4. ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ; ເປັນຫຍັງພຣະອົງຈຶ່ງຕ້ອງບັງເກີດເປັນມະນຸດ ແລະ ປະຕິບັດດ້ວຍຕົວພຣະອົງເອງ?
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ... ແລະ ໄດ້ຊົງປະທານສິດອຳນາດໃຫ້ພຣະອົງເພື່ອເຮັດການພິພາກສານໍາ ເພາະວ່າພຣະອົງເປັນບຸດມະນຸດ” (ໂຢຮັນ 5:22, 27).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ໂດຍທຳມະຊາດແລ້ວມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ; ມະນຸດບໍ່ສາມາດປະຕິບັດມັນແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະມະນຸດຊາດ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ພຣະຄຣິດແຫ່ງຍຸກສຸດທ້າຍຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ
ພຣະຄຣິສແຫ່ງຍຸກສຸດທ້າຍໃຊ້ຄວາມຈິງທີ່ຫຼາກຫຼາຍເພື່ອສອນມະນຸດ, ເພື່ອເປີດໂປງແກ່ນສານຂອງມະນຸດ ແລະ ເພື່ອໄຈ້ແຍກຄຳເວົ້າ ແລະ ການກະທຳຂອງມະນຸດ. ພຣະທຳເຫຼົ່ານີ້ປະກອບດ້ວຍຄວາມຈິງຕ່າງໆ ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີທີ່ມະນຸດຄວນຈະອ່ອນນ້ອມຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນຈະໃຊ້ຊີວິດທີ່ເປັນຄວາມເປັນມະນຸດປົກກະຕິ, ພ້ອມທັງສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ. ພຣະທຳເຫຼົ່ານີ້ທັງໝົດແມ່ນມຸ່ງໄປທີ່ແກ່ນສານຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຂົາ. ໂດຍສະເພາະຢ່າງຍິ່ງ, ພຣະທຳທີ່ເປີດໂປງວິທີທີ່ມະນຸດປະຕິເສດພຣະເຈົ້າ ແມ່ນຍິ່ງມຸ່ງໄປທີ່ວ່າ ມະນຸດເປັນຕົວແທນຂອງຊາຕານ ແລະ ເປັນກຳລັງຂອງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການດຳເນີນພາລະກິດແຫ່ງການພິພາກສາຂອງພຣະອົງ, ພຣະເຈົ້າບໍ່ໄດ້ອະທິບາຍທຳມະຊາດຂອງມະນຸດຢ່າງຄົບຖ້ວນດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ; ພຣະອົງເປີດໂປງ ແລະ ລິຮານໃນໄລຍະຍາວ. ວິທີການເປີດໂປງ ແລະ ການລິຮານທີ່ແຕກຕ່າງກັນທັງໝົດເຫຼົ່ານີ້ ບໍ່ສາມາດຖືກທົດແທນດ້ວຍຄຳເວົ້າທຳມະດາໄດ້, ແຕ່ແມ່ນຄວາມຈິງທີ່ມະນຸດບໍ່ມີຢ່າງເດັດຂາດຕ່າງຫາກ ທີ່ຖືກນຳໃຊ້ເພື່ອດຳເນີນວຽກງານແຫ່ງການເປີດໂປງ ແລະ ການລິຮານນີ້. ມີພຽງແຕ່ວິທີການເຊັ່ນນີ້ເທົ່ານັ້ນທີ່ສາມາດຖືກເອີ້ນວ່າການພິພາກສາ; ມີພຽງແຕ່ຜ່ານການພິພາກສາປະເພດນີ້ເທົ່ານັ້ນ ມະນຸດຈຶ່ງຈະຖືກປາບ ແລະ ເຊື່ອຢ່າງໝົດໃຈຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສິ່ງທີ່ພາລະກິດແຫ່ງການພິພາກສານຳມາກໍຄື ຄວາມເຂົ້າໃຈຂອງມະນຸດກ່ຽວກັບຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບຄວາມກະບົດຂອງຕົນເອງ. ພາລະກິດແຫ່ງການພິພາກສາໄດ້ເຮັດໃຫ້ມະນຸດໄດ້ຮັບຄວາມເຂົ້າໃຈຫຼາຍຢ່າງກ່ຽວກັບເຈດຕະນາຂອງພຣະເຈົ້າ, ກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບຄວາມລີ້ລັບທີ່ເຂົາບໍ່ສາມາດເຂົ້າໃຈໄດ້. ພາລະກິດນີ້ຍັງໄດ້ເຮັດໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຮາກເຫງົ້າຂອງຄວາມເສື່ອມຊາມຂອງເຂົາ, ພ້ອມທັງໄດ້ຄົ້ນພົບຕົວຕົນທີ່ໜ້າກຽດຂອງເຂົາ. ຜົນຮັບເຫຼົ່ານີ້ທັງໝົດແມ່ນເກີດຈາກພາລະກິດແຫ່ງການພິພາກສາ, ເພາະແກ່ນແທ້ຂອງພາລະກິດນີ້ ທີ່ຈິງແລ້ວກໍຄືພາລະກິດແຫ່ງການເປີດເຜີຍຄວາມຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ແກ່ທຸກຄົນທີ່ມີຄວາມເຊື່ອໃນພຣະອົງ. ພາລະກິດນີ້ຄືພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ກະທຳ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິສປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ
ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ຄືກັບໝູທີ່ອາໄສຢູ່ໃນບ່ອນສົກກະປົກ. ມັນເປັນຍ້ອນຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງເຈົ້າ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສາຈາກພຣະທຳເຫຼົ່ານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ; ມັນເປັນຍ້ອນພຣະອົງເຫັນຄວາມກະບົດຂອງມະນຸດຊາດ ພຣະອົງຈຶ່ງເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງຢ່າງແນ່ນອນ. ຄວາມສົກກະປົກ ແລະ ຄວາມເສື່ອມຊາມຂອງມະນຸດຊາດເຮັດໃຫ້ຄວາມບໍລິສຸດຂອງພຣະອົງປາກົດອອກມາ. ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍ່ມີຂໍ້ບົກຜ່ອງ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ. ຖ້າບຸກຄົນໃດໜຶ່ງ ກິ້ງເກືອກໃນບຶງໜອງກັບຄົນອື່ນ ແລະ ບໍ່ມີຫຍັງທີ່ບໍລິສຸດກ່ຽວກັບເຂົາ ແລະ ເຂົາບໍ່ມີອຸປະນິໄສທີ່ຊອບທຳ, ແລ້ວເຂົາກໍຈະບໍ່ມີຄຸນສົມບັດພິພາກສາຄວາມບໍ່ຍຸຕິທໍາຂອງມະນຸດ ຫຼື ເຂົາຈະບໍ່ເໝາະສົມປະຕິບັດການພິພາກສາຂອງມະນຸດ. ຜູ້ຄົນທີ່ສົກກະປົກສໍ່າກັບອີກຄົນໜຶ່ງຈະສາມາດມີຄຸນສົມບັດພິພາກສາຄົນທີ່ເປັນຄືກັບພວກເຂົາໄດ້ແນວໃດ? ມີພຽງແຕ່ພຣະເຈົ້າອົງບໍລິສຸດເທົ່ານັ້ນທີ່ສາມາດພິພາກສາມະນຸດຊາດສົກກະປົກທັງປວງ. ມະນຸດຈະສາມາດພິພາກສາຄວາມຜິດບາບຂອງມະນຸດໄດ້ແນວໃດ? ມະນຸດຈະສາມາດເຫັນຄວາມຜິດບາບຂອງມະນຸດ ແລະ ມະນຸດຈະສາມາດມີຄຸນສົມບັດເພື່ອປະນາມຄວາມຜິດບາບເຫຼົ່ານີ້ໄດ້ແນວໃດ? ຖ້າພຣະເຈົ້າບໍ່ມີຄຸນສົມບັດພິພາກສາຄວາມຜິດບາບຂອງມະນຸດ, ແລ້ວພຣະອົງຈະເປັນພຣະເຈົ້າທີ່ຊອບທຳໄດ້ແນວໃດ? ມັນເປັນຍ້ອນຜູ້ຄົນເປີດເຜີຍອຸປະນິໄສອັນເສື່ອມຊາມພຣະເຈົ້າຈຶ່ງກ່າວເພື່ອພິພາກສາພວກເຂົາ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງສາມາດເຫັນວ່າພຣະອົງແມ່ນພຣະເຈົ້າຜູ້ບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ
ສຳລັບທຸກຄົນທີ່ດຳລົງຊີວິດໃນເນື້ອໜັງ, ການປ່ຽນແປງອຸປະນິໄສຂອງພວກເຂົາຈຳເປັນຕ້ອງມີເປົ້າໝາຍໃຫ້ສະແຫວງຫາ ແລະ ການຮູ້ຈັກພຣະເຈົ້າກໍຈຳເປັນຕ້ອງມີການເປັນພະຍານເຖິງການກະທຳທີ່ເປັນຈິງ ແລະ ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ທັງສອງຢ່າງນີ້ພຽງແຕ່ສາມາດບັນລຸໄດ້ໂດຍເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ແລະ ທັງສອງຢ່າງນີ້ກໍພຽງແຕ່ຖືກເຮັດໃຫ້ສຳເລັດໂດຍເນື້ອໜັງທີ່ທຳມະດາ ແລະ ຈັບບາຍໄດ້ເທົ່ານັ້ນ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງການບັງເກີດເປັນມະນຸດຈຶ່ງຈຳເປັນ ແລະ ເປັນຫຍັງມັນຈຶ່ງຈຳເປັນຕໍ່ມະນຸດຊາດທີ່ເສື່ອມຊາມທັງໝົດ. ຍ້ອນຜູ້ຄົນຈຳເປັນຕ້ອງຮູ້ຈັກພຣະເຈົ້າ, ພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍ ແລະ ເໜືອທຳມະຊາດຕ້ອງຖືກກຳຈັດອອກຈາກຫົວໃຈຂອງພວກເຂົາ ແລະ ຍ້ອນພວກເຂົາຈຳເປັນຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈຶ່ງຈໍາເປັນຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກ່ອນ. ຖ້າມະນຸດພຽງແຕ່ປະຕິບັດພາລະກິດເພື່ອກຳຈັດພາບລັກສະນະຂອງພຣະເຈົ້າທີ່ເລື່ອນລອຍອອກຈາກຫົວໃຈຂອງຜູ້ຄົນ, ແລ້ວພວກເຂົາກໍຈະບໍສາມາດບັນລຸຜົນທີ່ໄດ້ຕັ້ງໃຈ. ພາບລັກຂອງພຣະເຈົ້າທີ່ເລື່ອນລອຍໃນຫົວໃຈຂອງຜູ້ຄົນບໍ່ສາມາດຖືກເປີດໂປງ, ປະຖິ້ມ ຫຼື ກຳຈັດອອກຢ່າງສົມບູນໂດຍພຣະທຳແຕ່ຢ່າງດຽວ. ການເຮັດແບບນັ້ນ, ໃນທີ່ສຸດ ມັນກໍຍັງຈະເປັນໄປບໍ່ໄດ້ທີ່ຈະກຳຈັດສິ່ງທີ່ຝັງເລິກເຫຼົ່ານີ້ອອກຈາກຜູ້ຄົນ. ມີພຽງແຕ່ໂດຍການແທນທີ່ສິ່ງທີ່ເລື່ອນລອຍ ແລະ ເໜືອທຳມະຊາດເຫຼົ່ານີ້ກັບພຣະເຈົ້າທີ່ເປັນຈິງ ແລະ ພາບລັກທີ່ແທ້ຈິງຂອງພຣະເຈົ້າ ແລະ ການເຮັດໃຫ້ຜູ້ຄົນໄດ້ຮູ້ຈັກພວກມັນເທື່ອລະໜ້ອຍ, ມັນຈຶ່ງຈະສາມາດບັນລຸຜົນທີ່ເໝາະສົມໄດ້. ມະນຸດຮູ້ຈັກວ່າ ພຣະເຈົ້າທີ່ພວກເຂົາສະແຫວງຫາໃນອະດີດນັ້ນເປັນພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດ. ພວກເຂົາຮູ້ວ່າສິ່ງທີ່ສາມາດບັນລຸຜົນໄດ້ ບໍ່ແມ່ນການນໍາພາໂດຍກົງຂອງພຣະວິນຍານ ແລະ ແຮງໄກທີ່ຈະເປັນຄຳສັ່ງສອນຂອງບຸກຄົນໃດໜຶ່ງ, ແຕ່ເປັນການນໍາພາຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແນວຄິດຂອງມະນຸດຈະຖືກເປີດອອກເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດພາລະກິດຂອງພຣະອົງຢ່າງເປັນທາງການ, ຍ້ອນຄວາມທຳມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນ ແມ່ນສິ່ງທີ່ກົງກັນຂ້າມກັບພຣະເຈົ້າທີ່ເລື່ອນລອຍ ແລະ ຢູ່ເໜືອທຳມະຊາດທີ່ຢູ່ໃນຈິນຕະນາການຂອງມະນຸດ. ແນວຄິດດັ້ງເດີມຂອງມະນຸດພຽງແຕ່ສາມາດຖືກເປີດເຜີຍເມື່ອປຽບທຽບຄວາມແຕກຕ່າງຈາກພຣະເຈົ້າທີ່ບັງເກີດເປັນມະນຸດ. ຫາກປາສະຈາກການປຽບທຽບກັບພຣະເຈົ້າທີ່ບັງເກີດເປັນມະນຸດ, ແນວຄິດຂອງມະນຸດກໍ່ບໍ່ສາມາດຖືກເປີດເຜີຍໄດ້; ເວົ້າອີກຢ່າງໜຶ່ງກໍ່ຄື ຫາກປາສະຈາກຄວາມເປັນຈິງເຊິ່ງເປັນສິ່ງປຽບທຽບ ສິ່ງທີ່ບໍ່ແຈ່ມແຈ້ງກໍບໍ່ສາມາດຖືກເປີດເຜີຍໄດ້. ບໍ່ມີໃຜສາມາດໃຊ້ພຣະທຳເພື່ອປະຕິບັດພາລະກິດນີ້ ແລະ ບໍ່ມີໃຜສາມາດກ່າວພາລະກິດນີ້ໂດຍໃຊ້ພຣະທຳ. ພຣະເຈົ້າສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ບໍ່ມີໃຜສາມາດປະຕິບັດພາລະກິດນີ້ແທນພຣະອົງໄດ້. ບໍ່ວ່າພາສາຂອງມະນຸດຈະອຸດົມສົມບູນສໍ່າໃດກໍຕາມ, ພວກເຂົາຈະບໍ່ສາມາດອະທິບາຍເຖິງຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າໄດ້. ມະນຸດຈະສາມາດຮູ້ຈັກພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນພຣະອົງໄດ້ຢ່າງຊັດເຈນຂຶ້ນ ຖ້າພຣະເຈົ້າປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ແລະ ສະແດງພາບລັກສະນະຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງອອກມາທັງໝົດ. ບໍ່ມີມະນຸດທີ່ມີເນື້ອໜັງຄົນໃດສາມາດບັນລຸຜົນນີ້ໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ
ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະປາບຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ຖ້າມະນຸດຕ້ອງເຮັດພາລະກິດນີ້, ເຂົາຈະບໍ່ສາມາດແທນທີ່ພຣະເຈົ້າໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານພ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມເຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງປັດຈຸບັນ. ການຕໍ່ສູ້ຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ປາບຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດຄືນ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ເຊິ່ງຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນຄືການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ. ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານຈະບໍ່ຍິນຍອມ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະປາບຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອປາບຊາຕານ ຍ້ອນແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ພຣະອົງຍັງເປັນຊີວິດຂອງມະນຸດ ແລະ ພຣະອົງຍັງເປັນພຣະຜູ້ສ້າງ; ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ແກ່ນແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍິນຍອມສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວຄໍາທໍານາຍນີ້ກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອປາບຊາຕານ ແລະ ເຮັດໃຫ້ມັນຍິນຍອມຢ່າງສົມບູນ. ເມື່ອພຣະອົງປາບຊາຕານຢ່າງເດັດຂາດ, ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າເອງ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາເອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານ ແມ່ນຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດປາບຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດປາບມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ເຊິ່ງຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ອ່ອນນ້ອມຕໍ່ພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກພັນທະນາການຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດປາບຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ຈຸດໝາຍປາຍທາງທີ່ດີງາມ