ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາບໍ່ຄິດວ່າອ້າຍເອື້ອຍນ້ອງຄົນໃດໜຶ່ງຈະເວົ້າວ່າ ພວກເຂົາບໍ່ປາຖະໜາຢາກເຫັນ ຫຼື ຢູ່ກັບພຣະເຢຊູ. ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຢຊູ ນັ້ນກໍ່ຄື ກ່ອນທີ່ພວກເຈົ້າຈະໄດ້ເຫັນພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ, ພວກເຈົ້າອາດມີແນວຄິດຕ່າງໆນາໆກ່ຽວກັບພຣະອົງ ຕົວຢ່າງ: ກ່ຽວກັບຮູບລັກສະນະຂອງພຣະເຢຊູ, ວິທີການເວົ້າຂອງພຣະອົງ, ວິຖີຊີວິດຂອງພຣະອົງ ແລະ ອື່ນໆ. ແຕ່ຫຼັງຈາກທີ່ພວກເຈົ້າໄດ້ເຫັນພຣະອົງຢ່າງແທ້ຈິງແລ້ວ, ແນວຄິດຂອງພວກເຈົ້າກໍ່ຈະປ່ຽນໄປຢ່າງໄວວາ. ເປັນຫຍັງຈິ່ງເປັນແນວນີ້? ພວກເຈົ້າຢາກຮູ້ບໍ? ຄວາມຄິດຂອງມະນຸດແມ່ນບໍ່ສາມາດເບິ່ງຂ້າມໄດ້ ເຊິ່ງເປັນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ແກ່ນແທ້ຂອງພຣະຄຣິດບໍ່ຍອມໃຫ້ມະນຸດມາປ່ຽນແປງໄດ້. ພວກເຈົ້າຄິດວ່າພຣະຄຣິດເປັນອຳມະຕະ ຫຼື ນັກປາດ, ແຕ່ບໍ່ມີໃຜພິຈາລະນາວ່າພຣະອົງເປັນມະນຸດທໍາມະດາທີ່ມີແກ່ນແທ້ຂອງພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ຫຼາຍຄົນທີ່ສະແຫວງຫາໝົດມື້ໝົດຄືນເພື່ອຈະໄດ້ເຫັນພຣະເຈົ້ານັ້ນກໍ່ເປັນສັດຕູຂອງພຣະເຈົ້າແທ້ໆ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້. ນີ້ບໍ່ແມ່ນຄວາມຜິດພາດໃນສ່ວນຂອງມະນຸດບໍ? ແມ່ນແຕ່ໃນເວລານີ້ ພວກເຈົ້າກໍ່ຍັງຄິດວ່າ ຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງພວກເຈົ້າແມ່ນພຽງພໍທີ່ຈະເຮັດໃຫ້ພວກເຈົ້າໄດ້ເຫັນໃບໜ້າຂອງພຣະຄຣິດ, ແຕ່ເຮົາຂໍແນະນໍາໃຫ້ພວກເຈົ້າປະກອບຕົນເອງອີກຫຼາຍຢ່າງທີ່ເປັນຈິງກວ່ານີ້! ສຳລັບໃນອະດີດ, ປັດຈຸບັນ ແລະ ໃນອະນາຄົດ, ຫຼາຍຄົນຜູ້ທີ່ໄດ້ເຂົ້າມາພົວພັນກັບພຣະຄຣິດໄດ້ລົ້ມເຫຼວ ແລະ ຈະລົ້ມເຫຼວ; ພວກເຂົາທຸກຄົນເຮັດບົດບາດເປັນພວກຟາຣິຊາຍ. ເຫດຜົນສຳລັບຄວາມລົ້ມເຫຼວຂອງພວກເຈົ້າແມ່ນຫຍັງ? ມັນເປັນຍ້ອນວ່າມີພຣະເຈົ້າທີ່ສູງສົ່ງ ແລະ ສົມຄວນໄດ້ຮັບການສັນລະເສີນແທ້ໆໃນແນວຄິດຂອງພວກເຈົ້າ. ແຕ່ຄວາມຈິງບໍ່ໄດ້ເປັນດັ່ງທີ່ມະນຸດຄາດຫວັງໄວ້ເລີຍ. ພຣະຄຣິດບໍ່ພຽງແຕ່ບໍ່ໄດ້ສູງສົ່ງເທົ່ານັ້ນ, ແຕ່ພຣະອົງຍັງຕ້ອຍຕໍ່າເປັນພິເສດ; ພຣະອົງບໍ່ພຽງແຕ່ເປັນມະນຸດເທົ່ານັ້ນ, ແຕ່ພຣະອົງຍັງເປັນມະນຸດທຳມະດາ; ພຣະອົງບໍ່ພຽງແຕ່ບໍ່ສາມາດຂຶ້ນສູ່ສະຫວັນໄດ້, ແຕ່ພຣະອົງເຖິງກັບບໍ່ສາມາດເຄື່ອນໄຫວໄປມາໄດ້ຢ່າງເສລີເທິງແຜ່ນດິນໂລກ. ແລ້ວເມື່ອເປັນແບບນັ້ນ, ຜູ້ຄົນຈຶ່ງປະຕິບັດຕໍ່ພຣະອົງຄືກັບທີ່ພວກເຂົາປະຕິບັດຕໍ່ມະນຸດທຳມະດາຄົນໜຶ່ງ; ເມື່ອພວກເຂົາຢູ່ກັບພຣະອົງ ພວກເຂົາກໍ່ປະຕິບັດຕໍ່ພຣະອົງໂດຍເປັນກັນເອງ ແລະ ເວົ້າກັບພຣະອົງໂດຍບໍ່ສົນໃຈຫຍັງ, ໃນຂະນະດຽວກັນກໍ່ຍັງລໍຖ້າການມາຂອງ “ພຣະຄຣິດທີ່ແທ້ຈິງ” ຢູ່ຕະຫຼອດເວລາ. ພວກເຈົ້າຖືພຣະຄຣິດທີ່ສະເດັດມາແລ້ວຄືກັບມະນຸດທຳມະດາຄົນໜຶ່ງ ແລະ ຖືພຣະທໍາຂອງພຣະອົງຄືກັບຄຳເວົ້າຂອງມະນຸດທຳມະດາຄົນໜຶ່ງ. ດ້ວຍເຫດນີ້, ພວກເຈົ້າຈິ່ງບໍ່ໄດ້ຮັບຫຍັງຈາກພຣະຄຣິດ ແລະ ກົງກັນຂ້າມ ຍັງໄດ້ສະແດງຄວາມໜ້າລັງກຽດທັງໝົດຂອງພວກເຈົ້າອອກມາໃຫ້ເຫັນອີກດ້ວຍ.

ກ່ອນການຕິດຕໍ່ພົວພັນກັບພຣະຄຣິດ, ເຈົ້າອາດຈະເຊື່ອວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງໄປໝົດແລ້ວ, ເຈົ້າຄືຜູ້ຕິດຕາມທີ່ຈົງຮັກພັກດີຂອງພຣະຄຣິດ, ບໍ່ມີຜູ້ໃດທີ່ສົມຄວນຈະໄດ້ຮັບພອນຈາກພຣະຄຣິດໄປຫຼາຍກວ່າເຈົ້າແລ້ວ ແລະ ຫຼັງຈາກທີ່ໄດ້ເດີນທາງຫຼາຍເສັ້ນທາງ, ໄດ້ສໍາເລັດວຽກງານຫຼາຍຢ່າງ ແລະ ເກີດໝາກຜົນຢ່າງຫຼວງຫຼາຍ, ເຈົ້າຈະເປັນຄົນໜຶ່ງໃນບັນດາຜູ້ທີ່ຈະໄດ້ຮັບມົງກຸດໃນທີ່ສຸດຢ່າງແນ່ນອນ. ແຕ່ມີຄວາມຈິງໜຶ່ງຢ່າງທີ່ເຈົ້າອາດຈະບໍ່ຮູ້: ອຸປະນິໄສເສື່ອມຊາມຂອງມະນຸດ ແລະ ຄວາມກະບົດ ແລະ ການຕໍ່ຕ້ານຂອງເຂົາໄດ້ຖືກເປີດໂປງອອກມາ ເມື່ອເຂົາພົບກັບພຣະຄຣິດ ແລະ ຄວາມກະບົດ ແລະ ການຕໍ່ຕ້ານທີ່ຖືກເປີດໂປງໃນປັດຈຸບັນແມ່ນຖືກເປີດໂປງຢ່າງຈະແຈ້ງ ແລະ ສົມບູນກວ່າເວລາຊ່ວງອື່ນ. ມັນເປັນຍ້ອນວ່າ ພຣະຄຣິດຄືບຸດມະນຸດ ນັ້ນກໍ່ຄື ບຸດມະນຸດທີ່ມີຄວາມເປັນມະນຸດທຳມະດາ, ມະນຸດຈຶ່ງບໍ່ໃຫ້ກຽດ ຫຼື ເຄົາລົບພຣະອົງ. ມັນເປັນຍ້ອນວ່າ ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ຄວາມກະບົດຂອງມະນຸດຈິ່ງເປີດເຜີຍອອກຢ່າງຈະແຈ້ງ ແລະ ຢ່າງລາຍລະອຽດທີ່ສຸດ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ການມາຂອງພຣະຄຣິດແມ່ນໄດ້ເປີດເຜີຍຄວາມກະບົດທັງໝົດຂອງມະນຸດ ແລະ ໄດ້ປ່ຽນແປງທາດແທ້ຂອງມະນຸດຊາດຢ່າງແທ້ຈິງ. ສິ່ງນີ້ແມ່ນເອີ້ນວ່າ “ການລໍ້ເສືອລົງຈາກພູເຂົາ” ແລະ “ການລໍ້ໝາປ່າອອກຈາກຖໍ້າຂອງມັນ”. ເຈົ້າກ້າເວົ້າວ່າ ເຈົ້າຈົງຮັກພັກດີຕໍ່ພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າສະແດງຄວາມເຊື່ອຟັງຢ່າງແທ້ຈິງຕໍ່ພຣະເຈົ້າບໍ? ເຈົ້າກ້າເວົ້າວ່າ ເຈົ້າບໍ່ໄດ້ກະບົດບໍ່? ບາງຄົນຈະບອກວ່າ “ເມື່ອໃດກໍ່ຕາມທີ່ພຣະເຈົ້າຈັດສາກໃຫ້ຂ້ານ້ອຍຢູ່ໃນກັບສະພາບແວດລ້ອມໃໝ່, ຂ້ານ້ອຍກໍ່ຈະຍອມຮັບໂດຍບໍ່ຈົ່ມຕໍ່ວ່າ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ສະແດງແນວຄິດຫຍັງກ່ຽວກັບພຣະເຈົ້າ”. ບາງຄົນຈະເວົ້າວ່າ “ບໍ່ວ່າພຣະເຈົ້າຈະມອບວຽກອັນໃດໃຫ້ກັບຂ້ານ້ອຍ, ຂ້ານ້ອຍກໍ່ຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ ແລະ ບໍ່ປະໝາດຈັກເທື່ອ”. ໃນກໍລະນີນັ້ນ, ເຮົາຂໍຖາມພວກເຈົ້າແດ່ວ່າ: ໃນເວລາທີ່ພວກເຈົ້າດຳລົງຊີວິດຮ່ວມກັບພຣະຄຣິດ ພວກເຈົ້າສາມາດເຂົ້າກັບພຣະອົງໄດ້ບໍ? ແລ້ວພວກເຈົ້າຈະສາມາດເຂົ້າກັບພຣະອົງໄດ້ດົນປານໃດ? ໜຶ່ງມື້? ສອງມື້? ໜຶ່ງຊົ່ວໂມງ? ສອງຊົ່ວໂມງ? ຄວາມເຊື່ອຂອງພວກເຈົ້າອາດຈະເປັນຕາສັນລະເສີນ, ແຕ່ພວກເຈົ້າບໍ່ມີຄວາມໝັ້ນຄົງຫຍັງເລີຍ. ຫຼັງຈາກທີ່ເຈົ້າໄດ້ດຳເນີນຊີວິດຢູ່ກັບພຣະຄຣິດຢ່າງແທ້ຈິງແລ້ວ, ການຖືວ່າຕົນເອງຊອບທຳ ແລະ ການຖືວ່າຕົນເອງສຳຄັນກໍ່ຈະຖືກເປີດໂປງຜ່ານຄຳເວົ້າ ແລະ ການກະທຳຂອງເຈົ້າເທື່ອລະໜ້ອຍ ແລະ ຄວາມຕ້ອງການທີ່ໂອຫັງ, ຊຸດຄວາມຄິດທີ່ບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງເຈົ້າກໍ່ຈະຄ່ອຍໆຖືກເປີດເຜີຍອອກມາໃຫ້ເຫັນໂດຍທຳມະຊາດເຊັ່ນກັນ. ສຸດທ້າຍ, ຄວາມອວດດີຂອງເຈົ້າກໍ່ຈະຮ້າຍແຮງຂຶ້ນ, ຈົນເຈົ້າຕໍ່ຕ້ານພຣະຄຣິດຫຼາຍຂຶ້ນປຽບຄືນໍ້າກັບໄຟ ແລະ ແລ້ວທຳມະຊາດຂອງເຈົ້າກໍ່ຈະຖືກເປີດເຜີຍອອກມາຢ່າງສົມບູນ. ໃນເວລານັ້ນ, ຄວາມຄິດຂອງເຈົ້າຈະບໍ່ສາມາດປົກປິດໄດ້ອີກຕໍ່ໄປ, ການຈົ່ມຕໍວ່າກໍ່ຈະປາກົດຂຶ້ນໂດຍທຳມະຊາດ ແລະ ຄວາມເປັນມະນຸດທີ່ເສື່ອມເສຍຂອງເຈົ້າກໍ່ຈະຖືກເປີດໂປງອອກມາຢ່າງສົມບູນເຊັ່ນກັນ. ເຖິງແນວໃດກໍ່ຕາມ, ແມ່ນແຕ່ໃນເມື່ອນັ້ນ ເຈົ້າກໍ່ຍັງປະຕິເສດທີ່ຈະຮັບຮູ້ຄວາມກະບົດຂອງເຈົ້າເອງ ໂດຍເຊື່ອວ່າພຣະຄຣິດໃນຮູບລັກສະນະນີ້ແມ່ນຍາກທີ່ມະນຸດຈະຍອມຮັບເອົາ, ພຣະອົງເຂັ້ມງວດກັບມະນຸດເກີນໄປ ແລະ ຖ້າພຣະອົງເປັນພຣະຄຣິດທີ່ມີຄວາມເມດຕາກວ່ານີ້ ເຈົ້າຈະຍອມຮັບເອົາທັງໝົດ. ພວກເຈົ້າເຊື່ອວ່າ ຄວາມກະບົດຂອງພວກເຈົ້າແມ່ນມີເຫດຜົນ, ພວກເຈົ້າພຽງແຕ່ກະບົດຕໍ່ພຣະອົງ ເມື່ອພຣະອົງໄດ້ບີບບັງຄັບພວກເຈົ້າເກີນໄປ. ພວກເຈົ້າບໍ່ເຄີຍພິຈາລະນາວ່າພວກເຈົ້າບໍ່ໄດ້ເບິ່ງວ່າພຣະຄຣິດເປັນພຣະເຈົ້າ, ພວກເຈົ້າບໍ່ເຄີຍມີເຈດຕະນາທີ່ຈະເຊື່ອຟັງພຣະອົງແມ່ນແຕ່ຄັ້ງດຽວ. ກົງກັນຂ້າມ, ເຈົ້າຢືນຢັນຢ່າງຫົວດື້ວ່າພຣະຄຣິດດຳເນີນພາລະກິດໂດຍອີງຕາມຄວາມປາດຖະໜາຂອງເຈົ້າເອງ ແລະ ທັນທີທີ່ພຣະອົງເຮັດສິ່ງໃດໜຶ່ງທີ່ຂັດແຍ່ງກັບຄວາມຄິດຂອງເຈົ້າເອງ, ເຈົ້າກໍ່ເຊື່ອວ່າພຣະອົງບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ບໍ່ໄດ້ມີຫຼາຍຄົນໃນບັນດາພວກເຈົ້າທີ່ໂຕ້ຖຽງກັບພຣະອົງໃນລັກສະນະນີ້ບໍ? ໃນທີ່ສຸດແລ້ວ ພວກເຈົ້າເຊື່ອໃຜ? ແລ້ວພວກເຈົ້າສະແຫວງຫາໃນລັກສະນະໃດ?

ພວກເຈົ້າປາດຖະໜາຢາກເຫັນພຣະຄຣິດຢູ່ຕະຫຼອດ, ແຕ່ເຮົາວິງວອນໃຫ້ພວກເຈົ້າບໍ່ຄວນໃຫ້ຄວາມເຄົາລົບນັບຖືຕົນເອງສູງແບບນັ້ນ; ຄົນໃດໜຶ່ງອາດຈະເຫັນພຣະຄຣິດ, ແຕ່ເຮົາບອກວ່າບໍ່ມີໃຜສົມຄວນໄດ້ເຫັນພຣະຄຣິດ. ເພາະວ່າທຳມະຊາດຂອງມະນຸດແມ່ນເຕັມລົ້ນໄປດ້ວຍຄວາມຊົ່ວຮ້າຍ, ຄວາມອວດດີ ແລະ ຄວາມກະບົດ, ໃນຊ່ວງເວລາທີ່ເຈົ້າເຫັນພຣະຄຣິດ, ທຳມະຊາດຂອງເຈົ້າກໍ່ຈະທຳລາຍເຈົ້າ ແລະ ລົງໂທດເຈົ້າຈົນຕາຍ. ການພົວພັນຂອງເຈົ້າກັບອ້າຍນ້ອງ (ຫຼື ເອື້ອຍນ້ອງ) ອາດຈະບໍ່ສະແດງຫຼາຍຢ່າງກ່ຽວກັບເຈົ້າ, ແຕ່ມັນບໍ່ແມ່ນເລື່ອງງ່າຍເມື່ອເຈົ້າພົວພັນກັບພຣະຄຣິດ. ໃນເວລາໃດໜຶ່ງ, ຄວາມຄິດຂອງເຈົ້າອາດຢັງຮາກ, ຄວາມອວດດີຂອງເຈົ້າຈະເລີ່ມງອກເງີຍ ແລະ ຄວາມກະບົດຂອງເຈົ້າກໍ່ຈະເກີດໝາກ. ເຈົ້າຜູ້ທີ່ມີຄວາມເປັນມະນຸດດັ່ງກ່າວຈະເໝາະສົມທີ່ຈະພົວພັນກັບພຣະຄຣິດໄດ້ແນວໃດ? ເຈົ້າສາມາດປະຕິບັດຕໍ່ພຣະອົງເໝືອນດັ່ງພຣະອົງເປັນພຣະເຈົ້າໃນທຸກຊ່ວງເວລາຂອງທຸກໆມື້ຢ່າງແທ້ຈິງໄດ້ບໍ? ເຈົ້າມີຄວາມເປັນຈິງໃນການຍອມຕາມພຣະເຈົ້າຢ່າງແທ້ຈິງບໍ? ພວກເຈົ້ານະມັດສະການພຣະເຈົ້າອົງສູງສົ່ງທີ່ຢູ່ພາຍໃນຫົວໃຈຂອງພວກເຈົ້າວ່າເປັນພຣະເຢໂຮວາ, ໃນຂະນະທີ່ຖືພຣະຄຣິດທີ່ສາມາດເບິ່ງເຫັນໄດ້ວ່າເປັນພຽງມະນຸດຄົນໜຶ່ງ. ຄວາມຮູ້ສຶກຂອງພວກເຈົ້າຕໍ່າເກີນໄປ ແລະ ຄວາມເປັນມະນຸດຂອງພວກເຈົ້າເສື່ອມເສຍເກີນໄປ! ພວກເຈົ້າບໍ່ສາມາດນັບຖືວ່າພຣະຄຣິດເປັນພຣະເຈົ້າຢູ່ສະເໝີ; ພຽງແຕ່ບາງກາລະໂອກາດເທົ່ານັ້ນ, ເມື່ອມັນເປັນໄປຕາມຈິນຕະນາການຂອງພວກເຈົ້າ, ເຈົ້າກໍ່ຮັບເອົາພຣະອົງ ແລະ ນະມັດສະການພຣະອົງໃຫ້ເປັນພຣະເຈົ້າ. ນີ້ແມ່ນເຫດຜົນທີ່ເຮົາເວົ້າວ່າພວກເຈົ້າບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າ ແຕ່ແມ່ນກຸ່ມຜູ້ສົມຮູ້ຮ່ວມຄິດທີ່ຕໍ່ສູ້ພຣະຄຣິດ. ແມ່ນແຕ່ມະນຸດຜູ້ທີ່ສະແດງຄວາມເມດຕາຕໍ່ກັບຜູ້ອື່ນກໍ່ຍັງໄດ້ຮັບການຕອບແທນ, ແຕ່ພຣະຄຣິດຜູ້ທີ່ໄດ້ກະທໍາພາລະກິດດັ່ງກ່າວໃຫ້ກັບພວກເຈົ້າພັດບໍ່ໄດ້ຮັບຄວາມຮັກຈາກມະນຸດ ຫຼື ການຕອບແທນ ແລະ ການຍອມອ່ອນນ້ອມຈາກມະນຸດເລີຍ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າສະລົດໃຈບໍ?

ມັນອາດຈະເປັນຍ້ອນວ່າໃນຕະຫຼອດເວລາຫຼາຍປີທີ່ເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ເຄີຍສາບແຊ່ງຜູ້ໃດ ຫຼື ກະທຳການທີ່ບໍ່ດີໃດໆ, ແຕ່ໃນການພົວພັນຂອງເຈົ້າກັບພຣະຄຣິດ, ເຈົ້າບໍ່ສາມາດເວົ້າຄວາມຈິງ, ປະຕິບັດຢ່າງຊື່ສັດ ຫຼື ເຊື່ອຟັງພຣະທໍາຂອງພຣະຄຣິດ; ໃນກໍລະນີນັ້ນ, ເຮົາບອກໄດ້ເລີຍວ່າເຈົ້າເປັນບຸກຄົນທີ່ຊົ່ວຮ້າຍ ແລະ ຊົ່ວຊ້າທີ່ສຸດໃນໂລກ. ເຈົ້າອາດຈະເປັນມິດເປັນພິເສດ ແລະ ອຸທິດຕົນຕໍ່ຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ, ແຕ່ຖ້າເຈົ້າບໍ່ສາມາດເຂົ້າກັບພຣະຄຣິດໄດ້, ຖ້າເຈົ້າບໍ່ສາມາດມີປະຕິສຳພັນຢ່າງສະໝານສັນກັບພຣະອົງໄດ້, ແລ້ວເຖິງແມ່ນວ່າເຈົ້າຈະເສຍສະຫຼະທຸກສິ່ງຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າຢ່າງຮອບດ້ານ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນກໍ່ຍັງເປັນຄົນທີ່ເຕັມໄປດ້ວຍການຫຼອກລວງ. ຢ່າຄິດວ່າຕົນເອງສາມາດເຂົ້າກັບພຣະຄຣິດໄດ້ພຽງແຕ່ຍ້ອນວ່າເຈົ້າເຂົ້າກັບຄົນອື່ນໄດ້ດີ ຫຼື ເຮັດການກະທຳທີ່ດີພຽງສອງສາມຢ່າງເທົ່ານັ້ນ. ເຈົ້າຄິດວ່າເຈດຕະນາທີ່ເຕັມໄປດ້ວຍກຸສົນຂອງເຈົ້າຈະສາມາດຫຼອກລວງພອນຈາກສະຫວັນບໍ? ເຈົ້າຄິດວ່າການເຮັດດີສອງສາມຢ່າງຈະທົດແທນຄວາມເຊື່ອຟັງຂອງເຈົ້າໄດ້ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດຍອມຮັບເອົາການຖືກຈັດການ ແລະ ລິຮານ ແລະ ພວກເຈົ້າທຸກຄົນກໍ່ເຫັນວ່າມັນຫຍຸ້ງຍາກທີ່ຈະຮັບເອົາຄວາມເປັນມະນຸດປົກກະຕິຂອງພຣະຄຣິດ, ເຖິງແມ່ນວ່າເຈົ້າກຳລັງປ່າວປະກາດການເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າຢູ່ກໍ່ຕາມ. ຄວາມເຊື່ອດັ່ງກ່າວຂອງພວກເຈົ້າຈະກໍ່ໃຫ້ເກີດຜົນກຳສະໜອງທີ່ເໝາະສົມ. ຢຸດມົວເມົາກັບພາບລວງຕາທີ່ເພີ້ຝັນ ແລະ ຄວາມປາດຖະໜາຢາກເຫັນພຣະຄຣິດໄດ້ແລ້ວ, ຍ້ອນພວກເຈົ້າມີວຸດທິພາວະທີ່ຕໍ່າເກີນໄປ, ຫຼາຍຈົນວ່າພວກເຈົ້າເຖິງກັບບໍ່ສົມຄວນທີ່ຈະເຫັນພຣະອົງ. ເມື່ອເຈົ້າກຳຈັດຄວາມກະບົດຂອງເຈົ້າໃຫ້ໝົດສິ້ນ ແລະ ສາມາດເຂົ້າກັບພຣະຄຣິດໄດ້ຢ່າງສະໝານສັນ, ໃນຊ່ວງເວລານັ້ນ ພຣະເຈົ້າຈະປາກົດໃຫ້ເຈົ້າເຫັນໂດຍທຳມະຊາດ. ຖ້າເຈົ້າໄປພົບພຣະເຈົ້າໂດຍບໍ່ໄດ້ຜ່ານການລິຮານ ຫຼື ການພິພາກສາ, ແລ້ວເຈົ້າຈະກາຍເປັນປໍລະປັກຕໍ່ພຣະເຈົ້າ ແລະ ຖືກລົງໂທດໃຫ້ພິນາດຢ່າງແນ່ນອນ. ທຳມະຊາດຂອງມະນຸດຄືການເປັນປໍລະປັກຕໍ່ພຣະເຈົ້າໂດຍກຳເນີດ ເພາະມະນຸດທຸກຄົນໄດ້ຖືກຄອບງຳໂດຍຄວາມເສື່ອມຊາມທີ່ສຸດຂອງຊາຕານ. ຖ້າມະນຸດພະຍາຍາມພົວພັນກັບພຣະເຈົ້າຈາກທ່າມກາງຄວາມເສື່ອມຊາມຂອງເຂົາເອງ, ແນ່ນອນວ່າ ມັນບໍ່ມີຫຍັງດີເກີດຂຶ້ນຈາກສິ່ງນີ້ໄດ້; ການກະທຳ ແລະ ຄຳເວົ້າຂອງເຂົາຈະເປີດເຜີຍເຖິງຄວາມເສື່ອມຊາມຂອງເຂົາໃນທຸກດ້ານ ແລະ ໃນການພົວພັນກັບພຣະເຈົ້າ ຄວາມກະບົດຂອງມະນຸດກໍ່ຈະຖືກເປີດເຜີຍອອກມາໃນທຸກໆດ້ານ. ມະນຸດມາຕໍ່ຕ້ານພຣະຄຣິດ, ຫຼອກລວງພຣະຄຣິດ ແລະ ປະຖິ້ມພຣະຄຣິດໂດຍບໍ່ຮູ້ຕົວ; ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດຍິ່ງຈະຢູ່ໃນສະພາບທີ່ອັນຕະລາຍທີ່ສຸດ ແລະ ຖ້າສິ່ງນີ້ຍັງສືບຕໍ່, ເຂົາຈະກາຍມາເປັນເປົ້າໝາຍທີ່ຈະຖືກລົງໂທດ.

ບາງຄົນອາດຈະເຊື່ອວ່າ ຖ້າການພົວພັນກັບພຣະເຈົ້າອັນຕະລາຍຫຼາຍ ແລ້ວມັນກໍ່ອາດຈະເປັນການສະຫຼາດກວ່າທີ່ຈະຢູ່ຫ່າງພຣະເຈົ້າ. ຄົນແບບນີ້ຈະສາມາດໄດ້ຮັບຫຍັງໄດ້ແດ່? ພວກເຂົາສາມາດຊື່ສັດຕໍ່ພຣະເຈົ້າໄດ້ບໍ? ແນ່ນອນວ່າ ການພົວພັນກັບພຣະເຈົ້າເປັນເລື່ອງຫຍຸ້ງຍາກຫຼາຍ ແຕ່ທັງໝົດນັ້ນກໍ່ເປັນຍ້ອນມະນຸດເສື່ອມຊາມ, ບໍ່ແມ່ນຍ້ອນພຣະເຈົ້າບໍ່ສາມາດພົວພັນກັບເຂົາໄດ້. ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າທີ່ຈະອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມຮັກໄຄ່ຈາກພຣະເຈົ້າ? ເປັນຫຍັງອຸປະນິໄສຂອງພວກເຈົ້າຈິ່ງເປັນຕາລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີອອກໜ້ອຍໜຶ່ງ, ພວກເຈົ້າກໍ່ຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກນ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມເຊື່ອຟັງພຽງເລັກນ້ອຍ ແລະ ເລີ່ມດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ບາງຢ່າງພຽງເລັກນ້ອຍ. ເພື່ອຮັບເອົາພຣະເຈົ້າ, ເຈົ້າຮ້ອງຂໍເອົາເງິນ, ຂອງຂວັນ ແລະ ຄຳຍ້ອງຍໍ. ມັນເຮັດໃຫ້ເຈົ້າໜັກໃຈໃນການໃຫ້ໜຶ່ງ ຫຼື ສອງຫຼຽນ; ໃນເວລາທີ່ເຈົ້າໃຫ້ສິບຫຼຽນ, ເຈົ້າປາດຖະໜາຢາກໄດ້ພອນ ແລະ ໄດ້ຮັບການປະຕິບັດນໍາຢ່າງພິເສດ. ຄວາມເປັນມະນຸດແບບນີ້ຂອງພວກເຈົ້າແມ່ນເປັນໜ້າລັງກຽດທີ່ສຸດທີ່ຈະເວົ້າເຖິງ ຫຼື ຮັບຟັງ. ມີອັນໃດທີ່ສົມຄວນໄດ້ຮັບການສັນລະເສີນໃນຄຳເວົ້າ ແລະ ການກະທຳຂອງພວກເຈົ້າແດ່? ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ໄດ້ບໍລິຈາກ; ຜູ້ທີ່ເທດສະໜາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ມະນຸດທຸກຄົນທີ່ເປັນແບບນີ້ໄດ້ສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນວ່າສິ່ງນີ້ເປັນຕາຢາກຫົວບໍ? ໂດຍຮູ້ດີຢູ່ແລ້ວວ່າພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຢ່າງໃດກໍ່ຕາມ ພວກເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ໂດຍຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີຄວາມດີຄວາມງາມຫຍັງເລີຍ ແຕ່ພວກເຈົ້າກໍ່ຍັງຢາກໂອ້ອວດຄືເກົ່າ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ? ດ້ວຍຄວາມສໍານຶກແບບນີ້, ພວກເຈົ້າຈະເໝາະສົມທີ່ຈະພົວພັນກັບພຣະເຈົ້າໄດ້ແນວໃດ? ພວກເຈົ້າບໍ່ຢ້ານຕົນເອງໃນຊ່ວງຫົວລ້ຽວຫົວຕໍ່ນີ້ບໍ? ອຸປະນິໄສຂອງພວກເຈົ້າໄດ້ເສື່ອມໂຊມເຖິງຈຸດທີ່ພວກເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້ແລ້ວ. ຖ້າເປັນເຊັ່ນນັ້ນ, ຄວາມເຊື່ອຂອງພວກເຈົ້າກໍ່ບໍ່ເປັນຕາຫົວບໍ? ຄວາມເຊື່ອຂອງພວກເຈົ້າບໍ່ໄດ້ຜິດປົກກະຕິບໍ? ແລ້ວພວກເຈົ້າຈະຈັດການກັບອະນາຄົດຂອງພວກເຈົ້າແນວໃດ? ພວກເຈົ້າຈະເລືອກເສັ້ນທາງໃຫ້ກ້າວຍ່າງແນວໃດ?

ກ່ອນນີ້: ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ຕໍ່ໄປ: ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ໃນປັດຈຸບັນນີ້ ມີຫຼາຍຄົນທີ່ເຊື່ອໃນລັກສະນະທີ່ສັບສົນ. ພວກເຈົ້າມີຄວາມຢາກຮູ້ຢາກເຫັນຫຼາຍເກີນໄປ, ມີຄວາມປາຖະໜາຢາກໄດ້ພອນຫຼາຍເກີນໄປ ແລະ...

ການປະຕິບັດ (2)

ໃນເວລາທີ່ຜ່ານມາ, ຜູ້ຄົນຝຶກຝົນຕົນເອງເພື່ອໃຫ້ຢູ່ກັບພຣະເຈົ້າ ແລະ ດຳລົງຊີວິດພາຍໃນວິນຍານໃນທຸກຊ່ວງເວລາ. ເມື່ອປຽບທຽບກັບການປະຕິບັດໃນປັດຈຸບັນ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້