1. ພຣະເຢຊູເຈົາໄດ້ທຳນວາຍດ້ວຍຕົວພຣະອົງເອງວ່າ ພຣະເຈົ້າຈະບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ປາກົດຕົວເປັນບຸດມະນຸດເພື່ອປະຕິບັດພາລະກິດ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ” (ລູກາ 12:40).

“ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ” (ມັດທາຍ 24:37).

“ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27).

“ເປັນເໝືອນດັ່ງຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້” (ລູກາ 17:24-25).

“ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6).

“ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20).

“ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຢຊູກ່າວວ່າ ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ, ແຕ່ເຈົ້າຮູ້ຈັກຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະອົງບໍ? ເປັນໄປໄດ້ບໍ ທີ່ພຣະອົງໄດ້ ບອກກຸ່ມຂອງພວກເຈົ້າ? ສິ່ງດຽວທີ່ເຈົ້າຮູ້ກໍ່ຄື ພຣະອົງຈະກັບມາເໝືອນກັບທີ່ພຣະອົງຈາກໄປ ໂດຍຂີ່ເທິງເມກສີຂາວ, ແຕ່ເຈົ້າບໍ່ຮູ້ວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງຢ່າງແທ້ຈິງ. ຖ້າເຈົ້າສາມາດເຂົ້າໃຈທຸກສິ່ງຢ່າງແທ້ຈິງ, ແລ້ວເຈົ້າຈະອະທິບາຍພຣະທຳທີ່ພຣະເຢຊູກ່າວໄວ້ນັ້ນແນວໃດ? ພຣະອົງກ່າວວ່າ: ເມື່ອບຸດມະນຸດກັບມາໃນຍຸກສຸດທ້າຍ, ພຣະອົງເອງກໍຈະບໍ່ຮູ້, ທູດສະຫວັນກໍຈະບໍ່ຮູ້, ຜູ້ສົ່ງຂ່າວໃນສະຫວັນກໍຈະບໍ່ຮູ້ ແລະ ມະນຸດທັງປວງກໍຈະບໍ່ຮູ້. ມີພຽງແຕ່ພຣະບິດາເທົ່ານັ້ນທີ່ຈະຮູ້ ນັ້ນກໍຄື ມີພຽງແຕ່ພຣະວິນຍານເທົ່ານັ້ນທີ່ຈະຮູ້. ແມ່ນແຕ່ບຸດມະນຸດເອງກໍຍັງບໍ່ຮູ້, ແຕ່ເຈົ້າສາມາດເຫັນ ແລະ ຮູ້ໄດ້ແນວໃດ? ຖ້າເຈົ້າສາມາດຮູ້ ແລະ ເຫັນດ້ວຍຕາຂອງເຈົ້າເອງ, ພຣະທຳເຫຼົ່ານີ້ທີ່ຖືກກ່າວໄວ້ກໍຈະບໍ່ມີປະໂຫຍດຫຍັງບໍ? ແລ້ວພຣະເຢຊູໄດ້ກ່າວໄວ້ແນວໃດໃນເວລານັ້ນ? “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້, ແມ່ນແຕ່ທູດສະຫວັນທີ່ຢູ່ໃນສະຫວັນ ຫຼື ພຣະບຸດກໍບໍ່ຮູ້ ມີແຕ່ພຣະບິດາຂອງເຮົາຜູ້ດຽວ. ແຕ່ໃນຍຸກຂອງໂນອາເປັນແບບໃດນັ້ນ ການມາຂອງບຸດມະນຸດກໍຈະເປັນແບບນັ້ນເຊັ່ນກັນ... ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ”. ເມື່ອເວລານັ້ນມາເຖິງ, ບຸດມະນຸດເອງກໍຈະບໍ່ຮູ້ເຊັ່ນກັນ. ບຸດມະນຸດໝາຍເຖິງເນື້ອໜັງຂອງພຣະເຈົ້າທີ່ຊົງບັງເກີດເປັນມະນຸດ, ເປັນບຸກຄົນທີ່ທຳມະດາ ແລະ ສາມັນ. ແມ່ນແຕ່ບຸດມະນຸດຍັງບໍ່ຮູ້, ແລ້ວເຈົ້າຈະຮູ້ໄດ້ແນວໃດ?

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

“ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ”. ບັດນີ້ ພວກເຈົ້າໄດ້ຍິນພຣະທຳຂອງພຣະວິນຍານບໍລິສຸດແລ້ວບໍ? ພຣະທຳຂອງພຣະເຈົ້າໄດ້ມາເຖິງພວກເຈົ້າແລ້ວ. ພວກເຈົ້າໄດ້ຍິນພຣະທໍາເຫຼົ່ານັ້ນບໍ? ພຣະເຈົ້າດຳເນີນພາລະກິດແຫ່ງພຣະທໍາໃນຍຸກສຸດທ້າຍ ແລະ ພຣະທໍາດັ່ງກ່າວແມ່ນມາຈາກພຣະວິນຍານບໍລິສຸດ, ເພາະວ່າພຣະເຈົ້າຄືພຣະວິນຍານບໍລິສຸດ ແລະ ຍັງສາມາດເປັນເນື້ອໜັງອີກ; ສະນັ້ນ ພຣະທໍາຂອງພຣະວິນຍານບໍລິສຸດທີ່ໄດ້ກ່າວໄວ້ໃນອະດີດຜ່ານມາ ກໍຄືພຣະທໍາຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ. ມີຄົນໂງ່ຈ້າຫຼາຍຄົນເຊື່ອວ່າ ຍ້ອນແມ່ນພຣະວິນຍານບໍລິສຸດທີ່ກຳລັງເວົ້າ, ສຽງຂອງພຣະອົງຄວນກ່າວມາຈາກສະຫວັນເພື່ອໃຫ້ຜູ້ຄົນໄດ້ຍິນ. ຄົນໃດກໍຕາມທີ່ຄິດແບບນີ້ບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ໃນຄວາມເປັນຈິງ ພຣະຄຳທີ່ພຣະວິນຍານບໍລິສຸດກ່າວແມ່ນຄຳທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ. ພຣະວິນຍານບໍລິສຸດບໍ່ສາມາດກ່າວກັບມະນຸດໂດຍກົງ; ແມ່ນແຕ່ໃນຍຸກແຫ່ງພຣະບັນຍັດ, ພຣະເຢໂຮວາກໍບໍ່ກ່າວກັບຜູ້ຄົນໂດຍກົງ. ມັນແຮງຈະບໍ່ໄດ້ເປັນໄດ້ໜ້ອຍກວ່າເກົ່າບໍທີ່ພຣະອົງຈະກ່າວໃນຍຸກປັດຈຸບັນບໍ? ເພື່ອທີ່ພຣະເຈົ້າຈະກ່າວພຣະຄຳເພື່ອດຳເນີນພາລະກິດ, ພຣະອົງຕ້ອງກາຍເປັນເນື້ອໜັງ; ບໍ່ດັ່ງນັ້ນ ພາລະກິດຂອງພຣະອົງກໍຈະບໍ່ສາມາດບັນລຸເປົ້າໝາຍໄດ້. ຄົນທີ່ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນຄົນທີ່ບໍ່ຮູ້ຈັກພຣະວິນຍານ ຫຼື ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ.

(ຄັດຈາກບົດ “ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເປັນເວລາຫຼາຍພັນປີມາແລ້ວ ມະນຸດໄດ້ປາດຖະໜາຢາກເຫັນການມາເຖິງຂອງພຣະຜູ້ຊ່ວຍໃຫ້ລອດພົ້ນ. ມະນຸດປາດຖະໜາຢາກເຫັນພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຂີ່ກ້ອນເມກສີຂາວເມື່ອພຣະອົງລົງມາດ້ວຍຕົນເອງຢູ່ທ່າມກາງຜູ້ທີ່ລໍຄອຍ ແລະ ປາດຖະໜາຢາກເຫັນພຣະອົງເປັນເວລາຫຼາຍພັນປີມາແລ້ວ. ມະນຸດຍັງປາດຖະໜາໃຫ້ພຣະຜູ້ຊ່ວຍໃຫ້ລອດພົ້ນກັບຄືນມາ ແລະ ມາຢູ່ຮ່ວມກັບພວກເຂົາ; ນັ້ນກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຜູ້ທີ່ໄດ້ແຍກຈາກຜູ້ຄົນເປັນເວລາຫຼາຍພັນປີກັບຄືນມາ ແລະ ປະຕິບັດພາລະກິດແຫ່ງການໄຖ່ບາບທີ່ພຣະອົງເຄີຍເຮັດໃນທ່າມກາງຄົນຢິວອີກຄັ້ງ, ໃຫ້ພຣະອົງຈະມີຄວາມສົງສານ ແລະ ມີຄວາມຮັກຕໍ່ມະນຸດ, ໃຫ້ອະໄພບາບແກ່ມະນຸດ ແລະ ແບກຮັບຄວາມຜິດບາບຂອງມະນຸດ ແລະ ເຖິງກັບແບກຮັບເອົາການກະທຳຜິດຂອງມະນຸດທຸກຄົນ ແລະ ນຳມະນຸດອອກຈາກຄວາມຜິດບາບ. ສິ່ງທີ່ພວກເຂົາປາດຖະໜາກໍ່ຄືໃຫ້ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນເປັນຄືແຕ່ກ່ອນ ນັ້ນກໍ່ຄືເປັນພຣະຜູ້ຊ່ວຍໃຫ້ລອດທີ່ເຕັມໄປດ້ວຍຄວາມຮັກ, ມີເມດຕາ ແລະ ໜ້າເຄົາລົບນັບຖື, ເປັນຜູ້ທີ່ບໍ່ເຄີຍໂກດຮ້າຍຕໍ່ມະນຸດ ແລະ ຜູ້ທີ່ບໍ່ເຄີຍຕຳນິມະນຸດ, ແຕ່ເປັນຜູ້ທີ່ໃຫ້ອະໄພ ແລະ ແບກຮັບເອົາບາບທັງໝົດຂອງມະນຸດ ແລະ ຜູ້ທີ່ເຖິງກັບຕາຍເທິງໄມ້ກາງແຂນເພື່ອມະນຸດຄືກັບຄັ້ງກ່ອນ. ຕັ້ງແຕ່ທີ່ພຣະເຢຊູໄດ້ຈາກໄປ, ສາວົກຜູ້ທີ່ຕິດຕາມພຣະອົງ ພ້ອມທັງໄພ່ພົນທຸກຄົນທີ່ໄດ້ຮັບຄວາມລອດພົ້ນໃນພຣະນາມຂອງພຣະອົງກໍ່ໄດ້ພາກັນສະແຫວງຫາ ແລະ ລໍຄອຍພຣະອົງຢ່າງສິ້ນຫວັງ. ທຸກຄົນທີ່ໄດ້ຮັບຄວາມລອດພົ້ນຈາກພຣະກະລຸນາຂອງພຣະເຢຊູຄຣິດໃນລະຫວ່າງຍຸກແຫ່ງພຣະຄຸນກໍ່ປາດຖະໜາຫາມື້ແຫ່ງຄວາມປິຕິຍິນດີໃນຍຸກສຸດທ້າຍ ເມື່ອພຣະຜູ້ຊ່ວຍໃຫ້ລອດພົ້ນຈະລົງມາເທິງກ້ອນເມກສີຂາວ ເພື່ອປາກົດຕົວຕໍ່ໜ້າທຸກຄົນ. ແນ່ນອນ ສິ່ງນີ້ຍັງແມ່ນຄວາມປາດຖະໜາລວມກັນຂອງທຸກຄົນທີ່ຍອມຮັບພຣະນາມຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນມື້ນີ້. ທຸກຄົນໃນຈັກກະວານທີ່ຮູ້ຈັກຄວາມລອດພົ້ນຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ລໍຄອຍຢ່າງສິ້ນຫວັງໃຫ້ພຣະເຢຊູຄຣິດມາເຖິງຢ່າງກະທັນຫັນ ເພື່ອເຮັດສຳເລັດສິ່ງທີ່ພຣະເຢຊູໄດ້ກ່າວໄວ້ໃນຂະນະທີ່ຢູ່ເທິງໂລກ: “ເຮົາຈະມາຄືກັນກັບຕອນທີ່ເຮົາຈາກໄປ”. ມະນຸດເຊື່ອວ່າ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ ແລະ ການຄືນຊີບ ພຣະເຢຊູໄດ້ກັບຄືນໄປສູ່ສະຫວັນເທິງກ້ອນເມກສີຂາວ ເພື່ອຮັບຕຳແໜ່ງຂອງພຣະອົງໃນມືເບື້ອງຂວາຂອງອົງຊົງສູງສຸດ. ໃນລັກສະນະດຽວກັນ, ພຣະເຢຊູຈະລົງມາເທິງກ້ອນເມກສີຂາວອີກຄັ້ງ (ກ້ອນເມກນີ້ໝາຍເຖິງກ້ອນເມກທີ່ພຣະເຢຊູຂີ່ໃນເວລາທີ່ພຣະອົງກັບຄືນໄປສະຫວັນ) ທ່າມກາງຄົນທີ່ຄອງຄອຍພຣະອົງຢ່າງສິ້ນຫວັງເປັນເວລາຫຼາຍພັນປີ ແລະ ພຣະອົງຈະມີພາບລັກ ແລະ ໃສ່ເຄື່ອງນຸ່ງຂອງຄົນຢິວ. ຫຼັງຈາກທີ່ປາກົດຕໍ່ມະນຸດແລ້ວ, ພຣະອົງຈະປະທານອາຫານໃຫ້ແກ່ພວກເຂົາ ແລະ ເຮັດໃຫ້ນໍ້າແຫ່ງຊີວິດໄຫຼອອກມາສຳລັບພວກເຂົາ ແລະ ຈະໃຊ້ຊີວິດໃນທ່າມກາງມະນຸດຢ່າງເຕັມໄປດ້ວຍຄວາມກະລຸນາ ແລະ ເຕັມໄປດ້ວຍຄວາມຮັກ, ຊີວິດຊີວາ ແລະ ຄວາມຈິງ. ແນວຄິດທັງໝົດນັ້ນແມ່ນສິ່ງທີ່ຜູ້ຄົນເຊື່ອ. ແຕ່ພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນບໍ່ໄດ້ເຮັດແບບນີ້; ພຣະອົງເຮັດກົງກັນຂ້າມກັບສິ່ງທີ່ມະນຸດເຂົ້າໃຈ. ພຣະອົງບໍ່ໄດ້ມາຢູ່ທ່າມກາງຜູ້ຄົນທີ່ຄອງຄອຍການກັບມາຂອງພຣະອົງ ແລະ ພຣະອົງບໍ່ໄດ້ປາກົດຕໍ່ທຸກຄົນໃນຂະນະທີ່ກຳລັງຂີ່ກ້ອນເມກສີຂາວ. ພຣະອົງໄດ້ລົງມາແລ້ວ ແຕ່ມະນຸດບໍ່ຮູ້ຈັກ ແລະ ຍັງບໍ່ຮູ້. ມະນຸດພຽງແຕ່ລໍຖ້າພຣະອົງຢ່າງບໍ່ມີຈຸດໝາຍ ໂດຍບໍ່ຮູ້ວ່າພຣະອົງໄດ້ລົງມາເທິງ “ກ້ອນເມກສີຂາວ” ແລ້ວ (ກ້ອນເມກທີ່ເປັນພຣະວິນຍານຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ອຸປະນິໄສທັງໝົດຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງເປັນ) ແລະ ໃນຕອນນີ້ ພຣະອົງຢູ່ທ່າມກາງກຸ່ມຜູ້ຊະນະທີ່ພຣະອົງຈະສ້າງຂຶ້ນໃນລະຫວ່າງຍຸກສຸດທ້າຍ.

(ຄັດຈາກບົດ “ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ ‘ກ້ອນເມກສີຂາວ’” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ທີ່ສາມາດເຊື່ອຟັງຄວາມຈິງ ແລະ ຍອມຮັບພາລະກິດຂອງພຣະເຈົ້າກໍຈະໄດ້ຮັບການຢືນຢັນພາຍໃຕ້ນາມຂອງພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ. ພວກເຂົາຈະສາມາດຮັບເອົາການຊີ້ນໍາສ່ວນຕົວຈາກພຣະເຈົ້າ, ຈະໄດ້ຮັບຄວາມຈິງຫຼາຍຂຶ້ນ ແລະ ສູງສົ່ງຫຼາຍຍິ່ງຂຶ້ນ ພ້ອມທັງຊີວິດທີ່ແທ້ຈິງ. ພວກເຂົາຈະເຫັນນິມິດທີ່ຜູ້ຄົນໃນອະດີດບໍ່ເຄີຍເຫັນມາກ່ອນ: “ແລະ ຂ້າພະເຈົ້າຫັນໄປຍັງສຽງທີ່ເວົ້າກັບຂ້າພະເຈົ້າ. ເມື່ອຂ້າພະເຈົ້າຫັນໄປກໍເຫັນຄັນທຽນຄໍາເຈັດອັນ; ໃນທ່າມກາງຄັນທຽນເຈັດຄັນເຫຼົ່ານັ້ນ ມີຜູ້ໜຶ່ງເໝືອນບຸດມະນຸດ, ນຸ່ງເສື້ອລ່າມລົງເຖິງຕີນ ແລະ ຄຽນເອິກດ້ວຍຜ້າບ່ຽງຄໍາ. ຫົວ ແລະ ຜົມຂອງພຣະອົງເປັນສີຂາວເໝືອນຂົນແກະ, ຂາວເໝືອນດັ່ງຫິມະ ແລະ ຕາຂອງພຣະອົງເປັນເໝືອນດັ່ງແປວໄຟ; ຕີນຂອງພຣະອົງເໝືອນດັ່ງທອງຍອດດີ ທີ່ເບິ່ງຄືກັບວ່າ ຖືກຫຼອມໃນເຕົາໄຟ ແລະ ສຽງຂອງພຣະອົງດັງກ້ອງເໝືອນດັ່ງສຽງນໍ້າໄຫລ. ພຣະອົງຖືດາວເຈັດດວງໃນມືເບື້ອງຂວາຂອງພຣະອົງ ແລະ ໃນປາກຂອງພຣະອົງມີດາບສອງຄົມເດ່ອອກມາ ແລະ ໃບໜ້າຂອງພຣະອົງເປັນເໝືອນດັ່ງຕາເວັນທີ່ສ່ອງແສງຢູ່ໃນລັດສະໝີຂອງພຣະອົງ” (ພຣະນິມິດ 1:12-16). ນິມິດດັ່ງກ່າວນີ້ແມ່ນເປັນການສະແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ ແລະ ການສະແດງອອກເຖິງອຸປະນິໄສທັງໝົດຂອງພຣະອົງກໍຍັງເປັນການສະແດງເຖິງພາລະກິດຂອງພຣະເຈົ້າໃນການບັງເກີດເປັນມະນຸດໃນປັດຈຸບັນຂອງພຣະອົງ. ຢູ່ໃນສະພາວະທີ່ຫຼັ່ງໄຫຼແຫ່ງການຂ້ຽນຕີ ແລະ ການພິພາກສາ, ບຸດມະນຸດສະແດງອອກເຖິງອຸປະນິໄສໂດຍທໍາມະຊາດຂອງພຣະອົງຜ່ານວິທີການແຫ່ງພຣະຄຳ ເຊິ່ງເຮັດໃຫ້ທຸກຄົນທີ່ຍອມຮັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໄດ້ເຫັນໃບໜ້າທີ່ແທ້ຈິງຂອງບຸດມະນຸດ ທີ່ເປັນການພັນລະນາຢ່າງຊື່ສັດເຖິງໃບໜ້າຂອງບຸດມະນຸດທີ່ໂຢຮັນເຄີຍໄດ້ເຫັນ. (ແນ່ນອນ ທຸກສິ່ງນີ້ຈະບໍ່ສາມາດເຫັນໄດ້ໂດຍຜູ້ຄົນທີ່ບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າໃນຍຸກແຫ່ງອານາຈັກ).

(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)

ເຮົາບອກພວກເຈົ້າວ່າ ຄົນເຫຼົ່ານັ້ນທີ່ເຊື່ອໃນພຣະເຈົ້າຍ້ອນໝາຍສໍາຄັນກໍ່ເປັນປະເພດຄົນທີ່ຈະຖືກທຳລາຍ. ຄົນເຫຼົ່ານັ້ນທີ່ບໍ່ສາມາດຮັບພຣະທຳຂອງພຣະເຢຊູ ຜູ້ທີ່ໄດ້ກັບມາເປັນມະນຸດກໍ່ເປັນລູກຫຼານຂອງນະຮົກ, ຜູ້ສືບເຊື້ອສາຍຂອງອັກຄະເທວະດາ ເຊິ່ງເປັນກຸ່ມຄົນທີ່ຈະໄດ້ຮັບຄວາມພິນາດຕະຫຼອດໄປເປັນນິດ. ຫຼາຍຄົນອາດບໍ່ສົນໃຈໃນສິ່ງທີ່ເຮົາບອກກ່າວ ແຕ່ເຮົາຍັງຢາກບອກໄພ່ພົນທີ່ຕິດຕາມພຣະເຢຊູທຸກຄົນວ່າ ເມື່ອພວກເຈົ້າເຫັນພຣະເຢຊູລົງມາຈາກແຜ່ນດິນສະຫວັນເທິງເມກສີຂາວດ້ວຍຕາຂອງພວກເຈົ້າເອງ ນີ້ຈະເປັນການປາກົດຕົວຢ່າງເປີດເຜີຍຂອງພຣະອາທິດແຫ່ງຄວາມທ່ຽງທຳ. ບາງເທື່ອ ນັ້ນຈະເປັນເວລາແຫ່ງຄວາມຕື່ນເຕັ້ນຢ່າງໃຫຍ່ສໍາລັບເຈົ້າ ແຕ່ເຈົ້າຄວນຮູ້ວ່າ ເວລາທີ່ເຈົ້າເປັນພະຍານການລົງມາຂອງພຣະເຢຊູຈາກແຜ່ນດິນສະຫວັນຍັງເປັນເວລາທີ່ເຈົ້າຈະລົງນະຮົກເພື່ອຮັບການລົງໂທດອີກດ້ວຍ. ນັ້ນຈະເປັນເວລາແຫ່ງການສິ້ນສຸດຂອງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ມັນເປັນເວລາທີ່ພຣະເຈົ້າໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວ. ເນື່ອງຈາກວ່າ ການພິພາກສາຂອງພຣະເຈົ້າຈະສິ້ນສຸດລົງກ່ອນທີ່ມະນຸດຈະໄດ້ເຫັນໝາຍສໍາຄັນ ໃນເວລາມີການສະແດງຄວາມຈິງເທົ່ານັ້ນ. ສະນັ້ນ ມີພຽງຜູ້ທີ່ຍອມຮັບຄວາມຈິງ ແລະ ບໍ່ສະແຫວງຫາໝາຍສຳຄັນຈະໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດ ເຊິ່ງຜູ້ຄົນເຫຼົ່ານີ້ຈະກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນອ້ອມກອດຂອງພຣະຜູ້ສ້າງ. ຜູ້ຄົນທີ່ຍຶດຖືໃນຄວາມເຊື່ອທີ່ວ່າ “ພຣະເຢຊູ ຜູ້ທີ່ບໍ່ໄດ້ຂີ່ເມກສີຂາວ ແມ່ນພຣະເຢຊູຕົວປອມ” ຈະໄດ້ຮັບການລົງໂທດຕະຫຼອດໄປເປັນນິດ ຍ້ອນພວກເຂົາເຊື່ອພຽງພຣະເຢຊູທີ່ກະທຳໝາຍສຳຄັນ ແຕ່ບໍ່ຮັບຮູ້ພຣະເຢຊູທີ່ປະກາດການພິພາກສາທີ່ຮ້າຍແຮງ ແລະ ເປີດເຜີຍຫົນທາງທີ່ແທ້ຈິງ ແລະ ຊີວິດ. ດ້ວຍເຫດນັ້ນ ເມື່ອພຣະເຢຊູກັບມາເທິງເມກສີຂາວຢ່າງເປີດເຜີຍ ພຣະອົງອາດຈັດການກັບພວກເຂົາ ເພາະພວກເຂົາດື້ດ້ານເກີນໄປ, ໝັ້ນໃຈໃນຕົວເອງເກີນໄປ ແລະ ອວດດີຫຼາຍເກີນໄປ. ຄົນເສື່ອມຊາມແບບນີ້ຈະໄດ້ຮັບລາງວັນຈາກພຣະເຈົ້າໄດ້ແນວໃດ? ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ.

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຕໍ່ໄປ: 2. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືແກ່ນແທ້ຂອງການບັງເກີດເປັນມະນຸດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້