(I) ສິດອຳນາດຂອງພຣະເຈົ້າ

529. ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ່ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດອອກຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອປອບໃຈຂອງເຂົາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບູລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜ່ນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

530. ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ. ບໍ່ວ່າພຣະອົງໄດ້ສ້າງພວກມັນໃນລັກສະນະໃດກໍຕາມ, ບໍ່ວ່າເປັນຫຍັງພຣະອົງຈຶ່ງສ້າງພວກມັນ, ທຸກສິ່ງກໍມີຊີວິດ ແລະ ຍຶດໝັ້ນ ແລະ ເປັນຢູ່ຍ້ອນພຣະທຳຂອງພຣະເຈົ້າ; ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນເວລາກ່ອນມະນຸດຊາດປາກົດເທິງແຜ່ນດິນໂລກ, ພຣະຜູ້ສ້າງໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງເພື່ອສ້າງທຸກສິ່ງໃຫ້ກັບມະນຸດຊາດ ແລະ ໃຊ້ວິທີການໜຶ່ງດຽວຂອງພຣະອົງເພື່ອຈັດແຈງສະພາບແວດລ້ອມແຫ່ງຊີວິດທີ່ເໝາະສົມສໍາລັບມະນຸດຊາດ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອຈັດແຈງສຳລັບມະນຸດຊາດ ຜູ້ເຊິ່ງຈະຮັບເອົາລົມຫາຍໃຈຂອງພຣະອົງໃນອີກບໍ່ດົນ. ນີ້ໝາຍຄວາມວ່າ ໃນເວລາກ່ອນມະນຸດຊາດຈະຖືກສ້າງ, ສິດອຳນາດຂອງພຣະເຈົ້າຖືກສະແດງອອກໃນສິ່ງຖືກສ້າງທັງໝົດທີ່ແຕກຕ່າງຈາກມະນຸດຊາດ, ໃນສິ່ງທີ່ຍິ່ງໃຫຍ່ສໍ່າກັບສະຫວັນ, ແສງສະຫວ່າງ, ທະເລ, ແຜ່ນດິນ ແລະ ໃນສິ່ງທີ່ເລັກນ້ອຍສໍ່າກັບສັດ ແລະ ນົກ ພ້ອມທັງໃນແມງໄມ້ ແລະ ເຊື້ອຈຸລິນຊີທຸກຊະນິດ ລວມເຖິງເຊື້ອແບັກເທເຣຍຫຼາກຫຼາຍຊະນິດທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ແຕ່ລະຢ່າງຖືກມອບຊີວິດໂດຍພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງເພີ່ມທະວີຍ້ອນພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ຍ້ອນພຣະທຳຂອງພຣະອົງ. ເຖິງແມ່ນວ່າ ພວກມັນບໍ່ໄດ້ຮັບລົມຫາຍໃຈຂອງພຣະຜູ້ສ້າງ, ພວກມັນກໍຍັງສະແດງອອກເຖິງຄວາມມີພະລັງແຫ່ງຊີວິດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ຜ່ານທາງຮູບຮ່າງ ແລະ ໂຄງສ້າງທີ່ແຕກຕ່າງກັນຂອງພວກມັນ; ເຖິງແມ່ນວ່າພວກມັນບໍ່ໄດ້ຮັບຄວາມສາມາດໃນການເວົ້າດັ່ງທີ່ພຣະຜູ້ສ້າງມອບໃຫ້ກັບມະນຸດຊາດ, ພວກມັນແຕ່ລະຢ່າງກໍໄດ້ຮັບວິທີແຫ່ງການສຳແດງຊີວິດຂອງພວກມັນ ທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ ແລະ ທີ່ແຕກຕ່າງຈາກພາສາຂອງມະນຸດ. ສິດອຳນາດຂອງພຣະຜູ້ສ້າງບໍ່ພຽງແຕ່ມອບພະລັງຊີວິດໃຫ້ກັບວັດຖຸທີ່ເບິ່ງຄືກັບວ່າບໍ່ເໜັງຕີງ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ, ແຕ່ພຣະອົງຍັງໄດ້ມອບສັນຊາດຕະຍານໃນການອອກລູກ ແລະ ການທະວີຄູນໃຫ້ກັບທຸກສິ່ງທີ່ມີຊີວິດ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ ແລະ ເພື່ອພວກມັນຈະສືບທອດກົດເກນ ແລະ ຫຼັກການແຫ່ງການເອົາຕົວລອດທີ່ພຣະຜູ້ສ້າງມອບໃຫ້ກັບພວກມັນຈາກຮຸ່ນສູ່ຮຸ່ນ. ລັກສະນະທີ່ພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງບໍ່ໄດ້ຍຶດຕິດຢູ່ກັບມຸມມອງມະຫາພາກ ຫຼື ຈຸລະພາກຢ່າງໜຽວແໜ້ນ ແລະ ບໍ່ໄດ້ຈຳກັດກັບຮູບຮ່າງໃດໜຶ່ງ; ພຣະອົງສາມາດບັນຊາການກິດຈະການຂອງຈັກກະວານ ແລະ ປົກຄອງເໜືອຊີວິດ ແລະ ຄວາມຕາຍຂອງທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກຳນົດທິດທາງໃຫ້ກັບທຸກສິ່ງເພື່ອພວກມັນຈະຮັບໃຊ້ພຣະອົງ; ພຣະອົງສາມາດຄຸ້ມຄອງທຸກການເຮັດວຽກຂອງພູເຂົາ, ແມ່ນໍ້າ ແລະ ທະເລສາບ ແລະ ປົກຄອງທຸກສິ່ງທີ່ຢູ່ພາຍໃນສິ່ງເຫຼົ່ານັ້ນ ແລະ ນອກເໜືອໄປກວ່ານັ້ນ ພຣະອົງສາມາດສະໜອງສິ່ງທີ່ຈຳເປັນຕໍ່ສິ່ງທັງປວງ. ນີ້ແມ່ນການສະແດງອອກຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງທ່າມກາງສິ່ງທັງປວງນອກຈາກມະນຸດຊາດ. ການສະແດງອອກດັ່ງກ່າວບໍ່ແມ່ນພຽງສຳລັບຊ່ວງເວລາຊີວິດໃດໜຶ່ງເທົ່ານັ້ນ; ມັນຈະບໍ່ເຊົາຈັກເທື່ອ ຫຼື ພັກ ແລະ ມັນບໍ່ສາມາດຖືກປ່ຽນແປງ ຫຼື ຖືກທຳລາຍໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ ຫຼື ມັນບໍ່ສາມາດຖືກເພີ່ມເຕີ່ມ ຫຼື ລົດລົງໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ, ຍ້ອນບໍ່ມີໃຜສາມາດແທນຕົວຕົນຂອງພຣະຜູ້ສ້າງ ແລະ ສະນັ້ນ ສິດອຳນາດຂອງພຣະຜູ້ສ້າງຈຶ່ງບໍ່ສາມາດຖືກແທນທີ່ໂດຍສິ່ງຖືກສ້າງໃດໆ; ມັນບໍ່ສາມາດບັນລຸໂດຍສິ່ງທີ່ບໍ່ຖືກສ້າງໃດໆ. ລອງເອົາຜູ້ສົ່ງຂ່າວ ແລະ ທູດສະຫວັນຂອງພຣະເຈົ້າເປັນຕົວຢ່າງ. ພວກມັນບໍ່ມີລິດອຳນາດຂອງພຣະເຈົ້າ ແຮງແລ້ວເລີຍທີ່ຈະມີສິດອຳນາດຂອງພຣະຜູ້ສ້າງ ແລະ ເຫດຜົນທີ່ວ່າ ເປັນຫຍັງພວກມັນບໍ່ມີລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້ານັ້ນ ກໍຍ້ອນພວກມັນບໍ່ມີທາດແທ້ຂອງພຣະຜູ້ສ້າງ. ສິ່ງທີ່ບໍ່ຖືກສ້າງ ເຊັ່ນຜູ້ສົ່ງຂ່າວ ແລະ ທຸດສະຫວັນຂອງພຣະເຈົ້າ ເຖິງແມ່ນວ່າພວກມັນສາມາດເຮັດບາງສິ່ງແທນພຣະເຈົ້າໄດ້, ພວກມັນກໍບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ເຖິງແມ່ນວ່າພວກມັນມີລິດອຳນາດບາງຢ່າງທີ່ມະນຸດບໍ່ມີ, ພວກມັນກໍບໍ່ມີສິດອຳນາດຂອງພຣະເຈົ້າເພື່ອສ້າງສິ່ງທັງປວງ, ເພື່ອບັນຊາການສິ່ງທັງປວງ ແລະ ເພື່ອປົກຄອງເໜືອສິ່ງທັງປວງ. ສະນັ້ນ ວາມເປັນໜຶ່ງດຽວຂອງພຣະເຈົ້າຈຶ່ງບໍ່ສາມາດຖືກແທນໂດຍສິ່ງທີ່ບໍ່ຖືກສ້າງໃດໜຶ່ງ ແລະ ໃນທຳນອງດຽວກັນ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າກໍບໍ່ສາມາດຖືກແທນທີ່ໂດຍສິ່ງທີ່ບໍ່ຖືກສ້າງໃດໜຶ່ງ. ໃນພຣະຄຳພີ, ເຈົ້າໄດ້ອ່ານກ່ຽວກັບຜູ້ສົ່ງຂ່າວຂອງພຣະເຈົ້າທີ່ສ້າງສິ່ງທັງປວງບໍ? ເປັນຫຍັງພຣະເຈົ້າຈຶ່ງບໍ່ສົ່ງຜູ້ສົ່ງຂ່າວ ຫຼື ທູດສະຫວັນຕົນໃດຕົນໜຶ່ງຂອງພຣະອົງໄປປະຕິບັດໜ້າທີ່ໃນການສ້າງສິ່ງທັງປວງ? ມັນເປັນເພາະວ່າ ພວກມັນບໍ່ມີສິດອຳນາດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກມັນຈຶ່ງບໍ່ມີຄວາມສາມາດທີ່ຈະໃຊ້ສິດອຳນາດຂອງພຣະເຈົ້າໄດ້. ຄືກັບສິ່ງຖືກສ້າງທັງໝົດ, ພວກມັນລ້ວນແລ້ວແຕ່ຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ແລະ ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ສ້າງ ແລະ ດ້ວຍເຫດນັ້ນ ໃນລັກສະນະດຽວກັນ ພຣະຜູ້ສ້າງກໍເປັນພຣະເຈົ້າຂອງພວກມັນ ແລະ ຍັງເປັນຜູ້ປົກຄອງຂອງພວກມັນ. ທ່າມກາງພວກມັນແຕ່ລະຢ່າງ ບໍ່ວ່າພວກມັນຈະສູງສົ່ງ ຫຼື ຕໍ່າຕ້ອຍ, ມີລິດອຳນາດຫຼາຍ ຫຼື ໜ້ອຍ, ກໍບໍ່ມີສິ່ງໃດທີ່ສາມາດລື່ນສິດອຳນາດຂອງພຣະຜູ້ສ້າງໄດ້ ແລະ ດ້ວຍເຫດນັ້ນ ທ່າມກາງພວກມັນແລ້ວ ບໍ່ມີສິ່ງໃດທີ່ສາມາດແທນທີ່ຕົວຕົນຂອງພຣະຜູ້ສ້າງໄດ້. ພວກມັນຈະບໍ່ຖືກເອີ້ນວ່າພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດກາຍເປັນພຣະຜູ້ສ້າງໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຈິງ ແລະ ຂໍ້ແທ້ຈິງທີ່ບໍ່ສາມາດປ່ຽນແປງໄດ້!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

531. ພຣະເຈົ້າເບິ່ງທຸກສິ່ງທີ່ພຣະອົງສ້າງຂຶ້ນ ແລະ ຍຶດໝັ້ນຍ້ອນພຣະທຳຂອງພຣະອົງ ແລະ ເລີ່ມປ່ຽນແປງເທື່ອລະໜ້ອຍ. ໃນເວລານີ້ ພຣະເຈົ້າພໍໃຈກັບສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນດ້ວຍພຣະທຳຂອງພຣະອົງ ແລະ ການກະທຳຕ່າງໆທີ່ພຣະອົງໄດ້ບັນລຸບໍ? ຄຳຕອບກໍຄື: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ພວກເຈົ້າເຫັນຫຍັງໃນນີ້? ປະໂຫຍກທີ່ວ່າ “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ສື່ເຖິງຫຍັງ? ມັນເປັນສັນຍາລັກໃຫ້ກັບຫຍັງ? ມັນໝາຍຄວາມວ່າພຣະເຈົ້າມີລິດອຳນາດ ແລະ ສະຕິປັນຍາທີ່ຈະສຳເລັດສິ່ງທີ່ພຣະອົງວາງແຜນ ແລະ ກໍານົດໄວ້ ເພື່ອບັນລຸເປົ້າໝາຍທີ່ພຣະອົງຕັ້ງໄວ້. ເມື່ອພຣະເຈົ້າໄດ້ເຮັດໃຫ້ໜ້າທີ່ແຕ່ລະຢ່າງສຳເລັດລົງ, ພຣະອົງຮູ້ສຶກເສຍໃຈບໍ? ຄຳຕອບກໍຍັງເປັນ: “ແລ້ວພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ”. ເວົ້າອີກຢ່າງກໍຄື ພຣະອົງບໍ່ພຽງແຕ່ບໍ່ໄດ້ຮູ້ສຶກເສຍໃຈ ແຕ່ກົງກັນຂ້າມ ພຣະອົງແມ່ນພໍໃຈ. ການທີ່ພຣະອົງບໍ່ໄດ້ຮູ້ສຶກເສຍໃຈໝາຍເຖິງຫຍັງ? ມັນໝາຍຄວາມວ່າ ແຜນການຂອງພຣະເຈົ້າສົມບູນແບບ, ລິດອຳນາດ ແລະ ສະຕິປັນຍາຂອງພຣະອົງສົມບູນແບບ ແລະ ໂດຍສິດອຳນາດຂອງພຣະອົງເທົ່ານັ້ນ ຄວາມສົມບູນແບບດັ່ງກ່າວຈຶ່ງສາມາດເຮັດໃຫ້ສຳເລັດໄດ້. ເມື່ອມະນຸດປະຕິບັດໜ້າທີ່, ເຂົາສາມາດເຫັນວ່າ ມັນເປັນສິ່ງທີ່ດີ ຄືກັບພຣະເຈົ້າໄດ້ເຫັນບໍ? ທຸກສິ່ງທີ່ມະນຸດເຮັດສາມາດສຳເລັດຢ່າງສົມບູນແບບໄດ້ບໍ? ມະນຸດສາມາດເຮັດຫຍັງໃຫ້ສຳເລັດຄັ້ງດຽວ ແລະ ຕະຫຼອດໄປບໍ? ຄືດັ່ງມະນຸດເວົ້າວ່າ: “ບໍ່ມີຫຍັງສົມບູນແບບ ມີແຕ່ດີຂຶ້ນ” ບໍ່ມີສິ່ງໃດທີ່ມະນຸດເຮັດສາມາດບັນລຸໄດ້ຢ່າງສົມບູນແບບໄດ້. ເມື່ອພຣະເຈົ້າເຫັນວ່າ ທຸກສິ່ງທີ່ພຣະອົງເຮັດ ແລະ ບັນລຸເປັນສິ່ງທີ່ດີ, ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນກໍຖືກກຳນົດໂດຍພຣະທຳຂອງພຣະອົງ ເຊິ່ງໝາຍຄວາມວ່າເມື່ອ “ພຣະເຈົ້າເຫັນວ່າ ມັນເປັນສິ່ງທີ່ດີ” ທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນກໍເລີ່ມເປັນຮູບປະທໍາຢ່າງຖາວອນ, ຖືກຈັດແບ່ງຕາມປະເພດຂອງພວກມັນ ແລະ ຖືກມອບຕໍາແໜ່ງ, ຈຸດປະສົງ ແລະ ໜ້າທີ່ຢ່າງໝັ້ນຄົງ ຄັ້ງດຽວ ແລະ ຕະລອດໄປ. ຍິ່ງໄປກວ່ານັ້ນ, ບົດບາດຂອງພວກມັນທ່າມກາງສິ່ງທັງປວງ ແລະ ການເດີນທາງທີ່ພວກມັນຕ້ອງເດີນໃນລະຫວ່າງການຄຸ້ມຄອງສິ່ງທັງປວງຂອງພຣະເຈົ້າໄດ້ຖືກກຳນົດໂດຍພຣະເຈົ້າແລ້ວ ແລະ ບໍ່ສາມາດປ່ຽນແປງໄດ້. ນີ້ແມ່ນກົດເກນແຫ່ງສະຫວັນທີ່ພຣະຜູ້ສ້າງມອບໃຫ້ກັບທຸກສິ່ງ.

“ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ຄຳເວົ້າທີ່ທຳມະດາ ແລະ ບໍ່ໃຫ້ຄຸນຄ່າຢ່າງພໍຄວນ ເຊິ່ງມັກຖືກເມີນເສີຍ ແມ່ນພຣະທຳແຫ່ງກົດເກນສະຫວັນ ແລະ ຄຳສັ່ງແຫ່ງສະຫວັນທີ່ພຣະເຈົ້າມອບໃຫ້ກັບສິ່ງມີຊີວິດທັງປວງ. ພວກມັນແມ່ນອີກໜຶ່ງຕົວຢ່າງແຫ່ງສິດອຳນາດຂອງພຣະຜູ້ສ້າງທີ່ເປັນຈິງ ແລະ ເລິກເຊິ່ງຍິ່ງຂຶ້ນ. ຜ່ານທາງພຣະທຳຂອງພຣະອົງ, ພຣະຜູ້ສ້າງບໍ່ພຽງແຕ່ສາມາດໄດ້ຮັບສິ່ງທີ່ພຣະອົງຕັ້ງໃຈທີ່ຈະຮັບເອົາ ແລະ ບັນລຸທຸກສິ່ງທີ່ພຣະເຈົ້າຕັ້ງໃຈທີ່ຈະບັນລຸ, ແຕ່ຍັງສາມາດຄວບຄຸມທຸກສິ່ງທີ່ພຣະອົງສ້າງຂຶ້ນໄວ້ໃນກໍາມືຂອງພຣະອົງ ແລະ ປົກຄອງສິ່ງທັງປວງໃຫ້ຢູ່ພາຍໃຕ້ສິດອຳນາດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ທຸກສິ່ງແມ່ນເປັນລະບົບລະບຽບ ແລະ ປົກກະຕິ. ທຸກສິ່ງຍັງທະວີຄູນ, ດຳລົງຢູ່ ແລະ ຕາຍໂດຍພຣະທຳຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ໂດຍສິດອຳນາດຂອງພຣະອົງແລ້ວ ພວກມັນມີຢູ່ທ່າມກາງກົດເກນທີ່ພຣະອົງໄດ້ກຳນົດຂຶ້ນ ແລະ ບໍ່ມີສິ່ງໃດທີ່ຖືກຍົກເວັ້ນ! ກົດເກນນີ້ເລີ່ມຕົ້ນຂຶ້ນທັນທີໃດທີ່ “ພຣະເຈົ້າກໍເຫັນວ່າ ມັນເປັນສິ່ງທີ່ດີ” ແລະ ມັນຈະເປັນຢູ່,​ສືບຕໍ່ ແລະ ເຮັດໜ້າທີ່ເພື່ອແຜນການຄຸ້ມຄອງຂອງພຣະເຈົ້າມາຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງມັນ! ສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງຖືກສຳແດງອອກບໍ່ພຽງແຕ່ໃນຄວາມສາມາດຂອງພຣະອົງໃນການສ້າງສິ່ງທັງປວງ ແລະ ບັນຊາທຸກສິ່ງໃຫ້ເກີດຂຶ້ນ, ແຕ່ໃນຄວາມສາມາດຂອງພຣະອົງໃນການປົກຄອງ ແລະ ຖືອຳນາດສູງສຸດໃນການປົກຄອງເໜືອສິ່ງທັງປວງ ແລະ ປະທານຊີວິດ ແລະ ຄວາມມີຊີວິດຊີວາໃຫ້ກັບສິ່ງຕ່າງໆອີກດ້ວຍ ແລະ ຍິ່ງໄປກວ່ານັ້ນໃນຄວາມສາມາດຂອງພຣະອົງໃນການເຮັດໃຫ້ທຸກສິ່ງທີ່ພຣະອົງສ້າງໃນແຜນການຂອງພຣະອົງປາກົດຂຶ້ນ ແລະ ເປັນຢູ່ໃນແຜ່ນດິນໂລກທີ່ພຣະອົງສ້າງຄັ້ງດຽວ ແລະ ຕະຫຼອດໄປ ໃນຮູບຮ່າງທີ່ສົມບູນແບບ ແລະ ໂຄງສ້າງຊີວິດທີ່ສົມບູນແບບ ແລະ ບົດບາດທີ່ສົມບູນແບບ. ພ້ອມນັ້ນມັນຍັງຖືກສະແດງອອກໃນລັກສະນະທີ່ວ່າ ຄວາມຄິດຂອງພຣະຜູ້ສ້າງບໍ່ໄດ້ຂຶ້ນກັບຂໍ້ຈຳກັດໃດໆອີກດ້ວຍ, ບໍ່ຖືກຈຳກັດໂດຍເວລາ, ອາວະກາດ ຫຼື ພູມສາດ. ຄືກັບສິດອຳນາດຂອງພຣະອົງ, ຕົວຕົນໜຶ່ງດຽວຂອງພຣະຜູ້ສ້າງຈະຄົງຢູ່ບໍ່ປ່ຽນແປງຊົ່ວນິດນິລັນ. ສິດອຳນາດຂອງພຣະອົງຈະເປັນຕົວແທນ ແລະ ເປັນສັນຍາລັກໃຫ້ກັບຕົວຕົນໜຶ່ງດຽວຂອງພຣະອົງຢູ່ສະເໝີ ແລະ ສິດອຳນາດຂອງພຣະອົງຈະເປັນຢູ່ຕະລອດໄປຄຽງຂ້າງກັບຕົວຕົນຂອງພຣະອົງ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

532. ພຣະເຈົ້າສ້າງຊັບພະສິ່ງທັງປວງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ຊັບພະທຸກສິ່ງມາຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງ; ພຣະອົງຈະບັນຊາສິ່ງທັງປວງ, ເພື່ອວ່າສິ່ງທັງປວງຈະຢູ່ໃນກໍາມືຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າສ້າງ ລວມເຖິງສັດ, ພືດ, ມະນຸດຊາດ, ພູເຂົາ ແລະ ແມ່ນໍ້າ ແລະ ທະເລສາບ, ທຸກສິ່ງຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ທຸກສິ່ງທີ່ຢູ່ເທິງທ້ອງຟ້າ ແລະ ເທິງແຜ່ນດິນໂລກຕ້ອງມາຢູ່ພາຍໃຕ້ອຳນາດຂອງພຣະອົງ. ພວກເຂົາບໍ່ມີທາງເລືອກອື່ນ ແລະ ລ້ວນແລ້ວແຕ່ຕ້ອງຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະອົງ. ສິ່ງນີ້ຖືກບັນຍັດໂດຍພຣະເຈົ້າ ແລະ ເປັນສິດອຳນາດຂອງພຣະເຈົ້າ. ພຣະເຈົ້າບັນຊາທຸກສິ່ງ ແລະ ສັ່ງ ແລະ ຈັດຕໍາແໜ່ງໃຫ້ຊັບພະສິ່ງທັງປວງ ໂດຍທີ່ແຕ່ລະຢ່າງນັ້ນແມ່ນຖືກຈັດແຈງຕາມປະເພດຂອງໃຜມັນ ແລະ ຈັດແບ່ງຕາມຕໍາແໜ່ງຂອງພວກເຂົາເອງ ຕາມຄວາມປະສົງຂອງພຣະເຈົ້າ. ບໍ່ວ່າມັນຈະຍິ່ງໃຫຍ່ສໍ່າໃດກໍຕາມ, ບໍ່ມີຫຍັງສາມາດລື່ນພຣະເຈົ້າໄດ້ ແລະ ທຸກສິ່ງຮັບໃຊ້ມະນຸດຊາດທີ່ພຣະເຈົ້າສ້າງ ແລະ ບໍ່ມີສິ່ງໃດກ້າທີ່ຈະບໍ່ເຊື່ອຟັງພຣະເຈົ້າ ຫຼື ທີ່ຈະຮຽກຮ້ອງຫຍັງຈາກພຣະເຈົ້າໄດ້.

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

533. ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍດອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.

ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

534. ຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສິດອຳນາດຂອງພຣະເຈົ້າກໍຄວບຄຸມພາລະກິດນີ້ ແລະ ຄວາມຈິງທີ່ຖືກສັນຍາຈາກປາກຂອງພຣະເຈົ້າກໍເລີ່ມກາຍເປັນຄວາມຈິງເທື່ອລະໜ້ອຍ. ດ້ວຍເຫດນັ້ນ ການປ່ຽນແປງກໍເລີ່ມປາກົດຂຶ້ນທ່າມກາງທຸກສິ່ງ ຄືກັນກັບວ່າ ການມາເຖິງຂອງລະດູໃບໄມ້ປົ່ງ, ຫຍ້າຈະກາຍເປັນສີຂຽວແນວໃດ, ດອກໄມ້ຈະອອກດອກແນວໃດ, ຕາຈະແຕກໜໍ່ອອກຈາກຕົນໄມ້ແນວໃດ, ນົກຈະເລີ່ມຮ້ອງແນວໃດ, ຫ່ານຈະກັບຄືນຖິ່ນແນວໃດ ແລະ ທົ່ງຫຍ້າຈະເຕັມໄປດ້ວຍຜູ້ຄົນແນວໃດ... ດ້ວຍການມາເຖິງຂອງລະດູໃບໄມ້ປົ່ງ, ທຸກສິ່ງຖືກເຮັດໃຫ້ຟື້ນຄືນ ແລະ ສິ່ງນີ້ກໍເປັນການກະທຳທີ່ອັດສະຈັນຂອງພຣະຜູ້ສ້າງ. ເມື່ອພຣະເຈົ້າເຮັດໃຫ້ຄຳສັນຍາຂອງພຣະອົງສຳເລັດ, ທຸກສິ່ງໃນສະຫວັນ ແລະ ເທິງແຜ່ນດິນໂລກກໍເລີ່ມຕົ້ນໃໝ່ ແລະ ປ່ຽນແປງຕາມຄວາມຄິດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ຖືກຍົກເວັ້ນເລີຍ. ເມື່ອຄຳໝັ້ນສັນຍາ ຫຼື ຄຳສັນຍາຖືກກ່າວອອກຈາກປາກຂອງພຣະເຈົ້າ, ທຸກສິ່ງກໍຖືກເຮັດໃຫ້ສໍາເລັດ ແລະ ຖືກກຳນົດທິດທາງເພື່ອຄວາມສຳເລັດຂອງມັນ; ສິ່ງຖືກສ້າງທຸກຢ່າງກໍຖືກປັ້ນແຕ່ງ ແລະ ຈັດແຈງຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ, ເຮັດຕາມບົດບາດໃຜມັນ ແລະ ຮັບໃຊ້ໜ້າທີ່ຂອງໃຜມັນ. ນີ້ແມ່ນການສະແດງອອກຂອງສິດອຳນາດຂອງພຣະຜູ້ສ້າງ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ? ເຈົ້າຮູ້ຈັກສິດອຳນາດຂອງພຣະເຈົ້າແນວໃດ? ມີຂອບເຂດໃນສິດອຳນາດຂອງພຣະເຈົ້າບໍ? ມີເວລາຈຳກັດບໍ? ສາມາດເວົ້າໄດ້ບໍວ່າ ມັນມີຄວາມສູງສະເພາະ ຫຼື ຄວາມຍາວສະເພາະ? ສາມາດເວົ້າໄດ້ບໍວ່າ ມັນມີຂະໜາດ ຫຼື ກຳລັງສຳເພາະ? ສາມາດວັດແທກມັນດ້ວຍຂະໜາດຂອງມະນຸດບໍ? ສິດອຳນາດຂອງພຣະເຈົ້າບໍ່ເປີດ ແລະ ປິດ, ບໍ່ໄດ້ມາ ແລະ ໄປ ແລະ ບໍ່ມີໃຜທີ່ສາມາດວັດແທກໄດ້ວ່າ ສິດອຳນາດຂອງພຣະອົງຍິ່ງໃຫຍ່ສໍ່າໃດ. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ, ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ, ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ ແລະ ການຕໍ່ເນື່ອງຂອງການອວຍພອນຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່ບໍ່ສາມາປະເມີນຄ່າໄດ້ຂອງພຣະເຈົ້າ ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງການປາກົດອີກຄັ້ງຂອງພະລັງຊີວິດທີ່ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ. ການສະແດງອອກແຕ່ລະຢ່າງຂອງສິດອຳນາດຂອງພຣະອົງແມ່ນການສະແດງຢ່າງສົມບູນເຖິງພຣະທຳທີ່ມາຈາກປາກຂອງພຣະອົງ ເຊິ່ງຖືກສະແດງໃຫ້ກັບທຸກສິ່ງ ແລະ ໃຫ້ກັບມະນຸດຊາດທັງປວງ. ຍິ່ງໄປກວ່ານັ້ນ ທຸກສິ່ງທີ່ສິດອຳນາດຂອງພຣະອົງເຮັດໃຫ້ສຳເລັດກໍພິເສດເໜືອການປຽບທຽບ ແລະ ບໍ່ມີຂໍ້ບົກຜ່ອງໃດເລີຍ.​ ສາມາດເວົ້າໄດ້ວ່າ ຄວາມຄິດຂອງພຣະອົງ, ພຣະທຳຂອງພຣະອົງ, ສິດອຳນາດຂອງພຣະອົງ ແລະ ພາລະກິດທຸກຢ່າງທີ່ພຣະອົງເຮັດໃຫ້ສຳເລັດລ້ວນແລ້ວແຕ່ເປັນພາບສວຍງາມທີ່ບໍ່ສາມາດທຽບໄດ້ ແລະ ສຳລັບສິ່ງຖືກສ້າງແລ້ວ, ພາສາຂອງມະນຸດຊາດບໍ່ສາມາດກ່າວເຖິງຄວາມສຳຄັນ ແລະ ຄຸນຄ່າຂອງມັນໄດ້. ເມື່ອພຣະເຈົ້າເຮັດສັນຍາກັບບຸກຄົນໃດໜຶ່ງ, ທຸກສິ່ງທີ່ກ່ຽວກັບພວກເຂົາພຣະເຈົ້າແມ່ນຮູ້ຈັກດີຄືກັບຫຼັງມືຂອງພຣະອົງເອງ ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃສ ຫຼື ພວກເຂົາຈະເຮັດຫຍັງ, ເບື້ອງຫຼັງຂອງພວກເຂົາກ່ອນ ຫຼື ຫຼັງຈາກທີ່ພວກເຂົາຮັບຄຳສັນຍາເປັນແນວໃດ ຫຼື ຄວາມວຸ້ນວາຍໃນສະພາບແວດລ້ອມແຫ່ງການດຳລົງຊີວິດຂອງພວກເຂົາຈະຮ້າຍແຮງຫຼາຍສໍ່າໃດ. ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວອອກ, ສຳລັບພຣະອົງແລ້ວ ມັນກໍຄືກັບວ່າພຣະທຳເຫຼົ່ານັ້ນຫາກໍຖືກກ່າວອອກໄປ. ນີ້ໝາຍຄວາມວ່າ ພຣະເຈົ້າມີລິດອຳນາດ ແລະ ມີສິດອຳນາດດັ່ງກ່າວທີ່ພຣະອົງສາມາດຕິດຕາມ, ຄວບຄຸມ ແລະ ສໍາເລັດຄຳສັນຍາທຸກຢ່າງທີ່ພຣະອົງສ້າງໄວ້ກັບມະນຸດຊາດ ແລະ ບໍ່ວ່າຄຳສັນຍາຈະເປັນຫຍັງກໍຕາມ, ບໍ່ວ່າມັນຈະດົນສໍ່າໃດທີ່ຈະເຮັດໃຫ້ຄຳສັນຍານັ້ນສຳເລັດຢ່າງຄົບຖ້ວນ ແລະ ຍິ່ງໄປກວ່ານັ້ນກໍຄື ບໍ່ວ່າຂອບເຂດຂອງຄວາມສຳເລັດຂອງຄຳສັນຍານັ້ນກວ້າງຂວາງຫຼາຍສໍ່າໃດ ຕົວຢ່າງເຊັ່ນ: ເວລາ, ພູມສາດ, ຊົນເຜົ່າ ແລະ ອື່ນໆ, ຄຳສັນຍານີ້ກໍຈະຖືກເຮັດໃຫ້ສຳເລັດ, ເກີດເປັນຈິງ ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມສຳເລັດ ແລະ ການເຮັດໃຫ້ເປັນຈິງຂອງມັນຈະບໍ່ຮຽກຮ້ອງຄວາມພະຍາຍາມແມ່ນແຕ່ໜ້ອຍດຽວຈາກພຣະອົງ. ແລ້ວສິ່ງນີ້ພິສູດຫຍັງ? ມັນພິສູດວ່າຂອບເຂດຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນພຽງພໍທີ່ຈະຄວບຄຸມຈັກກະວານທັງປວງ ແລະ ມະນຸດຊາດທັງໝົດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

535. ໃນການພັດທະນາຂອງມະນຸດຊາດໃນປັດຈຸບັນ, ສາມາດເວົ້າໄດ້ວ່າ ວິທະຍາສາດຂອງມະນຸດຊາດກຳລັງຈະເລີນຮຸ່ງເຮືອງ ແລະ ສາມາດອະທິບາຍໄດ້ວ່າ ຄວາມສຳເລັດໃນການຄົ້ນຄວ້າທາງວິທະຍາສາດຂອງມະນຸດເປັນສິ່ງທີ່ປະທັບໃຈ. ເວົ້າໄດ້ວ່າ ຄວາມສາມາດຂອງມະນຸດກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ, ແຕ່ມີການຄົ້ນພົບທາງວິທະຍາສາດຢ່າງໜຶ່ງທີ່ມະນຸດຊາດບໍ່ສາມາດຄົ້ນພົບໄດ້ ນັ້ນກໍຄືເຖິງແມ່ນວ່າ ມະນຸດຊາດສາມາດສ້າງເຮືອບິນ, ເຮືອບັນທຸກຍົນ ແລະ ລະເບີດປະລະມານູ, ມະນຸດຊາດໄດ້ໄປເທິງອາວາກາດ, ຍ່າງເທິງດວງເດືອນ, ສ້າງອິນເຕີເນັດ ແລະ ດຳລົງຊີວິດດ້ວຍເຕັກໂນໂລຊີທີ່ທັນສະໄໝ,​ ແຕ່ມະນຸດກໍບໍ່ສາມາດສ້າງສິ່ງທີ່ມີຊີວິດ ແລະ ຫາຍໃຈໄດ້. ສັນຊາດຕະຍານຂອງທຸກສິ່ງທີ່ມີຊີວິດ ແລະ ກົດເກນທີ່ພວກມັນດຳລົງຊີວິດຢູ່ ແລະ ວົງຈອນຂອງຊີວິດ ແລະ ຄວາມຕາຍຂອງສິ່ງທີ່ມີຊີວິດທຸກຊະນິດ, ທຸກສິ່ງເຫຼົ່ານີ້ແມ່ນເປັນໄປບໍ່ໄດ້ ແລະ ບໍ່ສາມາດຄວບຄຸມໂດຍວິທະຍາສາດຂອງມະນຸດ. ໃນຈຸດນີ້, ເວົ້າໄດ້ວ່າ ບໍ່ວ່າວິທະຍາສາດຂອງມະນຸດຈະບັນລຸຜົນສູງຫຼາຍສໍ່າໃດກໍຕາມ, ມັນກໍບໍ່ສາມາດປຽບທຽບໄດ້ກັບຄວາມຄິດຂອງພຣະຜູ້ສ້າງໄດ້ ແລະ ບໍ່ສາມາດເຂົ້າໃຈເຖິງຄວາມມະຫັດສະຈັນຂອງການສ້າງຂອງພຣະຜູ້ສ້າງ ແລະ ຄວາມຍິ່ງໃຫຍ່ຂອງສິດອຳນາດຂອງພຣະອົງໄດ້. ມີມະຫາສະໝຸດຫຼາຍແຫ່ງເທິງແຜ່ນດິນໂລກ, ແຕ່ພວກມັນກໍບໍ່ເຄີຍລະເມີດຂອບເຂດຂອງພວກມັນ ແລະ ຫຼັ່ງໄຫຼຖ້ວມແຜ່ນດິນຕາມໃຈມັກຈັກເທື່ອ ແລະ ນັ້ນກໍເພາະວ່າ ພຣະເຈົ້າກຳນົດຂອບເຂດສຳລັບພວກມັນ; ພວກມັນຢູ່ໃນບ່ອນທີ່ພຣະອົງສັ່ງພວກມັນ ແລະ ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ ພວກມັນກໍບໍ່ສາມາດເຄື່ອນຍ້າຍໄດ້ຢ່າງອິດສະຫຼະ. ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ, ພວກມັນບໍ່ອາດລ່ວງລໍ້າກັນ ແລະ ກັນ ແລະ ພຽງແຕ່ສາມາດເຄື່ອນຍ້າຍໄດ້ເມື່ອພຣະເຈົ້າສັ່ງ ແລະ ບ່ອນທີ່ພວກມັນໄປ ແລະ ຢູ່ກໍຖືກກຳນົດໂດຍສິດອຳນາດຂອງພຣະເຈົ້າ.

ເວົ້າໃຫ້ຊັດເຈນກໍຄື “ສິດອຳນາດຂອງພຣະເຈົ້າ” ໝາຍຄວາມວ່າ ມັນຂຶ້ນກັບພຣະເຈົ້າ. ພຣະເຈົ້າມີສິດທີ່ຈະຕັດສິນໃຈໃນການກະທໍາບາງສິ່ງ ແລະ ທຸກສິ່ງກໍດຳເນີນໄປຕາມວິທີທາງທີ່ພຣະອົງປາຖະໜາ. ກົດເກນຂອງທຸກສິ່ງແມ່ນຂຶ້ນກັບພຣະເຈົ້າ ແລະ ບໍ່ໄດ້ຂຶ້ນກັບມະນຸດ; ມະນຸດບໍ່ສາມາດປ່ຽນແປງມັນໄດ້. ຄວາມປະສົງຂອງມະນຸດບໍ່ສາມາດເຄື່ອນຍ້າຍມັນໄດ້, ແຕ່ກົງກັນຂ້າມ ຄວາມຄິດຂອງພຣະເຈົ້າ, ສະຕິປັນຍາຂອງພຣະເຈົ້າ ແລະ ຄຳສັ່ງຂອງພຣະເຈົ້າສາມາດປ່ຽນແປງມັນໄດ້ ແລະ ນີ້ແມ່ນຄວາມຈິງທີ່ມະນຸດຄົນໃດກໍບໍ່ສາມາດປະຕິເສດໄດ້. ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງຢ່າງ, ຈັກກະວານ, ທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ລະດູການທັງສີ່ຂອງປີ ເຊິ່ງມະນຸດສາມາດເຫັນ ແລະ ບໍ່ສາມາດເຫັນ, ທຸກສິ່ງເຫຼົ່ານີ້ແມ່ນມີຢູ່, ເຮັດໜ້າທີ່ ແລະ ປ່ຽນແປງພາຍໃຕ້ສິດອຳນາດຂອງພຣະເຈົ້າ ໂດຍບໍ່ມີຄວາມຜິດພາດແມ່ນແຕ່ໜ້ອຍດຽວ, ອີງຕາມຄຳສັ່ງຂອງພຣະເຈົ້າ, ອີງຕາມພຣະບັນຍັດຂອງພຣະເຈົ້າ ແລະ ອີງຕາມກົດເກນແຫ່ງການເລີ່ມຕົ້ນຂອງການຊົງສ້າງ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດກໍຕາມທີ່ສາມາດປ່ຽນແປງກົດເກນຂອງພວກມັນໄດ້ ຫຼື ປ່ຽນແປງໜ້າທີ່ທາງທຳມະຊາດຂອງພວກມັນໄດ້; ພວກມັນເກີດຂຶ້ນກໍເພາະສິດອຳນາດຂອງພຣະເຈົ້າ ແລະ ສູນສິ້ນໄປກໍເພາະສິດອຳນາດຂອງພຣະເຈົ້າ. ນີ້ແມ່ນສິດອຳນາດແທ້ຈິງຂອງພຣະເຈົ້າ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

536. ສິດອຳນາດສາມາດອະທິບາຍວ່າເປັນລິດອຳນາດຂອງພຣະເຈົ້າ. ກ່ອນອື່ນ, ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ທັງສິດອຳນາດ ແລະ ລິດອຳນາດແມ່ນດ້ານບວກ. ພວກມັນບໍ່ມີການພົວພັນກັບສິ່ງທີ່ເປັນດ້ານລົບ ແລະ ບໍ່ກ່ຽວຂ້ອງກັບສິ່ງທີ່ຖືກສ້າງ ຫຼື ສິ່ງທີ່ບໍ່ໄດ້ຖືກສ້າງໃດເລີຍ. ລິດອຳນາດຂອງພຣະເຈົ້າສາມາດສ້າງສິ່ງຕ່າງໆໃນຮູບຮ່າງໃດກໍຕາມທີ່ມິຊີວິດ ແລະ ພະລັງ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍຊີວິດຂອງພຣະເຈົ້າ. ພຣະເຈົ້າເປັນຊີວິດ, ສະນັ້ນ ພຣະອົງຈຶ່ງເປັນແຫຼ່ງກໍາເນີດຂອງທຸກສິ່ງທີ່ມີຊີວິດ. ຍິ່ງໄປກວ່ານັ້ນ, ສິດອຳນາດຂອງພຣະເຈົ້າສາມາດເຮັດໃຫ້ທຸກສິ່ງທີ່ມີຊີວິດເຊື່ອຟັງພຣະທຳທຸກຂໍ້ຂອງພຣະເຈົ້າໄດ້ ນັ້ນກໍຄື ເຮັດໃຫ້ເປັນໄປຕາມພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ມີຊີວິດ ແລະ ຈະເລີນພັນຕາມຄຳສັ່ງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ພຣະເຈົ້າປົກຄອງ ແລະ ບັງຄັບບັນຊາທຸກສິ່ງທີ່ມີຊິວິດ ແລະ ຈະບໍ່ມີການອອກນອກເສັ້ນທາງຈັກເທື່ອ ຕັ້ງແຕ່ນີ້ ແລະ ຕະຫຼອດໄປເປັນນິດ. ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ມີສິ່ງເຫຼົ່ານີ້; ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ຄອບຄອງ ແລະ ມີລິດອຳນາດດັ່ງກ່າວ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເອີ້ນວ່າ ສິດອຳນາດ. ນີ້ແມ່ນຄວາມເປັນໜຶ່ງດຽວຂອງພຣະຜູ້ສ້າງ. ເມື່ອເປັນດັ່ງນັ້ນ, ບໍ່ວ່າມັນຈະເປັນຄຳວ່າ “ສິດອຳນາດ” ຫຼື ທາດແທ້ຂອງສິດອຳນາດ, ທຸກສິ່ງແມ່ນກ່ຽວຂ້ອງກັບພຣະຜູ້ສ້າງທັງນັ້ນ, ເພາະມັນເປັນສັນຍາລັກຂອງຕົວຕົນ ແລະ ທາດແທ້ໜຶ່ງດຽວຂອງພຣະຜູ້ສ້າງ ແລະ ມັນເປັນຕົວແທນໃຫ້ກັບຕົວຕົນ ແລະ ສະຖານະຂອງພຣະຜູ້ສ້າງ; ນອກຈາກພຣະຜູ້ສ້າງແລ້ວ, ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດກ່ຽວຂ້ອງກັບຄຳວ່າ “ສິດອຳນາດ” ໄດ້. ນີ້ແມ່ນການຕີຄວາມໝາຍຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

537. “ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ”. ນີ້ແມ່ນພຣະທຳດັ່ງເດີມທີ່ພຣະຜູ້ສ້າງກ່າວຕໍ່ມະນຸດຊາດ. ໃນຂະນະທີ່ພຣະອົງກ່າວພຣະທຳເຫຼົ່ານີ້, ສາຍຮຸ້ງກໍປາກົດຂຶ້ນຕໍ່ຕາມະນຸດ ແລະ ມັນກໍຍັງຄົງຢູ່ຈົນເຖິງປັດຈຸບັນ. ທຸກຄົນໄດ້ເຫັນສາຍຮຸ້ງ ແລະ ເມື່ອເຈົ້າເຫັນມັນ, ເຈົ້າຮູ້ຈັກບໍວ່າມັນປາກົດໄດ້ແນວໃດ? ວິທະຍາສາດກໍບໍ່ສາມາດພິສູດມັນໄດ້ ຫຼື ລະບຸບ່ອນທີ່ມັນເກີດຂຶ້ນໄດ້ ຫຼື ບົ່ງບອກທີ່ຢູ່ຂອງມັນໄດ້. ນັ້ນກໍເພາະສາຍຮຸ້ງເປັນສັນຍາລັກຂອງພັນທະສັນຍາທີ່ສ້າງຂຶ້ນລະຫວ່າງພຣະຜູ້ສ້າງ ແລະ ມະນຸດ; ມັນບໍ່ຈຳເປັນຕ້ອງມີຫຼັກເກນທາງວິທະຍາສາດ, ມັນບໍ່ໄດ້ຖືກສ້າງໂດຍມະນຸດ ຫຼື ມະນຸດກໍບໍ່ສາມາດປ່ຽນແປງມັນໄດ້. ມັນເປັນຄວາມຕໍ່ເນື່ອງຂອງສິດອຳນາດຂອງພຣະຜູ້ສ້າງຫຼັງຈາກທີ່ພຣະອົງໄດ້ກ່າວພຣະທຳຂອງພຣະອົງ. ພຣະຜູ້ສ້າງໃຊ້ວິທີການພິເສດຂອງພຣະອົງເອງເພື່ອປະຕິບັດຕາມພັນທະສັນຍາຂອງພຣະອົງກັບມະນຸດ ແລະ ຄຳສັນຍາຂອງພຣະອົງ ແລະ ດ້ວຍເຫດນັ້ນ ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນ ແມ່ນເປັນຄຳສັ່ງແຫ່ງສະຫວັນ ແລະ ກົດເກນທີ່ຕ້ອງຄົງຢູ່ຕະລອດໄປ ແລະ ບໍ່ປ່ຽນແປງ, ບໍ່ວ່າຈະກ່ຽວກັບພຣະຜູ້ສ້າງ ຫຼື ມະນຸດຊາດທີ່ຖືກສ້າງ. ນີ້ເວົ້າໄດ້ວ່າ ກົດເກນທີ່ບໍ່ສາມາດປ່ຽນແປງໄດ້ນີ້ ແມ່ນການສະແດງອອກທີ່ແທ້ຈິງອີກຢ່າງເຖິງສິດອຳນາດຂອງພຣະຜູ້ສ້າງ ຫຼັງຈາກການສ້າງທຸກສິ່ງ ແລະ ເວົ້າໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະຜູ້ສ້າງບໍ່ມີຂໍ້ຈຳກັດ; ການທີ່ພຣະອົງໃຊ້ສາຍຮຸ້ງເພື່ອເປັນສັນຍາລັກແມ່ນຄວາມຕໍ່ເນື່ອງ ແລະ ການຂະຫຍາຍສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນການກະທຳອີກຢ່າງທີ່ພຣະເຈົ້າປະຕິບັດໂດຍໃຊ້ພຣະທຳຂອງພຣະອົງ ແລະ ເປັນສັນຍາລັກແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ສ້າງຂຶ້ນກັບມະນຸດໂດຍໃຊ້ພຣະທຳ. ພຣະອົງບອກກັບມະນຸດເຖິງສິ່ງທີ່ພຣະອົງຕັ້ງໃຈທີ່ຈະເຮັດໃຫ້ເກີດຂຶ້ນ ແລະ ລັກສະນະທີ່ມັນຈະຖືກເຮັດໃຫ້ສຳເລັດ ແລະ ບັນລຸຜົນ. ດ້ວຍວິທີນີ້ ເລື່ອງດັ່ງກ່າວກໍຖືກເຮັດໃຫ້ສຳເລັດຕາມພຣະທຳທີ່ອອກຈາກປາກຂອງພຣະເຈົ້າ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີລິດອຳນາດດັ່ງກ່າວ ແລະ ໃນປັດຈຸບັນ ຫຼາຍພັນປີຫຼັງຈາກທີ່ພຣະອົງກ່າວພຣະທຳເຫຼົ່ານີ້ ມະນຸດກໍຍັງສາມາດເບິ່ງສາຍຮຸ້ງທີ່ກ່າວອອກຈາກປາກຂອງພຣະເຈົ້າ. ເພາະພຣະທຳເຫຼົ່ານີ້ຖືກກ່າວໂດຍພຣະເຈົ້າ, ສິ່ງນີ້ກໍຍັງຄົງບໍ່ປ່ຽນແປງ ຫຼື ປ່ຽນໄປຈົນເຖິງປັດຈຸບັນ. ບໍ່ມີໃຜສາມາດລົບສາຍຮຸ້ງນີ້ອອກໄດ້, ບໍ່ມີໃຜສາມາດປ່ຽນແປງກົດເກນນີ້ໄດ້ ແລະ ມັນມີຢູ່ຍ້ອນພຣະທຳຂອງພຣະເຈົ້າເທົ່ານັ້ນ. ນີ້ແມ່ນສິດອຳນາດຂອງພຣະເຈົ້າຢ່າງແນ່ນອນ. “ພຣະເຈົ້າຮັກສາຄໍາເວົ້າຂອງພຣະອົງ ແລະ ຄໍາເວົ້າຂອງພຣະອົງຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ຖືກເຮັດໃຫ້ສຳເລັດກໍຈະຄົງຢູ່ຕະຫຼອດໄປ”. ພຣະທຳດັ່ງກ່າວຖືກສະແດງອອກຢ່າງຊັດເຈນໃນນີ້ ແລະ ມັນເປັນສັນຍາລັກ ແລະ ລັກສະນະທີ່ຊັດເຈນຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ສັນຍາລັກ ຫຼື ລັກສະນະດັ່ງກ່າວບໍ່ໄດ້ຖືກຄອບຄອງໂດຍ ຫຼື ເຫັນໃນສິ່ງຖືກສ້າງໃດໆ ຫຼື ມັນບໍ່ສາມາດເຫັນໄດ້ໃນສິ່ງທີ່ບໍ່ຖືກສ້າງ. ມັນເປັນຂອງພຣະເຈົ້າໜຶ່ງດຽວເທົ່ານັ້ນ ແລະ ແຍກແຍະຕົວຕົນ ແລະ ທາດແທ້ທີ່ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນມີ ຈາກສິ່ງຖືກສ້າງອື່ນໆ. ໃນເວລາດຽວກັນ, ມັນເປັນສັນຍາລັກ ແລະ ລັກສະນະທີ່ນອກຈາກພຣະເຈົ້າແລ້ວ ບໍ່ມີສິ່ງຖືກສ້າງ ຫຼື ບໍ່ຖືຶກສ້າງໃດສາມາດລື່ນໄດ້.

ການທີ່ພຣະເຈົ້າສ້າງພັນທະສັນຍາຂອງພຣະອົງຂຶ້ນກັບມະນຸດແມ່ນການກະທຳທີ່ມີຄວາມສຳຄັນຫຼາຍ, ເປັນການກະທຳທີ່ພຣະອົງເຈດຕະນານໍາໃຊ້ເພື່ອສື່ສານຄວາມຈິງໃຫ້ກັບມະນຸດ ແລະ ເພື່ອບອກໃຫ້ມະນຸດຮູ້ເຖິງຄວາມປະສົງຂອງພຣະອົງ. ເພື່ອບັນລຸຄວາມຕັ້ງໃຈນີ້ ພຣະອົງໄດ້ໃຊ້ວິທີການທີ່ພິເສດ ໂດຍໃຊ້ສັນຍາລັກເພື່ອສ້າງພັນທະສັນຍາຂຶ້ນກັບມະນຸດ, ສັນຍາລັກທີ່ເປັນຄຳສັນຍາຂອງພັນທະສັນຍາທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດ. ສະນັ້ນ ການສ້າງພັນທະສັນຍານີ້ຂຶ້ນເປັນເຫດການທີ່ຍິ່ງໃຫຍ່ບໍ? ມັນຍິ່ງໃຫຍ່ສໍ່າໃດ? ສິ່ງນີ້ແມ່ນສິ່ງພິເສດແທ້ຈິງກ່ຽວກັບພັນທະສັນຍາ ນັ້ນກໍຄື ມັນບໍ່ແມ່ນພັນທະສັນຍາທີ່ສ້າງຂຶ້ນລະຫວ່າງມະນຸດຄົນໜຶ່ງ ແລະ ອີກຄົນໜຶ່ງ ຫຼື ລະຫວ່າງກຸ່ມໜຶ່ງ ແລະ ກຸ່ມອື່ນ ຫຼື ລະຫວ່າງປະເທດໜຶ່ງ ແລະ ປະເທດອື່ນ, ແຕ່ເປັນພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດທັງໝົດ ແລະ ມັນຍັງຄົງມີຜົນຈົນເຖິງມື້ທີ່ພຣະຜູ້ສ້າງລົບລ້າງທຸກສິ່ງ. ຜູ້ປະຕິບັດພັນທະສັນຍານີ້ແມ່ນພຣະຜູ້ສ້າງ ແລະ ຜູ້ຮັກສາພັນທະສັນຍານີ້ກໍຍັງເປັນພຣະຜູ້ສ້າງ. ສະຫຼຸບກໍຄື ຄວາມບໍລິບູນຂອງພັນທະສັນຍາສາຍຮຸ້ງທີ່ຖືກສ້າງຂຶ້ນກັບມະນຸດຊາດ ແມ່ນຖືກເຮັດໃຫ້ສຳເລັດ ແລະ ບັນລຸຕາມການສົນທະນາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ ແລະ ຄົງຢູ່ມາຈົນເຖິງປັດຈຸບັນ. ສິ່ງຖືກສ້າງຕ່າງໆສາມາດເຮັດຫຍັງໄດ້ແດ່ນອກຈາກຍອມຢູ່ພາຍໃຕ້, ເຊື່ອຟັງ, ເຊື່ອ, ຮູ້ຄຸນຄ່າ, ເປັນພະຍານ ແລະ ສັນລະເສີນສິດອຳນາດຂອງພຣະຜູ້ສ້າງ? ຍ້ອນບໍ່ມີໃຜນອກຈາກພຣະຜູ້ສ້າງໜຶ່ງດຽວທີ່ມີລິດອຳນາດໃນການສ້າງພັນທະສັນຍາດັ່ງກ່າວຂຶ້ນ. ການປາກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ເປັນການປະກາດກັບມະນຸດຊາດ ແລະ ເອີ້ນໃຫ້ມະນຸດໃສ່ໃຈພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ. ໃນການປາກົດຢ່າງຕໍ່ເນື່ອງຂອງພັນທະສັນຍາລະຫວ່າງພຣະຜູ້ສ້າງ ແລະ ມະນຸດຊາດ, ສິ່ງທີ່ຖືກສະແດງອອກໃຫ້ກັບມະນຸດຊາດບໍ່ແມ່ນສາຍຮຸ້ງ ຫຼື ພັນທະສັນຍາ, ແຕ່ເປັນສິດອຳນາດທີ່ບໍ່ສາມາດປ່ຽນແປງໄດ້ຂອງພຣະຜູ້ສ້າງ. ການປະກົດຂອງສາຍຮຸ້ງຄັ້ງແລ້ວຄັ້ງເລົ່າ ສະແດງໃຫ້ເຫັນເຖິງການກະທຳທີ່ຍິ່ງໃຫຍ່ ແລະ ອັດສະຈັນຂອງພຣະຜູ້ສ້າງໃນບ່ອນລີ້ລັບ ແລະ ໃນຂະນະດຽວກັນກໍເປັນການສະແດງຢ່າງສໍາຄັນເຖິງສິດອຳນາດຂອງພຣະຜູ້ສ້າງ ເຊິ່ງຈະບໍ່ຫາຍໄປຈັກເທື່ອ ແລະ ບໍ່ປ່ຽນແປງຈັກເທື່ອ. ນີ້ບໍ່ແມ່ນການສະແດງເຖິງອີກດ້ານຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງບໍ?

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

538. ຫຼັງຈາກທີ່ໄດ້ອ່ານ “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ” ໃນປະຖົມມະການ 18:18, ພວກເຈົ້າຮູ້ສຶກເຖິງສິດອຳນາດຂອງພຣະເຈົ້າບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມພິເສດຂອງພຣະຜູ້ສ້າງບໍ? ພວກເຈົ້າສາມາດຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພຣະຜູ້ສ້າງບໍ? ພຣະທຳຂອງພຣະເຈົ້າແມ່ນສິ່ງທີ່ແນ່ນອນ. ພຣະເຈົ້າບໍ່ໄດ້ກ່າວພຣະທຳດັ່າງກ່າວ ຍ້ອນ ຫຼື ເພື່ອເປັນຕົວແທນໃຫ້ກັບຄວາມໝັ້ນໃຈຂອງພຣະອົງໃນຄວາມສຳເລັດ; ກົງກັນຂ້າມ, ພຣະທຳດັ່ງກ່າວເປັນເຄື່ອງພິສູດເຖິງສິດອຳນາດແຫ່ງພຣະຄຳຂອງພຣະເຈົ້າ ແລະ ເປັນພຣະບັນຍັດທີ່ເຮັດໃຫ້ພຣະທຳຂອງພຣະເຈົ້າສຳເລັດ. ມີສອງຂໍ້ທີ່ພວກເຈົ້າຄວນໃສ່ໃຈໃນນີ້. ເມື່ອພຣະເຈົ້າກ່າວວ່າ: “ອັບຣາຮາມຈະກາຍເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງຢ່າງແນ່ນອນ ແລະ ບັນດາປະຊາຊາດເທິງແຜ່ນດິນໂລກຈະໄດ້ຮັບການອວຍພອນຜ່ານລາວ”, ມີອົງປະກອບຂອງຄວາມບໍ່ແຈ່ມແຈ້ງໃນພຣະທຳເຫຼົ່ານີ້ບໍ? ມີອົງປະກອບຂອງຄວາມກັງວົນໃຈບໍ? ມີອົງປະກອບຂອງຄວາມຢ້ານກົວບໍ? ຍ້ອນຄຳວ່າ “ຈະແນ່ນອນ” ແລະ “ຈະກາຍເປັນ” ໃນຖ້ອຍຄຳຂອງພຣະເຈົ້າ, ອົງປະກອບເຫຼົ່ານີ້ ເຊິ່ງພິເສດສຳລັບມະນຸດ ແລະ ມັກສະແດງອອກໃຫ້ເຫັນໃນເຂົາ ແມ່ນບໍ່ເຄີຍກ່ຽວຂ້ອງກັບພຣະຜູ້ສ້າງຈັກເທື່ອ. ບໍ່ມີໃຜກ້າໃຊ້ຄຳເວົ້າດັ່ງກ່າວ ເມື່ອອວຍພອນໃຫ້ກັບຄົນອື່ນ, ບໍ່ມີໃຜກ້າອວຍພອນຄົນອື່ນຢ່າງໝັ້ນໃຈໃຫ້ມີຊົນຊາດທີ່ຍິ່ງໃຫຍ່ ແລະ ເຂັ້ມແຂງ ຫຼື ຄຳສັນຍາທີ່ວ່າ ບັນດາປະຊາຊາດໃນແຜ່ນດິນໂລກຈາກໄດ້ຮັບການອວຍພອນຜ່ານລາວ. ຍິ່ງພຣະທຳຂອງພຣະເຈົ້າແນ່ນອນຫຼາຍສໍ່າໃດ, ພຣະທຳເຫຼົ່ານັ້ນຍິ່ງພິສູດບາງສິ່ງຫຼາຍສໍ່ານັ້ນ. ແລ້ວແມ່ນຫຍັງຄືບາງສິ່ງນັ້ນ? ພຣະທຳເຫຼົ່ານີ້ພິສູດວ່າ ພຣະເຈົ້າມີສິດອຳນາດດັ່ງກ່າວ, ວ່າສິດອຳນາດຂອງພຣະອົງສາມາດເຮັດສຳເລັດສິ່ງເຫຼົ່ານີ້ໄດ້ ແລະ ຄວາມສຳເລັດຂອງພຣະທຳເຫຼົ່ານີ້ແມ່ນຫຼີກເວັ້ນບໍ່ໄດ້. ພຣະເຈົ້າແນ່ນອນໃນຫົວໃຈຂອງພຣະອົງ ໂດຍບໍ່ລັ່ງເລແມ່ນແຕ່ໜ້ອຍດຽວ ກ່ຽວກັບທຸກສິ່ງທີ່ພຣະອົງອວຍພອນໃຫ້ກັບອັບຣາຮາມ. ຍິ່ງໄປກວ່ານັ້ນ, ຄວາມສົມບູນຂອງສິ່ງນີ້ຈະຖືກເຮັດໃຫ້ສຳເລັດຕາມພຣະທຳຂອງພຣະອົງ ແລະ ບໍ່ມີອຳນາດໃດທີ່ສາມາດປ່ຽນແປງ, ຂັດຂວາງ, ທຳລາຍ ຫຼື ລົບກວນການປະຕິບັດໃຫ້ສຳເລັດດັ່ງກ່າວ. ບໍ່ວ່າແມ່ນຫຍັງເກີດຂຶ້ນກໍຕາມ, ບໍ່ມີຫຍັງທີ່ສາມາດລົບລ້າງ ຫຼື ມີອິດທິພົນຕໍ່ການປະຕິບັດໃຫ້ສຳເລັດ ແລະ ຄວາມສຳເລັດຂອງພຣະທຳຂອງພຣະເຈົ້າ. ນີ້ແມ່ນຄວາມຍິ່ງໃຫຍ່ທີ່ສຸດຂອງພຣະທຳທີ່ກ່າວອອກມາຈາກປາກຂອງພຣະຜູ້ສ້າງ ແລະ ສິດອຳນາດຂອງພຣະຜູ້ສ້າງທີ່ຍອມອົດກັ້ນຕໍ່ການປະຕິເສດຂອງມະນຸດ! ເມື່ອໄດ້ອ່ານພຣະທຳເຫຼົ່ານີ້, ເຈົ້າຍັງສົງໄສຢູ່ບໍ? ພຣະທຳເຫຼົ່ານີ້ຖືກກ່າວອອກຈາກປາກຂອງພຣະເຈົ້າ ແລະ ມີລິດອຳນາດ, ຄວາມຫງ່າງາມ ແລະ ສິດອຳນາດໃນພຣະທຳຂອງພຣະເຈົ້າ. ຄວາມຍິ່ງໃຫຍ່ ແລະ ສິດອຳນາດດັ່ງກ່າວ ແລະ ຄວາມສຳເລັດຂອງຄວາມຈິງທີ່ແນ່ນອນ ແມ່ນບໍ່ສາມາດບັນລຸໄດ້ໂດຍສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດໆ ແລະ ບໍ່ມີສິ່ງທີ່ຖືກສ້າງ ຫຼື ບໍ່ຖືກສ້າງໃດກໍຕາມ ສາມາດລື່ນສິ່ງເຫຼົ່ານັ້ນໄດ້. ມີແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສົນທະນາກັບມະນຸດຊາດດ້ວຍນໍ້າສຽງ ແລະ ສຳນຽງດັ່ງກ່າວ; ຄວາມຈິງໄດ້ພິສູດວ່າ ຄຳສັນຍາຂອງພຣະອົງບໍ່ແມ່ນພຣະທຳທີ່ວ່າງເປົ່າ ຫຼື ການເວົ້າໃຫຍ່ລ້າໆ, ແຕ່ເປັນພຣະຄຳແຫ່ງສິດອຳນາດໜຶ່ງດຽວທີ່ບໍ່ມີບຸກຄົນ, ເຫດການ ຫຼື ວັດຖຸໃດສາມາດຢູ່ເໜືອພຣະຄໍານັ້ນໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

539. ເມື່ອພຣະເຈົ້າເວົ້າວ່າ: “ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າ” ນີ້ແມ່ນພັນທະສັນຍາທີ່ພຣະເຈົ້າສ້າງຕັ້ງຂຶ້ນກັບອັບຣາຮາມ ແລະ ເໝືອນກັບພັນທະສັນຍາຂອງສາຍຮຸ້ງ ມັນຈະສຳເລັດຕະຫຼອດນິລັນ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າເຮັດໄວ້ໃຫ້ກັບອັບຣາຮາມ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ມີຄຸນສົມບັດ ແລະ ສາມາດເຮັດໃຫ້ຄຳສັນຍານີ້ກາຍເປັນຈິງ. ບໍ່ວ່າມະນຸດຈະເຊື່ອມັນ ຫຼື ບໍ່ກໍຕາມ, ບໍ່ວ່າມະນຸດຈະຍອມຮັບມັນ ຫຼື ບໍ່ກໍຕາມ ແລະ ບໍ່ວ່າມະນຸດຈະພິຈາລະນາແນວໃດກໍຕາມ ແລະ ເບິ່ງມັນແນວໃດກໍຕາມ, ທຸກສິ່ງເຫຼົ່ານີ້ແມ່ນຈະສຳເລັດລົງຕາມຕົວອັກສອນ, ຕາມພຣະທຳທີ່ພຣະເຈົ້າກ່າວໄວ້. ພຣະທຳຂອງພຣະເຈົ້າຈະບໍ່ປ່ຽນແປງ ຍ້ອນການປ່ຽນແປງໃນຄວາມປະສົງ ຫຼື ແນວຄວາມຄິດຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງຍ້ອນການປ່ຽນແປງໃນບຸກຄົນ, ເຫດການ ຫຼື ສິ່ງໃດໜຶ່ງ. ທຸກໆສິ່ງອາດຫາຍໄປ, ແຕ່ພຣະທຳຂອງພຣະເຈົ້າຈະຄົງຢູ່ຕະຫຼອດໄປ. ໃນຄວາມຈິງແລ້ວ, ມື້ທີ່ທຸກສິ່ງຫາຍໄປກໍເປັນມື້ທີ່ພຣະທຳຂອງພຣະເຈົ້າຖືກເຮັດໃຫ້ສຳເລັດລົງຢ່າງຄົບຖ້ວນ, ຍ້ອນພຣະອົງເປັນພຣະຜູ້ສ້າງ, ພຣະອົງມີສິດອຳນາດຂອງພຣະຜູ້ສ້າງ, ມີລິດອຳນາດຂອງພຣະຜູ້ສ້າງ ແລະ ພຣະອົງຄວບຄຸມທຸກໆສິ່ງ ແລະ ທຸກແຮງພັກດັນໃນຊີວິດ; ພຣະອົງສາມາດເຮັດໃຫ້ບາງສິ່ງເກີດຂຶ້ນຈາກສິ່ງວ່າງເປົ່າ ຫຼື ເຮັດໃຫ້ບາງສິ່ງກາຍເປັນສິ່ງວ່າງເປົ່າ ແລະ ພຣະອົງຄວບຄຸມການປ່ຽນແປງຂອງທຸກສິ່ງຈາກສິ່ງທີ່ມີຊີວິດຈົນເຖິງສິ່ງທີ່ຕາຍແລ້ວ; ຍ້ອນພຣະເຈົ້າ, ບໍ່ມີຫຍັງທີ່ງ່າຍດາຍກວ່າການເພີ່ມທະວີເຊື້ອສາຍຂອງຄົນບາງຄົນ. ນີ້ຟັງຄືກັບເປັນເລື່ອງເພີ້ຝັນຕໍ່ມະນຸດ ເໝືອນເທບນິຍາຍ, ແຕ່ສຳລັບພຣະເຈົ້າ ສິ່ງທີ່ພຣະອົງຕັດສິນໃຈ ແລະ ສັນຍາທີ່ຈະເຮັດ ບໍ່ແມ່ນເລື່ອງເພີ້ຝັນ ຫຼື ມັນເປັນເທບນິຍາຍ. ກົງກັນຂ້າມ ມັນແມ່ນຄວາມຈິງທີ່ພຣະເຈົ້າໄດ້ເຫັນແລ້ວ ແລະ ຈະຖືກເຮັດໃຫ້ສຳເລັດຢ່າງແນ່ນອນ. ພວກເຈົ້າບໍ່ເຫັນຄຸນຄ່າໃນສິ່ງນີ້ບໍ? ຄວາມຈິງດັ່ງກ່າວບໍ່ໄດ້ພິສູດວ່າເຊື້ອສາຍຂອງອັບຣາຮາມມີຈຳນວນຢ່າງຫຼວງຫຼາຍບໍ? ຫຼາຍສໍ່າໃດ? ຫຼາຍສໍ່າກັບ “ດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ” ຕາມທີ່ພຣະເຈົ້າກ່າວໄວ້ບໍ? ພວກເຂົາແຜ່ຂະຫຍາຍທົ່ວທຸກຊົນຊາດ ແລະ ທຸກບ່ອນ, ໄປທຸກສະຖານທີ່ໃນແຜ່ນດິນໂລກບໍ? ແມ່ນຫຍັງທີ່ເຮັດໃຫ້ຄວາມຈິງນີ້ສຳເລັດ? ມັນສຳເລັດລົງຍ້ອນສິດອຳນາດແຫ່ງພຣະທຳຂອງພຣະເຈົ້າບໍ? ເປັນເວລາສອງສາມຮ້ອຍ ຫຼື ຫຼາຍພັນປີຫຼັງຈາກທີ່ພຣະທຳຂອງພຣະເຈົ້າຖືກກ່າວໄວ້, ພຣະທຳຂອງພຣະເຈົ້າກໍສືບຕໍ່ຖືກເຮັດໃຫ້ສຳເລັດ ແລະ ກາຍມາເປັນຄວາມຈິງຢ່າງຕໍ່ເນື່ອງ; ນີ້ແມ່ນຄວາມຍິ່ງໃຫຍ່ແຫ່ງພຣະທຳຂອງພຣະເຈົ້າ ແລະ ເປັນເຄື່ອງພິສູດແຫ່ງສິດອຳນາດຂອງພຣະເຈົ້າ. ເມື່ອພຣະເຈົ້າສ້າງທຸກສິ່ງໃນຕອນເລີ່ມຕົ້ນ, ພຣະເຈົ້າກ່າວວ່າ: “ໃຫ້ມີແສງສະຫວ່າງ” ແລ້ວກໍມີແສງສະຫວ່າງ. ສິ່ງນີ້ເກີດຂຶ້ນຢ່າງໄວວາຫຼາຍ, ຖືກເຮັດໃຫ້ສຳເລັດໃນເວລາສັ້ນໆ ແລະ ບໍ່ມີການຊັກຊ້າ. ໃນການສຳເລັດ ແລະ ການບັນລຸຂອງມັນ; ຜົນຂອງພຣະທຳຂອງພຣະເຈົ້າແມ່ນທັນທີເລີຍ. ທັງສອງຢ່າງສະແດງໃຫ້ເຫັນເຖິງສິດອຳນາດຂອງພຣະເຈົ້າ, ແຕ່ເມື່ອພຣະເຈົ້າອວຍພອນອັບຣາຮາມ, ພຣະອົງເຮັດໃຫ້ມະນຸດເຫັນອີກດ້ານຂອງທາດແທ້ຂອງສິດອຳນາດຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະຜູ້ສ້າງເໜືອການຄໍານວນ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະອົງຍອມໃຫ້ມະນຸດເຫັນດ້ານທີ່ເປັນຈິງຫຼາຍຍິ່ງຂຶ້ນ ແລະ ພິເສດຫຼາຍຂຶ້ນຂອງສິດອຳນາດຂອງພຣະຜູ້ສ້າງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

540. ຫຼັງຈາກທີ່ພຣະເຈົ້າອວຍພອນອັບຣາຮາມ ແລະ ໂຢບ, ພຣະເຈົ້າໄດ້ຢຸດຢູ່ບ່ອນນັ້ນ ຫຼື ພຣະອົງສົ່ງຜູ້ສົ່ງຂ່າວຂອງພຣະອົງໃຫ້ປະຕິບັດພາລະກິດ ໃນຂະນະທີ່ລໍຖ້າເພື່ອເຫັນສິ່ງທີ່ຈະເປັນຜົນຕາມມາ. ໃນທາງກົງກັນຂ້າມ, ທັນທີທີ່ພຣະເຈົ້າກ່າວພຣະທຳຂອງພຣະອົງ, ພາຍໃຕ້ການນໍາພາຂອງສິດອຳນາດຂອງພຣະເຈົ້າ, ທຸກສິ່ງເລີ່ມເຮັດຕາມພາລະກິດທີ່ພຣະເຈົ້າເຈດຕະນາທີ່ຈະປະຕິບັດ ແລະ ມີການຈັດແຈງຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າຕ້ອງການ. ນີ້ໝາຍຄວາມວ່າ ທັນທີທີ່ພຣະທຳຖືກກ່າວອອກຈາກປາກຂອງພຣະເຈົ້າ, ສິດອຳນາດຂອງພຣະເຈົ້າເລີ່ມຖືກໃຊ້ທົ່ວແຜ່ນດິນທັງໝົດ ແລະ ພຣະອົງກຳນົດວິທີທາງເພື່ອເຮັດສຳລັບ ແລະ ປະຕິບັດຕາມຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ໃຫ້ອັບຣາຮາມ ແລະ ໂຢບ, ໃນຂະນະທີ່ກຳລັງວາງແຜນ ແລະ ຈັດຕຽມໃຫ້ເໝາະສົມທຸກຢ່າງສຳລັບທຸກສິ່ງທີ່ຈຳເປັນໃນແຕ່ລະບາດກ້າວ ແລະ ແຕ່ລະຂັ້ນຕອນສຳຄັນທີ່ພຣະອົງວາງແຜນຈະປະຕິບັດ. ໃນລະຫວ່າງເວລານີ້, ພຣະເຈົ້າບໍ່ພຽງແຕ່ກຳນົດທິດທາງຂອງຜູ້ສົ່ງຂ່າວຂອງພຣະອົງ, ແຕ່ຍັງກຳນົດທິດທາງຂອງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ. ນີ້ໝາຍຄວາມວ່າ ຂອບເຂດທີ່ສິດອຳນາດຂອງພຣະເຈົ້າຖືກໃຊ້ບໍ່ພຽງແຕ່ລວມເຖິງຜູ້ສົ່ງຂ່າວ ແຕ່ລວມເຖິງທຸກສິ່ງໃນການສ້າງທີ່ຖືກກຳນົດທິດທາງເພື່ອໃຫ້ສອດຄ່ອງກັບພາລະກິດທີ່ພຣະອົງເຈດຕະນາທີ່ຈະເຮັດໃຫ້ສຳເລັດ; ສິ່ງເຫຼົ່ານີ້ແມ່ນລັກສະນະສະເພາະໃນການໃຊ້ສິດອຳນາດຂອງພຣະເຈົ້າ. ໃນຈິນຕະນາການຂອງພວກເຈົ້າ, ບາງຄົນອາດມີຄວາມເຂົ້າໃຈດັ່ງຕໍ່ໄປນີ້ກ່ຽວກັບສິດອຳນາດຂອງພຣະເຈົ້າ ນັ້ນກໍຄື ພຣະເຈົ້າມີສິດອຳນາດ ແລະ ພຣະເຈົ້າມີລິດອຳນາດ ແລະ ດ້ວຍເຫດນັ້ນ ພຣະເຈົ້າພຽງແຕ່ຢູ່ໃນສະຫວັນຊັ້ນສາມ ຫຼື ຢູ່ໃນບ່ອນຄົງທີ່ ແລະ ບໍ່ຈຳເປັນຕ້ອງປະຕິບັດພາລະກິດສະເພາະໃດເລີຍ ແລະ ພາລະກິດທັງໝົດຂອງພຣະອົງແມ່ນຖືກເຮັດໃຫ້ສົມບູນພາຍໃນຄວາມຄິດຂອງພຣະອົງ. ບາງຄົນອາດຍັງເຊື່ອວ່າ ເຖິງແມ່ນພຣະເຈົ້າອວຍພອນອັບຣາຮາມ, ພຣະເຈົ້າກໍບໍ່ຈຳເປັນຕ້ອງເຮັດຫຍັງເລີຍ ແລະ ພຣະອົງພຽງຕ້ອງການກ່າວພຣະທຳຂອງພຣະອົງເທົ່ານັ້ນ. ນີ້ແມ່ນສິ່ງທີ່ເກີດຂຶ້ນແທ້ບໍ? ເຫັນໄດ້ຊັດເຈນເລີຍວ່າ ບໍ່ແມ່ນ! ເຖິງແມ່ນພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ສິດອຳນາດຂອງພຣະອົງເປັນຈິງ ແລະ ແທ້ຈິງ, ບໍ່ໄດ້ວ່າງເປົ່າ. ຄວາມແທ້ຈິງ ແລະ ຄວາມເປັນຈິງຂອງສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າໄດ້ຖືກເປີດເຜີຍ ແລະ ສະແດງອອກເທື່ອລະໜ້ອຍໃນການທີ່ພຣະອົງສ້າງທຸກສິ່ງ ແລະ ຄວບຄຸມຢູ່ເໜືອສິ່ງຕ່າງໆ ແລະ ໃນຂະບວນການທີ່ພຣະອົງນໍາພາ ແລະ ຄຸ້ມຄອງມະນຸດຊາດ. ທຸກວິທີການ, ທຸກທັດສະນະ ແລະ ທຸກລາຍລະອຽດຂອງການປົກຄອງຂອງພຣະເຈົ້າເໜືອມະນຸດຊາດ ແລະ ສິ່ງທັງປວງ ແລະ ທຸກພາລະກິດທີ່ພຣະອົງໄດ້ເຮັດໃຫ້ສຳເລັດ ພ້ອມທັງຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກສິ່ງ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ພິສູດແທ້ຈິງວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າບໍ່ແມ່ນພຣະທຳທີ່ວ່າງເປົ່າ. ສິດອຳນາດ ແລະ ລິດອຳນາດຂອງພຣະອົງຖືກສະແດງອອກ ແລະ ເປີດເຜີຍຢ່າງຕໍ່ເນື່ອງ ແລະ ໃນທຸກໆສິ່ງ. ການສະແດງອອກ ແລະ ການເປີດເຜີຍເຫຼົ່ານີ້ບົ່ງບອກເຖິງການມີຢູ່ທີ່ເປັນຈິງແຫ່ງສິດອຳນາດຂອງພຣະເຈົ້າ ຍ້ອນພຣະອົງໃຊ້ສິດອຳນາດ ແລະ ລິດອຳນາດຂອງພຣະອົງເພື່ອສືບຕໍ່ພາລະກິດຂອງພຣະອົງ ແລະ ເພື່ອບັນຊາການທຸກໆສິ່ງ ແລະ ເພື່ອປົກຄອງທຸກໆສິ່ງໃນທຸກຊ່ວງເວລາ; ທູດສະຫວັນ ແລະ ຜູ້ສົ່ງຂ່າວຂອງພຣະເຈົ້າກໍບໍ່ສາມາດແທນລິດອຳນາດ ແລະ ສິດອຳນາດຂອງພຣະອົງໄດ້. ພຣະເຈົ້າຕັດສິນໃຈວ່າ ພຣະອົງຈະປະທານການອວຍພອນໃດໃຫ້ກັບອັບຣາຮາມ ແລະ ໂຢບ, ແລ້ວມັນກໍຂຶ້ນກັບການຕັດສິນໃຈຂອງພຣະເຈົ້າ. ເຖິງແມ່ນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ໂຢບເປັນການສ່ວນຕົວ, ການກະທຳຂອງພວກເຂົາກໍເປັນໄປຕາມພຣະບັນຍັດຂອງພຣະເຈົ້າ ແລະ ການກະທໍາຂອງພວກເຂົາແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ເຊັ່ນດຽວກັນ ຜູ້ສົ່ງຂ່າວກໍຍັງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າອີກດ້ວຍ. ເຖິງແມ່ນມະນຸດເຫັນຜູ້ສົ່ງຂ່າວຂອງພຣະເຈົ້າມາຫາອັບຣາຮາມ ແລະ ບໍ່ໄດ້ເຫັນພຣະເຈົ້າເຢໂຮວາເຮັດຫຍັງດ້ວຍຕົວພຣະອົງເອງທີ່ບັນທຶກໄວ້ໃນພຣະຄຳພີ, ຕາມຄວາມຈິງແລ້ວ ຜູ້ດຽວທີ່ໃຊ້ລິດອຳນາດ ແລະ ສິດອຳນາດແທ້ຈິງກໍແມ່ນພຣະເຈົ້າເອງ ແລະ ສິ່ງນີ້ຈະບໍ່ທົນຕໍ່ຂໍ້ສົງໄສຈາກມະນຸດຄົນໃດ! ເຖິງແມ່ນເຈົ້າໄດ້ເຫັນທູດສະຫວັນ ແລະ ຜູ້ສົ່ງຂ່າວມີລິດອຳນາດທີ່ຍິ່ງໃຫຍ່ ແລະ ປະຕິບັດສິ່ງອັດສະຈັນຕ່າງໆ ຫຼື ພວກເຂົາໄດ້ເຮັດບາງສິ່ງທີ່ພຣະເຈົ້າມອບໝາຍໃຫ້, ການກະທຳຂອງພວກເຂົາກໍພຽງແຕ່ເພື່ອເຮັດສຳເລັດການມອບໝາຍຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ໄດ້ສະແດງເຖິງສິດອຳນາດຂອງພຣະເຈົ້າດ້ວຍວິທີໃດເລີຍ, ຍ້ອນບໍ່ມີມະນຸດ ຫຼື ສິ່ງໃດທີ່ມີ ຫຼື ຄອບຄອງສິດອຳນາດຂອງພຣະຜູ້ສ້າງໃນການສ້າງສິ່ງທັງປວງ ແລະ ປົກຄອງທຸກສິ່ງ. ດ້ວຍເຫດນັ້ນຈຶ່ງບໍ່ມີມະນຸດ ຫຼື ສິ່ງໃດທີ່ສາມາດໃຊ້ ຫຼື ສະແດງສິດອຳນາດຂອງພຣະຜູ້ສ້າງໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

541. ພຣະເຈົ້າສາມາດເຮັດບາງສິ່ງເພື່ອພິສູດຕົວຕົນຂອງພຣະອົງເອງໄດ້ບໍ? ສຳລັບພຣະເຈົ້າແລ້ວ ສິ່ງນີ້ແມ່ນເລື່ອງງ່າຍ, ມັນງ່າຍຄືກັບປອກກ້ວຍ. ພຣະອົງສາມາດເຮັດບາງສິ່ງໃນບ່ອນໃດກໍໄດ້, ໃນເວລາໃດກໍໄດ້ ເພື່ອພິສູດຕົວຕົນ ແລະ ແກ່ນແທ້ຂອງພຣະອົງ, ແຕ່ພຣະເຈົ້າມີວິທີເຮັດສິ່ງຕ່າງໆຂອງພຣະອົງ, ໂດຍມີແຜນການ ແລະ ເປັນບາດກ້າວ. ພຣະອົງບໍ່ເຮັດສິ່ງຕ່າງໆໂດຍບໍ່ເລືອກ, ແຕ່ກົງກັນຂ້າມພຣະອົງລໍຖ້າເວລາທີ່ເໝາະສົມ ແລະ ໂອກາດທີ່ເໝາະສົມເພື່ອເຮັດບາງສິ່ງທີ່ພຣະອົງຈະໃຫ້ມະນຸດເຫັນ, ບາງສິ່ງທີ່ເຕັມໄປດ້ວຍຄວາມໝາຍຢ່າງແທ້ຈິງ. ໃນລັກສະນະນີ້, ພຣະອົງພິສູດເຖິງສິດອຳນາດ ແລະ ຕົວຕົນຂອງພຣະອົງ. ແລ້ວ ການຟື້ນຄືນຊີບຂອງລາຊະໂຣສາມາດພິສູດຕົວຕົນຂອງພຣະເຢຊູເຈົ້າໄດ້ບໍ? ໃຫ້ພວກເຮົາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ....” ເມື່ອພຣະເຢຊູເຈົ້າເຮັດສິ່ງນັ້ນ, ພຣະອົງພຽງແຕ່ເວົ້າປະໂຫຍກດຽວຄື: “ລາຊະໂຣ ຈົ່ງອອກມາ”. ແລ້ວລາຊະໂຣກໍອອກມາຈາກຂຸມຝັງສົບຂອງລາວ, ສິ່ງນີ້ຖືກເຮັດໃຫ້ສຳເລັດ ຍ້ອນຄຳເວົ້າສອງສາມຄຳທີ່ພຣະຜູ້ເປັນເຈົ້າໄດ້ກ່າວອອກມາເທົ່ານັ້ນ. ໃນລະຫວ່າງເວລານີ້, ພຣະເຢຊູເຈົ້າບໍ່ໄດ້ຕັ້ງແທ່ນບູຊາ ແລະ ພຣະອົງບໍ່ໄດ້ປະຕິບັດການກະທຳອື່ນ. ພຣະອົງພຽງແຕ່ເວົ້າສິ່ງດຽວນີ້. ສິ່ງນີ້ຄວນຖືກເອີ້ນວ່າ ສິ່ງອັດສະຈັນ ຫຼື ຄຳສັ່ງບໍ? ຫຼື ມັນແມ່ນເວດມົນຄາຖາບາງຢ່າງບໍ? ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສາມາດເອີ້ນໄດ້ວ່າ ສິ່ງອັດສະຈັນ ແລະ ຖ້າເຈົ້າເບິ່ງມັນຈາກທັດສະນະທີ່ທັນສະໄໝ, ແນ່ນອນ ເຈົ້າຍັງຈະສາມາດເອີ້ນມັນໄດ້ວ່າ ສິ່ງອັດສະຈັນ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເວດມົນສະນິດໜຶ່ງແນ່ນອນທີ່ຈະສາມາດເອີ້ນວິນຍານຈາກຄວາມຕາຍໄດ້, ມັນບໍ່ແມ່ນເວດມົນຄາຖາຢ່າງແນ່ນອນ. ມັນຖືກຕ້ອງທີ່ຈະເວົ້າວ່າ ສິ່ງອັດສະຈັນນີ້ເປັນສິ່ງທຳມະດາທີ່ສຸດ, ເປັນການສະແດງເລັກໆນ້ອຍໆເຖິງສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພຣະເຈົ້າມີສິດອຳນາດທີ່ຈະໃຫ້ຄົນໃດໜຶ່ງຕາຍ, ເຮັດໃຫ້ວິນຍານຂອງເຂົາອອກຈາກຮ່າງກາຍຂອງເຂົາ ແລະ ກັບຄືນສູ່ດິນແດນມໍລະນາ ຫຼື ໄປໃສກໍໄດ້ທີ່ມັນຄວນໄປ. ເວລາຕາຍຂອງບຸກຄົນໃດໜຶ່ງ ແລະ ສະຖານທີ່ໆພວກເຂົາຈະໄປຫຼັງຈາກຕາຍ, ສິ່ງເຫຼົ່ານີ້ແມ່ນຖືກກຳນົດໂດຍພຣະເຈົ້າ. ພຣະອົງສາມາດຕັດສິນໃຈໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ໂດຍບໍ່ຖືກຈຳກັດຈາກມະນຸດ, ເຫດການ, ສິ່ງຂອງ, ອາວະກາດ ຫຼື ພູມສາດໃດໆ. ຖ້າພຣະອົງຕ້ອງການເຮັດມັນ, ພຣະອົງກໍສາມາດເຮັດມັນໄດ້ ຍ້ອນທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆແມ່ນຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ທຸກສິ່ງແຜ່ຂະຫຍາຍ, ມີຊີວິດ ແລະ ຈິບຫາຍໂດຍພຣະທຳຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ພຣະອົງສາມາດຟື້ນຄືນຊີວິດຄົນທີ່ຕາຍແລ້ວ ແລະ ພຣະອົງກໍສາມາດເຮັດສິ່ງນີ້ໃນເວລາໃດກໍໄດ້, ຢູ່ບ່ອນໃດກໍໄດ້. ນີ້ແມ່ນສິດອຳນາດທີ່ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ມີ.

ເມື່ອພຣະເຢຊູເຈົ້າເຮັດສິ່ງຕ່າງໆ ເຊັ່ນ: ນໍາລາຊະໂຣຄືນມາຈາກຄວາມຕາຍ, ເປົ້າໝາຍຂອງພຣະອົງແມ່ນເພື່ອພິສູດໃຫ້ມະນຸດ ແລະ ຊາຕານໄດ້ເຫັນ ແລະ ເພື່ອເຮັດໃຫ້ມະນຸດ ແລະ ຊາຕານຮູ້ວ່າ ທຸກສິ່ງທີ່ກ່ຽວກັບມະນຸດຊາດ, ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ເຖິງແມ່ນພຣະອົງໄດ້ກາຍມາເປັນເນື້ອໜັງ, ພຣະອົງກໍຍັງບັນຊາໂລກຝ່າຍຮ່າງກາຍທີ່ສາມາດເຫັນໄດ້ ພ້ອມທັງໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເຫັນໄດ້. ສິ່ງນີ້ແມ່ນເພື່ອໃຫ້ມະນຸດຊາດ ແລະ ຊາຕານຮູ້ວ່າ ທຸກສິ່ງກ່ຽວກັບມະນຸດຊາດບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງຂອງຊາຕານ. ສິ່ງນີ້ແມ່ນການເປີດເຜີຍ ແລະ ການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ມັນຍັງເປັນວິທີທີ່ພຣະເຈົ້າບອກສິ່ງທັງປວງວ່າ ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຢູ່ໃນກໍາມືຂອງພຣະເຈົ້າ. ການທີ່ພຣະເຢຊູເຈົ້າຟື້ນຄືນຊີບຂອງລາຊະໂຣແມ່ນໜຶ່ງໃນວິທີທີ່ພຣະຜູ້ສ້າງສັ່ງສອນ ແລະ ແນະນໍາແກ່ມະນຸດຊາດ. ມັນຄືການກະທຳທີ່ເປັນຮູບປະທຳ ເຊິ່ງພຣະເຈົ້າໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງໃນການແນະນໍາ ແລະ ສະໜອງໃຫ້ແກ່ມະນຸດຊາດ. ມັນແມ່ນວິທີທີ່ພຣະຜູ້ສ້າງຍອມໃຫ້ມະນຸດຊາດໄດ້ເຫັນເຖິງຄວາມຈິງວ່າພຣະອົງບັນຊາສິ່ງທັງປວງ ໂດຍທີ່ບໍ່ໄດ້ໃຊ້ຄຳເວົ້າເລີຍ. ມັນແມ່ນວິທີທີ່ພຣະອົງບອກແກ່ມະນຸດຊາດຜ່ານທາງການກະທຳຕົວຈິງວ່າ ບໍ່ມີຄວາມລອດພົ້ນອື່ນໃດ ນອກຈາກຜ່ານທາງພຣະອົງ. ວິທີການງຽບໆນີ້ທີ່ພຣະອົງໃຊ້ເພື່ອສັ່ງສອນມະນຸດຊາດແມ່ນນິດນິລັນ, ຖາວອນ, ນໍາເອົາຄວາມຕື່ນຕົກໃຈ ແລະ ແສງສະຫວ່າງທີ່ບໍ່ສາມາດມືດມົນຈັກເທື່ອ ມາສູ່ຫົວໃຈຂອງມະນຸດ. ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ, ສິ່ງນີ້ແມ່ນມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຕິດຕາມແຕ່ລະຄົນຂອງພຣະເຈົ້າ. ມັນຝັງແໜ້ນໃນຄວາມເຂົ້າໃຈຂອງທຸກຄົນທີ່ເຂົ້າໃຈເຫດການ ແລະ ນິມິດຢ່າງເລິກເຊິ່ງທີ່ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສັ່ງຊີວິດ ແລະ ຄວາມຕາຍໄດ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

542. ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

543. ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພຣະອົງຍັງໄດ້ຈັດແຈງສະຖານະການທີ່ຕາຍຕົວສຳລັບຄວາມຕາຍຂອງຜູ້ຄົນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ມີໃຜເກີດມາໂດຍບັງເອີນ, ບໍ່ມີຄວາມຕາຍຂອງໃຜມາເຖິງແບບກະທັນຫັນ ແລະ ທັງການເກີດ ແລະ ຄວາມຕາຍແມ່ນຈຳເປັນຕ້ອງເຊື່ອມໂຍງກັບຊີວິດໃນຊາດກ່ອນ ແລະ ຊີວິດປັດຈຸບັນຂອງຄົນ. ສະຖານະການແຫ່ງການເກີດ ແລະ ຄວາມຕາຍຂອງຄົນ ທັງສອງຢ່າງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ; ນີ້ແມ່ນຊະຕາກຳຂອງຜູ້ຄົນ, ນີ້ຄືໂຊກຊະຕາຂອງຜູ້ຄົນ. ເນື່ອງຈາກວ່າມີຄໍາອະທິບາຍຢ່າງຫຼວງຫຼາຍສໍາລັບການເກີດຂອງຜູ້ຄົນ, ດ້ວຍເຫດນັ້ນ ຄວາມຕາຍຂອງຜູ້ຄົນກໍຈະເກີດຂຶ້ນໂດຍທຳມະຊາດຂອງມັນ ໂດຍອີງຕາມສະຖານະການພິເສດຕ່າງໆ. ນີ້ແມ່ນເຫດຜົນທີ່ຜູ້ຄົນມີອາຍຸໄຂທີ່ແຕກຕ່າງກັນ ແລະ ມີລັກສະນະ ແລະ ເວລາຕາຍທີ່ແຕກຕ່າງກັນ. ບາງຄົນແຂງແຮງ ແລະ ມີສຸຂະພາບດີ ແຕ່ຕາຍແຕ່ຍັງໜຸ່ມ, ບາງຄົນອ່ອນແອ ແລະ ເຈັບປ່ວຍ ແຕ່ມີຊີວິດຢູ່ຈົນເຖົ້າແກ່ ແລະ ຕາຍໄປຢ່າງສະຫງົບ. ບາງຄົນຕາຍຍ້ອນສາເຫດທີ່ຜິດທຳມະຊາດ, ບາງຄົນຕາຍໂດຍທຳມະຊາດ. ບາງຄົນຈົບຊີວິດຂອງພວກເຂົາແຫ່ງໄກຈາກເຮືອນຊານ, ບາງຄົນຫຼັບຕາລົງເປັນຄັ້ງສຸດທ້າຍກັບຄົນທີ່ພວກເຂົາຮັກຢູ່ຄຽງຂ້າງພວກເຂົາ. ບາງຄົນຕາຍກາງອາກາດ, ບາງຄົນຕາຍຢູ່ໃຕ້ພື້ນດິນ. ບາງຄົນຈົມຢູ່ໃຕ້ນ້ຳ, ບາງຄົນເສຍຊີວິດໃນໄພພິບັດ. ບາງຄົນຕາຍຕອນເຊົ້າ, ບາງຄົນຕາຍຕອນກາງຄືນ... ທຸກຄົນຢາກເກີດມາມີຊື່ສຽງ, ມີຊີວິດທີ່ຮຸ່ງເຮືອງ ແລະ ຄວາມຕາຍທີ່ມີກຽດສະຫງ່າ ແຕ່ບໍ່ມີໃຜສາມາດຜ່ານຊະຕາກຳຊີວິດຂອງຕົນເອງໄດ້, ບໍ່ມີໃຜສາມາດຫຼົບໜີຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້. ນີ້ແມ່ນໂຊກຊະຕາຂອງມະນຸດ. ມະນຸດສາມາດສ້າງແຜນທຸກຮູບແບບເພື່ອອະນາຄົດຂອງພວກເຂົາ ແຕ່ບໍ່ມີໃຜສາມາດວາງແຜນລັກສະນະ ແລະ ເວລາເກີດ ແລະ ເວລາຈາກໂລກນີ້ໄປຂອງພວກເຂົາໄດ້. ເຖິງແມ່ນວ່າຜູ້ຄົນເຮັດທຸກວິທີທາງເພື່ອຫຼີກເວັ້ນ ແລະ ຕໍ່ຕ້ານຄວາມຕາຍທີ່ຈະມາເຖິງ ແຕ່ຄວາມຕາຍກໍຍັງຫຍັບເຂົ້າມາໃກ້ຕົວພວກເຂົາຢ່າງງຽບໆໂດຍບໍ່ຮູ້ຕົວ. ບໍ່ມີໃຜຮູ້ວ່າພວກເຂົາຈະຕາຍເມື່ອໃດ ຫຼື ແນວໃດ, ແຮງໄກທີ່ພວກເຂົາຈະຮູ້ວ່າມັນຈະເກີດຂຶ້ນຢູ່ໃສ. ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນມະນຸດທີ່ມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ, ບໍ່ແມ່ນສິ່ງມີຊີວິດໃດໃນໂລກທຳມະຊາດ ແຕ່ແມ່ນພຣະຜູ້ຊົງສ້າງ ຜູ້ທີ່ມີສິດອຳນາດເປັນເອກະລັກ. ຊີວິດ ແລະ ຄວາມຕາຍຂອງມະນຸດຊາດ ບໍ່ແມ່ນຜົນຜະລິດຈາກບາງກົດເກນຂອງໂລກແຫ່ງທຳມະຊາດ, ແຕ່ເປັນຜົນມາຈາກອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

544. ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກຄົນບໍ່ວ່າ ຫ້າວຫັນ ຫຼື ກຽດຄ້ານແມ່ນຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ ແລະ ບໍ່ວ່າຄົນໃດໜຶ່ງຈະຕໍ່ສູ້ດິ້ນລົນແນວໃດກໍຕາມໃນຊ່ວງເວລາແຫ່ງຊີວິດຂອງເຂົາ, ບໍ່ວ່າຜູ້ຄົນຈະຍ່າງບົນເສັ້ນທາງຄົດລ້ຽວຈັກເສັ້ນທາງກໍຕາມ, ສຸດທ້າຍແລ້ວ ພວກເຂົາກໍຈະກັບໄປສູ່ວົງໂຄຈອນແຫ່ງໂຊກຊະຕາທີ່ພຣະຜູ້ຊົງສ້າງໄດ້ຂີດໄວ້ໃຫ້ພວກເຂົາ. ນີ້ແມ່ນຄວາມບໍ່ສາມາດເອົາຊະນະໄດ້ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ວິທີການທີ່ສິດອຳນາດຂອງພຣະອົງຄວບຄຸມ ແລະ ປົກຄອງຈັກກະວານ. ມັນແມ່ນຄວາມບໍ່ສາມາດກີດກັ້ນໄດ້ນີ້, ຮູບແບບການຄວບຄຸມ ແລະ ການປົກຄອງດັ່ງກ່າວຈຶ່ງເປັນສິ່ງທີ່ຮັບຜິດຊອບຕໍ່ກົດເກນໃນການກຳນົດຊີວິດຂອງທຸກສິ່, ເຮັດໃຫ້ມະນຸດກັບຊາດມາເກີດຊ້ຳແລ້ວຊ້ຳອີກໂດຍບໍ່ມີການແຊກແຊງ, ທີ່ເຮັດໃຫ້ໂລກໝຸນວຽນເປັນປົກກະຕິ ແລະ ໝຸນໄປຂ້າງໜ້າມື້ຕໍ່ມື້ ແລະ ປີຕໍ່ປີ. ພວກເຈົ້າໄດ້ເປັນພະຍານຕໍ່ຄວາມຈິງເຫຼົ່ານີ້ທັງໝົດ ແລະ ພວກເຈົ້າເຂົ້າໃຈພວກມັນ ບໍ່ວ່າຈະແບບຜິວເຜີນ ຫຼື ຢ່າງເລິກເຊິ່ງກໍຕາມ ແລະ ຄວາມເລິກແຫ່ງຄວາມເຂົ້າໃຈຂອງພວກເຈົ້ານັ້ນຂຶ້ນຢູ່ກັບປະສົບການ ແລະ ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມຈິງ ແລະ ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ຂຶ້ນຢູ່ກັບວ່າ ເຈົ້າຮູ້ຈັກຄວາມເປັນຈິງແຫ່ງຄວາມຈິງດີປານໃດ, ເຈົ້າໄດ້ປະສົບກັບພຣະທຳຂອງພຣະເຈົ້າຫຼາຍປານໃດ, ເຈົ້າຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າດີປານໃດ. ທັງໝົດນີ້ສະແດງເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ວ່າເຈົ້າເຂົ້າໃຈເລິກເຊິ່ງພຽງໃດ. ການມີຢູ່ຂອງອໍານາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຂຶ້ນຢູ່ກັບວ່າມະນຸດຊາດຍອມຮັບສິ່ງເຫຼົ່ານີ້ ຫຼື ບໍ່? ຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້ ແມ່ນຖືກກຳນົດໂດຍການຍອມຮັບຂອງມະນຸດບໍ່? ບໍ່ວ່າຈະໃນສະຖານະການໃດໆກໍຕາມ ສິດອຳນາດຂອງພຣະເຈົ້າກໍຍັງຄົງມີຢູ່. ໃນທຸກສະພາບການ, ພຣະເຈົ້າຊົງກຳນົດ ແລະ ຈັດແຈງໂຊກຊະຕາຂອງມະນຸດທຸກຄົນ ແລະ ທຸກສິ່ງອີງຕາມຄວາມຄິດ ແລະ ຄວາມປາດຖະໜາຂອງພຣະອົງ. ສິ່ງນີ້ຈະບໍ່ປ່ຽນແປງຍ້ອນການປ່ຽນແປງມະນຸດ; ມັນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ, ບໍ່ສາມາດຖືກປ່ຽນແປງໂດຍການປ່ຽນແປງໃດໆເຊັ່ນ ເວລາ, ອາກາດແລະ ສະພາບພູມີສາດ ເພາະວ່າສິດອຳນາດຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະອົງ. ບໍ່ວ່າມະນຸດຈະສາມາດຮູ້ຈັກ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່ກໍ່ຕາມ, ບໍ່ວ່າມະນຸດຈະສາມາດຍອມຮັບມັນໄດ້ ຫຼື ບໍ່ກໍ່ຕາມ ສະພາບການເຫຼົ່ານີ້ບໍ່ສາມາດປ່ຽນແປງຄວາມເປັນຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ. ເຊິ່ງເວົ້າໄດ້ວ່າ ບໍ່ວ່າມະນຸດຈະມີທັດສະນະຄະຕິແນວໃດກໍຕາມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ມັນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກສິ່ງໄດ້. ເຖິງແມ່ນວ່າເຈົ້າບໍ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ, ພຣະອົງກໍ່ຍັງຄວບຄຸມໂຊກຊະຕາຂອງເຈົ້າຢູ່ດີ; ເຖິງແມ່ນວ່າເຈົ້າບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະອົງໄດ້, ສິດອຳນາດຂອງພຣະອົງກໍ່ຍັງຄົງດຳລົງຢູ່ຄືເກົ່າ. ສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງສິດອຳນາດຂອງພຣະເຈົ້າເໜືອໂຊກຊະຕາຂອງມະນຸດນັ້ນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງໂດຍອີງຕາມຄວາມມັກຂອງມະນຸດ ແລະ ເສັ້ນທາງເລືອກຂອງພວກເຂົາ. ສິດອຳນາດຂອງພຣະເຈົ້າຢູ່ທົ່ວທຸກບ່ອນ, ທຸກເວລາ ແລະ ທຸກເມື່ອ. ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແຕ່ສິດອຳນາດຂອງພຣະອົງຈະບໍ່ມີວັນຜ່ານພົ້ນໄປໄດ້ ຍ້ອນວ່າພຣະອົງເອງແມ່ນພຣະເຈົ້າ, ພຣະອົງຄອບຄອງສິດອຳນາດທີ່ເປັນເອກະລັກ ແລະ ສິດອຳນາດຂອງພຣະອົງບໍ່ໄດ້ຖືກຈຳກັດ ຫຼື ກຳນົດໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ຫຼື ກໍານົດໂດຍອາກາດ ຫຼື ສະພາບພູມີສາດ. ພຣະເຈົ້າຊົງໃຊ້ສິດອຳນາດຂອງພຣະອົງສະແດງໃຫ້ເຫັນເຖິງລິດທານຸພາບຂອງພຣະອົງ, ສືບຕໍ່ພາລະກິດການຄຸ້ມຄອງດັ່ງທີ່ພຣະອົງເຄີຍປະຕິບັດສະເໝີມາ; ພຣະອົງປົກຄອງທຸກສິ່ງ, ປະທານໃຫ້ທຸກສິ່ງ ແລະ ປັ້ນແຕ່ງທຸກສິ່ງດັ່ງທີ່ພຣະອົງຊົງປະຕິບັດສະເໝີມາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ມັນແມ່ນຄວາມຈິງ; ມັນຄືຄວາມຈິງທີບໍ່ມີການປ່ຽນແປງມາແຕ່ດົນນານແລ້ວ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

545. ຄວາມຈິງກ່ຽວກັບສິດອຳນາດຂອງພຣະເຈົ້າແມ່ນຄວາມຈິງທີ່ທຸກຄົນຕ້ອງຄຳນຶງເຖິງຢ່າງຈິງຈັງ, ຕ້ອງປະສົບ ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ ຍ້ອນວ່າ ຄວາມຈິງເຫຼົ່ານີ້ມີຜົນຕໍ່ຊີວິດຂອງທຸກຄົນ; ຕໍ່ອະດີດ, ປັດຈຸບັນ ແລະ ອະນາຄົດຂອງທຸກຄົນ; ຕໍ່ຊ່ວງເວລາທີ່ສຳຄັນໃນຊີວິດທີ່ທຸກຄົນຕ້ອງໄດ້ຜ່ານ; ຕໍ່ຄວາມຮູ້ຂອງມະນຸດກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ທັດສະນະຄະຕິທີ່ພວກເຂົາຄວນມີກ່ຽວກັບສິດອຳນາດຂອງພຣະເຈົ້າ; ແລະ ແນ່ນອນກ່ຽວກັບຈຸດໝາຍປາຍທາງຂອງທຸກຄົນ. ດ້ວຍເຫດນັ້ນ, ສິ່ງເຫຼົ່ານີ້ຈຶ່ງຕ້ອງໄດ້ໃຊ້ເວລາຕະຫຼອດຊີວິດເພື່ອຮູ້ຈັກ ແລະ ເຂົ້າໃຈພວກມັນ. ເມື່ອເຈົ້າເບິ່ງສິດອຳນາດຂອງພຣະເຈົ້າຢ່າງເຕັມທີ່, ເມື່ອເຈົ້າຍອມຮັບອຳນາດອະທິປະໄຕຂອງພຣະອົງ, ເຈົ້າຈະຄ່ອຍໆຮັບຮູ້ ແລະ ເຂົ້າໃຈຄວາມຈິງແຫ່ງການມີຢູ່ຂອງສິດອຳນາດຂອງພຣະເຈົ້າ. ແຕ່ຖ້າເຈົ້າບໍ່ເຄີຍຮັບຮູ້ສິດອຳນາດຂອງພຣະອົງ, ບໍ່ວ່າເຈົ້າຈະມີຊີວິດມາດົນນານປານໃດກໍຕາມ ເຈົ້າກໍ່ຈະບໍ່ໄດ້ຮັບເສດສ່ວນຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າບໍ່ຮູ້ຈັກ ແລະ ບໍ່ເຂົ້າໃຈສິດອຳນາດຂອງພຣະເຈົ້າຢ່າງແທ້ຈິງ, ເມື່ອເຈົ້າໄປຮອດຈຸດສິ້ນສຸດຂອງເສັ້ນທາງ, ເຖິງແມ່ນວ່າ ເຈົ້າໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍທົດສະວັດ ເຈົ້າກໍ່ຈະບໍ່ມີຫຍັງສະແດງອອກໃຫ້ເຫັນເຖິງຊີວິດຂອງເຈົ້າ ແລະ ເຈົ້າຈະບໍ່ມີຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດໂດຍທຳມະຊາດແມ່ນແຕ່ໜ້ອຍດຽວ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າໃຈທີ່ສຸດບໍ? ດັ່ງນັ້ນ, ບໍ່ວ່າໃນຊີວິດເຈົ້າໄດ້ຍ່າງໄປໄກເທົ່າໃດກໍຕາມ, ບໍ່ວ່າຕອນນີ້ເຈົ້າມີອາຍຸກຈັກປີແລ້ວກໍຕາມ, ບໍ່ວ່າການເດີນທາງຂອງເຈົ້າອາດຍັງຍາວໄກຫຼາຍພຽງໃດກໍຕາມ, ກ່ອນອື່ນ ເຈົ້າຕ້ອງຮັບຮູ້ສິດອຳນາດຂອງພຣະເຈົ້າ ແລະ ພິຈາລະນາມັນຢ່າງຈິງຈັງ ແລະ ຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າຄືເຈົ້ານາຍທີ່ເປັນເອກະລັກຂອງເຈົ້າ. ການບັນລຸຄວາມຮູ້ທີ່ຊັດເຈນ ແລະ ຖືກຕ້ອງ ແລະ ຄວາມເຂົ້າໃຈຄວາມຈິງເຫຼົ່ານີ້ກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ ແມ່ນບົດຮຽນທີ່ຈຳເປັນສຳລັບທຸກຄົນ; ແມ່ນກຸນແຈສູ່ການຮູ້ຈັກຊີວິດມະນຸດ ແລະ ການບັນລຸຄວາມຈິງ. ນັ້ນຄືຊີວິດແຫ່ງການຮູ້ຈັກພຣະເຈົ້າ, ເປັນຫຼັກສູດພື້ນຖານແຫ່ງການສຶກສາທີ່ທຸກຄົນຕ້ອງຜະເຊີນໃນແຕ່ລະມື້ ແລະ ບໍ່ມີໃຜສາມາດຫຼີກເວັ້ນໄດ້. ຖ້າບາງຄົນຢາກໃຊ້ທາງລັດເພື່ອບັນລຸເປົ້າໝາຍນີ້, ເຮົາຂໍບອກເຈົ້າດຽວນີ້ເລີຍວ່າ ມັນເປັນໄປບໍ່ໄດ້! ຖ້າເຈົ້າຢາກຫຼົບໜີຈາກອຳນາດອະທິປະໄຕຂອງພຣະເຈົ້າ ນັ້ນແຮງເປັນໄປໄດ້ໜ້ອຍທີ່ສຸດ! ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າດຽວຂອງມະນຸດ, ພຣະເຈົ້າແມ່ນເຈົ້ານາຍອົງດຽວຂອງໂຊກຊະຕາມະນຸດ, ສະນັ້ນ ມັນເປັນໄປບໍ່ໄດ້ທີ່ມະນຸດຈະກຳນົດໂຊກຊະຕາຂອງຕົວເອງ, ເປັນໄປບໍ່ໄດ້ທີ່ເຂົາຈະກ້າວຂາອອກຈາກສິ່ງນີ້ໄດ້. ບໍ່ວ່າຜູ້ຄົນຈະມີຄວາມສາມາດສູງປານໃດ ເຂົາກໍຈະບໍ່ສາມາດມີອິດທິພົນໄດ້ ແຮງໄກທີ່ຈະສາມາດປັ້ນແຕ່ງ, ຈັດແຈງ, ຄວບຄຸມ ຫຼື ປ່ຽນແປງໂຊກຊະຕາຂອງຄົນອື່ນໄດ້. ມີພຽງພຣະເຈົ້າເອງທີ່ເປັນເອກະລັກເທົ່ານັ້ນ ທີ່ກຳນົດທຸກສິ່ງໃຫ້ກັບມະນຸດ ຍ້ອນວ່າມີພຽງພຣະອົງເທົ່ານັ້ນທີ່ມີສິດອຳນາດທີ່ເປັນເອກະລັກທີ່ຄອບຄອງອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເພາະສະນັ້ນ ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ເປັນເຈົ້ານາຍທີ່ເປັນເອກະລັກຂອງມະນຸດ. ສິດອຳນາດຂອງພຣະເຈົ້າທີ່ຄອບຄອງອຳນາດອະທິປະໄຕ ບໍ່ແມ່ນພຽງແຕ່ເໜືອມະນຸດຊາດທີ່ຖືກສ້າງຂຶ້ນມາເທົ່ານັ້ນ ແຕ່ຍັງເໜືອສິ່ງມີຊີວິດທີ່ບໍ່ໄດ້ຖືກສ້າງຂຶ້ນ ເຊິ່ງມະນຸດບໍ່ສາມາດເບິ່ງເຫັນໄດ້, ເໜືອດວງດາວ ແລະ ເໜືອຈັກກະວານ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້, ຄວາມຈິງທີ່ມີຢູ່ແທ້ ເຊິ່ງບໍ່ມີໃຜ ຫຼື ສິ່ງໃດສາມາດປ່ຽນແປງໄດ້. ຖ້າຜູ້ໃດໃນພວກເຈົ້າຍັງບໍ່ພໍໃຈກັບສິ່ງທີ່ເປັນຢູ່, ຖ້າເຈົ້າເຊື່ອວ່າເຈົ້າມີທັກສະພິເສດ ຫຼື ຄວາມສາມາດບາງຢ່າງ ແລະ ຍັງຄິດວ່າ ອາດມີໂອກາດໂຊກດີ ສາມາດປ່ຽນແປງສະຖານະການປັດຈຸບັນຂອງເຈົ້າໄດ້ ຫຼື ບໍ່ດັ່ງນັ້ນກໍ່ສາມາດຫຼົບໜີສິ່ງນີ້ໄດ້; ຖ້າເຈົ້າພະຍາຍາມປ່ຽນແປງໂຊກຊະຕາຂອງເຈົ້າເອງໂດຍໃຊ້ຄວາມພະຍາຍາມຂອງມະນຸດ ແລະ ແຍກຕົວເອງອອກຈາກໝູ່ເພື່ອນຂອງເຈົ້າ ແລະ ໃນທີ່ສຸດກໍມີຊື່ສຽງ ແລະ ມີໂຊກລາບ; ເຮົາຂໍບອກເຈົ້າວ່າ ເຈົ້າກຳລັງສ້າງບັນຫາໃຫ້ກັບເຈົ້າເອງ, ເຈົ້າກຳລັງຂຸດຂຸມຝັງສົບຕົວເອງຢູ່! ວັນໜຶ່ງ ບໍ່ໄວກໍຊ້າ ເຈົ້າຈະຄົ້ນພົບວ່າ ເຈົ້າໄດ້ເລືອກທາງຜິດ ແລະ ຄວາມພະຍາຍາມຂອງເຈົ້າກໍຈະສູນເປົ່າ. ຄວາມທະເຍີທະຍານຂອງເຈົ້າ, ຄວາມຕ້ອງການຝືນໂຊກຊະຕາ ຂອງເຈົ້າ ແລະ ການປະພຶດອັນຊົ່ວຊ້າຂອງເຈົ້າເອງຈະນຳພາເຈົ້າໄປສູ່ເສັ້ນທາງທີ່ບໍ່ມີທາງກັບຄືນ ແລະ ຍ້ອນສິ່ງນີ້ເຈົ້າຈະໄດ້ຈ່າຍລາຄາຢ່າງຂົມຂື່ນ. ເຖິງແມ່ນວ່າ ປັດຈຸບັນນີ້ເຈົ້າຍັງບໍ່ທັນເຫັນຜົນຮ້າຍແຮງທີ່ຈະຕາມມາ ໃນຂະນະທີ່ເຈົ້າສືບຕໍ່ປະສົບ ແລະ ເຫັນຄຸນຄ່າຄວາມຈິງທີ່ວ່າ ພຣະເຈົ້າແມ່ນນາຍຂອງໂຊກຊະຕາມະນຸດຢ່າງເລິກເຊິ່ງຂຶ້ນ ເຈົ້າຈະຄ່ອຍໆຮັບຮູ້ສິ່ງທີ່ເຮົາເວົ້າເຖິງໃນວັນນີ້ ແລະ ຄວາມໝາຍທີ່ແທ້ຈິງຂອງມັນ. ບໍ່ວ່າເຈົ້າຈະມີຫົວໃຈ ແລະ ຈິດວິນຍານແທ້ຈິງ ຫຼື ບໍ່ກໍຕາມ ແລະ ບໍ່ວ່າເຈົ້າຈະເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່ກໍຕາມ ທຸກສິ່ງແມ່ນຂຶ້ນຢູ່ກັບທັດສະນະຄະຕິທີ່ເຈົ້າມີຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ຕໍ່ຄວາມຈິງ. ແນ່ນອນ ສິ່ງນີ້ກຳນົດວ່າ ເຈົ້າສາມາດຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າໄດ້ແທ້ ຫຼື ບໍ່. ຖ້າໃນຊີວິດຂອງເຈົ້າ ເຈົ້າບໍ່ເຄີຍຮູ້ສຶກເຖິງສິດອຳນາດ ແລະ ການຈັດແຈງຂອງພຣະເຈົ້າ, ຍິ່ງໄປກວ່ານັ້ນ ເຈົ້າບໍ່ຍອມຮັບຮູ້ ແລະ ຍອມຮັບສິດອຳນາດຂອງພຣະເຈົ້າ, ເຈົ້າກໍຈະເປັນເປົ້າໝາຍແຫ່ງຄວາມກຽດຊັງ ແລະ ການປະຕິເສດຂອງພຣະເຈົ້າໂດຍບໍ່ຕ້ອງສົງໃສ ຍ້ອນເສັ້ນທາງທີ່ເຈົ້າເດີນ ແລະ ທາງເລືອກທີ່ເຈົ້າເລືອກ. ແຕ່ໃນພາລະກິດຂອງພຣະເຈົ້າ, ບັນດາຜູ້ທີ່ສາມາດຍອມຮັບການທົດລອງຂອງພຣະອົງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ຍອມຮັບສິດອຳນາດຂອງພຣະອົງ ແລະ ໄດ້ຮັບປະສົບການຈິງແຫ່ງພຣະທຳຂອງພຣະອົງຢ່າງຕໍ່ເນື່ອງ ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຳນາດອະທິປະໄຕຂອງພຣະອົງ; ພວກເຂົາຈະໄດ້ກາຍເປັນຜູ້ທີ່ຢູ່ພາຍໃຕ້ອໍານາດພຣະຜູ້ຊົງສ້າງຢ່າງແທ້ຈິງ. ມີພຽງຄົນແບບນີ້ເທົ່ານັ້ນທີ່ຈະຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

546. ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສະຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

547. ໂຊກຊະຕາຂອງມະນຸດຊາດ ແລະ ຂອງຈັກກະວານນັ້ນຕິດພັນກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຢ່າງໃກ້ຊິດ, ຜູກຕິດຢູ່ກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງຢ່າງບໍ່ສາມາດແຍກອອກຈາກັນໄດ້; ທ້າຍທີ່ສຸດ ພວກມັນບໍ່ສາມາດແຍກອອກຈາກສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ໃນກົດເກນຂອງທຸກສິ່ງ, ມະນຸດໄດ້ປະສົບກັບການປັ້ນແຕ່ງຂອງພຣະຜູ້ຊົງສ້າງ ແລະ ອຳນາດອະທິປະໄຕຂອງພຣະອົງ; ໃນກົດແຫ່ງການຢູ່ລອດຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈການປົກຄອງຂອງພຣະຜູ້ສ້າງ; ໃນໂຊກຊະຕາຂອງທຸກສິ່ງ ມະນຸດໄດ້ເຂົ້າໃຈວິທີທີ່ຜຣະຜູ້ສ້າງໄດ້ໃຊ້ອຳນາດອະທິປະໄຕຂອງພຣະອົງ ແລະ ຄວບຄຸມຢູ່ເໜືອພວກເຂົາ; ແລະ ໃນວົງຈອນຊີວິດຂອງມະນຸດ ແລະ ທຸກສິ່ງ ມະນຸດໄດ້ປະສົບກັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ສ້າງໃນທຸກສິ່ງ ແລະ ສິ່ງມີຊີວິດຢ່າງແທ້ຈິງ ເພື່ອເປັນພະຍານວ່າ ການປັ້ນແຕ່ງ ແລະ ການຈັດແຈງເຫຼົ່ານັ້ນແມ່ນເໜືອກົດເກນ, ກົດລະບຽບ, ສະຖາບັນ, ເໜືອທຸກພະລັງ ແລະ ອຳນາດທາງໂລກທັງໝົດ. ດັ່ງນັ້ນ, ມະນຸດຊາດຈຶ່ງຖືກບັງຄັບໃຫ້ຍອມຮັບວ່າອຳນາດອະທິປະໄຕຂອງພຣະຜູ້ສ້າງບໍ່ສາມາດຖືກລະເມີດໄດ້ໂດຍສິ່ງທີ່ຖືກສ້າງໃດໆ, ບໍ່ມີອຳນາດໃດສາມາດຍາດຊິງ ຫຼື ປ່ຽນແປງເຫດການ ແລະ ສິ່ງຕ່າງໆທີ່ໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ສ້າງໄດ້. ພາຍໃຕ້ກົດເກນ ແລະ ກົດລະບຽບສັກສິດເຫຼົ່ານີ້ທີ່ມະນຸດ ແລະ ທຸກສິ່ງມີຊີວິດຢູ່ ແລະ ແຜ່ຂະຫຍາຍພັນ. ນີ້ບໍ່ແມ່ນຕົວຕົນແທ້ຈິງແຫ່ງສິດອຳນາດຂອງພຣະຜູ້ສ້າງບໍ?

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

548. ເຖິງແມ່ນວ່າ ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ, ພຣະອົງກໍເຂັ້ມງວດ ແລະ ມີຫຼັກການໃນການກະທຳຂອງພຣະອົງ ແລະ ຄົງຮັກສາຄວາມເປັນຈິງໃນພຣະທຳຂອງພຣະອົງ. ຄວາມເຂັ້ມງວດຂອງພຣະອົງ ແລະ ຫຼັກການໃນການປະຕິບັດຂອງພຣະອົງ ສະແດງເຖິງຄວາມບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ຄວາມບໍ່ສາມາດຢູ່ເໜືອສິດອຳນາດຂອງພຣະຜູ້ສ້າງໄດ້. ເຖິງວ່າພຣະອົງມີສິດອຳນາດສູງສຸດ ແລະ ທຸກໆສິ່ງກໍຢູ່ພາຍໃຕ້ອຳນາດຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງມີລິດອຳນາດປົກຄອງທຸກສິ່ງ, ພຣະເຈົ້າກໍບໍ່ເຄີຍທຳລາຍ ຫຼື ລົບກວນແຜນການຂອງພຣະອົງເອງ ແລະ ໃນແຕ່ລະຄັ້ງທີ່ພຣະອົງໃຊ້ສິດອຳນາດ, ມັນກໍສອດຄ່ອງກັບຫຼັກການຂອງພຣະອົງເອງຢ່າງເຄັ່ງຄັດ ແລະ ປະຕິບັດຕາມສິ່ງທີ່ຖືກກ່າວອອກຈາກປາກຂອງພຣະອົງຢ່າງແນ່ນອນ ແລະ ປະຕິບັດຕາມບາດກ້າວ ແລະ ຈຸດປະສົງຂອງແຜນການຂອງພຣະອົງ. ແນ່ນອນ ທຸກສິ່ງທີ່ພຣະເຈົ້າປົກຄອງຍັງເຊື່ອຟັງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດທີ່ຖືກຍົກເວັ້ນຈາກການຈັດແຈງຂອງສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການທີ່ສິດອຳນາດຂອງພຣະອົງນໍາໃຊ້. ໃນສາຍຕາຂອງພຣະເຈົ້າ, ຄົນທີ່ໄດ້ຮັບການອວຍພອນກໍໄດ້ຮັບຊັບສິນທີ່ສົມບູນ ເຊິ່ງເກີດຈາກສິດອຳນາດຂອງພຣະອົງ ແລະ ຄົນທີ່ຖືກສາບແຊ່ງກໍໄດ້ຮັບການລົງໂທດຂອງພວກເຂົາ ຍ້ອນສິດອຳນາດຂອງພຣະເຈົ້າ. ພາຍໃຕ້ການປົກຄອງຈາກສິດອຳນາດຂອງພຣະເຈົ້າ, ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດໄດ້ຮັບການຍົກເວັ້ນຈາກການໃຊ້ສິດອຳນາດຂອງພຣະອົງ ຫຼື ພວກເຂົາບໍ່ສາມາດປ່ຽນແປງຫຼັກການໃນການໃຊ້ສິດອຳນາດຂອງພຣະອົງ. ສິດອຳນາດຂອງພຣະຜູ້ສ້າງບໍ່ໄດ້ຖືກດັດປ່ຽນໂດຍການປ່ຽນແປງໃນປັດໄຈໃດກໍຕາມ ແລະ ໃນທຳນາອງດຽວກັນ ຫຼັກການໃນການໃຊ້ສິດອຳນາດຂອງພຣະອົງກໍບໍ່ປ່ຽນແປງຍ້ອນເຫດຜົນໃດກໍຕາມ. ສະຫວັນ ແລະ ແຜ່ນດິນໂລກອາດປະສົບກັບກາລີຍຸກທີ່ຍິ່ງໃຫຍ່, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ປ່ຽນແປງ; ທຸກໆສິ່ງອາດຫາຍໄປ, ແຕ່ສິດອຳນາດຂອງພຣະຜູ້ສ້າງຈະບໍ່ຫາຍໄປຈັກເທື່ອ. ນີ້ແມ່ນທາດແທ້ຂອງສິດອຳນາດທີ່ບໍ່ສາມາດປ່ຽນແປງ ແລະ ບໍ່ສາມາດລ່ວງເກີນໄດ້ຂອງພຣະຜູ້ສ້າງ ແລະ ນີ້ແມ່ນຄວາມເປັນໜຶ່ງດຽວທີ່ສຸດຂອງພຣະຜູ້ສ້າງ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

549. ຊາຕານບໍ່ເຄີຍກ້າທີ່ຈະຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ກໍຟັງຢ່າງລະມັດລະວັງ ແລະ ເຊື່ອຟັງຄຳສັ່ງ ແລະ ຄຳບັນຊາສະເພາະຂອງພຣະເຈົ້າ, ບໍ່ກ້າທີ່ຈະຂັດຂືນສິ່ງເຫຼົ່ານັ້ນຈັກເທື່ອ ແລະ ແນ່ນອນ ບໍ່ກ້າທີ່ຈະປ່ຽນແປງຄຳສັ່ງໃດໆຂອງພຣະເຈົ້າຢ່າງອິດສະຫຼະ. ສິ່ງດັ່ງກ່າວແມ່ນຂອບເຂດທີ່ພຣະເຈົ້າກຳນົດໄວ້ໃຫ້ກັບຊາຕານ ແລະ ດ້ວຍເຫດນັ້ນ ຊາຕານຈຶ່ງບໍ່ກ້າທີ່ຈະຂ້າມຂອບເຂດເຫຼົ່ານີ້. ນີ້ບໍ່ແມ່ນຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຄຳພະຍານຕໍ່ສິດອຳນາດຂອງພຣະເຈົ້າບໍ? ຊາຕານມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກວ່າມະນຸດຊາດກ່ຽວກັບວິທີການປະພຶດຕໍ່ພຣະເຈົ້າ ແລະ ວິທີການເບິ່ງພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນໂລກຝ່າຍວິນຍານ ຊາຕານຈຶ່ງເຫັນສະຖານະ ແລະ ສິດອຳນາດຂອງພຣະເຈົ້າຢ່າງຊັດເຈນຫຼາຍ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຍິ່ງໃຫຍ່ແຫ່ງສິດອຳນາດຂອງພຣະເຈົ້າ ແລະ ຫຼັກການທີ່ຢູ່ເບື້ອງຫຼັງການໃຊ້ສິດອຳນາດຂອງພຣະອົງ. ມັນບໍ່ກ້າທີ່ຈະເບິ່ງຂ້າມສິ່ງເຫຼົ່ານັ້ນເລີຍ ຫຼື ມັນບໍ່ກ້າທີ່ຈະລະເມີດສິ່ງເຫຼົ່ານີ້ໃນລັກສະນະໃດກໍຕາມ ຫຼື ເຮັດຫຍັງທີ່ຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ມັນບໍ່ກ້າທ້າທາຍຄວາມໂກດຮ້າຍຂອງພຣະເຈົ້າໃນລັກສະນະໃດກໍຕາມ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ອວດດີໂດຍທຳມະຊາດ, ຊາຕານບໍ່ເຄີຍຂ້າມຂອບເຂດ ແລະ ເຂດຈຳກັດທີ່ພຣະເຈົ້າກຳນົດໃຫ້ມັນຈັກເທື່ອ. ເປັນເວລາຫຼາຍລ້ານປີ, ມັນປະຕິບັດຕາມຂອບເຂດເຫຼົ່ານີ້ຢ່າງເຂັ້ມງວດ, ປະຕິບັດຕາມຄຳບັນຊາ ແລະ ຄຳສັ່ງທຸກຂໍ້ທີ່ພຣະເຈົ້າມອບໃຫ້ກັບມັນ ແລະ ບໍ່ເຄີຍກ້າທີ່ຈະລະເມີດຄໍາສັ່ງເຫຼົ່ານັ້ນ. ເຖິງມັນປະສົງຮ້າຍ, ຊາຕານກໍມີສະຕິປັນຍາຫຼາຍກວ່າມະນຸດຊາດທີ່ເສື່ອມຊາມ; ມັນຮູ້ຈັກຕົວຕົນຂອງພຣະຜູ້ສ້າງ ແລະ ຮູ້ຈັກຂອບເຂດຂອງມັນເອງ. ຈາກການກະທຳທີ່ “ຍອມອ່ອນນ້ອມ” ຂອງຊາຕານ, ສາມາດເຫັນໄດ້ວ່າ ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນຄຳສັ່ງແຫ່ງສະຫວັນ ເຊິ່ງຊາຕານບໍ່ສາມາດຝ່າຝືນໄດ້ ແລະ ມັນເປັນຍ້ອນຄວາມເປັນໜຶ່ງດຽວ ແລະ ສິດອຳນາດຂອງພຣະເຈົ້າທີ່ທຸກສິ່ງປ່ຽນແປງ ແລະ ແຜ່ຂະຫຍາຍໄປໃນລັກສະນະທີ່ເປັນລະບົບລະບຽບ, ທີ່ມະນຸດຊາດສາມາດດຳລົງຊີວິດ ແລະ ເພີ່ມທະວີພາຍໃນວິທີທາງທີ່ພຣະເຈົ້າຈັດຕັ້ງຂຶ້ນ ໂດຍບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດລົບກວນຄວາມເປັນລະບຽບນີ້ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງກົດເກນນີ້, ຍ້ອນພວກມັນທັງໝົດມາຈາກມືຂອງພຣະຜູ້ສ້າງ ແລະ ຈາກຄຳສັ່ງ ແລະ ສິດອຳນາດຂອງພຣະຜູ້ສ້າງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

550. ຕົວຕົນພິເສດຂອງຊາຕານໄດ້ເຮັດໃຫ້ຫຼາຍຄົນສະແດງອອກເຖິງຄວາມສົນໃຈຢ່າງແຮງກ້າໃນການສະແດງອອກຂອງມັນກ່ຽວກັບດ້ານຕ່າງໆ. ຍັງມີຄົນໂງ່ຫຼາຍຄົນເຖິງກັບເຊື່ອວ່າ ຊາຕານກໍມີສິດອຳນາດຄືກັນກັບພຣະເຈົ້າ, ຍ້ອນວ່າຊາຕານສາມາດສະແດງສິ່ງອັດສະຈັນ ແລະ ສາມາດເຮັດສິ່ງຕ່າງໆທີ່ມະນຸດຊາດບໍ່ສາມາດເຮັດໄດ້. ດ້ວຍເຫດນັ້ນ ນອກຈາກການນະມັດສະການພຣະເຈົ້າແລ້ວ, ມະນຸດຊາດກໍຍັງສະຫງວນພື້ນທີ່ໃນຫົວໃຈຂອງພວກເຂົາໄວ້ໃຫ້ກັບຊາຕານ ແລະ ເຖິງກັບນະມັດສະການຊາຕານດັ່ງພຣະເຈົ້າ. ຄົນເຫຼົ່ານີ້ທັງເປັນຕາສົມເພດ ແລະ ເປັນຕາລັງກຽດ. ພວກເຂົາເປັນຕາສົມເພດ ເພາະຄວາມບໍ່ຮູ້ຂອງພວກເຂົາ ແລະ ເປັນຕາລັງກຽດ ເພາະຄວາມນອກຮີດ ແລະ ທາດແທ້ທີ່ຊົ່ວຮ້າຍໂດຍທຳມະຊາດຂອງພວກເຂົາ. ໃນເວລານີ້, ເຮົາຮູ້ສຶກວ່າ ມັນເປັນສິ່ງຈຳເປັນທີ່ຈະບອກໃຫ້ພວກເຈົ້າຮູ້ວ່າ ສິດອຳນາດແມ່ນຫຍັງ, ມັນສັນຍາລັກເຖິງຫຍັງ ແລະ ມັນເປັນຕົວແທນໃຫ້ກັບຫຍັງ. ເວົ້າລວມແລ້ວກໍຄື ພຣະເຈົ້າເອງແມ່ນສິດອຳນາດ, ສິດອຳນາດຂອງພຣະອົງແມ່ນສັນຍາລັກແຫ່ງອຳນາດສູງສຸດ ແລະ ມັນຄືທາດແທ້ຂອງພຣະເຈົ້າ ພ້ອມນັ້ນ ສິດອຳນາດຂອງພຣະເຈົ້າກໍຍັງເປັນຕົວແທນໃຫ້ກັບສະຖານະ ແລະ ຕົວຕົນຂອງພຣະເຈົ້າເອງ. ມີກໍລະນີໃດແດ່ທີ່ຊາຕານກ້າເວົ້າວ່າ ມັນເອງເປັນພຣະເຈົ້າ? ຊາຕານກ້າເວົ້າບໍວ່າ ມັນສ້າງສິ່ງທັງປວງ ແລະ ປົກຄອງຢູ່ເໜືອສິ່ງທັງປວງ? ແນ່ນອນ ມັນບໍ່ກ້າ! ຍ້ອນມັນບໍ່ສາມາດສ້າງສິ່ງທັງປວງ; ຈົນເຖິງປັດຈຸບັນນີ້, ມັນບໍ່ເຄີຍສ້າງຫຍັງທີ່ພຣະເຈົ້າໄດ້ສ້າງຈັກເທື່ອ ແລະ ບໍ່ເຄີຍສ້າງຫຍັງທີ່ມີຊີວິດຈັກເທື່ອ. ເພາະວ່າມັນບໍ່ມີສິດອຳນາດຂອງພຣະເຈົ້າ, ມັນຈະບໍ່ສາມາດມີສະຖານະ ແລະ ຕົວຕົນຂອງພຣະເຈົ້າໄດ້ຈັກເທື່ອ ແລະ ສິ່ງນີ້ແມ່ນຖືກກຳນົດໂດຍທາດແທ້ຂອງມັນ. ມັນມີລິດອຳນາດຄືກັບພຣະເຈົ້າບໍ? ແນ່ນອນ, ມັນບໍ່ມີ! ແລ້ວຈະໃຫ້ພວກເຮົາເອີ້ນການກະທຳຂອງຊາຕານ ແລະ ສິ່ງອັດສະຈັນທີ່ຊາຕານສະແດງອອກນັ້ນວ່າແມ່ນຫຍັງ? ມັນແມ່ນລິດອຳນາດບໍ? ມັນສາມາດຖືກເອີ້ນວ່າ ສິດອຳນາດບໍ? ແນ່ນອນ ບໍ່ແມ່ນ! ຊາຕານນໍາພາຫົນທາງແຫ່ງຄວາມຊົ່ວຮ້າຍ ແລະ ຄວາມເສົ້າເສຍໃຈ, ທຳລາຍ ແລະ ຂັດຂວາງພາລະກິດຂອງພຣະເຈົ້າທຸກດ້ານ. ໃນໄລຍະສອງສາມພັນປີຜ່ານມາ, ນອກຈາກເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ຖືກຂົ່ມເຫັງແລ້ວ, ຍັງລໍ້ລວງ ແລະ ຫຼອກລວງມະນຸດໄປສູ່ຄວາມຊົ່ວຊ້າ ແລະ ການປະຕິເສດພຣະເຈົ້າ ພາໃຫ້ມະນຸດຍ່າງໄປສູ່ຮ່ອມພູແຫ່ງເງົາຂອງຄວາມຕາຍ, ຊາຕານເຄີຍເຮັດຫຍັງແດ່ທີ່ສົມຄວນໄດ້ຮັບການລະລຶກເຖິງ, ການຍົກຍ້ອງ ຫຼື ການຖະນຸຖະໜອມຈາກມະນຸດແມ່ນແຕ່ໜ້ອຍດຽວ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນເຮັດໃຫ້ເສື່ອມຊາມບໍ? ຖ້າຊາຕານມີສິດອຳນາດ ແລະ ລິດອຳນາດ, ມະນຸດຊາດຈະຖືກມັນທຳລາຍບໍ? ຖ້າຊາຕານມີລິດອຳນາດ ແລະ ສິດອຳນາດ, ມະນຸດຊາດຈະປະຖິ້ມພຣະເຈົ້າ ແລະ ຫັນໄປສູ່ຄວາມຕາຍບໍ? ໃນເມື່ອຊາຕານບໍ່ມີສິດອຳນາດ ຫຼື ລິດອຳນາດ, ພວກເຮົາຄວນສະຫຼຸບກ່ຽວກັບທາດແທ້ຂອງທຸກສິ່ງທີ່ມັນເຮັດນັ້ນວ່າແມ່ນຫຍັງ? ມີຄົນທີ່ໃຫ້ນິຍາມກັບທຸກສິ່ງທີ່ຊາຕານເຮັດນັ້ນວ່າ ເປັນກົນອຸບາຍເທົ່ານັ້ນ, ແຕ່ເຮົາເຊື່ອວ່ານິຍາມດັ່ງກ່າວບໍ່ເໝາະສົມປານໃດ. ການກະທຳຊົ່ວຮ້າຍທີ່ມັນເຮັດໃຫ້ມະນຸດຊາດເສື່ອມຊາມນັ້ນເປັນພຽງກົນອຸບາຍເທົ່ານັ້ນບໍ? ອຳນາດຊົ່ວຮ້າຍທີ່ຊາຕານໃຊ້ຂົ່ມເຫັງໂຢບ ແລະ ຄວາມປາຖະໜາຢ່າງແຮງຂອງມັນໃນການຂົ່ມເຫັງ ແລະ ກືນກິນໂຢບ ບໍ່ສາມາດເປັນໄປໄດ້ທີ່ຈະບັນລຸໂດຍກົນອຸບາຍເທົ່ານັ້ນ. ຈົ່ງທົບທວນເບິ່ງວ່າ ຝູງແກະ ແລະ ຝູງສັດຂອງໂຢບ ທີ່ກະຈັດກະຈາຍກັນທົ່ວເນີນພູ ແລະ ພູເຂົາທີ່ຫາຍໄປໃນທັນທີທັນໃດ; ຊັບສິນຢ່າງຫຼວງຫຼາຍຂອງໂຢບທີ່ຫາຍໄປໃນທັນທີນັ້ນແມ່ນບັນລຸໂດຍກົນອຸບາຍເທົ່ານັ້ນບໍ? ທຳມະຊາດຂອງທຸກສິ່ງທີ່ຊາຕານເຮັດແມ່ນສອດຄ່ອງ ແລະ ເໝາະສົມກັບຄຳເວົ້າທາງລົບ ເຊັ່ນ: ການເຮັດໃຫ້ອ່ອນແອ, ການຂັດຂວາງ, ການທຳລາຍ, ຄວາມອັນຕະລາຍ, ຄວາມຊົ່ວຮ້າຍ, ການປະສົງຮ້າຍ ແລະ ຄວາມມືດ, ສະນັ້ນ ການເກີດຂຶ້ນຂອງທຸກສິ່ງທີ່ບໍ່ຊອບທຳ ແລະ ທຸກສິ່ງທີ່ຊົ່ວຮ້າຍແມ່ນເຊື່ອມໂຍງກັບການກະທຳຂອງຊາຕານຢ່າງແໜ້ນແຟ້ນ ແລະ ບໍ່ສາມາດແຍກອອກຈາກທາດແທ້ທີ່ຊົ່ວຮ້າຍຂອງຊາຕານໄດ້. ບໍ່ວ່າຊາຕານຈະມີ “ລິດອຳນາດ” ຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະເກັ່ງກາດ ແລະ ມັກໃຫຍ່ໃຝ່ສູງສໍ່າໃດກໍຕາມ, ບໍ່ວ່າມັນຈະສາມາດສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງສໍ່າໃດກໍຕາມ, ບໍ່ວ່າເຕັກນິກທີ່ມັນເສື່ອມຊາມ ແລະ ລໍ້ລວງມະນຸດມີຫຼາກຫຼາຍສໍ່າໃດກໍຕາມ, ບໍ່ວ່າອຸບາຍ ແລະ ແຜນການທີ່ມັນຂົ່ມຂູ່ມະນຸດຈະສະຫຼາດຫຼາຍສໍ່າໃດກໍຕາມ, ບໍ່ວ່າຮູບຮ່າງທີ່ມັນມີຢູ່ຈະສາມາດປ່ຽນແປງໄດ້ຫຼາຍສໍ່າໃດກໍຕາມ, ມັນບໍ່ເຄີຍສາມາດສ້າງສິ່ງທີ່ມີຊີວິດແມ່ນແຕ່ສິ່ງດຽວຈັກເທື່ອ, ບໍ່ເຄີຍສາມາດກຳນົດກົດໝາຍ ຫຼື ກົດລະບຽບສຳລັບການເປັນຢູ່ຂອງທຸກສິ່ງໄດ້ຈັກເທື່ອ ແລະ ບໍ່ເຄີຍສາມາດປົກຄອງ ແລະ ຄວບຄຸມສິ່ງໃດ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍຕາມ. ພາຍໃນຈັກກະວານ ແລະ ທ້ອງຟ້າ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ເກີດຈາກມັນ ຫຼື ດໍາລົງຢູ່ຍ້ອນມັນ; ບໍ່ມີແມ່ນແຕ່ຄົນດຽວ ຫຼື ສິ່ງດຽວທີ່ຖືກມັນປົກຄອງ ຫຼື ຖືກມັນຄວບຄຸມ. ໃນທາງກົງກັນຂ້າມ, ມັນບໍ່ພຽງແຕ່ຕ້ອງອາໄສຢູ່ພາຍໃຕ້ອິດທິພົນຂອງພຣະເຈົ້າເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ມັນຕ້ອງເຊື່ອຟັງຄໍາສັ່ງ ແລະ ການບັງຄັບບັນຊາທຸກຢ່າງຈາກພຣະເຈົ້າ. ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ມັນກໍຍາກສຳລັບຊາຕານທີ່ຈະສຳຜັດແມ່ນແຕ່ຢົດນໍ້າ ຫຼື ເມັດດິນຊາຍທີ່ຢູ່ເທິງແຜ່ນດິນ; ຫາກປາສະຈາກການອະນຸຍາດຈາກພຣະເຈົ້າ, ຊາຕານຍິ່ງບໍ່ມີອິດສະຫຼະທີ່ຈະຍ້າຍມົດໄປມາເທິງແຜ່ນດິນໂລກ ຢ່າວ່າແຕ່ມະນຸດຊາດທີ່ຖືກພຣະເຈົ້າສ້າງຂຶ້ນເລີຍ. ໃນສາຍຕາຂອງພຣະເຈົ້າ, ຊາຕານຕໍ່າກວ່າດອກໄມ້ລິລີ່ຢູ່ເທິງພູເຂົາ, ຕໍ່າກວ່ານົກທີ່ບິນຢູ່ເທິງອາກາດ, ຕໍ່າກວ່າປາທີ່ຢູ່ໃນທະເລ ແລະ ຕໍ່າກວ່າໜອນທີ່ຢູ່ເທິງແຜ່ນດິນໂລກ. ບົດບາດຂອງມັນໃນທ່າມກາງທຸກສິ່ງແມ່ນເພື່ອຮັບໃຊ້ທຸກສິ່ງທັງປວງ ແລະ ເຮັດວຽກໃຫ້ກັບມະນຸດຊາດ ແລະ ຮັບໃຊ້ພາລະກິດຂອງພຣະເຈົ້າ ແລະ ແຜນການຄຸ້ມຄອງຂອງພຣະອົງ. ບໍ່ວ່າທຳມະຊາດຂອງມັນຈະມີຈຸດປະສົງຮ້າຍສໍ່າໃດ ແລະ ທາດແທ້ຂອງມັນຈະຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ສິ່ງດຽວທີ່ມັນສາມາດເຮັດໄດ້ກໍຄືປະຕິບັດຕາມໜ້າທີ່ຂອງມັນຢ່າງເຊື່ອຟັງ ນັ້ນກໍຄື ການຮັບໃຊ້ພຣະເຈົ້າ ແລະ ການໃຫ້ຄວາມແຕກຕ່າງຕໍ່ກັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນທາດແທ້ ແລະ ຕໍາແໜ່ງຂອງຊາຕານ. ທາດແທ້ຂອງມັນບໍ່ໄດ້ກ່ຽວຂ້ອງກັບຊີວິດ, ບໍ່ໄດ້ກ່ຽວຂ້ອງກັບລິດອຳນາດ, ບໍ່ໄດ້ກ່ຽວຂ້ອງກັບສິດອຳນາດ; ມັນພຽງແຕ່ເປັນເຄື່ອງຫຼິ້ນໃນມືຂອງພຣະເຈົ້າ, ເປັນພຽງເຄື່ອງຈັກເພື່ອຮັບໃຊ້ພຣະເຈົ້າ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

551. ເຖິງແມ່ນຊາຕານເບິ່ງໂຢບດ້ວຍສາຍຕາຂຽວ, ຫາກປາສະຈາກການອະນຸຍາດຂອງພຣະເຈົ້າ ມັນກໍບໍ່ກ້າທີ່ຈະແຕະຕ້ອງແມ່ນແຕ່ຜົມເສັ້ນດຽວເທິງຫົວຂອງໂຢບ. ເຖິງແມ່ນວ່າ ມັນຊົ່ວຮ້າຍ ແລະ ໂຫດຮ້າຍໂດຍທຳມະຊາດ, ຫຼັງຈາກທີ່ພຣະເຈົ້າໃຊ້ຄຳສັ່ງຂອງພຣະອົງກັບມັນ ຊາຕານກໍບໍ່ມີທາງເລືອກ ນອກຈາກປະຕິບັດຕາມຄຳສັ່ງຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຖິງແມ່ນ ຊາຕານໂວຍວາຍເໝືອນກັບໝາປ່າທ່າມກາງຝູງແກະໃນເວລາທີ່ມັນມາຫາໂຢບ, ມັນກໍບໍ່ກ້າທີ່ຈະລືມຂອບເຂດທີ່ພຣະເຈົ້າກຳນົດໃຫ້ກັບມັນ, ບໍ່ກ້າທີ່ຈະລະເມີດຄຳສັ່ງຂອງພຣະເຈົ້າ ແລະ ໃນທຸກສິ່ງທີ່ມັນໄດ້ເຮັດ ຊາຕານກໍບໍ່ກ້າທີ່ຈະອອກຈາກຫຼັກການ ແລະ ຂອບເຂດແຫ່ງພຣະທຳຂອງພຣະເຈົ້າ, ນີ້ບໍ່ແມ່ນຄວາມຈິງບໍ? ຈາກສິ່ງນີ້ ສາມາດເຫັນໄດ້ວ່າ ຊາຕານບໍ່ກ້າທີ່ຈະຝ່າຝືນພຣະທຳຂໍ້ໃດຂອງພຣະເຈົ້າເຢໂຮວາເລີຍ. ສຳລັບຊາຕານແລ້ວ, ພຣະທຳທຸກຂໍ້ຈາກປາກຂອງພຣະເຈົ້າແມ່ນຄຳສັ່ງ ແລະ ກົດບັນຍັດແຫ່ງສະຫວັນ ແລະ ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ເບື້ອງຫຼັງພຣະທຳທຸກຂໍ້ຂອງພຣະເຈົ້າແມ່ນໝາຍເຖິງການລົງໂທດຂອງພຣະເຈົ້າສຳລັບຄົນທີ່ລະເມີດຄຳສັ່ງຂອງພຣະອົງ ແລະ ຄົນທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ຊາຕານຮູ້ຢ່າງຊັດເຈນແລ້ວວ່າ ຖ້າມັນລະເມີດຄຳສັ່ງຂອງພຣະເຈົ້າ, ມັນຕ້ອງໄດ້ຮັບຜົນຕາມມາທີ່ມັນຝ່າຝືນສິດອຳນາດຂອງພຣະເຈົ້າ ແລະ ຕໍ່ຕ້ານກົດບັນຍັດແຫ່ງສະຫວັນ. ແລ້ວແມ່ນຫຍັງຄືຜົນຕາມມາເຫຼົ່ານີ້? ບໍ່ຈຳເປັນຕ້ອງເວົ້າເຖິງເລີຍ ແນ່ນອນ ຜົນຕາມມາກໍຄືການລົງໂທດຂອງພຣະເຈົ້າ. ການກະທຳຂອງຊາຕານຕໍ່ໂຢບເປັນພຽງພາບຫຍໍ້ທີ່ມັນເຮັດໃຫ້ມະນຸດເສື່ອມຊາມ ແລະ ເມື່ອຊາຕານດໍາເນີນການກະທຳເຫຼົ່ານີ້, ຂອບເຂດທີ່ພຣະເຈົ້າໄດ້ກຳນົດໄວ້ ແລະ ຄຳສັ່ງທີ່ພຣະອົງໄດ້ວາງໄວ້ໃຫ້ກັບຊາຕານເປັນພຽງພາບຫຍໍ້ຂອງຫຼັກການທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ມັນເຮັດ. ນອກຈາກນັ້ນ ບົດບາດ ແລະ ຕໍາແໜ່ງຂອງຊາຕານໃນເລື່ອງນີ້ກໍເປັນພຽງພາບຫຍໍ້ຂອງບົດບາດ ແລະ ຕໍາແໜ່ງຂອງມັນໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ການເຊື່ອຟັງທັງໝົດຂອງຊາຕານຕໍ່ພຣະເຈົ້າໃນການລໍ້ລວງໂຢບກໍເປັນພຽງພາບຫຍໍ້ຂອງວິທີທີ່ຊາຕານບໍ່ກ້າຕໍ່ຕ້ານພຣະເຈົ້າໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງທີ່ພາກສ່ວນເລັກນ້ອຍເຫຼົ່ານີ້ໄດ້ເຕືອນພວກເຈົ້າ? ທ່າມກາງສິ່ງຕ່າງໆ ລວມເຖິງຊາຕານ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ສາມາດຝ່າຝືນກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງທີ່ພຣະຜູ້ສ້າງວາງອອກ ແລະ ບໍ່ມີບຸກຄົນໃດ ຫຼື ສິ່ງໃດທີ່ກ້າລະເມີດກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງເຫຼົ່ານີ້, ຍ້ອນບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດປ່ຽນແປງ ຫຼື ຫຼົບໜີຈາກການລົງໂທດຂອງພຣະຜູ້ສ້າງຕໍ່ຜູ້ຄົນທີ່ບໍ່ເຊື່ອຟັງໃນສິ່ງເຫຼົ່ານີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດສ້າງຕັ້ງກົດບັນຍັດແຫ່ງສະຫວັນ ແລະ ຄຳສັ່ງ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີລິດອຳນາດໃນການເຮັດໃຫ້ສິ່ງເຫຼົ່ານີ້ເກີດຜົນ ແລະ ມີພຽງແຕ່ລິດອຳນາດຂອງພຣະຜູ້ສ້າງເທົ່ານັ້ນທີ່ບໍ່ມີບຸກຄົນໃດ ຫຼື ສິ່ງໃດສາມາດຝ່າຝືນໄດ້. ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ, ສິດອຳນາດນີ້ເປັນສິ່ງສູງສຸດທ່າມກາງສິ່ງທັງປວງ ແລະ ດ້ວຍເຫດນີ້ ມັນເປັນໄປບໍ່ໄດ້ທີ່ຈະເວົ້າວ່າ “ພຣະເຈົ້າຍິ່ງໃຫຍ່ທີ່ສຸດ ແລະ ຊາຕານເປັນຜູ້ທີ່ສອງ”. ເພາະວ່າ ນອກຈາກພຣະຜູ້ສ້າງທີ່ມີສິດອຳນາດໜຶ່ງດຽວແລ້ວ ຈະບໍ່ມີພຣະເຈົ້າອື່ນໃດອີກ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

552. ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມເປັນເວລາຫຼາຍພັນປີ. ມັນໄດ້ສ້າງຄວາມຊົ່ວຮ້າຍຢ່າງນັບບໍ່ຖ້ວນ, ໄດ້ຫຼອກລວງຜູ້ຄົນຍຸກແລ້ວຍຸກເລົ່າ ແລະ ໄດ້ເຮັດຜິດຢ່າງຊົ່ວຮ້າຍໃນແຜ່ນດິນໂລກ. ມັນຂົ່ມເຫັງມະນຸດ, ຫຼອກລວງມະນຸດ, ລໍ້ລວງໃຫ້ມະນຸດຕໍ່ຕ້ານພຣະເຈົ້າ ແລະ ໄດ້ເຮັດການກະທຳຊົ່ວຮ້າຍຕ່າງໆທີ່ໄດ້ສັບສົນ ແລະ ທຳລາຍແຜນການຄຸ້ມຄອງຂອງພຣະເຈົ້າຄັ້ງແລ້ວຄັ້ງເລົ່າ. ເຖິງຢ່າງໃດກໍຕາມ ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກສິ່ງ ແລະ ສັດມີຊີວິດທີ່ມີຊີວິດທັງປວງກໍຍັງສືບຕໍ່ປະຕິບັດຕາມກົດລະບຽບ ແລະ ກົດເກນທີ່ພຣະເຈົ້າໄດ້ກຳນົດໄວ້. ເມື່ອປຽບທຽບກັບສິດອຳນາດຂອງພຣະເຈົ້າແລ້ວ, ທຳມະຊາດທີ່ຊົ່ວຮ້າຍ ແລະ ຄວາມປ່າເຖື່ອນຂອງຊາຕານເປັນສິ່ງທີ່ໜ້າລັງກຽດ, ກຽດຊັງ, ຕໍ່າຊາມ, ເລັກນ້ອຍ ແລະ ອ່ອນແອຫຼາຍ. ເຖິງແມ່ນວ່າຊາຕານຍ່າງທ່າມກາງທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ, ມັນກໍບໍ່ສາມາດເຮັດໃຫ້ເກີດການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຜູ້ຄົນ, ສິ່ງຂອງ ແລະ ວັດຖຸທີ່ພຣະເຈົ້າບັນຊາການ. ຫຼາຍພັນປີໄດ້ຜ່ານໄປ ແລະ ມະນຸດຊາດກໍຍັງໄດ້ຮັບແສງສະຫວ່າງ ແລະ ອາກາດທີ່ພຣະເຈົ້າປະທານໃຫ້, ຍັງຫາຍໃຈຈາກລົມຫາຍໃຈຂອງພຣະເຈົ້າ, ຍັງຊື່ນຊົມກັບດອກໄມ້, ນົກ, ປາ ແລະ ແມງໄມ້ທີ່ພຣະເຈົ້າສ້າງຂຶ້ນ ແລະ ມີຄວາມສຸກກັບສິ່ງຕ່າງໆທີ່ພຣະເຈົ້າປະທານໃຫ້; ກາງເວັນ ແລະ ກາງຄືນຍັງຄົງຜັນປ່ຽນໄປມາຢ່າງຕໍ່ເນື່ອງ; ສີ່ລະດູການກໍຜັນປ່ຽນໄປມາຕາມປົກກະຕິ; ຫ່ານກໍບິນຢູ່ເທິງທ້ອງຟ້າໂຍກຍ້າຍຖິ່ນໃນລະດູໜາວນີ້ ແລະ ບິນກັບຄືນໃນລະດູໃບໄມ້ລົ່ນທີ່ຈະມາເຖິງ; ປາໃນນໍ້າບໍ່ເຄີຍອອກຈາກແມ້ນໍ້າ ແລະ ທະເລສາບ ເຊິ່ງເປັນບ່ອນອາໄສຂອງພວກເຂົາ; ຈັກກະຈັນເທິງແຜ່ນດິນໂລກຮ້ອງສຸດຫົວໃຈຂອງພວກມັນໃນຍາມລະດູຮ້ອນ; ຈິນາຍໃນກໍຫຍ້າຮ້ອງສຽງຄ່ອຍໆກັບສາຍລົມໃນລະດູໃບໄມ້ລົ່ນ; ຫ່ານເຕົ້າໂຮມກັບເປັນຝູງ ໃນຂະນະທີ່ນົກອິນຊີຍັງຄົງຢູ່ຢ່າງໂດດດ່ຽວ; ຝູງສິງໂຕລ້ຽງດູພວກມັນເອງໂດຍການອອກລ່າ; ກວາງໃຫຍ່ບໍ່ອອກຫ່າງຈາກຫຍ້າ ແລະ ດອກໄມ້... ສິ່ງມີຊີວິດທຸກຊະນິດທ່າມກາງສິ່ງທັງປວງຈາກໄປ ແລະ ກັບຄືນ ແລະ ກໍຈາກໄປອີກ, ການປ່ຽນແປງຫຼາຍລ້ານຄັ້ງໄດ້ເກີດຂຶ້ນໃນພິບຕາດຽວ, ແຕ່ສິ່ງທີ່ບໍ່ປ່ຽນແປງກໍຄືສັນຊາດຕະຍານ ແລະ ກົດເກນຂອງການເອົາຕົວລອດ. ພວກເຂົາດຳລົງຊີວິດຢູ່ພາຍໃຕ້ການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະເຈົ້າ ແລະ ບໍ່ມີໃຜສາມາດປ່ຽນແປງສັນຊາດຕະຍານຂອງພວກເຂົາໄດ້ ແລະ ບໍ່ມີໃຜສາມາດທຳລາຍກົດເກນແຫ່ງການເອົາຕົວລອດຂອງພວກເຂົາໄດ້. ເຖິງແມ່ນ ມະນຸດຊາດ ຜູ້ທີ່ດຳລົງຊີວິດທ່າມກາງສິ່ງທັງປວງ ໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຫຼອກລວງໂດຍຊາຕານ, ມະນຸດກໍຍັງບໍ່ສາມາດປະຖິ້ມນໍ້າທີ່ພຣະເຈົ້າສ້າງຂຶ້ນ ແລະ ອາກາດທີ່ພຣະເຈົ້າສ້າງຂຶ້ນ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນ ແລະ ມະນຸດຍັງດຳລົງຊີວິດ ແລະ ແຜ່ຂະຫຍາຍໃນພື້ນທີ່ນີ້ທີ່ພຣະເຈົ້າສ້າງຂຶ້ນ. ສັນຊາດຕະຍານຂອງມະນຸດຊາດບໍ່ໄດ້ປ່ຽນໄປ. ມະນຸດຍັງອາໄສດວງຕາຂອງພວກເຂົາເພື່ອທີ່ຈະເຫັນ, ຫູຂອງພວກເຂົາເພື່ອໄດ້ຍິນ, ສະໝອງຂອງພວກເຂົາເພື່ອຄິດ, ຫົວໃຈຂອງພວກເຂົາເພື່ອເຂົ້າໃຈ, ແຄ່ງຂາ ແລະ ຕີນຂອງພວກເຂົາເພື່ອຍ່າງ, ມືຂອງພວກເຂົາເພື່ອໃຊ້ເຮັດວຽກ ແລະ ອື່ນໆ; ສັນຊາດຕະຍານທັງໝົດນີ້ທີ່ພຣະເຈົ້າປະທານໃຫ້ກັບມະນຸດເພື່ອວ່າພວກເຂົາຈະຍອມຮັບເອົາການຈັດກຽມຂອງພຣະເຈົ້າ ກໍຍັງຄົງບໍ່ປ່ຽນແປງ, ຄວາມສາມາດທີ່ມະນຸດຮ່ວມມືກັບພຣະເຈົ້າ ກໍບໍ່ໄດ້ປ່ຽນແປງ, ຄວາມສາມາດຂອງມະນຸດຊາດໃນການປະຕິບັດໜ້າທີ່ຂອງສິ່ງຖືກສ້າງກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຝ່າຍວິນຍານຂອງມະນຸດຊາດກໍບໍ່ໄດ້ປ່ຽນແປງ, ຄວາມຕ້ອງການຂອງມະນຸດຊາດທີ່ຈະຄົ້ນຫາແຫຼ່ງກຳເນີດຂອງພວກເຂົາກໍບໍ່ໄດ້ປ່ຽນແປງ, ຄວາມປາຖະໜາຂອງມະນຸດຊາດທີ່ຈະຖືກພຣະຜູ້ສ້າງຊ່ວຍໃຫ້ພົ້ນກໍບໍ່ໄດ້ປ່ຽນແປງ. ສິ່ງດັ່ງກ່າວແມ່ນສະພາບການຂອງມະນຸດຊາດໃນປັດຈຸບັນ ຜູ້ທີ່ດຳລົງຊີວິດຢູ່ພາຍໃຕ້ສິດອຳນາດຂອງພຣະເຈົ້າ ແລະ ຜູ້ທີ່ໄດ້ອົດທົນກັບຄວາມພິນາດຢ່າງໂຫດຮ້າຍຂອງຊາຕານ. ເຖິງແມ່ນມະນຸດຊາດຕົກຢູ່ໃນການຂົ່ມເຫັງຂອງຊາຕານ ແລະ ບໍ່ໄດ້ເປັນອາດາມ ແລະ ເອວາຕັ້ງແຕ່ການເລີ່ມຕົ້ນສ້າງອີກຕໍ່ໄປ, ກົງກັນຂ້າມ ເປັນມະນຸດທີ່ເຕັມໄປດ້ວຍສິ່ງຕ່າງໆທີ່ຕໍ່ຕ້ານພຣະເຈົ້າ ເຊັ່ນ: ຄວາມຮູ້, ການຈິນຕະນາການ, ແນວຄວາມຄິດ ແລະ ອື່ນໆ ແລະ ເຕັມໄປດ້ວຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມ, ແຕ່ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດກໍຍັງເປັນມະນຸດຊາດທີ່ພຣະອົງສ້າງຂຶ້ນ. ມະນຸດຊາດຍັງຄົງຖືກປົກຄອງ ແລະ ປັ້ນແຕ່ງໂດຍພຣະເຈົ້າ ແລະ ຍັງດຳລົງຊີວິດຢູ່ພາຍໃນທິດທາງທີ່ພຣະເຈົ້າກຳນົດ ແລະ ດ້ວຍເຫດນັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ມະນຸດຊາດ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ ແມ່ນພຽງແຕ່ຖືກປົກຄຸມດ້ວຍສິ່ງເປິເປື້ອນ, ດ້ວຍຄວາມຫີວກະຫາຍ, ດ້ວຍປະຕິກິລິຍາທີ່ຊ້າໄປໜ້ອຍໜຶ່ງ, ຄວາມຊົງຈຳທີ່ບໍ່ດີຄືແຕ່ກ່ອນ ແລະ ອາຍຸກໍເຖົ້າຂຶ້ນເລັກນ້ອຍ, ແຕ່ໜ້າທີ່ ແລະ ສັນຊາດຕະຍານທັງໝົດຂອງມະນຸດຍັງບໍ່ໄດ້ຖືກທຳລາຍ. ນີ້ແມ່ນມະນຸດຊາດທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍໃຫ້ພົ້ນ. ມະນຸດຊາດນີ້ຕ້ອງໄດ້ຍິນການຮຽກເອີ້ນຂອງພຣະຜູ້ສ້າງເທົ່ານັ້ນ ແລະ ໄດ້ຍິນສຽງຂອງພຣະຜູ້ສ້າງ ແລະ ພວກເຂົາຕ້ອງລຸກຂຶ້ນ ແລະ ຟ້າວໄປຫາແຫຼ່ງກໍາເນີດຂອງສຽງນີ້. ມະນຸດຊາດດັ່ງກ່າວນີ້ຕ້ອງເຫັນແຕ່ຮູບລັກສະນະຂອງພຣະຜູ້ສ້າງເທົ່ານັ້ນ ແລະ ພວກເຂົາຈະເປັນຄົນທີ່ບໍ່ສົນໃຈກັບສິ່ງອື່ນໆ ແລະ ປະຖິ້ມທຸກສິ່ງເພື່ອອຸທິດຕົນເອງໃຫ້ກັບພຣະເຈົ້າ ແລະ ເຖິງກັບຈະຍອມສະຫຼະຊີວິດຂອງພວກເຂົາເພື່ອພຣະອົງ. ເມື່ອຫົວໃຈຂອງມະນຸດຊາດເຂົ້າໃຈພຣະທຳທີ່ຈິງໃຈຂອງພຣະຜູ້ສ້າງ, ມະນຸດຊາດຈະປະຕິເສດຊາຕານ ແລະ ມາຢູ່ຄຽງຂ້າງພຣະຜູ້ສ້າງ; ເມື່ອມະນຸດຊາດໄດ້ລ້າງຄວາມສົກກະປົກອອກຈາກຮ່າງກາຍຂອງພວກເຂົາ ແລະ ໄດ້ຮັບເອົາການຈັດກຽມ ແລະ ການບໍາລຸງລ້ຽງຂອງພຣະຜູ້ສ້າງອີກຄັ້ງ, ຄວາມຊົງຈຳຂອງມະນຸດຊາດຈະຖືກຮື້ຟື້ນ ແລະ ໃນເວລານັ້ນ ມະນຸດຊາດຈະໄດ້ກັບຄືນສູ່ການປົກຄອງຂອງພຣະຜູ້ສ້າງຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

553. ສິດອຳນາດຂອງພຣະເຈົ້າບໍ່ສາມາດຖືກລອກແບບໂດຍມະນຸດໄດ້ ແລະ ຕົວຕົນ ແລະ ສະຖານະຂອງພຣະເຈົ້າກໍບໍ່ສາມາດຖືກມະນຸດປອມຕົວເປັນ. ເຖິງວ່າເຈົ້າສາມາດລອກແບບນໍ້າສຽງທີ່ພຣະເຈົ້າກ່າວ, ເຈົ້າກໍບໍ່ສາມາດລອກແບບທາດແທ້ຂອງພຣະເຈົ້າ. ເຖິງວ່າເຈົ້າສາມາດຢືນຢູ່ໃນບ່ອນຂອງພຣະເຈົ້າ ແລະ ປອມຕົວເປັນພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດໃນສິ່ງທີ່ພຣະເຈົ້າເຈດຕະນາທີ່ຈະເຮັດໄດ້ຈັກເທື່ອ ແລະ ຈະບໍ່ສາມາດປົກຄອງ ແລະ ມີອຳນາດເໜືອທຸກສິ່ງໄດ້ຈັກເທື່ອ. ໃນສາຍຕາຂອງພຣະເຈົ້າ, ເຈົ້າກໍຈະເປັນພຽງສິ່ງຖືກສ້າງທີ່ເລັກນ້ອຍຢູ່ຕະລອດໄປ ແລະ ບໍ່ວ່າທັກສະ ແລະ ຄວາມສາມາດຂອງເຈົ້າຈະມີຫຼາຍສໍ່າໃດກໍຕາມ, ບໍ່ວ່າເຈົ້າມີພອນສະຫວັນຫຼາຍສໍ່າໃດກໍຕາມ, ເຈົ້າກໍຄື ໃນຄວາມເປັນຕົວຕົນຂອງເຈົ້າທັງໝົດແມ່ນຢູ່ພາຍໃຕ້ອຳນາດຂອງພຣະຜູ້ສ້າງ. ເຖິງເຈົ້າສາມາດກ່າວຄຳເວົ້າອວດເກັ່ງບາງຄຳ, ນີ້ກໍບໍ່ສາມາດສະແດງໄດ້ວ່າ ເຈົ້າມີທາດແທ້ຂອງພຣະຜູ້ສ້າງ ຫຼື ບໍ່ສາມາດສື່ໃຫ້ເຫັນວ່າ ເຈົ້າມີສິດອຳນາດຂອງພຣະຜູ້ສ້າງ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າແມ່ນທາດແທ້ຂອງພຣະເຈົ້າເອງ. ສິ່ງເຫຼົ່ານັ້ນບໍ່ແມ່ນໄດ້ມາຈາກການຮຽນຮູ້ ຫຼື ເພີ່ມພູນຈາກພາຍນອກ, ແຕ່ເປັນທາດແທ້ໂດຍທຳມະຊາດຂອງພຣະເຈົ້າເອງ. ແລ້ວສະນັ້ນ ຄວາມສຳພັນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຈຶ່ງບໍ່ສາມາດປ່ຽນແປງໄດ້. ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: XI ພຣະທຳກ່ຽວກັບການຮູ້ຈັກພຣະເຈົ້າ

ຕໍ່ໄປ: (II) ອຸປະນິໄສອັນຊອບທຳຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?

ໃນຕອນນີ້ ແຕ່ລະມື້ທີ່ພວກເຈົ້າດໍາເນີນຊີວິດຢູ່ແມ່ນສຳຄັນຫຼາຍ ແລະ ມີຄວາມສໍາຄັນທີ່ສຸດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ຊະຕາກໍາຂອງພວກເຈົ້າ....

ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ?...

ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ

ພາລະກິດຂອງພຣະວິນຍານບໍລິສຸດປ່ຽນໄປໃນແຕ່ລະມື້. ພາລະກິດນັ້ນສູງສົ່ງຂຶ້ນຕາມແຕ່ລະບາດກ້າວ, ຕາມການເປີດເຜີຍແຫ່ງວັນໃໝ່ທີ່ສູງສົ່ງກວ່າວັນນີ້...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger