(II) ອຸປະນິໄສອັນຊອບທຳຂອງພຣະເຈົ້າ

554. ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍຂອງຍຸກດັ່ງກ່າວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

555. ຊື່ຂອງເຮົາຈະແຜ່ຂະຫາຍໄປຈາກເຮືອນສູ່ເຮືອນ, ໃນທຸກປະເທດ ແລະ ໃນທຸກທິດທາງ ແລະ ຈະຖືກເອີ້ນຂານຈາກປາກຂອງຜູ້ໃຫຍ່ ແລະ ພ້ອມທັງເດັກນ້ອຍໃນທົ່ວໂລກຈັກກະວານ; ນີ້ແມ່ນຄວາມຈິງທີ່ແນ່ນອນ. ເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ ແລະ ຍິ່ງໄປກວ່ານັ້ນ ເຮົາຄືຕົວຕົນໜຶ່ງດຽວຂອງພຣະເຈົ້າ. ແຮງຍິ່ງໄປກວ່ານັ້ນ, ເຮົາແມ່ນທັງໝົດຂອງເນື້ອໜັງ ແລະ ເຮົາແມ່ນການສະແດງອອກທັງໝົດຂອງພຣະເຈົ້າ. ໃຜກໍຕາມທີ່ກ້າບໍ່ເຄົາລົບເຮົາ, ໃຜກໍຕາທີ່ກ້າສະແດງການຕໍ່ຕ້ານໃນສາຍຕາຂອງພວກເຂົາ ແລະ ໃຜກໍຕາມທີ່ກ້າກ່າວຄຳເວົ້າທ້າທາຍຕໍ່ເຮົາຈະຕ້ອງຕາຍຈາກການສາບແຊ່ງ ແລະ ຄວາມໂກດຮ້າຍຂອງເຮົາຢ່າງແນ່ນອນ (ຈະມີການສາບແຊ່ງຍ້ອນຄວາມໂກດຮ້າຍຂອງເຮົາ). ຍິ່ງໄປກວ່ານັ້ນ, ໃຜກໍຕາມກ້າທີ່ຈະບໍ່ຊື່ສັດ ຫຼື ກະຕັນຍູຕໍ່ເຮົາ ແລະ ໃຜກໍຕາມທີ່ກ້າພະຍາຍາມລໍ້ລວງເຮົາຈະຕາຍຈາກຄວາມກຽດຊັງຂອງເຮົາຢ່າງແນ່ນອນ. ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາຂອງເຮົາຈະຄົງຢູ່ຕະຫຼອດໄປເປັນນິດ. ຕອນທຳອິດ, ເຮົາໜ້າຮັກ ແລະ ມີເມດຕາ, ແຕ່ນີ້ບໍ່ແມ່ນອຸປະນິໄສຂອງຄວາມເປັນພຣະເຈົ້າຢ່າງສົມບຸນຂອງເຮົາ; ຄວາມຊອບທຳ, ເດຊະນຸພາບ ແລະ ການພິພາກສາພຽງປະກອບໄປດ້ວຍອຸປະນິໄສຂອງເຮົາຜູ້ທີ່ເປັນພຣະເຈົ້າເອງຢ່າງສົມບູນ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ເຮົາໜ້າຮັກ ແລະ ມີເມດຕາ. ຍ້ອນພາລະກິດທີ່ເຮົາຕ້ອງເຮັດໃຫ້ສຳເລັດ, ເຮົາມີຄວາມຮັກກະລຸນາ ແລະ ຄວາມເມດຕາ; ຢ່າງໃດກໍຕາມ, ຫຼັງຈາກນັ້ນກໍບໍ່ຈຳເປັນສຳລັບສິ່ງນັ້ນອີກ (ແລະ ບໍ່ມີເຄີຍມີຕັ້ງແຕ່ນັ້ນມາ). ມັນລ້ວນແລ້ວແຕ່ແມ່ນຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາ ແລະ ນີ້ຄືອຸປະນິໄສທີ່ສົມບູນຂອງຄວາມເປັນມະນຸດທຳມະດາຂອງເຮົາ ຄຽງຄູ່ກັບຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ.

(ຄັດຈາກ “ບົດທີ 79” ຂອງຖ້ອຍຄຳຂອງພຣະຄຣິດໃນຕອນເລີ່ມຕົ້ນໃນໜັງສືພຣະທຳປາກົດໃນຮ່າງກາຍ)

556. ເພື່ອເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ, ກ່ອນອື່ນໝົດ ຜູ້ຄົນຕ້ອງເຂົ້າໃຈຄວາມຮູ້ສຶກຂອງພຣະເຈົ້າ: ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງກຽດຊັງ, ສິ່ງທີ່ພຣະອົງຮັກ, ຜູ້ທີ່ພຣະອົງມີຄວາມອົດທົນ ແລະ ຄວາມເມດຕານໍາ ແລະ ຄົນປະເພດໃດທີ່ພຣະອົງປະທານຄວາມເມດຕາໃຫ້. ນີ້ຄືປະເດັນຫຼັກ. ຜູ້ຄົນຍັງຕ້ອງເຂົ້າໃຈວ່າ ບໍ່ວ່າພຣະເຈົ້າຈະສະຫງ່າງາມຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມີຄວາມເມດຕາ ແລະ ຄວາມຮັກໃຫ້ກັບຜູ້ຄົນຫຼາຍຊໍ່າໃດກໍຕາມ, ພຣະເຈົ້າຈະບໍ່ໄດ້ອົດທົນຕໍ່ບຸກຄົນທີ່ລ່ວງເກີນສະຖານະ ແລະ ຕໍາແໜ່ງຂອງພຣະອົງ ແລະ ພຣະອົງຈະບໍ່ອົດທົນຕໍ່ບຸກຄົນທີ່ລ່ວງເກີນກຽດສັກສີຂອງພຣະອົງ. ເຖິງວ່າພຣະເຈົ້າຈະຮັກຜູ້ຄົນ ແຕ່ພຣະອົງກໍບໍ່ໄດ້ຕາມໃຈພວກເຂົາ. ພຣະອົງມອບຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຂອງພຣະອົງໃຫ້ກັບຜູ້ຄົນ ແຕ່ພຣະອົງບໍ່ເຄີຍເອົາໃຈພວກເຂົາ; ພຣະເຈົ້າມີຫຼັກການຂອງພຣະອົງ ແລະ ຂີດຈໍາກັດຂອງພຣະອົງ. ເຖິງແມ່ນວ່າ ເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າຄວາມຮັກນັ້ນຈະຫຼາຍສໍ່າໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດຕໍ່ພຣະເຈົ້າຄືກັບເຈົ້າປະຕິບັດກັບຄົນອື່ນຈັກເທື່ອ. ເຖິງວ່າມັນຈະແມ່ນຄວາມຈິງທີ່ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ, ແຕ່ຖ້າຜູ້ຄົນເຫັນພຣະເຈົ້າເປັນພຽງແຕ່ບຸກຄົນໜຶ່ງ, ຄືກັບວ່າ ພຣະອົງເປັນພຽງແຕ່ສິ່ງທີ່ຖືກສ້າງສິ່ງໜຶ່ງ, ເປັນຄືເພື່ອນ ຫຼື ວັດຖຸແຫ່ງການນະມັດສະການ, ພຣະເຈົ້າກໍຈະເຊື່ອງໃບໜ້າຂອງພຣະອົງຈາກພວກເຂົາ ແລະ ປະຖິ້ມພວກເຂົາ. ນີ້ແມ່ນອຸປະນິໄສຂອງພຣະອົງ ແລະ ຜູ້ຄົນຕ້ອງບໍ່ໃສ່ໃຈບັນຫານີ້ໂດຍທີ່ບໍ່ຄິດ. ສະນັ້ນ, ພວກເຮົາຈຶ່ງມັກເຫັນພຣະທໍາເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າກ່ຽວກັບອຸປະນິໄສຂອງພຣະອົງ ເຊັ່ນ: ມັນບໍ່ສໍາຄັນວ່າ ເຈົ້າໄດ້ເດີນທາງຫຼາຍເສັ້ນທາງພຽງໃດກໍຕາມ, ເຈົ້າໄດ້ເຮັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເຈົ້າໄດ້ທົນທຸກຫຼາຍສໍ່າໃດກໍຕາມ ແຕ່ເມື່ອເຈົ້າໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ພຣະອົງກໍຈະຕອບແທນພວກເຈົ້າແຕ່ລະຄົນອີງຕາມສິ່ງທີ່ພວກເຈົ້າໄດ້ເຮັດ. ນີ້ໝາຍຄວາມວ່າ ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ ແຕ່ຜູ້ຄົນຕ້ອງບໍ່ປະຕິບັດກັບພຣະເຈົ້າດັ່ງເພື່ອນ ຫຼື ພີ່ນ້ອງ. ຢ່າຮ້ອງພຣະເຈົ້າວ່າ “ສ່ຽວ” ຂອງເຈົ້າ. ບໍ່ວ່າເຈົ້າຈະໄດ້ຮັບຄວາມຮັກຈາກພຣະອົງຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມອບຄວາມອົດທົນໃຫ້ເຈົ້າຫຼາຍພຽງໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດກັບພຣະເຈົ້າວ່າເປັນເພື່ອນຈັກເທື່ອ. ນີ້ແມ່ນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

557. ການທີ່ພຣະເຈົ້າບໍ່ອົດກັ້ນຕໍ່ການກະທໍາຜິດຄືທາດແທ້ທີ່ເປັນເອກະລັກຂອງພຣະອົງ; ຄວາມໂກດຮ້າຍຂອງພຣະເຈົ້າແມ່ນອຸປະນິໄສທີ່ເປັນເອກະລັກຂອງພຣະອົງ; ລິດອໍານາດຂອງພຣະເຈົ້າແມ່ນທາດແທ້ທີ່ເປັນເອກະລັກຂອງພຣະອົງ. ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະເຈົ້າສະແດງອອກເຖິງຕົວຕົນ ແລະ ສະຖານະຂອງພຣະອົງ ເຊິ່ງມີພຽງແຕ່ພຣະອົງເທົ່ານັ້ນທີ່ມີ. ເຫັນໄດ້ຢ່າງຊັດເຈນແລ້ວວ່າ ຫຼັກການນີ້ຍັງເປັນສັນຍາລັກແຫ່ງທາດແທ້ຂອງພຣະເຈົ້າເອງທີ່ເປັນເອກະລັກ. ອຸປະນິໄສຂອງພຣະເຈົ້າແມ່ນທາດແທ້ຂອງພຣະອົງເອງ ເຊິ່ງບໍ່ໄດ້ປ່ຽນແປງຕາມການເວລາ ແລະ ບໍ່ໄດ້ປັບປ່ຽນຈາກການປ່ຽນແປງຂອງສະຖານທີ່ທາງພູມສາດ. ອຸປະນິໄສຕາມທຳມະຊາດຂອງພຣະອົງແມ່ນທາດແທ້ທີ່ເປັນເນື້ອແທ້ຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດພາລະກິດຂອງພຣະອົງໃນຜູ້ໃດ, ທາດແທ້ຂອງພຣະອົງກໍບໍ່ປ່ຽນແປງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຊັ່ນກັນ. ເມື່ອຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ ເຊິ່ງເຮັດໃຫ້ພຣະເຈົ້າປ່ອຍອຸປະນິໄສໂດຍທຳມະຊາດຂອງພຣະອົງອອກມາ; ໃນກໍລະນີນີ້ ຫຼັກການທີ່ຢູ່ເບື້ອງຫຼັງຄວາມໃຈຮ້າຍຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ ຫຼື ຕົວຕົນ ແລະ ສະຖານະຂອງພຣະອົງກໍບໍ່ໄດ້ປ່ຽນແປງເຊັ່ນກັນ. ພຣະອົງບໍ່ໄດ້ໃຈຮ້າຍ ຍ້ອນການປ່ຽນແປງໃນທາດແທ້ຂອງພຣະອົງ ຫຼື ຍ້ອນອົງປະກອບແຕກຕ່າງກັນທີ່ເກີດຂຶ້ນຈາກອຸປະນິໄສຂອງພຣະອົງ, ແຕ່ຍ້ອນການຕໍ່ຕ້ານຂອງມະນຸດຕໍ່ພຣະອົງໄດ້ລ່ວງເກີນອຸປະນິໄສຂອງພຣະອົງ. ການທີ່ມະນຸດກະທໍາຜິດຕໍ່ພຣະເຈົ້າຢ່າງເປີດເຜີຍແມ່ນການກະທໍາຜິດຢ່າງຮຸນແຮງຕໍ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າ. ໃນມຸມມອງຂອງພຣະເຈົ້າ, ເມື່ອມະນຸດລ່ວງເກີນພຣະອົງ, ມະນຸດກຳລັງຕໍ່ສູ້ກັບພຣະອົງ ແລະ ທົດສອບຄວາມໃຈຮ້າຍຂອງພຣະອົງ. ເມື່ອມະນຸດຕໍ່ຕ້ານພຣະເຈົ້າ, ເມື່ອມະນຸດຕໍ່ສູ້ພຣະເຈົ້າ, ເມື່ອມະນຸດທົບສອບຄວາມໃຈຮ້າຍຂອງພຣະເຈົ້າຢ່າງຕໍ່ເນື່ອງ ແລະ ນັ້ນຄືເວລາແຫ່ງການແຜ່ຂະຫຍາຍຂອງຄວາມບາບ, ຄວາມໂກດຮ້າຍຂອງພຣະເຈົ້າກໍຈະເປີດເຜີຍໂດຍທຳມະຊາດ ແລະ ສະແດງຕົວຕົນຂອງມັນເອງ. ສະນັ້ນ ການສະແດງອອກເຖິງຄວາມໂກດຮ້າຍຂອງພຣະເຈົ້າ ຄືສັນຍາລັກບົ່ງບອກວ່າ ກອງກຳລັງທີ່ຊົ່ວຮ້າຍທັງໝົດຈະບໍ່ມີຢູ່ອີກຕໍ່ໄປ ແລະ ມັນເປັນສັນຍາລັກບອກວ່າ ກອງກຳລັງທີ່ຕໍ່ຕ້ານທັງໝົດຈະຖືກທຳລາຍ. ນີ້ແມ່ນຄວາມເປັນເອກະລັກຂອງອຸປະນິໄສທີ່ຊອບທຳ ແລະ ຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອສັກສີ ແລະ ຄວາມບໍລິສຸດຂອງພຣະເຈົ້າຖືກທ້າທາຍ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂັດຂວາງ ແລະ ບໍ່ເບິ່ງເຫັນໂດຍມະນຸດ, ແລ້ວພຣະເຈົ້າກໍຈະປ່ອຍຄວາມໂກດຮ້າຍຂອງພຣະອົງ. ຍ້ອນທາດແທ້ຂອງພຣະເຈົ້າ, ບັນດາກອງກຳລັງເຫຼົ່ານີ້ທີ່ຢູ່ເທິງແຜ່ນດິນໂລກທີ່ຕໍ່ສູ້ພຣະເຈົ້າ, ຕໍ່ຕ້ານພຣະອົງ ແລະ ຂັດຂືນພຣະອົງ ຈຶ່ງຊົ່ວຮ້າຍ, ເສື່ອມຊາມ ແລະ ບໍ່ຍຸຕິທຳ; ພວກມັນມາຈາກຊາຕານ ແລະ ເປັນຂອງຊາຕານ. ຍ້ອນພຣະເຈົ້າຍຸຕິທຳ ແລະ ມີແສງສະຫວ່າງ ແລະ ບໍລິສຸດຢ່າງໄຮ້ມົນທິນ, ສະນັ້ນ ທຸກສິ່ງທີ່ຊົ່ວຮ້າຍ, ເສື່ອມຊາມ ແລະ ເປັນຂອງຊາຕານກໍຈະຫາຍໄປ ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍອອກ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

558. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍກໍຖືກກວດສອບ ແລະ ສິ່ງຕ່າງໆທີ່ຊົ່ວຮ້າຍກໍຖືກທຳລາຍ, ໃນຂະນະທີ່ສິ່ງທີ່ຍຸຕິທຳ ແລະ ສິ່ງດີໆແມ່ນຈະໄດ້ຮັບການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ຖືກອະນຸຍາດໃຫ້ຢູ່ສືບຕໍ່ໄປ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ຍ້ອນສິ່ງທີ່ບໍ່ຍຸຕິທຳ, ບໍ່ດີ ແລະ ຊົ່ວຮ້າຍທີ່ໄດ້ຂັດຂວາງ, ລົບກວນ ຫຼື ທຳລາຍກິດຈະກຳ ແລະ ການພັດທະນາປົກກະຕິຂອງສິ່ງທີ່ຍຸຕິທຳ ແລະ ດີ. ເປົ້າໝາຍຂອງຄວາມໃຈຮ້າຍຂອງພຣະເຈົ້າບໍ່ແມ່ນເພື່ອປົກປ້ອງສະຖານະ ແລະ ຕົວຕົນຂອງພຣະອົງເອງ, ແຕ່ເພື່ອປົກປ້ອງການເປັນຢູ່ຂອງສິ່ງທີ່ຍຸຕິທຳ, ເປັນບວກ, ສວຍງາມ ແລະ ດີ, ເພື່ອປົກປ້ອງກົດເກນ ແລະ ລະບຽບຂອງການຢູ່ລອດປົກກະຕິຂອງມະນຸດຊາດ. ນີ້ແມ່ນສາຍເຫດຕົ້ນຕໍຂອງຄວາມໂກດຮ້າຍຂອງພຣະເຈົ້າ. ຄວາມໂກດຮ້າຍຂອງພຣະເຈົ້າຄືການເປີດເຜີຍອຸປະໄສຂອງພຣະອົງຢ່າງເໝາະສົມ, ເປັນທຳມະຊາດ ແລະ ແທ້ຈິງຫຼາຍ. ບໍ່ມີແຮງຈູງໃຈທີ່ແຝງຢູ່ໃນຄວາມໂກດຮ້າຍຂອງພຣະອົງ ແລະ ບໍ່ມີການຫຼອກລວງ ຫຼື ການວາງແຜນຮ້າຍ, ແລ້ວແຮງໄກທີ່ຈະມີຄວາມປາຖະໜາ, ຄວາມມີເລ່ຫຼ່ຽມ, ຄວາມຄິດຮ້າຍ, ຄວາມຮຸນແຮງ, ຄວາມຊົ່ວຮ້າຍ ຫຼື ຮູບແບບອື່ນໆຂອງມະນຸດຊາດທີ່ເສື່ອມຊາມ. ກ່ອນພຣະເຈົ້າຈະປ່ອຍຄວາມໂກດຮ້າຍຂອງພຣະອົງ, ພຣະອົງໄດ້ຮັບຮູ້ເຖິງທາດແທ້ຂອງທຸກເລື່ອງຢ່າງຊັດເຈນ ແລະ ຄົບຖ້ວນແລ້ວ ແລະ ພຣະອົງໄດ້ກຳນົດນິຍາມ ແລະ ຂໍ້ສະຫຼຸບທີ່ຖືກຕ້ອງ ແລະ ຊັດເຈນແລ້ວ. ສະນັ້ນ, ຈຸດປະສົງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຈຶ່ງຊັດເຈນຫຼາຍ, ເຊັ່ນດຽວກັນກັບທັດສະນະຄະຕິຂອງພຣະອົງ. ພຣະອົງບໍ່ໄດ້ໂງ່, ຕາບອດ, ໃຈຮ້ອນ ຫຼື ປະໝາດ ແລະ ພຣະອົງບໍ່ແມ່ນວ່າ ບໍ່ມີຫຼັກການຢ່າງແນ່ນອນ. ນີ້ແມ່ນລັກສະນະຕົວຈິງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າ ແລະ ມັນເປັນຍ້ອນລັກສະນະຕົວຈິງທີ່ກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້ານີ້, ມະນຸດຈຶ່ງບັນລຸການເປັນຢູ່ທີ່ປົກກະຕິ. ຫາກປາສະຈາກຄວາມໂກດຮ້າຍຂອງພຮະເຈົ້າ, ມະນຸດຊາດກໍຈະລົງສູ່ສະພາບການດຳລົງຊີວິດຢູ່ແບບບໍ່ປົກກະຕິ ແລະ ທຸກສິ່ງທີ່ຍຸຕິທຳ, ສວຍງາມ ແລະ ດີກໍຈະຖືກທຳລາຍ ແລະ ບໍ່ມີອີກຕໍ່ໄປ. ຫາກປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າ, ກົດເກນ ແລະ ລະບຽບຂອງການເປັນຢູ່ສຳລັບສິ່ງຖືກສ້າງກໍຈະຖືກທຳລາຍ ຫຼື ແມ່ນແຕ່ຖືກລົບລ້າງໂດຍສິ້ນເຊີງ. ຕັ້ງແຕ່ການເນລະມິດສ້າງມະນຸດ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອປົກປ້ອງ ແລະ ສະໜັບສະໜູນການເປັນຢູ່ປົກກະຕິຂອງມະນຸດຊາດ. ຍ້ອນອຸປະນິໄສທີ່ຊອບທຳຂອງພຣະອົງມີຄວາມໂກດຮ້າຍ ແລະ ລິດອໍານາດ, ບັນດາຄົນ, ສິ່ງຕ່າງໆ ແລະ ວັດຖຸສິ່ງຂອງ ແລະ ທຸກສິ່ງທີ່ລົບກວນ ແລະ ທຳລາຍການເປັນຢູ່ທີ່ປົກກະຕິຂອງມະນຸດຊາດ ແມ່ນຈະຖືກລົງໂທດ, ຄວບຄຸມ ແລະ ທຳລາຍຕາມຜົນຂອງຄວາມໂກດຮ້າຍຂອງພຣະອົງ. ຕະຫຼອດເວລາສອງສາມພັນປີຜ່ານມາ, ພຣະເຈົ້າໄດ້ໃຊ້ອຸປະນິໄສທີ່ຊອບທຳຂອງພຣະອົງຢ່າງຕໍ່ເນື່ອງເພື່ອໂຈມຕີ ແລະ ທຳລາຍວິນຍານທີ່ບໍ່ສະອາດ ແລະ ຊົ່ວຮ້າຍທຸກຮູບແບບ ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຮັດໜ້າທີ່ເປັນຜູ້ສົມຮູ້ຮ່ວມຄິດ ແລະ ລູກສະໝຸນຂອງຊາຕານ ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ສະນັ້ນ ພາລະກິດຂອງພຣະເຈົ້າກ່ຽວກັບຄວາມລອດພົ້ນຂອງມະນຸດຈຶ່ງໄດ້ຄືບໜ້າໄປຕາມແຜນການຂອງພຣະອົງຢູ່ສະເໝີ. ນີ້ໝາຍຄວາມວ່າ ຍ້ອນມີຄວາມໂກດຮ້າຍຂອງພຣະເຈົ້າ, ເຫດຜົນອັນຊອບທຳທີ່ສຸດຂອງມະນຸດຈຶ່ງບໍ່ຖືກທຳລາຍຈັກເທື່ອ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

559. ຍ້ອນມະນຸດໂງ່ ແລະ ບໍ່ຮູ້, ການປະຕິບັດຂອງພຣະເຈົ້າຕໍ່ມະນຸດຊາດທັງໝົດຈຶ່ງອີງຕາມຄວາມເມດຕາ ແລະ ຄວາມອົດທົນເປັນຫຼັກ. ໃນທາງກົງກັນຂ້າມ ຄວາມໂກດຮ້າຍ ແລະ ເຫດການສ່ວນໃຫຍ່ຂອງພຣະອົງແມ່ນຖືກປິດບັງໄວ້ ແລະ ມັນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດ. ຜົນຕາມມາກໍຄື ມັນຍາກທີ່ຈະໃຫ້ມະນຸດເຫັນວ່າພຣະເຈົ້າສະແດງຄວາມໂກດຮ້າຍຂອງພຣະອົງອອກມາ ແລະ ຍາກທີ່ຈະເຂົ້າໃຈຄວາມໂກດຮ້າຍຂອງພຣະອົງ. ເມື່ອເປັນດັ່ງນັ້ນ, ມະນຸດຈຶ່ງຖືເບົາຄວາມໂກດຮ້າຍຂອງພຣະເຈົ້າ. ເມື່ອມະນຸດຜະເຊີນກັບພາລະກິດ ແລະ ຂັ້ນຕອນສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມອົດກັ້ນ ແລະ ການໃຫ້ອະໄພມະນຸດ, ນັ້ນກໍຄື ເມື່ອໂອກາດສຸດທ້າຍຂອງພຣະເຈົ້າກ່ຽວກັບຄວາມເມດຕາ ແລະ ການແຈ້ງເຕືອນຂອງພຣະອົງໄດ້ມາເຖິງມະນຸດຊາດ, ຖ້າຜູ້ຄົນຍັງໃຊ້ວິທີເກົ່າເພື່ອຕໍ່ຕ້ານພຣະເຈົ້າ ແລະ ບໍ່ພະຍາຍາມທີ່ຈະກັບໃຈ, ປັບປຸງວິທີທາງຂອງພວກເຂົາ ແລະ ຮັບເອົາຄວາມເມດຕາຂອງພຣະອົງ, ແລ້ວພຣະເຈົ້າກໍຈະບໍ່ປະທານຄວາມອົດກັ້ນ ແລະ ຄວາມອົດທົນໃຫ້ແກ່ພວກເຂົາອີກຕໍ່ໄປ. ໃນທາງກົງກັນຂ້າມ, ພຣະເຈົ້າຈະຖອນຄືນຄວາມເມດຕາຂອງພຣະອົງໃນເວລານີ້. ຫຼັງຈາກນັ້ນ ພຣະເຈົ້າກໍຈະພຽງແຕ່ປ່ອຍຄວາມໂກດຮ້າຍຂອງພຣະອົງ. ພຣະອົງສາມາດສະແດງຄວາມໂກດຮ້າຍຂອງພຣະອົງໃນທາງທີ່ແຕກຕ່າງກັນ, ຄືກັບທີ່ພຣະອົງສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອລົງໂທດ ແລະ ທຳລາຍຜູ້ຄົນ.

ການທີ່ພຣະເຈົ້າໃຊ້ໄຟເພື່ອທຳລາຍເມືອງໂຊໂດມກໍແມ່ນວິທີການທີ່ໄວທີ່ສຸດຂອງພຣະອົງໃນການທຳລາຍລ້າງມະນຸດຊາດ ຫຼື ສິ່ງອື່ນໆໂດຍສິ້ນເຊີງ. ການເຜົາປະຊາຊົນໃນເມືອງໂຊໂດມ ນອກຈາກໄດ້ທຳລາຍຮ່າງກາຍພາຍນອກຂອງພວກເຂົາແລ້ວ, ມັນຍັງໄດ້ທຳລາຍຈິດໃຈ, ວິນຍານ ແລະ ຮ່າງກາຍທັງໝົດຂອງພວກເຂົາອີກ, ເພື່ອແນ່ໃຈວ່າຜູ້ຄົນທີ່ຢູ່ໃນເມືອງຈະບໍ່ມີອີກໃນໂລກທາງກາຍ ແລະ ໂລກທີ່ມະນຸດບໍ່ສາມາດເຫັນໄດ້. ນີ້ແມ່ນລັກສະນະໜຶ່ງທີ່ພຣະເຈົ້າເປີດເຜີຍ ແລະ ສະແດງຄວາມໂກດຮ້າຍຂອງພຣະອົງ. ການເປີດເຜີຍ ແລະ ການສະແດງອອກໃນລັກສະນະນີ້ແມ່ນລັກສະນະໜຶ່ງຂອງທາດແທ້ ຂອງຄວາມໂກດຮ້າຍຂອງພຣະເຈົ້າ, ເຊິ່ງບໍ່ຕ່າງຫຍັງກັບການເປີດເຜີຍໂດຍທຳມະຊາດເຖິງທາດແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງລົງສູ່ມະນຸດ, ພຣະອົງບໍ່ມີຄວາມກະລຸນາ ຫຼື ຄວາມຮັກຄວາມເມດຕາ ຫຼື ສະແດງຄວາມອົດກັ້ນ ຫຼື ຄວາມອົດທົນຂອງພຣະອົງອີກຕໍ່ໄປ; ບໍ່ມີໃຜ, ສິ່ງໃດ ຫຼື ເຫດຜົນໃດທີ່ຈະສາມາດເຮັດໃຫ້ພຣະອົງສືບຕໍ່ອົດທົນ, ມອບຄວາມກະລຸນາຂອງພຣະອົງ ແລະ ປະທານຄວາມອົດກັ້ນຂອງພຣະອົງອີກຕໍ່ໄປ. ໃນທ່າມກາງສິ່ງຕ່າງໆເຫຼົ່ານີ້, ໂດຍບໍ່ລັງເລໃຈແມ່ນແຕ່ຊ່ວງເວລາດຽວ, ພຣະເຈົ້າເຮັດສິ່ງທີ່ພຣະອົງປາຖະໜາ ປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ. ພຣະອົງຈະເຮັດສິ່ງເຫຼົ່ານີ້ໃນລັກສະນະທີ່ໄວທີ່ສຸດ ແລະ ສະອາດທີ່ສຸດຕາມຄວາມປາຖະໜາຂອງພຣະອົງເອງ. ນີ້ແມ່ນວິທີທີ່ພຣະເຈົ້າປ່ອຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງ, ເຊິ່ງມະນຸດບໍ່ຄວນທ້າທາຍ ແລະ ມັນຍັງເປັນການສະແດງອອກເຖິງດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າ. ເມື່ອຜູ້ຄົນໄດ້ເຫັນວ່າພຣະເຈົ້າສະແດງຄວາມກັງວົນ ແລະ ຄວາມຮັກຕໍ່ມະນຸດ, ພວກເຂົາກໍບໍ່ສາມາດຄົ້ນຫາຄວາມໂກດຮ້າຍຂອງພຣະອົງ, ເຫັນລິດອໍານາດຂອງພຣະອົງ ຫຼື ຮູ້ສຶກເຖິງຄວາມບໍ່ອົດກັ້ນຂອງພຣະອົງຕໍ່ການກະທໍາຜິດ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຜູ້ຄົນເຊື່ອຢູ່ສະເໝີວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນອຸປະນິໄສແຫ່ງຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຮັກເທົ່ານັ້ນ. ເຖິງຢ່າງໃດກໍຕາມ ເມື່ອຜູ້ຄົນໄດ້ເຫັນວ່າ ພຣະເຈົ້າທຳລາຍເມືອງ ຫຼື ກຽດຊັງມະນຸດຊາດ, ຄວາມໂມໂຫຂອງພຣະອົງໃນການທຳລາຍມະນຸດ ພ້ອມທັງລິດອໍານາດຂອງພຣະອົງ, ເຮັດໃຫ້ຜູ້ຄົນເຫັນອີກດ້ານໜຶ່ງຂອງອຸປະນິໄສອັນຊອບທຳຂອງພຣະອົງ. ນີ້ແມ່ນການບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດ. ອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການກະທໍາຜິດນັ້ນຢູ່ເໜືອຈິນຕະນາການຂອງສິ່ງຖືກສ້າງ ແລະ ສິ່ງທີ່ບໍ່ໄດ້ຖືກສ້າງ, ບໍ່ມີສິ່ງໃດສາມາດແຊກແຊງມັນ ຫຼື ມີຜົນກະທົບຕໍ່ມັນໄດ້; ແຮງໄກທີ່ມັນຈະສາມາດຖືກຮຽນແບບ ຫຼື ລອກແບບໄດ້. ສະນັ້ນ ດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າຈຶ່ງເປັນອຸປະນິໄສທີ່ມະນຸດຊາດ ຄວນຮູ້ທີ່ສຸດ. ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ມີອຸປະນິໄສປະເພດນີ້ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ປະກອບມີອຸປະນິໄສປະເພດນີ້. ພຣະເຈົ້າປະກອບມີອຸປະນິໄສທີ່ຊອບທຳປະເພດນີ້ ຍ້ອນພຣະອົງກຽດຊັງຄວາມຊົ່ວຮ້າຍ, ຄວາມມືດມົວ, ຄວາມກະບົດ ແລະ ການກະທຳທີ່ຊົ່ວຮ້າຍຂອງຊາຕານ, ການເຮັດໃຫ້ມະນຸດຊາດເສື່ອມຊາມ ແລະ ການກືນກິນມະນຸດຊາດ, ຍ້ອນພຣະອົງກຽດຊັງການກະທຳຄວາມບາບທຸກຢ່າງທີ່ຕໍ່ຕ້ານພຣະອົງ ແລະ ເປັນຍ້ອນທາດແທ້ທີ່ບໍລິສຸດ ແລະ ບໍ່ມີມົນທິນຂອງພຣະອົງ. ມັນເປັນຍ້ອນສິ່ງນີ້ ພຣະອົງຈຶ່ງບໍ່ທົນທຸກຕໍ່ສິ່ງຖືກສ້າງ ຫຼື ບໍ່ຖືກສ້າງໃດໆທີ່ຕໍ່ຕ້ານ ຫຼື ຂັດຂືນພຣະອົງຢ່າງເປີດເຜີຍ. ເຖິງແມ່ນບຸກຄົນທີ່ພຣະອົງໄດ້ສະແດງຄວາມເມດຕາ ຫຼື ຜູ້ຄົນທີ່ພຣະອົງໄດ້ເລືອກໄວ້ແລ້ວກໍຕາມ, ຖ້າພວກເຂົາພຽງແຕ່ລ່ວງເກີນອຸປະນິໄສຂອງພຣະອົງ ແລະ ກະທໍາຜິດຫຼັກການທີ່ເຮັດໃຫ້ພຣະອົງໝົດຄວາມອົດທົນ ແລະ ຄວາມອົດກັ້ນ, ພຣະອົງກໍຈະປ່ອຍ ແລະ ເປີດເຜີຍອຸປະນິໄສທີ່ຊອບທຳຂອງພຣະອົງ ໂດຍບໍ່ອົດກັ້ນຕໍ່ການລ່ວງເກີນ ແລະ ບໍ່ມີຄວາມເມດຕາ ຫຼື ການລັງເລໃຈແມ່ນແຕ່ໜ້ອຍດຽວເລີຍ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

560. ເຖິງແມ່ນ ການຖອກເທຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ຄວາມໃຈຮ້າຍຂອງພຣະເຈົ້າບໍ່ມີທາງທີ່ຈະບໍ່ຍຸຕິທໍາຕໍ່ເປົ້າໝາຍຂອງພຣະອົງ ແລະ ພຣະອົງແມ່ນບໍ່ໄດ້ຂາດຫຼັກການ. ໃນທາງກົງກັນຂ້າມ, ພຣະເຈົ້າບໍ່ໄດ້ໃຈຮ້າຍໄວປານນັ້ນເລີຍ ແລະ ພຣະອົງກໍບໍ່ໄດ້ເປີດເຜີຍຄວາມໂກດຮ້າຍ ແລະ ລິດອໍານາດຂອງພຣະອົງຢ່າງງ່າຍດາຍ. ຍິ່ງໄປກວ່ານັ້ນ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນຂ້ອນຂ້າງຖືກຄວບຄຸມ ແລະ ກຳນົດໄວ້ຢ່າງດີ; ມັນບໍ່ສາມາດປຽບທຽບກັບວິທີທີ່ມະນຸດໃຈຮ້າຍ ຫຼື ລະບາຍຄວາມໃຈຮ້າຍຂອງພວກເຂົາ. ການສົນທະນາຫຼາຍບົດລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຖືກບັນທຶກໄວ້ໃນພຣະຄຳພີ. ຄຳເວົ້າຂອງບາງຄົນທີ່ກ່ຽວຂ້ອງກັບບົດສົນທະນາແມ່ນຕື້ນຫຼາຍ, ບໍ່ມີຄວາມຮູ້ ແລະ ຄືເດັກນ້ອຍ, ແຕ່ພຣະເຈົ້າກໍບໍ່ໄດ້ໂຈມຕີພວກເຂົາ ແລະ ພຣະອົງບໍ່ໄດ້ກ່າວໂທດພວກເຂົາ. ໂດຍສະເພາະແລ້ວ, ໃນລະຫວ່າງການທົດລອງຂອງໂຢບ, ພຣະເຈົ້າເຢໂຮວາປະຕິບັດຕໍ່ໝູ່ທັງສາມຄົນຂອງໂຢບ ແລະ ຄົນອື່ນໆແນວໃດ ຫຼັງຈາກທີ່ພຣະອົງໄດ້ຍິນຄຳເວົ້າທີ່ພວກເຂົາເວົ້າຕໍ່ໂຢບ? ພຣະອົງກ່າວໂທດພວກເຂົາບໍ? ພຣະອົງໃຈຮ້າຍໃສ່ພວກເຂົາບໍ? ພຣະອົງບໍ່ໄດ້ເຮັດໃນສິ່ງນັ້ນເລີຍ! ກົງກັນຂ້າມ ພຣະອົງບອກໃຫ້ໂຢບອ້ອນວອນເພື່ອພວກເຂົາ ແລະ ອະທິຖານສຳລັບພວກເຂົາ ແລະ ພຣະເຈົ້າເອງກໍບໍ່ໄດ້ໃສ່ໃຈກັບຂໍ້ຜິດພາດຂອງພວກເຂົາ. ກໍລະນີເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງທັດສະນະຄະຕິຫຼັກໆທີ່ພຣະເຈົ້າປະຕິບັດຕໍ່ມະນຸດຊາດ ເຖິງແມ່ນພວກເຂົາຈະເສື່ອມຊາມ ແລະ ຂາດຄວາມຮູ້ພຽງໃດກໍຕາມ. ສະນັ້ນ ການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການສະແດງອອກເຖິງອາລົມຂອງພຣະອົງ ຫຼື ເປັນວິທີທີ່ພຣະອົງລະບາຍຄວາມຮູ້ສຶກຂອງພຣະອົງອອກມາ. ກົງກັນຂ້າມກັບຄວາມເຂົ້າໃຈຜິດຂອງມະນຸດ, ຄວາມໂກດຮ້າຍຂອງພຣະເຈົ້າບໍ່ແມ່ນການປ່ອຍຄວາມໃຈຮ້າຍຢ່າງຂາດສະຕິ. ພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ ບໍ່ແມ່ນຍ້ອນພຣະອົງບໍ່ສາມາດຄວບຄຸມອາລົມຂອງພຣະອົງເອງໄດ້ ຫຼື ຍ້ອນຄວາມໃຈຮ້າຍຂອງພຣະອົງໄດ້ເຖິງຈຸດຮ້ອນຮົນ ແລະ ຕ້ອງຖືກລະບາຍອອກ. ໃນທາງກົງກັນຂ້າມ, ຄວາມໂກດຮ້າຍຂອງພຣະອົງແມ່ນການສະແດງ ແລະ ການສະແດງອອກທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ມັນຄືການເປີດເຜີຍສັນຍາລັກແຫ່ງທາດແທ້ທີ່ບໍລິສຸດຂອງພຣະອົງ. ພຣະເຈົ້າແມ່ນຄວາມໂກດຮ້າຍ ແລະ ພຣະອົງບໍ່ອົດກັ້ນຕໍ່ການຖືກລ່ວງເກີນ, ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ຄວາມໃຈຮ້າຍຂອງພຣະເຈົ້າບໍ່ຈຳແນກສາຍເຫດ ຫຼື ບໍ່ມີຫຼັກການ; ມັນແມ່ນມະນຸດຊາດເສື່ອມຊາມທີ່ມີສິດພິເສດໃນການໃຈຮ້າຍຢ່າງບໍ່ມີຫຼັກການ, ໃຈຮ້າຍແບບບໍ່ມີເຫດຜົນ ແລະ ຄວາມໃຈຮ້າຍແບບບໍ່ຈຳແນກສາຍເຫດ. ຫຼັງຈາກທີ່ມະນຸດມີສະຖານະ, ເຂົາມັກຈະພົບວ່າມັນຍາກທີ່ຈະຄວບຄຸມອາລົມຂອງເຂົາ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງມັກສວຍເອົາໂອກາດຕ່າງໆເພື່ອສະແດງຄວາມບໍ່ພໍໃຈຂອງເຂົາ ແລະ ລະບາຍຄວາມຮູ້ສຶກຂອງເຂົາ; ເຂົາຈະໃຈຮ້າຍຂຶ້ນແບບບໍ່ມີເຫດຜົນ ເພື່ອເປີດເຜີຍຄວາມສາມາດຂອງເຂົາ ແລະ ໃຫ້ຄົນອື່ນຮູ້ວ່າສະຖານະ ແລະ ຕົວຕົນຂອງເຂົາແຕກຕ່າງຈາກຂອງຄົນປົກກະຕິ. ແນ່ນອນ, ຜູ້ຄົນເສື່ອມຊາມທີ່ປາສະຈາກສະຖານະຍັງມັກຈະເສຍສະຕິຢູ່ເລື້ອຍໆ. ຄວາມໃຈຮ້າຍຂອງພວກເຂົາແມ່ນເກີດຂຶ້ນຍ້ອນຄວາມເສຍຫາຍຕໍ່ຜົນປະໂຫຍດສ່ວນຕົວຂອງພວກເຂົາຢູ່ສະເໝີ. ເພື່ອທີ່ຈະປົກປ້ອງສະຖານະ ແລະ ສັກສີຂອງພວກເຂົາເອງ, ມະນຸດຊາດທີ່ເສື່ອມຊາມຈະລະບາຍຄວາມຮູ້ສຶກຂອງພວກເຂົາອອກມາສະເໝີ ແລະ ເປີດເຜີຍທຳມະຊາດແຫ່ງການອວດດີຂອງພວກເຂົາ. ມະນຸດຈະໃຈຮ້າຍຂຶ້ນ ແລະ ລະບາຍຄວາມຮູ້ສຶກຂອງເຂົາເພື່ອປ້ອງກັນ ແລະ ສົ່ງເສີມການມີຢູ່ຂອງຄວາມບາບ ແລະ ການກະທຳເຫຼົ່ານີ້ກໍເປັນວິທີໜຶ່ງທີ່ມະນຸດສະແດງຄວາມບໍ່ພໍໃຈຂອງເຂົາ; ພວກເຂົາເຕັມໄປດ້ວຍຄວາມບໍ່ບໍລິສຸດ, ດ້ວຍກົນອຸບາຍ ແລະ ການລໍ້ລວງ, ດ້ວຍຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາຖະໜາຢ່າງປ່າເຖື່ອນຂອງມະນຸດ. ເມື່ອຄວາມຍຸຕິທຳປະທະກັບຄວາມຊົ່ວຮ້າຍ, ຄວາມໃຈຮ້າຍຂອງມະນຸດຈະບໍ່ລຸກໄໝ້ຂຶ້ນເພື່ອປ້ອງກັນການມີຢູ່ຂອງຄວາມຍຸຕິທຳ ຫຼື ເພື່ອສົ່ງເສີມມັນ; ໃນທາງກົງກັນຂ້າມ, ເມື່ອກຳລັງແຫ່ງຄວາມຍຸຕິທຳຖືກຂົ່ມຂູ່, ຂົ່ມເຫັງ ແລະ ໂຈມຕີ, ທ່າທີຂອງມະນຸດຕໍ່ສິ່ງນີ້ຄືການເບິ່ງຂ້າມ, ການຫຼົບຫຼີກ ຫຼື ການຖອຍໜີ. ເຖິງຢ່າງໃດກໍຕາມ ເມື່ອຜະເຊີນກັບກຳລັງແຫ່ງຄວາມຊົ່ວຮ້າຍ, ທ່າທີຂອງມະນຸດຄືການຕອບສະໜອງ, ການກົ້ມຫົວລົງສະແດງຄວາມຄາລາວະ. ສະນັ້ນ ການລະບາຍຂອງມະນຸດຈຶ່ງເປັນການຫຼົບໜີຈາກກຳລັງທີ່ຊົ່ວຮ້າຍ, ເປັນການສະແດງອອກເຖິງຄວາມປະພຶດຢ່າງຮຸນແຮງທີ່ບໍ່ອາດຈະຄວບຄຸມໄດ້ ແລະ ຄວາມຊົ່ວຮ້າຍທີ່ມະນຸດບໍ່ສາມາດຢັບຢັ້ງໄດ້. ເຖິງຢ່າງໃດກໍຕາມ ເມື່ອພຣະເຈົ້າປ່ອຍຄວາມໂກດຮ້າຍຂອງພຣະອົງ, ກຳລັງທີ່ຊົ່ວຮ້າຍທັງໝົດກໍຈະຢຸດ, ຄວາມບາບທັງໝົດທີ່ທຳຮ້າຍມະນຸດກໍຈະຖືກຢັບຢັ້ງ, ກຳລັງທີ່ໂຫດຮ້າຍທັງໝົດທີ່ຂັດຂວາງພາລະກິດຂອງພຣະເຈົ້າກໍຈະຖືກເປີດເຜີຍ, ແບ່ງອອກ ແລະ ສາບແຊ່ງ, ພ້ອມດຽວກັນນັ້ນ ຜູ້ສົມຮູ້ຮ່ວມຄິດທັງໝົດຂອງຊາຕານທີ່ຕໍ່ຕ້ານພຣະເຈົ້າກໍຈະຖືກລົງໂທດ ແລະ ກວດລ້າງໃຫ້ໝົດສິ້ນ. ໃນພື້ນທີ່ຂອງພວກເຂົາ, ພາລະກິດຂອງພຣະເຈົ້າຈະດຳເນີນຕໍ່ໄປໂດຍປາສະຈາກສິ່ງຂັດຂວາງ, ແຜນການຄຸ້ມຄອງຂອງພຣະເຈົ້າກໍຈະສືບຕໍ່ພັດທະນາເທື່ອລະກ້າວຕາມຕາຕະລາງ ແລະ ຄົນທີ່ພຣະເຈົ້າເລືອກໄວ້ກໍຈະປາສະຈາກການລົບກວນ ແລະ ການຫຼອກລວງຂອງຊາຕານ ແລະ ຄົນທີ່ຕິດຕາມພຣະເຈົ້າກໍຈະໄດ້ຮັບການນໍາພາ ແລະ ການເບິ່ງແຍງຂອງພຣະເຈົ້າໃນທ່າມກາງສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມສັນຕິສຸກ ແລະ ສະຫງົບສຸກ. ຄວາມໂກດຮ້າຍຂອງພຣະເຈົ້າເປັນສິ່ງຄຸ້ມກັນ ທີ່ປ້ອງກັນກຳລັງຊົ່ວຮ້າຍທັງໝົດບໍ່ໃຫ້ແຜ່ຂະຫຍາຍ ແລະ ຮ້າຍແຮງຈົນບໍ່ສາມາດຄວບຄຸມໄດ້ ແລະ ມັນຍັງເປັນສິ່ງຄຸ້ມກັນທີ່ປົກປ້ອງການມີຢູ່ ແລະ ການແຜ່ກະຈາຍຂອງທຸກສິ່ງທີ່ຍຸຕິທຳ ແລະ ດີ ແລະ ປົກປ້ອງພວກເຂົາຈາກການຂົ່ມເຫັງ ແລະ ການໂຄ່ນລົ້ມຊົ່ວນິດນິລັນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

561. ເມື່ອປະຕິບັດຕໍ່ການກະທຳແຕ່ລະຢ່າງຂອງພຣະເຈົ້າ, ເຈົ້າຕ້ອງແນ່ໃຈກ່ອນວ່າ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າປາສະຈາກສິ່ງອື່ນໆ ນັ້ນກໍຄື ອຸປະນິໄສຂອງພຣະອົງຕ້ອງບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ. ການກະທຳເຫຼົ່ານີ້ຮວມເຖິງການໂຈມຕີ, ການລົງໂທດ ແລະ ການທຳລາຍມະນຸດຊາດຂອງພຣະອົງ. ໂດຍບໍ່ມີຂໍ້ຍົກເວັ້ນ, ການກະທຳທຸກຢ່າງຂອງພຣະເຈົ້າແມ່ນເກີດຂຶ້ນອີງຕາມອຸປະນິໄສໂດຍທຳມະຊາດຂອງພຣະອົງ ແລະ ແຜນການຂອງພຣະອົງ ແລະ ບໍ່ມີສ່ວນປະກອບໃດໆຈາກຄວາມຮູ້, ປະເພນີ ແລະ ປັດຊະຍາຂອງມະນຸດຊາດ. ການກະທຳທຸກຢ່າງຂອງພຣະເຈົ້າແມ່ນການສະແດງອອກເຖິງອຸປະນິໄສ ແລະ ທາດແທຂອງພຣະອົງ ໂດຍ ບໍ່ໄດ້ກ່ຽວຂ້ອງຫຍັງກັບສິ່ງທີ່ກ່ຽວພັນກັບມະນຸດຊາດຜູ້ທີ່ເສື່ອມຊາມ. ມະນຸດຊາດມີແນວຄິດວ່າ ມີພຽງຄວາມຮັກ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຕໍ່ມະນຸດຊາດເທົ່ານັ້ນທີ່ບໍ່ມີຂໍ້ບົກຜ່ອງ, ບໍ່ມີມົນທິນ ແລະ ບໍລິສຸດ ແລະ ບໍ່ມີຜູ້ໃດຮູ້ຈັກວ່າ ຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງກໍບໍ່ມີມົນທິນເຊັ່ນກັນ; ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດຕຶກຕອງໃນຄຳຖາມ ເຊັ່ນ ເປັນຫຍັງພຣະເຈົ້າຈຶ່ງບໍ່ອົດກັ້ນຕໍ່ການກະທໍາຜິດ ຫຼື ເປັນຫຍັງຄວາມໃຈຮ້າຍຂອງພຣະອົງຈຶ່ງຮ້າຍແຮງ. ໃນທາງກົງກັນຂ້າມ, ບາງຄົນເຂົ້າໃຈຜິດວ່າ ຄວາມໂກດຮ້າຍຂອງພຣະເຈົ້າຄືອາລົມຮ້າຍຂອງພຣະອົງ, ເຊັ່ນດຽວກັບອາລົມຮ້າຍຂອງມະນຸດຊາດທີ່ເສື່ອມຊາມ ແລະ ເຂົ້າໃຈຜິດວ່າ ຄວາມໃຈຮ້າຍຂອງພຣະເຈົ້າຄືຄວາມໂມໂຫແບບດຽວກັນກັບມະນຸດຊາດທີ່ເສື່ອມຊາມ. ພວກເຂົາເຖິງກັບສັນນິຖານວ່າ ຄວາມໂກດຮ້າຍຂອງພຣະເຈົ້າເປັນຄືກັບການເປີດເຜີຍຕາມທໍາມະຊາດຂອງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດເທົ່ານັ້ນ ແລະ ການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າເປັນຄືກັບຄວາມໃຈຮ້າຍຂອງຜູ້ຄົນທີ່ເສື່ອມຊາມໃນເວລາທີ່ພວກເຂົາພົບກັບສະພາບການທີ່ບໍ່ພໍໃຈເທົ່ານັ້ນ ແລະ ເຊື່ອວ່າການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າແມ່ນການສະແດງອອກເຖິງອາລົມຂອງພຣະອົງ. ຫຼັງຈາກການສົນທະນານີ້ແລ້ວ, ເຮົາຫວັງວ່າພວກເຈົ້າທຸກຄົນຈະບໍ່ມີແນວຄິດ, ຈິນຕະນາການ ຫຼື ການຄາດຄະເນແບບຜິດໆກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າອີກຕໍ່ໄປ. ເຮົາຫວັງວ່າ ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າແລ້ວ, ເຈົ້າຈະສາມາດຮັບຮູ້ ໃນຫົວໃຈຂອງເຈົ້າຢ່າງແທ້ຈິງກ່ຽວກັບຄວາມໂກດຮ້າຍແຫ່ງອຸປະນິໄສອັນຊອບທຳຂອງພຣະເຈົ້າ, ເຈົ້າຈະສາມາດປ່ອຍວາງຄວາມເຂົ້າໃຈຜິດຕ່າງໆຜ່ານມາກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າ ແລະ ເຈົ້າຈະສາມາດປ່ຽນແປງຄວາມເຊື່ອ ແລະ ມຸມມອງທີ່ຜິດໆຂອງເຈົ້າເອງກ່ຽວກັບທາດແທ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດມີນິຍາມທີ່ຖືກຕ້ອງກ່ຽວກັບອຸປະນິໄສຂອງພຣະເຈົ້າໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະບໍ່ມີຂໍ້ສົງໄສກ່ຽວກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າອີກຕໍ່ໄປ ແລະ ພວກເຈົ້າຈະບໍ່ກຳນົດເຫດຜົນ ຫຼື ຈິນຕະນາການຂອງມະນຸດໃສ່ໃນອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າແມ່ນທາດແທ້ຂອງພຣະເຈົ້າເອງ. ມັນບໍ່ແມ່ນສິ່ງທີ່ຖືກຂຽນຂຶ້ນ ຫຼື ຫຼໍ່ຫຼອມໂດຍມະນຸດ. ອຸປະນິໄສທີ່ຊອບທຳຂອງພຣະອົງແມ່ນອຸປະນິໄສອັນຊອບທຳຂອງພຣະອົງ ແລະ ບໍ່ກ່ຽວຂ້ອງ ຫຼື ກ່ຽວພັນຫຍັງເລີຍກັບການເນລະມິດສ້າງ. ພຣະເຈົ້າເປັນພຣະເຈົ້າເອງ. ພຣະອົງຈະບໍ່ກາຍມາເປັນສ່ວນໜຶ່ງຂອງການເນລະມິດສ້າງຈັກເທື່ອ ແລະ ເຖິງແມ່ນພຣະອົງຈະກາຍມາເປັນສະມາຊິກຂອງສິ່ງຖືກສ້າງ, ອຸປະນິໄສ ແລະ ທາດແທ້ຕາມທຳມະຊາດຂອງພຣະອົງກໍຈະບໍ່ປ່ຽນແປງ. ສະນັ້ນ ການຮູ້ຈັກພຣະເຈົ້າບໍ່ແມ່ນສິ່ງດຽວກັບການຮູ້ຈັກວັດຖຸສິ່ງຂອງ; ການຮູ້ຈັກພຣະເຈົ້າບໍ່ແມ່ນການວິໄຈບາງສິ່ງບາງຢ່າງ ຫຼື ມັນບໍ່ແມ່ນສິ່ງດຽວກັນກັບການເຂົ້າໃຈບຸກຄົນໃດໜຶ່ງ. ຖ້າມະນຸດໃຊ້ແນວຄິດຂອງເຂົາ ຫຼື ໃຊ້ວິທີການຮູ້ຈັກວັດຖຸສິ່ງຂອງ ຫຼື ການເຂົ້າໃຈບຸກຄົນໃດໜຶ່ງເພື່ອຮູ້ຈັກພຣະເຈົ້າ, ແລ້ວເຈົ້າຈະບໍ່ສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າບໍ່ໄດ້ອີງຕາມປະສົບການ ຫຼື ຈິນຕະນາການ ແລະ ສະນັ້ນ ເຈົ້າຕ້ອງບໍ່ກຳນົດປະສົບການ ຫຼື ຈິນຕະນາການຂອງເຈົ້າໃສ່ພຣະເຈົ້າ; ບໍ່ວ່າປະສົບການ ແລະ ຈິນຕະນາການຂອງເຈົ້າຈະມີຫຼາຍສໍ່າໃດ, ພວກມັນກໍຍັງມີຂໍ້ຈຳກັດ. ອີກຢ່າງ, ຈິນຕະນາການຂອງເຈົ້າກໍບໍ່ສອດຄ່ອງກັບຂໍ້ແທ້ຈິງ ແລະ ແຮງໄກທີ່ຈະສອດຄ່ອງກັບຄວາມຈິງ ແລະ ມັນບໍ່ເຂົ້າກັນກັບອຸປະນິໄສ ແລະ ທາດແທ້ທີ່ແທ້ຈິງຂອງພຣະເຈົ້າ. ເຈົ້າຈະບໍ່ສຳເລັດຈັກເທື່ອ ຖ້າເຈົ້າເພິ່ງຈິນຕະນາການຂອງເຈົ້າເພື່ອເຂົ້າໃຈທາດແທ້ຂອງພຣະເຈົ້າ. ເສັ້ນທາງດຽວກໍຄື: ໃຫ້ຍອມຮັບທຸກຢ່າງທີ່ມາຈາກພຣະເຈົ້າ, ແລ້ວໃຫ້ຜະເຊີນ ແລະ ເຂົ້າໃຈສິ່ງນັ້ນເທື່ອລະໜ້ອຍ. ມີມື້ໜຶ່ງທີ່ພຣະເຈົ້າຈະໃຫ້ແສງສະຫວ່າງແກ່ເຈົ້າເພື່ອເຈົ້າຈະໄດ້ເຂົ້າໃຈ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງຫຼັງຈາກທີ່ເຈົ້າໄດ້ຮ່ວມມືກັບພຣະເຈົ້າ ແລະ ມີຄວາມຫິວ ແລະ ຄວາມກະຫາຍຫາຄວາມຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

562. ພຣະເຈົ້າບໍ່ເຄີຍລັງເລ ຫຼື ບໍ່ແນ່ໃຈໃນການກະທຳຂອງພຣະອົງ; ຫຼັກການ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳຂອງພຣະອົງລ້ວນແລ້ວແຕ່ຊັດເຈນ ແລະ ໂປ່ງໃສ, ບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ, ບໍ່ມີກົນອຸບາຍ ຫຼື ເລ່ກົນປະສົມຢູ່ຂ້າງໃນຢ່າງແນ່ນອນ. ເວົ້າອີກຢ່າງໜຶ່ງກໍຄື ທາດແທ້ຂອງພຣະເຈົ້າບໍ່ມີຄວາມມືດມົນ ຫຼື ຄວາມຊົ່ວຮ້າຍ. ພຣະເຈົ້າໃຈຮ້າຍກັບຊາວນີນາເວກໍຍ້ອນວ່າ ການກະທຳທີ່ຊົ່ວຮ້າຍຂອງພວກເຂົາໄດ້ມາຢູ່ຕໍ່ໜ້າຂອງພຣະອົງ; ໃນເວລານັ້ນ ຄວາມໃຈຮ້າຍຂອງພຣະອົງແມ່ນສືບມາຈາກທາດແທ້ຂອງພຣະອົງ. ເຖິງຢ່າງໃດກໍຕາມ ເມື່ອຄວາມໃຈຮ້າຍຂອງພຣະອົງໄດ້ສະຫຼາຍໄປ ແລະ ພຣະອົງປະທານຄວາມອົດກັ້ນຂອງພຣະອົງໃຫ້ກັບປະຊາຊົນແຫ່ງເມືອງນີນາເວອີກຄັ້ງ, ທຸກສິ່ງທີ່ພຣະອົງເປີດເຜີຍກໍຍັງເປັນທາດແທ້ຂອງພຣະອົງເອງ. ການປ່ຽນແປງທັງໝົດນີ້ກໍເນື່ອງຈາກການປ່ຽນແປງໃນທັດສະນະຄະຕິຂອງມະນຸດຕໍ່ພຣະເຈົ້າ. ໃນລະຫວ່າງໄລຍະເວລານີ້, ອຸປະນິໄສທີ່ບໍ່ສາມາດຖືກທ້າທາຍໄດ້ຂອງພຣະເຈົ້າກໍບໍ່ໄດ້ປ່ຽນ, ທາດແທ້ທີ່ອົດກັ້ນຂອງພຣະເຈົ້າກໍບໍ່ໄດ້ປ່ຽນ ແລະ ທາດແທ້ແຫ່ງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າກໍບໍ່ໄດ້ປ່ຽນ. ເມື່ອຜູ້ຄົນເຮັດສິ່ງຊົ່ວຮ້າຍ ແລະ ທ້າທາຍພຣະເຈົ້າ, ພຣະອົງກໍຈະນໍາຄວາມໃຈຮ້າຍມາສູ່ພວກເຂົາ. ເມື່ອຜູ້ຄົນກັບໃຈຢ່າງແທ້ຈິງ, ຫົວໃຈຂອງພຣະເຈົ້າກໍຈະປ່ຽນແປງ ແລະ ຄວາມໃຈຮ້າຍຂອງພຣະອົງກໍຈະເຊົາ. ເມື່ອຜູ້ຄົນສືບຕໍ່ໆຕ້ານພຣະເຈົ້າຢ່າງດື້ດ້ານ, ຄວາມໂກດຮ້າຍຂອງພຣະອົງກໍຈະບໍ່ເຊົາ ແລະ ຄວາມໂກດຮ້າຍຂອງພຣະອົງກໍຈະບີບພວກເຂົາເທື່ອລະໜ້ອຍຈົນພວກເຂົາຖືກທຳລາຍ. ນີ້ແມ່ນທາດແທ້ຂອງອຸປະນິໄສຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະສະແດງຄວາມໂກດຮ້າຍ ຫຼື ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາແບບໃດກໍຕາມ, ມັນຄືຄວາມປະພຶດຂອງມະນຸດ, ພຶດຕິກຳ ແລະ ທັດສະນະຄະຕິທີ່ຢູ່ໃນສ່ວນເລິກຂອງຫົວໃຈມະນຸດທີ່ພວກເຂົາມີຕໍ່ພຣະເຈົ້າທີ່ເຮັດໃຫ້ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ. ຖ້າພຣະເຈົ້ານໍາບຸກຄົນໃດໜຶ່ງມາຢູ່ພາຍໃຕ້ຄວາມໃຈຮ້າຍຂອງພຣະອົງຢ່າງຕໍ່ເນື່ອງ, ຫົວໃຈຂອງບຸກຄົນນັ້ນກໍຈະຕໍ່ຕ້ານພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຍ້ອນບຸກຄົນດັ່ງກ່າວບໍ່ເຄີຍກັບໃຈຢ່າງແທ້ຈິງ, ບໍ່ເຄີຍກົ້ມຫົວຂອງພວກເຂົາລົງຕໍ່ໜ້າພຣະເຈົ້າ ຫຼື ມີຄວາມເຊື່ອແທ້ຈິງໃນພຣະເຈົ້າຈັກເທື່ອ, ພວກເຂົາບໍ່ເຄີຍໄດ້ຮັບເອົາຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຈັກເທື່ອ. ຖ້າບາງຄົນຮັບເອົາການດູແລຂອງພຣະເຈົ້າ, ຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງຢູ່ເລື້ອຍໆ, ແລ້ວແນ່ນອນ ບຸກຄົນນັ້ນກໍຈະມີຄວາມເຊື່ອຢ່າງແທ້ຈິງໃນພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍຈະບໍ່ຕໍ່ຕ້ານພຣະເຈົ້າ. ບຸກຄົນດັ່ງກ່າວກໍຈະກັບໃຈຢ່າງແທ້ຈິງຢູ່ຕໍ່ໜ້າພຣະເຈົ້າຕະຫຼອດໄປ; ສະນັ້ນ ເຖິງແມ່ນວ່າ ພຣະເຈົ້າຈະລົງວິໄນຕໍ່ບຸກຄົນນີ້, ຄວາມໂກດຮ້າຍຂອງພຣະອົງແມ່ນບໍ່ມີຕໍ່ດັ່ງກ່າວ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

563. ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ, ທັນທີທີ່ພວກເຂົາປະກາດການອົດອາຫານ ແລະ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ຫົວໃຈຂອງພຣະອົງກໍເລີ່ມອ່ອນລົງ ແລະ ພຣະອົງກໍເລີ່ມປ່ຽນຄວາມຄິດຂອງພຣະອົງ. ເມື່ອພຣະອົງປະກາດຕໍ່ພວກເຂົາວ່າ ພຣະອົງຈະທຳລາຍເມືອງຂອງພວກເຂົາ, ພຣະອົງແມ່ນຍັງໃຈຮ້າຍກັບພວກເຂົາຢູ່ ເຊິ່ງເປັນຊ່ວງເວລາກ່ອນການສາລະພາບ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ກັບໃຈ, ຄວາມໃຈຮ້າຍຂອງພຣະເຈົ້າສຳລັບປະຊາຊົນແຫ່ງເມືອງນີນາເວກໍປ່ຽນແປງເປັນຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ພວກເຂົາເທື່ອລະໜ້ອຍ. ບໍ່ມີສິ່ງໃດຂັດແຍ້ງກ່ຽວກັບການເປີດເຜີຍທັງສອງດ້ານຂອງອຸປະນິໄສເຫຼົ່ານີ້ຂອງພຣະເຈົ້າທີ່ເກີດຂຶ້ນຈາກເຫດການດຽວກັນ. ແລ້ວຜູ້ຄົນຈະເຂົ້າໃຈ ແລະ ຮູ້ຈັກການຂາດຂໍ້ຂັດແຍ້ງນີ້ໄດ້ແນວໃດ? ພຣະເຈົ້າສະແດງ ແລະ ເປີດເຜີຍທາດແທ້ທັງສອງດ້ານທີ່ກົງກັນຂ້າມກັນຕາມລຳດັບ ໃນຂະນະທີ່ປະຊາຊົນແຫ່ງເມືອງນີນາເວກັບໃຈ ເຊິ່ງເຮັດໃຫ້ຜູ້ຄົນເຫັນເຖິງຄວາມເປັນຈິງ ແລະ ຄວາມບໍ່ສາມາດລ່ວງເກີນໄດ້ຂອງທາດແທ້ຂອງພຣະເຈົ້າ. ພຣະເຈົ້າໃຊ້ທັດສະນະຄະຕິຂອງພຣະອົງເພື່ອບອກຜູ້ຄົນກັບສິ່ງດັ່ງຕໍ່ໄປນີ້: ມັນບໍ່ແມ່ນພຣະເຈົ້າທີ່ບໍ່ອົດກັ້ນຕໍ່ຜູ້ຄົນ ຫຼື ບໍ່ແມ່ນວ່າ ພຣະອົງບໍ່ຕ້ອງການສະແດງຄວາມເມດຕາກັບພວກເຂົາ; ກົງກັນຂ້າມ ມັນແມ່ນພວກເຂົາທີ່ບໍ່ຄ່ອຍກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນຍາກສໍາລັບຜູ້ຄົນທີ່ຈະຫັນຫຼັງຈາກຫົນທາງອັນຊົ່ວຮ້າຍຂອງພວກເຂົາຢ່າງແທ້ຈິງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ເມື່ອພຣະເຈົ້າໃຈຮ້າຍກັບມະນຸດ, ພຣະອົງຫວັງວ່າມະນຸດຈະສາມາດກັບໃຈຢ່າງແທ້ຈິງ ແລະ ແນ່ນອນ ພຣະອົງຫວັງຢ່າງຍິ່ງທີ່ຈະເຫັນການກັບໃຈຢ່າງແທ້ຈິງຂອງມະນຸດ ເຊິ່ງໃນກໍລະນີນີ້ ພຣະອົງກໍຈະສືບຕໍ່ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໃຫ້ແກ່ມະນຸດຢ່າງໃຫຍ່ຫຼວງ. ນີ້ໝາຍຄວາມວ່າ ຄວາມປະພຶດທີ່ຊົ່ວຮ້າຍຂອງມະນຸດກໍ່ໃຫ້ເກີດຄວາມໂກດຮ້າຍຂອງພຣະເຈົ້າ, ໃນຂະນະທີ່ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຖືກປະທານໃຫ້ແກ່ຄົນທີ່ເຊື່ອຟັງພຣະເຈົ້າ ແລະ ກັບໃຈຕໍ່ໜ້າພຣະອົງຢ່າງແທ້ຈິງ, ປະທານໃຫ້ແກ່ຄົນທີ່ສາມາດຫັນອອກຈາກຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ທ່າທີຂອງພຣະເຈົ້າຖືກເປີດເຜີຍຢ່າງຊັດເຈນຫຼາຍໃນການປະຕິບັດຂອງພຣະອົງຕໍ່ຊາວນີນາເວ: ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າບໍ່ໄດ້ຍາກເລີຍທີ່ຈະຮັບເອົາ ແລະ ສິ່ງທີ່ພຣະອົງຮຽກຮ້ອງກໍຄືການກັບໃຈຂອງຜູ້ຄົນ. ຕາບໃດທີ່ຜູ້ຄົນປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມໂຫດຮ້າຍທີ່ຢູ່ໃນໃຈຂອງພວກເຂົາ, ພຣະເຈົ້າກໍຈະປ່ຽນໃຈ ແລະ ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

564. ເມື່ອພຣະເຈົ້າປ່ຽນໃຈຕໍ່ປະຊາຊົນແຫ່ງເມືອງນີນາເວ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງເປັນລັກສະນະທີ່ຈອມປອມບໍ? ແນ່ນອນວ່າບໍ່ແມ່ນ! ແລ້ວແມ່ນຫຍັງຄືສິ່ງທີ່ຖືກສະແດງອອກຈາກການປ່ຽນແປງລະຫວ່າງສອງລັກສະນະຂອງອຸປະນິໄສຂອງພຣະເຈົ້າໃນລະຫວ່າງທີ່ພຣະເຈົ້າຈັດການກັບສະຖານະການດັ່ງກ່າວນີ້? ອຸປະນິໄສຂອງພຣະເຈົ້າແມ່ນສົມບູນທັງໝົດ, ມັນບໍ່ໄດ້ຖືກແບ່ງແຍກເລີຍ. ບໍ່ວ່າພຣະອົງຈະສະແດງຄວາມໃຈຮ້າຍຂອງພຣະອົງ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ຜູ້ຄົນ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ເປັນການສະແດງອອກເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າແມ່ນມີຊີວິດຊີວາ ແລະ ມີຮູບຮ່າງຢ່າງຊັດເຈນ ແລະ ພຣະອົງປ່ຽນຄວາມຄິດ ແລະ ທັດສະນະຄະຕິຂອງພຣະອົງອີງຕາມການປ່ຽນແປງຂອງສິ່ງຕ່າງໆ. ການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ຊາວນີນາເວບອກໃຫ້ມະນຸດຊາດຮູ້ວ່າ ພຣະອົງມີຄວາມຄິດ ແລະ ແນວຄິດຂອງພຣະອົງເອງ; ພຣະອົງບໍ່ແມ່ນຫຸ່ນຍົນ ຫຼື ຮູບປັ້ນດິນດາກ, ແຕ່ເປັນພຣະເຈົ້າທີ່ມີຊີວິດ. ພຣະອົງສາມາດໃຈຮ້າຍກັບປະຊາຊົນແຫ່ງເມືອງນີນາເວ, ເຊັ່ນດຽວກັບທີ່ພຣະອົງສາມາດຍົກໂທດອະດີດຂອງພວກເຂົາ ຍ້ອນທ່າທີຂອງພວກເຂົາ. ພຣະອົງສາມາດຕັດສິນໃຈທີ່ຈະນໍາຄວາມໂຊກຮ້າຍມາສູ່ຊາວນີນາເວ ແລະ ພຣະອົງຍັງສາມາດປ່ຽນການຕັດສິນໃຈຂອງພຣະອົງ ຍ້ອນການກັບໃຈຂອງພວກເຂົາ. ຜູ້ຄົນມັກນໍາໃຊ້ກົດລະບຽບຢ່າງຕາຍຕົວ ແລະ ໃຊ້ກົດລະບຽບດັ່ງກ່າວເພື່ອກຳນົດຂອບເຂດ ແລະ ຈຳກັດພຣະເຈົ້າ ເໝືອນດັ່ງທີ່ພວກເຂົາມັກໃຊ້ສູດຕໍາລາເພື່ອພະຍາຍາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ສະນັ້ນ ສໍາລັບຂອບເຂດຂອງຄວາມຄິດມະນຸດແລ້ວ, ພຣະເຈົ້າບໍ່ຄິດ ຫຼື ພຣະອົງບໍ່ມີແນວຄິດທີ່ເປັນຈິງ. ແຕ່ໃນຄວາມເປັນຈິງ, ຄວາມຄິດຂອງພຣະເຈົ້າແມ່ນຢູ່ໃນສະພາບທີ່ປ່ຽນແປງຕະຫຼອດເວລາອີງຕາມການປ່ຽນແປງໃນສິ່ງຕ່າງໆ ແລະ ໃນສະພາບແວດລ້ອມຕ່າງໆ. ໃນຂະນະທີ່ຄວາມຄິດເຫຼົ່ານີ້ປ່ຽນແປງ, ລັກສະນະທີ່ແຕກຕ່າງກັນຂອງທາດແທ້ຂອງພຣະເຈົ້າກໍຖືກເປີດເຜີຍ. ໃນລະຫວ່າງຂະບວນການປ່ຽນແປງນີ້ ຄືຊ່ວງເວລາທີ່ພຣະເຈົ້າໄດ້ມີການປ່ຽນໃຈ; ສິ່ງທີ່ພຣະອົງສະແດງຕໍ່ມະນຸດຊາດແມ່ນການເປັນຢູ່ທີ່ແທ້ຈິງຂອງຊີວິດຂອງພຣະອົງ ແລະ ອຸປະນິໄສທີ່ຊອບທຳຂອງພຣະອົງກໍເຕັມໄປດ້ວຍຊີວິດຊີວ ແລະ ພະລັງ. ໃນເວລາດຽວກັນ, ພຣະເຈົ້າໃຊ້ການເປີດເຜີຍທີ່ແທ້ຈິງຂອງພຣະອົງເອງເພື່ອພິສູດຕໍ່ມະນຸດຊາດເຖິງຄວາມຈິງແຫ່ງການມີຢູ່ຂອງຄວາມໂກດຮ້າຍຂອງພຣະອົງ, ຄວາມກະລຸນາຂອງພຣະອົງ, ຄວາມຮັກຄວາມເມດຕາຂອງພຣະອົງ ແລະ ຄວາມອົດກັ້ນຂອງພຣະອົງ. ທາດແທ້ຂອງພຣະອົງຈະຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້ຕາມການປ່ຽນແປງຂອງສິ່ງຕ່າງໆ. ພຣະອົງມີຄວາມໂກດຮ້າຍຂອງສິງໂຕ ແລະ ຄວາມເມດຕາ ແລະ ຄວາມອົດທົນຂອງແມ່. ອຸປະນິໄສທີ່ຊອບທຳຂອງພຣະອົງບໍ່ຍອມໃຫ້ຄົນໃດໜຶ່ງຕັ້ງຄຳຖາມ, ລະເມີດ, ປ່ຽນແປງ ຫຼື ບິດເບືອນ. ໃນທ່າມກາງເລື່ອງທັງໝົດ ແລະ ສິ່ງທັງປວງ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ນັ້ນກໍຄື ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ສາມາດຖືກເປີດເຜີຍໃນເວລາໃດກໍໄດ້ ແລະ ສະຖານທີ່ໃດກໍໄດ້. ພຣະອົງສະແດງເຖິງສໍາຄັນຕໍ່ລັກສະນະເຫຼົ່ານີ້ໃນທຸກມຸມຂອງການເນລະມິດສ້າງທັງປວງ ແລະ ພຣະອົງນໍາໃຊ້ພວກມັນຢ່າງມີຊີວິດຊີວາໃນທຸກຊ່ວງເວລາທີ່ຜ່ານໄປ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກຈຳກັດໂດຍເວລາ ຫຼື ອາກາດ; ເວົ້າອີກຢ່າງກໍຄື ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ຖືກສະແດງອອກ ຫຼື ຖືກເປີດເຜີຍຕາມຂໍ້ຈຳກັດຂອງເວລາ ຫຼື ອາກາດແບບເຄື່ອງຈັກ, ແຕ່ກົງກັນຂ້າມ ຖືກເປີດເຜີຍຢ່າງງ່າຍດາຍ ໃນທຸກເວລາ ແລະ ທຸກສະຖານທີ່. ເມື່ອເຈົ້າໄດ້ເຫັນວ່າພຣະເຈົ້າປ່ຽນໃຈ ແລະ ເຊົາສະແດງຄວາມໂກດຮ້າຍຂອງພຣະອົງ ແລະ ລະເວັ້ນຈາກການທຳລາຍເມືອງນີນາເວ, ເຈົ້າສາມາດເວົ້າໄດ້ບໍວ່າພຣະເຈົ້າພຽງແຕ່ເມດຕາ ແລະ ຮັກໄຄ່? ເຈົ້າສາມາດເວົ້າໄດ້ບໍວ່າ ຄວາມໂກດຮ້າຍຂອງພຣະເຈົ້າປະກອບດ້ວຍຖ້ອຍຄໍາທີ່ວ່າງເປົ່າ? ເມື່ອພຣະເຈົ້າໃຈຮ້າຍດ້ວຍຄວາມໂກດທີ່ຮ້າຍແຮງ ແລະ ບໍ່ມີຄວາມເມດຕາ, ເຈົ້າສາມາດເວົ້າໄດ້ບໍວ່າພຣະອົງບໍ່ມີຄວາມຮັກທີ່ແທ້ຈິງຕໍ່ມະນຸດຊາດ? ຄວາມໂກດຮ້າຍທີ່ຮ້າຍແຮງນີ້ຖືກສະແດງອອກໂດຍພຣະເຈົ້າເພື່ອຕອບໂຕ້ກັບການກະທຳທີ່ຊົ່ວຮ້າຍຂອງຜູ້ຄົນ; ຄວາມໂກດຮ້າຍຂອງພຣະອົງບໍ່ແມ່ນຂໍ້ບົກຜ່ອງ. ຫົວໃຈຂອງພຣະເຈົ້າຖືກສຳຜັດເພື່ອຕອບໂຕ້ກັບການກັບໃຈຂອງຜູ້ຄົນ ແລະ ມັນແມ່ນການກັບໃຈນີ້ທີ່ນໍາໄປສູ່ການປ່ຽນໃຈຂອງພຣະອົງ. ເມື່ອພຣະອົງຮູ້ສຶກດົນໃຈ, ເມື່ອພຣະອົງປ່ຽນໃຈ ແລະ ເມື່ອພຣະອົງສະແດງຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດ, ທຸກສິ່ງເຫຼົ່ານີ້ແມ່ນບໍ່ມີຂໍ້ບົກຜ່ອງທັງສິ້ນ; ພວກມັນສະອາດ, ບໍລິສຸດ, ບໍ່ມີມົນທິນ ແລະ ບໍ່ມີສິ່ງເຈືອປົນ. ຄວາມອົດກັ້ນຂອງພຣະເຈົ້າເປັນແບບນັ້ນແທ້ຈິງ: ຄວາມອົດກັ້ນ ແມ່ນບໍ່ຕາງຈາກຄວາມເມດຕາຂອງພຣະອົງ. ອຸປະນິໄສຂອງພຣະອົງສະແດງເຖິງຄວາມໂກດຮ້າຍ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນອີງຕາມການກັບໃຈຂອງມະນຸດ ແລະ ອີງຕາມຄວາມປ່ຽນແປງໃນຄວາມປະພຶດຂອງມະນຸດ. ບໍ່ວ່າພຣະອົງຈະເປີດເຜີຍ ແລະ ສະແດງຫຍັງກໍຕາມ, ມັນກໍລ້ວນແລ້ວແຕ່ບໍລິສຸດ ແລະ ກົງໄປກົງມາ; ທາດແທ້ຂອງມັນແມ່ນແຕກຕ່າງຈາກທາດແທ້ຂອງສິ່ງໃດໆໃນການເນລະມິດສ້າງ. ເມື່ອພຣະເຈົ້າສະແດງຫຼັກການທີ່ເປັນພື້ນຖານໃນການກະທຳຂອງພຣະອົງ, ພວກມັນ ພ້ອມທັງຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ, ທຸກການຕັດສິນໃຈ ແລະ ທຸກການກະທໍາທີ່ພຣະອົງໄດ້ເຮັດແມ່ນປາສະຈາກຂໍ້ບົກຜ່ອງ ຫຼື ມົນທິນໃດໆ. ຍ້ອນພຣະເຈົ້າໄດ້ຕັດສິນໃຈແບບນັ້ນ ແລະ ຍ້ອນພຣະອົງໄດ້ກະທຳແບບນັ້ນ, ພຣະອົງຈຶ່ງໄດ້ສຳເລັດກິດຈະການຂອງພຣະອົງ. ຜົນຮັບໃນການກະທໍາຂອງພຣະອົງແມ່ນຖືກຕ້ອງ ແລະ ບໍ່ມີຂໍ້ບົກຜ່ອງ ນັ້ນກໍຍ້ອນວ່າ ແຫຼ່ງທີ່ມາຂອງພວກເຂົາແມ່ນບໍ່ມີຂໍ້ບົກຜ່ອງ ແລະ ບໍ່ມີມົນທິນ. ຄວາມໂກດຮ້າຍຂອງພຣະເຈົ້າບໍ່ມີຂໍ້ບົກຜ່ອງ. ໃນທຳນອງດຽວກັນ, ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າ ເຊິ່ງບໍ່ມີໃນທ່າມກາງເນລະມິດສ້າງທັງໝົດ ກໍບໍລິສຸດ ແລະ ບໍ່ມີຂໍ້ບົກຜ່ອງ ແລະ ສາມາດທົນຕໍ່ການຕຶກຕອງທີ່ຮອບຄອບ ແລະ ປະສົບການຕ່າງໆ.

ຜ່ານການເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງລາວຂອງເມືອງນີນາເວ, ບັດນີ້ ພວກເຈົ້າໄດ້ເຫັນອີກດ້ານໜຶ່ງຂອງທາດແທ້ຂອງອຸປະນິໄສອັນຊອບທຳຂອງພຣະເຈົ້າແລ້ວບໍ? ເຈົ້າໄດ້ເຫັນອີກດ້ານຂອງອຸປະນິໄສອັນຊອບທຳທີ່ເປັນເອກະລັກຂອງພຣະເຈົ້າແລ້ວບໍ? ມີຜູ້ໃດທ່າມກາງມະນຸດຊາດມີອຸປະນິໄສແບບນີ້ບໍ? ມີຜູ້ໃດທີ່ມີຄວາມໂກດຮ້າຍແບບນີ້ ທີ່ເປັນຄວາມໂກດຮ້າຍຂອງພຣະເຈົ້າບໍ? ມີຜູ້ໃດມີຄວາມເມດຕາ ແລະ ຄວາມອົດກັ້ນດັ່ງທີ່ພຣະເຈົ້າມີບໍ? ຜູ້ໃດທ່າມກາງການເນລະມິດສ້າງສາມາດເອີ້ນຄວາມໂກດຮ້າຍທີ່ຍິ່ງໃຫຍ່ແບບນັ້ນ ແລະ ຕັດສິນໃຈທຳລາຍ ຫຼື ນໍາໄພພິບັດມາສູ່ມະນຸດຊາດໄດ້ແດ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະປະທານຄວາມເມດຕາໃຫ້ກັບມະນຸດ, ມີຄວາມອົດກັ້ນ ແລະ ໃຫ້ອະໄພ ແລະ ປ່ຽນການຕັດສິນໃຈກ່ອນທຳລາຍມະນຸດບໍ? ພຣະຜູ້ສ້າງສະແດງອຸປະນິໄສທີ່ຊອບທຳຂອງພຣະອົງຜ່ານວິທີການ ແລະ ຫຼັກການທີ່ເປັນເອກະລັກຂອງພຣະອົງເອງ ແລະ ພຣະອົງບໍ່ໄດ້ຂຶ້ນກັບການຄວບຄຸມ ຫຼື ຂໍ້ຈຳກັດທີ່ຜູ້ຄົນ, ເຫດການ ຫຼື ສິ່ງໃດກຳນົດຂຶ້ນມາ. ດ້ວຍອຸປະນິໄສທີ່ເປັນເອກະລັກນີ້, ບໍ່ມີຜູ້ໃດສາມາດປ່ຽນຄວາມຄິດ ແລະ ແນວຄິດຂອງພຣະອົງໄດ້ ຫຼື ບໍ່ມີຜູ້ໃດສາມາດຊັກຈູງພຣະອົງ ແລະ ປ່ຽນແປງການຕັດສິນໃຈຂອງພຣະອົງໄດ້. ພຶດຕິກຳ ແລະ ຄວາມຄິດທັງໝົດທີ່ມີຢູ່ໃນການສ້າງທັງໝົດແມ່ນຢູ່ພາຍໃຕ້ການພິພາກສາຂອງອຸປະນິໄສອັນຊອບທຳຂອງພຣະອົງ. ບໍ່ມີຜູ້ໃດສາມາດຄວບຄຸມຄວາມໂກດຮ້າຍ ຫຼື ຄວາມເມດຕາຂອງພຣະອົງໄດ້; ມີພຽງແຕ່ທາດແທ້ຂອງພຣະຜູ້ສ້າງເທົ່ານັ້ນ ຫຼື ເວົ້າອີກຢ່າງໜຶ່ງກໍຄື ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເທົ່ານັ້ນ ທີ່ສາມາດຕັດສິນໃຈກ່ຽວກັບສິ່ງນີ້ໄດ້. ສິ່ງດັ່ງກ່າວແມ່ນທຳມະຊາດທີ່ເປັນເອກະລັກແຫ່ງອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ!

ຜ່ານການວິເຄາະ ແລະ ຄວາມເຂົ້າໃຈໃນການປ່ຽນແປງທັດສະນະຄະຕິຂອງພຣະອົງຕໍ່ປະຊາຊົນແຫ່ງເມືອງນີນາເວ, ພວກເຈົ້າສາມາດໃຊ້ຄຳວ່າ “ເປັນເອກະລັກ” ເພື່ອບັນລະຍາຍເຖິງຄວາມເມດຕາທີ່ຄົ້ນພົບໃນອຸປະນິໄສອັນຊອບທຳຂອງພຣະອົງບໍ? ພວກເຮົາເວົ້າກ່ອນໜ້ານີ້ແລ້ວວ່າ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນດ້ານໜຶ່ງຂອງທາດແທ້ຂອງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະອົງ. ບັດນີ້ ເຮົາຈະອະທິບາຍສອງລັກສະນະນີ້, ຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະເຈົ້າ ແມ່ນອຸປະນິໄສທີ່ຊອບທຳຂອງພຣະອົງ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍລິສຸດ; ບໍ່ອົດທົນເມື່ອຖືກທ້າທາຍ ຫຼື ເມື່ອຖືກສອບຖາມ; ມັນແມ່ນສິ່ງທີ່ບໍ່ມີຜູ້ໃດທ່າມກາງສິ່ງຖືກສ້າງ ຫຼື ບໍ່ຖືກສ້າງຄອບຄອງໄດ້. ມັນທັງເປັນເອກະລັກ ແລະ ພິເສດຕໍ່ພຣະເຈົ້າ. ນີ້ໝາຍຄວາມວ່າ ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ໃນລັກສະນະດຽວກັນ, ອີກດ້ານໜຶ່ງຂອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ກໍຄືຄວາມເມດຕາຂອງພຣະເຈົ້າທີ່ບໍລິສຸດ ແລະ ບໍ່ສາມາດລ່ວງເກີນໄດ້. ບໍ່ມີຜູ້ໃດໃນບັນດາສິ່ງຖືກສ້າງ ຫຼື ບໍ່ຖືກສ້າງ ສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະເຈົ້າໃນການກະທຳຂອງພຣະອົງ ຫຼື ບໍ່ມີຜູ້ໃດສາມາດແທນທີ່ ຫຼື ເປັນຕົວແທນໃຫ້ກັບພຣະອົງໃນການທຳລາຍເມືອງໂຊໂດມ ຫຼື ການຊ່ວຍເມືອງນີນາເວໃຫ້ລອດພົ້ນ. ນີ້ແມ່ນການສະແດງອອກເຖິງອຸປະນິໄສຊອບທຳທີ່ເປັນເອກະລັກຂອງພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

565. ເຖິງແມ່ນເມືອງນີນາເວຈະເຕັມໄປດ້ວຍຜູ້ຄົນທີ່ເສື່ອມຊາມ, ຊົ່ວຮ້າຍ ແລະ ໂຫດຮ້າຍຄືກັນກັບຄົນໃນເມືອງໂຊໂດມ, ການກັບໃຈຂອງພວກເຂົາແມ່ນເຮັດໃຫ້ພຣະເຈົ້າປ່ຽນໃຈ ແລະ ຕັດສິນໃຈບໍ່ທຳລາຍພວກເຂົາ. ຍ້ອນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳ ແລະ ຄຳສັ່ງຂອງພຣະເຈົ້າໄດ້ສະແດງເຖິງທ່າທີ ເຊິ່ງແຕກຕ່າງຈາກປະຊາຊົນແຫ່ງເມືອງໂຊໂດມໂດຍສິ້ນເຊີງ ແລະ ຍ້ອນຄວາມອ່ອນນ້ອມຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢ່າງຈິງໃຈ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາຢ່າງຈິງໃຈ, ພ້ອມທັງພຶດຕິກຳທີ່ແທ້ຈິງ ແລະ ຈິງໃຈຂອງພວກເຂົາໃນທຸກຢ່າງ, ພຣະເຈົ້າຈິ່ງສະແດງຄວາມສົງສານຢ່າງຈິງໃຈຂອງພຣະອົງເອງ ແລະ ມອບຄວາມສົງສານນັ້ນໃຫ້ກັບພວກເຂົາ. ສິ່ງທີ່ພຣະເຈົ້າປະທານໃຫ້ກັບມະນຸດຊາດ ແລະ ຄວາມສົງສານຂອງພຣະອົງທີ່ມີຕໍ່ມະນຸດແມ່ນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະເຮັດໄດ້ ແລະ ມັນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະມີຄວາມເມດຕາ, ຄວາມອົດກັ້ນ ຫຼື ຄວາມຮູ້ສຶກຢ່າງຈິງໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ມີຜູ້ໃດທີ່ເຈົ້າຖືວ່າເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ ຫຼື ແມ່ນແຕ່ສຸດຍອດມະນຸດ ຜູ້ທີ່ຈະກ່າວໃນຖານະເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ຈາກຈຸດສູງ ຫຼື ຜູ້ທີ່ຈະກ່າວຄຳຢືນຢັນແບບນີ້ຕໍ່ມະນຸດຊາດ ຫຼື ຕໍ່ການເນລະມິດສ້າງຈາກຈຸດທີ່ສູງທີ່ສຸດບໍ່? ຜູ້ໃດທ່າມກາງມະນຸດຊາດສາມາດຮູ້ຈັກສະພາວະຂອງຊີວິດມະນຸດຄືກັບຝ່າມືຂອງພວກເຂົາບໍ່? ຜູ້ໃດສາມາດແບກພາລະ ແລະ ຄວາມຮັບຜິດຊອບສຳລັບການເປັນຢູ່ຂອງມະນຸດຊາດບໍ່? ຜູ້ໃດມີຄຸນສົມບັດທີ່ຈະປະກາດການທຳລາຍເມືອງໃດໜຶ່ງບໍ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະໃຫ້ອະໄພເມືອງໃດໜຶ່ງບໍ່? ຜູ້ໃດສາມາດເວົ້າວ່າ ພວກເຂົາຊື່ນຊົມໃນການເນລະມິດສ້າງຂອງພວກເຂົາເອງບໍ? ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນ! ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມສົງສານຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກໄຄ່ຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມຮັກທີ່ແທ້ຈິງສໍາລັບມະນຸດຊາດນີ້ ເຊິ່ງເປັນຄວາມຮຸກທີ່ບໍ່ສາມາດທຳລາຍໄດ້. ໃນທຳນອງດຽວກັນ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດປະທານຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຖະນຸຖະໜອມການເນລະມິດສ້າງທັງໝົດຂອງພຣະອົງ. ຫົວໃຈຂອງພຣະອົງເຕັ້ນ ແລະ ເຈັບປວດໃນທຸກການກະທຳຂອງມະນຸດ; ພຣະອົງໃຈຮ້າຍ, ໂສກເສົ້າ ແລະ ເສຍໃຈໃນຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງມະນຸດ; ພຣະອົງພໍໃຈ, ປິຕິຍິນດີ, ໃຫ້ອະໄພ ແລະ ດີອົກດີໃຈກັບການກັບໃຈ ແລະ ຄວາມເຊື່ອຂອງມະນຸດ; ທຸກຄວາມຄິດ ແລະ ແນວຄິດຂອງພຣະອົງລ້ວນແລ້ວແຕ່ມີຢູ່ ແລະ ກ່ຽວພັນກັບມະນຸດຊາດ; ສິ່ງທີ່ພຣະອົງເປັນ ແລະ ມີແມ່ນຖືກສະແດງເພື່ອເຫັນແກ່ມະນຸດຊາດທັງສິ້ນ; ຄວາມຮູ້ສຶກທັງໝົດຂອງພຣະອົງກ່ຽວພັນກັບການເປັນຢູ່ຂອງມະນຸດຊາດ. ເພື່ອເຫັນແກ່ມະນຸດຊາດ, ພຣະອົງເດີນທາງ ແລະ ພະຍາຍາມເຮັດຫຼາຍຢ່າງໃນເວລາສັ້ນໆ; ພຣະອົງມອບທຸກສ່ວນຂອງຊີວິດຂອງພຣະອົງຢ່າງງຽບໆ; ພຣະອົງອຸທິດທຸກນາທີ ແລະ ວິນາທີຂອງຊີວິດຂອງພຣະອົງ... ພຣະອົງບໍ່ເຄີຍຮູ້ຈັກສົງສານຊີວິດຂອງພຣະອົງເອງ, ແຕ່ພຣະອົງຖະນຸຖະໜອມມະນຸດຊາດທີ່ພຣະອົງເອງໄດ້ສ້າງຂຶ້ນຢູ່ສະເໝີ... ພຣະອົງມອບທຸກສິ່ງທີ່ພຣະອົງມີໃຫ້ກັບມະນຸດຊາດນີ້... ພຣະອົງມອບຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໂດຍບໍ່ມີເງື່ອນໄຂ ແລະ ບໍ່ຄາດຫວັງຄ່າຕອບແທນ. ພຣະອົງເຮັດແບບນີ້ກໍເພື່ອໃຫ້ມະນຸດຊາດສາມາດມີຊີວິດລອດຢູ່ໜ້າພຣະອົງຕໍ່ໄປ ເພື່ອຮັບເອົາການສະໜອງແຫ່ງຊີວິດຂອງພຣະອົງ. ພຣະອົງເຮັດສິ່ງນີ້ກໍເພື່ອວ່າ ມື້ໜຶ່ງມະນຸດຊາດອາດຍອມຢູ່ຕໍ່ໜ້າພຣະອົງ ແລະ ຮັບຮູ້ວ່າ ພຣະອົງເປັນຜູ້ດູແລການເປັນຢູ່ຂອງມະນຸດ ແລະ ສະໜອງຊີວິດໃຫ້ກັບການເນລະມິດສ້າງທັງປວງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

566. ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້ານັ້ນແມ່ນມີຢູ່ຈິງແນ່ນອນ, ແຕ່ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ ເມື່ອເວລາພຣະອົງປ່ອຍຄວາມໂກດຮ້າຍຂອງພຣະອົງ ມັນກໍຍັງສະແດງໃຫ້ມະນຸດເຫັນອີກດ້ານຂອງພຣະເຈົ້າທີ່ພຣະອົງບໍ່ຍອມອົດທົນຕໍ່ການທ້າທາຍຂອງມະນຸດ. ເມື່ອມະນຸດສາມາດເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງສົມບູນ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ພຣະເຈົ້າກໍມີຄວາມເມດຕາຢ່າງຫຼວງຫຼາຍໃຫ້ແກ່ມະນຸດ; ເມື່ອມະນຸດເຕັມໄປດ້ວຍຄວາມເສື່ອມຊາມ, ຄວາມກຽດຊັງ ແລະ ເປັນສັດຕູກັບພຣະອົງ, ພຣະເຈົ້າກໍໃຈຮ້າຍຢ່າງຮຸນແຮງ. ພຣະອົງໃຈຮ້າຍຢ່າງຮຸນແຮງຈົນຮອດລະດັບໃດ? ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຈົນພຣະເຈົ້າບໍ່ເຫັນການຕໍ່ຕ້ານ ແລະ ການກະທຳທີ່ຊົ່ວຮ້າຍຂອງມະນຸດອີກຕໍ່ໄປ, ຈົນກວ່າສິ່ງເຫຼົ່ານັ້ນຈະບໍ່ຢູ່ຕໍ່ຕາພຣະອົງອີກຕໍ່ໄປ. ມີແຕ່ເມື່ອນັ້ນ ຄວາມໃຈຮ້າຍຂອງພຣະເຈົ້າຈຶ່ງຈະຫາຍໄປ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າບຸກຄົນນັ້ນຈະແມ່ນຜູ້ໃດກໍຕາມ, ຖ້າຫົວໃຈຂອງພວກເຂົາຫ່າງໄກອອກຈາກພຣະເຈົ້າ ແລະ ຫັນໜີຈາກພຣະເຈົ້າ, ບໍ່ຫັນກັບຄືນມາຈັກເທື່ອ, ບໍ່ວ່າໃນລັກສະນະໃດ ຫຼື ໃນເລື່ອງຄວາມປາຖະໜາສ່ວນຕົວຂອງພວກເຂົາກໍຕາມ, ບໍ່ວ່າພວກເຂົາປາຖະໜາທີ່ຈະນະມັດສະການ ແລະ ຕິດຕາມ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງພວກເຂົາ ຫຼື ໃນຄວາມຄິດຂອງພວກເຂົາແນວໃດກໍຕາມ, ຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍອອກຢ່າງບໍ່ຢຸດຍັ້ງ. ມັນຈະເປັນຄືກັບ ເມື່ອພຣະເຈົ້າປ່ອຍຄວາມໃຈຮ້າຍຂອງພຣະອົງຢ່າງຮຸນແຮງ, ໄດ້ມອບໂອກາດຢ່າງຫຼວງຫຼາຍໃຫ້ແກ່ມະນຸດ, ຫຼັງຈາກທີ່ໄດ້ປ່ອຍມັນອອກມາ ມັນກໍບໍ່ມີທາງທີ່ຈະເອົາມັນກັບຄືນມາ ແລະ ພຣະອົງຈະບໍ່ເມດຕາ ແລະ ອົດກັ້ນຕໍ່ມະນຸດຊາດດັ່ງກ່າວອີກ. ນີ້ແມ່ນໜຶ່ງດ້ານໃນອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການທ້າທາຍ... ພຣະອົງອົດກັ້ນ ແລະ ເມດຕາຕໍ່ສິ່ງຕ່າງໆທີ່ມີຄວາມກະລຸນາ, ສວຍງາມ ແລະ ດີ; ຕໍ່ສິ່ງຕ່າງໆທີ່ຊົ່ວຮ້າຍ, ຜິດບາບ ແລະ ຊົ່ວຊ້າ, ພຣະອົງໂກດຮ້າຍຢ່າງແຮງ ຈົນພຣະອົງບໍ່ສາມາດຢຸດຢັ້ງຄວາມໂກດຮ້າຍຂອງພຣະອົງໄດ້. ສິ່ງເຫຼົ່ານີ້ແມ່ນລັກສະນະສອງຢ່າງທີ່ສຳຄັນ ແລະ ໂດດເດັ່ນທີ່ສຸດໃນອຸປະນິໄສຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າໄດ້ເປີດເຜີຍພວກມັນຕັ້ງແຕ່ຕົ້ນຈົນເຖິງຈຸດຈົບ: ຄວາມເມດຕາທີ່ອຸດົມສົມບູນ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

567. ຜູ້ຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ຕາບໃດທີ່ມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ພຣະອົງກໍຈະບໍ່ລໍາອຽງຕໍ່ມະນຸດຢ່າງແນ່ນອນ ຍ້ອນວ່າພຣະອົງຊອບທຳທີ່ສຸດ. ຖ້າມະນຸດຕິດຕາມພຣະອົງຈົນເຖິງເວລາສຸດທ້າຍ, ແລ້ວພຣະອົງຈະສາມາດປະຖິ້ມມະນຸດໄດ້ແນວໃດ? ເຮົາບໍ່ລໍາອຽງຕໍ່ມະນຸດທັງໝົດ ແລະ ພິພາກສາມະນຸດທຸກຄົນດ້ວຍອຸປະນິໄສທີ່ຊອບທຳຂອງເຮົາ, ແຕ່ມີສະພາບການທີ່ເໝາະສົມໃນສິ່ງທີ່ເຮົາຮຽກຮ້ອງຈາກມະນຸດ ແລະ ສິ່ງທີ່ເຮົາຮຽກຮ້ອງກໍຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດທຸກຄົນ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ເຮົາບໍ່ສົນໃຈວ່າ ຄຸນສົມບັດຂອງເຈົ້າກວ້າງຂວາງ ຫຼື ເປັນຕານັບຖືຫຼາຍສໍ່າໃດ; ເຮົາສົນໃຈພຽງແຕ່ວ່າ ເຈົ້າຍ່າງໃນຫົນທາງຂອງເຮົາ ຫຼື ບໍ່ ແລະ ເຈົ້າຮັກ ແລະ ກະຫາຍຫາຄວາມຈິງ ຫຼື ບໍ່. ຖ້າເຈົ້າຂາດຄວາມຈິງ ແລະ ກົງກັນຂ້າມ ນໍາຄວາມອັບອາຍມາສູ່ພຣະນາມຂອງເຮົາ ແລະ ບໍ່ປະຕິບັດຕາມຫົນທາງຂອງເຮົາ, ພຽງແຕ່ປະຕິບັດໂດຍບໍ່ສົນໃຈ ຫຼື ກັງວົນຫຍັງເລີຍ, ແລ້ວໃນເວລານັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ ແລະ ລົງໂທດເຈົ້າສຳລັບຄວາມຊົ່ວຮ້າຍຂອງເຈົ້າ ແລ້ວຕອນນັ້ນເຈົ້າຈະເວົ້າແກ້ຕົວແນວໃດ? ເຈົ້າຈະສາມາດເວົ້າໄດ້ວ່າ ພຣະເຈົ້າບໍ່ຊອບທຳໄດ້ບໍ? ໃນປັດຈຸບັນ, ຖ້າເຈົ້າປະຕິບັດຕາມພຣະທຳທີ່ເຮົາກ່າວໄວ້, ແລ້ວເຈົ້າກໍເປັນຄົນປະເພດທີ່ເຮົາເຫັນດີນໍາ. ເຈົ້າເວົ້າວ່າ ເຈົ້າໄດ້ທົນທຸກຢູ່ສະເໝີໃນຂະນະທີ່ຕິດຕາມພຣະເຈົ້າ, ເຈົ້າໄດ້ຕິດຕາມພຣະອົງຜ່ານຮ້ອນຜ່ານໜາວ ແລະ ໄດ້ແບ່ງປັນເວລາທີ່ດີ ແລະ ບໍ່ດີກັບພຣະອົງ, ແຕ່ເຈົ້າບໍ່ໄດ້ດຳລົງຊີວິດຕາມພຣະທຳທີ່ພຣະເຈົ້າກ່າວໄວ້ເລີຍ; ເຈົ້າພຽງແຕ່ປາຖະໜາທີ່ຈະເຮັດນັ້ນເຮັດນີ້ໃຫ້ພຣະເຈົ້າ ແລະ ເສຍສະລະຕົນເອງໃຫ້ກັບພຣະເຈົ້າໃນແຕ່ລະມື້ ແລະ ບໍ່ເຄີຍຄິດທີ່ຈະດຳລົງຊີວິດທີ່ມີຄວາມໝາຍ. ເຈົ້າຍັງເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ານ້ອຍເຊື່ອວ່າ ພຣະເຈົ້າຊອບທຳ. ຂ້ານ້ອຍໄດ້ທົນທຸກເພື່ອພຣະອົງ, ແລ່ນໄປມາເພື່ອພຣະອົງ ແລະ ອຸທິດຕົນເອງໃຫ້ກັບພຣະອົງ ແລະ ຂ້ານ້ອຍໄດ້ເຮັດວຽກໜັກ ເຖິງແມ່ນວ່າຈະບໍ່ໄດ້ຮັບການຮັບຮູ້ໃດເລີຍ; ພຣະອົງຈະຈື່ຂ້ານ້ອຍຢ່າງແນ່ນອນ”. ເປັນຄວາມຈິງທີ່ວ່າ ພຣະເຈົ້າຊອບທຳ, ແຕ່ຄວາມຊອບທຳນີ້ບໍ່ໄດ້ມີມົນທິນຈາກຄວາມບໍ່ບໍລິສຸດເລີຍ ນັ້ນຄື: ມັນບໍ່ມີຄວາມປະສົງຂອງມະນຸດ ແລະ ມັນບໍ່ໄດ້ມີມົນທິນຈາກເນື້ອໜັງ ຫຼື ການຈັດການຂອງມະນຸດ. ທຸກຄົນທີ່ເປັນປໍລະປັກ ແລະ ຕໍ່ຕ້ານ ແລະ ບໍ່ປະຕິບັດຕາມຫົນທາງຂອງພຣະອົງ ຈະຖືກລົງໂທດ; ບໍ່ມີໃຜໄດ້ຮັບການອະໄພໂທດ ແລະ ບໍ່ມີໃຜໄດ້ຮັບການລະເວັ້ນ! ບາງຄົນເວົ້າວ່າ “ໃນປັດຈຸບັນ, ຂ້ານ້ອຍແລ່ນໄປມາເພື່ອພຣະອົງ; ເມື່ອເວລາສຸດທ້າຍມາເຖິງ ພຣະອົງມອບການອວຍພອນເລັກນ້ອຍໃຫ້ກັບຂ້ານ້ອຍໄດ້ບໍ?” ແລ້ວເຮົາຈະຖາມເຈົ້າວ່າ “ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາແລ້ວບໍ?” ຄວາມຊອບທຳທີ່ເຈົ້າເວົ້າເຖິງແມ່ນອີງຕາມການຈັດການຂອງມະນຸດ. ເຈົ້າຄິດພຽງແຕ່ວ່າ ເຮົາຊອບທຳ ແລະ ບໍ່ລໍາອຽງຕໍ່ມະນຸດທຸກຄົນ ແລະ ທຸກຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຮັບເອົາການອວຍພອນຂອງເຮົາຢ່າງແນ່ນອນ. ມີຄວາມໝາຍລຶກລັບໃນພຣະທຳຂອງເຮົາທີ່ວ່າ “ທຸກຄົນທີ່ຕິດຕາມເຮົາເຖິງຈົນເວລາສຸດທ້າຍຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ” ເຊິ່ງໝາຍຄວາມວ່າ: ຄົນທີ່ຕິດຕາມເຮົາຈົນເຖິງເວລາສຸດທ້າຍເປັນຄົນທີ່ຈະຖືກເຮົາຮັບເອົາຢ່າງສົມບູນ, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼັງຈາກທີ່ຖືກເຮົາເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ເຈົ້າໄດ້ບັນລຸເງື່ອນໄຂໃດແດ່? ເຈົ້າພຽງແຕ່ບັນລຸໃນການຕິດຕາມເຮົາຈົນເຖິງເວລາສຸດທ້າຍ, ແຕ່ສິ່ງອື່ນໆເດ? ເຈົ້າໄດ້ປະຕິບັດຕາມພຣະທຳຂອງເຮົາບໍ? ເຈົ້າໄດ້ສຳເລັດການຮຽກຮ້ອງໜຶ່ງໃນຫ້າຢ່າງຂອງເຮົາ, ແຕ່ເຈົ້າບໍ່ມີເຈດຕະນາທີ່ຈະສຳເລັດອີກສີ່ຢ່າງທີ່ເຫຼືອ. ເຈົ້າພຽງແຕ່ຄົ້ນພົບເສັ້ນທາງທີ່ງ່າຍສຸດ ແລະ ສະບາຍສຸດ ແລະ ສະແຫວງຫາມັນ ດ້ວຍທັດສະນະຄະຕິພຽງແຕ່ຫວັງວ່າຈະໄດ້ໂຊກດີ. ສຳລັບຄົນແບບເຈົ້າ, ອຸປະນິໄສຂອງເຮົາແມ່ນການຕີສອນ ແລະ ການພິພາກສາ, ມັນແມ່ນຜົນກຳສະໜອງທີ່ຊອບທຳ ແລະ ມັນເປັນການລົງໂທດທີ່ຊອບທຳຕໍ່ຜູ້ກະທຳການຊົ່ວຊ້າທຸກຄົນ; ທຸກຄົນທີ່ບໍ່ເຕີນຕາມຫົນທາງຂອງເຮົາຈະຖືກລົງໂທດຢ່າງແນ່ນອນ ເຖິງແມ່ນພວກເຂົາຕິດຕາມຈົນເຖິງເວລາສຸດທ້າຍ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ເມື່ອອຸປະນິໄສທີ່ຊອບທຳນີ້ຖືກສຳແດງອອກໃນການລົງໂທດມະນຸດ, ມະນຸດກໍຈະຕົກສະເງີ້ ແລະ ເສຍດາຍວ່າ ໃນຂະນະທີ່ຕິດຕາມພຣະເຈົ້າ ເຂົາບໍ່ໄດ້ເດີນຕາມຫົນທາງຂອງພຣະອົງ. “ໃນເວລານັ້ນ, ຂ້ານ້ອຍພຽງແຕ່ທົນທຸກ ເລັກນ້ອຍໃນຂະນະທີ່ຕິດຕາມພຣະເຈົ້າ, ແຕ່ບໍ່ໄດ້ເດີນຕາມຫົນທາງຂອງພຣະເຈົ້າ. ມີຂໍ້ອ້າງຫຍັງແດ່? ບໍ່ມີທາງເລືອກ ນອກຈາກການຖືກຕີສອນ!” ແຕ່ໃນຈິດໃຈຂອງເຈົ້າ, ເຈົ້າກຳລັງຄິດວ່າ “ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍໄດ້ຕິດຕາມຈົນເຖິງເວລາສຸດທ້າຍ ສະນັ້ນ ເຖິງແມ່ນພຣະອົງຈະຕີສອນຂ້ານ້ອຍ, ມັນກໍອາດຈະບໍ່ແມ່ນການຕີສອນທີ່ຮຸນແຮງເກີນໄປ ແລະ ຫຼັງຈາກທີ່ວາງການຕີສອນນີ້ແລ້ວ ພຣະອົງກໍຍັງຕ້ອງການຂ້ານ້ອຍ. ຂ້ານ້ອຍຮູ້ວ່າ ພຣະອົງຊອບທຳ ແລະ ຈະບໍ່ປະຕິບັດກັບຂ້ານ້ອຍແບບນັ້ນຕະຫຼອດໄປ. ເພາະວ່າ ຂ້ານ້ອຍບໍ່ຄືກັບຄົນທີ່ຈະຖືກກວາດລ້າງ; ຄົນທີ່ຖືກກວາດລ້າງຈະໄດ້ຮັບການຕີສອນຢ່າງໜັກ ໃນຂະນະທີ່ການຕີສອນຂອງຂ້ານ້ອຍຈະເບົາກວ່າ”. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ໄດ້ເປັນຄືກັບທີ່ເຈົ້າເວົ້າ. ມັນບໍ່ແມ່ນເຫດຜົນທີ່ວ່າ ຄົນທີ່ເກັ່ງໃນການສາລະພາບຄວາມຜິດບາບຂອງພວກເຂົາຈະຖືກຈັດການຢ່າງຜ່ອນຜັນ. ຄວາມຊອບທຳແມ່ນຄວາມບໍລິສຸດ ແລະ ເປັນອຸປະນິໄສທີ່ບໍ່ທົນຕໍ່ການເຮັດຜິດໂດຍມະນຸດ ແລະ ທຸກສິ່ງທີ່ສົກກະປົກ ແລະ ບໍ່ໄດ້ປ່ຽນແປງເປົ້າໝາຍຂອງຄວາມລັງກຽດຂອງພຣະເຈົ້າ. ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ແມ່ນກົດໝາຍ ແຕ່ເປັນບົດບັນຍັດຄຸ້ມຄອງ: ມັນເປັນບົດບັນຍັດຄຸ້ມຄອງພາຍໃນອານາຈັກ ແລະ ບົດບັນຍັດຄຸ້ມຄອງນີ້ແມ່ນການລົງໂທດທີ່ຊອບທຳຕໍ່ໃຜກໍຕາມທີ່ບໍ່ມີຄວາມຈິງ ແລະ ບໍ່ປ່ຽນແປງ ແລະ ບໍ່ມີຄວາມລອດພົ້ນແມ່ນແຕ່ໜ້ອຍດຽວ. ຍ້ອນເມື່ອແຕ່ລະຄົນຖືກຈັດແບ່ງຕາມປະເພດ, ຄົນດີກໍຈະໄດ້ຮັບລາງວັນ ແລະ ຄົນຊົ່ວກໍຈະຖືກລົງໂທດ. ມັນເປັນເວລາທີ່ຈຸດໝາຍປາຍທາງຂອງມະນຸດຈະຖືກເຮັດໃຫ້ຊັດເຈນ, ມັນເປັນເວລາທີ່ພາລະກິດຂອງຄວາມລອດພົ້ນຈະມາເຖິງຈຸດສິ້ນສຸດ ຫຼັງຈາກນັ້ນ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຈະບໍ່ຖືກປະຕິບັດອີກຕໍ່ໄປ ແລະ ຜົນກຳສະໜອງຈະນໍາມາເຖິງທຸກໆຄົນທີ່ເຮັດການຊົ່ວຮ້າຍ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

568. ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນຈາກການຈ່າຍຄ່າບາບຂອງພວກເຂົາ; ພ້ອມນັ້ນ ພວກເຂົາກໍຍັງຈະຖືກຕົກສູ່ໄພພິບັດທີ່ຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຫຼາຍລ້ານປີຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (I) ສິດອຳນາດຂອງພຣະເຈົ້າ

ຕໍ່ໄປ: (III) ຄວາມບໍລິສຸດຂອງພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດ ແລະ ທາງເຂົ້າ (3)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ,...

ພາລະກິດ ແລະ ທາງເຂົ້າ (2)

ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger