2. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືແກ່ນແທ້ຂອງການບັງເກີດເປັນມະນຸດ?

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

ໃນຕົ້ນເດີມນັ້ນຊົງມີພຣະທຳ ຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ”(ໂຢຮັນ 1:1).

ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ 14:6).

ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ”(ໂຢຮັນ 10:30).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມໝາຍຂອງການບັງເກີດເປັນມະນຸດແມ່ນ ພຣະເຈົ້າປາກົດໃນເນື້ອໜັງ ແລະ ພຣະອົງມາປະຕິບັດພາລະກິດທ່າມກາງມະນຸດທີ່ເປັນສິ່ງຊົງສ້າງຂອງພຣະເຈົ້າໃນລັກສະນະຂອງເນື້ອໜັງ. ສະນັ້ນ ເພື່ອຈະໃຫ້ພຣະເຈົ້າບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ຢູ່ໃນຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າກາຍມາເປັນເນື້ອໜັງໃນແກ່ນແທ້ຂອງພຣະອົງ, ນັ້ນກໍຄືກາຍມາເປັນມະນຸດ.

ພຣະຄຣິດພ້ອມກັບຄວາມເປັນມະນຸດທຳມະດາ ແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດທົ່ວໄປ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງພ້ອມກັບຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືການເປັນທຳມະດາສາມັນ ແລະ ເປັນມະນຸດປົກກະຕິເພື່ອປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ເພື່ອເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ພຣະອົງປະຕິບັດຜ່ານເນື້ອໜັງແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ນັ້ນກໍຄື ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນກ່າວ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ສາມາດເບິ່ງຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ຄືກໍລະນີພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສຸດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເຂົ້າສູ່ເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ແລະ ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ. ພຣະເຈົ້າກາຍມາເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງພາລະກິດ; ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ຂອງພາລະກິດຈໍາເປັນຕ້ອງໄດ້ເຮັດຜ່ານເນື້ອໜັງ ແລະ ເຮັດຜ່ານໃນຄວາມເປັນມະນຸດທຳມະດາ. ນີ້ແມ່ນເງື່ອນໄຂທີ່ຕ້ອງໃຫ້ມີກ່ອນດໍາເນີນພາລະກິດ ສຳລັບ “ພຣະທຳກາຍມາເປັນເນື້ອໜັງ” ແລະ ສຳລັບ “ພຣະທຳປະກົດໃນເນື້ອໜັງ”, ເຊິ່ງເປັນເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດສອງຄັ້ງຂອງພຣະອົງ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າກາຍມາເປັນເນື້ອໜັງໃນແກ່ນແທ້ຂອງພຣະອົງ, ນັ້ນກໍຄືກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຕອນທຳອິດແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ບໍ່ມີຫຍັງພິເສດ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ປະຕິບັດຕາມສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ທີ່ພັກອາໄສ, ການຫຼັບນອນ), ມີຈຸດອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວີດຢູ່ໃນຄວາມເປັນພຣະເຈົ້າ ແຕ່ຢູ່ໃນຄວາມເປັນມະນຸດທຳມະດາຢ່າງສິ້ນເຊີງ ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດ ທັງໝົດກໍເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງ ແລະ ໃນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງທີ່ມີຢູ່ທັງໝົດແມ່ນເພື່ອຮັບໃຊ້ພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ບັນລຸວຸທິພາວະຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງຂອງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເຊິ່ງເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ເທົ່າທຽມກັບຄວາມສົມບູນຂອງພາລະກິດທີ່ສັກສິດເທື່ອ, ຍັງບໍ່ບັນລຸວຸທິພາວະເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງບັນລຸວຸທິພາວະ, ສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຕ້ອງເຕີບໂຕ ແລະ ເຕີບໃຫຍ່. ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ. ແຕ່ໃນຂັ້ນຕອນທີສອງນັ້ນ ຍ້ອນວ່າຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ສິ່ງການອັດສະຈັນ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນກົດເກນທໍາມາຊາດໃນການບັງເກີດເປັນມະນຸດຂອງພຣະອົງ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນຮ່າງກາຍຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນ ຈຸດປະສົງຂອງຄວາມເປັນມະນຸດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໂດຍຜ່ານເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ມັນແມ່ນຄວາມເປັນພຣະເຈົ້າທີ່ລີ້ລັບຢູ່ພາຍໃນຄວາມເປັນມະນຸດຂອງພຣະອົງ; ພາລະກິດຂອງພຣະອົງ ໂດຍພື້ນຖານແລ້ວ ແມ່ນສຳເລັດໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນໂດຍຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ທັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີຮ່າງກາຍພາຍນອກຂອງມະນຸດ ແລະ ທາດແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍພາຍນອກຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດມີຄວາມເປັນມະນຸດ, ມະນຸດທີ່ຖືກສ້າງຂຶ້ນບໍ່ແມ່ນສິ່ງໃດນອກຈາກຄວາມເປັນມະນຸດ, ແຕ່ສໍາລັບພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ເພາະວ່າ ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງມີແຕ່ຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ມັນເປັນເລື່ອງທີ່ຍາກຫຼາຍສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ມະນຸດແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ໃນຄວາມເປັນຈິງ ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງເປັນການປະກອບລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະກອບນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເທິງແຜ່ນດິນໂລກ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ ແຕ່ເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງໍາໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າ ທັງສອງກໍຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາໃນສະຫວັນ. ທາດແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ທາດແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ທາດແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ມະນຸດຄວນເຂົ້າໃຈ. ທາດແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງທາດແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກີດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

ທາດແທ້ຂອງພຣະເຈົ້າຄືສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ອຳນາດທີ່ມາຈາກພຣະອົງຈົນເຖິງທີ່ສຸດ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ່ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນທາດແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ມະນຸດຄົນໃດກໍບໍ່ສາມາດເຮັດ ຫຼື ຄາດຄິດໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍຢ່າງເລິກເຊິ່ງຂອງພຣະທຳທີ່ວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ຢ່າວ່າແຕ່ປະຕິບັດພາລະກິດທີ່ຂັດແຍ່ງເຊິ່ງກັນແລະກັນເລີຍ ນັ້ນກໍຍ້ອນວ່າ ທາດແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ທາດແທ້ຂອງພວກເຂົາແມ່ນຄືກັນ; ທັງສອງມີທາດແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ທາດແທ້ຂອງພຣະອົງແມ່ນດີ. ພຣະອົງສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈ ແລະ ບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ແລະ ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄືກັບຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມໂຊມ ແລະ ຄວບຄຸມໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມໂຊມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ຢ່າວ່າແຕ່ປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຕໍ່ຕ້ານຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມພຣະໄທຂອງພຣະອົງ”. ມະນຸດຈະເລືອກ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີທາດແທ້ຂອງພຣະເຈົ້າໄດ້ ແຕ່ເປັນພຽງສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ຢ່າວ່າແຕ່ເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າເລີຍ. ມະນຸດທຸກຄົນນອກຈາກພຣະຄຣິດສາມາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີໃຜສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາແມ່ນທາດແທ້ຂອງພຣະຄຣິດ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດຂອງເຂົາ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

(ຄັດຈາກບົດ “ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າແມ່ນຍິ່ງໃຫຍ່ທີ່ສຸດ; ພຣະອົງແມ່ນຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງຍັງຍິ່ງໃຫຍ່ທີ່ສຸດ, ຊົງລິດທານຸພາບສູງສຸດ ແລະ ຊອບທໍາ. ເນື້ອໜັງແບບນັ້ນແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ຮຸ່ງເຮືອງ ແລະ ຊົງພະລັງ ແລະ ບໍ່ສາມາດເຮັດສິ່ງທີ່ເປັນການລະເມີດຄວາມຈິງ ຫຼື ສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ຈະເຮັດໃນສິ່ງຕ່າງໆທີ່ເປັນການທໍລະຍົດຕໍ່ພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າແມ່ນບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈິ່ງບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງແມ່ນມີທາດແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ມັນແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນພຣະເຈົ້າ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ ແຕ່ມີພຽງມະນຸດເທົ່ານັ້ນທີ່ຖືກຊາຕານຄອບງໍາ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢ່າງຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ມີວັນທີ່ຈະສາມາດຂຶ້ນໄປຢູ່ບ່ອນທີ່ສູງສົ່ງ ແລະ ຈະບໍ່ມີວັນທີ່ຈະສາມາດເຂົ້າໃກ້ພຣະເຈົ້າໄດ້.

(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ເຊິ່ງເປັນເຄື່ອງນຸ່ງຂອງພຣະວິນຍານຂອງພຣະເຈົ້າ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າ, ເປັນມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ພຣະອົງກໍຍັງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງກໍຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າ ພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ.

(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍທີ່ສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ພຣະເຢຊູເຈົາໄດ້ທຳນວາຍດ້ວຍຕົວພຣະອົງເອງວ່າ ພຣະເຈົ້າຈະບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ປາກົດຕົວເປັນບຸດມະນຸດເພື່ອປະຕິບັດພາລະກິດ

ຕໍ່ໄປ: 3. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະວິນຍານ?

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້