຼົ່ານີ້ເປັນພຽງຄົນສ່ວນໜ້ອຍຈາກກຸ່ມຄົນທັງໝົດ ແລະ ເຮົາຈະໄດ້ຮັບສະຫງ່າລາສີຫຼາຍຂຶ້ນຈາກພວກເຂົາ. ໂດຍວັດແທກຈາກຄໍາເວົ້າເຫຼົ່ານີ້, ພວກເຈົ້າຮູ້ບໍວ່າພວກເຈົ້າເປັນຄົນທີ່ໄດ້ຖືກເລືອກ ຫຼື ບໍ່? ຈຸດຈົບຂອງພວກເຈົ້າຈະເປັນແນວໃດ?

ດັ່ງທີ່ເຮົາໄດ້ກ່າວແລ້ວວ່າ ຄົນທີ່ຕິດຕາມເຮົາກໍ່ມີຫຼາຍ ແຕ່ຄົນທີ່ຮັກເຮົາຢ່າງແທ້ຈິງກໍ່ມີໜ້ອຍ. ບາງເທື່ອ ບາງຄົນອາດເວົ້າວ່າ: “ຂ້ານ້ອຍຈຳເປັນຕ້ອງຈ່າຍລາຄາທີ່ຍິ່ງໃຫຍ່ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ? ຂ້ານ້ອຍຈະຕິດຕາມມາຮອດຈຸດນີ້ບໍ ຖ້າຂ້ານ້ອຍບໍ່ຮັກພຣະອົງ?” ແນ່ນອນຢູ່ແລ້ວ, ພວກເຈົ້າມີເຫດຜົນຫຼາຍຢ່າງ ແລະ ແນ່ນອນຢູ່ແລ້ວ ຄວາມຮັກຂອງພວກເຈົ້າເປັນສິ່ງທີ່ດີຫຼາຍ, ແຕ່ແມ່ນຫຍັງຄືແກ່ນແທ້ແຫ່ງຄວາມຮັກຂອງພວກເຈົ້າທີ່ມີຕໍ່ເຮົາ? ສິ່ງທີ່ເອີ້ນວ່າ “ຄວາມຮັກ” ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍານິ, ເຊິ່ງພວກເຈົ້າໃຊ້ຫົວໃຈຂອງພວກເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອກລວງ ແລະ ບໍ່ມີເລ່ລ່ຽມ. ໃນຄວາມຮັກແມ່ນບໍ່ມີການຄ້າຂາຍ ແລະ ບໍ່ມີສິ່ງທີ່ບໍ່ບໍລິສຸດ. ຖ້າເຈົ້າຮັກ, ແລ້ວເຈົ້າຈະບໍ່ຫຼອກລວງ, ຈົ່ມຕໍ່ວ່າ, ທໍລະຍົດ, ກະບົດ, ບີບບັງຄັບ ຫຼື ສະແຫວງຫາເພື່ອຮັບເອົາບາງສິ່ງບາງຢ່າງ ຫຼື ເພື່ອຮັບເອົາໃນຈໍານວນໃດໜຶ່ງ. ຖ້າເຈົ້າຮັກ, ແລ້ວເຈົ້າກໍ່ຈະອຸທິດຕົນເອງຢ່າງຍິນດີ, ທົນທຸກກັບຄວາມຍາກລໍາບາກຢ່າງຍິນດີ, ເຈົ້າຈະສາມາດເຂົ້າກັບເຮົາໄດ້, ເຈົ້າຈະປະຖິ້ມທຸກສິ່ງທີ່ເຈົ້າມີສຳລັບເຮົາ, ເຈົ້າຈະປະຖິ້ມຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜຸ່ມຂອງເຈົ້າ ແລະ ການແຕ່ງດອງຂອງເຈົ້າ. ຖ້າບໍ່ດັ່ງນັ້ນ, ຄວາມຮັກຂອງເຈົ້າກໍ່ຈະບໍ່ແມ່ນຄວາມຮັກເລີຍ, ແຕ່ເປັນການຫຼອກລວງ ແລະ ການທໍລະຍົດ! ຄວາມຮັກຂອງເຈົ້ານັ້ນເປັນຄວາມຮັກແບບໃດ? ມັນເປັນຄວາມຮັກທີ່ແທ້ຈິງບໍ? ຫຼື ບໍ່ເປັນຈິງ? ເຈົ້າໄດ້ປະຖິ້ມຫຼາຍສໍ່າໃດແລ້ວ? ເຈົ້າໄດ້ຖວາຍຫຼາຍສໍ່າໃດແລ້ວ? ເຮົາໄດ້ຮັບຄວາມຮັກຈາກເຈົ້າຫຼາຍສໍ່າໃດແລ້ວ? ເຈົ້າຮູ້ບໍ? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍສິ່ງຊົ່ວຮ້າຍ, ຄວາມທໍລະຍົດ ແລະ ການຫຼອກລວງ ແລະ ເມື່ອເປັນແນວນັ້ນ, ມີຄວາມຮັກຂອງພວກເຈົ້າຫຼາຍສໍ່າໃດທີ່ບໍ່ບໍລິສຸດ? ພວກເຈົ້າຄິດວ່າ ພວກເຈົ້າໄດ້ຍອມສະຫຼະຢ່າງພຽງພໍໃຫ້ກັບເຮົາແລ້ວ; ພວກເຈົ້າຄິດວ່າ ຄວາມຮັກຂອງພວກເຈົ້າສຳລັບເຮົາກໍ່ພຽງພໍແລ້ວ. ແຕ່ເປັນຫຍັງຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈຶ່ງມີການຕໍ່ຕ້ານ ແລະ ການຫຼອກລວງຢູ່ສະເໝີ? ພວກເຈົ້າຕິດຕາມເຮົາ ແຕ່ບໍ່ຮັບຮູ້ພຣະທໍາຂອງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ ແລ້ວກໍ່ປະຖິ້ມເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ບໍ່ໄວ້ວາງໃຈເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ສາມາດຍອມຮັບການເປັນຢູ່ຂອງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າບໍ່ໄດ້ປະຕິບັດຢ່າງເໝາະສົມກັບຜູ້ທີ່ເຮົາເປັນເຮົາ ແລະ ພວກເຈົ້າສ້າງຄວາມລໍາບາກໃຫ້ເຮົາທຸກຄັ້ງ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕິດຕາມເຮົາ, ແຕ່ພວກເຈົ້າພະຍາຍາມຕົວະ ແລະ ຫຼອກລວງເຮົາໃນທຸກໆເລື່ອງ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຮັບໃຊ້ເຮົາ, ແຕ່ພວກເຈົ້າບໍ່ຢໍາເກງເຮົາ. ສິ່ງນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າຕໍ່ຕ້ານເຮົາໃນທຸກໆເລື່ອງ ແລະ ທຸກໆສິ່ງ. ທັງໝົດນີ້ແມ່ນເອີ້ນວ່າຄວາມຮັກບໍ? ພວກເຈົ້າໄດ້ອຸທິດຫຼາຍຢ່າງ, ມັນເປັນຄວາມຈິງ ແຕ່ພວກເຈົ້າບໍ່ໄດ້ປະຕິບັດສິ່ງທີ່ເຮົາຕ້ອງການຈາກພວກເຈົ້າເລີຍ. ສິ່ງນີ້ຈະສາມາດເອີ້ນວ່າຄວາມຮັກໄດ້ບໍ? ເມື່ອພິຈາລະນາຢ່າງຖີ່ຖ້ວນແລ້ວ, ມັນກໍ່ສະແດງໃຫ້ເຫັນວ່າບໍ່ມີຄວາມຮັກແມ່ນແຕ່ເສດສ່ວນດຽວສຳລັບເຮົາພາຍໃນຕົວພວກເຈົ້າ. ຫຼັງຈາກທີ່ໄດ້ເຮັດພາລະກິດມາເປັນເວລາຫຼາຍປີ ແລະ ພຣະທໍາທັງໝົດທີ່ເຮົາໄດ້ສະໜອງໃຫ້, ພວກເຈົ້າໄດ້ຮັບຫຼາຍສໍ່າໃດແທ້ໆ? ສິ່ງນີ້ບໍ່ຄຸ້ມຄ່າໃຫ້ພວກເຈົ້າກັບໄປທົບທວນເບິ່ງບໍ? ເຮົາຂໍເຕືອນພວກເຈົ້າວ່າ: ຄົນທີ່ເຮົາເອີ້ນມາຫາເຮົາບໍ່ແມ່ນຄົນທີ່ບໍ່ເຄີຍເສື່ອມຊາມ; ໃນທາງກັບກັນ, ຄົນທີ່ເຮົາເລືອກແມ່ນຜູ້ທີ່ຮັກເຮົາຢ່າງແທ້ຈິງ. ສະນັ້ນ, ພວກເຈົ້າຕ້ອງລະມັດລະວັງໃນຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ ແລະ ໃຫ້ກວດສອບເບິ່ງເຈດຈໍານົງ ແລະ ຄວາມຄິດຂອງພວກເຈົ້າເພື່ອວ່າພວກມັນຈະບໍ່ລໍ້າເສັ້ນ. ໃນເວລາຂອງຍຸກສຸດທ້າຍ, ໃຫ້ມອບຄວາມຮັກຂອງພວກເຈົ້າຕໍ່ໜ້າເຮົາໃຫ້ຫຼາຍທີ່ສຸດ, ຖ້າບໍ່ດັ່ງນັ້ນ ຄວາມໂກດຮ້າຍຂອງເຮົາຈະບໍ່ອອກໄປຈາກພວກເຈົ້າຈັກເທື່ອ!

ກ່ອນນີ້: ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ

ຕໍ່ໄປ: ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້