3. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ເຂົ້າສູ່ການຄອບຄອງຂອງພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຖິງແມ່ນວ່າ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈະປະກອບດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ບໍ່ສາມາດຈິນຕະນາການໄດ້, ແຕ່ຜົນໄດ້ຮັບ ໃນທີ່ສຸດ ແມ່ນເລີດເກີນກວ່າຜົນຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງ. ພາລະກິດຂອງເນື້ອໜັງຈຳເປັນຕ້ອງມີຄວາມລໍາບາກຢ່າງຫຼວງຫຼາຍ ແລະ ເນື້ອໜັງແມ່ນບໍ່ສາມາດມີຕົວຕົນທີ່ຍິ່ງໃຫຍ່ແບບດຽວກັບພຣະວິນຍານ, ບໍ່ສາມາດປະຕິບັດສິ່ງທີ່ເໜືອທຳມະຊາດແບບດຽວກັບພຣະວິນຍານ, ແລ້ວແຮງໄກທີ່ພຣະອົງຈະມີສິດອຳນາດຄືກັບພຣະວິນຍານ. ແຕ່ທາດແທ້ແຫ່ງພາລະກິດທີ່ປະຕິບັດໂດຍເນື້ອໜັງທຳມະດານີ້ ແມ່ນຢູ່ເໜືອທາດແທ້ຂອງພາລະກິດທີ່ພຣະວິນຍານປະຕິບັດໂດຍກົງຢ່າງຫຼວງຫຼາຍ ແລະ ເນື້ອໜັງນີ້ເອງທີ່ເປັນຄຳຕອບສຳລັບຄວາມຕ້ອງການທຸກຢ່າງຂອງມະນຸດ. ເພື່ອໃຫ້ຄົນເຫຼົ່ານັ້ນໄດ້ຮັບຄວາມລອດພົ້ນ, ຄຸນຄ່າການນໍາໃຊ້ຂອງພຣະວິນຍານແມ່ນຕໍ່າກວ່າຝ່າຍເນື້ອໜັງຫຼາຍ: ພາລະກິດຂອງພຣະວິນຍານສາມາດຄວບຄຸມທົ່ວຈັກກະວານ, ທົ່ວພູເຂົາ, ແມ່ນໍ້າ, ທະເລສາບ ແລະ ທົ່ວມະຫາສະມຸດ, ແຕ່ພາລະກິດຂອງເນື້ອໜັງແມ່ນເຊື່ອມໂຍງຢ່າງມີປະສິດທິພາບກັບມະນຸດທຸກຄົນທີ່ພຣະອົງໄດ້ສໍາຜັດ. ຍິ່ງໄປກວ່ານັ້ນ, ຮ່າງກາຍຂອງພຣະເຈົ້າທີ່ສາມາດຈັບຕ້ອງໄດ້ ແມ່ນເປັນຮ່າງກາຍທີ່ສາມາດເຂົ້າໃຈໄດ້ ແລະ ໄວ້ວາງໃຈໄດ້ໂດຍມະນຸດ ແລະ ສາມາດເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຫຼາຍຂຶ້ນ ແລະ ສາມາດສ້າງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການກະທຳຕົວຈິງຂອງພຣະເຈົ້າຕໍ່ມະນຸດ. ພາລະກິດຂອງພຣະວິນຍານຖືກປົກຄຸມດ້ວຍຄວາມເລິກລັບ, ມັນຍາກທີ່ຈະໃຫ້ມະນຸດຢັ່ງເຖິງ ແລະ ຍິ່ງຍາກຫຼາຍທີ່ຈະໃຫ້ມະນຸດເຫັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງສາມາດພຽງແຕ່ເພິ່ງພາຈິນຕະນາການທີ່ຫວ່າງເປົ່າເທົ່ານັ້ນ. ແຕ່, ພາລະກິດຂອງເນື້ອໜັງແມ່ນທຳມະດາ ແລະ ອີງຕາມຄວາມເປັນຈິງ ແລະ ມີສະຕິປັນຍາເປັນເລີດ ແລະ ເປັນຄວາມຈິງທີ່ສາມາດເບິ່ງເຫັນດ້ວຍຕາຂອງມະນຸດ; ມະນຸດສາມາດຜະເຊີນກັບສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າດ້ວຍຕົວຂອງພວກເຂົາເອງ ແລະ ບໍ່ຈຳເປັນຕ້ອງໃຊ້ຈິນຕະນາການຢ່າງເລິກເຊິ່ງຂອງພວກເຂົາ. ນີ້ແມ່ນຄວາມແນ່ນອນ ແລະ ຄຸນຄ່າທີ່ແທ້ຈິງແຫ່ງພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ. ພຣະວິນຍານສາມາດເຮັດພຽງແຕ່ສິ່ງທີ່ມະນຸດເບິ່ງບໍ່ເຫັນ ແລະ ຍາກທີ່ຈະໃຫ້ພວກເຂົາຈິນຕະນາການ, ຕົວຢ່າງເຊັ່ນ ແສງສະຫວ່າງຂອງພຣະວິນຍານ, ການເຄື່ອນໄຫວຂອງພຣະວິນຍານ ແລະ ການນໍາພາຂອງພຣະວິນຍານ, ແຕ່ສຳລັບມະນຸດທີ່ມີຄວາມຄິດ, ສິ່ງເຫຼົ່ານີ້ບໍ່ໄດ້ສະໜອງຄວາມໝາຍຢ່າງຊັດເຈນເລີຍ. ສິ່ງເຫຼົ່ານັ້ນພຽງແຕ່ສະໜອງຄວາມໝາຍແບບເລື່ອນລອຍ ຫຼື ບໍ່ຈະແຈ້ງ ແລະ ບໍ່ສາມາດໃຫ້ການແນະນໍາດ້ວຍຄຳເວົ້າໄດ້. ແຕ່, ພາລະກິດຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງແມ່ນແຕກຕ່າງຫຼາຍ ນັ້ນກໍຄື ພາລະກິດນັ້ນມີການນໍາພາຂອງພຣະທຳຢ່າງຖືກຕ້ອງ, ມີຄວາມປະສົງທີ່ຊັດເຈນ ແລະ ມີເປົ້າໝາຍຢ່າງຈະແຈ້ງ. ດັ່ງນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງງົມຫາ ຫຼື ໃຊ້ຈິນຕະນາການຂອງພວກເຂົາ ແລະ ກໍບໍ່ຈໍາເປັນຕ້ອງຄາດເດົາເລີຍ. ນີ້ແມ່ນຄວາມຊັດເຈນຂອງພາລະກິດໃນເນື້ອໜັງ ແລະ ມັນແຕກຕ່າງຈາກພາລະກິດຂອງພຣະວິນຍານຫຼາຍ. ພາລະກິດຂອງພຣະວິນຍານພຽງແຕ່ເໝາະສົມສຳລັບຂອບເຂດທີ່ຈຳກັດ ແລະ ບໍ່ສາມາດແທນພາລະກິດຂອງເນື້ອໜັງໄດ້. ພາລະກິດຂອງເນື້ອໜັງເຮັດໃຫ້ມະນຸດມີເປົ້າໝາຍທີ່ແນ່ນອນ ແລະ ມີຄວາມຈຳເປັນ ແລະ ເປັນຈິງຫຼາຍທີ່ສຸດ, ເຮັດໃຫ້ມີຄວາມຮູ້ຢ່າງມີຄຸນຄ່າຫຼາຍກວ່າພາລະກິດຂອງພຣະວິນຍານ. ພາລະກິດທີ່ມີຄຸນຄ່າສູງສຸດຕໍ່ມະນຸດທີ່ເສື່ອມຊາມແມ່ນພາລະກິດທີ່ສະໜອງພຣະທຳທີ່ຖືກຕ້ອງ, ມີເປົ້າໝາຍທີ່ຊັດເຈນໃນການສະແຫວງຫາ ແລະ ສາມາດເຫັນ ແລະ ສຳຜັດໄດ້. ມີພຽງແຕ່ພາລະກິດທີ່ເປັນຈິງ ແລະ ການນໍາພາທີ່ຖືກກັບສະພາບການເທົ່ານັ້ນຈຶ່ງເໝາະສົມກັບລົດນິຍົມຂອງມະນຸດ ແລະ ມີພຽງແຕ່ພາລະກິດທີ່ເປັນຈິງເທົ່ານັ້ນຈຶ່ງສາມາດຊ່ວຍເຫຼືອມະນຸດໃຫ້ລອດພົ້ນຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຊ້ານັ້ນໄດ້. ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້; ມີພຽງແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ລອດພົ້ນຈາກອຸປະນິໄສເສື່ອມຊາມ ແລະ ຄວາມຊົ່ວຊ້າທີ່ຜ່ານມາຂອງພວກເຂົາ. ເຖິງແມ່ນວ່າ ພຣະວິນຍານມີທາດແທ້ໂດຍທຳມະຊາດຂອງພຣະເຈົ້າ, ມີພຽງແຕ່ເນື້ອໜັງຂອງພຣະອົງເທົ່ານັ້ນທີ່ສາມາດປະຕິບັດພາລະກິດເຊັ່ນນີ້ໄດ້. ຖ້າພຣະວິນຍານປະຕິບັດພາລະກິດພຽງຜູ້ດຽວ, ແລ້ວມັນກໍຈະເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະອົງມີປະສິດທິພາບ, ນີ້ຄືຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສຳລັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າ, ພາລະກິດຂອງພຣະວິນຍານສາມາດສະໜອງພຽງແຕ່ຄວາມຕື່ນເຕັ້ນໃຈ ຫຼື ການເປີດເຜີຍເທົ່ານັ້ນ ແລະ ໃຫ້ຄວາມຮູ້ສຶກເຖິງຄວາມມະຫັດສະຈັນທີ່ບໍ່ສາມາດອະທິບາຍໄດ້ ແລະ ບໍ່ສາມາດຈິນຕະນາການໄດ້; ແລະ ເຮັດໃຫ້ມີຄວາມຮູ້ສຶກວ່າ ມັນຍິ່ງໃຫຍ່, ເປັນເລີດ ແລະ ເປັນຕາຍ້ອງຍໍສັນລະເສີນ, ນອກນັ້ນກໍຍັງເປັນສິ່ງທີ່ບໍ່ສາມາດບັນລຸໄດ້ ຫຼື ສິ່ງທີ່ທຸກຄົນບໍ່ສາມາດຮັບໄດ້. ມະນຸດ ແລະ ພຣະວິນຍານຂອງພຣະເຈົ້າສາມາດພຽງແຕ່ເຝົ້າເບິ່ງກັນແລະກັນຈາກທາງໄກ ຄືກັບວ່າມີໄລຍະທາງທີ່ໄກຫຼາຍລະຫວ່າງພວກເຂົາ ແລະ ພວກເຂົາຈະບໍ່ສາມາດເຂົ້າກັນໄດ້ຈັກເທື່ອ ເໝືອນກັບວ່າຖືກແຍກອອກຈາກກັນໂດຍເສັ້ນແບ່ງທີ່ເບິ່ງບໍ່ເຫັນ. ໃນຄວາມເປັນຈິງກໍຄື ນີ້ແມ່ນພາບລວງຕາທີ່ພຣະວິນຍານມອບໃຫ້ກັບມະນຸດ ເຊິ່ງນັ້ນເປັນເພາະວ່າ ພຣະວິນຍານ ແລະ ມະນຸດບໍ່ແມ່ນປະເພດດຽວກັນ ແລະ ພຣະວິນຍານ ແລະ ມະນຸດຈະບໍ່ຢູ່ຮ່ວມໂລກດຽວກັນຈັກເທື່ອ ແລະ ເປັນຍ້ອນພຣະວິນຍານບໍ່ມີສິ່ງໃດເໝືອນມະນຸດເລີຍ. ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ຈຳເປັນຕ້ອງມີພຣະວິນຍານ, ຍ້ອນພຣະວິນຍານບໍ່ສາມາດປະຕິບັດພາລະກິດທີ່ມະນຸດຕ້ອງການທີ່ສຸດໂດຍກົງໄດ້. ພາລະກິດຂອງເນື້ອໜັງມອບເປົ້າໝາຍທີ່ແທ້ຈິງໃຫ້ກັບມະນຸດໃນການສະແຫວງຫາ, ມອບພຣະທຳທີ່ຊັດເຈນ ແລະ ຄວາມຮູ້ສຶກວ່າ ພຣະອົງເປັນຈິງ ແລະ ທຳມະດາ, ພຣະອົງຖ່ອມຕົນ ແລະ ປົກກະຕິ. ເຖິງແມ່ນວ່າ ມະນຸດອາດຈະຢໍາເກງພຣະອົງ, ແຕ່ສຳລັບຫຼາຍຄົນ ພຣະອົງແມ່ນງ່າຍທີ່ຈະເຂົ້າໃຈ ນັ້ນກໍຄື ມະນຸດສາມາດເຫັນໃບໜ້າຂອງພຣະອົງ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ບໍ່ຈຳເປັນຕ້ອງເບິ່ງພຣະອົງຈາກໄກໆ. ເນື້ອໜັງນີ້ເຮັດໃຫ້ມີຄວາມຮູ້ສຶກວ່າ ມະນຸດເຂົ້າເຖິງໄດ້, ບໍ່ໄດ້ຢູ່ຫ່າງໄກ ຫຼື ເປັນສິ່ງທີ່ບໍ່ສາມາດຢັ່ງເຖິງໄດ້, ແຕ່ເປັນສິ່ງທີ່ສາມາດເຫັນ ແລະ ສາມາດສຳຜັດໄດ້, ນີ້ກໍຍ້ອນວ່າ ເນື້ອໜັງດັ່ງກ່າວແມ່ນຢູ່ໃນໂລກດຽວກັນກັບມະນຸດ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັດກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເພາະຄົນທີ່ຖືກພິພາກສາແມ່ນມະນຸດ, ມະນຸດທີ່ເກີດຈາກເນື້ອໜັງ ແລະ ຖືກເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນວິນຍານຂອງຊາຕານທີ່ຖືກພິພາກສາໂດຍກົງ, ພາລະກິດແຫ່ງການພິພາກສາຈຶ່ງບໍ່ຖືກປະຕິບັດໃນໂລກຝ່າຍວິນຍານ, ແຕ່ທ່າມກາງມະນຸດ. ບໍ່ມີໃຜທີ່ເໝາະສົມ ແລະ ມີຄຸນສົມບັດໄປກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງສຳລັບການປະຕິບັດພາລະກິດແຫ່ງການພິພາກສາຄວາມເສື່ອມຊາມຂອງເນື້ອໜັງຂອງມະນຸດ. ຖ້າການພິພາກສາຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ແລ້ວມັນກໍຈະບໍ່ລວມເຖິງທຸກສິ່ງ. ຍິ່ງໄປກວ່ານັ້ນ, ພາລະກິດດັ່ງກ່າວແມ່ນຍາກທີ່ຈະໃຫ້ມະນຸດຍອມຮັບເອົາ, ຍ້ອນພຣະວິນຍານບໍ່ສາມາດມາຢູ່ຕໍ່ໜ້າມະນຸດໄດ້ ແລະ ຍ້ອນເຫດນີ້ ຜົນຈຶ່ງຈະບໍ່ເກີດຂຶ້ນທັນທີ, ແລ້ວແຮງໄກທີ່ມະນຸດຈະສາມາດເບິ່ງເຫັນອຸປະນິໄສທີ່ບໍ່ສາມາດລະເມີດໄດ້ຂອງພຣະເຈົ້າຢ່າງຊັດເຈນຍິ່ງຂຶ້ນ. ຊາຕາມສາມາດຖືກເອົາຊະນະໄດ້ຢ່າງສົມບູນ ຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງພິພາກສາຄວາມເສື່ອມຊາມຂອງມະນຸດຊາດ. ການເປັນຄືມະນຸດເຮັດໃຫ້ມີຄວາມເປັນມະນຸດທຳມະດາ, ພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງສາມາດພິພາກສາຄວາມບໍ່ຊອບທຳຂອງມະນຸດໂດຍກົງໄດ້; ນີ້ແມ່ນສັນຍາລັກຂອງຄວາມບໍລິສຸດໂດຍທຳມະຊາດຂອງພຣະອົງ ແລະ ຄວາມພິເສດຂອງພຣະອົງ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ຢູ່ໃນຕໍາແໜ່ງທີ່ພິພາກສາມະນຸດ, ຍ້ອນພຣະອົງມີຄວາມຈິງ ແລະ ຄວາມຊອບທຳ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສາມາດພິພາກສາມະນຸດ. ຄົນທີ່ປາສະຈາກຄວາມຈິງ ແລະ ຄວາມຊອບທຳບໍ່ເໝາະສົມທີ່ຈະພິພາກສາຄົນອື່ນ. ຖ້າພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າ, ແລ້ວມັນກໍຈະບໍ່ແມ່ນການເອົາໄຊຊະນະເໜືອຊາຕານ. ໂດຍທຳມະຊາດແລ້ວ ພຣະວິນຍານສູງສົ່ງກວ່າມະນຸດ ແລະ ໂດຍທຳມະຊາດແລ້ວ ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ມີໄຊຊະນະເໜືອເນື້ອໜັງ. ຖ້າພຣະວິນຍານປະຕິບັດພາລະກິດນີ້ໂດຍກົງ, ພຣະອົງກໍຈະບໍ່ສາມາດພິພາກສາຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດໄດ້ ແລະ ບໍ່ສາມາດເປີດເຜີຍຄວາມບໍ່ຊອບທຳທັງໝົດຂອງມະນຸດ. ຍ້ອນພາລະກິດແຫ່ງການພິພາກສາຍັງໄດ້ປະຕິບັດຜ່ານແນວຄິດຂອງມະນຸດທີ່ມີກ່ຽວກັບພຣະເຈົ້າ ແລະ ມະນຸດບໍ່ເຄີຍມີແນວຄິດກ່ຽວກັບພຣະວິນຍານ ແລະ ດ້ວຍເຫດນີ້ ພຣະວິນຍານຈຶ່ງບໍ່ສາມາດເປີດໂປງຄວາມບໍ່ຊອບທຳຂອງມະນຸດໄດ້ດີກວ່າ, ແລ້ວແຮງໄກທີ່ຈະເປີດໂປງຄວາມບໍ່ຊອບທຳດັ່ງກ່າວຢ່າງສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືສັດຕູຂອງທຸກຄົນທີ່ບໍ່ຮູ້ຈັກພຣະອົງ. ຜ່ານການພິພາກສາແນວຄິດຂອງມະນຸດ ແລະ ການຕໍ່ຕ້ານພຣະອົງ, ພຣະອົງເປີດໂປງຄວາມບໍ່ເຊື່ອຟັງທຸກຢ່າງຂອງມະນຸດຊາດ. ຜົນຂອງພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຊັດເຈນກວ່າພາລະກິດຂອງພຣະວິນຍານ. ດ້ວຍເຫດນັ້ນ, ການພິພາກສາມະນຸດຊາດທັງປວງຈຶ່ງບໍ່ຖືກປະຕິບັດໂດຍພຣະວິນຍານໂດຍກົງ, ແຕ່ເປັນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຫັນ ແລະ ສຳຜັດໄດ້ໂດຍມະນຸດ ແລະ ພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເອົາຊະນະມະນຸດໄດ້ຢ່າງສົມບູນ. ຄວາມສຳພັນທີ່ມະນຸດມີກັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງ, ມະນຸດພັດທະນາຈາກການຕໍ່ຕ້ານເປັນຄວາມເຊື່ອຟັງ, ຈາກການຂົມເຫັງເປັນການຍອມຮັບ, ຈາກແນວຄິດເປັນຄວາມຮູ້ ແລະ ຈາກການປະຕິເສດເປັນຄວາມຮັກ. ສິ່ງເຫຼົ່ານີ້ແມ່ນຜົນຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ມະນຸດໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນຜ່ານການຍອມຮັບການພິພາກສາຂອງພຣະອົງເທົ່ານັ້ນ, ພຽງແຕ່ມາຮູ້ຈັກພຣະອົງຜ່ານພຣະທຳຈາກປາກຂອງພຣະອົງເທື່ອລະໜ້ອຍ, ຖືກເອົາຊະນະໂດຍພຣະອົງໃນລະຫວ່າງທີ່ພວກເຂົາຕໍ່ຕ້ານພຣະອົງ ແລະ ຮັບເອົາການຈັດກຽມຊີວິດຈາກພຣະອົງໃນລະຫວ່າງການຍອມຮັບເອົາການຕີສອນຈາກພຣະອົງ. ທຸກພາລະກິດນີ້ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະວິນຍານ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສິ່ງດີທີ່ສຸດກ່ຽວກັບພາລະກິດຂອງພຣະອົງທີ່ຢູ່ໃນເນື້ອໜັງກໍຄືການທີ່ພຣະອົງສາມາດປະພຣະທຳ ແລະ ການຕັກເຕືອນທີ່ຖືກຕ້ອງ ແລະ ຄວາມປະສົງທີ່ສະເພາະເຈາະຈົງຂອງພຣະອົງໄວ້ໃຫ້ກັບມະນຸດຊາດຜູ້ທີ່ຕິດຕາມພຣະອົງ, ເພື່ອວ່າຫຼັງຈາກນັ້ນ ຜູ້ທີ່ຕິດຕາມພຣະອົງຈະສາມາດສົ່ງຕໍ່ພາລະກິດທຸກຢ່າງຂອງພຣະອົງທີ່ຢູ່ໃນເນື້ອໜັງ ແລະ ຄວາມປະສົງຂອງພຣະອົງໃຫ້ກັບມວນມະນຸດຊາດຜູ້ທີ່ຍອມຮັບຫົນທາງນີ້ຢ່າງຖືກຕ້ອງ ແລະ ເປັນຮູບປະທໍາຫຼາຍຍິ່ງຂຶ້ນ. ມີພຽງແຕ່ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງທ່າມກາງມະນຸດເທົ່ານັ້ນທີ່ເຮັດໃຫ້ຄວາມຈິງແຫ່ງການເປັນຢູ່ຂອງພຣະເຈົ້າ ແລະ ການດຳລົງຊີວິດຢູ່ຮ່ວມກັບມະນຸດສຳເລັດຢ່າງແທ້ຈິງ. ມີພຽງແຕ່ພາລະກິດນີ້ເທົ່ານັ້ນທີ່ປະຕິບັດຕາມຄວາມປາຖະໜາຂອງມະນຸດໃນການເບິ່ງໃບໜ້າຂອງພຣະເຈົ້າ, ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ໄດ້ຍິນພຣະທຳສ່ວນຕົວຂອງພຣະເຈົ້າ. ພຣະເຈົ້າທີ່ບັງເກີດເປັນມະນຸດນໍາຈຸດສິ້ນສຸດມາສູ່ຍຸກທີ່ມະນຸດພຽງແຕ່ໄດ້ເຫັນດ້ານຫຼັງຂອງພຣະເຢໂຮວາເທົ່ານັ້ນ ແລະ ຍັງສິ້ນສຸດຍຸກທີ່ມະນຸດຊາດເຊື່ອໃນພຣະເຈົ້າທີ່ເລື່ອນລອຍ. ໂດຍສະເພາະແລ້ວ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງສຸດທ້າຍໄດ້ນໍາມະນຸດຊາດທັງປວງເຂົ້າສູ່ຍຸກທີ່ເປັນຈິງຫຼາຍຂຶ້ນ, ແທ້ຈິງຫຼາຍຂຶ້ນ ແລະ ສົດໃສຫຼາຍຂຶ້ນ. ພຣະອົງບໍ່ພຽງແຕ່ສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ລັດທິ; ທີ່ສຳຄັນໄປກວ່ານັ້ນ ພຣະອົງເປີດເຜີຍພຣະເຈົ້າທີ່ເປັນຈິງ ແລະ ທຳມະດາຕໍ່ມະນຸດຊາດ ຜູ້ທີ່ຊອບທຳ ແລະ ບໍລິສຸດ, ຜູ້ທີ່ໄຂພາລະກິດແຫ່ງແຜນການຄຸ້ມຄອງ ແລະ ສະແດງຄວາມເລິກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ, ຜູ້ທີ່ສ້າງມະນຸດຊາດ ແລະ ນໍາການສິ້ນສຸດມາສູ່ພາລະກິດແຫ່ງການຄຸ້ມຄອງ ແລະ ຜູ້ທີ່ຍັງລີ້ລັບຢູ່ເປັນເວລາຫຼາຍພັນປີ. ພຣະອົງນໍາຍຸກແຫ່ງຄວາມເລື່ອນລອຍມາສູ່ການສິ້ນສຸດຢ່າງບໍລິບູນ, ພຣະອົງສໍາເລັດຍຸກທີ່ມະນຸດຊາດທັງປວງປາຖະໜາທີ່ຈະສະແຫວງຫາໃບໜ້າຂອງພຣະເຈົ້າ ແຕ່ບໍ່ສາມາດເຮັດໄດ້, ພຣະອົງສິ້ນສຸດຍຸກທີ່ມະນຸດຊາດທັງປວງຮັບໃຊ້ຊາຕານ ແລະ ນໍາພາມະນຸດຊາດທັງປວງເຂົ້າສູ່ຍຸກໃໝ່ຢ່າງສົມບູນ. ນີ້ລ້ວນແລ້ວແຕ່ແມ່ນຜົນຕາມມາຂອງພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ ແລະ ບໍ່ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງ, ຄົນທີ່ຕິດຕາມພຣະອົງກໍບໍ່ສະແຫວງຫາ ແລະ ງົມຫາສິ່ງທີ່ເລື່ອນລອຍ ແລະ ບໍ່ແຈ່ມແຈ້ງເຫຼົ່ານັ້ນອີກຕໍ່ໄປ ແລະ ເຊົາທາຍຄວາມປະສົງຂອງພຣະເຈົ້າທີ່ເລື່ອນລອຍ. ເມື່ອພຣະເຈົ້າຂະຫຍາຍພາລະກິດຂອງພຣະອົງໃນເນື້ອໜັງ, ຄົນທີ່ຕິດຕາມພຣະອົງກໍຈະສົ່ງຕໍ່ພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງໄປສູ່ທຸກສາສະໜາ ແລະ ນິກາຍ ແລະ ພວກເຂົາຈະສື່ສານພຣະທຳທຸກຂໍ້ຂອງພຣະອົງສູ່ຫູຂອງມະນຸດຊາດທັງປວງ. ທຸກສິ່ງທີ່ຜູ້ຮັບຂ່າວປະເສີດຂອງພຣະອົງໄດ້ຍິນຈະເປັນຄວາມຈິງທີ່ມະນຸດເຫັນ ແລະ ໄດ້ຍິນດ້ວຍຕົນເອງ ແລະ ຈະເປັນຄວາມຈິງ ແລະ ບໍ່ແມ່ນຄວາມເລົ່າລື. ຄວາມຈິງເຫຼົ່ານີ້ແມ່ນຫຼັກຖານທີ່ພຣະອົງເຜີຍແຜ່ພາລະກິດ ແລະ ຍັງເປັນເຄື່ອງມືທີ່ພຣະອົງນໍາໃຊ້ໃນການເຜີຍແຜ່ຂ່າວປະເສີດ. ຫາກປາສະຈາກການມີຢູ່ຂອງຄວາມຈິງ, ຂ່າວປະເສີດຂອງພຣະອົງຈະບໍ່ເຜີຍແຜ່ທົ່ວບັນດາປະເທດ ແລະ ໄປທຸກແຫ່ງ; ຫາກປາສະຈາກຄວາມຈິງ ແຕ່ມີພຽງຈິນຕະນາການຂອງມະນຸດ, ພຣະອົງຈະບໍ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະຈັກກະວານທັງປວງໄດ້ຈັກເທື່ອ. ພຣະວິນຍານແມ່ນຍາກທີ່ຈະເຂົ້າໃຈສຳລັບມະນຸດ ແລະ ມະນຸດບໍ່ສາມາດເຫັນໄດ້ ແລະ ພາລະກິດຂອງພຣະວິນຍານກໍບໍ່ສາມາດປະຖິ້ມຫຼັກຖານ ຫຼື ຄວາມຈິງເພີ່ມເຕີ່ມກ່ຽວກັບພາລະກິດຂອງພຣະເຈົ້າໄວ້ໃຫ້ມະນຸດໄດ້. ມະນຸດຈະບໍ່ເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າຈັກເທື່ອ ແລະ ຈະເຊື່ອໃນພຣະເຈົ້າທີ່ເລື່ອນລອຍທີ່ບໍ່ມີຈິງຢູ່ສະເໝີ. ມະນຸດຈະບໍ່ເຫັນໜ້າຕາຂອງພຣະເຈົ້າຈັກເທື່ອ ຫຼື ມະນຸດຈະບໍ່ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວດ້ວຍຕົນເອງ. ໃນທີ່ສຸດແລ້ວ ຈິນຕະນາການຂອງມະນຸດກໍຄືຫວ່າງເປົ່າ ແລະ ບໍ່ສາມາດແທນໃບໜ້າທີ່ແທ້ຈິງຂອງພຣະເຈົ້າໄດ້; ອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າເອງກໍບໍ່ສາມາດຮຽນແບບໄດ້ໂດຍມະນຸດ. ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ທີ່ຢູ່ໃນສະຫວັນ ແລະ ພາລະກິດຂອງພຣະອົງສາມາດນໍາມາເທິງແຜ່ນດິນໂລກໂດຍພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ ຜູ້ເຊິ່ງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນີ້ແມ່ນວິທີທີ່ເໝາະສົມທີ່ສຸດທີ່ພຣະເຈົ້າປາກົດຕໍ່ມະນຸດ ເຊິ່ງມະນຸດເຫັນພຣະເຈົ້າ ແລະ ມາຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ພຣະເຈົ້າທີ່ບໍ່ໄດ້ບັງເກີດເປັນມະນຸດແມ່ນບໍ່ສາມາດບັນລຸສິ່ງນີ້ໄດ້.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືແກ່ນແທ້ຂອງການບັງເກີດເປັນມະນຸດ?

ຕໍ່ໄປ: 4. ເປັນຫຍັງພຣະເຈົ້າຈຶ່ງບໍ່ໃຊ້ມະນຸດເພື່ອປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍ; ເປັນຫຍັງພຣະອົງຈຶ່ງຕ້ອງບັງເກີດເປັນມະນຸດ ແລະ ປະຕິບັດດ້ວຍຕົວພຣະອົງເອງ?

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້